ພາສາ ລາວ - La langue lao ບົນ ລາວເເພນ

ວິທີ ຂຽນ

ວັນຈັນ ທີ ໑໙ ເດືອນ ທັນວາ/décembre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology
  • “ວິທີ” ມີ ເຄົ້າ ຈາກ ພາສາ ບາລີ ວິທິ[Vidhi] m. ຊຶ່ງ ເປັນ ນາມ ເພດຊາຍ ຫລື ນາມ ປຸງລິງ ທີ່ ມີ ສຽງສັ້ນ ຫມົດ ທັງສອງ ພຍາງ ຊຶ່ງ “ວິທິ” ຖືກ ເເຜງ ເປັນ ຄໍາລາວ “ວິທີ” ນຶ່ງ ເເລະ ກໍ ຖືກ ເເຜງ ເປັນ ຄໍາລາວ “ພິທີ” ອີກ ນຶ່ງ ໂດຍ ເເຜງ ຕົວວໍ ເປັນ ຕົວພໍ ຄືດັ່ງ
    • ເທວະ[deva] m. => ອ່ານວ່າ ເທວະ => ເເຜງ ເປັນ ເທພາ ເທພເຈົ້າ[ເທບ-ພະ-ເຈົ້າ]
    • ປເວນີ[paveṇī] m. => ອ່ານວ່າ ປະເວນີ => ເເຜງ ເປັນ ປະເພນີ
    • ວັນ̣ນ̣ນາ[vaṇṇanā] f. => ພັນນະນາ ( ການເຮັດ commentaire / comment )
    • ວັທ̣ທ̣ນ[vaḍḍhana] nt. => ວັທນາ => ພັທນາ
    • ວາຢຸ[vāyu] f. => ເເຜງ ເປັນ ພາຍຸ ( ລົມ ) / ວາຍຸ ວາໂຍ
    • ວຣ[vara] a. => ອ່ານ ວ່າ ວະຣະ => ເເຜງ ເປັນ ພຣະ ເເລະ ພອນ
    • ວັສສ[vassa] m. nt. => ວັດສະ ເເຜງ ເປັນ ພັນສາ ( ເຂົ້າພັນສາ ອອກພັນສາ )
    • ວໍສ[vaṁsa] m. => ອ່ານ ວ່າ ວັງສະ => ເເຜງ ເປັນ ວົງສ => ວົງສາ ວົງ ເເລະ ພົງ ( ຍາດວົງພົງພັນ )
      • ສົມເດັດ ພຣະເຈົ້າ ສຸຣິຍະວົງສາ ທັມມິກະຣາດ ( ພສ.໒໑໗໖ / ຈສ.໙໙໕ / ຄສ.໑໖໓໓ – ພສ.໒໒໓໓ / ຈສ.໑໐໕໒ / ຄສ.໑໖໙໐)
      • ສົມເດັດ ພຣະເຈົ້າ ສຣີ ສວ່າງ ວົງ ( ໑໔ ກໍຣະກະດາ ຄສ.໑໘໘໕ - ໒໙ ຕຸລາ ຄສ.໑໙໕໙ )
      • ຍາດວົງພົງພັນ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ທັງນັ້ນ
        • ວົງ ທີ່ ມີ ເຄົ້າ ມາ ຈາກ ຄໍາລາວ ເເທ້ໆ ຫມາຍເຖິງ ວົງມົນ ນັ້ນເອງ
  • “ຂຽນ” ກ. ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ການກົດ ການຂີດ ການຫມາຍ ເປັນ ລວດລາຍ ເພື່ອ ໃຫ້ ເປັນ ຕົວຫນັງສື ເເລະ ໃຫ້ ເປັນ ເນື້ອຄວາມ

ຄວາມຫມາຍ || Definition / Definition
“ວິທີ” ເເປວ່າ ເເບບ ເເບບເເຜນ ໂຊກ

  • ວິທີ ຂຽນ ຫນັງສື ( ຄໍາບາລີ ວີຖິ[vīthi] ເປັນ ນາມ ເພດຍິງ ຫລື ອິດຖິລິງຄະນາມ ເເລະ ຖືກ ເເຜງ )
  • ວິທີ ປາກ ( ເປັນ ຄໍາລາວ ວິຖີ ທ ເເປວາ ຊອງ ທາງ ດັ່ງ ວິຖີ ທາງ ທ ເເປວາ ເເນວທາງ ຊຶ່ງ ເເປ )
  • ວິທີ ຕົ້ມ ເຂົ້າປຽກ ( ເປັນ ພາສາ ອັງກິດ ວ່າ f. a street ; a track )
  • ວິທີ ປ້ອງກັນ ຄົນລາວ
  • ວິທີ ຕົ້ມ ເຈັກ
  • ວິທີ ຕົ້ມ ເເກວ
  • ວິທີ ຕົ້ມເຈັກຕົ້ມເເກວ
  • ==> (ວິທີ) + (ກິຣິຍາ) + [ນາມ]
  • ຯລຯ

“ຂຽນ” ເເປວ່າ ເເຕ່ງ ຫນັງສື ດັ່ງ ຂຽນ ຈົດຫມາຍ ເເລະ ເເຕ່ງ ເຣື່ອງ ເປັນຕົ້ນ ຫລື ຂີດ ລວດລາຍ ໃຫ້ ເປັນ ຕົວຫນັງສື

ສະນາມ || Synonymie / Synonymy
ຄວາມຫມາຍ ຂ້າງຄຽງ ມີ ສອງ ຄໍາ ຄື “ພິທີ” ເເລະ “ມັງຄະລະ” || ຝຣັ່ງ. Cérémonie

ຄໍາອະທິບາຍ || Explication / Explanation
ຄວາມຫຍຸ້ງຍາກ ໃນ ການຂຽນ ຄໍາ ຕ່າງໆ ໃນ ພາສາ ລາວ ມາ ຈາກ ຄໍາ ທີ່ ຂຽນ ດ້ວຍ ພຍັນຊນະ ຈູງ ນຶ່ງ ຄໍາ ທີ່ ຂຽນ ດ້ວຍ ຕົວສະກົດ ພິເສດ ນຶ່ງ ເເລະ ຄໍາເອກ ນຶ່ງ

໑- ຄໍາເອກ ຫລື ຄໍາ ທີ່ ມີ ສຽງດຽວ ກັນ
ຫມາຍເຖິງ ຄໍາ ທີ່ ປະກອບ ດ້ວຍ ວັນນະຍຸດ ເອກ ທຸກໆ ຄໍາ ຍົກເວັ້ນ ຄໍາ ທີ່ ສະກົດ ດ້ວຍ ຕົວສະກົດ ກ ດ ບ ຊຶ່ງ ເພິ່ນ ປຽບ ເປັນ ຄໍາເອກ ໃນ ການຂຽນ ກອນ ຍ້ອນວ່າ ຄໍາ ປະເພດ ດັ່ງກ່າວ ເປັນ ຄໍາຕາຍ ຄື ຄໍາ ທີ່ ຜັນສຽງ ບໍ່ ໄດ້ ຫລື ຄໍາ ທີ່ ປະກອບ ວັນນະຍຸດ ບໍ່ ໄດ້ ທຸກ ຮູບ ນັ້ນເອງ ດັ່ງ ດາກ ດາດ ດາບ ກາກ ກາດ ກາບ ເປັນຕົ້ນ ( ກ້າກ ກ້າດ ກ້າບ ເເຕ່ ໃສ່ ວັນນະຍຸດ ອື່ນ ບໍ່ ໄດ້ )

ຄໍາເອກ ໃນ ການເເຕ່ງ ກາບກອນ ຫມາຍເຖິງ ຄໍາໃດ ທີ່ ຕ້ອງ ປະກອບ ກັບ ວັນນະຍຸດ ເອກ ຄໍານັ້ນ ບໍ່ ຈໍາເປັນ ຈະ ປະກອບ ວັນນະຍຸດ ເອກ ກໍ ໄດ້ ຄັນ ມັນ ສະກົດ ດ້ວຍ ຕົວ ກ ດ ບ ( ຄັນ ໃສ່ ໄມ້ເອກ ມັນ ກໍ ອ່ານ ບໍ່ ອອກ )

◌ຂ◌ ກັບ ◌ຄ◌ ດັ່ງ ຂ່າ ກັບ ຄ່າ
◌ງ◌ ກັບ ◌ຫງ◌ ດັ່ງ ງ່າ ກັບ ຫງ່າ
◌ສ◌ ກັບ ◌ຊ◌ ດັ່ງ ສໍ່ ກັບ ຊໍ່
◌ຍ◌ ກັບ ◌ຫຍ◌ ດັ່ງ ຍ່ອງ ກັບ ຫຍ່ອງ
◌ຖ◌ ກັບ ◌ທ◌ ດັ່ງ ຖ່ານ ກັບ ທ່ານ
◌ຖ◌ ກັບ ◌ທ◌ ດັ່ງ ຖ່າຍ ກັບ ທ່າຍ
◌ນ◌ ກັບ ◌ຫນ◌ ດັ່ງ ນຶ່ງ ກັບ ຫນຶ່ງ
◌ນ◌ ກັບ ◌ຫນ◌ ດັ່ງ ນ່າຍ ກັບ ຫນ່າຍ
◌ຜ◌ ກັບ ◌ພ◌ ດັ່ງ ເເຜ່ ກັບ ເເພ່
◌ຝ◌ ກັບ ◌ຟ◌ ດັ່ງ ຝ່າ ກັບ ຟ່າ
◌ມ◌ ກັບ ◌ຫມ◌ ດັ່ງ ມ່າ ກັບ ຫມ່າ
◌ລ◌ ກັບ ◌ຫລ◌ ດັ່ງ ລ່ວງ ກັບ ຫລ່ວງ
◌ວ◌ ກັບ ◌ຫວ◌ ດັ່ງ ວ່າງ ກັບ ຫວ່າງ
◌ຫ◌ ກັບ ◌ຮ◌ ດັ່ງ ຫ່າ ກັບ ຮ່າ
ເເຜງ ໑ - ຄໍາເອກ ມີ ສຽງ ດຽວກັນ ທັງນັ້ນ ເເລະ ຍັງ ມີ ສຽງກາງ ອີກດ້ວຍ
( ຍ້ອນ ວ່າ ຄໍາເອກ ມີ ສຽງກາງ ມັນ ຈຶ່ງ ມີ ຄື້ນສຽງ ດຽວກັນ )

