ພາສາ ລາວ - La langue lao ບົນ ລາວເເພນ

ພຍາງ - ພຍາງເປັນ - ພຍາງຕາຍ

ວັນສຸກ ທີ ໒໕ ເດືອນ ພຶສຈິກາ/ພະຈິກ/novembre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

໑- ທາຕຸສາດ || Etymologie / Etymology
ຂ້າພະເຈົ້າ ຊອກຫາ ຄໍາ ເຄົ້າ ຂອງ ຄໍາ ພຍາງ ນີ້ ມາ ໄດ້ ດົນ ເເລ້ວ (ຫລາຍ ປີ ເເລ້ວ) ໃນ ວັຈນານຸກົມ ບາລີ ເເລະ ສັນສະກຣິດ ຕ່າງໆ ຈົນ ມາ ຮອດ ເທົ່າ ທຸກ ມື້ ນີ້ ຂ້າພະເຈົ້າ ກໍ ຍັງ ບໍ່ ທັນ ເຈິ ມັນ ເທື່ອ ສະນັ້ນ ຈຶ່ງ ບອກ ທ່ານ ດ້ວຍ ຄວາມເເນ່ນອນ ບໍ່ ໄດ້ ວ່າ ຄໍາເຄົ້າ ເເທ້ໆ ຂອງ ຄໍາ "ພຍາງ" ນີ້ ເປັນ ຄໍາ ເເນວໃດ ກັນ ເເທ້ (ບາງທີ ມັນ ອາດ ເປັນ ຄໍາລາວ ເຮົາ ເອງ ກໍ ເປັນ ໄດ້)

  • ໄທຍ ຂຽນ ເປັນ "ພຍາງຄ໌" ຄັນ ເຮົາ ຈະ ໄປ ຖື ວ່າ ໄທຍ ຂຽນ ຕາມ ເຄົ້າ ຫລາຍ ກໍ ບໍ່ ໄດ້ ເນື່ອງຈາກວ່າ ອັກຂຣະວິທີ ໄທຍ ຂາດ ຄວາມເເນ່ນອນ ເເລະ ຂາດ ຄວາມຕາຍຕົວ ໃນ ການເເຜງ ອັກຂຣະ ຕ່າງໆ ນັ້ນເອງ
  • ຄໍາ "ພຍາງ" ມີ ພຍາງ ຢູ່ ດ້ວຍກັນ ສອງ ພຍາງ ຄື "ພະ" ເເລະ "ຍາງ" ຊຶ່ງ "ພະ" ທີ່ ເປັນ ພຍາງ ຕົ້ນ ຫລື ພຍາງ ຫນ້າ ຂຽນ ດ້ວຍ ຕົວພໍ (ພ) ຢ່າງ ດຽວ ປາສຈາກ ສຣະອະ (‍◌ະ) ເນື່ອງຈາກວ່າ ຄໍາ ນີ້ ຂຽນ ດ້ວຍ ພຍັນຊນະ ຈູງ ອັນ ມີ ພຍັນຊນະ ຕົ້ນ ພຍາງ ຢູ່ ດ້ວຍກັນ ສອງ ຕົວ ສເມີ ເເລະ ເພິ່ນ ຈະ ອ່ານ ຄໍາ ດັ່ງກ່າວ ນີ້ ເປັນ ສອງ ພຍາງ ຕລອດ ໄປ

