ພາສາ ລາວ - La langue lao ບົນ ລາວເເພນ

ພຍັນຊນະ ປະສົມ

ວັນພະຫັດ ທີ ໑໘ ເດືອນ ສິງຫາ/août  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ພຍັນຊນະ ປະສົມ [ພະ-ຍັນ-ຊະ-ນະ]


ທາຕຸສາດ || Etymologie / Etymology
ພຢຍຊນ[ພະ-ຍັນ-ຊະ-ນະ / Byañjana] ເປັນ ຄໍາບາລີ ຊຶ່ງ ຄົນ ມັກໃຊ້ ຄໍາດຽວ ກັບ ຄໍາສັນສະກຣິດ ຫລາຍກວ່າ ວຢຍຊນ[ວະ-ຍັນ-ຊະ-ນະ / Vyañjana] ເເຕ່ວ່າ ຫລັກ ຂອງ ຄໍາສົນທິ ບາລີ ຊຶ່ງ ພຍັນຊນະວໍ ( ວ ) ທີ່ ປະກອບ ກັບ ອັດທະສຣະ ຕົວຢໍ ( ຢ ) ຈະ ກາຍມາເປັນ ຕົວພໍ ( ພ ) [1] ໄດ້ ດັ່ງນີ້ ຄື

  • ວິ+ອຍຊນໍ[ວິ-ອັນ-ຊະ-ນັງ] = ວຢຍຊນໍ[ວະ-ຢັນ-ຊະ-ນັງ] = ພຢຍຊນໍ[ພະ-ຢັນ-ຊະ-ນັງ] [2]
  • Vi+añjanaŋ = Vyañjanaŋ = Byañjanaŋ ( ຫລື ຕົວ “m” ທີ່ ມີ ເມັດ ຢູ່ ເທິງ ເເທນທີ່ ຈະ ເປັນ ຕົວ “ŋ” ) ເເລະ ການຂຽນ ຄໍາ ພຍັນຊນະ ດ້ວຍ ຫນັງສືທັມ ຫລື ດ້ວຍ ຫນັງສື ບາລີ ຂອງ ລາວ ຈະ ປະກົດ ເນື້ອຄວາມ ດັ່ງນີ້
    ຕົວຕາມ ຄື ຕົວ ທີ່ ຢູ່ ກ້ອງ ຕົວສະກົດ ຈະ ຕ້ອງ ປ່ຽນ ຮູບ ເປັນ ຮູບໃຫມ່ ດັ່ງ ຂ້າງລຸ່ມນີ້
    ຄົນລາວ ຮຽກ ຕົວ ທີ່ ປ່ຽນ ຮູບນີ້ ວ່າ ຕົວເຟື້ອງ ( ເເຕ່ ຊໍເຟື້ອງ ບໍ່ ໄດ້ໃຊ້ ໃນ ພາສາລາວ ) [3]

  • ວ່າດ້ວຍ ຫນັງສືທັມ : ເມື່ອ ພຍັນຊນະ ໃນ ສັນຫ້າ ສະກົດ ພຍາງໃດ ຕົວສະກົດ ຕົວນັ້ນ ສາມາດ ຊ້ອນ ຕົວມັນເອງ ເເລະ ສາມາດ ຊ້ອນ ພຍັນຊນະ ຕົວໃດ ກໍ ໄດ້ ທີ່ ຢູ່ ໃນ ຖັນ ດຽວກັນ ນອກຈາກ ຕົວ ◌ງ◌ ຢ່າງດຽວ ທີ່ ບໍ່ ສາມາດ ຊ້ອນ ຕົວມັນເອງ ໄດ້ ຍ້ອນວ່າ ຄໍາ ດັ່ງກ່າວ ບໍ່ ມີ ໃນ ພາສາ ບາລີ

ໂຄສະຖານ || Phonétique / Phonetics
ພຍາງ ໃນ ຄໍາ “ພຍັນຊນະ” ເເຕ່ລະພຍາງ ມີ ສຽງ ດັ່ງນີ້

  • “ພ[ພະ]” ມີ ສຽງດຽວ ກັບ ສຽງ ຂອງ ບັນດາ ພຍັນຊນະ ຫມວດຄໍ ສຽງສັ້ນ ເເລະ ສຽງຕາຍ ( ສຽງຕາຍ ຫມາຍຄວາມວ່າ ຜັນສຽງ ບໍ່ໄດ້ ເເລະ ຫລິ້ນສຽງເພງ ບໍ່ ມ່ວນ ໂດຍ ສະເພາະ ເເມ່ນ ຄໍາ ທີ່ ມີ ຈໍານວນ ພຍາງ ຫລາຍ ພຍາງ ) ເເລະ ຕ້ອງ ອ່ານ ໃຫ້ ສຽງ ຂອງ ພຍາງນີ້ ສັ້ນເຂົ້າ ຫລື ໄວຂຶ້ນ ກວ່າເກົ່າ
  • “ຍັນ” ມີ ສຽງດຽວ ກັບ ຫມວດຄໍ ເເລະ ສຽງສັ້ນ ຫມາຍຄວາມວ່າ ສາມາດ ຫລິ້ນສຽງໄດ້ ພຽງເເຕ່ ສາມສຽງ ເທົ່ານັ້ນ ຄື ສຽງສາມັນ ສຽງເອກ ເເລະ ສຽງໂທ
  • “ຊ[ຊະ]” ມີ ສຽງດຽວກັນ ກັບ ຫມວດຄໍ ສຽງສັ້ນ ເເລະ ສຽງຕາຍ ( ສຽງຕາຍ ຫມາຍຄວາມວ່າ ຜັນສຽງ ບໍ່ໄດ້ ເເລະ ຫລິ້ນສຽງເພງ ກໍ ບໍ່ ມ່ວນ ໂດຍ ສະເພາະ ເເມ່ນ ຄໍາ ທີ່ ມີ ຫລາຍ ພຍາງ ) ເເລະ ຕ້ອງ ອ່ານ ໃຫ້ ສຽງ ຂອງ ພຍາງນີ້ ສັ້ນເຂົ້າ ຫລື ໄວຂຶ້ນ ກວ່າເກົ່າ
  • “ນະ” ມີ ສຽງດຽວກັນ ກັບ ຫມວດຄໍ ສຽງສັ້ນ ເເລະ ສຽງຕາຍ ( ສຽງຕາຍ ຫມາຍຄວາມວ່າ ຜັນສຽງ ບໍ່ໄດ້ ເເລະ ຫລິ້ນສຽງເພງ ບໍ່ ມ່ວນ ໂດຍ ສະເພາະ ເເມ່ນ ຄໍາ ທີ່ ມີ ຫລາຍ ພຍາງ “ຈະ ເອົາ ມາ ເຮັດ ເນື້ອເພງ ບໍ່ ຄັກ ປານໃດ” )

