ພາສາ ລາວ - La langue lao ບົນ ລາວເເພນ

ຫນຶ້ງເຂົ້າ ເເບບໃຫມ່

ວັນອາທິດ ທີ ໒໑ ເດືອນ ສິງຫາ/août  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ວິທີ ຫນຶ້ງເຂົ້າ ປາສຈາກ ການຫມ່າ

ທາຕຸສາດ || Etymologie / Etymology
“ຫນຶ້ງ” ເປັນ ຄໍາກິຣິຍາ ພ້ອມທັງ ເປັນ ຄໍາມູນ ອີກດ້ວຍ ຊຶ່ງ ຄໍາມູນ ຫມາຍເຖິງ ຄໍາ ທີ່ ເປັນ ພາສາ ລາວ ເເທ້ໆ ມາ ເເຕ່ ດັ້ງເດີມ ນັ້ນເອງ

“ຫນຶ້ງ” ເປັນ ຄໍາ ທີ່ ປະກອບ ດ້ວຍ ພຍັນຊນະ ປະສົມ ຕົວຫນໍ ( ຫນ ) ຊຶ່ງ ເປັນ ພຍັນຊນະ ຫນ້າພຍາງ ຫລື ຕົວຫນ້າ ເເລະ ສະກົດ ດ້ວຍ ຕົວງໍ ( ງ ) ຊຶ່ງ ເປັນ ພຍັນຊນະ ທ້າຍພຍາງ ຫລື ຕົວທ້າຍ

  • ຖ້າ ເຮົາ ຮຽກ “ຕົວກໍ້າ” ຊຶ່ງ ເປັນ ຄໍາມູນ ຈະ ເຫມາະສົມດີ ເເລະ ເເນ່ນອນ ກວ່າ “ຕົວທ້າຍ” ເເລະ ຕົວກໍ້າ ກໍ ຫມາຍເຖິງ ພຍັນຊນະ ຕົວ ທີ່ ຢູ່ ກໍ້າທ້າຍ ຂອງ ພຍາງ ຫລື ຕົວສະກົດ ນັ້ນເອງ ເເລະ ພຍາງໃດ ທີ່ ບໍ່ ມີ ຕົວສະກົດ ກໍ ຫມາຍຄວາມວ່າ ພຍາງນັ້ນ ຈໍາກັດ ຢູ່ ໃນ ເເມ່ກະກາ

ຮູບ ໑ : ໂດຍ ປິ່ນປຣະສົງ ພັນທ໌ມາລີ

ໂຄສະຖານ || Phonétique / Phonetics
ສຽງ ຂອງ ພຍາງ ຫນຶ້ງ ມີ ດັ່ງນີ້ “ຫນຶ້ງ” ມີ ສຽງສັ້ນ ເເລະ ສຽງໂທລົງ

  • ຫມາຍຄວາມວ່າ ສຽງສູງ ສາມັນ ຂອງ ພຍາງ ຫນຶງ ເມື່ອ ພຍາງນີ້ ( ຫນຶງ ) ປະກອບ ໄມ້ໂທ ສຽງສູງ ສາມັນ ທີ່ ມີ ຢູ່ເເລ້ວ ຕົກຕໍ່າລົງ ເເລະ ຄັນ ຈະ ເວົ້າ ໃຫ້ ຖືກ ເເທ້ ກໍ ວ່າ ພຍາງ ຫນຶ້ງ ມີ ສຽງຕໍ່າ ນັ້ນເອງ ( ຖ້າມ ຄື້ນສຽງໂທລົງ ຍັງ ຕໍ່າ ກວ່າ ຄື້ນສຽງ ຂອງ ບັນດາ ພຍັນຊນະຕໍ່າ ອີກດ້ວຍ ຊຶ່ງ ອີງຕາມ ການພິສູດ ດ້ວຍ ກີຕາ[ຝຣັ່ງ. Guitare] )

ຄວາມຫມາຍ || Définition / Definition
ຫນຶ້ງ ເເປວ່າ ການ ທີ່ ເຮັດ ໃຫ້ ເເນວໃດເເນວນຶ່ງ ສຸກ ໂດຍ ການອົບ ການຮົມ ດ້ວຍ ອາຍ ຂອງ ນໍ້າຮ້ອນ ດັ່ງ

