ຫນັງສື ທັມ ຂອງ ລາວ ຄົງ ເປັນ ຫນັງສື ບາລີ ອັນ ເກົ່າເເກ່ ທີ່ສຸດ ພາຍໃນ ຈໍາພວກ ຫນັງສື ບາລີ ທັງປວງ ຍ້ອນ ການ ທີ່ ມີ ຕົວຫນັງສື ຕົວອື່ນ ສລັບສັບຊ້ອນ ຢູ່ ລຸ່ມ ເເລະ ຢູ່ ເທິງ ຕົວສະກົດ ຊຶ່ງ ກົງກັບ ຕົວຫນັງສື ອັນ ເກົ່າເເກ່ ທີ່ສຸດ ໃນ ໂລກ
ຫນັງສືທັມ [ຫນັງ-ສື-ທໍາ] ນາມວະລີ. ( ຫນັງສື+ທັມມະ ) ຄໍາປະສົມ ທີ່ ປະກອບ ດ້ວຍ ຄໍາລາວ "ຫນັງສື" ຊຶ່ງ ເປັນ ຄໍານາມ ເເລະ ດ້ວຍ ຄໍາບາລີ “ທັມມະ[ທໍາ-ມະ]” ຊຶ່ງ ເປັນ ຄໍານາມ ເພດຊາຍ ທີ່ ເພິ່ນ ຕັດ ຕົວສະກົດ ອອກ ຈຶ່ງ ເຫລືອ ພຽງ “ທັມ(ະ)” ເເຕ່ຫາກວ່າ ການສະກົດ ເເບບ ລາວ ເພິ່ນ ຈະ ຂຽນ ພຽງເເຕ່ “ທັມ” ລ້າໆ
- ຖ້າ ເພິ່ນ ຂຽນ "ທັມມະ" ເປັນ ພາສາ ບາລີ ເພິ່ນ ຈະ ຂຽນ ດ້ວຍ ພຍັນຊນະ ສາມ ຕົວ ຄື ທມມ[ທໍາ-ມະ] ເມື່ອ ເພິ່ນ ຕັດ ຕົວສະກົດ ອອກ ເເລ້ວ ຄື ຕັດ ພຍັນຊນະ ◌ມ◌ ຕົວ ທີນຶ່ງ ມັນ ຈະ ເຫລືອ ພຽງ ພຍັນຊນະ ສອງ ຕົວ ຄື ທມ[ທະ-ມະ] ສະນັ້ນ ການສະກົດ ເເບບ ລາວ ຈຶ່ງ ຂຽນ ເປັນ "ທັມ"
ຫນັງສື ທີ່ ທາງ ຄນະສົງ ໃຊ້ ໃນ ການສຶກສາ ພຣະທັມ ຄື ຄໍາສອນ ຂອງ ພຣະພຸທເຈົ້າ ( ພຣະໄຕປີດົກ /Tipiṭaka [ຕິປີຕະກະ /ໄຕປີຕະກະ] ເເຜງ ມາ ເປັນ [ໄຕປີຕັກ /ໄຕປີດົກ] ) ຄຽງຄູ່ກັນ ໄປ ກັບ ຫນັງສື ລາວ ຊຶ່ງ ມີ ພຍັນຊນະ ສາມສິບສາມ ຕົວ ( ຣູປຕາ ໑ ) ເເລະ ສຣະລອຍ ເເປດ ຕົວ ຫລື ເເປດ ຮູບ ( ຣູປຕາ ໒ ) ຣວມ ເປັນ ໔໑ ຕົວ ເເຕ່ຫາກວ່າ ຍັງ ມີ ສຣະ ຈໍາພວກ ນຶ່ງ ອີກ ເຈັດ ຮູບ ທີ່ ເພິ່ນ ຮຽກວ່າ ສຣະຈົມ ( ຣູປຕາ ໓ ) ເເລະ ທີ່ ເພິ່ນ ບໍ່ ໄລ່ ມັນ ເຂົ້າ ຢູ່ ໃນ ຈໍານວນ ອັກຂຣະ ທັມ ໔໑ ຕົວນີ້
ພາຍໃນ ພຍັນຊນະ ໓໓ ຕົວນີ້ ຈະ ມີ ນິກຄະຫິດ ( ◌ໍ[ອັງ] ) ຕົວ ນຶ່ງ ຊຶ່ງ ເພິ່ນ ປຽບ ສເມືອນ ພຍັນຊນະ ດັ່ງດຽວ ກັນ ນອກຈາກ ອັກຂຣະ ຕ່າງໆ ເຫລົ່ານີ້ ຍັງ ມີ ເລກ ສິບ ຮູບ ເເລະ ເຄື່ອງຫມາຍ ລາງເເນວ ອີກດ້ວຍ [1] ... (ຂພຈ ຈະ ສເນີ ພາຍຫລັງ) ............ ..... ..... .....
ສ່ວນ ຫນັງສື ບາລີ ຕົວເຄົ້າ ເເທ້ໆ ນັ້ນ ເຮົາ ບໍ່ ຮູ້ຈັກ ວ່າ ມັນ ເປັນ ຕົວ ເເນວໃດ ກັນເເທ້ ລາວ ພະມ້າ ລັງກາ ຂເມນ ໄທລື້ ໄທຊານ ຫລື ໄທໃຫຍ່ ທຸກຄົນ ກໍ ໃຊ້ ຕ່າງກັນ ທັງນັ້ນ ໃຜ ກໍ ມີ ຫນັງສືໃຜ ຫນັງສືມັນ ເເລະ ຕ່າງ ກໍ ພາກັນ ຮຽກຮ້ອງ ວ່າ ຫນັງສື ຂອງ ຕົນ ກົງກັບ ຫນັງສື ບາລີ ບາດວ່າ ຄົນໃດ ຢາກ ຮຽນ ບາລີ ຜົນສຸດທ້າຍ ຄົນນັ້ນ ກໍ ຫັນ ປ່ຽນ ໄປ ຮຽນ ບາລີ ໂດຍ ໃຊ້ ຫນັງສື ລາຕິນ ທັງນັ້ນ ເປັນ ພື້ນຖານ ໃນ ການສຶກສາ ຊຶ່ງ ເຣື່ອງນີ້ ກໍ ບໍ່ ຕ່າງ ຫຍັງ ກັບ ຄົນລາວ ຊາວໄທ ໂດຍ ທົ່ວໄປ ທີ່ ພາກັນ ໃຊ້ ອັກຂຣະ ຕ່າງ ກັນ ຈົນຫມົດ ທັ້ງໆ ທີ່ ປະເທດ ເຫລົ່ານີ້ ໃຊ້ ການປາກເວົ້າ ພາສາ ດຽວ ກັນ ອັນ ເປັນ ເຫດ ທີ່ ພາ ໃຫ້ ຊາດ ຂອງ ຊົນຊາດ ເຫລົ່ານີ້ ເສື່ອມ ເເລະ ກໍ ຄ່ອຍ ດັບ ໄປ
( ອ່ານ ການປຽບທຽບ ສຽງ ຂອງ ພຍັນຊນະ ລາວ ເເລະ ທັມ ຂ້າງລຸ່ມນີ້ )
ສຣະລອຍ
ພາຍໃນ ຈໍານວນ ອັກຂຣະ ບາລີ ທັງຫມົດ ໔໑ ຕົວ ຈະ ມີ ພຍັນຊນະ ໓໓ ຕົວ ເເລະ ສຣະລອຍ ໘ ຕົວ ( ຣູປຕາ ໒ ) ຊຶ່ງ ເຮົາ ສາມາດ ຂຽນ ສຣະ ຊນິດ ນີ້ ເເລະ ອ່ານອອກສຽງ ໂດຍ ລໍາພັງ ໄດ້ ປາສຈາກ ການປະກອບສ່ວນ ຂອງ ພຍັນຊນະ ເຊັ່ນ ອະສິ(ດາບ) ອາກາສ[ອາ-ກາ-ສະ](ອາກາດ) ອິຕິ(ຈັງໄຮ) ອິສິ(ຣືສີ) ເອສີ(ຜູ້ສເເວງຫາ) ເອກ[ເອ-ກະ](ນຶ່ງ) ເປັນຕົ້ນ
