໔ ເດືອນ ຕຸລາ/octobre ຄສ. 2016, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
(ຄັນ ຢາກ ເບິ່ງ ສາຣະບານ ຂອງ ເເວັບໄຊ ຕາ ນີ້ ໃຫ້ ດິກ ໃສ່ ວະລີ ຮ່າງ ເວັບໄຊ ຢູ່ ທ້າຍສຸດ ຂອງ ຫນ້ານີ້)
໑- ວິທີ ຫນຶ້ງ ເຂົ້າ ເເບບ ງ່າຍ ໆ
Source : http://laophaen.free.fr/Dico/spip.p...
ຂພຈ ໄດ້ ມາ ຈາກ ເເບບ ຂ້າງເທິງ ນີ້ ເເຕ່ ເອົາ ມາ ປັບປຸງ ໃຫມ່ ດັ່ງນີ້
ເອົາ ນໍ້າ ໃສ່ ຫມໍ້ຫນຶ້ງ ຫລາຍ ສົມຄວນ ເເລະ ກະ ໃຫ້ ມັນ ຟົດ ຕລອດ ເວລາ ເເລະ ໃຫ້ ກຸ້ມ ໄດ້ 30 ນາທີ (35 ນາທີ ສາ ເພື່ອ ກັນ ດີ ກວ່າ ເເກ້)
ເອົາ ໄປ ຄ້າງ ໄຟ ເເລະ ລໍ ຖ້າ ໃຫ້ ນໍ້າ ຟົດ
ຕອນ ຍັງ ລໍຖ້າ ຢູ່ ນັ້ນ ໃຫ້ ເອົາ ເຂົ້າສານ ໄປ ໃສ່ ຫວດ ເເລະ ເອົາ ໄປ ລ້າງ ຢ່າງ ດີ ເສັຽ ກ່ອນ ຫລັງຈາກນັ້ນ ກໍ (...)
໒ ເດືອນ ຕຸລາ/octobre ຄສ. 2016, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
(ຄັນ ຢາກ ເບິ່ງ ສາຣະບານ ຂອງ ເເວັບໄຊ ຕາ ນີ້ ໃຫ້ ດິກ ໃສ່ ວະລີ ຮ່າງ ເວັບໄຊ ຢູ່ ທ້າຍສຸດ ຂອງ ຫນ້ານີ້)
໑- ທາຕຸສາດ || Étymologie /Etymology
ຄໍາ ຜຍາ ຖືກ ເເຜງ ມາ ຈາກ ຄໍາ ສັນສະກຣິດ ປຣຊຍາ[ປຣັຊຍາ] ຄັນ ຂຽນ ດ້ວຍ ຫນັງສື ທັມ ຈະ ຖືກ ຂຽນ ດ້ວຍ ອັກຂຣະ ທຽບເທົ່າ ເຫລົ່ານີ້ ຄື ປຣຊຍາ[Prajñā] (ຄໍາ ບາລີ ວ່າ ປັນຍາ /paññā en pāli) ເເຕ່ ຕົວຍໍ ທີ່ ຂຽນ ຊ້ອນ ຕົວສະກົດ ນັ້ນ ຈະ ຕ້ອງ ປ່ຽນ ຮູບ ມາ ເປັນ ຕົວຍໍ ເຟື້ອງ ຈຶ່ງ ຂຽນ ເປັນ ປຣຊຽາ[ປຣັຊຽາ] ຊຶ່ງ ອີງ ຕາມ ຫລັກ ອັກຂຣະ ອັນ ເກົ່າເເກ່ ເເລ້ວ ນັ້ນ ເພິ່ນ ຕັດ ຕົວສະgdajກົດ ຕົວຊໍ ອອກ ຄໍາ ນີ້ ຈຶ່ງ ຖືກ ຂຽນ ດ້ວຍ ພຍັນຊນະ ຈູງ ປຣຽາ[ປຣະ-ຫຍາ] ທັງ ໃຫ້ ອ່ານ ເປັນ (...)
