ພາສາ ລາວ - La langue lao ບົນ ລາວເເພນ

ພຍັນຊນະ / Les consonnes lao / The Lao consonnants

ວັນພຸດ ທີ ໑໗ ເດືອນ ສິງຫາ/août  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

໑- ທາຕຸສາດ || Etymologie / Etymology
ຄໍາເຄົ້າ ຂອງ ຄໍາ ພຍັນຊນະ ມາ ຈາກ ຄໍາ ສັນສະກຣິດ ເເລະ ຄໍາ ບາລີ ວຢຍຊນ [ວຢັນ-ຊະ-ນະ /Vyañjana] ຊຶ່ງ ຕົວວໍ ຖືກ ເເຜງ ມາ ເປັນ ຕົວພໍ ພຢຍຊນ[ພຢັນ-ຊະ-ນະ /Byañjana] ຊຶ່ງ ມີ ຄວາມຫມາຍ ວ່າ ເຮັດ ເນື້ອຄວາມ ໃຫ້ ປະກົດ
  • ວິ+ອຍຊນໍ[ວິ+ອັນ-ຊະ-ນັງ] = ວຢຍຊນໍ[ວຢັນ-ຊະ-ນັງ] => ພຢຍຊນໍ[ພຢັນ-ຊະ-ນັງ]
  • Vi+añjanaŋ [1] = Vyañjanaŋ => Byañjanaŋ (ṁ = ŋ)

ການຂຽນ ຄໍາ ພຍັນຊນະ ດ້ວຍ ຫນັງສືທັມ ຫລື ດ້ວຍ ຫນັງສື ບາລີ ຂອງ ລາວ ຈະ ປະກົດ ເນື້ອຄວາມ ດັ່ງນີ້

ຄົນລາວ ຮຽກ ຕົວ ທີ່ ປ່ຽນ ຮູບ ນີ້ ວ່າ ຕົວເຟື້ອງ ( ຕົວຊໍ ເຟື້ອງ ບໍ່ ໄດ້ ໃຊ້ ໃນ ພາສາ ລາວ ) [2]

ວ່າດ້ວຍ ຫນັງສື ທັມ : ເມື່ອ ພຍັນຊນະ ໃນ ສັນຫ້າ ສະກົດ ພຍາງໃດ ຕົວສະກົດ ຕົວນັ້ນ ສາມາດ ຊ້ອນ ຕົວ ມັນເອງ ເເລະ ສາມາດ ຊ້ອນ ພຍັນຊນະ ຕົວໃດ ກໍ ໄດ້ ທີ່ ຢູ່ ໃນ ສັນ ດຽວ ກັນ ( ສັນ = colonne, ຖັນ = rangé) ນອກຈາກ ຕົວ ◌ງ◌ ຢ່າງ ດຽວ ທີ່ ບໍ່ ສາມາດ ຊ້ອນ ຕົວ ມັນເອງ ໄດ້ ຍ້ອນວ່າ ຄໍາ ດັ່ງກ່າວ ບໍ່ ມີ ໃນ ພາສາ ບາລີ

໒- ໂຄສະຖານ || Phonétique / Phonetics
ພຍາງ ເເຕ່ ລະ ພຍາງ ຂອງ ຄໍາ “ພຍັນຊນະ” ມີ ສຽງ ດັ່ງນີ້

  • “ພ[ພະ]” ມີ ສຽງ ດຽວ ກັບ ສຽງ ຂອງ ບັນດາ ພຍັນຊນະ ຫມວດ ສາມ ມີ ສຽງສັ້ນ ເເລະ ມີ ສຽງຕາຍ ( ສຽງຕາຍ ຫມາຍຄວາມວ່າ ຜັນ ສຽງ ບໍ່ ໄດ້ ຕາມ ວັນນະຍຸດ ເອກ ເເລະ ວັນນະຍຸດ ໂທ ເເລະ ຫລິ້ນ ສຽງ ເພງ ບໍ່ ມ່ວນ ໂດຍ ສະເພາະ ເເມ່ນ ຄໍາ ທີ່ ມີ ຫລາຍ ພຍາງ ) ເເລະ ຕ້ອງ ອ່ານ ໃຫ້ ສຽງ ຂອງ ພຍາງ ນີ້ ສັ້ນ ເຂົ້າ ຫລື ໄວ ຂຶ້ນ ກວ່າເກົ່າ
  • “ຍັນ” ມີ ສຽງ ດຽວ ກັບ ສຽງ ຂອງ ບັນດາ ພຍັນຊນະ ຫມວດ ສາມ ທັງ ມີ ສຽງສັ້ນ ຫມາຍຄວາມວ່າ ສາມາດ ຫລິ້ນ ສຽງ ໄດ້ ພຽງເເຕ່ ສາມ ສຽງ ເທົ່ານັ້ນ ຄື ສຽງສາມັນ ສຽງເອກ ເເລະ ສຽງໂທ
  • “ຊ[ຊະ]” ມີ ສຽງ ດຽວ ກັບ ສຽງ ຂອງ ບັນດາ ພຍັນຊນະ ຫມວດສາມ ທັງ ມີ ສຽງສັ້ນ ເເລະ ສຽງຕາຍ ( ສຽງຕາຍ ຫມາຍຄວາມວ່າ ຜັນ ສຽງ ບໍ່ ໄດ້ ເເລະ ຫລິ້ນ ສຽງ ເພງ ກໍ ບໍ່ ມ່ວນ ໂດຍ ສະເພາະ ເເມ່ນ ຄໍາ ທີ່ ມີ ຫລາຍ ພຍາງ )
  • “ນະ” ມີ ສຽງ ດຽວ ກັບ ສຽງ ຂອງ ບັນດາ ພຍັນຊນະ ຫມວດ ສາມ ທັງ ມີ ສຽງສັ້ນ ເເລະ ເເລະ ສຽງຕາຍ ( ສຽງຕາຍ ຫມາຍຄວາມວ່າ ຜັນ ສຽງ ບໍ່ ໄດ້ ເເລະ ຫລິ້ນ ສຽງ ເພງ ບໍ່ ມ່ວນ ໂດຍ ສະເພາະ ເເມ່ນ ຄໍາ ທີ່ ມີ ຫລາຍ ພຍາງ “ຈະ ເອົາ ມາ ເຮັດ ເນື້ອເພງ ບໍ່ ຄັກ ປານໃດ” )

