- “ກອນ” ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ຄໍາ ທີ່ ເປັນ ຄໍາລາວ ເເທ້ ໆ ມາ ເເຕ່ ດັ້ງເດີມ ນັ້ນເອງ ເເລະ ຄໍາລາວ ທີ່ ຂຽນ ເເບບ ນີ້ ຄົງ ມີ ຢ່າງ ນີ້ ຄື
- ກອນ ນໍ້າຄໍາ ເເລະ ກອນ ເນື້ອຄວາມ ຫລື ກອນ ທີ່ ເປັນ ເນື້ອຄວາມ ນຶ່ງ
- ກອນ ຫລັງຄາ ຫລື ກອນ ທີ່ ໃຊ້ ເຮັດ ໂຄງຮ່າງ ຂອງ ຫລັງຄາ ນຶ່ງ
- ກອນ ວິພັດ ຫລື ກອນ ທີ່ ໃຊ້ ເປັນ ຄໍາວິພັດ ( ຝຣັ່ງ. suffixe ) ຂອງ ທ້າຍ ຄໍາ ນຶ່ງ
- ກອນ ທີ່ ເປັນ ຊື່ ຢາ ລາວ ຊນິດນຶ່ງ ຄື ຢາ ລູກກອນ ນັ້ນເອງ ນຶ່ງ
- ກອນ ປະຕູ ຫລື ກອນ ທີ່ ເພິ່ນ ໃຊ້ ເຮັດ ໄລ ປະຕູ ໃນ ທໍານອງ ນີ້ ເພິ່ນ ຮຽກ ວ່າ “ລູກກອນ”
- “ກາບ” ມີ ຢູ່ ດ້ວຍກັນ ສອງ ຢ່າງ ໃນ ພາສາ ລາວ ຄື “ກາບ” ທີ່ ຖືກ ເເຜງ ຈາກ ຄໍາ ບາລີ ກາພພ[ກາບ-ພະ/Kabba] nt. ນຶ່ງ ເເລະ ກາບ ທີ່ ເປັນ ຄໍາມູນ ນຶ່ງ ເເຕ່ວ່າ ຄໍາ “ກາບ” ທີ່ ເປັນ ຄໍາມູນ ນີ້ ເປັນ ພຍາງຕາຍ ນຶ່ງ ເປັນ ພຍາງ ສຽງເອກ ປາສຈາກ ວັນນະຍຸດເອກ ນຶ່ງ ເເລະ ທີ່ ສາມາດ ປະກອບ ວັນນະຍຸດ ໂທ ໄດ້ ຢ່າງ ດຽວ ດັ່ງ ກ້າບ ໆ ອີກ ນຶ່ງ
- “ກະວີ” ເເຜງ ຈາກ ຄໍາ ບາລີ ກະວິ[ກະ-ວິ/Kavi] m. ທີ່ ມີ ສຽງສັ້ນ ເເລະ ເເປງ ເປັນ ຄໍາລາວ “ກະວີ” ທີ່ ມີ ສຽງຍາວ
ຄວາມຫມາຍ || Définition / Definition
ບັດນີ້ ເຮົາ ຄົງ ເຂົ້າໃຈ ວ່າ ອັນໃດ ເປັນ ຂື່ ອັນໃດ ເປັນ ເເປ
ເປັນຫຍັງ ເພິ່ນ ຈຶຶຶ່ງ ທຽບ ໃສ່ ຂື່ ໃສ່ ເເປ ?