ຄໍາ ຕ່າງໆ ພາຍໃນ ຈໍາພວກ ນີ້ ( ເເຜງ ໑ ) ຊຶ່ງ ລາງຕົວ ບໍ່ ມີ ຄວາມຫມາຍ ອີກປະການນຶ່ງ ຂ້າພະເຈົ້າ ໄດ້ເລີ້ມ ຂຽນ ຄໍາ ເຫລົ່ານີ້ ເປັນ ວັຈນານຸກົມ ເເລ້ວ ເເຕ່ ມັນ ໄປ ບໍ່ ສຸດ ເພາະ ເຮັດ ຫລາຍຢ່າງ ພ້ອມກັນ ໂພດເກີນໄປ ໂດຍ ຈຸດປະສົງ ຢາກ ອໍານວຍ ຄວາມສະດວກ ໃຫ້ ເເກ່ ຜູ້ ໃຊ້ສອຍ ພາສາ ລາວ ທຸກຖ້ວນຫນ້າ ນັ້ນເອງ

ຄັນ ເຮົາ ຈະ ລໍຖ້າ ວັຈນານຸກົມ ທີ່ ຂ້າພະເຈົ້າ ດໍາເນີນ ຢູ່ ນັ້ນ ມັນ ອາດ ຈະ ບໍ່ ເກີດ ສໍາເຣັດ ຮູບ ຂຶ້ນ ມາ ກໍເປັນໄດ້ ສະນັ້ນ ຂ້າພະເຈົ້າ ຈຶ່ງ ໄດ້ຕັດສິນໃຈ ເຮັດ ເປັນ ເເຜງ ອັນນຶ່ງ ເພື່ອ ໃຫ້ ທ່ານ ສາມາດ ໃຊ້ ຕາມ ເເຜງ ດັ່ງກ່າວ ນັ້ນ ໄດ້ ເເຕ່ ຕ້ອງ ໃຊ້ ຄວາມພິກໄຫວ ເລັກນ້ອຍ ຄື ຄໍາເວົ້າ ໃນ ພາສາ ລາວ ຈະ ໃຊ້ ເປັນ ຄູ່ ກັນ ໄປ ເປັນ ສ່ວນມາກ

  • ເຜີຍເເພ່ ------ (ຄ້າຍ ຄື ກັບ “ເອື້ອເຟື້ອ ເພື່ອເເພ່”)
    • ເເພ່ =>_ເເພ່ ເເປ ວ່າ ຂຍາຍ ເຜີຍ ເປີດ ເປີດກວ້າງ ເປີດເຜີຍ ( ouvert / open ) ຫລື ເຮັດ ໃຫ້ ຄົນ ທັງຫລາຍ ຮູ້ຈັກ ສິ່ງໃດສິ່ງນຶ່ງ ມາກ ຂຶ້ນກວ່າ ເກົ່າ ດັ່ງ “ຝັງ ສາຍເເຮ່ ເເພ່ ສາຍບື” ( ຜື່ງ ອອກ(?) ດັ່ງ ຜື່ງ ຜ້າ ) ຫລື “ອອກ ເເມ່ ເເພ່ ລູກ” ເປັນຕົ້ນ
    • ເເຜ່ => ເເຜ່ ເງິນ ເເຜ່ ຄໍາ ຫລື ເເຜ່ ປັດໄຈ ເປັນຕົ້ນ
      • ຊຶ່ງ ຕົວຢ່າງ ຂອງ ຄໍາເວົ້າ ດັ່ງກ່າວ ນີ້ ບໍ່ ເປັນ ຕົວຢ່າງ ອັນ ເຫມາະສົມ ພໍ ປານໃດ ( ມີ ພຽງເເຕ່ ຢາກ ໃຫ້ ຄົນ ທັງຫລາຍ ຂຽນ ຄໍານີ້ ຖືກ ຢ່າງດຽວ ເພາະວ່າ ຂ້າພະເຈົ້າ ເອງ ກໍ ເຄີຍ ຂຽນ ຜິດ ມາ ເເລ້ວ ຈຶ່ງ ບໍ່ ຢາກ ໃຫ້ ຄົນ ອື່ນ ຂຽນ ຜິດ ໄປ ຕາມໆ ກັນ ຕື່ມ ອີກ ເເລະ ສອງມາ ຄັນ ເຮົາ ຈະ ຂຽນ ເຜີຍເເຜ່ດ້ວຍ ພຍັນຊນະ ຕົ້ນພຍາງ ຕົວດຽວ ຄັນ ເຮົາ ກໍ ຄວນ ຈະ ດັດເເປງ ຄໍາ “ເເພ່” ດັ່ງ “ອອກເເມ່ເເພ່ລູກ” ເປັນ “ອອກເເມ່ເເຜ່ລູກ” ຜິວ່າ ເຮົາ ດັດເເປງ “ເເພ່” ໄປ ໃສ່ ຄວາມຫມາຍ ຂອງ “ເເພ່ເຂົ້າມາ” ດັ່ງ ເເພ່ ເງິນ ເປັນຕົ້ນ ມັນ ກໍ ຈະ ຕັ້ງ ເປັນ ບັນຫາ ສໍາລັບ ການຄົ້ນຄວ້າ ເພາະ ຄໍາ “ເເພ່” ຖືກ ໃຊ້ ມາ ເເລ້ວ ເປັນ ສັຕວັດ ຫລື ຕັ້ງຫລາຍ ສັຕວັດ ເເລ້ວ ຍ້ອນວ່າ ນັກຄົ້ນຄວ້າ ພາຍຊ້ອຍ ຈະ ນໍາ ຮອຍ ບໍ່ ໄດ້ !!! ເເລະ ຈະ ເຮັດ ຢ່າງໃດ ດີ ? )
        • ຄວາມຫມາຍ ປັດຈຸບັນ
          • ເເພ່ ຫມາຍເຖິງ ການອອກ ຈາກ ຈຸດນຶ່ງ ໄປ ຫາ ອີກ ຈຸດນຶ່ງ || fr. sortie
          • ເເຜ່ ຫມາຍເຖິງ ການເຂົ້າ ມາ ຫາ ຈຸດນຶ່ງ ຫລື ຈຸດດຽວ || fr. entrée
  • ສໍ່ => ສັບສໍ່ => ຄັນ ເຮົາ ຄິດ ຫາ ຄໍາຄູ່ ຂອງ ມັນ ໄດ້ ເຮົາ ກໍ ສາມາດ ຮູ້ຈັກ ບໍ່ ຄໍາໃດ ກໍ ຄໍານຶ່ງ ພາຍໃນ ຄໍາ ທັງສອງ ນີ້ ດັ່ງນັ້ນ ເມື່ອ ເຮົາ ຮູ້ຈັກ ຄໍາ “ສັບສໍ່” ເຮົາ ກໍ ເຂົ້າໃຈ ວ່າ ຄໍາ “ຊໍ່” ທີ່ ຂຽນ ດ້ວຍ ຕົວຊໍ ( ◌ຊ◌ ) ຕ້ອງ ເປັນ ຄໍາ ທີ່ ເພິ່ນ ໃຊ້ ສໍາລັບ ຊໍ່ຟ້າ ເເທ້ ເເລ
  • ລ່ວງ => ລ່ວງລັບ ( ຜ່ານ ໄປ ເເລ້ວ / ກາຍ ໄປ ເເລ້ວ / ເກີນ ໄປ ເເລ້ວ ) => ສະນັ້ນ ບັກລ່ວງ ຈຶ່ງ ໃຊ້ ລ່ວງ ອັນດຽວ ກັນ ນີ້ ເເລ ຊຶ່ງ ຫມາຍຄວາມວ່າ ຄໍາ “ຫລ່ວງ” ບໍ່ ມີ ໃນ ພາສາ ລາວ
  • ຫ່າ => ຫ່າຫູງ ( ຊຶ່ງ ຫມາຍເຖິງ ພຍາດ ) ດັ່ງ ຕາຍຫູງ ຕາຍຫ່າ
    • ຄົນ ສ່ວນຫລາຍ ຈະ ຂຽນ ຄໍາ ທີ່ ຫມາຍເຖິງ ພຍາດ ເປັນ “ຮ່າ” ຊຶ່ງ ຫມາຍຄວາມວ່າ ຜິດ ເເທ້ ເເລ
  • ຮ່າ => ຄັນ “ຫ່າ” ໂຕນີ້ ໃຊ້ ເປັນ ຫ່າຫູງ ເເລະ “ຮ່າ” ໂຕນີ້ ກໍ ຈໍາເປັນ ຕ້ອງ ໃຊ້ ເປັນ ຮ່າຝົນ ເເລ

