ພາສາ ລາວ - La langue lao ບົນ ລາວເເພນ

ນິທານ ທ້າວກຳພ້າ “ຫມາກເຂືອ”

ວັນອັງຄານ ທີ ໑ ເດືອນ ພຶສພາ/mai  ຄສ. 2012, ໂດຍ ກັດຕຸ ຫນູໃຜ່ ສີຣະປັນຍາ

ຍັງມີ ຍາຍຍ່າ ຈຳສວນຜູ້ນຶ່ງ ໄດ້ພະຍາຍາມ ລ້ຽງ ຫລານ ກຳພ້າ ຈົນ ໃຫຍ່ກ້າຫນ້າບານ ຂຶ້ນ ມາ ຄັນ ໃຫຍ່ ເປັນ ບ່າວແລ້ວ ກໍ ໄດ້ປູກ ຕົ້ນຫມາກເຂືອ ຕົ້ນນຶ່ງ ຢູ່ ຫນ້າບ້ານ ເເລະ ເກີດເປັນມື້ມາ ບໍ່ ເຮັດ ຫຍັງ ມີ ແຕ່ ບົວຣະບັດ ຕົ້ນຫມາກເຂືອ ຕົ້ນດຽວ ທີ່ ຕົນ ປູກໄວ້ ພ້ອມທັງ ເອົາ ແຕ່ ນໍ້າຫຍ່ຽວ ຂອງຕົນ ຫົດ ທຸກວັນ

ຕໍ່ມາ ຕົ້ນຫມາກເຂືອ ຂອງ ທ້າວກຳພ້າ ກໍ ແຕກດອກ ອອກຫມາກ ຂຶ້ນ ເເລະ ໃຫຍ່ ຜິດ ປົກກະຕິ ແຮ່ງ ເຮັດ ໃຫ້ ທ້າວກຳພ້າ ຖນຸຖນອມ ບົວຣະບັດ ຮັກສາ ຂຍັນຂັນແຂງ ເພີ່ມເຕີມ ເຂົ້າໄປອີກ ໂດຍ ບໍ່ ຄິດ ຢາກ ໄປມາ ທາງໃດ ດັ່ງນີ້ ຍາຍຍ່າຈຳສວນ ຈຶ່ງ ໄດ້ຕັ້ງ ຊື່ ໃຫ້ ຫລານຊາຍ ວ່າ ທ້າວກຳພ້າຫມາກເຂືອ

ບັດນີ້ ຈັກ ຂໍ ກ່າວ ເຖິງ ລູກສາວ ຂອງ ພຣະຍາ ທີ່ ຢູ່ ໃນ ເມືອງນັ້ນ ຊຶ່ງ ອອກມາ ຊົມ ສວນ ໃນ ເຂດ ຊົນບົດ ພ້ອມດ້ວຍ ເສນາ ອາມາດ ທັງຫລາຍ ເມື່ອ ຕອນ ເດີນ ຜ່ານ ຫມູ່ບ້ານ ແຫ່ງນຶ່ງ ກໍ ໄດ້ພົບເຫັນ ຕົ້ນຫມາກເຂືອ ຂອງ ທ້າວກຳພ້າ ທີ່ ເຕັມໄປ ດ້ວຍ ຫມາກ ອັນ ເປັນ ຫນ້າ ເພິ່ງພໍໃຈ ຢາກໄດ້ ຢາກເອົາ ມາກິນ ແຕ່ ນາງ ກໍ ບໍ່ ໄດ້ເອີ່ຍປາກ ຫຍັງ ແມ່ນ ແຕ່ ຄວາມດຽວ ຫລັງຈາກ ກັບ ເຂົ້າ ພຣະຣາຊວັງ ນາງ ຍັງ ຄິດເຫັນ ຫມາກເຂືອ ທີ່ ເຕັມໄປ ດ້ວຍ ຄວາມສວຍງາມ ຈຶ່ງ ໄດ້ເອີ້ນ ນາງ ສນົມ ມາ ໃຫ້ໄປ ຂໍ ເອົາ ຫມາກເຂືອ ມາໃຫ້ ເມື່ອ ເວົ້າແລ້ວ ນາງ ສນົມ ກໍ ໄປ ຕາມ ຄຳບອກເລົ່າ ຂອງ ນາງ ຫລັາ ລູກສາວ ພຣະຍາ ເມື່ອ ໄປຮອດ ເຮືອນ ຂອງ ເຈົ້າຂອງ ຫມາກເຂືອ ນັ້ນ ນາງ ສນົມ ກໍ ໄດ້ເວົ້າ ຂຶ້ນ ວ່າ