ຄໍາ “ພຍັນຊນະ” ມີ ສີ່ ພຍາງ ເເລະ ຄໍາໃດ ທີ່ ມີ ຈໍານວນ ພຍາງ ເກີນ ສອງ ພຍາງ ຂຶ້ນ ໄປ ຈະ ເປັນ ຄໍາຕາຍ ທັງນັ້ນ ຍ້ອນ ເຮົາ ບໍ່ ສາມາດ ຈະ ຫລິ້ນ ສຽງ ໄດ້ ນັ້ນເອງ ດັ່ງ ຣັຖບານ ຄາຕກອນ ຣາສດອນ ເປັນຕົ້ນ ( ເຮົາ ບໍ່ ສາມາດ ຜັນ ສຽງ ເເລະ ຫລິ້ນ ສຽງ ຂອງ ຄໍາ ເຫລົ່ານີ້ ໄດ້ ຖ້າ ຝືນ ເຮັດ ມັນ ກໍ ກາຍ ເປັນ ສຽງຫນົ້ງ)

໓- ຫມາຍເຫດ || Nota Bene

  • ເມື່ອ ເພິ່ນ ເອົາ ຄໍາໃດ ທີ່ ມີ ສຽງສູງ ມາ ຣ້ອງ ເປັນ ສຽງຕໍ່າ ສຽງ ຂອງ ຄໍານັ້ນ ຈະ ກາຍ ເປັນ ສຽງຫນົ້ງ ເເລະ ກໍຣະນີ ຂອງ ຄໍາ ທີ່ ມີ ສຽງຕໍ່າ ຖືກ ຣ້ອງ ເປັນ ສຽງສູງ ມັນ ກໍ ຈະ ເປັນ ສຽງຫນົ້ງ ເຊັ່ນ ດຽວ ກັນ
  • ດ້ວຍເຫດນີ້ ເວລາ ນັກຣ້ອງ ເກັ່ງ ໆ ເອົາ ເພງ ຂອງ ຄົນ ອື່ນ ມາ ຣ້ອງ ເຂົາ ຈະ ບໍ່ ຣ້ອງ ຕາມ ທໍານອງ ເເລະ ສຽງ ເດີມ ຂອງ ນັກຣ້ອງ ເກົ່າ ເເຕ່ ເຂົາ ຈະ ຣ້ອງ ສຽງ ຂອງ ພຍາງ ດັ່ງກ່າວ ນັ້ນ ໄປ ທໍານອງ ໃຫມ່ ຫລື ເເບບໃຫມ່ ເພື່ອ ເນັ້ນ ສຽງ ຂອງ ພຍາງ ນັ້ນ ໄວ້ ເເລະ ເພື່ອ ໃຫ້ ໄດ້ ຕາມ ຖານ ສຽງ ອັນ ເເທ້ຈິງ ຂອງ ຄໍາເວົ້າ ດັ່ງກ່າວ ຄືດັ່ງ “ເມື່ອ” ເເຕ່ ບໍ່ ເເມ່ນ “ເມື້ອ” ເພື່ອ ໃຫ້ ໄດ້ ຕາມ ສຽງອ່ານ ຫລື ໃຫ້ ຄ້າຍ ທີ່ສຸດ ກັບ ສຽງອ່ານ
  • ອັນນີ້ ຄື ບັນຫາ ຂອງ ພາສາ ໃດ ທີ່ ຜັນສຽງ ໄດ້ ຫລາຍ ສຽງ ນັ້ນເອງ ( ຝຣັ່ງ. Langue à tons ou langue tonale ) ຄືດັ່ງ ສຽງສູງ ສຽງກາງ ສຽງຕໍ່າ ເປັນຕົ້ນ ພ້ອມທັງ ສຽງ ຂອງ ພຍາງ ທີ່ ປະກອບ ວັນນະຍຸດ ເປັນປາຍ ( ເພງ ຂອງ ສຸຣະພົນ ເເລະ ເພງ ຂອງ ກໍ ວິເສດ ຈະ ມີ ສຽງຫນົ້ງ ຫນ້ອຍ ກວ່າ ເພງ ຂອງ ນັກຣ້ອງ ຄົນ ອື່ນ )
    ( ດິກ ເບິ່ງ ຮູບຮອຍ ຂອງ ສຽງ ນະ ທີ່ນີ້ )

໔- ຄວາມຫມາຍ || Définition / Definition
ພຍັນຊນະ ເເປ ວ່າ ເຮັດ ເນື້ອຄວາມ ໃຫ້ ປະກົດ [3] ຊຶ່ງ ຫມາຍເຖິງ ອັກຂຣະ ທີ່ ບໍ່ ເປັນ ສຣະ ນຶ່ງ ທີ່ ບໍ່ ເປັນ ເຄື່ອງຫມາຍ ນຶ່ງ ເເລະ ທີ່ ບໍ່ ເປັນ ເລກ ອີກ ນຶ່ງ

