ພາສາ ລາວ - La langue lao ບົນ ລາວເເພນ

ວິທີ ອ່ານ

ວັນອັງຄານ ທີ ໒໐ ເດືອນ ທັນວາ/décembre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology
“ວິທີ” ມີ ເຄົ້າ ຈາກ ພາສາ ບາລີ ວິທິ[Vidhi] m. ຊຶ່ງ ເປັນ ນາມ ເພດຊາຍ ຫລື ນາມ ປຸງລິງ ທີ່ ມີ ສຽງສັ້ນ ຫມົດ ທັງສອງ ພຍາງ ເເລະ ຖືກ ເເຜງ ເປັນ ຄໍາລາວ “ວິທີ” ອີກຢ່າງນຶ່ງ ຄໍາດຽວກັນນີ້ ກໍ ຖືກ ເເຜງ ເປັນ ຄໍາລາວ ອີກ ຄໍານຶ່ງ ຄື ຄໍາ “ພິທີ” ຕື່ມອີກ ໂດຍ ເເຜງ ຕົວວໍ ເປັນ ຕົວພໍ

“ອ່ານ” ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ການນໍາ ຕົວຫນັງສື ດ້ວຍ ສາຍຕາ ເພື່ອ ໃຫ້ ຮູ້ຈັກ ວ່າ ຄໍາໃດ ຂຽນ ເເນວໃດ

ຄວາມຫມາຍ || Definition / Definition
“ວິທີ” ເເປວ່າ ເເບບ ເເບບເເຜນ ໂຊກ

  • ວິທີ ອ່ານ ຫນັງສື
  • ວິທີ ຕົວະ
  • ວິທີ ຕົ້ມ ເຂົ້າປຽກ
  • ວິທີ ຕົ້ມ ຄົນ ວ່າ ມັນ ຈະ ມາ ຊ່ວຍເຫລືອ ( ຜົນສຸດທ້າຍ ມັນ ມາ ເເຫບ ພ້ອມທັງ ຂ້າເຈົ້າເອົາຂອງ )
  • ວິທີ ຫລອກລວງ ເພື່ອ ຍຶດ ເອົາ ດິນ ຂອງ ເຂົາ ຕາມ ການຕົກລົງ ( ຖືກ ຕົ້ມ ) ໃນ ການລ່າ ຫົວເມືອງຂຶ້ນ ຫລື ການຍຶດ ປະເທດ ເເບບ ສໄມ ໃຫມ່
  • ຯລຯ

“ອ່ານ” ເເປວ່າ

  1. ຄວາມສັມພັນ ຣະຫວ່າງ ລວດລາຍ ທີ່ ປຽບ ເປັນ ຕົວຫນັງສື ຫລື ສິ່ງໃດສິ່ງນຶ່ງ ເເລະ ພາສາໃດ ພາສານຶ່ງ ຊຶ່ງ ສ່ວນມາກ ພາສານັ້ນ ເປັນ ພາສາ ປາກເວົ້າ ຂອງ ຄົນ ຫລື ຂອງ ສິ່ງ ທີ່ ເຮົາ ຮຽກກັນ ອີກຢ່າງນຶ່ງ ວ່າ ການຄົມນາຄົມ ຂອງ ເນື້ອຄວາມ ( Texte )
  2. ເວົ້າ ເປັນ ສຽງ ອອກ ຕາມ ສິ່ງ ທີ່ ໄດ້ຖືກ ຂຽນ ໄວ້ ຫລື ທີ່ ໄດ້ຖືກ ກົດໄວ້ ຫລື ທີ່ ໄດ້ຖືກ ຫມາຍ ໄວ້
  3. ຫລິ້ນ ສຽງ ຕາມ ການຂຽນ ຫລື ຕາມ ເນື້ອເຣື່ອງ ເພື່ອ ເຮັດ ໃຫ້ ມີ ຄວາມອອນຊອນ

ສະນາມ || Synonymie / Synonymy
ເເກະ ເດົາ ລໍາ ຣ້ອງ ຂັບ ສູດ || ຝຣັ່ງ. Déchiffrer/décrypter, deviner/décrire, chanter, exprimer à haute voix des formules cérémoniales

ຄໍາອະທິບາຍ || Explication / Explanation
ການອ່ານ ຄໍາ ຕ່າງໆ ໃນ ພາສາ ລາວ ບໍ່ ມີ ຄວາມຫຍຸ້ງຍາກ ຫຍັງຫລາຍ ຖ້າ ຈະ ປຽບທຽບ ໃສ່ ພາສາ ອື່ນໆ ຊຶ່ງ ສ່ວນມາກ ຈະ ເປັນ ພາສາ ຂອງ ພວກ ຊາວຕາເວັນຕົກ ອີກປະການນຶ່ງ ຖ້າ ທ່ານ ຮູ້ຈັກ ອ່ານ ເເລະ ປາກເວົ້າ ສຽງ ລາວ ໄດ້ດີ ມັນ ຈະ ອໍານວຍ ຄວາມສະດວກ ໃຫ້ ເເກ່ ທ່ານ ຫລາຍ ທີ່ສຸດ ໃນ ການຮຽນ ພາສາ ອື່ນ ເພາະວ່າ ສຽງ ຂອງ ສຣະ ເເລະ ຂອງ ເເມ່ ທັງເເປດ ໂດຍ ບໍ່ ກ່າວ ເຖິງ ການຜັນສຽງ ມີ ຄົບຖ້ວນ ເເລະ ຈໍານວນ ສຽງ ໃນ ພາສາ ລາວ ອາດ ຈະ ມີ ຈໍານວນ ຫລາຍກວ່າ ຈໍານວນ ສຽງ ຂອງ ພາສາ ອື່ນໆ ໃນ ໂລກ ນີ້ ກໍ ເປັນ ໄດ້

ຫນ້າ ເສັຽດາຍ ທີ່ ຄົນລາວ ບໍ່ ພັທນາ ພາສາ ຂອງ ຕົນເອງ ທີ່ ມີ ຄວາມສົມບູນ ຢູ່ ເເລ້ວ ເເທນທີ່ ຈະ ພາກັນ ໄປ ຮຽນ ພາສາ ເເກວ ເເລະ ການຮຽນ ພາສາ ເເກວ ກໍ ຄື ການລະປະຖິ້ມ ພາສາ ລາວ ນັ້ນເອງ “ຕາມ ເເຜນການ ອັນ ຍາວນານ ຂອງ ເເກວ” ເເລະ ເຮົາ ກໍ ເຫັນເເຈ້ງ ຢູ່ ເເລ້ວ ເລີ້ມ ຈາກ ເງິນເດືອນ ຂອງ ນາຍຄຣູ ບໍ່ ຖືກ ຈ່າຍ ເເລະ ໂຮງຮຽນ ຕາມ ບ້ານ ຕ່າງໆ ກໍ ບໍ່ ມີ ເເລະ ບໍ່ ຖືກ ສົ່ງເສີມ ເເຕ່ວ່າ ການສ້າງສາ ພັທນາ ເເນວອື່ນ ອັນ ໃຫຍ່ໂຕ ມະໂຫຣານ ເພິ່ນ ພັດ ເຮັດ ໄດ້ “ຖືກ ເເຮ້ວ ໃຜ ເດ ນໍ ?”

ກົດເກນ ການອ່ານ ຖ້ອຍຄໍາ ລາວ ຕັ້ງ ຢູ່ ພາຍໃຕ້ ກໍຣະນີ ດັ່ງນີ້ ຄື

  • ຈໍາພວກ ສຽງຫອງ
  • ຈໍາພວກ ທີ່ ຂຽນ ເເນວນຶ່ງ ເເຕ່ ອ່ານ ອີກ ເເນວນຶ່ງ
  • ຈໍາພວກ ທີ່ ອ່ານ ເເນວດຽວກັນ ເເຕ່ ຄວາມຫມາຍ ຕ່າງກັນ ( ໄດ້ກ່າວ ເຖິງ ເເລ້ວ ໃນ ບົດຄວາມ ວິທີ ຂຽນ ເເລະ ຈະ ບໍ່ ກ່າວ ເຖິງ ມັນ ອີກ )
  • ຈໍາພວກ ທີ່ ອ່ານ ທັມມະດາ ຕາມ ການຂຽນ ຫລື ການສະກົດ
  • ຈໍາພວກ ພິເສດ ຄື ຈໍາພວກ ສຽງ ທ້ອງຖິ່ນ