ອັນນີ້ ຄື ການໃຊ້ ຫົວ ພຽງ ເລັກນ້ອຍ ຄອບ [1] ຄໍາລາວ ຈະ ເວົ້າ ເປັນ ຄູ່ ກັນ ໄປ ເປັນ ສ່ວນ ສໍາຄັນ ອີກປະການນຶ່ງ ຄໍາເອກ ມີ ສຽງກາງ ສເມີ ຊຶ່ງ ກ່ອນ ຫນ້ານີ້ ຄໍາ ສາມັນ ( ຄໍາ ໄຮ້ ວັນນະຍຸດ ) ມີ ຄື້ນ ສຽງ ຕ່າງ ກັນ ເເຕ່ ເມື່ອ ປະກອບ ວັນນະຍຸດ ເອກ ເເລ້ວ ຄໍາ ເຫລົ່ານີ້ ຈຶ່ງ ມີ ຄື້ນສຽງ ອັນດຽວ ກັນ ທັງນັ້ນ ເຖິງເເມ່ນວ່າ ສຽງ ສາມັນ ເຄີຍ ມີ ສຽງສູງ ຫລື ສຽງຕໍ່າ ມາ ກ່ອນ ເເລ້ວ ກໍຕາມ

໒- ກົດເກນ ການຂຽນ ຕາມ ເຄົ້າ ດ້ວຍ ຕົວສະກົດ ພິເສດ
ຫມາຍເຖິງ ຖ້ອຍຄໍາ ທີ່ ສະກົດ ດ້ວຍ ຕົວສະກົດ ພິເສດ ຢ່າງດຽວ ຊຶ່ງ ກ່ອນອື່ນ ຫມົດ ເຮົາ ຕ້ອງ ເຂົ້າໃຈ ວ່າ ຕົວສະກົດ ພິເສດ ເເມ່ນ ພຍັນຊນະ ທີ່ ເພິ່ນ ໃຊ້ ສະກົດ ກາງຄໍາ ສະເພາະ ຄໍາໃດ ທີ່ ຖືກ ຢືມ ມາ ຈາກ ພາສາ ບາລີ ຫລື ສັນສະກຣິດ ເປັນ ສ່ວນໃຫຍ່ ເຊັ່ນ

ຄໍາເຄົ້າ ຕົວສະກົດ ຖືກ ຕັດ ຕົວຕາມ ຍັງ ກາຍເປັນ ດັ່ງ ຕົວສະກົດ ພິເສດ
ສຸກຂ[Sukkha] ສຸຂ ສຸຂພາບ ຂ ສະກົດ ກາງຄໍາ
ທຸກຂ[Dukkha] ທຸຂ ທຸຂເວທນາ ຂ ສະກົດ ກາງຄໍາ
ກິຈຈ ກິຈ ກິຈການ ຈ ສະກົດ ກາງຄໍາ
ບຸພພ ບຸພ ບຸພບົດ ພ ສະກົດ ກາງຄໍາ
ຣັຕຖ ຣັຖ ຣັຖບານ ຖ ສະກົດ ກາງຄໍາ
ວິຊຊາ ວິຊາ ວິຊາ ໄຮ້ ຕົວສະກົດ ກາງຄໍາ
ອະວິຊຊາ ອະວິຊາ ອະວິຊາ ໄຮ້ ຕົວສະກົດ ກາງຄໍາ
ເເຜງ ໒ - ຕົວຢ່າງ ຄໍາເຄົ້າ ບາລີ ທີ່ ຖືກ ຕັດ ຕົວສະກົດ ອອກ
ຊຶ່ງ ຕົວຕາມ ໃນ ຫລັກ ການຂຽນ ພາສາ ບາລີ ບໍ່ ມີ ສິດ ເປັນ ຕົວສະກົດ ໄດ້ ຈັກຕົວ
( ສະນັ້ນ ການຂຽນ ຕາມເຄົ້າ ຂອງ ທ່ານ ຫມາຍເຖິງ ເຄົ້າ ບາລີ ຫລື ເຄົ້າ ສັນສະກຣິດ ? )

ອີງ ຕາມ ຫລັກ ໄວຍາກອນ ຫລັກ ນີ້ ຄໍາລາວ ທີ່ ເຮົາ ສາມາດ “ຂຽນ ຕາມ ເຄົ້າ” ບາລີ ເເລະ ເຄົ້າ ສັນສະກຣິດ ໄດ້ ຄື ຄໍາ ທີ່ ຂຽນ ດ້ວຍ ຕົວສະກົດ ພິເສດ ຫລື ຕົວສະກົດ ກາງຄໍາ ຊຶ່ງ ຄໍາ ດັ່ງກ່າວ ຕ້ອງ ເປັນ ຄໍາປະສົມ ເກືອບ ທຸກ ຄໍາ ດັ່ງ

  • ສິລທັມ => ສິລະ + ທັມມະ => ຈະ ຂຽນ ໄດ້ ສອງ ຢ່າງ ດ້ວຍກັນ ຄື ຜິວ່າ ຂຽນ
    • ສິລທັມ => ໃຫ້ ອ່ານ ວ່າ ສິນ-ລະ-ທໍາ
    • ສິນທັມ => ໃຫ້ ອ່ານ ວ່າ ສິນ-ທໍາ
      • (ສໍາລັບ ຜູ້ຂີ້ສໍ້) ເປັນຫຍັງ ຈຶ່ງ ຂຽນ “ທັມ” ເເລະ ກໍ ບໍ່ ເເມ່ນ “ທໍາ” ?
        • “ທັມ” ເພາະວ່າ ຕົວມໍ ( ມ ) ເປັນ ຕົວສະກົດ ທ້າຍຄໍາ ພາຍໃນ ຕົວສະກົດ ທັງເເປດ ເເລະ ຈໍາເປັນ ຕ້ອງ ຂຽນ ເເບບ ນີ້ ( ທັມມະ ທັມໂມ ທັມມັງ ດັ່ງ ທັມມະຈະຣິຍາ ທັມມະສາດ )
        • “ທໍາ” ເພາະວ່າ ຄໍານີ້ ບໍ່ ມີ ຕົວສະກົດ ໃດໆ ທັງສິ້ນ ເເຕ່ ສຣະອໍາ ( ໍາ ) ເປັນ ສຣະ ທ້າຍຄໍາ ( ທໍາ ເເປ ວ່າ ເອົາ ຝ່າຕີນ ຖີບ ເເຮງໆ / ກະທໍາ ເເປ ວ່າ “ເຮັດ” ເຫມືອນດັ່ງດຽວ ກັບ ຄໍາ “ຮູ້ຈັກ” ທີ່ ໄທລາວ ເວົ້າ ບໍ່ ສຸດ ຄວາມ ຈຶ່ງ ກາຍເປັນ “ຮູ້” ລ້າໆ ຊຶ່ງ ເເປ ຕາມໂຕ ວ່າ ບໍ່ ຂີ້ດື້ ( “ຈັກ” ທີ່ ມີ ພຍາງ ດຽວ ເປັນ ກິຣິຍາ ດັ່ງ ຈັກ ຕອກ ສ່ວນ ຈັກ ຕົວອື່ນ ນັ້ນ ບໍ່ ມີ ເເຕ່ຫາກວ່າ ຈັກ ດັ່ງ ເຈົ້າ ຈັກ ເພິ່ນ ບໍ ? ຊຶ່ງ ຫຍໍ້ ມາ ຈາກ “ຮູ້ຈັກ” ) ເເລະ “ທໍາ” ທີ່ ເຮົາ ໃຊ້ ເເທນ ຄໍາ “ເຮັດ” ເເລະ ທີ່ ເຮົາ ເວົ້າກັນ ທຸກ ວັນ ນີ້ ກໍ ຢູ່ ໃນ ທໍານອງ ດຽວກັນ ເເລ ຕາມ ທັມມະດາ “ທໍາ” ລ້າໆ ເເປ ວ່າ ເອົາ ຝ່າຕີນ ຖີບ ເເທ້ ເເລ ເຖິງຢ່າງໃດ ກໍດີ ຄໍານີ້ ຂ້າພະເຈົ້າ ກົວ ວ່າ ມັນ ເຂົ້າ ຢູ່ ໃນ ຂນົບ ຂອງ ຄົນລາວ ເເລ້ວ )
  • ຣັຖບານ => ຣັຕຖະ + ປາລະ => ຣັຖ + ບາລ => ຣັຖບາລ => ຣັຖບານ
    • ຕົວຖໍ ( ຖ ) ເປັນ ຕົວສະກົດ ພິເສດ ( ຕົວສະກົດ ກາງຄໍາ )
    • ເມື່ອ “ບາລ” ຢູ່ ທ້າຍຄໍາ ເຮົາ ຕ້ອງ ໃຊ້ ຕົວສະກົດ ທັງເເປດ ເເລ ຄື ຕົວນໍ ( ນ ) ຕົວດຽວ ເທົ່ານັ້ນ ທີ່ ສາມາດ ຂຽນ ເປັນ “ບານ” ໄດ້
      • ເຖິງເເມ່ນວ່າ ຄໍາ “ບາລ” ມີ ເຄົ້າ ມາ ຈາກ ພາສາ ບາລີ ກໍ ຈິງ ເເຕ່ ໄວຍາກອນ ຫລັກ ນີ້ ອະນຸຍາດ ໃຫ້ ໃຊ້ ຕົວສະກົດ ທັງເເປດ ສໍາລັບ ພຍາງ ທ້າຍຄໍາ ຫລື ຄໍາທ້າຍ ທຸກໆ ຄໍາ ຈຶ່ງ ຂໍ ໃຫ້ ເຂົ້າໃຈ ໄປ ໃນ ທໍານອງ ນີ້
  • ໂຣຄ[ໂຣ-ຄະ] => ໂຣກ => ຄໍານີ້ ມີ ພຍາງ ດຽວ ສະນັ້ນ ຕ້ອງ ຂຽນ ດ້ວຍ ຕົວສະກົດ ທ້າຍຄໍາ ຄື ຕົວກໍ ( ກ )
  • ສໍຄ[ສັງ-ຄະ] => ສັງຄ => ສົງຄ => ສົງ => ເນື່ອງຈາກວ່າ
    • ເຮົາ ຈະ ອ່ານ ພຍັນຊນະ ຄ ໂດຍ ລໍາພັງ ບໍ່ ໄດ້ ຍ້ອນ ມັນ ເປັນ ພຍັນຊນະ ທ້າຍຄໍາ ເເລະ ມັນ ກໍ ບໍ່ ເປັນ ຕົວສະກົດ ອີກ ນຶ່ງ ( ເພິ່ນ ບໍ່ ໃຊ້ ໄມ້ກາຣັນ ໃນ ໄວຍາກອນ ຫລັກ ນີ້ )
    • ພຍາງ ທ້າຍຄໍາ ຫລື ຄໍາທ້າຍ ທຸກໆ ຄໍາ ຕ້ອງ ຂຽນ ດ້ວຍ ຕົວສະກົດ ຂອງ ເເມ່ທັງເເປດ ສະນັ້ນ ຄໍານີ້ ຕ້ອງ ເເມ່ນ ຕົວງໍ ( ງ ) ສະກົດ
  • ຯລຯ

