໒໔ ເດືອນ ຕຸລາ/octobre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ກຸ່ມ ອັກຂຣະ ຫລື ກຸ່ມ ອັກສອນ || Ensembles des alphabets lao / Sets of the Lao alphabets
ຂ້າພະເຈົ້າ ໄດ້ ຈັດ ອັກຂຣະ ລາວ ຂ້າງລຸ່ມ ນີ້ ( ຣູປຕາ ໒ ) ເປັນ ກຸ່ມໃຜ ກຸ່ມລາວ ທັງນີ້ ກໍ ເພື່ອ ອໍານວຍ ຄວາມສະດວກ ໃນ ການລຽນ ລໍາດັບ ນຶ່ງ ເເລະ ເພື່ອ ເເຍກ ອັກຂຣະ ທັງຫມົດ ນີ້ ໃຫ້ ເຂົ້າ ກັບ ຫນ້າທີ່ ຂອງ ມັນ ນັ້ນເອງ ນຶ່ງ
ກຸ່ມ ໑ ຫມາຍເຖິງ ກຸ່ມ ພຍັນຊນະ[ພະ-ຍັນ-ຊະ-ນະ] ລາວ ທັງຫມົດ ຊາວເຈັດ ຕົວ ທີ່ ເພິ່ນ ໃຊ້ ເປັນ ທາງການ ຄື ກ ຂ ຄ ງ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ຣ ລ ວ ຫ ອ ຮ
ກຸ່ມ ໒ ຫມາຍເຖິງ ກຸ່ມ ຂອງ ຈໍາພວກ ພຍັນຊນະ[ພະ-ຍັນ-ຊະ-ນະ] ເຟື້ອງ ສີ່ ຕົວ ຄື ຕົວຍໍ ເຟື້ອງ ( ◌ຽ ) ຕົວຫນໍ (...)
໒໑ ເດືອນ ຕຸລາ/octobre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ຜາຣົບ || Introduction
ເນື່ອງຈາກ ຄົນລາວ ເມືອງນອກ ຕາຍຫລາຍ ໃນ ປັດຈຸບັນ ນີ້ ຍ້ອນ ສາຍເຫດ ທີ່ ລາງ ຄົນ ກໍ ໄດ້ ເມືອ ຢາມ ບ້ານເກີດ ເມືອງນອນ ຂອງ ຕົນ ຈຶ່ງ ໄດ້ ຖືກ ຢາເບື່ອ ເມື່ອ ກັບ ມາ ບໍ່ ພໍ ເທົ່າໃດ ກໍ ຕາຍ ໂລດ ອີກປະການນຶ່ງ ຄົນລາວ ສ່ວນຫລາຍ ທີ່ ໄດ້ ອົພຍົບ ຫລົບຫນີ ມາ ກໍ ໄດ້ ເກືອບ ໔໐ ປີ ເເລ້ວ ພວກເພິ່ນ ຈຶ່ງ ມີ ອາຍຸ ສັງຂານ ເຖົ້າເເກ່ ຫລາຍ
ຄົນລາວ ອົພຍົບ ລາງຄົນ ກໍ ໄດ້ ເອົາ ຄົນ ອື່ນ ມາ ເປັນ ພໍ່ ເປັນ ເເມ່ ຫລື ເປັນ ອ້າຍ ເປັນ ນ້ອງ ຍ້ອນ ບໍ່ ມີ ໃຜ ເເລະ ພໍ່ເເມ່ ລາງ ຄົນ ກໍ ຖືກ ຂ້າ ຕາຍ ຢູ່ ສູນສັມນາ ຈົນ ຫມົດ ເມື່ອ ຕົນ ເມືອ ຢາມ ອ້າຍ (...)
໑໙ ເດືອນ ຕຸລາ/octobre ຄສ. 2011, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ
ນະວະນິຍາຍສັ້ນ ( ຫນ້າ ໘ )[ເທິງ ບ. ການໂອ້ລົມກັນ ຢູ່ ທົ່ງໄຫຫີນ ຕອນ ໑
໑/ ຊອກຫາ ຄວາມຄິດ ອັນ ງອກງາມ ຈິງເເທ້
ຫານໄຊ ເເລະ ທິວາວັນ ມີ ຄວາມດີໃຈ ທີ່ ໄດ້ມີ ໂອກາດ ຜ່ານໄປ ຢ້ຽມຢາມ ຖາມຂ່າວ ໄທບ້ານບານ ເເລະ ໄທເມືອງຄໍາ ຫານໄຊ ເຍີ່ຫຍິ່ງ ທີ່ ໄດ້ເກີດ ເປັນ ປະຊາຣາສດອນ ລາວ ຢູ່ ເຂດເເຂວງ ຊຽງຂວາງ ເເຫ່ງນີ້ ໄທບ້ານໄທເມືອງ ມີ ຄຸນພາບ ຢ່າງ ເເຫນ້ນເເຟ້ນ ເຕົ້າໂຮມ ຄອບຄົວ ຍາດຕິພີ່ນ້ອງ ເເລະ ສົມທົບ ທາງ ເເຮງກາຍ ເເລະ ເເຮງໃຈ ຮ່ວມກັນ ເປັນ ຢ່າງດີ ເພື່ອ ເສີມສ້າງ ຄວາມຖືກຕ້ອງປອງດອງກັນ ຜູ້ ຢູ່ ກໍ ຄິດຮອດ ຜູ້ ຈໍາຕ້ອງ ໄດ້ ອົພຍົບ ຫນີ ຈາກ ຖິ່ນຖານ ບ້ານເກີດ (...)
