ພາສາ ລາວ - La langue lao ບົນ ລາວເເພນ
ຫນ້າທໍາອິດ > ຄໍາລາວ / Vocabulaires lao > ປະຊາຊົນ ຊົນບົດ ປະຊາທິປະໄຕ ອະທິປະໄຕ ໄຊຊນະ

ປະຊາຊົນ ຊົນບົດ ປະຊາທິປະໄຕ ອະທິປະໄຕ ໄຊຊນະ

ວັນສຸກ ທີ ໒໒ ເດືອນ ເມສາ/avril  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ປະຊາຊົນ[ປະ-ຊາ-ຊົນ] ນາມ

ທາຕຸສາດ || Etymologie / Etymology
ຄໍາປະສົມ ທີ່ ປະກອບ ດ້ວຍ ເຄົ້າ ບາລີ “ປະຊາ[ປະ-ຊາ/Pajā]” ຊຶ່ງ ເປັນ ນາມ ເພດຍິງ ຫລື ນາມອິດຖິລິງ ເເລະ ທີ່ ເເປວ່າ ເຊັ່ນ(ຄົນ) ຫລື ຊາດມະນຸດ || ຝຣັ່ງ/ອັງກິດ. Progéniture / Progeny ; Génération / Generation ເເລະ ດ້ວຍ ເຄົ້າ ບາລີ “ຊນ[ ຊະ-ນະ/jana ]” ທີ່ ເເຜງມາເປັນ ຄໍາລາວ “ຊົນ” ໂດຍ ການຕື່ມ ໄມ້ກົງ ເເທນ ສຣະອະ ( ສຽງ “ອະ” ) ຊຶ່ງ “ຊນ” ເປັນ ນາມ ເພດຊາຍ ຫລື ນາມປຸງລິງ ທີ່ ເເປວ່າ ຄົນ ບຸກຄົນ ໄທ ດັ່ງ ໄທເຫນືອ ໄທໃຕ້ ໄທລາວ ໄທບ້ານ ໄທເມືອງ ໄທເຮືອນ ໄທເຮົາ ເປັນຕົ້ນ ອີກປະການນຶ່ງ ການເເຜງ ອັກສອນ ຫລື ອັກຂຣະ ເເບບນີ້ ໄດ້ ຖືກ ປະຕິບັດກັນມາ ຢ່າງ ເປັນ ເອກພາບ ພາຍໃຕ້ ຣັຊການ ຂອງ ພຣະເຈົ້າ ສຸຣິຍະ ວົງສາ || ຝຣັ່ງ/ອັງກິດ. Une personne / A person

ໂຄສະຖານ ( ໂຄສະດາ ) || Phonétique / Phonetics
ສຽງ ຂອງ ຄໍາ “ປະຊາຊົນ” ມີ ດັ່ງຕໍ່ໄປນີ້ ຄື

  • ພຍາງ “ປະ” ມີ ສຽງສັ້ນ ທີ່ ເປັນ ສຽງຕາຍ ( ຫລິ້ນສຽງບໍ່ໄດ້ ເເລະ ຜັນສຽງບໍ່ໄດ້ )
  • ພຍາງ “ຊາ” ມີ ສຽງຍາວ ເເຕ່ ເປັນ ສຽງສູງຢ່ອນ
  • ພຍາງ “ຊົນ” ມີ ສຽງສັ້ນ ເເລະ ສຽງສູງຢ່ອນ ( ຣະວັງ ສຽງໂຫນ້ງ ຖ້າ ຣ້ອງ ສຽງສັ້ນ ຢູ່ທ້າຍ )

    ຫມາຍເຫດ || Nota bene
    - ຕາມ ທີ່ ຂ້າພະເຈົ້າ ໄດ້ ຖາມມາເເລ້ວ ພາຍໃນ ຈໍານວນ ຄົນລາວ ສ່ວນຫລາຍ ກ່ຽວກັບ ການຂຽນ ຄໍາ “ໂຫນ້ງ” ຫລື “ຫນົ້ງ” ດັ່ງ ສຽງໂຫນ້ງ ຫລື ສຽງຫນົ້ງ ເປັນຕົ້ນ ໄທເຫນືອ ສ່ວນມາກ ໄດ້ ບອກວ່າ ຄໍານີ້ ມີ ສຽງຍາວ ຄື ຂຽນ ດ້ວຍ ສຣະໂອ ດັ່ງ ສຽງໂຫນ້ງ ເເຕ່ ໄທໃຕ້ ລາງຄົນ ຈະບອກວ່າ ຄໍານີ້ ມີ ສຽງສັ້ນ ດັ່ງ ສຽງຫນົ້ງ ເມື່ອ ໄດ້ ມາ ພິສູດ ຕາມ ປຶ້ມ ຕ່າງໆ ກໍ ເຫັນ ເພິ່ນ ຂຽນ “ໂຫນ້ງ” ເເຕ່ຫາກວ່າ ປຶ້ມ ເຫລົ່ານີ້ ໄດ້ ຂຽນ ຂຶ້ນ ຫລັງຈາກ ຄສ. ໑໙໗໕ ຊຶ່ງ ເຣື່ອງນີ້ ກໍ ບໍ່ ຕ່າງຫຍັງ ກັບ ການຂຽນ ຄໍາ “ເພັງ” ເເລະ “ເພງ” ດັ່ງ ຣ້ອງລໍາທໍາເພັງ ຫລື ເພງ ( Chanson / The song ) ຊຶ່ງ ໃນ ສ່ວນຕົວ ຂອງຂ້າພະເຈົ້າເເລ້ວ ກໍ ໄດ້ ຮຽນມາ ເເຕ່ນ້ອຍ ເທົ່າ ໃຫຍ່ ວ່າ ເເມ່ນ “ເພັງ” ເເຕ່ ເມື່ອ ມາ ເຫັນ ສະພາບໃຫມ່ ພ້ອມດ້ວຍ ວັຈນານຸກົມ ຕ່າງໆ ກໍ ເຫັນ ເພິ່ນ ຂຽນ “ເພງ” ເເລະ ຄົນໄທຍ ກໍ ຂຽນ “ເພລງ” ເຫມືອນກັນ ສະນັ້ນ ຂ້າພະເຈົ້າ ຈຶ່ງ ຖື ຕາມ ການສົມມຸດ ເຖິງ ຈະ ຖືກ ຫລື ຜິດ ກໍດີ ຖ້າ ຈະ ເວົ້າ ເຖິງ ຈິດໃຈເເລ້ວ ຂ້າພະເຈົ້າ ຄິດວ່າ “ໂຫນ້ງ” ຖືກດີ ເເລະ ກໍ ຢາກ ຂຽນ “ເພັງ” ຫລາຍກວ່າ ຈຶ່ງ ຂໍ ໃຫ້ ເຂົ້າໃຈ ໄປ ໃນ ທໍານອງນີ້

    ເເຕ່ ຢ່າ ລືມ ວ່າ ເດືອນຫງາຍ ວັນເພັງ ຫລື ເດືອນເພັງ ມື້ໃດ ຕາມ ທ້ອງຖິ່ນ ຕ່າງໆ ທີ່ ຂ້າພະເຈົ້າ ເຄີຍ ໄດ້ ເຫັນ ມາ ເເລ້ວ ໃນ ລາວ ຄາວກ່ອນ ເເຕ່ຄາວຍັງນ້ອຍ ໄທບ້ານ ພາກັນ ອອກມາ ມ່ວນຊື່ນ ໂດຍ ມີ ການຣ້ອງລໍາທໍາເພງ ຕ່າງໆ ( ເພື່ອ ຄວາມເຂົ້າໃຈ ໃນ ຄໍາ “ເພັງ” ເເລະ “ເພງ” )

    ອີກປະການນຶ່ງ ກິຈການ ກ່ຽວກັບ ເພງ ( Chanson / The song ) ກໍ ບໍ່ ໄດ້ ເກີດຂຶ້ນ ເມື່ອ ສັຕວັດ ເເລ້ວນີ້ ເຫມືອນດັ່ງ ຄົນ ທັງຫລາຍ ເຂົ້າໃຈກັນ ເພາະວ່າ ກິຈການ ອັນນີ້ ມີມາ ເເຕ່ ໃດໆເເລ້ວ ປາສຈາກ ສຽງດົນຕຣີ ປະກອບ ເຊັ່ນ ການສູດ ຕາມ ວັດວາອາຣາມ ຕ່າງໆ ເເລະ ການອ່ານຫນັງສື ເປັນຕົ້ນ ຊຶ່ງ ການຫລິ້ນສຽງ ໃນ ການເທດ ຫລື ສຽງເທດ ໂດຍ ຄຣູບານັ້ນ ກໍ ບໍ່ ຕ່າງຫຍັງ ຈັກດີ້ ກັບ ສຽງເພງ ທີ່ ເຮົາ ຟັງກັນ ໃນ ປັດຈຸບັນນີ້ ພ້ອມດຽວກັນນີ້ ການຫລິ້ນສຽງ ໃນ ການເທດ ກໍ ພວມ ຈະຫາຍຈະດັບ ຈາກ ສັງຄົມ ລາວເຮົາໄປ “ເຫມືອນກັບ ການຫາຍ ຂອງ ຫມໍລໍາເຣື່ອງ ໃນ ລາວ ນັ້ນເອງ” ( ປົກປ້ອງ ສິ່ງ ທີ່ ເປັນ ມູນມໍຣະດົກ ຂອງເຮົາເເລ້ວ ບໍ່ ໃຫ້ ຫາຍສາບສູນໄປ - ທັມມະ )

ຄວາມຫມາຍ || Définition / Definition
- ຝູງຄົນ ທີ່ ພັກພາອາໄສ ຢູ່ ເເຫ່ງໃດເເຫ່ງນຶ່ງ ຫລື ທີ່ ຍຶດຢູ່ ເເຫ່ງໃດເເຫ່ງນຶ່ງ ຫລື ທີ່ ຕັ້ງຢູ່ ເເຫ່ງໃດເເຫ່ງນຶ່ງ ຫລື ທີ່ ເຂົ້າມາຢູ່ ເເຫ່ງໃດເເຫ່ງນຶ່ງ, ພົລເມືອງ ຫລຶ ຊາວເມືອງ ຂອງ ປະເທດນຶ່ງ || ຝຣັ່ງ/ອັງກິດ. Ensemble de personnes occupant un lieu quelconque / A crow of people occupying any place ; la population d’un pays / the population of a country

ສະນາມ ( ສີໂນນາມ ) || Synonymie / Synonymy
ຊາວ_ ໄທບ້ານ ໄທເມືອງ ຣາສດອນ ພົລເມືອງ || ຝຣັ່ງ/ອັງກິດ. Habitant / Occupier ; peuple / people ; démographie / demography

ປະຕິນາມ ( ຄໍາກົງກັນຂ້າມ ) || Antonymie / Antonymy
ນັກລ່າຫົວເມືອງຂຶ້ນ ຫລື ຜູ້ຍຶດຄອງ, ຜູ້ຣຸກຣານ, ການ ທີ່ເຮັດ ທິ່ຍົວະ ໃຫ້ຄົນ ໂຕນຫນີ ອອກຈາກ ປະເທດ ເພື່ອ ເຮັດໃຫ້ ຈໍານວນ ຄົນລາວເເທ້ ນ້ອຍລົງ ( ການລົດປະຊາກອນ / ການລົດປະຊາຊົນ* ) || ຝຣັ່ງ/ອັງກິດ. Colon / Colonist, settler ; envahisseur / invader ; dépopulation / depopulation

  • * “ປະຊາຊົນ” ຖືກກວ່າ “ປະຊາກອນ” ທີ່ ຄົນໄທຍ ໄດ້ດັດເເປງໃຫມ່ ເຫມືອນດັ່ງ ຄໍາ ປົກຕິ ທີ່ ກາຍມາເປັນ ປັກຕິ ເປັນຕົ້ນ ຊຶ່ງ ພຍາງ “ຊົນ” ຫລື “ປົກ” ມາຈາກ ຜົນງານ ວັນນະຄະດີ ເເຫ່ງ ລ້ານຊ້າງ ຫມາຍຄວາມວ່າ ຄໍາ ທີ່ ໃຊ້ ເເບບນີ້ ເເມ່ນ ຂຶ້ນ ກັບ ລ້ານຊ້າງ ເເລະ ມາຈາກ ອິດທິພົນ ຂອງ ລ້ານຊ້າງ ທັງນັ້ນ