ກອນ
- “ກອນ” [ນ.] ທີ່ ເປັນ ຄໍາມູນ ຫມາຍເຖິງ ໄມ້ ຕ່າງ ໆ ທີ່ ເພິ່ນ ກາດ ໃສ່ ເທິງ ຂ້າວ ຢ່າງ ເປັນ ຣະບຽບ ຢູ່ ເທິງ ຫລັງຄາ ເພື່ອ ໃຫ້ ນາຍຊ່າງ ສາມາດ ນໍາ ເອົາ ຫຍ້າຄາ ໄປ ຜູກມັດ ໃສ່ ໄດ້ ເເລະ ໄມ້ ອັນ ດຽວ ຫລື ໄມ້ ລໍາດຽວ ບໍ່ ສາມາດ ທີ່ ຈະ ເຮັດ ກອນ ໄດ້ || ຝຣັ່ງ. Chevron
- “ກອນ” [ນ.] ທີ່ ເປັນ ຄໍາມູນ ຫມາຍເຖິງ ເນື້ອຄວາມ ທີ່ ເພິ່ນ ຈັດ ເປັນ ບົດ ຫລື ເປັນ ບາດ [1]
ເເລະ ທີ່ ເພິ່ນ ຮຽກ ບົດກອນ ນັ້ນ ຕາມ ຄວາມຈິງ ເເລ້ວ ເເມ່ນ ບົດຄວາມ ທີ່ ມີ ເນື້ອຄວາມ ສໍາເຣັດ ຮູບ ຣຽບຣ້ອຍ ເເລ້ວ ຊຶ່ງ ເນື້ອຄວາມ ດັ່ງກ່າວ ຈະ ຕ້ອງ ມີ ການສັມຜັດ ເເບບ ຕິດຕໍ່ຫນໍ່ເນືອງ ກັນ ໄປ ຕລອດ ຈົນ “ສຸດກົກ ສຸດປາຍ” ເພື່ອ ເຮັດ ໃຫ້ ເກີດ ຄວາມອອນຊອນ ນັ້ນເອງ || ຝຣັ່ງ/ອັງກິດ. Un poème / A poem
ຊນິດ ກອນ ໃນ ວັນນະຄະດີ ລາວ ມີ ຢ່າງ ຕໍ່າສຸດ ສິບ ຢ່າງ ເເລະ ອາດ ຈະ ເຫນືອ ກວ່າ ຊາວ ຢ່າງ ກໍ ເປັນ ໄດ້ ເຊັ່ນ
- ກອນກາບ
- ກອນໂຄງ
- ໂສກ
- ກອນສາມ ກອນສີ່ ກອນຫ້າ ກອນຫົກ ກອນເຈັດ
- ກອນຜຍາ
- ກອນເພງ
- ກອນລໍາ
- ກອນລໍາ ເຍີ້ນ
- ກອນ ວິດຊຸມາລີ
- ກອນອ່ານ
- ກອນຮ່າຍ ( ທະນີ ຮ່າຍ ໄມ້ ນົກເຄົ້າ ຮ່າຍ ຄອນ ) ດັ່ງນີ້ ເປັນຕົ້ນ
ເເຕ່ ຍັງ ມີ ກອນ ທີ່ ເພິ່ນ ບໍ່ ທັນ ໄດ້ ຣວບຣວມ ເທື່ອ ກໍ ຍັງ ມີ ຫລາຍ ເພາະ ປະເທດ ລາວ ຖືກ ເກີດ ການຈັບກຸມກັນ ໄປ ຂັງ ຢູ່ ສູນສັມນາ ຄົນ ທີ່ ມີ ຄວາມຮູ້ ຄວາມຫລັກ ກໍ ຖືກ ຂ້າ ຖິ້ມ ເເນ່ ຖືກ ພຍາດ ຂ້າຕາຍ ຢູ່ ສູນສັມນາ ເເນ່ ຍ້ອນ ອາຍຸ ສັງຂານ ເເນ່ ເເລະ ເພິ່ນ ກໍ ບໍ່ ເປີດ ໂອກາດ ໃຫ້ ເເກ່ ພວກ ຫນຸ່ມນ້ອຍ ທີ່ ເປັນ ຄົນລາວ ເເທ້ ເເລະ ທີ່ ມີ ຄວາມສາມາດ ອັນ ເເທ້ຈິງ ປົກຄອງ ປະເທດ ເເນ່ ເເລະ ອື່ນ ໆ ອີກ ( ຕົວຢ່າງ ສໍານວນ ຄໍາເວົ້າ ທີ່ ວ່າ ບ້ານເມືອງ ບໍ່ ມີ ຂ້າວ ບໍ່ ມີ ຂື່ )
