ພາສາ ລາວ - La langue lao ບົນ ລາວເເພນ

ໃກ້ທິດທາງຕາເວັນອອກຂອງເຂື່ອນນໍ້າງື່ມ ໙

ວັນຈັນ ທີ ໗ ເດືອນ ພຶສຈິກາ/ພະຈິກ/novembre  ຄສ. 2011, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ

ນະວະນິຍາຍສັ້ນ ( ຫນ້າ ໙ )

ບ. ການໂອ້ລົມກັນ ຢູ່ ທົ່ງໄຫຫີນ ( ຕອນ ໒ )

໔- ບົດຮຽນເກົ່າ ຂອງ ເເຄວ້ນ ໂກເເຊງຊີນ ທີ່ ຄວນ ຮູ້ ເເລະ ຈົດຈໍາ

  • ຫານໄຊ: ຂ້ອຍ ມັກ ເເລະ ຮັກ ໂຕອີ່ຮຸ້ງ ໂຕນັ້ນ ເເລະ ໂຕນີ້ ມັນ ມີ ຫລາຍສີ ສັບປົນກັນ ຢ່າງ ມີ ສິລປະ ເມື່ອ ເບິ່ງເເລ້ວ ກໍ ພາໃຫ້ ຈິດໃຈ ປອດໂປ່ງ ໂລ່ງໃຈດີ ຫວັງວ່າ ຣັຖທັມມະນູນ ລາວ ເເລະ ປະຊາທິປະໄຕ ເເທ້ ເພື່ອ ຜົນປໂຍດ ຂອງ ລາວ ທັງຊາດ ກໍ ຄົງ ຈະ ງົດງາມ ເຊັ່ນດຽວກັນ ຂ້ອຍ ມັກ ອີ່ຮຸ້ງ ໂຕນີ້ ທິວາວັນ! ອີ່ຮຸ້ງ ລົງດູດດື່ມນໍ້າ ກໍ ສາມາດ ປຽບທຽບ ໃສ່ໄດ້ ຄື ຂົວສວັນ ທີ່ ເປັນ ເເສງຮຸ່ງໃສ ເເຍງທາງ ໃຫ້ເກີດ ມີ ການຕິດຕໍ່ກັນໄດ້ ຣະຫວ່າງ ຄວາມນຶກຄິດ ອັນງົດງາມ ທີ່ ປະຊາຊົນລາວ ມຸ້ງມາດປາຖນາ ຢາກໃຫ້ມີໄວ້ ເປັນ ສະຕິຊາດ ເເລະ ຜົນປໂຍດ ອັນເເທ້ຈິງ ເພື່ອ ຄວາມຫມັ້ນຄົງ ເເລະ ຄວາມຄົງຢູ່ໄດ້ ຕລອດໄປ ຂອງ ປະເທດຊາດ ບ້ານເມືອງລາວ ເພື່ອ ປະຊາຊົນ ພົລເມືອງ ຂອງ ລາວເເທ້
  • ທິວາວັນ: ຄໍາອະທິຖານ ຂອງ ເຈົ້າ ຖືກຕ້ອງ ເເລ້ວ ຫານໄຊ ເຈົ້າ ມອງເຫັນ ອີ່ຮຸ້ງ ເເລະ ປຽບທຽບ ມັນ ໃສ່ ຄວາມຄິດດີ ເເລະ ສະຕິຕື່ນ ຮຸ່ງໃສດີ ຖ້າ ເຮົາ ຮູ້ຈັກ ຊອກ ເເກະເອົາ ພຽງເເຕ່ ຄໍາວ່າ ດູດດື່ມ ມາ ພິຈາຣະນາເບິ່ງ ໃຫ້ດີ ມັນ ກໍ ຈະ ຊ່ວຍໃຫ້ ເຮົາ ມອງອອກເຫັນ ຕົວຢ່າງ ທີ່ ເກີດເປັນ ປໂຍດດີໄດ້ ອີກຢ່າງນຶ່ງ ຂ້ອຍ ຈະ ພຍາຍາມ ນໍາເອົາ ຄໍາສັບ ດູດດື່ມ ຫລື ກືນກິນນີ້ ໄປປ້ອນໃສ່ ບົດຮຽນເກົ່າ ຂອງ ຊົນຊາດນຶ່ງ ທີ່ ເຄີຍ ມີ ຊາດ ມີ ຄວາມສີວິໄລ ອາຣິຍະທັມດີ ມີ ປະເທດ ຢູ່ ເປັນ ຂອງ ຕົນເອງ ເເຕ່ ຢູ່ ໃນ ຂັ້ນຕໍ່ມາ ກໍ ຖືກດັບສູນຊາດໄປ ຈົນຫມົດສ້ຽງ ເຈົ້າ ຈື່ຈໍາ ໄດ້ ບໍ່ວ່າ ໃນ ເບື້ອງຕົ້ນ ເຈົ້າ ໄດ້ກ່າວ ເຖິງ ເຂດ ວຽດນາມ ສາມເຂດ ໃນ ສມັຍ ເກົ່າກ່ອນ ອັນ ມີ ຕົງເເກງ ອານາມ ເເລະ ໂກເເຊງຊີນ! ຂ້ອຍ ຈະ ຂໍ ເລົ່າ ເຣື່ອງ ສໍາຄັນ ເຣື່ອງນຶ່ງ ສູ່ ເຈົ້າຟັງ! ອີ່ພໍ່ຂ້ອຍ ລາວ ເຄີຍ ໄດ້ເລົ່າ ເຣື່ອງ ຊາດ ທີ່ ຖືກດັບສູນ ເຣື່ອງນຶ່ງ ສູ່ ຂ້ອຍ ຟັງວ່າ ເເຕ່ ສມັຍ ເພິ່ນ ຍັງ ນ້ອຍ ເພິ່ນ ເຄີຍ ໄດ້ຍິນ ພຣະອາຈານ ອົງນຶ່ງ ຢູ່ ວັດ ເມືອງເເຖ່ງ ເຄີຍມັກ ເລົ່າ ເຣື່ອງ ສູ່ ຊຸມຊົນ ຟັງ ເຣື່ອງ ທີ່ ເພິ່ນ ເລົ່ານັ້ນ ເປັນຄື ນິທານເເດ່ ເປັນຄື ປວັດສາດເເດ່ ເຣື່ອງນີ້ ກໍ ໄດ້ ເເກ່ ຄວາມເປັນມາ ເເຕ່ ປາງກ່ອນ ຂອງ ເມືອງ ໂກເເຊງຊີນ ນັ້ນເອງ ພຣະອາຈານ ອົງນີ້ ເພິ່ນບວດ ຕັ້ງເເຕ່ ເມື່ອ ອາຍຸ ໄດ້ຫົກປີ ເພິ່ນ ຮໍ່າຮຽນ ຕໍ່ຂຶ້ນໄປ ຢູ່ ເລື້ອຍມາ ເປັນ ຂັ້ນໆ ຈົນເຖິງ ຂັ້ນ ຮູ້ເປັນຢ່າງດີ ທັງສອງຍານ ທາງ ພຸທສາສນາ ຄື ຫິນະຍານ ເເລະ ມະຫາຍານ ນອກນັ້ນ ເພິ່ນ ຍັງ ຊອກຮູ້ ຄວາມເປັນມາ ຂອງ ໂກເເຊງຊີນ ໄດ້ ອີກຢ່າງດີ ທີ່ສຸດ ເພິ່ນ ໄດ້ຮັບຊັ້ນ ເປັນ ພຣະຫລັກຄໍາເເກ້ວ ຫລື ຊັ້ນທີສີ່ ຂອງ ພຣະສົງ ໃນ ສມັຍນັ້ນ ການຂຶ້ນຊັ້ນ ຕ່າງໆ ຂອງ ພຣະສົງ ກໍ ໄດ້ຖືກ ປະຕິບັດ ໄປຕາມ ພຣະຣາຊດໍາຣັດ ນັບ ຕາມ ລໍາດັບ ເເຕ່ ຊັ້ນຕໍ່າ ຂຶ້ນຫາ ຊັ້ນ ສູງສຸດ ເເລ້ວ ກໍ ມີ ທັງຫມົດ ຫົກຊັ້ນ ຄື
    • ຊັ້ນນຶ່ງ ໄດ້ຊື່ວ່າ ພຣະສໍາເຣັດ ຮຽນ ສູດມົນ ຮຽນທັມ ເປັນ ເຈົ້າ ອາວາດວັດໄດ້...
    • ຊັ້ນສອງ ພຣະຊາ ( ເທສນາ ສັ່ງສອນໄດ້ ກັບກັບ ການສຶກສາ ໂຮງຮຽນປາລີ )
    • ຊັ້ນສາມ ພຣະຄຣູ ( ເຈົ້າ ຄນະເມືອງ...)
    • ຊັ້ນສີ່ ພຣະ ຫລັກຄໍາ ( ທຽບໃສ່ ຂັ້ນ ພຍາ ທາງ ຄນະສົງ )
    • ຊັ້ນຫ້າ ພຣະລູກເເກ້ວ ( ພຣະສັງຄະນາຍຍົກ )
    • ຊັ້ນຫົກ ພຣະຍອດເເກ້ວ (ເເມ່ນ ພຣະສັງຄະຣາດ )
      ເເຕ່ ເມື່ອ ຄັ້ງອະດີຕການ ຜ່ານມາ ດິນເເດນ ເເຄວ້ນ ໂກເເຊງຊີນ ເປັນ ດິນເເດນ ຂອງ ພວກຈາມ ຫລື ປະເທດ ຂເມນ ຫລື ກັມປູຊາ ຢູ່ ໃນ ຍຸກ ສມັຍ ປັດຈຸບັນນີ້ ເປັນ ພົມເເດນ ທີ່ ເຄີຍ ມີ ການຕິດຕໍ່ ກັບ ພົມເເດນ ທາງພາກໃຕ້ ຂອງ ປະເທດ ວຽດນາມ ຕາມຄວາມຈິງເເລ້ວ ໃນ ສມັຍນັ້ນ ພົມເເດນ ຣະຫວ່າງ ປະເທດ ກໍ ບໍ່ ມີ ຢ່າງເເທ້ຈິງ ຫລັກຖານ ທີ່ ເເນ່ນອນ ທີ່ ພໍ ເປັນ ເຄື່ອງ ພິສູດ ໄດ້ ກໍ ເເມ່ນ ຮ່ອງຮອຍ ດ້ານ ວັດຖຸໂບຮານ ເເລະ ປະຊາຊົນ ທີ່ ມີ ສຽງປາກເວົ້າ ເເລະ ພາສາ ຂອງ ພວກເຂົາເຈົ້າເອງ ເຊັ່ນວ່າ ເມືອງ ລາວກາຍ ກໍ ຍັງ ມີ ຊື່ ເຫລືອໄວ້ ຢູ່ ທາງ ພາກເຫນືອ ຂອງ ປະເທດ ເເກວ ຈົນມາຮອດ ເທົ່າທຸກວັນນີ້ ເຈົ້າເເຜ່ນດິນ ໂກເເຊງຊີນ ເມືອງນີ້ ມັກມ່ວນຊື່ນ ນໍາເເຕ່ ຜູ້ເເສ້ຜູ້ສາວງາມ ເເລະ ມັກມີ ນາງສນົມກົມມະວັງ ຢູ່ ອ້ອມຂ້າງ ອ້ອມເເອວ ຢ່າງ ຫລວງຫລາຍ ເມື່ອ ເຈົ້າ ຊີວິດ ວຽດນາມ ຫລື ເຈົ້າເເຜ່ນດິນ ເເກວ ມອງເຫັນ ດັ່ງນັ້ນ ກໍ ຊອກ ວາງເເຜນ ເອົາ ຜູ້ສາວງາມ ທີ່ ເປັນ ຄົນວຽດ ຜູ້ນຶ່ງ ນໍາມາ ຖວາຍໃຫ້ ເຈົ້າເເຜ່ນດິນ ຈາມ ເເຕ່ວ່າ ນາງງາມ ເເກວ ຜູ້ນັ້ນ ບໍ່ ເເມ່ນ ເຊື້ອ ກະສັດເເທ້ ຕໍ່ມາ ເຈົ້າເເຜ່ນດິນ ເເລະ ມະເຫສີ ຂອງ ນະຄອນ ຈາມ ກໍ ໄດ້ ລູກຊາຍ ນໍາກັນ ຜູ້ນຶ່ງ ເມື່ອ ລູກຊາຍ ໃຫຍ່ໂຕ ຂຶ້ນມາ ໄດ້ ປະມານ ເຈັດ ຫາ ເເປດ ປີ ຜູ້ ເປັນ ເເມ່ວຽດນັ້ນ ກໍ ໄດ້ປຶກສາ ນໍາ ຜູ້ ເປັນ ສາມີ ຂອງ ຕົນ ວ່າ ນາງ ມີ ຈຸດປະສົງ ຢາກໃຫ້ ລູກຊາຍ ຄົນດຽວ ທີ່ ເປັນ ຊອດເເກວຂເມນ ຂອງ ພວກຕົນນັ້ນ ໄດ້ຂຶ້ນ ຮັບ ຕໍາເເຫນ່ງ ເປັນ ເຈົ້າເມືອງ ນາງ ໄດ້ກ່າວຈາ ຕື່ມອີກວ່າ ລູກຊາຍ ຂອງຕົນ ຈະ ຂຶ້ນ ເປັນ ພຣະຣາຊາ ປົກຄອງ ເມືອງ ພະນົມເປັນ ນັ້ນ ບໍ່ ໄດ້ ຍ້ອນ ຄໍາວ່າ ລູກຊອດ ເເກວຂເມນ ນັ້ນເອງ ຢູ່ຕໍ່ມາອີກ ເມື່ອ ລູກຊາຍ ໄດ້ຂຶ້ນ ເປັນເຈົ້າເມືອງ ເເລ້ວ ນາງເມັຽເເກວ ກໍ ໃຊ້ເລ້ກົນ ຍຸຍົງ ຜູ້ ເປັນ ສາມີ ໃຫ້ອອກ ຄໍາສັ່ງ ສົ່ງ ຫນຸ່ມນ້ອຍ ເເລະ ຊາວບ້ານຊາວເມືອງ ຢ່າງຫລວງຫລາຍ ໄປ ຮໍ່າຮຽນ ພາສາເເກວ ເເລະ ວັທນະທັມເເກວ ຢູ່ ປະເທດ ວຽດນາມ ຫລັງຈາກ ທີ່ ຫມົດທຸກຄົນ ໄດ້ຮໍ່າຮຽນ ຈົບເເລ້ວ ພວກເເກວ ກໍ ໄດ້ໃຫ້ ຊື່ໃຫມ່ ເເກ່ ພວກຈາມ ທຸກຄົນ ທີ່ ຖືກສົ່ງໄປ ສັມນາ ນັ້ນວ່າ ອ້າຍນ້ອງ ຄົນຈາມໃຫມ່ ຫລັງຈາກນັ້ນ ອ້າຍນ້ອງ ຈາມໃຫມ່ ກໍ ກັບຄືນເມືອ ເມືອງຈາມ ພວກອ້າຍນ້ອງ ຈາມໃຫມ່ ໄດ້ ນໍາເອົາ ວິທີ ການປົກຄອງ ເເບບ ເເກວ ມາໃຊ້ ຢູ່ ປະເທດຊາດ ເເລະ ເຮັດໃຫ້ ຮີດຄອງ ປະເພນີ ວັທນະທັມ ເເລະ ຄຸນຄ່າ ທີ່ ເປັນ ຄວາມຄິດ ເເລະ ສະຕິຊາດ ທີ່ ເປັນ ມິ່ງຂັວນຊາດ ຂອງຕົນ ຫລຸ້ຍຫ້ຽນ ຈືດຈາງໄປ ຈົນວ່າ ເເຂດເເຄ້ວນ ຈາມ ເເຫ່ງນັ້ນ ໄດ້ຖືກ ປ່ຽນ ຊື່ ກາຍມາ ເປັນ ຊື່ ໂກເເຊງຊີນ ອັນນີ້ ເເລ ທີ່ ພຣະສົມເດັດ ຫລັກຄໍາເເກ້ວ ເພິ່ນ ເອີ້ນວ່າ ເສັຽ ປະເທດຊາດ ຍ້ອນ ສະຕິຊາດ ເປືອຍ ຫລື ຍ້ອນ ນໍາເອົາ ສະຕິຊາດ ເເກວ ທີ່ ເປັນ ສະຕິ ດູດກິນ ກືນກິນ ຊາດອື່ນນັ້ນ ນໍາເອົາມາໃຊ້ ຢູ່ ໃນ ປະເທດຊາດ ຂອງຕົນ

      ເມື່ອ ມາຊອກເບິ່ງ ພາສາເເກວ ເເລ້ວ ກໍ ຈະໄດ້ຄໍາ ອະທິບາຍ ເປັນດັ່ງນີ້
      ໂກ ເເປວ່າ ນາງ
      ເເຊງ ເເປວ່າ ເອົາໃຫ້
      ຊີນ ເເປວ່າ ຂໍ
      ເວົ້າຮວມເເລ້ວ ໂກເເຊງຊີນ ກໍ ເເປວ່າ ຄໍາຂໍ ຂອງນາງ

      ອັນນີ້ ເເລ ຫານໄຊ ບົດຮຽນ ທີ່ ຄວນຮູ້ ກ່ຽວກັບ ການ ທີ່ ວ່າ ເເກວ ດູດກືນກິນ ຜືນດິນ ຂອງ ຊາວຈາມ ຫລື ຜືນດິນ ຂອງ ຊາວຂເມນ ຫານໄຊ ບົດຮຽນ ບົດນີ້ ຊາວເມືອງ ເເຖ່ງ ພາກັນ ເລົ່າໄດ້ກັບປາກ ຂ້ອຍເອງ ກໍ ໄດ້ຮັບ ຍຸທສາດ ກືນກິນຊາດ ລາວ ຂອງ ສະຫາພັນ ອິນໂດຈີນ ເເກວ ນໍາເອົາມາໃຊ້ ຢູ່ລາວ ເຊັ່ນດຽວກັນ ເເຕ່ວ່າ ຢູ່ ໃນ ກໍຣະນີ ຂອງ ລາວເເລ້ວ ສຫພອດຈກ ຈະ ເເຕ່ງ ຊື່ ໃຫ້ວ່າ ອ້າຍນ້ອງ ລາວໃຫມ່ ຫລື ພວກເເກວ ປອມ ເປັນ ຄົນລາວ ກ່ຽວກັບ ເຣື່ອງນີ້ ຂໍໃຫ້ ຄົນລາວ ຕ້ອງມີ ສະຕິ ຣະວັງຕົວ ໃຫ້ສູງຂຶ້ນ

ບັດນີ້ ຫານໄຊ ເເຮ່ງ ເຂົ້າໃຈດີ ກວ່າເກົ່າ ວ່າ ທິວາວັນ ບໍ່ ມີ ເເຕ່ ຄວາມຮູ້ ທາງດ້ານ ເປັນ ທ່ານຫມໍ ປົວພຍາດ ນາງ ຮູ້ ຫລາຍສິ່ງ ຫລາຍຢ່າງ ນັບ ທັງ ຄວາມຮູ້ ທາງ ພຸທສາສນາ ນາງ ຍັງ ຮູ້ ອີກວ່າ ສຫພອດຈກ ໄດ້ສົ່ງ ພະນັກງານ ທີ່ ຮູ້ ປວັດສາດ ລາວ ນິທານລາວ ວັທນະທັມ ລາວ ພາສາ ລາວ ຍຸທສາດ ການເມືອງ ລາວ ເປັນຢ່າງດີ ເຂົ້າມາ ປະຕິບັດງານ ຢູ່ ລາວ

  • ຫານໄຊ: ເມື່ອກີ້ນີ້ ຂ້ອຍ ໄດ້ເວົ້າວ່າ ຂ້ອຍມັກ ອີ່ຮຸ້ງ ທີ່ ເຈົ້າ ເເນມເຫັນ ເມື່ອເບິ່ງ ໄປເເລ້ວ ກໍ ຄື ຜາກົດວ່າ ຂ້ອຍ ໄດ້ຮູ້ເຫັນ ບົດຮຽນເກົ່າ ທີ່ ມີ ປໂຍດໃຫມ່ ສໍາລັບ ຄົນລາວ ເເຕ່ວ່າ ຈໍາຕ້ອງ ໄດ້ໃຊ້ ສະຕິຕື່ນດີ ຄຶດເເລະຄິດ ເພື່ອ ສາມາດ ຖອດຖອນ ບົດຮຽນ ເອົາມັນໄວ້ ໃຫ້ເປັນ ເພື່ອ ໃຫ້ ທຽມທັນ ກັບ ກາລະເວລາ ເເລະ ສະພາບການ ຄື ຫລັງຈາກ ທີ່ ໄດ້ເຂົ້າໃຈ ບົດຮຽນ ໂກເເຊງຊີນ ດີເເລ້ວ ຂ້ອຍ ກໍ ສາມາດ ເວົ້າ ໄດ້ ດຽວນີ້ໂລດວ່າ ພວກ ເເກວ ສະຫາພັນອິນໂດຈີນ ມັນ ກໍ ເເມ່ນ ໂຕອີ່ປີງໃຫຍ່ ຊັ້ນຕວາ ທິວາວັນ ? ຂ້ອຍ ວ່າ ມັນ ບໍ່ ຄື ໂຕອີ່ຮຸ້ງ ທີ່ ພວກເຮົາ ເຫັນ ນໍາກັນ ຫັ້ນໃດເນາະ
  • ທິວາວັນ: ມັນ ກໍ ເເມ່ນ ຄວາມເຈົ້າເວົ້າ ຮ້ອຍສ່ວນຮ້ອຍ ຫັ້ນລະ ມັນ ຄື ໂຕອີ່ປີງໃຫຍ່ ຫລື ທາກ ໂຕບັກໃຫຍ່ ຫລື ຂີ້ກະຕືກ ໂຕໃຫຍ່ ທີ່ ຄອຍຖ້າ ເພື່ອ ຊອມດູດກິນ ເລືອດລາວ ຢູ່ ທຸກ ເວລາ ເຈົ້າວ່າ ເຈົ້າມັກ ອີ່ຮຸ້ງ ໂຕນັ້ນ ມັນ ກໍ ດີ ເເລ້ວເດ ຄັນວ່າ ເຈົ້າ ມັກ ມັນ ເເທ້ ຂ້ອຍ ກໍ ຊິ ປາຖນາ ຢາກເປັນ ໂຕອີ່ຮຸ້ງ ໂຕນັ້ນ ຈະດີບໍ ຫານໄຊ? ເເລ້ວ ອີ່ຮຸ້ງ ຊື່ ທິວະວັນ ໂຕນັ້ນ ມັນ ກໍ ຈະ ກົ່ງ ໂຕມັນ ລົງມາ ດູດດື່ມ ກຶນນໍ້າ ຢູ່ ໃກ້ໆ ກັບ ໂຕເຈົ້າ ເມື່ອ ຂ້ອຍ ດື່ມນໍ້າ ອີ່ມ ພຽງພໍ ເເລ້ວ ຂ້ອຍ ກໍ ຈະ ຫາຍ ເປັນ ເເສງ ໄປ ໃນ ບົນ ທ້ອງຟ້າ ຂື້ນ ສວັນ ໄປ ຈົນຮອດ ຊັ້ນ ທີເຈັດ ພຸ້ນລະ ຂ້ອຍ ຄິດວ່າ ເຈົ້າ ກໍ ຄົງ ຈະ ມີ ຄວາມຝັນ ຮ່ວມໄປ ຂຶ້ນ ສວັນ ຊັ້ນ ບ່ອນ ທີ່ ມີ ຄວາມສຸກ ນໍາກັນ ກັບ ຂ້ອຍ ເເມ່ນບໍ ຫານໄຊ?

ເມື່ອ ຕອນ ຂ້ອຍ ຍັງ ຮຽນ ຫມໍ ຢູ່ ນັ້ນ ຂ້ອຍ ໄດ້ຮຽນຮູ້ ວ່າ ອີ່ປີງ ທະເລ ໃຊ້ ເປັນ ເຄື່ອງອາຫານ ການກິນ ໄດ້ ສ່ວນວ່າ ໂຕ ອີ່ປີງນ້ອຍນັ້ນ ຢູ່ ໃນ ປະເທດ ອື່ນ ກໍ ມີ ການລ້ຽງ ໃສ່ ສະ ໄວ້ ຄືກັນ ກັບ ການລ້ຽງປາ ເພື່ອ ນໍາເອົາ ມັນ ໄປ ໃຊ້ ປິ່ນປົວ ພຍາດ ຜິວຫນັງ ຫລື ປິ່ນປົວ ໂຣກຜິວຫນັງ ດ້ວຍ ການເອົາ ໂຕ ອີ່ປີງ ດູດກິນ ເລືອດ ບ່ອນ ທີ່ ເກີດ ພຍາດ ຜິວຫນັງ

  • ຫານໄຊ: ຂ້ອຍ ຢາກໃຫ້ ອີ່ປີງ ໂຕນີ້ ຫລື ຂີ້ກະຕືກ ໂຕນີ້ ກາຍເປັນ ເເມ່ພະຍາດ ໂຕນ້ອຍ ທີ່ ຖືກ ພວກ ໂຕໃຫຍ່ ຂຸດຮີດ ດື່ມກິນ ເລືອດ ຄືກັນ ເພາະວ່າ ມື້ນຶ່ງ ພວກໂຕນ້ອຍ ກໍ ຈະ ກັບ ກາຍເປັນ ພວກຂ້າເສິກ ໃຫມ່ ດືບເຂົ້າໄປ ເຈາະກິນ ລໍາໄສ້ ຂອງ ພວກຂີ້ກະຕືກ ໂຕໃຫຍ່ ຫລື ພວກເເກວ ສະຫາພັນ ອິນໂດຈີນ ເເລະ ພວກຫົວຫນ້າ ຄນປທລ ອີ່ປີງ ມັນ ບໍ່ ຮູ້ ກັນເອງ ຂີ້ກະຕືກ ມັນ ກໍ ບໍ່ ຮູ້ ມັນເອງ ມັນ ຊ່ວງຊີງ ຍາດກັນກິນ ຍາດກັນຢູ່ ຍາດເອົາບ່ອນກັນ ເເຂ່ງຂັນກັນ ກັດກັນກິນ ກັດກັນຢູ່ ຊອກຂັດຂວາງກັນ ເເລະ ບ້ອນຢູ່ກິນ ຢ່າງ ບໍ່ຢຸດ ບໍ່ເຊົາ ເເບບ ອີ່ມບໍ່ເປັນ ເເຕ່ວ່າ ພວກມັນ ກໍ ຈະ ບໍ່ ໄດ້ ມີ ໂອກາດ ຢູ່ກິນ ຢ່າງ ສນຸກ ສຸກສະບາຍ ຢ່າງ ຖາວອນ ດັ່ງນີ້ ຕລອດໄປ ເພາະວ່າ ເມື່ອ ຮອດ ມື້ນຶ່ງ ມາ ອີ່ປິງເອງ ກໍ ຈະ ໄດ້ໄປ ພົບພໍ້ ກັບ ປູນຂາວ ທີ່ ເຖົ້າເເກ່ ໂບຣານລາວ ໃຊ້ໄວ້ ປຸງເເຕ່ງ ກ້ອນຄໍາຫມາກ ຜູ້ເຖົ້າ ທີ່ ມັກຄ້ຽວຫມາກ ເພິ່ນ ບອກສອນ ໄວ້ວ່າ ປູນຂາວ ມີ ຣິດເເຮງ ໃຊ້ຂ້າ ອີ່ປີງ ໄດ້ ໄປຫາປາ ໃຫ້ ຖືເອົາ ໃສ່ຕີນໃສ່ມື ໄປນໍາ ຖ້າ ອີ່ປີງ ຈັບ ໃຫ້ເອົາ ຫໍ່ປູນ ຈໍ້າໃສ່ ມັນ ເເລ້ວ ອີ່ປີງ ກໍ ຈະ ດີ້ນ ຄາຍອອກ ເເລະ ເເຂງຢຽດ ຕາຍໄປເອງ ສ່ວນ ຂີ້ກະຕືກນັ້ນ ມັນ ກໍ ຈະ ໄປ ພົບພໍ້ ກັບ ຢາໃຊ້ ຂ້າ ເເມ່ທ້ອງ ທີ່ ມີ ຣິດເເຮງສູງນັ້ນ ເຊັ່ນດຽວກັນ

    ຈໍານວນ ສັດ ເເລະ ເເມ່ພຍາດ ທັງຫມົດ ເຫລົ່ານີ້ ມັນ ບໍ່ ຄືກັນ ກັບ ອີ່ຮຸ້ງ ທີ່ ກົ່ງ ໂຕ ລົງ ຈຸຈໍາດິນ ຫລື ເອົາ ຫລັງ ຈຸຟ້າຫນ້າຈຸດິນ ເພື່ອ ດູດດື່ມ ກິນນໍ້າ ອອກບໍ່ ສົດໆ ອຸ່ນໆ ນໍ້າບໍ່ນີ້ ເເມ່ນ ນໍ້າບໍ່ເເກ້ວ ບ່ອນ ທີ່ ມີ ຝົນຕົກ ເເດດອອກ ໃຫມ່ໆ ນັ້ນລະ ທິວາວັນ ມັນ ເເມ່ນ ນໍ້າບໍ່ເເກ້ວ ທີ່ ມີ ຣົດຊາດ ນົວດີກວ່າ ນໍ້າບໍ່ເເກວ ນໍ້າບໍ່ເເກ້ວ ກໍ ບໍ່ ເເຕກຕ່າງ ກັບ ຝົນຮ່າເເກ້ວ ຖ້າ ເວົ້າໄປ ຕາມ ຜູ້ເຖົ້າຜູ້ເເກ່ ເພິ່ນ ວ່າ ອີ່ຮຸ້ງ ໂຕນີ້ ມັນ ປະກົດ ຕົວ ອອກ ຢູ່ ເທິງຟ້າ ທິວາວັນ ມັນ ຄື ວ່າ ເເມ່ນ ເທບເທວາ ເອງ ທີ່ ໄດ້ນິມິດ ໃຫ້ ມັນ ເກີດ ຂຶ້ນມາ ໄດ້ ເພື່ອ ໃຫ້ ພວກເຮົາ ໄດ້ເຫັນ ພ້ອມໆ ກັນ ໃນ ມື້ວັນນີ້ ຫົວອີ່ຮຸ້ງ ກໍ້ານຶ່ງ ມັນ ກໍ ຄືວ່າ ມັນ ກໍາລັງ ດູດດື່ມ ກິນ ບໍ່ນໍ້າ ສົດໃສ ຢູ່ໃກ້ໆ ກັບ ເຈົ້າ ເເລະ ອີກກໍ້ານຶ່ງ ມັນ ກໍ ຄືວ່າ ໄດ້ລົງ ມາ ດູດດື່ມກິນ ບໍ່ນໍ້າ ທີ່ ຟົ້ງ ໄຫລອອກ ຢູ່ ເເປະ ກັບ ຕົວຂ້ອຍ

