໖ ເດືອນ ພຶສຈິກາ/ພະຈິກ/novembre ຄສ. 2010, ໂດຍ ກັດຕຸ ລາວເເພນ
ຄວາຍ [ຄະ-ວາຍ] ນາມ. ສຽງຍາວ. ຄໍາມູນ. || ຝຣ. Buffle || ອັງ. Buffalo
ດິກຟັງ | ສຽງເມືອງຫລວງ | ສຽງວຽງຈັນ | ສຽງທ່າເເຂກ | ສຽງສວັນ | ສຽງປາກເຊ |
ພຍັນຊນະຄວບ ຄວ ປະກອບ ດ້ວຍ ໄມ້ທີນຶ່ງ ຂອງ ເເມ່ກາຍ ຄື ໄມ້ «◌າຍ» [ໄມ້ອາຍ] ຈຶ່ງອ່ານເປັນ ຄ(ະ)-ວາຍ ເເລະ ກໍບໍ່ເເມ່ນ ຄຸ-ວາຍ ເເຕ່ຕ້ອງອ່ານ ພຍັນຊນະຄວບ « ຄວ» ໃຫ້ໄວໆ ຜິວ່າ ທ່ານ ອ່ານ «ຄວຍ» ຄໍານີ້ ຫມາຍເຖິງ ການທີ່ ເອົາມື ໄປຈັບ ເເນວໃດ ເເນວນຶ່ງ ເເລະ ກໍດຶງໄປດຶງມາ ອີກປະການນຶ່ງ ຄໍາ « ຄວຍ » ເປັນ ຄໍາ « ກິຣິຍາ » ຊຶ່ງ ຄໍາຄວາຍ ເປັນ ຄໍານາມ
ສັດສີ່ຕີນ ຄ້ຽວເອື້ອງ ທີ່ມີຂົນ ເເລະ ມີເຂົາ ເເລະ ສັງກັດ ຢູ່ (...)
໖ ເດືອນ ພຶສຈິກາ/ພະຈິກ/novembre ຄສ. 2010, ໂດຍ ກັດຕຸ ຫໍາເເຫລ້
ເຂືອຂົນ [ເຂືອ-ຂົນ] ນາມ.
- ເປັນ ຄໍາປະສົມ ທີ່ ປະກອບ ດ້ວຍ ຄໍາ «ເຂືອ» ຊຶ່ງ ມີ ສຽງຍາວ ເເລະ ຄໍາ «ຂົນ» ຊຶ່ງ ມີ ສຽງສັ້ນ ຈຶ່ງ ກາຍມາເປັນ ຄໍາປະສົມ «ເຂືອຂົນ» ເເລະ ເພື່ອ ບອກ ວ່າ ຄໍານີ້ ຫມາຍເຖິງ ຫມາກໄມ້ ທີ່ ບັນຈຸ ຢູ່ ໃນ ຈໍາພວກ ຜັກ ທັງຫລາຍ ເພິ່ນ ຈຶ່ງ ເອົາ ຄໍາ «ຫມາກ» ທີ່ ມີ ສຽງຍາວ ມາຕື່ມໃສ່ ຂ້າງຫນ້າ ຂອງ ຄໍາ «ເຂືອຂົນ» ເປັນ «ຫມາກເຂືອຂົນ»
ຕາມທີ່ຈິງເເລ້ວ ເພິ່ນ ຈະ ຮຽກ ຫມາກ ອັນນີ້ ວ່າ ຫມາກເອິກ ເພິ່ນ ຮຽກ ຫມາກເຂືອຂົນ ກໍ ຍ້ອນ ຫມາກເຂືອ ເເນວນີ້ ມີ ຂົນ ນັ້ນເອງ
ລັກສນະ ຂອງ ຫມາກເຂືອຂົນ
- ຫມາກເຂືອຂົນ ເກີດ ຈາກ ຕົົ້ນໄມ້ ຊນິດ...
ຫມາກເຂືອຂົນ (...)
໕ ເດືອນ ພຶສຈິກາ/ພະຈິກ/novembre ຄສ. 2010, ໂດຍ ກັດຕຸ ຫໍາເເຫລ້
໑. ຫໍາມ້າ [ຫໍາ-ມ້າ] ນາມ. || Fr. Aubergine
ຫມາກໄມ້ ສີອິດ ຍາວປະມານ ຄືບມືນຶ່ງ ຊຶ່ງ ບັນຈຸ ຢູ່ ໃນ ຈໍາພວກ ຫມາກເເຄ້ງ ຫມາກເຂືອ ທັງຫລາຍ ເເລະ ຍັງເປັນ ຜັກ ທີ່ ເຮົາ ສາມາດ ກິນເເກ້ມ ກັບ ອາຫານ ຫລື ເຮັດເປັນ ອາຫານໄດ້ ເພິ່ນ ຮຽກ ຫມາກ ອັນນີ້ ວ່າ ຫມາກເຂືອຫໍາມ້າ ຍ້ອນ ຮູບ ຂອງ ມັນ ຄ້າຍກັບ ຫໍາມ້າ ນັ້ນເອງ
AUBERGINE, subst. fém. et adj. − Plante dicotylédone gamopétale, à fruits en baie soit ornementaux (rouges ou blancs, ovoïdes), soit comestibles (gén. violets, plus rarement jaunes, oblongs ou arrondis).
