ພາສາ ລາວ - La langue lao ບົນ ລາວເເພນ

ໃກ້ທິດທາງຕາເວັນອອກຂອງເຂື່ອນນໍ້າງື່ມ ໑

ວັນອັງຄານ ທີ ໗ ເດືອນ ທັນວາ/décembre  ຄສ. 2010, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ

ຊີວິດພຽງນຶ່ງວັນ ທີ່ບໍຣິເວນເຂື່ອນນໍ້າງື່ມທ່າລາດໃນລາວ ຣະຫວ່າງ ຄສ. ໑໙໗໕ ຫາ ໑໙໗໘


ກ. ຄວາມມັກ

ສອງເດືອນເທື່ອນຶ່ງ ສ່ຽວຮັກ ສາມຄົນ ຊຶ່ງ ເປັນ ໄທບ້ານ ດຽວກັນ ເເລະ ຢູ່ ຖິດກັບ ເຂື່ອນນໍ້າງື່ມ ພາກັນ ອອກໄປຫາປາ ອັນເປັນ ການໄປຊອກຫາກິນ ທັມມະດາ ຫລື ເພື່ອ ອອກ ໄປຢູ່ ໃກ້ຊິດ ກັບ ທັມມະຊາດ ໂດຍລໍາພັງ ປັສຈາກ ສຽງເຜີຍເເຜ່ ບາງຄັ້ງ ທາງປາກເປົ່າ ບາງຄັ້ງ ທາງກະຈາຍສຽງ ຊຶ່ງ ໃຜໆ ກໍພາກັນ ຊັບຊຶ່ມ ກັນວ່າ ເຜີຍເເຜ່ ເເບບ ນໍ້າເຕົ້າເປົ່າ ຂອງ ພະນັກງານ ເຈົ້າຫນ້າທີ່ ໃນ ຫມູ່ບ້ານ ຈົນຊິນຫູ ເມື່ອຍຟັງ ພວກເຂົາ ມັກ ຄວາມຢາກຢູ່ ເປັນຕົນເອງ ມັກໄປຮ່ວມຫມູ່ ໄປກັບສ່ຽວຮັກ ໄປມາ ຕາມອໍາເພີໃຈ ໄປໃຫ້ມີ ໂອກາດ ໂອ້ລົມກັນໄດ້ ກ້າປາກ ກ້າເວົ້າ ເເບບ ບໍ່ມີໃຜ ເອົາເຣື່ອງກັນ ສັບສໍ່ກັນ ຣາຍງານກັນ ເວົ້ານົວຫົວມ່ວນໄດ້ ເລົ່າ ເຣື່ອງ ຊີວິດ ຂອງຕົນ ສູ່ກັນຟັງໄດ້ ສ່ວນ ເຣື່ອງ ທີ່ ອຶດອັດໃຈ ກໍ ບໍ່ສາມາດ ຈະເວົ້າໄດ້ ພາຍໃນ ຫມູ່ບ້ານ ຂອງ ຕົນເອງນັ້ນ ພວກເຂົາ ມັກ ຊີວິດ ຜະຈົນພັຍ ໃຊ້ຊີວິດ ເພື່ອ ສເເວງຫາ ສິ່ງ ທີ່ມີ ຄຸນຄ່າ ເເກ່ ຊີວິດ ອັນປະເສີດ ຂອງເຂົາ ທຸກສິ່ງຢາງນີ້ ຖືວ່າ ເປັນ ຊີວິດ ປະຈໍາວັນ ທັມມະດາ ສາມັນ ຂອງ ຊາວບ້ານ ຊາວເມືອງ ຊຶ່ງເຄີຍ ໄດ້ປະພຶດມາ ຕັ້ງເເຕ່ເກົ່າ ເເຕ່ຫລັງ

ສ່ຽວ ທັງສາມ ໄດ້ສມັກໃຈ ມາຕັ້ງ ຖິ່ນຖານ ຢູ່ບ້ານ ພູກູ່ ຊຶ່ງ ຢູ່ ຫ່າງຈາກ ເຂື່ອນ ໄປ ພຽງເເຕ່ ສອງສາມ ຫລັກ ພວກເຂົາ ໄດ້ຊັກຊວນກັນ ອອກໄປຫາປາ ຊອກຢູ່ ຊອກກິນ ເພື່ອ ຫາລ້ຽງຊີບ ລ້ຽງຄອບຄົວ

- ສ່ຽວຜູ້ທີນຶ່ງຊື່ ສຸກໃຈ ລາວເປັນ ຫມໍລໍາ ສຽງດີ ທີ່ ໄທບ້ານ ໄທເມືອງ ບ້ານໃກ້ ເເລະ ບ້ານໄກ ຮູ້ຈັກ ຮັກເເພງ ກັບ ລາວດີ ເເລະ ຜູ້ກ່ຽວ ຍັງຮູ້ຈັກ ເເຕ່ງ ກອນລໍາ ອັນ ຈັບອົກ ຈັບໃຈ ໄດ້ດີ ລາວຮູ້ລໍາ ຕ່າງໆ ທັງຂັບງື່ມ ລ່ອງຂອງ ເດີນດົງ ລໍາກ້ຽວສາວ ລໍາພື້ນເເຜ່ນນິທານ ເເລະ ເປັນທັງ ຫມໍເເຄນ ທີ່ດີ ອີກດ້ວຍ ລາວເປັນຄົນ ທີ່ມີ ປັນຍາ ພອນສັວນ ທາງດ້ານ ສິລປິນ ເຄີຍໄດ້ບວດ ຢູ່ວັດເມືອງ ໂພນໂຮງ ເເລະ ເປັນຊຽງ ເປັນທິດ ໄດ້ເລີ້ມຮຽນລໍາ ເເລະ ຮຽນເເຄນ ຕັ້ງເເຕ່ ອາຍຸ ໄດ້ສິບຫ້າປີ ປັດຈຸບັນນີ້ ລາວມີ ອາຍຸ ສີ່ສິບສອງ ປີເເລ້ວ ສຸກໃຈ ເປັນ ລູກໄທເມືອງ ໂພນໂຮງ ສະນັ້ນ ລາວ ຈຶ່ງຮູ້ ຂົງເຂດ ບໍຣິເວນນີ້ ໄດ້ດີ ທີ່ສຸດ ເເລະ ປັດຈຸບັນນີ້ ລາວມີ ຄອບຄົວ ມີຢ້າວເຮືອນ ຢູ່ບ້ານ ພູກູ່