ຄໍາ ອັກຂຣະ ເປັນ ຄໍາ ບາລີ ເເລະ ຄໍາ ອັກສອນ ຖືກ ເເຜງ ມາ ຈາກ ຄໍາ ສັນສະກຣິດ ຊຶ່ງ ຄໍາ ທັງ ສອງ ນີ້ ຫມາຍເຖິງ ຈໍາພວກ ຮູບເເຕ້ມ ທີ່ ໃຊ້ ຂຽນ ຮ່ວມ ກັບ ການຂີດຂຽນ ຫນັງສື ລາວ ອັນ ມີ ຄື

  • ເລກ
  • ສຣະ
  • ພຍັນຊນະ
  • ເຄື່ອງຫມາຍ

໕- ຄວາມເປັນມາ ໂດຍ ສັງເຂບ
ຄົນລາວ ໃຊ້ ອັກຂຣະ ທັມ ຫລື ຫນັງສື ທັມ ຂຽນ ພາສາ ລາວ ຄາວ ກ່ອນ ເມື່ອ ຈັກພັດ[ຈັກ-ກະ-ພັດ /ຈັກະພັດ] ລ້ານຊ້າງ ເເຕກ ສລຸພຸພ່າຍ ໄປ ເເລ້ວ ລ້ານຊ້າງ ກໍ ເສື່ອມ ພ້ອມທັງ ຄົນລາວ ກໍ ເລີ້ມ ຂາດ ການສຶກສາ ເເລະ ຂາດ ທັງ ການຂີດຂຽນ ໄປ ພ້ອມໆ ກັນ ຕໍ່ ມາ ກໍ ມີ ຄົນລາວ ເເດນ ນຶ່ງ ທີ່ ພາ ກັນ ຫັນ ກັບ ມາ ຫາ ການຂີດຂຽນ ຄືນ ໃຫມ່ ອີກ ເເຕ່ ມັນ ກໍ ຊ້າ ກໍໍ ລ້າ ເກີນ ໄປ ເເລ້ວ ເພາະ ພວກ ທີ່ ມີ ຄວາມຮູ້ ຄວາມສາມາດ ດ້ານ ນີ້ ກໍ ຕາຍ ໄປ ຫລາຍ ເເລ້ວ ພວກ ດັ່ງກ່າວ ນີ້ ຈຶ່ງ ພາ ກັນ ຫັນ ມາ ເເຕ້ມ ຮູບ ອັກຂຣະ ລາວ ຂຶ້ນ ໃຫມ່ ອີກ ທີ່ ຄົນໄທຍ ຮຽກ ວ່າ ຫນັງສື ໄທນ້ອຍ (ຊຶ່ງ ຄໍາ ໄທນ້ອຍ ຫມາຍເຖິງ ຄົນລາວ ທັງປວງ ນັ້ນເອງ) ເເລະ ທີ່ ຄົນລາວ ຮຽກ ວ່າ ຫນັງສື ເຟື້ອງ ນັ້ນເອງ

ຫລັງຈາກນັ້ນ ຄົນລາວ ສ່ວນ ໃຫຍ່ ກໍ ຕົກ ຢູ່ ພາຍໃຕ້ ການ ປົກຄອງ ຂອງ ສຍາມ ນຶ່ງ ຄົນລາວ ສ່ວນ ນ້ອຍ ສ່ວນສ່ວນ ນຶ່ງ ກໍ ຖືກ ຕົກ ຢູ່ ພາຍໃຕ້ ການລ່າ ຫົວເມືອງ ຂຶ້ນ ຂອງ ຝຣັ່ງ ນຶ່ງ ພ້ອມທັງ ພວກ ຄົນລາວ ທີ່ ເຮົາ ຮຽກ ກັນ ທຸກ ມື້ ນີ້ ວ່າ ໄທຂາວ ໄທດໍາ ໄທເເດງ ນັ້ນເອງ (ຝຣັ່ງ ຈຶ່ງ ຍົກ ໃຫ້ ວຽດນາມ ຫລັງຈາກ ເສິກ ກູ້ ເອກຣາດ[ເອກ-ກະ-ຣາດ /ເອກະຣາດ]) ເເລະ ອີກ ພວກ ນຶ່ງ ກໍ ຕົກ ຢູ່ ພາຍໃຕ້ ອໍານາດ ລ່າ ຫົວເມືອງ ຂຶ້ນ ຂອງ ອັງກິດ ດັ່ງ ເມືອງສິງ ກັບ ສິບສອງ ພັນ ນາ ເເລະ ພວກ ໄທເຂີນ ເເຫ່ງ ພະມ້າ ເປັນຕົ້ນ

ເມື່ອ ຝຣັ່ງ ສະຖາປະນາ ປະເທດ ລາວ ຂຶ້ນ ໃນ ຄສ.໑໘໙໓ (ທີ່ ກາຍ ມາ ເປັນ ປະເທດ ລາວ ປັດຈຸບັນ ນີ້ ເລີ້ມ ເເຕ່ ຄສ.໑໙໔໕ ເປັນຕົ້ນ ມາ ຄື ປີ ທີ່ ຄົນລາວ ໄດ້ ຮັບ ເອກຣາດ ຈາກ ຝຣັ່ງ) ພວກ ທີ່ ກາຍ ມາ ເປັນ ປະຊາຊົນ ລາວ ໃນ ປະເທດ ລາວ ປັດຈຸບັນ ນີ້ ຊຶ່ງ ນໍາ ພາ ດ້ວຍ ພວກ ມະຫາ ທັງຫລາຍ ນັ້ນ ກໍ ພາ ກັນ ຫັນ ມາ ເເຕ້ມ ຮູບ ຫນັງສື ລາວ ຂຶ້ນ ໃຫມ່ ອີກ ທີ່ ຂ້າພະເຈົ້າ ຮຽກ ເເບບ ຫນັງສື ດັ່ງກ່າວ ນີ້ ວ່າ ຫນັງສື ຂອງ ພວກ ມະຫາ ເເລະ ພ້ອມ ໆ ດຽວ ກັນ ນັ້ນ ກໍ ຍັງ ມີ ພວກ ຝຣັ່ງ ກັບ ພວກ ທີ່ ຮຽນ ພາສາ ຝຣັ່ງ ໃຊ້ ພຍັນຊນະ ໒໗ ຕົວ ທີ່ ຄັດ ມາ ຈາກ ຫນັງສື ເຟື້ອງ ໃນ ການຂີດຂຽນ ປະຈໍາ ວັນ ຜົນ ສຸດທ້າຍ ຫນັງສື ລາວ ຂອງ ພວກ ມະຫາ ກໍ ບໍ່ ຖືກ ຮັບຮູ້ ເປັນ ທາງການ ຍ້ອນ ເພິ່ນ ຖື ຂໍ້ມູນ ເເນວ ນຶ່ງ ວ່າ ມັນ ຍາກ ສໍາລັບ ຄົນລາວ ໂພດ ເພາະ ຄົນລາວ ຂາດ ການສຶກສາ ຫລາຍ ເເລ້ວ ຊຶ່ງ ຕາມ ຄວາມເປັນຈິງ ເເລ້ວ ເເມ່ນ ພວກ ຜູ້ນໍາ ເຮົາ ເອງ ອ່ານ ເເລະ ຂຽນ ຫນັງສື ລາວ ບໍ່ ເປັນ ຕ່າງຫາກ