ສິ່ງ ສໍາຄັນ ທີ່ ເຮົາ ຄວນ ຮູ້ ກໍ ຄື ກອນ ເເຕ່ ລະ ກອນ ຈະ ມີ ຫລັກ ການເເຕ່ງ ເເຕກຕ່າງ ກັນ ເປັນ ກົດເກນ ຂອງ ໃຜມັນ ອັນ ນີ້ ເເລ ເພິ່ນ ວ່າ ຄວາມຮັ່ງມີ ດ້ານ ປັນຍາ ຂອງ ລາວ ທີ່ ຈະ ຫາ ກອນ ປະເທດ ອື່ນ ໆ ໃນ ໂລກ ນີ້ ມາ ທຽບ ໄດ້ ຍາກ ເເຕ່ ຄົນລາວ ບໍ່ ມີ ຄວາມສາມາດ ທີ່ ຈະ ເຮັດ ໃຫ້ ມັນ ດັງ ອອກ ໄປ ໄກ ກວ່າ ສັງຄົມ ລາວ ໄດ້ ຊໍ້າບໍ່ຫນໍາ ເພິ່ນ ຍັງ ປະປ່ອຍ ໃຫ້ ມັນ ກໍາລັງ ດັບ ລົງ ເພີ່ມເຕີມ
ສະນັ້ນ ໂຄງຮ່າງ ຂອງ ກອນ ທີ່ ຢູ່ ເທິງ ຫລັງຄາ ກໍ ບໍ່ ຕ່າງຫຍັງ ກັບ ໂຄງຮ່າງ ຂອງ ກອນ ທີ່ ເປັນ ນໍ້າຄໍາ ມີ ພຽງເເຕ່ວ່າ ກອນ ອັນ ນຶ່ງ ເປັນ ວັດຖຸ ( ໄມ້ ) ເເລະ ອີກ ອັນ ນຶ່ງ ເປັນ ພຽງ ຄໍາເວົ້າ ເທົ່ານັ້ນ ເອງ ( ການໃຊ້ ລູກໄມ້ ຫລື ການໃຊ້ ປັນຍາ ) || ຝຣັ່ງ/ອັງກິດ. ກອນ ເເປວ່າ Poésie, vers / Poetry ເເລະ ບົດກອນ ເເປວ່າ Un poème / A poem
- “ກອນ” ທີ່ ເປັນ ຄໍາວິພັດ ( ຝຣັ່ງ. suffixe ) ຫມາຍເຖິງ ຄໍາ ທີ່ ເພິ່ນ ຕໍ່ ໃສ່ ທ້າຍ ຄໍາປະສົມ ຄໍາໃດ ຄໍານຶ່ງ ເຊັ່ນ ປະຊາກອນ ຄາຕກອນ ກັມມະກອນ ສັມນາກອນ[ສໍາ-ມະ-ນາ-ກອນ] ( ຜູ້ ຖືກ ຂັງ ຢູ່ ສູນສັມນາ ) [2]
ດັ່ງນີ້ ເປັນຕົ້ນ ເເລະ ຈະ ບໍ່ ມີ ຫຍັງ ກ່ຽວຂ້ອງກັນ ຈັກດີ້ ກັບ “ກອນ” ທັງສອງ ຢ່າງ ຂ້າງເທິງ ເພາະ ຄໍາ ນີ້ ກໍ ມາ ຈາກ ເຄົ້າ ກຣ[ກະ-ຣະ/Kara] ເຫມືອນ ດັ່ງ ດຽວ ກັນ ກັບ ຄໍາ ວຣ[ວະ-ຣະ/Vara] ທີ່ ຖືກ ເເຜງ ອັກສອນ ເປັນ ພຣ ເເລະ ໄດ້ ກາຍ ເປັນ ພຣະ ເເລະ ພອນ ໃນ ພາສາ ລາວ ( “ຈີວຣ” ເປັນ “ຈີວອນ” ເເລະ ນຄຣ/ນະຄຣ ເປັນ ນະຄອນ ເເລະ ອື່ນ ໆ ອີກ ) || ຝຣັ່ງ/ອັງກິດ. Suffixe / Suffix