ເເຕ່ ຢ່າ ລືມ ວ່າ ຕົວສະກົດ ພິເສດ ເປັນ ທັງ ຕົວສະກົດ ເເລະ ເປັນ ທັງ ພຍາງຫນ້າ ຂອງ ພຍາງຫລັງ ທີ່ ຢູ່ ຖິດ ມັນ ເເລະ ທີ່ ອ່ານ ອອກ ສຽງ ອະ ປາສຈາກ ສຣະອະ ( ◌ະ ) ປະກອບ ຊຶ່ງ ຫມາຍຄວາມວ່າ ຕົວສະກົດ ພິເສດ ບໍ່ ມີ ສິດ ເປັນ ຕົວສະກົດ ທີ່ ປະກອບ ສຣະ ໄດ້

  • ສິລະປະ => ເຮົາ ຕ້ອງ ອ່ານ ວ່າ ສິ-ລະ-ປະ ( ບໍ່ ມີ ສິດ ທີ່ ຈະ ອ່ານ ເປັນ ສິນ-ລະ-ປະ ໄດ້ ຢ່າງ ເດັດຂາດ )
  • ສິລປະ => ໃຫ້ ອ່ານ ວ່າ ສິນ-ລະ-ປະ
  • ເອກຣາດ => ເອກ-ກະ-ຣາດ
  • ວາສນາ => ວາດ-ສະ-ຫນາ ( ເເລະ ບໍ່ ມີ ສິດ ຈະ ຂຽນ ວາສະນາ ຫລື ວາສະຫນາ )

ພຍາງ ທ້າຍຄໍາ ຂອງ ທຸກໆ ຄໍາ ຈະ ຂຽນ ດ້ວຍ ຕົວສະກົດ ທັງເເປດ ຢ່າງດຽວ ຄັນ ພຍາງ ນັ້ນ ບໍ່ ປະກອບ ດ້ວຍ ສຣະ ເເລະ ເຮົາ ບໍ່ ມີ ສິດ ທີ່ ຈະ ຕື່ມ ພຍັນຊນະ ຕົວອື່ນ ຂັດທ້າຍ ຕົວສະກົດ ທ້າຍຄໍາ ເດັດຂາດ ອັນນີ້ ຄື ກົດເກນ ການຂຽນ ພາສາ ລາວ ຄັນ ເຮົາ ຖື ຫລັກ ເເນວນີ້ ເຮົາ ກໍ ສາມາດ ໃຫ້ ເດັກນ້ອຍ ຂຽນທວາຍ ໄດ້ ບໍ່ດັ່ງນັ້ນ ການຂຽນ ຂອງເຮົາ ຈະ ບໍ່ ມີ ຫລັກ ອັນໃດ ທັງສິ້ນ ຄື ເຮົາ ຂຽນ ຕາມໃຈ ນັ້ນເອງ

໓- ກົດເກນ ການຂຽນ ຕາມ ເຄົ້າ ດ້ວຍ ພຍັນຊນະ ຈູງ
ອີງ ຕາມ ຫລັກ ໄວຍາກອນ ຫລັກ ນີ້ ຄໍາ ທີ່ ຂຽນ ດ້ວຍ ພຍັນຊນະຈູງ ເເລະ ທີ່ ມີ ເຄົ້າ ບາລີ ເເລະ ເຄົ້າ ສັນສະກຣິດ ຊຶ່ງ ພຍາງຫນ້າ ຈະ ອ່ານ ອອກ ສຽງອະ ເເຕ່ ບໍ່ ມີ ສຣະອະ ( ◌ະ ) ປະກອບ

ຄໍາ ທີ່ ຂຽນ ດ້ວຍ ພຍັນຊນະຈູງ ເເລະ ທີ່ ມີ ເຄົ້າ ບາລີ ເເລະ ເຄົ້າ ສັນສະກຣິດ ຕ້ອງ ຂຽນ ເເບບ ນີ້

  • ຂນະ(ຍາມ ເວລາ) ຂເເນງ ຂຍາຍ ຂຍັນ ຂຍັບ ຂນາດ ຂນານ ຂນົບ
  • ຄນະ(ພັກພວກ)
  • ສນິດ(ສນົມ) ສເມີ ສມານ ສເວີຍ
  • ຊນະ ຊນິດ(ປະເພດ)
  • ຖນອມ ຖວາຍ
  • ຜເເນກ ຜລິດ
  • ຯລຯ
  • ຕລາດ ເປັນ ຄໍາລາວ ເເຕ່ ກໍ ຂຽນ ດ້ວຍ ພຍັນຊນະ ຈູງ ເຫມືອນກັນ
    • ກາດ ນ. ເເປວ່າ ຕລາດ ເເບບ ຕລາດເຊົ້າ ນີ້ ລະ ຄື ຂາຍ ສັມມະປິ
    • ລາດ ນ. ຫມາຍເຖິງ ຕລາດນັດ ຄື ລາດຄວາຍ ກໍ ມີ ເເຕ່ ຄວາຍ ໃນ ມື້ນັ້ນ

ຄັນ ທ່ານ ຢາກ ຂຽນ ຄໍາໃດ ທ ມີ ເຄົ້າ ຈາກ ພາສາ ບາລີ ໃຫ້ ທ່ານ ຄິດ ໃສ່ ຄໍາອະທິບາຍ ຂ້າງເທິງນີ້ ນອກຈາກນີ້ ກໍ ຍັງ ມີ ກໍຣະນີ ສອງ ຢ່າງ ອີກ ຄື ຄໍາເຄົ້າ ທ ບໍ່ ຖືກ ຕັດ ຕົວສະກົດ ອອກ ນຶ່ງ ເເລະ ທ ເເຜງ ຕົວສະກົດ ເຂົ້າ ຕື່ມ ນຶ່ງ ເຊັ່ນ

  1. ທັມມະດາ ທັມມະຊາດ ກັມມະກອນ ( ຕົວສະກົດ ຕົວມໍ ບໍ່ ຖືກ ຕັດ ອອກ )
  2. ສັມນາ[ສໍາ-ມະ-ນາ] ຈາກ ເຄົ້າ ສະມະນາ ໂດຍ ເເຜງ ສຣະອະ ເປັນ ໄມ້ກັນ ເເລະ ຕົວມໍ ເປັນ ຕົວສະກົດ ພິເສດ
  3. ຄົມນາ ຈາກ ເຄົ້າ ບາລີ ຄະມະນາ ທ ເເຜງ ເປັນ ຄົມນາ[ຄົມ-ມະ-ນາ] ( ເເຜງ ພຍັນຊນະຫລັງ ເປັນ ຕົວສະກົດ )
  4. ປົກຕິ ຈາກ ເຄົ້າ ບາລີ ປະກະຕິ ເເລະ ເເຜງ ເປັນ ຄໍາລາວ ປົກຕິ[ປົກ-ກະ-ຕິ]
  5. ເອກຣາດ ຈາກ ເຄົ້າ ເອກ+ຣາຊ ເເລະ ເເຜງ ເປັນ ຄໍາລາວ ເອກຣາດ[ເອກ-ກະ-ຣາດ]
  6. ຯລຯ ຄໍາເຄົ້າ ຂອງ ຄໍາ ສັມນາ ຄົມນາ ປົກຕິ ເອກຣາດ ບໍ່ ມີ ຕົວສະກົດ ເເຕ່ຢ່າງໃດ ທັງສິ້ນ ມັນ ເປັນ ພຽງ ຄໍາເເຜງ ຢ່າງດຽວ ເທົ່ານັ້ນ ເເລະ ກໍ ເເຕກຕ່າງ ກັບ ຄໍາ ທັມມະດາ ທ ມີ ຕົວສະກົດ ອັນເເທ້ຈິງ ສະນັ້ນ ຄັນ ຄໍາເຄົ້າ ຄໍາໃດ ມີ ຕົວສະກົດ ເເທ້ ສໍາລັບ ການຂຽນ ຄໍາ ທ ປະກອບ ດ້ວຍ ໄມ້ອັມ ( ັມ ) ເພິ່ນ ຈະ ບໍ່ ຕັດ ຕົວສະກົດ ຂອງ ຄໍານັ້ນ ອອກ ທັງນີ້ ກໍ ເພື່ອ ຫມາຍ ຄວາມເເຕກຕ່າງ ຣະຫວາງ ຄໍາເຄົ້າ ທ ມີ ຕົວສະກົດ ອັນ ເເທ້ຈິງ ກັບ ຄໍາເເຜງ ຊຶ່ງ ຄໍາເຄົ້າ ຂອງມັນ ບໍ່ ມີ ຕົວສະກົດ ໃດໆ ຍ້ອນວາ ຄໍາ ທັງສອງ ຢ່າງນີ້ ເພິ່ນ ອ່ານ ເເບບດຽວກັນ ໃນ ພາສາ ລາວ ເຮົາ ບໍ່ ຈໍາເປັນ ທ ຈະ ຕ້ອງ ມີ ວັຈນານຸກົມ ສໍາລັບ ການຂຽນ ຄໍາ ທ ສະກົດ ດ້ວຍ ຕົວສະກົດ ພິເສດ ກໍ ໄດ້ ເພາະ ເຮົາ ສາມາດ ໃຊ້ ຫລັກເກນ ທ ຂ້າພະເຈົ້າ ໄດ້ກ່າວ ມາ ຂ້າງເທິງນີ້ ກໍ ພຽງພໍ ກັບ ຄວາມຕ້ອງການ ໄດ້ ເຫມືອນກັນ ເເລະ ກໍ ເເນ່ນອນ ວາ ຄັນ ເຮົາ ມີ ວັຈນານຸກົມ ກໍ ຍິ່ງ ເປັນ ຈຸດດີ ເເຕ່ ໃນ ປັດຈຸບັນນີ້ ເຮົາ ບໍ່ ມີ ເເລະ ເຮົາ ຕ້ອງ ໃຊ້ ວິທີ ນີ້ ໄປ ກ່ອນ ຊາມຊາ ລໍຖ້າ ກໍາເນີດ ຂອງ ສິ່ງ ທ ມັນ ຍັງ ບໍ່ ທັນ ມາ ຮອດ

