ພາສາ ລາວ - La langue lao ບົນ ລາວເເພນ

ໃກ້ທິດທາງຕາເວັນອອກຂອງເຂື່ອນນໍ້າງື່ມ ໒

ວັນອາທິດ ທີ ໑໒ ເດືອນ ທັນວາ/décembre  ຄສ. 2010, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ

ນະວະນິຍາຍສັ້ນ ( ຫນ້າ ໒ )


ນັ້ນຫມູ່ໃກ້ /ເຫັນໄກ່ ບິນກາຍ
ເສືອລາຍຄາງ /ຣະຫວ່າງທາງ ໂຕນທ້າງ
ຮຽມຈອນດັ້ນ /ວັນຈອນ ກາງເລົ່າ
ບໍ່ມີ ຜູ້ປາກເວົ້າ /ດອມຂ້ອຍ ກໍຊື່ນບານ
ເຈົ້າຜູ້ ເນົາໃນບ້ານ /ເອື້ອອ່າວ ນໍາຊາຍ ເເດ່ບໍຄົນເອີຍ!
ເດີນຄົນດຽວ /ນ້ອງບໍ່ຫລຽວ ບໍ່ມອງ
ເຂົ້າເເຫ່ງຫ້ອງ /ດົງປ່າ ຫວາຍລຶມ
ໄປຮອດທຶມ ຫວາຍຮົກ /ຍາກທາງ ເເສນທ້າງ
ເດີນພັຍກວ້າງ /ທຸກຫລວງ ຫາຍຊວ່າງ
ຂຶ້ນໄປໂຄກ ກວ້າງໆ /ບະ ຂີ້ກະຕ່າຍຫລາຍ

  • ບ້ວຍວ່າ ກອນລໍາ ສຸດລົງ ສ່ຽວທັງສອງ ກໍຮ້ອງໂຮຂຶ້ນ ດ້ວຍ ຄວາມດີໃຈ ພ້ອມໆກັນວ່າ " ໂອຍ ສ່ຽວ ຈັ່ງເເມ່ນວ່າ ໂຕລໍາ ມ່ວນເເທ້ນໍ! ຄິດຮອດເດ! ຄິດຮອດເດ! ສ່ຽວເອີຍ ຈັກຫນ່ອຍ ລໍາຕໍ່ ໃຫ້ຟັງອີກເເດ່! "
  • ສຸກໃຈ ໄດ້ຍິນ ກໍ ບໍ່ສາມາດ ຈະເຂົ້າໃຈໄດ້ ເພາະວ່າ ເຂົາທັງສອງ ບໍ່ເວົ້າຕໍ່ໄປ... " ຄິດຮອດຫຍັງ? "
  • ໄພວັນ ເເລະ ຫານໄຊ ມີ ຄວາມມັກ ຄ້າຍຄືກັນ ຕ່າງຄົນ ກໍຕ່າງມັກຟັງລໍາ ເເຕ່ ໃນ ການໂອ້ລົມ ການອອກຄວານຄິດເຫັນ ພວກເຂົາ ກໍ ຊອກ ສອດສັບ ເພື່ອ ເພີ່ມ ຄໍາເວົ້າ ຊ່ວຍກັນ ໄດ້ດີ ເພາະ ເຄີຍໄດ້ຮູ້ຊີວິດ ທະຫານ ການຕໍ່ສູ້ ຫນັກຫນ່ວງເເທ້ ໃນ ສາກ ເສິກສົງຄາມ ຄື ການຣົບເຣວ ໃນ ລາວ ພວກເຂົາ ຮູ້ຄຶດ ຮູ້ກຶກກອງ ຮູ້ສັງເກດເບິ່ງ ຄວາມສາມາດ ເເລະ ເຮັດເເທ້ ທໍາຈິງ ມັນ ຈຶ່ງ ພາໃຫ້ເຂົາ ກ້າເວົ້າ ກ້າປາກ ໃນ ສິ່ງ ທີ່ ເປັນ ປໂຍດ ເເທ້ ເພື່ອ ຄົນລາວ ເເຕ່ເມື່ອ ພໍເວົ້າ ສຸດລົງ ເເລະ ອີກບໍ່ດົນ ພໍປານໃດ ສ່ຽວທັງສາມ ກໍ ຍ່າງໄປຮອດ ບ່ອນ ທີ່ ໄພວັນ ໄດ້ເຊື່ອງຊ້ອນ ເຮືອ ລໍານຶ່ງໄວ້
  • ສຸກໃຈ: ເຮືອ ເເລະ ໄມ້ພາຍ ທັງສອງອັນ ຍັງຢູ່ບ່ອນເກົ່າ
  • ໄພວັນ: ເເມ່ນ ເຮືອ ທີ່ ໄດ້ເກັບມ້ຽນໄວ້ ເເຕ່ປີ ໑໙໗໖
  • ສຸກໃຈ: ເກັບເຊື່ອງມັນໄວ້ ໄດ້ຈັ່ງໃດ?
  • ໄພວັນ: ເເຕ່ກ່ອນ ເຄີຍໄດ້ສັ່ງ ກັບ ຫມູ່ ຜູ້ນຶ່ງ ໃຫ້ເອົາ ເຮືອ ສອງລໍາ ໄປຊອກຕັດໄມ້ ມາປຸກ ເຮືອນ ຢູ່ດອນ ຫລັງຈາກ ເຮັດວຽກເເລ້ວ ກໍ ຕົກລົງ ກັບ ຫມູ່ ເຊື່ອງຊ້ອນ ລໍານຶ່ງໄວ້ ເເລ້ວຄືນມາ ກັບເເຕ່ ລໍາດຽວ!
  • ສຸກໃຈ: ຄັນຊັ້ນ ເຈົ້າຫນ້າທີ່ ບໍ່ສອບຖາມວ໊າ?
  • ໄພວັນ: ເຮົາ ໄດ້ຕອບໄປວ່າ ລໍາ ຂອງ ຂ້ອຍ ມັນ ເເລ່ນຕໍາຕໍໄມ້ ທີ່ ຊວດຂຶ້ນ ມາຫນ້ານໍ້າ ມັນ ເລີຍ ໂຫລ້ມ ຈົມລົງນໍ້າ ເສັຽໄປ ເເລ້ວເຣື່ອງກໍຫມົດໄປ ເພາະ ມັນ ເປັນ ສິ່ງ ທີ່ ເກີດຂຶ້ນໄດ້ ອຸປສັກ ເກີດຂຶ້ນໄດ້!
  • ຫານໄຊ: ຟັງຢູ່ງຽບໆ ເເລະ ບໍ່ມີເວົ້າຫຍັງອອກມາ

ເຮືອພາຍ ລໍານີ້ ຂີ່ໄດ້ ປະມານ ສາມຫາສີ່ຄົນ ພວກເຂົາ ພາກັນ ວາງມ້ຽນເຄື່ອງ ຢ່າງ ເປັນ ຣະບຽບ ໃສ່ເຮືອເເລ້ວ ກໍພາກັນ ຢຸດພັກເຊົາ ນ້ອຍນຶ່ງ ກ່ອນຈະຂຶ້ນ ເຮືອ ເພື່ອ ເດີນທາງ ຕໍ່ໄປ ເຂົາເຈົ້າ ພາກັນ ອອກບ້ານ ເເຕ່ ຫົກໂມງເຊົ້າ ເເລະ ຍ່າງມາຮອດ ຈຸດມ້ຽນເຮືອ ເເປດໂມງປາຍ ນ້ອຍນຶ່ງ ໄລຍະ ທາງ ມີ ພຽງເເຕ່ ສາມຫລັກ ມັນ ເເມ່ນ ການຍ່າງ ຕາມທາງ ເສັ້ນນ້ອຍໆ ໃນປ່າ ທາງ ທີ່ ໄປ ຊອກກ້ານ ຊອກໃສ່ເເຮ້ວ ໃສ່ຕໍ່າ ບາງເທື່ອ ພວກນາຍພານ ພໍ້ຮອດ ຮອຍຕີນສັດ ຮອຍຕີນເສືອໂຄ່ງ ໃຫມ່ຯຢູ່ ເປັນ ທາງ ທີ່ ຄົນ ເເລະ ສັດ ເດີນຮ່ວມກັນ ໃນປ່າດົງ ພົງພັຍ ເເຫ່ງນີ້

ຄ. ການຂຶ້ນເຮືອ ການພາຍເຮືອ ສູ່ອ່າງ

ພວກເຂົາ ພາກັນ ຂຶ້ນ ເຮືອ ໄພວັນ ນັ່ງຢູ່ ຂັ້ນເຮືອ ທາງຫນ້າ ຫານໄຊ ທາງກາງ ເເລະ ສຸກໃຈ ຢູ່ ທາງຫລັງ ເຂົາພາຍ ເຮືອ ເລາະ ລອດໄປ ຕາມ ປ່ອງເເປນ ຂອງ ຫ້ວຍນ້ອຍ ເເລະ ມຸ້ງຫນ້າ ໄປໃສ່ ທາງອ່າງໃຫຢ່ ທີ່ ພວກໄທບ້ານ ມັກເວົ້າຢູ່ ສເມີວ່າ ທະເລສາບ ຂອງ ລາວ ບ່ອນມ້ຽນເຮືອ ຢູ່ ໄກຈາກ ອ່າງ ປະມານ ນຶ່ງຫລັກ ເເຕ່ວ່າ ຫ້ວຍນັ້ນ ມັນຄົດໂງ້ງງ້ຽວ ມີ ງ່າໄມ້ ສັບສົນ ເເລະ ບໍ່ອໍານວຍ ຄວາມສະດວກ ມັນ ເປັນ ການພາຍເຮືອ ຫມົ້ນປ່າໄປ ເມື່ອ ເຮືອ ເເລ່ນໄປຮອດ ບ່ອນຫນ້ານໍ້າເເປນ ການພາຍເຮືອ ກໍ ງ່າຍຂຶ້ນ ທັງສາມ ກໍ ມີ ຄວາມໂລ່ງໃຈ