    ພໍ່ຕູ້ ຂ້ອຍ ເພິ່ນ ໄດ້ເລົ່າ ສູ່ ຂ້ອຍ ຟັງວ່າ ອີ່ຮຸ້ງ ຂີ້ກະເດືອນ ປີງ ທາກ ຂີ້ກະຕືກ ມັນ ກໍ ມີ ຮູບ ຄ້າຍໆ ກັບ ອີ່ຮຸ້ງ ເພິ່ນ ວ່າ ຢູ່ ໃນ ໂລກສົງສານເຮົານີ້ ມັນ ມີ ຮູບຮ້າຍ ປົນ ກັບ ຮູບດີ ເເລະ ຮູບດີ ກໍ ມາ ຈາກ ຮູບຮ້າຍ ຫລື ວ່າ ຮູບດີ ກໍ ກັບກາຍ ໄປເປັນ ຮູບຮ້າຍຄືນ ກໍ ເປັນໄດ້ ມັນ ມີ ຄວາມຮັກ ປະປົນ ຢູ່ ກັບ ຄວາມເເຄ້ນ ຮັກ ກາຍເປັນ ເເຄ້ນ ເເລະ ເເຄ້ນ ກັບກາຍ ເປັນ ຮັກ ກໍ ມີ ຄືກັນ ເຮົາ ຕ້ອງ ຊ່າງຮູ້ ຊ່າງຄິດ ຊ່າງພິດຈາຣະນາ ໃຫ້ເຫັນເເຈ້ງ ດ້ວຍ ປັນຍາ ເຮົາ ຕ້ອງ ຮູ້ ປາຖນາ ໄປ ພ້ອມໆ ກັນ ຄືວ່າ ເຮົາ ຕ້ອງ ຮູ້ເວົ້າຮູ້ເບິ່ງ ເເບບ ມີ ຈິດໃຈ ສະມາທິ ເເລ້ວ ສໍານຶກເອົາ ດ້ວຍ ຈິດໃຈ ຜ່ອງໃສດີ ວ່າ ຂໍ ໃຫ້ ສັດສາວາສິ່ງ ທີ່ ມີ ຫນ້າຮ້າຍ ທີ່ ຖືກກຽດຊັງນັ້ນ ຈົ່ງ ໄດ້ ມີ ບຸນ ໄປ ເກີດ ຢູ່ ບ່ອນ ທີ່ ມີ ຫນ້າດີ ມີເເສງສີ ຄື ອີ່ຮຸ້ງ ຢູ່ ບົນສວັນຊັ້ນຟ້າ ນັ້ນ ດ້ວຍເຖີດ ຕ້ອງ ກ້າ ເວົ້າ ເເນວບໍ່ດີ ສັບກັນ ໄປ ກັບ ເເນວດີ
  • ທິວາວັນ: ອີ່ຮຸ້ງ ມັນ ຢູ່ ສູງເເທ້ ເເຕ່ ເຈົ້າ ກໍ ຍັງ ສາມາດ ເເນມເຫັນ ເເສງສີ ອັນເເຈ້ງ ເປົ່າສວ່າງ ອັນເລິກເຊິ່ງ ຂອງມັນ ໄດ້ ຫານໄຊ! ບັດນີ້ ພວກເຮົາ ຄວນ ມາ ຮັບຮູ້ ເອົາ ຄວາມຈິງ ດ້ວຍ ປັນຍາ ວ່າ ເຈຕນາ ເປືອຍ ມັນ ຫາກ ເປັນ ດັ່ງນັ້ນ ເເລະ ເຈຕນາ ທີ່ ເປັນ ປັນຍາ ມັນ ຫາກ ເປັນ ດັ່ງນັ້ນ ພວກເຮົາ ຮ່ວມກັນ ປາຖນາ ຢາກໃຫ້ ຄວາມຮ້າຍ ກາຍເປັນ ຄວາມດີ ຄວາມກຽດຊັງ ກາຍເປັນ ຄວາມຮັກ ຄວາມເຫັນ ເເຕກຕ່າງ ກາຍເປັນ ຄວາມເຫັນ ສອດຄ່ອງກັນ ເຂົ້າອົກເຂົ້າໃຈກັນ ຄວາມໂລບມາກ ກາຍເປັນ ຄວາມເເບ່ງປັນ ນັບຖື ສິ່ງ ທີ່ ຕົນ ມີ ເເລະ ສິ່ງ ທີ່ ຜູ້ອື່ນ ມີ ຢູ່ ໃນ ຄໍາ ວ່າ ຊຽງຂວາງ ຂ້ອຍ ວ່າ ມັນ ມີ “ຊຽງ” ຄືດຽວ ກັບ ປັນຍາ ເເລະ “ຂວາງ” ກໍ ຄືດຽວ ກັບ ການຂັດຂວາງ “ຊຽງຂວາງ” ເເມ່ນ ການຮັບຮູ້ ເຫດການ ດ້ວຍ ປັນຍາ ວ່າ ບັນຫາ ຂອງ ຊາດ ມັນ ຫາກ ເປັນ ຈັ່ງຊັ້ນເເທ້ ເເລ້ວ ຄົນ ທີ່ ມີ ປັນຍານັ້ນ ກໍ ຈະ ບໍ່ ຢູ່ ນິ້ງເສີຍເມີຍ ບໍ່ ລະເລີງປະປ່ອຍ ເຣື່ອງ ທີ່ ເປັນ ອັນຕຣາຍ ຕໍ່ ປະເທດຊາດນັ້ນ ຖິ້ມໄປ ຫລື ບໍ່ ປ່ອຍ ໃຫ້ ມັນ ເນົ່າເປື່ອຍໄປ ຊື່ໆ ຈົນຮອດ ຂັ້ນ ເກີດເປັນ ພັຍ ອັນໃຫຍ່ຫລວງ ຕໍ່ ຊາດ ຂອງຕົນ ໂດຍ ທີ່ ຕົນ ບໍ່ໄດ້ໃຊ້ ເຈຕນາ ເຫັນເເຈ້ງ ທີ່ ຕົນ ມີ ນັ້ນ ຂັດຂວາງ ຖວ່ງຫ້າມ ເເລະ ຕ້ານທານ ຕໍ່ ພັຍອັນຕຣາຍ ນັ້ນໄວ້ ເຈຕນາ ເປືອຍ ຫລື ເຈຕນາ ທີ່ ຖືກ ຄຸກ ຂອງ ເຈຕນາ ເເກວ ສະຫາພັນ ອິນໂດຈີນ ທີ່ ບໍ່ ຊອກ ທາງ ຂັດຂວາງ ພັຍອັນຕຣາຍ ທີ່ ຈະ ເກີດ ມີ ເເກ່ ປະເທດຊາດ ຂອງ ຕົນນັ້ນ ກໍ ຄື ເຈຕນາເປີອຍ ທີ່ ເຖົ້າເເກ່ ໂບຮານ ໄທລາວເຮົາ ມັກ ໃຊ້ ສໍານວນ ສະເພາະ ເພື່ອ ເອີ້ນ ພວກເຂົາ ວ່າ ຈັ່ງເເມ່ນ ພວກນີ້ ມັນ ຂວງ ເອົາເເທ້ເອົາວ່າ ເເທນທີ່ ຈະ ເເມ່ນ “ຊຽງຂວາງ” ຊໍ້າ ພັດ ເເມ່ນ “ຊຽງຂວງ” ຢູ່ ໃນ ຄໍາສັບ ຊຽງຂວງ ນີ້ ມີ ທັງ ປັນຍາ ( ຊຽງ ) ເເລະ ທັງ ຂວງ ຫລື ຄວາມຊົ່ວ ຫລື ຄວາມອັບປັນຍາ ( ຂວງ ) ຫລື ສະຕິດິບເປືອຍ ປົນ ຢູ່ ນໍາ
  • ຫານໄຊ: ມື້ນີ້ ຂ້ອຍ ໄດ້ພາເຈົ້າ ມາຍ່າງ ເລາະເບິ່ງ ທົ່ງໄຫຫີນ ຢູ່ ເເຂວງ ຊຽງຂວາງ ຂ້ອຍເອງ ໄດ້ທໍາການ ປະຕິປັດ ງານ ຢູ່ ໃນ ພື້ນທີ່ ຫນ້າດິນ ເເຫ່ງນີ້ ມາ ຕັ້ງເເຕ່ ເຫິງນານ ພໍສົມຄວນເເລ້ວ ຍຸທວິທີ ເເລະ ຍຸທສາດ ທີ່ ຂ້ອຍ ໄດ້ນໍາ ເອົາມາໃຊ້ ກໍ ເເມ່ນ ອີງໃສ່ ເຈຕນາ ເຫລື້ອມໃສ ຄື ຫີນເເກ້ວມໍຣະກົດ ເເລະ ເນັ້ນເເນໃສ່ ການປະຕິບັດ ງານ ຂັດຂວາງ ສິ່ງ ທີ່ ເປັນ ພັຍອັນຕຣາຍ ຕໍ່ຊາດ ລາວນັ້ນ ດ້ວຍ ການຂັດຂວາງ ທີ່ ເປັນ ຄື ຫລ່ຽມເພັດພອຍ ອັນເເຫລມຄົມ ນັ້ນເເລ ຂ້ອຍ ຄິດວ່າ ພວກຫົວຫນ້າ ຄນປທລ ພວກເຂົາເຈົ້າ ກໍາລັງ ເລີ້ມ ກໍ່ ການຂັດຂວງ ( ຂັດສົນ ຊາດ ເເລະ ຂວງ ຕໍ່ ຊາດ ) ປະເທດຊາດ ບ້ານເມືອງລາວ
  • ທິວາວັນ: ຫານໄຊ ຜາກົດ ວ່າ ຂ້ອຍ ໄດ້ເປືອຍ ຫມົດ ທັງ ຄວາມຄິດ ເເລະ ທັງ ຈິດໃຈ ຂອງຂ້ອຍ ເພື່ອ ເອົາ ມອບໃຫ້ ເເກ່ ເຈົ້າ ການ ທີ່ ພວກເຮົາ ໄດ້ຊອກ ຄົ້ນ ພົບເຫັນ ຄວາມຄິດ ຮຸ້ງເເຈ້ງດີ ຮ່ວມກັນນັ້ນ ກໍ ຄ້າຍ ຄືວ່າ ພວກເຮົາ ໄດ້ຢູ່ຮ່ວມກັນ ໃນ ໂຕ ອີ່ຮຸ້ງ ໂຕດຽວກັນ ມັນ ຮ່ວມ ປະສົມປະສານກັນ ຄືດັ່ງ ເຈົ້າ ໄດ້ເວົ້າ ມາ ວ່າ ບວກ ດູດດຶງເອົາ ລົບ ລົບ ດູດດຶງເອົາ ບວກ ເປັນຄູ່ຊູຊ້ອນ ຫານໄຊ ຖ້າຫາກວ່າ ເຈົ້າ ມີ ຄວາມຕ້ອງການ ອີ່ຫຍັງ ຢູ່ ໃນ ຕົນຕົວ ຂອງຂ້ອຍ ຂ້ອຍກໍ ຈະ ກ້າ ຫານ ປະເປືອຍ ດ້ວຍ ປັນຍາ ໃຫ້ ເຈົ້າ ໄດ້ຮູ້ ໄດ້ເຫັນ ຫມົດທຸກມູມ ທຸກເເຈ ໄດ້ ດ້ວຍ ຄວາມເຕັມໃຈ ໂລດລະ ພໍ ພຽງເເຕ່ ໃຫ້ ເຈົ້າ ເອີ່ຍມາ

ພໍເມື່ອ ໄດ້ເວົ້າ ສຸດລົງ ນາງ ກໍ ເອົາ ນິ້ວໂປ້ ເເລະ ນິ້ວຊີ້ ຂອງ ມື ກໍ້າຊ້າຍ ຈຸຈອດ ເຂົ້າກັນ ໃຫ້ເປັນ ວົງມົນ ຄືເລກສູນ ຄື ກັບ ຫນວ່ຍໂລກ ຈັກກະວານ ທີ່ ເປີດໄຂ ຫານໄຊ ທີ່ ມີ ຄວາມມ່ວນຊື່ນ ໃນ ຈິດໃຈ ຢູ່ເເລ້ວ ກໍ ເອົາ ນິ້ວຊີ້ ຂອງມື ກໍ້າຂວາ ເເຍ່ເຂົ້າໄປ ໃນ ວົງ ຈັກກະວານ ເເລ້ວ ຄ່ອຍໆ ເອົາ ນິ້ວໂປ້ ເຂົ້າໄປ ຈຸຈໍາ ໃສ່ ກັບ ນິ້ວຊີ້ ເພື່ອ ເຮັດ ໃຫ້ເປັນ ວົງມົນຕໍ່ ເປັນ ຂອດ ຕິດ ກັບ ວົງມົນ ຂອງ ທິວາວັນ ທີ່ ໄດ້ຫ້າງຫາ ຕຽມໄຂ ອ້າຕີ່ໄວ້ ລໍຖ້າ ຢູ່ເເລ້ວ

ພວກເຂົາ ທັງສອງ ໄດ້ເອົາ ນິ້ວມືນ້ອຍ ອັນອ່ອນນວນ ເຮັດເປັນ ຮູບ ວົງມົນ ຄືກັບ ໂລກຈັກກະວານ ສອງຫນ່ວຍ ( ຄື ຫນວ່ຍ ທີ່ ມະນຸດ ຄົ້ນພົບ ສຶກສາ ເຫັນໄດ້ ເເລະ ຫນວ່ຍ ທີ່ ຍັງ ບໍ່ ທັນ ຊອກເຫັນ ເຫັນ ເເຕ່ ເເນວນຶ່ງ ເເຕ່ ເເນວນັ້ນ ອາດເຊື່ອງຊ້ອນ ອີກເເນວອື່ນ ບໍ່ ໃຫ້ ຄົນເຮົາ ສາມາດ ຮູ້ເຫັນ ກໍໄດ້ ) ເຂົາ ທັງສອງ ເຂົ້າໃຈ ດີ ວ່າ ມັນ ອາດ ເປັນ ຮູບ ວົງມົນນ້ອຍ ສໍາລັບ ຄົນ ຜູ້ນຶ່ງ ເເຕ່ ມັນ ກໍ ອາດ ຈະ ເປັນ ວົງມົນ ທີ່ ມີ ຄວາມໃຫຍ່ໂຕ ເເລະ ສໍາຄັນ ທີ່ສຸດ ສໍາລັບ ອີກ ຄົນນຶ່ງ ອັນນີ້ເເລ ອັນ ທີ່ ເພິ່ນ ເອີ້ນວ່າ ນ້ອຍໃຫຍ່ ທັງສອງ ໄດ້ໃຊ້ ສາຍຕາ ອັນມີ ເເວວຮັກ ເເລະ ຊາບຊຶ້ງໃຈ ຈຶ້ງຈຸ ເບິ່ງ ກັນເເລະກັນ ຢູ່ ບຶດນຶ່ງ ເເລ້ວ ຕ່າງຄົນ ກໍ ຕ່າງ ພາກັນ ຫລຽວເບິ່ງ ທິວທັດ ອັນສວຍງາມ ຂອງ ທົ່ງໄຫຫີນ ເເຫ່ງນັ້ນ ອີກ ເທື່ອນຶ່ງ ກ່ອນ ຈະ ພາກັນ ກັບຄືນ ໄປສູ່ ບ່ອນພັກເຊົາ ເເມ່ນ ຍ້ອນ ການຮູ້ເບິ່ງ ເເບບ ໃຊ້ ສາຍຕາ ບໍ່ຕິດພັນ ເກີນ ຂອບເຂດ ພວກເຂົາ ຈຶ່ງ ສາມາດ ເຫັນ ຄວາມງາມເເທ້ ຂອງ ຊັບສິນ ມໍຣະດົກ ຢູ່ເເຫ່ງນີ້

  • ຫານໄຊ: ຢູ່ ໃນ ເເຕກ ມີ ຕິດ ຢູ່ ໃນ ຕິດ ມີ ເເຕກ ຢູ່ ໃນ ຫົວຄິດ ຂອງ ພວກ ທີ່ ມີ ເຈຕນາເປືອຍ ມັນ ມີ ການເເຕກເເຫງ ຢູ່ ໃນ ພວກຄນະ ຕິດມັກຫວງເເຫນ ອໍານາດ ໄວ້ ຜູ້ດຽວ ມັນ ມີ ການເເຕກເເຫງ ຢູ່ ພາຍໃນ ພວກມັນເອງ ມັນ ກໍ ຄື ພວກປຸ້ນ ພວກໂຈນ ຮ້ອຍລ້ານ ບໍ່ ເເມ່ນ ພວກໂຈນຫ້າຮ້ອຍ ມື້ນຶ່ງ ມັນ ກໍ ຫັກຫລັງ ກັນເອງ ຂ້າຟັນລັນເເທງ ກັນເອງ ເນຣະຄຸນ ກັນເອງ ເເຂງຂໍ່ ຕໍ່ຕ້ານ ກັນເອງ ຂັດຂວງ ກັນເອງ ຍາດຢູ່ ຍາດກິນ ກັນເອງ ຍາດ ເເຂ່ງຂັນ ຊ່ວງຊີງ ຜົນປໂຍດ ກັນເອງ ເເລ້ວ ເມື່ອນັ້ນ ປະຊາຊົນ ທີ່ ຮັກຫອມ ຄວາມເປັນທັມ ກໍ ຈະ ລຸກຂຶ້ນ ຮື້ຟື້ນ ທັບມ້າງ ພວກກໍາອໍານາດ ທີ່ ມີ ເຈຕນາ ສ້າງ ຄວາມບໍ່ຊື່ສັດ ຢູ່ ໃນ ສັງຄົມຊາດ ດ້ວຍ ເຫື່ອເເຮງ ຂອງ ພວກເຂົາເອງ ມື້ນຶ່ງ ພວກ ທີ່ ຕໍ່ສູ້ ເເທ້ ຄື ດັ່ງ ກັບ ພວກຂ້ອຍ ກໍ ຈະ ຖືກ ຫລົງລືມໄປ ການເເຕກຫັກ ຢູ່ໃນ ຄນປທລ ກໍ ຈະ ເປັນໄປ ຕາມ ເເຜນການ ຣະຍະໃກ້ ຣະຍະຈໍ້ ຂອງ ພວກເເກວ ສະຫາພັນ ອິນໂດຈີນ ຄືວ່າ ສຫພອດຈ ຈະ ຫລອກໃຊ້ ຫົວຫນ້າ ຄນປທລ ໃຫ້ ຫລຸ້ຍ ໃຫ້ ສິ້ນເນື້ອປະດາຕົວ ເເລ້ວ ຫລັງຈາກນັ້ນ ຜືນເເຜ່ນດິນລາວ ປະຊາຊົນລາວ ປວັດສາດລາວ ຮີດຄອງປະເພນີ ວັທນະທັມລາວ ກໍ ຈະ ເຫລືອໄວ້ ຕັ້ງເເຕ່ ຢູ່ ໃນ ການເລົ່າລື ຄືດຽວກັນ ກັບ ບົດຮຽນເກົ່າ ຂອງ ໂກເເຊງຊີນ ນັ້ນເເລ
  • ທິວາວັນ: ເເມ່ນເເທ້ ຫານໄຊ ຂ້ອຍ ກໍ ມີ ພາຣະກິດ ມາ ປະຕິບັດງານ ຢູ່ ລາວ ຕາມ ເເຜນການ ອັນນີ້ ເອງ ການຣຸກຣານ ລາວ ຍຶດຄອງ ເອົາ ຜືນເເຜ່ນດິນລາວ ມັນ ລ້ວນເເລ້ວ ເເຕ່ ຢູ່ ໃນ ຍຸທສາດ ຣຸກຣານ ລາວ ຢູ່ ຕລອດ ໄປ ຫລື ຣຸກຣານ ເປັນ ເຊັ່ນຄົນ ສືບຕໍ່ເນື່ອງ ເປັນຮວດ ເປັນສາຍ ຕິດຕໍ່ກັນໄປ ຕັ້ງເເຕ່ ຣຸ່ນຊົນ ໃນອະດີດ ໃນປັດຈຸບັນ ເເລະ ໃນອະນາຄົດ ຈົນເຖິງ ຮອດຂັ້ນ ເປົ້າຫມາຍ ທີ່ ພວກເຂົາ ຮຽກກັນ ວ່າ ຈົບບໍຣິບູນ ຫລື ຈົບອາວະສານ ເຣື່ອງລາວ

໕/ ວິທີ ຕອບ ຄໍາຖາມ ເລິກລັບ ວິທີ ເອົາ ປາຄໍ່ ໃຫຍ່ ອອກ ຈາກ ຂ້ອງ
ຫານໄຊ ເເລະ ທິວາວັນ ຊອກຫາ ທາງ ເຂົ້າໃຈກັນ ໄດ້ ເເລະ ອອກ ຄວາມຄິດ ເປັນ ປໂຍດ ຮ່ວມກັນ ໄດ້ ກໍ ຍ້ອນວ່າ ພວກຂົາ ທັງສອງ ມີ ເຈຕນາດີ ຢາກ ໂອ້ລົມ ໃຫ້ ເກີດ ຄວາມຄິດ ທີ່ ເປັນປໂຍດ ຮ່ວມກັນ ເເທ້ ພວກເຂົາ ເວົ້າ ເເບບ ໂຕ້ຖຽງ ກັນໄປ ໂຕ້ຖຽງ ກັນມາ ເເລະ ຮູ້ຈັກ ວິຖີທາງ ເວົ້າລົງຮອຍກັນ ຢ່າງ ຄັກເເນ່ ຄືວ່າ ບໍ່ຖາມ ເພື່ອຖາມ ບໍ່ເວົ້າ ເພື່ອເວົ້າ ບໍ່ຖຽງ ເພື່ອຖຽງ ບໍ່ຕ້ານ ເພື່ອຕ້ານ ບໍ່ຄັດຄ້ານ ເພື່ອຄັດຄ້ານ ບໍ່ຂັດຂວາງ ເພື່ອຂັດຂວາງ ບໍ່ເອົາປຽບເອົາລັດກັນ ບໍ່ ມີ ຈິດໃຈນ້ອຍ ຄືຕົວ ອີ່ຮີ້ນ ເເລະ ຊອກເວົ້າ ສຽດສີກັນ

ເຈຕນາ ຮຸ່ງໃສ ຊ່ວຍໃຫ້ ຮູ້ເຫັນ ການພົວພັນ ຣະຫວ່າງ ຄໍາວ່າ ເຫັນພ້ອມ ເເລະ ຕ້ານທານ ເເຈ້ງຂຶ້ນດີ ຢູ່ ໃນ ຄໍາ ສອງຄໍານີ້ ມັນ ບໍ່ ມີ ການຕ້ານກັນ ຮ້ອຍສ່ວນຮ້ອຍ ເເລະ ບໍ່ ມີ ການເຫັນພ້ອມ ຮ້ອຍສ່ວນຮ້ອຍ ເພາະ ຫານໄຊ ບໍ່ ໄດ້ອອກ ຄວາມຄິດ ຄົນດຽວ ເເລະ ທິວາວັນ ກໍ ບໍ່ ໄດ້ເຫມົາເອົາ ເວລາ ຫນ້າທີ່ ກ່າວສຸນທອນພົດ ຫລື ຄໍາປາສັຍ ພຽງເເຕ່ ຜູ້ດຽວ ຖ້າຫາກວ່າ ທິວາວັນ ມາຊອກ ເເຕ່ຕັ້ງ ຄໍາຖາມກັນ ວ່າ ພ້ອມ ຫລື ຕ້ານ ຢ່າງ ບໍ່ມີຢຸດ ບໍ່ມີເຊົາ ຕັ້ງເເຕ່ ເມື່ອ ຕອນຕົ້ນ ພຸ້ນມາ ກໍ ເເມ່ນວ່າ ພວກເຂົາ ຍັງ ຊອກຫາ ຄວາມຄິດ ອີ່ຫຍັງ ກໍ ຍັງ ບໍ່ ທັນ ອອກ ພວກເຂົາ ໂອ້ລົມກັນ ໂດຍ ອີງໃສ່ ຄໍາວ່າ ປັດຈຸບັນ ເຂົາເຈົ້າ ຈະ ລົມ ເຣື່ອງໃດກັນ ກໍ ພາກັນ ໂອ້ລົມ ເຣື່ອງນັ້ນ ໄປໂລດ ຄືກັນ ກັບ ເເບບ ລົມເຢັນ ທີ່ ໂຊຍພັດມາ ລູບກາຍລູບໃຈ? ອະດີດ ມັນ ໄດ້ຜ່ານກາຍ ມາເເລ້ວ ເເລະ ອະນາຄົດ ມັນ ກໍ ຍັງມາ ບໍ່ ທັນຮອດທັນເຖິງ ເຫັນ ເຈຕນາ ເເຈ້ງ ກໍ ຄືກັນ ກັບ ວ່າ ມີ ບຸນ ໄດ້ໄປ ພົບພໍ້ ເຫັນ ຄຣູບາ ອາຈານ ທີ່ ອອກໄປ ຊອກສເເວງຫາ ການທໍາບຸນ ປາຣະມີ ເຜີຍເເຜ່ ຄວາມເມດຕາ ກະຣຸນາ ເພື່ອ ຄວາມສຸກ ຂອງ ທຸກຊີບຊີວິດ ຕໍ່ໄປ ຢູ່ເລີຍໆ ຢ່າງ ບໍ່ ມີ ການຢຸດນິ້ງ ຢູ່ບ່ອນເກົ່າ ເຈຕນາດີ ກໍ ຄື ກັບ ນໍ້າຫ້ວຍໃສ ທີ່ ໄຫລເລາະ ຕໍ່ເປັນເເພ ເປັນສາຍ ຢ່າງ ສົດສວຍງົດງາມ ຕໍ່ໄປ ຢູ່ເລີຍໆ ມັນ ມີ ຄວາມເເຕກຕ່າງ ກັນ ກັບ ນໍ້າຫນອງ ທີ່ ຢຸດນິ້ງ ຢູ່ ບ່ອນເກົ່າ ຫລື ນໍ້າ ຖືກຂັງ ບໍ່ ມີ ເຫນັງຕີງ ບໍ່ ມີ ການຮັກສາບົວຣະບັດ ຫລືວ່າ ເປັນ ຄື ນໍ້າ ທີ່ ບໍ່ ມີ ທາງ ຈະ ເປັ່ງອອກໄປ ໃຫ້ໄຫລອອກ ຕໍ່ໄປ ໄກສຸດໄກ ເພື່ອ ໃຫ້ ສັດສາວາສິ່ງ ໄດ້ ເພິ່ງພາອາສັຍ ໄດ້ ຢູ່ກິນ ມີ ຊີວິດ ເເຜ່ຜາຍ ຕໍ່ໄປ ຢ່າງງົດງາມ ຫົວຄິດ ຈິດໃຈ ຂອງ ທິວາວັນ ເເລະ ຫານໄຊ ມັນ ຄື ກັນກັບ ເວລາ ທີ່ ມີ ດວງຕາ ມີ ຄວາມຊົງຈໍາ ມີ ຫົວຄິດ ທີ່ ເເລ່ນ ກັບໄປ ກັບມາ ໄດ້ ໃນ ອະດີດ ປັດຈຸປັນ ເເລະ ອະນາຄົດ ປາສຈາກ ອຸປສັກ ກີດຂວາງກັ້ນ ຕັນທາງ ນັ້ນໄດ້

ພວກເຂົາ ຈົດຈໍາໄວ້ ທັງ ເເນວດີ ເເນວບໍ່ດີ ປະປົນ ກັນໄປ ເພື່ອ ສໍາຣວດມັນ ເເລະ ໃຊ້ມັນ ໃຫ້ເປັນ ປໂຍດ ດີ ໄດ້ ທຸກທາງ ຢ່າງ ພໍພຽງ ພຽງພໍ! ເຈຕນາ ຕື່ນບານ ເຫັນ ວິທີການ ເເກ້ໄຂ ບັນຫາ ເເລະ ການບັນລຸເຖິງ ເປົ້າຫມາຍ ໄດ້ ຢ່າງ ເລິກເຊິ່ງ ວ່າ ຢູ່ ຣະຫວ່າງ ສອງ ຂັ້ນຕອນ ນີ້ ມັນ ບໍ່ ມີ ຫຍັງ ເເຕກຕ່າງກັນ ພາຫານະ ເເລະ ຈຸດຫມາຍ ປາຍທາງ ນັ້ນ ກໍ ບໍ່ ມີ ຫຍັງ ເເຕກຕ່າງ ເເລະ ເເບ່ງເເຍກ ອອກທາງກັນເລີຍ ! ເພື່ອ ໃຫ້ ໄດ້ ເຂົ້າໃຈ ດີ ໃນ ເຣຶ່ອງນີ້ ຫານໄຊ ໄດ້ຍົກ ເອົາ ເຣື່ອງ ວິທີການ ເເກ້ໄຂ ບັນຫາ ເລິກລັບ ທີ່ ຄົນລາວ ມັກໃຊ້ ທວາຍກັນຫລິ້ນ-ທວາຍກັນ ອີ່ຫລີ ຂຶ້ນມາ ເລົ່າ ສູ່ກັນ ຟັງ

ຄໍາຖາມ ກ່ຽວກັບ ການເອົາ ປາຄໍ່ ໃຫຍ່ ອອກ ຂ້ອງ ບໍ່ ໃຫ້ ຕາຍ

ຕັ້ງເເຕ່ ກ່ອນກີ້ ຍັງ ມີ ໄທບ້ານ ຜູ້ນຶ່ງ ຊື່ ສເເວງຫາ ທີ່ ທຸກຄົນ ຮັບຮູ້ ວ່າ ເປັນ ນັກປຣັຊຍາ ທີ່ ສລາດຫລັກເເຫລມ ໃນ ການສອບຖາມ ຫລື ຊອກໂຈດ ຄໍາຖາມ ຜູ້ອື່ນ ໃຫ້ຄາ ລາວ ໄດ້ຊອກ ຄິດ ຮີ່ນຕອງ ວາດພາບ ເບິ່ງ ຄວາມສໍາຄັນ ຂອງ ການລ້ຽງ ປາຄໍ່ ໃຫຍ່ ຄື ປາໂດ ເພາະວ່າ ຖ້າ ຮູ້ ວິທີ ລ້ຽງມັນ ໄດ້ ດີ ມັນ ກໍ ຈະ ໄດ້ ກິນປາ ໂຕໃຫຍ່ ມີ ຊີ້ນຫລາຍ ເເລະ ອາດ ຈະ ເອົາໄປຂາຍ ໄດ້ ເງິນ ດີ ຮັ່ງມີ ຂຶ້ນອີກ ກວ່າເກົ່າ ເມື່ອ ໄດ້ ຄວາມຄິດ ນີ້ເເລ້ວ ລາວ ກໍ ມາຊອກ ວິຈັຍ ເບິ່ງ ບັນຫາ ອີກ ຢ່າງ ຖ້ວນຖີ່ ຈົນ ຄົ້ນ ເຫັນ ຄໍາຖາມ ເເບບ ເລິກລັບ ທີ່ສຸດ ດັ່ງນີ້

ຖ້າວ່າ ເຮົາ ເອົາ ລູກປາ ຄໍ່ໃຫຍ່ ມາລ້ຽງ ໃສ່ ຂ້ອງ ຂນາດໃຫ່ຍ ພໍປານກາງ ເເລ້ວ ເອົາ ຂ້ອງ ຫນ່ວຍນັ້ນ ໄປ ຈຸ່ມເເຊ່ ເເປະໄວ້ ຢູ່ ເເຄມສະນໍ້າ ເເລ້ວ ຕ້ອງ ຮູ້ຈັກ ໃຊ້ ວິທີ ກວດກາ ເບິ່ງ ການລ້ຽງເກືອ ມັນ ໃຫ້ເປັນ ຢ່າງດີ ຈົນກວ່າ ມັນ ຈະ ໃຫຍ່ໂຕ ຂຶ້ນມາ ຢ່າງ ເເທ້ຈິງ ວິທີການ ເເບບນີ້ ຄົງ ຈະ ເກີດ ເປັນ ຜົນ ໄດ້ ດີ ເເທ້ ເເຕ່ເຫັນວ່າ ໃນ ເວລາ ຕໍ່ໄປ ເມື່ອ ປານ້ອຍ ຫາກໃຫ່ຍຂຶ້ນ ຈົນກາຍເປັນ ປາຄໍ່ໃຫຍ່ ຈົນເຖິງ ຮອດຂັ້ນ ທີ່ວ່າ ບໍ່ ສາມາດ ຈົກດຶງ ເອົາມັນ ອອກ ຂ້ອງ ມາ ບໍ່ໄດ້ ເເລ້ວ ມັນ ຈະ ມີ ວິທີ ທາງໃດ ບໍ ທີ່ ຈະ ຊອກ ເອົາ ມັນ ອອກມາ ຈາກ ຂ້ອງ ໄດ້ ໂດຍ ທີ່ວ່າ ບໍ່ ໃຫ້ ປາ ຕາຍ ເເລະ ບໍ່ ຈໍາເປັນ ຕ້ອງ ມ້າງເພ ຂ້ອງ ຫນ່ວຍນັ້ນ ຖິ້ມໄປ ເສັຽເປົ່າໆ?

ຫລັງຈາກ ທີ່ ໄດ້ຄິດ ດີເເລ້ວ ລາວ ກໍ ຕັດສິນໃຈ ເຂົ້າໄປ ຂໍ ຂາບ ຖາມ ພຣະ ອາຈານ ອົງນຶ່ງ ຊື່ ພຣະ ຫລັກຄໍາ ສວ່າງ ທີ່ ມີ ສິນສູງ ຈົນເຖິງ ຮອດຂັ້ນ ພຣະ ອໍຣະຫັນຕາ

ເມື່ອ ທ້າວ ສເເວງຫາ ນັກປັນຍາຊົນ ຜູ້ ລືຊື່ ໄດ້ໄປຮອດ ວັດ ພຣະ ສວ່າງ ກໍ ກໍາລັງ ນັ່ງ ສະມາທິ ຢູ່ ໃນ ຫ້ອງ ພໍດີ ຫລັງຈາກ ທີ່ ໄດ້ຂາບໄຫວ້ ພຣະ ອາຈານ ທ້າວ ສເເວງຫາ ກໍ ໄດ້ຂໍ ອະນຸຍາດ ສອບຖາມ ພຣະ ສ່ວາງ ວ່າ ພຣະ ອາຈານ ຖ້າວ່າ ເຮົາ ເອົາ ລູກປາຄໍ່ ໃຫຍ່ ມາລ້ຽງ ໃສ່ ຂ້ອງ ຫນ່ວຍ ຂນາດ ກາງ ເເລ້ວ ນໍາເອົາ ຂ້ອງ ຫນ່ວຍນັ້ນ ໄປ ຈຸ່ມເເຊ່ ໄວ້ ຢ່າງດີ ເເປບ ຢູ່ ເເຄມຫນອງ ເເລ້ວ ເມື່ອ ປານ້ອຍ ໂຕນັ້ນ ໃຫຍ່ ຂຶ້ນມາ ເປັນ ປາຄໍ່ ໃຫ່ຍ ຈົນວ່າ ເຮົາ ເອົາມັນ ອອກ ຈາກ ຂ້ອງ ຫນວ່ຍນັ້ນ ບໍ່ໄດ້ ເຮົາ ຈະ ມີ ວິທີ ທາງ ວິເສດ ຢ່າງໃດເເດ່ ທີ່ ຈະ ດຶງ ເອົາ ມັນ ອອກມາ ຈາກ ຂ້ອງ ໄດ້ ໂດຍ ບໍ່ ໃຫ້ ປາຄໍ່ໃຫຍ່ ໂຕນັ້ນ ຕາຍ ເເລະ ບໍ່ ຈໍາ ຕ້ອງ ມ້າງເພ ຂ້ອງ ຫນວ່ຍນັ້ນ ໃຫ້ ເສັຽຖີ້ມ ໄປ ຊື່ໆ ?

ເມື່ອ ໄດ້ ຍິນ ຄໍາຖາມ ດັ່ງນັ້ນ ພຣະ ອາຈານ ສວ່າງ ກໍ ເລີຍ ຮ້ອງດັງຂຶ້ນ ຫມົດເເຮງ ວ່າ ພໍ່ອອກ ສເເວງ! ສຽງຮ້ອງ ພຣະອາຈານ ເເຮງຫລາຍ ຈົນວ່າ ເຮັດໃຫ້ ທ້າວ ສເເວງ ຕົກໃຈ ເເລະ ຕື່ນ ສະເດີດ ຂຶ້ນ ບາດດຽວ !

ພຣະອາຈານ ສວ່າງ ບໍ່ ໄດ້ຕອບ ຕາມ ຄໍາຖາມ ຂອງ ທ້າວ ສເເວງ ເພິ່ນ ມີ ພຽງເເຕ່ ໃຊ້ ສຽງ ຮ້ອງດັງຂຶ້ນ ຫມົດເເຮງ ຈົນ ເຮັດໃຫ້ ທ້າວ ສເເວງ ຕື່ນ ຫມົດເເຮງ ທໍ່ນັ້ນ ເເລ້ວ ພຣະ ສວ່າງ ກໍ ໄດ້ກ່າວ ຂຶ້ນວ່າ ເອີ ພໍ່ອອກ ສເເວງ ບັດນີ້ ປາຄໍ່ໃຫ່ຍ ຕົວນັ້ນ ມັນ ໄດ້ອອກ ຈາກ ຂ້ອງ ໄປເເລ້ວ ຖ້າ ພໍອອກ ຍັງຝັນຢູ່ ປາຄໍ່ໃຫຍ່ ມັນ ກໍ ຍັງ ຈະ ຄາຢູ່ ໃນຂ້ອງ ຫນ່ວຍນັ້ນ ເເຕ່ ເມື່ອ ພໍ່ອອກ ຕື່ນ ບໍ່ໄດ້ ຄິດຝັນ ເເລ້ວ ປາຄໍ່ໃຫຍ່ ມັນ ກໍ ຈະ ອອກ ຈາກ ຂ້ອງ ນັ້ນ ໄປ ເອງ ນັ້ນລະ ພໍ່ອອກເອີຍ ອັນນີ້ ບໍ່ ເເມ່ນ ໃຫ້ ຕົກໃຈ ໃຫ້ ເເຕກຕື່ນ ໃຫ້ ຂວັນເສັຽ ເເຕ່ ເເມ່ນ ຮ້ອງເເຮງ ເພື່ອ ເຮັດໃຫ້ ຂວັນບໍ່ດີ ເສັຽໄປ ເເລ້ວ ຮັກສາເອົາໄວ້ ຕັ້ງເເຕ່ ຂວັນດີ ຂວັນຮ້າຍ ກວດຫນີ ຂວັນດີ ກອດເຂົ້າ ຈິດຫມົ່ນຫມອງ ຫນີໄປ ຈິດຜ່ອງໃສ ເຂົ້າເເທນທີ່

ຫລັງຈາກນັ້ນ ພຣະ ສວ່າງ ກໍ ໄດ້ບອກ ໃຫ້ ທ້າວ ສເເວງ ກັບຄືນ ເມືອບ້ານ ທ້າວ ສເເວງ ກໍ ໄດ້ ນົບຂາບ ເເລະ ຂໍ ອະນຸຍາດ ພຣະ ອາຈານ ລາກັບ ທ້າວ ສເເວງ ໄດ້ ຊອກ ຄິດ ເມືອນໍາທາງ ວ່າ ເປັນຫຍັງ ພຣະ ອາຈານ ຈຶ່ງ ບໍ່ ຕອບ ຄໍາຖາມ ຂອງຕົນ ເພິ່ນ ພຽງເເຕ່ ຮ້ອງໃສ່ ບັກເເຮງໆ ເເລ້ວ ເວົ້າວ່າ ປາຄໍ່ໃຫຍ່ ໄດ້ອອກ ຂ້ອງ ໄປເເລ້ວ!