ສຸກໃຈ ຈັດ ສະຖານທີ່ ເພື່ອ ໃຫ້ມີ ບ່ອນຕໍ່າຫູກ ຕໍ່າສິ້ນເເພໃຫມ ບ່ອນຮຽນເປົ່າເເຄນ ບ່ອນເຮັດເເຄນລາວ ເເລະ ຍັງມີ ຊ່າງ ທີ່ມີ ສີມືດີ ມາເຮັດວຽກນໍາ ລາວຈັດຕັ້ງ ໃຫ້ເປັນ ສິນຄ້າ ໄປໃນຕົວ ເເລະ ສົ່ງເສີມ ທຸຣະກິດ ທ້ອງຖິ່ນ ຂອງ ຊາວບ້ານ ໃຫ້ລ້າໆ ອັນເປັນ ຜົນປໂຍດຮ່ວມ ຂອງ ຊາວບ້ານ

- ສ່ຽວຜູ້ທີສອງຊື່ ໄພວັນ ລາວມີ ອາຊີບໃຫມ່ ຢູ່ບ້ານ ພູກູ່ ຮູ້ລ້ຽງສັດ ງົວຄວາຍ ກໍາກັບ ໃຮ່ນາ ຮົ້ວສວນ ກັບ ພໍ່ເຖົ້າ ມັກໄປຫາປາ ເເລະ ຄ້າຂາຍ ຜົນຜລິຕກັມ ທີ່ຕົນ ໄດ້ເຮັດຂຶ້ນມາ ລາວຍັງເປັນ ນາຍພານ ມັກໂຫ່ເນື້ອ ຮູ້ພື້ນທີ່ ບໍຣິເວນ ສາຍພູກູ່ ເເລະ ລວງອ້ອມ ຂອງ ອ່າງນໍ້າງື່ມດີ ລາວເປັນອະດີດ ນາຍທະຫານ ຊັ້ນຮ້ອຍເອກ ໃນ ກອງທັບເເຫ່ງຊາດ ພາຍໃຕ້ ຣັຖບານ ເເຫ່ງ ພຣະຣາຊອານາຈັກລາວ ກ່ອນປີ ໑໙໗໕ ລາວໄດ້ຮຽນຈົບ ຈາກ ວິທຍາຄານ ທະຫານ ທີ່ ໂຮງຮຽນ ນາຍຮ້ອຍ ຈິນາຍໂມ້ ເເຂວງ ວຽງຈັນ ລາວມີ ອາຍຸ ສາມສິບເເປດປີ ເກີດຢູ່ ບ້ານ ທ່າຫີນ ຕາເເສງ ທ່າຫີນ ເມືອງ ປາກເຊ ເເຂວງ ເຊໂດນ ເເລະ ເຄີຍໄດ້ໄປ ປະຕິບັດງານ ເກືອບທົ່ວ ທຸກເເຫ່ງ ໃນ ພຣະຣາຊອານາຈັກ ລາວ ເຊັ່ນ ຫລວງນໍ້າທາ ທົ່ງໄຫຫີນ ສາຣະວັນ ອັຕປື ເເລະ ເຄີຍຖືກ ບາດເຈັບ ສາຫັດ ຈົນເຮັດໃຫ້ ຕາກໍ້າຂວາ ຂອງລາວ ຟາງໄປ ບໍ່ເຫັນຮຸ່ງດີ ຍ້ອນ ສະເກັດ ຣະເບີດ ທໍາຣາຍ ບຸກຄົນ ຟົ້ງໃສ່ຕາ ເເລະ ອີກຢ່າງນຶ່ງ ລາວ ກໍ ເຄີຍຖືກສົ່ງໄປ ເເນວຫນ້າ ເປັນປະຈໍາ ພາຣະກິດ ສໍາຄັນ ອັນສຸດທ້າຍ ທີ່ ລາວໄດ້ຮັບ ກໍເເມ່ນ ໄດ້ໄປ ປະຕິບັດ ຫນ້າທີ່ ຮັກສາ ຄວາມປອດພັຍ ອ້ອມ ບໍຣິເວນ ການສ້າງ ເຂື່ອນນໍ້າງື່ມ ໃນ ຣະຫວ່າງ ຄ.ສ. ໑໙໗໘ ຫາ ໑໙໗໙ ຫລັງຈາກ ການຄຸມຂັງ ທີ່ສູນສັມນາ ເພາະ ລາວຖືກຈັບໄປ ສັມນາ ຢູ່ ດອນລີງ ນຶ່ງປີ ຄື ຖືກປະຈໍາຢູ່ ທີ່ນັ້ນ ເເຕ່ທ້າຍ ຄ.ສ. ໑໙໗໕ ຮອດທ້າຍ ໑໙໗໖

