ພາສາ ລາວ - La langue lao ບົນ ລາວເເພນ

ພຍັນຊນະ ຈູງ

ວັນພຸດ ທີ ໒໘ ເດືອນ ກັນຍາ/septembre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ


ຜາຣົບ || Introduction
ການຂຽນ ຫລື “ການສະກົດ” ຫນັງສື ເເບບ ຂ້າງລຸ່ມນີ້ ບໍ່ ໄດ້ຫມາຍເຖິງ “ການຕີ ມ້າຕາຍ ໃຫ້ລຸກເເລ່ນ” ເເຕ່ ເປັນ ການ ທີ່ ເຮົາ ຄວນ ເຂົ້າໃຈ ຊຶ່ງ ຫລັກ ອັນ ສໍາຄັນ ທາງ ດ້ານ ໄວຍາກອນ ເມື່ອ ເຮົາ ເຂົ້າໃຈ ຫລັກ ດັ່ງກ່າວນີ້ ດີ ເຮົາ ຈະ ຮູ້ ຄວາມເປັນມາ ຂອງ ພຍັນຊນະ ປະເພດ ດັ່ງກ່າວ ພ້ອມທັງ ສາມາດ ຂຽນ ຕາມໃຈ ໄດ້ ເເລະ ການຂຽນ ຕາມ ຄໍາສັ່ງ ຂອງ ທ່ານ ພູມີ ວົງວິຈິດ ກໍ ຈະ ບໍ່ ຕັ້ງ ເປັນ ບັນຫາ ອັນໃດ ໃຫ້ ເເກ່ ນັກຮຽນ ເເລະ ນັກຂຽນ ພາສາ ລາວ ປະການໃດ ທັງສິ້ນ ເເຕ່ຫາກວ່າ ຖ້າ ເຮົາ ບໍ່ ຮູ້ ເເລະ ບໍ່ ເຂົ້າໃຈ ຫລັກ ອັນໃດ ມັນ ຈະ ເເມ່ນ ສິ່ງນັ້ນ ເເລ ພາໃຫ້ ເຮົາ ເປັນ ຜູ້ສົມຮູ້ຮ່ວມຄິດ ໃນ ການທໍາຣາຍ ພາສາ ຂອງ ຊາດ ໂດຍ ທາງອ້ອມ ເເລະ ໂດຍ ທາງຕຣົງ

ສະນັ້ນ ເຖິງເເມ່ນວ່າ ເຮົາ ຈະ ຂຽນ ເເບບໃຫມ່ ຫລື ເເບບເກົ່າ ກໍດີ ເເຕ່ ສິ່ງ ສໍາຄັນ ເເທ້ໆ ນັ້ນ ທີ່ ເຮົາ ຄວນ ຮູ້ ກໍ ຄື ຄວາມເຂົ້າໃຈ ອັນ ມີ ພື້ນຖານ ຢ່າງ ເເທ້ຈິງ