  • ຫນຶ້ງເຂົ້າ ຫມາຍເຖິງ ການ ທີ່ ເອົາ ເຂົ້າສານ ເຊິ ໃສ່ ຫວດ ຊຶ່ງ ຕາມ ປົກຕິ ເເມ່ນ ເຂົ້າຫນຽວ ທີ່ ເພິ່ນ ໄດ້ຫມ່າ ໄວ້ ກ່ອນເເລ້ວ ເພື່ອ ຮົມ ດ້ວຍ ອາຍນໍ້າຮ້ອນ ເເລະ ເພື່ອ ເຮັດໃຫ້ ເຂົ້າ ສຸກ ( ຖ້າ ເເມ່ນ ການ ທີ່ ເຮັດໃຫ້ ເຂົ້າສານຈ້າວ ສຸກ ເພິ່ນ ຮຽກວ່າ ຫູງເຂົ້າ )
  • ຫນຶ້ງຜັກ ຫມາຍເຖິງ ການ ທີ່ ເອົາ ຜັກ ມາ ອົບ ດ້ວຍ ອາຍນໍ້າຮ້ອນ

ຮູບ ໒ : ໂດຍ ປິ່ນປຣະສົງ ພັນທ໌ມາລີ
( ລາງຄົນ ກໍ ຮຽກ ໄຫຫນຶ້ງເຂົ້າ ຊຶ່ງ ຕາມທີ່ຈິງ ຄວນ ຮຽກ ມວຍ )


ວິທີ ຫນຶ້ງເຂົ້າ ສະເພາະ ຄົວນຶ່ງ
ວິທີ ຫນຶ້ງເຂົ້າ ເເບບນີ້ ເຈົ້າຂອງ ເພິ່ນ ວ່າ ຖືກດີ ກວ່າ ເເບບສອງ ຂ້າງລຸ່ມນີ້ ຊຶ່ງ ເພິ່ນ ໃຊ້ ສະເພາະ ຫນຶ້ງເຂົ້າ ເເບບ ພິເສດ ເທົ່ານັ້ນ ເເລະ ເເບບນຶ່ງນີ້ ເພິ່ນ ໃຊ້ ເວລາ ຫນຶ້ງ ທັງຫມົດ ປະມານ ເຄິ່ງ ຊົ່ວໂມງ ເທົ່ານັ້ນ ກໍ ກິນໄດ້ ດັ່ງ ທ່ານ ສາມາດ ຟັງ ດ້ວຍ ຕົນເອງ ນະ ຂ້າງລຸ່ມນີ້

IMG/mp3/20110831_Cuisson_du_riz_Nungkhao_04_Jong_Ang.mp3
IMG/mp3/20110831_Cuisson_du_riz_Nungkhao_05_Jong_Ang.mp3
ທັງ ຂໍ ຂອບໃຈ ພ້ອມທັງ ຂໍ ໃຫ້ ຍານາງ ຈົງ ໄດ້ພົບ ເເຕ່ ຄວາມສຸກ ປາສຈາກ ພຍາດ ໂຣຄາ ອັນໃດ ທັງສິ້ນ

© Phouphetlinthong. Tous droits réservés. All rights reserved.

ຮູບ ໓ : ໂດຍ ປິ່ນປຣະສົງ ພັນທ໌ມາລີ


ວິທີ ຫນຶ້ງເຂົ້າ ສໍາລັບ ງານ ຕ່າງໆ
ສ່ວນ ວິທີ ຫນຶ້ງເຂົ້າ ເເບບໃຫມ່ ປາສຈາກ ການຫມ່າເຂົ້າ ທີ່ ຄົນລາວ ໃຊ້ກັນ ມາໄດ້ ດົນເເລ້ວ ຍນ. ຈົງອາງ ເເລະ ຍນ. ນັນຊີ[Nancy] ຈະ ເລົ່າ ສູ່ ທ່ານ ຟັງ ດັ່ງນີ້

IMG/mp3/20091030_Cuire_du_riz_Nungkhao_01.mp3
IMG/mp3/20091030_Cuire_du_riz_Nungkhao_02_Jong_Ang.mp3

ຍ.ນ. ຈົງອາງ ຊຶ່ງ ເປັນ ຫມໍຫນຶ້ງເຂົ້າ ( ກາຍ ຣະດັບ ຂອງ ຊ່າງຫນຶ້ງ ເເລ້ວ ຈົນ ກາຍເປັນ ນັກຊ່ຽວຊານ ດ້ານ ຫນຶ້ງເຂົ້າ ຫລື “Expert” ) ຈະ ມາ ເລົ່າ ເຣື່ອງ ຫມໍ້ຫນຶ້ງ ສູ່ ທ່ານ ຟັງ