- ສ່ຽວຜູ້ທີສາມຊື່ ຫານໄຊ ນາຍທະຫານ ຊັ້ນ ຮ້ອຍໂທ ປະຈໍາການ ໃນ ຖັນເເຖວ ຂອງ ຄນະ ເເນວລາວຮັກຊາດ ເເລະ ເຄີຍໄດ້ຖືກ ສົ່ງໄປ ປະຕິບັດງານ ເກືອບ ຢູ່ທົ່ວ ທຸກເເຫ່ງ ເເຕ່ເຫນືອ ຕລອດໃຕ້ ຢູ່ໃນລາວ ຫນ້າທີ່ ອັນສໍາຄັນ ທີ່ ໄດ້ປະຕິບັດ ກໍຄື ການຮັກສາ ຄວາມປອດພັຍ ຮ່ວມກັບ ທີ່ປຶກສາ ນາຍທະຫານ ວຽດນາມ ໃນ ບໍຣິເວນ ຖໍ້າລັບ ຕາມ ຫົວພູ ເຂດ ວຽງໄຊ ຊຶ່ງ ເປັນ ສູນ ກອງບັນຊາການ ອັນ ສໍາຄັນ ໃນ ເເຖບນັ້ນ ເຂົາ ໄດ້ເສັຽ ເເຂນ ກໍ້າຊ້າຍ ໃນປາງ ສາກຣົບ ບັ້ນນຶ່ງ ທີ່ຢູ່ ທົ່ງໄຫຫີນ ເເລະ ຖືວ່າ ໂຊກຮ້າຍ ເພາະ ລາວເປັນຄົນ ເເຮງຊ້າຍ ຢູ່ເເລ້ວ ສ່ວນ ພາຣະກິດ ອັນສຸດທ້າຍ ທີ່ລາວໄດ້ຮັບ ກໍເເມ່ນ ໄດ້ຖືກເເຕ່ງຕັ້ງ ໃຫ້ເປັນ ຫົວຫນ້າ ສູນສັມນາ ທີ່ ດອນລີງ ໃນສົກ ໑໙໗໖ ເເລະ ກໍຢູ່ ເເຫ່ງນີ້ເອງ ທີ່ລາວ ໄດ້ຮູ້ຈັກກັບ ໄພວັນ

ປັດຈຸບັນນີ້ ຫານໄຊ ໄດ້ຮັບອະນຸຍາດ ຢ່າງເປັນທາງການ ໃຫ້ໄດ້ມີໂອກາດ ອອກມາ ສ້າງ ຄອບຄົວ ເອົາລູກ ເອົາເມັຽ ຜູ້ກ່ຽວ ມາຕັ້ງ ຖິ່ນຖານ ຢູ່ ບ້ານ ພູກູ່ ເພື່ອ ປະກອບ ອາຊີບໃຫມ່ ລ້ຽງເປັດ ລ້ຽງໄກ່ ມີສະປາ ມີບ່ອນລ້ຽງກົບ ລ້ຽງຫມູ ເຮັດໄຮ່ໄຖນາ ເຮັດສວນ ປູກຜັກ ປູກຫມີ່ຂາຍ ພ້ອມທັງ ຮູ້ຈັກລ້ຽງ ຝູງງົວຄວາຍ ເປັນຢ່າງດີ ຫານໄຊ ເປັນລູກ ໄທຊຽງຂວາງ ເເລະ ມີອາຍຸ ສາມສິບຫົກປີ ຫານໄຊ ມີ ຄວາມຊໍານິຊໍານານ ດີເລີດ ທາງດ້ານ ຍຸທວິທີ ເເລະ ເຄີຍໄດ້ປະຕິບັດ ງານ ຢ່າງເຫິງນານ ຮ່ວມກັບ ກອງກໍາລັງຣົບ ພິເສດ ຂອງ ວຽດນາມ ທີ່ຮູ້ຈັກປາກ ພາສາລາວໄດ້ດີ ພວກເຂົາ ໄດ້ເຂົ້າມາລາວ ເພື່ອ ຊ່ວຍ ສນັບສນູນ ກອງກໍາລັງ ຂອງ ຄນະ ເເນວລາວຮັກຊາດ ຕາມເເຜນການ ຂອງ ສະຫະພັນ ອິນໂດຈີນ ດັ່ງນັ້ນ ຫານໄຊ ຈຶ່ງໄດ້ຮຽນຮູ້ເຂົ້າໃຈ ຍຸທສາດ ເພີ່ມເຕີມ ດ້ວຍຕົນເອງ ຍ້ອນອາສັຍ ຄວາມສລາດ ຮູ້ຈັກສັງເກດການ ຮູ້ວິຈັຍ ເເລະ ຮູ້ຄິດຄະເນ ສະພາບ ການຕິດຕໍ່ພົວພັນ ເເລະ ເຈຕນາ ອັນເເທ້ຈິງ ຂອງ ກອງທະຫານ ວຽດນາມ ທີ່ມີ ຕໍ່ຄົນລາວ

