ພາສາ ລາວ - La langue lao ບົນ ລາວເເພນ

ໃກ້ທິດທາງຕາເວັນອອກຂອງເຂື່ອນນໍ້າງື່ມ ໓

ວັນພະຫັດ ທີ ໑໖ ເດືອນ ທັນວາ/décembre  ຄສ. 2010, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ

ນະວານິຍາຍສັ້ນ ( ຫນ້າ ໓ )


ຈ. ການພັກເຊົາ ກິນເຂົ້າງາຍ ຢາ ກິນເຂົ້າເເຊບ

ສະຫາຍເກີ ທັງສາມ ຫາປາ ຢູ່ບ່ອນຫັ້ນ ເກືອບຮອດທ່ຽງ ເເລະ ໄດ້ປາ ພໍ ສົມມາ ພາຄວນ ພວກເຂົາ ໄດ້ ທັງໂຕໃຫຍ່ ເເລະ ໂຕຂນາດກາງ ສ່ວນວ່າ ໂຕຍັງນ້ອຍ ພວກເຂົາ ກໍປ່ອຍມັນ ລົງນໍ້າຄືນ ເພື່ອ ໃຫ້ມັນ ໄດ້ກັບໄປເເຜ່ ເຊື້ອເເນວເເຖວພັນ ຂອງມັນ ຕໍ່ໄປ
  • ສຸກໃຈ: ໄດ້ປາ ພໍ ສົມຄວນ ເເດ່ເເລ້ວ ພາກັນ ຢຸດ ກິນເຂົ້າງາຍກັນເທາະ
  • ໄພວັນ: ກໍດີ ຄືກັນ ເຮົາເອງ ກະຫິວ ເເດ່ເເລ້ວ ເພາະວ່າ ມື້ເຊົ້ານີ້ ກໍລຸກ ປັ້ນເຂົ້າ ເເຕ່ ເຊົ້າເເດ່
  • ຫານໄຊ: ເອີ! ດົນໆ ມາພາກັນ ກິນເຂົ້າງາຍ ຖືກ ເວລົມ ເວລາ ເເດ່ກໍດີ ເພາະ ຊີວິດ ຢູ່ບ້ານນອກ ຄື ພວກເຮົານີ້ ຈໍາເປັນ ຕ້ອງໄດ້ ເຮັດ ວຽກຫນັກ ຢູ່ ບໍ່ຢຸດ ບໍ່ຢ່ອນ ເຣື່ອງ ກິນເຂົ້າ ກິນນໍ້າ ນີ້ ກໍ ບໍ່ຄ່ອຍຖືກ ເວລົມ ເວລາ ດີ ພໍ ປານໃດ!
  • ໄພວັນ: ພາກັນ ເອົາເຮືອ ໄປຈອດ ໃກ້ໆ ຕໍໄມ້ໃຫຍ່ ຢູ່ບ່ອນຫັ້ນ ເຫັນບໍ ສ່ຽວ ເພາະ ມັນ ຈັ່ງ ມີ ຮົ່ມ ໃຄເເຄນ ເເດ່! ເອີ ຫານໄຊ ເຣື່ອງກິນເຂົ້າ ບໍ່ຖືກເວລານັ້ນ ໂຕຈື່ໄດ້ບໍ ຕອນສມັຍ ຢູ່ ໃນ ສນາມຣົບ? ເຣື່ອງ ເວລາ ການກິນນອນ ພັກຜ່ອນ ນັ້ນ ຄືວ່າ ເວລາ ບໍ່ເປັນ ຂອງ ພວກເຮົາ ຈັກເທື່ອ ເນາະ ສ່ຽວ! ຢູ່ ເເນວຫນ້າ ຕ້ອງໄດ້ ຣະມັດ ຣະວັງ ຢູ່ ບໍ່ຢຸດ ບໍ່ເຊົາ ສຽງປືນ ກໍດັງ ຢູ່ບໍ່ເຊົາ! ຍາມໃດ ກໍໄດ້ ຂ່າວ ວ່າ ກອງຫລອນ ພວກເເກວ ມັນ ຈະມາຫລອນຕີ!
  • ຫານໄຊ: ເເມ່ນເເທ້ໆ ສ່ຽວ ພວກເຮົາ ກໍໄດ້ ຣະມັດ ຣະວັງ ຄືກັນ ຍ້ອນ ການຣະດົມຍິງ ຂອງ ປືນໃຫຍ່ ເເລະ ການ ໂຈມຕີ ຂອງ ເຄື່ອງບິນ ພວກ ຈັກພັດ ອະເມຣິກັນ! ໂຕ ໄດ້ເວົ້າ ວ່າ ກອງ ທະຫານ ເເກວ ຫລອນຕີ ນັ້ນ ເຮົາ ຢາກ ເຈາະຈົງ ເຣື່ອງນີ້ ໃຫ້ ພວກເຮົາ ເຂົ້າໃຈ ຄັກ ນໍາກັນ ດັ່ງນີ້ ເເມ່ນເເທ້ ວ່າ ມີ ກອງກໍາລັງ ວຽດນາມ ຢູ່ໃນ ສນາມຣົບ ເເຕ່ວ່າ ຕ້ອງຮູ້ ໃຈ້ເເຍກ ເບິ່ງ ໃນ ຂັ້ນ ຮູບ ຫນ່ວຍ ການຈັດຕັ້ງ ຂອງ ພວກເຂົາ ຕາມທີ່ ເຮົາ ໄດ້ຮຽນ ປາກ ເເລະ ເຂົ້າໃຈ ພາສາ ວຽດ ດີ ພໍສົມຄວນ ໄດ້ຮູ້ ໄດ້ເຫັນ ໄດ້ຮ່ວມ ໂອ້ລົມ ປາກເວົ້ານໍາ ເເລະ ປະຕິບັດງານ ນໍາກັນ ກັບ ພວກເຂົາ ນັ້ນ ເຫັນວ່າ ສ່ວນຫລາຍ ຜູ້ ບັງຄັບ ບັນຊາ ນັ້ນ ເເມ່ນເເກວ ຫລ້ອນໆ ເເຕ່ວ່າ ພວກ ນາຍຈ່າ ນາຍຫມູ່ ນາຍຈຸ ເເລະ ພົນທະຫານ ນັ້ນ ສ່ວນຫລາຍ ເເມ່ນ ພວກ ຊາວເຜົ່າ ໄທລາວ ເເຫ່ງ ສິບສອງ ຈຸໄທ ທີ່ ພວກ ວຽດນາມ ມັນ ສົ່ງ ພວກນີ້ ໄປ ຕາຍ ເເທນ ພວກເຂົາ ຢູ່ ໃນ ສນາມຣົບ ໃຫຍ່ໆ ຄື ໃນ ວຽດນາມໃຕ້ ເເລະ ໃນ ລາວ ສະນັ້ນ ຖ້າ ເຮົາ ເບິ່ງໄປ ຄັກໆເເລ້ວ ກໍ ຄືວ່າ ພວກ ວຽດນາມ ມັນ ມີ ຍຸທສາດ ເອົາ ເຊື້ອຊາດລາວ ຂອງເຮົາ ໃຫ້ມາ ຂ້າຟັນລັນເເທງ ກັນເອງ ເພື່ອ ດັບສູນ ເຊື້ອຊາດ ພວກລາວເຮົາ ຈົງ ຈົດຈໍາ ຄໍາເວົ້າ ຂອງ ເຖົ້າເເກ່ ບູຮານ ລາວເຮົາ ອັນທີ່ ວ່າ ຫມູ ເຮັດນາ ຫມາ ກິນເຂົ້າ ເຮົາເອງ ກໍ ບໍ່ຢາກ ຈະ ກ່າວ ເຖິງ ສຸພາສິດ ນີ້ ມາ ເພາະ ມັນ ເຮັດໃຫ້ ເຮົາ ເເລະ ຄົນລາວ ອີກ ຫລາຍຮ້ອຍ ຄົນ ໃນ ຖັນເເຖວ ຂອງ ເເນວລາວຮັກຊາດ ນັ້ນ ເເຄ້ນໃຈ ເຮົາມັນ ໂລດ ເຫລືອໃຈ ເເທ້ໆ ທີ່ ທາງຂັ້ນສູງ ຫມົດທຸກຄົນ ຂອງ ເເນວລາວຮັກຊາດ ນັ້ນ ມັນ ພາກັນ ບໍ່ມີໃຈ ບໍ່ມີ ຄວາມຮູ້ສຶກ ເເລະ ລືມ ສະຕິໄປ ຫມົດສ້ຽງ ໃນ ສິ່ງ ທີ່ ຄວນ ຈົດຈໍາ ອີກປະການນຶ່ງ ກໍ ຄືວ່າ ຢູ່ ໃນ ກອງບັນຊາການ ທີ່ ເຮົາ ຢູ່ນັ້ນ ເຮົາ ບໍ່ ເຄີຍຍອມ ໃຫ້ ນາຍ ທະຫານ ເເກວ ມາ ໃຫ້ ຄໍາສັ່ງ ເຮົາ ເພາະ ເຮົາເອງ ເປັນ ເຮົາເອງ ວາງເເຜນເອົາເອງ ດັ່ງທີ່ ເຮົາ ໄດ້ກ່າວເວົ້າ ສູ່ ພວກສ່ຽວ ຟັງ ໄປເເລ້ວ ເປັນດ້ວຍ ເຫດນີ້ເອງ ພວກ ວຽດນາມ ມັນຈຶ່ງ ບໍ່ກ້າ ເເຕະຕ້ອງ ເຮົາ ໄດ້ ສ່ວນວ່າ ທາງ ຂັ້ນສູງນັ້ນ ຈໍາເປັນ ຕ້ອງໄດ້ ຣາຍງານ ເເລະ ປະຕິບັດ ຕາມ ຄໍາສັ່ງ ຂອງ ກອງທັບ ວຽດນາມ ໂດຍ ຕຣົງ
  • ສຸກໃຈ: ຫມູ່ເພື່ອນ ລົມກັນ ຈັ່ງຊີ້ ມັນ ກໍ ດີ ເເລ້ວ! ລົມກັນ ມັນຈັ່ງ ເຂົ້າໃຈກັນ ວ່າໃຜ ເປັນໃຜ ໃຜປະຕິບັດງານ ຢ່າງໃດ? ເເຕ່ກ່ອນ ໄດ້ຍິນ ເເຕ່ວ່າ ໃຜ ກໍ ວ່າ ໂຕເກ່ງກ້າ ສາມາດ ໃຜກໍວ່າມັນ ສັນກໍວ່າຕ່ອນ! ຜົນ ສຸດທ້າຍ ພວກເຮົາ ກໍຮູ້ດີ ຢ່າງ ຄັກເເນ່ ວ່າ ໄຊຊນະ ເເທ້ໆ ເເລະ ຜົນປໂຍດ ທີ່ ໄດ້ມາ ເເທ້ໆ ນັ້ນ ມັນຕົກຢູ່ ໃນ ກໍາມື ຂອງໃຜ ກັນເເທ້?