໑ - ຈໍາພວກ ສຽງຫອງ
ຈໍາພວກ ສຽງຫອງ ໃນ ທີ່ນີ້ ຫມາຍເຖິງ ຄໍາ ທີ່ ປະກອບ ດ້ວຍ ພຍັນຊນະ ຈູງ ນຶ່ງ ເເລະ ຄໍາ ທີ່ ສະກົດ ດ້ວຍ ຕົວສະກົດ ພິເສດ ນຶ່ງ ສ່ວນ ຄໍາ ທີ່ ສະກົດ ດ້ວຍ ◌ກ◌ ◌ດ◌ ◌ບ◌ ຊຶ່ງ ພຍັນຊນະ ຕົ້ນພຍາງ ຈໍາກັດ ຢູ່ ໃນ ຫມວດກໍ ຈະ ມີ ສຽງຫອງ ເເລະ ຄໍາ ທີ່ ປະກອບ ດ້ວຍ ພຍັນຊນະ ຕົ້ນພຍາງ ຫມວດຂໍ ກໍ ມີ ສຽງຫອງ ເຫມືອນກັນ ເເລະ ພວກ ສຽງໂທ ຊນິດນຶ່ງ ກໍ ມີ ສຽງຫອງ ທີ່ ດັກ ລົງ ທີ່ ຮຽກ ວ່າ ສຽງສູງຢ່ອນ ໃຫ້ ທ່ານ ເບິ່ງ ຕາມ ບົດຄວາມ ກ່ຽວກັບ ເຣື່ອງນີ້

ອີກປະການນຶ່ງ ຜິວ່າ ຄໍາໃດ ປະກອບ ດ້ວຍ ພຍັນຊນະ ຫມວດກໍ ກັບ ຣັດສະສຣະ ສາມັນ ຄໍານັ້ນ ຈະ ມີ ສຽງຫອງ ເຫມືອນກັນ ເເຕ່ ເປັນ ສຽງສັ້ນ

ຣູປຕາ ໑ - ຫມວດ ຕ່າງໆ ຂອງ ຈໍາພວກ ພຍັນຊນະ
( ເບິ່ງ ຄວາມເປັນມາ ຂອງ ຫມວດ ພຍັນຊນະ ຕ່າງໆ ນະ ທີ່ນີ້ )


ຄໍາທີ່ ຂຽນ ດ້ວຍ ພຍັນຊນະ ຈູງ
ເມື່ອ ເຮົາ ຮູ້ຈັກ ວ່າ ພຍັນຊນະ ຫມວດກໍ ຫມວດຂໍ ເເລະ ຫມວດຄໍ໑ ຢ່າງດຽວ ສາມາດ ຈູງ ພຍັນຊນະ ຫມວດຄໍ໒ ໄດ້ ດັ່ງນັ້ນ ເຮົາ ຈະ ອວ່າຍ ໄປ ໃສ່ ຫມວດ ທີ່ ຈູງ ຫມວດອື່ນ ໂດຍ ຕຣົງ ດັ່ງນີ້

( ກໍຄໍ ) ຫມວດກໍ ຈູງ ຫມວດຄໍ
“ຈູງ” ໃນ ທີ່ນີ້ ຫມາຍເຖິງ ສຽງ ສອງ ສຽງ ດ້ວຍກັນ ຄື ສຽງ ຂອງ ພຍາງຫນ້າ ຈະ ມີ ຄວາມໄວ ກວ່າເກົ່າ ນຶ່ງ ເເລະ ສຽງ ຂອງ ພຍາງທ້າຍ ຈະ ຕ້ອງ ເເອບເເຝງ ເອົາ ສຽງ ຂອງ ພຍັນຊນະ ຫນ້າພຍາງ ປະກອບ ດ້ວຍ ໄມ້ສະກົດ ກ່ຽວຂ້ອງ ນັ້ນ ນຶ່ງ

  • ຈຣິດ[ຈະ-ຫຣິດ/ຈະ-ຫລິດ] ====> ຕົວຈໍ ( ◌ຈ◌ ) ຈູງ ຕົວຣໍ ( ◌ຣ◌ ) ຊຶ່ງ ສຽງ ຂອງ ພຍາງທ້າຍ ຈະ ເເອບເເຝງ ເອົາ ສຽງ ຂອງ ພຍັນຊນະ ຫນ້າພຍາງ ທີ່ ປະກອບ ດ້ວຍ ໄມ້ ຂອງ ເເມ່ສະກົດ ກ່ຽວຂ້ອງ ສເມີ ດັ່ງນີ້ ຈ+ິດ=ຈິດ ສະນັ້ນ ສຽງ ຂອງ ພຍາງທ້າຍ ( ຣິດ ) ຕ້ອງ ໃຫ້ ມີ ຄື້ນສຽງ ອັນດຽວກັນ ກັບ “ຈິດ” ທີ່ ມີ ສຽງຫອງ ຈຶ່ງ ເປັນ “ຫຣິດ” ຫລື “ຫລິດ”
  • ຕລາດ[ຕະ-ຫລາດ] ====> “ຕາດ” ທີ່ ມີ ສຽງຫອງ ເເລະ “ລາດ” ຕ້ອງ ກາຍເປັນ “ຫລາດ” ຈຶ່ງ ຈະ ມີ ສຽງຫອງ
  • ປລາດ[ປະ-ຫລາດ] ====> “ປາດ” ມີ ສຽງຫອງ ເເລະ “ລາດ” ຕ້ອງ ເປັນ “ຫລາດ” ຈຶ່ງ ຈະ ມີ ສຽງຫອງ
  • ປລັດຕື້ ====> “ປະ-ຫລັດ-ຕື້”
  • ປວັດ ====> “ປະ-ຫວັດ”
  • ອເນກ[ອະ-ເຫນກ] ====> “ເອກ” ມີ ສຽງຫອງ ສະນັ້ນ “ເນກ” ຕ້ອງ ເປັນ “ເຫນກ” ຈຶ່ງ ຈະ ມີ ສຽງຫອງ

( ຂໍຄໍ ) ຫມວດຂໍ ຈູງ ຫມວດຄໍ

  • “ຂຍ” ດັ່ງ ສັງຂຍາ[ສັງ-ຂະ-ຫຍາ] ====> “ຂາ” ມີ ສຽງຫອງ ສະນັ້ນ “ຍາ” ຕ້ອງ ເປັນ “ຫຍາ” ຈຶ່ງ ຈະ ມີ ສຽງຫອງ ( ຂຍາຍ )
  • “ຂນ” ດັ່ງ ຂເເນງ[ຂະ-ເເຫນງ] ====> “ເເຂງ” ມີ ສຽງຫອງ ສະນັ້ນ “ເເນງ” ຕ້ອງ ເປັນ “ເເຫນງ” ຈຶ່ງ ຈະ ມີ ສຽງຫອງ ເຫມືອນ “ເເຂງ”
    • ເເຕ່ວ່າ “ຂນະ” ຕ້ອງ ອ່ານ ເປັນ “ຂະ-ນະ” ເຫມືອນເດີມ ມີ ເເຕ່ ສຽງ ຂອງ ພຍາງຫນ້າ ໄວຂຶ້ນ ກວ່າເກົ່າ ເເຕ່ວ່າ ຄົນລາວ ສ່ວນຫລາຍ ຈະ ອ່ານ ອອກ ເປັນ ສຽງ “ຄະນະ” ຫລາຍກວ່າ
  • “ຂມ” ດັ່ງ ຂເມນ[ຂະ-ເຫມນ] ====> “ເຂນ” ມີ ສຽງຫອງ ສະນັ້ນ “ເມນ” ຕ້ອງ ເປັນ “ເຫມນ” ຈຶ່ງ ຈະ ມີ ສຽງຫອງ ເຫມືອນ “ເຂນ”
  • “ຂຣ” ດັ່ງ ອັກຂຣະ ອ່ານວ່າ “ອັກ-ຂະ-ຫຣະ” ຫລື “ອັກ-ຂະ-ຫລະ”
  • “ຜນ” ດັ່ງ ຜນຶກ ອ່ານວ່າ “ຜະ-ຫນຶກ”
  • “ສງ ສຍ ສນ ສມ ສຣ ສລ ສວ ຖນ ຖລ ຖວ ຜຍ ຜນ ຜລ ຜວ” ຄໍາ ທີ່ ປະກອບ ດ້ວຍ ພຍັນຊນະ ຈູງ ເຫລົ່ານີ້ ຕ້ອງ ອ່ານ ພຍາງທ້າຍ ຂອງມັນ ເປັນ ສຽງຫອງ ສເມີ ນອກຈາກ ຄໍາ
    • ລັກສນະ[ລັກ-ສະ-ນະ] ທີ່ ຄົນລາວ ມັກ ອ່ານ “ຫລັກ-ຊະ-ນະ”
    • ອິສຣະ ທີ່ ອ່ານ ເປັນ “ອິດ-ສະ-ຣະ”
    • ທັສນະ ທີ່ ອ່ານ “ທັດ-ສະ-ນະ”
  • ສວາກຂາໂຕ ====> ສະ-ຫວາກ-ຂາ-ໂຕ ( “ສວ” ໃນ ກໍຣະນີ ນີ້ ບໍ່ ເປັນ ພຍັນຊນະ ຄວບ )
  • ສວາມີ ====> ສະ-ຫວາ-ມີ ( “ສວ” ໃນ ທີ່ນີ້ ບໍ່ ເປັນ ພຍັນຊນະ ຄວບ )