ຫານໄຊ ຈັບພິຣຸດໄດ້ວ່າ ພວກວຽດນາມ ມີ ຍຸທສາດ ເຂົ້າມາ ໃນ ດິນລາວ ເເລະ ຕໍ່ໄປ ຫລັງຈາກ ໄດ້ຊນະ ສົງຄາມ ໃນລາວ ເເຜນການລຶກລັບ ຈະເປັນ ອັນຕຣາຍ ຕໍ່ ປະເທດຊາດລາວນີ້ ຫານໄຊ ພ້ອມດ້ວຍ ນາຍເເລະພົນທະຫານ ໃນ ກອງພັນຣົບ ພິເສດ ຢູ່ພາຍໃຕ້ ການບັງຄັບບັນຊາ ຂອງເຂົາ ຮູ້ເຫັນ ເເລະ ເຂົ້າໃຈດີ (ຫານໄຊ ເປັນ ຜູ້ບັນຄັບ ກອງຮ້ອຍ ເເຕ່ເຂົາ ມີ ຄວາມສາມາດ ບັງຄັບ ກອງພັນໄດ້) ລາວຍັງ ສັງເກດ ໄດ້ຢ່າງດີ ອີກວ່າ ຖ້າມີ ນາຍທະຫານ ເເລະ ເຈົ້າຫນ້າທີ່ ພະນັກງານ ການເມືອງລາວ ຜູ້ໃດ ຫາກສະເເດງ ໃຫ້ ເເກວ ຈັບ ພິຣຸດ ຫລື ໃຫ້ ເເກວ ເຫັນ ພຶດຕິການ ຫົວຮັກຊາດ ພວກກໍາລັງ ວຽດນາມ ກໍ ຈັດການ ປະຫານ ຊີວິດຖິ້ມ ດ້ວຍ ວິທີ ການໃຊ້ ຢາເບືອຢາພິດ ດ້ວຍເຫດນີ້ເອງ ຫານໄຊ ຈຶ່ງຕັດສິນໃຈ ໃຊ້ ຍຸທວິທີ ຢູ່ກິນ ເເບບ ມິດງຽບ ເເລະ ເພື່ອ ຕັ້ງຕົວໃຫມ່

ເມື່ອຮູ້ວ່າ ມີສາຍນໍ້າ ໄຫລຖ້ວມ ມາເເຮງ ເຂົາ ກໍ ຖອຍ ພ້ອມກັບ ກອງພັນ ຂອງ ເຂົາ ເເຕ່ວ່າ ບໍ່ເເມ່ນ ການລ້າຖອຍ ເເບບ ຍອມຈໍານົນ ປົບຫລົບຫນີ ຢ່າງບໍ່ມີ ເເຜນການສູ້ ໃນ ອະນາຄົດ ຂ້າງຫນ້າ ສ່ວນ ນາຍ ເເລະ ພົນທະຫານ ອີກຫລາຍຄົນ ຍັງພາກັນ ປະຕິບັດ ຫນ້າທີ່ ຕໍ່ໄປ ຢູ່ໃນ ຖັນເເຖວ ຂອງ ຣັຖບານ ສປປລ ເເລະ ຍັງໄດ້ຖືກເລື່ອນຊັ້ນ ຂຶ້ນເປັນ ຜູ້ສໍາຄັນ ອີກດ້ວຍ

ຫານໄຊ ຮູ້ດີວ່າ ນັບຕັ້ງເເຕ່ ໑໙໗໕ ມາ ກອງກໍາລັງທະຫານ ວຽດນາມ ຍັງບໍ່ໄດ້ຖອນຕົວ ກັບຄືນ ປະເທດ ຂອງເຂົາ ຊຶ່ງ ມີ ຈໍານວນ ທະຫານ ຫລາຍພັນຄົນ ທີ່ ໄດ້ປອມຕົວ ເປັນ ພົລເມືອງລາວ ເເລະ ຍັງດໍາເນີນ ພາຣະກິດ ການຄວບຄຸມ ໃນ ຮູບເເບບ ຕ່າງໆ ເຊັ່ນ ທາງດ້ານ ການເມືອງ ການທະຫານ ເເລະ ການຄ້າຂາຍ ຢູ່ທົ່ວໄປ ປະຊາຊົນລາວ ທັມມະດາ ສາມັນ ໃນບ້ານ ໃນເມືອງ ບໍ່ອາດ ສາມາດ ຈະຮູ້ໄດ້ວ່າ ໃຜເປັນໃຜ ເເຕ່ວ່າ ພະນັກງານ ໃນ ກອງພັນເກົ່າ ຂອງ ຫານໄຊ ຈື່ຈໍາ ລັກສນະ ການປະພຶດ ຂອງ ພວກ ພະນັກງານ ເເກວ ໄດ້ດີ!