ພໍເມື່ອ ໄດ້ຍິນ ຄໍາວ່າ ຜົນປໂຍດ ເເລ້ວ ໄພວັນ ເເລະ ຫານໄຊ ກໍ ຄືວ່າ ມີ ຄົນເອົາ ກໍາປັ້ນ ມາຕີ ຖືກ ຫນ້າເອິກ ຂອງໂຕ ຈົນວ່າ ຄື ມີ ສຽງດັງ ສະທ້ອນ ເເຮງ ອອກໄປ ບັກໄກໆ ຈົນພາໃຫ້ໄດ້ຍິນ ຢ່າງຄັກເເນ່

  • ຫານໄຊ ກໍກ່າວຂຶ້ນວ່າ: ສິ່ງທີ່ ເຮົາ ໄດ້ ຄຶດໄວ້ ເເຕ່ປາງກ່ອນນັ້ນ ມັນຖືກ ຫມົດສ້ຽງ ເຮົາ ໄດ້ ເວົ້າວ່າ ກອງທັບ ຂອງ ຣັຖບານ ວຽດນາມ ມັນຈະ ບໍ່ ຫນີ ອອກ ຈາກ ລາວ ຫລັງຈາກ ທີ່ ການຍຶດຄອງ ເອົາ ອໍານາດ ໄດ້ ໃນ ລາວ !! ເເມ່ນ ພວກມັນ ທີ່ ໄດ້ ຮັບ ຜົນປໂຍດ ຜູ້ດຽວ!!
  • ໄພວັນ: ສ່ຽວ ສຸກໃຈ ອັນວ່າ ຄວາມຄິດ ຂອງໂຕ ນັ້ນ ມັນໂລດ ວ່າ ໃສດີ ເເທ້ໆ!! ເຮົາ ຄິດວ່າ ນໍ້າສ້າງເເກ້ວ ຍັງ ບໍ່ ໃສ ປານນີ້
  • ຫານໄຊ: ເເມ່ນ ຄວາມໂຕ ມັນຄື ຢາກິນເຂົ້າເເຊບເເທ້! ມາເລີ້ມ ກິນເຂົ້ານໍາກັນ ໃຫ້ມັນ ເເຊບໆ ກັນເທາະ!

ເເຕ່ລະຄົນ ກໍ ໄດ້ເອົາ ຫໍ່ເຄື່ອງກິນ ຂອງ ໃຜລາວ ອອກມາ ວາງໄວ້ ຫນ້າໃຜຫນ້າລາວ ຢູ່ ໃນນັ້ນ ມີ ຕິບເຂົ້າຫນຽວ ເເຈ່ວປາເເດກ ປີ້ງປາເເຫ້ງ ຊີ້ນຢ້າງ ເເຈ່ວໂອດ ຫນັງເເຫ້ງເຜົາ ບັ້ງ ນໍ້າເຜິ້ງ ບັ້ງ ເຂົ້າຫລາມ ນ້ອຍ ຫລັງຈາກ ໄດ້ ລ້າງມື ສະອາດເເລ້ວ ພວກເຂົາ ໄດ້ຍໍມື ນົບໃສ່ ຫົວ ວ່າ ສາທຸ ເເລ້ວ ພາກັນ ກິນເຂົ້າ ຢ່າງ ງຽບໆ ເຂົາເຈົ້າ ຍື່ນ ຂອງກິນ ໃຫ້ກັນ ໄຂວ່ໄປໄຂວ່ມາ ມີຫຍັງ ກໍ ກິນ ນໍາກັນ

  • ໄພວັນ: ສ່ຽວ ຫານໄຊ ຍື່ນ ເເຈ່ວໂອດ ມາໃຫ້ ເເດ່! ເຮົາ ມັກ ເເຈ່ວ ພິເສດ ຂອງ ໄທເຫນືອ ທາງ ຊຽງຂວາງ ຊໍາເຫນືອ ນັ້ນເເທ້ໆ
  • ຫານໄຊ: ມັນ ເເມ່ນ ເເຈ່ວ ເເນວມັກ ຂອງ ໄທພວນ ເມັຽເຮົາ ເປັນ ໄທຊໍາເຫນືອ ລາວ ເປັນ ຊ່າງ ເຮັດເເຈ່ວ ທີ່ ມີ ສີມື ດີເເທ້ ເຮົາຍັງມີ ຫນັງເເຫ້ງເຜົາ ເອົາໄປຫຍໍ້າ ຊ່ວຍເເດ່ ມັນບໍ່ເເຂງ ບໍ່ຫຍາບ ພໍປານ ໃດດອກ!
  • ສຸກໃຈ: ເອີ ດີຄືກັນ ສົ່ງມາໃຫ້ຫຍໍ້າ ນໍາເເດ່ ເເຂ້ວເຮົາເເທ້ ມັນກໍຍັງດີ ຢູ່ດອກ! ອັນວ່າ ຫນັງເເຫ້ງເຜົາ ນີ້ ຄັນເຮົາ ຮູ້ຫຍໍ້າ ມັນ ກໍ ບໍ່ຫຍາບ ພໍປານໃດ ເເຕ່ວ່າ ຖ້າ ເເຂ້ວເຮົາ ບໍ່ດີ ຢ່າໄປຊອກກິນ ຂອງເເຂງ ເພາະ ເເຂ້ວ ມັນ ຊິຫັກ ຖິ້ມເສັຍໄປ ເປົ່າໆ ເເລ້ວ ຈະໄປຊອກຫາ ເອົາເເຂ້ວ ເຫລັ້ມເດີມ ຄືເກົ່າ ມາໃສ່ຄືນ ກໍບໍ່ມີ ເເຕ່ເຮົາ ຍັງນ້ອຍ ເຮົາເຄີຍເລົ່າວ່າ ກິນຊີ້ນເຂົ້າຍັງ ກິນຫນັງເຂົ້າຫມົດ! ໃຜ ຢາກກິນ ຊີ້ນຢ້າງ ຫມູປ່າ ເອີ້ນມາ ທາງນີ້ ເດີ! ຈົ່ງເຂົ້າ ຕິບນ້ອຍ ໄວ້ ຈໍ້າ ນໍ້າເຜິ້ງ ເເດ່ເດີ ສະຫາຍ ມັນເເມ່ນ ນໍ້າເຜິ້ງ ທີ່ເຮົາ ເກັບເອົາ ຢູ່ ພື້ນອ່າງ ເເຫ່ງນີ້ ກ່ອນ ເຂື່ອນ ໃກ້ ຈະເປີດໄຂ ມັນ ຫອມຫວານ ດີເເທ້ໆ ນອກນັ້ນ ເຮົາຍັງມີ ບັ້ງ ເຂົ້າຫລາມ ນ້ອຍ ອີກເດີ!