໒- ໂຄສະຕິກ || Phonétique / Phonetics

  • "ພ" ທີ່ ອ່ານ ວ່າ "ພະ" ມີ ນໍ້າສຽງ ສູງ ຢ່ອນ (ໃຫ້ ເບິ່ງ ບົດຄວາມ ວ່າດ້ວຍ ນໍ້າສຽງ) ຫມາຍຄວາມວ່າ ສຽງ ຂອງ ມັນ ຈະ ເລີ້ມ ຈາກ ສຽງ ສູງ ເເລ້ວ ຫລັງຈາກນັ້ນ ສຽງ ຂອງ ມັນ ຈຶ່ງ ດັກ ລົງ (fr. ton haut descendant /en. high falling)
  • "ຍາງ" ກໍ ມີ ນໍ້າສຽງ ສູງ ຢ່ອນ ເຊັ່ນ ດຽວ ກັນ ກັບ ຄໍາ ພ[ພະ]
  • "ພຍາງ" ກໍ ຕ້ອງ ມີ ນໍ້າສຽງ ສູງ ຢ່ອນ ນໍາ ກັນ ທັງນັ້ນ
    • ເນື່ອງຈາກວ່າ ພຍາງ ຫລັງ ຕ້ອງ ເເອບ ເອົາ ນໍ້າສຽງ ຂອງ ພຍາງ ຫນ້າ ສເມີ ຊຶ່ງ ຄໍາອະທິບາຍ ຂໍ້ ນີ້ ໃຫ້ ຖື ເປັນ ຫລັກ ໄວຍາກອນ ອັນ ສໍາຄັນ ສໍາລັບ ການອ່ານ ຫນັງສື ລາວ ທີ່ ຂຽນ ດ້ວຍ ພຍັນຊນະ ນໍາ ທຸກໆ ຄໍາ ເເລ

໓- ພຍາງ || Syllabe / Syllable
ພຍາງ ຫມາຍເຖິງ ສຽງ ເເຕ່ລະ ສຽງ ຂອງ ຄໍາ ນຶ່ງໆ ທີ່ ເຮົາ ອ່ານ ມັນ ຢູ່ ນັ້ນ ຫລື ທີ່ ເຮົາ ເວົ້າ ອອກ ເປັນ ຖ້ອຍຄໍາ ນັ້ນເອງ ເພື່ອ ໃຫ້ ຜູ້ຟັງ ເຂົ້າໃຈ ໄດ້ ເເຕ່ ບໍ່ ໄດ້ ຫມາຍຄວາມວ່າ ເຮົາ ຈະ ເຂົ້າໃຈ ພຍາງ ໄດ້ ທຸກໆ ພຍາງ ເພາະວ່າ ພຍາງ ລາງ ຕົວ ກໍ ບໍ່ ມີ ຄວາມຫມາຍ ດັ່ງ ຕົວຢ່າງ ຂ້າງ ລຸ່ມ ນີ້

  • ກະ ດັ່ງ ກະຕ່າ ກະບຸງ ກະເປົ໋າ
  • ສ[ສະ] ດັ່ງ ສລາຍ[ສະ-ຫລາຍ] ສລອງ[ສະ-ຫລອງ] ສມອງ[ສະ-ຫມອງ] ສວັນ[ສະ-ຫວັນ]
  • ຕ[ຕະ] ດັ່ງ ຕລາດ[ຕະ-ຫລາດ] ຕມາດ[ຕະ-ຫມາດ]
  • ນັກ ດັ່ງ ນັກມວຍ ນັກການເມືອງ ນັກກິນເມືອງ ເປັນຕົ້ນ
    • ຊຶ່ງ ພຍາງ "ກະ ສະ ຕະ" ບໍ່ ມີ ຄວາມຫມາຍ ໃດໆ ໃນ ຄວາມລາວ ເພາະ ເຮົາ ເເປ ມັນ ບໍ່ ໄດ້ ອັນ ນີ້ ຄື ຄວາມຫມາຍ ຂອງ ພຍາງ ເເຕ່ວ່າ ພຍາງ "ນັກ" ທີີ່ ຢູ່ ຂ້າງ ຫນ້າ ພຍາງ ອື່ນ ນັ້ນ ມີ ຄວາມຫມາຍ ຄືດັ່ງ ນັກຕໍ່ ນັກສົນ ນັກຂີ້ສໍ້ ນັກສວຍໂອກາດ ນັກສັງເກດການ ນັກເບິ່ງລ້າໆ ນັກຈັບຜິດ ເປັນຕົ້ນ ຄັນ ມັນ ເປັນ ຄໍາໂທນ (ລ້າໆ) "ນັກ" ຈຶ່ງ ບໍ່ ມີ ຄວາມຫມາຍ