ອີງຕາມ ການຂຽນ ທາງ ເມືອງລາວ ຫລື ຕາມ ຄໍາສັ່ງ ຂອງ ທ່ານ ພູມີ ວົງວິຈິດ ນັ້ນ ເພິ່ນ ໄດ້ລົບລ້າງ ຈໍາພວກ ພຍັນຊນະ ຈູງ ທັງຫມົດ ນຶ່ງ ສ່ວນນຶ່ງ ຂອງ ພຍັນຊນະ ຄວບ ນຶ່ງ ບັນດາ ຕົວສະກົດ ພິເສດ ທຸກຕົວ ນຶ່ງ ການດັດເເປງ ສຣະເອັຽ ( ເັຽ ) ດ້ວຍ ຕົວຍໍ ( ເ◌ຍ ) ນຶ່ງ ເເລະ ການຂຽນ ພຍາງໃດ ດ້ວຍ ຕົວຣໍ ໃຫ້ ຂຽນ ດ້ວຍ ຕົວລໍ ທັງນັ້ນ ນຶ່ງ ຊຶ່ງ ຫມາຍຄວາມວ່າ ເຮັດ ໃຫ້ ຈໍານວນ ຄໍາລາວ ຫນ້ອຍລົງ ກວ່າເກົ່າ ນຶ່ງ ເເລະ ຈຸດ ສໍາຄັນ ກໍ ຄື ເຮັດ ໃຫ້ ຄວາມຫມາຍ ຂອງ ຄໍາລາວ ( apprauvri ຝຣັ່ງ.) ມົ້ວເຂົ້າ ນຶ່ງ ດັ່ງ “ຣົດ” ເປັນ “ລົດ” ຊຶ່ງ ໃນ ພາສາ ລາວ ຫມາຍເຖິງ “ລົດລະ” ຫລື “ຫລຸດລົງ ຫັກອອກ” ນັ້ນເອງ ເເຕ່ ບໍ່ ໄດ້ຫມາຍເຖິງ ພາຫະນາ ທີ່ ເປັນ ຍານ ປະການໃດ ທັງສິ້ນ ນອກຈາກນັ້ນ ການໃຊ້ ພາສາ ລາວ ຍັງ ຄົງ ດໍາເນີນ ພາຍໃຕ້ ຫລັກ ໄວຍາກອນ ຂອງ ກົມ ວັນນະຄະດີ ລາວ ທຸກຢ່າງ ຈຶ່ງ ຂໍ ເເຈ້ງ ມາ ເພື່ອ ຊາບ

ທາຕຸສາດ || Etymologie / Etymology
* ພຍັນຊນະ ຈູງ ນາມວະລີ.
* “ພຍັນຊນະ” ໃຫ້ ເບິ່ງ ໂດຍ ດິກ ໃສ່ ດິ່ງນີ້
* “ຈູງ” ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ຈໍາພວກ ຄໍາ ທີ່ ເປັນ ຄໍາລາວ ເເທ້ໆ ມາ ເເຕ່ ດັ້ງເດີມ ຫມາຍຄວາມວ່າ ບໍ່ ໄດ້ຢືມ ເອົາ ຄໍາ ຕ່າງຊາດ ມາ ໃຊ້ ໃນ ພາສາ ລາວ ເເລະ ເພິ່ນ ຖື ຄໍາ ປະເພດນີ້ ວ່າ ເປັນ ມູນ ມໍຣະດົກ ຂອງ ຄົນລາວ ທຸກຖ້ວນຫນ້າ ດ້ວຍເຫດນີ້ ເພິ່ນ ຈຶ່ງ ຮຽກ ຄໍາມູນ
* ພຍັນຊນະ ນໍາ ປະກອບ ດ້ວຍ ຈໍາພວກ ພຍັນຊນະ ສາມ ຈໍາພວກ ຄື ຈໍາພວກ ພຍັນຊນະ ຄວບ ຈໍາພວກ ພຍັນຊນະ ຈູງ ເເລະ ຈໍາພວກ ພຍັນຊນະ ປະສົມ ຊຶ່ງ ພຍັນຊນະ ຈູງ ເປັນ ນຶ່ງ ໃນ ສາມ ຂອງ ພຍັນຊນະນໍາ ນັ້ນເອງ ( ຣູປຕາ ໑ )

ຣູປຕາ ໑


ໂຄສະຖານ || Phonétique / Phonetics
* ພຍາງ “ຈູງ” ເປັນ ພຍາງ ທີ່ ປະກອບ ດ້ວຍ ພຍັນຊນະ ຕົວຕົ້ນ ຊຶ່ງ ເປັນ ຕົວຈໍ ( ຈ ) ເເລະ ສະກົດ ດ້ວຍ ຕົວງໍ ( ງ ) ພຍາງ ສາມັນ ອັນນີ້ ມີ ສຽງດຽວ ກັບ ສຽງ ຂອງ ຕົວຈໍ

ຄວາມຫມາຍ || Définition / Definition
“ຈູງ” ກິຣິຍາ.

