ພາສາ ລາວ - La langue lao ບົນ ລາວເເພນ
ຫນ້າທໍາອິດ > ໄວຍາກອນ ລາວ - Grammaire lao - Lao grammar

ໄວຍາກອນ ລາວ - Grammaire lao - Lao grammar

ຂຽນລົງ ເມື່ອ ວັນທີ : ໑ ເດືອນ ພຶສຈິກາ/ພະຈິກ/novembre  ຄສ. 2016.

ໄວຍາກອນ ຍັງ ບໍ່ ເປັນ ພຽງເເຕ່ ຫລັກ ຂອງ “ການສະກົດ” ເເລະ “ການອ່ານ” ຢ່າງດຽວ ເເຕ່ ມັນ ຍັງ ເປັນ ຫລັກ ການໃຊ້ ຖ້ອຍຄໍາ ໃຫ້ ຖືກຕ້ອງ ຕາມ ພາສາ ລາວ ທີ່ ເຄີຍ ມີ ມາ ເເຕ່ ດັ້ງເດີມ ອີກດ້ວຍ ພ້ອມທັງ ການຂຽນ ປໂຍກ ຕ່າງໆ ໃນ ພາສາ ລາວ ໃຫ້ ຖືກ ກັບ “La logique de la langue” ຊຶ່ງ ການສະກົດ ເປັນ ພຽງ ສ່ວນ ເລັກນ້ອຍ ເທົ່ານັ້ນ ຂອງ ໄວຍາກອນ

ການຂີດຂຽນ ເເລະ ການປາກເວົ້າ ພາສາ ລາວ ຕ້ອງ ຍຶດຫມັ້ນ ໃນ ການວາງ ຫລັກ ຂອງ ປໂຍກ ນຶ່ງໆ ສເມີ ຄື ປໂຍກນຶ່ງ ຕ້ອງ ມີ ປະທານ ເເລະ ກິຣິຍາ ຢ່າງຕໍ່າສຸດ ( ນົກ ບິນ ) ເເລະ ສ່ວນຫລາຍ ປໂຍກນຶ່ງ ຈະ ຕ້ອງ ມີ ປະທານ ກິຣິຍາ ເເລະ ກັມ ເເລະ ອື່ນໆ ອີກ ( ຂ້ອຍ ກິນ ເຂົ້າ ຢູ່ ຫ້ອງນອນ )

  • ( ຂພຈ ສັງເກດ ເຫັນ ການປາກເວົ້າ ພາສາລາວ ໃນ ປັດຈຸບັນ ເປັນ ພຽງເເຕ່ ການເເປ ຈາກ ພາສາ ຕ່າງ ປະເທດ ໂດຍ ບໍ່ ຄໍານຶງ ເຖິງ ຫລັກ ຂອງ ປໂຍກ ໃນ ພາສາ ລາວ )

ການອ້າງ ຂໍ້ມູນ ວ່າ ທ່ານ ຮູ້ຈັກ ຂຽນ ພຍາງ “ຢ່າງດຽວ” ໃຫ້ ຖືກ ກັບ ຫລັກໃຫມ່ ຫລື ກັບ ຫລັກເກົ່າ ບໍ່ ໄດ້ຫມາຍເຖິງ ຄວາມສາມາດ ອັນເເທ້ຈິງ ຂອງ ທ່ານ ປະການໃດ ທັງສິ້ນ ຊຶ່ງ ການອ້າງ ຂໍ້ມູນ ເເບບນີ້ ເດັກນ້ອຍ ກໍ ອ້າງໄດ້ ເຊັ່ນດຽວກັນ ນັ້ນເເລ

ເພິ່ນ ໄດ້ເເບ່ງ ໄວຍາກອນ ລາວ ເປັນ ສີ່ ພາກ ຄື

  • ອັກຂຣະວິທີ ທີ່ ບົ່ງບອກ ການຂຽນ ເເລະ ການອ່ານ ໃຫ້ ຖືກຕ້ອງ ຕາມ ຫລັກ ໄວຍາກອນ
  • ວາຈີວິພາກ ທີ່ ບົ່ງບອກ ການໃຊ້ ຖ້ອຍຄໍາ ໃຫ້ ຖືກຕ້ອງ ກັບ ການປາກເວົ້າ ຂອງ ພາສາ ລາວ
  • ວາກຍະສັມພັນ ທີ່ ກ່າວເຖິງ ການຂຽນ ປໂຍກ ຕ່າງໆ ໃຫ້ ຖືກຕ້ອງ ກັບ ຫລັກ ຂອງ ພາສາ ລາວ ( ຝຣັ່ງ. La logique de la langue )
  • ສັນທະລັກສນະ ທີ່ ກ່າວເຖິງ ວິທີ ຂຽນ ກາບກອນ ຕ່າງໆ ນອກຈາກນີ້ ຂ້າພະເຈົ້າ ຈະ ຕື່ມ ວິທີ ເເຕ່ງ ເພງ ເພີ່ມເຕີມ ໃສ່ ຢູ່ ທ້າຍ ຂອງ ປຶ້ມ ເຫລັ້ມນີ້
SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0