ການຊອກ ກົດ ການຂຽນ ຄໍາ ທີ່ ຂຽນ ດ້ວຍ ພຍັນຊນະ ຈູງ
ຄວາມຫຍຸ້ງຍາກ ໃນ ການຂຽນ ຄໍາລາວ ທີ່ ຂຽນ ດ້ວຍ ພຍັນຊນະ ຕົ້ນພຍາງ ທີ່ ເຮົາ ຮຽກກັນ ວ່າ ພຍັນຊນະ ຈູງ ຈະ ຕັ້ງ ບັນຫາ ຫລາຍເຕີບ ໃຫ້ ເເກ່ ຜູ້ໃຊ້ສອຍ ພາສາ ລາວ ຖ້າ ເຮົາ ຂາດ ພື້ນຖານ ສະນັ້ນ ເພື່ອ ອໍານວຍ ຄວາມສະດວກ ໃນ ການຂຽນ ໃຫ້ ຖືກ ຫລັກ ໂດຍ ບໍ່ ໃຊ້ ວັຈນານຸກົມ ຂ້າພະເຈົ້າ ໄດ້ວາງ ກົົດເກນ ດັ່ງນີ້

  • ຂ້າພະເຈົ້າ ໄດ້ຈັດ ພຍັນຊນະ ລາວ ທັງຫມົດ ເປັນ ສາມ ຫມວດ ເເລະ ຮຽກ ຫມວດ ເຫລົ່ານັ້ນ ວ່າ ຫມວດກໍ ຫມວດຂໍ ເເລະ ຫມວດຄໍ ເເຕ່ວ່າ ຫມວດຄໍ ມີ ຢູ່ ດ້ວຍກັນ ສອງ ຈຸ ( ຣູປຕາ ໑ ) ຍ້ອນວ່າ ຈຸນຶ່ງ ສາມາດ ຈູງ ຈຸສອງ ໄດ້

ຣູປຕາ ໑ - ຫມວດ ຕ່າງໆ ຂອງ ຈໍາພວກ ພຍັນຊນະ
( ເບິ່ງ ຄວາມເປັນມາ ຂອງ ຫມວດ ພຍັນຊນະ ຕ່າງໆ ນະ ທີ່ນີ້ )

ຫມວດກໍ ຈູງ ຫມວດກໍ ( ກໍກໍ ) ?
ມັນ ຈະ ເປັນ ໄປໄດ້ ບໍ ໃນ ກໍຣະນີ ທີ່ ຫມວດກໍ ຈູງ ຫມວດກໍ ດັ່ງ ການສົມມຸດ ຂ້າງລຸ່ມນີ້

  • ກຈາຍ ກດານ ກຕ່າຍ ກບວຍ ກປ໋ອງ
  • ຕກຽງ
  • ປກາດ ປກວດ ປກັນ ປຈວບ ປຈົບປເເຈງ ປປາ

ຖ້າວ່າ ຄໍາ ເຫລົ່ານີ້ ສາມາດ ຈູງ ພຍັນຊນະ ອື່ນ ໃນ ຫມວດ ດຽວກັນ ເຮົາ ຈະ ຕ້ອງ ຂຽນ ດັງ ການສົມມຸດ ຂ້າງເທິງນີ້ ບໍ່ດັ່ງນັ້ນ ພຍາງຫນ້າ ຕ້ອງ ປະກອບ ສຣະອະ ( ◌ະ) ສເມີ ດັ່ງນີ້ ກະຈາຍ ກະດານ ກະຕ່າຍ ກະບວຍ ກະປ໋ອງ ຕະກຽງ ປະກາດ ປະກວດ ປະກັນ ປະຈວບ ປະຈົບປະເເຈງ ປະປາ

ສລຸບເເລ້ວ ພຍັນຊນະ ຫມວດກໍ ບໍ່ ສາມາດ ຈະ ຈູງ ພຍັນຊນະ ຫມວດກໍ ໄດ້ ອັນນີ້ ຄື ເກນ ອັນທີນຶ່ງ ສໍາລັບ ພຍັນຊນະ ຈູງ

ຫມວດກໍ ຈູງ ຫມວດຂໍ ( ກໍຂໍ ) ?
ຖ້າ ພຍາງຫນ້າ ຂອງ ຄໍາໃດ ທີ່ ຂຽນ ຢູ່ ຂ້າງລຸ່ມນີ້ ບໍ່ ໃສ່ ສຣະອະ ( ◌ະ ) ຫມາຍຄວາມວ່າ ພຍັນຊນະ ໃນ ຫມວດກໍ ສາມາດ ຈູງ ພຍັນຊນະ ໃນ ຫມວດຂໍ ໄດ້

  • ກສື ກຖິນ ກຫາຍ
  • ປສານ ປສົມ ປຫານ

ອີງ ຕາມ ການສົມມຸດ ຂ້າງເທິງນີ້ ເຮົາ ບໍ່ ສາມາດ ຈະ ຂຽນ ພຍາງຫນ້າ ເເບບ ໄຮ້ ສຣະອະ ( ◌ະ ) ສລຸບເເລ້ວ ພຍັນຊນະ ໃນ ຫມວດກໍ ບໍ່ ສາມາດ ຈູງ ພຍັນຊນະ ໃນ ຫມວດຂໍ ໄດ້ ອັນນີ້ ຄື ເກນ ອັນທີສອງ

ຫມວດກໍ ຈູງ ຫມວດຄໍ ( ກໍຄໍ ) ?
ຖ້າ ເຮົາ ສາມາດ ຂຽນ ພຍາງຫນ້າ ປາສຈາກ ສຣະອະ ( ◌ະ ) ຫມາຍຄວາມວ່າ ພຍັນຊນະ ຕົ້ນພຍາງ ຂອງ ຄໍານັ້ນ ເປັນ ພຍັນຊນະ ຈູງ

ກໍຄໍ

  • ກຊ້າ ກທ້າງ
  • ປທະ

ກໍຄໍ

  • ກລ່າວ ກວ່າ ( ພຍັນຊນະ ຄວບ ຫມາຍຄວາມວ່າ ເຮົາ ຕ້ອງ ອ່ານ ຄໍານີ້ ເປັນ ພຍາງດຽວ )
  • ກລໍາປີ ຫມາຍຄວາມວ່າ ຕົວກໍ ຈູງ ຕົວລໍ ບໍ່ ໄດ້ ສະນັ້ນ ເຮົາ ຕ້ອງ ຂຽນ “ກະລໍາປີ”
  • ສັກຣາດ ອ່ານວ່າ ສັກ-ກະ-ຫລາດ ໃນ ທໍານອງນີ້ ສຽງ ຂອງ ພຍາງທ້າຍ ຖືກ ຈູງ ດ້ວຍ ຕົວກໍ ( ◌ກ◌ ) ເຖິງ ມັນ ຈະ ຢູ່ ໃນ ກໍຣະນີ ຂອງ ຕົວສະກົດ ພິເສດ ກໍດີ
  • ຕຣູ ( ພຍັນຊນະ ຄວບ )
  • ຕຣວດ ( ພຍັນຊນະ ຄວບ ເເຕ່ ສຽງ ຂອງ ພຍາງທ້າຍ ຖືກ ຈູງ ດ້ວຍ ສຽງ ຂອງ ຕົວຕໍ )
  • ຕລາດ ( ພຍັນຊນະ ຈູງ ຫມາຍຄວາມວ່າ ເຮົາ ຕ້ອງ ອ່ານ ເປັນ ສອງ ພຍາງ )
  • ຕວາ ( ພຍັນຊນະ ຄວບ )
  • ປນາມ ( ຈູງ ບໍ່ ໄດ້ ເເລະ ຖ້າ ຈູງ ໄດ້ ສຽງ ຂອງ ມັນ ຕ້ອງ ເປັນ ປະຫນາມ )
  • ປລາດ ອ່ານວ່າ ປະ-ຫລາດ ( ພຍັນຊນະ ຈູງ )