ທ້າວ ສເເວງ ໄດ້ໃຊ້ ມັນສມອງ ເເບບ ປັນຍາຊົນ ຫລື ເເບບ ນັກປຣັຊຍາ ເພື່ອ ຊອກ ເຂົ້າໃຈ ການໃຊ້ ສຽງ ທີ່ ບໍ່ ເເມ່ນ ຄໍາຕອບ ຂອງ ພຣະອາຈານ ເເລ້ວ ລາວ ກໍ ເຂົ້າໃຈ ວ່າ ຄໍາຖາມ ທີ່ ຕົນຄຶດ ເເລະ ຄິດ ວ່າ ເລິກລັບ ນັ້ນ ມັນ ກໍ ຍັງ ບໍ່ ເລິກລັບ ເລິກເເລບ ເທົ່າທຽມກັນ ກັບ ຄໍາຕອບ ທີ່ ເປັນ ປັນຍາ ຂອງ ພຣະອາຈານ ສວ່າງ ອີກດ້ວຍຊໍ້າໄປ ມັນ ເປັນ ຄໍາຕອບ ສວ່າງສໄວ ເເທ້ໆ ເພາະວ່າ ມັນ ບໍ່ ມີ ຄໍາຕອບ ມັນ ມີ ເເຕ່ ສຽງຮ້ອງ ຄໍາດຽວ ເເລະ ສຽງຮ້ອງ ຂອງ ເພິ່ນ ມັນ ພາໃຫ້ ຕື່ນ ຕົກໃຈ ເເລະ ເຮັດໃຫ້ ຕົນເອງ ເຂົ້າໃຈເອງ ວ່າ ຄໍາຖາມ ຕົນເອງ ທີ່ ຕົນ ບໍ່ ໄດ້ຊອກຫາ ເຂົ້າໃຈ ເລິກ ນັ້ນ ມັນ ມີ ຄໍາ “ຖ້າວ່າ” ເເລະ ຄໍາ ຖ້າວ່ານັ້ນ ມັນ ກໍ ເປັນ ພຽງ ການສົມມຸດ ເອົາ ເທົ່ານັ້ນ

ນັບຕັ້ງເເຕ່ ມື້ ໄດ້ຍິນ ຄໍາວ່າ ພໍ່ອອກ ເເລະ ຮູ້ສຶກ ຕື່ນ ຕົກໃຈ ຈົນວ່າ ສະເດີດ ຂຶ້ນ ຫມົດເເຮງ ນັ້ນ ມາ ທ້າວ ສເເວງ ກໍ ໄດ້ເຂົ້າໃຈ ເອງ ວ່າ ເຖິງເເມ່ນວ່າ ຄໍາຖາມ ຈະ ເລິກລັບ ພຽງໃດ ມັນ ກໍ ຍັງ ມີ ຊ່ອງທາງ ພໍ ຊອກ ຄໍາຕອບ ໄດ້ ຢູ່ ເວັ້ນເສັຽ ເເຕ່ວ່າ ມັນ ຫາກ ເລິກລັບ ສຸດຂີດ ຫລື ເລິກລັບ ກາຍ ເລິກລັບ ມັນ ມີ ຄໍາ ລັບ ບໍ່ ລັບ ຕອບ ຕາມ ຄໍາຖາມ ບໍ່ຕອບ ຕາມຄໍາຖາມ ຄໍາຖາມ ບໍ່ມີ ຄໍາຕອບ ຄໍາຕອບ ບໍ່ຕອບ ຕາມຄໍາຖາມ! ມັນ ມີ ຄໍາຖາມ ເປັນ ຄື ຄວາມຝັນ ມັນ ມີ ຄໍາຕອບ ເເບບ ກະຕຸດ ໃຫ້ ຮູ້ເມື່ອຄີງ ເຮັດ ໃຫ້ ຕື່ນ ສະເດີດ ອອກ ຈາກ ຄວາມຝັນ! ມັນ ມີ ຮ້ອງກ້ອງດັງ ເຮັດໃຫ້ ຈິດ ຕື່ນ ບຶດດຽວ ຢ່າງກະທັນຫັນ ໂດຍ ບໍ່ ໄດ້ຜ່ານ ການສະມາທິ

ສໍາລັບ ຜູ້ເຄີຍ ມີ ບຸນ ມີ ປັນຍາ ມາ ເເຕ່ ດຶກດໍາບັນເເລ້ວ ມັນ ມີ ຕື່ນ ຈາກ ນອນ ມັນ ມີ ເຈຕນາ ຕື່ນບານ ມັນ ມີ ເຈຕນາ ເປັນ ທາດ ຮັບໃຊ້ ເປັນ ຄື ທາສາ ທາສີ ມັນ ມີ ເຈຕນາ ເປັນ ທາດ ຮັບໃຊ້ ຜົນປໂຍດ ຂອງ ຊາດອື່ນ ຮວມຄວາມເເລ້ວ ເເມ່ນ ຕ້ອງ ຮູ້ຈັກ ຕັ້ງ ຄໍາຖາມ ເອງ ລຸກຕື່ນ ຈາກ ການນອນ ຝັນ ນັ້ນເອງ

ເຈຕນາ ເປັນ ຂ້ອຍຂ້າມ້າໃຊ້ ຊາດອື່ນ ຈະ ຖືກຂະເຍົ່າ ຖືກສັ່ນເອົາເອງ ຈົນໃຫ້ ຫມາກໄມ້ສຸກ ຫມາກຂາມສຸກ ຕົກລົງດິນ ຈົນ ເກັບກິນ ໄດ້ ຖືກ ປຸກໃຈ ເອົາເອງ ຕ້ອງ ຮູ້ເມື່ອ ຕັ້ງ ຄໍາຖາມເອງ ເເລະ ຊອກ ຄໍາຕອບ ເອົາເອງ ບັນຫາ ຂອງ ຊາດ ກໍ ເຊັ່ນ ດຽວກັນ ບາງທີ ວິຖີທາງນັ້ນ ມັນ ກໍ ບໍ່ ໄດ້ ເເຕກຕ່າງ ຫຍັງເເທ້ ກັບ ຄໍາຕອບ ຕາມ ທີ່ ໄດ້ຄິດ ໄວ້

ມັນ ມີ ຄວາມຝັນ ທີ່ເປັນ ອັນຕຣາຍ ເເຕ່ ກໍ ກ່າວເວົ້າເອງ ອ້າງອີງເອົາເອງ ວ່າ ເປັນ ຕື່ນ ສລາດສ່ອງໃສ ຖ້າ ຮູ້ ວິຖີທາງດີ ກໍ ບໍ່ ຄວນ ຝັນ ເອົາ ລູກເຊື້ອປາໂດ ໄປລ້ຽງ ຂັງໃສ່ ຂ້ອງໄວ້ ບໍ່ດັ່ງນັ້ນ ເມື່ອ ມັນ ໃຫຍ່ ຂຶ້ນມາ ມັນ ກໍ ຈໍາເປັນ ຕ້ອງ ໄດ້ ມ້າງເພ ຂ້ອງ ສູນເສັຽຂ້ອງ ນັ້ນໄປ ເພື່ອ ຢາກ ເອົາປາ ອອກ ມາໄດ້ ໂດຍ ບໍ່ ໃຫ້ ມັນ ຕາຍ ອັນນີ້ ກໍ ເປັນ ເເບບດຽວກັນ ກັບ ວ່າ ໄດ້ ເເນວນຶ່ງ ເສັຽ ເເນວນຶ່ງ ຫລືວ່າ ເສັຽ ທັງສອງທາງ ນັ້ນເອງ

ປັນຫາ ກໍ ຍັງ ມີ ຕໍ່ ອີກຢູ່ ວ່າ ເເມ່ນໃຜ ກາຍໄປ ເປັນ ຜູ້ ໄປລ້ຽງ ລູກປາຄໍ່ໃຫ່ຍ ຢູ່ ລາວ ເເມ່ນ ຫຍັງ ເປັນ ຂ້ອງ ເເມ່ນ ຫຍັງ ເປັນ ລູກ ປາຄໍ່ໃຫ່ຍ ປາໂດ ປາຄ້າວ?

ຂ້ອງ ກໍ ຄື ຜືນເເຜ່ນດິນ ກໍ ວ່າໄດ້ ປາ ທຽບ ໃສ່ ຄົນ ຢູ່ ໃນ ຊາດ ຫລື ເຈຕນາ ກໍໄດ້! ຄວາມຄິດ ຫລື ເຈຕນາ ຕື່ນບານ ຊ່ວຍ ພາໃຫ້ ເຂົາ ຄິດ ຢ່າງ ບໍ່ ມີ ຫຍັງ ມາ ຂັດຂວາງ ກັ້ນກາງ ລົບກວນ ເເລະ ບີບບັງຄັບ ກົດດັນ ຫົວຄິດ ຂອງເຂົາ ເເລ້ວ ເມື່ອ ທ້າວ ສເເວງ ຕື່ນ ເຫັນເເຈ້ງ ກໍ ໄດ້ຍໍມື ນົບຂຶ້ນ ໃສ່ ຫົວ ເເລະ ຄິດຫາ ບຸນຄຸນ ຂອງ ພຣະ ອາຈານ ສວ່າງ ອົງ ທີ່ ຮູ້ບອກ ຮູ້ສອນ ໃຫ້ຮູ້ຄິດ ເອົາເອງ ດ້ວຍ ຕົນເອງ ເເລະ ເປັນ ຕົນເອງ ຢ່າງ ບໍ່ ມີ ປິດອໍາ ບໍ່ ມີ ການບີບບັງຄັບ ໃຜຜູ້ໃດ ໃຫ້ມາ ສອບຖາມ!ເເລ້ວ ທ້າວ ສເເວງ ກໍ ຈົ່ມ ພາວະນາເອງ ວ່າ ສາທຸ ສາທຸ ສາທຸ

  • ຫານໄຊ: ຮັກ ປະຊາຊົນ ຮັກ ຊາວບ້ານຊາວເມືອງ ຮັກ ຍາດຕິພີ່ນ້ອງ ຮັກ ປະເທດຊາດ ຄືດັ່ງ ຄນປທລ ເຄີຍ ໄດ້ໃສ່ ຊື່ ປະກາດ ຕົວເອງ ມາເເລ້ວນັ້ນ ວ່າ ເເນວລາວຮັກຊາດ ບໍ່ ເເມ່ນ ຮັກເເບບ ພວກ ທີ່ ມີ ເຈຕນາ ຖືກກັກຂັງ ຫລື ຖືກ ເເກວ ສະຫາພັນ ອິນໂດຈີນ ກັກຂັງ ເຈຕນາ ທີ່ ຕົນ ມີ ໂຕເອງ ຖືກ ຫລົງເຊື່ອຟັງ ຊາດອື່ນ ຈົນເຖິງ ຂັ້ນ ເຮັດໃຫ້ ເຈຕນາ ຕົນເອງ ຢາກຄິດ ໄປຊອກ ກັກຂັງ ເຈຕນາ ເເລະ ຄວາມຄິດ ຂອງ ປະຊາຊົນ ຢູ່ ໃນ ຊາດ ຂອງ ຕົນເອງ ພວກຫົວຫນ້າ ຄນປທລ ນໍາເອົາ ເຈຕນາ ລຶກລັບ ມືດມົນ ຂອງ ຕົນເອງ ໄປຮັບໃຊ້ ເປັນເເຫລ້ງ ເປັນຕີນ ເປັນມື ຂອງ ພວກເເກວ ສະຫາພັນ ອິນໂດຈີນ ຢ່າງ ຮູ້ສຶກ ເເລະ ບໍ່ຮູ້ສຶກຕົວ ເເລ້ວ ຄໍາຖາມ ທີ່ ວ່າ ເລິກລັບ ເປີດເເດ່ ລັບເເດ່ ຂອງ ພວກຫົວຫນ້າ ດັ່ງກ່າວນີ້ ນັ້ນ ກໍ ຈະ ກາຍເປັນ ລັບ ບໍ່ ລັບ ດັ່ງ ທີ່ ຄົນລາວ ເຮົາ ມັກ ພາກັນ ເວົ້າ ຢູ່ ສເມີ ວ່າ ມັນ ບໍ່ ມີ ອີ່ຫຍັງດອກ ທີ່ ລັບເເທ້ ຢູ່ ໃນ ຫົວຄິດ ເເລະ ເຈຕນາ ຂອງ ພວກຫົວຫນ້າ ຄນປທລ ມັນ ມີ ເເຕ່ ເຣື່ອງ ເປີດເເປນ ເເຈ້ງຈ່າງປ່າງ ຄື ກັບວ່າ ເຮືອນ ທີ່ ບໍ່ ມີ ປ່ອງຢ້ຽມ ບໍ່ ມີ ປະຕູ ຄືດຽວກັນ ກັບ ສຸພາສິດ ລາວ ທີ່ ກ່າວໄວ້ ວ່າ “ເຮືອນ ບໍ່ມີ ສີຫນ້າ ກາບິນມາ ມັນ ກໍ ລ່ວງ ເຮືອນ ບໍ່ມີ ພໍ່ຢ້າວ ໃຜ ເຂົ້າ ກໍ ລ່ວງເກີນ” ພວກຫົວຫນ້າ ຄນປທລ ຖືກ ເເກວ ສຫພອດຈ ບັງຄັບ ໃຫ້ ເປືອຍຄວາມຄິດ ເປືອຍໂຕ ເເລະ ຖືກ ຄວບຄຸມ ໃຫ້ປອງກັນ ຮັກສາ ຄວາມລັບ ເເລະ ເເຜນການ ມືດລັບ ຂອງ ພວກເຂົາ
  • ທິວາວັນ: ເອີ ເເມ່ນເເທ້ເນາະ! ຄໍາອະທິບາຍ ມັນ ກໍ ເເຈ້ງ ຈ່າງປ່າງ ເເທ້ ກ່ຽວກັບ ການເລົ່າ ເຣື່ອງ ລ້ຽງປາຄໍ່ໃຫຍ່ ຂອງ ເຈົ້ານັ້ນ ຂ້ອຍ ມັກ ເເລະ ຕິດໃຈ ຢູ່ ບ່ອນ ທີ່ ວ່າ ເອົາ ປາຄໍ່ໃຫຍ່ ອອກ ຂ້ອງ ບໍ່ ໄດ້ ຂ້ອຍ ຄິດວ່າ ຖ້າ ເອົາມັນ ອອກ ຂ້ອງ ບໍ່ ທັນ ໄດ້ ກໍ ໃຫ້ເອົາ ຂ້ອງ ກັບ ໄປ ຈຸ່ມເເຊ່ໄວ້ ຢູ່ ໃນ ຫນອງ ບ່ອນ ທີ່ ມີ ປ່າຜື ດົກຫນາ ຮົ່ມດີນັ້ນ ສະກ່ອນ ຈົນຮອດ ຍາມ ທີ່ ຂ້ອງ ປາຄໍ່ໃຫຍ່ນັ້ນ ມັນ ຈະ ຖືກ ນໍ້າເຢັນ ເເລ້ວ ເມື່ອ ຮອດ ຂັ້ນນັ້ນ ບາງທີ ປາຄໍ່ໃຫຍ່ ກໍ ອາດ ຈະ ຫນາວ ເເລະ ອາດ ຈະ ຫົດຕົວ ນ້ອຍລົງ ເເລ້ວ ຈຶ່ງ ຄ່ອຍໆ ຈັບເອົາ ຫົວປານັ້ນ ອອກມາ ຈາກ ຂ້ອງ ຫນວ່ຍນັ້ນ ເເມ່ນ ບໍ ຫານໄຊ?

    ຄໍາ ວ່າ ຂ້ອງ ມັນ ກໍ ມີ ຫນ້າທີ່ ເຮັດໃຫ້ ໂຕປານັ້ນ ຄາ ຢູ່ ໃນ ຮູຂ້ອງ ເເລະ ຫົວປາຄໍ່ໃຫຍ່ ມັນ ກໍ ຕ້ອງ ຕົກລົງ ໄປຕໍາ ຮອດ ກົ້ນຂ້ອງ ຢູ່ເເລ້ວ ຂ້ອຍເອງ ກໍ ມັກ ຢາກ ມີ ຂ້ອງ ໃສ່ ປາຄໍ່ໃຫຍ່ ຄືກັນ ເເຕ່ວ່າ ຕ້ອງເເມ່ນ ຂ້ອງປາກກວ້າງ ມັນ ຈຶ່ງ ຈະ ເອົາ ຫົວປາ ເຂົ້າງ່າຍ ອອກງ່າຍ ເເຕ່ວ່າ ເຮັດຈັ່ງໃດ ຈັ່ງໃດ ໂຕປາໂຕໃຫຍ່ ກໍ ຈະ ຕ້ອງ ໄດ້ ຖູ ຖືກ ປາກຂ້ອງ ຖ້າ ເເມ່ນ ປາຄໍ່ໃຫຍ່ ຂອງ ເຈົ້າ ລ້ຽງເອງ ຂ້ອຍ ຂໍ ອາສາສມັກ ຊ່ວຍຈັບກໍາ ເອົາຫົວມັນ ອອກມາ ໃຫ້ເຈົ້າ ກໍ ໄດ້ ຖ້າ ຫົວມັນ ອອກໄດ້ ຫາງມັນ ກໍ ອອກໄດ້ ຂ້ອຍ ຢາກ ທົດລອງ ກໍາປາໂຕໃຫຍ່ ໃຫ້ ມັນ ດິ້ນ ດ່າວໆ ຢູ່ ໃນ ມື ລອງເບິ່ງ

    ຂ້ອຍ ເຄີຍ ໄດ້ຍິນ ເເຕ່ ຜູ້ສາວເຖົ້າ ວຽດ ມັກ ພາກັນ ເວົ້າ ຊວນຫົວ ຢູ່ ເລື້ອຍໆ ວ່າ ມັນ ເຮັດໃຫ້ ກະດຽມ ມືດີ ເມື່ອ ໄດ້ຈັບ ມັນເເລ້ວ ກໍ ບໍ່ ຢາກໃຫ້ ມັນ ຫລຸດມື ໄປ ເເຕ່ ຂ້ອຍ ຄິດວ່າ ປາຄໍ່ໃຫຍ່ ທີ່ ເຈົ້າລ້ຽງ ມັນ ຄົງ ຈະ ບໍ່ ຢ້ານ ນໍ້າເຢັນ ເເລະ ມັນ ຄົງ ຈະ ບໍ່ ຫົດຕົວ ນ້ອຍລົງ ງ່າຍໆ ດອກ ເເມ່ນບໍ? ຂ້ອຍວ່າ ຕ້ອງ ເອົາ ນໍ້າເຢັນ ມາລ້າງມັນ ຮອດ ເຈັດເເປດນໍ້າ ຫລື ສິບນໍ້າ ພຸ້ນລະ ມັນ ຈຶ່ງ ຈະ ຫົດ ຕົວລົງ ເເມ່ນບໍ ຫານໄຊ ເພາະວ່າ ໂຕປາຄໍ່ໃຫຍ່ ມັນກໍາ ພວມຫ້າວ ອັນນີ້ ກໍ ເເມ່ນ ການຕອບ ຄໍາຖາມ ເລິກລັບ ລັບເລິກ ຄືກັນ ເເລ້ວ ຕໍ່ໄປ ຂ້ອຍ ກໍ ຫວັງວ່າ ເຈົ້າ ຄົງ ຈະ ເອົາ ປາຄໍ່ໃຫຍ່ ໂຕຂ້ອຍຈັບນີ້ ໄປເຮັດ ປາເເດກ ໄວ້ ໃຫ້ ຂ້ອຍ ໄດ້ກິນ ດົນ ຫລື ໄດ້ເເດກ ມັນດົນ ຄື ດັ່ງ ພວກຜູ້ສາວ ວຽດ ທີ່ ມັກ ເວົ້າກັນ ໃນ ຍາມຮ້ອນ ຂ້ອຍເອງ ກໍ ມັກ ກິນ ຫົວປາ ຢູ່ເເລ້ວ ເພາະ ຢູ່ ໃນ ຫົວປາ ມັນ ມີ ນໍ້າມັນ ໂຟສຟໍ ຊຶ່ງ ເປັນ ທາດ ທີ່ ມີ ປະສິດທິພາບດີ ເເລະ ຄຸນພາບ ສາມາດ ຊ່ວຍໃຫ້ ຄວາມຊົງຈໍາ ຂອງ ຄົນເຮົາ ມີເເຮງ ມີ ຊີວິດຊີວາ ເເລະ ບໍ່ ເສື່ອມເສັຽ ຄວາມຊົງຈໍາ ໄວຂຶ້ນ
  • ຫານໄຊ: ເຈົ້າ ໄດ້ເວົ້າ ເຖິງ ເຣື່ອງ ປາຄໍ່ໃຫຍ່ ຫົດຕົວ ນ້ອຍລົງ ຂ້ອຍ ກໍ ເຫັນພ້ອມ ນໍາ ຄວາມຄິດ ຂອງເຈົ້າ ເພາະວ່າ ການເເກ້ ຄໍາຖາມ ເລິກລັບ ລື່ນ ລັບເລິກນັ້ນ ມັນ ບໍ່ ເເມ່ນ ຕ້ອງ ໄປຊອກ ເເກ້ໄຂ (résoudre un problème ) ບັນຫານັ້ນ ດ້ວຍ ຄໍາຕອບ ທັມມະດາ! ຖ້າ ມັນ ເເມ່ນ ຄໍາຖາມ ທັມມະດາ ຫລືວ່າ ບໍ່ລັບ ເກີນຂອບເຂດ ຂອງ ເຣື່ອງ ທັມມະດາ ມັນ ກໍ ຍັງ ມີ ຊ່ອງທາງ ຊອກຫາ ຄໍາຕອບ ເພື່ອ ນໍາ ເອົາ ມາ ຕອບ ພໍໄດ້ຢູ່ ສະນັ້ນ ຄໍາຕອບ ກ່ຽວກັບ ຄໍາໂຈດຖາມ ດັ່ງນີ້ ມັນ ຕ້ອງ ໄດ້ໃຊ້ ຄໍາວ່າ ເຊື່ອມລະລາຍ ( dissoudre )

    ທິວາວັນ ເຈົ້າ ເວົ້າເຖິງ ປາຄໍ່ໃຫຍ່ ຫົດຕົວ ນ້ອຍລົງ ເມື່ອ ມັນຖືກ ເອົາເເຊ່ເຢັນ ໄວ້ ດົນ ສໍາລັບ ຂ້ອຍເເລ້ວ ຂ້ອຍ ກໍ ເເຮ່ງ ຢາກເວົ້າ ໄປໄກ ກວ່ານັ້ນອີກ ຄືວ່າ ຂ້ອຍ ຢາກຫາ ວິທີ ເຮັດໃຫ້ ມັນ ເຊື່ອມໄປໄດ້ ໂດຍ ທີ່ ວ່າ ບໍ່ ເເມ່ນ ວິທີ ທີ່ ເອື່ອຍອີງ ໃສ່ ຕາມ ຄວາມຝັນ ເອົາ ຊື່ໆ ມັນ ຕ້ອງ ເເມ່ນ ວິທີ ເຮັດ ຢ່າງເເທ້ຈິງ ເຮັດໃຫ້ ປາ ເຊື່ອມ ລະລາຍ ກາຍເປັນ ນໍ້າໄປ ຄື ເຮັດໃຫ້ ມັນ ເປັນ ຄື ນໍ້າ ໂຟສຟໍ ຫມົດໂຕ ເເຕ່ ຂ້ອຍ ຄິດວ່າ ຕ້ອງ ໄດ້ ຊອກຫາ ວິທີ ໂຕ່ງ ເກັບເອົາ ນໍ້າ ໂຟສຟໍ ໄວ້ ໃຫ້ ໄດ້ ດີ ເພື່ອ ໃຫ້ ເຈົ້າ ໄດ້ມີ ດື່ມ ເເລະ ປ່ຽນກັນ ຄ່ອຍໆ ດື່ມ ເເລະ ຄ່ອຍໆ ເເດກ ມັນ ເຂົ້າລົງໄປ ໃນ ຮູຄໍ ເພື່ອ ພວກເຮົາ ຈະ ໄດ້ ມີ ມັນສມອງ ດີ ຈື່ຈໍາດີ ບໍ່ ມີ ສະຕິ ເປືອຍ ບໍ່ ມີ ເຈຕນາ ເປືອຍ ຂ້ອຍ ຄິດວ່າ ຖ້າ ບໍ່ ສາມາດ ຈື່ຈໍາ ສິ່ງ ທີ່ ເປັນ ຄວາມຄິດ ອັນງອກງາມ ຂອງ ຊາດ ໄດ້ເເລ້ວ ມັນ ກໍ ຈະ ຄື ການມີຂຸມມືດ ຫລື ມີ ບວກຄວາຍ ຢູ່ ໃນ ສມອງ ທີ່ ເປັນ ເເຫລ່ງ ສໍາຄັນ ຂອງ ຄວາມຈື່ຈໍາ ເເມ່ນບໍ່ ?
  • ທິວະວັນ: ເເມ່ນເເລ້ວ ຕາມ ທາງ ວິທຍາສາດ ທາງ ເເພດສາດ ກໍ ເປັນ ດັ່ງ ນັ້ນເເທ້ ! ຫານໄຊ ຢ່າລືມ ຈົ່ງ ນໍ້າ ໂຟສຟໍ ທີ່ ເຈົ້າ ເກັບມ້ຽນໄວ້ ຍັງ ບໍ່ ທັນ ເອົາໃຫ້ ໃຜ ກິນ ເທື່ອນັ້ນ ໃຫ້ຂ້ອຍ ໄດ້ດື່ມກິນ ນໍາເເດ່ເດີ ຂ້ອຍ ຄິດວ່າ ມັນ ຄົງ ຈະ ມີ ປະສິດທິພາບ ລື່ນ ກວ່າ ກິນ ປັ້ນເຂົ້າເຢັນ ນັ້ນອີກຕື່ມ ເເມ່ນ ບໍ? ອີກຢ່າງນຶ່ງ ຂ້ອຍ ກໍ ຍັງ ຄິດຫາ ເເຈ່ວໂອດ ເເລະ ປາຄໍ່ປິ້ງ ເເລະ ປັ້ນເຂົ້າຫນຽວ ນັ້ນຢູ່
  • ຫານໄຊ: ບໍ່ ມີ ບັນຫາ ເລິກລັບ ລັບເລິກ ອີ່ຫຍັງຫມົດ ທິວາວັນ ຂ້ອຍ ຈະ ໃຫ້ ເຈົ້າ ໄດ້ກິນ ທັງນໍ້າ ທັງຕ່ອນ ຫັ້ນລະ ມັນ ຈຶ່ງ ຈະ ເເຊບນົວດີ ຂ້ອຍ ຄິດວ່າ ຄວາມຄິດ ຄວາມຝັນ ທຸກຢ່າງ ທີ່ ຊ່ວຍ ພາໃຫ້ ສະຕິ ເເລະ ເຈຕນາ ຂອງ ພວກເຮົາ ຕື່ນບານນັ້ນ ມັນ ລ້ວນເເລ້ວ ເເຕ່ ມີ ປໂຍດ ຄື ນໍ້າໂຟສຟໍ ຫັ້ນເເລ ທິວາວັນ ຝັນ ເເບບນີ້ ບໍ່ ເເມ່ນ ຝັນເອົາໄວ້ ເພື່ອ ນໍາ ເອົາ ມັນ ໄປໃຊ້ ໄປຕັ້ງເປັນ ຄໍາຖາມ
  • ທິວາວັນ: ສ່ວນວ່າ ພວກຫົວຫນ້າ ຄນປທລ ນັ້ນ ຂ້ອຍ ຄິດວ່າ ມັນ ຈໍາຕ້ອງ ໄດ້ຈົ່ງ ນໍ້າມັນ ໂຟສຟໍ ໄວ້ໃຫ້ ພວກເຂົາເຈົ້າ ໄດ້ດື່ມກິນ ເປັນ ໄຫໄພ ພຸ້ນລະ ຂ້ອຍວ່າ ມັນ ຈຶ່ງ ຈະ ພຽງພໍ ພໍພຽງ

    ການເວົ້າເຣຶ່ອງ ປາຄໍ່ໃຫຍ່ ເເລະ ນໍ້າໂຟສຟໍ ກໍ ເຮັດໃຫ້ ຂ້ອຍ ມີ ຄວາມຢາກ ຂຶ້ນເເທ້ ຈິດໃຈ ເເລະ ຄວາມຕ້ອງການ ຂອງຂ້ອຍ ກໍ ຕື່ນ ຂຶ້ນມາເອງເເທ້

ຫນອນ ປາກເເດກ ເປັນ ປໂຍດ ໃຊ້ໄວ້ ເປັນ ເຫຍື່ອ ຕາມເບັດ

  • ຫານໄຊ: ເອີ ມັນຕ້ອງ ໄດ້ໃຊ້ ໄຫໄພ ສໍາລັບ ດອງ ປາເເດກ ປາຄໍ່ໃຫຍ່ ພຸ້ນລະ ທິວາວັນ! ຂ້ອຍ ຄິດວ່າ ຖ້າ ຄນປທລ ຫາກ ປຽບທຽບ ໃສ່ໄດ້ ຄື ຄນະ ຫນອນປາເເດກ ຢູ່ ໃນ ໄຫໄພ ໃຊ້ໄວ້ ດອງ ປາເເດກ ປຸງເເປງ ຢູ່ ລາວ ດ້ວຍ ສີມື ລາວ ມັນ ກໍ ຍັງ ຈະ ມີ ຄວາມດີ ມີ ປໂຍດ ພໍໃຄເເຄນເເດ່ ເພາະ ໄທບ້ານ ໄທເມືອງ ກໍ ຍັງ ຈະ ໄດ້ ເອົາ ຫນອນ ປາເເດກ ທີ່ ໄດ້ກິນ ໂຟສຟໍ ອ້ວນພີ ໂຕດີໂຕງາມ ຢູ່ ໃນ ໄຫໄພໃຫຍ່ນັ້ນ ນໍາໄປໃຊ້ ເປັນ ເຫຍື່ອ ຕາມເບັດ ຕຶກເອົາ ປາຄໍ່ໃຫຍ່ ມາໄວ້ ປີ້ງ ຕາກ ເເລະ ຕົ້ມເເກງ ກິນ ຂໍ ຢ່າໃຫ້ ຫນອນນັ້ນ ເປັນ ຫນອນນໍ້າ ຂອງ ຈໍາພວກ ເຊື້ອຍຸງ ໄຂ້ປ່າ ເເລະ ເປັນ ຫນອນ ທີ່ ພວກເເກວ ສະຫາພັນ ອິນໂດຈີນ ໃຊ້ເປັນ ເຫຍື່ອ ໃສ່ ປາກເບັດ ເພື່ອ ລໍ້ໃຫ້ ປາກິນ ຢູ່ ຫ້ວຍຫນອງ ຄອງນໍ້າ ຢູ່ ລາວ ນັ້ນສະ ກໍ ເປັນພໍ! ຖ້າຫາກວ່າ ມີ ຄົນ ຮູ້ ສອຍ ຢູ່ ໃກ້ຊິດ ກັບ ພວກເຮົາ ເຂົາ ກໍ ຄົງ ຈະ ສອຍ ໃສ່ ຕື່ມ ໄປ ວ່າ ພວກຫົວຫນ້າ ຄນປທລ ເປັນ ຫນອນ ໃຫ້ ພວກ ສຫພອດຈ ຫລື ເປັນ ພວກ ຂາຍ ຄວາມລັບ ຂອງ ຊາດລາວ ຫລື ຂາຍ ຊາດ ໃຫ້ ເເກ່ ພວກເເກວ ສຫພອດຈ

    ຫນອນ ບໍ່ ດີ ເປັນ ໄສ້ເສິກ ໃຫ້ ເເກວ ຫນອນ ດີ ເອົາ ຂ່າວ ເຈຕນາ ຮ້າຍ ຫລື ເປີດ ຫນ້າກາກ ວາຍຮ້າຍ ເເກວ ເເລະ ພວກຫົວຫນ້າ ຄນປທລ ໃຫ້ ປະຊາຊົນ ພົລເມືອງ ລາວ ໃຫ້ ຮູ້ ເຫັນເເຈ້ງ

    ມັນ ກໍ ເປັນ ດັ່ງນີ້ເເລ ຄົນລາວ ຈຶ່ງພາກັນ ມັກໃຊ້ ຄໍາວ່າ ຊື່ ບໍ່ດີ ດີ ຊື່ ດີ ບໍ່ດີ ຫລື ວ່າ ສິ່ງ ທີ່ ໄດ້ ຄຶດ ວ່າ ບໍ່ ດີ ເເຕ່ ກໍ ຍັງ ມີ ປໂຍດ ໄດ້ ດີ ຢູ່ ຢ່າງນຶ່ງ ຄືດຽວ ກັບ ໂຕຫນອນ ນັ້ນລະ!

    ຄວາມຄຶດ ເເມ່ນ ສິ່ງ ທີ່ ເຮົາ ໄດ້ຄິດ ໄວ້ ເເຕ່ ກ່ອນ ຊຶ່ງ ຖ້າ ຮູ້ ຈັກ ຖອດຖອນ ບົດຮຽນ ເອົາເປັນ ກໍ ຈະ ກັບກາຍ ມາ ເປັນ ປໂຍດ ປ້ອນ ທາງ ຄວາມຄິດ ໄດ້ ໃນ ປັດຈຸບັນ ເເລະ ໃນ ອະນາຄົດ ໄດ້ ເເຕ່ວ່າ ຄວາມຄຶດ ບໍ່ ດີ ທໍາຣາຍ ຊາດ ເເຕ່ ເກົ່າກ່ອນ ຈົນ ເຖິງ ຂັ້ນ ເຮັດ ໃຫ້ ປວງປະຊາຊົນ ລາວ ເລືອດຕົກ ຢາງອອກ ນັ້ນ ຈະ ກັບກາຍ ມາ ເປັນ ຄວາມຄິດ ດີ ນັ້ນ ມັນ ບໍ່ ມີ ດອກ!