  • ຈັບ ມື ຂອງ ຄົນອື່ນ ເເລະ ກໍ ພາ ເຂົາ ໄປ ຫລື ດຶງ ເຂົາ ໄປ ທາງ ທີ່ ຕົນ ຢາກ ໄປ ເເລະ ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ດຶງ ເຂົາ ໄປ ຕາມ ຈຸດປະສົງ ຂອງຕົນ ( ຂອງ ເຮົາ ຜູ້ ຈູງ )
  • ຈັບ ເຊືອກ ທີ່ ຜູກ ເເນວໃດເເນວນຶ່ງ ໄວ້ເເລ້ວ ກໍ ດຶງ ໄປ ຕາມ ຈຸດປະສົງ
    • ຈັບ ເຊືອກ ຜູກ ຄໍ ຖ້າ ເປັນ ຫມາ ຫລື ສັດ ນ້ອຍ ຕົວອື່ນ
    • ຈັບ ເຊືອກ ຜູກ ດັງ ຖ້າ ເປັນ ງົວ ຄວາຍ
    • ຈັບ ເຊືອກ ຜູກ ໂຣງສົບ[ໂລງ-ສົບ] ( ຄົນຕາຍ ເເລະ ສມອງ ກໍ ບໍ່ ເດີນ ເເລ້ວ ຫມາຍຄວາມວ່າ ເຂົາ ເຮັດຕິ ຈູງ ຫຸ່ນ ຈູງ ຊາກ ຫລື ຈູງ ສິ່ງ ທີ່ ຕາຍເເລ້ວ ເຫມືອນ ກັບ ສິ່ງ ທີ່ ມີ ຊີວິດ ຢູ່ ຫລື ສິ່ງ ທີ່ ຄິດ ໄດ້ ໄປເປັນ ດ້ວຍ ຕົນເອງ ຊຶ່ງ ເປັນ ພຽງ ການໃຊ້ ກົນອຸບາຍ ເທົ່ານັ້ນ )
ດິນ ບ່ອນນັ້ນ ໂຫລ່ມ ຫລາຍ ຈົນ ( ພາ ໃຫ້ ) ເເມ່ລູກ ທັງສອງ ຈູງ ເເຂນກັນ ຂຶ້ນ ໂຄກ

ຕາ ຂອງ ທ່ານ ບອດ ຢູ່ ສູນສັມນາ ທາງ ຂັ້ນສູງ ຈຶ່ງ ໄດ້ ສົ່ງ ເພິ່ນ ກັບຄືນ ມາ ບ້ານ ພ້ອມດ້ວຍ ລູກ ຄົນນຶ່ງ ສ່ວນ ເມັຽເພິ່ນ ກໍ ໄດ້ຖິ້ມ ຄາບ ໄວ້ ຢູ່ ສູນສັມນາ ພໍ່ເເມ່ ຂອງ ເພິ່ນ ທີ່ ເປັນ ຊາວນາ ກໍ ໄດ້ເສັຽ ຊີວິດ ພວກອ້າຍເອື້ອຍນ້ອງ ກໍ ໄດ້ປົບຫນີ ໄປ ຕ່າງ ປະເທດ ເພື່ອ ບໍ່ ໃຫ້ ຖືກຈັບ ໄປ ສູນສັມນາ ຍັງເຫລືອ ເເຕ່ ຜູ້ ເປັນ ລູກນ້ອຍ ຄາວນັ້ນ ທີ່ ໄດ້ໃຫຍ່ ເຕີມໂຕ ຂຶ້ນ ມາ ໃນ ສູນສັມນາ ເເລະ ທຸກເຊົ້າຄໍ່າ ລູກ ຄົນນັ້ນ ຕ້ອງ ໄດ້ຈູງ ພໍ່ ເພື່ອ ພາໄປ ບ່ອນນັ້ນບ່ອນນີ້ ຈົນ ບໍ່ ມີ ຊີວິດ ເປັນ ຂອງ ຕົນເອງ ເເລະ ຂ້າທາດ ອັນນີ້ ບໍ່ ເເມ່ນ ຂ້າທາດ ພາຍໃຕ້ ຣະບອບ ຂອງ ເເນວລາວຮັກຊາດ ປະການໃດ ເເຕ່ ເປັນ ຂ້າທາດ ຂອງ ເເຜນການ ກືນກິນ ລາວ ຈາກ ຕ່າງ ປະເທດ ນັ້ນເອງ ເພາະ ຜູ້ ກືນກິນ ລາວ ມີ ອໍານາດ ວາສນາ ອັນ ເເທ້ຈິງ ໃນ ລາວ