ສລຸບເເລ້ວ ພຍັນຊນະ ຫມວດກໍ ສາມາດ ຈູງ ພຍັນຊນະ ຫມວດຄໍ ຈຸສອງ ໄດ້ ເເລະ ກໍ ບໍ່ ສາມາດ ຈູງ ພຍັນຊນະ ຫມວດຄໍ ຈຸນຶ່ງ ໄດ້ ອັນນີ້ ຄື ເກນ ອັນ ທີສາມ

ຫມວດຂໍ ຈູງ ຫມວດຂໍ ( ຂໍຂໍ ) ?
ຖ້າ ເຮົາ ມີ ສິດ ຂຽນ ພຍາງຫນ້າ ປາສຈາກ ສຣະອະ ( ◌ະ ) ຫມາຍຄວາມວ່າ ພຍັນຊນະ ຕົ້ນພຍາງ ຂອງ ຄໍານັ້ນ ເປັນ ພຍັນຊນະ ຈູງ

  • ສຖານ ສຫາຍ

ສລຸບເເລ້ວ ເຮົາ ຕ້ອງ ຂຽນ ພຍາງຫນ້າ ຂອງ ຄໍາເຫລົ່ານີ້ ປະກອບ ສຣະອະ ( ◌ະ ) ຫມາຍຄວາມວ່າ ພຍັນຊນະ ໃນ ຫມວດຂໍ ບໍ່ ສາມາດ ຈູງ ພຍັນຊນະ ໃນ ຫມວດ ດຽວກັນ ອັນນີ້ ຄື ເກນ ອັນ ທີສີ່

ຫມວດຂໍ ຈູງ ຫມວດກໍ ( ຂໍກໍ ) ?
ຖ້າ ເຮົາ ມີ ສິດ ຂຽນ ພຍາງຫນ້າ ປາສຈາກ ສຣະອະ ( ◌ະ ) ຫມາຍຄວາມວ່າ ພຍັນຊນະ ຕົ້ນພຍາງ ຂອງ ຄໍານັ້ນ ເປັນ ພຍັນຊນະ ຈູງ

  • ຂບວນ
  • ສກົດ
  • ສບິ່ງ ສບາຍ ສບົງ ສອາດ
  • ສຕາຍ[Style] ບໍ່ ເເມ່ນ ພາສາ ລາວ
  • ສເປນ[Spain] ຖ້າ ຂຽນ ເເບບນີ້ ໄດ້ ເເຕ່ ສຽງ ຂອງ ມັນ ກໍ ບໍ່ ສາມາດ ຈະ ຈູງ ສຽງ ຂອງ ພຍາງ “ເປນ” ໄດ້ ມັນ ກໍ ຕົກ ເປັນ ໂມຄະ ເເຕ່ ການຂຽນ ວິສາມັນນາມ ເພິ່ນ ອະນຸຍາດ ໃຫ້ ຂຽນ ໄດ້ ທະເເນມ ເເຕ່ ອ່ານອອກ ຂຽນໄດ້ ຊຶ່ງ ວິສາມັນນາມ ຫມາຍເຖິງ ຊື່ຄົນ ຊື່ສັດ ຫລື ຊື່ສິ່ງຂອງ

ສລຸບເເລ້ວ ເຮົາ ຕ້ອງ ຂຽນ ພຍາງຫນ້າ ຂອງ ຄໍາເຫລົ່ານີ້ ປະກອບ ສຣະອະ ( ◌ະ ) ຫມາຍຄວາມວ່າ ພຍັນຊນະ ໃນ ຫມວດຂໍ ບໍ່ ສາມາດ ຈູງ ພຍັນຊນະ ໃນ ຫມວດກໍ ໄດ້ ອັນນີ້ ຄື ເກນ ອັນ ທີຫ້າ

ຫມວດຂໍ ຈູງ ຫມວດຄໍ ( ຂໍຄໍ ) ?
ຖ້າ ເຮົາ ມີ ສິດ ຂຽນ ພຍາງຫນ້າ ພຽງເເຕ່ ພຍາງດຽວ ປາສຈາກ ສຣະອະ ( ◌ະ ) ຫມາຍຄວາມວ່າ ພຍັນຊນະ ຕົ້ນພຍາງ ຂອງ ຄໍານັ້ນ ເປັນ ພຍັນຊນະ ຈູງ

ຂໍຄໍ

  • ສທ້ານ ສພານ

ຂໍຄໍ

  • ຂຍາ ດັ່ງ ສັງຂຍາ ( ພຍັນຊນະ ຈູງ )
  • ຂນະ ດັ່ງ ຂະນະ ( ໃນ ຕອນນັ້ນ ) ຂນານ ( ພຍັນຊນະ ຈູງ )
  • ຂເມນ ຂຣະ ດັ່ງ ອັກຂຣະ ຊຶ່ງ ອ່ານວ່າ ອັກ-ຂະ-ຫລະ ( ພຍັນຊນະ ຈູງ )
  • ສງ່າຜ່າເຜີຍ ( ພຍັນຊນະ ຈູງ ເເຕ່ ຕ້ອງ ເບິ່ງ ກໍຣະນີ ສຽງເອກ )
  • ສຍາມ ສຍອງ ( ພຍັນຊນະ ຈູງ )
  • ສນາມ ສເນ ສເນ່ ສນາ/ສາສນາ ສນອງ ຯລຯ ( ພຍັນຊນະ ຈູງ )
  • ສມານ ສມໍ່າສເມີ ( ພຍັນຊນະ ຈູງ )
  • ລັກສນະ ອ່ານວ່າ ລັກ-ສະ-ນະ ບໍ່ ຕົກ ຢູ່ ໃນ ກໍຣະນີ ຂອງ ພຍັນຊນະ ຈູງ
  • ສຣະ ອ່ານວ່າ ສະ-ຫລະ ( ພຍັນຊນະ ຈູງ )
  • ສລອງ ເເສງສວ່າງ ສວາມີພັກ ( ພຍັນຊນະ ຈູງ )
  • ຝຣັ່ງ ( ພຍັນຊນະ ຈູງ ) ຊຶ່ງ ອ່ານວ່າ ຝະ-ຫລັ່ງ ຫລື ຝາ-ຫລັ່ງ ເເລະ ຄົນລາວ ສ່ວນຫລາຍ ໃນ ປັດຈຸບັນນີ້ ມັກ ອ່ານ ເປັນ ພຍັນຊນະ ຄວບ ຫລາຍກວ່າ ຄື ອ່ານ ເປັນ ພຍາງ ດຽວ ເທົ່ານັ້ນ ໂດຍ ຫັນ ລີ້ນ ພຍັນຊນະ “ຝຣ”

ສລຸບເເລ້ວ ພຍັນຊນະ ໃນ ຫມວດຂໍ ສາມາດ ຈູງ ພຍັນຊນະ ໃນ ຫມວດຄໍ ຈຸສອງ ໄດ້ ເເລະ ກໍ ບໍ່ ສາມາດ ຈູງ ພຍັນຊນະ ຫມວດຄໍ ຈຸນຶ່ງ ໄດ້ ອັນນີ້ ຄື ເກນ ອັນ ທີຫົກ

ຫມວດຄໍ ຈູງ ຫມວດຄໍ ( ຄໍຄໍ ) ?
ຖ້າ ເຮົາ ມີ ສິດ ຂຽນ ພຍາງຫນ້າ ປາສຈາກ ສຣະອະ ( ◌ະ ) ຫມາຍຄວາມວ່າ ພຍັນຊນະ ຕົ້ນພຍາງ ຂອງ ຄໍານັ້ນ ເປັນ ພຍັນຊນະ ຈູງ

ຄໍຄໍ

  • ປະກົດ ວ່າ ບໍ່ ມີ ຈັກຕົວ ເລີຍ

ຄໍຄໍ

  • ຄນະ ( ພຍັນຊນະ ຈູງ )
  • ຊນະ ( ພຍັນຊນະ ຈູງ )
  • ຊເງີ້ ( ບໍ່ ຂຽນ ເເບບນີ້ ເເລະ ກໍ ບໍ່ ເປັນ ພຍັນຊນະ ຈູງ ເຫມືອນກັນ )
  • ຊຍາ ດັ່ງ ປຣັຊຍາ ເເຕ່ ມັນ ຢູ່ ໃນ ກໍຣະນີ ຂອງ ຕົວສະກົດ ພິເສດ
  • ວັທນາ ( ຊຶ່ງ ຕົວທໍ ເປັນ ຕົວສະກົດ ພິເສດ ເເລະ ກໍ ບໍ່ ຕັ້ງ ຢູ່ ໃນ ເກນ ຂອງ ພຍັນຊນະ ຈູງ )
    • ທນະບັດ ທະເຍີທຍານ ( ບໍ່ ຂຽນ ເເບບນີ້ ຍ້ອນ ບໍ່ ເປັນ ພຍັນຊນະ ຈູງ )
  • ພຍາ ທີ່ ເເຜງ ຈາກ ພຣະຍາ ( ພຍັນຊນະ ຈູງ )
  • ພຍາດ ພຍາງ ພຍາຍາມ ( ພຍັນຊນະ ຈູງ )
    • ພະວັງ ເເຜງ ມາຈາກ ພຣະວັງ ເເລະ ບໍ່ ເປັນ ພຍັນຊນະ ຈູງ
  • ພນະ ດັ່ງ ພນະທ່ານ ( ພຍັນຊນະ ຈູງ )
    • ພເນຈອນ ຈະ ບໍ່ ຂຽນ ເເບບນີ້ ເພາະວ່າ ບໍ່ ເປັນ ພຍັນຊນະ ຈູງ
    • ພມ້າ ( ບໍ່ ຂຽນ ເເບບນີ້ ເພາະວ່າ ບໍ່ ເປັນ ພຍັນຊນະ ຈູງ )
  • ພລັນ ຫລື ພັນກັນ ( ພນັນ ກັນ ) ເປັນ ພຍັນຊນະ ຄວບ ຖ້າ ເຮົາ ຂຽນ ພລັງ ມັນ ບອກ ເຖິງ ການເພພັງ ຊຶ່ງ ພລັງ ເປັນ ພຍັນຊນະ ຄວບ
    • ພລັງ ( ກໍາລັງມັງຊາ ຕ້ອງ ຂຽນ “ພະລັງ” ເພາະວ່າ ບໍ່ ເປັນ ພຍັນຊນະ ຈູງ ຖ້າ ຂຽນ ເເບບນີ້ “ພລັງ” ມັນ ເປັນ ພຍັນຊນະ ຄວບ ເເລະ ຫມາຍເຖິງ ພັງ ຫລື ເພພັງ )
    • ພຈົນໄພ ບໍ່ ເປັນ ພຍັນຊນະ ຈູງ ສະນັ້ນ ມັນ ຈະ ບໍ່ ຂຽນ ເເບບນີ້ ຕ້ອງ ຂຽນ “ພະຈົນໄພ”

ຖ້າ ທ່ານ ເຂົ້າໃຈ ເເທ້ ໃຫ້ ທ່ານ ລອງ ທວາຍ ວ່າ ຄໍາ ຂ້າງລຸ່ມນີ້ ຕ້ອງ ຂຽນ ເເນວໃດ ?