  • ຫານໄຊ: ຕອນ ເຮົາຢູ່ ຫລວງນໍ້າທາ ຜົ້ງສາລີ ອຸດົມໄຊ ຊໍາເຫນືອ ຊຽງຂວາງ ອັຕປື ສາຣະວັນ ເຮົາເຄີຍ ພົບເຫັນ ຫມໍປົວເເຂ້ວ ຊາວວຽດນາມ ທີ່ ຮູ້ ປ່ຽນເເຂ້ວປອມ ໃຫ້ໄດ້ ເປັນຢ່າງດີເລີດ! ພວກຜູ້ນໍາ ຂັ້ນສູງ ຂອງ ສໍນຶ່ງ ສອງປໍ ລໍນຶ່ງ ໄດ້ພາກັນ ຖືກ ຫມໍປົວເເຂ້ວ ວຽດນາມ ປ່ຽນເເຂ້ວປອມ ໃຫ້ ເກືອບຫມົດ ທຸກຄົນ! ເເຕ່ ວ່າ ເຮົາເອງ ເຮົາບໍ່ເຄີຍ ໃສ່ເເຂ້ວປອມ ຈັກເທື່ອ! ເຮົາ ຍັງຈື່ໄດ້ວ່າ ຕອນ ເຮົາຍັງນ້ອຍ ຄັນເປັນ ເເຂ້ວເເມງ ເເລະ ເຈັບປວດຫລາຍ ອີ່ເເມ່ເຮົາ ເພິ່ນ ເອົາ ເຊືອກ ເສັ້ນນ້ອຍໆ ມາມັດຜູກມັນ ໃຫ້ດີເເລ້ວ ກໍ ຫລົກ ເອົາ ມັນ ອອກ ຖິ້ມ!
  • ໄພວັນ: ເອີ ເເມ່ນເເທ້ໆ ຫານໄຊ ອັນວ່າ ເເຂ້ວເເມງ ຫລົກອອກມາເເລ້ວ ອີ່ພໍ່ເຮົາ ເພິ່ນຍັງ ເອົາມັນ ເເກວ່ງ ຂຶ້ນໄປຖິ້ມ ຢູ່ ເທິງ ຫລັງຄາເຮືອນ ພຸ້ນ ເເລ້ວ ເພິ່ນ ກໍ ອະທິບາຍ ໃຫ້ເຮົາ ຟັງວ່າ ເອົາໂຍນ ໄປໃຫ້ ຫນູກິນ ມັນຈຶ່ງ ຈະໄດ້ ເເຂ້ວປົ່ງໃຫມ່ ງາມດີ ເເລະ ຫມັ້ນດີກວ່າເກົ່າ!! ໂອຍ! ສ່ຽວ ສຸກໃຈ ເອີຍ ອັນວ່າ ເຂົ້າຫລາມ ນີ້ ໂລດ ເເມ່ນ ວ່າ ເຮົາມັກ ມັນເເທ້ໆ! ເຮົາ ມີເເຈ່ວ ປາເເດກ ປີ້ງປາຍອນ ປີ້ງປາດຸກ ເເລະ ເຂົ້າກໍ່າ ຈັບເອົາ ເເມ໊ະ ສ່ຽວ ກິນຊ່ອຍກັນເເນ່ ເມັຽເຮົາ ຫ້າງໃຫ້ ຫລ໊າຍຫລາຍໃດ!
  • ສຸກໃຈ: ອີ່ພໍ່ຕູ້ເຮົາ ເພິ່ນ ບອກສອນ ໃຫ້ ລູກຫລານ ຟັງວ່າ ພວກຄົນ ຫົວຫຍາບ ກິນ ຫນັງຈີ່ ບໍ່ເປັນ ຍາມໃດ໋ ກໍ ມີເເຕ່ເວົ້າວ່າ ມັນຫຍາບໂພດ ບາດວ່າ ເພິ່ນເອົາມັນ ໄປໃສ່ ເອາະຫລາມ ໄທເມືອງຫລວງ ເດ ຄື ໂລດວ່າ ເເຊບ ກະດັກ ກະດໍ້ ກະເດັ້ຍເເທ້ ຊັ້ນນ໋າ!! ໂອຍ! ພວກ ສ່ຽວຮັກເອີຍ ເຮົາເປັນ ຫມໍລໍາ ເເລະ ກໍຍັງຫນຸ່ມ ຍັງຫັນດີຢູ່ ເປັນ ຈັ່ງໃດໆ ກໍຕາມ ເຮົາຍັງ ບໍ່ຢາກທັນ ເເຂ້ວໂຫວ້ເທື່ອ ເນາະ! ເເລະ ເຮົາກໍ ບໍ່ມັກ ເເລ່ນໄປຫາ ຫມໍປົວເເຂ້ວເເກວ ຄືດັ່ງ ຫານໄຊ ໄດ້ກ່າວເວົ້າ ມາເເລ້ວ ນັ້ນເນາະ!!
  • ຫານໄຊ: ມື້ນີ້ ກິນເຂົ້າ ເເຊບ ຫລາຍ ກິນຫຍັງ ກະເເຊບຫມົດ ມັນເເມ່ນ ເຄື່ອງກິນ ພື້ນບ້ານ ຂອງ ລາວເຮົາ ເເທ້ໆ ເເຈ່ວປາເເດກ ໄພວັນ ກໍ ທັງເຜັດທັງເເຊບ! ເຂົ້າຫລາມ ສຸກໃຈ ກໍ ທັງເເຊບ ທັງມັນ ຫລາຍນາ!

ຫລັງຈາກ ທີ່ໄດ້ ປັ້ນເຂົ້າງາຍ ອີ່ມ ພໍສົມຄວນເເລ້ວ ພວກເຂົາ ກໍນັ່ງ ລົມກັນ ຕໍ່ ຢູ່ທີ່ ນັ້ນ ອີກນ້ອຍນຶ່ງ

  • ໄພວັນ: ເຂື່ອນ ເເຫ່ງນີ້ ໄດ້ ຖືກສ້າງ ສໍາເຣັດຂຶ້ນ ໃນປີ ໑໙໗໐ ເພິ່ນ ໄດ້ ເອົາປາ ຫລາຍ ຊນິດ ມາລ້ຽງໃສ່ ອ່າງນໍ້າ ຢູ່ ທາງ ຫລັງເຂື່ອນ ນາຍຊ່າງ ເຕັກນິກ ໄດ້ ກັ້ນນໍ້າ ໄວ້ ບໍ່ໃຫ້ ມັນ ໄຫລເເຮງ ຄືເກົ່າ ຣະດັບ ນໍ້າ ກໍ ຕໍ່າລົງ ຈຶ່ງເປັນຜົນ ອໍານວຍ ເຮັດໃຫ້ ທາງ ບໍຣິເວນ ລຸ່ມ ສາຍ ນໍ້າງື່ມນັ້ນ ກາຍເປັນ ຖິ່ນ ປູກຝັງ ເເລະ ລ້ຽງປາ ອຸດົມ ສົມບູນ ຂຶ້ນ ກວ່າເກົ່າ ນໍ້າງື່ມ ໄຫລ ອອກຈາກ ເຂື່ອນ ເເລ້ວ ໄຫລ ຕໍ່ໄປ ຜ່ານ ບ້ານ ທ່າລາດ ຖິ່ນເເກ້ວ ເເລະ ໄຫລລົງ ເລື້ອຍໆ ຕໍ່ໄປ ອີກ ນັກປະພັນ ຊັ້ນຍອດ ຂອງລາວ ໄດ້ ເເຕ່ງ ເພງ ສາວເເຄມງື່ມ ສາວ ບ້ານຖິ່ນເເກ້ວ ຮອດ ສາວເມືອງ ໂພນໂຮງ ໄວ້ ເພື່ອ ເປັນ ສັນຍະລັກ ຍົກສູງ ມອບ ໃຫ້ເເກ່ ຊາວບ້ານ ຊາວເມືອງ ໃນຖິ່ນເເຖບ ເເລະ ໃນຂົງເຂດ ໃກ້ ເເລະ ໄກ ທີ່ ເຂົາເຈົ້າ ເຫັນວ່າ ເປັນເເຫ່ງ ສວຍງາມ ຫລັງຈາກ ທີ່ໄດ້ ໄປ ທ່ຽວຊົມ ພົບເຫັນມາ ເປັນ ເພງ ມ່ວນ ອອນຊອນຫູ ທີ່ ຊາວລາວເຮົາ ທັງຫນຸ່ມ ເເລະ ເເກ່ ທັງ ຜູ້ບ່າວ ເເລະ ຜູ້ສາວ ມັກຣ້ອງ ເເລະ ມັກຟັງ ຢ່າງ ຕິດອົກຕິດໃຈ ຢູ່ ຕລອດມາ ນີ້ ເເມ່ນ ທຶນ ເເລະ ກໍາໄຣ ອັນງົດງາມ ສ່ວນນຶ່ງ ທີ່ ຣັຖບານ ເກົ່າ ໄດ້ສ້າງ ປະໄວ້ ໃຫ້ເປັນ ຂອງ ຊາວລາວ ຫມົດ ທຸກຄົນ