ອີກຢ່າງນຶ່ງ ເພິ່ນ ກໍ ເລືອກ ເອົາ ຈໍາພວກ ຫນັງສື ລາວ ໒໗ ຕົວ ນີ້ ມາ ເເຕ້ມ ໃສ່ ເບົ້າ ພິມດີດ ລາວ ຈົນ ມາ ຕົກ ຖືກ ຍຸກ ຢູນິກົດ[Unicode] ທີ່ ຄົນລາວ ໃຊ້ ກັນ ຢູ່ ທຸກ ມື້ ນີ້

  1. ຄົນລາວ ໃຊ້ ຫນັງສື ທັມ ນິດໄສ ຂຽນ ຄວາມລາວ ເເລະ ຂຽນ ຕາມ ເຄົ້າ ໄດ້ ຢ່າງ ສະບາຍ
  2. ຕໍ່ ມາ ຄົນ ລາວ ໃຊ້ ຫນັງສື ເຟື້ອງ (ຄື ຫນັງສື ໄທນ້ອຍ ທີ່ ມີ ຕົວເຟື້ອງ ປະກອບ)
  3. ຫລັງຈາກນີ້ ຄົນລາວ ໃຊ້ ຫນັງສື ລາວ ສໄມ ໒໗ ຕົວ ນີ້ ເປັນ ທາງການ ກັບ ຫນັງສື ທັມ (ບາລີ) ໃຊ້ ຕາມ ວັດວາອາຣາມ ຕ່າງ ໆ ເເລະ ພ້ອມ ໆ ດຽວ ກັບ ການໃຊ້ ຫນັງສື ລາວ ສໄມ ໒໗ ຕົວ ນີ້ ພວກ ມະຫາ ໄດ້ ພາ ກັນ ເເຕ້ມ ຮູບ ພຍັນຊນະ ທີ່ ຍັງ ຂາດ ຢູ່ ພາຍໃນ ຈໍາພວກ ພຍັນຊນະ ໒໗ ຕົວ ນີ້ ເຂົ້າ ຕື່ມ ເເຕ່ ບໍ່ ເປັນ ຈັ່ງ ບຸນ ເເມ່ນ ຫນັງສື ທີ່ ຖືກ ໃຊ້ ມາ ກ່ອນ ເເລ້ວ ນັ້ນ ຄື ຈໍາພວກ ພຍັນຊນະ ໒໗ ຕົວ ນີ້ ຖືກ ຮັບຮູ້

໖- ພຍັນຊນະ ລາວ
ພຍັນຊນະ ລາວ ປັດຈຸບັນ ຖືກ ກໍານົດ ໄວ້ ພຽງ ຊາວເຈັດ ຕົວ ເທົ່າ ນີ້ ເເລະ ຈັດ ເປັນ ລໍາດັບ ດັ່ງນີ້ ຄື ກ ຂ ຄ ງ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ຣ ລ ວ ຫ ອ ຮ ( ຣູປຕາ ໑ ) ເເລະ ຖືກ ຈັດ ເປັນ ສາມ ຫມວດ ທີ່ ເພິ່ນ ຮຽກ ໄດ້ ອີກຢ່າງນຶ່ງ ວ່າ ໄຕຣຍາງ ຄື

  • ພຍັນຊນະ ຫມວດກໍ ຫລື ຫມວດນຶ່ງ
  • ພຍັນຊນະ ຫມວດຂໍ ຫລື ຫມວດສອງ ເເລະ
  • ພຍັນຊນະ ຫມວດຄໍ ຫລື ຫມວດສາມ

(ໄຕຣຍາງຄ໌ ຊຶ່ງ ຄໍາ ໄຕຣ ເເປ ວ່າ ສາມ ສ່ວນ ຄໍາ ຍາງຄ໌ ດັ່ງ ພຍາງຄ໌ ນີ້ ບໍ່ ຮູ້ຈັກ ເຄົ້າ ເເທ້ ຂອງ ມັນ)

ຣູປຕາ ໑

ພຍັນຊນະ ຫມວດກໍ
ພຍັນຊນະ ຫມວດກໍ ຄື ຫມວດນຶ່ງ ຫລື ຫມວດ ທີນຶ່ງ ທີ່ ຫມາຍ ເອົາ ຈໍາພວກ ພຍັນຊນະ ທີ່ ມີ ຣະດັບ ຄື້ນສຽງ (ນໍ້າສຽງ) ສໍ່າ ໆ ດຽວ ກັນ ກັບ ຄື້ນສຽງ ຂອງ ຕົວກໍ ( ◌ກ◌ )

