ພາສາ ລາວ - La langue lao ບົນ ລາວເເພນ
ຫນ້າທໍາອິດ > ເເມ່ບ້ານການເຮືອນ > ຂອງ ກິນ ຫລິ້ນ > ການປູກຜັກໃນແຄມຂອງ: ຜັກກາດຂິວ

ການປູກຜັກໃນແຄມຂອງ: ຜັກກາດຂິວ

ວັນພຸດ ທີ ໘ ເດືອນ ທັນວາ/décembre  ຄສ. 2010, ໂດຍ ກັດຕຸ ພອນແກ້ວ ແວວດາລາ

ພໍແຕ່ນໍ້າຂອງຂ້ອນ ບົກລົງຄອນຍາມເດືອນຍີ່
ດີໃຈຫລາຍແທ້ພີ່ນ້ອງ ພາກັນຮ້ອງສົ່ງຂ່າວຄາວ
ໃຫ້ພາກັນຫັນຫ້າວ ຖືຈົກສຽມລົງແຄມທ່າ
ຮອດເວລາດອກວ່ານ-ກ້າ ຢ່າເຊົາຊ້າໃຫ້ຫມັ່ນພຽນ ແທ້ນາ

ໃຫ້ພາກັນລົງກ້າ ປູກຜັກກາດຂິວກິນ
ຜັກກາດຂິວມັກດິນ ທີ່ນໍ້າຂອງໄດ້ປະໄວ້
ຜັກກາດນ້ອຍກິນໄດ້ ໃບໃສໆກິນກັບປົ່ນ
ດອກອອກເຕັມງ່າຕົ້ນ ເກັບໄປໄວ້ຫນຶ້ງໃສ່ປາ

ຜັກກາດໃຫຍ່ຕົ້ນເຖົ້າ ເອົາທັງຮາກມາປະສົມ
ຕົ້ມສາມວັນສາມຄືນ ຕື່ນແຕ່ນອນອອນຊອນແທ້
ເຫັນນໍ້າຜັກຂຽວແລ້ ຄົນທຸກແຈໃຫ້ຖ້ວນທີ່
ຂອງດີໆຄືຈັ່ງຊີ້ ຕ້ອງມີໄວ້ຢູ່ຄູ່ເຮືອນ ແທ້ໄດ່

ນໍ້າຜັກເພິ່ນມັກໃຊ້ ເສີມປາແດກແຊບນົວດີ
ມີວິທີຫລາຍແນວ ທັງແຈ່ວປາປະສົມພ້ອມ
ກິ່ນຫອມດີຍາມເຮົາໃຊ້ ເອົາໄປລົງໃນກ້ອຍຊ່າ
ກ້ອຍປາແຊບພິລືກແທ້ ນໍ້າຜັກນີ້ຊ່ວຍນໍາ

ຄັນວ່າຍາມໄປຫລິ້ນ ກິນຫມາກ(ກະ)ທັນ ໃນຍາມບ່າຍ
ຈໍ້ານໍ້າຜັກແມ່ນງ່າຍແທ້ ແຖມນົວພ້ອມແຊບຫລາຍ
ນີ້ລ໊ະເພື່ອນພີ່ນ້ອງ ຂອງກິນແກ່ນແດນລາວເຮົາ
ຄວາມຊົງຈໍາບໍ່ເຄີຍເຊົາ ຊີວິດຍັງບໍ່ລືມເຈົ້າ ແທ້ໆນ໊າ

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0