- “ກອນ” ທີ່ ເປັນ ຊື່ ຢາ ລາວ ຫລື ຢາ ພື້ນເມືອງ ເເລະ ເພິ່ນ ຮຽກ ຢາ ອັນ ນີ້ ວ່າ “ຢາ ລູກກອນ” ທີ່ ເພິ່ນ ປັ້ນ ເປັນ ກ້ອນ ມົນ ໆ ໂອບ ດ້ວຍ ທຽນໄຂ ສີຂາວ ເເລະ ໃຫຍ່ ປະມານ ຄວາມຫນາ ຂອງ ນິ້ວມື ສອງ ນິ້ວ ເເນບ ຕິດ ກັນ
( ເເຕ່ຫາກວ່າ ກອນ ທີ່ ເປັນ ຄໍາເວົ້າ ຫລື ທີ່ ເປັນ ບົດກອນ ກໍ ເປັນ ຢາ ເຫມືອນ ກັນ )
ເພິ່ນ ໃຊ້ ຢາ ດັ່ງກ່າວ ປົວ ພຍາດ ຫລາຍ ຢ່າງ ເເຕ່ວ່າ ຄາວ ຍັງ ນ້ອຍ ຂ້າພະເຈົ້າ ເຄີຍ ເຫັນ ເເຕ່ ເເມ່ຍິງ ທີ່ ຢູ່ ກັມ ກິນ ຢາ ອັນ ນີ້ ( ຜູ້ ຢູ່ ກັມ ) || ຝຣັ່ງ. Un type de médicament traditionnel
- “ກອນ” [ນ.] ທີ່ ເປັນ ຄໍາມູນ ຫມາຍເຖິງ ໄມ້້ ຫລື ເຫລັກ ທີ່ ເພິ່ນ ໃຊ້ ເປັນ ໄລ ປະຕູ ເຮືອນ ເເລະ ເຮົາ ມັກ ເຫັນ ຄົນບ້ານນອກ ຈາກ ຫົນເຫນືອ ເຖິງ ຫົນໃຕ້ ພ້ອມດ້ວຍ ໄທລາວ ເເຫ່ງ ພາກ ອິສານ ຂອງ ໄທຍ ກໍ ເວົ້າ ຄໍາ ກອນ ຢູ່ ເລື້ອຍ ໆ ເຊັ່ນ ດຽວ ກັນ ( ໄທອິສານ ) || ຝຣັ່ງ/ອັງກິດ. Verrou, targette, loquet / ( Lock, bolt, latch ??? ) )
ເເນ່ນອນ ວ່າ ຄໍາ “ກອນ” ທີ່ ເພິ່ນ ໃຊ້ ໃນ ພາສາ ລາວ ຍັງ ມີ ຢູ່ ອີກ ຫລາຍ ໆ ຄໍາ ທີ່ ຂ້າພະເຈົ້າ ບໍ່ ໄດ້ ກ່າວ ເຖິງ ເພາະ ຂ້າພະເຈົ້າ ບໍ່ ຮູ້ຈັກ ມັນ ດີ ເທື່ອ ເຊັ່ນ
“ຫມູ ເເມ່ລູກກອນ”
“ສຸກອນ ນັ້ນ ໃຊ່ ຫມາ ນ້ອຍ ທັມມະດາ” ຈາກ ເພງ ຜູ້ໃຫຍ່ ລີ ເເຕ່ວ່າ “ສຸກອນ” ບໍ່ ເເມ່ນ ຄໍາມູນ ເເລະ ກະ ເເປ ວ່າ ຫມູ ສ່ວນ ຄໍາ “ໃຊ່” ນີ້ ເປັນ ຄໍາມູນ ທີ່ ເເປ ວ່າ ເເມ່ນ )
ຄັນ ບໍ່ ເປັນ ອັນໃດ ເເທ້ ກະ ຊິ ລຸຍ ລົງ ເປັນ ໄມ້ ລົກໄກ່