  • ນາງ ຫລ້າ ລູກສາວ ຂອງ ພຣະຍາ ໄດ້ແຕ່ງ ໃຫ້ ຂ້ອຍ ມາ ຂໍ ເອົາ ຫມາກເຂືອ ນຳ ເຈົ້າ

ແຕ່ ຖືກ ທ້າວກຳພ້າ ປະຕິເສດ ວ່າ

  • ໃຫ້ ບໍ່ ໄດ້ ເພາະ ເປັນ ຫມາກເຂືອຮັກເຂືອແພງ ຂອງຂ້ອຍ

ແຕ່ ນາງ ສນົມ ກໍ ອ້ອນວອນ ຫລາຍຄັ້ງ ຫລາຍຫົນ ແລະ ກໍ ຍັງໄດ້ ຂໍ ຊື້ອີກ ແຕ່ ທ້າວກຳພ້າ ກໍ ບໍ່ ອະນຸຍາດ ໃຫ້ ແລະ ລາວ ຍັງ ເວົ້າໄປອີກວ່າ

  • ຂໍຊື້ ກໍບໍ່ຂາຍ ຂໍດາຍ ກໍບໍ່ໃຫ້ ຖ້າ ນາງ ຫລ້າ ລູກສາວ ຂອງ ພຣະຍາ ຢາກໄດ້ ໃຫ້ມາຂໍເອົາ ດ້ວຍ ຕົນເອງ

ນາງ ສນົມ ກໍ ກັບ ເຂົ້າໄປ ວັງ ເພື່ອ ນຳ ຄວາມ ເຂົ້າ ກຣາບທູນ ແຈ້ງ ຣາຍລະອຽດ ແລ້ວ ນາງ ກໍ ເລົ່າ ຊູ່ ນາງ ຫລ້າ ຟັງ ເມື່ອ ນາງ ຫລ້າ ໄດ້ຮັບຮູ້ ຣາຍລະອຽດ ທຸກສິ່ງຢ່າງ ແລ້ວ ຈຶ່ງ ອອກ ຈາກ ພຣະຣາຊວັງ ເພື່ອ ມາ ຂໍ ຫມາກເຂືອ ນຳ ທ້າວກຳພ້າ ດ້ວຍ ຕົນເອງ ແຕ່ປານນັ້ນ ທ້າວກຳພ້າ ກໍ ຍັງ ລັ່ງເລໃຈ ຢູ່ ບໍ່ ແລ້ວ ເພາະ ຍັງ ຄິດ ເສັຽດາຍ ຫມາກເຂືອ ຂອງຕົນ ແຮງຫລາຍ ແລະ ນາງ ຫລ້າ ກໍ ໄດ້ເອີ່ຍປາກ ຂຶ້ນ ວ່າ

  • ຖ້າ ອ້າຍ ຢາກ ໄດ້ ຫຍັງ ນ້ອງ ຈະ ຊອກຫາ ໃຫ້ ຕາມ ຄວາມປະສົງ ທຸກຢ່າງ ສຳລັບ ນ້ອງ ແລ້ວ ຂໍ ພຽງແຕ່ ໄດ້ ຫມາກເຂືອ ຂອງອ້າຍ ກໍພໍ

ໃນ ທີ່ສຸດ ທ້າວ ກໍ ຕົກລົງປົງໃຈ ປິດ ເອົາ ຫມາກເຂືອ ໃຫ້ ນາງ ຫລ້າ ພ້ອມທັງ ສົ່ງ ຄວາມເວົ້າ ວ່າ

  • ອັນ ສິ່ງ ຕອບແທນ ນັ້ນ ບໍ່ ຢາກ ໄດ້ ອັນໃດ ດອກ ຫລັງຈາກ ພຣະນາງ ໄດ້ສເວີຍ ເປັນ ອາຫານ ແລ້ວ ຂໍ ໃຫ້ ຄິດເຖິງ ເຈົ້າຂອງ ຫມາກເຂືອ ດ້ວຍເຖີ້ນ

ນາງ ຫລ້າ ຮັບເອົາ ຫມາກເຂືອ ພ້ອມກັບ ສົ່ງ ຮອຍຍິ້ມ ທີ່ ເຕັມໄປ ດ້ວຍ ຄວາມອີດູສົງສານ ທ້າວກຳພ້າ ແລ້ວ ນາງ ກໍ ກັບ ຄືນເມືອ ພຣະຣາຊວັງ ພາຍຫລັງ ທີ່ ນາງ ໄດ້ຮັປທານ ຫມາກເຂືອ ປະມານ ໒-໓ ເດືອນ ຕໍ່ມາ ທ້ອງ ຂອງນາງ ໃຫຍ່ຂຶ້ນ ຜິດ ປົກຕິ ໃບຫນ້າ ກໍ ເຫລືອງຫລ່າ ຈົນ ເປັນ ທີ່ ສົງໄສ ຂອງ ພວກ ນາງ ສນົມກົມມະວັງ ທັງຫລາຍ ແມ່ນ ແຕ່ ພຣະບິດາມານດາ ກໍ ເຫັນ ລູກສາວ ຂອງຕົນ ປ່ຽນແປງ ໄປ ຈາກ ສະພາບ ເດີມ ຈຶ່ງ ໃຊ້ ໃຫ້ ອາມາດ ໄປ ຕາມ ເອົາ ຕົວ ລູກສາວ ຂອງຕົນ ມາ ສອບຖາມ ແລ້ວ ຜູ້ ເປັນ ພຣະບິດາ ຈຶ່ງ ເປັ່ງວາຈາ ຂຶ້ນ ວ່າ