  • ບັນດາ ພຍັນຊນະ ທີ່ ບັນຈຸ ຢູ່ ໃນ ຫມວດກໍ ມີ ຈໍານວນ ທັງຫມົດ ເເປດ ຕົວ ຄື ກ ຈ ດ ຕ ບ ປ ຢ ອ

ພຍັນຊນະ ຫມວດຂໍ
ພຍັນຊນະ ຫມວດຂໍ ຄື ພຍັນຊນະ ຫມວດສອງ ຫລື ຫມວດທີສອງ ທີ່ ຫມາຍ ເອົາ ບັນດາ ພຍັນຊນະ ທີ່ ມີ ຄື້ນສຽງ (ນໍ້າສຽງ) ຣະດັບ ສໍ່າ ໆ ດຽວ ກັບ ສຽງ ດັງ ຂອງ ຕົວຂໍ ( ◌ຂ◌ )

  • ບັນດາ ພຍັນຊນະ ທີ່ ບັນຈຸ ຢູ່ ໃນ ຫມວດຂໍ ມີ ຈໍານວນ ທັງຫມົດ ຫົກ ຕົວ ຄື ຂ ສ ຖ ຜ ຝ ຫ

ພຍັນຊນະ ຫມວດຄໍ
ພຍັນຊນະ ຫມວດຄໍ ຄື ພຍັນຊນະ ຫມວດສາມ ຫລື ຫມວດທີສາມ ທີ່ ຫມາຍ ເອົາ ບັນດາ ພຍັນຊນະ ທີ່ ມີ ຄື້ນສຽງ (ນໍ້າສຽງ /fr. ton) ຣະດັບ ປະມານ ສໍ່າ ໆ ດຽວ ກັບ ສຽງ ດັງ ຂອງ ພຍັນຊນະ ຕົວຄໍ ( ◌ຄ◌ )

ຣູປຕາ ໒

  • ບັນດາ ພຍັນຊນະ ທີ່ ບັນຈຸ ຢູ່ ໃນ ຫມວດຄໍ ມີ ຈໍານວນ ທັງຫມົດ ສິບສາມ ຕົວ ຄື
    • ຄ ງ ຊ ຍ ທ ນ ພ ຟ ມ ຣ ລ ວ ຮ ( ຣູປຕາ ໒ )
      ເເຕ່ຫາກວ່າ ເພິ່ນ ຈັດ ຫມວດຄໍ ຫລື ຫມວດສາມ ນີ້ ເປັນ ສອງ ຈຸ ໄດ້ ຄື
      • ຈຸ ນຶ່ງ ບັນຈຸ ບັນດາ ພຍັນຊນະ ທີ່ ມີ ຄູ່ ກັບ ຫມວດຂໍ (◌ຄ◌ ◌ຊ◌ ◌ທ◌ ◌ພ◌ ◌ຟ◌ ◌ຮ◌)
        • ◌ຄ◌ ຄູ່ ກັບ ◌ຂ◌ ເເລະ ຫມາຍ ຄ/ຂ
        • ◌ຊ◌ ຄູ່ ກັບ ◌ສ◌ ເເລະ ຫມາຍ ຊ/ສ
        • ◌ທ◌ ຄູ່ ກັບ ◌ສ◌ ເເລະ ຫມາຍ ທ/ສ
        • ◌ພ◌ ຄູ່ ກັບ ◌ຜ◌ ເເລະ ຫມາຍ ພ/ຜ
        • ◌ຟ◌ ຄູ່ ກັບ ◌ຝ◌ ເເລະ ຫມາຍ ຟ/ຝ
        • ◌ຮ◌ ຄູ່ ກັບ ◌ຫ◌ ເເລະ ຫມາຍ ຮ/ຫ
      • ຈຸ ສອງ ບັນຈຸ ບັນດາ ພຍັນຊນະ ທີ່ ບໍ່ ມີ ຄູ່ ກັບ ຫມວດຂໍ ຄື ◌ງ◌ ◌ຍ◌ ◌ນ◌ ◌ມ◌ ◌ຣ◌ ◌ລ◌ ◌ວ◌
        • ເພິ່ນ ຄັດ ເອົາ ບັນດາ ພຍັນຊນະ ໃນ ຈຸ ສອງ ນີ້ ເປັນ ພຍັນຊນະ ຕົວຫລັງ ຂອງ ເຫລົ່າ ພຍັນຊນະ ນໍາ ທັງຫລາຍ ( ຣູປຕາ ໒ )

໗- ພຍັນຊນະ ເຟື້ອງ
ພຍັນຊນະ ເຟື້ອງ ຫລື ຫນັງສື ເຟື້ອງ ທີ່ ຄົນລາວ ມັກ ຮຽກ ວ່າ ຕົວເຟື້ອງ ຫມາຍເຖິງ ຈໍາພວກ ຕົວຫນັງສື ທີ່ ເພິ່ນ ໃຊ້ ຫລັງຈາກ ການຂຽນ ຄວາມລາວ ດ້ວຍ ຕົວທັມ ອັນ ມີ ຕົວ

  • ◌ໜ◌ ຕົວຫນໍ ເຟື້ອງ
  • ◌ໝ◌ ຕົວຫມໍ ເຟື້ອງ
  • ◌ຽ◌ ຕົວຍໍ ເຟື້ອງ ຊຶ່ງ ເປັນ ຕົວ ສໍາລອງ ຂອງ ຕົວຍໍ (ເເທ້ ◌ຍ◌)
  • ◌ຼ ຕົວລໍ ເຟື້ອງ