ເຂືອຫໍາມ້າ ໃຜບໍ່ກ້າ ມັນເກີດເອົາເອງ ເເນວມັນມີ ຫມາກເຂືອຫໍາມ້າ ໃຜບໍ່ກ້າ (...)
໕ ເດືອນ ພຶສຈິກາ/ພະຈິກ/novembre ຄສ. 2010, ໂດຍ ກັດຕຸ ລາວເເພນ
ໂຜະ [] ນາມ. ສຽງສັ້ນ. ຄໍາມູນ
ດິກຟັງ | ສຽງເມືອງຫລວງ | ສຽງວຽງຈັນ | ສຽງທ່າເເຂກ | ສຽງສວັນ | ສຽງປາກເຊ |
ເປັນ ຄໍາ ທີ່ ປະກອບ ດ້ວຍ ຣັດສຣະ ໂ◌ະ[ ໂອະ ] ຄື ສຣະ ທີ່ມີ ສຽງສັ້ນ ກັບ ພຍັນຊນະ ຜ[ຜໍ] ທີ່ມີ ສຽງສູງ ສ່ວນ ການອ່ານນັ້ນ ຕ້ອງອ່ານ ພຍັນຊນະ ເຫມືອນກັບ ພຍັນຊນະ ດັ່ງກ່າວ ປະກອບ ກັບ ສຣະ ◌ະ[ ອະ ] ສເມີ ດັ່ງ «ຜ(ະ)-ໂອະ» ເເຕ່ໃຫ້ອ່ານ ອອກສຽງ ທັງຫມົດ ພ້ອມກັນ
ຊື່ ຂອງ ຕົ້ນໄມ້ ຊນິດນ້ອຍໆ ຊນິດນຶ່ງ ທີ່ ມີຊື່ວ່າ «ຕົ້ນຫມາກໂຜະ» ເເລະ ມີຫມາກ ຂນາດ ຫົວໂປ້ມື ຫາ ຫົວໂປ້ຕີນ ຮຽກວ່າ «ຫມາກໂຜະ» ພືດ ຊນິດນີ້ ມັກຈະເກີດ ຢູ່ຕາມ ...
ຄື (...)
໕ ເດືອນ ພຶສຈິກາ/ພະຈິກ/novembre ຄສ. 2010, ໂດຍ ກັດຕຸ ລາວເເພນ
ຈຸ [] ນາມ. ສຽງສັ້ນ. ຄໍາມູນ || Équipe
ດິກຟັງ | ສຽງເມືອງຫລວງ | ສຽງວຽງຈັນ | ສຽງທ່າເເຂກ | ສຽງສວັນ | ສຽງປາກເຊ |
ກຸ່ມ ທີ່ມີ ໂຄງຮ່າງ ການຈັດຕັ້ງ ບໍ່ຫລາຍກໍນ້ອຍ ເພື່ອ ເຮັດ ເເນວໃດເເນວນຶ່ງ ຮ່ວມກັນ
ກຸ່ມຂອງຄົນ ຈໍາພວກນຶ່ງ ທີ່ເຕົ້າໂຮມກັນ ເພື່ອ ປະຕິບັດ ຫນ້າທີ່ດຽວກັນ
ກຸ່ມ ທີ່ ປະກອບ ດ້ວຍ ຄົນຈໍາພວກນຶ່ງ ທີ່ເພິ່ນ ໄດ້ກໍານົດ ຈໍານວນຄົນ ໄວ້ເເລ້ວ ດັ່ງ ການຈັດຕັ້ງ ທະຫານ ພາຍໃຕ້ ຣັຖບານ ພຣະຣາຊອານາຈັກ ລາວ ຊຶ່ງ ເລີ້ມ ຈາກ ນ້ອຍ ໄປຫາ ໃຫຍ່ ຄື ຈຸ ຫມູ່ ຫມວດ ກອງຮ້ອຍ ກອງພັນ ກອງພົນ ກອງທັບ ສ່ວນ ການກໍານົດ ຈໍານວນຄົນ ນັ້ນ ຈະມີ ຄວາມເເຕກຕ່າງ ກັນ ພຽງ (...)