  • ສຸກໃຈ: ວ່າງນຶ່ງນີ້ ຫມູ່ໄດ້ສເນີ ໃຫ້ເຮົາລໍາຕໍ່ ຖ້າຫມູ່ສເນີມາ ເຮົາກໍຈະສນອງຫມູ່ໄປ ເຮົາ ຊິລໍາ ເຣື່ອງ ກອນຊົມປາ ສູ່ ພັກພວກ ຟັງ

ບັດນີ້ ລໍາສຸກໃຈ ຊິໄດ້ ຊົມຫມູ່ປາ /ຟັງເຫມີຍ ກິນບົ້ງ
ມີປາຟົງ ປາເປົ້າ /ດຸກເເດງ ເຂງຂ່າ
ປາກະດຸກ ເດີດດ້າວ /ຂາວບ້ອນ ຊ່ອນໂຕ
ປາຝາໂຕ້ /ສົບໂປເເອ່ນ ດັ່ງເຫີນ
ມີປາເອີນ ເລີງສວຍ /ຫມູ່ຄະເເຍງ ປາຄ້າວ
ໂຕຍາວໆ ຂາວເເຈ້ງ /ເກັດເເດງ ຄືປາຫວ່າ
ດໍາຄືກາ ຈັ່ງຊີ້ /ປາຄ້າວ ສວບໄຄ
ນັບວ່າໃຫຍ່ ເເລະນ້ອຍ /ລອຍຢູ່ ຕາມຫນອງ
ເຫລືອງຄືທອງ ມີຫລາຍ /ກ່າຍກັນ ພັນກ້ຽວ
ຍາມເມື່ອ ຫລຽວເຫັນຄົນເຮົາເເລ້ວ /ເເລວເເລເເລ້ວພ່າຍ
ໂຕລາຍໆ ເເຫລ້ໆ /ຫລາຍລົ້ນ ປົ່ນເເປ
ຫລາຍເອົາສາ ເເທ້ໆ /ກຸ້ງເເກ່ວ ເເນວປິວ
ຝູງປາຊິວ ມັນເລາະ /ປາທອນ ມັນບ້ອນ
ເບິ່ງມັນຊອນ ກັນຂຶ້ນ /ກິນໄຄ ໃກ້ຕະຫລິ່ງ
ບາງຜ່ອງຊີງ ເເລະບ້ອນ /ປາຄ້າວ ອ່າວວັງ
ໃຫຍ່ເລີບເລີ້ນ /ຄູນຄ່າ ປາເອີນ
ຢູ່ໃນເວີນ ວັງເລິກ /ສວບໄຄ ກິນກຸ້ງ
ໂຕຮາວບຸງ ຮາວຊ້າ /ເຄິງຊວຍ ກະຍອນໃຫຢ່
ໂຕທໍ່ໄຫ ທໍ່ຫມໍ້ /ຊູຂຶ້ນ ສູ່ຫວ່າງເເຄ
ມີເອົາຫລາຍ ເເທ້ໆ /ປາລາຍ ວຽນໄຜ່
ເບິ່ງມັນໄປ ຊອກເລາະ /ຢູ່ຊົງ ເເຄມຊົ້ງ
ໂຕຮາວບຽນ ຮາວດົ້ງ /ເຄິງຊວຍ ສວບປາກ
ປາສະນາກ ຂຽບໃກ້ /ຝູງນ້ອຍ ເເມ່ນຫອຍ
ຈັກວ່າໃຫຍ່ ເເລະນ້ອຍ /ລອຍຢູ່ ເປັນຖັນ
ເບິ່ງມັນປົນ ກັນຊັບ /ຢູ່ຝັ່ງເຊີນ ເນີນທ້າງ
ເຊີນເດີນາງ ນົງນ້ອຍ /ດູປາ ເປັນຫມູ່
ດູເເລ້ວດູ ຫມ່ອມຊູ້ /ປາລ້ານ ຜ່ານຕາ
ດູທະເເມ ອີ່ຫລ້າ /ປາຫວ່າ ມັນຫລາຍ
ປາຕອງກາຍ ໂຕເເປ /ເເຖກເເຖ ໄຖນໍ້າ
ເບິ່ງມັນປົນ ກັນຊ້ອງ /ຊໍກິນ ຍໍເຫຍື່ອ
ປາອີ່ເສືອ ກະຜ່ອງນັ້ນ /ລາຍຂ້າງ ດ່າງດໍາ
ມີອີກຊໍ້າ /ລຽນສີ ປາສີໂຫ
ປາສະໂດ ໂຕລາຍ /ສວບກິນ ຊິວອ້າວ
ຂາວເຜາະ ປາຄໍ່ເຕັ້ນ /ເຫັນບໍ ປາບູ່
ຊູກັນຂຶ້ນ ຊວດນໍ້າ /ຈໍາໂດໄວ້ ດັ່ງຄູນ
ເຂື່ອນເປັນມູນ ປະໄວ້ /ໃຫ້ລາວ ຕັ້ງເເຕ່ກ່ອນ
ອອນຊອນ ຜູ້ກໍ່ສ້າງ /ຍຸທ່າງໄດ້ ໃຊ້ໄຟ
ຍັງດີໃຈ ອີກຊໍ້າ /ມີນໍ້າຂໍາ ເວີນໃຫຍ່
ອຸດົມໄປ ເເທ້ນ້ອງ /ໃຫ້ທອງຫລ້າ ຈົງຢູ່ຄອຍ ອ້າຍເດີນວນເອີຍ!

  • ຫານໄຊ ໄພວັນ: ຟັງໄປທໍ່ໃດ ເເຫ່ງມ່ວນທໍ່ນັ້ນ ສ່ຽວເອີຍ! ຟັງລໍາໂຕ ພາໃຫ້ ມີ ກໍາລັງໃຈ ເເລະ ເຫື່ອເເຮງ ຫລາຍຂຶ້ນ

ເຮຶອ ລໍາ ທີ່ ສ່ຽວ ທັງສາມ ນັ່ງຮ່ວມກັນໄປ ໄດ້ໄຫລ ເຂົ້າໄປ ໃກ້ ເວີນນໍ້າ ຂອງ ອ່າງໃຫ່ຍ ທາງຫນ້າ ເຂື່ອນ ໄພວັນ ຂັດຫນ້າ ສຸກໃຈ ຂັດທ້າຍ ຫານໄຊ ນັ່ງທາງກາງ ເເລະ ບໍ່ໄດ້ຊ່ວຍພາຍ ເເຕ່ເຂົາ ກໍ ຊວນຫມູ່ ລົມໄປ ເພື່ອ ສ້າງ ບັນຍາກາດ ໃນທີ່ສຸດ ເຮືອ ກໍ ເຂົ້າໄປເຖິງ ເວີງນໍ້າກວ້າງ ໃນ ເວລາ ປະມານ ເກົ້າໂມງເຊົ້າ