ຊົນບົດ[ຊົນ-ນະ-ບົດ] ນາມ

ທາຕຸສາດ || Etymologie / Etymology
ຄໍາປະສົມ ທີ່ ປະກອບ ດ້ວຍ ເຄົ້າ ບາລີ “ຊນ[ ຊະ-ນະ/jana ]” ເເຕ່ ຕ້ອງ ອ່ານ ພຍາງ “ຊະ” ບໍ່ໃຫ້ ເຕັມຄໍາ ດັ່ງ “ຊນະ” ຊຶ່ງ ເປັນ ນາມ ເພດຊາຍ ຫລື ນາມປຸງລິງ ທີ່ ຖືກ ເເຜງມາເປັນ ຄໍາລາວ “ຊົນ” ເເລະ ທີ່ ເເປວ່າ ຄົນ ບຸກຄົນ ໄທ ດັ່ງ ໄທເຫນືອ ໄທໃຕ້ ໄທລາວ ໄທບ້ານ ໄທເມືອງ ໄທເຮືອນ ໄທເຮົາ ເປັນຕົ້ນ || ຝຣັ່ງ/ອັງກິດ. Une personne / A person ເເລະ ດ້ວຍ ຄໍາບາລີ ບທ[ບະທະ/ປະທະ/Pada] ດັ່ງ janapada[ຊະນະບະທະ] ທີ່ ເເປວ່າ ເເຂວງ, ເຂດເເຂວງ ຕ່າງໆ ພາຍໃນ ປະເທດ, ບ້ານ, ປະເທດ || ຝຣັ່ງ/ອັງກິດ. Une province / A province ; un pays / a country, la campagne / the countryside ອີກຢ່າງນຶ່ງ ຄໍາ ບທ[Pada] ໄດ້ ເເຜງມາເປັນ ຄໍາລາວ “ບົດ” ຊຶ່ງ ມີ ຄວາມຫມາຍເດີມ ໃນຖານນີ້ວ່າ ບ່ອນ ( ຕີນ ເຫດຜົນ ຖ້ອຍຄໍາ ຖານ ) || ຝຣັ່ງ/ອັງກິດ. Place ( ອີງຕາມເຄົ້າ ຈະເເປວ່າ ບ່ອນ ຂອງ ຄົນ ຫລື ບ່ອນ ທີ່ ມີ ຄົນຢູ່ ດັ່ງ ຕົວຢ່າງ ເຄຫະຊນະ[Gehajana] ຊຶ່ງ ເປັນ ນາມປຸງລິງ (ນາມ ເພດຊາຍ) ທີ່ ມີ ຄວາມຫມາຍວ່າ ຄູ່ຜົວເມັຽ “ໃນ ຄົວນຶ່ງໆ” ຄົນໃນເຮືອນ ໄທເຮືອນ || ຝຣັ່ງ/ອັງກິດ. Les membres d’un ménage / Members of a household )

ໂຄສະສາດ || Phonologie / Phonology
“ຊົນບົດ” ຊຶ່ງ ສະກົດ ດ້ວຍ ຕົວສະກົດ ພິເສດ ຕົວ “ນ” ເເລະ ສຽງ ຂອງ ຄໍານີ້ ມີ ຄື

  • ພຍາງ “ຊົນ” ມີ ສຽງສັ້ນເເລະສຽງຕໍ່າ ( ຖ້າ ຣ້ອງເພງ ເປັນ ສຽງສູງ ມັນຈະກາຍເປັນ ສຽງໂຫນ້ງ )
  • ພຍາງ “ນະ” ມີ ສຽງສັ້ນ ທີ່ ເປັນ ສຽງຕາຍ ( ຫລິ້ນສຽງບໍ່ໄດ້ ເເລະ ຜັນສຽງບໍ່ໄດ້ )
  • ພຍາງ “ບົດ” ມີ ສຽງສັ້ນ ເເລະ ບັນຈຸ ຢູ່ ໃນ ຈໍາພວກ ສຽງເອກ ເເລະ ສຽງຕາຍ

ຄວາມຫມາຍ || Définition / Definition
- ຖິ່ນຖານ ທີ່ ຕັ້ງ ຢູ່ ຕາມ ບ້ານນອກຂອກຄາເມ ( ດ້ອຍ ພັທນາ ) - ຄາມະ[ຄາ-ມະ/Gāma] ( ບ້ານເລັກ ບ້ານນ້ອຍ / Village ) || ຝຣັ່ງ/ອັງກິດ. Un lieu ou un village loin de la ville, la campagne / Any place or any so far village from the downtown, the countryside

ສະນາມ || Synonymie / Synonymy
ປ່າ ໂຄກ ດົງ ດອຍ ເຂົາ ພູ || ຝຣັ່ງ/ອັງກິດ. Bois, forêt / Forest ; jungle ; montagne / mountain

ປະຕິນາມ || Antonymie / Antonymy
ເມືອງ ໃນເມືອງ || ຝຣັ່ງ/ອັງກິດ. Ville / City ; centre ville / downtonw

ໄຊຊນະ[ໄຊ-ຊະ-ນະ] ນາມ

ທາຕຸສາດ || Etymologie / Etymology
ຄໍາປະສົມ ທີ່ ປະກອບ ດ້ວຍ ເຄົ້າ ບາລີ ຊຍ[ຊະ-ຍະ/Jaya] ເເລະ ດ້ວຍ ເຄົ້າ ບາລີ ຊນ[ຊະ-ນະ/Jana]

  • “ຊຍ” ເປັນ ນາມ ເພດຊາຍ (ນາມປຸງລິງ) ເເລະ ເເປວ່າ ການໄດ້ກິນ ການເເພ້ ການຜາບເເພ້ ການຍຶດຄອງ || ຝຣັ່ງອັງກິດ. Victoire / Victory ; conquête / conquest
    “ຊຍ” ໄດ້ຖືກເເຜງມາເປັນ “ຊັຍ” ໂດຍ ການຕື່ມ ໄມກັນ ເເທນ ບ່ອນ ທີ່ ມີ “ສຽງອະ” ( ເມື່ອໃດ ເພິ່ນ ເອົາ “ສຣະອະ” ອອກ ເພິ່ນ ຈະ ຕື່ມ ໄມ້ກັນ ຫລື ໄມ້ກົງ ເເທນ ) ເເລະ “ໄຊ” ຫລື “ໄຊຍ” ຫລື “ໄຊຍະ” ເເລະ ຖ້າ ອີງຕາມ ເເມ່ກະກາ ໃນ ພາສາລາວ ວ່າດ້ວຍ ພຍັນຊນະຈູງ ເພິ່ນ ຈະຂຽນ “ຊຍະ” ເເຕ່ ຕ້ອງ ອ່ານ ພຍາງ “ຊະ” ບໍ່ໃຫ້ ເຕັມຄໍາ ສ່ວນ ການສະກົດ ຕາມເຄົ້າ ບາລີ ຂອງຄໍາ “ໄຊຍະ” ຫລື “ຊັຍ” ໃຫ້ຖືກເເທ້ນັ້ນ ເພິ່ນ ຈະຂຽນ ເປັນ “ເຊຢຢ[ໄຊ-ຢະ/Jeyya]” ຍ້ອນ ການສົມມຸດ ຕົວ ◌ຢ◌ ບາລີ ເປັນ ຕົວ ◌ຍ◌ ໃນ ການສຶກສາ ຫນັງສືທັມ ເເລະ ຕົວ ◌ຢ◌ ໃນ ທີ່ນີ້ ເປັນ ຕົວສະກົດ ທີ່ ຕາມດ້ວຍ ຕົວຕາມ ◌ຢ◌ ເຊັ່ນດຽວກັນ ( ຖ້າ ມີ ຕົວສະກົດ ມັນ ຕ້ອງ ມີ ຕົວຕາມ ອີງຕາມ ການສຶກສາ ພາສາ ບາລີ )
  • ຊນ[ຊະ-ນະ/Jana] ເເຕ່ ຕ້ອງ ອ່ານ ພຍາງ “ຊະ” ບໍ່ໃຫ້ ເຕັມຄໍາ ດັ່ງ “ຊນະ” ຊຶ່ງ ເປັນ ນາມ ເພດຊາຍ ຫລື ນາມປຸງລິງ ເເລະ ທີ່ ເເປວ່າ ຄົນ ບຸກຄົນ ໄທ ດັ່ງ ໄທເຫນືອ ໄທໃຕ້ ໄທລາວ ໄທບ້ານ ໄທເມືອງ ໄທເຮືອນ ໄທເຮົາ ເປັນຕົ້ນ || ຝຣັ່ງ/ອັງກິດ. Une personne / A person ( ຖ້າ ອີງ ຕາມ ຄວາມຫມາຍເຄົ້າ ຈະເເປວ່າ ໄຊ ຂອງ ຄົນ )

ໂຄສະຖານ || Phonétique / Phonetics

  • ພຍາງ “ໄຊ” ມີ ສຽງສັ້ນຕໍ່າ ທີ່ ປະກອບ ດ້ວຍ ສຣະ ພິເສດ ( ໄ◌ ໃ◌ ເົາ ໍາ ) ເເລະ ທີ່ ບໍ່ ບັນຈຸ ຢູ່ ໃນ ຈໍາພວກ ພຍາງຕາຍ ອັນ ຫມາຍຄວາມວ່າ ເຮົາ ສາມາດ ຜັນສຽງ ພຍາງນີ້ໄດ້ ຄື ເອົາ ວັນນະຍຸດ ເອກ ໂທ ຕຣີ ຈັຕວາ ມາ ປະກອບ ເພີ່ມເຕີມໄດ້ ຢ່າງສະບາຍ ຕາມ ກໍາເນີດ ຂອງມັນ ( ຫລິ້ນສຽງໄດ້ ເເລະ ຜັນສຽງໄດ້ )
    ຕາມປົກຕິ[ປົກ-ກະ-ຕິ] ພຍັນຊນະ ຕົວໃດ ທີ່ ປະກອບ ດ້ວຍ ສຣະ ສຽງສັ້ນ ( ຣັດສະສຣະ ) ຈະ ເປັນ ພຍາງຕາຍ ທັງນັ້ນ ນອກຈາກ ພຍັນຊນະ ທີ່ ປະກອບ ດ້ວຍ ສຣະ ພິເສດ ຢ່າງດຽວ ( ຄຸນນາມ ບາລີ ຣັສສ[ຣັດ-ສະ/Rassa] ເເປວ່າ ສັ້ນ ຫລື ທີ່ມີ ອາການ ສັ້ນ ເເຕ່ ໃນ ທີ່ນີ້ ເເປວ່າ ສຽງສັ້ນ )
  • ພຍາງ “ຊັຍ[ໄຊ]” ມີ ສຽງສັ້ນ ສຽງຕໍ່າ ເເລະ ສຽງຕາຍ ( ຜັນສຽງບໍ່ໄດ້ ເເລະ ຫລິ້ນສຽງບໍ່ໄດ້ ດັ່ງດຽວກັນ ກັບ ຄໍາໃດ ທີ່ ມີ ຈໍານວນ ພຍາງ ກາຍເກີນ ສອງພຍາງ ຂຶ້ນໄປ ກໍ ຈະ ຫລິ້ນ ສຽງ ບໍ່ໄດ້ ເຫມືອນກັນ ເເລະ ກໍ ຈະ ກາຍເປັນ ຄໍາ ທີ່ ມີ ສຽງຕາຍ ທັງນັ້ນ ຄືດັ່ງ ສະມາຄົມ ສາມັກຄີ ຣັຖບານ ຜະເດັດການ ຄາຕກອນ ຣາສດອນ ນິຣັນດອນ ເປັນຕົ້ນ )

ຄວາມຫມາຍ || Définition / Definition
- ວິໄຊ ຫລື ໄຊ ຂອງ ຄົນ ຈໍາພວກນຶ່ງ ຫລື ໄຊ ຂອງ ປະຊາຊົນ ຫມາຍຄວາມວ່າ ປະຊາຊົນ ເປັນ ຜູ້ໄດ້ກິນ ເປັນຜູ້ເເພ້ || ຝຣັ່ງອັງກິດ. Victoire du peuple / People’s victory

ສະນາມ || Synonymie / Synonymy
ການທີ່ໄດ້ກິນ ການເເພ້ ການປາບ ຄວາມສໍາເຣັດ ການໄດ້ປຽບ ການຕໍ່ສູ້ || ຝຣັ່ງ/ອັງກິດ. Succès / Success ; avantage/ advantage ; conquête / conquest ; bataille / battle

