໒໔ ເດືອນ ກຸມພາ/février ຄສ. 2010, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທ້ອງຫມາກຫມັ້ນ [ທ້ອງ-ໝາກ-ໝັ້ນ] ນາມວະລີ. ຄໍາປະສົມ ທີ່ ມາຈາກ ຄໍາມູນ ລາວ ຫມົດທັງສອງຄໍາ ຄື “ທ້ອງ” ປະສົມ ກັບ “ຫມາກຫມັ້ນ”
ອາການ ເຈັບ ຂອງ ທ້ອງ ທີ່ ມີ ການອອກ ເປັນມູກເປັນເລືອດ ( ທີ່ ມີ ການທ່າຍອອກ ຫລື ທີ່ ມີ ການຂີ້ອອກ ) ຮຽກວ່າ ເຈັບທ້ອງຫມາກຫມັ້ນ ຫລື ທ້ອງຫມາກຫມັ້ນ ລ້າໆ ກໍໄດ້ ຊຶ່ງ ການເຈັບ ເເບບນີ້ ຈະ ຂີ້ ອອກຫລາຍ ກໍ ບໍ່ ອອກ ເເຕ່ຫາກ ເຈັບ ຕລອດ ຢູ່ ຢ່າງນັ້ນ
ເບິ່ງ ( ທ້ອງ ຫມາກຫມັ້ນ ເຈັບ )