໒໑ ເດືອນ ສິງຫາ/août ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ວິທີ ຫນຶ້ງເຂົ້າ ປາສຈາກ ການຫມ່າ
ທາຕຸສາດ || Etymologie / Etymology
“ຫນຶ້ງ” ເປັນ ຄໍາກິຣິຍາ ພ້ອມທັງ ເປັນ ຄໍາມູນ ອີກດ້ວຍ ຊຶ່ງ ຄໍາມູນ ຫມາຍເຖິງ ຄໍາ ທີ່ ເປັນ ພາສາ ລາວ ເເທ້ໆ ມາ ເເຕ່ ດັ້ງເດີມ ນັ້ນເອງ
“ຫນຶ້ງ” ເປັນ ຄໍາ ທີ່ ປະກອບ ດ້ວຍ ພຍັນຊນະ ປະສົມ ຕົວຫນໍ ( ຫນ ) ຊຶ່ງ ເປັນ ພຍັນຊນະ ຫນ້າພຍາງ ຫລື ຕົວຫນ້າ ເເລະ ສະກົດ ດ້ວຍ ຕົວງໍ ( ງ ) ຊຶ່ງ ເປັນ ພຍັນຊນະ ທ້າຍພຍາງ ຫລື ຕົວທ້າຍ
ຖ້າ ເຮົາ ຮຽກ “ຕົວກໍ້າ” ຊຶ່ງ ເປັນ ຄໍາມູນ ຈະ ເຫມາະສົມດີ ເເລະ ເເນ່ນອນ ກວ່າ “ຕົວທ້າຍ” ເເລະ ຕົວກໍ້າ ກໍ ຫມາຍເຖິງ ພຍັນຊນະ ຕົວ ທີ່ ຢູ່ ກໍ້າທ້າຍ ຂອງ ພຍາງ ຫລື ຕົວສະກົດ ນັ້ນເອງ ເເລະ ພຍາ
໑໘ ເດືອນ ສິງຫາ/août ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ພຍັນຊນະ ປະສົມ [ພະ-ຍັນ-ຊະ-ນະ]
ທາຕຸສາດ || Etymologie / Etymology
ພຢຍຊນ[ພະ-ຍັນ-ຊະ-ນະ / Byañjana] ເປັນ ຄໍາບາລີ ຊຶ່ງ ຄົນ ມັກໃຊ້ ຄໍາດຽວ ກັບ ຄໍາສັນສະກຣິດ ຫລາຍກວ່າ ວຢຍຊນ[ວະ-ຍັນ-ຊະ-ນະ / Vyañjana] ເເຕ່ວ່າ ຫລັກ ຂອງ ຄໍາສົນທິ ບາລີ ຊຶ່ງ ພຍັນຊນະວໍ ( ວ ) ທີ່ ປະກອບ ກັບ ອັດທະສຣະ ຕົວຢໍ ( ຢ ) ຈະ ກາຍມາເປັນ ຕົວພໍ ( ພ ) ໄດ້ ດັ່ງນີ້ ຄື
ວິ+ອຍຊນໍ[ວິ-ອັນ-ຊະ-ນັງ] = ວຢຍຊນໍ[ວະ-ຢັນ-ຊະ-ນັງ] = ພຢຍຊນໍ[ພະ-ຢັນ-ຊະ-ນັງ]
Vi+añjanaŋ = Vyañjanaŋ = Byañjanaŋ ( ຫລື ຕົວ “m” ທີ່ ມີ ເມັດ ຢູ່ ເທິງ ເເທນທີ່ ຈະ ເປັນ ຕົວ “ŋ” ) ເເລະ ການຂຽນ ຄໍາ ພຍັນຊນະ ດ້ວຍ ຫນັງສືທັມ ຫລື ດ້ວຍ ຫນັງສື ບາລີ ຂອງ ລາວ (...)