ແມ່ນ ໄປ ສົມເສບຊ້ອນ
ຄວບຄູ່ຄຽງຊາຍໃດເດ
ສັງວ່າ ກາຍຍາເຫລືອງ ຫລ່າສີສູນເສົ້າ
ຂໍໃຫ້ ແຂໄຂເວົ້າ ຢ່າອຳອຶງຊຸກເຊື່ອງ
ພໍ່ ຊິ ເປື້ອງປີ່ນແສ້ ລົງເນັ້ນຫນໍ່າຫລັງ ກ່ອນນາ

ຝ່າຍ ລູກສາວ ເມື່ອ ບໍ່ ມີ ທາງ ຫລີກ ຈຶ່ງ ຕອບໄປ ຕາມ ຄວາມເປັນຈິງ ວ່າ

ລູກນີ້ ບໍ່ໄດ້ເຕື້ອງຕໍ່ຕັ້ງ ນອນແນບນຳຊາຍໃດນາ
ຫລອນທໍ່ ນອນໃນວັງຜູ້ດຽວດາຍລູ້
ບໍ່ ໄດ້ມຸສາລ້ຽວ ຕົວະລວງລາຍຫລອກ
ລູກຂໍບົນບອກແຈ້ງ ຕາມເຣື່ອງເຣື່ອງທີ່ມີ ນີ້ແລ້ວ

ຝ່າຍ ພຣະບິດາ ຈຶ່ງ ຮ້າຍຂຶ້ນ ອີກ ວ່າ

  • ອີ່ຈັງໄຮໄຟໄຫມ້ ຢ່າ ມາເວົ້າຂີ້ຕົວະກູ ກູເກີດກ່ອນມຶງ ເຫັນຟ້າເຫັນຫມອກ ກ່ອນ ມຶງ ຈົງ ບອກມາ ດຽວນີ້

ຝ່າຍ ພຣະບິດາ ກໍ ຍັງ ຈູ້ຈີ້ຈຸກຈິກຢູ່ ເພາະ ບໍ່ ໄດ້ ຫລັກຖານ ຈຶ່ງ ມາ ຄຳນຶງ ໃນໃຈ ວ່າ “ຈະຂ້າກໍຕາຍລ້າ ຈະດ່າກໍບໍ່ເຫັນຜົນ ຄົ້ນກໍບໍ່ເຫັນເງື່ອນໄຂ ປະໃຫ້ ເວລາ ເປັນ ສິ່ງ ພິສູດ ດີກ່ວາ” ນັບແຕ່ນັ້ນມາ ອີກບໍ່ດົນ ນາງ ຫລ້າ ກໍ ຄອດລູກ ອອກມາ ເປັນ ຜູ້ຊາຍ ແຕ່ ພຣະບິດາ ກໍ ຍັງ ບໍ່ ແລ້ວ ສັ່ງໃຫ້ ອາມາດ ໄປຄຸມ ເອົາ ຕົວ ນາງ ຫລ້າ ມາຖາມ ອີກ

ຍາມນີ້ ລູກຫນຸ່ມນ້ອຍ ກັບເກີດມີມາ
ຖ້າຂືນ ຂົງແຂງຄົດ ບໍ່ຈາຈົງຕ້ານ
ຈັກໄດ້ ແທງຄໍຄົ້ນ ສຸບຕໍຕັ້ງຕາກ
ໃຫ້ຫມາ ຊາກຊົກທື້ນ ດຶງໄສ້ໂຜ່ນພູງ ມຶງໃດ