( ຄໍຄໍ ) ຫມວດຄໍ ຈູງ ຫມວດຄໍ
ພຍາງທ້າຍ ຂອງ ຄໍາໃດ ທີ່ ປະກອບ ດ້ວຍ ພຍັນຊນະ ຈູງ ຫມວດນີ້ ຈະ ບໍ່ ມີ ສຽງຫອງ ມີ ເເຕ່ ສຽງ ພຍາງຫນ້າ ຂອງ ຄໍານັ້ນ ໄວຂຶ້ນ ກວ່າເກົ່າ ເທົ່ານັ້ນ

ຄໍາທີ່ ຂຽນ ດ້ວຍ ຕົວສະກົດ ພິເສດ
ການອ່ານ ຄໍາ ທີ່ ຂຽນ ດ້ວຍ ຕົວສະກົດ ພິເສດ ກໍ ມີ ສອງ ຢ່າງ ດ້ວຍກັນ ຄື ຢ່າງນຶ່ງ ຫມາຍເຖິງ ຈໍາພວກ ທີ່ ອ່ານ ພຍາງທ້າຍ ເປັນ ສຽງຫອງ ເເລະ ອີກ ຈໍາພວກນຶ່ງ ກໍ ອ່ານ ພຍາງທ້າຍ ຂອງ ມັນ ເປັນ ສຽງ “ທັມມະດາ” ສາມັນ

ຈໍາພວກ ສຽງຫອງ ດ້ວຍ ຕົວສະກົດ ພິເສດ
ຕົວຢ່າງ ຈໍາພວກ ຖ້ອຍຄໍາ ທີ່ ອ່ານ ພຍາງທ້າຍ ຂອງມັນ ເປັນ ສຽງຫອງ

  • “ຖນ” ດັ່ງ ປາຖນາ
  • “ສນ” ດັ່ງ ເກສນາ ສາສນາ ວາສນາ ເປັນຕົ້ນ
  • “ສດ” ດັ່ງ ພັສດຸ ====> ອ່ານ “ພັດ-ສະ-ດຸ” ເພາະວ່າ ພຍາງ ທີ່ ປະກອບ ດ້ວຍ ຣັດສະສຣະ ສາມັນ ກັບ ພຍັນຊນະ ◌ດ◌ ມີ ສຽງ ສູງ

ນອກຈາກນີ້ ເພິ່ນ ບໍ່ ອ່ານ ພຍາງທ້າຍ ຂອງ ຄໍາອື່ນ ເປັນ ສຽງຫອງ ເຊັ່ນ ຄໍາ ຂ້າງລຸ່ມນີ້ ເເລະ ຄໍາ ອື່ນໆ ອີກ

  • “ສດ” ດັ່ງ ສາສດາ ( ເປັນ ສຽງ ທັມມະດາ )
    • “ຣາສດອນ” ເປັນ ສຽງ ທັມມະດາ ຊຶ່ງ ຄົນລາວ ມັກ ອ່ານ ເປັນ ຣາດ-ຊະ-ດອນ ສ່ວນ ຕົວສໍ ( ◌ສ◌ ) ນັ້ນ ເປັນ ທັງ ຕົວສະກົດ ກາງຄໍາ ເເລະ ເປັນ ທັງ ພຍາງຫນ້າ ອີກດ້ວຍ ຕາມທີ່ຈິງ ເເລ້ວ ເຮົາ ອ່ານ ເປັນ “ຣາດ-ສະ-ດອນ” ກໍໄດ້ ເຫມືອນກັນ ໂດຍ ເຮັດ ໃຫ້ ສຽງ ຂອງ ພຍາງ “ສະ” ໄວຂຶ້ນ ກວ່າເກົ່າ ( ເເຕ່ວ່າ ຄົນລາວ ມັກ ອ່ານ ອອກ ສຽງ ເປັນ “ຣາດ-ຊະ-ດອນ” ຫລາຍກວ່າ )
    • “ຕັກເເຕນ” ສາມາດ ອ່ານ ໄດ້ ສອງ ຢ່າງ ຄື “ຕັກ-ເເຕນ” ຫລື “ຕັກ-ກະ-ເເຕນ”
    • “ຫັສດີ” ====> ອ່ານ “ຫັດ-ສະ-ດີ”

ຂໍ້ສລຸບ
ຈໍາພວກ ຄໍາ ທີ່ ຂຽນ ດ້ວຍ ພຍັນຊນະ ຈູງ ເເລະ ຕົວສະກົດ ພິເສດ ທີ່ ມີ ສຽງ ສູງ ຄົງ ມີ ພຽງ ເທົ່າ ທີ່ ໄດ້ ຂຽນ ມາ ຂ້າງເທິງນີ້ ສ່ວນ ການຂຽນ ເເບບ ສັ້ນໆ ເເບບນີ້ ບໍ່ ຫມາຍເຖິງ ການຂຽນ ໃຫ້ ລະອຽດ ເເຕ່ ເປັນ ພຽງ ການຊີ້ບອກ ການເເນະນໍາ ເພື່ອ ໃຫ້ ຜູ້ອ່ານ ຮູ້ຈັກ ວິທີ ອ່ານ ເເບບ ງ່າຍດາຍ ເເລະ ຖ້າ ຢາກ ໃຫ້ ຂຽນ ລະອຽດ ເເທ້ໆ ມັນ ກໍ ຕ້ອງ ຂຽນ ເປັນ ວັຈນານຸກົມ ອອກ ມາ ເເຕ່ຫາກວ່າ ຄວາມລະອຽດລະອໍ ອັນນັ້ນ ກໍ ຂຶ້ນ ຢູ່ ກັບ ຄວາມສາມາດ ຂອງ ກັດຕຸ ຜູ້ຂຽນ ເຫມືອນກັນ ວ່າ ຜູ້ກ່ຽວ ຈະ ມີ ຄວາມສາມາດ ຂນາດໃດ ກັນເເທ້

ການ ທີ່ ພຍັນຊນະ ຕົວຫນ້າ ຈູງ ພຍັນຊນະ ຕົວຫລັງ ເເປວ່າ ພຍາງຫນ້າ ເເບ່ງປັນ ຊັພຍາກອນ ໃຫ້ ເເກ່ ພຍາງຫລັງ ຊຶ່ງ ຊັພຍາກອນ ອັນນັ້ນ ຫມາຍເຖິງ ຖານະ ເເລະ ຖານະ ອັນນັ້ນ ກໍ ຄື ສຽງ ຂອງ ພຍາງຫນ້າ ນັ້ນເອງ ສລຸບເເລ້ວ ພຍາງຫນ້າ ຊ່ວຍ ໃຫ້ ພຍາງຫລັງ ມີ ຖານະ ດີຂຶ້ນ ກວ່າເກົ່າ

ເຖິງຢ່າງໃດ ກໍດີ ຖ້າ ພຍາງຫນ້າ ມີ ສຽງ ຫອງ ພຍາງຫລັງ ກໍ ຕ້ອງ ມີ ສຽງ ຫອງ ເເລະ ຖ້າ ພຍາງຫນ້າ ມີ ສຽງໃດ ພຍາງຫລັງ ກໍ ຕ້ອງ ມີ ສຽງນັ້ນ ເເລະ ສຽງ ອັນນັ້ນ ກໍ ຄື ຄື້ນສຽງ ເເບບ ດຽວກັນ ພ້ອມດຽວກັນນັ້ນ ການອ່ານ ພຍາງຫນ້າ ກໍ ຕ້ອງ ໄວ ຂຶ້ນ ກວ່າເກົ່າ ອັນນີ້ ຄື ການກະທໍາ ຂອງ ຄໍາວ່າ “ຈູງ” ຖ້າບໍ່ດັ່ງນັ້ນ ກໍ ຫມາຍຄວາມວ່າ “ກິນ ຫົວເຈົ້າ ຢ່າງດຽວ” ຊຶ່ງ ບໍ່ ຕ່າງຫຍັງ ກັບ ການສັມພັນ ລາວ-ວຽດ ທຸກມື້ນີ້