  • ຢູ່ໃນ ຣັຖບານເກົ່ານີ້ ເເນວບໍ່ດີ ເປັນ ພັຍເເກ່ ປະເທດຊາດ ກໍມີ ຢ່າງ ມາກມາຍ ກາຍກອງ ເຊັ່ນ ການສ້າງ ຜົນປໂຍດສ່ວນຕົວ ການ ສໍ້ຣາດບັງຫລວງ ການຄ້າຂາຍ ຕັດໄມ້ເຖື່ອນ ການໃຊ້ ກໍາລັງ ກອງທັບ ເເຫ່ງຊາດ ເພື່ອສ້າງອໍານາດ ຕົນເອງ ອໍານາດ ຄອບຄົວ ທ້ອງຖິ່ນ ສ້າງ ບັນຍາກາດ ໃຫ້ມີ ການຣະເເວງ ສົງສັຍ ຊຶ່ງກັນເເລະກັນ ຢູ່ເປັນປະຈໍາ ສ້າງການ ຍາດເເຍ່ງ ອໍານາດກັນ ດ້ວຍ ການປະຕິວັດ ໃຊ້ ອໍານາດ ຈັບກຸມ ຜູ້ຕ່າງຫນ້າ ຄນະ ປະເທດລາວ ໃນສມັຍ ການທ້ອນໂຮມລາວ ອັນສໍາຄັນທີ່ສຸດ ກໍເເມ່ນ ຂາດສະຕິ ວ່ອງໄວ ເເລະ ລະເລີງ ຈົນຖືກ ຫລົງເລ່ກົນ ຫລື ຍຸທສາດ ມືດລັບ ຂອງ ຝ່າຍ ກົງກັນຂ້າມ ທີ່ ໃນ ຂັ້ນສຸດທ້າຍ ກໍ ເປັນພັຍ ໃຫຍ່ຫລວງ ເເກ່ຊີວິດ ຂອງ ຕົນເອງ ເເລະ ຂອງ ຊົນໃນຊາດ ອັນທີ່ ໄດ້ເເກ່ ການອົພຍົບ ຫລົບພັຍ ເເລະ ຄຸກສັມນາ ດັ່ງນີ້ ເປັນຕົ້ນ!!
  • ຫານໄຊ: ເອີ ດີເເລ້ວ ທີ່ໂຕ ໄດ້ເວົ້າເຖິງ ຄວາມງາມ ຂອງ ບໍຣິເວນນີ້ ເເລະ ໂສມຫນ້າ ອັນເເທ້ຈິງ ຂອງ ຣັຖບານ ວຽງຈັນເກົ່າ ເຮົາຕ້ອງ ພາກັນເວົ້າ ເຖິງຄວາມ ງາມ ເເລະ ບໍ່ງາມ ເເດ່ ສັບປົນກັນໄປ ພວກເຮົາ ຮູ້ດີວ່າ ຢູ່ ໃກ້ໆ ກັບ ບ່ອນທີ່ເຮົາຢູ່ນີ້ ເຄີຍມີ ບ່ອນກັກຂັງ ຄົນລາວ ທີ່ມີ ຊື່ວ່າ ສູນສັມນາ ດອນລີງ!!
  • ສຸກໃຈ: ການເວົ້າ ຖືກຕ້ອງ ເເມ່ນ ການກ້າເວົ້າ ຄວາມຈິງ ມີ ສິລທັມ ເພື່ອ ຜົນປໂຍດຮ່ວມ ຂອງລາວ ຖ້າຟັງເບິ່ງ ເຣື່ອງ ບັນຫາລາວເຮົາ ຄັກໆເເລ້ວ ກໍພາໃຫ້ ຄິດເຖິງ ສຸພາສິດລາວ ບົດນີ້ ລີງຕໍ່ລີງ ຊີງກັນ ຂຶ້ນໄມ້ ບັດຊິໄດ້ ອ້າຍ ໂກກນາໂຖ!!
  • ໄພວັນ: ສ່ວນນຶ່ງ ຂອງ ພວກ ນັກໂທດ ຢູ່ ດອນລີງ ມີ ສ່ວນນຶ່ງ ເເມ່ນ ທະຫານ ມາຈາກ ວຽງຈັນ ເເລະ ອີກ ສ່ວນນຶ່ງ ເເມ່ນ ພວກ ທະຫານ ປະຈໍາການ ຢູ່ ເຂດ ທ່າລາດ ຢູ່ໃນ ຈໍານວນນີ້ ມີ ຫລາຍຄົນ ທີ່ໄດ້ ຮ່ວມ ປະຕິບັດງານ ຮັກສາ ຄວາມປອດພັຍ ໃຫ້ ຄວາມສດວກ ໃນ ການ ສ້າງເຂື່ອນ ເເລະ ອ່າງໃຫຍ່ ມາບັດນີ້ ເຂົາໄດ້ ຖືກ ກັກຂັງ ໃນບ່ອນ ທີ່ ເຂົາໄດ້ ເຄີຍ ຮ່ວມສ້າງຂຶ້ນ!
  • ຫານໄຊ: ເວົ້ານໍາ ພວກ ສໍນຶ່ງ ສອງປໍ ລໍນຶ່ງ ນີ້ ມັນກໍເປັນ ຈັ່ງຊີ້ເເລ້ວ ຈັກເເມ່ນ ເຂົ້າໃຈ ບັນຫາ ບ້ານເມືອງລາວ ຄົນລາວ ເຮົານີ້ ກັນຈັ່ງໃດ ເເທ້? ໃຜຯ ກໍ ໂລດວ່າ ຖືກຈັບ ກັນຫມົດ ໂລດວ່າ ກັກຂັງ ຄົນ ຄື ກັນກັບ ກັກຂັງປາ ໃສ່ອ່າງໄວ້? ເເຕ່ ເຊື່ອເເນ່ວ່າ ຄົນທີ່ ຖືກຂັງ ນັ້ນ ມັນຈະ ບໍ່ຖືກເບັດ ຈະບໍ່ຕົກໃສ່ ກົ້ນຂ້ອງ ເເລະ ດີ້ນສິ້ນໃຈ ຢູ່ໃນ ຂ້ອງ ຄືດັ່ງ ປາ! ຜູ້ມີໃຈ ເປັນຄົນເເທ້ ມັນຈະຕ້ອງ ໃຊ້ ຄວາມສາມາດ ຄວາມສລາດ ດີ້ນອອກ ໄດ້ກ່ອນ ຈະ ຖືກຈັບ ມັນຈະເຫັນ ຄວາມເປັນຄົນ ເເທ້ ເມື່ອຕອນ ມັນ ສາມາດ ລອດ ອອກໄປ ໄດ້ ເເລ້ວ! ການກັກຂັງ ຄົນລາວ ດ້ວຍກັນ ນັບເປັນ ຫມື່ນ ເປັນເເສນ ເປັນ ເວລາ ສິບ ຫາ ສິບຫ້າປີ ຕາມເເຜນການ ຊີ້ບອກ ຂອງ ຣັຖບານ ວຽດນາມ ນັ້ນ ມັນໂລດ ເເມ່ນ ການ ທໍາຣາຍ ຊີວິດ ຂອງ ຄົນລາວ ຢ່າງ ໄຮ້ ມະນຸສທັມ! ສໍາຄັນ ທີ່ສຸດ ອີກຢ່າງນຶ່ງ ກໍ ຄື ວ່າ ທາງ ຂັ້ນສູງ ໄດ້ ໃຫ້ ຄໍາສັ່ງ ລົງມາ ໃຫ້ ພວກເຮົາ ປະຕິບັດ ວ່າ ກ່ຽວ ກັບ ພວກ ນັກ ໂທດ ໄປ ສັມນາ ນັ້ນ ເຣື່ອງກິນ ເຣື່ອງຢູ່ ເຣື່ອງນອນ ເຣື່ອງເຈັບເປັນ ຕ້ອງ ປະປ່ອຍ ໃຫ້ ພວກມັນ ເເກ້ໄຂ ຊອກ ເອົາ ຕົວລອດ ດ້ວຍ ມັນເອງ ຕ້ອງ ຄວບຄຸມ ໃຫ້ ພວກມັນ ເຮັດວຽກ ຫນັກ ຢ່າ ປະປ່ອຍ ໃຫ້ ພວກມັນ ຢູ່ລ້າໆ ຕ້ອງ ທໍຣະມານ ໃຫ້ ພວກມັນ ທຸກໃຈ ຢ່າໃຫ້ ມີ ການ ຕິດຕໍ່ ເເຕ່ ທາງໃນ ອອກ ນອກ ເເລະ ເເຕ່ ທາງ ນອກ ເຂົ້າໃນ ຜູ້ໃດ ລັກລອບ ອອກໄປ ຕ້ອງ ໃສ່ໂທດ ມັນ ຢ່າງ ສະສົມ ຈົນໃຫ້ ມັນຕາຍ ເອງ ເຣື່ອງ ການຕາຍ ເສັຽຊີວິດ ປະປ່ອຍໃຫ້ ພວກ ມັນເອງ ຝັງມ້ຽນ ພວກ ມັນເອງ ຢ່າ ປະປ່ອຍ ໃຫ້ ຄອບຄົວ ພວກມັນ ໄດ້ຮູ້ ໄດ້ເຫັນ ຢ່າງ ເດັດຂາດ!! ຕັ້ງເເຕ່ ກອງ ກະດູກ ກໍ ບໍ່ ປະ ໃຫ້ ຄອບຄົວ ຂອງ ພວກມັນ ເກັບເອົາ ໄດ້ ຄືນ ເພື່ອ ນໍາ ເອົາໄປ ເຮັດ ພິທີ ທາງ ສາສນາ! ໃນ ໄລຍະ ສິບ ຫາ ສິບຫ້າ ປີ ພວກມັນ ຄົງ ຈະລົ້ມ ເສັຽຫາຍ ຕາຍໄປ ຫລາຍເເລ້ວ! ເເລະ ກໍ ເປັນ ຈຸດປະສົງ ອັນຈົບເເຈ້ງ ຂອງ ຄນະ ປະຕິວັດ ຂອງ ພວກ ເຮົາ! ເເລ້ວ ຜູ້ ທີ່ ສາມາດ ເອົາຕົວລອດ ອອກ ມາໄດ້ ມັນກໍ ຄົງ ຖືກລ້າງ ສມອງໄປ ເເລະ ຈະ ບໍ່ເປັນ ງູພິດ ເເກ່ ພວກເຮົາ ອີກ ຕໍ່ ໄປ!! ເມື່ອ ເຮົາໄດ້ ຍິນ ຄໍາສັ່ງ ນີ້ ເເລ້ວ ເຮົາ ໂລດ ຫວນຄຶດ ໄປເຖິງ ພວກ ນາຍ ທະຫານ ວຽດນາມ ລັກລົມ ກັນ ຢູ່ ໃນ ປ່າ ເເຕ່ວ່າ ເຮົາ ກໍ ພໍ ໄດ້ຍິນ ເເລະ ສາມາດ ເຂົ້າໃຈໄດ້ ສະນັ້ນ ຈຶ່ງ ສາມາດ ເຂົ້າໃຈ ໄດ້ ຢ່າງ ເເນ່ນອນ ອີກວ່າ ການ ຈັບກຸມຄຸມຂັງ ພວກຄົນລາວ ທຸກ ຣະດັບ ຊັ້ນ ເເຕ່ເທິງ ຮອດລຸ່ມ ຂອງ ຝ່າຍ ຣັຖບານ ເກົ່າ ນັ້ນ ມັນເປັນເເຜນການ ດັບສູນ ເຊື້ອຊາດ ລາວ ຂອງ ຣັຖບານ ວຽດນາມ!! ເຮົາ ຫມັ່ນຈົ່ມ ຢູ່ ໃນໃຈ ສເມີມາ ວ່າ ພວກ ສໍນຶ່ງ ສອງປໍ ລໍນຶ່ງ ນີ້ ຄື ສູ ປະປ່ອຍ ລາວ ຈັກວ່າ ເເມ່ນ ພວກເຂົາ ຢູ່ ທາງ ຂັ້ນສູງ ນັ້ນ ມີ ມັນສມອງ ເປັນຢ່າງໃດ ກັນເເທ້? ເຮົາ ບໍ່ ເຫັນພ້ອມ ເເຕ່ ຕ້ອງ ໄດ້ ມິດງຽບ ຢູ່ກ່ອນ! ສ່ຽວ ສຸກໃຈ ໂຕ ທີ່ ເປັນຜູ້ ຫາຊອກ ຄໍາເວົ້າລາວ ຕົກຜ້ຽງຄັກ ເເລະ ໄດ້ດີ ທີ່ສຸດ ໃຫ້ ໂຕ ລອງ ຊອກຊ່ວຍ ເຮົາເເດ່ ຈະໄດ້ບໍ?
  • ສຸກໃຈ: ສ່ຽວ ມັນ ຊິຍາກ ຊິຊາ ຫຍັງກັນເກາະ ເເຕ່ກ່ອນ ອີ່ພໍ່ຕູ້ເຮົາ ເພິ່ນ ຍັງເວົ້າ ຢູ່ເລື້ອຍໆ ວ່າ ມັນເເມ່ນ ພວກສມອງ ຫມາ ພວກປັນຍາ ຄວາຍ!
  • ຫານໄຊ: ໂທ ພາສາລາວ ເຮົານີ້ ມັນ ຄື ມີ ຄໍາຕື້ນ ຄໍາເລິກ ຄໍາທຽບເທົ້າ ໃສ່ກັນ ນັ້ນ ຄັກເເທ້ ນໍ ສ່ຽວ! ເມື່ອ ຫວນຊອກ ເຂົ້າໃຈ ເບິ່ງ ຄັກໆ ເເລ້ວ ພວກ ທາງ ຂັ້ນສູງ ນັ້ນ ມັນກໍ ຄື ກັນກັບ ນົກນໍ້າ ທີ່ ລົງ ມຸດ ເອົາປາ ໃຫ້ ຄົນຫາປາ ມັນ ບອກໄດ້ ໃຊ້ຟັງ ເມື່ອ ມັນ ມຸດ ຊອກ ເອົາ ປາ ໄດ້ ມັນ ກໍ ໄດ້ ຣາງວັນ ຕອບເເທນ ພໍໄດ້ກິນ ເເລະ ມີ ຊີວິດ ຢູ່ຕໍ່ໄປ!!
  • ໄພວັນ: ໂອຍ! ມັນ ໂລດ ວ່າ ຄັກ ເເທ້ໆ ອັນການເວົ້າ ປຽບທຽບ ໃສ່ ນົກນໍ້າ ນີ້ລະສ່ຽວ ຫານໄຊ ເອີຍ! ຢູ່ ເເຫ່ງນີ້ ເເຫ່ງ ມີ ປາ ຫລາຍ ເເລະ ພວກ ນົກ ກໍ ມີ ຫລາຍ ເຫລືອລົ້ນ! ຄົນ ກັບ ນົກ ມັນ ເປັນ ເຊີຍກັນ ຢ່າງຄັກເເນ່ ສະນັ້ນ ຈຶ່ງ ບໍ່ ສາມາດ ຮູ້ໄດ້ ວ່າ ໃຜເປັນໃຜ ເຮົາຮູ້ໄດ້ ເເຕ່ວ່າ ຕ່າງຝ່າຍ ຕ່າງອາສັຍກັນ ເພື່ອ ໃຫ້ ໄດ້ຢູ່ ໄດ້ກິນ ນໍາກັນ ຖ້າ ຄົນຫາປາ ຊອກຕຶກ ເອົາປາຫລາຍ ບາດດຽວ ມັນກໍ ຄືວ່າ ເເຈ້ງຂາວ ໂພດ ເເລ້ວ ໄທບ້ານ ໄທເມືອງ ຢູ່ ທາງໃກ້ເເລະໄກ ກໍ ຈະພົບເຫັນ ເເລ້ວ ພວກເຂົາ ກໍ ຈະໃຊ້ ຄໍາກ່າວຫາ ໄດ້ ສະນັ້ນ ຕ້ອງ ປ່ອຍ ໃຫ້ ນົກ ມັນ ຄ່ອຍມຸດ ຄ່ອຍຊອກ ຍືດເຍື້ອ ໄປ ຈົນວ່າ ບໍ່ ໃຫ້ໃຜ ເກີດ ມີ ຄວາມສົງສັຍ ພວກມັນ ຕ້ອງ ສະເເດງ ຕົວ ດັ່ງນີ້ໄປ ຈົນຮອດ ຂັ້ນ ໃຫ້ ພວກ ຫມູ່ປາ ດັບສູນ ເຊື້ອເເນວ ຫລື ພົງພັນ ຂອງມັນ!!