ເປັນຫຍັງ ເພິ່ນ ຈຶ່ງ ຮຽກ ສຣະລອຍ? ຍ້ອນ ເພິ່ນ ໃຊ້ ສຣະ ຈໍາພວກ ນີ້ ໄວ້ຂຽນ ຢູ່ ໃນ ເເຖວ ຢ່າງດຽວ (ຢູ່ເທິງເເຖວ ຖືກກວ່າ) ລອຍ ເເປວ່າ ການເຫນັງຕີງ ຂອງ ພາກສ່ວນ ໃດ ພາກສ່ວນ ນຶ່ງ ຂອງ ຕົນໂຕ ທີ່ ເຮັດ ໃຫ້ ຕົນໂຕ ເລື່ອນ ເເລະ ຟູ ໄປ ຕາມ ຫນ້ານໍ້າ (ຫລື ອາກາດ ດັ່ງ ລ່ອງລອຍ) ເເຕ່ ໃນ ທີ່ນີ້ ຫມາຍເຖິງ ການຟູ ຢູ່ ຫນ້າເເຖວ ຢູ ເທິງເເຖວ || ຝຣັ່ງ. ligne (horizontale)
ສຣະຈົມ
ຂ້າພະເຈົ້າ ບໍ່ ຮູ້ຈັກ ຄວາມເປັນມາ ຂອງ ສຣະຈົມ ( ຣູປຕາ ໓ ) ວ່າ ເປັນຫຍັງ ເພິ່ນ ຈຶ່ງ ບໍ່ ໄລ່ ມັນ ເຂົ້າ ຢູ່ ໃນ ຈໍານວນ ອັກຂຣະ ບາລີ ຫລື ຂ້າພະເຈົ້າ ຄວນ ຈະ ເຂົ້າໃຈ ວ່າ ສຣະຈົມ ມາ ຈາກ ການປ່ຽນ ຮູບ ຂອງ ສຣະລອຍ ໃນ ເມື່ອ ມັນ ໄປ ປະກອບ ເຂົ້າ ກັບ ພຍັນຊນະ ເຫມືອນ ດັ່ງດຽວ ກັນ ກັບ ພຍັນຊນະ ຕົວຕາມ ເເລະ ຕົວຫ້ອຍ ທີ່ ປ່ຽນ ຮູບ ຕອນ ທີ່ ມັນ ໄປ ຢູ່ຮ່ວມ ກັບ ຕົວສະກົດ ຫລື ບໍ່ດັ່ງນັ້ນ ເພິ່ນ ກໍ ຕື່ມ ເຂົ້າ ໃຫມ່
ສຣະຈົມ ຈະ ອອກ ສຽງ ໂດຍ ລໍາພັງ ບໍ່ ໄດ້ ເພາະ ມັນ ຕ້ອງ ໄດ້ ອາໄສ ພຍັນຊນະ ປະກອບ ມັນ ຈຶ່ງ ຈະ ຂຽນ ອອກ ເປັນ ຖ້ອຍຄໍາ ໄດ້ ເຊັ່ນ ວະຕິ(ຮົ້ວ) ພາຊີ(ມ້າ) ສີໂຫ(ຣາຊສີ) ມຸນິ(ຜູ້ຮູ້) ພູມີປາໂລ(ຜູ້ຮັກສາ ຜືນເເຜ່ນດິນ) ເສໂຂ(ນັກສຶກສາ) ໂກເສຍຍັງ[ໂກ-ເສິຍ-ຍັງ / ໂກ-ໄສ-ຍັງ] (ຜ້າໄຫມ) [2] ໂຄປາໂລ(ຄົນລ້ຽງງົວ) ເປັນຕົ້ນ
ເປັນຫຍັງ ເພິ່ນ ຈຶ່ງ ຮຽກ ສຣະຈົມ? ( ຄັນ ມັນ ບໍ່ ລອຍ ມັນ ຈົມ ) ຍ້ອນ ເພິ່ນ ສາມາດ ຂຽນ ສຣະ ຈໍາພວກ ນີ້ ຢູ່ ບົນເເຖວ ຢູ່ ໃນເເຖວ/ເທິງເເຖວ ຢູ່ ໃຕ້ເເຖວ ເຫມືອນ ການໃຊ້ ສຣະ ລາວ ທັງຫມົດ ນັ້ນເອງ ຫລື ຈະ ເວົ້າ ໄດ້ອີກ ຢ່າງນຶ່ງ ວ່າ ສຣະ ທີ່ ສາມາດ ຂຽນ ຢູ່ ເທິງ ພຍັນຊນະ ຢູ ລຸ່ມ ພຍັນຊນະ ຢູ່ ຫນ້າ ເເລະ ຢູ່ ຫລັງ ຂອງ ພຍັນຊນະ || ຝຣັັ່ງ. ligne (verticale)
ກົດເກນ ການຂຽນ ຕາມ ເຄົ້າ
ໂຄງຮ່າງ ການຈັດຕັ້ງ ອັກຂຣະ ຕ່າງໆ ນີ້ ຈະ ເນັ້ນຫນັກ ໃສ່ ລໍາດັບ ຂອງ ຕົວສະກົດ ເເລະ ຖານ ຂອງ ສຽງ ໃນ ການອ່ານ ອັກຂຣະ ເເຕ່ລະ ຕົວ ( ຣູປຕາ ໔ ) ຊຶ່ງ ຈັດ ເປັນ ເເຖວຕັ້ງ (ສັນ ດັ່ງ ສັນຫບັງ) ຫ້າເເຖວ ເເລະ ເເຖວນອນ ອີກຫ້າເເຖວ ເສີມ ດ້ວຍ ເເຖວ ທີຫົກ ທີ່ ເປັນ ເເຖວເສດ ຫລື ເສດວັກ ຍ້ອນ ບັນດາ ພຍັນຊນະ ເຫລົ່ານີ້ ບໍ່ ມີ ຫລັກການ ການສະກົດ ທີ່ ເຄັ່ງຄັດ ເເລະ ຕາຍຕົວ ເຫມືອນ ດັ່ງ ເເຖວ ທັງຫ້າ ( ຣູປຕາ ໑ ) ເເລະ ສ່ວນຫລາຍ ພຍັນຊນະ ວັກນີ້ ຈະ ເປັນ ອັດທະສຣະ ( ຣູປຕາ ໔ )
- ອັດທະສຣະ ເປັນ ຄໍາປະສົມ ທີ່ ປະກອບ ດ້ວຍ “ອັທທະ” ຊຶ່ງ ເເປວ່າ ເຄິ່ງ ເເລະ ດ້ວຍ “ສຣະ” ຫມາຍຄວາມວ່າ ມີສຽງ ເຄິ່ງ ສຣະ ເເລະ ເຄິ່ງ ພຍັນຊນະ ນັ້ນເອງ (ເຂົ້າໃຈບໍ?) ຫມາຍເຖິງ ຈໍາພວກ ພຍັນຊນະ ທີ່ ອ່ານ ເເບບ ດຽວກັນ ກັບ ຕົວສະກົດ ພິເສດ ຂອງ ລາວ ຍ້ອນ ມັນ ເປັນ ທັງ ຕົວສະກົດ ເເລະ ທັງ ມີ ສຽງອະ ປະກອບ ທ້າຍ ຂອງ ມັນ ອີກດ້ວຍ ຈະ ເວົ້າ ເເບບ ສັ້ນໆ ເເລະ ຕາມທີ່ຈິງ ນັ້ນ ຈະ ເນັ້ນ ໃສ່ ການທີ່ ເຮົາ ສາມາດ ອ່ານ ສຽງ ຂອງ ມັນ ໄດ້ ໂດຍ ລໍາພັງ [3] || ຝຣ. semi-voyelle
ຕົວຢ່າງ
ກະບິລ[ກະ-ບິນ-ລະ] ເເທນທີ່ ຈະ ອ່ານ ພຽງເເຕ່ ກະບິນ ລ້າໆ ດັ່ງ ກະບິລພັດ [ກະ-ບິນ-ລະ-ພັດ] ເປັນຕົ້ນ ເເຕ່ຕ້ອງ ເຂົ້າໃຈ ຢ່າງ ນຶ່ງ ຄື ພຍັນຊນະ “ລ” ເປັນ ພຍັນຊນະ ຕົວທ້າຍ ຂອງ ຄໍາ ດັ່ງກ່າວ ຊຶ່ງ ເຮົາ ສາມາດ ອ່ານ ເປັນ “ລະ” ໄດ້ ເເລະ ກໍ ບໍ່ ຫມາຍຄວາມວ່າ ຕົວ “ລ” ຕ້ອງ ເປັນ ຕົວສະກົດ ຕລອດ ໄປ (ມີ ຕົວສະກົດ ຕ້ອງມີ ຕົວຕາມ) ອັນນີ້ ຄື ຄວາມຫມາຍ ເເທ້ ຂອງ ອັດທະສຣະ
ວ່າດ້ວຍ ການສະກົດ ຕາມ ເຄົ້າ ເເບບ ລາວ