ເມື່ອ ເຮົາ ອີງ ຕາມ ການປະຕິບັດ ເເລ້ວ ຄົນລາວ ສ່ວນຫລາຍ ມັກ ຕີ ຄໍາເວົ້າ "ພຍາງ" ນີ້ ເປັນ "ຄໍາ" ດັ່ງ ຖ້ອຍຄໍາ ນັ້ນ ຫລາຍກວ່າ (ເເທນທີ່ ຈະ ເວົ້າ ພຍາງ) ທັງນີ້ ກໍ ເພາະວ່າ ຄໍາລາວ ເເທ້ໆ ຫລື ຄໍາມູນ ນັ້ນ ຈະ ເປັນ ຄໍາໂທນ ເເມ້ ເເຕ່ ຄໍາ ທີ່ ມີ ສອງ ພຍາງ ກໍ ປະກອບ ດ້ວຍ ຄໍາໂທນ ທັງນັ້ນ (ເຂົ້າໃຈ ຂີ້ດຽດ ອຸ້ຍລຸ້ຍ ຯລຯ) ອັນ ຫມາຍຄວາມວ່າ ຄໍາ ໂຕງໂຕຍ ທຸກໆ ຄໍາ ທີ່ ປະກອບ ດ້ວຍ ພຍາງ ສອງ ພຍາງ ຕ້ອງ ເເປ ໄດ້ ສເມີ ທັງ ມີ ຄວາມຫມາຍ ນໍາ ກັນ ທັງນັ້ນ

ອີກຢ່າງນຶ່ງ ເພິ່ນ ຈະ ບໍ່ ກ່າວ ວ່າ ພຍາງ ໃນ ການເເຕ່ງ ກາບ ເເລະ ກອນ ຕ່າງໆ ເເຕ່ ເພິ່ນ ຈະ ກ່າວ ວ່າ "ຄໍາ" ທັງນັ້ນ ດັ່ງ ທີ່ ໄດ້ ກ່າວ ມາ ເເລ້ວ ຢູ່ ວັກ ເທິງ ນີ້ ວ່າດ້ວຍ ຄໍາໂທນ

ຣູປຕາ ໑ - ໂຄງຮ່າງ ຂອງ ພຍັນຊນະ ຕົ້ນ ພຍາງ



໔- ພຍາງ ເປັນ || Syllabe vivante /Living syllable
ພຍາງ ເປັນ ຫມາຍເຖິງ ພຍາງ ທີ່ ຜັນ ສຽງ ໄດ້ ທຸກໆ ພຍາງ ເເລະ ທຸກໆ ຄໍາ ນັ້ນເອງ ຊຶ່ງ ການຜັນສຽງ ຫມາຍເຖິງ ພຍາງ ທີ່ ເຮົາ ສາມາດ ເອົາ ມັນ ມາ ຂຽນ ປະກອບ ໃສ່ ວັນນະຍຸດ ໄດ້ ທຸກໆ ໄມ້ ຕາມ ຫລັກ ໄວຍາກອນ ນັ້ນເອງ ຄື