ນາງ ຫລ້າ ຕອບ ວ່າ

  • ຈະຂ້າຈະວ່າ ແນວໃດ ລູກ ກໍ ຍອມ ເພາະ ບໍ່ຮູ້ບໍ່ເຫັນ ສິ່ງ ທີ່ ໄດ້ເກີດຂຶ້ນ ກັບ ລູກ

ພຣະບິດາ ກໍ ໄດ້ອອກ ຄຳສັ່ງ ໃຫ້ ອາມາດ ໄປຕີຄ້ອງຮ້ອງປ່າວ ເອົາ ຊາຍຫນຸ່ມ ຕາມ ຫົວເມືອງ ຕ່າງໆ ເຂົ້າມາ ໃນ ພຣະຣາຊວັງ ຖ້າ ລູກ ຂອງ ນາງ ຫລ້າ ຫາກ ຄານ ໄປ ຫາ ຜູ້ໃດ ຜູ້ນັ້ນ ຈະ ໄດ້ອະພິເສກ ສົມຣົດ ກັບ ນາງ ຫລ້າ ພ້ອມທັງ ໄດ້ຄອງເມືອງ ເຄິ່ງນຶ່ງ ເເລະ ພວກ ອາມາດ ກໍ ໄດ້ເຮັດ ຕາມ ຄຳບອກເລົ່າ ຂອງ ພຣະຍາ ຫລັງຈາກນັ້ນ ການຊ່າລື ກໍ ໄດ້ໂດງດັງ ໄປ ທົ່ວ ຫົວເມືອງ ຕ່າງໆ ເມື່ອ ເປັນ ເຊັ່ນນັ້ນ ພວກ ຊາຍຫນຸ່ມ ຈາກ ຫົວເມືອງຕ່າງໆ ກໍໄດ້ຮູ້ຈັກ ຣາຍລະອຽດດີ ກໍ ພາກັນ ລຸຫລັ່ງທັ່ງເທ ເຂົ້າມາ ພະຣາຊວັງ ເປັນ ຈຳນວນ ມາກມາຍ ແຕ່ ລູກຊາຍ ນາງ ຫລ້າ ກໍ ບໍ່ ມີ ການເຄື່ອນໄຫວ ຫຍັງຫມົດ ຍັງ ເຫລືອ ແຕ່ ທ້າວ ກຳພ້າ ນຸ່ງ ເສື້ອຜ້າ ເກົ່າໆ ຂາດສ້ອຍ ມາ ລາກທ້າຍຫມູ່ ໃນ ຂນະ ທີ່ ກຳລັງ ຍ່າງ ເຂົ້າມາ ລູກຊາຍ ນາງ ຫລ້າ ຫລຽວເຫັນ ກໍ ຄານ ໄປຫາ ທັນທີ ທັນໃດ ພວກ ອາມາດ ທັງຫລາຍ ກໍ ຕີຄ້ອງ ຮ້ອງປ່າວ ສັນຍານ ຂຶ້ນວ່າ ພຣະຍາ ໄດ້ ລູກເຂີຍ ໃຫມ່ແລ້ວ ສ່ວນ ຝ່າຍ ພຣະຍາ ມ້ອຍ ວ່າ ເຫັນ ລູກຊາຍ ຂອງ ລູກນາງຫລ້າ ຄານໄປຫາ ທ້າວກຳພ້າ ກໍ ເກີດ ໂມໂຫ ຂຶ້ນ ຢ່າງ ບໍ່ ມີ ບ່ອນປຽບ ແລ້ວ ກໍ ເປັ່ງ ວາຈາ ອັນ ຫຍາບຄາຍ ໃຫ້ ແກ່ ທ້າວກຳພ້າ ວ່າ

  • ຄົນ ຂີ້ທຸກຂີ້ຍາກ ຢ່າງມຶງນີ້ ຈະ ບໍ່ ມາ ເປັນ ລູກເຂີຍກູ

ວ່າແລ້ວ ພຣະຍາ ກໍ ສັ່ງໃຫ້ ເສນາ ອາມາດ ເອົາ ຜົວເມັຽ ທັງສອງ ພ້ອມດ້ວຍ ລູກນ້ອຍ ໄປໃສ່ ແພ ລ່ອງນໍ້າ ເເລະ ພວກ ເສນາ ອາມາດ ກໍ ຈັດແຈງ ຕາມ ຄຳສັ່ງ ຂອງ ພຣະຍາ ກ່ອນ ຈະ ອອກ ຈາກ ພະຣາຊວັງ ໄປ ສູ່ ແພ ນາງຫລ້າ ກໍ ເສົ້າໂສກ ເສັຽ ພະໄທຍ໌ ຍິ່ງຫນັກ ທີ່ ພຣະບິດາ ກະທຳ ຕໍ່ ນາງ ແລ້ວ ທ້າວກຳພ້າ ກໍ ໄດ້ບອກ ໃຫ້ ນາງຫລ້າ ຂໍ ເອົາ ເຂົ້າເປືອກ ພ້ອມດ້ວຍ ຂວານ ດວງນຶ່ງ ຕິດຕາມ ໄປນຳ ວ່າແລ້ວ ພຣະຍາ ກໍ ໄດ້ສັ່ງໃຫ້ ເສນາ ອາມາດ ຈັດຫາໃຫ້ ຕາມ ຄວາມປະສົງ ຂອງ ນາງຫລ້າ ແລ້ວ ເສນາອາມາດ ກໍ ເອົາ ຜົວເມັຽ ທັງສອງ ພ້ອມ ລູກນ້ອຍ ລົງໃສ່ ໃນ ແພ ຄັນ ເປັນ ທີ່ ຮຽບຮ້ອຍ ດີແລ້ວ ເຂົາ ກໍ ຊຸກ ແພ ອອກ ຈາກ ທ່າ ລ່ອງ ນໍ້າ ໄປ ຕາມ ຄວາມປະສົງ ຂອງ ພຣະຍາ