ສະນັ້ນ ໃນ ສັງຄົມລາວ ເມືອງນອກ ຄົນລາວ ຈຶ່ງ ມັກເວົ້າກັນ ວ່າ “ລາວ ຖືກ ເເກວ ຈູງ ດັງ” ( ເຫມືອນ ງົວ ຄວາຍ )


ຄໍາອະທິບາຍ || Explication / Explaination
ນອກຈາກ ການຂຽນ ພຍາງ ຫລື “ການສະກົດ” ໃຫ້ ຖືກ ຕາມ ຫລັກ ໄວຍາກອນ ເເລ້ວ ມັນ ຍັງ ມີ ຫລັກ ການອ່ານ ອັນ ສໍາຄັນ ອີກດ້ວຍ ຊຶ່ງ ເພິ່ນ ບໍ່ ໄດ້ ກໍານົດ ໄວ້ ຢ່າງ ເເຈ່ມເເຈ້ງ ໃນ ໄວຍາກອນ ລາວ ດັ່ງ ຕົວຢ່າງ ວ່າ ເຮົາ ຈະ ອ່ານ ຄໍາ ຂ້າງລຸ່ມນີ້ ເເນວໃດ ກັນເເທ້

  • ປະເທສຣາດ ອ່ານ “ປະ-ເທດ-ສະ-ຣາດ” ເເລະ ຖ້າ ຈະ ໃຫ້ຖືກ ຕາມ ສຽງ ຂອງ ພຍັນຊນະ ຈູງ ຕ້ອງ ອ່ານ “ປະ-ເທດ-ສະ-ຫລາດ” ເເຕ່ ຢ່າ ລືມ ວ່າ ຕົວສໍ ( ສ ) ເປັນ ຕົວສະກົດ ພິເສດ
  • -ຄມະ [ຄະ-ມະ] ( ອັຄມະເຫສີ[ອັກ-ຄະ-ມະ-ເຫ-ສີ] )
  • -ຊຍາ [ຊະ-ຍາ] ( ປຣັຊຍາ[ປຣັດ-ຊະ-ຍາ] ) ເເລະ ໃຫ້ ອ່ານ ພຍາງ ຊ(ະ) ໄວ ຂຶ້ນ ກວ່າເກົ່າ
  • -ທນະ ຖືກຕັດ ຈາກ ຄໍາ ວັທນະທັມ[ວັດ-ທະ-ນະ-ທໍາ] ເເລະ ໃຫ້ ອ່ານ ພຍາງ ທ(ະ) ໄວ ຂຶ້ນ ກວ່າເກົ່າ
  • -ທນາ ຖືກຕັດ ຈາກ ຄໍາ ວັທນາຖາວອນ[ວັດ-ທະ-ນາ-ຖາ-ວອນ
  • -ກຣາດ ຖືກຕັດ ຈາກ ຄໍາ ສັກຣາດ ທີ່ ອ່ານວ່າ ສັກ-ກະ-ຫລາດ ( ອ່ານ ສັກ-ກະ-ຫຣາດ ກໍ ໄດ້ ??? ) ຊຶ່ງ “ຫລາດ” ມີ ສຽງສູງ ເເຕ່ຫາກວ່າ ຕົວກໍ ເປັນ ຕົວສະກົດ ພິເສດ ໃນ ທີ່ນີ້ ຫມາຍຄວາມວ່າ ເປັນ ຕົວສະກົດ ກາງຄໍາ ຫລື ຕົວສະກົດ ຂອງ ພຍາງຫນ້າ ນັ້ນເອງ ( ຂໍ້ສັງເກດ ກໍ ຄື “ກາດ” ກັບ “ຫລາດ” ມີ ຖ້າມສຽງ ອັນດຽວກັນ )
  • ປາຖນາ ອ່ານ “ປາດ-ຖະ-ຫນາ” ຊຶ່ງ ຕົວຖໍ ເປັນ ຕົວສະກົດ ພິເສດ
  • ວາສນາ ອ່ານ ເປັນ “ວາດ-ສະ-ຫນາ” ທັງໆ ທີ່ ຕົວສໍ ( ສ ) ກໍ ເປັນ ຕົວສະກົດ ພິເສດ ເຫມືອນ ດັ່ງດຽວ ກັບ ບັນດາ ຄໍາ ຂ້າງເທິງນີ້