  • ຫານໄຊ: ອ້າວ! ພາກັນ ຫລຽວເບິ່ງ ທ້ອງຟ້າ ຕາເວັນເເມ ປະກົດວ່າ ເເດດ ຄື ອ່ອນລົງ ກວ່າເກົ່າ ລົມເຢັນ ກໍ ໂຊຍພັດ ເປັນຈັ່ງຊີ້ ກໍຄືຍັງໃຄເເດ່ເນາະ! ທ້ອງຟ້າ ອາດ ດີໃຈ ເພາະ ສຽງລໍາ ມັນມ່ວນ ໃນ ທ່າມກາງ ຄວາມມິດງຽບ
  • ໄພວັນ: ອັນວ່າ ທັມມະຊາດ ອາກາດ ມັນກໍເປັນຈັ່ງຊີ້ເເຫລ້ວ ມັນປ່ຽນໄປປ່ຽນມາ ຕັ້ງເເຕ່ ກົມອຸຕຸນິຍົມ ຄົ້ນຄວ້າ ທີ່ ຄະເນ ເບິ່ງ ອາກາດ ກໍຍັງ ບໍ່ສາມາດ ຮູ້ໄດ້ ຢ່າງຖີ່ຖ້ວນ ເເລະ ຊັດເຈນ ຄັກເເນ່
  • ສຸກໃຈ: ສະພາບການ ຂອງ ຫົວໃຈຄົນ ກໍເຊັ່ນ ດຽວກັນ ມັນບໍ່ຢຸດນິ້ງ ຢູ່ບ່ອນເກົ່າ ຈັກເທື່ອ ພໍ່ເເມ່ລາວເຮົາ ເພິ່ນ ພາກັນ ບອກເລົ່າ ຕໍ່ກັນມາ ໂດຍ ຮູ້ຈັກ ໂຮບເຂົ້າກັນ ເປັນ ຄໍາດຽວ ວ່າ ຫົວຄິດຈິດໃຈ ຄື ຖ້າວ່າ ຫົວຄິດ ຫາກຮູ້ຄິດເເທ້ ຊອກຮູ້ເຫັນເເທ້ ຊອກເຂົ້າໃຈເເທ້ ຈິດໃຈ ກໍ ຮຸ່ງເເຈ້ງຂຶ້ນ ບຸກຄົນນັ້ນ ກໍ ເຫັນເເຈ້ງຂຶ້ນ ເເລະ ເມື່ອນັ້ນເເລ໊ະ ມັນຈະຊ່ວຍ ພາໃຫ້ ຄວາມຮູ້ສຶກ ເລິກຂຶ້ນ ມີສະຕິດີຂຶ້ນ ໄວຂຶ້ນ ໄປ ພົບພໍ້ ກັບ ທັມມະຊາດ ເດີມ ຂອງ ຈິດໃຈຄົນ ເມື່ອ ມັນ ຮູ້ ເເລະ ຈື່ ທັມມະຊາດ ຂອງ ມັນໄດ້ ມັນ ກໍ ສາມາດ ຈະປ່ຽນເເປງໄດ້ ຄື ທັມມະຊາດ ຂອງ ມື້ນີ້ເອງ!
  • ຫານໄຊ: ສ່ຽວເອີຍ! ເຮົາ ຍັງບໍ່ເຄີຍໄດ້ຍິນ ໃຜ ເວົ້າ ຈັ່ງຊີ້ ຈັກເທື່ອ ເດີ ເຮົາ ຂໍເປັນ ສ່ຽວ ກັບ ໂຕ ກໍຍ້ອນວ່າ ໂຕມັນ ຊ່າງເວົ້າ ຊ່າງວ່າ ພາໃຫ້ ຄຶດໄດ້ດີ
  • ໄພວັນ: ເຮົາ ເຫັນພ້ອມ ກັບໂຕ ຫານໄຊ ພວກເຮົາ ຮູ້ຈັກກັນ ຢູ່ ດອນລີງ ເເລະ ກໍ ມາຢູ່ ບ້ານ ດຽວກັນ ໄດ້ໄປພົບກັນອີກ ເມື່ອຕອນ ໄປຟັງ ສຸກໃຈ ລໍາ ໄດ້ລຶ້ງເຄີຍກັນ ຫລາຍຂຶ້ນ ຮັກເເພງກັນ ໂອ້ລົມກັນ ຈົນວ່າ ໄດ້ກາຍເປັນ ສ່ຽວກັນ
  • ຫານໄຊ: ຍັງມີອີກ ປະການນຶ່ງ ໂຕເປັນຄົນ ຂຍັນ ດຸດັນ ນອນເດິກລຸກເຊົ້າ ເມື່ອຕອນ ຢູ່ ດອນລີງ ເເມ່ນໂຕ ລຸກຕື່ນ ກ່ອນຫມູ່ ກ່ອນກອງ ລຸກຕື່ນເເລ້ວ ຍັງຮູ້ຈັກ ດັງໄຟຝີງ ຖ້າຫມູ່ເພື່ອນຕັ້ງເເຕ່ເຊົ້າ ກອງໄຟ ຍັງເປັນ ປໂຍດ ຊ່ວຍຂັບໄລ່ ຍຸງຮ້າຍ ທີ່ມີ ຢ່າງຫລວງຫລາຍ ຢູ່ຕາມ ລໍານໍ້າງື່ມ ເຣື່ອງນີ້ ເຮົາເຂົ້າໃຈ ເຫັນເເຈ້ງດີ ເເຕ່ຫາກວ່າ ຄວາມຄິດ ສ່ວນຕົວ ເເລະ ນະໂຍບາຍ ຂອງ ພັກ ນັ້ນ ມັນເເຕກຕ່າງກັນ ເເລ້ວ ເລີຍເຮັດຫຍັງບໍ່ໄດ້ ນີ້ກໍເປັນ ເຫດຜົນ ສ່ວນນຶ່ງອີກ ທີ່ພາໃຫ້ເຮົາຄຶດ ເເລະ ວາງຍຸທວິທີໃຫມ່ ໃນດ້ານທ່າທີ ເເລະ ພາກປະຕິບັດ ຕໍ່ຫນ້າພວກ ສປປລ ໃນຍຸກປັດຈຸບັນ! ມັນດີເເລ້ວ ທີ່ເຮົາ ໄດ້ມາດໍາເນີນ ຊີວິດໃຫມ່ ຢູ່ບ້ານ ພູກູ່ ເເຕ່ຢ່າຄິດວ່າ ເຮົາຢູ່ລ້າໆ ເຮົາຕ້ອງ ພາກພຽນ ຕໍ່ສູ້ ທໍາມາຫາກິນ ໃຫ້ມີ ການວິວັດ ສາມາດເອົາຊນະ ຄວາມຫຍຸ້ງຍາກໄດ້ ຄືເມື່ອຕອນພວກເຮົາ ຢູ່ໃນສນາມຣົບນໍ ສ່ຽວ ໄພວັນ?
  • ໄພວັນ: ເປັນຄວານຄິດດີ ຫານໄຊ ໂຕຮູ້ບໍ່ວ່າ ຍ້ອນເຫດໃດ ເຮົາຈຶ່ງດັງໄຟ ເກືອບທຸກເຊົ້າ? ຍ້ອນເຫັນວ່າ ມີຄົນຕາຍຫລາຍ ຍ້ອນພຍາດໄຂ້ປ່າ! ຢາປິ່ນປົວກໍບໍ່ມີ! ນາຍຫມໍ ກໍບໍ່ມີ ເເຕ່ລະຄົນ ຕ້ອງໄດ້ ຊອກທາງອອກ ເອົາຕົວລອດເອງ!
  • ສຸກໃຈ: ເປັນຄວາມຈິງ ໄພວັນ ເປັນຄົນດີເເທ້ໆ ຖືກໃຈເຮົາອີ່ຫລີອີ່ຫລໍ ເຮົາດີໃຈ ທີ່ ພວກເຮົາ ໄດ້ກາຍມາເປັນ ສ່ຽວຮັກເເພງກັນ ທັງສາມຄົນນີ້ ເປັນຄືບຸນເເນວນຶ່ງ ເພາະສ່ວນຫລາຍ ຄົນເຮົາ ມັກເເຕ່ ໃສ່ຮ້າຍປ້າຍສີກັນ ບັງບຽດກັນ ຖືຄົນໃນຊາດດຽວກັນ ເປັນຄົນອື່ນ! ເຫັນຄົນຊາດອື່ນ ດີກ່ວາຄົນລາວ ດັ່ງນີ້ ເປັນຕົ້ນ!

ພວກເຂົາ ໄດ້ພົບເຫັນ ເວີນວັງນໍ້າກວ້າງໃຫຍ່ ຢູ່ຕໍ່ຫນ້າ ມອງເຫັນ ສາຍພູກູ່ ມືດອື້ຕື້ ເເລ້ວກໍຄ່ອຍໆ ພາຍເຮືອ ມຸ້ງຫນ້າ ຕໍ່ໄປອີກ ບາງທີ ກໍພາຍເຮືອ ຫລີກຕໍໄມ້ ໄປທາງຊ້າຍ ບາງທີ ກໍຫລີກ ໄປທາງຂວາ ບາງທີ ກໍເເລ່ນຊື່ ມີທັງຢຸດໄວເເລະຊ້າ ເເມ່ນຄົນພາຍເຮືອ ເປັນຜູ້ນໍາຫົວເຮືອໄປ ບໍ່ເເມ່ນເຮືອ ພາຄົນໄປ ອັນສໍາຄັນທີ່ສຸດ ຕ້ອງຮູ້ວ່າ ຈະມຸ້ງຫນ້າ ໄປທາງໃດກັນເເທ້ ໄປບ່ອນໃດດີ ຈຶ່ງ ຈະມີປາຫລາຍ ເເລະ ເຮັດຢ່າງໃດດີ ຈຶ່ງຈະມີ ຄວາມປອດພັຍ ເເລະ ກໍ ບໍ່ເຮັດໃຫ້ ເຮືອຫລົ້ມ ບໍ່ເຮັດໃຫ້ມີ ອັນຕຣາຍ ເເກ່ຊີວິດ ຂອງຕົນ ເເລະ ຄົນອື່ນ

ເຮືອເເລ່ນຕັດຫນ້ານໍ້າ ເຮັດໃຫ້ເກີດເປັນຟອງນ້ອຍໆ ເປັນເວີນ ອອກໄປ ຈາກ ຫົວເຮືອ ພ້ອມໆ ກັບ ສຽງໄມ້ພາຍ ທີ່ ຕ້ອງຫນ້ານໍ້າ ເຮັດໃຫ້ ເກີດມີ ສຽງດັງ ເຫນືອນດັ່ງ ຕີກອງນໍ້າ ພວກເຂົາ ພ້ອມກັນ ພາຍ ມຸ້ງຫນ້າ ໄປສູ່ ທິດທາງ ຕາເວັນອອກ ຂອງ ເຂື່ອນນໍ້າງື່ມນັ້ນ ເພາະຄິດວ່າ ມັນເປັນບ່ອນ ທີ່ ມິດງຽບດີ ເເລະ ຍຸທ່າງ ພາກັນ ຕຶກປາ

  • ໄພວັນ: ຫມູ່ເພື່ອນເອີຍ! ຫລຽວເບິ່ງ ທ້ອງຟ້າເເມ ຈັ່ງເເມ່ນ ມັນ ເເຈ້ງດີ ເເລະ ຂຽວດີ ເເສງຕາເວັນ ສອດສ່ອງ ໃສ່ ຫນ້ານໍ້າ ທີ່ ມີ ສີເທົາ ເເຕ່ໃສດີ ມັນເຮັດໃຫ້ເຮົາ ສາມາດ ສ່ອງເຫັນ ເລິກລົງໄປຮອດ ພື້ນ ຂອງ ອ່າງນໍ້າໃຫຍ່ ເເຫ່ງນີ້ ເບິ່ງໄປເເລ້ວ ກໍ ຄ້າຍຄື ກັບ ຫມໍ້ ປະສົມ ຮາກຢາ ຫນ່ວຍ ບັກໃຫຍ່ ບັກໂຕ ຍ້ອນ ຕົ້ນໄມ້ນ້ອຍ ຕົ້ນໄມ້ໃຫຍ່ ຫລາຍຫມື່ນຕົ້ນ ໄດ້ຕາຍ ຈຸ່ມເເຊ່ ຢູ່ ໃນ ຫມໍ້ໃຫຍ່ ຫນ່ວຍນີ້ ຕົ້ນນ້ອຍຕາຍ ປາຍມັນຊີ້ບໍ່ເຖິງຫນ້ານໍ້າ ຕົ້ນໃຫຍ່ຕົ້ນສູງຕາຍ ມີປາຍ ພົ້ນກາຍ ຫນ້ານໍ້າ ມີ ບາງປາຍ ກໍພໍເເຕ່ ພົ້ນ ຈຸ ຫນ້ານໍ້າ ພໍເເຕ່ໃຫ້ໄດ້ເຫັນ ສິ່ງເເນ່ນອນທີ່ສຸດ ກໍຄື ນໍ້າ ປະສົມ ຮາກໄມ້ ເເຫ່ງນີ້ ບໍ່ເປັນ ນໍ້າຢາເບື່ອຢາພິດ ມັນເປັນ ນໍ້າ ທີ່ ໃຊ້ໄດ້ ອາບໄດ້ ຖ້າບໍ່ດັ່ງນັ້ນ ຫມູ່ປາ ໃນນັ້ນ ຫລື ຫມູ່ສັດສາວາສີ່ງ ທີ່ ລົງມາອາບ ມາກິນ ກໍ ຄົງ ສູນສິ້ນ ໃຈຂາດ ຕາຍໄປ ທັງຫມົດເເລ້ວ! ສາຍນໍ້າງື່ມ ຍັງໄຫລເເຮງ ຄືເກົ່າ ບໍ່ມີປ່ຽນ ໄຫລໄປ ຕາມ ທິດທາງ ຫນ້າເຂື່ອນ ( ທາງອ່າງນໍ້າ ) ຫາ ຫລັງເຂື່ອນ ເເລະ ໄຫລຕໍ່ໄປ ຢູ່ເລື້ອຍໆ