ເມື່ອ ແພ ໄດ້ອອກ ເຄື່ອນຍ້າຍ ລ່່ອງ ໄປ ຕາມ ກະແສນໍ້າ ປະມານ ຫລາຍເດືອນ ໃນ ທີ່ສຸດ ແພ ຂອງ ທ້າວກຳພ້າ ກໍ ໄດ້ຢຸດຄ້າງ ຢູ່ ຝັ່ງນໍ້າ ແຫ່ງນຶ່ງ ຊຶ່ງ ເຕັມ ໄປ ດ້ວຍ ທັມມະຊາດ ພູຜາ ປ່າໄມ້ ສັດສາ ວາສິ່ງ ນາໆ ຊນິດ ແລ້ວ ທ້າວ ກໍ ໄດ້ປຸກ ຕູບ ຢູ່ ທີ່ນັ້ນ ກັບ ເມັຽ ແລະ ລູກ ເມື່ອ ຢູ່ ຕໍ່ມາ ກໍ ເຖິງ ຣະດູ ການປູກຝັງ ທ້າວ ກໍ ໄດ້ໄປ ຖາງ ໄຮ່ ເພື່ອ ຈະ ປູກ ເຂົ້າ ລ້ຽງ ຊີບ ຕໍ່ໄປ ລາວ ພຍາຍາມ ຖາງ ໄຮ່ ດ້ວຍ ຄວາມບາກບັ່ນ ຂຍັນຂັນແຂງ ໂດຍ ບໍ່ ຄຶດເຖິງ ຄວາມອິດເມື່ອຍ ຕໍ່ ອຸປສັກ ໃດໆ ຕັ້ງຫນ້າ ຕັ້ງຕາ ຖາງ ຕໍ່ໄປ ເລື້ອຍໆ ຄັນ ຖາງ ໄດ້ ພໍ ປະມານ ແລ້ວ ທ້າວ ກໍ ກັບເມືອ ເຮືອນ ມື້ໃຫມ່ ຕໍ່ມາ ທ້າວ ກໍ ໄປ ຖາງອີກ ແຕ່ ບັງເອີນ ຕົ້ນໄມ້ ທີ່ ລາວ ຖາງ ໄດ້ເກີດຂຶ້ນມາ ໃຫມ່ອີກ ແລະ ທ້າວ ກໍ ຄິດ ແປກ ຢູ່ ໃນ ໃຈ ວ່າ ດ້ວຍເຫດໃດ ຕົ້ມໄມ້ ທີ່ ກູ ຖາງ ຕັດຂາດ ອອກ ຈາກ ຕົ້ນແລ້ວ ກໍ ຍັງ ຢືນຕົ້ນ ຂຶ້ນມາ ໃຫມ່ ອີກ ແຕ່ ລາວ ກໍ ຍັງ ບໍ່ ທໍ້ຖອຍ ໃນ ການຖາງໄຮ່ ຂອງລາວ ຕໍ່ມາ ເມື່ອ ຖາງ ເສັດແລ້ວ ທ້າວ ກຳພ້າ ກໍ ໄປລີ້ ຈອບເບິ່ງ ວ່າ ມັນ ຈະ ເປັນ ຄືເກົ່າ ບໍ ຕົ້ນໄມ້ ທີ່ ລາວ ຖາງ ຫັ້ນ ຈະ ເກີດຂຶ້ນມາ ຄື ແບບເກົ່າ ບໍ ນ້ອຍບໍ່ນານ ກໍ ເຫັນ ລີງ ຕົວນຶ່ງ ຖື ຄ້ອງ ເຕັ້ນໄຕ່ ຕາມ ງ່າໄມ້ ໂດຍ ລໍາພັງ ໃຈ ຂອງມັນ ທ້າວກຳພ້າ ກໍ ຟ້າວ ໄປ ຊອກຫາ ເຄືອໄມ້ ຄັນ ໄດ້ແລ້ວ ກໍ ເຮັດ ບ້ວງ ເພື່ອ ຈະ ຄ້ອງ ເອົາ ລີງ ຕົວນັ້ນ

ຄັນ ເຮັດ ບ້ວງ ແລ້ວໆ ທ້າວ ກໍ ຄ່ອຍ ຈອບມອງ ເຂົ້າໄປ ເອົາ ຕອນ ມັນ ເຜີ ເອົາ ຕອນ ມັນ ວົນ ຕີຄ້ອງ ເມື່ອ ໄດ້ ໂອກາດ ແລ້ວ ລາວ ກໍ ຊິດ ບ້ວງ ໄປຄ້ອງ ເອົາ ຄໍ ຂອງລີງ ໄດ້ ຕາມ ຄວາມປະສົງ ຂອງລາວ ເມື່ອ ລີງ ຖືກ ບ້ວງ ແລ້ວ ມັນ ກໍ ດີ້ນລົນ ຈົນ ສຸດ ຄວາມສາມາດ ດີ້ນລົນ ແຮງ ເທົ່າໃດ ບ້ວງ ກໍ ແຮ່ງ ຮັດ ແຮງເຂົ້າ ເທົ່ານັ້ນ ຜົນສຸດທ້າຍ ມາ ມັນ ກໍ ຍອມ ຮັບ ສາຣະພາບ ສິ່ງ ທີ່ ມັນ ໄດ້ເຮັດ ໃຫ້ ທ້າວກຳພ້າ ມີ ຄວາມໂກດເຄືອງ ແຕ່ ທ້າວກຳພ້າ ກໍ ໄດ້ເວົ້າ ຂຶ້ນວ່າ