- ຄົນໄທຍ ຮຽກ ຫນັງສື ເຟື້ອງ ນີ້ ວ່າ ຫນັງສື ໄທນ້ອຍ ຊຶ່ງ ຫມາຍເຖິງ ຄົນລາວ

ເພິ່ນ ໃຊ້ ພຍັນຊນະ ເຫລົ່ານີ້ ເພື່ອ ລອກກ່າຍ ເອກສານ ອັນ ເກົ່າເເກ່ ນອກຈາກ ຕົວຍໍ ເຟື້ອງ ( ◌ຽ◌ ) ຕົວ ດຽວ ທີ່ ເພິ່ນ ໃຊ້ ເປັນ ເຄື່ອງ ປະສົມ ສຣະ ເເລະ ທີ່ ໃຊ້ ເປັນ ເຄື່ອງ ປະສົມ ຕົວສະກົດ ເພື່ອ ໃຫ້ ກາຍເປັນ ໄມ້ສະກົດ

໘- ນາມເເຝງ
ເພື່ອ ອໍານວຍ ຄວາມຊົງຈໍາ ເພິ່ນ ຈຶ່ງ ໃສ່ ຊື່ ພຍັນຊນະ ຕ່າງ ໆ ທີ່ ເຮົາ ຮຽກ ກັນ ວ່າ ນາມເເຝງ ຫລື ນາມຊົງຈໍາ /ຊື່ຊົງຈໍາ (fr. mnémonique) (ຂອງ ພຍັນຊນະ) ດັ່ງນີ້

ໄກ່ ຕາ ໄຟ
ໄຂ່ ໄຖ ມ້າ
ຄວາຍ ທຸງ ຢາ
ງົວ ນົກ ຣົດ
ຈົວ ເບັດ ລີງ
ເສືອ ປາ ວີ
ຊ້າງ ເຜິ້ງ ໄຫ
ຍຸງ ຝາ ໂອ
ເດັກ ພູ ເຮືອ

ເຖິງຢ່າງໃດ ກໍດີ ພຍັນຊນະ ໒໗ ຕົວ ນີ້ ສາມາດ ສນອງ ຄວາມຕ້ອງການ ດ້ານ ການຂີດຂຽນ ພາສາ ລາວ ລ້ວນ ໆ ໄດ້ ເເຕ່ ຈໍາເປັນ ທີ່ສຸດ ຕ້ອງ ບໍ່ ໃຫ້ ຫລຸດ ຈໍານວນ ໒໗ ຕົວນີ້ ເດັດຂາດ ບໍ່ດັ່ງນັ້ນ ພາສາ ລາວ ຈະ ກາຍ ມາ ເປັນ ພາສາ ທີ່ ຕາຍ ໄປ ເລີຍ ເພາະວ່າ ມັນ ບໍ່ ສາມາດ ຈະ ກ້າວຫນ້າ ໄປ ໄດ້ ກັບ ວິວັທນາການ ໃນ ຍຸກ ວິທຍາສາດ ເເລະ ຍຸກ ເທັກໂນໂລຈີ ໃຫມ່

  • ຄັນ ຢາກ ຂຽນ ຄໍາ ເຄົ້າ ບາລີ ໄດ້ ຫລື ສນອງ ການຂຽນ ຕາມ ເຄົ້າ ໄດ້ ເຮົາ ຈໍາເປັນ ຕ້ອງ ມີ ຈໍານວນ ພຍັນຊນະ ລາວ ສໍ່າ ກັນ ກັບ ຈໍານວນ ພຍັນຊນະ ທັມ ນິດໄສ ທີ່ ເຄີຍ ໃຊ້ ຂຽນ ພາສາ ລາວ ມາ ກ່ອນ ເເລ້ວ ເພາະ ເຮົາ ບໍ່ ສາມາດ ຈະ ຂຽນ ຕາມ ເຄົ້າ ບາລີ ເເລະ ເຄົ້າ ສັນສະກຣິດ ດ້ວຍ ພຍັນຊນະ ໒໗ ນີ້ ໄດ້ ເນື່ອງຈາກວ່າ ມັນ ຍັງ ຂາດ ຢູ່ ປະມານ ໕-໖ ຕົວ ນັ້ນເອງ

ຫລັງຈາກນີ້ ກໍ ມີ ເເຕ່ ສຶກສາ ການໃຊ້ ພຍັນຊນະ

໙- ການໃຊ້ ພຍັນຊນະ
ເພິ່ນ ໃຊ້ ພຍັນຊນະ ລາວ ໒໗ ຕົວ ນີ້ ເປັນ

  • ພຍັນຊນະ ຕົ້ນພຍາງ ທີ່ ມີ ຕົວຕົ້ນ ຕົວ ດຽວ ເເລະ ທີ່ ມີ ຕົວຕົ້ນ ສອງ ຕົວ ຄື ພຍັນຊນະ ນໍາ
  • ພຍັນຊນະ ທ້າຍພຍາງ ຄື ຕົວກໍ້າ ຫລື ຕົວສະກົດ ຊຶ່ງ ເປັນ ຕົວສະກົດ ເເລະ ຕົວສະກົດ ພິເສດ
  • ເຄື່ອງ ປະສົມ ສຣະ ຄື
    • ຕົວຍໍ ເຟື້ອງ (◌ຽ◌) ທີ່ ເປັນ ຕົວ ສໍາລອງ ຂອງ ຕົວຍໍ ເເທ້ ( ◌ຍ◌ )
    • ຕົວວໍ ( ◌ວ◌ )
    • ຕົວອໍ ( ◌ອ◌ ) ທີ່ ເປັນ ອັດທະສຣະ (fr. semi-voyelle) ຊຶ່ງ ອັດທະ ເເປ ວ່າ ເຄິ່ງ