ເມື່ອ ຫານໄຊ ໄດ້ຍິນ ຄໍາ ຢາພິດຢາເບື່ອ ເເລະ ນໍ້າໄຫລ ກໍ ມີ ຄວາມຈັບໃຈເເຮງ ເເລ້ວງວກຫນ້າ ໄປເບິ່ງ ໄພວັນ ເພາະວ່າ ເຂົາ ເຄີຍ ໄດ້ປະສົບ ກັບ ເຫດການນີ້ ມາກ່ອນ ຄື ເຄີຍ ໄດ້ເຫັນ ເຫດການ ທີ່ ຄົນລາວ ຕາຍ ຍ້ອນ ຢາເບື່ອ ຂອງ ທະຫານ ວຽດນາມ ເເລະ ເຄີຍ ໄດ້ຄຶດ ຊອກຫາ ທາງ ປ່ຽນ ຍຸທສາດ ເມື່ອ ເຫັນ ນໍ້າໄຫລ ມາເເຮງ

ເຮືອພາຍ ເເລ່ນ ໄຫລ ຮອດ ທິດທາງ ຕາເວັນອອກ ຂອງ ອ່າງໃຫຍ່ ສ່ຽວທັງສາມ ກໍ ຢຸດ ເຊົາພາຍເຮືອ ເເລ້ວພາກັນ ນັ່ງງຽບ ສງົບ ຊົມທິວທັດ ສຸກໃຈ ເເລະ ຫານໄຊ ເອີ້ນໃຫ້ ໄພວັນ ບັຣຍາຍ ຕໍ່ໄປ ເພາະວ່າ ກໍາລັງ ມ່ວນເເລະຖືກໃຈ

  • ໄພວັນ: ຕັ້ງເເຕ່ ຣັຖບານລາວ ກ່ອນ ໑໙໗໕ ໄດ້ສ້າງ ເຂື່ອນໄຟຟ້າ ໃສ່ ນໍ້າງື່ມ ເເຫ່ງນີ້ ເວີງນໍ້າ ຫນ້າເຂື່ອນ ກໍ ກວ້າງໃຫ່ຍ ອອກເປັນ ອ່າງ ເບິ່ງຄັກໆເເລ້ວ ກໍ ປຽບທຽບ ໃສ່ໄດ້ວ່າ ມັນ ຄ້າຍຄືກັບ ເເມ່ຍິງ ທີ່ ຖືພາມານ ໃກ້ຈະຄົບຮອບ ເດືອນຄອດບຸດເເລ້ວ

ເເສງຕາເວັນ ໄດ້ສົ່ງເເສງ ສ່ອງ ໃສ່ ຫນ້ານໍ້າ ເຮັດໃຫ້ ເກີດມີ ສີເຫລື້ອມ ຢ່າງງົດງາມ ເຫມືອນດັ່ງວ່າ ທ້ອງຟ້ານັ້ນ ໄດ້ເອົາ ໃບເງິນ ໃບຄໍາ ໃບນ້ອຍໆ ໂຮຍຫວ່ານ ລົງມາໃສ່ ຫນ້ານໍ້າ ບ່ອນ ທີ່ ມີ ເເມ່ມານ ກໍາລັງ ນອນ ອາບ ເເສງເເດດ ພັກຜ່ອນ ຢ່ອນອາຣົມ ຢູ່ນັ້ນ ຢ່າງ ມີເຫື່ອມີເເຮງ ຖ້າເເນມເບິ່ງ ມາເເຕ່ໄກໆ ຈັກນ໋ອຍນຶ່ງ ກໍຄືກັບວ່າ ໄດ້ເຫັນ ກະດານ ຮູບເເຕ້ມ ເເຜ່ນໃຫຍ່ ອັນນຶ່ງ ທີ່ ຖືກເເຕ້ມ ເເລະ ວາດພາບ ໂດຍ ຊ່າງເເຕ້ມລາວ ຜູ້ ມີ ສີມື ຍອດຢ້ຽມ ສີມືສູງ ສະຖານທີ່ ເເຫ່ງນີ້ ປຽບສເມືອນດັ່ງ ສາງ ເກັບມ້ຽນ ມໍຣະດົກ ຂອງ ຄົນລາວ ຫມົດທຸກຄົນ

  • ຫານໄຊ: ເເມ່ນເເທ້ ອັນຄໍາວ່າ ມໍຣະດົກ ຂອງທຸກຄົນ
  • ສຸກໃຈ: ຈັ່ງເເມ່ນ ບັຣຍາຍຄັກ ເເຈ້ງສົດໃສດີ ມັນຖືກໃຈເຮົາຫລາຍ ໂຕເວົ້າ ເເບບມີ ຄວາມຮູ້ສຶກ ອອກມາ ຈາກ ໃຈ ເເທ້ໆ!

ງ. ຄຶດເຖິງຄວາມຫລັງ ຄິດຖອດຖອນບົດຮຽນ

ໄພວັນ ມິດ ງຽບໄປ ຄາວນຶ່ງ ເອົາມື ຄ່ອຍໆ ຈຸ່ມລົງນໍ້າ ເເລ້ວເຂົາ ກໍ ເເນມ ຫວນເຫັນ ເງົາ ຂອງ ຕົວເອງ ຢູ່ ໃນ ພຶ້ນເລິກ ລາວເລີຍຄຶດເຖິງ ສມັຍກ່ອນ ປາງທີ່ເຂື່ອນ ພວມ ກໍາລັງ ເລີ້ມລົງມື ສ້າງໃຫມ່ ອ່າງອັນນີ້ ກໍ ຍັງບໍ່ທັນ ເປັນຕົນເປັນໂຕເທື່ອ ເຂົາ ຈື່ໄດ້ດີວ່າ ຢູ່ ທາງຫນ້າເຂື່ອນເປັນຫວ່າງພູ ເເລະ ມີ ລໍານໍ້າງື່ມ ໄຫລຜ່ານ ນອກນັ້ນ ກໍມີ ຫມູ່ບ້ານ ເຊັ່ນ ນາເຫລືອງ ນາເຄືອ ທີ່ ຕັ້ງ ຢູ່ໃກ້ ຖິດກັບ ເເຄມນໍ້າ ສາຍນີ້ ຫວ່າງພູ ກໍຍັງເປັນ ປ່າດົງ ປຶກຫນາ ເປັນບ່ອນ ທ່ອງທ່ຽວ ໄປມາຫາສູ່ກັນ ອັນ ເເສນຍາກ ລໍາບາກ ຢູ່ ຄືເກົ່າ ເເລະ ເປັນ ບ່ອນ ທີ່ ນາຍພານ ມັກ ທຽວໄປກ້ານ ເເລະ ໄປ ນອນ ຢູ່ ໃນ ປ່ານັ້ນ ຫລາຍຄືນ ເພື່ອ ໂຫ່ເນື້ອ ໃຫ້ ພໍໄດ້ຢູ່ ພໍໄດ້ກິນ ພໍໄດ້ຂາຍ