ຄໍາ “ພຍັນຊນະ” ມີ ສີ່ ພຍາງ ເເລະ ຄໍາໃດ ທີ່ ມີ ຈໍານວນ ພຍາງ ເກີນ ສອງ ພຍາງ ຂຶ້ນໄປ ຈະ ເປັນ ຄໍາຕາຍ ທັງນັ້ນ ຍ້ອນ ເຮົາ ບໍ່ ສາມາດ ຈະ ຫລິ້ນສຽງໄດ້ ນັ້ນເອງ ດັ່ງ ຣັຖບານ ຄາຕກອນ ຣາສດອນ ເປັນຕົ້ນ ຊຶ່ງ ເຮົາ ບໍ່ ສາມາດ ຈະ ຜັນສຽງ ເເລະ ຫລິ້ນສຽງ ຂອງ ຄໍາ ເຫລົ່ານີ້ ໄດ້ ຖ້າ ຝືນ ເຮັດ ມັນ ກໍ ກາຍເປັນ ສຽງໂຫນ້ງ

ພຍາງ ໃນ ຄໍາ “ປະສົມ” ເເຕ່ລະພຍາງ ມີ ສຽງ ດັ່ງນີ້

  • “ປະ” ມີ ສຽງດຽວ ກັບ ຫມວດກໍ ສຽງສັ້ນ ເເລະ ສຽງຕາຍ ( ສຽງຕາຍ ຫມາຍຄວາມວ່າ ຜັນສຽງ ບໍ່ໄດ້ ເເລະ ຫລິ້ນສຽງເພງ ໄດ້ຍາກ )
  • “ສົມ” ມີ ສຽງສູງ ທີ່ ເປັນ ສຽງ ຫມວດຂໍ ເເລະ ສຽງສັ້ນ ( ສາມສຽງ ເທົ່ານັ້ນ ຄື ສຽງສາມັນ ສຽງເອກ ເເລະ ສຽງໂທ )

ຄໍາ “ປະສົມ” ມີ ສອງ ພຍາງ ຄື ພຍາງ ສຽງ ຫມວດກໍ ເເລະ ພຍາງ ສຽງສູງ ປົນກັນ

ສລຸບເເລ້ວ ເມື່ອ ເຮົາ ເອົາ ຄໍາ ຫລື ພຍາງ ທີ່ ມີ ສຽງສູງ ມາຣ້ອງເພງ ຖ້າ ເຮົາ ເຮັດ ໃຫ້ ສຽງ ຂອງມັນ ຕໍ່າລົງ ໄປ ຕາມ ສຽງ ດົນຕຣີ ສຽງ ຂອງ ຄໍານັ້ນ ຫລື ພຍາງນັ້ນ ຈະ ກາຍເປັນ ສຽງໂຫນ້ງ ດ້ວຍເຫດນີ້ ເວລາ ນັກຣ້ອງ ເກັ່ງໆ ຣ້ອງເພງ ຂອງ ຄົນອື່ນ ເຂົາ ຈະ ບໍ່ ຣ້ອງ ຕາມ ທໍານອງ ສຽງເດີມ ຂອງ ນັກຣ້ອງເກົ່າ ເເຕ່ ເຂົາ ຈະ ຣ້ອງ ສຽງ ຂອງ ພຍາງ ດັ່ງກ່າວນັ້ນ ໄປ ທໍານອງ ໃຫມ່ ເພື່ອ ເນັ້ນ ສຽງ ຂອງ ພຍາງນັ້ນ ໄວ້ ເເລະ ເພື່ອ ໃຫ້ໄດ້ ຕາມ ຖານສຽງ ອັນເເທ້ຈິງ ຂອງ ພາສາ ຄືດັ່ງ “ເມື່ອ” ເເຕ່ ບໍ່ ເເມ່ນ “ເມື້ອ” ໃຫ້ ໄດ້ ຕາມ ສຽງອ່ານ ຫລື ໃຫ້ ຄ້າຍ ທີ່ສຸດ ກັບ ສຽງອ່ານ ອັນນີ້ ຄື ບັນຫາ ຂອງ ພາສາໃດ ທີ່ ຜັນສຽງ ໄດ້ ຫລາຍສຽງ ນັ້ນເອງ ( ຝຣັ່ງ. Langue à tons ( Polytonique ) ou langue tonale ) ຄື ສູງ ກາງ ຕໍ່າ ເປັນຕົ້ນ ເເລະ ສຽງ ຂອງ ພຍາງ ທີ່ ປະກອບ ວັນນະຍຸດ ເປັນປາຍ ( ເພງ ຂອງ ສຸຣະພົນ ເເລະ ເພງ ຂອງ ກໍ ວິເສດ ຈະ ມີ ສຽງໂຫນ້ງ ຫນ້ອຍ ກວ່າ ເພງ ຂອງ ນັກຣ້ອງ ຄົນອື່ນ )

ຄວາມຫມາຍ || Définition / Definition
ຕົວຫນັງສື ທີ່ ບໍ່ ຈໍາກັດ ຢູ່ ໃນ ຈໍາພວກ ສຣະ ເເລະ ທີ່ ເຮັດ ໃຫ້ເປັນ ຖ້ອຍຄໍາໄດ້ ຫລື ທີ່ ເຮັດໃຫ້ ເນື້ອຄວາມ ປະກົດ ຂຶ້ນມາໄດ້ [4]

- ພຍັນຊນະ ປະສົມ ຫມາຍເຖິງ ພຍັນຊນະ ຕົ້ນພຍາງ ຫລື ຕົວຕົ້ນ ທີ່ ມີ ພຍັນຊນະ ສອງຕົວ ດ້ວຍກັນ ຄື ຕົວຫນ້າ ຊຶ່ງ ເປັນ ພຍັນຊນະ ສຽງສູງ ເເລະ ຕ້ອງ ເປັນ ຕົວຫໍ ( ຫ ) ສເມີ ຕາມດ້ວຍ ພຍັນຊນະ ຫລັງພຍາງ ຫລື ຕົວຫລັງ ຊຶ່ງ ບັນຈຸ ຢູ່ ໃນ ຈໍາພວກ ພຍັນຊນະ ສຽງຕໍ່າ ເເລະ ເມື່ອ ພຍັນຊນະຫໍ ສຽງສູງ ປະສົມ ກັບ ພຍັນຊນະ ຕົວໃດຕົວນຶ່ງ ພາຍໃນ ຈໍາພວກ ພຍັນຊນະ ສຽງຕໍ່າ ເຈັດຕົວ ເຫລົ່ານີ້ ( ຣູປຕາ ໑ ສັນ ໕ ) ທີ່ ບໍ່ ມີ ຄູ່ ນໍາຫມູ່ ສຽງ ຂອງ ພຍັນຊນະ ປະສົມ ດັ່ງກ່າວ ຈະ ກາຍເປັນ ສຽງສູງ ສເມີ || “ສັນ” ເເປ ເປັນ ພາສາ ຝຣັ່ງ ວ່າ Colonne ເເລະ ພາສາອັງກິດ ວ່າ Column

( ຄວາມເປັນມາ ຂອງ ຣູປຕາ ໑ )