ທຸກຂ[ທຸກ-ຂະ] ດັ່ງ ທຸກ (ເພິ່ນ ບໍ່ ຕັດ ຕົວສະກົດ ອອກ ຈາກ ຄໍານີ້) ອັຄຄ[ອັກ-ຄະ] ດັ່ງ ອັຄມະເຫສີ[ອັກ-ຄ(ະ)-ມະ-ເຫ-ສີ] ຈິຕຕ[ຈິດ-ຕະ] ດັ່ງ ຈິຕວິທຍາ[ຈິດ-ຕະ-ວິດ-ທ(ະ)-ຍາ] ຣັຕຖ[ຣັດ-ຖະ] ດັ່ງ ຣັຖບານ[ຣັດ-ຖ(ະ)-ບານ] ບຸພພ[ບຸບ-ພະ] ດັ່ງ ບຸພບົດ[ບຸບ-ພ(ະ)-ບົດ] ອະວິຊຊາ ກາຍເປັນ ອະວິຊາ ຊຶ່ງ ເພິ່ນ ຕັດ ຕົວສະກົດ ອອກ ຈຶ່ງ ກາຍ ມາ ເປັນ ການສະກົດ ຕາມ ເຄົ້າ ເເບບ ລາວລາວ ທີ່ ເຮົາ ຮຽກ ກັນ ວ່າ ຕົວສະກົດ ພິເສດ ເເປວ່າ ພຍັນຊນະ ຕົວ ທີສອງ ເເລະ ຕົວ ທີສີ່ ຂອງ ເເຕ່ລະ ວັກ ສະເພາະ ເຄົ້າບາລີ ເຊັ່ນ ຕົວ ◌ຂ◌ ບໍ່ ມີ ສິດ ຈະ ເປັນ ຕົວສະກົດ ໄດ້ (ພຍັນຊນະ ◌ຂ◌ ເປັນ ພຽງ ຕົວຕາມ ເທົ່ານັ້ນ) ເເລະ ເປັນ ດ້ວຍເຫດໃດ ເພິ່ນ ຈຶ່ງ ຕັດ ຕົວສະກົດ ອອກ ? [4]
ເເຕ່ຫາກວ່າ ເພື່ອ ຫລີກລ່ຽງ ການເຂົ້າໃຈ ຜິດ ຄື ເພິ່ນ ບໍ່ ຕັດ ຕົວສະກົດ ອອກ ຈາກ ຄໍາໃດ ທີ່ ມີ ສຽງດຽວ ກັບ ສຽງ ຂອງ ພຍາງ ທີ່ ເພິ່ນ ເເຜງ ຈາກ ຄໍາເຄົ້າ ບາລີ ເເລະ ສັນສະກຣິດ ຊຶ່ງ ພຍາງ ດັ່ງກ່າວ ບໍ່ ມີ ຕົວສະກົດ ເເຕ່ຢ່າງໃດ ດັ່ງ ຕົວຢ່າງ ຂ້າງລຸ່ມ ນີ້
- ເພິ່ນ ບໍ່ ຕັດ ຕົວສະກົດ ອອກ ຈາກ ຄໍາ
- ທັມມະຊາດ [ທໍາ-ມະ-ຊາດ] ( ຕົວ ມ ສະກົດ )
- ກັມມະກອນ [ກໍາ-ມະ-ກອນ] ເປັນຕົ້ນ
- ຄໍາເເຜງ ທີ່ມີ ສຽງດຽວ ກັບ ຄໍາ ຂ້າງເທິງ ນີ້ ( ເເຜງ ເເປວ່າ ເເປງ ດັດເເປງ ປ່ຽນເປັນ )
- ສມນ[ສະ-ມະ-ນະ] ກາຍ ມາ ເປັນ ສັມນາ [ສໍາ-ມະ-ນາ] ມີ ພຽງ ຕົວສະກົດ ພິເສດ ຕົວ "ມ" ຕົວດຽວ ໃນ ພາສາ ລາວ
- ຄມ/ຄະມະ+ນາ+ຄະມະ ເເຜງ ມາ ເປັນ ຄົມນາຄົມ [ຄົມ-ມະ-ນາ-ຄົມ]
- ປກຕິ[ປະ-ກະ-ຕິ] ເເຜງ ມາ ເປັນ ປົກຕິ [ປົກ-ກະ-ຕິ/pokkati] ເປັນຕົ້ນ ( ຖ້າອ່ານ ປກຕິ ໄວໆ ມັນ ຈະ ເປັນ ປັກຕິ[ປັກ-ກະ-ຕິ /pakkati /pakti] )
ຊຶ່ງ ຄໍາເຄົ້າ ຂອງ ຄໍາເເຜງ ເຫລົ່ານີ້ ບໍ່ ມີ ຕົວສະກົດ ເເຕ່ຢ່າງໃດ ທັງສິ້ນ
ຫມາຍເຫດ ກ່ຽວກັບ ການອ່ານ ພາສາ ລາວ
ການອ່ານ ຈໍາພວກ ຕົວສະກົດ ພິເສດ ກໍ ເປັນ ເຫມືອນ ດັ່ງດຽວ ກັບ ການອ່ານ ຈໍາພວກ ພຍັນຊນະ ນໍາ ຊຶ່ງ ພຍັນຊນະ ຈູງ ທັງຫມົດ ມີ ຫນ້າທີ່ ເຮັດ ໃຫ້ ສຽງ ຂອງ ພຍາງ ຕົວຕົ້ນ ຫລື ຕົວກາງ ໄວ ຂຶ້ນ ກວ່າເກົ່າ ເຖິງເເມ່ນວ່າ ເຮົາ ຈະ ຂຽນ « ຣັຊການ » ຫລື « ສລຸບ » ເເຕ່ ເຮົາ ຕ້ອງ ອ່ານ « ຣັດ-ຊ(ະ)-ການ » ເເລະ « ສລຸບ[ສ(ະ)-ຫລຸບ] » ໂດຍ ອ່ານ ບໍ່ ໃຫ້ ສຽງ ຂອງ ພຍາງ ຕົວຕົ້ນ ເຕັມ ຄໍາ(ປາກ) ເຫມືອນ ກັບ ບໍ່ ມີ ສຣະອະ ເເຕ່ ປະການ ໃດໆ ຖ້າ ເຮົາ ອ່ານ ຕາມ ສຽງ ( ສະຫລຸບ ) ຄໍາ ສຸດທ້າຍ ນີ້ ຈະ ຫມາຍເຖິງ ສະນໍ້າ ທີ່ ກໍາລັງ ຫລຸບລົງ ນັ້ນເອງ
ສ່ວນ ກໍຣະນີ ພິເສດ ທີ່ ຄນະ ບັນດິດ ລາວ ຍັງ ຕີ ບໍ່ ທັນ ຕົກເເຕກ ກັນ ເທື່ອ ນັ້ນ ກໍ ມີ ຄື ຄໍາ ເເບບນີ້ « ສະບາຍດີ » ເຮົາ ຕ້ອງ ອ່ານ « ສ(ະ)-ບາຍ-ດີ » ເເລະ ເຮັດ ໃຫ້ ສຽງ « ສ(ະ) » ສັ້ນ ເຂົ້າ ຫລື ໄວ ຂຶ້ນ ກວ່າເກົ່າ ດັ່ງ ທີ່ ໄດ້ ກ່າວ ມາ ເເລ້ວ ຂ້າງເທິງ ນີ້ ເເລະ ຖ້າ ຈະ ເວົ້າ ເເຈ້ງ ເເລ້ວ ເຮົາ ຄວນ ຈະ ຂຽນ « ສບາຍດີ » ຫລື « ສະບາຍດີ » ວ່າ ຄໍາໃດ ເເທ້ ຈຶ່ງ ຈະ ເຫມາະສົມ ດີ ກວ່າ ກັນ ເຖິງ ຈະ ຢູ່ ໃນ ກໍຣະນີ ໃດ ກໍຕາມ ຕ້ອງ ໃຫ້ ອ່ານ ພຍາງ « ສະ » ໄວ ຂຶ້ນ ເເລະ ໃນ ຕອນນັ້ນ ຖ້າ ເຮົາ ຂຽນ “ສບາຍດີ” ປາສຈາກ ສຣະອະ ການອະທິບາຍ ກ່ຽວກັບ ສຽງຈູງ ຂອງ ພຍັນຊນະ ນໍາ ທັງຫມົດ ທັງປວງ ຈະ ມີ ຄວາມສອດຄ່ອງ (Cohérence) ເຖິງ ຂນາດ ໃດ ກັນ ເເທ້ ( ໂດຍ ສະເພາະ ເເລ້ວ ເເມ່ນ ພຍັນຊນະ ຈູງ ) ?