(ຜຍາ)
ກາບ
- “ກາບ” ທີ່ ເເຜງ ຈາກ ຄໍາ ບາລີ ກາພພ[ກາບ-ພະ/Kabba] nt. ຫມາຍເຖິງ ບົດກອນ ຊຶ່ງ ຄໍາ “ກາບ” ເເລະ ຄໍາ “ກອນ” ມີ ຄວາມຫມາຍ ອັນດຽວ ກັນ ຕ່າງ ເເຕ່ວ່າ ຄໍາ ນຶ່ງ ເປັນ ຄໍາມູນ ເເລະ ອີກ ຄໍາ ນຶ່ງ ມີ ເຄົ້າ ບາລີ || ຝຣັ່ງ/ອັງກິດ. Un poème / A poem
ພາຍໃນ ຈໍາພວກ ໂຄງ ເເລະ ກອນ ຕ່າງ ໆ ຂອງ ລາວ ນີ້ ເພິ່ນ ໃຊ້ ຄໍາ “ກາບ” ເພື່ອ ໃຫ້ ເເຕກຕ່າງ ກັບ “ກອນເຈັດ” ຊຶ່ງ ເປັນ ກອນ ທີ່ ມີ ກົດ ຣະບຽບ ເເລະ ຂໍ້ບັງຄັບ ທາງ ດ້ານ ການສັມຜັດ ເເລະ ດ້ານ ວັນນະຍຸດ ( ຣູປຕາ ໓ ) ສ່ວນ “ກາບ” ຫລື “ກອນກາບ” ( ຣູປຕາ ໔ ) ບໍ່ ມີ ຂໍ້ບັງຄັບ ຫຍັງ ຫລາຍ ມີ ພຽງເເຕ່ ຄໍາ ສຸດທ້າຍ ຂອງ ວັກນຶ່ງ ໆ ຕ້ອງ ໃຫ້ ສັມຜັດ ກັບ ຄໍາ ທີສາມ ຫລື ໃນ ກໍຣະນີ ອື່ນ ໃຫ້ ສັມຜັດ ກັນ ຄໍາ ທີນຶ່ງ ຫລື ຄໍາ ທີສອງ ກໍ ໄດ້ ເຊັ່ນ ດຽວ ກັນ ຂອງ ວັກ ຕໍ່ໄປ ເທົ່ານັ້ນ ອັນ ນີ້ ເພິ່ນ ຮຽກ ກອນກາບ ຫລື ກາບ ລ້າ ໆ ກໍ ໄດ້ ເຊັ່ນ ກາບ ນົກເຕັນຊິວ ກາບເຊີ້ງ ເປັນຕົ້ນ ເເລະ “ກາບ” ເເຖວນຶ່ງ ຫລື ວັກນຶ່ງ ຈະ ມີ ພຽງ ເຈັດ ຄໍາ ຊຶ່ງ ຄໍາ ໃນ ນີ້ ເພິ່ນ ຫມາຍເຖິງ ພຍາງ ນັ້ນເອງ
- “ກາບ” [ນ.] ທີ່ ເປັນ ຄໍາມູນ ເເປ ວ່າ ສິ່ງ ທີ່ ເປັນ ເເຜ່ນ ສັບຊ້ອນ ກັນ ຢູ່ ຢ່າງ ເປັນ ຣະບຽບ ດັ່ງ ກາບກ້ວຍ [3] ກາບບົວ(ກາບດອກບົວ) ກາບລວງ( ເປືອກ ໄມ້ໄຜ່ ) ເປັນຕົ້ນ ບາງຄັ້ງ ບາງຄາວ ເຮົາ ກໍ ຈະ ໄດ້ ຍິນ ເພິ່ນ ເວົ້າ ວ່າ “ເປັນ ກາບ ເປັນ ກືບ” ຊຶ່ງ ຄໍາ ທ້າຍ ນີ້ ຫມາຍເຖິງ ເກີ້ມ ນັ້ນເອງ || ຝຣັ່ງ. Ecorces d’un arbre de type de bananier, de lotus, de bambou, de canne à sucre, etc.