ປະຕິນາມ || Antonymie / Antonymy
ປະຣາໄຊ[ບາລີ.ປຣາຊຍ/Parājaya] ການຍອມຈໍານົນ ການພ່າຍ ການເສີຍເມີຍ ການທີ່ບໍ່ເຫນັງຕີງ ການເສັຽ || ຝຣັ່ງ/ອັງກິດ. Défaite / Defeat ; résignation / resignation ; perte / loss

ປະຊາທິປະໄຕ[ປະ-ຊາ-ທິ-ປະ-ໄຕ] ນາມ

ທາຕຸສາດ || Etymologie / Etymology
ປະຊາທິປະໄຕ ມາຈາກ ຄໍາປະສົມ ບາລີ ຣະຫວ່າງ ຄໍາ “ປະຊາ+ອະທິປະ=ປະຊາທິປະ” ກັບ ຄໍາເຄົ້າ ບາລີ “ຕຍ[ຕະ-ຍະ]” ດັ່ງ ຄໍາອະທິບາຍ ຂ້າງລຸ່ມນີ້

  • ປະຊາ[Pajā] ນາມ ເພດຍິງ. ເຊັ່ນ ຊາດມະນຸດ || ຝຣັ່ງ/ອັງກິດ. Progéniture / Progeny ; Génération / Generation
  • ອະທິປະ[Adhipa] ນາມ ເພດຊາຍ. ນາຍເຫນືອຫົວ ຜູ້ເປັນໃຫຍ່ສູງສຸດ (ຜູ້ເປັນ)ເຈົ້າ ໄທ້ || ຝຣັ່ງ/ອັງກິດ. Le seigneur / The lord ; le maître / the master ; le souverain / the ruler ຊຶ່ງ ຄໍານີ້ເອງ ກໍ ມາຈາກ ຄໍາອຸປສັກ (Préfixe/Prefix) ບາລີ “ອະທິ[Adhi]” ທີ່ ເເປວ່າ ເຫນືອ ເຫນືອຫົວ ຈອມ ສູງສຸດ || ຝຣັ່ງ/ອັງກິດ. Au dessus de / Over ເເລະ ບາລີ “ປະ” ທີ່ ເເປວ່າ ຫົວຫນ້າ ນາຍ ເຈົ້າ || ຝຣັ່ງ/ອັງກິດ. Chef / Chief ; maître / master
  • ຕຍ[ຕະ-ຍະ/Taya] nt ( neutre / neuter / "ຈະໃຊ້ ເປັນ ນາມ ຄຸນນາມ ຫລື ບຸພບົດ ກໍໄດ້ ເເລະ ຈະບໍ່ມີ ເພດຊາຍ ເພດຍິງ" ). ສາມຢ່າງ ( ທີ່ ປະກອບ ດ້ວຍ - ) || ຝຣັ່ງ/ອັງກິດ. Une triade / A triad
    ຄໍາ “ຕຍ” ໄດ້ເເຜງມາເປັນ ຄໍາລາວ “ຕັຍ[ໄຕ]” ເເລະ “ໄຕຍະ” ຫລື “ໄຕ” ດັ່ງດຽວກັນ ກັບ ຄໍາ ລຍ[ລະ-ຍະ/Laya] ເປັນ ໄລຍະ(ທາງ) ໃນ ພາສາລາວ ເເລະ ເຮົາ ຄວນອ່ານ ຄໍາເຄົ້າວ່າ “ຕະຍະ[Taya]” ຍ້ອນ ຄໍານີ້ ບໍ່ ມີ ຕົວສະກົດ ຕົວໃດໆ ທັງສິ້ນ ອີກປະການນຶ່ງ ຄັນ ເຮົາ ຢາກຂຽນ “ຕັຍ” ຫລື “ໄຕຍະ” ຕາມ ສຽງ ເຮົາ ຈະຕ້ອງໄດ້ຂຽນ ດັ່ງນີ້ ຄື “ເຕຢຢ[ໄຕ-ຢະ/Teyya]” ເເຕ່ວ່າ ຄໍານີ້ ຈະ ມີ ຄວາມຫມາຍ ຢ່າງໃດ ກັນ ເເທ້ ? ( ເພິ່ນ ຂຽນໄດ້ ສອງຢ່າງ ໂດຍ ເອົາ ສຣະເອຈົມ ຂຶ້ນຫນ້າ ຕົວ ◌ຕ◌ ຫລື ເອົາ ສຣະເອລອຍ ຕາມຫລັງ ຕົວ ◌ຕ◌ ຄື “ເຕຢຢ” ຫລື “ຕເຢຢ” ເເລະ ສະກົດ ດ້ວຍ ຕົວ ◌ຢ◌ ເເລະ ຕາມ ດ້ວຍ ຕົວ ◌ຢ◌ ຊຶ່ງ ຕົວຕາມ ຈະ ປ່ຽນ ຮູບ ມາເປັນ ຕົວ ◌ຽ◌ ດັ່ງ “ເຕຢຽ” ຫລື “ຕເຢຽ” ຕາມ ຫລັກ ການຂຽນ ຫນັງສືທັມ ເເຕ່ຢ່າລືມວ່າ ຕົວ ◌ຢ◌ ບາລີ ເພິ່ນ ຈະ ອ່ານ ເປັນ ຕົວ ◌ຍ◌ ໃນ ພາສາລາວ ດ້ວຍເຫດນີ້ ເພິ່ນ ຈຶ່ງ ອ່ານ ອັກຂຣະ ◌ຽ◌ ນີ້ວ່າ ຕົວຍໍເຟື້ອງ ເເຕ່ ຕ້ອງ ເຂົ້າໃຈ ຄວາມຫມາຍ ຂອງ ຄໍາ ເຟື້ອງ ເເມ່ນຫຍັງ ກັນເເທ້ )

ຄວາມຫມາຍ || Définition / Definition
- ຣະບອບ ການປົກຄອງ ຊຶ່ງ ເເມ່ນ ປະຊາຊົນ ເປັນ ຜູ້ບົ່ງການ ຫມາຍຄວາມວ່າ ອະທິປະໄຕ ເປັນ ຂອງ ປະຊາຊົນ ເເລະ ຣັຖບານ ຕ້ອງ ອໍານວຍ ຄວາມສະດວກ ວ່າດ້ວຍ ສິດທິ ທາງດ້ານ ການປາກເວົ້າ ພ້ອມດ້ວຍ ສິດ ຕ່າງໆ ຂອງ ປະຊາຊົນ ເເລະ ກໍ ເເມ່ນ ປະຊາຊົນ ເປັນ ຜູ້ປ່ອນບັດ ເລືອກຕັ້ງ ເອົາ ຜູ້ນໍາ ຜູ້ສໍາຄັນ ທີ່ ເປັນ ຜູ້ບົ່ງການໄດ້ ດັ່ງ ປະທານ ປະເທດ ຫລື ປະທານາທິບໍດີ ເເລະ ຜູ້ເເທນ ຣາສດອນ ເປັນຕົ້ນ

- ການປົກຄອງ ທີ່ ປະກອບ ດ້ວຍ ປະຊາຊົນ ທີ່ ເລືອກຕັ້ງ ໂດຍ ປະຊາຊົນ ເເລະ ເພື່ອ ປະຊາຊົນ ຊຶ່ງ ການປົກຄອງ ດັ່ງກ່າວ ຈະ ບໍ່ ມີ ຄົນ ຕ່າງປະເທດ ຢູ່ ຮ່ວມ ໃນນັ້ນ ເດັດຂາດ ( ປະຊາຊົນລາວ ທັງຫມົດ ທັງປວງ )

- ກົງກັນຂ້າມ ກັບ ຣະບອບ ຜະເດັດການ ຊຶ່ງ ອໍານາດ ການປົກຄອງ ຕົກຢູ່ ໃນ ກໍາມື ຂອງ ຄົນ ພຽງ ກຸ່ມດຽວ ເທົ່ານັ້ນ ຣະບອບ ປະຊາທິປະໄຕ ເປັນ ຣະບອບ ການປົກຄອງ ທີ່ ປະກອບ ດ້ວຍ ການເເຍກ ອໍານາດ ສາມຢ່າງ ເພື່ອ ບໍ່ ໃຫ້ ອໍານາດ ເຫລົ່ານີ້ ຕົກ ຢູ່ ໃນ ກໍາມື ຂອງ ຣັຖບານ ຫລື ຂອງ ນັກການເມືອງ ພຽງ ຜູ້ດຽວ ຄື

  • ອໍານາດ ນິຕິບັນຍັດ || ຝຣັ່ງ. Pouvoir législatif ຕົກ ຢູ່ ໃນ ກໍາມື ຂອງ ສະພາ
  • ອໍານາດ ບໍຣິຫານ || ຝຣັ່ງ. Pouvoir exécutif ຂຶ້ນກັບ ຣັຖບານ ທີ່ ປະກອບ ດ້ວຍ ນາຍຍົກ ເເລະ ມົນຕຣີ ຕ່າງໆ ຊຶ່ງ ນາຍຍົກ ເປັນ ຫົວຫນ້າ ຣັຖບານ ຫລື ເປັນ ຜູ້ນໍາພາ ການປົກຄອງ ເເລະ ການບໍຣິຫານ ປະເທດ
  • ອໍານາດ ຕຸລາການ || ຝຣັ່ງ. Pouvoir judiciaire ຂຶ້ນກັບ ຫົວຫນ້າສານ ເເລະ ການຈັດຕັ້ງ ຝ່າຍສານ ໂດຍຕຣົງ ( ບາລີ. ຕຸລາ ເເປວ່າ ຊິງ || Balance )

ໄມ້ ກົກຊີ້ຕາຍ ປາຍຊີ້ເປັນ || Baguette magique / Wand
ການ ທີ່ ຣະບອບ ຜະເດັດການ ກໍາ ອໍານາດ ພຽງ ຜູ້ດຽວ ມັນ ກໍ ຄ້າຍ ກັບ ການອວຍພອນ ທີ່ ກ່າວວ່າ “ຂໍໃຫ້ໄດ້ ດັ່ງ ສົມມັກສົມປາຖນາ” ຜິວ່າ ຜູ້ກ່ຽວ ຊັງ ຜູ້ໃດ ເເລະ ພອນ ທີ່ວ່າ ໄດ້ສົມມັກສົມປາຖນານັ້ນ ມັນ ຈະ ບໍ່ ເເພ້ ຫມູ່ ເກີນໄປບໍ ? ( ມັນ ພາໃຫ້ດັບໄດ້ ! [ ພາໃຫ້ບ້ານໃຫ້ເມືອງ ດັບໄດ້ ເເລະ ພາໃຫ້ ປະຊາຊົນ ດັບໄດ້ ຫມາຍຄວາມວ່າ ມັນ ພາໃຫ້ ຊາດ ດັບໄດ້ ] ) ດ້ວຍເຫດນີ້ ເພິ່ນ ຈຶ່ງ ເເຍກ ອໍານາດ ທັງສາມ ອອກຈາກກັນ ເພື່ອ ບໍ່ ໃຫ້ ມັນ ໄປ ຕົກ ຢູ່ ໃນ ກໍາມື ຂອງຄົນ ຜູ້ດຽວ ຫລື ຂອງຄົນ ກຸ່ມດຽວ

ສະນາມ || Synonymie / Synonymy
ຣັຖບານ ການເມືອງ ການເລືອກຕັ້ງໂດຍປະຊາຊົນ || Gouvernement / Government ; politique / politics ; suffrage universel / universal suffrage

ປະຕິນາມ || Antonymie / Antonymy
ອໍານາດເດັດຂາດ || Absolutisme / Absolutism ; ການປົກຄອງໂດຍພຣະເຈົ້າເເຜ່ນດິນ ຫລື ຣາຊາທິປະໄຕເດັດຂາດ || Monarchie absolue, aristocratie, césarisme ; ອໍານາດ ຜະເດັດການ || Dictature, despotisme, fascisme

ອະທິປະໄຕ[ອະ-ທິ-ປະ-ໄຕ] ນາມ

ທາຕຸສາດ || Etymologie / Etymology
ມາຈາກ ຄໍາເຄົ້າ ບາລີ “ອະທິປະ+ຕຍ[ຕະ-ຍະ]” ດັ່ງ ຄໍາອະທິບາຍ ຂ້າງລຸ່ມນີ້