  • ພຍັນຊນະ ຫມວດກໍ ຫລື ຫມວດ ຂອງ ພຍັນຊນະ ທີ່ ມີ ນໍ້າສຽງ ກາງ ຢ່ອນ (fr. Ton médian descendant) ອັນ ໄດ້ ເເກ່ ພຍັນຊນະ ຕົ້ນ ພຍາງ ເເປດ ຕົວ ຄື ◌ກ◌ ◌ຈ◌ ◌ດ◌ ◌ຕ◌ ◌ບ◌ ◌ປ◌ ◌ຢ◌ ◌ອ◌ ເເລະ ທີ່ ເຮົາ ສາມາດ ຂຽນ ປະກອບ ກັບ ວັນນະຍຸດ ທັງ ສີ່ ໄດ້ (ໄມ້ເອກ ໄມ້ໂທ ໄມ້ຕຣີ ໄມ້ຈັຕວາ) ດັ່ງ ຕົວຢ່າງ ກາ ກ່າ ກ້າ ກ໊າ ກ໋າ ເຖິງເເມ່ນວ່າ ເຮົາ ບໍ່ ເຂົ້າໃຈ ຄວາມຫມາຍ ຂອງ ຄໍາ ທັງ ສອງ ສຸດ ທ້າຍ ນັ້ນ ເຮົາ ກໍ ສາມາດ ອ່ານ ຄໍາ ທັງ ສອງ ນັ້ນ ອອກ ເປັນ ຖ້ອຍຄໍາ ໄດ້ ອັນ ນີ້ ເພິ່ນ ວ່າ ພຍາງ ເປັນ ເເລ ເນື່ອງຈາກວ່າ ເຮົາ ສາມາດ ຂຽນ ຄໍາ ກາ ທີ່ ເປັນ ຄໍາ ສາມັນ ໃສ່ ວັນນະຍຸດ ໄດ້ ທຸກ ໄມ້
  • ພຍັນຊນະ ຫມວດຂໍ ຄື ຫມວດ ຂອງ ພຍັນຊນະ ທີ່ ມີ ນໍ້າສຽງ ຫອງ (ຊັດ ຂຶ້ນ ຫລື ນັບ ມື້ ນັບ ສູງ ຂຶ້ນ | fr. Ton montant) ອັນ ໄດ້ ເເກ່ ຕົວ ◌ຂ◌ ◌ສ◌ ◌ຖ◌ ◌ຜ◌ ◌ຝ◌ ◌ຫ◌ ເເລະ ທີ່ ເຮົາ ສາມາດ ຂຽນ ປະກອບ ກັບ ວັນນະຍຸດ ໄດ້ ພຽງເເຕ່ ສອງ ໄມ້ ເທົ່ານັ້ນ ຄື ໄມ້ເອກ ກັບ ໄມ້ໂທ ຢ່າງ ດຽວ ດັ່ງ ຕົວຢ່າງ ຂາ ຂ່າ ຂ້າ ເເຕ່ ເຮົາ ຈະ ຂຽນ ໃສ່ ໄມ້ຕຣີ ກັບ ໄມ້ຈັຕວາ ບໍ່ ໄດ້ ເພາະ ເຮົາ ອ່ານ ມັນ ບໍ່ ອອກ
  • ພຍັນຊນະ ຫມວດຄໍ ຄື ຫມວດ ຂອງ ພຍັນຊນະ ທີ່ ມີ ນໍ້າສຽງ ສູງ ຢ່ອນ (ເລີ້ມ ເເຕ່ ສຽງ ສູງ ເເລ້ວ ສຽງ ຂອງ ມັນ ຈຶ່ງ ດັກ ລົງ | fr. Ton haut descendant) ອັນ ໄດ້ ເເກ່ ພຍັນຊນະ ໑໓ ຕົວ ຄື ◌ຄ◌ ◌ງ◌ ◌ຊ◌ ◌ຍ◌ ◌ທ◌ ◌ນ◌ ◌ພ◌ ◌ຟ◌ ◌ມ◌ ◌ຣ◌ ◌ລ◌ ◌ວ◌ ◌ຮ◌ ເເລະ ທີ່ ເຮົາ ສາມາດ ຂຽນ ປະກອບ ໃສ່ ວັນນະຍຸດ ໄດ້ ພຽງເເຕ່ ສອງ ໄມ້ ເທົ່ານັ້ນ ຄື ໄມ້ເອກ ກັບ ໄມ້ໂທ ຢ່າງ ດຽວ ດັ່ງ ຕົວຢ່າງ ຄາ ຄ່າ ຄ້າ ຄາງ ຄ່າງ ຄ້າງ ຯລຯ

ຄັນ ວ່າ ຄໍາໃດ ຫລື ພຍາງໃດ ບໍ່ ຢູ່ ໃນ ກໍຣະນີ ນີ້ ຫມາຍຄວາມວ່າ ຄໍານັ້ນ ເປັນ ພຍາງ ຕາຍ ເເທ້ ເເລ

໕- ພຍາງ ຕາຍ || Syllabe morte /Dead syllable
ພຍາງ ຕາຍ ຫມາຍເຖິງ ພຍາງ ຫລື ຄໍາ ທີ່ ປະກອບ ກັບ ວັນນະຍຸດ ບໍ່ ໄດ້ ທຸກໆ ໄມ້ ດັ່ງ ທີ່ ໄດ້ ກ່າວ ມາ ເເລ້ວ ຂ້າງ ເທິງ ນີ້ ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ຄໍາ ຫລື ພຍາງ ທີ່ ຜັນ ສຽງ ບໍ່ ໄດ້