- ເພິ່ນ ເຊົາໃຊ້ ພຍັນຊນະ ເຟື້ອງ ທຸກຕົວ ພ້ອມດ້ວຍ ພຍັນຊນະ ປະສົມ ຊຶ່ງ ຕົວຫລັງ ເປັນ ພຍັນຊນະ ເຟື້ອງ ເກືອບໄດ້ ສັຕວັດນຶ່ງເເລ້ວ ( ຫຽ ໜ ໝ ຫຼ ຯລຯ - ເບິ່ງ ຣູປຕາ ໒ ) ນອກຈາກ “ອັດທະສຣະ” ຕົວຍໍເຟື້ອງ ( ຽ ) ຕົວດຽວ ທີ່ ເພິ່ນ ໃຊ້ ປະກອບ ສຣະ ສະນັ້ນ ຄໍາໃດ ຫລື ພຍາງໃດ ທີ່ ຂຽນ ດ້ວຍ ພຍັນຊນະ ປະສົມ ຊຶ່ງ ຕົວຫລັງ ປະກອບ ດ້ວຍ ຫນັງສື ເຟື້ອງ ຫມາຍເຖິງ ການກ່າຍ ເອກສານ ອັນເກົ່າເເກ່ ທັງນັ້ນ ອີກປະການນຶ່ງ ເພິ່ນ ບໍ່ ໃຫ້ໃຊ້ ພຍັນຊນະ ປະສົມ ຊຶ່ງ ຕົວຫລັງ ເປັນ ຫນັງສື ເຟື້ອງ ໃນ ການພິມ ເເລະ ການຂີດຂຽນ ທາງການ ( ອີງຕາມ ຫລັກ ໄວຍາກອນ ຂອງ ກົມວັນນະຄະດີ ລາວ )

  • ຫ ປະສົມ ພຍັນຊນະ ຍໍເຟື້ອງ ເປັນ ຫຽ ( ຢ່າ ໃຊ້ ອີກ ຕໍ່ໄປ )
  • ຫ ປະສົມ ພຍັນຊນະ ນໍເຟື້ອງ ເປັນ ໜ ( ຫນໍເຟື້ອງ ) ( ຢ່າ ໃຊ້ ອີກ ຕໍ່ໄປ )
  • ຫ ປະສົມ ພຍັນຊນະ ມໍເຟື້ອງ ເປັນ ໝ ( ຫມໍເຟື້ອງ ) ( ຢ່າ ໃຊ້ ອີກ ຕໍ່ໄປ )
  • ຫ ປະສົມ ພຍັນຊນະ ລໍເຟື້ອງ ເປັນ ຫຼ ( ຫລໍເຟື້ອງ ??? ຕາມ ທັມມະດາ ຕົວເຟື້ອງ ເປັນ ຕົວປ່ຽວ ) ( ຢ່າ ໃຊ້ ອີກ ຕໍ່ໄປ ເເລະ ປະ ພຍັນຊນະ ທັງສີ່ນີ້ ໄວ້ຂຽນ ເພື່ອ ລອກກ່າຍ ເອກສານ ເກົ່າ ເທົ່ານັ້ນ )

- ການລຽນ ລໍາດັບ ຂອງ ພຍັນຊນະ ປະສົມ ສໍາລັບ ຄໍາລາວ ທັງຫມົດທັງປວງ ( ໃນ ວັຈນານຸກົມ ) ກໍ ບໍ່ ຕ່າງຫຍັງ ກັບ ການລຽນ ລໍາດັບ ຂອງ ພຍັນຊນະ ຈູງ ເເລະ ພຍັນຊນະ ຄວບ ຈັກດີ້ເລີຍ ( ບໍ່ ເເມ່ນ ຈະ ໄປຈັດ ຫນ້າ ພິເສດ ສໍາລັບ ພວກນີ້ )

ສະນັ້ນ ຈຶ່ງ ໃຫ້ ຖືເອົາ ລໍາດັບ ຂອງ ພຍັນຊນະ ຕົ້ນພຍາງ ເປັນ ຫລັກ ເພື່ອ ໃຫ້ ສອດຄ່ອງ ກັບ ຄວາມເປັນມາ ຂອງ ພຍັນຊນະ ລາວ ເເຕ່ ຫລັກ ອັນນີ້ ຕ້ອງ ໄດ້ອີງໃສ່ ສຣະລໍາດັບ ເເລະ ລໍາດັບ ຂອງ ເເມ່ທັງເເປດ ເຊັ່ນ ຂາ ຂ່າ ເຂືອ ຂີງ ຂວງ ຂາຍ ຂາດ ເຂື່ອນ ຂອນ ຂວນ ຂາບ ຂວບ ຂົວ ຂຍາຍ ຂເເນງ ຂນາດ ຂນານ ຂນາບ ຂນົມ ຂມັບ ຂມ່ອມ ຂວາ ຂວາງ ຂວັນ ຫາ ຫ່າ(ຝົນ) ເຫມັນ[ເຫ-ມັນ](ຣະດູ) ໄຫ ໄຫ້(ກ້າກໆ) ໃຫ້ ເຫົາ ຫໍາ ຫອກ ຫວງ ຫອຍ ຫອດ ເເຫນ(ຫວງ-) ຫອນ ຫອບ ຫອມ ຫິວ ເເຫງນ ຫຍໍ້າ ຫນາດ ເເຫນ(ພືດ) ເຫມັນ(ກິ່ນ) ຫຣຽນ ເເຫລມ ຫວາຍ ເປັນຕົ້ນ ເມື່ອ ເຮົາ ໃຊ້ ຕົວເຟື້ອງ ເຮົາ ກໍ ມີ ບັນຫາ ໃນ ການລຽນ ລໍາດັບ ດັ່ງ “ເໝັນ” ເຮົາ ຈະ ເອົາ ມັນ ໄປສຸບໃສ່ ບ່ອນໃດ ກັນເເທ້ ອັນນີ້ ຄື ຕົວຢ່າງ ຂອງ ບັນຫາ

ສ່ວນຫລາຍເເລ້ວ ເຮົາ ຈະ ເຫັນ ການລຽນ ລໍາດັບ ໃນ ວັຈນານຸກົມ ໂດຍ ລອກເເບບ ການລຽນ ລໍາດັບ ຂອງ ຊາວ ຕາເວັນຕົກ ຄື ອັກຂຣະ ລໍາດັບ ( Ordre lexicographique ) ຫມາຍຄວາມວ່າ ເພິ່ນ ບໍ່ ສົນນໍາ ພຍັນຊນະ ຕົ້ນພຍາງ ປະການໃດ ທັງສິ້ນ ເມື່ອ ເປັນ ດັ່ງນີ້ ລໍາດັບ ຂອງ ເເມ່ທັງເເປດ ກໍ ຕົກໄປ

ເຖິງຢ່າງໃດກໍດີ ການລຽນ ລໍາດັບ ດັ່ງກ່າວນີ້ ເປັນ ການຫຍຸ້ງຍາກ ທີ່ສຸດ ສໍາລັບ ນັກຂຽນເເທ້ ເເລະ ຍັງ ເປັນ ການຕັດສິນໃຈ ຍາກ ສໍາລັບ ນັກລອກກ່າຍ ວັຈນານຸກົມ ອີກດ້ວຍ

