໔ ເດືອນ ທັນວາ/décembre ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ເເບບເເຜນ | Méthodologie /Methodology
ຄໍາເເຜງ ທັງຫລາຍ ທີ່ ຖືກ ນໍາ ເອົາ ມາ ອະທິບາຍ ໃນ ບົດຄວາມ ຕ່າງ ໆ ນີ້ ເເມ່ນ ຄໍາ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ເເລະ ຂ້າພະເຈົ້າ ຈະ ບໍ່ ສົນໃຈ ວ່າ ຄໍາ ກ່ຽວຂ້ອງ ມີ ເຄົ້າ ດຽວ ກັນ ຫລືບໍ່ ກັບ ພາສາ ສັນສະກຣິດ ສະນັ້ນ ຜິວ່າ ທ່ານ ຢາກ ຮູ້ຈັກ ຕື່ມ ອີກ ໃຫ້ ທ່ານ ໄປ ກວດກາ ເອົາ ເອງ ເເຕ່ຫາກວ່າ ເມື່ອ ຂ້າພະເຈົ້າ ບອກ ວ່າ ຄໍາເເຜງ ຄໍາໃດ ມີ ເຄົ້າ ມາ ຈາກ ພາສາ ສັນສະກຣິດ ໂດຍ ທີ່ ບໍ່ ໄດ້ ກ່າວ ເຖິງ ຄໍາ ບາລີ ໃດ ໆ ນັ້ນ ຫມາຍຄວາມວ່າ ຄໍານັ້ນ ບໍ່ ມີ ໃນ ພາສາ ບາລີ
ທາຕຸສາດ | Etymologie / Etymology / ພາສາ (...)
໒໙ ເດືອນ ພຶສຈິກາ/ພະຈິກ/novembre ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທາຕຸສາດ || Etymologie / Etymology
“ເພດ” ມີ ເຄົ້າ ມາ ຈາກ ພາສາ ບາລີ ເວສະ[Vesa] ເເລະ ພາສາ ສັນສະກຣິດ ວ່າ ເວສ̣ະ[Veṣa] ທີ່ ຖືກ ເເຜງ ມາ ເປັນ ຄວາມລາວ “ເພສ” ຊຶ່ງ ຂຽນ ເປັນ ທາງການ ດ້ວຍ ຕົວກໍ້າ ຄື ຕົວສະກົດ ທ້າຍຄໍາ ຂອງ ເເມ່ທັງເເປດ “ເພດ” ເເລະ ທີ່ ເເປວ່າ ການນຸ່ງຖື ການເເຕ່ງກາຍ || ເວສ̣ະ[Veṣa] m. en. Robe / Dress ; vêtements / apparel ; déguisement / disguise ; apparence “ເເຕ່ງເພດ” ຫມາຍເຖິງ ການເສີມສວຍ ການໃສ່ ເຂົ້າເເປ້ງນໍາເເດງ ພ້ອມທັງ ການນຸ່ງຖື ຕ່າງໆ || apparence
“ກັບ ເພດ ເປັນ ຄົນ” ທີ່ ເປັນ ກິຣິຍາ ຫມາຍເຖິງ ການກັບ ມາ ໃຊ້ ໂສມຫນ້າ ເເບບໃຫມ່
໒໔ ເດືອນ ກັນຍາ/septembre ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທາຕຸສາດ || Etymologie / Etymology
ພະວະ = ອະ + ພູ[Bhū] ເປັນ ພະວະ ( ການຂຽນ ພາສາ ບາລີ ບໍ່ ມີ ສຣະອະ ) => ພວ => ເເຜງ ຕົວວໍ ເປັນ ຕົວພໍ => ພພ => ພົພ => ພົບ ( ເບິ່ງ ອະໄວຍະຍະ ) ເເລະ ຄໍາດຽວ ນີ້ ເພິ່ນ ໄດ້ເເຜງ ເປັນ ຄໍາລາວ ພາວະ ເຫມືອນກັນ
ພູ[Bhū] ເປັນ ຄໍາເວົ້າ ຊນິດ ກິດົກ ເເລະ ເປັນ ທາຕຸ ບາລີ ຊຶ່ງ ເເປວ່າ
ລໍາເນົາ
ບ່ອນ ອາໄສ ຂອງ ສັດ ໃນ ວັຕສົງສານ ( ສັດ ຫມາຍເຖິງ ສິ່ງ ທີ່ ມີ ຊີວິດ ທຸກ ປະເພດ || fr. Des êtres “vivants” / en. beings ) ຫລື ໃນ ວັຕສົງສານ ( ສົງສານ ==> ສັງສາຣະ[Saŋsāra] || fr. Le samsara ) ເເລະ ກໍ ເເມ່ນ ພູ[Bhū] ທີ່ ເປັນ ທາຕຸ ນີີ້ ( ເປັນ ຮາກ || fr. Racine ) (...)
