໒໐ ເດືອນ ທັນວາ/décembre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທາຕຸສາດ || Etymologie / Etymology
“ວິທີ” ມີ ເຄົ້າ ຈາກ ພາສາ ບາລີ ວິທິ[Vidhi] m. ຊຶ່ງ ເປັນ ນາມ ເພດຊາຍ ຫລື ນາມ ປຸງລິງ ທີ່ ມີ ສຽງສັ້ນ ຫມົດ ທັງສອງ ພຍາງ ເເລະ ຖືກ ເເຜງ ເປັນ ຄໍາລາວ “ວິທີ” ອີກຢ່າງນຶ່ງ ຄໍາດຽວກັນນີ້ ກໍ ຖືກ ເເຜງ ເປັນ ຄໍາລາວ ອີກ ຄໍານຶ່ງ ຄື ຄໍາ “ພິທີ” ຕື່ມອີກ ໂດຍ ເເຜງ ຕົວວໍ ເປັນ ຕົວພໍ
“ອ່ານ” ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ການນໍາ ຕົວຫນັງສື ດ້ວຍ ສາຍຕາ ເພື່ອ ໃຫ້ ຮູ້ຈັກ ວ່າ ຄໍາໃດ ຂຽນ ເເນວໃດ
ຄວາມຫມາຍ || Definition / Definition
“ວິທີ” ເເປວ່າ ເເບບ ເເບບເເຜນ ໂຊກ
ວິທີ ອ່ານ ຫນັງສື
ວິທີ ຕົວະ
ວິທີ ຕົ້ມ ເຂົ້າປຽກ
ວິທີ ຕົ້ມ ຄົນ ວ່າ ມັນ ຈະ ມາ (...)
໑໙ ເດືອນ ທັນວາ/décembre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທາຕຸສາດ || Etymologie / Etymology
“ວິທີ” ມີ ເຄົ້າ ຈາກ ພາສາ ບາລີ ວິທິ[Vidhi] m. ຊຶ່ງ ເປັນ ນາມ ເພດຊາຍ ຫລື ນາມ ປຸງລິງ ທີ່ ມີ ສຽງສັ້ນ ຫມົດ ທັງສອງ ພຍາງ ຊຶ່ງ “ວິທິ” ຖືກ ເເຜງ ເປັນ ຄໍາລາວ “ວິທີ” ນຶ່ງ ເເລະ ກໍ ຖືກ ເເຜງ ເປັນ ຄໍາລາວ “ພິທີ” ອີກ ນຶ່ງ ໂດຍ ເເຜງ ຕົວວໍ ເປັນ ຕົວພໍ ຄືດັ່ງ ເທວະ[deva] m. => ອ່ານວ່າ ເທວະ => ເເຜງ ເປັນ ເທພາ ເທພເຈົ້າ[ເທບ-ພະ-ເຈົ້າ] ປເວນີ[paveṇī] m. => ອ່ານວ່າ ປະເວນີ => ເເຜງ ເປັນ ປະເພນີ ວັນ̣ນ̣ນາ[vaṇṇanā] f. => ພັນນະນາ ( ການເຮັດ commentaire / comment ) ວັທ̣ທ̣ນ[vaḍḍhana] nt. => ວັທນາ => (...)
໒໕ ເດືອນ ພຶສຈິກາ/ພະຈິກ/novembre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
໑- ທາຕຸສາດ || Etymologie / Etymology
ຂ້າພະເຈົ້າ ຊອກຫາ ຄໍາ ເຄົ້າ ຂອງ ຄໍາ ພຍາງ ນີ້ ມາ ໄດ້ ດົນ ເເລ້ວ (ຫລາຍ ປີ ເເລ້ວ) ໃນ ວັຈນານຸກົມ ບາລີ ເເລະ ສັນສະກຣິດ ຕ່າງໆ ຈົນ ມາ ຮອດ ເທົ່າ ທຸກ ມື້ ນີ້ ຂ້າພະເຈົ້າ ກໍ ຍັງ ບໍ່ ທັນ ເຈິ ມັນ ເທື່ອ ສະນັ້ນ ຈຶ່ງ ບອກ ທ່ານ ດ້ວຍ ຄວາມເເນ່ນອນ ບໍ່ ໄດ້ ວ່າ ຄໍາເຄົ້າ ເເທ້ໆ ຂອງ ຄໍາ "ພຍາງ" ນີ້ ເປັນ ຄໍາ ເເນວໃດ ກັນ ເເທ້ (ບາງທີ ມັນ ອາດ ເປັນ ຄໍາລາວ ເຮົາ ເອງ ກໍ ເປັນ ໄດ້)
ໄທຍ ຂຽນ ເປັນ "ພຍາງຄ໌" ຄັນ ເຮົາ ຈະ ໄປ ຖື ວ່າ ໄທຍ ຂຽນ ຕາມ ເຄົ້າ ຫລາຍ ກໍ ບໍ່ ໄດ້ ເນື່ອງຈາກວ່າ ອັກຂຣະວິທີ ໄທຍ ຂາດ ຄວາມເເນ່ນອນ ເເລະ ຂາດ ຄວາມຕາຍຕົວ ໃນ ການເເຜງ ອັກຂຣະ ຕ່າງໆ (...)
