໗ ເດືອນ ມິຖຸນາ/juin ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ລັກສນະ ຂອງ ຄໍາເວົ້າ “ວາຈີວິພາກ” ເປັນ ນາມ ເເລະ ເປັນ ຄໍາປະສົມ ທີ່ ໄດ້ມາ ຈາກ ຄໍາບາລີ “ວາຈີ/ວາຈາ” ທີ່ ເເປວ່າ ຄໍາເວົ້າ ເເລະ “ວິພາກ” ທີ່ ເເປວ່າ ອະທິບາຍ ຢ່າງ ເເຈ່ມເເຈ້ງ ເເລະ ເປັນ ບັ້ນໃຜບັ້ນມັນ ໄປ || ຝຣັ່ງ/ອັງກິດ. Narrer / Narate ( Narrateur / Narrator ) ຊຶ່ງ ວາຈີວິພາກ ຫມາຍເຖິງ ການວິພາກ ຄໍາເວົ້າ ( ໃຫ້ ລະອຽດ ) ນັ້ນເອງ ເພາະວ່າ ການເເປ ຄໍາບາລີ ຕ້ອງ ເລີ້ມ ເເປ ຈາກ ພຍາງທ້າຍ ໄປ ຫາ ພຍາງຫນ້າ ສເມີ
ທາຕຸສາດ || Etymologie / Etymology
“ຄໍາ” ເປັນ ນາມ ເເລະ ເປັນ ຄໍາລາວ ເເທ້ໆ ມາ ເເຕ່ ດັ້ງເດີມ ຫມາຍຄວາມວ່າ ມາ ເເຕ່ ໃດໆ ເເລ້ວ ຈົນ ເຮົາ ນໍາ ຮອຍ ບໍ່ ເຖິງ ຫລື ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ (...)
໗ ເດືອນ ມິຖຸນາ/juin ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ຄໍາເເຜງ
ລັກສນະ ຂອງ ຄໍາເວົ້າ “ວາຈີວິພາກ” ເປັນ ນາມ ເເລະ ເປັນ ຄໍາປະສົມ ທີ່ ໄດ້ມາ ຈາກ ຄໍາບາລີ “ວາຈີ/ວາຈາ” ທີ່ ເເປວ່າ ຄໍາເວົ້າ ເເລະ “ວິພາກ” ທີ່ ເເປວ່າ ອະທິບາຍ ຢ່າງ ເເຈ່ມເເຈ້ງ ເເລະ ເປັນ ບັ້ນໃຜບັ້ນມັນ ໄປ || ຝຣັ່ງ/ອັງກິດ. Narrer / Narate ( Narrateur / Narrator ) ຊຶ່ງ ວາຈີວິພາກ ຫມາຍເຖິງ ການວິພາກ ຄໍາເວົ້າ ( ໃຫ້ ລະອຽດ ) ນັ້ນເອງ ເພາະວ່າ ການເເປ ຄໍາບາລີ ຕ້ອງ ເລີ້ມ ເເປ ຈາກ ພຍາງທ້າຍ ໄປ ຫາ ພຍາງຫນ້າ ສເມີ
ທາຕຸສາດ || Etymologie / Etymol
໖ ເດືອນ ມິຖຸນາ/juin ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ລັກສນະ ຂອງ ຄໍາເວົ້າ ຫມາຍເຖິງ ຈໍາພວກ ຄໍາ ທີ່ ເຮົາ ໃຊ້ ໃນ ພາສາ ລາວ ເເລະ ທີ່ ເຮົາ ມີ ສິດ ຂຽນ ໃສ່ ໃນ ວັຈນານຸກົມ ນັ້ນເອງ ດັ່ງ