໒ - ຈໍາພວກ ຂຽນ ເເນວນຶ່ງ ເເຕ່ ອ່ານ ເເນວນຶ່ງ
ການຂຽນ ເຮົາ ຕ້ອງ ຂຽນ ໃຫ້ ມັນ ຖືກ ກັບ ກົດເກນ ທີ່ ເພິ່ນ ໄດ້ຕັ້ງໄວ້ ເຫມືອນ ກັບ ການຂຽນທວາຍ ນັ້ນເອງ ເເຕ່ວ່າ ການອ່ານ ເປັນ ອີກ ເຣື່ອງນຶ່ງ ຕ່າງຫາກ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້

  • ກໍ ====> ອ່ານ ເປັນ “ກໍ່” ທີ່ ເປັນ ບຸພບົດ ດັ່ງ
    • ກໍດີ
    • ກໍຕາມ
    • ກໍຢ່າ
    • ກໍຈຶ່ງ ເປັນ ຢ່າງນີ້
      “ກໍ່” ເເນວນີ້ ເປັນ ກິຣິຍາ ຊຶ່ງ ຫມາຍເຖິງ ກໍ່ສ້າງ ເເລະ ຖ້າ ມັນ ເປັນ ນາມ ມັນ ຈະ ຫມາຍເຖິງ ຫມາກໄມ້ ຊນິດ ນຶ່ງ ຄື ຫມາກກໍ່
  • ຂນະ ====> ອ່ານ ເປັນ ຂະ-ນະ ເເຕ່ ສ່ວນຫລາຍ ຄົນລາວ ຈະ ອ່ານ ອອກ ສຽງ ຄະ-ນະ ຫລາຍກວ່າ
  • ຂອບໃຈ ====> ຄອບ-ໃຈ ( ຄວາມເປັນມາ ຂອງມັນ ອາດ ຈະ ເປັນ ຍ້ອນ ໄທພວນ ອ່ານ ສຽງ ພຍາງ ທີ່ ຂຽນ ດ້ວຍ ຕົວຂໍ ເປັນ ຕົວຄໍ )
  • ຈົງ ====> ອ່ານ ວ່າ ຈົ່ງ ທີ່ ເເປວ່າ ຕັ້ງໃຈ ຕັ້ງຫນ້າຕັ້ງຕາ
  • ຈອງ ====> ອ່ານ ວ່າ ຈ່ອງ ທີ່ ເເປວ່າ ຜູກ ຫມາຍ ( ຈອງ ບ່ອນ ຫລື ຈອງ ປີ້ ໄວ້ ເເລ້ວ )
  • ສິ້ນ ====> ສິ້ນສຸດ[ຊິ້ນ-ສຸດ] ສິ້ນເຊີງ[ຊິ້ນ-ເຊີງ] ເເຕ່ວ່າ “ສິ້ນ” ເເມ່ຍິງ ມີ ສຽງ ສາມັນ
  • ສໍາຣວດ ====> ສໍາ-ຫຣວດ ຫລື ອ່ານ ເປັນ ສໍາ-ຫລວດ
  • ສັມຜັດ ====> ຄົນລາວ ນິຍົມ ອ່ານ “ສໍາ-ພັດ” ເເລະ ເປັນ ດ້ວຍ ເຫດ ອັນໃດ ກໍ ບໍ່ ຮູ້
  • ຊ້ວງ ====> “ໄລຍະ ເວລາ” ຖ້າ ຂຽນ “ຊ່ວງ” ດັ່ງ ຊ່ວງເຮືອ ຄໍານີ້ ກໍ ມີ ຢູ່ ເເລ້ວ ໃນ ພາສາ ລາວ ຈໍາເປັນ ຕ້ອງ ຂຽນ ຕ່າງກັນ ກັບ ໄທຍ ທີ່ ຂຽນ “ຊ່ວງ” ເເຕ່ວ່າ ຄົນລາວ ເມືອງນອກ ທີ່ ມີ ອາຍຸ ສູງ ກວ່າ ໗໐ ປີ ຂຶ້ນໄປ ບອກວ່າ ຄໍານີ້ ຄົນລາວ ຄາວກ່ອນ ບໍ່ ເຄີຍ ໃຊ້ ມີ ເເຕ່ ພວກ ໄທອິສານ ໃຊ້
  • ດໍາຣິ ====> ດໍາ-ຫຣິ ຊຶ່ງ “ດໍາຣິ” ເເຜງ ຈາກ “ຕຣິ”
  • ຕໍາຣວດ ====> ຕໍາ-ຫຣວດ ຫລື ຕໍາ-ຫລວດ ເເຕ່ວ່າ ໃນ ຕໍານານ ຂອງ ພຣະເຈົ້າ ສຣີ ສວ່າງ ວົງ ເພິ່ນ ຮຽກ ຕໍາຫນວດ
  • ຕໍາຣັບ ຕໍາຣາ ====> ຕໍາ-ຫຣັບ ຕໍາ-ຣາ
  • ທົງ ຫລື ທຣົງ ====> ຊົງ
  • ທຣັພຍ ====> ຊັບ ດັ່ງ ທຣັພຍາກອນ ເປັນ ຊັພຍາກອນ
  • ນໍ້າ ====> “ນ້າມ” ເເຕ່ ມີ ບາງເເຫ່ງ ( ທ້ອງຖິ່ນ ) ຫລືວ່າ ລາງບ່ອນ ເພິ່ນ ກໍ ເວົ້າ “ນໍ້າ” ຕາມ ການຂຽນ
  • ປາຖນາ ====> ປາດ-ທະ-ຫນາ
  • ຝຣັ່ງ ====> ຝະ-ຫລັ່ງ ຫລື ຝາ-ຫລັ່ງ ( ເພາະ ເປັນ ພຍັນຊນະ ຈູງ ) ເເຕ່ ມວນຊົນ ຄົນລາວ ໃນ ປັດຈຸບັນ ມັກ ອ່ານ ເປັນ ພຍັນຊນະ ຄວບ ຄື “ຝຣັ່ງ”
  • ພຸທຣາ ====> ພຸດ-ຊາ
  • ເພີ່ມ ====> ອ່ານ ເປັນ ເພີ້ມ ດັ່ງ ເພີ່ມເຕີມ ຕ້ອງ ອ່ານ ເປັນ ເພີ້ມເຕີມ
  • ເຣື່ອງ ====> ອ່ານ ເປັນ ເຣື້ອງ ຫລື ເລື້ອງ ເເຕ່ ໄທເຫນືອ ຈະ ເວົ້າ ເຣື່ອງ
  • ຣ້ອງ ====> ຕາມທັມມະດາ ເຮົາ ຕ້ອງ ອ່ານ ເປັນ “ລ້ອງ” ເເຕ່ ສໄມ ທີ່ ເພິ່ນ ຢາກ ໃຫ້ ການປາກເວົ້າ ພາສາ ລາວ ໄກ ຈາກ ໄທຍ ເພິ່ນ ກັບ ມາ ດັດ ເປັນ “ຮ້ອງ” ທັງໆ ທີ່ ຄໍານີ້ ມີ ຄວາມຫມາຍ ອັນ ເເນ່ນອນ ຢູ່ ເເລ້ວ ຊຶ່ງ “ຮ້ອງ” ຫມາຍເຖິງ ການເຮັດ ໃຫ້ ສຽງ ດັງ ເເຮງໆ ອອກ ຈາກ ປາກ ປາສຈາກ ຖ້ອຍຄໍາ ອັນໃດ ທັງສິ້ນ ຫລື ການເວົ້າ ເເຮງ ການປາກ ທີ່ ມີ ສຽງ ດັງ ເພິ່ນ ກໍ ຮຽກ ວ່າ ຮ້ອງ ໃສ່ກັນ ທັງນັ້ນ ເເຕ່ວ່າ ເມື່ອ ເຮົາ ກ່າວ ເຖິງ ການຮ້ອງ ເພງ ເເທນທີ່ ຈະ ເເມ່ນ ການຣ້ອງ ເພງ ມັນ ກໍ ບໍ່ ຕ່າງຫຍັງ ກັບ ການຫອນ ໃຫ້ ຄົນອື່ນ ຟັງ ນັ້ນ ເເລ ຊຶ່ງ ໄຮ້ ຖ້ອຍຄໍາ ນັ້ນເອງ ເຖິງຢ່າງໃດ ກໍດີ ກິຣິຍາວະລີ “ຮ້ອງ ເພງ” ໄດ້ເຂົ້າ ໄປ ໃນ ຂນົບ[ຂະ-ນົບ] ທັມນຽມ ຂອງ ຄົນລາວ ເເລ້ວ
    ຄໍາ ກິຣິຍາວະລີ “ຮ້ອງ ເພງ” ໄດ້ເກີດ ຂຶ້ນ ໃນ ສັງຄົມ ລາວ ເລີ້ມ ເເຕ່ ຄສ. ໑໙໗໓ ເປັນ ຕົ້ນ ມາ ເເຕ່ ຕອນ ມັນ ເລີ້ມ ຫລາຍ ກວ່າເກົ່ານັ້ນ ເເມ່ນ ຫລັງຈາກ ທີ່ ຄົນລາວ ໄດ້ປົບ ຮ້ອນ ມາເພິ່ງ ເຢັນ ຫລື ໄດ້ປົບ ຈາກ ການຈັບກຸມຄຸມຂັງ ກັນ ເເບບ ໄຮ້ ເຫດຜົນ ຄື ຄສ. ໑໙໗໕ ເປັນຕົ້ນ ມາ ຕອນ ທໍາອິດ ພວກເພິ່ນ ກໍ ພາກັນ ເວົ້າຫລິ້ນເວົ້າຫົວ ຊື່ໆ ເຊັ່ນ “ຊິຣ້ອງເພງບໍ ? ບໍ່ ເເມ່ນ ຣ້ອງ[ລ້ອງ] ເເຕ່ ຈະ ມາ ຮ້ອງ ໃຫ້ ຟັງ” ເເຕ່ນັ້ນ ມາ ມັນ ກໍ ຖນັດ ປາກ ຖນັດ ຄໍ ໄປ ເອງ ນັ້ນເເລ ອັນນີ້ ຄື ຜິດ ກາຍ ເປັນ “ຖືກ” ກໍ ວ່າ ໄດ້
    ຕາມທີ່ຈິງເເລ້ວ ຄໍາ ກິຣິຍາວະລີ “ຮ້ອງເພງ” ເປັນ ຄໍາ ທີ່ ບໍ່ ຖືກ ພາສາ ລາວ ຊຶ່ງ ຄໍາ ເເທ້ ເເມ່ນ “ຣ້ອງ” ທີ່ ຄົນລາວ ອ່ານ ເປັນ “ລ້ອງ”
  • ຣາສດອນ ====> ຣາດ-ຊະ-ດອນ
  • ຣຸ່ນ ====> ຖ້າ ອ່ານ ເປັນ “ຮຸ່ນ” ມັນ ກໍ ຈະ ພາ ໃຫ້ ງົງ ເພາະວ່າ ຫຸ່ນນົກຫຸ່ນກາ ກໍ ມີ ເເລ້ວ ເເຕ່ ກໍເປັນໄປໄດ້ ຖ້າ ຄໍານີ້ ຫມາຍເຖິງ ເຊັ່ນຄົນ ( Génération ) ເເລະ ຖ້າ ເຮົາ ອ່ານ ເປັນ “ຮຸ້ນ” ມັນ ກໍ ຫມາຍເຖິງ ການຮຸ້ນສ່ວນ ນັ້ນເອງ ເເຕ່ຫາກວ່າ ຖ້າ ອ່ານ ເປັນ “ລຸ້ນ” ຄໍານີ້ ເເປວ່າ ຖ້ຽວ ( Promotion ) ດັ່ງ ລຸ້ນໃຜລຸ້ນມັນ ຫມາຍຄວາມວ່າ ຖ້ຽວໃຜຖ້ຽວມັນ ນັ້ນເອງ ດັ່ງ ຕົວຢ່າງ “ທະຫານ ນາຍຣ້ອຍ ລຸ້ນ ທີ ໒໗” ເມື່ອ ເປັນ ດັ່ງນີ້ ເຮົາ ຈະ ພາກັນ ເຮັດ ຢ່າງໃດ ດີ ? ເເລະ ໃຫ້ ພຍາຍາມ ຄິດ ຊ່ວຍກັນ
  • ຣັຖບານ ====> ອ່ານ ຣັດ-ທະ-ບານ
  • ວາສນາ ====> ວາດ-ຊະ-ຫນາ
  • ອວຍ ====> ອ່ານວ່າ ອ່ວຍ ທີ່ ເເປວ່າ ໃຫ້ ດັ່ງ ອວຍ ໄຊ ຫລື ອວຍ ພອນ ທີ່ ເເປວ່າ ໃຫ້ ພອນ
  • ອິນທຣີ ====> ອິນ-ຊີ ( ອິນຊີ ທັງ ຫົກ ໃນ ທັມມະ )
  • ຮ້ອນ ====> ຫມາຍເຖິງ ຄວາມຮ້ອນ ທີ່ ເປັນ ປະຕິນາມ ຫລື ຄໍາກົງກັນຂ້າມ ກັບ ຄໍາ ຫນາວ ຊຶ່ງ ຄົນໄທຍ ຂຽນ “ຣ້ອນ” ເເລະ ຖ້າ ຂຽນ ເເບບນີ້ ຄົນລາວ ຈະ ອ່ານ ເປັນ “ເສັ້ນລ້ອນ” ນັ້ນເອງ
  • ຯລຯ