ຣູປຕາ ໓

ໂຄງຮ່າງ ຂອງ ພຍາງ
ຣູປຕາ ໔

໑໐- ສລຸບຄວາມ
ຈົງ ພຍາຍາມ ຊ່ວຍ ກັນ ປົກປ້ອງ ຮັກສາ ຫນັງສື ລາວ ເເລະ ອັກຂຣະ ລາວ ທັງຫມົດ ນີ້ ທັງ ພັທນາ ມັນ ຂຶ້ນ ໄປ ເລື້ອຍ ໆ ຕາບໃດ ທີ່ ຍັງ ມີ ຄົນລາວ ເເລະ ຊາດລາວ ຢູ່ ໃນ ໂລກ ນີ້ ດັ່ງ ຄໍາ ສຸພາສິດ ທີ່ ກ່າວ ວ່າ “ພາສາ ບອກ ຊາດ ມາຣະຍາດ ບອກ ຕະກຸນ” ນັ້ນ ເເລ

ມີ ຊາດ ກໍ ຕ້ອງ ມີ ພາສາ ຢ່າງ ເເນ່ນອນ ເເລະ ຕາຍຕົວ ເເຕ່ວ່າ ເຜົ່າຊົນ ທີ່ ມີ ພາສາ ເເຕ່ ບໍ່ ມີ ຊາດ ຍັງ ມີ ຖົມເຖ ໄປ ອີກປະການນຶ່ງ ພວກ ທີ່ ມີ ຊາດ ເເລະ ມີ ພາສາ ການຂີດຂຽນ ຢ່າງດີ ກໍ ຖືກ ປະເທດ ເພື່ອນບ້ານ ກືນກິນ ກໍ ຍັງ ມີ ຢູ່ ໃນ ປັດຈຸບັນ ນີ້ ດັ່ງ ປະເທດ ຕີເບ[Tibet] ເປັນຕົ້ນ ສະນັ້ນ ຄົນລາວ ເຄີຍ ມີ ຄວາມສີວິໄລ ອັນ ຍິ່ງໃຫຍ່ ມາ ໄດ້ ຫລາຍ ສັຕວັດ ເເລ້ວ ເຮົາ ຈະ ຮັກສາ ພຍັນຊນະ ພຽງ ໒໗ ຕົວ ນີ້ ໄວ້ ບໍ່ ໄດ້ ບໍ ? ບໍ່ ມີ ຄວາມສາມາດ ບໍ ?

ພາຍໃນ ຈໍາພວກ ຄົນລາວ ຊາວໄທ ທີ່ ປາກ ລາວ ເເຫ່ງ

  • ຫົນເຫນືອ ຫົນກາງ ເເລະ ຫົນໃຕ້ ( ຮອດ ບ້ານ ເເມ່ທວດ ) ຂອງ ວຽດນາມ
  • ຫົນເຫນືອ ( ໄທເຂີນ ໄທຊານ[Shan] ເເລະ ອື່ນໆ ) ເເລະ ຫົນໃຕ້ ( ລາວຫລົງ ) ຂອງ ພະມ້າ
  • ຫົນເຫນືອ ເເລະ ອິສານ ຂອງ ໄທຍ ຈົນ ຮອດ ນໍ້າ ທະເລ
  • ຫົນໃຕ້ ຂອງ ຈີນ ເກືອບ ຢູ່ ທຸກ ເເຈ ເເຕ່ ເທິງ ພະມ້າ ໄປ ຫາ ເທິງ ວຽດນາມ ຈົນ ຮອດ ທະເລ ພ້ອມດ້ວຍ ເກາະ ຮ່າຍນ່ານ[Hainan] ທີ່ ຮຽກ ວ່າ ໄທກະໄດ[Kadai]
  • ຫົນໃຕ້ ຂອງ ເນປານ[ຝຣັ່ງ.Népal] ໄທອາຫົມ
  • ຫົນເຫນືອ ອິສານ ເເລະ ຕາເວັນຕົກ ສ່ຽງ ໃຕ້ ຂອງ ຂເມນ
  • ເເລະ ໃນ ປະເທດ ລາວ ປັດຈຸບັນ ໂດຍ ບໍ່ ນັບ ຄົນລາວ ອັພຍົບ ຈາກ ເມືອງລາວ ເມື່ອ ຄສ.໑໙໗໕ ເພື່ອ ປົບ ຫນີ ຈາກ ການຈັບກຸມຄຸມຂັງ ໄປ ສູນສັມນາ ເເລະ ທີ່ ຢາຍ ກັນ ຢູ່ ຕາມ ທະວີບ ຕ່າງ ໆ

ມີ ພຽງເເຕ່ ຄົນລາວ ກັບ ຄົນໄທຍ ( ສຍາມ+ໄທອິສານ ຄື ລາວ ພາກ ອິສານ ຂອງ ໄທຍ ) ເທົ່ານັ້ນ ທີ່ ມີ ປະເທດ ເປັນ ຂອງ ຕົນເອງ ເເຕ່ວ່າ ຄົນລາວ ຈະ ປົກປ້ອງ ຮັກສາ ປະເທດ ຂອງ ຕົນ ໄວ້ ໄດ້ ດົນນານ ເທົ່າໃດ ? ຈະ ມີ ຄວາມສາມາດ ຫລືບໍ່ ?