໔ ເດືອນ ຕຸລາ/octobre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທາຕຸສາດ || Etymologie / Etymology
“ການຜັນສຽງ” ເປັນ ນາມວະລີ
“ຜັນ” ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ຈໍາພວກ ຄໍາ ທີ່ ເປັນ ຄໍາລາວ ເເທ້ໆ ມາ ເເຕ່ດັ້ງ ເເຕ່ເດີມ ນັ້ນເອງ ເເລະ ຄໍານີ້ ຄົນລາວ ມັກ ໃຊ້ ໃນ ການປາກເວົ້າ ເຊັ່ນ ຜັນຜ້າເເພ ຜັນນໍ້າ ເເລະ ຜັນເເປ ເປັນຕົ້ນ ສ່ວນ ຄໍາ ຜັນສຽງ ນີ້ ນ້ອຍຫນັກນ້ອຍຫນາ ຈຶ່ງ ເຫັນ ຄົນລາວ ໃຊ້ກັນ ຍ້ອນ ສາຍເຫດ ທີ່ ວ່າ ຄົນລາວ ເອງ ບໍ່ ຄ່ອຍ ສົນໃຈ ຮຽນ ພາສາ ລາວ ຂອງ ຕົນເອງ ຖ້າ ການເວົ້າ ພາສາ ລາວ ຄົງ ມີ ຢູ່ ໃນ ປັດຈຸບັນ ກໍ ເປັນ ພຽງເເຕ່ ການເເປ ຈາກ ພາສາ ອື່ນ ເຊັ່ນ ພາສາ ຝຣັ່ງ ເເລະ ພາສາ ອັງກິດ ເປັນ ສ່ວນໃຫຍ່ ເທົ່ານັ້ນເອງ
ການຜັນສຽງ ໂດຍ (...)
໒໘ ເດືອນ ກັນຍາ/septembre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ຜາຣົບ || Introduction
ການຂຽນ ຫລື “ການສະກົດ” ຫນັງສື ເເບບ ຂ້າງລຸ່ມນີ້ ບໍ່ ໄດ້ຫມາຍເຖິງ “ການຕີ ມ້າຕາຍ ໃຫ້ລຸກເເລ່ນ” ເເຕ່ ເປັນ ການ ທີ່ ເຮົາ ຄວນ ເຂົ້າໃຈ ຊຶ່ງ ຫລັກ ອັນ ສໍາຄັນ ທາງ ດ້ານ ໄວຍາກອນ ເມື່ອ ເຮົາ ເຂົ້າໃຈ ຫລັກ ດັ່ງກ່າວນີ້ ດີ ເຮົາ ຈະ ຮູ້ ຄວາມເປັນມາ ຂອງ ພຍັນຊນະ ປະເພດ ດັ່ງກ່າວ ພ້ອມທັງ ສາມາດ ຂຽນ ຕາມໃຈ ໄດ້ ເເລະ ການຂຽນ ຕາມ ຄໍາສັ່ງ ຂອງ ທ່ານ ພູມີ ວົງວິຈິດ ກໍ ຈະ ບໍ່ ຕັ້ງ ເປັນ ບັນຫາ ອັນໃດ ໃຫ້ ເເກ່ ນັກຮຽນ ເເລະ ນັກຂຽນ ພາສາ ລາວ ປະການໃດ ທັງສິ້ນ ເເຕ່ຫາກວ່າ ຖ້າ ເຮົາ ບໍ່ ຮູ້ ເເລະ ບໍ່ ເຂົ້າໃຈ ຫລັກ ອັນໃດ ມັນ ຈະ ເເມ່ນ ສິ່ງນັ້ນ ເເລ ພາໃຫ້ ເຮົາ ເປັນ