ການເເຕ່ງ ກອນ ກໍ ບໍ່ ຕ່າງ ຫຍັງ ກັບ ການສັບຊ້ອນ ຂອງ “ກາບ” ທີ່ ເປັນ ເປືອກ ນີ້ ເອງ ເເລະ ກໍ ຍັງ ດໍາເນີນ ໄປ ໃນ ທໍານອງ ດຽວ ກັນ ກັບ ຄໍາ ກາພຍ໌ ຂ້າງລຸ່ມ ນີ້ ເຖິງ ມັນ ບໍ່ ມີ ຄວາມຫມາຍ ອັນ ດຽວ ກັນ ກໍ ຈິງ
- “ກາບ” [ນ.] ເປັນ ຄໍາມູນ ເເລະ ເປັນ ສາມັນນາມ ທີ່ ເປັນ ຊື່ ທັງ ເເມ່ປີ ທັງ ເເມ່ມື້ ໃນ ປະຕິທິນ ມະຫາ ສັກຣາດ ເຊັ່ນ ກາບໃຈ້ ກາບເສັດ ກາບສະງ້າ ກາບສີ ກາບຍີ ສ່ວນ ການປະສົມ ຄໍາ ຕ່າງ ໆ ນີ້ ໄດ້ ມາ ຈາກ ການປະສົມ ຣະຫວ່າງ ເເມ່ປີ ກັບ ລູກປີ ຫລື ເເມ່ມື້ ກັບ ລູກມື້ ຕາມ ຊື່ ຂ້າງລຸ່ມ ນີ້
- ເເມ່ປີ ເເລະ/ຫລື ເເມ່ມື້ ມີ ຈໍານວນ ສິບ ເເມ່ ດັ່ງນີ້ ຄື
- ກາບ ຮັບ ຮວາຍ ເມິງ ເປິກ ກັດ ກົດ ຮ້ວງ ເຕົ່າ ກ່າ
- ລູກປີ ເເລະ/ຫລື ລູກມື້ ມີ ສິບສອງ ລູກ ຄື
- ໃຈ້ ເປົ້າ ຍີ ເຫມົ້າ ສີ ໃສ້ ຊະງ້າ ມົດ ສັນ ເຮົ້າ ເສັດ ໃຄ້
|| ຝຣັ່ງ. le nom des années et des jours de la grande ère laotienne dite “Maha Sakkarath”.
- ໃຈ້ ເປົ້າ ຍີ ເຫມົ້າ ສີ ໃສ້ ຊະງ້າ ມົດ ສັນ ເຮົ້າ ເສັດ ໃຄ້
- ເເມ່ປີ ເເລະ/ຫລື ເເມ່ມື້ ມີ ຈໍານວນ ສິບ ເເມ່ ດັ່ງນີ້ ຄື
- ຢ່າ ລືມ ຄໍາ ນຶ່ງ ຄື “ກາບໄຫວ້” ຫລື “ກາບນົບ” ທີ່ ເຮົາ ໄດ້ ຍິນ ຄົນ ເວົ້າ ເເຕ່ ມັນ ບໍ່ ຖືກ
ກະວີ
- “ກະວີ” ເເຜງ ຈາກ ຄໍາ ບາລີ ກະວິ[ກະ-ວິ/Kavi] m. ທີ່ ມີ ສຽງສັ້ນ ເເລະ ເເປວ່າ “ນັກຂຽນ ກອນ” ຫລື “ນັກເເຕ່ງ ກອນ” ຄໍາ ນີ້ ໄດ້ ຖືກ ເເຜງ ເປັນ ຄໍາລາວ “ກະວີ” ຊຶ່ງ ພຍາງ ທ້າຍ ມີ ສຽງຍາວ || ຝຣັ່ງ/ອັງກິດ. Poète / Poet
- “ນັກກະວີ” ຄົນລາວ ສ່ວນຫລາຍ ມັກ ຮຽກ ກັດຕຸ ຜູ້ຂຽນ ກອນ ນັ້ນ ວ່າ “ນັກກະວີ” ທັ້ງ ໆ ທີ່ ຄໍາ “ກະວີ” ກໍ ຫມາຍເຖິງ “ນັກເເຕ່ງ ກອນ” ຢູ່ ເເລ້ວ ສ່ວນ ຄໍາ ທີ່ ຄົນລາວ ມັກ ໃຊ້ ອີກ ຄໍານຶ່ງ ກໍ ຄື “ຂຽນ ກະວີ” ທີ່ ຂ້າພະເຈົ້າ ຄິດ ວ່າ ເປັນ ການເຂົ້າໃຈ ຜິດ ເເລະ ກໍ ບໍ່ ຄວນ ໃຊ້ ຄໍາ ນີ້ ອີກ ຕໍ່ ໄປ ( ສ່ວນ ຄໍາ ສັນສະກຣິດ ກໍ ເເມ່ນ ກະວິ[Kavi] ສຽງສັ້ນ ເເລະ ກໍ ມີ ຄວາມຫມາຍ ຢ່າງ ດຽວ ກັບ “ກະວິ ບາລີ” )
- “ກະວີນິພົນ” = ກະວີ(ທີ່ ເປັນ ຄົນ) [ນ.] + ນິພົນ(ນິພັນທ໌) [ນ.] ການເເຕ່ງ ເຣື່ອງ ຫລື ການຂີດຂຽນ => ທ່ານ ຈະ ເເປ ຄໍາ ກະວີນິພົນ ຢ່າງໃດ ?