ເຖິງຢ່າງໃດ ກໍດີ ຄົນລາວ ບໍ່ ນິຍົມ ອ່ານ ດ້ວຍ ການຫັນ ລີ້ນ ຄໍາໃດ ທີ່ ຂຽນ ດ້ວຍ ຕົວຣໍ ( ຣ ) ເພາະ ເພິ່ນ ອ່ານ ເປັນ ຕົວລໍ ( ລ ) ດັ່ງ ຄໍາ “ນາຍຣ້ອຍ” ລາງຄົນ ກໍ ອ່ານ ເປັນ “ນາຍຮ້ອຍ” ເເລະ ລາງຄົນ ກໍ ອ່ານ ເປັນ “ນາຍລ້ອຍ” ເເຕ່ວ່າ ຄົນລາວ ທີ່ ໄດ້ມີ ການສຶກສາ ໄວຍາກອນ ລາວ ນິຍົມ ອ່ານ ຕົວຣໍ ( ຣ​ ) ດ້ວຍ ການຫັນ ລີ້ນ ທັງນັ້ນ ເເຕ່ ຫັນ ພຽງ ຫນ້ອຍດຽວ ເທົ່ານັ້ນ ພໍ ໃຫ້ ຮູ້ ວ່າ ເເມ່ນ ຕົວຣໍ ( ຣ )

ວິສາມັນນາມ
ວິສາມັນນາມ ຫມາຍເຖິງ ຄໍາ ທີ່ ໃຊ້ ເປັນ ຊື່ຄົນ ດັ່ງ ທ້າວມາ ຊື່ສັດ ດັ່ງ ຫມາບັກເຕັ້ຽ ຊື່ສິ່ງຂອງ ດັ່ງ ຕະກຽງ ມັງຊົງ ເເລະ ຊື່ຖິ່ນຖານ ດັ່ງ ບ້ານນາເເກ ເເລະ ບ້ານເເມ່ທວດ ເປັນຕົ້ນ

  • ຢູໂຣບ ( Europe ) ====> ອ່ານ ເປັນ ຢູ-ໂຫຣບ
  • ເອີຣົບ ( l’Europe ) ====> ອ່ານ ເປັນ ເອີ-ຫຣົບ
  • ວຽດ ( Viet ) ====> ອ່ານ ເປັນ ຫວຽດ ( ຖ້າ ກ່າວ ເຖິງ ເເກວ )
  • ກາໂຕລິກ (catholique ) ====> ອ່ານ ເປັນ ກາ-ໂຕ-ຫລິກ

໓ - ຈໍາພວກ ທີ່ ອ່ານ ຕາມ ການຂຽນ
ນອກຈາກ ນີ້ ການອ່ານ ຫນັງສື ລາວ ຈະ ອ່ານ ຕາມ ການຂຽນ ທັງນັ້ນ ຖ້າ ເເມ່ນ ໄທເມືອງຫລວງ ອ່ານ ເພິ່ນ ກໍ ອ່ານ ຕາມ ສຽງສໍານຽງ ທ້ອງຖິ່ນ ຂອງ ເພິ່ນ ຖ້າ ເເມ່ນ ໄທວຽງຈັນ ອ່ານ ເພິ່ນ ກໍ ອ່ານ ດ້ວຍ ສຽງ ຂອງ ໄທວຽງ ເເລະ ຖ້າ ເເມ່ນ ໄທໃຕ້ ເພິ່ນ ກໍ ອ່ານ ຕາມ ສຽງ ຂອງ ໄທພວກເພິ່ນ ເເລະ ກໍ ບໍ່ ເຫມືອນ ກັບ ພາສາ ໄທຍ ຊຶ່ງ ເຂົາ ບັງຄັບ ໃຫ້ ຄົນ ທົ່ວໄປ ເວົ້າ ສຽງກາງ ທັງນັ້ນ ໃນ ການປາກເວົ້າ ທາງການ ຊຶ່ງ ສຽງກາງ ຫມາຍເຖິງ ສຽງ ຂອງ ພວກ ກຸງເທບ ນັ້ນເອງ ( ພວກ ນັກຂ່າວ ຝຣັ່ງ ກໍ ໃຊ້ ສໍານຽງ ດຽວກັນ ທັງນັ້ນ )