- ການຂຽນ ຄໍາລາວ ທີ່ ປະກອບ ດ້ວຍ ພຍັນຊນະ ປະສົມ ໂດຍ ໃຊ້ ພຍັນຊນະ ຕົ້ນພຍາງ ຕົວດຽວກັນ ຈະ ອໍານວຍ ຄວາມສະດວກ ໃຫ້ ເເກ່ ການລຽນ ລໍາດັບ ຄໍາລາວ ຫລາຍຮ້ອຍເທົ່າ ເເລະ ການຂຽນ ຄໍາລາວ ຄໍາດຽວກັນ ໂດຍ ໃຊ້ ພຍັນຊນະ ຕົ້ນພຍາງ ຕ່າງກັນ ກໍ ບໍ່ ຕ່າງຫຍັງ ກັບ ນາສອງເຫມືອງ ເມືອງສອງເຈົ້າ ທີ່ ບໍ່ ຍອມເຂົ້າ ກັບ ຫລັກການ ໃດໆ ທັງສິ້ນ ຊຶ່ງ ນາສອງເຫມືອງ ເມືອງສອງເຈົ້າ ເປັນ ໂຕການ ທໍາລາຍ ການສ້າງສາ ທຸກຢ່າງ ນັ້ນເອງ

ຣູປຕາ ໒

ຫມາຍເຫດ || Nota Bene
ພວກ ຣຸ່ນອ້າຍ ລາງຄົນ ຄົງ ຈະ ເຂົ້າໃຈ ຍາກ ໃນ ຄໍາວ່າ “ເກືອບ ສັຕວັດນຶ່ງເເລ້ວ” ເພາະວ່າ ເພິ່ນເອງ ເຄີຍໃຊ້ ຫນັງສື ເຟື້ອງ ມາກ່ອນ ໃນ ຊີວິດ ຂອງ ເພິ່ນ ເເຕ່ ເຮົາ ຕ້ອງ ເຂົ້າໃຈ ເເນວນຶ່ງ ຄື ຫລັງຈາກ ທີ່ ໄດ້ຮັບ ເອກຣາດ ຈາກ ຝຣັ່ງ ຣັຖບານ ພຣະຣາຊອານາຈັກ ລາວ ໄດ້ຝຶກ ບັນດາ ນາຍທະຫານ [5] ຂຶ້ນ ເພື່ອ ຮັບໃຊ້ ປະເທດຊາດ ບ້ານເມືອງ ໃຫ້ ໄດ້ ຕາມ ຄວາມຕ້ອງການ ອັນຮີບດ່ວນ ພາຍໃນ ສາມເດືອນ ເທົ່ານັ້ນ ພ້ອມດຽວກັນນັ້ນ ນາຍຄຣູ ລາງຄົນ ເພິ່ນ ໄດ້ເກັບເອົາ ຊຽງ ທິດ ຈານ ມາສອນກັນ ປາສຈາກ ການຝຶກ ໃດໆ ທັງສິ້ນ ອີກປະການນຶ່ງ ການສັມນາ ກ່ຽວກັບ ໄວຍາກອນ ລາວ ບໍ່ ໄດ້ຖືກ ຈັດຂຶ້ນ ເລື້ອຍ ເເລະ ນາຍຄຣູ ທີ່ ໄດ້ໄປ ສັມນານັ້ນ ກໍ ມີ ພຽງ ເມັດງາ ( ທ່ານ ພູວັງ ອິນທິຣາດ ອະດີດ ນາຍຄຣູ ອາຍຸ ໗໓ ປີ ກວ່າ ເເລ້ວ ໃນ ປັດຈຸບັນ ກໍ ເປັນ ຜູ້ນຶ່ງ ທີ່ ເຄີຍ ໄດ້ເຂົ້າຮ່ວມ ສັມນາ ວ່າດ້ວຍ ໄວຍາກອນ ລາວ ທ່ານ ກໍ ຢັ້ງຢືນ ໃນ ສິ່ງ ທີ່ ຂ້າພະເຈົ້າ ກ່າວນີ້ ວ່າ ເປັນຈິງ ) ຫລາຍປີ ຕໍ່ມາ ເພິ່ນ ຈິ່ງ ສາມາດ ຝຶກ ພວກ ນາຍຄຣູ ໃຫ້ ໄດ້ ພາຍໃນ ຫົກເດືອນ ເພື່ອ ສນອງ ຄວາມຕ້ອງການ ຂອງ ປະຊາຊົນ ສະນັ້ນ ຜູ້ ທີ່ ຮູ້ຈັກ ການປ່ຽນເເປງ ເເລະ ວິວັທນາການ ຂອງ ໄວຍາກອນ ລາວ ຈະ ມີ ຫນ້ອຍ ເເລະ ພວກ ຄຣູບາ ອາຈານ ຕາມ ວັດວາອາຣາມ ຕ່າງໆ ກໍ ບໍ່ ສາມາດ ຈະ ຮູ້ໄດ້ ນອກຈາກ ຜູ້ ທີ່ ໄດ້ໄປ ສັມນາ ເລົ່າ ສູ່ຟັງ ຈົນ ສິ່ງນີ້ ພາໃຫ້ ສັງຄົມ ລາວ ເປັນ ສັງຄົມ ເເບບ “ປາຄ້າງໂຄກ” ດ້ອຍ ພັທນາ ຢູ່ ຕລອດ ເວລາ ນັ້ນເອງ ເພາະ ປາ ທີ່ ອາໄສ ນໍ້າ ຢູ່ເເລ້ວ ຍັງ ບໍ່ ຮູ້ສຶກ ວ່າ ນໍ້າ ລົງ ຍາມໃດ ຊໍ້າ ( ຖ້າ ເວົ້າ ໄປ ໄກ ກວ່ານີ້ ກໍ ຜິດຖຽງກັນ ລ້າໆ ເເລະ ດ້ວຍ ເຫດໃດ ? ) [6]

ພຍັນຊນະ ຫມວດຂໍ ເເລະ ຫມວດຄໍ ຈະ ຫລິ້ນ ສຽງ ໄດ້ ພຽງ ສາມສຽງ ເທົ່ານັ້ນ ຄື ສຽງສາມັນ ສຽງເອກ ເເລະ ສຽງໂທ ສ່ວນ ພຍັນຊນະ ຫມວດກໍ ຈະ ຫລິ້ນ ສຽງ ໄດ້ ຫ້າສຽງ ຄື ສຽງສາມັນ ສຽງເອກ ສຽງໂທ ສຽງຕຣີ ເເລະ ສຽງຈັຕວາ ເເຕ່ວ່າ ກໍ ບໍ່ ເເມ່ນ ທຸກ ຕົວ ຈະ ຜັນສຽງ ໄດ້ ( ການຜັນສຽງ ຫມາຍເຖິງ ພຍາງ ທີ່ ປະກອບ ໄປ ຕາມ ຮູບ ວັນນະຍຸດ ໄດ້ ທຸກຕົວ )