ຫານໄຊ ໄດ້ເຂົ້າມາ ວຽງຈັນ ເມື່ອປີ ໑໙໗໔ ເເລະ ໄດ້ສັງເກດ ເຫັນວ່າ ມີ ຄົນລາວ ຈໍານວນ ຫລາຍຫມື່ນຄົນ ທີ່ ໄດ້ຖືກສົ່ງໄປ ສູນສັມນາ ເເລະ ອີກ ຈໍາພວກນຶ່ງ ກໍ ໄດ້ອົພຍົບ ຫລົບພັຍ ຫນີອອກຈາກ ປະເທດໄປ ຫານໄຊ ກໍເລີຍເກີດມີ ຄວາມເເປກປລາດໃຈ ນ໋ອຍນຶ່ງ ພໍເມື່ອ ຫານໄຊ ໄດ້ໂອກາດ ເຂົາກໍ ກັບເມືອ ຊໍາເຫນືອ ເພື່ອ ໄປ ຢ້ຽມຢາມ ຖາມຂ່າວ ພໍ່ເເມ່ພີ່ນ້ອງ ທີ່ຢູ່ ທາງນັ້ນ ເເຕ່ຫາກວ່າ ລາວ ເກີດມີ ຄວາມເສັຽໃຈ ຢ່າງຍິ່ງ ພໍເມື່ອ ຕົນ ໄດ້ຊາບວ່າ ພໍ່ເເມ່ ພ້ອມດ້ວຍ ເອື້ອຍອ້າຍນ້ອງ ຂອງຕົນ ກໍ ໄດ້ອົບພຍົບ ປົບຫນີ ເຫມືອນກັນ ເເລະ ໄປລີ້ຢູ່ ສູນອົພຍົບ ທີ່ຝັ່ງໄທຍ ອັນ ເປັນ ສະພາບການ ທີ່ ພາໃຫ້ລາວ ຄຶດເຖິງ ຄໍາເວົ້າ ຂອງ ພໍ່ຕູ້ ຂອງລາວເອງ ທີ່ ເພິ່ນ ໄດ້ສັ່ງໄວ້ ຕອນລາວໄປລາ ຍ້ອນຖືກຈັບ ໄປເປັນ ທະຫານ ເເນວລາວຮັກຊາດ ຊຶ່ງ ເປັນ ຄໍາເວົ້າ ທີ່ລາວ ຍັງຈໍາໄດ້ ຄື ຢ່າໃຫ້ ມັນເປັນເເບບ ໄດ້ເເນວນຶ່ງ ເເຕ່ເສັຽເເນວນຶ່ງ ການເສັຽ ເເລະ ການໄດ້ ຍ່ອມເປັນ ຜົນປໂຍດ ສ່ວນຮວມ ຂອງຊາດ ເເທ້ເນີ ມັນຈຶ່ງ ຈະເປັນ ປໂຍດ

ເຂົາຕໍ່ສູ້ມາ ຈົນເເຂນຂາດໄປ ກໍ້ານຶ່ງ ຝ່າຍເຂົາ ທີ່ມີຊື່ວ່າ ເເນວລາວຮັກຊາດ ໄດ້ຮັບ ໄຊຊນະ ໂດຍ ການໂຄ່ນລົ້ມ ຍຶດອໍານາດ ຈາກ ຣັຖບານ ພຣະຣາຊອານາຈັກລາວ ເເຕ່ ບໍ່ເເມ່ນ ໄຊຊນະ ເພື່ອ ຜົນປໂຍດ ອັນເເທ້ ຂອງລາວ ທັງຊາດ ຊໍ້າບໍ່ຫນໍາ ເຂົາຍັງເສັຽ ຄອບຄົວ ອັນ ເເສນຫວງເເສນຫ່ວງ ຂອງເຂົາ ອີກດ້ວຍ ປັສຈາກ ການອໍາລາຄາຈາກ ໃດໆ ທັງສິ້ນ!! ດ້ວຍເຫດນີ້ ເຂົາ ຈຶ່ງ ຕັດສິນໃຈ ມາຢູ່ ບ້ານ ພູກູ່ ເເລະ ເຂົາ ຫວນກັບ ຄິດຮອດ ຄິດເຖິງ ຄໍາເວົ້າ ຂອງພໍ່ຕູ້ ເເລະ ຂອງ ພວກ ໄທບ້ານ ທີ່ ມັກ ພາກັນ ເອີ້ນ ເພິ່ນ ຢູ່ສເມີວ່າ ພໍ່ຕູ້ຈານ ເຫັນໄກ ເເຕ່ກ່ອນນັ້ນ ເຂົາໄດ້ຍິນ ເເຕ່ຍັງບໍ່ທັນເຂົ້າໃຈ ເເລະ ກໍ ຍັງບບໍຢາກ ຮອດຊອກ ເຂົ້າໃຈ ອີກຊໍ້າ!

- ສຸກໃຈ ເປັນຄົນ ສລາດ ຮູ້ລໍາ ຮູ້ເລົ່າ ຊີວິດ ພຽງນຶ່ງວັນນີ້ ໃຫ້ໄທບ້ານ ຜູ້ສົນໃຈ ຟັງ ຢ່າງຄ່ອງເເຄ່ວ ເເລະ ຮູ້ປັບ ເຣື່ອງ ຕ່າງໆ ໃຫ້ເປັນ ປໂຍດ ທີ່ ຊັກຊວນ ໃຫ້ຄິດ ເເລະ ຊວນຫົວ ເຂົາເປັນຄົນ ມັກຟັງ ມັກສັງເກດ ມັກວິຈັຍ ເຫດການ ທີ່ ເກີດຂຶ້ນ ທັງເປັນຄົນ ທີ່ ນັບຖື ຫມູ່ເພື່ອນ ເເລະ ຮູ້ຈັກ ຮັກເເກ່ນ ກັບ ໄທບ້ານ ໄທເມືອງ ເປັນຢ່າງດີ