ຂ້າພະເຈົ້າ ເຄີຍ ຄິດ ຢາກ ໃຫ້ ທຸກຄົນ ຫັດປາກ ສຽງ ວຽງຈັນ ໃນ ການປາກເວົ້າ ທາງການ ເພື່ອ ຢາກ ຕັດ ຄວາມຄິດ ທ້ອງຖິ່ນ ຖິ້ມເສັຽ ໃນ ສັງຄົມ ລາວ ທີ່ ພາ ໃຫ້ ເກີດ ເປັນ ກຸ່ມ ( Clan ) ດັ່ງ ຄົນລາວ ໃນ ປະເທດ ຝຣັ່ງ ເຊັ່ນ

  • ໄທຊໍາເຫນືອ ທີ່ ມີ ພຽງ ເມັດງາ ກໍ ຕັ້ງ ພວກຊໍາເຫນືອ ຂຶ້ນ
  • ໄທເມືອງຫລວງ ກໍ ຕັ້ງ ໄທເມືອງຫລວງ ຂຶ້ນ ທັງໆ ທີ່ ຄົນລາວ ກໍ ເຄົາຣົບ ກະສັດ ຜູ້ສືບຕໍ່ ຢູ່ ເເລ້ວ ( ເເປວ່າ ເເທນທີ່ ຈະ ໃຫ້ ກຽດ ເພິ່ນ ເປັນ ກະສັດ ຂອງ ຄົນລາວ ໂດຍ ທົ່ວໄປ ພັດ ຫັນ ກັບ ມາ ຕັ້ງ ຂອບເຂດ ໃຫ້ ເພິ່ນ ເປັນ ພຽງ ກະສັດ ຂອງ ໄທເມືອງຫລວງ ເທົ່ານັ້ນ )
  • ໄທຊຽງຂວາງ ກໍ ມີ ກຸ່ມ ຂອງ ເພິ່ນ
  • ໄທຈໍາປາສັກ ກໍ ໄດ້ຕັ້ງຂຶ້ນ ເຫມືອນກັນ ໂດຍ ຈຸດປະສົງ ສົ່ງເສີມ ການກູ້ຊາດ ເມື່ອ ພນະ ທ່ານ ເຈົ້າສິດ ຍັງ ມີ ຊີວິດ ຢູ່ ຫລັງຈາກ ເພິ່ນ ໄດ້ເຖິງ ເເກ່ ອະສັນຍະກັມ ໄປ ເເລ້ວ ( ຊີວິດ ໄດ້ລ່ວງລັບ ) ກອງ ຈັດຕັ້ງ ດັ່ງກ່າວ ກໍ ເສື່ອມລົງ ຈົນ ເຖິງ ການຫຍຸບຕົວ ນັ້ນເອງ
  • ຊາວ ກາໂຕລິກ ກໍ ເດີນ ດ່ຽວ ເຫມືອນ ກັບ ບໍ່ ມີ ຫຍັງ ກ່ຽວຂ້ອງ ກັບ ໂຊກຊາຕາ ຂອງ ຄົນລາວ ທັງປວງ ຕາມ ທັມມະດາ ພວກ ກາໂຕລິກ ປະເທດ ອື່ນໆ ເປັນ ພວກ ເຂັ້ມເເຂງ ທີ່ສຸດ ໃນ ການຕໍ່ສູ້ ເພື່ອ ຄວາມເປັນຊາດ ເເລະ ໃນ ການຕໍ່ຕ້ານ ຜູ້ຣຸກຣານ ປະເທດ ( ໂບດ ຂອງ ພວກ ກຣິສຕຽນ ຢູ່ ເມືອງລາວ ກໍ ເຕັມ ເເຕ່ ເເກວ ເຂົ້າເມືອງເຖື່ອນ )
  • ໄທຄໍາມ່ວນ ທີ່ ມີ ພຽງ ເມັດງາ ກໍ ເປັນ ກຸ່ມນຶ່ງ ຕ່າງຫາກ
    (
    ຂໍໂທດ ນໍາ ທ່ານ ທັງຫລາຍ ຖ້າ ມັນ ເຄືອງ ໃຈ ທ່ານ
    ເເຕ່ ບໍ່ ມີ ຈຸດປະສົງ ຈະ ເວົ້າ ໃຫ້ ໃຜ ຄຽດ
    ຜົນສຸດທ້າຍ ມີ ຫຍັງເເນ່ ເຫລືອ ປະ ໄວ້ ໃນ ສັງຄົມ ລາວ ?
    ຄາວກ່ອນ ເພິ່ນ ອ້າງ ຊັ້ນເກົ່າ ຫລື ຫນ້າທີ່ ເກົ່າ ຂອງ ພໍ່ເເມ່ ຂອງເພິ່ນ
    ຄາວນີ້ ເພິ່ນ ອ້າງ ລູກ ຂອງ ເພິ່ນ

    ເເລະ ເພິ່ນ ເດ ໄດ້ເຮັດ ຫຍັງ ເເນ່
    ທີ່ ເປັນ ສາທາຣະນະປໂຍດ
    ໃຫ້ ເເກ່ ສັງຄົມ ລາວ ?
    )

ຜົນສຸດທ້າຍ ໃນ ສິ່ງ ທີ່ ວາຈົກ ຄົນລາວ ຫົວຫນ້າ ຫລື ຜູ້ນໍາ ຕ່າງໆ ໄດ້ກ່າວ ໄປ ເເລ້ວ ວ່າດ້ວຍ ເຣື່ອງນັ້ນ ເຣື່ອງນີ້ ກໍ ບໍ່ ເຄີຍ ມີ ຫຍັງ ເປັນຕົນເປັນຕົວ ເເລະ ຍືນ ຮອດ ໑໐ ປີ ໄດ້ ນອກຈາກ ໃບເຈັ້ຽ ທີ່ ເພິ່ນ ນໍາ ມາ ອວດອ້າງ ເເລະ ການເຮັດ ບຸນ ຫາ ຣາຍໄດ້ ເເຕ່ລະປີ ເເລະ ໃນ ປັດຈຸບັນນີ້ ພວກ ດັ່ງກ່າວ ມີ ຫຍັງ ເເນ່ ເຫລືອ ປະ ໄວ້ ໃຫ້ ເເກ່ ເຍົາວະຊົນ ຣຸ່ນນ້ອຍ ເເມ້ເເຕ່ ຊີວະປວັດ ຂອງ ພວກ ດັ່ງກ່າວນີ້ ພວກ ຫນຸ່ມນ້ອຍ ກໍ ຍັງ ບໍ່ ເຄີຍ ໄດ້ກ່າວ ເຖິງ ປະການໃດ ທັງສິ້ນ ຖ້າ ຈະ ເວົ້າ ເຖິງ ຜົນງານ ຂອງ ເພິ່ນ ກໍ ເເຮ່ງ ໄປກັນ ໃຫຍ່ ເເລະ ເປັນ ດ້ວຍເຫດໃດ ? ເຮົາ ຊອກຫາ ອັນໃດ ກັນເເທ້ ??? Que recherchons-nous ? What do we really search for ? Mais enfin, que recherches-tu ?

ດ້ວຍເຫດນີ້ ຂ້າພະເຈົ້າ ຈຶ່ງ ຄິດ ຊອກຫາ ວິທີ ຕັດ ຄວາມຄິດ ທ້ອງຖິ່ນ ຖິ້ມ ທັງນີ້ ກໍ ເພື່ອ ຄວາມຢູ່ລອດ ນັ້ນເອງ

ເເຕ່ຫາກວ່າ ໃນ ຊີວິດ ປະຈໍາວັນ ໃຜ ຢາກ ປົກປັກຮັກສາ ສໍານຽງ ທ້ອງຖິ່ນ ໄວ້ ກໍ ຍິ່ງ ເປັນ ການດີ ທັງນັ້ນ

໔ - ຈໍາພວກ ຄໍາ ທີ່ ຂຽນ ໄດ້ ສອງ ຢ່າງ ເເລະ ທີ່ ອ່ານ ໄດ້ ສອງ ຢ່າງ
ຖ້າ ອີງ ຕາມ ຫລັກ ໄວຍາກອນ ເເລ້ວ ເຮົາ ບໍ່ ມີ ສິດ ທີ່ ຈະ ເອົາ ຕົວສະກົດ ພິເສດ ມາ ສະກົດ ໃສ່ ພຍາງທ້າຍ ຄໍາ ຊຶ່ງ ເປັນ ຫນ້າທີ່ ຂອງ ຕົວສະກົດ ທັງເເປດ ເທົ່ານັ້ນ ນອກຈາກ ວິສາມັນນາມ ຢ່າງດຽວ ທີ່ ເພິ່ນ ອະນຸຍາດ ໃຫ້ ຂຽນ ໄດ້