  • ອະທິປະ[Adhipa] ນາມ ເພດຊາຍ. ນາຍເຫນືອຫົວ ຜູ້ເປັນໃຫຍ່ສູງສຸດ (ຜູ້ເປັນ)ເຈົ້າ ໄທ້ || ຝຣັ່ງ/ອັງກິດ. Le seigneur / The lord ; le maître / the master ; le souverain / the ruler ຊຶ່ງ ຄໍານີ້ເອງ ກໍ ມາຈາກ ຄໍາອຸປສັກ (Préfixe/Prefix) ບາລີ “ອະທິ[Adhi]” ທີ່ ເເປວ່າ ເຫນືອ ເຫນືອຫົວ ຈອມ ສູງສຸດ || ຝຣັ່ງ/ອັງກິດ. Au dessus de / Over ເເລະ ບາລີ “ປະ” ທີ່ ເເປວ່າ ຫົວຫນ້າ ນາຍ ເຈົ້າ || ຝຣັ່ງ/ອັງກິດ. Chef / Chief ; maître / master
  • ຕຍ[ຕະ-ຍະ/Taya] nt ( neutre / neuter / "ຈະໃຊ້ ເປັນ ນາມ ຄຸນນາມ ຫລື ບຸພບົດ ກໍໄດ້ ເເລະ ຈະບໍ່ມີ ເພດຊາຍ ເພດຍິງ"). ສາມຢ່າງ ( ທີ່ ປະກອບ ດ້ວຍ - ) || ຝຣັ່ງ/ອັງກິດ. Une triade / A triad - ( Trias Politica )
    ຄໍາ “ຕຍ” ໄດ້ເເຜງມາເປັນ ຄໍາລາວ “ຕັຍ[ໄຕ]” ເເລະ “ໄຕຍະ” ຫລື “ໄຕ” ດັ່ງດຽວກັນ ກັບ ຄໍາ ລຍ[ລະ-ຍະ/Laya] ເປັນ ໄລຍະ(ທາງ) ໃນ ພາສາລາວ ເເລະ ເຮົາ ຄວນອ່ານ ຄໍາເຄົ້າວ່າ “ຕະຍະ[Taya]” ຍ້ອນ ຄໍານີ້ ບໍ່ ມີ ຕົວສະກົດ ຕົວໃດໆ ທັງສິ້ນ ອີກປະການນຶ່ງ ຄັນ ເຮົາ ຢາກຂຽນ “ຕັຍ” ຫລື “ໄຕຍະ” ຕາມ ສຽງ ເຮົາ ຈະຕ້ອງໄດ້ຂຽນ ດັ່ງນີ້ ຄື “ເຕຢຢ[ໄຕ-ຢະ/Teyya]” ເເຕ່ວ່າ ຄໍານີ້ ຈະ ມີ ຄວາມຫມາຍ ຢ່າງໃດ ກັນ ເເທ້ ? ( ເພິ່ນ ຂຽນໄດ້ ສອງຢ່າງ ໂດຍ ເອົາ ສຣະເອຈົມ ຂຶ້ນຫນ້າ ຕົວ ◌ຕ◌ ຫລື ເອົາ ສຣະເອລອຍ ຕາມຫລັງ ຕົວ ◌ຕ◌ ຄື “ເຕຢຢ” ຫລື “ຕເຢຢ” ເເລະ ສະກົດ ດ້ວຍ ຕົວ ◌ຢ◌ ເເລະ ຕາມ ດ້ວຍ ຕົວ ◌ຢ◌ ຊຶ່ງ ຕົວຕາມ ຈະ ປ່ຽນ ຮູບ ມາເປັນ ຕົວ ◌ຽ◌ ດັ່ງ “ເຕຢຽ” ຫລື “ຕເຢຽ” ຕາມ ຫລັກ ການຂຽນ ຫນັງສືທັມ ເເຕ່ຢ່າລືມວ່າ ຕົວ ◌ຢ◌ ບາລີ ເພິ່ນ ຈະ ອ່ານ ເປັນ ຕົວ ◌ຍ◌ ໃນ ພາສາລາວ ດ້ວຍເຫດນີ້ ເພິ່ນ ຈຶ່ງ ອ່ານ ອັກຂຣະ ◌ຽ◌ ນີ້ວ່າ ຕົວຍໍເຟື້ອງ ເເຕ່ ຕ້ອງ ເຂົ້າໃຈ ຄວາມຫມາຍ ຂອງ ຄໍາ ເຟື້ອງ ເເມ່ນຫຍັງ ກັນເເທ້ )

ຄວາມຫມາຍ || Définition / Definition
- ຄຸນພາບ ເເລະ ສະພາບ ການປົກຄອງ ເເບບ ເປັນຕົນເອງ ປາສຈາກ ການເເຊກເເຊງ ຂອງ ປະເທດອື່ນ ເເລະ ປາສຈາກ ການບົ່ງການ ຈາກ ຜູ້ນໍາພາ ຫລື ຈາກ ອໍານາດ ຂອງ ປະເທດອື່ນ

- ສິດ ເເລະ ເສຣີພາບ ໃນ ການບົ່ງການ ຕ່າງໆ ກ່ຽວກັບ ການບໍຣິຫານ ການເມືອງ ພາຍໃນ ເເລະ ພາຍນອກ ປະເທດ ຂອງ ຕົນເອງ ຫລື ຂອງ ປະເທດນຶ່ງໆ ທີ່ ບໍ່ ຂຶ້ນ ກັບ ອໍານາດ ຂອງ ປະເທດອື່ນ ເເລະ ປາສຈາກ ການບີບບັງຄັບ ຈາກ ປະເທດ ມະຫາອໍານາດ ໃດໆ ( ຖ້າ ໄດ້ ຮັບ ຄໍາສັ່ງ ຫລື ຮັບເອົາ ຄໍາສັ່ງ ມາຈາກ ປະເທດໃດ ກໍ ຫມາຍຄວາມວ່າ ເປັນ ຫົວເມືອງຂຶ້ນ ຂອງ ປະເທດນັ້ນ ) || ຝຣັ່ງ/ອັງກິດ. Souverineté / Sovereignty

ສະນາມ || Synonymie / Synonymy
ອໍານາດ ການເປັນນາຍຕົນເອງ ເອກຣາດ || ຝຣັ່ງ/ອັງກິດ. Pouvoir, puissance / Power ; autorité / authority : indépendance / independance

ປະຕິນາມ || Antonymie / Antonymy
ຫົວເມືອງຂຶ້ນ ປະເທສຣາດ || ຝຣັ່ງ/ອັງກິດ. Colonie / Colony

ຕຍ[ຕະ-ຍະ/Taya] nt ( ອະເພດ ) [1]
ສິ່ງ ທີ່ ປະກອບ ດ້ວຍ ສາມຢ່າງ ດັ່ງ ທີ່ ໄດ້ ກ່າວມາເເລ້ວ ຂ້າງເທິງນີ້ ທາງ ພຣະພຸທສາສນາ ໄດ້ ຣະບຸ ອະທິປະໄຕ ທັງສາມ ດັ່ງນີ້ ຄື

  • ໂລກາທິປະໄຕ ( ໂລກະ+ອະທິ+ປະ+ຕະຍະ ) ເຫັນຜູ້ອື່ນເຮັດ ກໍເຮັດຕາມ ຍ້ອນ ຢ້ານ ເຂົາ ເວົ້າສິນ ນິນທາ ຫລືວ່າ ຢ້ານ ເຂົາ ບໍ່ຍ້ອງຕົນ ເເລະ ຢ້ານ ບໍ່ໄດ້ເຂົ້າ ຮ່ວມກຸ່ມ ນໍາເຂົາ
  • ອັດຕາທິປະໄຕ ( ອັຕຕະ=ຕົນເອງ / “Ego” ) ຖືຕົນເອງເປັນທີ່ຕັ້ງ ກໍເຮັດໄປ ໂດຍ ບໍ່ຄິດວ່າ ຄົນອື່ນ ກໍອາດຈະມີ ຄວາມສາມາດ ເເລະ ຄວາມຄິດດີ ເຫມືອນຕົນ ຫລື ເຫນືອຕົນ
  • ທັມມາທິປະໄຕ ( ທັມມະ+ອະທິປະ+ຕະຍະ ) ເຮັດໄປ ໂດຍ ຖືເອົາ ເມດຕາຈິດ ອັນເເທ້ຈິງ ໃນ ການພໍ່າເພັງ ຕ່າງໆ ດ້ວຍ ຈິດໃຈ ອັນ ບໍຣິສຸດຜຸດຜ່ອງ

    ປະຕິນາມ || Antonymie / Antonymy
    ຜະເດັດການ ຫລື ອໍານາດ ທີ່ ດູດກືນກິນ ປະຊາຊົນ || ຝຣັ່ງ/ອັງກິດ. Dictature

ຂໍ້ສລຸບ || Conclusion
ປະຊາທິປະໄຕ ກໍ ມີ ການສລຸບ ເເບບດຽວກັນ ກັບ ພຣະພຸທສາສນາ ວ່າດ້ວຍ ຫລັກ ສາມຢ່າງນີ້ ຄື ປະຊາທິປະໄຕ ກໍ ເເຍກ ອໍານາດ ທັງສາມ ອອກຈາກ ກໍາມື ຂອງ ນັກການເມືອງ ກຸ່ມນຶ່ງກຸ່ມດຽວ ຫລື ພັກນຶ່ງພັກດຽວ ( ເພື່ອ ບໍ່ໃຫ້ ອໍານາດ ຫມົດ ທັງສາມ ຢ່າງນີ້ ຕົກຢູ່ ໃນ ກໍາມື ຂອງ ນັກການເມືອງ ພຽງ ກຸ່ມດຽວ ເເລະ ເພື່ອ ບໍ່ ໃຫ້ ມີ ພັກໂທນ “ເກີດຂຶ້ນໄດ້ ພາຍໃນ ປະເທດ” ) ເເລະ ພຣະພຸທສາສນາ ກໍ ເເຍກ ອະທິປະໄຕ ອອກເປັນ ສາມຢ່າງ ດ້ວຍກັນ ອັນນີ້ ຄື ຈຸດສໍາຄັນ

ອິທັງ ເມທານັງມາຕາ ປິຕຸນັງ ເປຕານັງ ໂຫຕຸ
ຂໍ ອຸທິດ ຜົນງານ ອັນເລັກໆນ້ອຍໆ ອັນນີ້ ເເດ່ ພຣະເຖຣະນຸເຖຣະ ພ້ອມດ້ວຍ ຄົນລາວ ທຸກຖ້ວນຫນ້າ
( ອິທັງ ເມທານັງ ເຖຣະນຸເຖຣະນັງ ລາວະຊະນະນັງ ເປຕານັງ ໂຫຕຸ )

( ເບິ່ງ - ຫລັກ ການຂຽນ ຕາມ ເຄົ້າ ເເບບ ຫນັງສືທັມ ເເລະ ຫນັງສື ບາລີ )

ວ່າດ້ວຍ ການເເປ || Traduction / Translation
( à propos de / about the )
ຕາມທີ່ຈິງ ເຮົາ ຄວນ ຂຽນ ຄໍານຶ່ງ ຫນ້ານຶ່ງ ເທົ່ານັ້ນ ພ້ອມດ້ວຍ ຂໍ້ຂຍາຍ ຄວາມຄິດ ຕ່າງໆ ທີ່ ກ່ຽວຂ້ອງ ເເຕ່ວ່າ ການ ທີ່ ໄດ້ ເອົາ ຄໍາ ເຫລົ່ານີ້ ມາ ຂຽນລົງ ຫນ້າດຽວກັນ ກໍ ເພາະວ່າ ພາກສ່ວນ ຂອງ ຄໍາ ຕ່າງໆ ມີ ເຄົ້າ ອັນດຽວກັນນຶ່ງ ເເລະ ເພື່ອ ອໍານວຍ ການສຶກສາ ເເດ່ ນັກຮຽນຮູ້ໃຫມ່ນຶ່ງ ເພື່ອ ໃຫ້ເຂົ້າໃຈວ່າ ສິ່ງ ທີ່ ເຮົາ ເຄີຍ ຄຶດ ມັນ ບໍ່ ເປັນ ຄືດັ່ງ ທີ່ ເຮົາ ຄຶດ ສເມີໄປ ຖ້າ ເຮົາ ບໍ່ ຮູ້ ຕົ້ນປາຍສາຍເຫດ ເຖິງຢ່າງໃດກໍດີ ການກະຈາຍ ຄໍາເວົ້າ ຈະ ພາໃຫ້ ຄວາມເຂົ້າໃຈ ຂອງເຮົາ ຫນັກເເຫນ້ນດີ