ເປັນຫຍັງ ຈຶ່ງ ຈໍາເປັນ ຕ້ອງ ຮູ້ຈັກ ຄໍາ ຕາຍ ຫລື ພຍາງ ຕາຍ ? ຄໍາຕອບ ກໍ ມີ ຢູ່ ດ້ວຍກັນ ຫລາຍ ຢ່າງ ເເຕ່ ຈະ ຍົກ ເອົາ ຢ່າງ ດຽວ ທີ່ ຄົນລາວຊາວໄທ ໃຊ້ ກັນ ໂດຍ ທົ່ວໄປ ຄື ວັນນະກັມ ລາວ ປະກອບ ດ້ວຍ ກາບ ກອນ ໂຄງ ຄໍາທວາຍ ຜຍາ ການລໍາ ເເລະ ເພງ ຕ່າງໆ ຄັນ ເຮົາ ບໍ່ ຮູ້ຈັກ ວ່າ ຄໍາ ໃດ ປະກອບ ດ້ວຍ ຄໍາ ຕາຍ ເມື່ອ ເຮົາ ເອົາ ຄໍາ ນັ້ນ ມາ ຂຽນ ມາ ເເຕ່ງ ເປັນ ເພງ ເປັນ ກອນ ຕ່າງໆ ເຮົາ ກໍ ບໍ່ ສາມາດ ຈະ ຜັນ ສຽງ ຂອງ ຄໍາ ນັ້ນ ໄດ້ ຕາມ ຄວາມຕ້ອງການ ເເລ ດັ່ງນັ້ນ ເພງ ທີ່ ຂາດ ຄວາມນິຍົມ ກໍ ຄື ເພງ ທີ່ ຂາດ ສຽງ ອອນຊອນ ນັ້ນເອງ

  • ພຍາງ ຕາຍ ຫມາຍເຖິງ ພຍາງ ທີ່ ປະກອບ ດ້ວຍ ຣັດສະສຣະ (ຣັສສະ[rassa]=ສັ້ນ /ສຣະ ສຽງ ສັ້ນ) ທີ່ ເຮົາ ບໍ່ ສາມາດ ຈະ ຂຽນ ໃສ່ ກັບ ວັນນະຍຸດ ໄດ້ ທຸກໆ ໄມ້ ນັ້ນເອງ
  • ພຍາງ ຕາຍ ຫມາຍເຖິງ ພຍາງ ທີ່ ປະກອບ ດ້ວຍ ຕົວສະກົດ ທີ່ ເຮົາ ບໍ່ ສາມາດ ຈະ ຂຽນ ໃສ່ ກັບ ວັນນະຍຸດ ໄດ້ ທຸກໆ ໄມ້ ນັ້ນເອງ
    • ພຍາງ ຕາຍ ຫມາຍເຖິງ ພຍາງ ທີ່ ປະກອບ ດ້ວຍ ຕົວສະກົດ ສາມ ຕົວ ນີ້ ຄື ຕົວ ◌ກ◌ ◌ດ◌ ◌ບ◌ ຕົວຢ່າງ "ກາກ" ເເຕ່ ຂຽນ "ກ່າກ" ບໍ່ ໄດ້ ເເລະ ໄດ້ ພຽງ "ກ້າກ" ຫມາຍຄວາມວ່າ ຂຽນ ໄດ້ ພຽງ ຄໍາ ສາມັນ ເເລະ ຄໍາໂທ ຢ່າງ ດຽວ ສ່ວນ ໄມ້ເອກ ໄມ້ຕຣີ ເເລະ ໄມ້ຈັຕວາ ນັ້ນ ເຮົາ ຈະ ຂຽນ ປະກອບ ໃສ່ ຄໍາ ສາມັນ "ກາກ" ຄໍາ ນີ້ ບໍ່ ໄດ້ ເດັດຂາດ ສະນັ້ນ ເມື່ອ ຄໍາ ໃດ ທີ່ ປະກອບ ດ້ວຍ ພຍັນຊນະ ຕົ້ນ ພຍາງ ຫມວດກໍ ຂຽນ ປະກອບ ໃສ່ ວັນນະຍຸດ ທັງ ສີ່ ບໍ່ ໄດ້ ເເລ້ວ ຄໍາ ນັ້ນ ກໍ ກາຍ ເປັນ ຄໍາ ຕາຍ ໄປ ໃນ ຕົວ ນັ້ນເອງ ດັ່ງ ເຈົ້າຂອງ ປະເທດ ຄົນ ໃດ ທີ່ ບໍ່ ມີ ສິດ ໃນ ປະເທດ ຂອງ ຕົນເອງ ເເລ້ວ ເຈົ້າຂອງ ປະເທດ ຄົນ ນັ້ນ ກໍ ປຽບ ເຫມືອນ ຄົນ ຕາຍ ເເລ້ວ ເຊັ່ນ ດຽວ ກັນ ກັບ ພຍາງ ຕາຍ ເຫລົ່ານີ້ ເເທ້ ເເລ
      • ອີກຢ່າງນຶ່ງ ຄໍາ ຫລື ພຍາງ ທີ່ ສະກົດ ດ້ວຍ ຕົວສະກົດ ◌ກ◌ ◌ດ◌ ◌ບ◌ ສາມ ຕົວ ນີ້ ເພິ່ນ ປຽບ ຄໍາ ສາມັນ ນັ້ນ ເປັນ ຄໍາເອກ ທັງນັ້ນ ໃນ ການເເຕ່ງ ການຂຽນ ເນື້ອ ເພງ ກາບ ເເລະ ກອນ ຕ່າງໆ ເຖິງເເມ່ນວ່າ ຄໍາ ເຫລົ່ານີ້ ບໍ່ ມີ ໄມ້ເອກ ປະກອບ ກໍດີ ຕ້ອງ ໃຫ້ ທ່ານ ຜູ້ອ່ານ ເຂົ້າໃຈ ໄປ ໃນ ທໍານອງ ນີ້ ຊຶ່ງ ຫມາຍຄວາມວ່າ ເມື່ອ ທ່ານ ຂຽນ ຄໍາກອນ ໃສ່ ບ່ອນ ໃດ ທີ່ ເຮົາ ຕ້ອງການ ໃຫ້ ຄໍາ ນັ້ນ ມີ ໄມ້ເອກ (ຄໍາເອກ) ເຮົາ ສາມາດ ຂຽນ ພຽງ ຄໍາ ສາມັນ ໃສ່ ບ່ອນ ນັ້ນ ໄດ້ ຄັນ ຄໍາ ນັ້ນ ສະກົດ ດ້ວຍ ຕົວ ◌ກ◌ ◌ດ◌ ◌ບ◌