    ຄຶດ ບໍ່ ດີ ກາຍ ມາເປັນ ຄິດ ບໍ່ ດີ ຄຶດ ດີ ກາຍ ມາ ເປັນ ຄິດ ດີ ເຊັ່ນດຽວກັນ ຮູບພາບ ບໍ່ ງາມ ທີ່ ໄດ້ຖ່າຍ ໄວ້ ຈະ ໃຫ້ ມັນ ກາຍ ມາ ເປັນ ຮູບ ງາມ ກວ່າເກົ່າ ນັ້ນ ມັນ ເປັນ ໄປ ບໍ່ ໄດ້ ດັ່ງ ທີ່ ໄດ້ເວົ້າ ມາ ນີ້ ກໍ ເເມ່ນ ຫມາຍເຖິງ ຮູບງາມ ທາງ ກາຍ ເເລະ ຈິດໃຈ ການ ທີ່ ພວກເຮົາ ພາກັນ ເວົ້າ ເຖິງ ຊື່ ພັກພວກ ຫລື ກຸ່ມຄົນ ໄທບ້ານ ໄທເມືອງນັ້ນ ກໍ ເພາະວ່າ ພວກເຮົາ ພຍາຍາມ ຊອກຄົ້ນ ໃຫ້ ຮູ້ເຫັນເເຈ້ງ ຄຸນຄວາມດີ ຂອງ ພວກເຂົາເຈົ້າ ທີ່ ມີ ຕໍ່ຊາດ

    ຮັກ ຄົນດີ ເລືອກ ຄົນດີ ເຂົ້າຂ້າງ ຄົນດີ ສນັບສນູນ ຄົນດີ ປ້ອງກັນ ຄົນດີ ມີ ຄຸນທັມ ປະຈໍາໃຈ ຕໍ່ ປະເທດຊາດ ເເທ້ ກໍ ເເມ່ນ ການຊ່ວຍຊາດ ທີ່ ຕົນ ໄດ້ກະທໍາ ດ້ວຍ ເຈຕນາດີ ນັ້ນເເລ ທິວາວັນ ຄົນ ທີ່ ບໍ່ ຊອກຮູ້ ຊອກເຫັນ ບັນຫາ ທີ່ ມີ ປໂຍດເເທ້ ເພື່ອ ປະເທດຊາດ ກໍ ຄື ຄົນ ທີ່ ມີ ເຈຕນາ ຕາຍ ໄປເເລ້ວ ປຽບທຽບໄດ້ ຄື ໄມ້ຕາຍ ທີ່ ເປັນ ໄມ້ ຕາບອດ ເເຕ່ ພວກ ທີ່ ມີ ສະຕິ ຕື່ນ ນັ້ນ ພວກເຂົາເຈົ້າ ເປັນ ຄົນລາວ ທີ່ ມີ ເຈຕນາ ຕື່ນ ມີ ຍຸທສາດ ສູງສົ່ງ ຂັ້ນ ຣະດັບຊາດ ເເລະ ມີ ໄມ້ຕາຍ ມີ ເຊີງຊາຍ ເຊີງຍິງ ຄື ຍຸທສາດ ມວຍຫມາກເເປບລາວ ທີ່ ມີ ໄມ້ຕາຍ ລິງລາຍ ຫລາຍລ່ຽມ ເເຫລມຄົມ ມີ ຄ່າຣາຄາ ຄື ໄມ້ເເຫນ້ນຫນາ ໃຊ້ໄວ້ ຄວດຮູບ ຄວດລາຍ ເພື່ອ ປະດັບປະດາ ເອ້ ປະຕູໂຂງໃຫຍ່ ທີ່ ມີ ປໂຍດ ປ້ອງກັນ ດ່ານຫນ້າ ດ່ານຫລັງ ທຸກ ດ່ານ ຂອງ ປະເທດຊາດ ບ້ານເມືອງລາວ
  • ທິວາວັນ: ໄມ້ຕາຍ ໄມ້ເປັນ ! ປະເດັນ ຮ້າຍ ປະເດັນດີ ! ດຸຮ້າຍ ດຸດີ ດຸເດັ່ນ ! ຫນ້າຮ້າຍ ຫນ້າດີ ມັນ ກໍ ລ້ວນເເລ້ວ ເເຕ່ ເປັນ ພຽງ ຄື ຫນ້າມື ກັບ ຫລັງມື! ຖ້າຫາກວ່າ ຄນປທລ ຫາກ ກ້າ ສາມາດ ຮູ້ປ່ຽນ ເຈຕນາ ຮ້າຍ ມາເປັນ ດີ ເພື່ອ ຊາດລາວ ຄື ວ່າ ຕ້ອງຮູ້ ເປັນ ຕົນເອງ ໃນ ປັດຈຸບັນ ເເລະ ໃນ ອະນາຄົດ ຕໍ່ຫນ້າ ພວກເເກວ ສະຫາພັນ ອິນເດຈີນ ເມື່ອໃດ ໄດ້ ເເລ້ວ ເມື່ອນັ້ນ ຄນປທລ ກໍ ຈະ ຜັດສີ ຊື່ ພັກພວກ ຂອງຕົນ ໃຫ້ເຫັນເເຈ້ງ ຊັດເຈນ ງາມຂຶ້ນໄດ້ ວ່າ ຕົນ ເປັນ ຜູ້ຮູ້ ເອົາ ປາຄໍ່ໃຫ່ຍ ອອກ ຈາກ ຂ້ອງເອງ ໄດ້ ຢ່າງ ຮູ້ເມື່ອຄີງ ເເລະ ຮູ້ຕົວ ວ່າ ຕົນ ບໍ່ໄດ້ ຫລົງຝັນ ຫລົງເຊື່ອຟັງ ສະຕື ເເລະ ເຈຕນາ ເລິກລັບ ຫລອກລວງ ຂອງ ພວກເເກວ ສະຫາພັນ ອິນໂດຈີນ ຢ່າງ ງົມງາຍ ເເລະ ງ່າຍດາຍ

    ເຖິງຢ່າງໃດກໍຕາມ ປະເທດ ທຸກໆ ປະເທດ ທີ່ ຖື ລັດທິ ຜະເດັດການ ມັນ ກໍ ຄື ວິທີ ການລ້ຽງ ຫນອນ ເອົາໄວ້ ເຈາະກິນ ເເກມກິນ ອາຫານ ຢູ່ ໃນ ລໍາໃສ້ ຂອງ ພວກມັນເອງ ຫັ້ນລະ ເມື່ອ ພວກມັນ ອ່ອນເເຮງລົງ ເມື່ອໃດ ຫລື ເສັຽທ່າ ເມື່ອໃດ ກອງລັງຫນອນ ກໍ ຈະ ປ່ຽນຮູບ ປ່ຽນທ່າທີ ເເລະ ຈະ ສາມາດ ລຸກຂຶ້ນ ອາລະວາດ ເເຮງ ກວ່າເກົ່າ ນັ້ນລະ ຫານໄຊ! ຢູ່ ວຽດນາມໃຕ້ ພວກວຽດກົງ ກໍ ເປັນ ຫນອນ ທີ່ ສະຫາພັນ ອິນໂດຈີນ ໃຊ້ໄວ້ ເປັນ ເຫຍື່ອ ຕາມເບັດ ເຊັ່ນດຽວກັນ ກອງກໍາລັງ ຫນອນ ຮູ້ ທໍາການ ຮື້ຟື້ນ ນີ້ ກໍ ຈະ ປຽບທຽບ ໃສ່ ໄດ້ ຄືກັນ ກັບ ເມັດເຂົ້າຈ້າວ ເຂົ້າຫນຽວ ເຂົ້າຂາວ ເຂົ້າກໍ່າ ທີ່ ມີ ເມັດງາມ ບໍ່ເເຕກ ບໍ່ ຫັກ ບໍ່ ຫມຸ່ນ ມັນ ງາມ ຄື ໂຕຫນອນ

    ຜູ້ເຖົ້າ ຜູ້ເເກ່ ລາວ ເພິ່ນ ມັກ ພາກັນໃຊ້ ຄໍາເວົ້າ ປຽບທຽບ ເເບບເອົາ ຄໍາເວົ້າ ທີ່ ບໍ່ມີ ຊື່ ງາມ ຫລື ຊື່ ທີ່ ຄົນເຮົາ ບໍ່ ມັກ ຫລື ຊື່ ຂອງ ສັດ ຢູ່ ຊັ້ນຕໍ່າ ເປັນ ຕາຂີ້ດຽດ ມາ ເປັນ ຄໍາເວົ້າ ໃຊ້ໃສ່ ຊື່ ຂອງ ຄວາມງາມ ລ້ຽງ ຊີວິດ ເຊັ່ນວ່າ ໂອຍ ຈັ່ງເເມ່ນ ວ່າ ມັນງາມ ປານດ້ວງ ເເທ້ນໍ ຫລື ງາມ ຄື ໂຕຫນອນ ໂຕດ້ວງ

    ຕາມພາສາ ລາວ ເພິ່ນ ເອີ້ນ ວ່າ ຫນອນປາເເດກ ໄຂ່ ເເມງຂນູນ ( la larve du hanneton ) ໄຂ່ ກັບ ຫນອນ ເເມ່ນ ຄໍາເວົ້າ ຄ້າຍຄຽງກັນ ຈຸດເດັ່ນ ຂອງ ໂຕດ້ວງ ເເມງ ຂະນູນ ກໍ ເເມ່ນ ມັນ ໃຊ້ ຊີວີດ ດັກ ຢູ່ ພື້ນດິນ ຮອດ ສອງປີ ກ່ອນ ມັນ ຈະ ເລີ້ມອອກບິນ ມີ ຄົນລາວ ພວກນັກສອຍ ເສີມວ່າ ໄຂ່ ເເມງຂະນູນ ເອົາມັນ ມາຂົ້ວໃສ່ໄຂ່ໄກ່ກິນ ກໍ ເເຊບດີ ເເມງຂະນູນ ມັກ ບິນ ເປັນຝຸງ ມັນ ເປັນ ເເມງໄມ້ ທີ່ ມີ ປີກ ມີ ຫູ ມີ ຕາ ມີ ຣັງສີ ມີ ເເສງ ມີ ຫນວດ ຄື ຫລັກສາຍໄຟຟ້າ ຄື ຫລັກສາຍ ໂທຣະເລກ ມັນ ເປັນ ເເມງໄມ້ ທີ່ ກ້າ ບຸກສ່ຽງ ຊີວິດ ເຂົ້າໄປກິນ ໃບໄມ້ ຢູ່ ໃນ ສວນ ຫລື ຢູ່ ໃນ ທົ່ງໃຮ່ ທົ່ງນາ ຢູ່ ບ່ອນປູກຝັງ ທີ່ ເປັນ ເຂດ ຫວງຫ້າມ ສ່ວນວ່າ ຫນອນ ປາເເດກ ມັນ ກໍ ເເມ່ນ ໄຂ່ ເເມງວັນ ເເຕ່ ເເມ່ນ ໄຂ່ ທີ່ ເກີດຢູ່ ໃນ ໄຫປາເເດກ ມັນ ເປັນ ໄຂ່ ທີ່ ບໍ່ ມີ ພຍາດ ອັນຕຣາຍ ຮ້າຍເເຮງ ສວ່ນຫລາຍ ຢູ່ ໃນ ໄຫ ດອງປາເເດກ ນັ້ນ ມີ ປາຄໍ່ ມີ ເກືອ ມີ ກ້ອນຂີ້ຫີນເຕັງ ເເລະ ເຄື່ອງ ປຸງ ອື່ນໆ ທີ່ ເຖົ້າເເກ່ ໂບຮານລາວ ຜູ້ ມີ ສີມື ເພິ່ນ ຮູ້ຈັກດີ ວ່າ ຈະ ເອົາ ອັນໃດ ປົນໃສ່ ອັນໃດ ມັນ ຈຶ່ງ ເເຊບ ຈຶ່ງນົວ ສະອາດ ເເລະ ບໍ່ ມີ ພຍາດ ເພິ່ນ ຍັງ ສອຍຕໍ່ ອີກວ່າ ຜູ້ໃດ ເກີດ ເປັນ ຄົນລາວ ເເທ້ ຕ້ອງ ໄດ້ກິນ ປາເເດກ ບໍ່ ໄດ້ກິນ ຫນ້ອຍ ກໍ ໄດ້ກິນ ຫລາຍ ຫນອນປາເເດກ ມັນ ບໍ່ ມີ ພຍາດ ເປັນ ອັນຕຣາຍ ຕໍ່ ຊີວິດ ມັນ ເເຕກຕ່າງ ກັນກັບ ໄຂ່ ເເມງວັນ ທີ່ ເເມງວັນ ໄປ ຂີ້ໃສ່ ຫມາຫົວບາດ ຫລື ຫມາວໍ້ ທີ່ ພວກເເກວ ຮາໂນຍ ມັກ ພາກັນ ກິນ ຫນອນ ຈໍາພວກນີ້ ເເມ່ນ ຫນອນ ເປັນ ພຍາດ ໂຣກອະຮີວາ ກິນ ປາເເດກ ຫລື ນໍ້າປາເເດກ ສະອາດ ມັນ ດີ ມີ ວິດຕາມີນ ຊ່ວຍ ເຮັດໃຫ້ ມັນສມອງ ຄວາມຄິດ ສະຕິ ເເລະ ຄວາມຊົງຈໍາ ດີ ເເລະ ບໍ່ ໃຫ້ ເສື່ອມເສັຽໄວ ເພາະວ່າ ຢູ່ ໃນ ຫົວ ປາຄໍ່ໃຫຍ່ ນັ້ນ ມັນ ມີ ທາດໂຟສຟໍ ຫລາຍ ພໍສົມຄວນ

ຮັກ ຮູເກົ່າ ຂອງ ເເມ່ເເກວ ເເມ່ຕໍາເເຍ ເເກວ ຕັດສາຍເເຮ່ ເເພ່ສາຍບື

  • ຫານໄຊ: ກ່ຽວກັບ ຄົນລາວ ທີ່ ມັກ ສອຍ ສອດສັບ ເເກມໃສ່ ນັ້ນ ຄົງ ຈະ ກ່າວວ່າ ພວກຫົວຫນ້າ ຄນະ ປະເທດລາວ ຫລື ນລຮຊ ນັ້ນ ຄື ມີ ຊື່ ງາມ ເເລະ ມ່ວນເເທ້ ເເລ້ວ ມັນ ຊິງາມ ເທົ່າ ກັບ ຊື່ ຫນອນປາເເດກ ບໍລະ ເພາະ ງາມເເຕ່ ຮູບ ຈູບບໍ່ຫອມ ກໍ ຫາກມີ?

    ລັດທິ ຜະເດັດການ ກັບ ໂຕຫນອນ ມັນ ບໍ່ ມີ ອີ່ຫຍັງ ເເຕກຕ່າງກັນ ຄວາມນຶກຄິດ ຂອງຂ້ອຍ ກໍ ຄືກັນ ກັບ ຄວາມນຶກຄິດ ເເລະ ຄວາມໄຟ່ຝັນ ຂອງ ປະຊາຊົນລາວ ທັງຊາດ ທີ່ ບໍ່ ມັກ ເເລະ ບໍ່ ຍອມ ກົ້ມຫົວ ໃຫ້ ເເກ່ ເຈຕນາ ທີ່ ໄດ້ກ່າວ ໄວ້ ໃນ ຂໍ້ໃຫຍ່ໃຈຄວາມ ຂອງ ຣັຖທັມມະນູນ ເເລະ ປະຊາທິປະໄຕ ທີ່ ເເກວ ສະຫາພັນ ອິນໂດຈີນ ເປັນ ຜູ້ບອກບົ່ງການ

    ຂ້ອຍ ທໍາການ ຕໍ່ສູ້ ເພື່ອ ລາວ ບໍ່ ເເມ່ນ ຂ້ອຍ ຕໍ່ສູ້ ເພື່ອ ເອົາ ເເກວ ສະຫາພັນ ອິນໂດຈີນ ເຂົ້າມາ ຢູ່ ດິນລາວ ເເທນ ຄົນລາວ ໄຊຊະນະ ທັງຫມົດ ທີ່ ຂ້ອຍ ໄດ້ຮັບ ໃນ ສາກ ສົງຄາມ ຄັ້ງນີ້ ຂ້ອຍ ຂໍ ມອບ ໃຫ້ ເເກ່ ປະຊາຊົນ ລາວ ທີ່ ຮັກຫອມ ສັນຕິພາບ ຮັກ ເອກພາບ ຮັກ ຄວາມຫມັ້ນຄົງ ຂອງ ເຂດນໍ້າເເດນດິນ ເເລະ ຄວາມເປັນອັນນຶ່ງອັນດຽວ ຂອງ ປະເທດຊາດ ລາວ

    ຂ້ອຍ ບໍ່ ເປັນ ຄົນ ທີ່ ເຫັນເເກ່ຕົວເອງ ຫລາຍ ເກີນ ຂອບເຂດ ຢູ່ ໃນ ກຸ່ມ ຫົວຫນ້າ ຄນປທລ ທີ່ ອ້າງອີງ ຕົນເອງ ວ່າ ເປັນ ນັກປະຕິວັດ ເຫັນພ້ອມນໍາ ເເນວທາງ ຄອມມິວນິດ ວຽດນາມ ຍັງ ມີ ຄວາມຄິດເຫັນ ເເກ່ ຕົວເອງ ຍັງ ມີ ການຂັດເເຍ່ງ ຊ່ວງຊີງກັນ ໃນ ດ້ານ ຄວາມມັກ ນະໂຍບາຍ ຂອງ ຊາວຕ່າງ ປະເທດ ເຊັ່ນວ່າ ມີ ພວກ ມັກ ເເກວ ສະຫາພັນ ອິນໂດຈີນ ຄື ພໍ່ຕູ້ ເເມ່ຕູ້ ເເລະ ມີ ພວກ ມັກ ເດີນ ຕາມ ຮອຍ ທາງ ປູ່ຍ່າຕາຍາຍ ຂອງ ພວກ ຄອມມິດນິດຈີນ ຜູ້ ທີ່ ຊອກສເເວງຫາ ຍາດຊີງກັນ ມັກລາວ ຮັກລາວນັ້ນ ເເມ່ນວ່າ ຍັງ ມີ ນ້ອຍ ເຫລືອທີ່ສຸດ

    ຂ້ອຍ ຮັກ ຄົນລາວເຮົາ ດ້ວຍກັນ ຂ້ອຍ ຮັກ ພໍ່ເເມ່ ເເລະ ພໍ່ຕູ້ ເເມ່ຕູ້ ຂອງຂ້ອຍ ຂ້ອຍ ຮັກ ຄົນ ທີ່ ເປັນ ເເບບຢ່າງ ຄືກັນ ກັບ ເຈົ້າ ຫັ້ນລະ ທິວາວັນ! ເເມ່ ຂອງຂ້ອຍ ໄດ້ລ້ຽງ ຂ້ອຍມາ ຕັ້ງເເຕ່ ເມື່ອ ຕອນ ເພິ່ນ ເລີ້ມ ຖືພາມານ ເເລະ ຂ້ອຍ ກໍ ໄດ້ຢູ່ ໃນ ທ້ອງ ຂອງເພິ່ນນັ້ນ ຈົນຮອດ ກໍານົດ ເກົ້າເດືອນ ຢູ່ ໃນນັ້ນ ຈົນເຖິງ ເວລາ ເພິ່ນ ໃຫ້ ກໍາເນີດ ຂ້ອຍ ອອກມາ ເເລ້ວ ເພິ່ນ ກໍ ໃຫ້ ການລ້ຽງດູເເລ ຖນຸຖນອມ ຄຸ້ມຄອງ ໃຫ້ ຄວາມອົບອຸ່ນ ເປັນ ຢ່າງດີ ຈົນ ຂ້ອຍ ເຕີບໂຕ ໃຫຍ່ກ້າຫນ້າບານ ຂຶ້ນມາ ຮອດ ເທົ່າທຸກວັນນີ້ ເມື່ອ ຕອນ ເພິ່ນ ຖືພາມານ ເພິ່ນ ກິນ ຫຍັງ ຂ້ອຍ ກໍ ໄດ້ກິນ ນໍາເພິ່ນ ເພິ່ນ ເວົ້າ ເປັນ ສຽງ ພາສາ ລາວ ເພິ່ນ ຮ້ອງ ເພິ່ນ ຫົວ ເພິ່ນ ຮ້ອງໃຫ້ ເພິ່ນ ຟັງເພງ ລາວເດີມ ເພິ່ນ ໄຫວ້ ພຣະ ພາວະນາ ຂ້ອຍ ກໍ ໄດ້ຍິນ ນໍາເພິ່ນ ພໍ່ເເມ່ ຂອງຂ້ອຍ ໄດ້ຖ່າຍທອດ ວັທນະທັມລາວ ອັນຈົບງາມ ໃຫ້ ຂ້ອຍ ຕັ້ງເເຕ່ ເມື່ອ ຕອນ ຂ້ອຍ ຍັງ ຢູ່ ໃນ ທ້ອງເເມ່ ຂອງຂ້ອຍ ພຸ້ນລະ ທິວາວັນ ສ່ວນວ່າ ຄນປທລ ທີ່ ໄປ ຫລົງມັກ ເເກວ ສະຫາພັນ ອິນໂດຈີນ ຫລາຍກວ່າ ຮັກລາວນັ້ນ ມັນ ກໍ ຄືວ່າ ພວກເຂົາ ເຄີຍ ໄດ້ມີ ຊີວິດ ເກີດ ຢູ່ ໃນ ທ້ອງ ຂອງ ເເມ່ເເກວ ເເລະ ເເມ່ເເກວ ມັກກິນ ຫຍັງ ມັນ ກໍ ມັກນໍາ ມັກ ກິນ ຫມາ ມັນ ກໍ ມັກນໍາ ຖືກ ຫມໍຕໍາເເຍເເກວ ຕັດສາຍເເຮ່ ເເພ່ສາຍບື ເມື່ອ ພວກເຂົາ ພົ້ນຫົວ ອອກ ຈາກ ຮູເກົ່າ ຂອງ ເເມ່ເເກວ ເກີດອອກມາ ເຫັນ ໂລກ ໃຫມ່ໆ ເເລະ ໄດ້ຮັບ ວັທນະທັມ ຂອງ ເເມ່ເເກວ ມາຕັ້ງເເຕ່ ຕົນ ຍັງ ເປັນ ກ້ອນເລືອດ ຢູ່ ໃນ ທ້ອງ ພຸ້ນລະ ທິວາວັນ

    ຊາວບ້ານ ຜູ້ມັກສອຍ ຍັງກ່າວ ເພີ່ມເຕີມ ອີກວ່າ ພວກຫົວຫນ້າ ຄນປທລ ເຄີຍ ໄດ້ເກີດ ເປັນ ລູກເເກວ ຢູ່ ໃນ ທ້ອງ ຂອງ ເເມ່ເເກວ ມາໄດ້ ຕັ້ງເເຕ່ ຫລາຍຊາດເເລ້ວ ມັນ ບໍ່ ເເມ່ນ ກັບ ມາ ເກີດ ພຽງເເຕ່ ຊາດດຽວ ທໍ່ນີ້ ດອກ ພວກເຂົາ ຈື່ ຈໍາ ຊາດເກົ່າ ໄດ້ດີ ຈື່ຈໍາ ຮູເກົ່າ ຈື່ຈໍາ ຣົດຊາດຫມາ ກິ່ນຫມາ ໄດ້ດີ ທີ່ສຸດ!

    ໃນ ອະນາຄົດ ສະຖາບັນຊາດ ຣັຖທັມມະນູນ ຂອງ ຊາດ ທີ່ ຖືວ່າ ເປັນ ມີ່ງຂັວນ ຂອງ ຊາດ ຕ້ອງ ເປັນ ຂອງ ຕົນເອງ ປວັດສາດ ລາວ ຕ້ອງ ຂີດຂຽນ ດ້ວຍ ຕົນເອງ ເຄື່ອງກິນລາວ ທີ່ ລາວ ມັກ ວັທນະທັມລາວ ທີ່ ລາວ ມັກ ຮັກຫອມ ຕ້ອງ ປຸງເເຕ່ງ ດ້ວຍ ສີມື ຄົນລາວເອງ!

    ປວັດສາດ ຂອງ ຊາດ ຕ້ອງ ຂີດຂຽນໄວ້ ໂດຍ ອີງໃສ່ ຄວາມເປັນຈິງ ມີ ເຫດການ ສໍາຄັນ ດີ ຫລື ບໍ່ດີ ຜິດ ຫລົງທາງ ຫລື ຮູ້ ສໍາຣວດຜົນ ໄດ້ດີ ເເກ່ ປະເທດຊາດ ກໍ ຕ້ອງ ໄດ້ຂີດຂຽນໄວ້ ການຂີດຂຽນ ຈະຕ້ອງ ເປັນ ບົດຮຽນ ທີ່ ຊ່ວຍໃຫ ລາວ ມີ ສະຕິຕື່ນ ມີ ກໍາລັງໃຈ ເເລະ ບໍ່ ໃຫ້ ປວັດສາດ ອັນ ທີ່ ເປັນ ພັຍ ຕໍ່ ຊາດ ລາວນັ້ນ ກັບຄືນ ມາ ອີກໃຫມ່ ເເລະ ບໍ່ ໃຫ້ ມີ ຄືນມາ ຊໍ້າຮອຍ ອີກໃຫມ່ ຈິດໃຈ ອັນຍິ່ງໃຫຍ່ ຂອງ ການຂີດຂຽນ ປວັດສາດ ຂອງຊາດ ທັງຫມົດ ຕ້ອງ ອີງໃສ່ ຄວາມຈິງໃຈ ການຮູ້ ອາພັຍ ໃຫ້ ເເກ່ກັນເເລະກັນ ມື້ນຶ່ງ ເມື່ອ ສົງຄາມ ຢູ່ ໃນ ລາວ ຫາກ ຍຸຕິລົງ ສູນສິ້ນໄປ ຕ້ອງ ຄິດຄະເນ ເອົາໄວ້ ລ່ວງຫນ້າ ເຖິງ ການຫລີກເວັ້ນ ບໍ່ ໃຫ້ ເກີດ ມີ ຄວາມບາດຫມາງ ຄວາມຄຽດເເຄ້ນ ຄວາມປະພຶດ ທີ່ ເປັນ ການຫັກຫລັງ ການຄາຕກັມ ການຈັບກຸມຄຸມຄັງ ເເບບ ຄຸກ ສັມນາ ທໍຣະມານ ນັກໂທດ ການເມືອງ ເເລະ ການທະຫານ ຄືກັນ ກັບ ຢູ່ ໃນ ປະເທດຈີນ ເເຜ່ນດິນໃຫຍ່ ຕ້ອງ ຮູ້ຊອກ ຄະເນ ນໍາເອົາ ເເຕ່ ເຣື່ອງ ທີ່ ເປັນ ຄວາມຄິດ ອັນ ງອກງາມ ທີ່ ເປັນ ເຫງົ້າກໍ ຂອງ ຄວາມຢູ່ເຢັນເປັນສຸກ ເເທ້ ມາ ເປັນ ເຄື່ອງປະດັບປະດາ ເເຊມເອ້ ຄວາມງາມ ຂອງ ປະເທດຊາດ ລາວເຮົາ

    ຄົນລາວ ທີ່ ບໍ່ ມັກ ການຣຸກຣຸານ ຂອງ ຊາວຕ່າງປະເທດ ບໍ່ ມັກ ການຣຸກຣານ ຂອງ ເເກວ ສະຫາພັນ ອິນໂດຈີນ ຖື ໄດ້ວ່າ ເປັນ ຄົນລາວ ທີ່ ຮູ້ ບຸນຄຸນ ຕໍ່ ຊາດລາວ ເເລະ ສາມາດ ຢູ່ ຮ່ວມກັນໄດ້ ຢ່າງ ມີ ຄວາມສັນຕິສຸກ ທັງນັ້ນ

ນຶ່ງ ບວກ ນຶ່ງ ກໍ ພາໃຫ້ ເກີດ ມີ ຄວາມງອກງາມ ໄດ້

  • ທິວາວັນ: ຫານໄຊ ເຈົ້າ ເວົ້າ ເເຈບໃຈ ເເລະ ຖືກໃຈ ຂ້ອຍ ຫລາຍເເທ້! ເຈົ້າ ເວົ້າ ຫຍັງ ກໍ ຄື ວ່າ ຄໍາເວົ້ານັ້ນ ມັນ ເປັນ ຄວາມສຸກ ເເທງເຂົ້າ ຈໍາເລິກ ເຂົ້າໄປ ຮອດ ບ່ອນ ເລິກລັບ ທີ່ ຂ້ອຍ ມີ ມັນ ເເລ່ນ ເຂົ້າໄປ ໄດ້ ຫມົດທຸກບ່ອນ ໃນ ຕົນຕົວ ຂອງຂ້ອຍ ເມື່ອ ເຈົ້າ ເວົ້າເຖິງ ລູກ ຢູ່ ໃນ ທ້ອງເເມ່ນັ້ນ ມັນ ພາໃຫ້ ຂ້ອຍ ຄິດ ໃສ່ ຄໍາວ່າ ສົມ ເເລະ ລົບ ອີກ ເທື່ອນຶ່ງ ຂ້ອຍ ຢາກໃຫ້ ສ່ວນ ສົມ ເເລະ ລົບ ທີ່ ເປັນ ຈຸດເດັ່ນ ຄື ຮູ້ ຈຸດເກົາ ຖືກ ບ່ອນຄັນໄດ້ ທີ່ ມີ ຢູ່ ນໍາເຈົ້ານັ້ນ ເເຊກຊືມ ເເລ່ນໄຫລ ເຂົ້າ ມາ ໃນ ຕົວຂ້ອຍ ຄື ປາຄໍ່ ໃຫຍ່ ໂຕຜູ້ ເເລະ ໂຕເເມ່ ໂຕງາມໆ ເເລ່ນເຂົ້າ ເເລ່ນອອກ ຂ້ອງ ໃຫ້ ໄດ້ ຫລື ມີ ທັງ ເຂົ້າຄ້າງຢູ່ ເເລະ ທັງ ເຫລືອອອກ ຖິ້ມໄປ ເພື່ອ ໃຫ້ ມັນ ສາມາດ ໄປ ອອກເເມ່ເເຜ່ລູກ ໄດ້ ເຊື້ອພັນ ຂອງມັນ ຢູ່ລອດ ຂຍາຍຕົວໄດ້ ຕໍ່ໆໄປ

    ພຽງເເເຕ່ ນຶ່ງດຽວ ຂອງເຈົ້າ ເຂົ້າມາ ຈຸຈອດຈໍາ ຄັກດີ ກັບນຶ່ງດຽວ ຂອງຂ້ອຍ ກໍ ພາໃຫ້ ເກີດມີ ຊີວິດ ຕໍ່ໄປໄດ້! ຄືດຽວກັນ ຄວາມຄິດ ຂອງ ພວກເຮົາ ພຽງ ສອງຄົນ ຍິງນຶ່ງ ຊາຍນຶ່ງ ກໍ ພາໃຫ້ ເກີດ ເປັນ ຄວາມຄິດ ທີ່ ເກີດ ເປັນ ປໂຍດ ເປັນ ຊີວິດ ເພື່ອ ປ້ອງກັນ ຊີວິດ ຂອງ ຊົນ ໃນ ຊາດ ໄດ້ ໃນ ຕອນຕົ້ນ ມັນ ບໍ່ເເມ່ນ ຫລາຍ ໂຮມ ເຂົ້າ ຫລາຍ ທີ່ ພາໃຫ້ ເກີດ ເປັນ ຜົນງອກງາມ ຂຶ້ນ ໄດ້ ເລີ້ມຕົ້ນ ຕ້ອງເເມ່ນ ຄືກັນ ກັບ ຄູ່ນຶ່ງ ຄື ຂ້ອຍ ກັບ ເຈົ້າ ນັ້ນລະ ຫານໄຊ ທີ່ ພາໃຫ້ ເກີດ ຂຶ້ນໄດ້ ທຸກສິ່ງຢ່າງ ທີ່ ຢູ່ ໃນ ສະພາບການ ດຶກດໍາບັນ ຈິງເເທ້ ເປັນ ປະຖົມເລີກ ບໍຣິສຸດ ເເທ້ ເເມ່ນ ລ້ວນເເລ້ວ ເເຕ່ ມີ ຄວາມງອກງາມ ເເລະ ທາດເເທ້ ຂອງ ມັນ ການເລີ້ມ ຕໍ່ສູ້ ປ້ອງກັນ ຄຸນຄ່າ ທີ່ ເປັນ ຄວາມງອກງາມ ຂອງ ປະເທດຊາດ ກໍ ອາດ ສາມາດ ເລີ້ມ ເກີດຂຶ້ນ ມາ ໄດ້ ຈາກ ຄວາມຄິດ ເຈຕນາ ເເລະ ສະຕິ ປັນຍາ ຂອງ ຄົນໃນຊາດ ພຽງເເຕ່ ສອງຄົນ ໄດ້

    ຫານໄຊ ເອີຍ ຢູ່ ໃນ ກໍຣະນີ ຂ້ອຍ ກັບ ເຈົ້າ ຄວບເຂົ້າກັນ ເປັນ ຄູ່ນຶ່ງ ຄືກັນ ກັບ ເອົາ ນຶ່ງ ບວກ ນຶ່ງ ມັນ ສາມາດ ອອກເປັນ ນື່ງ ລາວ ຫລື ສອງ ລາວ ເເລະ ເກີດ ຢູ່ ດິນລາວ ຢູ່ ຮ່ວມດຽວກັນ ໄດ້ ກັບ ປະຊາຊົນ ລາວ ຢູ່ ໃນ ດິນລາວ ຢ່າງ ມີ ເອກພາບ ເເຕ່ ຖ້າຫາກວ່າ ເອົາ ນຶ່ງ ເເກວ ສຫພອດຈ ບວກ ນຶ່ງ ຫົວຫນ້າ ຄນປທລ ເເລ້ວ ມັນ ກໍ ຈະ ໃຫ້ ກໍາເນີດ ໄດ້ຄືກັນ ຢູ່ ດິນລາວ ເເຕ່ ວ່າ ມັນ ຈະ ບໍ່ ມີ ປະຊາຊົນ ລາວ ເຫລືອ ຢູ່ ໃນ ດິນລາວ ເພື່ອ ໃຫ້ ໄດ້ ຢູ່ ຮ່ວມກັນ ໃນ ດິນລາວ ອີກຕໍ່ໄປ ອັນນີ້ ເເລ ອັນ ທີ່ ເພິ່ນ ເອີ້ນວ່າ ເລກ ສອງສູນ

    ຜູ້ມັກສອຍ ກໍ ຄົງ ຈະ ເສີມ ຕໍ່ ໄດ້ ວ່າ ສູນນຶ່ງ ເເມ່ນ ສູນ ປະຊາຊົນ ລາວ ຢູ່ ດິນລາວ ອີກສູນ ນຶ່ງ ກໍ ຄົງ ຈະ ເເມ່ນ ສູນ ດິນລາວ ເປັນ ຂອງ ລາວ ສູນ ປະຊາຊົນ ລາວ ກໍ ອາດ ຈະ ໄດ້ ເເກ່ ຄໍາວ່າ ປະຊາຊົນ ສູນສິ້ນໄປ ຄົງ ຈະ ຍັງເຫລືອ ໄວ້ ເເຕ່ ເຜົ່າລາວ ທີ່ ເປັນ ກຸ່ມຊົນ ສ່ວນນ້ອຍ ຢູ່ ໃນດິນລາວ

ຫລາຍຜີ ເເກມໄກ່ ຫລາຍໄມ້ໃຫຍ່ ປຸກເຮືອນງາມ

  • ຫານໄຊ: ພໍ່ຕູ້ ຂອງ ຂ້ອຍ ເຄີຍ ໄດ້ເວົ້າ ສຸພາສິດ ລາວ ສູ່ ຂ້ອຍ ຟັງ ຢູ່ ສເມີ ວ່າ ຫລາຍຜີ ເເກມໄກ່ ຫລາຍ ໄມ້ໄຜ່ ( ຂໍ ຍົກເອົາ ຫລາຍ ໄມ້ໄຜ່ ເເທນ ຫລາຍ ໄມ້ໃຫຍ່ ) ປຸກເຮືອນ ງາມ
  • ທິວາວັນ: ຕົ້ນໄຜ່ ລໍາດຽວ ສາມາດ ເເຕກຫນໍ່ ເເຜ່ອອກ ເປັນ ຫລາຍຫນໍ່ ເເລະ ຫລາຍຕົ້ນ ຕໍ່ໄປໄດ້ ຢູ່ນໍາ ໄມ້ໄຜ່ ເເຕ່ ລະລໍາ ມັນ ມີ ດອກໄຜ່ ຫລື ຕາໄມ້ໄຜ່ ທີ່ ມີ ເຊື້ອ ເເຜ່ ໄດ້ ຄືດັ່ງ ເພດຊາຍ ເເລະ ເພດຍິງ ປົນຢູ່ ຮ່ວມກັນ ການປະສົມພັນ ກັນເອງ ພາໃຫ້ ເກີດ ມີ ຫນໍ່ໄມ້ ຫລາຍຫນໍ່ ປົ່ງຂຶ້ນ ຢູ່ ໃຕ້ດິນ ດັ່ງ ທີ່ ຄົນ ເຊື້ອສາຍ ໄທລາວ ທົ່ວໄປ ມັກ ເອີ້ນກັນວ່າ ຫນໍ່ໄມ້ ໃຕ້ດິນ ຕົ້ນໄຜ່ ຫລາຍຕົ້ນ ເກີດ ຈຸ້ມກັນ ຢູ່ ບ່ອນດຽວ ເອີ້ນໄດ້ ວ່າ ກໍໄຜ່ ເເລ້ວ ຕໍ່ໄປ ກໍໄຜ່ນ້ອຍ ກໍ ກາຍເປັນ ກໍໄຜ່ໃຫຍ່ ຫລາຍກໍ ເເລ້ວ ມັນ ກໍ ຂຍາຍ ເເຜ່ ຕໍ່ໆ ກັນ ອອກໄປ ຈົນເຖິງ ຂັ້ນ ທີ່ ຮຽກໄດ້ ວ່າ ປ່າໄຜ່

    ຂ້ອຍ ໄດ້ຍິນ ວ່າ ຄົນລາວ ຢູ່ ທຸກຫົນເເຫ່ງ ຣຸ່ນຣາວ ພໍ່ເເມ່ ຂອງ ພວກເຮົາ ຍັງ ພາກັນ ຈື່ຈໍາ ບົດຮຽນ ທີ່ ໄດ້ ຈາກ ນິທານ ເສິກ ເມືອງໄຜ່ຫນາມນັ້ນ ໄດ້ ເປັນຢ່າງດີ ໃນ ຍຸກ ສມັຍນີ້ ປະຊາຊົນ ລາວ ກໍ ຢ່າ ພາກັນ ຫລົງໄຫລ ໄປນໍາ ເລ່ກົນ ອຸບາຍ ລູກກະສຸນ ຄໍາ ເວົ້າ ຂອງ ພວກເເກວ ສະຫາພັນ ອິນໂດຈີນ

    ໄມ້ໄຜ່ ລໍາດຽວ ມີ ຄຸນສົມບັດ ຄູ່ ອັນ ໄດ້ ເເກ່ ຄູ່ ປະສົມພັນ ທີ່ ໃຫ້ ກໍາເນີດ ເເກ່ ຫນໍ່ໄມ້ ຫນໍ່ນາງ ທີ່ ມີ ປາຍ ສວດເເຫລມ ຄືກັນ ກັບ ຫນໍ່ນາງ ຫລື ຫນໍ່ສາງຄໍາ ຂອງນາງ ຫລາຍຫນໍ່ ຫລາຍເເຫນງ ນັ້ນເອງ ບາງຄັ້ງ ບາງຄາວ ຂ້ອຍ ກໍ ຢາກຄິດ ວາດພາບ ເອົາວ່າ ຂ້ອຍ ກັບ ເຈົ້າ ມີ ຣິດ ມີ ຄຸນສົມບັດ ເປັນ ຄູ່ ຄືດັ່ງ ຍິງ ນອນຫງາຍ ຊາຍ ນອນຂ້ວມ ກໍາລັງ ນອນ ຮ່ວມກັນ ຢູ່ ໃນ ເຮືອນ ທີ່ ມີ ຮູບ ຄື ລໍາ ໄມ້ໄຜ່ ສາງຄໍາ ລໍາໃຫຍ່ ລໍາດຽວກັນ ເເລະ ຢູ່ ໃນ ກໍ ສາງຄໍາ ກໍ ດຽວກັນ ທີ່ ເປັນ ກໍ ປົ່ງ ດອກໃບ ເຫລືອງອ່າມ ຢ່າງ ສວຍງາມ ເເລະ ຊ່າງຮູ້ ລໍຖ້າ ອາບເເສງຮຸ່ງ ຂອງ ດວງຕາເວັນ ທີ່ ຮຸ່ງ ພົ້ນ ຈາກ ຟາກຟ້າ ອອກມາ ໃນ ຍາມ ເຊົ້າຕຣູ

ຜີຮ່າ ເປັນ ຜີ ກິນໄກ່ ມາຈາກ ວຽດນາມ

  • ຫານໄຊ: ອັນນີ້ເເລ ທີ່ ເພິ່ນ ເອີ້ນກັນ ວ່າ ຄູ່ນຶ່ງ ! ຢູ່ ໃນນຶ່ງ ມີ ຄູ່ ຢູ່ ໃນ ຄູ່ ມີ ນຶ່ງ ! ໄມ້ ລໍາດຽວ ມີ ເພດ ສອງຢ່າງ ສັດ ໂຕດຽວ ມີ ເພດ ສອງຢ່າງ! ຢູ່ ໃນ ພາສາ ຄວາມຮັກ ນຶ່ງ ເທົ່າ ກັບ ສອງ ສອງ ເທົ່າ ກັບ ນຶ່ງ! ຢູ່ ໃນ ຄໍາເວົ້າ ລາວ ຄໍາດຽວ ເເປໄດ້ ຫລາຍຢ່າງ! ຢູ່ ໃນ ພາສາ ລາວ ຍັງ ມີ ຄວາມງົດງາມ ເເລະ ມີ ຄໍາເວົ້າ ອອນຊອນ ຕື່ມອີກ ເຊັ່ນ ວ່າ ເປັນ ຄູ່ ຜົວເມັຽກັນ ຜົວເມັຽ ຄູ່ນີ້ ມີ ຈິດໃຈ ດຽວກັນ!

