໑໖ ເດືອນ ທັນວາ/décembre ຄສ. 2010, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ
ນະວານິຍາຍສັ້ນ ( ຫນ້າ ໓ )
ຈ. ການພັກເຊົາ ກິນເຂົ້າງາຍ ຢາ ກິນເຂົ້າເເຊບ
ສະຫາຍເກີ ທັງສາມ ຫາປາ ຢູ່ບ່ອນຫັ້ນ ເກືອບຮອດທ່ຽງ ເເລະ ໄດ້ປາ ພໍ ສົມມາ ພາຄວນ ພວກເຂົາ ໄດ້ ທັງໂຕໃຫຍ່ ເເລະ ໂຕຂນາດກາງ ສ່ວນວ່າ ໂຕຍັງນ້ອຍ ພວກເຂົາ ກໍປ່ອຍມັນ ລົງນໍ້າຄືນ ເພື່ອ ໃຫ້ມັນ ໄດ້ກັບໄປເເຜ່ ເຊື້ອເເນວເເຖວພັນ ຂອງມັນ ຕໍ່ໄປ
ສຸກໃຈ: ໄດ້ປາ ພໍ ສົມຄວນ ເເດ່ເເລ້ວ ພາກັນ ຢຸດ ກິນເຂົ້າງາຍກັນເທາະ
ໄພວັນ: ກໍດີ ຄືກັນ ເຮົາເອງ ກະຫິວ ເເດ່ເເລ້ວ ເພາະວ່າ ມື້ເຊົ້ານີ້ ກໍລຸກ ປັ້ນເຂົ້າ ເເຕ່ ເຊົ້າເເດ່
ຫານໄຊ: ເອີ! ດົນໆ ມາພາກັນ ກິນເຂົ້າງາຍ ຖືກ ເວລົມ ເວລາ ເເດ່ກໍດີ ເພາ
໑໒ ເດືອນ ທັນວາ/décembre ຄສ. 2010, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ
ນະວະນິຍາຍສັ້ນ ( ຫນ້າ ໒ )
ນັ້ນຫມູ່ໃກ້ /ເຫັນໄກ່ ບິນກາຍ
ເສືອລາຍຄາງ /ຣະຫວ່າງທາງ ໂຕນທ້າງ
ຮຽມຈອນດັ້ນ /ວັນຈອນ ກາງເລົ່າ
ບໍ່ມີ ຜູ້ປາກເວົ້າ /ດອມຂ້ອຍ ກໍຊື່ນບານ
ເຈົ້າຜູ້ ເນົາໃນບ້ານ /ເອື້ອອ່າວ ນໍາຊາຍ ເເດ່ບໍຄົນເອີຍ!
ເດີນຄົນດຽວ /ນ້ອງບໍ່ຫລຽວ ບໍ່ມອງ
ເຂົ້າເເຫ່ງຫ້ອງ /ດົງປ່າ ຫວາຍລຶມ
ໄປຮອດທຶມ ຫວາຍຮົກ /ຍາກທາງ ເເສນທ້າງ
ເດີນພັຍກວ້າງ /ທຸກຫລວງ ຫາຍຊວ່າງ
ຂຶ້ນໄປໂຄກ ກວ້າງໆ /ບະ ຂີ້ກະຕ່າຍຫລາຍ
ບ້ວຍວ່າ ກອນລໍາ ສຸດລົງ ສ່ຽວທັງສອງ ກໍຮ້ອງໂຮຂຶ້ນ ດ້ວຍ ຄວາມດີໃຈ ພ້ອມໆກັນວ່າ " ໂອຍ ສ່ຽວ ຈັ່ງເເມ່ນວ່າ ໂຕລໍາ ມ່ວນເເທ້ນໍ! (...)