໖- ຫມາຍເຫດ || Nota bene
ວ່າດ້ວຍ ສຽງ (fr. Le son /en. The sound) ກັບ ນໍ້າສຽງ (fr. Le ton /en. The tone pitch) ຂອງ ຄໍາ ທີ່ ຂຽນ ດ້ວຍ ພຍັນຊນະ ນໍາ ກໍດີ ທີ່ ຂຽນ ດ້ວຍ ຕົວສະກົດ ພິເສດ ກໍດີ ເນື່ອງຈາກວ່າ ໃນ ຄາວ ກ່ອນ ເຮົາ ບໍ່ ໄດ້ ອ່ານ ພຍັນຊນະ ເປັນ ສຽງ ຍາວ ວ່າ ກໍ ຂໍ ຄໍ ຯລຯ ຄື ກັນ ກັບ ຄູ່ ມື້ ນີ້ ເເຕ່ ເພິ່ນ ອ່ານ ພຍັນຊນະ ລາວ ທັງຫມົດ ເປັນ ສຽງ ສັ້ນ ຢ່າງ ດຽວ ຄື ກະ ຂະ ຄະ ອັນ ຫມາຍຄວາມວ່າ ນໍ້າສຽງ ຂອງ ຈໍາພວກ ພຍັນຊນະ ມີ ເເຕ່ ສອງ ນໍ້າ ດ້ວຍກັນ ຄື (ເເທນທີ່ ຈະ ມີ ສາມ ນໍ້າ ຫລື ສາມ ຫມວດ ຄື ທຸກ ມື້ ນີ້)