    ຂ້ອຍ ຢາກໃຫ້ ຄວາມຄິດ ເພີ່ມ ກ່ຽວກັບ “ຫລາຍຜີ ເເກມໄກ່” ຕາມ ນິທານ ລາວ ເຣື່ອງ ຜີກັ່ອງກັ່ອຍ ເເລະ ເຣື່ອງ ຜີຮ່າ ທີ່ ຊາວລາວ ເຄີຍ ເລົ່າກັນ ມາ ຢູ່ ຕລອດນັ້ນ ມີ ດັ່ງນີ້ ຜີ ກັ່ອງກັ່ອຍ ມັນ ມີ ໂຕນ້ອຍໆ ຄ້າຍໆ ຄື ກັບ ໂຕລີງ ເເລະ ຄື ກັບ ໂຕຄົນ ເພິ່ນວ່າ ມັນ ມາ ເເຕ່ ເມືອງເເກວ ພຸ້ນ ມັນ ເເມ່ນ ຜີ ເຝົ້າ ຂຸມ ຊັບສົມບັດ ຂອງ ກະສັດ ເເກວ ຕຣິນ ຢູ່ ໃນ ສມັຍ ເກົ່າ ມັນ ເປັນ ຊັບສົມບັດ ທີ່ ພວກເຂົາ ໄດ້ໄປ ຊອກຮາວີ ປຸ້ນ ຂ້າເຈົ້າເອົາຂອງ ຈາກ ປະເທດ ໃກ້ຄຽງ ເຊັ່ນ ລາວ ເເລະ ຂເມນ

    ຜີ ກັ່ອງກັ່ອຍ ມັນ ໄປເລາະ ຊອກກິນ ເເຕ່ ປາ ຕິດເບັດ ຕິດໄຊ ຕິດຫລີ່ ຂອງ ຊາວບ້ານ ທີ່ ໄດ້ຫ້າງຫາ ໃສ່ໄວ້ ຢູ່ ຕາມເເຄມນໍ້າ ສ່ວນວ່າ ຜີຮ່ານັ້ນ ມັນ ຊອກກິນ ເເຕ່ ໄກ່ ຜູ້ເຖົ້າຜູ້ເເກ່ ລາວເຮົາ ເອີ້ນ ມັນ ວ່າ ໂຣກອະຮີວາ ໄກ່ ຫລື ພຍາດ ຕິດເເປດ ມາ ຈາກ ສັດ ມີ ປີກບິນ ຜີຮ່າ ຫລື ຜີປອບໄກ່ ຫລື ພຍາດ ເຫລົ່ານີ້ ມັນ ລ້ວນເເລ້ວ ເເຕ່ ໄດ້ກໍາເນີດ ເກີດເເຜ່ຜາຍ ມາ ຈາກ ປະເທດ ວຽດນາມ ຫມົດທັງສິ້ນ ຍ້ອນວ່າ ສິ່ງເເວດລ້ອມ ບ້ານເມືອງເເກວ ມັນ ເປື້ອນເປິ ສົກປົກ ເກີນຂອບເຂດ

    ຕັ້ງເເຕ່ ໃດໆມາ ຢູ່ ເມືອງລາວ ບໍ່ ສຸເຄີຍ ມີ ໂຣກ ພິດຮ້າຍ ຫວັດໄກ່ ນີ້ເລີຍ( Grippe A/ H1N1 ) ສໍາຄັນສຸດ ທີ່ ຄວນຮູ້ ກໍ ເເມ່ນວ່າ ພວກເເກວ ມັນ ກິນຫມາ ບາງຄັ້ງ ກໍ ກິນຮອດ ຫມາວໍ້ ເຄື່ອງໃນ ຫມາວໍ້ ກໍ ໂຍນຖີ້ມ ໃຫ້ ໄກ່ກິນ ໃຫ້ ນົກ ຕອດກິນ ຕໍ່ໄປ ຫລັງຈາກ ທີ່ ໄດ້ກິນ ອີ່ມເເລ້ວ ກໍ ເອົາກະດູກ ຫມາວໍ້ ໂຍນຖິ້ມລົງ ຕະລ່າງ ເເລ້ວ ໄປ ຂີ້ ໄປລົງທ້ອງ ລົງເເດງ ກໍ ປ່ອຍ ຄວາມເປື້ອນເປິ ໄວ້ໃຫ້ ໄກ່ ຢູ່ ກາງບ້ານ ຕອດສັບກິນ ຫລື ເອົາໂຍນ ໃຫ້ຫມາກິນ ເເລ້ວ ກໍ ກັບໄປ ເອົາ ຫມາ ມາກິນ ອີກໃຫມ່ ຕໍ່ ຕິດເເປດ ຕໍ່ ກວ້າງອອກໄປ ເປັນ ຄື ບ້ວງ ເເລະ ຂອດເຊືອກ ທີ່ ມີ ໂຕມານ ຊົ່ວຮ້າຍ ຕໍ່ລາມກັນ ໄປ ຈົນ ເປັນ ເຫດ ໃຫ້ ເກີດ ໂຣກ ອະຮີວາ ໄກ່ ລາມ ຕໍ່ ຢູ່ ທົ່ວ ປະເທດ ວຽດນາມ ເເລ້ວ ຫລັງຈາກນັ້ນ ກໍ ຍັງ ຕໍ່ລາມ ມາ ຮອດ ພວກ ຫົວຫນ້າ ຄນປທລ ເເລະ ຄອບຄົວ ຕໍ່ລາມ ມາອີກ ຈົນ ຮອດ ເມືອງລາວ

    ຄວາມຫມາຍ ໃນ ຍຸກສມັຍໃຫມ່ ນີ້ ຜີ ກັ່ອງກັ່ອຍ ເເລະ ໂຣກ ພິດຮ້າຍ ( virus ) ຫລື ຜີຮ່າ ເເກມກິນໄກ່ ເຮັດໃຫ້ ສິ້ນເປຶອງ ໄກ່ ຈົນ ຫມົດ ລົກ ຫມົດຮັງນັ້ນ ກໍ ເເມ່ນ ພວກເເກວ ສະຫາພັນ ອິນໂດຈີນ ນັ້ນເອງ ປາ ຫລື ໄກ່ ກໍ ໄດ້ ເເກ່ ພວກຫົວຫນ້າ ຄນປທລ ຫລື ດິນດອນ ຕອນຫຍ້າ ທີ່ ພວກເຂົາ ນໍາເອົາ ໄປຖວາຍ ໃຫ້ ເເກວ ສະຫາພັນ ອິນໂດຈີນ

    ຜີ ກັ່ອງກັ່ອຍ ເເກວ ຄອມມິວນິດ ມັນ ບໍ່ ຖ້າໄປຊອກ ລັກກິນ ລັກຢູ່ ຢ່າງ ຍາກຊາ ມັນ ບໍ່ ຕ້ອງ ຊອກ ເບັດຕີນ ຂອງມັນ ເພື່ອ ຕົ້ວະຍົ້ວະ ລວງຫລອກ ຫຫນຄນປທລ ອີກຕື່ມ ເພາະ ມາເຖິງ ຂັ້ນ ຕອນນີ້ ມັນ ໄດ້ຜ່ານກາຍ ໄປເເລ້ວ ຄື ວ່າ ຜີ ກັ່ອງກັ່ອຍ ຢາກກິນ ປາ ຍາມໃດ ມັນ ກໍ ໄປຊອກກິນໄດ້ ຢ່າງສະບາຍ

    ຄົນລາວ ເຮົາ ສມັຍເກົ່າ ຮູ້ ນໍາ ຮອຍຕີນ ຜີ ກັ່ອງກັ່ອຍ ຄື ວ່າ ຖ້າ ເຮົາ ເຫັນ ຮອຍຕີນ ຂອງມັນ ໄປຫນ້າ ກໍ ເເມ່ນວ່າ ຜີ ກັ່ອງກັ່ອຍ ມັນ ຍ່າງໄປ ທາງ ກັບຫລັງ ຜີກັ່ອງກັ່ອຍ ໃຊ້ ເລ່ກົນ ໃຫ້ ຄົນ ນໍາ ຮອຍຕີນ ຂອງມັນ ໄປບໍ່ທັນ ເມື່ອ ມັນ ຮ້ອງ “ກ່ອງກ່ອຍ ກັ່ອງກັ່ອຍ” ຢູ່ ກໍ ເເປວ່າ ມັນຍັງ ບໍ່ ທັນກິນເທື່ອ ເເຕ່ ຢູ່ ໃນ ສະພາບ ປັດຈຸບັນ ນີ້ ຜີກັ່ອງກັ່ອຍ ກໍ ເລີ້ມຮ້ອງ “ກັ່ອງກັ່ອຍ ກັກ” ຫລືວ່າ ມັນ ເລີ້ມ ລົງມື ກິນເເລ້ວ ເມື່ອ ໄດ້ຍິນ ຄໍາວ່າ ກັກ ກໍ ເເປວ່າ ມັນ ກັດກິນໃສ້ ຂອງພວກ ຫົວຫນ້າ ຄນປທລ ໄປ ຫມົດເເລ້ວ

    ເເຕ່ ເມື່ອ ເວລາ ຂ້ອຍ ຍັງນ້ອຍ ຂ້ອຍ ເຫັນ ພໍ່ ເເລະ ເເມ່ ຂອງຂ້ອຍ ເອົາ ຄໍາເຂົ້າ ນ້ອຍ ສາມ ຄໍາ ( ພຣະພຸດ ພຣະທັມ ພຣະສົງ ) ໄປ ຕິດ ຈໍ້າໄວ້ ໃສ່ ຫລັກຮົ້ວ ເກືອບ ທຸກເຊົ້າ ຫລັງຈາກ ໄດ້ຕັກບາດ ໃຫ້ທານ ເເກ່ ພຣະພິກຂຸສົງ ທີ່ ຜ່ານກາຍມາ ບິນທະບາດ ເພິ່ນ ອະທິບາຍ ໃຫ້ ຂ້ອຍ ຟັງວ່າ ເເມ່ນ ການອຸທິດ ຜົນບຸນ ສົ່ງໃຫ້ ເເກ່ ເຈົ້າກັມນາຍເວນ ເເລະ ຈໍາພວກ ສັດ ນ້ອຍ ໃຫຍ່ ສັ້ນ ຍາວ ສູງ ຕໍ່າ ຢູ່ໃກ້ ຢູ່ໄກ ເຫັນ ດ້ວຍ ຕາເປົ່າ ເເລະ ບໍ່ເຫັນ ດ້ວຍ ຕາເປົ່າ ນັບ ທັງ ອະສຸຣາກາຍ ເປຣຕາ ເເລະ ສັດນາຣົກ ທີ່ ທົນທຸກ ທໍຣະມານ ຢູ່ ຊັ້ນຕໍ່າ ກາມໂລກາ ນຶ່ງ ສອງ ສາມ ສີ່ ໃນ ວົງລໍ້ ຂອງ ໂລກສົງສານ ຄໍາອຸດທິດ ກໍ ເເມ່ນ ເພື່ອ ໃຫ້ ໄດ້ ຮັບ ຄວາມປ້ອງກັນ ບໍ່ ໃຫ້ ມີ ຜີຮ່າ ຫລື ໂຣກລະບາດຮ້າຍ ເຂົ້າມາ ຊອກລັກ ກິນໄກ່

    ອັນນີ້ ກໍ ເເມ່ນ ສະຕິ ຣະວັງຕົວ ຂັ້ນ ພື້ນຖານ ເພື່ອ ຕໍ່ຕ້ານ ຜີຮ່າ ຫນ້າຮ້າຍ ມາເເຕ່ ປະເທດເເກວ ເເລະ ເພື່ອ ປ້ອງກັນ ຊີວິດ ເປັດ ໄກ ບໍ່ໃຫ້ ມາເເກມ ໃຫ້ເກີດ ເປັນ ຮ່າຕາຍ ຢູ່ ໃນລົກ ໃນຮັງ ຂອງ ລາວເຮົາ

    ສາທຸ ທາທຸ ສາທຸ ຂໍ ໃຫ້ ບ່ອນ ທີ່ ມີ ຄວາມທຸກທໍຣະມານ ຈົງ ໄດ້ ກາຍເປັນ ເເຫລ່ງ ເເຫ່ງ ຄວາມສຸກ ເເກ່ ທຸກ ຊີບຊີວິດ ດ້ວຍເຖີດ

    ພວກໄທບ້ານ ທີ່ ມັກ ພາກັນ ສອຍ ຮູ້ ຄໍາເວົ້າ ໃຊ້ສຽງດ່າ ວ່າ ບັກຜີຮ່າ ມຶງ ເພື່ອ ຂັບໄລ່ ໄຖຫົວ ໂຕ ຜີຮ່າ ໃຫ້ ຫລີກຫນີໄປ ໄກບ້ານ ໄກຊ່ອງ ບາງຄັ້ງ ສຽງຮ້ອງດ່າ ເເຮງ ຫລາຍ ຈົນພາໃຫ້ ໄກ່ ເເຕກລົກເເຕກຮັງ ເເລະ ຮ້ອງ ກະຕາກ ກະຕາກ ຂຶ້ນ ໄປ ພ້ອມໆ ກັນ ອີງໃສ່ ຕາມ ຄໍາເວົ້າ ຂອງ ພໍ່ເເມ່ ເພິ່ນ ວ່າ ເມື່ອ ຜີຮ່າ ມັນ ຕື່ນສຽງດ່າເເຮງ ສຽງຟົດສນັ່ນ ມັນ ກໍ ຫລົບຫນີ ໄປ ຖ້າ ເບິ່ງ ໃນ ຮູບ ດວງຈິດ ເເລ້ວ ຜີຮ່າ ກໍ ໄດ້ ເເກ່ ໂຕ ມາຍາ ທີ່ ກັ້ງບັງ ຈິດ ເເລະ ສະຕິ ບໍ່ໃຫ້ ຜ່ອງໃສ ບໍ່ໃຫ້ ຕື່ນບານ ເກີດຂຶ້ນຄືນ ໄດ້ ຫລື ບໍ່ ໃຫ້ ເປັນ ອິສຣະ ໄດ້

ຄໍາເວົ້າ ຄູ່ນຶ່ງ ຢູ່ ຄໍາດຽວ

  • ທີວາວັນ: ກ່ຽວກັບ ຄໍາເວົ້າ ຄູ່ນຶ່ງ ( ຄໍາຫນ້າ ກັບ ຄໍາວິພັດ ຫລື ຄໍາປັດຈັຍ) ມີ ຢູ່ ໃນ ຄໍາເວົ້າ ຄໍາດຽວ ເເລະ ມີ ຄວາມຫມາຍ ສອງຢ່າງນັ້ນ ຂ້ອຍ ຂໍ ເລົ່າ ເຣຶ່ອງນຶ່ງ ສູ່ ເຈົ້າ ຟັງ ດັ່ງນີ້ ຂ້ອຍ ເຄີຍ ໄດ້ຍິນ ຍາພໍ່ ຂ້ອຍ ເວົ້າ ເພື່ອ ຊັກຊວນກັນ ໄດ້ຫົວ ໄດ້ມ່ວນຊື່ນ ໂດຍ ທີ່ ຍົກເອົາ ຄໍາເວົ້າ ອັງກິດ ຄໍານຶ່ງ ຂຶ້ນ ມາ ກ່າວ ເຣຶ່ອງນີ້ ເກີດຂຶ້ນ ກ່ອນ ສມັຍ ເສິກ ອິນໂດຈີນ ຍັງ ມີ ຄົນອັງກິດ ສອງຄົນ ເຄີຍ ໄດ້ເຂົ້າໄປ ຊອກ ທໍາການ ຄົ້ນຄວ້າ ຢູ່ ເມືອງເເຖ່ງ ອີ່ພໍ່ ຂ້ອຍ ລາວ ໄດ້ຍິນ ພວກເຂົາ ລົມກັນ ວ່າ ເອີໂລນ (alone) ເພື່ອ ຢາກ ເຂົ້າໃຈ ດີ ວ່າ ພວກເຂົາເຈົ້າ ເວົ້າຫັຽງກັນ ລາວ ກໍ ເລີຍ ສອບຖາມ ນາຍພາສາ ທີ່ ຕິດຕາມ ໄປນໍາ ພວກເຂົາເຈົ້າ ວ່າ ຂ້ອຍ ໄດ້ຍິນ ພວກເຂົາ ລົມກັນ ວ່າ ເອີໂລນ ຄໍາເວົ້າ ເອີໂລນ ນີ້ ມັນ ເເປກັນ ວ່າ ຈັ່ງໃດ? ນາຍພາສາຕອບ ລາວ ວ່າ ຄໍານີ້ ຕີ ຄວາມຫມາຍ ໄດ້ວ່າ ຢູ່ປ່ຽວ ຢູ່ ງຽບເຫງົາ ຫລື ຢູ່ ຕາມ ພຽງ ລໍາພັງ ນັກຄົ້ນຄົ້ວ ທັງສອງ ກໍ ໃຫ້ ຄວາມສົນໃຈ ນໍາ ການໂອ້ລົມ ຄືກັນ ລາວ ສອບຖາມ ຕໍ່ໄປ ອີກວ່າ ຢູ່ ໃນ ຄໍາ ເອີໂລນ ຄໍາດຽວນີ້ ມັນ ເເບ່ງອອກ ໄປໄດ້ ເປັນ ສອງຄໍາ ຕໍ່ກັນ ຄື ພາສາ ລາວ ໄດ້ ບໍ? ນາຍພາສາ ຕອບ ລາວ ວ່າ ໄດ້ ຄືກັນ ຄື ຄໍາ ທາງຫນ້າ ເປັນ ເອີ ສົມກັບ ຄໍາ ຢູ່ ທາງຫລັງ ໂລນ ( ຫລື ໂອນ ສົມກັບ ໂລນ ALL + ONE ຫລື ຫລາຍ ຫລື ທັງຫມົດ ສົມ ກົບ ນຶ່ງ ) ຍາພໍ່ ຂອງ ທິວາວັນ ຊອກ ເເປ ຄໍາ ເອີໂລນ ໄປຕາມ ເເບບລາວ ຄິດ ເມື່ອ ຊອກ ເຂົ້າໃຈ ດີເເລ້ວ ລາວ ກໍ ໄດ້ ຄວາມຫມາຍ ໃຫມ່ ຂອງ ຄໍາ ເອີໂລນ ລາວ ວ່າ ຫລາຍ ກໍ ຄື ຫລາຍຄົນ ເເລະ ນຶ່ງ ກໍ ຄື ຄົນຜູ້ນຶ່ງ ຫລື ຄົນຜູ້ດຽວ ເມື່ອ ລາວ ເອົາ ສອງຄໍາ ນີ້ ມາໂຮມ ເຂົ້າກັນ ລາວ ກໍ ໄດ້ ຄໍາເເປ ວ່າ ຄົນຜູ້ນຶ່ງ ຢູ່ ຮ່ວມກັນ ກັບ ຄົນ ຫລາຍຄົນ 

    ເມື່ອ ພໍ່ ຂ້ອຍ ໄດ້ເຂົ້າໃຈ ດີເເລ້ວ ລາວ ກໍ ຕອບ ໄປວ່າ ຄົນນຶ່ງ ຢູ່ ຮ່ວມກັບ ຫລາຍຄົນ ເເລ້ວ ມັນ ຊິ ມີ ຄວາມຢູ່ປ່ຽວ ຄວາມຫງອຍເຫງົາ ໄປໄດ້ ຈັ່ງໃດກັນ ທ່ານເອີຍ? ພໍເມື່ອ ຫມົດທຸກຄົນ ໄດ້ຍິນ ຄໍາຕອບ ຂອງ ອີ່ພໍ່ ຂ້ອຍ ກໍ ພາກັນ ຫົວຂຶ້ນ ຫມົດເເຮງ ດ້ວຍ ຄວາມດີໃຈ ເເລ້ວ ນັກຄົ້ນຄວ້າ ທັງສອງ ກໍ ໄດ້ ພາກັນ ກ່າວວ່າ ຄົນລາວ ຜູ້ນີ້ ເປັນ ຄົນບ້ານນອກ ລາວ ຮູ້ ຄໍາເວົ້າ ອັງກິດ ພຽງ ຄໍາດຽວ ເທົ່ານັ້ນ ເເຕ່ ປານນັ້ນ ລາວ ກໍ ຍັງ ສາມາດ ຊອກ ເຂົ້າໃຈ ຄວາມເລິກເເລບ ຂອງ ພາສາ ອັງກິດ ໄດ້ ນອກນັ້ນ ລາວ ຍັງ ສາມາດ ເເປ ມັນ ອອກ ໄປໄດ້ ເເຕກຕ່າງ ຫລື ກົງກັນຂ້າມ ກັບ ຄໍາເວົ້າ ວ່າ ເປົ່າປ່ຽວ

    ຫານໄຊ ເຈົ້າ ເລົ່າ ນິທານ ຜີ ກັ່ອງກັ່ອຍ ໃຫ້ ຂ້ອຍ ຟັງຕື່ມອີກ ໄດ້ບໍ່?
  • ຫານໄຊ: ຂ້ອຍ ກໍ ພໍ ເຂົ້າໃຈ ໄດ້ ໃນ ສິ່ງ ທີ່ ຍາພໍ່ເຈົ້າ ຮູ້ ຄໍາເວົ້າ ອັງກິດ ພຽງເເຕ່ ຄໍາດຽວ ເເຕ່ ກໍ ຍັງ ສາມາດ ຊອກທາງ ເຂົ້າໃຈ ຕໍ່ ເຮັດໃຫ້ ຫມູ່ກອງ ເເລະ ຊາວ ຕ່າງດ້າວ ເເປກຫນ້າ ຫລື ເເຂກຄົນ ທີ່ ມາ ຢ້ຽມຢາມ ບ້ານຊ່ອງ ຂອງ ຊາວລາວ ໄດ້ ພາກັນ ຫົວ ດີໃຈ ໄປນໍາ ໄດ້ ຢ່າງ ມ່ວນຊື່ນ ຖ້າ ເຮົາຮູ້ ອະທິບາຍ ຄໍາເວົ້າ ຂອງ ລາວເຮົາ ເເຕ່ລະຄໍາໄດ້ ຢ່າງຄັກເເນ່ ເຮົາ ກໍ ຈະ ສາມາດ ເຂົ້າໃຈ ເລິກດີ ວ່າ ຄວາມເສົ້າ ຫລື ຄວາມຢູ່ປ່ຽວນັ້ນ ຫລື ເອີໂລນ ຫລື ຢູ່ເປົ່າປ່ຽວ ນັ້ນ ມັນ ມີ ຄວາມຫມາຍໃຫມ່ ວ່າ ຍິ້ມເເຍ້ມ ເເຈ່ມໃສ ຊ່ວຍ ເປັນ ຢາ ເຊີດຊູ ກໍາລັງໃຈ ຂຶ້ນ ໄດ້

    ເປົ່າ ກັບ ປ່ຽວ ມັນ ເປັນ ຄໍາເວົ້າ ສອງ ຄໍາ ທີ່ ຄູ່ຄຽງ ກັນໄປ ຕາມພາສາລາວ ເເລ້ວ ເປົ່າປ່ຽວ ເເປວ່າ ບໍ່ມີ ປ່ຽວ ( ເປົ່າ = ບໍ່ມີ ຫລື ສູນ ) ອີກປະການນຶ່ງ ຢູ່ ໃນ ຄໍາ ວ່າ ເປົ່າ ຫລື ເປົ່າສວ່າງນັ້ນ ມັນ ກໍ ມີ ຄວາມສຸກສະບາຍ ເປັນ ເເສງຮຸ່ງ ຢູ່ ໃນນັ້ນເເລ້ວ ອັນນີ້ ເເມ່ນ ຄວາມງາມ ຂອງ ພາສາ ລາວ ຄືວ່າ ຢູ່ ໃນ ຄໍາເວົ້າ ທີ່ ເຮົາ ຄິດວ່າ ເສົ້າ ມັນ ຕີ ຄວາມຫມາຍ ໄປ ເປັນ ຄວາມສຸກ ໄດ້ ( patrimoine des paradoxes lao ) ຄວາມຄິດ ກ່ຽວກັບ ປະເທດຊາດ ບ້ານເມືອງ ກໍ ເຊັ່ນດຽວກັນ ພວກເຮົາ ບໍ່ ໄດ້ຢູ່ ໂດດດ່ຽວ ຢູ່ປ່ຽວ ຢູ່ ຕາມ ລໍາພັງ ເເຕ່ຢ່າງໃດເລີຍ ພວກເຮົາ ຍັງມີ ປະຊາຊົນ ສ່ວນໃຫ່ຍ ອີກຫລາຍຄົນ ທີ່ ມີ ຄວາມນຶກຄິດ ດີ ມີ ສະຕິ ຕື່ນ ຄືກັນ ກັບ ພວກເຮົາ ທີ່ ສູ້ຊົນ ຊອກ ຕັ້ງ ຄໍາຖາມ ຊອກຄິດ ຊອກ ເຂົ້າໃຈ ບັນຫາ ເເລະ ຊີວິດ ຄວາມເປັນຕາຍ ຂອງ ປະເທດຊາດ ບ້ານເມືອງ ຂອງ ລາວເຮົາ ພວກເຮົາ ປວງ ປະຊາຊົນ ລາວ ຮັກຫອມ ສັນຕິພາບ ປະຊາທິປະໄຕເເທ້ ຮັກ ຄວາມເປັນຕົນເອງ ຮັກ ສິດທິ ພື້ນຖານ ໃນ ການເປັນຢູ່ ເເລະ ໃນ ການປາກເວົ້າ ອອກ ຄວາມຄິດ ຄວາມເຫັນ ປະຊາຊົນ ຄົນລາວ ຢູ່ ຕາມ ບ້ານນອກ ຂອກຄາເມ ມີ ຄວາມພາກພູມໃຈ ໃນ ຄວາມເປັນລາວ ຮູ້ອອກ ຄວາມຄິດ ຄວາມເຫັນ ໄດ້ ເປັນ ຢ່າງດີ ຕໍ່ຫນ້າ ຊາວອັງກິດ ຫລື ຊາວຕ່າງປະເທດ ເເລ້ວ ເປັຍຫຍັງ ພວກ ຫົວຫນ້າ ຄນປທລ ຈຶ່ງ ບໍ່ ກ້າ ອອກ ຄວາມຄິດ ຄວາມເຫັນ ເປັນ ຕົວເອງ ຢູ່ ຕໍ່ຫນ້າ ພວກ ເເກວ ສຫພອດຈ?

    ພວກ ທີ່ ມັກສອຍ ກໍ ຄົງ ຈະ ເວົ້າເພີ່ມ ອີກວ່າ ຮ້ວຍ ຄັນວ່າ ຄົນບ້ານນອກ ທີ່ ເຄີຍເຫັນ ຄົນອັງກິດ ພຽງ ເທື່ອດຽວ ບໍ່ ເຄີຍໄປ ອັງກິດ ເເຕ່ ພຽງ ຄັ້ງດຽວ ຊອກຮູ້ ພຽງເເຕ່ ຄໍາດຽວ ຊອກ ເຂົ້າໃຈ ຄໍາເເປ ຂອງ ຄໍາດຽວ ເເຕ່ວ່າ ກໍ ຍັງ ສາມາດ ຕີ ຄວາມຫມາຍ ກົງກັນຂ້າມ ກັບ ຄວາມຫນາຍເດີມ ຂອງ ຄໍາເວົ້າ ອັງກິດ ນັ້ນ ໄດ້ ເເລ້ວ ພວກຫົວຫນ້າ ຄນປທລ ທີ່ ເຄີຍ ໄດ້ໄປ ຮໍ່າຮຽນ ເກືອບຫມົດ ທຸກຄົນ ຢູ່ ຮາໂນຍ ເເລະ ປາກ ພາສາ ເເກວ ໄດ້ ໄວ ເເລະ ໄດ້ ລ່ຽນໄຫລ ປານ ກັບ ຂີ້ກະຕ່າຍ ຫລື ປານ ກະຕ່າຍຂີ້ ເເລ້ວ ເປັນຫຍັງ ພວກເພິ່ນ ຈຶ່ງ ບໍ່ ຊອກຢິບເອົາ ຄໍາເເກວ ຄໍານຶ່ງ ເເບບ ຄູ່ນຶ່ງ ຢູ່ ຄໍາດຽວ ເຊັ່ນ ຄໍາວ່າ ກືນກິນ ລາວ ເເລ້ວ ຕົນ ຕ້ອງ ສາມາດ ຕີ ຄວາມຫນາຍ ກົງກັນຂ້າມ ໃຫ້ ໄດ້ ເເບບ ຍາພໍ່ ຂອງ ທິວາວັນ ໄດ້ວ່າ ພວກເເກວ ມັນ ກືນກິນ ລາວ ບໍ່ ໄດ້ ເພາະວ່າ ພວກເເກວ ຈະ ພຍາຍາມ ກືນ ພວກ ມັນ ກໍ ຈະ ມີ ກ້າງ ຄາ ຄໍ ຫລື ມີ ເເນວ ອັດ ຄໍ ຂອງ ພວກເຂົາ

    ເຖິງເເມ່ນວ່າ ຈະ ບໍ່ ມີ ຄໍາເວົ້າ ເເກວ ສອດຄ່ອງ ກັບ ຄໍາເວົ້າ ນີ້ ຢ່າງນ້ອຍ ກໍ ຕ້ອງ ໃຊ້ ສະຕິຕື່ນ ຊອກເເປ ອອກ ໃຫ້ໄດ້

    ມີ ຄົນສອຍ ອີກຄົນນຶ່ງ ກ່າວ ຕໍ່ໄປ ວ່າ ອັນ ທີ່ ໂຕ ເວົ້າໄປ ນັ້ນ ມັນ ກໍ ງົດງາມເເທ້ ເເລະ ເປັນໄປ ໄດ້ ເເທ້ ເເຕ່ ໂຕ ເວົ້າວ່າ ສະຕິຕື່ນ ອັນວ່າ ສະຕິ ຂອງ ພວກ ຫົວຫນ້າ ຄນປທລ ນັ້ນ ມັນ ຈະ ຕື່ນ ເປັນໄດ້ ຈັ່ງໃດກັນ ຫມູ່ ເອີຍ! ຢູ່ ໃນ ຄໍາ ຄນປທລ ມັນ ມີ ໂຕ ຄນປທລ ຫລື ຄນະ ປູ້ ທຸກລາຍ ຫມູ່ເອີຍ! ພວກ ຫົວຫນ້າ ຄນປທລ ບໍ່ ເເມ່ນ ຍາພໍ່ ຂອງ ດຣ ທິວາວັນ! ຖ້າ ເເມ່ນ ເພິ່ນ ຢູ່ ໃນ ທີ່ ນັ້ນ ເພິ່ນ ຄົງ ກ່າວ ວ່າ ກືນນໍ້າ ມັນ ກືນໄດ້ ເເຕ່ ກືນ ລາວ ອາດ ເເມ່ນ ຄົນ ຫລື ເເຜ່ນດິນ ມັນກືນ ບໍ່ ໄດ້ ອັນນີ້ ມັນ ກໍ ເເມ່ນ ພຽງເເຕ່ ຄໍາ ວ່າ ຕ້ອງການ ຕໍ່ສູ້ ເພື່ອ ໃຫ້ ໄດ້ ຄໍາຕອບ ເເລະ ຕ້ອງ ໃຫ້ ມີ ຄໍາຕອບ!

    ຫານໄຊ ໄດ້ເລົ່າ ນິທານ ຊຽງຫມ້ຽງ ເເລະ ນາງ ຜີ ກັ່ງກັ່ອຍ ເເກວ ສູ່ ທິວາວັນ ຟັງ ໂດຍ ສະເພາະ ກໍ ເເມ່ນ ຜີ ກັ່ອງກັ່ອຍ ຈັບ ຊຽງຫມ້ຽງ ເອົາໄປ ເປັນຜົວ ບ່ອນ ທີ່ ມັນ ຈັບໃຈ ກໍ ເເມ່ນ ຕອນ ທີ່ ມີ ໄທບ້ານ ໄທເມືອງ ພາກັນ ສອຍຕື່ມ ວ່າ ນາງ ຜີກັ່ອງກັ່ອຍ ເເກວ ມັກ ກິນ ຫມາ ເເຕ່ວ່າ ບໍ່ ມັກ ເຄືອຕົດຫມາ ເເຕ່ ກໍ ເປັນຫນ້າ ເເປກປລາດໃຈ ຫລາຍ ຢູ່ຄີກັນ!