ປ່າເເຫ່ງນີ້ ອຸດົມ ສົມບູນ ໄປດ້ວຍ ສັດປ່າ ຕົ້ນໄມ້ໃຫຍ່ ຕົ້ນຮາກຢາ ຕົ້ນຫມາກໄມ້ປ່າ ເຊັ່ນ ຕົ້ນຫມາກບົກ ຫມາກຄໍ້ສົ້ມ ຫມາກຄໍ້ຫວານ ຫມາກສີດາ ຫມາກມ່ວງ ຫມາກກ້ວຍ ເເລະ ອື່ນໆອີກ ເປັນບ່ອນ ທີ່ ສຸກໃຈ ເເລະ ຊາວບ້ານ ຮູ້ດີ ເພາະ ເຂົາ ລຶ້ງເຄີຍ ມາຊອກ ເກັບເອົາ ຂີ້ຊີ ຂີ້ຍາງ ຂີ້ຂັ່ງ ຂີ້ເຜິ້ງ ເກັບເຫັດປວກ ເຫັດຫູຫນູ ເເລະ ດອກໄມ້ປ່າ ຫອມຫວນດີ ປັດຈຸບັນນີ້ ເຄຫາ ສະຖານ ຢ້າວເຮືອນ ຮົ້ວສວນ ໄຮ່ນາ ຕາກ້າ ພຶກສາ ປ່າໄມ້ ເຫລົ່ານີ້ ໄດ້ຖືກຈົມລົງ ຈົນສ້ຽງເລີຍ ໄປຢູ່ ພື້ນນໍ້າ ຈົນຫມົດ ຊຶ່ງ ເຣື່ອງນີ້ ເຮັດໃຫ້ ເຂົາ ຫວນ ຄຶດເຖິງ ຄໍາເວົ້າ ຂອງ ເຖົ້າເເກ່ ບູຮານ ວ່າ ໄດ້ເເນວນຶ່ງ ເສັຽເເນວນຶ່ງ ເມື່ອ ມາຄຶດເບິ່ງ ສະພາບການ ປັດຈຸບັນເເລ້ວ ກໍ ເຫັນວ່າ ມັນ ມີ ຄວາມຈິງ ຢູ່ ຫລາຍຢ່າງ ຄື ຖ້າຢາກໄດ້ ເຂື່ອນໄຟຟ້ານໍ້າງື່ມ ທີ່ ເປັນ ປໂຍດຮ່ວມ ຂອງ ລາວ ທັງຊາດ ເເຫ່ງນີ້ ຕ້ອງມີ ການຕັດສິນໃຈ ຍອມເສັຽສລະ ໂພຄະຊັບ ຫລື ຄວາມຮັ່ງມີ ຂອງ ບໍຣິເວນ ເເຫ່ງນີ້ ທີ່ ມີ ເນື້ອຫນ້າດິນເປັນ ຫວ່າງຕໍ່າ ຢູ່ຕໍ່ຫນ້າ ສາຍພູກູ່ ຄໍາເວົ້ານີ້ ເເລະ ຄໍາວ່າ ເສັຽໄດ້ ພາໃຫ້ ເຂົາ ຄຶດ ຕື່ມ ຕໍ່ໄປອີກ ວ່າ ຝ່າຍ ຣັຖບານເກົ່າ ກ່ອນ ຄສ.໑໙໗໕ ໄດ້ເສັຽ ສົງຄາມໄປ ກໍຍ້ອນວ່າ ເປັນ ສະຖາບັນ ທີ່ ບໍ່ມີ ຍຸທສາດ ເລິກເເລບ ທາງ ການເມືອງ ພາຍໃນ ເເລະ ທາງ ການຕ່າງປະເທດ ບໍ່ຊອກ ເຂົ້າໃຈ ຢ່າງເລິກເເລບ ໃນ ການຮູ້ມິດ ການຮູ້ສັຕຣູ ການຮູ້ປະຊາຊົນ

ໄພວັນ ເອງ ຮ່ວມຢູ ໃນ ຝ່າຍ ນັ້ນ ກໍ ຮ່ວມເສັຽ ຄືກັນ ນອກຈາກນັ້ນ ຄອບຄົວ ພໍ່ເເມ່ ອ້າຍນ້ອງ ຍາດມິດ ທັງຫລາຍ ຂອງຕົນ ກໍ ໄດ້ອົພຍົບ ຫລົບຫນີ ຈາກເຂົາ ໄປຢູ່ ຕ່າງປະເທດ ເຂົາ ເສັຽ ທັງ ສອງຢ່າງ ເເຕ່ ເຂົາ ກໍ ເວົ້າ ຢູ່ ໃນ ໃຈ ວ່າ ເຂົາ ຍັງມີ ຊີວິດ ບໍ່ເສັຽ ຊີວິດ ໃນ ປາງ ສົງຄາມ ຫລື ບໍ່ເສັຽ ຊີວິດ ຢູ່ ສູນສັມນາ ເເລະ ເຂົາ ຍັງໄດ້ມີ ສ່ຽວໃຫມ່ ທີ່ ເຂົ້າໃຈ ກັນດີ ທີ່ ຮ່ວມຄິດ ນໍາກັນ

ເຂົາ ໄດ້ຖອດຖອນ ບົດຮຽນ ເຂົ້າໃຈ ເລິກເເລບດີ ເເລະ ມີ ຄວາມຫັວງ ດີຂຶ້ນ ກວ່າເກົ່າ ກ່ຽວກັບ ສະພາບການ ຕົວຈິງ ຂອງ ປະເທດຊາດ

ບາງຄັ້ງ ບາງຄາວ ເຂົາ ຍັງ ຄິດໄປ ຢູ່ ວ່າ ເຂົາ ໄດ້ປະຕິບັດ ງານ ຢູ່ ສນາມຣົບ ຢ່າງບໍ່ມີຜິ່ວ ຫລື ບໍ່ມີຜິດພາດ ເເຕ່ປະການໃດ ກອງພັນ ທີ່ ເຂົາ ບັງຄັບບັນຊາ ກໍ ບໍ່ເຄີຍ ເສັຽເສິກ ຈັກເທື່ອ ຄື ວ່າ ຢ່າງນ້ອຍ ກໍ ເເມ່ນ ສາມາດ ຕໍ່ສູ້ ຕັ້ງຫນ້າ ຕ້ານທານ ຕ້ານຢັນ ສັຕຣູ ຢູ່ກັບທີ່ ເພື່ອ ບໍ່ໃຫ້ ພວກ ສັດຕຣູ ຄືບຫນ້າ ຕໍ່ໄປໄດ້ ບໍ່ໃຫ້ເຂົາ ຍຶດພື້ນທີ່ ຫນ້າດິນໄດ້ ເຂົາ ຍັງມີ ຄວາມຄິດ ບໍ່ຍິນຍອມ ເເລະ ຍັງຢາກ ເເກ້ໄຂ ບັນຫາ ເພື່ອ ປະຊາຊົນ ລາວ ເພາະ ເຂົາ ເຂົ້າໃຈ ດີ ວ່າ ໃນ ສມັຍ ໃຫມ່ນີ້ ຄໍາວ່າ ສົງຄາມ ເເລະ ຍຸທສາດ ມັນ ມີ ຫລາຍຮູບເເບບ ຕ້ອງຮູ້ຈັກ ໃຊ້ ຄວາມຮູ້ ຄວາມສາມາດ ຄວາມເຂົ້າໃຈ ອັນ ເລິກເເລບ ເເທ້ໆ ເຊັ່ນວ່າ ຮູ້ໃຊ້ ຍຸທສາດ ທີ່ ຈະຊ່ວຍ ພາໃຫ້ ປວງ ປະຊາຊົນ ຄົນລາວເຮົາ ມີ ສະຕິໄວ ຮູ້ຈັກຄິດຮ່ວມກັນ ຮູ້ຄິດເບິ່ງຄັກໆ ເພື່ອ ໃຫ້ຮູ້ເຫັນ ບັນຫາ ອັນເເທ້

ຍຸທສາດໃຫມ່ນີ້ ບໍ່ເເມ່ນ ການເເລ່ນ ໄປຊອກ ສະສົມ ໃຊ້ ພລັງ ອາວຸດ ຍຸທໂທປະກອນ ເເຕ່ຢ່າງດຽວ ຄື ເເບບເກົ່າ ເເຕ່ຕ້ອງ ເນັ້ນຫນັກໃສ່ ເປົ້າຫມາຍ ເເລະ ເຈຕນາ ຂອງ ຕົນເອງ ຄື ຕ້ອງຊ່ວຍ ຕົນເອງ ເພື່ອ ໃຫ້ເປັນ ຕົນເອງ ຫລາຍຂຶ້ນ ນອກນັ້ນ ຕ້ອງອີງໃສ່ ຄວາມຊື່ສັດ ເຮັດເເທ້ທໍາຈິງ ປັສຈາກ ການຊອກ ກອບໂກຍ ຫາລໍ້າລວຍ ມີຣາຍໄດ້ ໄປໃນທາງ ທີ່ ຜິດ ບໍ່ທ່ຽງທັມ ປະຊາຊົນ ທີ່ ຮູ້ຄິດເລິກ ໃນ ຍຸກ ສມັຍ ປັດຈຸບັນນີ້ ຈະບໍ່ຍອມ ປະປ່ອຍໃຫ້ ຜູ້ກໍາອໍານາດ ໃນ ປະເທດຊາດ ເຮັດໄດ້ ຕາມໃຈມັກ ເຊັ່ນວ່າ ຍອມ ປະປ່ອຍໃຫ້ ພັກເເລະລັດ ຂາຍ ຊັບໃນດິນ ສິນໃນນໍ້າ ຂອງ ຊາດ ຈົນ ໃຫ້ ເຫືອດເຫີຍ ຫມົດສ້ຽງໄປ ປະຊາຊົນ ຈະບໍ່ຍອມ ປ່ອຍໃຫ້ ພວກ ບໍ່ຊື່ສັດ ເຫລົ່ານີ້ ຫລອກລວງ ຕາ ຂອງ ພວກເຂົາ ຕໍ່ໄປອີກ ດົນນານ ເຊັ່ນ ການວາງເເຜນ ຊອກໃຊ້ ຍຸທວິທີ ເເບບ ຫນ້າໄຫວ້ ຫລັງຫລອກ ປັ້ນເເຕ່ງ ນະໂຍບາຍ ຕົບມື ສນັບສນູນ ໃຫ້ ປະຊາຊົນ ດີໃຈ ໄປຫລົງລືມ ເເລະ ມົວເມົາໄປ ຄື ພາກັນ ເເຫ່ມ່ວນຊື່ນ ພາກັນ ລໍາເຊີ້ງ ຣ້ອງເພງ ເເລະ ຟ້ອນໄປ ຢູ່ເລີຍໆ ຢ່າງບໍ່ຮູ້ສຶກຕົວ ວ່າ ຍຸທວິທີ ປິດຕາ ອັນນີ້ ຮຽກວ່າ ການຊອກ ສໍາຣວດ ຜົນ ຮອບດ້ານ ໂດຍ ຊອກ ຕົວະຍົວະ ໃຫ້ ປະຊາຊົນ ຫລົງເຊື່ອ ກົນ ອຸບາຍ ໄປ ໃນ ທາງ ວັທນະທັມ ອັນ ສໍາຄັນ ຂອງ ຊາດ ລາວເຮົາ ທີ່ ເພິ່ນ ຮັກ ເເລະ ຫວງເເຫນ ທີ່ ເຄີຍໄດ້ມີມາ ເເລະ ໄດ້ປະຕິບັດມາ ຕັ້ງເເຕ່ເຫິງເເຕ່ນານ ມາເປັນ ສາກ ບັງຫນ້າ ເເຕ່ວ່າ ໃນ ໂອກາດ ດຽວກັນນີ້ ພວກ ທີ່ ມີ ເຈຕນາ ຢາກ ທໍາຣາຍ ຊາດ ນັ້ນ ກໍ ພາກັນ ຍຸທ່າງ ໄປທ່ຽວ ຊອກ ຕົກລົງ ທາງການເມືອງ ເເລະ ທາງການຄ້າ ໄປທ່ຽວ ຊອກຂາຍ ມໍຣະດົກຮ່ວມ ຂອງ ຊາດ ເພື່ອ ຜົນປໂຍດ ສ່ວນຕົວ ຂອງ ເຂົາ ເເລະ ເພື່ອ ພັກການເມືອງ ຂອງ ເຂົາ ຢ່າງ ສວາດສເວີຍ ຢ່າງ ມິດໆ ງຽບໆ ເພື່ອ ເພີ່ມ ຄວາມຮັ່ງມີ ເປັນດີ ຂອງ ເຂົາ ນອກຈາກນັ້ນ ພວກເຂົາ ເຫລົ່ານີ້ ຍັງມີ ອໍານາດ ໂທນ ຄື ຈັດໃຫ້ມີ ການຫມູນວຽນ ສັບປ່ຽນ ກັນເອງ ພາຍໃນ ພັກດຽວ ຂຶ້ນຈັບ ກໍາອໍານາດຕໍ່ ຢ່າງບໍ່ມີທາງ ທີ່ ຈະເປີດໄຂ ຫລື ອະນຸຍາດ ໃຫ້ມີ ພັກອື່ນ ໄດ້ມີ ໂອກາດ ອອກປາກ ອອກສຽງ ເເຕ່ຢ່າງໃດ