- ຄວາມເເຕກຕ່າງ ຣະຫວ່າງ ພຍັນຊນະ ຄວບ ກັບ ພຍັນຊນະ ຈູງ ມີ ຢູ່ ດັ່ງນີ້ ຄື
- ພຍັນຊນະ ຄວບ ມີ ພຽງເເຕ່ ພຍາງ ດຽວ ເທົ່ານັ້ນ ເເລະ ຕ້ອງ ອ່ານ ພຍັນຊນະ ກ່ຽວຂ້ອງ ສອງ ຕົວ ພ້ອມກັນ ເຊັ່ນ ຄວາຍ ຂວາ ພຣະ ຄຣູ ພລັນ ໄຄວ່(ຂາ) ດັ່ງນີ້ ເປັນຕົ້ນ
- ພຍັນຊນະ ຈູງ ຈະ ຖືກ ໄລ່ ເປັນ ສອງ ພຍາງ ຍົກເວັ້ນ ການຂຽນ ກອນ ຊຶ່ງ “ຈູງ” ຫມາຍເຖິງ ການ ທີ່ ເຮັດ ໃຫ້ ສຽງ ຂອງ ພຍາງ ຕົວຕົ້ນ ໄວ ຂຶ້ນ ກວ່າເກົ່າ ນຶ່ງ ດັ່ງ ຄນະ[ຄ(ະ)-ນະ] ເເລະ ທີ່ ເຮັດ ໃຫ້ ສຽງ ຫລື ທີ່ ສາມາດ ຈູງ ສຽງ ຂອງ ພຍາງ ຕົວທ້າຍ ຊຶ່ງ ມີ ສຽງຕໍ່າ ຢູ່ ເເລ້ວ ໃຫ້ ກາຍ ມາ ເປັນ ສຽງສູງ ໄດ້ ນຶ່ງ ເຊັ່ນ ສນາມ[ສ(ະ)-ຫນາມ] ຕລາດ[ຕ(ະ)-ຫລາດ] ດັ່ງນີ້ ເປັນຕົ້ນ
ສລຸບ ເເລ້ວ ເເມ້ເເຕ່ ພຍັນຊນະ ທີ່ ເຮົາ ຄິດວ່າ ບໍ່ ມີ ຈິດວິນຍານ ກໍ ຍັງ ຮູ້ຈັກ ຈູງ ກັນ ຄື ພວກ ທີ່ ມີ ຖານະ ສູງ ກວ່າ ຫມູ່ ຢູ່ ເເລ້ວ ມາ ຈູງ ມາ ດຶງ ເອົາ ພວກ ທີ່ ຢູ່ ຕໍ່າ ເພື່ອ ໃຫ້ ມີ ຖານະ ສູງ ຂຶ້ນ ກວ່າເກົ່າ ຊຶ່ງ ເຣື່ອງນີ້ ກໍ ບໍ່ ຕ່າງ ຫຍັງ ກັບ ຄົນລາວ ເມືອງນອກ ທີ່ ພາກັນ ເອົາ ຄົນອື່ນ ມາ ເປັນ ອ້າຍ ເປັນ ນ້ອງ ຫລື ມາ ເປັນ ພໍ່ເປັນ ເເມ່ ເເຕ່ ເມື່ອ ພວກ ດັ່ງກ່າວ ກັບ ເມືອ ຢ້ຽມ ບ້ານເກີດ ເມືອງນອນ ຫລື ຢ້ຽມ ຄອບຄົວ ຂອງ ຕົນເອງ ກຽດ ທີ່ ເປັນ ຄົນລາວ ດ້ວຍກັນ ຫລື ທີ່ ເປັນອ້າຍເປັນນ້ອງ ກັນ ຍັງ ມີ ຢູ່ ຫລື ຢ່າງໃດ ຫລື ປະປ່ອຍ ໃຫ້ ຄົນ ຕ່າງດ້າວ ຍຶດຄອງ ຊ່ອງວ່າງ ໃນ ຈິດໃຈ ຂອງ ທ່ານ ໄປ ຫມົດ ເເລ້ວ ?
- ພຍັນຊນະ ຄວບ ມີ ພຽງເເຕ່ ພຍາງ ດຽວ ເທົ່ານັ້ນ ເເລະ ຕ້ອງ ອ່ານ ພຍັນຊນະ ກ່ຽວຂ້ອງ ສອງ ຕົວ ພ້ອມກັນ ເຊັ່ນ ຄວາຍ ຂວາ ພຣະ ຄຣູ ພລັນ ໄຄວ່(ຂາ) ດັ່ງນີ້ ເປັນຕົ້ນ
ຕົວຕາມ
ພຍັນຊນະ ຕົວໃດ ທີ່ “ມີ ສິດ” ໄປ ຊ້ອນ ນໍາ ຕົວສະກົດ ( ໄປ ຊ້ອນ ກັບ ຕົວສະກົດ ຫລື ຊ້ອນ ດ້ວຍ ຕົວສະກົດ ຫລື ຖືກ ຕົວສະກົດ ຊ້ອນ ເເປວ່າ ໄປ ຫ້ອຍ ຢູ່ ທ້າຍ ຂອງ ຕົວສະກົດ ) ຂ້າພະເຈົ້າ ຮຽກ ຕົວນັ້ນ ວ່າ ຕົວຕາມ ເເລະ ຍາມໃດ ທີ່ ມີ ຕົວສະກົດ ຍາມນັ້ນ ກໍ ຕ້ອງ ມີ ຕົວຕາມ ສເມີ ສ່ວນຫລາຍ ຕົວຕາມ ຈະ ປ່ຽນ ຮູບ ໄປ ເປັນ ຮູບໃຫມ່ ອີກປະການນຶ່ງ ຕົວຕາມ ຈະ ຕ້ອງ ເເມ່ນ ຕົວ ທີ່ ຕິດ ຢູ່ ທ້າຍ ຂອງ ຕົວສະກົດ ນັ້ນ ໂລດ ເເລະ ຈະ ບໍ່ ມີ ສຽງອື່ນ ຂັ້ນ ກາງ ຣະຫວ່າງ ຕົວສະກົດ ເເລະ ຕົວຕາມ ( ເບິ່ງ ອັດທະສຣະ )
- ບັນດາ ພຍັນຊນະ ທີ່ ຢູ່ ໃນ ເເຖວຕັ້ງສອງ (ສັນສອງ) ເເລະ ເເຖວຕັ້ງສີ່ (ສັນສີ່) ເປັນ ຕົວຕາມ ຕາຍຕົວ
- ເເລະ ເມື່ອໃດ ຕົວສະກົດ ຊ້ອນ ຕົວມັນເອງ ເມື່ອນັ້ນ ຕົວ ຖືກ ຊ້ອນ ກໍ ກາຍ ເປັນ ຕົວຕາມ ເຫມືອນກັນ ສ່ວນ ບັນດາ ອັດທະສຣະ ທັງຫລາຍ ນັ້ນ ສຸດ ເເລ້ວ ເເຕ່ ກໍຣະນີ ຂອງ ມັນ
- ເມື່ອໃດ ທີ່ ພຍັນຊນະ ໃນ ເເຖວຕັ້ງຫ້າ (ສັນຫ້າ) ເປັນ ຕົວສະກົດ ເມື່ອນັ້ນ ພຍັນຊນະ ໃນ ວັກ ທັງຫ້າ ສາມາດ ເປັນ ຕົວຕາມ ໄດ້
ເເຕ່ຫາກວ່າ ຢູ່ ໃນ ວັກດຽວ ກັບ ຕົວສະກົດ ທີ່ ກ່ຽວຂ້ອງ ເທົ່ານັ້ນ
ຕົວຫ້ອຍ
ຫມາຍເຖິງ ພຍັນຊນະ ເສດວັກ ( ອັດທະສຣະ ) ທີ່ ຢູ່ ທ້າຍ ຕົວສະກົດ ຂອງ ວັກ ທັງຫ້າ ເພາະວ່າ ຕາມ ປົກຕິ ຕົວສະກົດ ໃນ ວັກ ທັງຫ້າ ບໍ່ ສາມາດ ຈະ ໄປ ຊ້ອນ ເອົາ ພຍັນຊນະ ຕົວອື່ນ ນອກຈາກ ພຍັນຊນະ ຕົວສອງ ເເລະ ຕົວສີ່ (ຫລື ຕົວມັນເອງ) ທີ່ ຢູ່ ໃນ ວັກ ດຽວກັນ ເທົ່ານັ້ນ
ຕົວສະກົດ ຫລື ຕົວກໍ້າ ( ຕົວສັງໂຍກ )
ພຍັນຊນະ ທີ່ ເປັນ ຕົວສະກົດ ເພິ່ນ ຮຽກວ່າ ຕົວກໍ້າ ໃນ ພາສາ ລາວ ເເລະ ກໍ ເປັນ ຄໍາມູນ ອີກດ້ວຍ
ພຍັນຊນະ ທີ່ ສາມາດ ເປັນ ຕົວສະກົດ ໄດ້ ມີ ພຽງເເຕ່ ຕົວ ທີ່ ສັງກັດ ຢູ່ ໃນ ເເຖວຕັ້ງນຶ່ງ (ສັນນຶ່ງ) ເເຖວຕັ້ງສາມ (ສັນສາມ) ເເລະ ເເຖວຕັ້ງຫ້າ (ສັນຫ້າ) ຢ່າງດຽວ ຍົກເວັ້ນ ເເຖວເສດ ທີ່ເຮົາ ຄວນ ເຂົ້າໃຈ ພາຍຫລັງ ສ່ວນ ພຍັນຊນະ ຕົວອື່ນ ທີ່ ຂ້າພະເຈົ້າ ຮຽກວ່າ ຕົວຕາມ ບໍ່ ສາມາດ ຈະ ເປັນ ຕົວສະກົດ ໄດ້ ຄື ພຍັນຊນະ ຕົວ ທີສອງ ເເລະ ພຍັນຊນະ ຕົວ ທີສີ່ ຂອງ ເເຕ່ລະ ເເຖວ ຫລື ຂອງ ເເຕ່ລະ ວັກ ( ຣູປຕາ ໑ ) [5]