ຄົນຜູ້ນີ້ ມັກເຮັດ ວຽກ ທີ່ມີ ຜົນປໂຍດ ສ່ວນຮວມ ນອກຈາກ ການດໍາເນີນຊີວິດ ຊອກຫາຢູ່ຫາກິນ ອັນຫຍຸ້ງຍາກ ຍ້ອນ ເຫດ ການປ່ຽນເເປງໃຫມ່ ໃນລາວ ສຸກໃຈ ໄພວັນ ເເລະ ຫານໄຊ ຍັງມີ ມານະ ມີເຈຕນາດີ ສະຕິໄວ ເເລະ ສວຍໃຊ້ ເຫື່ອເເຮງ ຄວາມຮູ້ ເພື່ອ ຊ່ວຍ ໄທບ້ານ ສ້າງເເປງ ໂຮງຮຽນ ພ້ອມທັງ ຮັບ ຫນ້າທີ່ ເປັນ ນາຍຄຣູ ສອນ ຫນັງສືລາວ ສອນ ພາສາລາວ ໃຫ້ພວກ ຫນຸ່ມນ້ອຍ ຊຶ່ງ ເປັນ ນັກຮຽນ ຂອງ ໄທບ້ານ ພູກູ່ ເເລະ ບ້ານໃກ້ຄຽງ ພວກເຂົາ ເຂົ້າໃຈ ກັນດີ ເເລະ ຮູ້ຈັກ ເຮັດວຽກ ເປັນຄນະ ອີກດ້ວຍ


ຂ. ການອອກໄປຫາປາທີ່ອ່າງນໍ້າໃຫຍ່

ໄພວັນ ເປັນຄົນ ຕື່ນເດິກ ລຸກເຊົ້າ ເມື່ອຮອດ ມື້ນັດຫມາຍ ໄປຫາປາ ລາວ ກໍ ຕື່ນ ກ່ອນ ເຊົ້າຮຸ່ງ ເພື່ອ ລຸກຂຶ້ນ ຫ້າງຫາ ເອົາ ເຄື່ອງຂອງຫາປາ ໃຫ້ຄົບ ເເລ້ວຈຶ່ງ ອອກໄປ ຊັກຊວນ ເອົາຫມູ່ ລາວລົງເຮືອນ ໄປ ພ້ອມກັບ ດວງຕາເວັນ ທີ່ ພວມ ຂຶ້ນສູ່ ທ້ອງຟ້າ ເເລະ ສຽງຊີວິດ ໃນ ຫມູ່ບ້ານ ພູກູ່ ກໍ ຄ່ອຍໆ ດັງເເຮງຂຶ້ນ ເມື່ອ ໄພວັນ ຍ່າງ ໄປຮອດ ເຮືອນ ສຸກໃຈ ລາວກໍເອີ້ນຂຶ້ນ ເເຮງ ພໍສົມຄວນ ວ່າ

  • ສ່ຽວເອີຍ ໄພວັນ ນ໊າ! ເຮົາມາຮອດເເລ້ວ ອອກໄປກັນເທາະ!
  • ສຸກໃຈ: ໄດ້ຍິນເເລ້ວ! ເຮົາຫ້າງເຄື່ອງເເລ້ວໆ ຈະລົງໄປດຽວນີ້ລ໊າ

ເມື່ອ ສຸກໃຈ ລົງມາ ຮອດ ກາງບ້ານເເລ້ວ ເຂົາເຈົ້າ ກໍຖາມ ສະບາຍດີກັນ ເເລະ ທັງສອງ ພາກັນ ຍ່າງຕໍ່ ເພື່ອ ໄປເອີ້ນ ຫານໄຊ ເເຕ່ວ່າ ຜູ້ກ່ຽວ ໄດ້ຕຽມພ້ອມ ເເລະ ໄດ້ລໍຖ້າຫມູ່ ກ່ອນເເລ້ວ ຢູ່ກາງບ້ານ ເເບບ ບໍ່ໃຫ້ເສັຽ ເວລາ ຈັກຫນ່ອຍ

  • ຫານໄຊ: ສະບາຍດີ ໄພວັນ ສະບາຍດີ ສຸກໃຈ
  • ສຸກໃຈ ໄພວັນ: ສະບາຍດີ ສ່ຽວ ອອກໄປກັນເທາະ

ພວກເຂົາເຈົ້າ ໄດ້ຫ້າງຫາ ເອົາເຄື່ອງ ຈໍາເປັນ ຂອງໃຜລາວ ໃນ ການໄປຫາປາ ເທື່ອນີ້ ເຊັ່ນ ຄັນເບັດ ເຫຍື່ອ ຂ້ອງ ດາງຕັກປາ ມີດ ເຊືອກ ປັ້ນເຂົ້າງາຍ ບັ້ງນໍ້າ ເເກ້ວນໍ້າ ທັງສາມ ໃສ່ສົ້ງເສື້ອ ນິນດໍາ ເກົ່າ ມີ ຜ້າຄະມ້າ ມັດເເອວ ພາຍຖົງ ເເລະ ໃສ່ ຫມວກອີ່ເກີ້ງ ເພື່ອ ກັນ ເເດດກ້າ ເພາະ ເເມ່ນ ຍາມ ເດືອນຫ້າ