  • ສິລທັມ ====> ອ່ານ ເປັນ ສິນ-ລະ-ທໍາ
  • ສິນທັມ ====> ອ່ານ ເປັນ ສິນ-ທໍາ
  • ສິນ ຫ້າ ====> “ເສັຽ ສິນ” ຈະ ຂຽນ ສິລ-ຫ້າ ທີ່ ສະກົດ ດ້ວຍ ຕົວລໍ ບໍ່ ໄດ້ ເພາະ ຕົວລໍ ເປັນ ຕົວສະກົດ ພິເສດ ຄື ຕົວ ທີ່ ເພິ່ນ ໃຊ້ ສະກົດ ກາງຄໍາ
  • ຜົລໄມ້ ====> ອ່ານ ເປັນ ຜົນ-ລະ-ໄມ້ ( ສະກົດ ດ້ວຍ ຕົວລໍ )
  • ຜົນງານ ====> ຕ້ອງ ສະກົດ ດ້ວຍ ຕົວນໍ

໕ - ຈໍາພວກ ສຽງ ທ້ອງຖິ່ນ
ການອ່ານ ຕາມ ສຽງ ທ້ອງຖິ່ນ ນີ້ ບໍ່ ຫມາຍຄວາມວ່າ ເຮົາ ມີ ສິດ ຂຽນ ໃຫ້ ໄດ້ ຄື ສຽງ ທ້ອງຖິ່ນ ເຖິງຢ່າງໃດ ເຮົາ ກໍ ຕ້ອງ ຂຽນ ໃຫ້ ຖືກ ຕາມ ຫລັກ ສເມີ ເເຕ່ວ່າ ເມື່ອ ເຮົາ ອ່ານ ເຮົາ ຈຶ່ງ ອ່ານ ຕາມ ສຽງ ທ້ອງຖິ່ນ ຂອງ ເຮົາ ເວັ້ນເສັຽ ເເຕ່ ການຂຽນ ເຣື່ອງ “ກາຕູ່ນ” ຫລື “ລະຄອນ” ທັງນີ້ ກໍ ເພື່ອ ໃຫ້ ວາຈົກ ຜູ້ເວົ້າ ເວົ້າ ເເລະ ປາກ ສຽງ ດັ່ງກ່າວ

ການຂຽນ ====> ການອ່ານ

  • ຫມາກເຂືອ ====> ຫມາກເຂັຽ
  • ເຂົ້າຈີ່ ====> ເຂົ້າກີ່ ( ໄທຊຽງໃຫມ່ ໄທສີຊຽງໃຫມ່ ໄທພັນພ້າວ ໄທສວນມອນ )
  • ເຍັຽ ====> ເຮັຽ(ເຂົ້າ)
  • ຍິນດີ ====> ງິນດີ
  • ເເຈ່ວ ====> ເເກ່ວ ( ເເຕ່ ເເກ່ວ ພາສາ ລາວ ເເປ ເເນວໃຫມ່ )
  • ເຈົ້າ ====> ຊຈ້າວ ( ພຍັນຊນະ ຄວບ Tsao “ອ່ານ ໄວໆ” ໄທອາຫົມ ໄທເຫນືອ )
  • ຜູ້ຊາຍ ====> ເປັນ ຜູ້ຈ໊າຍ
  • ເເຕ່ເຊົ້າ ====> ເເຕ່ເຈົ້າ ( ເຈຊົ້າ/Tchao ມາຮອດເເຕ່ເຊົ້າ ເເປວ່າ ມາຮອດໄວ ມາຮອດກ່ອນຫມູ່ )
  • ທາງ ====> ຕ໊າງ
  • ອີ່ພໍ່ ====> ອີ່ປໍ່
  • ອາໃພ້ ====> ອາເປີ້
  • ໃສ ====> ເສີ ( ຫລື “ສເອີ” ເເຕ່ ໃຫ້ ອ່ານ ເປັນ ພຍັນຊນະ ຄວບ ຄື ອ່ານ ໄວໆ/ພ້ອມກັນ )
  • ລາວ ====> ດ໊າວ ( ບໍ່ ເເມ່ນ ເດືອນດາວ )
  • ດໍາ ====> ລໍາ ເເຕ່ ຕ້ອງ ອ່ານ ຕາມ ຄື້ນສຽງ ຂອງ ຕົວດໍ ( ໄທລື້ ໄທຂາວ/ໄທດ່ອນ ໄທເເດງ ໄທດໍາ ໄທຊໍາເຫນືອ/ໄທເມືອງຊໍາ “ໄທເຫນືອ” ກັບ ໄທໃຕ້ ເວົ້າ ຕົວດໍ ເປັນ ຕົວລໍ ຄືກັນ )
  • ເເມ່ນຫຍັງ ====> ເເມ່ນຜັຽງ ( ໄທສາຣະວັນ ກັບ ໄທສວັນ ບາງບ່ອນ )
  • ຯລຯ

ຖ້າ ກ່າວ ເຖິງ ( ສໍານຽງ ) ສຽງ ໄທຊໍາເຫນືອ ໄທເຫມີ້ຍ ໄທບ້ານໂສ້ຍ ທີ່ ເເກວ ໄດ້ຍຶດ ເອົາ ໄປ ເເລ້ວ ຫລັງຈາກ ຄສ. ໑໙໗໕ ນີ້ ພັດ ເເຮ່ງ ໄປ ກັນ ໃຫຍ່ ສິ່ງ ເຫລົ່ານີ້ ເເມ່ນ ສິ່ງ ທີ່ ເຮົາ ຄວນ ອັດ ເເລະ ບັນທຶກ ມ້ຽນ

ຖ້າ ທ່ານ ຮູ້ຈັກ ຄໍາໃດ ເເປກ ຫລື ເເຕກຕ່າງ ກະຣຸນາ ໃຫ້ ທ່ານ ຂຽນ ປະ ໄວ້ ຂ້າງລຸ່ມນີ້ ເພື່ອ ໃຫ້ ເປັນ ມູນ ໃນ ພາສາ ລາວ ( Préserver / In order to preserve )

ສລຸບຄວາມ || Conclusion
ນອກຈາກ ການອ່ານ ທີ່ ໄດ້ຂຽນ ໄວ້ ໂດຍ ສັງເຂບ ດັ່ງນີ້ ເເລ້ວ ຍັງ ມີ ຄໍາສັບ ທ້ອງຖິ່ນ ອັນ ມັ້ງຄັ້ງ ສົມບູນ ເເລະ ຮັ່ງມີ ທີ່ ເປັນ ຫນ້າສົນໃຈ ຫລາຍ ທີ່ສຸດ ເເລະ ມັນ ຍັງ ເປັນ ຫນ້າທີ່ ຂອງ ຄົນລາວ ທຸກຄົນ ອີກດ້ວຍ ທີ່ ຕ້ອງ ພາກັນ ຊອກ ສງວນ ເພື່ອ ເກັບ ເປັນ ບັ້ງຈຸ້ມ ເເລະ ເພື່ອ ເຮັດ ເປັນ ຕໍານານ ປະ ໄວ້ ເເດ່ ຣຸ່ນ ພາຍຊ້ອຍ ອີກປະການນຶ່ງ ເຮົາ ຍັງ ສາມາດ ເອົາ ຄໍາ ດັ່ງກ່າວ ຍົກ ຂຶ້ນ ເປັນ ຄໍາ ທີ່ ຄົນລາວ ໃຊ້ກັນ ທົ່ວ ທຸກຫົນທຸກເເຫ່ງ ນັ້ນເອງ ດັ່ງ ຄໍາ ທີ່ ເປັນ ຊື່ ຜັກ ຊນິດນຶ່ງ ທີ່ ໄທສາຣະວັນ ຮຽກກັນ ວ່າ ຜັກກູລາ ຊຶ່ງ ຄົນລາວ ຮຽກ ຜັກ ອັນດຽວນີ້ ເເຕກຕ່າງກັນ ຈົນຫມົດ ເເຕ່ ຫົນເຫນືອ ເຖິງ ຫົນໃຕ້ ເເຕ່ວ່າ ເມື່ອ ມັນ ມີ ຄໍາ ອັນ ເເນ່ນອນ ອັນ ຈົບງາມ ດັ່ງນີ້ ຄົນລາວ ທຸກຄົນ ຄວນ ພາກັນ ເເລະ ພ້ອມກັນ ຮຽກ ຜັກກູລາ ເພື່ອ ໃຫ້ ຄົນລາວ ທັງຫມົດ ທັງປວງ ຮຽກ ຜັກ ອັນດຽວນີ້ ດ້ວຍ ຊື່ ອັນ ເເນ່ນອນ ເເລະ ອັນນຶ່ງອັນດຽວ ນັ້ນເອງ ອັນນີ້ ເເລ ຄື ຄຸນຄ່າ ຂອງ ຄໍາ ທ້ອງຖິ່ນ