ຕົວຍໍ ເຟື້ອງ ( ຽ ) || Semi-voyelle Y appelée “Gnô Feuang” en lao / Semivowel Y called “Yo Feuang” in the Lao language
ຂ້າງເທິງນີ້ ຄື ຄວາມເປັນມາ ຂອງ ຕົວຍໍເຟື້ອງ ຊຶ່ງ ເປັນ ຕົວສໍາລອງ ຂອງ ຕົວຍໍເເທ້ ຫລື ຕົວສໍາຄັນ ເເຕ່ວ່າ ຕົວຍໍ ໃນ ການສົມມຸດ ຂອງ ລາວ ເເລະ ໄທຍ ສະເພາະ ຫນັງສື ບາລີ ນີ້ ຫມາຍເຖິງ ຕົວຢໍ ສ່ວນ ຕົວຍໍ ບາລີ ເເທ້ໆ ນັ້ນ ຫມາຍເຖິງ ຕົວຍໍ ລາວ ທີ່ ມີ ເມັດ ຢູ່ ກ້ອງ ດ້ວຍເຫດນີ້ ຄົນລາວ ຈຶ່ງ ຮຽກ ຍໍເຟື້ອງ ຕລອດ ມາ

ຕົວຍໍ ທັມ ຊຶ່ງ ເປັນ ອັດທະສຣະ ສາມາດ ເປັນ ຕົວສະກົດ ເເລະ ສາມາດ ຊ້ອນ ຕົວມັນເອງ ໄດ້ ອີງຕາມ ຫລັກ ການຂຽນ ຫນັງສື ທັມ ດັ່ງ ທີ່ ຂ້າພະເຈົ້າ ໄດ້ຂຽນ ຄໍາ ໄວຍາກະຣະ ດ້ວຍ ຫນັງສື ທັມ ຂ້າງເທິງນີ້ ເເຕ່ ເມື່ອ ຕົວຕາມ ໄປ ຢູ່ ກ້ອງ ຕົວສະກົດ ນັ້ນ ຕົວຕາມ ຕົວນີ້ ( ຢ ) ຈະ ຕ້ອງ ປ່ຽນ ຮູບ ເເລະ ຮູບ ດັ່ງກ່າວນັ້ນ ເເມ່ນ ຮູບ ຂອງ ຕົວຍໍ ເຟື້ອງ ( ຽ ) ທີ່ ໄທລາວ ຂເມນ ໄທລື້ ເເລະ ໄທລ້ານນາ ໃຊ້ກັນ

ເເຕ່ຫາກວ່າ ຄໍານີ້ ສາມາດ ຂຽນໄດ້ ສອງ ຢ່າງ ຄື ດ້ວຍ ສຣະເອ ສອງ ເເບບ ຊຶ່ງ ຫມາຍເຖິງ ສຣະລອຍ ນຶ່ງ ເເລະ ສຣະຈົມ ນຶ່ງ

“ຫລັກ”ການອ່ານ || Lecture
ພຍາງໃດ ທີ່ ບໍ່ ມີ ຕົວສະກົດ ກໍ ໃຫ້ ອ່ານ ພຍາງນັ້ນ ເປັນ ເເມ່ກະກາ ເເລະ ຄໍາ ທີ່ ສາມາດ ເຮັດ ໃຫ້ ນັກຮຽນຮູ້ໃຫມ່ ອ່ານ ຍາກ ຕອນ ຫົວທີ ຈະ ມີ ຄໍາ ໂດຍ ສັງເຂບ ດັ່ງຕໍ່ໄປນີ້ ຄື

  • “ເເຫງ” ເປັນ ກິຣິຍາ ຊຶ່ງ ຫມາຍເຖິງ ສຣະເເອ ປະກອບ ກັບ ພຍັນຊນະຫໍ ( ຫ ) ເເລະ ສະກົດ ດ້ວຍ ພຍັນຊນະງໍ ( ງ ) ເເລະ ຄໍານີ້ ບໍ່ ໄດ້ຫມາຍເອົາ ຄໍາ ໃນ ເເມ່ກະກາ ເເຕ່ຢ່າງໃດ ສ່ວນ ຄໍາ ໃນ ເເມ່ກະກາ ທີ່ ປະກອບ ດ້ວຍ ສຣະເເອ ເເລະ ດ້ວຍ ພຍັນຊນະ ປະສົມ ຕົວຫງໍ ( ຫງ ) ຂ້າພະເຈົ້າ ບໍ່ ຮູ້ ວ່າ ມີ ຫລື ບໍ່ ໃນ ພາສາລາວ
  • “ເເຫນ” ເປັນ ຄໍານາມ ໃນ ເເມ່ກະກາ ຊຶ່ງ ຫມາຍເຖິງ ພືດ ຊນິດນຶ່ງ ທີ່ ເກີດ ເເລະ ຟູ ຢູ່ ຕາມ ຫນ້ານໍ້າ
  • “ເເຫນ” ດັ່ງ ຫວງເເຫນ ເເລະ ເເຫ່ເເຫນ ເປັນ ຄໍາກິຣິຍາ ທີ່ ສະກົດ ດ້ວຍ ພຍັນຊນະນໍ ( ນ ) ຂອງ ເເມ່ທັງເເປດ ຊຶ່ງ ຫມາຍເຖິງ ອາການ ທີ່ ປ້ອງ ທີ່ ລ້ອມ ທີ່ ຮັກສາ ທີ່ ຣະວັງ ໄພ ທີ່ ຕາມ ( ນຶ່ງ ) ເເລະ ທີ່ ເເນະນໍາ ຕັກເຕືອນ ( ນຶ່ງ )
  • “ໂຫນ” ຂ້າພະເຈົ້າ ບໍ່ ຮູ້ ວ່າ ຄໍານີ້ ມີ ຫລື ບໍ່ ໃນ ເເມ່ກະກາ ຄື ຄໍາ ທີ່ ປະກອບ ດ້ວຍ ສຣະໂອ ( ໂ ) ກັບ ພຍັນຊນະຫນໍ ( ຫນ ) ເເຕ່ວ່າ ມີ ຄໍາ ໂຫນະ ສຽງສັ້ນ ດັ່ງ ອີ່ໂຫນະ ເປັນຕົ້ນ ໃນ ເເມ່ກະກາ
  • “ໂຫນ” ເເຜງ ເປັນ ຄໍາລາວ ຈາກ ຄໍາ ບາລີ ໂຫຣ(ະ) ດັ່ງ ໂຫຣະສາດ ຫມໍໂຫນ ເປັນຕົ້ນ ເເລະ ເປັນ ຄໍາ ທີ່ ສະກົດ ດ້ວຍ ພຍັນຊນະນໍ ( ນ ) ສ່ວນ “ໂຫນ” ຄໍາມູນ ທີ່ ສະກົດ ດ້ວຍ ຕົວນໍ ຈະ ເເປວ່າ ສວດອອກ ນູນອອກ ( ກໍາລັງໂຫນ ຝຣັ່ງ ວ່າ Force centrifuge ເເລະ ຮູບໂຫນ ເເປວ່າ Caricature ດັ່ງນີ້ ເປັນຕົ້ນ )
  • “ເຫມັນ” ( ໃຫ້ ເບິ່ງ ຄໍາອະທິບາຍ ນະ ທີ່ນີ້ )
  • “ເຫວ” ເປັນ ນາມ ຊຶ່ງ ຫມາຍເຖິງ ບ່ອນເລິກ ທີ່ ຫລຸບລົງ ຈາກ ຜາຊັນ ເເລະ ເປັນ ຄໍາ ທີ່ ສະກົດ ດ້ວຍ ພຍັນຊນະວໍ ( ວ ) ສ່ວນ ຄໍາ ໃນ ເເມ່ກະກາ ຄົງ ຈະ ບໍ່ ມີ ໃນ ພາສາລາວ