ເລຂສັບ (Lexiques/Lexicons) ທັງຫມົດ ໃນ ທີ່ນີ້ ເເມ່ນ ຂ້າພະເຈົ້າ ເປັນ ຜູ້ເເຕ່ງຂຶ້ນ ເອົາເອງ ຖ້າ ທ່ານ ຄິດວ່າ ມັນ ເປັນ ປໂຍດ ເເກ່ ສັງຄົມລາວ ຫລື ເເກ່ ທ່ານເອງ ທ່ານ ສາມາດ ນໍາໄປໃຊ້ ຕາມໃຈຊອບ ປາສຈາກ ຂໍ້ຜູກມັດ ອັນໃດ ທັງສິ້ນ ເເລະ ຖ້າ ທ່ານ ຄິດວ່າ ມັນ ບໍ່ ເຫມາະສົມ ກະຣຸນາ ເກັບມັນຖິ້ມລົງ ກະຕ່າ ຂີ້ເຫຍື່ອ ກໍເເລ້ວກັນ ເເຕ່ວ່າ ເປັນຫຍັງ ຂ້າພະເຈົ້າ ຈຶ່ງ ເເປ ເເບບນີ້ ? ເພາະວ່າ ຄໍາທາຕຸ ໃນ ພາສາ ບາລີ ພ້ອມທັງ ພາສາ ສັນສະກຣິດ ຫມາຍເຖິງ ຮວຍໄຂ່ ທີ່ ໃຫ້ ກໍາເນີດ ເເກ່ ຄໍາເຄົ້າ ອື່ນໆ ( Radical ) ທີ່ ໃຊ້ ປະກອບ ເປັນ ຄໍາປະສົມ ອັນ ມີ ຄວາມຫມາຍ ໄປ ໃນ ທໍານອງ ດຽວກັນ ດັ່ງ

  • ທາ ເປັນ ຄໍາທາຕຸ ( ຝຣັ່ງ/ອັງກິດ. Racine / Root / ຮາກ/ເຫງົ້າ ) ທີ່ ໃຫ້ ກໍາເນີດ ເເກ່ ຄໍາເຄົ້າ ( Radical ) “ທານ” ເເລະ ຄໍາເຄົ້າ “ທານ” ກໍ ພາໃຫ້ເກີດ ຄໍາປະສົມ ຕ່າງໆ ທີ່ ມີ ຄວາມຫມາຍ ທໍານອງ ດຽວກັນ ດັ່ງຄໍາ ທາເນ ທານັງ ທາຍົກ ( ທາຍະກະ / ຜູ້ໃຫ້ ) ເປັນຕົ້ນ
  • ຍາ ເປັນ ທາຕຸ ໃຫ້ເເກ່ຄໍາ ອັຍຍາ[ອັນ-ຍາ/Aññā] ປະຣິຍຍາ[ປະ-ຣິນ-ຍາ/Pariññā] ປັຍຍາ[ປັນ-ຍາ/Paññā] ເປັນຕົ້ນ ( ຍາ ເເປຄວາມລາວວ່າ ຮູ້ ຄວາມຮູ້ )
  • ສຸ ເປັນ ທາຕຸ ໃຫ້ເເກ່ຄໍາ ສຸກຂ ສຸຈຈຣິຕ ສຸຄະຕິ ສຸຂພາບ ເປັນຕົ້ນ ( ສຸ ເປັນ ຄຸນນາມ ເເລະ ເເປວ່າ ດີ ຖ້າ ເປັນ ກິຣິຍາ ເພິ່ນ ຈະ ເເປວ່າ ຟັງ )
  • ທຸ ເປັນ ທາຕຸ ຂອງຄໍາ ທຸກຂ ທຸຈຈຣິຕ ທຸຄະຕິ ທຸຂວິທຍາ ເປັນຕົ້ນ ( ທຸ ເປັນ ຄຸນນາມ ເເລະ ເເປວ່າ ບໍ່ດີ ດັ່ງດຽວ ກັບ “ສຸ” ລາວ ສະນັ້ນ ຖ້າ ເຮົາ ເວົ້າວ່າ “ທຸພໍ່” ຫມາຍເຖິງ ພໍ່ ທີ່ ບໍ່ດີ ( ຫລື ທີ່ ສຸ ເເລ້ວ ) ເເລະ ຖ້າ ເຮົາ ເອີ້ນ ເພິ່ນວ່າ “ສາທຸພໍ່” ຫມາຍເຖິງ ພໍ່ ຜູ້ ທີ່ ເຮົາ ເຄົາຣົບ ເເລະ ບູຊາ ເເຕ່ ເຮົາ ຕ້ອງ ຮັບຮູ້ວ່າ ຕາມປະເພນີເເລ້ວ ຄົນລາວ ມັກ ຕັດ ເເລະ ຫຍໍ້ ຄໍາເວົ້າ )
  • Logie ຝຣັ່ງ. ໃຊ້ ສໍາລັບ ນາມ ເເຫ່ງ ວິທຍາ ຕ່າງໆ ຫລື ວິຊາ ການປາກເວົ້າ ຂັ້ນ ບັນດິດ ເທົ່ານັ້ນ ເເລະ ຂ້າພະເຈົ້າ ເເປເປັນ “ສາດ” ( ເເຕ່ບໍ່ເເມ່ນ ສາດ ລາວ ) ຊຶ່ງ ຄໍານີ້ ຖືກ ເເຜງ ມາຈາກ ຄໍາເຄົ້າ ສັນສະກຣິດ “ສາສຕຣ[Śāstra/ສາ-ສ(ະ)-ຕຣະ]” ( ຄໍາບາລີ ເເມ່ນ ສັຕຖ[Sattha/ສັດ-ຖະ] ເເຕ່ ຕ້ອງ ຣະວັງ ຍ້ອນ ຄວາມຫມາຍ ຫລາຍຢ່າງໂພດ ) ເເລະ ຄົນໄທຍ ເເປ ຄໍາ Logie ນີ້ວ່າ ວິທຍາ ເເຕ່ຫາກວ່າ ຂ້າພະເຈົ້າ ເເປຄໍາຝຣັ່ງ ຄໍາໃດ ທີ່ ມີ ຄໍາ Science ຕິດຕາມ ຮ່ວມຢູ່ນໍານັ້ນວ່າ ວິທຍາ ດັ່ງ Sciences physiques ຂ້າພະເຈົ້າ ຈະເເປເປັນ “ຟີສິກ ວິທຍາ” ຫລື “ພິສັກ ວິທຍາ” ທີ່ ມາຈາກ ເຄົ້າ ບາລີ [ Bhisaka/ພິ-ສະ-ກະ ] ຊຶ່ງ ເເປວ່າ physique ເເລະ physicien ວ່າ Bhisakka[ພິ-ສັກ-ກະ] ສະນັ້ນ ເລຂສັບ ທັງຫລາຍ ທີ່ ມີ ຄໍາວິພັດ ຕາຍຕົວ ໃນ ພາສາຝຣັ່ງ ຂ້າພະເຈົ້າ ຈະເເປ ດັ່ງນີ້
    • Logie ເເປເປັນ “ສາສຕຣ” ເເຕ່ ຂຽນ ສາດ ໃນ ພາສາລາວ ( ບໍ່ເເມ່ນ ສາດນັ່ງ ສາດນໍ້າ )
    • Science ເເປເປັນ ວິທຍາ[ ວິດ-ທ(ະ)-ຍາ ]
    • Graphie ( ເບິ່ງ ຄໍາອະທິບາຍ ຂ້າງລຸ່ມ )
    • ສ່ວນ ຄໍາວິພັດ ( Suffixe ) Culteur ໃນ ປັດຈຸບັນ ຂ້າພະເຈົ້າ ມອງເຫັນ ພຽງເເຕ່ ຄໍາບາລີ “ປາໂລ” ຄໍາດຽວ ດັ່ງ
      • ໂຄປາໂລ( ຄົນລ້ຽງງົວ ) ພູມີປາໂລ( ຜູ້ກໍາກັບ ຜູ້ເຝົ້າ ຜູ້ປ້ອງກັນ ຜູ້ຮັກສາ “ພູມີ” ທີ່ ເເປວ່າ ເຂດນໍ້າເເດນດິນ ) ຂັນຕິປາໂລ[ ຂັນ-ຕິ-ປາ-ໂລ ] ຣັຖປາໂລ ທີ່ ມີ ເຄົ້າ ມາຈາກ ຄໍາ ຣັຕຖປາລ[ ຣັດ-ຖະ-ປາ-ລະ ] ຊຶ່ງ ຄໍານີ້ເອງ ກໍ ເເຜງ ມາເປັນ ຄໍາລາວ “ຣັຖບານ” ໂດຍ ການຕັດ ພຍັນຊນະ ◌ຕ◌ ທີ່ ເປັນ ຕົວສະກົດ ອອກຈາກ ຄໍາເຄົ້າ ເເລະ ປະໄວ້ ພຽງ ຕົວຕາມ ◌ຖ◌ ເທົ່ານັ້ນ ຊຶ່ງ ຕົວ ◌ຖ◌ ກໍ ໄດ້ ກາຍມາເປັນ ຕົວສະກົດ ພິເສດ ໃນ ພາສາລາວ
      • Horticulteur ເເປໄດ້ວ່າ ບຸບຜາປາໂລ [ ປຸປຜະ/Puppha ] ( ຖ້າ ເປັນ ຄໍາ ທີ່ ມີ ຄໍາລາວ ປົນ ກັບ ຄໍາບາລີ ເພິ່ນ ຄົງ ຈະ ຂຽນ “ຜັກມີ່ປາໂລ” )
      • Perliculteur ເເປໄດ້ວ່າ ມຸດດາປາໂລ ( ຄົນລ້ຽງມຸກ ) ທີ່ ມາຈາກ ຄໍາບາລີ ມຸຕຕາ[ Muttā (f.) ] ຖ້າ ເປັນ ຄໍາສັນສະກຣິດ ເພິ່ນວ່າ ມຸກຕາ[ Muktā ] ມຸກດາ ( ມຸກດາປາໂລ ) ເເລະ ເເຜງ ມາເປັນ ຄໍາລາວ “ມຸກ” || Une perle / A pearl
      • Apiculteur ພັມຣາປາໂລ[ ພັມ-ມ(ະ)-ຣາ-ປາ-ໂລ ] ທີ່ ມາຈາກ ຄໍາບາລີ ພມຣາ[ ພະ-ມະ-ຣາ/Bhamarā ] ຊຶ່ງ ເເປວ່າ ເຜິ້ງ ( ເຮົາ ອາດ ຈະ ເເປ Apiculture ໄດ້ວ່າ ພັມຣາປາລັງ[ພັມ-ມ(ະ)-ຣາ-ປາ-ລັງ] ໂດຍ ການອ່ານ ພຍາງ “ມະ” ບໍ່ ໃຫ້ ເຕັມ ຄໍາ )
      • Riziculteur ໂອທນະປາໂລ[ ໂອດ-ທ(ະ)-ນະ-ປາ-ໂລ ] ຫລື ວີຫິປາໂລ ທີ່ ມາ ຈາກ ຄໍາບາລີ ໂອທນ[ ໂອ-ທະ-ນະ/Odana ] ທີ່ ເເປວ່າ ເຂົ້າ(ສານ ຫລື ເຂົ້າ ສຸກ ເເລ້ວ ເຂົ້າ ທີ່ ໄດ້ຫນຶ້ງ ໄດ້ຫູງ ເເລ້ວ ) ເເລະ ວີຫິ[ວີ-ຫິ/Vīhi ] ທີ່ ເເປວ່າ ເຂົ້າເປືອກ ເເຕ່ວ່າ ກະສິ ເເປວ່າ Agriculture ເເລະ ກະສິກັມ ເເປວ່າ ການເຮັດ Agriculture ຫລື ວຽກການ ກ່ຽວກັບ Agriculture ເຖິງຢ່າງໃດກໍດີ ເພິ່ນ ໄດ້ ເເປ Agriculteur ວ່າ ກະສິກອນ ກໍ ເນື່ອງມາຈາກ ຄໍາບາລີ ກະສິກຣ ຫລື ກະສິກະ ນັ້ນເອງ ( ເເທນທີ່ ຈະ ວ່າ ກະສິປາໂລ ເພື່ອ ໃຫ້ ການເເປ ຕົກຢູ່ ໃນ ຮູບດຽວກັນ )
      • Aviculteur etc.