- ຄໍາ “ສະກົດ” ຄົງ ມາ ຈາກ ຄໍາປະສົມ ບາລີ ( ຄໍາສົນທິ ) ຣະຫວ່າງ ຄໍາ “ສະ” ຫລື “ສໍ[ສັງ]” ທີ່ ເເປວ່າ ດ້ວຍ ພ້ອມ ເອງ ກັບ ນໍາ ຮ່ວມ || ລາຕິນ. Syn. ( ສະ ສະມະ ສັມ ສັນ ສັງ ) ເເລະ ຄໍາ “ກະຕະ” ( “ເຮັດ ເເລ້ວ” ຫລື “ເຮັດ ຮຽບຮ້ອຍ ເເລ້ວ” “ໄດ້ ເຮັດ ຜ່ານ ໄປ ເເລ້ວ” ) ເຊັ່ນ ກະຕະກິຈຈະ ( ກະຕັນຍູ ) ກະຕະເວທີ ເເລະ ຄໍາກິຣິຍາ ກັຕຕຸງ ( ເຮັດ ) ( ຊຶ່ງ ຄໍານາມ ກັຕຕຸ ທີ່ ຢູ່ ໃນ ເຄົ້າ ດຽວກັນ ) ອັນ ມີ ຄວາມຫມາຍ ວ່າ ເຮັດ ຮ່ວມ ກັນ ຫລື ຮ່ວມ ກັນ ເຮັດ ເຊັ່ນ ສະກະຕະ ສະກັຕ ສະກົດ
- ເຮັດ ນໍາ ກັນ ເເລ້ວ
- ເຮັດ ຮ່ວມ ກັນ ເເລ້ວ
- ເຮັດ ພ້ອມ ກັນ ເເລ້ວ ຫລື
- ພ້ອມ ກັນ ເຮັດ ເເລ້ວ
- ເຈົ້າ ເຮັດ ກັບ ຂ້ອຍ ເເລ້ວ
- ຂ້ອຍ ເຮັດ ກັບ ເຈົ້າ ເເລ້ວ
- ເພິ່ນ ເຮັດ ກັບ ເຮົາ ເເລ້ວ
- ເຮົາ ເຮັດ ນໍາ ເພິ່ນ ເເລ້ວ
ດັ່ງ ສະກົດ ຈິດ ເປັນຕົ້ນ
ເເປວ່າ ເຮັດ ດ້ວຍ ຕົວສະກົດ ເອງ ຫລື ຕົວສະກົດ ເອງ ເປັນ ເຈົ້າກີ້ ເຈົ້າການ ຫລື ເປັນ ຫົວໂຈກ ຫົວໂປ່ ຄື ເມື່ອ ຕົວສະກົດ ປະກອບ ໃສ່ ທ້າຍ ພຍາງ ໃດ ຫລື ປະກອບ ເຂົ້າ ກັບ ສຣະ ຕົວໃດ ມັນ ຈະ ເຮັດ ໃຫ້ ສຽງ ຂອງ ພຍາງ ນັ້ນ ຫລື ຈະ ເຮັດ ໃຫ້ ສຽງ ຂອງ ສຣະ ຕົວນັ້ນ ປ່ຽນ ນີ້ ເເລ ຄື ຜົນສະທ້ອນ ຂອງ ການສະກົດ ( ສະກົດ ຈິດ ຫມາຍເຖິງ ການ ທີ່ ເຮັດ ໃຫ້ ຈິດ ປ່ຽນ “ຈາກ ສະພາບ ເດີມ ຫລື ຈາກ ສະພາບ ເບື້ອງຕົ້ນ ຂອງ ຈິດ” )
- ຖ້າ ຢາກ ຮູ້ຈັກ ວ່າ ພຍັນຊນະ ຕົວໃດ ເເທ້ ເປັນ ຕົວສະກົດ ກໍ ຕໍ່ໃນເມື່ອ ວ່າ ພຍັນຊນະ ຕົວນັ້ນ ຊ້ອນ ຕົວອື່ນ ຄື ມີ ພຍັນຊນະ ຕົວ ນຶ່ງ ທີ່ ຖືກ ຂຽນ ໄວ້ ຢູ່ ກ້ອງ ຫລື ຢູ່ ລຸ່ມ ຂອງ ມັນ ( ຂອງ ຕົວສະກົດ ຍົກເວັ້ນ ກໍຣະນີ ທີ່ ຕົວ ◌ງ◌ ສະກົດ ) ຫລື ບໍ່ດັ່ງນັ້ນ ກໍ ຕ້ອງ ມີ ພຍັນຊນະ ຕົວ ນຶ່ງ ອີກ ມາ ຫ້ອຍ ທ້າຍ ຂອງ ມັນ ເເລະ ຕົວ ທີ່ ຊ້ອນ ຫມູ່ ນັ້ນ ( ຕົວ ຢູ່ ເທິງ ) ຄື ຕົວສະກົດ ຫລັງຈາກນີ້ ເຮົາ ກໍ ສາມາດ ທຽບ ໃສ່ ເເມ່ສະກົດ ໃນ ພາສາ ລາວ ເເລະ ອ່ານ ເປັນ ເເມ່ສະກົດ ເເມ່ໃດ ເເມ່ນຶ່ງ ໄດ້ ຖ້າບໍ່ດັ່ງນັ້ນ ເຮົາ ກໍ ອ່ານ ເປັນ ພຽງ ເເມ່ກະກາ ເທົ່ານັ້ນ ( ເເມ່ກະກາ ຄື ການ ທີ່ ພຍັນຊນະ ປະກອບ ພຽງ ກັບ ສຣະ ຢ່າງດຽວ )
— ຕົວສະກົດ ຕົວທີນຶ່ງ ເເລະ ຕົວທີສາມ ສາມາດ ຊ້ອນ ຕົວມັນເອງ ໄດ້ ເເລະ ມີ ສິດ ຊ້ອນ ພຍັນຊນະ ຕົວ ຕໍ່ໄປ ຄື ຕົວຕາມ ໃນ ເເຖວ ຫລື ໃນ ວັກ ຂອງ ມັນເອງ ເທົ່ານັ້ນ
- ເມື່ອ ພຍັນຊນະ ຕົວ ທີນຶ່ງ ສະກົດ ພຍາງໃດ ຕົວສະກົດ ຂອງ ພຍາງ ນັ້ນ ສາມາດ ຊ້ອນ ພຍັນຊນະ ຕົວທີນຶ່ງ ຄື ຊ້ອນ ຕົວ ມັນເອງ ເເລະ ສາມາດ ຊ້ອນ ຕົວ ຕໍ່ໄປ ຄື ຊ້ອນ ພຍັນຊນະ ຕົວ ທີສອງ ໃນ ເເຖວ ຫລື ໃນ ວັກ ຂອງ ມັນເອງ ເທົ່ານັ້ນ
- ເມື່ອ ພຍັນຊນະ ຕົວ ທີສາມ ສະກົດ ພຍາງໃດ ຕົວສະກົດ ຂອງ ພຍາງ ນັ້ນ ສາມາດ ຊ້ອນ ພຍັນຊນະ ຕົວ ທີສາມ ຄື ຊ້ອນ ຕົວ ມັນເອງ ເເລະ ສາມາດ ຊ້ອນ ຕົວ ຕໍ່ໄປ ຄື ຊ້ອນ ພຍັນຊນະ ຕົວ ທີສີ່ ໃນ ເເຖວ ຫລື ໃນ ວັກ ຂອງ ມັນເອງ ເທົ່ານັ້ນ
— ເມື່ອ ພຍັນຊນະ ຕົວ ທີຫ້າ ສະກົດ ພຍາງໃດ ຕົວສະກົດ ຕົວ ທີຫ້າ ສາມາດ ຊ້ອນ ຕົວ ມັນເອງ ໄດ້ ເເລະ ສາມາດ ຊ້ອນ ພຍັນຊນະ ຕົວໃດ ກໍ ໄດ້ ທີ່ ຢູ່ ໃນ ເເຖວ ຫລື ຢູ່ ໃນ ວັກ ຂອງ ມັນເອງ ນອກຈາກ ຕົວ ◌ງ◌ ຢ່າງດຽວ ທີ່ ບໍ່ ສາມາດ ຊ້ອນ ຕົວ ມັນເອງ ໄດ້ ຍ້ອນ ບໍ່ ມີ ຄໍາ ດັ່ງກ່າວ ໃນ ພາສາ ບາລີ
- ເມື່ອ ຕົວ ◌ງ◌ ສະກົດ ພຍາງໃດ ຕົວສະກົດ ຕົວນີ້ ສາມາດ ປ່ຽນ ຮູບ ໄດ້ ເຖິງ ສາມ ຢ່າງ ດ້ວຍກັນ ຕ້ອງ ສຶກສາ ກໍຣະນີ ນີ້ ໃຫ້ດີ ( ຢູ່ ບົດບັ້ນ ຂອງ ມັນ )
- ສິ່ງທີ່ເຮົາ ຄວນ ເຂົ້າໃຈ ນັ້ນ ຄື ພຍັນຊນະ ເສດວັກ ສາມາດ ໄປ ຊ້ອນ ນໍາ ຕົວໃດ ກໍ ໄດ້ ເເລະ ເປັນ ຕົວຕາມ ຂອງ ຕົວໃດ ກໍ ໄດ້ ເເລະ ກໍ ບໍ່ ເເມ່ນ ພຍັນຊນະ ຕົວຫ້າ ຊ້ອນ ເອົາ ພຍັນຊນະ ເສດວັກ ບໍ່ດັ່ງນັ້ນ ການອະທິບາຍ ກ່ຽວກັບ ຕົວສະກົດ ຕົວຫ້າ ກໍ ກາຍ ເປັນ ໂມຄະ ໄປ ເລີຍ
— ພຍັນຊນະ ທີ່ ຈໍາກັດ ຢູ່ ໃນ ເສດວັກ ສາມາດ ໄປ ຊ້ອນ ນໍາ ພຍັນຊນະ ຂອງ ວັກ ທັງຫ້າ ໄດ້ ເເລະ ຊ້ອນ ຕົວ ມັນເອງ ກໍ ໄດ້ ເຫມືອນກັນ ພ້ອມທັງ ສາມາດ ຊ້ອນ ເຫລົ່າ ພຍັນຊນະ ທີ່ ຢູ່ ໃນ ວັກ ດຽວກັນ ອີກດ້ວຍ ຜິວ່າ ຄໍາໃດ ມີ ຢູ່ ໃນ ພາສາ ບາລີ ສ່ວນ ນິກຄະຫິດ ັງ[ອັງ] ນັ້ນ ຈະ ມີ ກໍຣະນີ ພິເສດ ກະຣຸນາ ໃຫ້ໄປ ອ່ານ ລາຍ ລະອຽດ ໃນ ບົດບັ້ນ ກ່ຽວຂ້ອງ ... ( ຂພຈ ຈະ ສເນີ ພາຍຫລັງ ) ............ ..... ..... .....