  • ພຍົດ ຫລື ພະຍົດ

ຄໍຄໍ

  • ລວາ ( ພຍັນຊນະ ຄວບ )

ເກນ ຕ່າງໆ ໃຫ້ ທ່ານ ອີງ ເອົາ ຕາມ ຣູປຕາ ຂ້າງລຸ່ມນີ້ ໃນ ການຂີດຂຽນ ຫນັງສື ລາວ ເພື່ອ ໃຫ້ ຖືກ ຕ້ອງ ຕາມ ຫລັກ ຂອງ ກົມ ວັນນະຄະດີ ລາວ ( ຣູປຕາ ໒ )

ສລຸບຄວາມ || Conclusion
ຖ້າ ພຍາງໃດ ປະກອບ ດ້ວຍ ພຍັນຊນະ ຄວບ ຢູ່ ເເລ້ວ ເຮົາ ຈະ ເອົາ ພຍັນຊນະ ຄວບ ຊນິດ ດຽວກັນນັ້ນ ໄປ ຂຽນ ເປັນ ພຍັນຊນະ ຈູງ ບໍ່ ໄດ້ ດັ່ງ “ພລັນ” ເປັນ ພຍັນຊນະ ຄວບ ເເຕ່ ເຮົາ ຈະ ເອົາ ມາ ຂຽນ ພລັງ[ພະ-ລັງ] ເປັນ ພຍັນຊນະ ຈູງ ບໍ່ ໄດ້ ສະນັ້ນ ເຮົາ ຈໍາເປັນ ຈະ ຕ້ອງ ຕື່ມ ສຣະອະ ( ◌ະ ) ໃສ່ ພຍາງຫນ້າ ສເມີ ເຖິງເເມ່ນວ່າ ການອ່ານ ຈະ ມີ ສຽງ ໄວ ຜິດ ປົກຕິ ກໍ ຕາມ ທັງນີ້ ເພື່ອ ຫມາຍ ຄວາມເເຕກຕ່າງ ເເລະ ຫມາຍ ຣະບຽບ ອັນ ເເນ່ນອນ ສໍາລັບ ກົດເກນ ການຂຽນ ຄໍາລາວ ຣະຫວ່າງ ພຍັນຊນະ ຈູງ ເເລະ ພຍັນຊນະ ຄວບ ນັ້ນເອງ

ເມື່ອ ຂ້າພະເຈົ້າ ເຫັນ ເພິ່ນ ຂຽນ ພໄທ[ພະ-ໄທ] ເປັນ ພຍັນຊນະ ຈູງ ຂ້າພະເຈົ້າ ຈຶ່ງ ຄິດ ສະເດີດ ຂຶ້ນວ່າ ມັນ ຄົງ ເປັນ ການຜິດພາດ ເພາະວ່າ ເມື່ອ ກ່ອນນີ້ ຂ້າພະເຈົ້າ ກໍ ຍັງ ບໍ່ ທັນ ໄດ້ຈັດ ເປັນ ກົດເກນ ເເບບນີ້ ເທື່ອ

ຣູປຕາ ໒ - ຫມວດ ທີ່ ຈູງ ຫມວດອື່ນ ໄດ້

ລູກສອນ ໃນ ຣູປຕາ ໒ ຂ້າງເທິງນີ້ ຫມາຍເຖິງ ຫມວດ ພຍັນຊນະ ທີ່ ສາມາດ ຫລື ທີ່ ມີ ສິດ ຈູງ ພຍັນຊນະ ໃນ ຫມວດອື່ນ ໄດ້ ເເລະ ພຍັນຊນະ ໃນ ຫມວດ ດຽວກັນ ບໍ່ ມີ ສິດ ເປັນ ພຍັນຊນະ ຈູງ ໄດ້

ເຖິງຢ່າງໃດກໍດີ ການພິກໄຫວ ທີ່ ຂ້າພະເຈົ້າ ໄດ້ກ່າວ ຂ້າງເທິງນີ້ ຫມາຍເຖິງ ຄວາມສາມາດ ຂອງ ທ່ານ ໃນ ການສັງເກນ ເພື່ອ ຈະ ຂຽນ ຄໍາລາວ ຕ່າງໆ ໃຫ້ ຖືກຕ້ອງ ປາສຈາກ ວັຈນານຸກົມ ນັ້ນເອງ ໂດຍ ໃຊ້ ເເຜງ ຂອງ ຫມວດ ພຍັນຊນະ ຂ້າງເທິງນີ້ ເປັນ ຕົວເພິ່ງ

ຄໍາ ທີ່ ມີ ສຽງ ດຽວກັນ || Homophonie / Homophony
ສ່ວນ ການຂຽນ ຄໍາລາວ ທີ່ ມີ ສຽງ ດຽວກັນ ຊຶ່ງ ເປັນ ສຽງເອກ ທັງນັ້ນ ເກືອບ ໑໐໐% ເເລະ ໃນ ການລໍຖ້າ ວັຈນານຸກົມ ທີ່ ຍັງ ເປັນລົມເປັນເເລ້ງ ຢູ່ນັ້ນ ຂ້າພະເຈົ້າ ຂໍ ສເນີ ຂໍ້ ສັງເກດ ຢ່າງນຶ່ງ ຄື ຖ້າວ່າ