  • ສຸກໃຈ: ພວກ ສ່ຽວຮັກ ທັງສອງ ເຮົາ ກໍ ຊິເລົ່າ ເຣື່ອງສັ້ນໆ ເຣື່ອງນຶ່ງ ຄືກັນ ທີ່ ເຫັນວ່າ ເປັນ ຫນ້າຄິດ ສູ່ ພວກໂຕ ຟັງ ອັນນີ້ ມັນ ເເມ່ນ ເຣື່ອງ ປະສົບ ປະການ ສ່ວນຕົວ ຂອງ ເຮົາເອງ ເຮົາ ເຄີຍ ໄດ້ຮູ້ຈັກ ຮັກເເພງ ກັບ ໄທບ້ານ ທ່າລາດ ຜູ້ນຶ່ງ ຊື່ ສົມຫວັງ ລາວ ເປັນຄົນ ເເລ່ນເຮືອ ຫາງຍາວ ກ່ອນ ໂຄງການ ສ້າງເຂື່ອນ ເເຫ່ງນີ້ ລາວ ເອົາເຮືອ ເເລ່ນ ຂຶ້ນນໍ້າງື່ມ ຜ່ານ ບໍຣິເວນ ຈິ່ວພູກູ່ ຈົນໄປຮອດ ທຸກ ຫມູ່ບ້ານ ທີ່ຢູ່ໃກ້ ເເຄມນໍ້າ ທາງລ່ອງ ລາວ ກໍ ໄດ້ທ່ອງທຽວ ເຮືອ ໄປມາ ເພື່ອ ຊອກຫາ ທໍາມາ ຄ້າຂາຍ ເຊັ່ນ ດຽວກັນ ລາວຮູ້ ສາຍນໍ້າງື່ມ ເເລະ ທັມມະຊາດ ເເຫ່ງນີ້ ດີ ລາວ ເລົ່າ ເຣື່ອງ ປະສົບ ປະການ ຂອງລາວ ຊູ່ ເຮົາຟັງ ດັ່ງນີ້
    • ສົມຫັວງ: ຣັຖບານລາວ ໄດ້ ເລີ້ມ ລົງມື ສ້າງ ເຂື່ອນ ເມື່ອ ມັນ ສໍາເຣັດ ເເລ້ວ ໄທບ້ານ ໄທເມືອງ ກໍຈະໄດ້ ໃຕ້ ໄຟຟ້າ ຮຸ່ງເເຈ້ງ ມີ ຄວາມສຸກ ຫລາຍຂຶ້ນ ກວ່າເກົ່າ ເເລະ ເຮົາເອງ ກໍ ມີຄວາມ ພູມໃຈ ໃນນາມ ເປັນ ລູກບ້ານ ຫລານເມືອງ ສໍາລັບ ເຮົາເເລ້ວ ພວກ ທີ່ ໄດ້ ຮ່ວມ ສ້າງເຂື່ອນ ນີ້ ເຮົາຖືວ່າ ພວກ ເຂົາເຈົ້າ ເປັນ ກໍາລັງເເຮງ ສ້າງສາ ຂອງ ຊາດ ສ່ວນວ່າ ເຮົາເອງ ກໍ ບໍ່ເຄີຍ ໄດ້ມີ ໂອກາດ ດີ ຄື ພວກ ເຂົາເຈົ້າ ເຮົາເຄີຍ ຍົກຍ້ອງ ຫມູ່ ສນິດສນົມເຮົາ ຜູ້ນຶ່ງ ຊື່ ທ້າວ ຄໍາດີ ທີ່ ເປັນ ໄທບ້ານ ດຽວກັນ ລາວເປັນ ຄົນເເຮງງານ ສ້າງເຂື່ອນ ລຸ້ນທໍາອິດ ດຸຫມັ່ນ ເເຂງເເຮງ ເເລະ ເປັນຕົວຢ່າງ ທີ່ດີ ໃຫ້ເເກ່ ຫມູ່ເພື່ອນ ຫມົດທຸກຄົນ ລາວຮຽນຮູ້ ເເລະ ເຂົ້າໃຈໄວ ໃນ ວິທິການ ໃຊ້ ລະເບີດກ້ອນ ເຕເເອນເຕ ຈູດ ກ້ອນຫີນ ສລາດ ເເລະ ຮູ້ ວິທີ ປໍ້າຕົ້ນໄມ້ ຢູ່ ຕາມ ເຈີ້ຍ ພູກູ່ ເເລະ ເກັບມ້ຽນ ມັນໄວ້ ໃຫ້ ເປັນ ຣະບຽບ ຮຽບຮ້ອຍ ດີ ລາວ ໄດ້ຖືກ ເເຕ່ງຕັ້ງ ເປັນ ຜູ້ຄວບຄຸມ ເເລະ ສິດສອນ ຫມູ່ເເຮງງານ ໃຫມ່ ເເລະ ເກົ່າ ເເລ້ວຍັງ ໄດ້ ເປັນ ຜູ້ຕ່າງຫນ້າ ພວກເຂົາເຈົ້າ ອີກຕື່ມ ເຮົາ ຖື ຄໍາດີ ເປັນ ຄື ຜູ້ໃຫ້ ຕົວຢ່າງ ທີ່ດີ ສໍາລັບ ເຮົາ ວັນເວລາ ໄດ້ຜ່ານໄປ ເຂື່ອນນໍ້າ ກໍໄດ້ ສ້າງຂຶ້ນ ຈົນເເລ້ວ ສໍາເຣັດ ດີ ໃນປີ ໑໙໗໐ ເມື່ອມາເຖິງ ປີ ໑໙໗໕ ກໍໄດ້ ເກີດ ມີ ການປ່ຽນເເປງ ໃນລາວ ເເລ້ວ ອາຊີບ ຂອງເຮົາ ກໍ ຖືກ ປ່ຽນເເປງໄປ ເຊັ່ນດຽວກັນ ເຈົ້າ ຫນ້າທີ່ ໃຫມ່ ຂອງ ຄນະ ປະຕິວັດ ກໍສັ່ງ ໃຫ້ເຮົາ ຢຸດ ເເລ່ນເຮືອ ຢຸດ ການຄ້າຂາຍ ເເບບ ເອກຊົນ ເເລ້ວ ສັ່ງ ບັງຄັບ ໃຫ້ ເຮົາ ເປັນ ຜູ້ຂົນສົ່ງ ນັກໂທດ ການເມືອງ ຫລື ພວກ ຖືກ ສັມນາ ໄປ ດອນລີງ ຕໍ່ມາ ມື້ນຶ່ງ ເຮົາໄດ້ ຂົນສົ່ງ ຄົນໄປ ດອນລີງ ຕັ້ງ ຫລາຍຖ້ຽວ ເເລະ ກໍ ເເມ່ນ ຖ້ຽວ ສຸດທ້າຍ ຂອງ ມື້ນັ້ນ ທື່ ເຮົາໄດ້ ເອົາເຮືອ ໃສ່ ຄໍາດີ ໄປໃສ່ ຄຸກ ສັມນາ ຢູ່ ດອນລີງ ການຈໍາເປັນ ເເລະ ການຂົ່ມໃຈ ຂອງ ຕົນເອງ ກະທໍາ ຕໍ່ ຜູ້ທີ່ ເຮົາ ຖືເປັນ ຄື ຕົວຢ່າງ ອັນປະເສີດ ໃນ ໃຈເຮົາ ເພາະ ລາວ ຄື ກ້ອນຄໍາ ກ້ອນນຶ່ງ ສໍາລັບ ເຮົາ ນັ້ນ ມັນເຮັດ ໃຫ້ ເຮົາຄິດ ເລິກ ເຂົ້າໄປ ອີກວ່າ ການກະທໍາ ຂອງ ເຮົາ ເທື່ອນີ້ ມັນ ເປັນ ຄືວ່າ ເຮົາໄດ້ ກັກຂັງ ຄວາມນຶກຄິດ ເເລະ ຫົວໃຈ ຂອງ ເຮົາເອງ! ມີ ໄທບ້ານ ໄດ້ເລົ່າ ສູ່ ເຮົາຟັງ ໃນ ຂັ້ນ ຕໍ່ມາ ວ່າ ພວກ ປະຕິວັດ ຈັບລາວ ຍ້ອນວ່າ ມີ ຄົນ ຮັກເເພງ ເເລະ ນັບຖື ລາວ ຫລາຍ ໂພດ!! ເເຕ່ວ່າ ບໍ່ມີ ທາງ ທີ່ ເຮົາ ຈະຍອມ ກົ້ມຫນ້າ ເຊັດນໍ້າຕາ ເຮົາ ທີ່ ເປັນ ຄົນລາວ ລູກ ໄທບ້ານ ທ່າລາດ ຜູ້ນຶ່ງ ໃຫ້ ພວກ ປະຕິວັດ ເຫລົ່ານັ້ນ ຮູ້ ເຫັນ ໄດ້! ເຖິງເເມ່ນວ່າ ເຮົາ ຈະມີ ຊັ້ນ ຢູ່ຕໍ່າ ຢູ່ພື້ນ ບໍ່ມີ ສິດ ປາກ ສິດ ເວົ້າ ເຮົາ ກໍ ບໍ່ຍອມ ກົ້ມ ຫົວ ໃຫ້ ພວກມັນ!
