ພາສາ ລາວ - La langue lao ບົນ ລາວເເພນ

ສະອອນຫມາກໄມ້ລາວ

ວັນພຸດ ທີ ໘ ເດືອນ ທັນວາ/décembre  ຄສ. 2010, ໂດຍ ກັດຕຸ ພອນແກ້ວ ແວວດາລາ

ເຊີນເຢີ້ລາວພີ່ນ້ອງ ທີ່ເນົາຢູ່ແດນໄກ
ເຊີນໂຮມແຮງໂຮມໃຈ ແມ່ນຢູ່ໃສໃຫ້ມາພີ້
ພາກັນມາວີເຂົ້າ ເອົາເຂົ້າຫນຽວມາຈໍ້າແຈ່ວ
ສຽງໂຮແຊວບອກເວົ້າ ຄິດເຖິງເຈົ້າທຸກຄໍ່າແລງ ແທ້ນາ

ແມ່ເຮືອນຟ້າວແຕ່ງເຂົ້າ ອາຫານຄໍ່າຄອບຄົວຄອງ
ມີແຈ່ວບອງຊີ້ນສວັນ ທຸກສິ່ງອັນແຊບດີແທ້
ມີແກງເພັດແກງສົ້ມ ຕົ້ມຜັກທັງປາປົ່ນ
ຄົນລາບແລ້ວຮຽບຮ້ອຍ ນັ່ງຄອຍຖ້າຜູ່ເຖົ້າມາ

ບາງພ່ອງຕໍາແຈ່ວສົ້ມ ປະສົມໃສ່ປ້ຽວຫອຍແຄງ
ໄຂ່ມົດແດງທັງແມງດາ ພ້ອມແຈ່ວປາທີ່ຫາໄດ້
ຫົວສີງໄຄ ຜັກຂະນັ້ນ ຂອງສໍາຄັນແຊບດີເດັ່ນ
ຫລາຍເຊັ່ນລາວຊາດເຊື້ອ ເຄືອຕໍານີງຄຸ້ຍປົ່ນປາ

ຍັງມີອີກຫມື່ນເຊື້ອ ຫມາກເຂືອຂື່ນ ຫມາກເຂືອຂາວ
ຫມາກເຂືອຍາວ ຫມາກເຂືອລາຍ ຜັກຕັ້ງໂອ ຫມາກເຟືອງ-ຄໍ້
ຫມາກສີດາ ຫມາກນັດເຕັ້ຽ ທັງຜົວເມັຽເກັບຫມາກກໍ່
ຫນໍ່ໄມ້ໄລ່ ຫນໍ່ໄມ້ເຮັ້ຽ ຢານາງພ້ອມຫມາກບວບຫວານ

ຍັງມີຫມາກມ່ວງແກ້ວ ອອກລ້ອງ-ໄຂ່-ຫມາກໂມຄານ
ຫມາກແຕງຫວານ ຫມາກຕານດົກ ລະງຸດງາມ ເງາະແດງເປົ້າ
ຫມາກມີ້ ມີຫລາຍເຊື້ອ ຫມາກເຂືອເຄືອ ແນວນາມເກົ່າ
ຜັກກະເດົາ ຫມາກລີ່ນໄມ້ ນໍາໄປໃຊ້ປະກອບຢາ ພຸ້ນເດ

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0