------ oOo ------

ຄໍາອຸທິດ

ຂໍ ອຸທິດ ຜົນງານ ອັນ ເລັກນ້ອຍ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣານຸເຖຣະ ທຸກໆ ອົງ
ເເດ່ ຄົນໃດ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ຄົນ ໃນ ຄອບຄົວ ຂອງ ຂ້າພະເຈົ້າ ທຸກຄົນ ພ້ອມດ້ວຍ ພີ່ນ້ອງ ລູງປ້າອາວອາ ເເລະ ນ້າບ່າວນ້າສາວ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ພ້ອມດ້ວຍ ພໍ່ເເມ່ ເເລະ ເດັກ ເເຫ່ງ ເມືອງລາວ ທຸກໆ ຄົນ

Khamphéo Phouphetlinthong


ບັນທຶກ /Notes

[1] A Practical grammar of the Pali Language by Charles Duroiselle - Buddha Dharma Education Association Inc. - Third Edition 1997 - Page 20

[2] ຫນັງສື ເຟື້ອງ ຫລື ຕົວເຟື້ອງ ຫມາຍເຖິງ ຫນັງສື ຕົວ ສໍາລອງ ຂອງ ພຍັນຊນະ ຕົ້ນພຍາງ ຕົວໃດ ຕົວນຶ່ງ ທີ່ ມີ ຢູ່ ພາຍໃນ ຈໍາພວກ ພຍັນຊນະ ລາວ ທັງຫລາຍ ເຊັ່ນ ວ່າ ເງິນ ເຟື້ອງ ກໍ ເປັນ ມາດຕຣາ ສ່ວນ ນຶ່ງ ຂອງ ອັດຕຣາ ເງິນ ໃນ ຍຸກ ກ່ອນ ນອກຈາກນີ້ ເພິ່ນ ຍັງ ໃຊ້ ຕົວເຟື້ອງ ຮ່ວມ ກັນ ກັບ ຕົວ ເເທ້ ຢູ່ ໃນ ການຂີດຂຽນ ຫນັງສື ລາວ ຕ່າງໆ ເຊັ່ນ

  • ຕົວຍໍ ເຟື້ອງ ( ◌ຽ◌ ) ເປັນ ຕົວ ສໍາລອງ ຂອງ ຕົວຍໍ ເເທ້ ( ◌ຍ◌ )
  • ຕົວນໍ ເຟື້ອງ ເປັນ ຕົວສໍາລອງ ຂອງ ຕົວນໍ
  • ຕົວລໍ ເຟື້ອງ ເປັນ ຕົວສໍາລອງ ຂອງ ຕົວລໍເເທ້ ຕໍ່ໆ ໄປ ດັ່ງນີ້

ຕາມ ຄວາມຈິງ ເເລ້ວ ຕົວເຟື້ອງ ຈະ ຖືກ ຂຽນ ຢູ່ ກ້ອງ ຂອງ ພຍັນຊນະ ຕົວຕົ້ນ ສເມີ ຍົກເວັ້ນ ຕົວນໍ ເຟື້ອງ ເເລະ ຕົວມໍ ເຟື້ອງ ທີ່ ໃຊ້ ກັບ ພຍັນຊນະ ຫໍ ຈຶ່ງ ກາຍ ມາ ເປັນ ຕົວຫນໍ ເຟື້ອງ ( ◌ໜ◌ ) ເເລະ ຕົວຫມໍ ເຟື້ອງ ( ◌ໝ◌ ) ນອກຈາກນັ້ນ ຫນັງສື ຕົວ ອື່ນ ໆ ທີ່ ເຮົາ ເຄີຍ ເຫັນ ມາ ກ່ອນ ນັ້ນ ອັນ ມີ ຮູບ ຕ່າງ ກັບ ຫນັງສື ລາວ ປັດຈຸບັນ ນີ້ ເປັນ ຫນັງສື ທີ່ ຖືກ ເເຜງ ມາ ຈາກ ຫນັງສື ທັມ ທີ່ ເພິ່ນ ໄດ້ ໃຊ້ ມາ ກ່ອນ ຫນັງສື ເຟື້ອງ ຫລື ຫນັງສື ໄທນ້ອຍ (ຄົນລາວ) ເເລະ ຫນັງສື ລາວ ປັດຈຸບັນ ນີ້

[3] ຫລັກ ການສອນ ພຣະທັມມະກະຖຶກ – ຊັ້ນ ປີທີ ໑ – ສະພາ ພຣະທັມມະກະຖຶກ ທີ່ ເເຂວງ ວຽງຈັນ – ຈັດພິມ ຂຶ້ນ ເພື່ອ ເປັນ ເເນວທາງ ການສຶກສາ – ເເຕ້ມ ຫນ້າປົກ ໂດຍ ອາຈານ ສງວນ ຣອດບຸນ - ພຣະຫລັກຄໍາ ຈັນທະບຸຣິເມຫາຈານ ( ເເກ້ວ ຂັນຕິໂກ ) ເເຫ່ງ ວັດ ສຼີທັມມະຫາຍໂສກ ວຽງຈັນ ເປັນ ຜູ້ອໍານວຍການ ສະພາ ພຣະທັມມະກະຖຶກ ໄດ້ ຂຽນ ຄໍາປາຣົບ ເມື່ອ ວັນທີ ໒໕ ເດືອນ ຊຸຍເຢ ໑໙໗໓

ວິຊາ ຫລັກ ການສູດ ສັງໂຍກ ໂດຍ ພຣະມະຫາຈະຣູນ ເເຫ່ງ ວັດ ໂພນພຣະເນົາ - ຫນ້າ ໔໒ §໓ ວ່າດ້ວຍ ການເເປ ພຍັນຊນະ ວ່າ ເປັນ ເນື້ອຄວາມ ໃຫ້ ປະກົດ « ຊຶ່ງ ຂ້າພະເຈົ້າ ຂໍ ບູຊາ ເເລະ ຂໍ ອຸທິດ ກຸສົນ ຜົນບຸນ ອັນນີ້ ເເດ່ ພຣະເຖຣານຸເຖຣະ ທຸກ ອົງ ໂດຍ ສະເພາະ ກໍ ເເມ່ນ ພຣະມະຫາຈະຣູນ ມາ ນະ ໂອກາດ ນີ້ ດ້ວຍ »

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0