    ເວົ້າ ເຣຶ່ອງ ສອຍນີ້ ມັນ ພັດຊໍ້າ ມີ ສອຍເເລ້ວ ສອຍອີກ ຍັງ ມີ ເຖົ້າ ສລອກກອກ ອີກຜູ້ນຶ່ງ ເພີ່ມຕໍ່ ສອຍໄປ ອີກວ່າ ເວົ້າສອຍ ຢູ່ ກາງບ້ານ ໄກຫູ ໄກຕາ ພວກ ພຍາ ຜະເດັດການ ເເລະ ພວກເສນາຫມາກຂີ້ກາເເກວ ນັ້ນ ກໍ ພໍເປັນໄປໄດ້ຢູ່ ເເຕ່ຖ້າ ໃຜ ຜູ້ໃດ ກ້າຫານ ໄປສອຍ ຕໍ່ຫນ້າ ພວກເພິ່ນເເລ້ວ ຜູ້ນັ້ນ ກໍ ຈະ ຕ້ອງຖືກ ພວກເສນາຫມາກຂີ້ກາ ເເກວ ເອີ້ນ ດ່າ ວ່າ ກູຊິເຕະ ບັກນີ້ ລົງເຮືອນໄປກ່ອນນາ ມັນ ຄືວ່າ ເວົ້າເກັ່ງ ກວ່າ ພວກກູ ເອົາເເທ້ໆ ຫລືວ່າ ພວກເຂົາ ຈະຕ້ອງ ເອົາຢາເບື່ອ ໃຫ້ກິນ ຈົນຕາຍ ເສັຽຖິ້ມ ໄປ ລ້າໆ ຢ່າງເເນ່ນອນ!
  • ທິວາວັນ: ຫານໄຊ ຊ່ວຍ ອະທິບາຍ ຄວາມສໍາຄັນ ຂອງ ຄໍາວ່າ ສອຍ ນີ້ ຕື່ມອີກ ໄດ້ ບໍ?
  • ຫານໄຊ: ຄໍາວ່າ ສອຍນັ້ນ ເເປໄດ້ວ່າ ມີ ອິສຣະພາບ ໃນ ການປາກເວົ້າ ສອດໃສ່ ເພີ່ມ ເເບບ ຕາມໃຈມັກ ຕາມໃຈຊອບ ເເມ່ນ ບໍ ທີວາວັນ ? ຂ້ອຍເອງ ກໍ ບໍ່ ເຄີຍຮູ້ ການເມືອງ ເເລະ ບໍ່ ຮູ້ ຂີດຂຽນ ການເມືອງ ອີ່ຫຍັງດອກ ອັນນີ້ ເເມ່ນ ຂ້ອຍເວົ້າ ຕາມ ຂ້ອຍ ຄິດ ເອົາເອງ ຕາມ ທີ່ ຂ້ອຍ ມັກເອງ
  • ທິວາວັນ: ເເມ່ນເເທ້! ຫານໄຊ ຈັ່ງເເມ່ນ ເຈົ້າ ເລົ່າ ນິທານ ຜີ ກັ່ອງກັ່ອຍ ໄດ້ ຢ່າງ ຈັບໃຈ ເເລະ ນຽບນຽນດີ ເຮົາ ຄວນ ຮູ້ ຊອກ ຖອດຖອນ ບົດຮຽນ ທີ່ ມີ ປໂຍດ ດີ ເພື່ອ ສ່ວນຮວມ ເອົາໄວ້ ສ່ວນ ຂ້ອຍເອງ ກໍ ຢາກ ໄປ ຊອກຈອບ ຢາມເບັດ ຢາມໄຊ ຂອງ ເຈົ້າ ຄືກັນ ເເຕ່ວ່າ ຂ້ອຍ ຈະ ເປັນ ຕົນຕົວ ຂອງ ຂ້ອຍເອງ ຄື ເຈົ້າ ເຫັນ ສົດໆ ຮ້ອນໆ ເເບບຈັບໄດ້ ບາຍໄດ້ ຄື ດຽວນີ້ ເເລ ກ່ອນອື່ນ ຂ້ອຍ ຈະ ໄປຊອກ ຄຸບເອົາ ເຈົ້າ ກ່ອນ ເພື່ອ ເອົາ ເຈົ້າ ມາ ເປັນຜົວ ເເລ້ວ ຫລັງຈາກນັ້ນ ຈຶ່ງ ຄ່ອຍ ໄປ ຢາມເບັດ ຢາມໄຊ ເພື່ອ ໃຫ້ ໄດ້ ປາຄໍ່ ໃຫຍ່ ມາກິນ ນໍາກັນ ຂ້ອຍ ກໍ ຊິເເອບ ໃຊ້ ວິທີ ເວົ້າປີ້ນ ເເລະ ເຮັດປີ້ນ ເເບບ ຂ້ອຍ ຫງາຍຂວໍ້າ ເຈົ້າ ຂວໍ້າຫງາຍ ເຈົ້າ ເອົາ ຕີນ ປິ່ນໄປ ທາງ ຫົວຂ້ອຍ ເອົາ ຫົວ ປິ່ນໄປ ທາງ ທ້າຍ ຫລື ປິ່ນໄປ ທາງ ປາຍຕີນ ຄື ນາງ ຜີ ກັ່ອງກັ່ອຍ!

ເມື່ອ ໄດ້ ຍິນ ຄໍາເວົ້າ ທີ່ ຊິນເຊີຍ ເຊັ່ນວ່າ ນໍ້າ ໄມ້ຕາຍ ປາ ຂ້ອງ ປີ້ງປາ ເເຈ່ວໂອດ ເບັດ ຫນອນຕາມເບັດ ຕາເວັນອອກ ຜູ້ດຽວ ຢູ່ກັບຫມູ່ ປ່າໄມ້ ເຮືອ ຫົວເຮືອ ທ້າຍເຮືອ ມັນ ກໍ ພາ ໃຫ້ ຫານໄຊ ຫວນຄິດ ກັບ ໄປຫາ ສຸກໃຈ ເເລະ ໄພວັນ ເພື່ອນຮັກ ຂອງຕົນ ທີ່ ກໍາລັງ ຕຶກປາ ຢູ່ ໃກ້ ທິດທາງ ຕາເວັນອອກ ຂອງ ເຂື່ອນນໍ້າງື່ມ ເພາະວ່າ ສຽງ ກອນ ລໍາເຣື່ອງ ໄປ ຫາປາ ເເລະ ລໍາເດີນດົງ ນັ້ນ ມັນ ຍັງ ດັງກ້ອງ ຄ່ອຍໆ ມ່ວນ ອອນຊອນ ຢູ່ ໃນ ຮູຫູ ຂອງ ເຂົາ ຢູ່ ຕລອດ ມາ

ຫານໄຊ ບໍ່ ໄດ້ ຄິດ ກັບ ໄປ ຖາມ ຄວາມຄິດເຫັນ ນໍາ ໄພວັນ ເເລະ ສຸກໃຈ ອີກ ຕື່ມ ເຂົາ ເປັນ ຕົນເອງ ເເລະ ຄິດ ເອງ ໄດ້ ເຂົາ ຮູ້ຟັງ ບໍ່ຕິດ ຮູ້ຄິດ ບໍ່ຕິດ ຮູ້ ເບິ່ງ ຄວາມຈິງເເທ້ ເເກ້ ເປັນ ຂອງ ຄວາມຕິດຮ້າຍ ໂພດ ຕິດດີ ໂພດ ເເລະ ຮູ້ ຢິບເອົາ ເເຕ່ ຄວາມຄິດ ທີ່ ເປັນ ປໂຍດ ນໍາເອົາ ໄປ ໃຊ້ ເຂົາ ບໍ່ ໄປ ຫລົງຕິດ ເເບບ ຄື ຖືກຕິດ ສເນ ຫານໄຊ ຮູ້ ເວົ້າ ຮູ້ ມາຍອອກ ເປັນ ເເກ້ໂສ້ ອອກຈາກໂຕ ເປັນ ໂດຍ ບໍ່ ໃຫ້ ຖືກ ຄາຕົວ ຕິດຄຸກທັງເປັນ ທາງກາຍ ເເລະ ໃຈ! ພວກ ຫົວຫນ້າ ຄນປທລ ຄື ວ່າ ໄປ ຖືກ ສເນ ອັນຮ້າຍເເຮງ ຂອງ ພວກ ຫມໍມົນ ເຖື່ອນ ຫນ້າຮ້າຍ ຂອງ ກສຫພອດຈ ໃນ ນັ້ນ ກໍ ມີ ສເນ ເກັ້ຽກ່ອມ ດູດດຶງ ຈິດໃຈ ໃຫ້ ຕິດ ນໍາ ຄໍາເວົ້າ ສເນ ຕິດ ນະໂຍບາຍ ການເມືອງ ສເນ ເຮັດ ໃຫ້ ຫລົງມັກ ຫລົງຮັກ ຖ້າເເມ່ນ ຜູ້ເເສ້ ຜູ້ສາວງາມ ກໍ ເເມ່ນ ເກີດ ອາຣົມ ຮ້ອນເເຮງ ຮັກ ເເລະ ອິດສາ ຣິສຍາ ຫວງເເຫນ ໄວ້ ກິນ ເເຕ່ ຜູ້ດຽວ ຢາກເເຮງ ກາມຣົມ[ກາມ-ມະ-ຣົມ] ເເຮງ ຈົນນໍ້າ ພລັງ ກາມຣົມ ເເລ່ນໄຫລ ເມືອກ ປຽກ ເເຮງ ຖ້ວມ ຄວາມຢາກ ຫລົງ ຮັກ ລະເມີ ໄປ ຫລົງ ເປີດເເບ ຕີ່ ໃຫ້ ຜູ້ ບ່າວ ນອນ ເຮັດ ຂອງ ໂຕ ລ້າໆ ເຮັດເເລ້ວ ພັດ ເຮັດ ອີກ ບໍ່ ຮູ້ ອີ່ມ ຮູ້ ເມື່ອຍ ເປັນ ຢ່າງ ບໍ່ ຮູ້ ເມື່ອຄີງ ເເລ້ວ ມີ ອີ່ຫຍັງ ເປັນ ມໍຣະດົກ ເປັນ ເຄື່ອງ ມີ ຄ່າ ຣາຄາ ກໍ ເກັບ ເອົາໄປ ມອບ ຖະນຸຖນອມ ໃຫ້ ເຂົາ ໄດ້ຢູ່ໄດ້ກິນ ຈົນ ຫມົດ ເນື້ອ ປະດາຕົວ ສິ້ນຕົວ ຢູ່ ໃນ ກໍຣະນີ ຜູ້ຊາຍ ກໍ ເກືອບ ເປັນ ເຊັ່ນ ດຽວກັນ ຕ່າງ ຢູ່ ເເຕ່ວ່າ ຄວາມອິດສາ ເເລະ ຫວງເເຫນ ນັ້ນ ມັນ ຮຸນເເຮງ ກວ່າ ຜູ້ຍິງ ອິດສາ ຈົນ ເຖິງ ຂັ້ນ ສາມາດ ກາຍເປັນ ຄາຕກອນ ໄດ້ ເເລະ ຊອກ ຂາຍ ມູນ ຂອງ ພໍ່ເເມ່ ຄອບຄົວ ໄປ ໃຫ້ ຜູ້ ທີ່ ຕົນ ຕິດ ຮັກ ຖ້າ ເເມ່ນ ຂັ້ນ ຜູ້ນໍາ ມີ ອໍານາດ ກໍ ເເມ່ນ ໄປ ຊອກ ເຂັນຂ້າ ຂົ່ມເຫັງ ເຕັງເຕັກ ຍາດເເຍ່ງ ເອົາ ລູກສາວ ເເລະ ຊັບສິນສ້າງ ຫລື ມູນມໍຣະດົກ ຂອງ ປະຊາຊົນ ພົລເມືອງ ເເລະ ຂອງ ຊາດ ເພື່ອ ເອົາ ຖວາຍ ເປັນ ຄື ເຄື່ອງ ບັນນາການ ໃຫ້ ເເກ່ ກສຫພອດຈ ໃຫ້ ເຂົາ ຮັກ ເຂົາຫອມ ເພາະ ຢ້ານ ວ່າ ໂຕ ມີ ກິ່ນ ຄາວ ຄື ຜີ ຄາງຄາວ ຫລື ຄັງຄາວ ຫລື ຄ້າງຄາວ ສເນ ທີ່ ພວກ ກສຫພອດຈ ເອົາມາ ທາຕິດ ໃສ່ ພວກ ຫົວຫນ້າ ຄນປທລ ນັ້ນ ກໍ ເເມ່ນ ສເນ ນວດ ນໍ້າມັນ ຜີ ຕາຍຫຸງ ຫລື ນໍ້າມັນພາຍ ນວດ ສເນຈັນ ເເລະ ຮ້າຍເເຮງ ທີ່ສຸດ ກໍ ເເມ່ນ ສເນ ຢາເເຝດ ( ເພາະ ໄກສອນ ກໍ ເຄີຍ ໄດ້ ໄປ ກ່າວ ເທື່ອນຶ່ງ ເເລ້ວ ຣະຫວ່າງ ປີ ໑໙໕໕ ເເລະ ໑໙໕໖ ຢູ່ ຮາໂນຍ ວ່າ ຕົນ ເເລະ ຫົວຫນ້າ ອື່ນໆ ຂອງ ຄນປທລ ຫລື ນລຮຊ ເປັນ ຄື ລູກ ຝາເເຝດ ກັບ ພວກ ຫົວຫນ້າ ກສຫພອດຈ )

ຄື ວ່າ ຫມໍມົນ ຫມໍຜີ ເເກວ ເພາະ ພວກ ຜະເດັດການ ມັນ ກໍ ຮ້າຍກາດ ເປັນ ລ້ານເທົ່າ ກວ່າ ຫມໍ ສເນ ຢູ່ ເເລ້ວ ພວກຫມໍ ສເນ ເຖື່ອນ ຂອງ ກສຫພອດຈ ນີ້ ມັນ ໄດ້ ເອົາ ຮູບປັ້ນ ເປັນ ຫຸ່ນ ຂອງ ຫົວຫນ້າ ຄນປທລ ເເຕ່ ລະ ຄົນ ມາ ມັດຕິດ ໃສ່ ຮູບປັ້ນ ເປັນ ຫຸ່ນ ຂອງ ພວກ ຫົວຫນ້າ ກສຫພອດຈ ຫລື ມັດຕິດ ໃສ່ ຮູບຫຸ່ນ ຜູ້ ສາວ ກສຫພອດຈ ເເລ້ວ ເອົາໄປ ສູດ ເອົາ ໄປ ຂາງ ລົນໄຟ ໃຫ້ ມັນ ເກີດ ມີ ຄວາມຮ້ອນຮົນ ຮ້ອນອົກຮ້ອນໃຈ ໃຫ້ ຕິດຄາ ໃຫ້ ຕາຍໃຈ ໃຫ້ ເປັນບ້າ ເປັນປ່ວງ ເຮັດໃຫ້ ກິນບໍ່ໄດ້ ນອນບໍ່ຫລັບ ຫລື ເເເບບ ບໍ່ ເປັນ ອັນກິນ ອັນນອນ ເຮັດ ໃຫ້ ຝັນ ຫລົງ ປ່ວງ ໄປ ຫາ ເເຕ່ ຜູ້ ສາວເເກວ ເເລະ ນະໂຍບາຍ ການເມືອງ ຜະເດັດການ ຂອງ ເເກວ ເຊັ່ນ ວ່າ ຖ້າ ບໍ່ ເຫັນ ຄົນຮັກເເກວ ບໍ່ ໄດ້ ເວົ້າ ພາສາ ເເກວ ບໍ່ ໄດ້ ຖ່ອງ ນະໂຍບາຍ ການເມືອງ ເເກວ ບໍ່ ໄດ້ ຖ່ອງ ບົດ ຫນັງ ຕະລຸງ ໂຮເເກວ ຫລິ້ນ ຢູ່ ສະນໍ້າ ພຽງ ເເຕ່ ມື້ ດຽວ ກໍ ເກີດ ມີ ຄວາມຂົມຂື່ນ ເສົ້າໃຈ ສເນ ຢາເເຝດ ນີ້ ສ່ວນມາກ ກໍ ເເມ່ນ ວ່າ ຫມໍມົນ ເເກວ ມັນ ມັກ ເອົາໄປ ເຊື່ອງຊ້ອນໄວ້ ຢູ່ ກ້ອງ ຕຽງນອນ ຫລື ຢູ່ ກ້ອງ ຫມອນນອນ ຂອງ ພວກ ຫົວຫນ້າ ຄນປທລ ຢູ່ ໃນ ຖໍ້າ ບໍຣິເວນ ເມືອງ ວຽງໄຊ

ຕັ້ງເເຕ່ ທຸງ ກສຫພອດຈ ເເລະ ທຸງ ຄນປທລ ກໍ ຍັງ ເອົາຕິດ ຄູ່ຄຽງກັນ ເປັນ ຄູ່ເເຝດ ຮ່ວມກັນໄວ້

ທິວາວັນ ເເລະ ຫານໄຊ ໄດ້ໃຊ້ ຄໍາເວົ້າ ທີ່ ເເຫລມຄົມ ຂົມດີ ເເທ້ ຄື ບີ ( ລາບ ໃສ່ ເພັ້ຽ ບໍ່ ຂົມຂື່ນ ປານ ບີ ) ຂື່ນ ຄື ຫມາກ ເຂືອຂື່ນ ຂົມ ຄື ຫມາກ ເເຄ້ງຂົມ ຂົມ ປານ ຫມາກ ລີ້ນໄມ້ ເເລະ ຂົມ ຄື ເຄືອເຂົາຮໍ ເເຕ່ ໃນ ນາມ ທີ່ ຕົນ ເປັນ ທ່ານຫມໍ ທິວາວັນ ກໍ ຮູ້ ດີ ວ່າ ຮາກໄມ້ ຫລື ຫມາກໄມ້ ຫລື ເຄືອ ທີ່ ຂົມ ນັ້ນ ມັນ ເປັນ ຢາ ປິ່ນປົວ ພຍາດ ລໍາໄສ້ ເເລະ ປົວ ຄວາມກົດດັນ ສູງ ຂອງ ເສັ້ນ ໂລຫິດ ໃຫ້ ຫາຍ ຊວ່ງເຊົາ ໄດ້ ເປັນ ຢ່າງ ດີ

ລໍາໄສ້ ປະຊາຊົນ ຄົນລາວ ໃນ ປະເທດຊາດ ກໍ ປຽບທຽບ ໃສ່ ໄດ້ ຄືກັນ ກັບ ລໍາໄສ້ ຂອງ ຜືນເເຜ່ນດິນ ຂອງ ຊາດລາວ ຖ້າຫາກວ່າ ປະຊາຊົນລາວ ຫາກ ບໍ່ ຮູ້ສຶກ ມີ ຄວາມຂົມຂື່ນ ຄື ຮູ້ ໃຊ້ ປັນຍາ ເເລະ ຄວາມຄິດ ຂົມ ເປັນ ຄື ຢາ ຂົມ ປິ່ນປົວ ລໍາໄສ້ ຂອງ ຊາດ ເເລ້ວ ອີກບໍ່ນານ ລໍາໄສ້ ຂອງ ປະເທດ-ຊາດ ລາວ ( Etat Nation Lao ) ກໍ ຈະ ຖືກຕັດ ໃຫ້ ສັ້ນເຂົ້າ ເເລະ ກຸດເຂົ້າ ເເລ້ວ ປະຊາຊົນ ລາວ ກໍ ຈະ ໄດ້ ຮັບ ຄວາມເສັຽໃຈ ນອນຕະເເຄງ ຮ້ອງໄຫ້ ຈົນຫມົດ ບໍ່ ນໍ້າຕາ ຢ່າງ ຂົມຂື່ນ ຫມື່ນເທົ້າ ລ້ານເທົ້າ ລື່ນ ຫນ່ວຍ ຫມາກເເຄ້ງຂົມ ທີ່ ເເມ່ຄົວລາວ ເກັບ ໄປ ໃສ່ ຫມໍ້ ເອາະຫລາມ ປັບປຸງ ສູ່ ຄອບຄົວ ລາວ ໃຫ້ ໄດ້ຢູ່ໄດ້ກິນ ເເຕ່ ລະມື້ ເເຕ່ ລະວັນ

ປັດຈຸບັນ ນີ້ ລໍາໄສ້ ຂອງ ພວກ ຫົວຫນ້າ ຄນປທລ ນັ້ນ ຖືກ ກສຫພອດຈ ຕັດຖິ້ມ ເສັຽໄປ ຫມົດເເລ້ວ ລໍາໄສ້ ປຽບທຽບ ໃສ່ ໄດ້ ຄືກັນ ກັບ ສມອງ ຫນ່ວຍ ທີສອງ ຂອງ ຮ່າງກາຍ ລໍາໄສ້ ກຸດ ກໍ ຄື ຄວາມຄິດ ກຸດ ຄວາມຄິດ ປູ້ ປັນຍາ ປູ້ ບໍ່ ມີ ມັນສມອງ ປະຊາຊົນ ລາວ ມີ ຄວາມກັງວົນໃຈ ຍັງ ຮູ້ ຮ້ອງໄຫ້ ເເຕ່ ພວກຫົວຫນ້າ ຄນປທລ ບໍ່ ມີ ຮອດ ຄວາມຮູ້ສຶກ ວ່າ ຢາກ ໄຫ້ ເເລະ ບໍ່ ມີ ສິດ ຮອດ ຊິກ້າ ໄຫ້ ຕໍ່ຫນ້າ ກສຫພອດຈ

ຫານໄຊ ເເລະ ທິວາວັນ ດຸຫມັ່ນ ລົມກັນ ເລື້ອຍ ຄວາມຄິດ ນັ້ນ ກໍ ຫລ່ຽນໄຫລ ເເຮງດີ ຄື ກັນກັບ ນໍ້າ ຕົກຕາດ ຄວາມຄິດ ຫລ່ຽນໄຫລ ເເຈ້ງ ດີ ຊ່ວຍ ໃຫ້ ຈິດ ສໍານຶກ ຮຸ່ງ ກາຍເປັນ ເເສງ ປັນຍາ ຮຸ່ງ ຂຶ້ນມາ ໄດ້ ພວກເຂົາ ທັງສອງ ທົບທວນ ປັນຍາ ລູກສາວ ເເລະ ປັນຍາ ເເມ່ ຄືນ ອີກ ເທື່ອນຶ່ງ ເພາະ ເຫັນ ວ່າ ມັນ ມີ ຄວາມສໍາຄັນ ຈິດ ທີ່ ເຮົາ ມີ ມາ ເເຕ່ ດຶກດໍາບັນ ນັ້ນ ເເມ່ນ ຈິດ ພຸທເຈົ້າ ຫລື ຈິດ ຕື່ນ ເບີກບານ ເເຕ່ ມັນ ຍັງ ຖືກ ກັກຂັງ ບໍ່ ທັນ ຖືກ ປົດປ່ອຍ ອອກ ຈາກ ການຄຸມຂັງ ຂອງ ເງົາ ອັນ ມືດມົວ ຂອງ ມວນມາຍາ ກໍ ປຽບທຽບ ໃສ່ ໄດ້ ຄືດັ່ງ ປັນຍາ ລູກສາວ ທີ່ ຍັງ ບໍ່ ທັນ ຮຸ່ງ ປັນຍາ ທີ່ ຮຸ່ງ ເບີກບານ ຫລື ປັນຍາ ເປັນ ນິບພານ ມາ ເເຕ່ ດຶກດໍາບັນ ນັ້ນ ກໍ ປຽບທຽບ ໃສ່ ໄດ້ ຄືກັນ ກັບ ປັນຍາ ເເມ່ ທັງສອງ ປັນຍາ ເເມ່ ເເລະ ລູກ ບໍ່ ໄດ້ ຢູ່ ຫ່າງໄກ ກັນ ເເມ່ ກໍ ຊອກຫາ ລູກ ເເລະ ລູກ ກໍ ຊອກຫາ ເເມ່ ທັງສອງ ຊົດຊ່ວຍ ກັນໄດ້ ລູກ ຮັບໃຊ້ ໃຫ້ ຄວາມສຸກ ເເກ່ ເເມ່ ໄດ້ ລູກ ຮັບໃຊ້ ຍອມ ຮັບທຸກ ເເທນ ເເມ່ ໄດ້ ສ່ວນ ເເມ່ ກໍ ມີ ສະຕິຕື່ນ ເຊັ່ນດຽວກັນ

ເມື່ອ ເເມ່ ບໍ່ ເຫັນລູກ ເເມ່ ຈະ ບໍ່ ກ່າວ ວ່າ ອີ່ ລູກ ມັນ ຊິ ໄປ ຕາຍ ຢູ່ ໃສ ກໍ ຕາມ ຊ່າງ ມັນ ເທາະ ເເມ່ ຊອກ ສືບທາວ ຄົ້ນຫາ ລູກ ເເມ່ນ ຈະ ໄປ ຢູ່ ໄກ ຈາກ ບ້ານເກີດເມືອງນອນ ປານໃດ ກໍ ຕາມ ການ ຮັບຮູ້ ວ່າ ເເມ່ນ ເຊື້ອສາຍ ດຽວກັນ ການ ມີ ບຸນຄຸນ ເເລະ ການ ບໍ່ ເນຣະຄຸນ ເປັນ ປັນຍາ ຮ່ວມ ຣະຫວ່າງ ເເມ່ ເເລະ ລູກ ຢູ່ ຣະຫວ່າງ ກາງ ເເມ່ ເເລະ ລູກ ມັນ ກໍ ຈະ ມີ ຄື ພລັງ ເເສງໄຟ ຊຶ່ງ ປຽບທຽບ ໃສ່ ໄດ້ ຄືກັນ ກັບ ໄມ້ຂີດໄຟ ຫລື ພລັງ ເເຮງຮຸ່ງ ຂອງ ສະມາທິ ປັນຍາ ລູກສາວ ຈະ ຕື່ນ ເບີກບານ ໄດ້ ກໍ ເເຕ່ ໃນ ເມື່ອ ໄດ້ ເຂົ້າ ໄປ ຈຸຈອດ ກັບ ປັນຍາ ເເມ່ ໃນ ຍາມ ສະມາທິ ວິປັສນາ ຫລື ໃນ ຍາມ ເຖິງ ເເກ່ ການ ລາລັບດັບຂັນ ເເຕ່ວ່າ ກ່ອນ ຈະ ໃຫ້ ເກີດຜົນ ຈິງ ຂຶ້ນໄດ້ ໃນ ຕອນນີ້ ກໍ ຕ້ອງ ໄດ້ ຫັດຊ້ອມ ສະມາທິ ວິປັສນາ ໄວ້ ຢ່າງ ເຄັ່ງຄັດ ເເລະ ຢ່າງ ເອົາໃຈໃສ່ ຄັກເເນ່ ກ່ອນ ຕັ້ງເເຕ່ ເມື່ອ ຕອນ ທີ່ ຕົນ ຍັງ ມີ ຊີວິດ ເເລະ ຍັງ ມີ ເຫື່ອເເຮງ ສາມາດ ປະຕິບັດ ໄດ້ ຢູ່ ນັ້ນ ( ເຮົາ ຈະ ສັງເກດ ເຫັນ ການພົວພັນ ຕ້ອງການ ເພິ່ງພາ ອາສັຍ ເຊິ່ງກັນເເລະກັນ ຈຸຈອດ ຕິດຕາມ ກັນ ໄປ ຣະຫວ່າງ ປັນຍາ ລູກ ເເລະ ປັນຍາ ເເມ່ ນີ້ ຢູ່ ໃນ ມະຫາສັກຣາດ ເຮົາ ຈະ ເຫັນ ເເມ່ມື້ ນັບ ເເຕ່ ຊ້າຍ ຫາ ຂວາ ເເລະ ລູກມື້ ນັບ ເເຕ່ ເທິງ ລົງລຸ່ມ ລູກ ນໍາ ເເມ່ ເເມ່ ນໍາ ລູກ ຢູ່ ຕລອດ ໄປ ດັ່ງນີ້ ມັນ ຈຶ່ງ ເກີດ ມີ ປັນຍາ ຮຸ່ງ ເປັນ ປໂຍດ ໃຫ້ ຮູ້ ກະ ເກນ ຮູ້ຈັກ ນັບ ໄລ່ ມື້ ໄລ່ ວັນ ເວລາ ໃຫ້ ຖືກຕ້ອງ ຖືກ ບ່ອນ ຖືກ ທີ່ ເເລະ ຍັງ ຊໍ່ຊີ້ ໃຫ້ ເຫັນ ຄວາມບໍ່ຖືກຕ້ອງ ເເຈ້ງ ຂຶ້ນ ໄດ້ ຄືກັນ ເຊັ່ນ ການປຽບທຽບ ເອົາໄດ້ ຄື ວ່າ ດິນລາວ ຢູ່ ບ່ອນ ດິນລາວ ຢູ່ ເເຜນທີ່ ລາວ ດິນ ເເກວ ເເມ່ນ ຢູ່ ບ່ອນ ດິນເເກວ ຢູ່ ເເຜນທີ່ ເເກວ ມັນ ບໍ່ ເປັນ ຄືກັນ ກັບ ເເມ່ ເເລະ ລູກ )

ເມື່ອ ຫານໄຊ ເເລະ ທິວາວັນ ໄດ້ ໂອ້ລົມ ກັນ ໄປ ເເລກປ່ຽນ ຄໍາເວົ້າ ກັນ ໄປ ທັງ ສອງທາງ ທາງຊ້າຍ ຫາ ທາງຂວາ ທາງຂວາ ຫາ ທາງຊ້າຍ ທາງລຸ່ມ ຫງາຍຫນ້າ ຂຶ້ນ ຫາ ເທິງ ເເລະ ທາງເທິງ ຂວໍ້າຫນ້າ ລົງ ຫາ ທາງ ລຸ່ມ ຈົນເກີດ ເປັນ ຄວາມສຸກໃຈ ເກີດ ເປັນ ສວັນ ຢູ່ ຊັ້ນສູງ ໃນ ຈິດໃຈ ເເລ້ວ ຄວາມສຸກໃຈ ກໍ ຜາກົດ ເກີດຂຶ້ນ ເປັນ ຄືດັ່ງ ວ່າ ພວກເຂົາ ທັງສອງ ໄດ້ໄປ ເລາະ ກິນ ອາກາດ ຫາຍໃຈ ເຂົ້າອອກ ຫັນໃຈ ສືບກິນ ດົມກິ່ນ ສາຍ ອາກາດສົດ ລົງໄປຮອດ ໃນ ປອດ ໃນ ພຸງ ຈົນ ເຕັມອີ່ມ ຢ່າງ ມີເຫື່ອ ມີເເຮງ ພວກເຂົາ ທັງສອງ ໄດ້ຄ່ອຍໆ ຫາຍໃຈ ເອົາ ອາກາດ ທີ່ ເປັນ ຄ້າຍ ຄື ການ ສືບ ເເບ່ງ ປັນ ເອົາ ຄວາມທຸກ ຂອງ ປະຊາຊົນ ລາວ ເຂົ້າ ໄປ ໃນ ຕົວ ເເລ້ວ ປັບ ປ່ຽນ ກັ່ນຕອງ ຄວາມທຸກ ເຫລົ່ານັ້ນ ໃຫ້ ກັບກາຍ ເປັນ ອາກາດ ສົດ ປິ່ນປົວ ພຍາດ ໄດ້ ດ້ວຍ ອາສັຍ ຈິດ ສະຕິຕື່ນ ທີ່ ກາຍ ເປັນ ຢາ ມະຫາກະຣຸນາ ເເລ້ວ ກໍ ໄດ້ຄ່ອຍໆ ຫັນໃຈ ອອກ ທາງ ດັງ ເເລະ ທາງ ປາກ ເພື່ອ ສົ່ງ ອາກາດ ສົດ ທີ່ ເປັນ ຢາ ນັ້ນ ກັບຄືນ ໃຫ້ ປວງປະຊາຊົນ ລາວ ຫມົດ ທັງຊາດ

ພວກເຂົາ ຄື ວ່າ ໄດ້ ຍິນ ສຽງ ຫາຍໃຈ ອັນ ມ່ວນ ໄພເຣາະ ມາຈາກ ສວັນ ສຽງ ຫວນໃຈ ຮ່ວມ ຮູດັງກັນ ເເບບ ມີ ການເເລກປ່ຽນ ຢ່າງ ເຕັມອົກເຕັມໃຈ ເເລະ ຢ່າງ ມີ ສະຕິ ຕື່ນ ຮູ້ສຶກ ເເທ້ ໃນ ຈິດໃຈ ເເລະ ຄື ວ່າ ໄດ້ ຫັນໃຈ ອາກາດ ສົດ ທີ່ ທ້າວຮຸ່ງ ທ້າວເຈືອງ ເເລະ ບັນພະບູຣຸດ ລາວ ຜູ້ ເກັ່ງກ້າ ອາດຫານ ເຄີຍ ໄດ້ຫາຍໃຈ ເຂົ້າອອກ ສືບ ເອົາ ກິ່ນ ອາກາດ ສົດຊື່ນ ກ້ອນນີ້ ຫລື ທວນ ອາກາດ ກ້ອນນີ້ ມາເເລ້ວ ເເຕ່ ສມັຍກ່ອນ ຕອນ ເມື່ອ ຄັ້ງ ທີ່ ສະຕິ ຊາດລາວ ເເລະ ເຈຕນາ ຊາດລາວ ຍັງ ບໍ່ ທັນ ໄດ້ ໄປ ຂຶ້ນ ຫາຍໃຈ ອອກເຂົ້າ ກິນ ອາກາດ ຮ່ວມຮູດັງ ຂອງ ຊາວ ຕ່າງດ້າວ ທີ່ ມີ ຄວາມປະພຶດຮ້າຍ ຕໍ່ ຊາດລາວ

ມາຮອດ ສມັຍ ປັດຈຸບັນ ພວກ ຫົວຫນ້າ ຄນປທລ ໄດ້ໄປ ຂໍ ສມັກໃຈ ຫລື ຖືກ ຂົ່ມໃຈ ໃຫ້ ຫັນໃຈ ເຂົ້າອອກ ສືບເອົາ ອາກາດ ຮ່ວມຮູດັງ ກັບ ກສຫພອດຈ ເເຕ່ ພວກ ກສຫພອດຈ ມັນ ກໍ ເອົາ ຫນ້າກາກ ຫັນໃຈ ທີ່ ເປັນ ຊນິດ ດຽວກັນ ກັບ ຫນ້າກາກ ອົກຊີເເຊນ ( masque à oxygène ) ສຸບໃສ່ ຫນ້າ ໃຫ້ ພວກເຂົາ ພໍພຽງ ໃຫ້ ເເຕ່ ໄດ້ ຫັນໃຈ ໄປ ຊົ່ວຄາວ ສ່ວນ ວ່າ ຫນ່ວຍ ບັ້ງອາກາດ ຫັນໃຈ ພໍພຽງ ເພື່ອ ໃຫ້ ພວກ ຫົວຫນ້າ ຄນປທລ ມີ ຊີວິດ ຕໍ່ ຢູ່ ໄປໄດ້ ນັ້ນ ກໍ ເເມ່ນ ພວກ ກສຫພອດຈ ເປັນ ຜູ້ ມີ ສິດ ເດັດຂາດ ຊີ້ຕາຍ ຊີ້ເປັນ ຕັດສິນໃຈ ລໍາລຽງ ເອົາ ສົ່ງໃຫ້ ໃຊ້ ໃຫ້ ດົມ

ເມື່ອ ເວົ້າຮອດ ເຣື່ອງ ສົ່ງ ໃຫ້ ຫານໄຊ ເເລະ ທິວາວັນ ກໍ ມີ ຄວາມຮູ້ສຶກ ຂຶ້ນເອງ ວ່າ ຄວາມຄິດ ທີ່ ພວກຕົນມີ ໃນ ປັດຈຸບັນ ສາມາດ ນໍາເອົາ ໄປ ສົ່ງ ປ້ອນ ເພີ່ມເຕີມ ໃສ່ ຄວາມຄຶດ ເກົ່າ ທີ່ ໄດ້ ຄິດໄວ້ ໃນ ອະດີດ ເພື່ອ ໃຫ້ ເກີດ ເປັນ ຄວາມຄິດ ງອກງາມ ຂຶ້ນ ຕື່ມໄດ້ ເພື່ອ ໃຫ້ ເປັນ ປໂຍດ ໃນ ປັດຈຸບັນ ເເລະ ໃນ ອະນາຄົດ ກາລະ ເວລາ ຢູ່ ໃນ ຄວາມຄຶດ ເເລະ ຢູ່ ໃນ ຄວາມຄິດ ຄວາມຝັນ ເຖິງເເມ່ນວ່າ ຈະ ໃຊ້ ເວລາ ພຽງ ນ້ອຍດຽວ ກໍ ສາມາດ ເລົ່າ ທົບທວນ ເຫດການ ໃນ ອະດີດ ໄດ້ ດີ ເເລະ ຍາວ ຄົບຖ້ວນ ໄດ້ ( ຄວາມຄິດ ມີ ຄວາມວ່ອງໄວ ລື່ນ ກວ່າ ເວລາ ທັມມະດາ ຕັ້ງ ຫລາຍເທົ່າ ເເລະ ຫລາຍຕໍ່ ) ເເຕ່ຫາກວ່າ ຕ້ອງ ມີ ຈິດໃຈ ມີ ຄວາມພູມໃຈ ມີ ປັດໃຈ ຢາກ ເລົ່າ ເເລະ ມີ ຈິດ ຕື່ນບານ ມີ ຄວາມຄຶດ ຄວາມຊົງຈໍາ ບໍ່ ປູ້ ເເລະ ບໍ່ ຫລົງລືມ