- ເມື່ອໃດ ທີ່ ພຍັນຊນະ ເສດວັກ ກາຍ ເປັນ ຕົວສະກົດ ເມື່ອນັ້ນ ຕົວ ມັນເອງ ຈະ ກາຍ ເປັນ ຕົວສະກົດ ພິເສດ ໄດ້ ຄື ອ່ານ ອອກ ສຽງອະ ຫລື ອອກ ສຽງ ຂອງ ສຣະ ທີ່ ຢູ່ ຂ້າງຫລັງ ຂອງ ມັນ ນັ້ນເອງ ເເລະ ສາມາດ ຊ້ອນ ພຍັນຊນະ ໄດ້ ທຸກ ຕົວ ( ຊ້ອນ ຕົວ ມັນເອງ ກໍ ໄດ້ ເຫມືອນກັນ ນອກຈາກ ຕົວ ◌ວ◌ ກັບ ຕົວ ◌ລ◌ ຕົວ ສຸດທ້າຍ ສ່ວນຫລາຍ ຈະ ເຫັນ ມັນ ຊ້ອນ ຈໍາພວກ ອັດທະສຣະ ນໍາກັນ ເເລະ ຍັງ ບໍ່ ປະກົດ ເຫັນ ຕົວ ◌ຣ◌ ກັບ ຕົວ ◌ຫ◌ ເປັນ ຕົວສະກົດ ເເຕ່ ເຫັນ ປະກອບ ເປັນ ພຍັນຊນະ ຄວບ )
- ເມື່ອໃດ ທີ່ ພຍັນຊນະ ເສດວັກ ໄປ ຊ້ອນ ກັບ ພຍັນຊນະ ຕົວໃດ ຕົວນຶ່ງ ຄື ໄປ ເປັນ ພຽງ ຕົວຫ້ອຍ ເມື່ອນັ້ນ ຕົວສະກົດ ກ່ຽວຂ້ອງ ຈະ ກາຍ ເປັນ ຕົວສະກົດ ພິເສດ ຄື ອ່ານ ອອກ ສຽງອະ ຫລື ອອກ ສຽງ ຂອງ ສຣະ ທີ່ ຢູ່ ຂ້າງຫລັງ ຂອງ ມັນ ນັ້ນເອງ
- ຖ້າ ຈະ ເວົ້າ ໃຫ້ ຜ້ຽນ ເເທ້ ຕົວສະກົດ ທຸກ ຕົວ ສາມາດ ຊ້ອນ ພຍັນຊນະ ໃນ ເສດວັກ ໄດ້ ທຸກ ຕົວ (ຕົວຫ້ອຍ) ຖ້າຫາກວ່າ ພຍາງ ດັ່ງກ່າວ ມີ ຢູ່ ໃນ ພາສາ ບາລີ
- ຖ້າ ຈະ ເວົ້າ ໃຫ້ ຜ້ຽນ ເເທ້ ຕົວສະກົດ ທຸກ ຕົວ ສາມາດ ຊ້ອນ ພຍັນຊນະ ໃນ ເສດວັກ ໄດ້ ທຸກ ຕົວ (ຕົວຫ້ອຍ) ຖ້າຫາກວ່າ ພຍາງ ດັ່ງກ່າວ ມີ ຢູ່ ໃນ ພາສາ ບາລີ
ສລຸບຄວາມ
ອັນນີ້ ຄື ພື້ນຖານ ໃນ ການສະກົດ ຫນັງສື ທັມ ອັນ ເປັນ ສາຍເຫດ ເເລະ ເປັນ ເເບບຢ່າງ ໃຫ້ ເເກ່ ຄວາມເປັນມາ ກ່ຽວກັບ ການສະກົດ ຕາມ ເຄົ້າ ເເບບ ລາວ ສ່ວນ ສິ່ງ ທີ່ ຍັງ ຂາດ ຢູ່ ນັ້ນ ເປັນ ພຽງ ຕົວຢ່າງ ການສະກົດ ເເລະ ການປ່ຽນ ຮູບ ຂອງ ພຍັນຊນະ ກ່ຽວຂ້ອງ ເພື່ອ ສະເເດງ ໃຫ້ ຜູ້ສົນໃຈ ສາມາດ ມອງ ເຫັນ ການປະກອບ ຕົວ ເເທ້ ສະພາບ ເເທ້ ນອກນັ້ນ ພື້ນຖານ ອັນ ສໍາຄັນ ກໍ ໄດ້ຂຽນ ໄວ້ ໃນ ທີ່ນີ້ ເເລ້ວ ໂດຍ ຈຸດປະສົງ ເພື່ອ ຢາກ ຫລີກລ່ຽງ ການຖົກຖຽງ ກັນ ເເບບ ໄຮ້ ພື້ນຖານ ນັ້ນເອງ ເເບບ “ຊີ້ນກະວ່າມັນ ສັນກະວ່າຕ່ອນ” ຫລື ເເບບ sans fondement
ເມື່ອ ເຮົາ ຮູ້ ການສະກົດ ບາລີ ເປັນ ດັ່ງນີ້ ຄວາມເຂົ້າໃຈ ຂອງ ເຮົາ ກ່ຽວກັບ ການສະກົດ ຕາມ ເຄົ້າ ເເບບ ລາວ ຈະ ມີ ຄວາມຫມາຍ ເເລະ ຫນັກເເຫນ້ນດີ
ນອກຈາກນີ້ ຍັງ ເຫລືອ ພຽງ ວິທີ ການອ່ານ ສັງໂຍກ ຫລື ການສູດ ສັງໂຍກ ຄື ການອ່ານ ຕາມ ສຽງ ຂອງ ອັກຂຣະ ທຸກ ຕົວ ເເລະ ການອ່ານ ຕາມ ສຽງ ທີ່ ຫລັງຈາກ ການສະກົດ ຄື ການປະກອບ ຂອງ ອັກຂຣະ ຕ່າງໆ ເຂົ້າ ກັນ ເປັນ ຖ້ອຍຄໍາ ໄດ້ດີ ເເລ້ວ ເຮົາ ຈະ ອ່ານ ຖ້ອຍຄໍາ ດັ່ງກ່າວ ນັ້ນ ເເບບໃດ ກັນ ເເທ້ ເຊັ່ນ ສຽງຄ່ອຍ ສຽງເເຮງ ສຽງຫນັກ ສຽງຢ່ອນ ເປັນຕົ້ນ ພ້ອມທັງ ສຽງ ທີ່ ເກີດ ຈາກ ຖານ ຂອງ ມັນ ນັ້ນເອງ ( ຣູປຕາ ໔ )
( ... ເເປວ່າ ຍັງ ບໍ່ທັນ ເເລ້ວ )
- ◌ກ◌ ໃຫ້ ອ່ານ ເປັນ ກະ
- ◌ຂ◌ ໃຫ້ ອ່ານ ຂະ
- ◌ຄ◌ ໃຫ້ ອ່ານ ຄະ
ດັ່ງນີ້ ຕໍ່ໆ ໄປ ຈົນ ສຸດ ຍົກເວັ້ນ ນິກຄະຫິດ ອັງ ຕົວດຽວ (ໍ[ອັງ]) ທີ່ ຄວນ ອ່ານ « ອັງ » ສ່ວນ ການອ່ານ ຖ້ອຍຄໍາ ຕ່າງໆ ນັ້ນ ຂ້າພະເຈົ້າ ຈະ ສເນີ ພາຍຫລັງ ເເຕ່ຫາກວ່າ ຍັງ ມີ ຂໍ້ ສັງເກດ ເລັກນ້ອຍ ກ່ຽວກັບ ພຍັນຊນະ ລາງຕົວ ເຊັ່ນ ພຍັນຊນະ ທັມ ◌ຍ◌ ຕົວທີນຶ່ງ ( ຍ ຈໍ້າເມັດ ຢູ່ ກ້ອງ ) ອ່ານ ເປັນ ພຍັນຊນະ ລາວ ◌ຍ◌ ເເລະ ພຍັນຊນະ ທັມ ◌ຍ◌ ກໍ ອ່ານ ເປັນ ພຍັນຊນະ ລາວ ◌ຍ◌ ເຫມືອນກັນ ( ໃນ ຕອນນັ້ນ ທ່ານ ຈະ ເຫັນ ຄວາມເປັນມາ ຂອງ ຕົວຍໍເຟື້ອງ ( ◌ຽ◌ ) ຂອງ ລາວ ຂອງ ລ້ານນາ ເເລະ ຂອງ ຂເມນ ) ຕາມທີ່ຈິງ ເເລ້ວ ພຍັນຊນະ ຕົວນີ້ ທຽບເທົ່າ ກັບ ຕົວຢໍລາວ ( ◌ຢ◌ ) ເຫມືອນດັ່ງ ດຽວກັນ ກັບ ພຍັນຊນະ ທັມ ◌ບ◌ ກໍ ເປັນ ຕົວປໍລາວ ( ◌ປ◌ ) ດ້ວຍເຫດນີ້ ເຮົາ ຈຶ່ງ ອ່ານ « ບາລີ » ຕາມ ການສົມມຸດ ( Convention ) ເເທນທີ່ ຈະ ອ່ານ « ປາລີ » ສໄມ ກ່ອນ ຄົນລາວຊາວໄທ ເເລະ ຂເມນ ອ່ານ ເປັນ ຕົວ ◌ບ◌ ບາລີ ເຫມືອນ ຕົວ ◌ບ◌ ລາວ ທັງນັ້ນ ເເລະ ໃນ ປັດຈຸບັນການ ຂເມນ ກໍ ຍັງ ອ່ານ ເປັນ ຕົວ ◌ບ◌ ເຫມືອນ ເດີມ ເຖິງຢ່າງໃດກໍດີ ເຮົາ ຄວນ ຖື ປະເພນີ ອັນນີ້ ຕໍ່ໄປ ເພາະ ມັນ ເປັນ ປະເພນີ ທີ່ ຖືກ ປະຕິບັດ ມາ ໄດ້ ຕັ້ງ ຫລາຍ ສັຕວັດ ເເລ້ວ ດັ່ງ ທີ່ ຂ້າພະເຈົ້າ ຈະ ກ່າວ ເຖິງ ມັນ ພາຍຫລັງ ( ຕາມຫລັງ )