  • ຂ້ອຍ ຈະ ຂ້າ ເຈົ້າ

ເມື່ອ ລີງ ໄດ້ຍິນ ກໍ ອ້ອນວອນ ຂໍ ຊີວິດ ໄວ້ ແລະ ລີງ ກໍ ໄດ້ເວົ້າ ວ່າ

  • ຖ້າ ເຈົ້າ ຫາກ ໄວ້ ຊີວິດ ຂອງຂ້ອຍ ຂ້ອຍ ມີ ຄ້ອງວິເສດ ທີ່ ຈະ ໃຫ້ ເຈົ້າ ເພື່ອ ເປັນ ການແລກປ່ຽນ

ແລະ ທ້າວກຳພ້າ ກໍ ຖາມ ໄປ ວ່າ

  • ຄ້ອງວິເສດ ຂອງເຈົ້າ ນັ້ນ ມັນ ມີ ດີ ແນວໃດ ແດ່ ?

ລີງ ຕອບວ່າ

  • ຄ້ອງວິເສດ ຂອງຂ້ອຍ ມີ ດີ ຫມົດທຸກຢ່າງ ສຸດແລ້ວ ແຕ່ ຄວາມປະສົງ ຂອງເຈົ້າ ທີ່ ຢາກໄດ້ ເວລາ ເຈົ້າ ຢາກໄດ້ ຫຍັງ ກໍ ຕີ ຄ້ອງ ເຖິງ ໓ ບາດ

ວ່າແລ້ວ ທ້າວກຳພ້າ ກໍ ຕົກລົງ ປົງໃຈກັນ ເປັນ ເອກພາບ ລີງ ກໍ ເອົາ ຄ້ອງ ໃຫ້ ລາວ ຕໍ່ມາ ທ້າວກຳພ້າ ກໍ ປ່ອຍ ລີງ ມີ ອິສຣະພາບ

ຫລັງຈາກນັ້ນມາ ນັບແຕ່ ໄດ້ ຄ້ອງວິເສດ ມາ ຢູ່ ໃນ ການຄອບຄອງ ຂອງຕົນ ຖານະ ຄອບຄົວ ກໍ ອຸດົມ ສົມບູນ ເເລະ ເຕັມໄປ ດ້ວຍ ເຄື່ອງ ອຸປໂພກ ບໍຣິໂພກ ຊັພສິ່ງ ເງິນທອງ ສັດສາວາສິ່ງ ຈົນ ຊ່າລືກັນ ໄປ ກວາງໄກ ເເລະ ເຮັດ ໃຫ້ ເຖິງ ຫູ ພຣະຍາ ຜູ້ ທີ່ ເປັນ ພໍ່ເຖົ້າ ຄັນ ເປັນ ດັ່ງນັ້ນ ແລ້ວ ພຣະຍາ ກໍ ຮຽກຮ້ອງ ເອີ້ນ ຄົນ ມາຖາມ ວ່າ

  • ມັນ ຮັ່ງມີດີໄດ້ ແນວໃດ ?

ພຣະຍາ ຄິດ ຢູ່ ໃນໃຈ “ກູ ຄື ບໍ່ ໄດ້ເອົາ ຫຍັງ ໃຫ້ ມັນ ນອກຈາກ ເຂົ້າເປືອກ ກັບ ຂວານ ດວງນຶ່ງ ເທົ່ານັ້ນ” ແລ້ວ ຄົນ ກໍ ໄດ້ເລົ່າ ສູ່ ພຣະຍາ ຟັງ ວ່າ

  • ທ້າວກຳພ້າ ລາວ ມີ ຄ້ອງດີວິເສດ ເເລະ ຄ້ອງ ຫນ່ວຍນັ້ນ ວ່າ ແຕ່ ເຮົາ ຢາກໄດ້ ອັນໃດ ກໍ ຕີ ເຖິງ ໓ ບາດ ແມ່ນ ໄດ້ ມາ ໂລດ