  • ຫານໄຊ: ເຮົາ ກໍ ຢາກເວົ້າ ນ້ອຍນຶ່ງ ກ່ຽວກັບ ຄໍາວ່າ ຢູ່ຕໍ່າ ຢູ່ພື້ນ ສ່ຽວ ເອີຍ ຫລຽວ ເບິ່ງເເມ ພາກັນ ຫລຽວເບິ່ງ ເທິງ ຫນ້ານໍ້າ ຢູ່ ທາງຫນ້າ ພວກເຮົາ ນີ້ເເມ ເຫັນບໍ່ ໄມ້ໂດກ ທີ່ ຟູຂຶ້ນ ຢູ່ ຫນ້ານໍ້າ ! ໄມ້ດິບ ໄມ້ດີ ມັນ ຈົມ ຢູ່ ໃນ ພື້ນນໍ້າ ກ້ອນຂີ້ເເຫ້ງ ກໍ ຄືກັນ ເມື່ອ ເຮົາ ຖີ້ມ ມັນ ລົງນໍ້າ ມັນກໍຈະ ຟູຂຶ້ນ ໃນ ທັນທີ ທັນໃດ ໂລດ ກ້ອນຄໍາ ທີ່ ເຮົາ ເອົາຖິ້ມລົງ ນໍ້າອ່າງ ໄປ ມັນ ກໍ ຈະຈົມ ລົງສູ່ ພື້ນອ່າງ ນີ້ໂລດ ສະນັ້ນ ເຮົາ ບໍ່ເຊື່ອ ດອກວ່າ ພວກ ຄນະ ປະຕິວັດ ເຝົ້າຄຸກ ດອນລີງ ພວກ ທີ່ ໄດ້ ປະກາດ ໂຕເອງ ວ່າ ໄດ້ ໄຊຊນະ ຫລື ພວກ ກໍາ ອໍານາດ ຢູ່ ໃນ ປັດຈຸບັນ ນີ້ ພວກເຂົາ ຈະທຽບ ໃສ່ໄດ້ ຫມົດ ທຸກຄົນ ຄື ກັບ ກ້ອນຄໍາ ? ເຮົາ ເຫັນ ພວກເຂົາ ຄື ກັນກັບ ຮູບ ຂອນໂດກ ຫລື ມີ ຫຸ່ນ ຄື ພວກ ຂອນໂດກ ຫລາຍກວ່າ ເປັນ ກ້ອນຄໍາ ການຈົມ ຢູ່ ພື້ນນໍ້າ ກໍ ປຽບທຽບ ໃສ່ໄດ້ ຄື ຄົນ ທີ່ ມີ ທ່າທີ ມິດງຽບ ເຂົາ ບໍ່ປາກ ເເຕ່ ຮູ້ ສັງເກດການ ເຂົາ ໄດ້ຍິນ ເເຕ່ ບໍ່ເຫນັງຕີງ ເພາະ ເຂົາ ຍັງຊອກ ເຂົ້າໃຈ ລໍຄອຍຖ້າ ເບິ່ງ ສະພາບການ ອໍານວຍ ຫລື ບໍ່ ອໍານວຍ ເມື່ອ ເຂົາ ຮູ້ເຫັນເເຈ້ງ ເເລ້ວ ກໍ ເເມ່ນ ເຂົາເອງ ທີ່ ເປັນຜູ້ ຕັດສິນໃຈ ຕົກລົງໃຈ ດ້ວຍ ເຂົາເອງ ວ່າ ໃນ ສະພາບການ ທີ່ ບໍ່ອໍານວຍນີ້ ເຂົາຈໍາຕ້ອງ ໄດ້ ຢູ່ ມີດງຽບ ຫລື ມິດລັບ ຢູ່ຕໍ່າ ເເລະ ຢູ່ພື້ນ ຢ່າງມີ ປະສິດທິພາບ ເເລະ ມີ ຄວາມປອດພັຍ ສ່ຽວ ໄພວັນ ຊ່ວຍຊອກ ບົດຮຽນ ຫຍໍ້ໆ ໃຫ້ ເຮົາເເດ່ ໄດ້ບໍ່?
  • ໄພວັນ: ຢາກ ຢູ່ສູງ ໃຫ້ຮູ້ ລົງຕໍ່າ ຫລື ວ່າ ໄມ້ລົ້ມ ຢ່າຂ້າມ ຫລື ຢ່າລືມ ວ່າ ທາດເງິນ ທາດຄໍາ ເພັດພອຍ ເເລະ ທາດ ທີ່ ມີ ພະລັງ ເເຮງສູງ ເຫລົ່ານັ້ນ ສ່ວນຫລາຍ ເເມ່ນ ໄດ້ ມາຈາກ ພື້ນນໍ້າ ເເລະ ພື້ນດິນ ທັງນັ້ນ! ເເຕ່ວ່າ ທາດ ທີ່ ໄດ້ ມາຈາກ ທີ່ ສູງເເທ້ ກໍ ມີ ເຊັ່ນ ເເສງ ຕາເວັນ ເເລະ ອື່ນໆ
  • ສຸກໃຈ: ສ່ຽວ ໄພວັນ ເຮົາ ສົນໃຈ ໃນຄໍາ ວ່າ ທາດ! ຄັນຊັ້ນ ຄືດັ່ງ ຫານໄຊ ໄດ້ກ່າວ ມາເເລ້ວ ເຣື່ອງ ຄົນຫາປາ ກັບ ນົກນໍ້າ ນັ້ນ ເຮົາ ກໍ ສາມາດ ເວົ້າໄດ້ ວ່າ ນົກນໍ້າ ເປັນ ທາດ ເເລະ ເປັນ ລູກເເຫລ້ງ ຕີນມື ຂອງ ຄົນຫາປາ?
  • ໄພວັນ: ມັນ ກໍໄດ້ ເເລະ ຖືກ ຮອດ ຮ້ອຍ ເປີເຊັນ ພຸ້ນລະ ສ່ຽວ! ອັນນີ້ ມັນເເມ່ນ ຄວາມຮັ່ງມີ ຂອງ ພາສາລາວເຮົາ ເເທ້ໆ!
  • ສຸກໃຈ: ຖ້າ ວ່າ ຄົນຫາປາ ເປັນ ຄົນ ວຽດນາມ ນົກນໍ້າ ຈະເປັນ ໃຜ? ເຮັດ ຈັ່ງໃດ ນົກ ຊິກິນ ປາ ຫມົດ? ໂຕປາ ມັນໂລດ ເກີດ ເເຜ່ນໍາ ທຸກມື້?