  • ກະ ຂະ ຈະ ສະ ດະ ຕະ ຖະ ບະ ປະ ຜະ ຝະ ຢະ ຫະ ອະ (ທີ່ ມີ ນໍ້າສຽງ ທັງ ສັ້ນ ທັງ ຫອງ ຢູ່ ເເລ້ວ)
  • ຄະ ງະ ຊະ ຍະ ທະ ນະ ພະ ຟະ ມະ ຣະ ລະ ວະ ຮະ

ພຍາງ ທ້າຍ ຫລື ພຍາງ ຫລັງ ທີ່ ຂຽນ ດ້ວຍ ພຍັນຊນະ ຈູງ ເເລະ ທີ່ ສະກົດ ດ້ວຍ ຕົວສະກົດ ພິເສດ ຕ່າງໆ ຈະ ເເອບ ເເຝງ ເອົາ ນໍ້າສຽງ ຂອງ ພຍັນຊນະ ຫນ້າ ຫລື ພຍາງ ຕົ້ນ ສເມີ ດັ່ງ ຕົວຢ່າງ ຂ້າງ ລຸ່ມ ນີ້

  • ສັກຣາດ ເປັນ ສັກ-ກະ-ຫຣາດ ຊຶ່ງ ຫຣາດ ເເອບ ເເຝງ ເອົາ ນໍ້າສຽງ ຂອງ ພຍາງ ຕົ້ນ "ສັກ"
  • ປາຖນາ ເປັນ ປາດ-ຖະ-ຫນາ ຊຶ່ງ ຫນາ ເເອບ ເເຝງ ເອົາ ນໍ້າສຽງ ຂອງ ພຍາງ ຕົ້ນ "ປາດ"
  • ສວັນ ເປັນ ສະ-ຫວັນ ຊຶ່ງ ຫວັນ ເເອບ ເເຝງ ເອົາ ນໍ້າສຽງ ຂອງ ພຍາງ ຕົ້ນ "ສະ"
  • ຕລາດ ເປັນ ຕະ-ຫລາດ ຊຶ່ງ ຫລາດ ເເອບ ເເຝງ ເອົາ ນໍ້າສຽງ ຂອງ ພຍາງ ຕົ້ນ "ຕະ"

ຈຶ່ງ ໃຫ້ ເຂົ້າໃຈ ໄປ ໃນ ທໍານອງ ນີ້ ອີກຢ່າງນຶ່ງ ຄໍາອະທິບາຍ ໃນ ບົດຄວາມ ວ່າດ້ວຍ ພຍັນຊນະ ຈູງ ຂອງ ຂ້າພະເຈົ້າ ນັ້ນ ບໍ່ ຖືກ ເເລະ ບໍ່ ກົງ ກັບ ຄວາມເປັນມາ ຂອງ ການອ່ານ ຄໍາ ເຫລົ່ານີ້ ຕໍ່ໄປ ອີກ ເເລ້ວ ນັບ ເເຕ່ ນີ້ ຕໍ່ໄປ ຈຶ່ງ ຂໍ ໃຫ້ ທ່ານ ຖື ເອົາ ຄໍາອະທິບາຍ ຂ້າງ ເທິງ ນີ້ ເປັນ ຫລັກ


------ oOo ------
ຂໍ ສົ່ງ ກຸສົນ ຜົນ ບຸນ ຕ່າງໆ ນີ້
------ oOo ------

ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກ ຄົນ
ເເດ່ ດວງ ວິນຍານ ຂອງ ເເມ່ ເເລະ ຄຸນງາມ ຄວາມດີ ຂອງ ພໍ່
ເເດ່ ພຣະເຖຣານຸເຖຣະ ທຸກໆ ອົງ
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກ ຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກ ຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກ ຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກ ຄົນ
ເເລະ ພິເສດ ສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນ ນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ມອບ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par Phouphetlinthong

ຜິວ່າ ທ່ານ ຢາກ ຕື່ມ ຄວາມຄິດ ເເນວໃດ ກະຣຸນາ ໃຫ້ ທ່ານ ດິກ ໃສ່ “ອອກ ຄວາມເຫັນ ກ່ຽວກັບ ບົດຄວາມ ບົດ ນີ້” ເສັຽກ່ອນ ກ່ອນ ທ່ານ ຈະ ສາມາດ ຂຽນ ນໍ້າຄໍາ ໄດ້ (ດິກ = cliquer /to click)


ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0