ເເຕ່ຫາກວ່າ ຫລັກ ການອ່ານ ຂ້າງເທິງນີ້ ຂຶ້ນ ກັບ ຫລັກ ຂອງ ຈໍາພວກ ພຍັນຊນະ ວ່າດ້ວຍ ຕົວສະກົດ ພິເສດ ຊຶ່ງ ນັກຮຽນຮູ້ ທັງຫລາຍ ຢ່າ ໄປ ຫລົງ ປົນກັນ ກັບ ການອ່ານ ຂອງ ພຍັນຊນະ ຈູງ ເເຕ່ ບາງທີ ມັນ ກໍ ມີ ກໍຣະນີ ທີ່ ພຍັນຊນະ ຈູງ ປະກອບ ຢູ່ ໃນ ພຍາງ ທ້າຍຄໍາ ດັ່ງ ສັງຂຍາ ຍ້ອນວ່າ ຄໍາ ສັງຂຍາ ເປັນ ຄໍາປະສົມ ທີ່ ເພິ່ນ ເອົາ “ສັງ” ມາ ປະກອບ ໃສ່ ຂ້າງຫນ້າ ນັ້ນເອງ

ຣູປຕາ ໒
( ບັນດາ ພຍັນຊນະ ຫມວດນຶ່ງ ຈູງ ບັນດາ ພຍັນຊນະ ຫມວດສາມ )

“ສັງ” ເປັນ ຄໍາ ອຸປສັກ ບາລີ ທີ່ ເເປວ່າ ກັບ ດ້ວຍ ນໍາກັນ ພ້ອມກັນ ຮ່ວມກັນ ດັ່ງນີ້ ເປັນຕົ້ນ ເເລະ “ສັງຂຍາ” ຫມາຍເຖິງ ຕົວເລກ ດ້ວຍກັນ ທີ່ ປະກອບ ເປັນ ຈໍານວນ ສ່ວນ ຄໍາ ອຸປສັກ ( ຝຣັ່ງ. Péfixe ) ນັ້ນ ຫມາຍເຖິງ ຄໍາ ທີ່ ເພິ່ນ ໃຊ້ ປະກອບ ເປັນ ຄໍາປະສົມ ເເລະ ທີ່ ເປັນ ພຍາງຫນ້າ ຂອງ ຄໍານັ້ນ

ພຍັນຊນະ ຫມວດກໍ ຫລື ຫມວດນຶ່ງ ( ຣູປຕາ ໒ ) ບໍ່ ສາມາດ ຈະ ຈູງ ພຍັນຊນະ ທັງເຈັດ ໄດ້ ທຸກຕົວ ຊຶ່ງ ບັນຈຸ ໃນ ຫມວດຄໍ ຫລື ຫມວດສາມ ເເລະ ເມື່ອ ພຍັນຊນະ ຫມວດກໍ ຈູງ ຕົວໃດ ສຽງ ຂອງ ພຍາງ ຕົວຫລັງ ຂອງ ຄໍານັ້ນ ຈະ ກາຍເປັນ ສຽງສູງ ສເມີ ດັ່ງ ຕົວຢ່າງ ຕໍ່ໄປນີ້ ຄື