  • ໄພວັນ: ຄົນຫາປາ ມັນ ມາ ຫລາຍ ຕາມ ເເຜນການ ເຂົ້າຍຶດຄອງ ຂອງມັນ ມັນ ບໍ່ໄດ້ ມາຢູ່ ຜູ້ດຽວ! ພັກພວກ ຂອງມັນ ກໍ ເຮັດ ການຄ້າຂາຍ ຢູ່ ໃນບ້ານ ຢູ່ ໃນເມືອງ ຢູ່ ໃນ ສະຖາບັນ ຂັ້ນສູງ! ສ່ຽວ ສຸກໃຈ ໂຕ ເຄີຍ ໄດ້ຍິນ ວິທີ ພວກ ເເກວ ຫາປາ ຢູ່ ວຽດນາມ ບໍ? ພວກເຂົາ ປຸກເຮືອນ ຫາປາ ຢູ່ ກັບທີ່ ຢູ່ຕາມ ເເຄມຂອງ ເເຄມ ທະເລສາບ ພວກເຂົາ ທໍາມາຫາກິນ ຢູ່ ທີ່ນັ້ນ ບໍ່ຍ້າຍທີ່ ຮອດຫລາຍເຊັ່ນຄົນ ເເລ້ວ ໃນທີ່ສຸດ ພວກໄທບ້ານ ໄທເມືອງ ກໍ ໃສ່ຊື່ ໃຫ້ ພວກເຂົາ ເຫລົ່ານັ້ນ ເອງ ວ່າ ຄຸ້ມນັ້ນ ເເມ່ນ ຄຸ້ມເເກວ ພວກເເກວ ມັນ ເເຜ່ຜາຍ ໄວ ກວ່າປາ! ເຮົາ ຊິເວົ້າ ຕົວຢ່າງ ໃຫ້ ໂຕ ຟັງ ຄັກໆ ຄືວ່າ ຕອນ ສມັຍ ເຮົາ ສູ້ຣົບ ຕ້ານຢັນ ພວກເຂົາ ຢູ່ ອັຕປື ພວກເຂົາ ມີ ຍຸທວິທີ ໂຈມຕີ ດັ່ງນີ້ ຖ້າ ພວກເຂົາ ເສັຽ ຊີວິດ ຫ້າຄົນ ພວກເຂົາ ຈັດ ສົ່ງຕໍ່ ເຂົ້າມາ ສິບ! ພວກ ທະຫານ ກອງພັນ ຈົນ ພາກັນເວົ້າ ບໍ່ເຊົາ ວ່າ ຕາຍ ຫ້າ ມາ ສິບ ພວກເຂົາ ຈົນ ເມື່ອຍຍິງ ບາງຄັ້ງ ບາງຄາວ ຕ້ອງໄດ້ ຍິງຫລາຍ ຈົນວ່າ ເລົາປືນຮ້ອນ ເເລະ ຈໍາເປັນ ຕ້ອງໄດ້ ຍ່ຽວໃສ່ ເພື່ອ ໃຫ້ ເລົາມັນເຢັນ ເເລະ ໃຫ້ ສາມາດ ເລີ້ມຍິງ ຕໍ່ໄປໄດ້!! ເຮົາ ມາ ສົມມຸດ ເອົາວ່າ ( ເເລະ ກໍ ເປັນພຽງ ການສົມມຸດ ເພື່ອໃຫ້ ມັນເເຈ້ງ ) ຖ້າ ພວກມັນ ມາຕັ້ງ ບ້ານ ຫາປາ ຢູ່ ອ່າງ ບ່ອນນີ້ ເຊັ່ນ ຢູ່ຕາມ ດອນນ້ອຍ ຕ່າງໆ ເຮົາ ຄິດວ່າ ໃນ ຜົນສຸດທ້າຍ ເເລະ ໃນຂັ້ນ ຍາວນານນັ້ນ ຫມົດທັງ ອ່າງ ເເລະ ທັງປາ ກໍຈະ ຕົກໄປຢູ່ ໃນ ເງື້ອມມື ຂອງ ພວກມັນ! ຊື່ ເຂື່ອນ ນໍ້າງື່ມ ອາດ ຄົງ ຈະຍັງເຫລືອ ຄືເກົ່າ ເເຕ່ວ່າ ຄົນຢູ່ ບໍ່ ເເມ່ນຄົນເກົ່າ!!
  • ຫານໄຊ: ໄພວັນ ເວົ້າຖືກ ເເລະ ມີ ຄວາມຈິງ ເເທ້ໆ ພວກ ນາຍ ທະຫານເເກວ ມັນໃຊ້ ຍຸທສາດ ເເລະ ຍຸທວິທີ ເພີ່ມ ທະວີຄູນ ໃນ ຂັ້ນ ໄລຍະ ສັ້ນ ເເລະ ໃນ ຂັ້ນ ຍາວນານ! ອີກຢ່າງນຶ່ງ ຍຸທສາດນີ້ ກໍ ໄດ້ ຄາດຄະເນໄວ້ ໃຫ້ມີ ການສັບປ່ຽນ ພົລເມືອງ ການລຶບພາສາ ການບັງຄັບ ໃຫ້ຮຽນ ເເລະ ໃຫ້ປາກ ພາສາ ຂອງ ພວກເຂົາ ຍຸທສາດ ດັ່ງກ່າວ ໄດ້ ຖືກ ປະຕິບັດ ກັນເເລ້ວ ຢູ່ ຕາມພົມເເດນ ທີ່ ພວກເຂົາ ໄດ້ ຍຶດຄອງເອົາໄປ!
  • ສຸກໃຈ: ໂອຍ ພວກສ່ຽວ ເອີຍ ມາຄືເວົ້າ ເປັນ ຕາຢ້ານ ເເທ້! ຄັນຊັ້ນ ພາສາລາວເຮົາ ມັນກໍ ຈະຕາຍໄປ ເເມ່ນບໍ່? ເຮົາ ໂລດ ເປັນຫ່ວງ ເປັນໃຍ ນໍາ ກອນລໍາລາວ ຫມໍລໍາລາວ ພ້ອມດ້ວຍ ຫມໍເເຄນລາວ!! ຖ້າ ການຟ້ອນ ລາວເເພນ ໃສ່ເເຄນລາວ ທີ່ ເຮົາ ມັກ ນັ້ນ ຍັງ ເຫລືອຢູ່ ກໍຍັງ ຈະພໍ ໄຄເເຄນເເດ່ ຢູ່ເນາະ ຫມູ່ເນາະ? ອັນນີ້ ກະວ່າ ສອຍ! ເພື່ອ ໃຫ້ ພວກເຮົາ ມີ ຄວາມມ່ວນຊື່ນ ໃນຈິດ ໃນໃຈ!
  • ຫານໄຊ: ມັນ ກໍ ຈະຍັງເຫລືອ ຢູ່ຫມົດ ຫັ້ນເເລ້ວ ສ່ຽວ ຖ້າຫາກ ທຸກຊົນ ຄົນລາວເຮົາ ເເຕ່ລະຄົນ ມີ ຄວາມຮູ້ສຶກຕົວ ໄວ ສາມາດ ຮູ້ຮ່ວມຄິດ ຄື ມື້ນີ້ ເເລ້ວ ຮ່ວມພາກັນ ປ້ອງກັນມັນໄວ້ ອັນໄດ້ເເກ່ ການ ລຸກຕ້ານ ຍຸທສາດ ຂອງ ພວກ ຣັຖບານ ວຽດນາມ ໃຫ້ໄດ້! ການລິເລີ້ມ ສໍາຄັນ ທີ່ສຸດ ກໍເເມ່ນ ຣັຖບານ ປັດຈຸບັນ ຄື ສໍນຶ່ງສອງປໍລໍນຶ່ງ ຕ້ອງ ເລີ້ມມີ ສະຕິ ເພື່ອ ຜົນປໂຍດ ຂອງ ຊາດລາວ ນີ້ກ່ອນ! ຢ່າລືມ ວ່າ ພັຍໃຫຍ່ຫລວງ ອັນຮີບດ່ວນ ທີ່ສຸດ ຂັ້ນນຶ່ງ ຂອງ ທຸກປວງຊົນຄົນລາວ ນັ້ນ ໄດ້ເເກ່ ເເຜນການ ຍຶດຄອງ ດິນລາວ ຂອງ ຣັຖບານ ວຽດນາມ! ສະນັ້ນ ຈຶ່ງຂໍໃຫ້ ທຸກ ຊົນຄົນລາວເຮົາ ຈົ່ງ ເຂົ້າໃຈ ໄວ້ ໃຫ້ດີຄັກ ຮ່ວມກັນ!

ເອີ ດົນນານ ເຕີບ ເເລ້ວເນາະ ທີ່ ພວກເຮົາ ບໍ່ໄດ້ ກິນເຂົ້າງາຍ ຮ່ວມກັນ ມື້ນີ້ ພວກເຮົາ ໄດ້ກິນ ຖືກ ເວລາດີ ມີ ຄວາມເຂົ້າໃຈ ກັນດີ ເເລະ ບັນຍາກາດ ກໍ ດີ ທຸກສິ່ງຢ່າງນີ້ ມັນ ຊ່ວຍໃຫ້ ພວກເຮົາ ມີ ເເຮງ ມັນສມອງ ເເລະ ເເຮງ ຫົວຄິດ ລົມກັນ ເຮົາເອງ ກໍ ຍັງໄດ້ ເວົ້າເເຕ່ ຕອນຫົວທີ ເເລ້ວ ວ່າ ມື້ນີ້ ພວກເຮົາ ມີ ຢາ ກິນເຂົ້າເເຊບ!


ຫນ້າ | | | | | | | |

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0