  • ຫານໄຊ: ທິວາວັນ ສົມມາ ສົມຄວນ ເເລ້ວ ພວກເຮົາ ພາກັນ ກັບ ເມືອ ເນາະ ເພາະ ພາຣະ ຫນ້າທີ່ ຍັງ ລໍຖ້າ ພວກເຮົາ ຢູ່ ລໍາໄສ້ ປະຊາຊົນລາວ ຄື ລໍາໄສ້ ຂອງ ປະເທດຊາດ ຖ້າ ລໍາໄສ້ ຂອງ ຊາດ ຖືກ ຕັດຮອນ ໃຫ້ ສັ້ນ ເຂົ້າ ມັນ ກໍ ຄື ກັບ ວ່າ ຜືນເເຜ່ນດິນ ລາວ ຖືກ ກສຫພອດຈ ຍຶດເອົາ ໄປ ສ່ວນນຶ່ງ ເເລ້ວ ຫນ້າພຽງ ຂອງ ມັນ ກໍ ຈະ ເເຄບ ເຂົ້າ ຖ້າ ລໍາໄສ້ ຖືກຕັດ ຈົນຫມົດກ້ຽງ ກໍ ເເປ ວ່າ ກສຫພອດຈ ໄດ້ ຍຶດຄອງ ເອົາ ດິນລາວ ຈົນ ຫມົດກ້ຽງ ເເລ້ວ

    ຖ້າ ມີ ຄົນ ມາ ຊ່ວຍ ສອຍ ກໍ ຄົງ ຈະ ກ່າວ ວ່າ ຢ່າ ໄປ ກິນ ໄສ້ອົ່ວ ເເກວ ເດີ ເພາະ ມັນ ມີ ຊີ້ນ ຫມາວໍ້ ຄັນ ຢາກກິນ ຂອງ ກິນ ຍັດໄສ້ ເເລ້ວ ກໍ ໃຫ້ ໄປ ກິນ ຫນຶ້ງ ໄສ້ອົ່ວ ຫມາກເເຄ ຂອງ ກິນເເຊບ ຂອງ ອີ່ ເເມ່ ຕູ້ ເຮົາ ພຸ້ນ ມັນຈຶ່ງ ເເຊບ ໃບ ເເຄ ກໍ ມີ ຣົດຊາດ ຂົມ ພໍ ສົມຄວນ ເປັນ ຢາ ປົວ ທັງ ລໍາໄສ້ ເເລະ ທັງ ຊ່ວຍ ເຮັດໃຫ້ ເລືອດລົມ ເເລ່ນ ດີ ຢູ່ ໃນ ຮ່າງກາຍ

    ນອກຈາກນັ້ນ ເເລ້ວ ຢູ່ ໃນ ຄໍາ ວ່າ ດອກເເຄ ມັນ ຍັງມີ ເເຄ ຖ້າ ຍາພໍ່ ທິວາວັນ ຢູ່ ທີ່ ນີ້ ເພິ່ນ ຄົງ ຈະ ເວົ້າ ວ່າ ຕັ້ງເເຕ່ ຢູ່ ໃນ ຊື່ ຕົ້ນເເຄ ລາວ ມັນ ກໍ ຍັງມີ ຄໍາເວົ້າ ທີ່ ຄືກັນ ກັບ ຄໍາເວົ້າ ໃນ ພາສາ ອັງກິດ ວ່າ ເເຄ ຈົນ ເກິດມີ ຄໍາເວົ້າ ຂຶ້ນ ວ່າ ຢ່າສູ່ເເຄ ບໍ່ເເຄດອກ ຊຶ່ງ ມີ ຄວາມຫມາຍ ໃນ ພາສາ ອັງກິດ ວ່າ ເປັນຫ່ວງ ຣະມັດຣະວັງ ເອົາໃຈໃສ່ ຮັກສາ ປ້ອງກັນ ຫວງເເຫນ ປົກປ້ອງ ໃຫ້ ປອດພັຍ ດັ່ງນີ້ ເປັນຕົ້ນ ດັ່ງດຽວ ກັນ ກັບ ເເມ່ ປ້ອງກັນ ລູກ ປັນຍາລູກ ຖືກ ປັນຍາເເມ່ ປ້ອງກັນ ບໍ່ ໃຫ້ ຫມົ່ນຫມອງ ບໍ່ ໃຫ້ ລູກ ສູນ ເສັຽໄປ ດັ່ງນັ້ນ ເເລ

    ຖ້າຫາກ ຄົນລາວ ມັກກິນ ຫນຶ້ງ ອົ່ວດອກ ເເຄ ຫລື ຫນຶ້ງ ດອກເເຄ ກິນ ລ້າໆ ໂດຍ ຮູ້ ວິທີ ຫນຶ້ງ ເເບບ ຮູ້ ຫນຶ້ງ ເຂົ້າ ໃຫ້ສຸກໄວ ໄດ້ ເເລ້ວ ເອົາ ດອກເເຄຫນຶ້ງ ຫອມດີ ນັ້ນ ມາ ເເກ້ມ ກັບ ປົ່ນປາ ຄົນລາວ ກໍ ຄົງ ຈະ ຄຶດ ເເຄ ນໍາ ປະເທດຊາດ ບ້ານເມືອງ ຂອງ ລາວ ເຮົາຫລາຍ ເເລ້ວ ຊາດລາວ ເເລະ ຜືນເເຜ່ນດິນ ລາວ ກໍ ຈະ ຖືກ ປົກປັກ ຮັກສາ ເເລະ ບໍ່ ຖືກ ດັບສູນໄປ ຢ່າງ ເເນ່ນອນ ສ່ວນວ່າ ພວກ ຫົວຫນ້າ ຄນປທລ ເເລ້ວ ກສຫພອດຈ ເຮັດ ອີ່ຫຍັງ ເອົາ ອີ່ຫຍັງ ຂອງ ລາວ ພວກເຂົາ ກໍ ບໍ່ ມີ ເເຄ ດອກ ເພາະວ່າ ພວກເຂົາ ບໍ່ ມັກ ກິນ ອົ່ວດອກເເຄ
  • ທີວາວັນ : ເຈົ້າ ເວົ້າ ເຖິງ ອົ່ວ ດອກເເຄ ມັນ ໂລດ ເຮັດ ໃຫ້ ຂ້ອຍ ຄິດຢາກ ຂຶ້ນມາ ບາດດຽວ ໂລດ ຂ້ອຍ ຢາກ ກິນ ອົ່ວດອກເເຄ ເເຕ່ ຕ້ອງ ເຮັດ ອົ່ວ ຕ່ອນຍາວ ເເລະ ອ້ວນດີ ເເດ່ ມັນ ຈຶ່ງ ຈະ ເເຊບ ເເລະ ເຕັມປາກ ດີ ເນາະ ຫານໄຊ! ເອີ ພາກັນ ກັບ ເມືອ ກໍດີ ເເຕ່ ຂ້ອຍ ຢາກ ເວົ້າ ຕື່ມ ອີກ ຫນ້ອຍນຶ່ງ ໃຫ້ ເຈົ້າ ເຂົ້າໃຈ ວ່າ ເເລງມື້ນີ້ ຂ້ອຍ ຢາກ ໃຫ້ ເຈົ້າ ກັບ ຂ້ອຍ ຫັນໃຈ ເຂົ້າ ຫັນໃຈ ອອກ ເເບບ ໃຫ້ ໄດ້ ຍິນສຽງດັງ ຫືດຫາດ ຫືດຫາດ ຢູ່ ໃກ້ໆ ກັນ ຈະ ດີ ບໍ ຫານໄຊ ? ຂ້ອຍ ມີ ຄວາມຮູ້ສຶກ ເເປກໆ ດີ ຄື ວ່າ ເກີດ ມີ ອາການ ຄວາມຫິວ ຄວາມຢາກ ເກີນກໍານົດ ຂຶ້ນ ມາ ບາດດຽວ ຂ້ອຍ ຢ້ານ ວ່າ ຂ້ອຍ ໄປ ຖືກ ສເນ ຢາເເຝດ ຂອງ ເຈົ້າ ມາ ເເລ້ວ ເພີ່ມໃສ່ ສເນຈັນ ທີ່ ເປັນ ສເນ ສະເພາະ ຂອງ ພວກຂ້າ ອັດຕະປື ສາຣະວັນ ເພາະ ຕາມ ຍາພໍ່ ຂ້ອຍ ເລົ່າ ສູ່ຟັງ ເພິ່ນ ວ່າ ຫວ້ານຈັນ ມັນ ເປັນ ຄື ຫົວ ອີ່ ຄູ້ ມັນ ມັກ ເກີດ ເເຕ່ ຢູ່ ໃນ ປ່າ ດົງ ຂອງ ສອງ ເເຂວງນີ້ ທໍ່ ນັ້ນ ເພິ່ນ ຍັງ ເວົ້າ ໄປ ອີກ ວ່າ ພຽງເເຕ່ ເອົາມັນ ໄປ ຕົ້ມກິນ ຕາມ ທັມມະດາ ມັນ ກໍ ຍັງ ມີ ຣິດເເຮງ ເຮັດ ໃຫ້ ເກີດ ມີ ພລັງ ທາງ ກາມຣົມ ເເຂງເເຮງ ຂຶ້ນ ໄດ້ ເປັນ ຢ່າງດີ ຢູ່ ເເລ້ວ ມັນ ມີ ປະສິດທິພາບ ເເຮງສູງ ເເບບ ເອົາໃສ່ ຜູ້ສາວ ຜູ້ໃດ ກໍ ຕິດ ບາດດຽວ ໂລດ ໄດ້ ຜົນ ລາຍໃດ ລາຍນັ້ນ ໂລດ ເເຕ່ ຣິດ ສເນ ເຈົ້າ ມັນ ອາດ ຈະ ຮ້ອນເເຮງ ເຖິງ ຮ້ອຍຕໍ່ພັນຕໍ່ ລື່ນ ຣິດ ສເນ ຢາເເຝດ ຂອງ ຫມໍມົນ ເຖື່ອນ ເເກວ ເຈົ້າ ຄົງ ຈະ ມັດ ມັນ ຕິດເເຫນ້ນ ໂພດ ກໍ ເປັນ ໄດ້ ຫານໄຊ 

    ຖ້າ ເວົ້າ ເຖິງ ສເນຈັນ ຂອງ ຂ້າ ສາຣະວັນ ອັດຕະປື ມາ ເເລ້ວ ກໍ ພາ ໃຫ້ ເຮົາ ລືມ ປັ້ນເຂົ້າ ເຢັນ ນັ້ນ ໄປ ໄດ້ ຫານໄຊ ຂ້ອຍ ວ່າ ເຈົ້າ ຄົງ ຈະ ມີ ສເນຈັນ ຕິດ ຢູ່ ນໍາຕົວ ຂອງ ເຈົ້າ ເພາະ ເຈົ້າ ເຄີຍ ໄດ້ ຖືກສົ່ງ ໄປ ປະຕິບັດງານ ຢູ່ ໃນ ເເຖບນັ້ນ ຂ້ອຍ ໄດ້ຍິນ ພໍ່ຂ້ອຍ ເລົ່າ ຕໍ່ ໄປ ວ່າ ຍັງ ມີ ຄົນລາວ ຊາວ ເມືອງ ເເຖ່ງ ຜູ້ນຶ່ງ ເອົາ ເມັຽເເກວ ຮາໂນຍ ລາວ ເຄີຍໃຊ້ ຫວ້ານຈັນ ເເລະ ສເນຈັນ ທີ່ ໄດ້ມາ ເເຕ່ ອັດຕະປື ຍາມໃດ ເມັຽລາວ ກໍ ເອີ້ນ ລາວ ຂຶ້ນ ໄປນອນ ຢູ່ ຢ່າງ ບໍ່ຢຸດ ບໍ່ເຊົາ ພວກ ໄທບ້ານ ຈົນ ພາກັນ ກ່າວເວົ້າ ວ່າ ຈັ່ງ ເເມ່ນ ມັນ ບໍ່ ຮູ້ ອິດ ບໍ່ ຮູ້ ເມື່ອຍ ເປັນ ນໍ ເມັຽເເກວ ຮາໂນຍ ຜູ້ນີ້ 

    ຍັງ ມີ ພວກ ມັກ ສອຍ ຕື່ມ ວ່າ ຈັ່ງ ເເມ່ນ ມັນ ມັກ ຕ່ອຍ ຍາມໃດ ກໍ ມີ ເເຕ່ ໃຫ້ ຜົວ ຂຶ້ນເຊີງ ຢູ່ ບໍ່ ຂາດ ຮ້າຍ ກວ່າ ຫມາ ເດືອນເກົ້າ ອີກຊໍ້າ ເພາະ ຍາມໃດ ກໍ ຫນໍ່າ ຜົວ ຢູ່ ບໍ່ ເຊົາ ຈັກເເມ່ນວ່າ ມັນ ໄປ ກິນ ອີ່ຫຍັງ ມາ ກໍ ບໍ່ ຮູ້? ລາງຄົນ ກໍ ສອຍ ຕື່ມ ໄປ ອີກ ວ່າ ມັນ ກະ ດີ ເເລ້ວ ເດ ສເນຈັນ ມັນ ເຮັດ ໃຫ້ ເມັຽເເກວ ຂົ່ມເຫັງ ຜົວ ຄົນລາວ ບໍ່ ໄດ້ ໂອຍ ຈັ່ງ ເເມ່ນ ຢາກ ມີ ສເນຈັນ ເດ ເນາະ ຄັນ ມັນ ດີ ປານນັ້ນ ມັນ ກໍ ຄື ຊິ ມີ ຣາຄາ ເເພງ ກວ່າ ກ້ອນຄໍາ ຂອງ ຂ້າ ອັດຕະປື ອີກ ຕວາ ຊັ້ນ ນະ ຖ້າ ເມັຽ ເເກວ ຮາໂນຍ ຮັກ ມັກ ເຮັດຂອງ ຜົວ ລາວ ຢູ່ ເເບບນັ້ນ ເມື່ອ ໄດ້ ລູກ ອອກ ມາ ມັນ ກໍ ໄດ້ ນິດສັຍໃຈຄໍ ໄປ ທາງ ພໍ່ລາວ ໄປ ຫມົດ ອ້ອຍຕ້ອຍ ຕວາ ຊັ້ນ ນະ ເເລ້ວ ສຸພາສິດ ລາວ ທີ່ ວ່າ “ເອົາ ເມັຽ ເເກວ ເສັຽເເນວ ເຂົ້າປູກ” ມັນ ກໍ ຈະ ເຫີຍໄປ ຊື່ໆ ເເມ່ນ ບໍ ?

    ຖ້າ ມີ ຄົນ ມາ ສອຍ ທີ່ ຮູ້ ປິ່ນປົວ ຄົນ ເຈັບຫົວ ດ້ວຍ ການຮູ້ໃຊ້ ມົນ ທາງ ພຸທທັມມະ ເປົ່າ ເພີ່ມ ອີກ ກໍ ຈະ ກ່າວ ໄປ ວ່າ ສເນ ຮ້າຍ ເເຮງ ທີ່ ສຸດ ທີ່ ພວກ ກສຫພອດຈ ເອົາ ມາ ໃສ່ ພວກ ຫົວຫນ້າ ຄນປທລ ນັ້ນ ເເມ່ມ ສເນ ເປົ່າ ໃຫ້ ຕິດ ເຊັ່ນ ການເປົ່າປັ່ນ ສມອງ ການລ້າງ ສມອງ ເກົ່າ ເເລ້ວ ເອົາ ສມອງ ເເກວ ເປົ່າ ເຂົ້າໃສ່ ຈົນ ໃຫ້ ເກີດ ເປັນ ຮອຍ ເຫລືອ ໄວ້ ຢູ່ ໃນ ພາກສ່ວນ ເລິກ ຂອງ ສມອງ ກໍ້າຊ້າຍ ຂອງ ພວກ ຫົວຫນ້າ ຄນປທລ ວິທີ ເເກ້ ກໍ ເເມ່ນ ຕ້ອງ ໄດ້ ໃຊ້ ມົນ ສັກສິດ ເປົ່າ ສະເດາະ ໃຫ້ ມັນອອກ ເຊັ່ນ ວ່າ ພຸທໂທ ທັມໂມ ສັງໂຄ ອົມ ພຸທພັດພິດ ປະຕິເສ ວາມິ ເເລ້ວ ຈົ່ມ ເປົ່າ ຕື່ມ ໃສ່ ອີກ ວ່າ ອົມ ເບັນຊາ ຊາໂຕ ຮຸ່ງ ເພື່ອ ລ້າງອອກ ໃຫ້ ບໍຣິສຸດ
  • ຫານໄຊ: ກໍ ດີ ຄືກັນ ເເຕ່ ຢ່າ ສູ່ລືມ ເປືອຍໂຕ ເດີ ທິວາວັນ! ສ່ວນ ວ່າ ສຸພາສິດ ນັ້ນ ມັນ ດີ ຢູ່ ຫມົດ ທັງນັ້ນ ເເລ ເເຕ່ວ່າ ສິ່ງ ທີ່ ດີ ທີ່ສຸດ ກໍ ຄື ຕ້ອງ ຮູ້ ກຸນເເຈ ໄຂ ປະຕູ ເຂົ້າໄປ ໃນ ເຮືອນ ສຸພາສິດ ລາວ ຕ້ອງ ຮູ້ ເຂົ້າ ຮູ້ ອ່ານ ຮູ້ ເບິ່ງເລິກ ເຂົ້າໄປ ອີກ ເເກະ ເລິກ ເຂົ້າໄປ ອີກ ສຸພາສິດ ລາວ ມັນ ກໍ ຄື ຄົນ ນອນນໍາກັນ ຫັ້ນ ເເລ ທິວາວັນ ມັນ ມີ ຫມົດ ສູ່ທາງ ມີ ທາງຂວໍ້າ ທາງຫງາຍ ທາງຄວບ ທາງໂຄມ ມີ ທາງເເກ້ ທາງເປືອຍ ທາງນຸ່ງ ທາງຟ້າວ ທາງຟັ່ງ ທາງເເຊ່ ຫມົດ ທຸກຢ່າງ ຫັ້ນ ລະ ທິວາວັນ! ສເນຈັນ ອາດຈະ ມີ ເເນວດີ ຖືກ ຢູ່ ເເນວນຶ່ງ ເເຕ່ ອາດຈະ ບໍ່ ຖືກ ຫມົດ ທຸກຢ່າງ ຕ້ອງ ມີ ສມອງ ຕື່ນ ດີ ເພື່ອ ຊອກ ເຂົ້າໃຈ ເບິ່ງ ເລິກ ເຖິງ ທາດເເທ້ ຂອງ ມັນ ຕ້ອງ ຊອກ ຮູ້ ວິທີການ ທີ່ ຜູ້ ອື່ນ ຈະ ນໍາ ເອົາ ມາ ໃຊ້ ຕີ ຂາກັບ ໃສ່ ໂຕເອງ ບໍ່ ເເມ່ນ ວ່າ ໄປ ຊອກ ເຂົ້າໃຈ ຮູ້ ປ້ອງກັນ ຕົວເອງ ກ່ອນ ຄິດ ວ່າ ຈະ ເອົາ ມັນ ໄປ ໃຊ້ ທາໃສ່ ຜູ້ ອື່ນ ໃຫ້ ເຂົາ ຕິດ ໂຕ ເພາະ ບາດ ເມື່ອ ໂຕ ຕິດ ເຂົາ ເດ ຊັ້ນຫນາ ?

    ຍອດ ຂອງ ຄວາມຮັກເເທ້ ເເມ່ນ ຮັກ ດ້ວຍ ຈິດໃຈ ຢ່າງ ມີ ສະຕິຕື່ນ ເເທ້ ຕາມ ທັມມະຊາດ ຂອງ ຄວາມຮັກ ເເທ້ ບໍ່ ເປີ້ອນເປິ ສົກກະປົກ ຕໍ່າຊ້າ ຄື ກັນກັບ ເຄື່ອງ ສເນ ເເລະ ເເມ່ນ ຮັກ ຕາມ ທາດເເທ້ ຂອງ ບຸນ ເເລະ ຄວາມດີ ທີ່ ໄດ້ສ້າງ ຮ່ວມກັນ ມາ ເເຕ່ ຊາດກ່ອນ ເເລະ ໃນຊາດນີ້ ຮັກ ນີ້ ເເມ່ນ ຮັກ ເເບບ ຮູ້ ເເຈ້ງ ເເລະ ເຂົ້າໃຈ ກັນ ເເລະ ມີ ເຈຕນາ ເເຈ້ງ ຢາກ ຢູ່ ຮ່ວມກັນ ຢາກ ຢູ່ ສ້າງ ຄອບຄົວ ຢູ່ ຮ່ວມກັນ ປາສຈາກ ການຕິດຜູກມັດ ເເບບ ອິດສາ ຣິສຍາ ເກີນ ຂອບເຂດ !
  • ທິວາວັນ: ເອີ ຄັນຊັ້ນ ຂ້ອຍ ກໍ ຈະ ຮັກ ເຈົ້າ ດ້ວຍ ຈິດໃຈ ອັນ ເດີມດາ ຂາວສະອາດ ຕາມ ທັມມະຊາດ ເເທ້ ຂອງ ມັນ ເເບບ ເປືອຍໂຕ ເເຕ່ ບໍ່ ເປືອຍສະຕິ ຖ້າ ເຈົ້າ ບອກ ຂ້ອຍ ເປືອຍໂຕ ຂ້ອຍ ກະ ສີເປືອຍ ບໍ່ ມີ ບັນຫາ ຫຍັງດອກ ຫານໄຊ ຕິດ ກະ ຊິ ຕິດ ຖ້າ ຫາກ ເເມ່ນ ໄດ້ ຕິດ ເຈົ້າ ຂ້ອຍເອງ ກໍ ບໍ່ ຢາກ ຢູ່ ຄວບ ກັບ ເຈົ້າ ຢູ່ ຈັ່ງຊີ້ ໄປ ເລີຍໆ ດອກ

    ບາງຄັ້ງບາງຄາວ ກໍ ຢາກ ກິນ ເຂົ້າຕົ້ມ ໂຄມເເດ່ ພວກເຮົາ ໄດ້ລົມກັນ ມາ ດົນເຕີບ ເເລ້ວ ຂ້ອຍ ເລີ້ມ ຫິວ ຈົນ ຫັກຫ້າມ ໃຈ ໄວ້ ເກືອບ ບໍ່ ໄຫວ ເເລ້ວ ທ້ອງນ້ອຍ ຂ້ອຍ ມັນເລີ້ມ ເຄັ່ງ ພ້ອມທັງ ຮ້ອງ ຈ້ອກ ຈ້ອກ ປານ ສຽງ ຖອກນໍ້າ ມັນ ຄື ສຽງ ຂອງ ນໍ້າ ທີ່ ຖອກໃສ່ ຈອກ ເມື່ອ ມັນ ລົ້ນໂພດ ເຕັມໂພດ ມັນ ກໍ ເຟືອດ ອອກ ປາກຈອກ ຂ້ອຍ ວ່າ ທ້ອງ ມັນ ເລີ້ມຫິວ ເເລະ ຢາກ ກິນ ເເລ້ວ ເຈົ້າ ເດ ເລີ້ມ ຫິວ ເເລະ ຢາກກິນ ຄື ກັນກັບ ຂ້ອຍ ບໍ ຫານໄຊ

    ພໍ່ ຂ້ອຍ ເພິ່ນ ເຄີຍ ໃຫ້ ຄໍາສອນ ເອົາໄວ້ ວ່າ ປັນຍາ ເເມ່ນ ການຮູ້ ເບິ່ງ ຄວາມງາມ ຂອງ ທຸກສິ່ງ ຢ່າງ ທີ່ ເຫັນ ວ່າ ບໍ່ ງາມ ເຊັ່ນ ວ່າ ຮູ້ ເບິ່ງ ເເງ່ງາມ ຂອງ ເເງ່ຮ້າຍ ຕົວຢ່າງ ວ່າ ເເງ່ງາມ ຂອງ ຄວາມອິດສາ ຣິສຍາ ນັ້ນ ໄດ້ ເເກ່ ການ ມີ ຄວາມ ດີໃຈ ບໍ່ ຄິດ ບຽດບຽນ ນໍາ ຜູ້ ທີ່ ໄດ້ ຮັບ ຄວາມສຸກ ເເລະ ໄດ້ ເປັນດັບ ເປັນດີ ໄດ້ ຊັ້ນ ໄດ້ ຍົດຖາບັນດາສັກ

    ສຸພາສິດ ທີ່ ວ່າ “ເບິ່ງ ຊ້າງ ໃຫ້ ເບິ່ງ ຫາງ ເບິ່ງ ນາງ ໃຫ້ ເບິ່ງ ເເມ່” ຈະ ໃຫ້ ຕົວຢ່າງ ງ່າຍໆ ດັ່ງນີ້ ກໍ ໄດ້ ຂົນຫາງ ຊ້າງ ເອົາໃຊ້ ເຮັດ ປອກເເຂນ ໃສ່ ເເກ້ ທຸເລົາ ຄວາມມຶນຊາ ເເກ້ ປວດ ນໍາ ຄໍ່ ມື ຄໍ່ເເຂນ ຫລື ໃຊ້ ເປັນ ເຄື່ອງ ນໍາໂຊກ ດີ ມາໃຫ້ ຊ້າງ ເປັນ ສັດ ທີ່ ມີ ຄວາມຊົງຈໍາ ດີ ເເລະ ມີ ພລັງ ສ່ວນວ່າ ນາງ ນັ້ນ ກໍ ຄື ກັບ ປັນຍາ ລູກສາວ ເເລະ ເເມ່ ກໍ ຄື ປັນຍາ ເເມ່ ດັ່ງ ໄດ້ ກ່າວ ມາ ເເລ້ວ ຫາງ ຊ້າງ ຢ່າງນ້ອຍ ມັນ ກໍ ຍັງ ເເກວ່ງ ເຫນັງຕີງ ໄດ້ ເອົາໃຊ້ ໄວ້ ປັດເຄັ່ຽ ເເນວ ບໍ່ດີ ເຊັ່ນ ຍຸງ ຮີ້ນ ອອກຈາກ ໂຕ ມັນ ໄດ້

    ຖ້າ ມີ ບັນດິດ ລາວ ມາ ສອຍ ຕື່ມ ເພິ່ນ ຄົງ ກ່າວ ວ່າ ຄັນຊັ້ນ ກໍ ເອົາ ຫາງຊ້າງ ລ້ານ ໂຕ ຂອງ ເມືອງ ລ້ານຊ້າງ ມາ ເປັນ ເເຮງ ລົມ ພາຍຸ ພັດ ປັດເຄັ່ຽ ພວກ ກສຫພອດຈ ອອກຈາກ ລາວ ຈະ ບໍ່ ດີ ຫວະ ? ຖ້າ ຫາກ ມີ ບັນດິດ ຜູ້ ທີສອງ ທີ່ ມີ ສະຕິຕື່ນ ເພິ່ນ ກໍ ຈະ ເພີ່ມ ຄໍາເວົ້າ ອອກໄປ ອີກ ວ່າ ຄວາມຫມາຍ ອັນເລິກເຊີ່ງ ຂອງ ບັ້ງ ຂີ້ຊ້າງເຜືອກ ທີ່ ພຣະເຈົ້າ ໄຊຍະຈັກພັດ ໄດ້ເອົາ ສົ່ງ ໃຫ້ ເຈົ້າ ເເຜ່ນດິນ ເເກວ ໃນ ສມັຍ ນັ້ນ ກໍ ຄົງ ຕີ ຄວາມຫມາຍ ໄດ້ ວ່າ ເອົາ ຫາງຊ້າງ ລ້ານ ໂຕ ຢູ່ ພຣະຣາຊອານາຈັກ ລ້ານຊ້າງ ໃຊ້ ເປັນ ຄື ລົມ ພາຍຸ ໃຫຍ່ ພັດຕີ ການຣຸກຣານ ຂອງ ເຈົ້າ ເເຜ່ນດິນ ເເກວ ໄດ້

    ເມື່ອ ປະເທດຊາດ ບ້ານ ເມືອງ ລາວ ຕົກຢູ່ ໃນ ສະພາບ ຄັບຂັນ ຫຍຸ້ງຍາກ ເປັນ ອັນຕຣາຍ ປະຊາຊົນຄົນ ລາວ ທຸກຄົນ ກໍ ຄວນ ໃຊ້ ປັນຍາ ເຂົ້າໃຈ ວ່າ ຕົນເອງ ປຽບທຽບ ໄດ້ ຄື ຫາງຊ້າງ ລ້ານ ໂຕ ທີ່ ມີ ພລັງ ເເລະ ສະຕິປັນຍາ ຂອງ ເມືອງ ລ້ານຊ້າງ ນັ້ນ ເເລ
  • ຫານໄຊ: ປັນຍາ ໃສ ຮຸ່ງ ເເຈ້ງ ມັນ ມີ ເເສງ ສົດໃສ ລື່ນ ສມອງ ຂອງ ຊ້າງ ລ້ານ ໂຕ ເເລະ ຫາງ ຊ້າງ ລ້ານ ໂຕ ຫັ້ນ ລະ ທິວາວັນ ສະຕິຕື່ນ ຂອງ ຄົນ ລາວ ຜູ້ ນຶ່ງ ມັນ ເກີດ ມີ ເເສງຮຸ່ງເຮືອງ ດີ ຄື ກັບ ດາວຊ້າງ ທີ່ ເປັນ ຄື ໂຄມໄຟ ເເຍງ ໂລກຈັກວານ ທີ່ ພວກ ເຮົາ ເຫັນ ຢູ່ ບົນຟ້າ ໃນ ຍາມ ກາງຄືນ

ຄວາມຄຶດ ຢູ່ ເບື້ອງຫລັງ ຄວາມຄິດ ຢູ່ ເບື້ອງຫນ້າ ເເລ່ນ ກັບໄປ ກັບມາ ຫາສູ່ ກັນໄດ້ ຢູ່ ໃນ ສມອງ ຕື່ນເເຈ້ງ ມັນ ຄື ປັນຍາ ລູກສາວ ເເລະ ປັນຍາ ເເມ່ ມັນຍັງ ມີ ຊີວິດ ຢູ່ ບໍ່ຢຸດ ບໍ່ເຊົາ ມັນ ມີ ຊື່ ວ່າ ກາລະເທສະ ( espace - temps ) ຫານໄຊ ເເລະ ທິວາວັນ ເປັນ ຄື ຄູ່ ທີ່ ຮູ້ ສັບປ່ຽນ ກັນ ເປັນ ທັງ ກາລະ ເເລະ ເປັນ ທັງ ເທສະ

ເມື່ອ ເຂົ້າໃຈ ໄດ້ ດັ່ງນີ້ ຫານໄຊ ເເລະ ທິວາວັນ ຈຶ່ງ ສາມາດ ໃຊ້ ກາລະເທສະ ຊອກ ກະເກນ ເຫດການ ໃນ ອະນາຄົດ ໄວ້ ກ່ອນ ໄດ້ ເພາະວ່າ ບໍ່ ມີ ສິ່ງ ໃດ ຢູ່ ໃນ ໂລກ ສົງສານ ເຮົານີ້ ທີ່ ຈະ ມາ ຫ້າມປາມ ການປະພຶດ ການກະທໍາ ຂອງ ກາລະເທສະ ນີ້ ໄວ້ໄດ້ ຢູ່ ໃນ ຮູບ ກວ້າງໃຫຍ່ ໄພສານ ຈະ ມັກ ມີ ການພົວພັນ ເເຍກກັນ ຢູ່ ເເຕ່ ຮຽງຄູ່ກັນ ໄປ ຕາມກັນ ໄປ ຣະຫວ່າງ ກາລະ ຫລື ເວລາ ເເລະ ເທສະ ຫລື ພື້ນທີ່ນຶ່ງ ປະເທດນຶ່ງ ເຊັ່ນ ວ່າ ໃຊ້ ເວລາ ເປັນ ຊົ່ວໂມງ ອອກ ເດີນທາງ ເເຕ່ ຈຸດນຶ່ງ ໄປ ຫາ ອີກຈຸດນຶ່ງ

ເມື່ອໃດ ເຮົາ ເບິ່ງ ຢູ່ ໃນ ຮູບ ນ້ອຍສຸດ ເປັນ ເເສງ ຄື ດວງປັນຍາ ເປົ່າສວ່າງ ຫລື ເບິ່ງ ເເບບ ວ່າ ກາລະ ກໍ ເປັນ ສູນ ເເລະ ເທສະ ກໍ ເປັນ ສູນ ທີ່ ມີ ພລັງ ເທົ່າທຽມ ກັນ ຄືກັນ ກັບ ຄວາມຄິດ ເເລ້ວ ເມື່ອນັ້ນ ກາລະ ເເລະ ເທສະ ກໍ ຢູ່ ຮ່ວມກັນ ເປັນ ອັນນຶ່ງອັນດຽວ ກາຍເປັນ ຄໍາເວົ້າ ອັນດຽວກັນ ມີ ຮູບ ຫນ້າຕາ ຄືກັນ ເເລະ ສາມາດ ຫັນປ່ຽນ ເປັນ ຮູບພາບ ອື່ນໆ ໄດ້ ຢູ່ ທຸກ ເວລາ ເພາະ ມັນ ກາຍເປັນ ຄວາມຄິດ ຢູ່ ໃນ ໂລກຈິງ ເເລະ ໃນ ໂລກ ບໍ່ຈິງ ຫລືວ່າ ຢ່າກ ຄິດ ເອົາ ເປັນ ອີ່ຫຍັງ ກໍ ໄດ້ ວາດພາບ ເປັນຫຍັງ ກໍ ໄດ້ ເພາະ ມັນ ຄ້າຍຄື ເປັນ ດັ່ງ ຄວາມຄິດ ຄວາມຝັນ ຫລື ມະໂນຮູບ ຫມາຍຄວາມວ່າ ຢູ່ ໃນ ກາລະ ມີ ເທສະ ຢູ່ ໃນ ເທສະ ມີ ກາລະ ຫລື ວ່າ ກາລະເທສະ ກໍ ກາຍເປັນ ກາລະເວລາ ໄດ້ ກາລະເທສະ ຫລື ກາລະເວລາ ( singularité initiale ou temps zéro, le temps ou lieu sans espace ຢູ່ ເເຫ່ງ ທີ່ ຍັງ ບໍ່ ມີ ການເກີດ ຂອງ ໂລກຈັກວານ ປຽບ ໄດ້ ດັ່ງດຽວກັນ ກັບ ເເຫ່ງ ທີ່ ມີ ຫມົດລູກ ເເຕ່ ຍັງ ບໍ່ ມີ ການຈໍ່ ເປັນ ລູກ ບ່ອນນີ້ ເເມ່ນ ຢູ່ ກ່ອນ ໂລກ ຈັກວານ ເຮົາ ເກີດ ເເມ່ນ ບ່ອນ ທີ່ ຈະ ໃຫ້ ກໍາເນີດ ຂອງ ໂລກ ຈັກວານ ) ເເມ່ນ ຍອດ ຂອງ ຄໍາວ່າ ອິສຣະ ໃນ ການ ຄຶດຄິດ ໃນ ການເຮັດ ການກະທໍາ ມັນ ຄື ຫົວຄິດ ເເລະ ມັນສມອງ ຂອງ ທັມມະຊາດ ມາ ເເຕ່ ດຶກດໍາບັນ ມາ ເເຕ່ ເດີມດາ

ຄວາມຄິດ ຫານໄຊ ເເລະ ທິວາວັນ ບໍ່ ເຮັດ ໃຫ້ ຄວາມຄິດ ລາວ ກົ້ມກົ່ງ ລົງ ໄປ ເປັນ ກິປີກິຊາດ ເເຕ່ ເເມ່ນ ຄວາມຄິດ ຮູ້ ເງີຍຫນ້າ ເເລະ ຮູ້ ກົ້ມກົ່ງ ຕົວ ລົງ ນົບນ້ອມ ເຫມືອນ ດັ່ງ ນົບນ້ອມ ຄຸນເເກ້ວ ສາມປະການ