ນອກຈາກ ຄໍາ ເຫລົ່ານີ້ ການຂຽນ ຄໍາ ອື່ນໆ ໃຫ້ ຖືກຕ້ອງ ຕາມ ຫລັກ ( ຫມາຍຄວາມວ່າ ໃຫ້ ຂຽນ ທວາຍໄດ້ ) ຈະ ຂຶ້ນ ກັບ ອັກຂຣະວິທີ ທັງນັ້ນ

ການອ່ານ ຄໍາ ທີ່ ປະກອບ ດ້ວຍ ພຍັນຊນະ ປະສົມ ສາມັນ ເຈັດຕົວນີ້ ( ປາສຈາກ ວັນນະຍຸດ ) ຈະ ຕ້ອງ ອ່ານ ເປັນ ສຽງສູງ ຖ້າ ພຍາງໃດ ປະກອບ ວັນນະຍຸດ ເອກ ຈະ ຕ້ອງ ອ່ານ ພຍາງນັ້ນ ເປັນ ສຽງເອກ ສເມີ ເເລະ ຖ້າ ພຍາງໃດ ປະກອບ ວັນນະຍຸດ ໂທ ຈະ ຕ້ອງ ອ່ານ ພຍາງນັ້ນ ເປັນ ສຽງສູງລົງ ຄື ສຽງຕໍ່າ ນັ້ນເອງ

ພາຍໃນ ສຽງສູງລົງ ສຽງສູງ ສາມັນ ເເລະ ສຽງເອກ ຂອງ ພຍາງ ທີ່ ຕັ້ງຕົ້ນ ດ້ວຍ ພຍັນຊນະ ປະສົມ ທັງເຈັດນີ້ ພາສາລາວ ຖື ສຽງສັ້ນ ເເລະ ສຽງຍາວ ເປັນ ຫລັກ ສເມີ ຫມາຍຄວາມວ່າ ພຍາງ ນຶ່ງໆ ທີ່ ຕັ້ງຕົ້ນ ດ້ວຍ ພຍັນຊນະ ເຫລົ່ານີ້ ສາມາດ ມີ

  • ສຽງສາມັນ : ສຽງສູງສັ້ນ ດັ່ງ ເຫງົາຫງໍາ ຫຍິກ ໂຫນະ ຫນັກ (ຕົກ)ໂຫມະ ຫມົກ ຫມຸດຫມັດ ໄຫລ ເຫລົາ ຫລົງ ຫລຸດ ຫລົມ ໄຫວ
  • ສຽງສາມັນ : ສຽງສູງຍາວ ດັ່ງ ຫງາຍ ຫງອຍ(ເຫງົາ) ເເຫງນ ຫຍອງ ຫນາວ ຫມາຍ ຫຣຽນ ຫລູດ ຫລານ ຫວາງ ຫວາຍ ເຫວີຍ
  • ສຽງສາມັນ : ສຽງສູງສັ້ນ ເເລະ ສຽງຕາຍ ດັ່ງ ໂຫນະ ຫນັກ ເຫມາະ ໂຫມະ ຫມົກ ຫມົດ ຫມຸດຫມັດ
  • ສຽງສາມັນ : ສຽງສູງຍາວ ເເລະ ສຽງຕາຍ ດັ່ງ ເຫງີກຫງາກ
  • ສຽງເອກ ດັ່ງ (ຈໍາ)ຫນ່າຍ ຫມົ່ນ ເເຫລ່ງ ຫວັ່ນ
  • ສຽງເອກ ເເລະ ສຽງຕາຍ ດັ່ງ ຫນວກ ຫມົກ ຫມອກ ຫມົດ ຫມອບ ( ພຍາງ ທີ່ ສະກົດ ດ້ວຍ ກ ດ ບ ເປັນ ສຽງເອກ ເເລະ ສຽງຕາຍ )
  • ສຽງໂທລົງສັ້ນ ( ສຽງຕໍ່າ ເເລະ ສຽງສັ້ນ ) ດັ່ງ ເຫງົ້າ ຫຍຸ້ງ ຫນຶ້ງ ຫມົ້ງ ຫມົ້ນ ເຫລົ້າ ໄຫວ້
  • ສຽງໂທລົງຍາວ ( ສຽງຕໍ່າ ເເລະ ສຽງຍາວ ) ດັ່ງ ໂຫງ້ຍ ເເຫຍ້ ໂຫຍ້ນ ເຫຍີ້ນ ຫນ້ຽງ ຫມ້ຽງ ເເຫລ້ງ ໂຫລ້ຍ ຫວ້ານ

ສຽງ ຂອງ ພຍາງ ຕ່າງໆ ໃນ ເເມ່ກະກາ ຈະ ຢູ່ ສມໍ່າສເມີ ດັ່ງ ສຽງເອກ ເປັນຕົ້ນ ທີ່ ມີ ສຽງດຽວກັນ ທັງນັ້ນ ເເລະ ສຽງໂທ ກໍ ມີ ສອງສຽງ ຄື ສຽງໂທຂຶ້ນ ເເລະ ສຽງໂທລົງ ເເຕ່ ເມື່ອ ມີ ຕົວສະກົດ ເຂົ້າມາ ສັບໃສ່ ກໍ້າທ້າຍ ສຽງ ຂອງ ພຍາງ ຕົວນັ້ນ ຈະ ຕ້ອງ ປ່ຽນ

ການໃຊ້ || Emploi / Examples

  • “ຫງ” ໃນ “ເຫັນ ເພິ່ນ ສວາບໄດ້ສວາບເອົາ ເຮົາ ກໍ ໄດ້ ເເຕ່ ເເຫງນ” ( ສຽງສູງ )
  • “ຫຍ” ໃນ “ໃຜ ເປັນ ໃຫຍ່ ໃນ ລາວ ?” ( ສຽງເອກ )
  • “ຫນ” ໃນ “ປະເທດໃດ ຫນູນຫລັງ ເຮັດໃຫ້ ລາວ ຈົມ ?” ( ສຽງສູງ )
  • “ຫມ” ໃນ “ຄົນສີ້ຄາ ຫມາສີ້ຖອດ” ( ສຽງສູງ )
  • “ຫຣ” ໃນ “ເງິນຫຣຽນ” ( ສຽງສູງ )
  • “ຫລ” ໃນ “ຄົນເຂົ້າເມືອງເຖື່ອນ ໃນ ລາວ ມີ ຢ່າງ ຫລວງຫລາຍ ຊຶ່ງ ພາໃຫ້ ການຄອງຊີບ ຂອງ ພວກເຮົາ ຫລຸດລົງ” ( ສຽງສູງ )
  • “ຫວ” ໃນ “ເຫັນ ຄົນລາວຕາຍ ຈິດໃຈເຂົາ ຍັງ ບໍ່ ໄຫວຫວັ່ນ” ( ສຽງສູງ ເເລະ ສຽງເອກ )