ຕໍ່ຫນ້າ ສະພາບການ ອັນນີ້ ຍັງມີ ຄົນລາວ ທີ່ ຮັກຊາດເເທ້ ທີ່ ມີ ສະຕິໄວ ໄດ້ຮ່ວມກັນຄິດ ວ່າ ອີກໃນບໍ່ຊ້າ ບໍ່ນານ ພໍເທົ່າໃດ ການເເຫ່ ມ່ວນຊື່ນ ຂອງ ປະຊາຊົນນັ້ນ ກໍ ຈະກ້ຽວກັບ ກາຍຄືນ ເປັນ ການເເຫ່ ດ້ວຍ ຄວາມເຫັນເເຈ້ງ ໂຮຮ້ອງ ຕ້ານ ພວກເຂົາເອງ ຢ່າງຮຸນເເຮງ ເພື່ອ ຕໍ່ທຸກພຶດຕິການ ທີ່ ເປັນ ພັຍ ເເກ່ ປະເທດຊາດ ເເລະ ເເກ່ ປະຊາຊົນລາວ ທັງຊາດ ຢ່າງຫລີກລ້ຽງບໍ່ໄດ້!!

ໃນປັດຈຸບັນ ເເລະ ໃນອະນາຄົດ ປະຊາຊົນລາວ ຈະຊິ້ງຊອມ ເເລະ ລຸກຕ້ານທານ ຍຸທວິທີການ ທຸກ ຮູບເເບບ ຂອງ ພວກ ກໍາອໍານາດ ທີ່ ມຸ້ງຫມາຍ ເຊື່ອງອໍາ ເເຜນການຮ້າຍ ຕໍ່ຊາດລາວ ເເລະ ຫວັງລຶບ ຄວາມເປັນຈິງ ຂອງ ຊາດລາວ ທີ່ ບັນພະບູຣຸດ ຂອງ ເຂົາ ໄດ້ສ້າງ ຂອ້ນມາໄວ້

ເຖິງເເມ່ນ ໄພວັນ ຈະຄິດວ່າ ມີ ເສັຽ ເເຕ່ກໍ ຍັງມີ ສິ່ງທີ່ເຫລືອ ຄື ຜົນກໍາໄຣ ອັນ ງອກງາມ ທາງດ້ານ ຄວາມຄິດ ເເລະ ທາງດ້ານ ການຄາດຄະເນ ອັນ ເເຈ້ງໂປ່ງໃສດີ ທີ່ ໄດ້ມາຈາກ ການຖອດຖອນ ບົດຮຽນ ຄັ້ງນີ້

ຫລັງຈາກ ໄດ້ຄິດໃສ່ ຍຸທສາດໃຫມ່ ເເລະ ຄວາມນຶກຄິດໃຫມ່ ຂອງ ປະຊາຊົນ ຕໍ່ຫນ້າ ອໍານາດ ການປົກຄອງ ໃນ ປະເທດເເລ້ວ ໄພວັນ ກໍ ຄຶດຕໍ່ ໄປເຫັນ ຕອນ ເມື່ອເຄີຍ ໄດ້ຍ່າງຢູ່ ບໍຣິເວນ ທີ່ ເປັນ ພື້ນນໍ້າ ເເຫ່ງນີ້ ໃນ ສມັຍ ທີ່ ເຂື່ອນ ຍັງບໍ່ທັນໄດ້ສ້າງຂຶ້ນເທື່ອ ເຂົາ ຮູ້ ພໍສົມຄວນວ່າ ຫລາຍສິ່ງຢ່າງ ເຄີຍ ໄດ້ມີ ຊີວິດ ເເລະ ໄດ້ເພິ່ງພາ ອາສັຍ ຢູ່ ໃນ ພື້ນອ່າງ ເເຫ່ງນີ້

ເມື່ອ ຄສ. ໑໙໖໙ ເຂົາ ໄດ້ຮັບ ພາຣະກິດຮ່ວມ ໃຫ້ນໍາເອົາ ນັກຮຽນ ນາຍຮ້ອຍ ຂອງ ກອງ ວິທຍາຄານ ທະຫານລາວ ສອງລຸ້ນ ອອກໄປ ປະຕິບັດ ງານ ຢູ່ ບໍຣິເວນ ອ້ອມເເອ້ມ ຂອງ ພູກູ່ ບ່ອນທີ່ ເພິ່ນ ສ້າງ ເຂື່ອນ ເພື່ອ ຮັກສາ ຄວາມປອດພັຍ ໃຫ້ ພະນັກງານ ກໍ່ສ້າງ ເເລະ ເຄື່ອງອຸປກອນ ອັນ ສໍາຄັນ ຕ່າງໆໄວ້ ບໍ່ໃຫ້ສູນເສັຽ ຫລື ຖືກ ທໍາຣາຍໄປ ຍ້ອນເຫດໃດ? ກໍຍ້ອນ ເຫດທີ່ວ່າ ໃນ ສມັຍນັ້ນ ກອງກໍາລັງ ເເນວລາວຮັກຊາດ ປະສົມ ກໍາລັງ ທະຫານ ວຽດນາມ ໄດ້ເເຊກຊຶມ ເຂົ້າມາ ທໍາການກໍ່ກວນ ຊອກນາບຄູ່ ພວກ ພະນັກງານ ກໍ່ສ້າງ ທໍາການອັດຣົດຂົນສົ່ງ ເເລະ ເປີດ ການຫລອນໂຈມຕີ ກໍາລັງ ຝ່າຍ ຣັຖບານ ທີ່ ເຝົ້າຂົວ ທ່າລາດ ພວກເຂົາ ໄດ້ໃຊ້ ປືນ ບາສູກາ ເເລະ ເບສີ່ສິບ ຍິງໃສ່ ເສົາ ຂອງ ຂົວ ຈົນເປັນ ຮອຍ ບັກໃຫຍ່ ເຫັນໄດ້ ຢ່າງປະຈັກຕາ ຂົວບ່ອນນີ້ ເປັນ ຂົວຫີນ ທີ່ ປະເທດ ຢີ່ປຸ່ນ ສ້າງຂຶ້ນ ໃຫມ່ໆ ໃຫ້ເເກ່ ຣັຖບານລາວ ເພື່ອ ຊ່ວຍເຫລືອ ການດໍາເນີນງານ ໃນ ການສ້າງເຂື່ອນ ຂົວທ່າລາດ ເປັນ ບ່ອນຜ່ານ ບ່ອນດຽວ ທີ່ ສາມາດ ອໍານວຍ ຄວາມສະດວກ ໃນ ການຂົນສົ່ງ ເຄື່ອງອຸປກອນ ເເລະ ພວກ ເເຮງງານ ເຂົ້າສູ່ ບ່ອນ ສ້າງເຂື່ອນ ສະນັ້ນ ກໍາລັງ ເເນວລາວຮັກຊາດ ໄດ້ຫລອນ ໂຈມຕີ ກອງກໍາລັງ ເຝົ້າຂົວ ໃນ ເວລາ ທ່ຽງຄືນ ເເລະ ໄດ້ຮັບ ຜົນເສັຽຫາຍ ຢ່າງຫນັກ ທັງຄົນ ເເລະ ເຄື່ອງຍຸດໂທປະກອນ ໄທບ້ານ ທ່າລາດ ໄດ້ພາກັນກ່າວ ຈົ່ມໄວ້ ອາລັຍ ວ່າ ເປັນ ການເສັຽ ຊີວິດ ຢ່າງ ກ້າຫານ ເເທ້ໆ ເພື່ອ ຜົນປໂຍດ ສ່ວນຮວມ ຂອງ ຊາດລາວ