IMG/mp3/20091030_Cuire_du_riz_Nungkhao_03_Jong_Ang.mp3

ຮູບ ໔ : ເເກ້ວມະນີ

ຮູບ ໕ : ເເກ້ວມະນີ

ຍ.ນ. ຈົງອາງ ເລົ່າ ວິທີ ເຮັດ ເເຈ່ວຂ້າ ເພື່ອ ກິນ ກັບ ເຂົ້າຫນຶ້ງ

IMG/mp3/20091030_Cheo_kha_01_Jong_Ang.mp3

ຮູບ ໖ : ເເກ້ວມະນີ


ຂໍ ຂອບໃຈ ມາ ຍັງ ຍານາງ ທັງສອງ ເເລະ ຂໍ ໃຫ້ ຍານາງ ທັງສອງ ຈົງ ໄດ້ພົບ ເເຕ່ ຄວາມສຸກ ປາສຈາກ ພຍາດ ໂຣຄາ ອັນໃດ ທັງສິ້ນ

ຮູບ ໗

ອັດ ເມື່ອ ວັນສຸກ ທີ ໓໐/໑໐/໒໐໐໙ ເດືອນ ຕຸລາ ພສ. ໒໕໕໒ ເເລະ ສງວນ ລິຂສິດ ເອກສານ ເເລະ ການອັດ ( Enregistrement / Record ) ເຫລົ່ານີ້ ທຸກຢ່າງ

© Phouphetlinthong. Tous droits réservés. All rights reserved.

ຂໍ ອຸທິດ ຜົນບຸນ ກຸສົນ ຈາກ ຜົນງານ ອັນເລັກໆ ນ້ອຍໆ ອັນນີ້ ເເດ່ ພຣະເຖຣະນຸເຖຣະ ພ້ອມດ້ວຍ ຄົນລາວ ທຸກຖ້ວນຫນ້າ ເເລະ ພິເສດສຸດ ເເດ່ ລູກທຸກຄົນ

4 ສານ ຈາກ ໂຟຣັອມ ພາຍໃນ /Messages de forum

  • ຫນຶ້ງເຂົ້າ ເເບບໃຫມ່ ໒໒ ເດືອນ ສິງຫາ/août  ຄສ. 2011 12:22, ໂດຍ ກັດຕຸ ສຸລິລໍາພອນ

    ຂໍຂອບໃຈຕໍ່ການແນະນໍາ ນື້ງເຂົ້າຫນຽວ ບໍ່ຕ້ອງມ່າກ່ອນ ຊິໄດ້ເອົາໄປທົດລອງເບີ່ງ

    ຕອບສານ ສະບັບນີ້

  • ຫນຶ້ງເຂົ້າ ເເບບໃຫມ່ ໑໓ ເດືອນ ຕຸລາ/octobre  ຄສ. 2011 21:52, ໂດຍ ກັດຕຸ ບົວຕອງ

    ວິທີນຶ່ງເຂົ້າອີກວິທີ ຄື ເອາຂ້າວແຊ່ນ້ຳເດືດໄວ້ 20 ນາທີ ແລ້ວເອົາໄປນ່ຶງ ກະສິໄດ້ຂ້າວນຸ່ມມາທານຄືກັນ

    ຕອບສານ ສະບັບນີ້

  • ຫນຶ້ງເຂົ້າ ເເບບໃຫມ່ ໑໒ ເດືອນ ທັນວາ/décembre  ຄສ. 2011 22:48, ໂດຍ ກັດຕຸ ບຸນຄ້າຍ

    ຂໍຝາກ ຂໍ້ຄວາມນີ້ ແດ່ ບັນດາເພດຍິງລາວ ຜູ້ເປັນແມ່ ເປັນສີພັລຍາ ທີ່ດີ ທຸກທ່ານ ວ່າ:
    ເຂົ້າເພິ່ນຂາວ ລູກສາວເພິ່ນງາມ
    ແກງເພິ່ນແຊບ ປາແດກເພິ່ນນົວ
    ຜົວເພິ່ນດີ... ຍ້ອນເມຍຮ້າຍເກ່ງ ...

    ຢູ່ເຮືອນຮ້ານ ກິນເຂົ້າຫນຽວ ເປົ່າ (ຟັງ) ແຄນ ແມ່ນ ຄົນລາວ 100%

    ຕອບສານ ສະບັບນີ້

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0