໘ ເດືອນ ທັນວາ/décembre ຄສ. 2010, ໂດຍ ກັດຕຸ ພອນແກ້ວ ແວວດາລາ
ພໍແຕ່ນໍ້າຂອງຂ້ອນ ບົກລົງຄອນຍາມເດືອນຍີ່
ດີໃຈຫລາຍແທ້ພີ່ນ້ອງ ພາກັນຮ້ອງສົ່ງຂ່າວຄາວ
ໃຫ້ພາກັນຫັນຫ້າວ ຖືຈົກສຽມລົງແຄມທ່າ
ຮອດເວລາດອກວ່ານ-ກ້າ ຢ່າເຊົາຊ້າໃຫ້ຫມັ່ນພຽນ ແທ້ນາ
ໃຫ້ພາກັນລົງກ້າ ປູກຜັກກາດຂິວກິນ
ຜັກກາດຂິວມັກດິນ ທີ່ນໍ້າຂອງໄດ້ປະໄວ້
ຜັກກາດນ້ອຍກິນໄດ້ ໃບໃສໆກິນກັບປົ່ນ
ດອກອອກເຕັມງ່າຕົ້ນ ເກັບໄປໄວ້ຫນຶ້ງໃສ່ປາ
ຜັກກາດໃຫຍ່ຕົ້ນເຖົ້າ ເອົາທັງຮາກມາປະສົມ
ຕົ້ມສາມວັນສາມຄືນ ຕື່ນແຕ່ນອນອອນຊອນແທ້
ເຫັນນໍ້າຜັກຂຽວແລ້ ຄົນທຸກແຈໃຫ້ຖ້ວນທີ່
ຂອງດີໆຄືຈັ່ງຊີ້ (...)
໘ ເດືອນ ທັນວາ/décembre ຄສ. 2010, ໂດຍ ກັດຕຸ ພອນແກ້ວ ແວວດາລາ
ເຊີນເຢີ້ລາວພີ່ນ້ອງ ທີ່ເນົາຢູ່ແດນໄກ
ເຊີນໂຮມແຮງໂຮມໃຈ ແມ່ນຢູ່ໃສໃຫ້ມາພີ້
ພາກັນມາວີເຂົ້າ ເອົາເຂົ້າຫນຽວມາຈໍ້າແຈ່ວ
ສຽງໂຮແຊວບອກເວົ້າ ຄິດເຖິງເຈົ້າທຸກຄໍ່າແລງ ແທ້ນາ
ແມ່ເຮືອນຟ້າວແຕ່ງເຂົ້າ ອາຫານຄໍ່າຄອບຄົວຄອງ
ມີແຈ່ວບອງຊີ້ນສວັນ ທຸກສິ່ງອັນແຊບດີແທ້
ມີແກງເພັດແກງສົ້ມ ຕົ້ມຜັກທັງປາປົ່ນ
ຄົນລາບແລ້ວຮຽບຮ້ອຍ ນັ່ງຄອຍຖ້າຜູ່ເຖົ້າມາ
ບາງພ່ອງຕໍາແຈ່ວສົ້ມ ປະສົມໃສ່ປ້ຽວຫອຍແຄງ
ໄຂ່ມົດແດງທັງແມງດາ ພ້ອມແຈ່ວປາທີ່ຫາໄດ້
ຫົວສີງໄຄ ຜັກຂະນັ້ນ ຂອງສໍາຄັນແຊບດີເດ
໗ ເດືອນ ທັນວາ/décembre ຄສ. 2010, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ
ຊີວິດພຽງນຶ່ງວັນ ທີ່ບໍຣິເວນເຂື່ອນນໍ້າງື່ມທ່າລາດໃນລາວ ຣະຫວ່າງ ຄສ. ໑໙໗໕ ຫາ ໑໙໗໘
ກ. ຄວາມມັກ
ສອງເດືອນເທື່ອນຶ່ງ ສ່ຽວຮັກ ສາມຄົນ ຊຶ່ງ ເປັນ ໄທບ້ານ ດຽວກັນ ເເລະ ຢູ່ ຖິດກັບ ເຂື່ອນນໍ້າງື່ມ ພາກັນ ອອກໄປຫາປາ ອັນເປັນ ການໄປຊອກຫາກິນ ທັມມະດາ ຫລື ເພື່ອ ອອກ ໄປຢູ່ ໃກ້ຊິດ ກັບ ທັມມະຊາດ ໂດຍລໍາພັງ ປັສຈາກ ສຽງເຜີຍເເຜ່ ບາງຄັ້ງ ທາງປາກເປົ່າ ບາງຄັ້ງ ທາງກະຈາຍສຽງ ຊຶ່ງ ໃຜໆ ກໍພາກັນ ຊັບຊຶ່ມ ກັນວ່າ ເຜີຍເເຜ່ ເເບບ ນໍ້າເຕົ້າເປົ່າ ຂອງ ພະນັກງານ ເຈົ້າຫນ້າທີ່ ໃນ ຫມູ່ບ້ານ ຈົນຊິນຫູ ເມື່ອຍຟັງ ພວກເຂົາ ມັກ ຄວາມຢາກຢູ່ ເປັນຕົນເອງ ມັກໄປຮ່ວມຫມູ່ ໄປກ