ແລ້ວ ພຣະຍາ ກໍ ຄິດ ຢາກ ໄດ້ ຄ້ອງ ຫນ່ວຍນັ້ນ ຈຶ່ງ ແຕ່ງ ໃຫ້ ເສນາອາມາດ ໄປ ຂໍ ເອົາ ຄ້ອງ ຫນ່ວນນັ້ນ ກັບ ທ້າວກຳພ້າ ມາ ໃຫ້ ເເຕ່ ທ້າວກຳພ້າ ກໍ ບໍ່ ຍອມ ເອົາ ໃຫ້ ສະນັ້ນ ພຣະຍາ ຈຶ່ງ ໂກດພະທັຍ ຍິ່ງຫນັກ ເພາະ ທ້າວກຳພ້າ ຂືນ ຄຳສັ່ງ ແລ້ວ ພຣະຍາ ຈຶ່ງ ໄດ້ນຳ ທະຫານ ອອກໄປ ເພື່ອ ຈະ ຈັບ ທ້າວກໍາພ້າ ເມື່ອ ເດີນ ເຂົ້າ ມາ ໃກ້ ບໍຣິເວນ ເເຫ່ງ ເຮືອນ ຂອງ ທ້າວກໍາພ້າ ຝ່າຍ ນາງຫລ້າ ເຫັນ ພໍ່ ຂອງຕົນ ພ້ອມດ້ວຍ ພົນທະຫານ ເປັນ ຈໍານວນ ມາກມາຍ ກາຍກອງ ຈຶ່ງ ບອກ ກັບ ທ້າວກໍາພ້າ ຜູ້ ເປັນ ສາມີ ວ່າ

  • ໃຫ້ ຍອມ ເພິ່ນ ສາ ເພິ່ນ ຢາກ ໄດ້ ຫຍັງ ກໍ ຫາ ໃຫ້ ເພິ່ນ ຕາມໃຈ ຊອບ

ແຕ່ ທ້າວກຳພ້າ ກໍ ບໍ່ ຍອມຟັງ ຈະ ເປັນຕາຍຮ້າຍດີ ແນວໃດ ກໍ ບໍ່ ຍອມ ເປັນ ອັນຂາດ ຝ່າຍ ພຣະຍາ ໄດ້ຮ້ອງ ບອກ ທ້າວກຳພ້າ ໄປ ວ່າ

  • ຈົງ ເອົາ ຄ້ອງ ມາ ໃຫ້ ເຮົາ ສາ ໂດຍດີ ຖ້າ ບໍ່ ຢາກ ຕາຍ ຖ້າ ເຈົ້າ ຍັງ ບໍ່ ໃຫ້ ເຮົາ ເຮົາ ຈະ ຂ້າ ເຈົ້າ ດຽວນີ້

ເວົ້າ ແລ້ວ ພຣະຍາ ກໍ ສັ່ງ ໃຫ້ ທະຫານ ຕຣຽມຕົວ ເຂົ້າ ຈັບ ຄັນ ບໍ່ ໄດ້ ເປັນ ກໍ ເອົາ ຕາຍ ທະຫານ ກໍ ປະຕິບັດ ຕາມ ຄຳ ທີ່ ພຣະຍາ ສັ່ງ ບ້ອຍວ່າ ເດີນເຂົ້າໄປ ທ້າວກຳພ້າ ລາວ ກໍ ລັ່ນ ຄ້ອງ ຂຶ້ນ ບັນດາ ທະຫານ ກໍ ພາກັນ ຢືນ ແຂງກະດ້າງ ໄປ ຫມົດ ພຣະຍາ ເຫັນ ເຫດການ ເຊັ່ນນັ້ນ ກໍ ເອົາ ຊ້າງ ແລ່ນ ເຂົ້າໄປ ເພື່ອ ຈະ ແທງ ທ້າວກຳພ້າ ໃຫ້ ຕາຍ ແຕ່ ຖືກ ທ້າວກຳພ້າ ຕ້ານທານ ໄວ້ໄດ້ ດ້ວຍ ການຕີ ຄ້ອງວິເສດ ຂອງລາວ ພຣະຍາ ພ້ອມດ້ວຍ ຊ້າງ ກໍ ຢືນ ແຂງກະດ້າງ ເຫມືອນດັ່ງ ຮູບປັ້ນ ຂອງ ທ່ານ ₭ ສອນໄກ່ ພົມວິຫານ ₭ ສ່ວນ ນາງຫລ້າ ເຫັນ ພໍ່ ຢືນ ແຂງກະດ້າງ ດັ່ງນັ້ນ ຄຶດ ຢ້ານ ພໍ່ຕາຍ ຈຶ່ງ ໄດ້ຂໍ ນຳ ຜູ້ ເປັນ ຜົວ ວ່າ