໕ ເດືອນ ກັນຍາ/septembre ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ຄໍາອະທິບາຍ || Explication / Explanation
ເມື່ອ ຄສ. ໒໐໐໘ ຂ້າພະເຈົ້າ ໄດ້ຊອກຫາ ວິທີ ຈັດ ລໍາດັບ ຄໍາເວົ້າ ລາວ ໃນ ວັຈນານຸກົມ ( fr. Ordre lexicographique ) ທັງ ໄດ້ປຽບທຽບ ກັບ ການຈັດ ລໍາດັບ ໃນ ວັຈນານຸກົມ ຝຣັ່ງ ເເລະ ໄທຍ ເເລະ ກໍ ໄດ້ຂຽນ algorithme ຜົນສຸດທ້າຍ ເມື່ອ ເຮົາ ມາ ຄິດ ດີໆ ໃສ່ la logique de la langue ເຮົາ ຈຶ່ງ ສາມາດ ເຂົ້າໃຈ ວ່າ ເຮົາ ບໍ່ ຕ້ອງ ຊອກຫາ ໃຫ້ ມັນ ເຈັບ ຫົວ ລ້າໆ ເນື່ອງຈາກວ່າ
ພຍັນຊນະລໍາດັບ ກໍ ມີ ຢູ່ ເເລ້ວ
ສຣະລໍາດັບ ກໍ ມີ ຢູ່ ເເລ້ວ
ລໍາດັບ ຂອງ ເເມ່ທັງເເປດ ກໍ ມີ ຢູ່ ເເລ້ວ
ມີ ເເຕ່ ເຮັດ ຢ່າງໃດ ມັນ ຈຶ່ງ ຈະ ສອດຄ່ອງ ກັບ ການຮຽນ ພາສາ ລາວ ຊຶ່ງ ຄໍາ ສອດຄ່ອງ (...)
໑ ເດືອນ ສິງຫາ/août ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທາຕຸສາດ || Etymologie / Etymology
“ນາມ” ມີ ເຄົ້າ ມາ ຈາກ ພາສາ ບາລີ ນາມະ ຊຶ່ງ ເປັນ ພາສາ ທີ່ ບັນຈຸ ຢູ່ ໃນ ຈໍາພວກ ພາສາ ອິນດູຢູໂຣປກະ ( ຝຣັ່ງ. Langues indo-européennes ) ຫມາຍຄວາມວ່າ ເປັນ ພາສາ ທີ່ ສາມາດ ຮັກສາ ຄວາມຫມາຍ ເຄົ້າ ໄວ້ ໄດ້ ທຸກໆ ຄໍາ ຈະ ເປັນ ຄໍາປະສົມ ຫລື ຄໍາເວົ້າ ປະເພດໃດ ກໍດີ ມັນ ກໍ ຮັກສາ ຄວາມຫມາຍ ເຄົ້າ ໄວ້ ໄດ້ ເຫມືອນກັນ
ຣູປຕາ ໑
ໂຄສະຖານ || Phonétique / Phonetics
ການກົດ ສຽງ ຂອງ ຄໍາ ເຫລົ່ານີ້ ຂ້າພະເຈົ້າ ກົດ ດ້ວຍ ຫນັງສື ລາວ ເເລະ ກໍ ຍັງ (...)