ອີກຢ່າງນຶ່ງ ( ອີກປະການນຶ່ງ ) ພຍັນຊນະ ທີ່ ເພິ່ນ ສົມມຸດ ເປັນ ຕົວ ◌ດ◌ ( ທັມ ) ບໍ່ ເປັນ ຕົວ ◌ດ◌ ເຫມືອນດັ່ງ ທີ່ ເຮົາ ຄຶດ ຕາມ ທັມມະດາ ພຍັນຊນະ ຕົວນີ້ ຈັດ ເຂົ້າ ຢູ່ ໃນ ຈໍາພວກ ຕົວ ◌ທ◌ ( ໃຫ້ ເບິ່ງ ເເຖວຕັ້ງສາມ ຫລື ສັນສາມ ( ຣູປຕາ ໖ ) ເເລະ ຈາກ ຖັນນຶ່ງ ຫາ ຖັນຫ້າ ເຮົາ ຈະ ອ່ານ ຕົວຫນັງສື ນະ ທີ່ນັ້ນ ໃນ ຖ້າມ ຄື້ນສຽງ ດຽວກັນ ທັງນັ້ນ ຄື ‘ຄະ’ ‘ຊະ’ (ດໍ)‘ທະ’ ‘ທະ’ ‘ພະ’ ຖ້າ ເຮົາ ອ່ານ ພຍັນຊນະ ຕົວສາມ ເປັນ ສຽງ ຂອງ ຕົວດໍ ທັມມະດາ ( ສຽງ ຕົວດໍ ລາວ ) ສຽງ ຂອງ ມັນ ຈະ ຜ້ຽນ ອອກ ຈາກ ສຽງ ຂອງ ຕົວ ອື່ນໆ ທີ່ ຢູ່ ໃນ ສັນ ດຽວກັນ ສະນັ້ນ ເຮົາ ຕ້ອງ ອ່ານ ຫນັງສື ຕົວ ◌ດ◌ ( ທັມ ) ເເບບ ໄທໃຕ້ ອ່ານ ຕົວລໍ ເປັນ ຕົວດໍ ) [ ສັນ ດັ່ງ ສັນຫລັງ ສັນພູ ສັນພ້າ ສັນຂາ ສັນເເຂ່ງ “ຊີ້ນກະວ່າມັນ ສັນກະວ່າຕ່ອນ” ເປັນຕົ້ນ ຊຶ່ງ “ສັນຫລັງ” ພາສາ ຝຣັ່ງ ຈະ ເວົ້າ ວ່າ Colonne vertébrale ]
- ຣູປຕາ ທັງ ສາມ ຂ້າງເທິງ ນີ້ ເຕັມ ໄປ ດ້ວຍ ບັນດາ ພຍັນຊນະ ຕົວ ດຽວກັນ ທັງນັ້ນ ພຽງເເຕ່ວ່າ ຮູບ ຂອງ ບັນດາ ພຍັນຊນະ ເຫລົ່ານີ້ ຕ່າງ ກັນ ( ຊຶ່ງ ສະເເດງ ເຖິງ ຄວາມດ້ອຍເເຕ້ມ ຂອງ ຄົນອາຊີ ໂດຍ ທົ່ວໄປ ຖ້າ ຄົນ ຈໍາພວກ ນີ້ ໃຊ້ ອັກສອນ ຮູບ ດຽວ ກັນ ໂດຍ ສະເພາະ ເເລ້ວ ເເມ່ນ ລາວ ຂເມນ ພະມ້າ ໄທໃຫຍ່ ໄທລື້ ໄທຍ ໄທຈວງ ໄທດໍາ ໄທເເດງ ໄທຂາວ ໄທນົ້ງ ພ້ອມດ້ວຍ ໄທ ອື່ນໆ ການສຶກສາ ຂອງ ຄົນ ຈໍາພວກ ນີ້ ກໍ ຈະ ກ້າວຫນ້າ ໄປໄວ ທີ່ສຸດ )
ອີກຢ່າງນຶ່ງ ບັນດາ ພຍັນຊນະ ສີເເດງ ( ◌ບ◌ ◌ຝ◌ ◌ຟ◌ ◌ອ◌ ◌ຮ◌ ) ໄດ້ຖືກ ຈັດ ເຂົ້າ ໃນ ຈໍາພວກ ພຍັນຊນະ ລາວ ເພື່ອ ສນອງ ຄວາມຕ້ອງການ ຂອງ ພາສາ ຊຶ່ງ ບັນດາ ພຍັນຊນະ ສີເເດງນີ້ ບໍ່ ມີ ໃນ ຈໍາພວກ ພຍັນຊນະ ທັມ ເເຕ່ ປະການ ໃດໆ ທັງສິ້ນ
ຕົວ ໍ ຫມາຍເຖິງ ນິກຄະຫິດ ( ນິຄຄຫິຕ[ນິກ-ຄະ-ຫິ-ຕະ] ) ເເຕ່ ໃນ ພາສາ ລາວ ນິກຄະຫິດ ຕົວນີ້ ຈະ ເປັນ ສຣະອໍ ເເລະ ສິ່ງ ທີ່ ເຮົາ ຄວນ ຂຽນ ເເທ້ນັ້ນ ເເມ່ນ ພຍາງ “ອໍ” ຫລື ພຍັນຊນະ ອໍ( ອ ) ເເທນທີ່ ຈະ ເປັນ ສຣະອໍ ( ◌ໍ ) ການຂຽນ ດ້ວຍ ສຣະອໍ ກໍ ເພື່ອ ສະເເດງ ເຖິງ ການເເຜງ ອັກສອນ ເທົ່ານັ້ນ
ອີງ ຕາມ ການກະຈາຍ ຂ້າງເທິງ ນີ້ ພຍັນຊນະ ອໍ ( ອ ) ບໍ່ ໄດ້ ຖືກ ຈັດ ເຂົ້າ ໃສ່ ໃຫມ່ ໃນ ຈໍາພວກ ພຍັນຊນະ ລາວ
- ຫມວດ ສຽງກາງ ຊຶ່ງ ຫມາຍເອົາ ບັນດາ ພຍັນຊນະ ໃນ ສັນນຶ່ງ ( ຖ້າ ປຽບ ກັບ ພວກ ທັງສອງ ກໍ ເເປວ່າ ສູງ ກວ່າ ພວກຕໍ່າ ເເລະ ກໍ ຕໍ່າ ກວ່າ ພວກສູງ )
- ຫມວດ ສຽງສູງ ຊຶ່ງ ຫມາຍເອົາ ບັນດາ ພຍັນຊນະ ໃນ ສັນສອງ ( ສູງ ກວ່າ ພວກອື່ນ )
- ຫມວດ ສຽງຕໍ່າ ຊຶ່ງ ຫມາຍເອົາ ບັນດາ ພຍັນຊນະ ໃນ ສັນສາມ ເເລະ ສັນຫ້າ