  • ສຸກໃຈ: ເດືອນຫ້າປີນີ້ ເກີນວ່າມັນຮ້ອນ
  • ໄພວັນ: ເເມ່ນ ອີ່ຫລີ ສ່ຽວ ເເຕ່ເຮົາວ່າ ມັນຍັງ ບໍ່ຮ້ອນເຮັ່ງ ທໍ່ປີ ໑໙໗໖ ປີກາຍນີ້
  • ຫານໄຊ ຟັງຫມູ່ ເເລະ ກໍ ງຶກຫົວ: ເອີ ມື້ນີ້ ມັນ ເລີ້ມຮ້ອນ ເເຕ່ເຊົ້າເເທ້ນໍ ເເຕ່ວ່າ ພວກເຮົາ ມີ ຫມວກອີ່ເກີ້ງລາວ ສານ ດ້ວຍ ໄມ້ໄຜ່ລາວ ເເລະ ສາມາດ ກັນ ເເສງເເດດ ໄດ້ດີ

ພວກເຂົາເຈົ້າ ຮີບ ພາກັນ ຟ້າວຍ່າງ ເຂົ້າໄປ ໃຫ້ຮອດ ປ່າ ເເລະ ມຸ້ງຫນ້າໃສ່ ທິດທາງ ທີ່ ຕົນ ໄດ້ເຊື່ອງ ເຮືອ ລໍານຶ່ງໄວ້ ຢູ່ເເປະ ກັບ ຫ້ວຍນ້ອຍ ທີ່ ເປັນ ງ່ານໍ້າ ສາຂານຶ່ງ ຊຶ່ງ ເເຍກອອກຈາກ ອ່າງໃຫຍ່ ຂອງ ເຂື່ອນນໍ້າງື່ມ ເມື່ອ ເຂົ້າມາຮອດ ໃນປ່າ ເຂົາເຈົ້າ ຈໍາຕ້ອງ ໄດ້ຍ່າງ ຊ້າລົງ ຍ້ອນ ຄວາມຕຶບຫນາຫລາຍ ຂອງ ປ່າ ນັ້ນເອງ ເພາະ ມັນ ຍັງເປັນ ປ່າດົງພົງພັຍຢູ່ ພວກເຂົາ ໄດ້ຍ່າງ ຕາມທາງ ເສັ້ນນ້ອຍໆ ທີ່ ງໍງ້ຽວ ຂຶ້ນລົງ ຮົກເຮື້ອ ຖ້າຍ່າງ ຫ່າງກັນ ປະມານ ສີ່ສິບຫລາ ກໍເເປວ່າ ບໍ່ເຫັນກັນ

ຢູ່ຕາມເສັ້ນທາງ ກໍ ເຕັມເເຕ່ ຕົ້ນໄມ້ໂດກ ງ່າໄມ້ໂດກ ທີ່ ຖືກ ຟ້າຝົນ ລົມເເດງ ລົມເເຮງ ໄດ້ພັດ ຫັກລົ້ມ ລົງມາ ຕັນທາງ ເເລະ ກໍ ກາຍເປັນ ອຸປສັກ ທີ່ ກີດຂວາງ ທາງນ້ອຍ ເເຕ່ ສ່ຽວທັງສາມ ກໍ ພາກັນ ຍ່າງ ຕາມຫລັງກັນ ຕໍ່ໄປ ເຂົ້າຫ່ອມນີ້ ໂງ້ງຫ່ອມຫນ້າ ເເລະ ໃນ ຂນະນັ້ນ ໄພວັນ ຄຶດໃສ່ ການເເອບຊ້ອມ ວິຊາ ທະຫານ ເເບບ ເເລ່ນຂ້າມ ອຸປສັກ ຄືມີ ທັງ ເຕັ້ນ ເລືອ ລອດ ໂດດຂ້າມ ເເຂວນ ໃຊ້ເເຮງເເຂນ ເເລະ ເເຮງຂາ ຈົນເຫື່ອຍ້ອຍ ອອກຫນ້າ ອອກຫລັງ ເເລະ ທີ່ ເຮັດໃຫ້ ອິດເມື່ອຍ ເມື່ອ ໄດ້ຍ່າງ ເລິກເຂົ້າໄປ ຮອດ ກາງດົງ ສຸກໃຈ ຜູ້ທີ່ ຮູ້ທ້ອງຖິ່ນ ຮູ້ປ່າໄມ້ ຮູ້ຕົ້ນໄມ້ ໄດ້ສັງເກດ ເຫັນ ຄວາມງຽບສງັດ ຂອງ ສ່ຽວທັງສອງ ຈຶ່ງ ສເນີຂຶ້ນວ່າ