  • ຂໍ ໃຫ້ ໄວ້ ຊີວິດ ພໍ່ ດ້ວຍເຖີ້ນ

ນາງຫລ້າ ໄດ້ອະທິບາຍ ຕໍ່ ສາມີ ວ່າ

  • ພໍ່ແມ່ ເປັນ ບ່ອນ ເພິ່ງພາອາໄສ ຂອງລູກ ຜູ້ທຳອິດ ໃນ ໂລກ
  • ພໍ່ແມ່ ເປັນ ຜູ້ ຮັກ ຖນອມ ລູກ ຫລາຍກວ່າ ຄົນ ທັງຫລາຍ ໃນ ໂລກ
  • ພໍ່ແມ່ ເປັນ ອາຈານ ຜູ້ ສັ່ງສອນ ລູກ ຜູ້ທຳອິດ ຂອງໂລກ
  • ພໍ່ແມ່ ເປັນ ບຸກຄົນ ທີ່ ສົມຄວນ ໄດ້ ຮັບ ຂອງທານ ຫລື ຂອງບໍຣິຈາກ ຈາກ ພວກ ລູກໆ ແລະ ກໍ ເປັນ ນາບຸນ ຂອງ ພວກ ລູກໆ ອີກ

ເມື່ອ ທ້າວກຳພ້າ ຟັງ ເມັຽ ເວົ້າ ຈົບ ແລ້ວ ກໍ ເກີດ ອີ່ດູສົງສານ ແລ້ວ ກໍ ຕີ ຄ້ອງ ເອົາ ພຣະຍາ ຜູ້ ເປັນ ພໍ່ເຖົ້າ ພ້ອມດ້ວຍ ທະຫານ ທັງຫມົດ ຄືນມາ ຢູ່ ໃນ ສະພາບ ເດີມ ແລ້ວ ພຣະຍາ ກໍ ໄດ້ຂໍ ອະໄພ ໂທດ ທີ່ ໄດ້ລ່ວງເກີນ ສິດ ເສຣິພາບ ຫລັງຈາກນັ້ນ ທ້າວກຳພ້າ ກໍ ໄດ້ເວົ້າ ກັບ ພຣະຍາ ວ່າ ດັ່ງນີ້

  • ຂ້າແຕ່ ພຣະບາດ ຜູ້ ເປັນ ເຈົ້າ ອັນວ່າ ຄົນ ເຮົານີ້ ຮູ້ຈັກ ກິນ ຮູ້ຈັກ ເວົ້າ ຮູ້ຈັກ ໄຂ ແອບເຂົ້າ ແລະ ຮູ້ຈັກ ໄຂ ຫໍ່ຄວາມກິນ ຂ້າພຣະບາດ ເອີຍ
  • ຄົນເຮົາ ເກີດມາ ສູ່ ໂລກ ສົງສານ ຈະ ໃຊ້ ຊີວິດ ການເປັນຢູ່ ຮ່ວມກັນ ຈະ ເປັນ ພຣະຍາ ຣາຊາ ຣາຊບັນດິດ ທຸກໄຮ້ ເຂັນໃຈ ອະນາຖາ ຍາກຈົນ ຈະ ດີ ຫລື ຊົ່ວ ບໍ່ ແມ່ນ ຈະ ຂຶ້ນ ຢູ່ ກັບ ວົງຕະກຸນ ເທົ່ານັ້ນ ດ້ວຍເຫດນີ້ ເຮົາ ບໍ່ ຄວນ ຢຽບຍໍ່າ ທໍາຣາຍ ມະນຸດ ດ້ວຍກັນ

ເຈົ້າພໍ່ ພຣະຍາ ເອີຍ

  • ໃຜກໍຕາມ ການໃຫ້ ທັມມະ ເປັນ ທານ ພຣະພຸທເຈົ້າ ຖືວ່າ ແມ່ນ ໄດ້ ບຸນ ຫລາຍກວ່າ ທຸກໆ ການໃຫ້ທານຯ ເຊັ່ນ
    • ເຄື່ອງອຸປໂພກ ຊຶ່ງ ຫມາຍເຖິງ ເຄື່ອງ ທີ່ ເຮົາ ເອົາ ມາ ໃຊ້ສອຍ ພາຍໃນ ຄອບຄົວ
    • ເຄື່ອງບໍຣິໂພກ ຊຶ່ງ ຫມາຍເຖິງ ເຄື່ອງກິນ ທີ່ ເຮົາ ເອົາ ມາ ເຮັດ ເປັນ ອາຫານ
    • ຄ້ອງວິເສດ ໃນ ທີ່ນີ້ ຫມາຍເຖິງ ຄ້ອງ ທີ່ ເຮັດ ໃຫ້ ສິ່ງໃດສິ່ງນຶ່ງ ເກີດຂຶ້ນ ເເລະ ຈະ ຫາ ແນວ ທຽບ ບໍ່ ໄດ້ ໃນ ໂລກນີ້
    • ການໃຫ້ ທັມມະ ເປັນ ທານ ແມ່ນ ໃຫ້ ແສງສວ່າງ ແກ່ ຜູ້ ບໍ່ ຮູ້ຈັກ ໃຫ້ ຮູ້ຈັກ

ການເລົ່າ ນິທານ ເຣື່ອງ ທ້າວກຳພ້າ ກໍ ສິ້ນສຸດ ລົງ ພຽງ ເທົ່ານີ້

Nouphay Sirapannha

2 ສານ ຈາກ ໂຟຣັອມ ພາຍໃນ /Messages de forum

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0