ເລຂສັບ[ເລັກ-ຂ(ະ)-ສັບ] || Lexiques / Lexicons ( ເລຂ[ເລ-ຂະ/Lekh] ຫມາຍເຖິງ ຕົວຫນັງສື )

  • ທາຕຸສາດ[ທາ-ຕຸ-ສາດ] (Dhātu f.) ເເປມາຈາກ ພາສາ ຝຣັ່ງອັງກິດ étymologie / etymology ເຊັ່ນ
    • Biologie ເເປເປັນ “ຊີວະສາດ” ເເທນທີ່ ຈະວ່າ “ຊີວະວິທຍາ” ເຫມືອນ ຄົນໄທຍ
    • Criminologie ເເປເປັນ “ຄາຕສາດ[ຄາດ-ຕະ-ສາດ]” ຫລື “ປາຕສາດ[ປາດ-ຕະ-ສາດ]” ເຫມາະສົມ ດີກວ່າ “ຄາຕສາດ” ເພາະວ່າ “ຄາຕ[ຄາ-ຕະ]” ຫມາຍເຖິງ ການຂ້າ ເເນວດຽວ ( ປາຕ(ະ) ດັ່ງດຽວ ກັບ ຄໍາ ທີ່ ຢູ່ ໃນ ປໂຍກ ປານາຕິປາຕາ ນັ້ນເອງ ເເຕ່ວ່າ ຕາມປົກຕິ ຄົນລາວ ຈະຂຽນ ບາຕສາດ )
    • Zoologie ເເປເປັນ “ສັຕວະສາດ”
    • Anthropologie ເເປເປັນ “ຊນະສາດ” ( ຫລື “ເຜົ່າພັນທະສາດ” )
    • Ethnologie ເເປເປັນ “ຊົນເຜົ່າສາດ” ຯລຯ
    • Sciences humaines ເເປເປັນ “ມະນຸດ ວິທຍາ”
    • Sciences de l’éducation ເເປເປັນ “ສຶກສາ ວິທຍາ”
    • Sciences de la terre ເເປເປັນ “ປັຖພີ ວິທຍາ[ປັດ-ຖະ-ພີ & ວິດ-ທະ-ຍາ]” ( ປະຖະວິ [Pathavi] ຊຶ່ງ ເປັນຕົວ t ຈໍ້າກ້ອງ ຫລື ຕົວຕໍ ບາລີ ຕົວທີນຶ່ງ ) ທີ່ ເເຜງເປັນ ຄໍາລາວ ປັຖພີ[ປັດ-ຖະ-ພີ] ເເຕ່ຢ່າລືມວ່າ ເພິ່ນ ໄດ້ເເປຄໍາ Géographie ມາເປັນ ພູມີສາດ ສ່ວນ ຄໍາຝຣັ່ງ Graphie ຈະ ເຫນັ້ນຫນັກໃສ່ ວິທີ ການຂີດ(ຂຽນ) ເເລະ ການເເຕ້ມ ຕົວຫນັງສື ເເລະ ຄໍາສັບ ໂດຍສະເພາະ ເຊັ່ນ Graphique / Graphic, graphe / graph ເປັນຕົ້ນ

      ຄໍາ ທີ່ ມີ ຄວາມຫມາຍ ຄ້າຍຄື ຄໍາ Graphie ຂອງຝຣັ່ງນີ້ ໃນ ປັດຈຸບັນ ຂ້າພະເຈົ້າ ມອງເຫັນ ພຽງເເຕ່ ຄໍາບາລີ ຄໍາດຽວ ເທົ່ານັ້ນ ຄື

      • ລິຂ[ລິ-ຂ(ະ)/Likh] ຊຶ່ງ “ລິ” ເປັນ ຄໍາທາຕຸ || ຝຣັ່ງ/ອັງກິດ. Ecrire / To write
      • ລິຂຕິ[ລິ-ຂະ-ຕິ/Likhati] ເເປວ່າ ເພິ່ນ ຂຽນ || ຝຣັ່ງ/ອັງກິດ. Il écrit / he writes
      • ລິຂິຕ[ລິ-ຂິ-ຕະ/Likhita] ເເປວ່າ ຂຽນເເລ້ວ ໄດ້ຂຽນເເລ້ວ || ຝຣັ່ງ/ອັງກິດ. écrit / written ດັ່ງ ຄົນລາວ ນິຍົມກັນ ເວົ້າວ່າ ພຣະອິນ ພຣະພົມ “ລິຂິຕ” ໄວ້ເເລ້ວ ຫລືວ່າ ພົມ ລິຂິດ ອັນຫມາຍຄວາມວ່າ ພຣະອິນ ພຣະພົມ ໄດ້ຂີດ ເສັ້ນທາງ ຊີວິດ ຂອງເຮົາ ໄວ້ເເລ້ວ
        ຫາກ ເຮົາ ອີງຕາມ ສໍານວນ ຄໍາເວົ້າ ຂ້າງເທິງນີ້ ເຮົາ ອາດຈະ ວາດພາບໄດ້ວ່າ ຄໍາ GéoGraphie ອາດຈະ ເເປໄດ້ ເປັນ ພູມີລິຂິດ ເເທນທີ່ ຈະ ເເປ ເປັນ ພູມີສາດ ເເລະ Démographie ເປັນ ປະຊາລິຂິດ ດັ່ງນີ້ ເປັນຕົ້ນ ເເຕ່ ເຮົາ ຕ້ອງ ສຶກສາ ໃຫ້ຖນັດ ເເລະ ໃຫ້ໄປໄກ ກວ່ານີ້

        ອັນນີ້ ເເມ່ນ ການເເປ ເພື່ອ ໃຫ້ ມີ ຄວາມຫມາຍ ຕຣົງ ກັບ ຄວາມຫມາຍ ຂອງ ຄໍາຝຣັ່ງ ເເລະ ຖ້າ ເຮົາ ມານັ່ງ ຄິດດີໆ ເຮົາ ອາດຈະມອງເຫັນ ຄໍານຶ່ງອີກ ທີ່ ເປັນ ຄໍາບາລີ ຄື ສິກຂາ ຊຶ່ງ ເເປວ່າ ການຮໍ່າຮຽນ ຫລື ການສຶກສາ ເເລະ ຄໍາສຸດທ້າຍນີ້ ມາຈາກ ຄໍາສັນສະກຣິດ ສົມມຸດວ່າ ເຮົາເເປ

        - Démographie ເປັນ ປະຊາສິກຂາ ( Démocratie ປະຊາທິປະໄຕ )
        - Photographie ເປັນ ຣູປສິກຂາ ຫລື ຮູບ ລ້າໆ
        - Météorographie ເປັນ ອຸຕຸສິກຂາ
        - Océanographie ເປັນ ສມຸດສິກຂາ ເເລະ ຕໍ່ໆໄປ ດັ່ງນີ້ ຈະ ບໍ່ ເຫມາະສົມ ດີກວ່າກັນບໍ ? [ Samudda ]

ສະນັ້ນ ຂ້າພະເຈົ້າ ຈຶ່ງ ເເປ ຄໍາຝຣັ່ງ Étymologie ມາເປັນ ຄໍາທາຕຸ ຫລື ທາຕຸສາດ ເເລະ ຄໍາຝຣັ່ງ Radical ເປັນ ຄໍາເຄົ້າ ( ກົກເຄົ້າ ຫລື ເຄົ້າ )

  • ສະນາມ[ສະ-ນາມ] ເເປມາຈາກ ຄໍາຝຣັ່ງ Synonymie ຊຶ່ງ ຫມາຍເຖິງ ນາມ ທີ່ ມີ ຄວາມຫມາຍ ຄ້າຍ ຄືກັນ ກ່ຽວກັບ ເຣື່ອງນີ້ ປະເທດ ຕ່າງໆ ຈະນໍາເເບບ ຊາວຕາເວັນຕົກ ຄື ກ່າຍເອົາ ຄໍາອຸປສັກ (Préfixe) “ສິໂນ[Syno] ມາໃຊ້ ດັ່ງ ສິໂນນາມ ເປັນຕົ້ນ ເເຕ່ຫາກວ່າ ຍັງມີ ບັນຫາ ພຽງ ເລັກນ້ອຍ ຄືວ່າ ເຮົາສາມາດ ເເປ Synonyme ເປັນ ສະນາມ ອາດຈະ ເຫມາະສົມກວ່າ ຜິວ່າ ເຮົາ ເເປ ເເບບນີ້ ເຮົາ ຕ້ອງ ເເປ Synonymie ເປັນ ສະນາເມ ເເຕ່ ສິ່ງ ສໍາຄັນ ທີ່ສຸດ ຄື ຖ້າຫາກ ເເປ ຄໍາ ທີ່ ມ້ວນທ້າຍ ດ້ວຍ “-mie” ສັນໃດ ກໍ ໃຫ້ ເເປ ເປັນ ພາສາລາວ ໄປ ທໍານອງ ດຽວກັນ ສັນນັ້ນ

    “ສະ” ເປັນ ທັງ ຄໍາ ທີ່ ປະກອບ ເປັນ ຄໍາສົນທິ ເເລະ ທັງ ຄໍາອຸປສັກ ຊຶ່ງ ເເປວ່າ ດ້ວຍ ຄືກັນ ເເລະ ອື່ນໆອີກ ດັ່ງ ສະໂຄຕຕະ[Sagotta] ( adj. de la même lignée / of the same lineage ຊຶ່ງ ເເປວ່າ ທີ່ ມີ ເຊື້ອສາຍລາຍລ່ອງ ອັນດຽວກັນ ທີ່ມາຈາກໂຄດດຽວກັນ ເຫງົ້າຕະກຸນດຽວກັນ ) ຕາມປົກຕິ ຄໍານີ້ ປະກອບ ດ້ວຍ ຕົວ ◌ສ◌ ເເລະ ດ້ວຍ ນິກຄະຫິດ ອັງ ເເລະ ອ່ານວ່າ ສັງ ເເຕ່ ສ່ວນຫລາຍ ເພິ່ນ ບໍ່ໃຊ້ “ສັງ” ເເຕ່ ເພິ່ນ ຈະໃຊ້ຄໍາ ສະ ສັນ ສັມ ສັມມະ ຫລາຍກວ່າ
  • ປະຕິນາມ[ປະ-ຕິ-ນາມ] ເເປມາຈາກ ຄໍາຝຣັ່ງ Antonymie ຊຶ່ງ ຫມາຍເຖິງ ນາມ ທີ່ ມີ ຄວາມຫມາຍ ຕ້ານກັນ ຫລື ຄວາມຫມາຍ ກົງກັນຂ້າມ ນັ້ນເອງ

    “ປະຕິ” ຫມາຍເຖິງ ການຫມູນວຽນ ທີ່ ກ້ຽວໄປກັບມາ ຢູ່ຢ່າງນັ້ນ ຕລອດ ດັ່ງ ປະຕິວັດ ປະຕິທິນ ເປັນຕົ້ນ ຖ້າ ເຮົາ ອີງຕາມ ຄວາມເປັນຈິງເເລ້ວ ມັນ ຈະກ້ຽວໄປໃສ່ ການຕ້ານ ເຫມືອນກັນ ເພາະວ່າ ມັນ ເຮັດໃຫ້ ອັນເກົ່າ ຕົກໄປ ເເລະ ເຮັດໃຫ້ ອັນໃຫມ່ ຂຶ້ນມາເເທນ ດ້ວຍເຫດນີ້ ການຕ້ານ ຫລື ຄໍາຕ້ານ ຈຶ່ງ ກາຍມາເປັນ ຄໍາກົງກັນຂ້າມ

    ຕາມທີ່ຈິງ “ປະຕິໂລມະ” ເເປວ່າ ກົງກັນຂ້າມ ເເຕ່ ຖ້າຫາກ ເຮົາ ຂຽນ ເປັນ ພາສາລາວ ເຮົາ ຈະຕ້ອງ ຂຽນ “ປະຕິໂລມນາມ” ເເຕ່ ຕ້ອງ ອ່ານວ່າ ປະຕິໂລມມະນາມ
  • ໂຄສ[ໂຄ-ສະ/Ghosa] ກ່ອນອື່ນຫມົດ ເເມ່ນ ສຽງ ທີ່ ດັງ ອອກມາຈາກ ປາກ ເເຕ່ວ່າ ໂຄ[Go] ລ້າໆ ເເປວ່າ ງົວ ດັ່ງ ໂຄປາໂລ ( ຄົນລ້ຽງງົວ ) ເປັນຕົ້ນ ເເລະ ຖ້າ ຂຽນ ເປັນ ຄວາມລາວ ຈະ ຕ້ອງຕື່ມ ສຣະອະ ໃສ່ ຕົວສໍ ດັ່ງ ໂຄສະ ຖ້າບໍ່ດັ່ງນັ້ນ ເພິ່ນ ຈະ ອ່ານ ເປັນ ໂຄດສະ ເຫມືອນດັ່ງ ອາກາສ[ອາ-ກາ-ສະ] ກາຍມາເປັນ ອາກາດ