ຄໍາມູນ =====> ໄລ່ ເອົາ ຄໍາ ທີ່ ມີ ເເຕ່ ພຍາງ ດຽວ ເທົ່ານັ້ນ
ຄໍາເເຜງ ====> ຄໍາ ທີ່ ຖືກ ດັດເເປງ ຈາກ ຄໍາເຄົ້າ ໃຫ້ ເປັນ ຄໍາໃຫມ່
ຄໍາປະສົມ ===> ເອົາ ຄໍາ ຫລາຍຄໍາ ມາ ປະສົມ ໃຫ້ ເປັນ ຄໍາດຽວ
ຄໍາສມາດ ===> ເອົາ ຄໍາ ຫລາຍຄໍາ ມາ ຫຍໍ້ ໃຫ້ ເປັນ ຄໍາດຽວ
ຄໍາອະໄວຍະຍະ ===> ຄໍາອຸປສັກ ປະສົມ ຄໍາອື່ນ
ຄໍາຕັດທິດ ===> ຄໍາເຄົ້າ ປະສົມ ຄໍາປັດໃຈ
ຄໍາກິດົກ ===> ຄໍາປະສົມ ຣະຫວ່າງ ເຫງົ້າ ທາຕຸ ເເລະ ຄໍາອື່ນ
ຄໍາສົນທິ ===> ຄໍາເເຜງ ໃນ ພາສາ ບາລີ
໕ ເດືອນ ມິຖຸນາ/juin ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ລັກສນະ ຂອງ ຄໍາເວົ້າ ຫມາຍເຖິງ ຈໍາພວກ ຄໍາ ທີ່ ເຮົາ ໃຊ້ ໃນ ພາສາ ລາວ ເເລະ ທີ່ ເຮົາ ມີ ສິດ ຂຽນ ໃສ່ ໃນ ວັຈນານຸກົມ ນັ້ນເອງ ດັ່ງ
ຄໍາມູນ =====> ໄລ່ ເອົາ ຄໍາ ທີ່ ມີ ເເຕ່ ພຍາງ ດຽວ ເທົ່ານັ້ນ
ຄໍາເເຜງ ====> ຄໍາ ທີ່ ຖືກ ດັດເເປງ ຈາກ ຄໍາເຄົ້າ ໃຫ້ ເປັນ ຄໍາໃຫມ່
ຄໍາປະສົມ ===> ເອົາ ຄໍາ ຫລາຍຄໍາ ມາ ປະສົມ ໃຫ້ ເປັນ ຄໍາດຽວ
ຄໍາສມາດ ===> ເອົາ ຄໍາ ຫລາຍຄໍາ ມາ ຫຍໍ້ ໃຫ້ ເປັນ ຄໍາດຽວ
ຄໍາອະໄວຍະຍະ ===> ຄໍາອຸປສັກ ປະສົມ ຄໍາອື່ນ
ຄໍາຕັດທິດ ===> ຄໍາເຄົ້າ ປະສົມ ຄໍາປັດໃຈ
ຄໍາກິດົກ ===> ຄໍາປະສົມ ຣະຫວ່າງ ເຫງົ້າ ທາຕຸ ເເລະ ຄໍາອື່ນ
ຄໍາສົນທິ ===> ຄໍາເເຜງ ໃນ ພາສາ ບາລີ
໓໐ ເດືອນ ພຶສພາ/mai ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ຫນ້ານີ້ ຖືກ ລຶບ ໂດຍ ບັງເອີນ ຖ້າ ມີ ເວລາ ຈະ ຂຽນ ໃສ່ ໃຫມ່ ເເຕ່ ບໍ່ ຈື່ ວ່າ ໄດ້ຂຽນ ຫຍັງ ເເນ່ ໃສ່ ໃນ ຫນ້ານີ້ ຖ້າ ທ່ານ ໄດ້ກ່າຍ ໄວ້ ກະຣຸນາ ສົ່ງ ໃຫ້ laophaen@free.fr ດ້ວຍ ເເລະ ຂໍ ຂອບໃຈ ລ່ວງຫນ້າ
oOo ------
ຄໍາອຸທິດ
------ oOo ------
ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ (...)