  • ຄໍາໃດ ທີ່ ເຮົາ ສົງໄສ ເເລະ ທີ່ ມີ ສຽງ ດຽວກັນ ກັບ ຄໍາອື່ນ ໃຫ້ ທ່ານ ເອົາ ຄໍານັ້ນ ປຽບ ໃສ່ ສໍານວນ ຄໍາເວົ້າ ພາສາ ລາວ ດັ່ງນີ້
    • ຂ່າ ຫລື ຄ່າ =====> ໃຫ້ ທຽບ ໃສ່ ຄໍາ ຂ່າຂີງ ຫລື ຂີງຂ່າ ຄຸນຄ່າ
    • ຂູ່ ຫລື ຄູ່ =====> ໃຫ້ ທຽບ ໃສ່ ຄໍາ ຂົ່ມຂູ່ ຄູ່ຄຽງ ຄູ່ຄອງ ຄູ່ຄຸມ
    • ໄຂວ່ ຫລື ໄຄວ່ =====> ( ຄົງ ຈະ ເເມ່ນ ຄວາມເປັນຈິງ ເເນວດຽວກັນ ຣະຫວ່າງ ສອງ ຄໍາ ນີ້ )
      • ໄຂວ່ =====> ຝົນ ຕົກ ບໍ່ ໄຂວ່ ເມືອງ ( ບໍ່ ທົ່ວ ເມືອງ ) ຫລື ຢາຍ ນໍ້າ ບໍ່ ໄຂວ່ ກັນ
      • ໄຄວ່ =====> ໄຄວ່ ເລກ ຄູນ / ໄຄວ່ ຂັດຂວາງ
    • ສ່າ ຫລື ຊ່າ ====> ສ່າສານ ສ່າເຫລົ້າ ສ່າຂີ້ ( “ສາມສ່າ” ມາ ຈາກ ຈັງຫວະ Cha-cha-cha ຊຶ່ງ ເປັນ ຄວາມຢືມ ທີ່ ເຮົາ ຕ້ອງ ຂຽນ ເເບບນີ້ ) / ຊ່າລື
    • ສໍ່ ຫລື ຊໍ່ =====> ໃຫ້ ທຽບ ໃສ່ ຄໍາ ສັບສໍ່ / ຊໍ່ຊ້ອງ ( ຊໍ່ຟ້າ ຫລື ຊໍ່ ດອກໄມ້ )
    • ສັ່ງ ຫລື ຊັ່ງ =====> ໃຫ້ ທຽບ ໃສ່ ຄໍາ ສັ່ງສອນ / ຊັ່ງຊາ
    • ສ່ອງ ຫລື ຊ່ອງ =====> ໃຫ້ ທຽບ ໃສ່ ຄໍາ ສ່ອງເເສງ ( ສອດສ່ອງ ເເຕ່ ບໍ່ ເເມ່ນ ສ່ອງຊອດ ) / ຊ່ອງຊີ້ ( ຊ່ອງທາງ )
    • ສິ້ນ ຫລື ຊິ້ນ =====> ໃຫ້ ທຽບ ໃສ່ ຄໍາ ສິ້ນສຸດ[ຊິ້ນ-ສຸດ] ( ເເລະ ສິ້ນນຸ່ງ[ສິ້ນ-ນຸ່ງ] ) / ຊິ້ນສ່ວນ ຊິ້ນເຄີຍ
    • ເສື່ອມ ຫລື ເຊື່ອມ => ເສື່ອມເສັຽ ( ຄວາມສີວິໄລ ເສື່ືອມ ເສື່ອມໂຊມ ເສື່ອມຊຶມ ເສື່ອມເຂົ້າກັນ / ( ບໍ່ ມີ ເຊື່ອມ )
    • ຖ່າ ຫລື ທ່າ =====> ໃຫ້ ທຽບ ໃສ່ ຄໍາ ທ່າທີ ( ຖ່າ ບໍ່ ມີ ໃນ ຄວາມລາວ )
    • ຖ່ອງ ຫລື ທ່ອງ =====> ໃຫ້ ທຽບ ໃສ່ ຄໍາ ຖ່ອງຖົງ ( ເກິ່ງນຶ່ງ / ເຄິ່ງນຶ່ງ ) / ທ່ອງທ່ຽວ ( ໂຖ່ນໍ້າ ໂຖ່ນາ = ບຸ ໄປ ຜ່າ ໄປ / ເຈົ້າໂຖ່ ໃນ ວົງໂປ ວົງໄພ້ “ເເມ່ນ ໃຜ ເປັນ ເຈົ້າໂຖ່ ?” ອ້າຍ ສົມບຸນ ເປັນ ເຈົ້າໂຖ່ )
    • ເເຜ່ ຫລື ເເພ່ =====> ໃຫ້ ທຽບ ໃສ່ ຄໍາ ເຜີຍເເພ່ ເເຜ່ເງິນ ເເພ່ຜາຍ ເເພ່ພື ( ຝັງສາຍເເຮ່ ເເພ່ສາຍບື )
    • ຜ່າຍ ຫລື ພ່າຍ =====> ໃຫ້ ທຽບ ໃສ່ ຄໍາ ພ່າຍເເພ້ ( ຜ່າຍ ບໍ່ ມີ ໃນ ຄວາມລາວ )
    • ມ່າ ຫລື ຫມ່າ ===> ຕົກຂມ່າ / “ຫມ່າ ເຂົ້າ”
    • ມົ່ນ ຫລື ຫມົ່ນ =====> ຫມົ່ນຫມອງ ສີຫມົ່ນ ( ບໍ່ ມີ ມົ່ນ ໃນ ພາສາ ລາວ )
    • ລໍ່ ຫລື ຫລໍ່ =====> ໃຫ້ ທຽບ ໃສ່ ຄໍາ ຫລໍ່ຫລອມ / ລໍ່ລ້ຽງ => ລໍ່ ນໍ້າ ໄປ ໃສ່ ຕົ້ນໄມ້ / ໄປ ລ້ຽງ ຕົ້ນໄມ້
    • ຫ່າ ຫລື ຮ່າ =====> ໃຫ້ ທຽບ ໃສ່ ຄໍາ ຫ່າຫູງ ( ຜີຫ່າຜີຫູງ ຫລື ຕາຍຫ່າຕາຍຫູງ ຮ່າຝົນ )
    • ເເຫ່ ຫລື ເເຮ່ =====> ໃຫ້ ທຽບ ໃສ່ ຄໍາ ເເຫ່ເເຫນ / ຫີນເເຮ່ ເເຮ່ສາຍບື ບໍ່ເເຮ່
    • ຫໍ່ ຫລື ຮໍ່ =====> ຮັກຮໍ່ / ຫໍ່ຫຸ້ມ ( ຫໍ່ຫມົກ )
    • ຫໍ່າ ຫລື ຮໍ່າ =====> ຮໍ່າຮຽນ ຮໍ່າຮອນ(ເຖິງນ້ອງ) / ຮໍ່າຫົວ ມັນ ໂລດ / ຮໍ່າຫັ່ນ ປະຫັດປະຫານ = ຕີ ເເບບ ບໍ່ ໄວ້ ຫນ້າ ( ຄົງ ບໍ່ ມີ ຫໍ່າ )
    • ຫ່າງ ຫລື ຮ່າງ => ຫ່າງເຫີນ ຫ່າງຫົນ ຫ່າງທາງ / ຮ່າງຮອຍ ຮ່າງຮູບ ຮ່າງກາຍ ໂຄງຮ່າງ
    • ຫ່ອງ ຫລື ຮ່ອງ => ( ຫ່ອງ ຄົງ ບໍ່ ມີ ໃນ ຄວາມລາວ ) / ຮ່ອງຮອຍ ( ຮ່ອງ ຄອງ )
    • ຯລຯ

ສິ່ງ ເຫລົ່ານີ້ ເເລ ຊຶ່ງ ເຮົາ ຕ້ອງ ຊອກຫາ ສໍານວນ ຄໍາເວົ້າ ໃຫ້ ເຂົ້າກັນ ກັບ ຄໍາໃດຄໍານຶ່ງ ທີ່ ມີ ສຽງ ດຽວກັນ ພາຍໃນ ຄໍາ ທັງສອງ ນັ້ນ ເພາະວ່າ ຈໍານວນ ຄໍານຶ່ງໆ ທີ່ ມີ ສຽງ ດຽວກັນ ຈະ ຢູ່ ພາຍໃຕ້ ສອງ ຄໍາ ເທົ່ານັ້ນ ( ຖ້າ ທ່ານ ຊອກ ໄດ້ ກະຣຸນາ ໃຫ້ ທ່ານ ຂຽນ ໃສ່ ຂ້າງລຸ່ມນີ້ ດ້ວຍ ຈະ ເປັນ ພຣະຄຸນ ຢ່າງສູງ )

ຕົວຢ່າງ ວ່າ ທ່ານ ຢາກ ຂຽນ ຄໍາ ເເຮ່ ຫລື ເເຫ່ ທີ່ ເປັນ ອະໄວຍະວະ ເເຕ່ ທ່ານ ບໍ່ ຮູ້ວ່າ ຄໍາໃດ ເຂົ້າ ກັບ ຄວາມຕ້ອງການ ຂອງ ທ່ານ ທ່ານ ຕ້ອງ ຊອກຫາ ສໍານວນ ຄໍາເວົ້າ ເເຫ່ເເຫນ ຊຶ່ງ “ເເຫ່” ອັນນີ້ ບໍ່ ເເມ່ນ ອະໄວຍະວະ ກໍ ຫມາຍຄວາມວ່າ ເເມ່ນ “ເເຮ່” ຕົວນີ້ ທີ່ ທ່ານ ຕ້ອງການ ຂຽນ

ເມື່ອ ມີ ສໍານວນ ຄໍາເວົ້າ ຢູ່ ເເລ້ວ ເເລະ ຖ້າ ຄໍາໃດ ບໍ່ ເຂົ້າ ໃນ ກໍຣະນີ ສໍານວນ ຄໍາເວົ້າ ຂອງ ລາວ ເເບບນີ້ ຫມາຍຄວາມວ່າ ເຮົາ ຂຽນ ຄໍານັ້ນ ບໍ່ ຖືກ

ອັນນີ້ ຄື ບົດຊ່ອຍ ຄວາມຊົງຈໍາ ຂັ້ນ ພື້ນຖານ ( Aide-mémoire de base ) ຂອງ ຄໍາ ທີ່ ມີ ສຽງ ດຽວກັນ ໃນ ການຂີດຂຽນ ພາສາ ລາວ ເເລະ ມັນ ກໍ ຍັງ ບໍ່ ສິ້ນສຸດ ພຽງ ເທົ່ານີ້ ເພາະ ມັນ ຍັງ ສາມາດ ດໍາເນີນ ໄປ ໄກ ກວ່າ ນີ້ ອີກ ເເຕ່ວ່າ ໃຫ້ ທ່ານ ຊອກຫາ ພາກສ່ວນ ກ່ຽວຂ້ອງ ເອົາເອງ ( ເເປວ່າ ດ້ວຍ ທ່ານເອງ )


ສາກ ເອົາ ບົດຄວາມ ບົດນີ້ ລົງ ມາ ໄວ້ ໃຊ້
Télécharger cet article en – Download this article in
PDF1 PDF2 PDF3 PDF4

------ oOo ------

ຄໍາອຸທິດ

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣານຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ພ້ອມທັງ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ເເລະ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

K. Phouphetlinthong

ບັນທຶກ /Notes

[1] ຄອບ + ນາມ : ຍ້ອນ ( ໄດ້ຍ້ອນ ໄປ ໃນ ທາງ ດີ ) ຜົວ ເປັນ ເພັຽ ຄອບ ເມັຽ ພາ ຮູ້

2 ສານ ຈາກ ໂຟຣັອມ ພາຍໃນ /Messages de forum

  • ວິທີ ຂຽນ ໒໐ ເດືອນ ທັນວາ/décembre  ຄສ. 2012 09:02

    Thank you very much professor Khampheo Phouphetlinthong. I have learned so many things with you.

    ຕອບສານ ສະບັບນີ້

  • ວິທີ ຂຽນ ໒໒ ເດືອນ ທັນວາ/décembre  ຄສ. 2012 09:48

    ຂອບໃຈນໍາທ່ານຄໍາເເພວ ທີ່ໄດ້ເສັຽສລະເວລາ ອັນມີຄຸນຄ່າຂອງຕົນເອງ ເຮັດວຽກເປັນປໂຍດ ປະໄວ້ໃຫ້ເເກ່ລູກໆຫລານໆ ຂອງຄົນລາວເຮົາ ທ່ານເປັນຄົນມີສາຍຕາກວ້າງໄກກວ່າຄົນລາວຄົນອື່ນ ໃນໂລກນີ້
    ສີບຸນເຮືອງ

    ຕອບສານ ສະບັບນີ້

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0