    • Phonétique / Phonetics ຫມາຍເຖິງ ການຮຽນຮູ້ ສຽງ ຂອງ ຖ້ອຍຄໍາ ເທົ່ານັ້ນ ເເລະ ຂ້າພະເຈົ້າ ເເປເປັນ ຄວາມລາວວ່າ ໂຄສະຖານ ເເຕ່ ເຮົາ ສາມາດ ເຂົ້າໃຈ ໄປເເນວໃຫມ່ໄດ້ ຄື “ສະຖານ ຂອງ ໂຄ” ( ຖານ ມີ ເຄົ້າ ມາຈາກ ພາສາ ບາລີ ເເລະ ສະຖານ ມີ ເຄົ້າ ມາຈາກ ພາສາ ສັນສະກຣິດ ) ຖ້າ ເຮົາ ຂຽນ ປາສຈາກ ສຣະອະ ປະກອບ ຕົວສໍ ດັ່ງ ໂຄສຖານ ຄົນ ກໍ ຈະ ອ່ານ ເປັນ “ໂຄດ-ສະ-ຖານ” ອັນ ໄຮ້ ຄວາມຫມາຍ ເເລະ ຖ້າ ເຮົາ ຂຽນ ເປັນ ພຽງ ໂຄຖານ ລ້າໆ ມັນ ກໍ ກາຍເປັນ ຖານ ຂອງ ງົວ ເເຕ່ ໃນທີ່ນີ້ ຫມາຍເຖິງ ຖານ ຂອງ ໂຄສະ ຫລື ຖານ ຂອງ ສຽງ

      ເເຕ່ ຍັງ ມີ ຄໍານຶ່ງອີກ ຄື “ດາ” ດັ່ງ ທັມມະດາ ລ້າງມືຖ້າດາກິນ ເຄາະຢູ່ຖ້າດາຊົນ ເປັນຕົ້ນ ເເລະ ຄໍານີ້ ເເປວ່າ ເເຫ່ງ ທັມມະ ຫລື ເເຫ່ງ ຄວາມຈິງ ຊຶ່ງ ເຮົາ ສາມາດ ໃຊ້ ປະກອບ ຄໍາ “ໂຄສະ” ດັ່ງ ໂຄສະດາ ກໍ ໄດ້ ເຫມືອນກັນ ນັ້ນເເລ ( ຕາມ ທັມມະດາ ຫລື ຕາມ ຄວາມຈິງ“ເເລ້ວ” )

    • Phonologie / Phonology ຊຶ່ງ ຂ້າພະເຈົ້າ ເເປວ່າ ໂຄສະສາດ ຫມາຍເຖິງ ການສຶກສາ ສຽງ ພ້ອມດ້ວຍ ເຄື່ອງປະກອບ ທຸກຢ່າງ ທີ່ ເຮັດໃຫ້ ສຽງນັ້ນ ດັງອອກມາ ເຊັ່ນ ສົບ ລີ້ນ ເຫືອກ ຄໍ ເປັນຕົ້ນ

    • Phoniatrie ຈະ ເເປ ເເນວໃດ ? ເອົາ ພຍາງ “ນັຍ[ໄນ]” ມາ ປະກອບ ກາຍເປັນ ໂຄສະໄນ ຫລື ໂຄສະນັຍ ດັ່ງ ວິນັຍ ເຫມາະສົມດີ ເພາະວ່າ “ນັຍ” ຖືກເເຜງ ມາຈາກ ນຍ[ນະ-ຍະ/Naya] ທີ່ ຫມາຍເຖິງ ເເບບ ເເຜນ ວິທີ || Méthode / Method, plan ; manière / manner ດັ່ງນີ້ ເປັນຕົ້ນ ເເຕ່ ຕ້ອງ ພາກັນ ສຶກສາ ໃຫ້ ດີໆ ກ່ອນ ການຕັດສິນໃຈ ທຸກຢ່າງ

ຂໍ້ສລຸບ || Conclusion
ການເເປ ຕ່າງໆ ຄວນ ຕັ້ງ ຢູ່ ໃນ ລັກສນະ ເເບບດຽວກັນ ເເລະ ເເບບລາວ ເຮົາເອງ ໂດຍ ອີງ ເອົາ ຄໍາບາລີ ເເລະ/ຫລື ຄໍາສັນສະກຣິດ ເປັນ ຫລັກຕັ້ງ ປະກອບ ດ້ວຍ ຄໍາລາວເຮົາເອງ ບໍ່ຫມາຍຄວາມວ່າ ຈະໃຫ້ ການເເປ ຕ່າງໆ ນໍາຕາມຮອຍ ພາສາ ອື່ນ ທຸກຢ່າງ ດັ່ງ ພາສາ ບາລີ ເເລະ ພາສາ ຝຣັ່ງອັງກິດ ເປັນຕົ້ນ ຖ້າ ອີງຕາມ ວິວັທນະການ ອັນ ຮີບດ່ວນ ໃນ ປັດຈຸບັນນີ້ ເຮົາ ຄວນ ຕັ້ງຫລັກ ການເເປ ໃຫ້ ເເນ່ນອນ ເພື່ອ ວິວັທນາການ ນັ້ນເອງ ເເລະ ສິ່ງ ສໍາຄັນ ທິ່ສຸດ ກໍ ເພື່ອ ການເເປ ຈາກ ພາສາ ຝຣັ່ງອັງກິດ ຊຶ່ງ ພາສາ ທັງສອງນີ້ ມີ ຄວາມກ້າວຫນ້າ ໄປໄກ ຫລາຍທີ່ສຸດ ໃນ ດ້ານ ວິທຍາ ຕ່າງໆ ( ຍີ່ປຸ່ນ ເກົາຫລີ ກໍ ເຮັດ ເເບບດຽວກັນ “ເເບບ ຂ້າພະເຈົ້າ ເຮັດນີ້” )

ຫມາຍເຫດ || Remarque
ພາສາ ບາລີ ກັບ ພາສາ ສັນສະກຣິດ ບໍ່ ເເມ່ນ ພາສາ ດຽວກັນ ເເຕ່ ເປັນ ພາສາ ສອງ ພາສາ ຕ່າງຫາກ ( ເຫມືອນດັ່ງ ພາສາ ຝຣັ່ງ ກັບ ພາສາ ອັງກິດ ນັ້ນເອງ ຖ້າ ເຮົາ ນໍາ ມາ ທຽບ ໃສ່ ພາສາ ຊາວ ຕາເວັນຕົກ ) ຈຶ່ງ ເເຈ້ງ ໃຫ້ຊາບ ຍ້ອນ ກັດຕຸ ຜູ້ຂຽນ ທັງຫລາຍ ບໍ່ ໃຄ່ ສົນໃຈ ອະທິບາຍ ຢ່າງ ເເຈ່ມເເຈ້ງ ໃຫ້ ຜູ້ອ່ານ ຊາບນໍາດ້ວຍ ວ່າ ຄໍາໃດເເທ້ ມາຈາກ ພາສາ ບາລີ ເເລະ ຄໍາໃດເເທ້ ເປັນ ຄໍາສັນສະກຣິດ

ຕາມ ທີ່ ໄດ້ ຮຽນຮູ້ ມາ ເເຕ່ໃດໆ ພາສາ ສັນສະກຣິດ ເປັນ ພາສາເເມ່ ທີ່ ໃຫ້ ກໍາເນີດ ເເກ່ ພາສາ “ອິນດູຢູໂຣປກະ” ( ຝຣັ່ງ. Langues indo-européennes ) ທຸກໆ ພາສາ ໃນ ໂລກນີ້ ເເຕ່ວ່າ ໃນ ປັດຈຸບັນນີ້ ພວກ ຢິວ ກໍ ຮຽກຮ້ອງວ່າ ເເມ່ນ ພາສາ ຂອງ ພວກເຂົາ ເປັນ ພາສາເເມ່ ຂອງ ພາສາ ອິນດູຢູໂຣປກະ ທັງຫມົດ ທັງມວນ ເເລະ ພວກເຂົາ ພວມ ພາກັນ ປ່ຽນ ຂໍ້ມູນ ດັ່ງກ່າວນີ້ ( ອີງຕາມ ການເເຜງ ຫນັງສື ພາສາລາວ ເພິ່ນ ຈະ ອ່ານ [ອິນ-ດູ-ຢູ-ໂຣບ-ປະ-ກະ] ເເຕ່ ມີ ຂໍ້ຍົກເວັ້ນ ເພາະ ເຮົາ ສາມາດ ອ່ານ ເປັນ [—ຢູ-ໂຣ-ປະ-ກະ] ໄດ້ ) ເເລະ ພາສາລາວ ບໍ່ ໄດ້ ບັນຈຸ ເຂົ້າ ຢູ່ ໃນ ຈໍາພວກ ພາສາ “ອິນດູຢູໂຣປະກະ” ເເຕ່ຢ່າງໃດ ເເລະ ເພາະ ດ້ວຍ ເຫດໃດ ກັນເເທ້ ? ເນື່ອງຈາກວ່າ ຄໍາປະສົມ ໃນ ພາສາລາວ ທີ່ ເພິ່ນ ເອົາມາ ປະກອບ ເຂົ້າກັນນັ້ນ ປ່ຽນ ຄວາມຫມາຍ ເເລະ ກໍ ບໍ່ ຮັກສາ ຄວາມຫມາຍເດີມ ໄວ້ໄດ້ ທຸກຄໍາ ສ່ວນ ຄໍາ ທີ່ ຮັກສາ ຄວາມຫມາຍເດີມ ໄວ້ໄດ້ ຈະ ມີ ສ່ວນນ້ອຍ ເຊັ່ນ

  • ຫູ+ກວາງ = ຫູກວາງ ເເຕ່ ມັນ ເປັນ ຊື່ ຂອງ ຕົ້ນໄມ້ ຊນິດນຶ່ງ ນັ້ນເອງ ( ກົກຫູກວາງ ຫລື ກົກຫາງກວາງ “ເເລ້ວເເຕ່ ທ້ອງຖິ່ນ” ) ພ້ອມດຽວກັນນີ້ ຄວາມຫມາຍ ຂອງ ຄໍາ ທັງສອງ ປ່ຽນໄປເເນວໃຫມ່ ຢ່າງສິ້ນເຊີງ ເເລະ ກໍ ບໍ່ ມີ ຫຍັງ ກ່ຽວຂ້ອງ ກັບ “ຫູ” ເເລະ ກັບ “ກວາງ” ຢ່າງໃດໆ ທັງສິ້ນ ( ເເຕ່ຢ່າງໃດ )
  • ວາງໃຈ ຣົດໄຟ ຂົ່ມເຫັງ ຯລຯ

ຄໍາບາລີ ສ່ວນຫລາຍ ຈະ ມີ ສຽງສັ້ນ ສະນັ້ນ ຖ້າ ພຍາງໃດ ມີ ສຽງຍາວ ເຮົາ ຕ້ອງ ກະຈາຍ ຄໍາເວົ້າ ເເລະ ໃຫ້ ຄິດໃສ່ ຄໍາສົນທິ ເຮົາ ຈຶ່ງ ຈະ ຊອກເຫັນ ຄໍາທາຕຸ ເເລະ/ຫລື ຄໍາເຄົ້າ ເພາະວ່າ ສຽງຍາວ ສ່ວນຫລາຍ ມາຈາກ ຄໍາສົນທິ ທີ່ ມີ ພຍາງ ສຽງສັ້ນ ປະກອບ ກັບ ພຍາງ ສຽງສັ້ນ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້