  • ຈັ່ງເເມ່ນມິດດີ ໄດ້ຍິນ ເເຕ່ ສຽງນົກ ສຽງສັດສາວາສິ່ງ ສຽງລົມພັດໄມ້ ຄ້າຍຄື ສຽງ ດົນຕຣີ ທັມມະຊາດ ເອົາລ໊ະ ເຮົາ ຊິລໍາ ສູ່ຟັງ ເເຕ່ ກ່ອນຈະເລີ້ມ ຈະລໍາ ເຂົາໄດ້ໃຊ້ມື ຊີ້ບອກ ຊື່ ຕົ້ນໄມ້ ໄປນໍາ
  • ສັງເກດເບິ່ງເເມ ຫານໄຊ ໄພວັນ! ປ່າດົງລາວເຮົານີ້ ຈັ່ງເເມ່ນ ມັນມີ ຕົ້ນໄມ້ ລໍາໃຫຍ່ ລໍາໂຕ ຫລາຍ ຊນິດ ມີທັງ ໄມ້ຍູງ ໄມ້ຍາງ ໄມ້ດູ່ ໄມ້ເເຄນເເກ່ນ ບົກຈິກຮັງຄໍາພີ ໄມ້ສັກ ໄມ້ບາກ
  • ໄພວັນ ກ່າວຕໍ່ວ່າ: ມີທັງ ຕົ້ນໃຫຍ່ ຕົ້ນນ້ອຍ ທີ່ມີ ສີ ສັບຢູ່ດອມກັນ ຢູ່ປ່າດົງດຽວກັນ ພວກສ່ຽວ ຮູ້ບໍ່ວ່າ ຢູ່ດົງເກົ່າ ໃຕ້ອ່າງໃຫຍ່ນັ້ນ ຕົ້ນໄມ້ ຊນິດດີ ມີຄ່າປະເສີດນັ້ນ ເເຫ່ງມີຫລາຍກວ່າ ຢູ່ບ່ອນນີ້
  • ຫານໄຊ ເພີ່ມຕໍ່ໄປວ່າ: ມັນມີ ຕົ້ນໄມ້ ຫລາຍຢ່າງ ນານາຊນິດ ທີ່ ເກີດປົນກັນ ຢູ່ດອມກັນ ມັນ ຈຶ່ງເປັນ ປ່າດົງ
  • ໄພວັນ: ເເຕ່ລະຕົ້ນ ເເຕ່ລະລໍາ ມັນກໍມີ ປໂຍດ ທັງຫມົດ ໃຫ້ຄວາມຮົ່ມເຢັນ ເປັນທີ່ເພິ່ງ ພາອາສັຍ ຂອງ ສັດສາ ວາສິ່ງ ນອກຈາກນັ້ນ ໃບໄມ້ ສີຂຽວໆ ຍັງຊ່ວຍໃຫ້ ຊີວິດ ຂອງ ສັພສິ່ງ ຫາຍໃຈໂລ່ງ ໃຫ້ມີເຫື່ອ ມີເເຮງ ເເກ່ ສຸຂພາບ
  • ຫານໄຊ ຕື່ມໄປອີກວ່າ: ເອົາໃຊ້ ປຸກເຮືອນ ປຸກຊານ ໃຫ້ໄທບ້ານລາວ ກໍໄດ້ ມີພີ່ນ້ອງ ມາຢ້ຽມຢາມ ເເລະ ໄດ້ເວົ້າສູ່ ຟັງວ່າ ປັດຈຸບັນນີ້ ມີ ການຕັດໄມ້ ເອົາເປັນເອົາຕາຍ ໄປ ປຸກເຮືອນ ປຸກຊານ ເປັນ ການໃຫ່ຍ ຢູ່ທາງ ຊໍາເຫນືອ ເເລະ ຫລວງນໍ້າທາ
  • ສຸກໃຈ: ເອີ ຄັນຊັ້ນ ກະຊິລໍາ ເຣື່ອງ ເດີນດົງ ຊົມພຶກສາ ປ່າໄມ້ ສູ່ຟັງ ສ໊ານໍ (ເເລ້ວລາວກໍໄດ້ເອີ່ຍ ສໍານຽງຂຶ້ນ)

ຍຸຕິກາ ກອນບັ້ນ / ເດີນພັຍ ໃນເຖື່ອນ
ເດືອນລ່ວງຍ້າຍ / ກາຍເຂົ້າ ຍີ່ຈຽງ
ເປີດເບິ່ງເຣື່ອງ / ປາງເກົ່າ ບູຮານ
ລໍານິທານ / ໃສ່ເເຄນ ທາງໂປ້
ທາງໂຕຢ້ອນ / ທາງກອນ ກໍປ່ອຍ
ສລັບເພງ ດອກສ້ອຍ / ລໍາເຣື່ອງ ອື່ນປົນ
ຂໍ້ເລີ້ມຕົ້ນ / ເດີນທ່ຽວ ພັຍຮົກ
ສາກູນາ ເເນວນົກ / ຢ່ອນຄອນ ຕົວເຕັ້ນ
ເລນເເລະຈ້ອນ / ໂຕນຫລິ້ນ ປ່າເນີນ
ເສືອປ່າຮ້ອງ / ກ້ອງສນັ່ນ ງັນສຽງ
ຕົວລາງເລັກ / ນົກກະທາ ຂັນທ້າ
ກູນາມັນຮ້ອງ / ສຽງທອງ ຮ້ອງສັ່ງ
ຟັງສຽງ ນົກຮ້ອງ / ທອງຂູ້ມ ທໍ່ກັນ
ເຂົາທອງຂັນ / ສຽງສນັ່ນ ກາງພັຍ
ຄືສຽງ ສາຍໃຈ / ຮ້ອງສັ່ງ ຍາມເພີນ
ຈົ່ງພັດ ຈົ່ງເພີນ / ເຮົາເດີນ ພັຍວັນ
ເຂົາຂັນທ້າ / ກະທາທອງ ເຕັ້ນໄຕ່
ນົກໃສ່ ສັບຕອດດ້ວງ / ເອົາກົ້ນ ຫໍ່າໂກນ
ເເຕກຈົ້ນໆ / ນົກປ່າ ກະທາຂັນ
ຝັນເຖິງນາງ / ຄູ່ເຄີຍ ຈາຕ້ານ
ກວາງຟານເຕັ້ນ / ເຫັນເເລນ ມັນເເລ່ນ
ເເລນເເລ່ນ ຂຶ້ນໄມ້ / ເຫັນໃກ້ ບໍ່ໄກ ==> (ອ່ານຕໍ່ ຫນ້າ ໒)


ຫນ້າ | | | | | | | |

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0