໓໐ ເດືອນ ມິຖຸນາ/juin ຄສ. 2016, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
໑- ທາຕຸສາດ || Etymologie / Etymology
ຫນັງສື - ຄາວ ກ່ອນ ເພິ່ນ ຂຽນ ຫນັງສື ປາສຈາກ ວັນນະຍຸດ (ຂຽນ ສື ເເຕ່ ອ່ານ ສື ອ່ານ ສື່ ອ່ານ ສື້ ໄດ້ ທັງນັ້ນ ເເລ) ເເລະ ກໍ ຂຽນ ປຶ້ມ ຂຽນ ຕໍານານ ຕ່າງ ໆ ໃສ່ ຫນັງ ຊຶ່ງ ພາສາ ຝຣັ່ງ ວ່າ "parchemin" ສ່ວນ ຄໍາ ສື ນັ້ນ ຂ້າພະເຈົ້າ ບໍ່ ຮູ້ຈັກ ຄວາມຫມາຍ ຂອງ ມັນ ດ້ວຍ ຄວາມເເນ່ນອນ ມີ ເເຕ່ ຮູ້ຈັກ ຄໍາ ກະສື ທີ່ ຫມາຍເຖິງ ຜີ ເເນວ ນຶ່ງ ອີກ ທີ່ ຫາ ກິນ ເເຕ່ ເລືອດ ຢ່າງ ດຽວ ເເລະ ມັນ ກໍ ບໍ່ ເລືອກ ຍາມ ກິນ ເຫມືອນ ກັບ ຜີ (Vampire) ທີ່ ຫາ ກິນ ເລືອດ ເເຕ່ ຍາມ ກາງຄືນ ອັນ ຫມາຍຄວາມວ່າ ກະສື ຂອງ ລາວ ນີ້ ເກັ່ງ ກວ່າ ຜີ Vampire ຂອງ ຊາວ ຕາເວັນຕົກ ຫລາຍ ເທົ່າ (...)
໓໐ ເດືອນ ມິຖຸນາ/juin ຄສ. 2016, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
໑- ທາຕຸສາດ || Etymologie / Etymology
ຄໍາ ຢາ ເປັນ ຄໍາລາວ ລ້ວນ ໆ ທີ່ ເພິ່ນ ຮຽກ ຕາມ ຫລັກ ໄວຍາກອນ ວ່າ ຄໍາມູນ ຄື ສິ່ງ ທີ່ ເປັນ ມູນ ເປັນ ມໍຣະດົກ ຂອງ ເຮົາ ມາ ເເຕ່ ດັ້ງ ເເຕ່ ເດີມ
ຄໍາ ບ້ວນ ເປັນ ຄໍາລາວ ລ້ວນ ໆ ມາ ເເຕ່ ດັ້ງເດີມ
ຄໍາ ປາກ ເປັນ ຄໍາລາວ ລ້ວນ ໆ ມາ ເເຕ່ ດຶກດໍາບັນ
໒- ນໍ້າສຽງ || Ton / Tone
ຄໍາ ຢາ ມີ ນໍ້າສຽງ ກາງ ຢ່ອນ ຫລື ນໍ້າສຽງ ກາງ ດັກ ລົງ
ຄໍາ ບ້ວນ ມີ ນໍ້າສຽງ ກາງ ຢ່ອນ
ຄໍາ ປາກ ມີ ນໍ້າສຽງ ຫອງ
໓- ຄວາມຫມາຍ || Définition / Definition
ຢາ ນ. ຫມາຍເຖິງ ຈໍາພວກ ຢາສູບ ຫລື ຢາດູດ ນຶ່ງ ຈໍາພວກ ຢາປິ່ນປົວ ເເລະ ຢາເເກ້ ນຶ່ງ ຈໍາພວກ ຢາເສບຕິດ ນຶ່ງ ເເລະ ຈໍາພວກ (...)
໒໘ ເດືອນ ມິຖຸນາ/juin ຄສ. 2016, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
໑- ທາຕຸສາດ || Etymologie / Etymology
ຫນັງສື - ຄາວ ກ່ອນ ເພິ່ນ ຂຽນ ປຶ້ມ ເເລະ ຕໍານານ ຕ່າງ ໆ ໃສ່ ຫນັງ ຊຶ່ງ ພາສາ ຝຣັ່ງ ວ່າ "parchemin" ສ່ວນ ຄໍາ ສື ນັ້ນ ຂ້າພະເຈົ້າ ບໍ່ ຮູ້ຈັກ ຄວາມຫມາຍ ຂອງ ມັນ ດ້ວຍ ຄວາມເເນ່ນອນ ມີ ເເຕ່ ຮູ້ຈັກ ຄໍາ ກະສື ທີ່ ຫມາຍເຖິງ ຜີ ເເນວ ນຶ່ງ ອີກ ທີ່ ຫາ ກິນ ເເຕ່ ເລືອດ ຢ່າງ ດຽວ ເເລະ ມັນ ກໍ ບໍ່ ເລືອກ ຍາມ ກິນ ເຫມືອນ ກັບ ຜີ (Vampire) ທີ່ ຫາ ກິນ ເລືອດ ເເຕ່ ຍາມ ກາງຄືນ ອັນ ຫມາຍຄວາມວ່າ ກະສື ຂອງ ລາວ ນີ້ ເກັ່ງ ກວ່າ ຜີ Vampire ຂອງ ຊາວ ຕາເວັນຕົກ ຫລາຍ ເທົ່າ ອີກຢ່າງນຶ່ງ ມັນ ກໍ ບໍ່ ຢ້ານ ບໍ່ ກົວ ເເສງເເດດ ຢ່າງໃດ ເລີຍ
ນອກຈາກນີ້ ຄົນລາວ ເເຖບ ຫົນ ໃຕ້ (ເເຕ່ (...)