ພາສາ ລາວ - La langue lao ບົນ ລາວເເພນ

ຜັກກະລໍ່າປີ

ວັນອັງຄານ ທີ ໑໔ ເດືອນ ມິຖຸນາ/juin  ຄສ. 2011, ໂດຍ ກັດຕຸ ພອນແກ້ວ ແວວດາລາ

ນໍ້າຂອງໄຫລລ່ອງໃຕ້ ປະດິນໃຫມ່ເຕັມຊານເມືອງ
ຕາເວັນເຮືອງແສງສີ ກະລໍ່າປີເຖິງຍາມກ້າ
ຊາວນາພາກັນຟ້າວ ເອົາຮາວອ້ອມຫນານກະລໍ່າ
ຫົດນໍ້າແລງຄໍ່າເຊົ້າ ຖນອມເຈົ້າຈົນໃຫຍ່ດີ

ຂຸດຂຸມລຽນຊ້າຍລ້າຍ ຢ້າຍເບັ້ຽກະລໍ່າປູກລົງຂຸມ
ປູກເປັນຊຸມປູກເປັນເເຖວ ແຕ່ລະແນວແຍກກັນໄວ້
ໃສ່ຝຸ່ນຂີ້ໄກ່ຂີ້ຫມູລ້ຽງ ດິນບໍ່ພຽງລໍາບາກຍິ່ງ
ລົງຕະລິ່ງຕັກແບກນໍ້າ ຫົດກະລໍ່າໃຫ້ງາມດີ

ເມື່ອກະລໍ່າປີໃຫຍ່ຂຶ້ນ ສີດຢາໃສ່ປ້ອງກັນແມງ
ປ້ອງກັນບົ້ງປາບເພັ້ຽນໍາ ກະລໍ່າແດງກະລໍ່າຂາວພ້ອມ
ຫົດນໍ້າສ້ອມໃບເນົ່າອອກ ຊອກຫາທາງໃຫ້ຫົວໃຫຍ່
ເພື່ອໄປຂາຍໄດ້ເງິນໃຊ້ ຊູຊ້ວນຊາວບ້ານນອກເຮົາ

ກະລໍ່າປີຕົ້ມຫລືຂົ້ວ ກິນດິບກັບກ້ອຍປົ່ນ
ຕົ້ນຮາກກະລໍ່າຊໍ້າ ນໍາໃຊ້ເຮັດຕັ່ງສ້າຍຂາຍ
ຄັ້ນສົ້ມກະລໍ່າກໍກິນແຊບ ແທນຫມາກແປບຜັກຄາວທອງ
ຊີວິດໃນແຄມຂອງ ຕ້ອງປູກກະລໍ່າປີທຸກໆປີແທ້

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0