໑໘ ເດືອນ ກັນຍາ/septembre ຄສ. 2011, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ
ນິທານ ຊຽງຫມ້ຽງ ເເລະ ນາງ ຜີ ກັ່ອງກັ່ອຍ
Nithane Xieng Mieng et Nang Phi kôngKoÏ
ຄວາມເປັນມາ ຂອງ ນິທານ ຜີ ກັ່ອງກັ່ອຍ
ຂພຈ ມັກເລົ່າ ນິທານ ຊຽງຫມ້ຽງ ເເລະ ນາງ ຜີ ກັ່ອງກັ່ອຍ ເເຕ່ ຄາວ ຍັງນ້ອຍ ຄືກັນ ກັບ ຫນຸ່ມລາວ ຣຸ່ນລາວ ຄາວດຽວກັນ ໂດຍ ທົ່ວໆ ໄປ ໂດຍ ສະເພາະ ເເລ້ວ ກໍ ເເມ່ນ ຢູ່ ໃນ ສມັຍ ກ່ອນ ປີ ໑໙໕໕ ອີງໃສ່ ຕາມ ການບອກເລົ່າ ຕໍ່ເນື່ອງກັນມາ ຜີ ກ່ອງກ່ອຍ ເປັນ ຜີ ພວກ ທະຫານ ເເກວ ເຝົ້າ ຂຸມເງິນ ຂຸມຄໍາ ຂອງ ເຈົ້າເເຜ່ນດິນ ວຽດນາມ ໃນ ສມັຍ ເກົ່າກ່ອນ ຄິດວ່າ ຄົງ ຢູ່ ໃນ ສັຕວັດ ທີ ສິບຫ້າ ທີ່ ກົງກັນກັບ ສມັຍ ເເຫ່ງ ການດັບສູນ ຂອງ ຣາຊອານາຈັກ ຈາມ ເຈົ້າ ເເຜ່ນດິນ ເເກວ ໂລ ໄທ ໂຕ
໑໔ ເດືອນ ກັນຍາ/septembre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ອ່ານໄປນໍາ ເເລະ ຟັງ ດົນຕຣີ ໄປນໍາ
ໃຫ້ດິກໃສ່ ສຽງ ດົນຕຣີ ຂ້າງລຸ່ມນີ້ ທີ່ ໄດ້ຖືກ ອັດ ເມື່ອ ຄສ.
1931 Sabat Sabing. Caprice des femmes lao - “ສະບັດ ສະບິ່ງ”
Source : BNF ( Bibliothèque Nationale de France )
ຂໍ ຂອບໃຈ ມາຍັງ Professeur Dr. Phillipe DRILLIEN ເເລະ ທ່ານ ເເສງດາຣາ ມາລາວົງ
ຄໍາຫມໍ
ຄາວ ຍັງ ນ້ອຍ ໄດ້ເຫັນ ພວກນັກຣົບ ຢູ່ ໂຮງຫມໍ ຫລື ໂຮງພຍາບານ ທະຫານ ເເຫ່ງ ເມືອງ ປາກເຊ ທີ່ ເພິ່ນ ໄດ້ກັບ ຈາກ ສນາມຣົບ ເເນວຫນ້າ ຊຶ່ງ ມີ ຜູ້ ເເຂນກຸດ ຂາຂາດ ຂາຫັກ ເເລະ ອື່ນໆ ອີກ ສະເພາະ ພວກ ທີ່ ຖືກ ປືນ ຂາຫັກ ນັ້ນ ສ່ວນຫລາຍ ເເລ້ວ ຫມໍ ອະເມຣິກາ ຈະ ຕ້ອງ ຕັດ ຂາ ຂອງ ນັກຣົບ ຄົນນັ້ນ ຖິ້ມເສັຽ (...)
໙ ເດືອນ ກັນຍາ/septembre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ພຍັນຊນະ ຄວບ [ພະ-ຍັນ-ຊະ-ນະ] [ຄວບ] ນາມວະລີ. [ນາມ-ມະ-ວະ-ລີ]
ທາຕຸສາດ || Etymologie / Etymology
ເບິ່ງ ບົດຄວາມ ກ່ຽວກັບ ພຍັນຊນະ ຢູ່ ເເຫ່ງນີ້
“ຄວບ” ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ຄໍາລາວ ເເທ້ ເເລະ ຄໍາ ທີ່ ເປັນ ມູນ ມໍຣະດົກ ຂອງ ລາວ ມາ ເເຕ່ ດັ້ງເດີມ ນັ້ນເອງ ນອກຈາກນີ້ ຕົວຕົ້ນ ຫລື ພຍັນຊນະ ຕົ້ນພຍາງ ບັນຈຸ ຢູ່ ໃນ ຫມວດສາມ ເເລະ ສະກົດ ດ້ວຍ ຕົວບໍ ( ບ ) ພ້ອມທັງ ປະກອບ ດ້ວຍ “ອັດທະສຣະ” ຕົວວໍ ( ວ ) ເເຕ່ຫາກວ່າ ຫມວດສາມ ມີ ສອງຫມຸນ ຫລື ສອງຈຸ ຄື ຈຸ ທີ່ ມີ ຄູ່ ເເລະ ຈຸ ທີ່ ບໍ່ ມີ ຄູ່ ນໍາຫມູ່ ເເລະ ຈຸ ທ້າຍນີ້ ເປັນ ຈຸ ຂອງ ພຍັນຊນະຄໍ ( ເບິ່ງ ຣູປຕາ ໕ ໖ ໗ ໘ ໙ ໑໐ )
ໂຄງຮ່າງ ຂອງ ພຍາງ ຣູປ
໒໙ ເດືອນ ສິງຫາ/août ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ພຍັນຊນະ ລາວ [ພະ-ຍັນ-ຊະ-ນະ] - ນາມວະລີ.
ທາຕຸສາດ || Etymologie / Etymology
ພຍັນຊນະ ໃຫ້ ດິກ ເບິ່ງ ທີ່ນີ້
“ລາວ” ເປັນ ຄໍາມູນ ຄໍາມູນ ຫມາຍເຖິງ ຄໍາ ທີ່ ເປັນ ມູນ ຂອງ ລາວ ເເລະ ທີ່ ເປັນ ຄໍາລາວ ເເທ້ ມາ ເເຕ່ ດັ້ງເດີມ ຊຶ່ງ ຕໍານານ ຈີນ ໄດ້ ບັນທຶກ ໄວ້ ຫລາຍ ສັຕວັດ ກ່ອນ ກຣິຕສັກຣາດ ເເລະ ກ່ອນ ປວັດສາດ ລາວ ປັດຈຸບັນນີ້ ວ່າ ລ້ຽວ ( Liao ) ເເລະ ອື່ນໆ ອີກ ຍ້ອນ ສຽງ ຄໍາເວົ້າ ຂອງ ເຈັກ ຫລື ຈີນ ບໍ່ ສາມາດ ຈະ ເວົ້າ ໃຫ້ ຕຣົງ ກັບ ສຽງ ຄໍາເວົ້າ ຂອງ ຄົນລາວຊາວໄທ ໂດຍ ທົ່ວໄປ ນັ້ນເອງ [[ຄັນ ຄົນລາວ ຮັບຮູ້ ວ່າ ເເກວ ມາຈາກ ເເກວກີ[Giao ky] ມັນ ກໍ ມີ ບັນຫາ ເພາະວ່າ ປວັດ ຂອງ ປະເທດ ວຽດນາມ ຄູ່ມື້ນີ້