ບັນດາ ພຍັນຊນະ ສຽງຕໍ່າ ໃນ ສັນ ໓ ເປັນ ຄູ່ ກັບ ບັນດາ ພຍັນຊນະ ສຽງສູງ ເເຫ່ງ ສັນ ໒ ບັນດາ ພຍັນຊນະ ສຽງຕໍ່າ ເເຫ່ງ ສັນ ໕ ທີ່ ບໍ່ ມີ ຄູ່ ນໍາຫມູ່ ເພິ່ນ ເອົາ ພວກນີ້ ໄປ ປະກອບ ເປັນ ຕົວຫລັງ ຂອງ ພຍັນຊນະ ຈູງ ເເລະ ຂອງ ພຍັນຊນະ ປະສົມ ເເລະ ພາຍໃນ ພຍັນຊນະ ສຽງຕໍ່າ ເເຫ່ງ ສັນ ໕ ເພິ່ນ ຄັດເອົາ ພຍັນຊນະ ສາມຕົວ ສຸດທ້າຍ ໄປ ປະກອບ ເປັນ ຕົວຫລັງ ຂອງ ພຍັນຊນະ ຄວບ ສ່ວນ ບັນດາ ພຍັນຊນະ ສຽງກາງ ເເຫ່ງ ສັນນຶ່ງ ຈະ ບໍ່ ເຂົ້າຮ່ວມ ກຸ່ມ ນໍາຫມູ່ ເເລະ ຍັງ ເປັນ ພວກ ພຍັນຊນະ ທີ່ ຜັນສຽງ ໄດ້ ຫລາຍ ກວ່າ ຫມູ່ ອີກດ້ວຍ ພ້ອມທັງ ສາມາດ ຈູງ ພວກ ສຽງຕໍ່າ ຂຶ້ນ ມາ ເປັນ ສຽງສູງ ເພີ່ມເຕີມ ຊຶ່ງ ຫມາຍເຖິງ ຄວາມເມດຕາກະຣຸນາ ອັນຍິ່ງ ທີ່ ໃຄ່ ຈູງ ພວກຕໍ່າ ຢູ່ເເລ້ວ ໃຫ້ ສູງຂຶ້ນ ກວ່າ ຖານະ ຂອງຕົນ ໄດ້ ( “ສັນ” ເເປ ເປັນ ຄວາມຝຣັ່ງ ວ່າ Colonne ເເລະ ຄວາມອັງກິດ ວ່າ Column )
ຍິ່ງໄປກວ່ານັ້ນ ພວກ ພຍັນຊນະ ສຽງຕໍ່າ ດ້ວຍກັນ ກໍ ຍັງ ພາກັນ ຈູງ ພວກ ສຽງຕໍ່າ ຄືກັນ ເພື່ອ ໃຫ້ ໄປໄວ ກວ່າເກົ່າ ຄື ເຮັດ ໃຫ້ ສຽງ ຂອງ ພຍາງຫນ້າ ໄວ ຂຶ້ນ ກວ່າເກົ່າ ເຊັ່ນ ຄນະ[ຄະ-ນະ] ຊນະ[ຊະ-ນະ] ຊນິດ[ຊະ-ນິດ] ພຍາ[ພະ-ຍາ] ພຍາງ[ພະ-ຍາງ] ພຍາດ[ພະ-ຍາດ] ພຍາຍາມ[ພະ-ຍາ-ຍາມ] ພຍາບາດ[ພະ-ຍາ-ບາດ] ພຍາບານ[ພະ-ຍາ-ບານ] ພໄທ[ພະ-ໄທ] ພນະທ່ານ[ພະ-ນະ-ທ່ານ] ເປັນຕົ້ນ ( ຣະຫວ່າງ ຄົນລາວ ເຮົາເອງ ເດ ? )
ສ່ວນ ກໍຣະນີ ທີ່ ພຍັນຊນະ ສຽງສູງ ຈູງ ພຍັນຊນະ ສຽງສູງ ( ສະຖານ ເປັນ ສຖານ ) ເເລະ ພວກສູງ ຈູງ ພວກກາງ ດັ່ງ ສະບາຍດີ ເປັນ ສບາຍດີ ຜະເດັດການ ເປັນ ຜເດັດການ ເປັນຕົ້ນ ທາງ ກົມວັນນະຄະດີ ລາວ ຍັງ ບໍ່ ທັນ ໄດ້ຖື ຫລັກການ ອັນນີ້ ເທື່ອ ຍ້ອນ ເຫດຜົນ ທີ່ ວ່າ ມັນ ບໍ່ ຕົກ ຢູ່ ໃນ ການຈູງກັນ ຕ້ອງ ພາກັນ ສຶກສາ ໃຫ້ ຖນັດ ກວ່າ ນີ້
ການວາງ ໂຄງຮ່າງ ພຍັນຊນະ ໃນ ຣູປຕາ ໑໐ ຈະ ເປັນ ປໂຍດ ຫລາຍ ທີ່ສຸດ ໃນ ການປະກອບ ພຍັນຊນະ ນໍາ ການຜັນສຽງ ເເລະ ການປຽບທຽບ ສຽງ ຂອງ ພຍາງ ຕ່າງໆ ໃນ ພາສາ ລາວ
ເມື່ອ ທ່ານ ຂຽນ ຈົບ ເເລ້ວ ໃຫ້ ທ່ານ ເອົາ ມາ ອອກ ນະ ເເຫ່ງ ດຽວ ກັນ ນີ້ ເເລະ ໃຫ້ ຜູ້ອ່ານ ເປັນ ຜູ້ເລືອກ ອ່ານ ມັນ ຈຶ່ງ ຈະ ມີ ທາງ ເລືອກ "Choix/Choice" ຖ້າ ມີ ເເຕ່ ຜູ້ດຽວ ຂຽນ ຜູ້ອ່ານ ລາງຄົນ ກໍຖື ຜູ້ຂຽນ ຜູ້ດຽວ ນັ້ນ ເປັນ ພຣະເຈົ້າ ຍ້ອນ ບໍ່ ສາມາດ ທີ່ ຈະ ໄດ້ ຍິນ ໄດ້ ຟັງ ຄວາມຄິດ ຂອງ ຄົນ ຜູ່ໃຫມ່ ອີກ ສະນັ້ນ ຈົງ ພຍາຍາມ ເປີດ ສາຍຕາ ຕົນເອງ ເເລະ ຈະ ຜິດ ຫລື ຖືກ ປະການໃດ ກໍ ຂໍ ໃຫ້ ທ່ານ ຄິດ ຕາມ ໃຈ ຊອບ
*** ຈົບ ນອກ ເຣື່ອງ ***
ຫມາຍເຫດ - ທ່ານ ມີ ສິດ ເອົາ ຮູບ ຂ້າງເທິງ ນີ້ ໄປ ໃຊ້ ໄດ້ ເເຕ່ ຕ້ອງ ໃຫ້ ຫມາຍ ຊື່ ຂອງ ກັດຕຸ/auteur (ຜູ້ເຮັດ) ໃສ່ ໃນ ເອກສານ ຂອງ ທ່ານ ພ້ອມດ້ວຍ ບ່ອນ ທີ່ ທ່ານ ໄດ້ ກ່າຍ ເອົາ ອອກ ມາ
( ເບິ່ງ ຫນັງສືໄທລື້ ຫນັງສືໄທລ້ານນາ ຫນັງສືໄທຊານ ຫນັງສືຂເມນ ຫນັງສືພະມ້າ ຫນັງສືສັນສະກຣິດ )
ຂໍ ອຸທິດ ຜົນງານ ອັນນ້ອຍໆ ອັນນີ້ ເເດ່ ພຣະເຖຣານຸເຖຣະ ພ້ອມດ້ວຍ ຄົນລາວ ທຸກຖ້ວນຫນ້າ
( ອິທັງ ເມທານັງ ເຖຣະນຸເຖຣະນັງ ລາວະຊະນະນັງ ເປຕານັງ ໂຫຕຸ )
Par Khamphéo Phouphetlinthong
ເອກສານ
* ການສະກົດ ຫນັງສືລາວ / Règles syntaxiques des consonnes dans une syllabe - ລິຂດິດ/Editeur ນ້ອຍ ບາສີ - eBook PDF (ຊຶ່ງ ເປັນ ປຶ້ມໂທຣມິກ(?) [Electronique]) - ວັນທີ ໒໙ ເດືອນ ກັນຍາ ຄສ. ໒໐໐໖ - ເເຫ່ງ ເມືອງ ປາຣີສ ທີ່ ປະເທດ ຝຣັ່ງ
* ຫລັກສອນ ພຣະທັມມະກະຖຶກ ຊັ້ນປີທີນຶ່ງ ຂອງ ສະພາ ພຣະທັມມະກະຖຶກ ເເຫ່ງ ວັດ ສຣີທັມມະ ຫາຍໂສກ ເເຂວງ ວຽງຈັນ ເມື່ອ ວັນທີ ໒໕ ເດືອນ ກໍຣະກະດາ ຄສ. ໑໙໗໒ - ຂໍ້ ໓ ຫນ້າ ໔໔
* ເເບບຣຽນໄວ - ເຫລັ້ມສອງ - ຣຽນ ອ່ານ ຫນັງສື ທັມ - ຂຽນ ເປັນ ພາສາ ບາລີ - ຣຽບຣຽງ ໂດຍ ພຣະຍາຫລວງ ມະຫາ ເສນາ ຜຸຍ - ພຣະຣາຊອານາຈັກລາວ - ວຽງຈັນ ຫລື ຫລວງພຣະບາງ ? - ເມື່ອປີ ??? - ຫນ້າ ໑໓