ເເນ່ນອນ ວ່າ ຄໍາລາວ ເເບບ ທີ່ ໄດ້ຖືກ ກ່າວ ມາ ຂ້າງເທິງນີ້ ຍັງ ມີ ຫລາຍຄໍາ ທີ່ ຂ້າພະເຈົ້າ ຍັງ ບໍ່ ຮູ້ຈັກ ເທື່ອ ເເລະ ຫວັງວ່າ ທ່ານ ຜູ້ ຮັກຫອມ ຄວາມເປັນລາວ ຄົງ ຈະ ຊອກຄົ້ນ ຊ່ວຍກັນ ເພາະ ມັນ ກໍາລັງ ດັບ ກໍາລັງ ຈົມ ໃນ ປັດຈຸບັນ ນີ້ເອງ ເຫມືອນ ກັບ ຜູ້ ເປັນ ກັດຕຸ ເຈົ້າຂອງ ຂອງ ມັນ ນັ້ນເເລ

ບົດຄວາມ ວ່າດ້ວຍ “ວິທີ ອ່ານ” ເເລະ “ວິທີ ຂຽນ” ເເມ່ນ ຂ້າພະເຈົ້າ ເປັນ ຜູ້ ເເຕ່ງ ຂຶ້ນ ເພື່ອ ເປັນ ເເບບຢ່າງ ຊ່ອຍ ຄວາມຊົງຈໍາ ໃນ ການໃຊ້ ພາສາ ລາວ ເພາະວ່າ ມັນ ບໍ່ ໄດ້ຖືກ ບັນຈຸ ຢູ່ ໃນ ໄວຍາກອນ ລາວ ສະບັບໃດ ທັງສິ້ນ ເເຕ່ຫາກວ່າ ມັນ ຈໍາເປັນ ທີ່ສຸດ ທີ່ ເຮົາ ຈະ ຕ້ອງ ມີ ທັງນີ້ ກໍ ເພື່ອ ເວັ້ນ ການຖົກຖຽງ ກັນ ເເບບ ໄຮ້ ປໂຍດ ນັ້ນເອງ

------ oOo ------
ຄໍາອຸທິດ

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ພ້ອມທັງ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ເເລະ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

K. Phouphetlinthong


4 ສານ ຈາກ ໂຟຣັອມ ພາຍໃນ /Messages de forum

  • ວິທີ ອ່ານ ໒໔ ເດືອນ ທັນວາ/décembre  ຄສ. 2011 19:22

    ສະບາຍດີ ທ່ານ ອາຈານ ຄໍາເເພວ

    ຂ້ານ້ອຍດີໃຈຫລາຍ ທີ່ເຫັນທ່ານຂຽນ ບົດຮຽນທີ່ເປັນປໂຍດ ຂ້ານ້ອຍມັກສິ່ງທີ່ອາຈານຂຽນ ຫລາຍ ຫລາຍ ເເລະກະບໍ່ເຄີຍເຫັນໃຜ ຂຽນສິ່ງທີ່ເປັນປໂຍດ ເເບບນີ້ຈັກເທື່ອ

    ອາຣົມ

    ຕອບສານ ສະບັບນີ້

    • ວິທີ ອ່ານ ໒ ເດືອນ ພຶສພາ/mai  ຄສ. 2012 11:15, ໂດຍ ກັດຕຸ ລະດົມນຳພາກັນມາປົກປັກຮັກສາສິ່ງແວດລ້ອມ

      ກ່ອນອື່ນຂໍຂອບໃຈອາຈານຄຳແພວ ທີ່ມີແນວທາງຊີ້ນຳດີຍິ່ງໃຫ້ແກ່ລູກຫຼານ,ນ້ອງເອງເປັນຄັ້ງທຳອິດ ທີ່ໄດ້ຮັບອ່ານຜົນງານບົດຄວາມຂອງທ່ານ,ຮູ້ສຶກວ່າ ມີຄວາມຫນ້າສົນໃຈຫຼາຍ,ຊັກຊວນໃຫ້ຕົນເອງມີຈິດໃຈ ແລະ ຈິງໃຈທີ່ຈະຊັກຊວນໃຫ້ໝູ່ເພື່ອນຂອງຕົນເອງຫັນມາສົນໃຈ,ນຳພາກັນມາປົກປັກຮັກສາພາສາລາວ ແລະ ຊົມໃຊ້ພາສາລາວໃຫ້ເປັນທີ່ນິຍົມ ແລະ ເປົນໜ້າສົນໃຈຍິ່ງຂຶ້ນ.ຂໍຂອບໃຈ

      ຕອບສານ ສະບັບນີ້

  • ວິທີ ອ່ານ ໑໖ ເດືອນ ມິຖຸນາ/juin  ຄສ. 2012 07:40, ໂດຍ ກັດຕຸ ບຸນຫລວງ

    ສະບາຍດີ ຄະນະບັນນາທິການ

    ຂພຈ ດີໃຈຫລາຍ ທີ່ໄດ້ເຫັນ ແວັບໄຊ້ ຂອງທ່ານ ເພຶ່ອສົ່ງເສືມພາສາລາວ ແລະສັງຄົມລາວ

    ຂພຈເອັງ ກໍຢາກມີສ່ວນປະກອບນຳ

    ຂພຈ ມີ ເລຶ້ອງສັ້ນລາວ ຫລາຍເລື້ອງນຳກັນ ທີ່ເປັນຫນ້າສົນໃຈແກ່ຄົນລາວທັງຫລາຍ ຢູ່ໃນຫລືນອກປະເທດລາວ

    ຂພຈ ຢາກຂໍຮ້ອງ ໃຫ້ທ່ານ ເອົາເລຶ້ອງສັ້ນລາວເລົ່ານັນ ເຂົ້າໃນ ແວັບໄຊ້ຂອງທ່ານ ເພຶ່ອໃຫ້ ປວງຊົນທັງຫລາຍ ໄດ້ເຫັນໄດ້ອ່ານ ແລະ ສົ່ງເສືມພາສາລາວ ແລະສັງຄົມລາວ ໄປພ້ອມໆກັນ

    ເລຶ້ອງສັ້ນລາວທັງຫລາຍນັນ ມີຢູ່ທີ່ນີ ...

    https://sites.google.com/site/criti...

    ຂພຈ ຂໍຄອບໃຈໄວ້ລ່ວງຫນ້າ

    ບຸນຫລວງ ວັນນິທອນ

    CCW Support team
    luan_vannithone@hotmail.com

    ຕອບສານ ສະບັບນີ້

    • ວິທີ ອ່ານ ໑໖ ເດືອນ ມິຖຸນາ/juin  ຄສ. 2012 09:29, ໂດຍ ກັດຕຸ ຄໍາເເພວ ພູເພັຊຣລິນທອງ

      ສະບາຍດີ ທ່ານ ບຸນຫລວງ ວັນນິທອນ

      ໃຫ້ ທ່ານ ຈົດ ຊື່ ເຂົ້າ ເປັນ ບັນນະທິການ ເສັຽກ່ອນ ຫລັງຈາກນັ້ນ ກໍ ເເມ່ນ ທ່ານເອງ ເປັນ ຜູ້ ຂຽນ ເຣື່ອງ ຕ່າງໆ ປະກອບ ຮູບພາບ ຫລືບໍ່ ກໍ ສຸດ ເເລ້ວ ເເຕ່ ທ່ານ ເຂົ້າ ໃສ່ ໃນ ເວັບໄຊ ຕານີ້

      ການຈົດ ຊື່
      1- ໃຫ້ ດິກ ໃສ່ ( Click on ) “ພາສາລາວ - La langue lao” ທີ່ ຢູ່ ກໍ້າ ເທິງ ສຸດ
      2- ຢູ່ ກໍ້າຂວາ ທີ່ ມີ ສີຂີ້ເຖົ່າ ຈະ ມີ ບ່ອນ ທີ່ ທ່ານ ຄວນ ຈົດ ນາມຈໍ ຂອງ ທ່ານ ໃສ່

      ຫມາຍເຫດ
      ຖ້າ ທ່ານ ຂຽນ ຊື່ ເປັນ ພາສາ ລາວ ຊື່ ດັ່ງກ່າວ ກໍ ຈະ ອອກ ເປັນ ຫນັງສື ລາວ ໂດຍ ອັຕໂນມັດ

      ຮັກເເພງ

      ຕອບສານ ສະບັບນີ້

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0