ຂໍ ອຸທິດ ກຸສົນ ຜົນບຸນ ຈາກ ຜົນງານ ອັນເລັກໆ ນ້ອຍໆ ອັນນີ້ ເເດ່
- ພໍ່ ເເລະ ບຸນຄຸນ ຂອງ ເເມ່ ຜູ້ ທີ່ ໄດ້ລ່ວງລັບ ໄປເເລ້ວ
- ເມັຽ ພ້ອມດ້ວຍ ລູກ ທຸກຄົນ
- ຫລານ ທຸກຄົນ ພ້ອມດ້ວຍ ຄົນລາວ ທຸກຖ້ວນຫນ້າ

ຂໍ ອຸທິດ ກຸສົນ ຜົນບຸນ ຈາກ ຜົນງານ ອັນເລັກໆ ນ້ອຍໆ ອັນນີ້ ເເດ່ ພຣະເຖຣະນຸເຖຣະ

Khamphéo Phouphetlinthong


ທົດລອງ ໃຊ້ ພຍັນຊນະ ປະສົມ ທັງເຈັດ ຂຽນ ບົດກອນລາວ

ຫວິດຫລົງ ຫວິດບໍ່ໄດ້ / ຫວິດໃຈນັ້ນ ຫລີກບໍ່ເປັນ

* * *

໑/ ຫລົງໄຫລ ຄາຣົມນ້ອງ / ໃຈຫມົ່ນຫມອງ ຫວາເຫວ່

ຫວານປົນເປ ຄືງ້ວນ / ປົນເຫລົ້າ ຫລອກໃຫ້ກິນ

ເຈັບຫຍັງ ຈຶ່ງດ່າວດີ້ນ / ປີ້ນຫງາຍ ທຸກເຊົ້າຄໍ່າ ?

ຫວັ່ນໄຫວ ນໍາຕົວນ້ອງ / ໃຈຕ້ອງກິ້ງ ດັ່ງຫຣຽນ

* * *

໒/ ຫລັບກໍ ຝັນເຫັນຫນ້າ / ທຸກເວລາ ຫລິງຫລໍ່າ

ທໍາຫຍັງ ກໍຫຍຸ້ງຍາກ / ຍ້ອນນາງພາກ ຈາກຫນີ

ຮັກມີ ລວງຫລອກ / ຄືເດືອນຫງາຍ ຊອກຫລົບພ່າຍ

ເຫງົາກາຍໃຈ ຝັນເພີ້ / ເຫລີໄຫ້ ສະອຶ້ນໃຈ

* * *

໓/ ເເຫງນເບິ່ງ ສີໃບຫນ້າ / ຜູ້ວາດຂຽນ ຖເເລງຮັກ

ຄໍາວ່າຫລອກ ເເຫລດເຫລື້ອມ / ເຊື່ອມຄໍາເວົ້າ ເເຫນ້ນເເຫລມ

ຄໍາຫວານ ເເຊມນໍ້າອ້ອຍ / ເເຊບຄືກອຍ ຫນຶ້ງໃຫມ່

ປານກິນ ບໍ່ໄດ້ຫຍໍ້າ / ຄືນໍ້າ ອີ່ມອີ່ຫລີ

* * *

໔/ ມີຫລາຍຄາວ ຫລາຍຄັ້ງ / ຕັ້ງຫລາຍຫົນ ຫລາຍເເຫລ່ງ

ຫລອມຫລໍ່ ເເປງຮັກເຄື້ອນ / ບໍ່ໃຫ້ເຍື້ອນ ຫ່າງຫນີ

ສລາດດີ ເເຫລມເເທ້ / ສຸກວິໄລ ເຫລື້ອມຊື່

ຫວິດຫລົງ ຫວິດບໍ່ໄດ້ / ຫວິດໃຈນັ້ນ ຫລີກບໍ່ເປັນ / ຫນຸ່ມນາງ /

* * *

ຄໍາອຸດທິດ

ຂໍ ໃຫ້ ຄວາມສຸກໃຈ ເເລະ ຄວາມຮັກ ຈົງ ເກີດມີ ເເທ້ ໃນ ຈິດໃຈ ຂອງ ທຸກຊີບຊີວິດ

Créteil 27/08/ 2011

ໂອກິ່ນ ຊຸມພົນພັກດີ


ບັນທຶກ /Notes

[1] ພຍັນຊນະພໍ ເເທນທີ່ ຈະ ຂຽນ ພຍັນຊນະ ພ ກໍ ເນື່ອງຈາກວ່າ ການອ່ານ ພຍັນຊນະ ໂດຍ ລໍາພັງ ຈະ ບໍ່ ມີ ສຽງ ອັນໃດ ຕ້ອງ ອ່ານ ພຍັນຊນະ ປະກອບ ກັບ ສຣະ ຈຶ່ງ ສາມາດ ອ່ານ ອອກສຽງ ໄດ້

[2] A Practical grammar of the Pali Language by Charles Duroiselle - Buddha Dharma Education Association Inc. - Third Edition 1997 - Page 20

[3] ຫນັງສືເຟື້ອງ ຫລື ຕົວເຟື້ອງ ຫມາຍເຖິງ ຫນັງສື ຕົວສໍາລອງ ຂອງ ພຍັນຊນະ ຕົວໃດຕົວນຶ່ງ ທີ່ ມີ ຢູ່ ພາຍໃນ ຈໍາພວກ ພຍັນຊນະ ລາວ ທັງຫລາຍ ດັ່ງ ເງິນເຟື້ອງ ເປັນຕົ້ນ ຊຶ່ງ ເປັນ ມາດຕຣາ ສ່ວນນຶ່ງ ຂອງ ອັດຕຣາ ເງິນ ໃນ ຍຸກກ່ອນ ນອກຈາກ ການໃຊ້ ຕົວເຟື້ອງ ເພິ່ນ ຍັງ ໃຊ້ ຕົວເອກ ຫລື ຕົວເເທ້ ຮ່ວມກັນ ອີກດ້ວຍ ໃນ ການຂີດຂຽນ ຫນັງສື ຕ່າງໆ ເຊັ່ນ

  • ຕົວຍໍເຟື້ອງ ( ຽ ) ເປັນ ຕົວສໍາລອງ ຂອງ ຕົວຍໍ ( ຍ )
  • ຕົວນໍເຟື້ອງ ເປັນ ຕົວສໍາລອງ ຂອງ ຕົວນໍ
  • ຕົວລໍເຟື້ອງ ເປັນ ຕົວສໍາລອງ ຂອງ ຕົວລໍເເທ້ ຕໍ່ໆ ໄປ ດັ່ງນີ້