ທິວາວັນ ເເລະ ຫານໄຊ ເປັນ ຄື ກາລະ ເເລະ ເທສະ ເປັນ ສອງ ຄໍາ ຢູ່ ໃນ ຄໍາດຽວ ເປັນ ຄູ່ ນື່ງ ຢູ່ ໃນ ຄໍາດຽວ ເປັນ ກາລະເວລາ ຫລື ກາລະເທສະ ທີ່ ມີ ເຈຕນາ ເເລະ ມີ ສະຕິ ຮູ້ຈັກ ປ່ອຍວາງ ພວກເຂົາ ຮູ້ ທາງ ນໍາໄປ ເຖິງ ບ່ອນ ທີ່ ມີ ຈິດໃຈ ສິ້ນສຸດ ເເລະ ເຈຕນາ ສິ້ນສຸດ ກັບ ຄໍາວ່າ ຖືກຫລົງ ກັງວົນ ຕິດມັດ ກັບ ຜົນປໂຍດ ທີ່ ເປັນ ອັນຕຣາຍ ຕໍ່ຊາດ ຜົນປໂຍດ ມັນ ເປັນ ຄື ກັບ ກາລະເທສະ ທີ່ ບໍ່ ຮູ້ ເຂົ້າຂ້າງ ອອກຂາ ກັບ ຜູ້ໃດ ຝ່າຍໃດ ນະໂຍບາຍ ເເລະ ຣັດທິ ເເບບໃດ ຮູບໃດ ມັນ ກໍ ເປັນ ຄື ຄວາມຄຶດ ຄວາມຄິດ ທີ່ ຄົນ ສ້າງ ໃສ່ ຊື່ ວາດພາບ ເເລະ ເເຕ້ມເເຕ່ງ ໂສມຫນ້າ ຮ້າຍ ດີ ໃຫ້ ມັນ ເອງ ເເລ້ວ ໄປ ຕິດ ຜູກມັດ ມັນເອງ ເຊັ່ນ ກັບວ່າ ພວກ ຫົວຫນ້າ ຄນປທລ ທີ່ ມີ ເຈຕນາ ເປືອຍ ຊາດ ກໍ ໄປ ຕິດເເປດ ບໍ່ ຮູ້ຈັກ ປ່ອຍວາງ ຄໍາວ່າ ຜົນປໂຍດ ເປືອຍຊາດ ລາວ ຂອງ ຕົນເອງ ເເລະ ຂອງ ກສຫພອດຈ

ການຕິດພັນ ທີ່ ຂຶ້ນ ກັບ ຜົນປໂຍດ ເປືອຍຊາດ ລາວ ຂອງ ຫົວຫນ້າ ຄນປທລ ນັ້ນ ມັນ ກໍ ປຽບທຽບ ໃສ່ ໄດ້ ຄື ການຕິດ ຢູ່ ບ້ວງ ໂສ້ ຫລື ບ້ວງ ທີ່ ເປັນ ຂອດ ຕິດຕໍ່ ຍາວ ເປັນ ຮວດ ເປັນ ເຫດ ເປັນ ຜົນ ເປັນ ການກ່າວ ເຣື່ອງ ຂອງ ບັນຫາ ເປັນ ການຕອບ ພຽງ ເເຕ່ ເເກ້ໂຕ ເເຕ່ ບໍ່ ເເມ່ນ ຄໍາຕອບ ເພື່ອ ຊອກ ທາງອອກ ປົດປ່ອຍ ຕົນເອງ ອອກ ຈາກ ບ້ວງໂສ້ ຫລື ບ້ວງຂອດ ຂອງ ບ້ວງ ພວກ ເເກວ ຫົວຂອດ ຂອງ ສຫພອດຈ ນັ້ນ ເພື່ອ ເຂົ້າໃຈ ບ້ວງຂອດ ຕິດຕໍ່ ພົວພັນ ກັນ ຈົນ ຄາຕົວ ມ້າງ ຂອດ ບໍ່ ໄດ້ ນີ້ ຄວນ ຍົກເອົາ ຄວາມເວົ້າຫລີ້ນ ເວົ້າຢອກ ກັນ ຂອງ ພວກເດັກນ້ອຍ ລາວ ອາຍຸ ປະມານ ຫົກປີ ຫາ ເເປດປີ ຂຶ້ນ ໄປ ກ່າວ ເພາະ ຖ້າ ເຮົາ ໄປຊອກ ເອົາ ຄໍາເວົ້າ ທີ່ ເປັນ ຜຍາ ຂອງ ເຖົ້າເເກ່ ໂບຣານ ລາວ ມັນ ກໍ ຊິ ເຂົ້າໃຈ ຍາກ ສໍາລັບ ພວກ ທີ່ ມີ ສະຕິ ເປືອຍ ບ້ວງຕິດ ເປັນຂອດ ພົວພັນກັນ ເປັນ ຄໍາຖາມ ຣະຫວ່າງ ເເມ່ ເເລະ ລູກ ມີ ດັ່ງນີ້

  • ລູກ ເອີຍ ເປັນຫຍັງ ຈຶ່ງ ບໍ່ ລຸກຕື່ນ ?
    • ຂ້ອຍ ເຈັບ ທ້ອງ
  • ທ້ອງ ເອີຍ ເປັນຫຍັງ ຈຶ່ງ ເຈັບ ?
    • ເຂົ້າ ບໍ່ ສຸກ
  • ເຂົ້າ ເອີຍ ເປັນຫຍັງ ຈຶ່ງ ບໍ່ ສຸກ ?
    • ໄຟ ບໍ່ ລຸກ
  • ໄຟ ເອີຍ ເປັນຫຍັງ ຈຶ່ງ ບໍ່ ລຸກ ?
    • ຟືນ ມັນ ປຽກ
  • ຟືນ ເອີຍ ເປັນຫຍັງ ຈຶ່ງ ປຽກ ?
    • ຝົນ ຕົກ ຫລາຍ
  • ຝົນ ເອີຍ ເປັນຫຍັງ ຈຶ່ງ ຕົກ ຫລາຍເເທ້ ?
    • ກົບຂຽດ ຮ້ອງ ຫລາຍ
  • ກົບ ເອີຍ ເປັນຫຍັງ ຈຶ່ງ ຮ້ອງ ຫລາຍ ເເທ້ ?
    • ງູ ໄລ່ ກິນ ພວກຂ້ອຍ
  • ງູ ເອີຍ ເປັນຫຍັງ ຈຶ່ງ ໄລ່ ກິນ ພວກ ກົບຂຽດ ?
    • ເພາະ ພວກມັນ ເປັນ ອາຫານ ຂອງ ຂ້າ!

ເເລ້ວ ກໍ ມີ ການຖາມ ການຕອບ ຕໍ່ ຍືດຍາວ ອອກ ໄປ ດັ່ງນີ້ ເລີຍໆ ຢ່າງ ບໍ່ ມີ ສຸດສ້ຽງ

ມັນ ເປັນ ຄື ເເມ່ ເເລະ ລູກ ທີ່ ມີ ສະຕິ ເປືອຍ ໂສເຫລ້ ກັນ ເເບບ ບໍ່ ຊອກທາງ ອອກ ຈາກ ຂອດ ອອກ ຈາກ ບ້ວງ ບໍ່ ຮູ້ ວ່າ ໂຕ ຈະ ຊອກອອກ ຂອດໃດ ຊອກທາງ ເເກ້ໄຂ ອອກ ຂອດ ຕົ້ນ ຫລື ອອກ ຂອດປາຍ? ຖ້າ ຜູ້ ຖາມ ເປັນ ເເມ່ ເເກວ ສຫພອດຈ ເເລະ ລູກ ເປັນ ພວກຫົວຫນ້າ ຄນປທລ ເເມ່ ເເກວ ກໍ ຈະ ຖາມ ຕໍ່ ໄປ ດັ່ງນີ້ ໃຫ້ ມ່ວນ ອອນຊອນຫູ ຕໍ່ ໄປ ຢູ່ ເລີຍໆ ຢ່າງ ບໍ່ ມີ ສິ້ນສຸດ ເເລະ ເເມ່ ເເກວ ກໍ ຈະ ດີໃຈ ເພາະ ມັນ ຕ້ອງການ ໃຫ້ ລູກລ້ຽງ ຂອງ ມັນ ນອນ ບໍ່ຕື່ນ ເເລະ ບໍ່ຮູ້ເມື່ອຄີງ ຫລື ຮ້າຍ ກ່ວາ ນີ້ ມັນ ກໍ ຢາກ ໃຫ້ ລູກລ້ຽງ ນອນຕາຍ ໄປ ເລີຍ ກັບ ບ້ວງໂສ້ ຫລື ບ້ວງຂອດ ອີກຊໍ້າ ເເຮ່ງ ຈະ ເປັນ ການດີ

ຖ້າ ມີ ຄົນ ລາວ ຜູ້ ຮູ້ ສອຍ ກໍ ຄົງ ຈະ ພາກັນ ເວົ້າ ວ່າ ພວກ ເເມ່ ເເກວ ມັນ ຮູ້ ເຮັດຂອດ ເເຫນ້ນ ຄັກເເນ່ ບໍ່ ມີທາງ ເເກ້ ໄດ້ ເເລະ ພວກ ຫົວຫນ້າ ຄນປທລ ກໍ ບໍ່ ຮູ້ຈັກ ມ້າງ ບໍ່ ຮູ້ຈັກ ເເກ້ ຂອດ ພວກເຂົາ ຍອມ ຕາຍເລີຍ ຕິດໄປ ກັບ ຂອດ ເປືອຍ ລາວ ຂອງ ເເມ່ ເເກວ

ຖ້າຫາກວ່າ ປະຊາຊົນ ລາວເຮົາ ຊອກ ເເຕ່ ຖາມ ເຣື່ອງ ບ້ວງ ຂອດ ຂອງ ກສຫພອດຈ ເເລະ ບໍ່ ມີ ສະຕິ ຕື່ນ ມີ ສະຕິ ບໍ່ ເປືອຍ ເພື່ອ ເເກ້ ບ້ວງໂສ້ ທີ່ ມີ ຂອດ ເປືອຍ ລາວ ຂອງ ພວກ ກສຫພອດຈ ເເລ້ວ ປະຊາຊົນ ລາວ ເເລະ ຜືນ ເເຜ່ນດິນ ລາວ ກໍ ຈະ ສາບສູນ ຕິດໄປ ກັບ ບ້ວງຂອດ ທີ່ ເປັນ ອັນຕຣາຍ ຢ່າງ ເເນ່ນອນ ອັນນີ້ ເເລ ອັນ ທີ່ ເພິ່ນ ເອີ້ນ ກັນ ວ່າ ເຣື່ອງນ້ອຍ ກາຍ ເປັນ ເຣື່ອງໃຫຍ່ ຫລື ເຣື່ອງ ເດັກນ້ອຍ ກາຍ ເປັນ ເຣື່ອງ ຜູ້ໃຫຍ່ ຫລືວ່າ ເຣື່ອງ ຜູ້ໃຫຍ່ ເເກ້ ບັນຫາ ເຣື່ອງ ເດັກນ້ອຍ ບໍ່ ໄດ້ ເເລະ ຈົນຕາຍ ກໍ ຍັງ ເເກ້ ບໍ່ ໄດ້

ຖ້າຫາກ ມີ ຄົນສອຍ ທີ່ ເປັນ ຫມູ່ ເພື່ອນ ຂອງ ຊຽງຫມ້ຽງ ມັນ ກໍ ຄົງ ຈະ ສອຍ ໄປ ວ່າ ປະຊາຊົນ ລາວ ຕ້ອງ ຮູ້ ການເລົ່າ ປັນຍາ ລູກສາວ ເເລະ ປັນຍາເເມ່ ເພື່ອ ເອົາ ມາ ເເກ້ ບ້ວງ ຂອດ ຂອງ ພວກ ກສຫພອດຈ ໂດຍ ບໍ່ ໄປ ສອບຖາມ ເອົາ ຄວາມຄິດ ຄວາມເຫັນ ນໍາ ພວກ ຫົວຫນ້າ ຄນປທລ ເພາະ ພວກເຂົາ ມີ ຄວາມຄິດ ເປືອຍຊາດ ເເລະ ຕິດເເປດ ຍອມຕາຍ ກັບ ບ້ວງຂອດ ທີ່ ເປັນ ປາກງູ ຂອງ ເເກວ ຢູ່ ເເລ້ວ

ປັນຍາເເມ່ ເເລະ ປັນຍາ ລູກສາວ ກໍ ຈະ ຊົດຊ່ວຍກັນ ມ້າງ ຂອດ ກ່ອນ ມັນ ຈະ ມີ ຂອດ ຫລື ຮີບຟ້າວ ມ້າງ ຂອດ ໄວ້ ກ່ອນ ລ່ວງຫນ້າ ກ່ອນ ມັນ ຈະ ຮອດ ຂອດ ທີ່ ເປັນ ປາກງູ ກສຫພອດຈ ປັນຍາ ເເມ່ ເເລະ ລູກສາວ ຈະ ຮ້ອງ ໃສ່ ຫູ ປະຊາຊົນ ລາວ ຢ່າງ ບັກເເຮງໆ ເພື່ອ ໃຫ້ ສະເດີດ ຕື່ນ ປານ ກັບ ໄດ້ຍິນ ສຽງ ຟ້າຜ່າ ລົງ ປົນ ກັບ ເເສງ ຟ້າເເມບ ອັນ ເຫລື້ອມເເຈ້ງ ວ່າ ລູກ ເອີຍ ຕື່ນເເມ ຕື່ນເເມ ຕື່ນ ດຽວນີ້ ລຸກ ດຽວນີ້ ມັນ ສວາຍເເລ້ວ ຕາເວັນຂຶ້ນ ເເລ້ວ ຮີບຟ້າວ ລຸກລ້າງຫນ້າ ລ້າງຕາ ຮີບ ຟ້າວ ປັ້ນເຂົ້າເຊົ້າ ເກັບທ້ອນ ເອົາ ປື້ມ ໃສ່ ກະຕາບ ເເລ້ວ ໄປ ໂຮງຮຽນ ໃຫ້ ທັນ ເວລົມເວລາ ອັນນີ້ ເເມ່ນ ເເບບ ເເມ່ ລາວ ເຮົາ ປຸກລູກ ໃຫ້ ຕື່ນ ໄປ ໂຮງຮຽນ ເເຕ່ລະມື້ ເເຕ່ລະເຊົ້າ ຖ້າ ລູກ ບໍ່ ຕື່ນ ເເມ່ ກໍ ຮ້ອງໃສ່ ອີກ ໃຫ້ ລູກ ສະເດີດຕື່ນ ຈົນໄດ້

ເເມ່ ລາວ ເພິ່ນ ບໍ່ ຊອກຖາມ ຕໍ່ ບໍ່ ຮັບຮູ້ ບ້ວງ ເເກວ ຂອດເເກວ ປາກງູ ເເກວ ເເຕ່ ເພິ່ນ ຮ້ອງ ບັກ ເເຮງໆ ປານ ເຮືອນ ຊິເເຕກ ເພື່ອ ປຸກ ໃຫ້ ລູກ ຕື່ນ ໃຫ້ ລູກ ມີ ສະຕິ ຕື່ນ ຢູ່ ທຸກຍາມ ເເລະ ຢູ່ ທຸກ ເວລາ ນັ້ນ ເເລ ຖ້າຫາກວ່າ ລູກ ເຈັບທ້ອງ ເເທ້ໆ ເເມ່ ກໍ ຈະ ຟ້າວ ສອບຖາມ ລູກ ເບິ່ງ ເເລ້ວ ກໍ ຟ້າວ ຊອກ ຢຸກຢາທານັງ ມາ ປິ່ນປົວ ລູກ ເເລະ ຖ້າວ່າ ມີ ຄວາມຈໍາເປັນ ເເທ້ ເມື່ອ ຮອດ ຍາມກາງຄືນ ມາ ເເມ່ ກໍ ຈະ ນອນ ເປັນ ເປັນ ເພື່ອນ ໃຫ້ ຄວາມອົບອຸ່ນ ເເກ່ ລູກ

  • ທິວາວັນ: ຫານໄຊ ເມື່ອ ໄດ້ຄິດເຖິງ ປັນຍາເເມ່ ເເລະ ປັນຍາລູກ ເເລ້ວ ຂ້ອຍເອງ ກໍ ເປັນ ທ່ານຫມໍ ຢູ່ ຖ້າ ຂ້ອຍ ມີ ອາການ ເຈັບຫົວ ຂຶ້ນຮອດ ສມອງ ຂ້ອຍ ກໍ ພໍ ຊອກຫາ ເອົາ ຢາ ມາກິນ ເອງ ໄດ້ ເເຕ່ວ່າ ເມື່ອ ຮອດຍາມ ກາງຄືນມາ ຂ້ອຍ ກໍ ຢາກ ໃຫ້ ເຈົ້າ ເຂົ້າ ມານອນ ຢູ່ ຕຽງດຽວ ກັບ ຂ້ອຍ ເພື່ອ ໃຫ້ ໄດ້ ຄວາມອົບອຸ່ນ ຈາກ ອາຍຄີງ ຂອງ ເຈົ້າ
  • ຫານໄຊ: ທັມມະດາ ເເລ້ວ ຕ້ອງ ເເມ່ນ ເເມ່ ຂອງ ເຈົ້າ ທິວາວັນ ເເຕ່ ຖ້າ ເຣື່ອງ ຫາກ ເກີດ ເປັນ ຈິງ ເເທ້ໆ ຂ້ອຍ ກໍ ຂໍ ອາສາສມັກ ນອນ ຮ່ວມ ກັບ ເຈົ້າ ເເທນ ເເມ່ ເຈົ້າ ກໍ ໄດ້ ບໍ່ ເປັນ ອີ່ຫຍັງ ດອກ ທິວາວັນ!

ຍາມນັ້ນ ເວລານັ້ນ ດວງຕາວັນ ກໍ ກໍາລັງ ອວ່າຍລົງ ສູ່ ຂອບຟ້າ ທ້ອງຟ້າ ຢູ່ ທຸກທົ່ວ ບໍຣິເວນ ທົ່ງໄຫຫີນ ເເຈ້ງ ສົດໃສດີ ກ້ອນເຝື້ອ ບາງກ້ອນ ທີ່ ເຄື່ອນລອຍ ຊ້າໆ ຜ່ານໄປ ມີ ສີ ຮຸ່ງ ເຫລືອງເຫລື້ອມ ຄ້າຍ ຄື ສີ ກ້ອນຄໍາ ນໍ້ານຶ່ງ ຫານໄຊ ຫລຽວ ຈຶ້ງເບິ່ງ ໃບຫນ້າ ຮຸ່ງໃສ ຂອງ ທິວາວັນ ສາຍຕາ ທີ່ ມີ ສເນ ເເລະ ມີ ຫນ້າຮັກ ອັນ ຊາບຊຶ້ງ ຂອງ ທິວາວັນ ພາໃຫ້ ຫານໄຊ ເກີດ ມີ ອາຣົມຮັກ ຂຶ້ນມາ ຢ່າງ ກະທັນຫັນ ເຂົາ ຄ່ອຍໆ ເດ່ ມື ໄປ ຈັບ ມື ທິວາວັນ ທີ່ ຢູ່ ໃນ ທ່າ ເປີດເເບ ຫງາຍຂຶ້ນ ປະປ່ອຍ ຕຣຽມພ້ອມ ຢາກ ໃຫ້ ມື ຫານໄຊ ມາ ລູບ ຈັບບາຍ ຈັບຄໍາ ຢູ່ ເເລ້ວ ເເມ່ນ ຄັ້ງ ທໍາອິດ ທີ່ ຫານໄຊ ຈັບ ມື ຍິງສາວ ມື ຫານໄຊ ເປັນ ມື ທີ່ ຮູ້ຈັກ ຈັບ ເເຕ່ ປືນ ເຂົາ ພຍາຍາມ ໃຊ້ ມື ໃຫ້ ຢຽດຊື່ ໃຫ້ ເເຂງ ຄື ລໍາປືນ ເເລ້ວ ກໍ ກໍານ່ຽງ ໃບມື ອັນ ອ່ອນນີ້ມ ຂອງ ທິວາວັນ

ໃບຫນ້າ ຂອງ ຫານໄຊ ເເລະ ທິວາວັນ ເກີດ ມີ ສີ ເເດງ ຮຸ້ນຂຶ້ນມາ ບາດດຽວ ທິວາວັນ ກໍ ກໍາລູບ ມື ຫານໄຊ ໄວ້ ຢ່າງ ຮັດເເຫນ້ນ ດີ ຄືກັນ ຈົນ ເຖິງ ຂັ້ນ ເຫື່ອມື ທັງສອງ ຊຶມ ເເຕກອອກ ເຂົ້າໃສ່ກັນເອງ ຢ່າງ ໄວວາ ທັນໃຈ ເເລະ ຢ່າງ ບໍ່ ໄດ້ ຄຶດຄິດ ໃຊ້ເຫື່ອ ໃຊ້ເເຮງ ອີ່ຫຍັງ ຈັກຫນ່ອຍ ເພາະ ເຫື່ອມື ຂອງ ຄວາມພໍໃຈ ບໍ່ ມີ ຄວາມເປົ່າປັ່ນ ຫັນຫົວ ອັນໃດ ມາ ເເອບເເຝງ ນັ້ນ ມັນ ມີ ຢູ່ ເເລ້ວ ເເລະ ລໍຄອຍຖ້າ ການສໍາຜັດ ມື ຂອງ ທັງສອງ ຢູ່ ເເລ້ວ

ຫານໄຊ ຄ່ອຍໆ ເອົາ ມື ກໍ້າຊ້າຍ ໄປ ລູບ ຫນ້າ ເຊັດ ເຫື່ອ ໃຫ້ ທິວາວັນ ເເລ້ວ ທັງສອງ ກໍ ພາກັນ ຄ່ອຍໆ ຢ່າງ ກັບເມືອ ບ່ອນ ທີ່ ພວກເຂົາ ຍັງ ມີ ພາຣະ ທີ່ ຈະ ຕ້ອງ ປະຕິບັດ ຕໍ່ໄປ

ຫານໄຊ ເເລະ ທິວາວັນ ມີ ຄວາມບັນຈົງ ຈົງໃຈ ມີ ເຈຕນາ ເເຈ້ງໃສ ຄື ທ້ອງຟ້າ ຢາກ ຊອກ ເເກະ ເອົາ ຄວາມຄິດ ສົດສວຍ ງົດງາມ ເເທ້ ເພື່ອ ສລັກ ຝາກໄວ້ ປະດັບປະດາ ທົ່ງໄຫຫີນ ເເຫ່ງນີ້ ໃຫ້ ມີ ຄວາມສວຍສົດງົດງາມ ຂຶ້ນອີກ ກວ່າເກົ່າ

ການໂອ້ລົມ ກັນ ມີ ທັງ ເວົ້າສູງ ເວົ້າຕໍ່າ ສັບກັນໄປ ເເຕ່ ດີຊົ່ວ ມັນ ກໍ ຍ່ອມຂຶ້ນ ຢູ່ ກັບ ຕົວທໍາ ເເລະ ສູງຕໍ່າ ມັນ ຂຶ້ນ ຢູ່ ກັບ ທໍາຕົວ ບັນຫາ ຂອງ ຊາດ ຍ່ອມ ມີ ທັງ ການເວົ້າ ເຖິງ ເຣື່ອງໄດ້ ເຣື່ອງເສັຽ ຮັບຜິດຊອບ ກວມລວມ ທັງ ເຣື່ອງໄດ້ ເເລະ ເຣື່ອງເສັຽ ເພື່ອ ໃຫ້ ສາມາດ ຖອດຖອນ ເອົາ ເປັນ ບົດຮຽນ ດີ ໄດ້ ເເລະ ເພື່ອ ປະເທດຊາດ ຂອງ ປວງປະຊາຊົນ ລາວ ທຸກຄົນ

ພວກເຂົາ ທັງສອງ ຄິດ ຢາກ ຈະ ເເກະ ຄວາມຄິດ ເເລະ ເຈຕນາ ຂອງ ພວກ ຫົວຫນ້າ ຄນປທລ ອອກ ຈາກ ເຈຕນາ ເເລະ ຄວາມຄຶດຄິດ ຂອງ ພວກ ເເກວ ສະຫະພັນ ອິນໂດຈີນ

Okinh Soumpholphakdy


1 ສານ /Message

  • ໃກ້ທິດທາງຕາເວັນອອກຂອງເຂື່ອນນໍ້າງື່ມ ໙ ໒໖ ເດືອນ ມິຖຸນາ/juin  ຄສ. 2012 10:59, ໂດຍ ກັດຕຸ ລາວລຶບ

    ສະບາຍດີ ທ່ານໂອກິນ ຊຸມພົນພັກດີ ຫົວຊາດ ນິຍົມ

    ຄວາມຂົມຂື່ນ ຄວາມເຈັບ ຄວາມປວດ ອັນນີ້ ຜ່ານມາໄດ້ 35 ປີ ຍັງຝັງຢູ່ໃນຫົວ ຂອງ ຂ້າພະເຈົ້າ ຂ້າພະເຈົ້າ ຈຶ່ງຢາກຂໍ ລະບາຍ ມັນອອກ ເປັນເທື່ອທໍາອິດ ຂຽນກະຂຽນບໍ່ເປັນ ເເຕ່ງກອນກະບໍ່ເຄີຍເເຕ່ງນໍາຫມູ່ຈັກເທື່ອ ເມື່ອເຫັນເເບບເເຕ່ງ ຂອງ ຍານ້ອງ ຄໍາເເພວ ຂ້າພະເຈົ້າ ເລີຍ ທົດລອງເບິ່ງ ເເລະ ຂໍຮ້ອງລູກຊ່ວຍຕີ ພາສາລາວ ລູກຂອງຂ້າພະເຈົ້າເປັນກໍາພ້າເເມ່ມາເເຕ່ນ້ອຍ ມີ ອາຍຸ 37 ປີ ປີນີ້

    ຟັງຄວາມເເກວ ---- ດັບເເນວເຂົ້າປູກ
    ດັບທັງລູກ ---- ທັງເຖົ້າທັງເເກ່
    ມັນຂົນເເຫ່ ---- ຂົນຍູງຂົນໄມ້
    ເເລະມັນໃຊ້ ---- ຢາເບື່ອຂ້າເຮົາ
    ເຂົາວາງເເຜນ ---- ດັບລາວເທື່ອນ້ອຍ
    ພ້ອມທັງຄອຍ ---- ຊຸກຍູ້ເຮົາຫນີ
    ຈາກປັຕພີ ---- ບ້ານເກີດເມືອງນອນ
    ຫນີຈາກຫມອນ ---- ບ່ອນຢູ່ເກົ່າກີ້
    ໃຫ້ໄປມີ ---- ຄອບຄົວເມືອງນອກ
    ເເລ້ວມັນບອກ ---- ພວກລູກລາວເເກວ
    ບໍ່ໃຫ້ເເນວ ---- ຄົນລາວນີ້ໄດ້
    ກັບມາໃຊ້ ---- ຊີວິດເທື່ອໃຫມ່
    ໃຫ້ເຮົາໄປ ---- ຕາຍຢູ່ເມືອງນອກ
    ໃຫ້ເຮົາອອກ ---- ຈາກລາວຫລາຍຫລາຍ
    ມັນຈັ່ງງ່າຍ ---- ໃນການຄວບຄອງ
    ໃຫ້ຖືກຕ້ອງ ---- ຈຸດປະສົງເເກວ
    ຄືດັບເເນວ ---- ຄົນລາວທັງຊາດ
    ໃຜສລາດ ---- ມັນກໍຫາທາງ
    ວາງເເຜນຕູ່ ---- ທັງຈັບເຈົ້າພ້ອມ
    ເເລ້ວມັນລ້ອມ ---- ຢູ່ສູນສັມນາ
    ໃຊ້ເວລາ ---- ຂ້າເຈົ້າທີ່ນັ້ນ
    ນີ້ຄືບັ້ນ ---- ລາວອະວະສານ

    ຍົວະລູກຫລານ ---- ຄຽດເເຄ້ນຂ້າກັນ
    ບໍ່ມີວັນ ---- ໃຫ້ລາວຕື່ນໄດ້
    ພວກມັນໃຊ້ ---- ພວກລູກລາວເເກວ
    ໃນຖັນເເຖວ ---- ຂອງພັກເເລະຣັດ
    ໃຫ້ຫາມັດ ---- ພວກລາວຂັດຂືນ
    ຖ້າໃຜຝືນ ---- ບໍ່ເຮັດຕາມເວົ້າ
    ມັນຕູ່ເຈົ້າ ---- ເປັນປະຕິການ
    ເພື່ອລ້າງຜານ ---- ຄົນລາວທັງໂຄດ
    ທັງປໂຍດ ---- ສາທາຣະນະ
    ເເມ່ນເເຕ່ພຣະ ---- ມັນກໍຄຸມຫມົດ
    ຊົດຊ່ວຍໃຫ້ ---- ກາຍເປັນເຄື່ອງມື
    ໃຫ້ຄົນຖື ---- ໃນຕ່າງປະເທດ
    ໃຫ້ເປັນເຫດ ---- ເເບ່ງເເຍກຄົນລາວ
    ຈັ່ງມີຄາວ ---- ກັບປະເທດໄດ້
    ອົງເຮັດໄດ້ ---- ເຂົາສັຣເສີນ
    ອົງໃດເມີນ ---- ເຂົາຕັດສາຍເເຮ່
    ທັງພໍ່ເເມ່ ---- ອ້າຍນ້ອງອາວອາ
    ເຂົາກ່າວຫາ ---- ເປັນທໍຣະຍົດ
    ເຂົາກໍປົດ ---- ຕໍາເເຫນ່ງເພິ່ນອອກ
    ທັງໃສ່ປອກ ---- ວິທີຄຸມຂັງ

    ບາງຄົນຍັງ ---- ລູກເຕົ້າຍັງນ້ອຍ
    ເຂົາກໍຊ່ອຍ ---- ໃຫ້ຕິດຢາບ້າ
    ຖືກຂ້າດ້ວຍ ---- ວິທີທຸກຢ່າງ
    ໃຜບໍ່ຊ່າງ ---- ຫົວໃບ້ຫົວຫຶກ
    ວ່າພີລຶກ ---- ລາວເວົ້າເເບບນີ້
    ເສັຽສະຕິ ---- ຄົນລາວຄືກັນ
    ບໍ່ນຶກຝັນ ---- ວ່າເປັນໄປໄດ້

    ເຂົາບໍ່ໃຫ້ ---- ລາວມີໂອກາດ
    ນາຍຄຣູຂາດ ---- ໂຮງຮໍ່າໂຮງຮຽນ
    ໃຫ້ເຮົາຂຽນ ---- ຕາມມີຕາມເກີດ
    ຈໍ່ກໍາເນີດ ---- ຄວາມອະນາຖາ
    ບໍ່ເຫິງມາ ---- ເຂົາກໍຄຸມໄດ້
    ເພາະເຮົາໃບ້ ---- ຄວາມຮູ້ຄວາມຫລັກ
    ໃຫ້ເຮົາມັກ ---- ນິຍົມເເກວພຸ້ນ
    ສົ່ງເປັນລຸ້ນ ---- ໄປຮຽນຄວາມເເກວ
    ວ່າເປັນເເນວ ---- ເຊື້ອຊາດລາວເເທ້
    ບໍ່ໃຫ້ເເຜ່ ---- ອີກພາສາລາວ

    ມັນເເມ່ນຄາວ ---- ຄົນລາວດັບເເທ້
    ພວກພໍ່ເເມ່ ---- ເພິ່ນກໍເສີຍເມີຍ
    ເພາະມີເຂີຍ ---- ທັງໃພ້ເປັນເເກວ
    ເວົ້າຄືເເນວ ---- ຄໍາເເພວເພິ່ນວ່າ

    ຄົນສີ້ຄາ ---- ພັດຫມາສີ້ຖອດ

    ໄປບໍ່ລອດ ---- ຊີວິດຜູ້ຂ້າ
    ຕອນຂ້າມມາ ---- ຂ້າກໍຖືກຍິງ
    ເວົ້າຄວາມຈິງ ---- ໃຫ້ລູກຫລານຮູ້
    ປູລູຂຶ້ນ ---- ເທິງຫນ້ານໍ້າຂອງ
    ມອງເຫັນເເລ້ວ ---- ເເມ່ນເມັຽເເລະລູກ
    ທຸກມື້ນີ້ ---- ຂ້ານອນບໍ່ຫລັບ
    ເພາະມັນກັບ ---- ຫວນມາທຸກຄໍ່າ
    ຄວາມຊົງຈໍາ ---- ມາຫລອກຝັນຮ້າຍ
    ສຽງວາຍວາຍ ---- ລູກຫລ້າມາປຸກ
    ຈົນຢາກຜູກ ---- ຄໍຂ້າຕົວຕາຍ
    ລູກຜູ້ຊາຍ ---- ຂໍນົບຂໍໄຫວ້
    ເປັນຈັ່ງໃດ ---- ເຂົາກໍຮັບຫມົດ
    ຂ້ານີ້ອົດ ---- ຄວາມທໍຣະມານ
    ບໍ່ຢາກລໍາຄານ ---- ລູກຫລ້າອີ່ພໍ່
    ເວົ້າໄປຕໍ່ ---- ມັນກໍບໍ່ຈົບ

    ພວກທີ່ປົບ ---- ຫນີໂຈນໂຫດຮ້າຍ
    ຈັ່ງໃດປ້າຍ ---- ນັ່ງຮັບໃຊ້ເຂົາ
    ຄົນລາວເຮົາ ---- ຂ້າອະໄພໄດ້
    ບໍ່ໄດ້ເເທ້ ---- ພວກເເກວຫນ້າຫມາ
    ພວກມັນມາ ---- ຍຶດຜືນເເຜ່ນດິນ
    ປາກວ່າສິນ ---- ພັດມືຖືພ້າ
    ພວກມັນກ້າ ---- ຂ້າເຈົ້າເອົາຂອງ
    ຕາມເຊກອງ ---- ເຊໃຫຍ່ເຊນ້ອຍ
    ຕາມບ້ານນ້ອຍ ---- ບ້ານຫ່າງບ້ານໄກ
    ໄປຫາກິນ ---- ມັນກໍລັດຂ້າ
    ຢູ່ຖຽງນາ ---- ມັນກໍມາກຸມ
    ກອງປະຊຸມ ---- ຂັ້ນສູງບໍ່ເຊື່ອ
    ເພາະມັນເບື່ອ ---- ພໍ່ບ້ານຫົວດີ
    ມັນຕັ້ງຜີ ---- ເປັນເຈົ້າບ້ານເເທນ
    ຄົນຕ່າງເເດນ ---- ດັ່ງເເກວເເລະເເມ້ວ
    ຕັ້ງພວກເເກວ ---- ໃຫ້ເປັນນາຍຄຸມ
    ພວກລາວລຸ່ມ ---- ເປັນພຽງຂອງເສດ
    ໃນປະເທດ ---- ເເມ່ນຂ້າເເລະເເມ້ວ
    ຮ່ວມຫົວເເກວ ---- ເປັນຜູ້ບົ່ງການ
    ລູກຫລານລາວ ---- ເຈົ້າຂອງປະເທດ
    ເປັນພຽງເສດ ---- ຂອງບູດຂອງເນົ່າ
    ຊີວິດເຂົາ ---- ໄຮ້ການທຸກຢ່າງ

    ໂອຍ! ຊ່ວຍຜູ້ຂ້າເເນ່ ປະກາດ ໃຫ້ຄົນທົ່ວໂລກ ຮູ້ການຍຶດຄອງເເລະຄວາມໂຮດຮ້າຍຂອງມັນ ເເລະ ພວກພັກເເລະຣັດ ໃນລາວ ທີ່ມີເເຕ່ເເມ້ວກັບເເກວ ດ້ວຍເຖີດ

    ໂດຍ ລາວລຶບ

    ຕອບສານ ສະບັບນີ້

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0