໑໗ ເດືອນ ພຶສຈິກາ/ພະຈິກ/novembre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທາຕຸສາດ || Etymologie / Etymology “ກອນ” ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ຄໍາ ທີ່ ເປັນ ຄໍາລາວ ເເທ້ ໆ ມາ ເເຕ່ ດັ້ງເດີມ ນັ້ນເອງ ເເລະ ຄໍາລາວ ທີ່ ຂຽນ ເເບບ ນີ້ ຄົງ ມີ ຢ່າງ ນີ້ ຄື ກອນ ນໍ້າຄໍາ ເເລະ ກອນ ເນື້ອຄວາມ ຫລື ກອນ ທີ່ ເປັນ ເນື້ອຄວາມ ນຶ່ງ ກອນ ຫລັງຄາ ຫລື ກອນ ທີ່ ໃຊ້ ເຮັດ ໂຄງຮ່າງ ຂອງ ຫລັງຄາ ນຶ່ງ ກອນ ວິພັດ ຫລື ກອນ ທີ່ ໃຊ້ ເປັນ ຄໍາວິພັດ ( ຝຣັ່ງ. suffixe ) ຂອງ ທ້າຍ ຄໍາ ນຶ່ງ ກອນ ທີ່ ເປັນ ຊື່ ຢາ ລາວ ຊນິດນຶ່ງ ຄື ຢາ ລູກກອນ ນັ້ນເອງ ນຶ່ງ ກອນ ປະຕູ ຫລື ກອນ ທີ່ ເພິ່ນ ໃຊ້ ເຮັດ ໄລ ປະຕູ ໃນ ທໍານອງ ນີ້ ເພິ່ນ ຮຽກ ວ່າ “ລ
໗ ເດືອນ ພຶສຈິກາ/ພະຈິກ/novembre ຄສ. 2011, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ
ນະວະນິຍາຍສັ້ນ ( ຫນ້າ ໙ )
ບ. ການໂອ້ລົມກັນ ຢູ່ ທົ່ງໄຫຫີນ ( ຕອນ ໒ )
໔- ບົດຮຽນເກົ່າ ຂອງ ເເຄວ້ນ ໂກເເຊງຊີນ ທີ່ ຄວນ ຮູ້ ເເລະ ຈົດຈໍາ
ຫານໄຊ: ຂ້ອຍ ມັກ ເເລະ ຮັກ ໂຕອີ່ຮຸ້ງ ໂຕນັ້ນ ເເລະ ໂຕນີ້ ມັນ ມີ ຫລາຍສີ ສັບປົນກັນ ຢ່າງ ມີ ສິລປະ ເມື່ອ ເບິ່ງເເລ້ວ ກໍ ພາໃຫ້ ຈິດໃຈ ປອດໂປ່ງ ໂລ່ງໃຈດີ ຫວັງວ່າ ຣັຖທັມມະນູນ ລາວ ເເລະ ປະຊາທິປະໄຕ ເເທ້ ເພື່ອ ຜົນປໂຍດ ຂອງ ລາວ ທັງຊາດ ກໍ ຄົງ ຈະ ງົດງາມ ເຊັ່ນດຽວກັນ ຂ້ອຍ ມັກ ອີ່ຮຸ້ງ ໂຕນີ້ ທິວາວັນ! ອີ່ຮຸ້ງ ລົງດູດດື່ມນໍ້າ ກໍ ສາມາດ ປຽບທຽບ ໃສ່ໄດ້ ຄື ຂົວສວັນ ທີ່ ເປັນ ເເສງຮຸ່ງໃສ ເເຍງທາງ ໃຫ້ເກີດ ມີ ການຕິດຕໍ່ກັນໄດ້ ຣະຫວ