ອື່ນ || ຝຣັ່ງ. Autre ດັ່ງ ອື່ນ ໆ ເເນວ_ອື່ນ ຄົນ_ອື່ນ ມື້ອື່ນ ຫນ້າ_ອື່ນ ເປັນຕົ້ນ
- ກາເວຍຍ[ກາ-ໄວ-ຍະ/Kāveyya] nt. ( ກາເວຢຢ ) ເປັນ ຄໍາ ບາລີ ເເລະ ເເປວ່າ ການເເຕ່ງ ກອນ ຫລື ການຂຽນ ກອນ ພາຍໃຕ້ ຂໍ້ບັງຄັບ ເເລະ ກົດ ຣະບຽບ ທີ່ ໄດ້ ບົ່ງ ໄວ້ ເປັນ ກົດເກນ || ຝຣັ່ງ/ອັງກິດ. La poésie, la versification / The poetry, the poetical composition
- ກາວຢ[ກາວ-ວະ-ຍະ/kāvya] ເປັນ ຄໍາ ສັນສະກຣິດ ທີ່ ເພິ່ນ ເເຜງ ຕົວວໍ ( ວ ) ມາ ເປັນ ຕົວພໍ ( ພ )
- กาพย[ກາພຍ໌] ( ຖ້າ ຂຽນ ຕາມ ໄທຍ ) ມີ ຄວາມຫມາຍ ວ່າ “ກອນ” ໃນ ພາສາ ລາວ ເເຕ່ ເມື່ອ ອີງຕາມ ຄວາມຫມາຍ ຂອງ ພາສາ ບາລີ ເເລະ ສັນສະກຣິດ ເເລ້ວ ມັນ ບໍ່ ເເມ່ນ ບົດກອນ ເເຕ່ ເເມ່ນ ການເເຕ່ງກອນ ນັ້ນເອງ
໑- ຂຽນ ໂດຍ ຄໍາເເພວ ພູເພັຊຣລິນທອງ
໒- ປຶ້ມ ສັນທະລັກສນະ (ວິທີ ເເຕ່ງ ກາບກອນ) ໂດຍ ກະຊວງ ສຶກສາ
ເເລະ ອັດ ສໍາເນົາ ໂດຍ ທ່ານ ສົມສັກ ວົງວານິດ (Somsak Vongvanith)
ໃຫ້ ພຍາຍາມ ເອົາ ຄໍາ ສຸດທ້າຍ ຂອງ ເເຕ່ ລະ ວັກ
ມາ ສັມຜັດ ກັບ ຫລື ມາ ກ່າຍ ໃສ່ ຄໍາ ທີສາມ ຂອງ ວັກ ຕໍ່ ໄປ
“ລູກກອນ” ທີ່ ຢູ່ ກໍ້າເທິງ ເບື້ອງ ຊ້າຍ ມື ຂອງ ຜູ້ອ່ານ ຝຣັ່ງ ຮຽກ ໂລເກ[Loquet] ເເລະ ໂຕ ຕໍ່ ໄປ ເເມ່ນ ເເວ່ຣູ[Verrou] ສ່ວນ ລູກກອນ ອື່ນ ໆ ນັ້ນ ຝຣັ່ງ ຮຽກ ຕ້າກເເສັດ [Targette] ເເຕ່ ທ່ານ ຕ້ອງ ວາດ ພາບ ໃຫ້ ເຫັນ ເປັນ (ທາດ)ໄມ້ ທັງນັ້ນ ເພາະ ໃນ ຄາວ ນັ້ນ ເພິ່ນ ບໍ່ ມັກ ເອົາ ເຫລັກ ເອົາ ຂາງ ໄວ້ ໃນ ບ້ານຊ່ອງ ຂອງ ເພິ່ນ
ເພິ່ນ ຮຽກ ລູກກອນ ຮູບ ຕ່າງ ໆ ຂ້າງ ເທິງ ນີ້ ( ຣູປຕາ ໖ ) ບໍ່ດັ່ງນັ້ນ ເພິ່ນ ຈະ ວ່າ “ໃສ່ ກອນ ປະຕູ ເເນ່” ຫມາຍຄວາມ ວ່າ ຖ້າ ເພິ່ນ ເວົ້າ ຄໍາ “ກອນ” ເພິ່ນ ຈະ ຕ້ອງ ເວົ້າ ຄໍາ “ປະຕູ” ຕິດຕາມ ໄປ ນໍາ ຫລື ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ເພິ່ນ ຕ້ອງ ເວົ້າ “ກອນປະຕູ” ຕິດຕາມ ກັນ ໄປ ຢ່າງ ນີ້ ( ຖ້າ ມີ “ກອນ” ຕ້ອງ ມີ “ຜັກຕູ” ຖ້າບໍ່ ເເລ້ວ ເພິ່ນ ຈະ ຮຽກ “ລູກກອນ” ລ້າ ໆ ຊຶ່ງ ເຮົາ ຄວນ ເຂົ້າໃຈ ຄວາມຫມາຍ ທຸກ ຢ່າງ ໃຫ້ ເລິກເຊິ່ງ ໃນ ຄໍາ ວ່າ “ລູກ” ເເລະ “ເເມ່” ໃນ ພາສາ ລາວ )