  • ອະທິປະ ທີ່ ມາຈາກ ຄໍາອຸປສັກ “ອະທິ” ເເລະ ຄໍາທາຕຸ “ປະ” ເເລະ “ປະ” ເຊັ່ນ ປະຕິ ປະເທສ ເປັນຕົ້ນ
    • ປະ+ເທສ=ປະເທສ ຊຶ່ງ ເທສ[ເທ-ສະ] ເເປ ພາສາຝຣັ່ງອັງກິດ ວ່າ un pays / a country ; un espace / a space ( l’espace et le temps = ກາລະ ເທສະ ) ເເລະ ປະເທດ ຫມາຍເຖິງ ບ່ອນ ຫລື ເມືອງ ທີ່ ມີ ເຈົ້າ ເປັນ ນາຍ ຕົນເອງ ປົກຄອງ ຫລື ເມືອງ ທີ່ ມີ ເຈົ້າຂອງ ປົກຄອງ ດ້ວຍ ຕົນເອງ ປາສຈາກ ການຣຸກຣານ ເເລະ ການເເຊກເເຊງ ຂອງ ປະເທດອື່ນ ອັນ ກົງກັນຂ້າມ ກັບ ຄໍາ ເທສຣາຊ ຫລື ຄໍາ ປະເທສຣາຊ[ປະ-ເທດ-ສ(ະ)-ຣາດ] ຫມາຍເຖິງ ເມືອງ ທີ່ ບໍ່ ມີ ຜູ້ເປັນໃຫຍ່ ຜູ້ເປັນເຈົ້າ ເເລະ ທີ່ ເປັນ ນາຍຕົນເອງ ຄື ການປົກຄອງ ຂອງ ເມືອງຕົນ ຂຶ້ນ ກັບ ເມືອງອື່ນ ເເລະ ຜູ້ນໍາ ຂອງ ເມືອງອື່ນ ເປັນ ຜູ້ບົ່ງການ ເຫມືອນດັ່ງ ປະເທດລາວ ຄາວ ຝຣັ່ງ ປົກຄອງ ເເລະ ຄາວນີ້ ການປົກຄອງ ຂອງ ລາວ ກໍ ຂຶ້ນ ກັບ ເເກວ
      ພຍາງ “ສະ” ໃນ ທີ່ນີ້ ຫມາຍເຖິງ ການເຫີນຫ່າງ ຫລື ການລະໄລ ຫມາຍຄວາມວ່າ ການຂາດ(ເຂີນ) ເເລະ ຖ້າ ຈະ ໃຫ້ ຖືກເເທ້ ເຮົາ ຄວນ ຂຽນ ເທສສະຣາຊ[ເທ-ສະ-ສະ-ຣາ-ຊະ] ເເຕ່ຫາກວ່າ ການອ່ານ ໃນ ພາສາລາວ ອອກສຽງ “ເທດສະ” ຢູ່ເເລ້ວ ( ເບິ່ງ ຄໍາສົນທິ )
  • ໂລກະ+ອະທິ+ປະ ກາຍມາເປັນ ໂລກທິປະ ຊຶ່ງ ສຣະອະ ທີ່ ມີ ສຽງສັ້ນ ກາຍມາເປັນ ສຣະອາ ສຽງຍາວ ດັ່ງນີ້ ເປັນຕົ້ນ

ເພື່ອ ເປັນ ການຝຶກ ຄວາມສາມາດ ຂອງຕົນ ຂ້າພະເຈົ້າ ຈະ ວາງ ຄໍາຖາມ ຄໍານຶ່ງໄວ້ ຄື ໃຫ້ ທ່ານ ກະຈາຍ ວະລີ ຕໍ່ໄປນີ້ ຫລື ຊອກຫາ ຄໍາທາຕຸ ຂອງ ວະລີ ຕໍ່ໄປນີ້ “ປານາຕິປາຕ” ( ເວຣະມະນີ ສິກຂາ )

ໂດຍ ຄໍາເເພວ ພູເພັຊຣລິນທອງ
Par Khamphéo Phouphetlinthong

ຕອບ ເມື່ອ ວັນຈັນ ທີ ໓໐/໐໕/໒໐໑໑ ເດືອນ ພຶສພາ ພສ. ໒໕໕໔

ຫມາຍເຫດ - ການເເປ ພາສາ ບາລີ ໄປຫາ ພາສາລາວ ຕ້ອງ ເເປ ທາງປີ້ນ ຄື ເລີ້ມ ຈາກ ຄໍາ ສຸດທ້າຍ ກັບມາ ຫາ ຄໍາ ທໍາອິດ ຂອງ ວະລີນຶ່ງໆ ຂອງ ປໂຍກນຶ່ງໆ ຫລື ຂອງ ໂວຫານ ອັນນຶ່ງ ( ໂວຫານ || Expression )

໑. ປານ [ ບາລີ. ປາ-ນະ / Pāṇa ] ນາມປຸງລິງ ( ນາມ ເພດຊາຍ ).

  • ຊີວິດ ການໃຊ້ຊີວິດ ຄວາມເປັນຢູ່ ການທີ່ມີຊີວິດຢູ່ໃນໂລກນີ້ ການທີ່ມີຕົນຕົວ ເເລະ ມີ ບ່ອນ ໃນ ສິ່ງເເວດລ້ອມ || ຝຣັ່ງອັງກິດ. Vie / Life ; existence / existence
  • ລົມຫາຍໃຈ || ຝຣັ່ງອັງກິດ. Respiration / Breath
  • ສັດສາວາສິ່ງ ( ທີ່ ມີ ຊີວິດ ) ຫລືວ່າ ສິ່ງ ທີ່ ມີ ຊີວິດ || ຝຣັ່ງອັງກິດ. Un être vivant / A living being

໒. ອຕິ [ ບາລີ. ອະ-ຕິ / Ati ] indecl. ( indeclinable ບໍ່ລໍາອຽງ ( ກະດ້າງ ??? ) ) ເເລະ ເປັນ ທັງ ຄໍາອຸປສັກ ( Préfixe / Prefixe ). ເກີນ ຍິ່ງ ລ່ວງ ອີກ ກັບ ເເລະ ດັ່ງ ອຕິຕ[ອະ-ຕິ-ຕະ] ເເຜງເປັນ ອະດີດ ໃນ ພາສາ ລາວ ເເລະ ເເປວ່າ ທີ່ໄດ້ລ່ວງໄປເເລ້ວ || ຝຣັ່ງອັງກິດ. De plus, encore, et / Moreover, yet, and ( ຄໍາສົນທິ. ປານະ+ອະຕິ=ປານາຕິ )

໓. ປາຕ [ ບາລີ. ປາ-ຕະ / Pāta ] ນາມປຸງລິງ (ນາມ ເພດຊາຍ ).

  • ການລົ້ມ(ທະລາຍ) ການເຮັດໃຫ້ເເນວໃດເເນວນຶ່ງຕົກລົງ ການຕັດເເນວໃດເເນວນຶ່ງໃຫ້ຕົກອອກ ການເຮັດໃຫ້ຂາດອອກ ການຕົກ || ຝຣັ່ງອັງກິດ. Une chute ( Action de faire tomber ) / A fall
  • ການຟົ້ງອອກ || ຝຣັ່ງອັງກິດ. Un jet ( action de jeter ) / A throw
  • ການປະຫັດປະຫານ || ຝຣັ່ງອັງກິດ. Suppression ( le fait d’abattre ) / Removal ; soustraction / avoidance ; anéantissement / annihilation ; un crime / a crime

໔. ສິກຂາ [ ບາລີ. ສິກ-ຂາ / Sikkhā ] ນາມອິດຖິລິງ ( ນາມ ເພດຍິງ ). ການຮຽນ ການຮໍ່າຮຽນ ການສຶກສາ ( ຊຶ່ງ ຄໍາ ສຶກສາ ມາຈາກ ເຄົ້າ ສັນສະກຣິດ ດັ່ງດຽວ ກັບ ຄໍາ ພິກຂຸ ຈາກ ເຄົ້າ ບາລີ ເເລະ ພິກສຸ ຈາກ ເຄົ້າ ສັນສະກຣິດ )

໕. ເວຣມນີ [ ບາລີ. ເວ-ຣະ-ມະ-ນີ / Veramaṇī ] ນາມອິດຖິລິງ (ນາມ ເພດຍິງ ). ການເວັ້ນ ການລະເວັ້ນ ( ຊຶ່ງ ມາຈາກ ກິຣິຍາ ເວັ້ນ [ “ຢ່າ” “ເວັ້ນ” “ຫ້າມ” ມີ ຄວາມເເຕກຕ່າງກັນ ຫລາຍເຕີບ ຊຶ່ງ ການຫ້າມ ຫມາຍເຖິງ ການບັງຄັບ ເເທ້ເເລ ເພາະ ຈໍາເປັນ ຕ້ອງ ໄດ້ເຮັດ ຕາມ ຄໍາສັ່ງ ທຸກຢ່າງ ໂດຍ ບໍ່ ມີ ຂໍ້ຍົກເວັ້ນ ] ) || ຝຣັ່ງອັງກິດ. Abstinence

  • ປານາຕິປາຕາ ເວຣະມະນີ” ຕີຄວາມຫມາຍໄດ້ວ່າ ເວັ້ນ ການປະຫັດປະຫານ ຊຶ່ງກັນເເລະກັນ ຫລື ເວັ້ນ ການຂ້າສັດຕັດຊີວິດ “ເກີນ ຂອບເຂດ” ຫລື “ຢ່າງ ບໍ່ ຫວນ ກັບຄືນ ມາອີກ ( ບໍ່ ເຮັດ ອີກຕໍ່ໄປ)” ( ເວັ້ນ ການປາບ ສັດສາວາສິ່ງ ຊຶ່ງ ຄົນ “ອະວິຊາ” ກໍ ຖືກ ໄລ່ເຂົ້າຢູ່ ໃນ ຈໍາພວກ ສັດ ທັງນັ້ນ ເພາະ ຄວາມຄຶດ ຂອງ ຄົນ ເຫລົ່ານັ້ນ ຍັງຕໍ່າ ເຫມືອນກັບ ຄວາມຄຶດ ຂອງສັດ “ນອກຈາກ ບຸກຄະລະ ທີ່ ຮັບເອົາ ສິນ ສະມາທິ ປັນຍາ ມາເປັນ ຕົວເພິ່ງ” )
    • ພຣະພຸທສາສນາ ຈະ ບໍ່ ຫ້າມ ເເລະ ບໍ່ ບັງຄັບ ໃຫ້ ຄົນອື່ນ ເຮັດ ເເນວນັ້ນເເນວນີ້ ນອກຈາກ ກົດ ຣະບຽບ ວິໄນ ທີ່ ໃຊ້ ສໍາລັບ ການປົກຄອງ ພຣະສົງ ເທົ່ານັ້ນ “ມີ ຂໍ້ຫ້າມ ບາງຢ່າງ” ( ສິນ ໒໒໗ ເເລະ ໓໓໑ ) ອີກຢ່າງນຶ່ງ ຄໍາສອນ ຂອງ ພຣະພຸທອົງເຈົ້າ ເເຕກຕ່າງ ກັບ ຄໍາສອນ ຂອງ ພຣະເຈົ້າ ອົງອື່ນໆ ເຊັ່ນ ພຣະເຍຊູ ເປັນຕົ້ນ ຊຶ່ງ ຍຶດຫມັ້ນ ໃນ ຂໍ້ບັງຄັບ ເເລະ ການນາບຂູ່ ຂອງ ພຣະເຈົ້າ ເປັນຫລັກ

Vocabulaires lao par Phouphetlinthong | PDF dernière version |
ຄັນ ທ່ານ ຢາກໄດ້ ເອກສານ ອັນນີ້ ໃຫ້ ທ່ານ ສາກລົງ ໂດຍ ດິກ ຫົວຫນູ ໃສ່ ທີ່ນີ້ | PDF ໂຕຫລ້າ |
The Lao vocabularies by Phouphetlinthong | PDF Last version |

ບັນທຶກ /Notes

[1] ອະທິປະໄຕຍະ ໓ ປະການ - ຫນ້າ ໒໕ - ທາງຫ້າສາຍ ໂດຍ ພຣະອາຈາຣຍ ມະຫາ ປາລ ອານັນໂທ ເຈົ້າສໍານັກ ວັດ ມະຫາ ພຸທວົງ ປ່າຫລວງ - ລຽບລຽງ ເເລະ ຈັດພິມ ໂດຍ ອຸ່ນຄໍາ ວີໄນຍາ - ມົກຣາ ພສ. ໒໕໓໙ ໂດຍ ເຈົ້າ ມູລສັທທາ ທ. ລຸນ ສີສຸນົນ ເເລະ ພັລຍາ ( ນ. ທອງຄັບ ) - ປະເທດ ຝຣັ່ງ

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0