ໄພວັນ ເເລະ ຫມູ່ຄນະ ຜູ້ຮັບຜິດຊອບຮ່ວມ ໄດ້ຈັດວາງ ກໍາລັງ ເເຈກຢາຍ ໄວ້ຕາມ ສາຍພູກູ່ ເພື່ອ ເຝົ້າ ສາງ ຣະເບີດ ເພື່ອ ໃຊ້ຈູດ ໃນ ການສ້າງ ເຂື່ອນ ເເລະ ຈໍາເປັນ ຕ້ອງໄດ້ອອກ ລາດຕາເວນ ຢູ່ ເລື້ອຍໆ ໃນເຂດ ບໍຣິເວນ ຫວ່າງພູ ບ່ອນ ທີ່ ເປັນ ອ່າງ ໃນປັດຈຸບັນນີ້ ສັນພູກູ່ ທັງສອງຟາກ ງົ້ງຕໍ່າລົງ ມາຈຸກັນ ຢູ່ບ່ອນ ສາຍນໍ້າງື່ມ ໄຫລຜ່ານມາ ສະພາບ ຫນ້າດິນ ບ່ອນຈຸກັນນີ້ ຮຽກກັນວ່າ ຈິ່ວພູ ເເມ່ນເເຕ່ ຫນ້າດິນ ກໍເຫມາະສົມ ດີ ທີ່ສຸດ ເພື່ອ ສ້າງ ເຂື່ອນໃສ່ ເເຫ່ງນີ້ ບາງຄັ້ງ ເຂົາ ກໍ ໄດ້ອອກໄປ ລາດຕາເວນ ໃນ ປ່າເລິກ ໂດຍ ສະເພາະ ກໍເເມ່ນ ບ່ອນໃດ ກັນດານ ທີ່ ໃກ້ຖິດກັບ ຈິ່ວພູ ບາງຄາວ ເຂົາ ກໍ ເຂົ້າໄປ ສັງເກດການ ເເລະ ເພື່ອ ຮັກສາ ຄວາມປອດພັຍ ໃນ ຫມູ່ບ້ານ ນາເຫລືອງ ນາເຄືອ ເຂົາ ໄດ້ຊອກ ເຂົ້າໃຈ ຊອກຮັບຟັງ ຄວາມຄິດເຫັນ ຂອງ ພໍ່ບ້ານ ຂອງ ໄທບ້ານ ໂດຍ ອີງໃສ່ ຈິດໃຈ ຂອງ ໄທບ້ານ ເເລະ ຍັງ ໄດ້ສ້າງ ຄວາມຮັກເເພງ ກັບ ໄທບ້ານ ອີກດ້ວຍ ເເລະ ກໍ ເເມ່ນ ຢູ່ໃນ ຫມູ່ບ້ານ ເເຫ່ງນີ້ ເອງ ທີ່ ເຂົາ ໄດ້ຟັງ ລໍາ ຂັບງື່ມ ໂດຍ ຫມໍລໍາ ທີ່ ເປັນ ໄທບ້ານນີ້ ເເລະ ເຂົາ ຍັງຈົດຈໍາ ໃບຫນ້າ ອັນສວຍງາມ ຍິ້ມເເຍ້ມ ອ່ອນຫວານ ຂອງ ນາງສາວ ຄົນນຶ່ງ ທີ່ ເຂົ້າມາ ນົບ ຖາມສະບາຍ ເເລະ ຍື່ນຈອກນໍ້າ ມາໃຫ້ດື່ມ ເຂົາຍັງຈື່ ຄໍາເວົ້າ ອັນພາໃຫ້ຄຶດ ຢູ່ວ່າ

  • ສະບາຍດີ ຍາອ້າຍ ເຊີນດື່ມນໍ້າເດີ ຂ້ານ້ອຍ! ເຊີນດື່ມ ນໍ້າສ້າງ ບ້ານນາເຫລືອງ ນາເຄືອເບິ໋ງ ຜູ້ໃດ ກາຍມາ ເເວ່ຫລິ້ນ ທາງນີ້ ໃຜກະວ່າ ມັນເຢັນເເຊບດີ ຍາອ້າຍ ອາດເເມ່ນ ເເຂກ ຜູ້ສຸດທ້າຍ ທີ່ ໄດ້ມາດື່ມ ນໍ້າສ້າງ ບໍ່ເເກ້ວ ຂອງ ໄທບ້ານເຮົາ ເພາະວ່າ ອີກບໍ່ນານ ຫມູ່ບ້ານ ເເຫ່ງນີ້ ກໍ ຈະຖືກ ນໍ້າຖ້ວມ ສາບສູນໄປ ຫາຍໄປຫມົດ

ນອກນັ້ນ ນາງສາວ ຄົນງາມ ທັມມະຊາດ ຜູ້ນີ້ ຍັງ ມີ ນໍ້າໃຈ ໃສດີ ເເລະ ກໍ ຍັງ ໄດ້ເຊີນ ກິນ ເຂົ້າຫລາມ ທີ່ ເຮັດດ້ວຍ ເຂົ້າກໍ່າ ປົນ ເຜືອກ ຫມາກພ້າວ ເເລະ ຫມາກຖົ່ວດໍາ ອັນມີ ຣົດຊາດ ເເຊບ ຫອມຫວານດີ ກ່ອນຈາກກັນໄປ ນາງ ຍັງ ອອກມາສົ່ງ ໄພວັນ ຮອດ ເເຄມ ປ່າ ເເລະ ຍົກມື ໂບກ ເເກວ່ງ ພ້ອມທັງ ກ່າວ ເພີ່ມເຕີມ ອີກວ່າ

  • ຖ້າວ່າ ໂຊກດີ ພວກເຮົາ ອາດຈະໄດ້ ພົບພໍ້ກັນ ອີກໃຫມ່ ຢ່າລືມ ນ້ອງ ໂຈມຄໍາ ເດີ ຂ້ານ້ອຍ!
  • ໄພວັນ ກໍ ກ່າວ ຕອບ ຄືນວ່າ ເເນ່ນອນ ຍານ້ອງ ໂຈມຄໍາ ພວກເຮົາ ຕ້ອງມີ ໂຊກດີ ໄດ້ພົບກັນອີກໃຫມ່ ໃນ ວັນ ຂ້າງຫນ້າ ຂອບໃຈ ໂຊກດີ ເເລະ ຂໍລາ ໄປກ່ອນເດີ!

ມາຮອດ ບັດນີ້ ເຂົາ ຍັງ ຄິດເຖິງ ຄວາມຫລັງ ເເລະ ມີ ຄວາມດີໃຈ ທີ່ ໄດ້ຮ່ວມ ສ້າງ ເຂື່ອນ ທັງ ມີ ຄວາມພູມໃຈ ທີ່ ໄດ້ອອກເຫື່ອ ເທເເຮງ ເພື່ອ ຜົນປໂຍດຮ່ວມ ຂອງ ຊາດລາວ ພາຣະກິດ ທີ່ ເຂົາ ໄດ້ຮັບ ຖືວ່າ ເປັນ ພາຣະກິດ ສູງສົ່ງ ເຂົາ ຫວນ ຄຶດເຖິງ ພວກຄົນລາວ ຫລາຍຮ້ອຍຄົນ ທີ່ ໄດ້ຮ່ວມ ສ້າງ ເຂື່ອນນໍ້າ ເເຫ່ງນີ້ ເເລະ ໃນ ຈໍານວນນັ້ນ ກໍ ມີ ຄົນຫລາຍຄົນ ທີ່ ໄດ້ເສັຽ ຊີວິດ ໄປ ກ່ອນເຂື່ອນໄຟຟ້າ ເເຫ່ງນີ້ ຈະສໍາເຣັດ ຂຶ້ນມາໄດ້ ພວກທີ່ ເສັຽ ຊິວິດ ທັງຫມົດ ເຫລົ່ານີ້ ເຂົາເຈົ້າ ຄົງ ມີ ຄວາມຮຸ່ງເເເຈ້ງ ໃນ ຈິດໃຈ ທີ່ ໄດ້ເສັຽສລະ ຊີວິດ ເພື່ອ ໃຫ້ໄດ້ ເເຮງໄຟຟ້າ ເເລະ ເພື່ອ ປະຊາຊົນລາວ ເເຕ່ວ່າ ພວກເຂົາເອງ ກໍ ບໍ່ເຄີຍ ໄດ້ມີ ໂອກາດ ທີ່ ຈະໄດ້ເຫັນ ຄວາມຮຸ່ງເເຈ້ງ ຂອງ ເເສງໄຟຟ້າ ທີ່ ຜລິດ ຈາກ ເຂື່ອນນໍ້າງື່ມ ເເຫ່ງນີ້ເລີຍ!!

ຫລັງຈາກ ທີ່ ໄພວັນ ໄດ້ຄຶດ ຄະນຶງ ໄປ ບຶດນຶ່ງ ບຶດດຽວ ເເລ້ວເຂົາ ກໍ ເອົາມື ວ້າຍນໍ້າ ຂຶ້ນມາ ຊວ່າຍຫນ້າ ເເລະ ລູບໃສ່ຫົວ ເພື່ອ ໃຫ້ ຮ່າງກາຍ ຊຸ່ມເຢັນດີ ເຂົາຍັງຄຶດ ໃນໃຈ ຢູ່ວ່າ ຄຶດຮອດເດ! ເຣື່ອງນີ້ ໄພວັນ ເຄີຍ ໄດ້ເລົ່າ ສູ່ ສຸກໃຈ ເເລະ ຫານໄຊ ໃຫ້ ຮູ້ນໍາ ເທື່ອນຶ່ງເເລ້ວ ສະນັ້ນ ທັງສອງ ຈຶ່ງ ພາກັນ ຫລຽວ ເບິ່ງ ຫນ້າ ໄພວັນ ຢ່າງງຽບໆ ເເລະ ພໍ ຊອກ ເຂົ້າໃຈ ໄດ້ດີ ວ່າ ໄພວັນ ຄຶດຫຍັງ ຢູ່? ມາບັດນີ້ ສຸກໃຈ ຮູ້ດີ ວ່າ ເປັນຫຍັງ ໄພວັນ ຈຶ່ງ ມັກເວົ້າວ່າ ຄຶດຮອດເດ!

  • ສຸກໃຈ ເສີມຂຶ້ນວ່າ: ຫມູ່ພວກ ເອີຍ ເເດດມັນກໍາລັງ ຈະຮ້ອນຂຶ້ນ ພາກັນ ເລີ້ມ ຫາປາ ກັນເທາະ! ພາກັນ ຍົກຍ້າຍ ພາຍເຮືອ ໄປ ບ່ອນໃຫມ່ ໄປສູ່ບ່ອນທີ່ ຢາກໄປ ເທາະ!