ໃຫ້ ທ່ານ ຊ່ວຍ ກັນ ໃສ່ ຊື່ ເຄື່ອງ ຕ່າງ ໆ ທີ່ ໃຊ້ ປຸກ ເຮືອນ ຂ້າງເທິງ ນີ້ ຖ້າ ສິ່ງໃດ ທີ່ ຂ້າພະເຈົ້າ ບໍ່ ໄດ້ ຫມາຍ ຕົວເລກ ໃສ່ ກະຣຸນາ ໃຫ້ ທ່ານ ອະທິບາຍ ຢູ່ ຂ້າງລຸ່ມ ຂອງ ບົດຄວາມ ບົດ ນີ້ ( ດິກ ໃສ່ “ອອກ ຄວາມເຫັນ ກ່ຽວກັບ ບົດຄວາມ ບົດ ນີ້” )
໑- ສີຫນ້າ ຫມາຍເຖິງ ພາກສ່ວນ ທີ່ ຢູ່ ຣະຫວ່າງ ຂື່ ເເລະ ສີຍົວ ທີ່ ປະກອບ ກັນ ເປັນ ຮູບ ສາມ ຫລ່ຽມ ເເລະ ຍັງ ເປັນ ບ່ອນ ຄໍ້າ ໂຄງ ຂອງ ຫລັງຄາ ອີກ ດ້ວຍ || ຝຣັ່ງ. Pignon
໒- ປ່ອງຢ້ຽມ ຊຶ່ງ ໄທວຽງ ຮຽກ ປ່ອງອ້ຽມ ຫມາຍເຖິງ ປ່ອງ ທີ່ ເພິ່ນ ເຈາະ ໃສ່ ຝາ ເພື່ອ ປ່ອຍ ໃຫ້ ອາກາດ ເເລະ ຮັບ ເອົາ ເເສງສວ່າງ ເຂົ້າ ໄປ ຂ້າງໃນ || ຝຣັ່ງ/ອັງກິດ. Fenêtre / Window
໓-
໔-
໕ - ເເລະ ຕໍ່ ໆ ໄປ ດັ່ງນີ້ ຈົນ ສຸດ ຄວາມສາມາດ ຂອງ ທ່ານ
ຂໍ ໂມທະນາ ຜົນງານ ອັນ ເລັກ ໆ ນ້ອຍ ໆ ອັນ ນີ້
ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກ ຄົນ
ເເດ່ ພຣະເຖຣານຸເຖຣະ ທຸກ ໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ນັກສຶກສາ ພາສາ ລາວ ທຸກ ໆ ຄົນ
ເເດ່ ພະຣິຍາ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ຫລານ ທຸກ ຄົນ
ເເດ່ ຍາດຕິພີ່ນ້ອງ ເເລະ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກ ຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ ເເມ່ຕູ້ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກ ຄົນ
ພິເສດ ສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນການ
ທ້າຍສຸດ ນີ້ ຂ້າພະເຈົ້າ ຂໍໍ ໂມທະນາ ກຸສົນ ຜົນບຸນ ທຸກ ຢ່າງ ທີ່ ໄດ້ ມາ ເເດ່ ລູກ ທຸກ ຄົນ
( ສຸຕະ ຈິນຕາ ພາວັນນາ )
K. Phouphetlinthong