ຕົວເຟື້ອງ ຈະ ເປັນ ຕົວປ່ຽວ ເເລະ ການໃຊ້ ຕົວເຟື້ອງ ກໍ ໃຊ້ ຮ່ວມກັນໄປ ກັບ ຕົວເເທ້ ເເຕ່ ໃຊ້ ໃນ ກໍຣະນີ ຕ່າງກັນ ຊຶ່ງ ຕາມ ຄວາມຈິງ ຕົວເຟື້ອງ ຈະ ຖືກຂຽນ ຢູ່ ກ້ອງ ຂອງ ພຍັນຊນະ ຕົວອື່ນ ຍົກເວັ້ນ ຕົວນໍເຟື້ອງ ເເລະ ຕົວມໍເຟື້ອງ ທີ່ ໃຊ້ ກັບ ພຍັນຊນະຫໍ ຈຶ່ງ ກາຍມາເປັນ ພຍັນຊນະ ຫນໍເຟື້ອງ ( ໜ ) ເເລະ ພຍັນຊນະ ຫມໍເຟື້ອງ ( ໝ ) ນອກຈາກນັ້ນ ຫນັງສື ຕົວ ອື່ນໆ ທີ່ ເຮົາ ເຄີຍເຫັນ ອັນ ທີ່ ມີ ຮູບ ຕ່າງ ກັບ ຫນັງສື ລາວ ປັດຈຸບັນນີ້ ເປັນ ພຽງ ຫນັງສືເກົ່າ ຫລື ຫນັງສື ໂບຣານ ທີ່ ເພິ່ນ ໄດ້ໃຊ້ ມາກ່ອນ ພາຍໃນ ຍຸກໃດຍຸກນຶ່ງ ເທົ່ານັ້ນ

[4] ຫລັກການສອນ ພຣະທັມມະກະຖຶກ - ຊັ້ນປີທີ ໑ - ສະພາພຣະທັມມະກະຖຶກ ທີ່ ເເຂວງ ວຽງຈັນ - ຈັດພິມຂຶ້ນ ເພື່ອເປັນເເນວທາງການສຶກສາ - ເເຕ້ມຫນ້າປົກ ໂດຍ ອາຈານ ສງວນ ຣອດບຸນ - ພຣະຫລັກຄໍາ ຈັນທະບຸຣິເມຫາຈານ ( ເເກ້ວ ຂັນຕິໂກ ) ເເຫ່ງ ວັດສຼີທັມມະຫາຍໂສກ ວຽງຈັນ ເປັນ ຜູ້ອໍານວຍການສະພາ ພຣະທັມມະກະຖຶກ ໄດ້ຂຽນ ຄໍາປາຣົບ ເມື່ອ ວັນທີ່ ໒໕ ເດືອນຊຸຍເຢ ໑໙໗໓

ວິຊາຫລັກການສູດສັງໂຍກ ໂດຍ ພຣະມະຫາຈະຣູນ ເເຫ່ງ ວັດໂພນພຣະເນົາ - ຫນ້າ ໔໒ §໓ ວ່າດ້ວຍ ການເເປ ພຍັນຊນະ ວ່າ ເປັນ ເນື້ອຄວາມ ໃຫ້ ປະກົດ « ຊຶ່ງ ຂ້າພະເຈົ້າ ຂໍ ບູຊາ ເເລະ ຂໍ ອຸທິດ ກຸສົນ ຜົນບຸນ ອັນນີ້ ເເດ່ ພຣະເຖຣະນຸເຖຣະ ທຸກອົງ ໂດຍ ສະເພາະ ກໍ ເເມ່ນ ພຣະມະຫາຈະຣູນ ມາ ນະ ໂອກາດນີ້ ດ້ວຍ »

[5] ຕອນນັ້ນ ມີ ພວກນາຍຮ້ອຍ ສາມ ເດືອນ ທີ່ ຖືກຝຶກ ຢູ່ ດົງເຫັນ ເເຂວງ ສວັນນະເຂດ ເເລະ ຢູ ວັດພູ ເເຂວງ ຈໍາປາສັກ ເເລະ ພວກນຶ່ງ ອີກ ຖືກຝຶກ ຢູ່ ເມືອງໄທຍ ປະມານ ປີນຶ່ງ ເເລະ ພວກ ຖືກຝຶກ ຢູ່ ເມືອງໄທຍ ມີ ພຽງ ຣຸ່ນດຽວ ເທົ່ານັ້ນ ເພາະ ຣຸ່ນສອງ ບໍ່ ຖືກ ຮັບຮູ້ ຈາກ ຣັຖບານ ລາວ ຕໍ່ມາ ເພິ່ນ ໄດ້ຕັ້ງ ໂຮງຮຽນ ນາຍຮ້ອຍ ຈິນາຍໂມ້ ຂຶ້ນ ເເລະ ເພິ່ນ ໄດ້ ທ້ອນໂຮມ ໂຮງຮຽນ ນາຍຮ້ອຍ ດົງເຫັນ ເເລະ ວັດພູ ໄປ ຢູ່ ຈິນາຍໂມ້ ບ່ອນດຽວກັນ ເເຕ່ ປະກົດ ວ່າ ເພິ່ນ ບໍ່ ກ່າວເຖິງ ພວກ ທີ່ ຖືກ ຝຶກ ຢູ່ ເມືອງໄທຍ ຣຸ່ນ ທີນຶ່ງນັ້ນ ເເລະ ພວກນາຍຮ້ອຍ ວັດພູ ປະການໃດ ທັງສິ້ນ ເພາະ ຍ້ອນ ການຫລົງລືມ ຫລື ເເນວໃດ ບໍ່ຮູ້

[6] ພວກ ນາຍຄຣູ ຕອນຕົ້ນ ຖືກຝຶກ ພາຍໃນ ຫົກ ເດືອນ ຕໍ່ມາ ( ຄສ. ໑໙໖໔ ? ) ເພິ່ນ ປ່ຽນ ເວລາ ການຝຶກ ຫົກ ເດືອນ ຂຶ້ນເປັນ ສອງ ປີ ເເລະ ເພິ່ນ ຮຽກ ພວກສອງປີນີ້ ວ່າ “ຜເເນກ ເລັ່ງລັດ” ( ຝຣັ່ງ. Formation accélérée “ອັນນີ້ ເເມ່ນ ຄໍາ ທີ່ ເພິ່ນ ໃຊ້ກັນ ໃນ ຄາວນັ້ນ” ) ຍ້ອນວ່າ ເມືອງລາວ ຂາດ ຄຣູ ໃນ ຄາວນັ້ນ ພ້ອມໆ ດຽວກັນນັ້ນ ກໍ ມີ ພວກ ມາຕຖານ ທີ່ ຖືກຝຶກ ສີ່ ປີ ເນື່ອງຈາກ ຈໍານວນ ຄຣູ ບໍ່ ພຽງພໍ ເເລະ ກໍ ບໍ່ ທັນ ກັບ ຄວາມຕ້ອງການ ເພິ່ນ ໄດ້ ເກນເອົາ ພວກທິດ ພວກຈານ ມາສອນ ຕາມ ໂຮງຮຽນ ປະຖົມ ຕ່າງໆ ເເລະ ເພິ່ນ ຮຽກ ພວນນີ້ ວ່າ ນາຍຄຣູ “ເກລັກ ???” ( ພຍັນຊນະ ຄວບ ) ຊຶ່ງ ຂ້າພະເຈົ້າ ຍັງ ບໍ່ ສາມາດ ຈະ ອະທິບາຍ ຄວາມເປັນມາ ຂອງ ຄໍານີ້ ໄດ້ເທື່ອ

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0