ເມື່ອ ຫານໄຊ ໄດ້ຍິນ ຄໍາວ່າ ຍົກຍ້າຍ ກໍ ຫວນ ຄຶດເຖິງ ຄອບຄົວ ຂອງເຂົາ ທີ່ ໄດ້ຍົກຍ້າຍ ຫນີ ອອກຈາກ ຊຽງຂວາງ ເເຫ່ງ ກໍາເນີດ ເເລ້ວໄປຕັ້ງ ຖິ່ນຖານ ໃຫມ່ ຢູ່ ຊໍາເຫນືອ ໃນ ປາງ ທີ່ ມີ ເສິກເສືອເຫນືອໃຕ້ ພວກເຂົາ ພາກັນ ພາຍເຮືອ ໄປຮອດ ບ່ອນ ຄາດຫມາຍ ຊອກຈອດ ເຮືອ ຕິດເເທບ ໃສ່ ກັບ ປາຍໄມ້ຕາຍ ໂຕທີ່ ຊີ້ຂຶ້ນ ກາຍ ຫນ້ານໍ້າ ເເລ້ວກໍລົງມື ຕຶກເບັດ ທັງສາມ ຕາມເຫຍື່ອເບັດເເລ້ວ ຖິ້ມລົງນໍ້າ ອີກບໍ່ດົນ ພໍເທົ່າໃດ ປາ ກໍ ເລີ້ມ ຕອດ ເຫຍື່ອ ເມື່ອ ປາ ຕອດ ບາດໃດ ທອຍ ກໍ ຈົມມັບໆ ສາຍເບັດ ກໍເຄັ່ງ ເຫນັງມາຕ້ອງມື ເປັນ ບາດຍຸບໆ

  • ຫານໄຊ ມີ ຄວາມດີໃຈ ໄດ້ຮ້ອງຂຶ້ນ ວ່າ: ເຮີຍສ່ຽວ! ປາດຶງເບັດ ປາກິນ ເບັດເຮົາເເລ້ວ ມັນດຶງເເຮງ ເເທ້ໆ! ໂຮ ຄືຊິເເມ່ນ ປາໂຕໃຫຍ່! ຊ່ວຍເຮົາເເດ່ ພັກພວກ! ຫລຽວເບິ່ງເເມ ປາມັນດຶງເເຮງ ຄັນເບັດເຮົາ ຈົນວ່າກົ່ງ ເນີ້ງໄປ!

ຄໍາເວົ້າ ຂອງເຂົາ ພາໃຫ້ ເຂົາ ຄິດ ໄປເອງ ວ່າ ເປັນຫຍັງ ຣັຖບານ ສປປລ ຈຶ່ງ ຍອມ ກົ່ງກົ້ມຫົວ ໃຫ້ ກອງກໍາລັງ ທະຫານ ຂອງ ຣັຖບານ ວຽດນາມ? ຮູ້ດີວ່າ ພວກເຂົາ ມີ ກໍາລັງ ບີບດຶງ ຈ່ອງເເຮງ ເເຕ່ວ່າ ມັນ ກໍ ມີ ຍຸທສາດ ຊອກຫາ ທາງອອກໄດ້ ຢູ່ຄືກັນ ຖ້າວ່າ ຕົນ ຫາກຍັງມີ ຄວາມນຶກຄິດ ເເລະ ວັດຖຸປະສົງ ເພື່ອ ຜົນປໂຍດ ຂອງລາວຢູ່! ຫລືວ່າ ເປັນຢ່າງໃດໄປກັນເເລ້ວ?

ຫານໄຊ ຍັງເເຕ່ ເເຂນ ກໍ້າດຽວ ເເລະ ກໍ ເເມ່ນ ເເຂນ ກໍ້າ ທີ່ ບໍ່ມີເເຮງຊໍ້າ ເພາະ ເຂົາ ເເຮງຊ້າຍ ມາເເຕ່ເກີດ ເເຕ່ວ່າ ເຂົາ ບໍ່ໄດ້ນ້ອຍໃຈ ເຂົາ ພຍາຍາມ ສຸດ ຄວາມສາມາດ ເພື່ອ ປ່ຽນ ຄວາມຄິດ ເເລະ ຝຶກຊ້ອມ ໃຫ້ ເເຂນ ກໍ້າຂວາ ເເຮງຂຶ້ນ ສໍາລັບ ໃຊ້ ທົບເເທນ ກໍ້າຊ້າຍ ໃຫ້ໄດ້ດີເເລ້ວ ໃນຂັ້ນຕໍ່ໄປ ເຂົາ ຈະພຍາຍາມ ຊອກເອົາ ເເຂນປອມ ມາເເທນໃສ່ ກໍ້າຊ້າຍ ເພື່ອ ໃຫ້ພໍໃຊ້ໄດ້ ເເລ້ວເມື່ອນັ້ນ ມັນ ກໍ ຈະມີ ການກໍ້າເກິ່ງ ກັນໄປເເດ່ ຣະຫວ່າງ ເເຂນທັງສອງ!

  • ໄພວັນ: ຫານໄຊ! ຈັບ ເຊືອກເບັດ ໄວ້ໃຫ້ດີ ເຮົາ ຈະຊ່ວຍ ດຶງນໍາ ໂຕ

ໄພວັນ ມ້ຽນ ຄັນເບັດ ຂອງຕົນ ໄວ້ດີເເລ້ວ ກໍ ຊ່ວຍ ດຶງ ສາຍເບັດ ຮ່ວມກັບ ຫານໄຊ ເເລ້ວອີກບໍ່ດົນ ກໍ ເຫັນ ປາຄໍ່ໃຫຍ່ ຊວດ ພົ້ນ ຫນ້ານໍ້າ ຂຶ້ນມາ ທັງບ້ອນ ທັງດີ້ນ ທັງດຶງ ໄພວັນ ກໍ ຈັບເອົາ ດາງຕັກປາ ຊ້ວນເອົາປາ ຂຶ້ນມາໄວ້

ໄພວັນ ຍັງຮູ້ດີອີກວ່າ ຫານໄຊ ເປັນຄົນ ມີ ມານະ ອົດທົນ ເເລະ ເເຂງເເຮງ ໃນ ການຊອກ ທໍາມາ ຫາກິນ ສິ່ງ ທີ່ ເຂົາ ໄດ້ກະທໍາ ໄປ ກໍ ເປັນ ພຽງເເຕ່ ການຊົດຊ່ວຍ ຊຶ່ງກັນເເລະກັນ ຣະຫວ່າງ ເພື່ອນມິດ

  • ສຸກໃຈ: ປາດທິໂທ ມັນໂລດເເມ່ນ ປາຄໍ່ໃຫຍ່ ເເທ້ຯ ໃຫຍ່ເກືອບ ສໍ່າຂາໂຕ້ພຸ້ນ ໂຕມັນດໍາຂື້ຫລື້ ອັນນີ້ ຕັ້ງເເມ່ນ ພໍ່ປາ ເເມ່ປາ ເເທ້ໆ ລອງເອົາໃສ່ຂ້ອງເບິ໋ງ!
    • ຖ້າວ່າ ມັນ ຫາກ ໃຫຍ່ໂພດ ກໍ ເຫັນ ຈໍາເປັນ ຕ້ອງ ໄດ້ໄປ ຊອກ ຕັດເອົາໄມ້ ມາເຮັດ ໄມ້ຄານ ຫາບເອົາເມືອ!
    • ເອີຍັງໂຊກດີ ປາກຂ້ອງມັນໃຫຍ່ ຍັງເອົາປາເຂົ້າໄດ້ຢູ່! ອີ່ເເມ່ເຮົາ ເພິ່ນສັ່ງໄວ້ ເປັນ ຈໍ່າໆ ເເລະ ນໍ່າໆ ຢູ່ ສເມີ ວ່າ ຖ້າເອົາປາ ເຂົ້າຂ້ອງໄດ້ ກໍ ສາມາດ ເອົາມັນ ອອກມາຄືນໄດ້ ຄືກັນ!
  • ຫານໄຊ: ເອີ ເເມ່ນເເທ້ສ່ຽວ ລາວເຮົາສານຂ້ອງ ເເບບສລາດ ເເທ້ໆ ເພີ່ນ ເຮັດ ກົ້ນຂ້ອງ ກວ້າງປະໄວ້ ກະ ຄະເນ ໄວ້ ຢ່າງຄັກເເນ່ ເພື່ອ ສາມາດ ຈົກຈັບເອົາປາ ຕົວໃຫຍ່ ຢູ່ໃນຂ້ອງນັ້ນ ອອກມາຄືນ ໃຫ້ໄດ້ງ່າຍ ເເລະ ເພື່ອ ບໍ່ຢາກ ປະປ່ອຍ ໃຫ້ມັນ ເຫນົ່າເຫມັນ ຄ້າງຄາ ປະໄວ້ ຢູ່ ໃນ ຂ້ອງ ຫນວ່ຍນັ້ນ!
  • ໄພວັນ: ພວກຫມູ່ ໄດ້ສັງເກດ ເບິ່ງດີບໍ ວ່າ ຕັ້ງເເຕ່ ປາເເທ້ໆ ມັນຖືກເບັດເເລ້ວ ມັນກະຍັງ ດີ້ນຕໍ່ສູ້ ເພື່ອ ຊອກຫາ ວິທີທາງ ຄາຍ ເບັດ ໃຫ້ຫລຸດ ອອກຈາກ ປາກ ຂອງມັນ ເພື່ອ ມັນ ຈະໄດ້ ອິສຣະ ຄືນມາໃຫມ່! ນີ້ເເລ ຄື ຍານ ທັມມະຊາດ ອັນເດີມດາ ເເທ້ ຂອງ ສັດ ທີ່ ມີ ຊີວິດ!


ຫນ້າ | | | | | | | |

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0