໑໗ ເດືອນ ສິງຫາ/août ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
໑- ທາຕຸສາດ || Etymologie / Etymology
ຄໍາເຄົ້າ ຂອງ ຄໍາ ພຍັນຊນະ ມາ ຈາກ ຄໍາ ສັນສະກຣິດ ເເລະ ຄໍາ ບາລີ ວຢຍຊນ [ວຢັນ-ຊະ-ນະ /Vyañjana] ຊຶ່ງ ຕົວວໍ ຖືກ ເເຜງ ມາ ເປັນ ຕົວພໍ ພຢຍຊນ[ພຢັນ-ຊະ-ນະ /Byañjana] ຊຶ່ງ ມີ ຄວາມຫມາຍ ວ່າ ເຮັດ ເນື້ອຄວາມ ໃຫ້ ປະກົດ ວິ+ອຍຊນໍ[ວິ+ອັນ-ຊະ-ນັງ] = ວຢຍຊນໍ[ວຢັນ-ຊະ-ນັງ] => ພຢຍຊນໍ[ພຢັນ-ຊະ-ນັງ] Vi+añjanaŋ [1] = Vyañjanaŋ => Byañjanaŋ (ṁ = ŋ)
ການຂຽນ ຄໍາ ພຍັນຊນະ ດ້ວຍ ຫນັງສືທັມ ຫລື ດ້ວຍ ຫນັງສື ບາລີ ຂອງ ລາວ ຈະ ປະກົດ ເນື້ອຄວາມ (...)
໑໔ ເດືອນ ມິຖຸນາ/juin ຄສ. 2011, ໂດຍ ກັດຕຸ ພອນແກ້ວ ແວວດາລາ
ນໍ້າຂອງໄຫລລ່ອງໃຕ້ ປະດິນໃຫມ່ເຕັມຊານເມືອງ
ຕາເວັນເຮືອງແສງສີ ກະລໍ່າປີເຖິງຍາມກ້າ
ຊາວນາພາກັນຟ້າວ ເອົາຮາວອ້ອມຫນານກະລໍ່າ
ຫົດນໍ້າແລງຄໍ່າເຊົ້າ ຖນອມເຈົ້າຈົນໃຫຍ່ດີ
ຂຸດຂຸມລຽນຊ້າຍລ້າຍ ຢ້າຍເບັ້ຽກະລໍ່າປູກລົງຂຸມ
ປູກເປັນຊຸມປູກເປັນເເຖວ ແຕ່ລະແນວແຍກກັນໄວ້
ໃສ່ຝຸ່ນຂີ້ໄກ່ຂີ້ຫມູລ້ຽງ ດິນບໍ່ພຽງລໍາບາກຍິ່ງ
ລົງຕະລິ່ງຕັກແບກນໍ້າ ຫົດກະລໍ່າໃຫ້ງາມດີ
ເມື່ອກະລໍ່າປີໃຫຍ່ຂຶ້ນ ສີດຢາໃສ່ປ້ອງກັນແມງ
ປ້ອງກັນບົ້ງປາບເພັ້ຽນໍາ ກະລໍ່າແດງກະລໍ່າຂາວພ້ອມ
ຫົດນໍ້າສ້ອມໃບເນົ່າອອກ (...)
໒໒ ເດືອນ ເມສາ/avril ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ປະຊາຊົນ[ປະ-ຊາ-ຊົນ] ນາມ
ທາຕຸສາດ || Etymologie / Etymology
ຄໍາປະສົມ ທີ່ ປະກອບ ດ້ວຍ ເຄົ້າ ບາລີ “ປະຊາ[ປະ-ຊາ/Pajā]” ຊຶ່ງ ເປັນ ນາມ ເພດຍິງ ຫລື ນາມອິດຖິລິງ ເເລະ ທີ່ ເເປວ່າ ເຊັ່ນ(ຄົນ) ຫລື ຊາດມະນຸດ || ຝຣັ່ງ/ອັງກິດ. Progéniture / Progeny ; Génération / Generation ເເລະ ດ້ວຍ ເຄົ້າ ບາລີ “ຊນ[ ຊະ-ນະ/jana ]” ທີ່ ເເຜງມາເປັນ ຄໍາລາວ “ຊົນ” ໂດຍ ການຕື່ມ ໄມ້ກົງ ເເທນ ສຣະອະ ( ສຽງ “ອະ” ) ຊຶ່ງ “ຊນ” ເປັນ ນາມ ເພດຊາຍ ຫລື ນາມປຸງລິງ ທີ່ ເເປວ່າ ຄົນ ບຸກຄົນ ໄທ ດັ່ງ ໄທເຫນືອ ໄທໃຕ້ ໄທລາວ ໄທບ້ານ ໄທເມືອງ ໄທເຮືອນ ໄທເຮົາ ເປັນຕົ້ນ ອີກປະການນຶ່ງ ການເເຜງ ອັກສອນ ຫລື ອັກຂຣະ ເເບບນີ້ ໄດ້ ຖືກ (...)