  • ຈຣິດ[ຈະ-ຫລິດ] ຊຶ່ງ ພຍາງ ຫລິດ ມີ ສຽງສູງ ( ຂໍ້ສັງເກດ ກໍ ຄື “ຈິດ ຫລິດ” ມີ ຖ້າມສຽງ ອັນດຽວກັນ ) ເເລະ ຖ້າ ເປັນ ພຍັນຊນະ ຄວບ ມັນ ຈະ ອ່ານ ເປັນ ພຍາງດຽວ
  • ຈຣວດ ຈະ-ຫລວດ ເເລະ ພຍາງ ຫລວດ ມີ ສຽງສູງ ( ຂໍ້ສັງເກດ ກໍ ຄື “ຈວດ ຫລວດ” ມີ ຖ້າມສຽງ ອັນດຽວກັນ )
  • ຕລາດ[ຕະ-ຫລາດ] ຊຶ່ງ ພຍາງ ຫລາດ ມີ ສຽງສູງ ( ຂໍ້ສັງເກດ ກໍ ຄື “ຕາດ ຫລາດ” ມີ ຖ້າມສຽງ ອັນດຽວກັນ )
  • ປໂຍກ[ປະ-ໂຫຍກ] ຊຶ່ງ ພຍາງ ໂຫຍກ ມີ ສຽງສູງ ( “ໂປກ” ກັບ “ໂຫຍກ” ມີ ຖ້າມສຽງ ອັນດຽວກັນ )
  • ປໂຍດ[ປະ-ໂຫຍດ] ຊຶ່ງ ພຍາງ ໂຫຍດ ມີ ສຽງສູງ ( “ໂປດ” ກັບ “ໂຫຍດ” ມີ ຖ້າມສຽງ ອັນດຽວກັນ )
  • ປມາດ[ປະ-ຫມາດ] ຊຶ່ງ ພຍາງ ຫມາດ ມີ ສຽງສູງ ( “ປາດ” ກັບ “ຫມາດ” ມີ ຖ້າມສຽງ ອັນດຽວກັນ )
  • ປລາດ[ປະ-ຫລາດ] ຊຶ່ງ ພຍາງ ຫລາດ ມີ ສຽງສູງ ( “ປາດ” ກັບ “ຫລາດ” ມີ ຖ້າມສຽງ ອັນດຽວກັນ )
  • ປວັດ[ປະ-ຫວັດ] ຊຶ່ງ ພຍາງ ຫວັດ ມີ ສຽງສູງ ( “ປັດ” ກັບ “ຫວັດ” ມີ ຖ້າມສຽງ ອັນດຽວກັນ )
  • ອເນກ[ອະ-ເຫນກ] ຊຶ່ງ ພຍາງ ເຫນກ ມີ ສຽງສູງ ( “ເອກ” ກັບ “ເຫນກ” ມີ ຖ້າມສຽງ ອັນດຽວກັນ )

ອີກປະການນຶ່ງ ພຍັນຊນະ ຕົ້ນພຍາງ ໃນ ຫມວດກໍ ຫລື ຫມວດນຶ່ງ ສາມາດ ປະກອບ ເປັນ ພຍາງ ສາມັນ ທີ່ ມີ ສຽງສູງ ໄດ້ ເມື່ອ ພຍາງນັ້ນ ສະກົດ ດ້ວຍ ພຍັນຊນະ ກ ດ ບ ດັ່ງ ກໍຣະນີ ຂ້າງເທິງນີ້

ສລຸບເເລ້ວ ເມື່ອໃດ ພຍັນຊນະ ຫມວດກໍ ຫລື ຫມວດນຶ່ງ ຈູງ ພຍັນຊນະ ຫມວດຄໍ ຫລື ຫມວດສາມ ເມື່ອນັ້ນ ພຍາງທ້າຍ ຂອງ ຄໍາດັ່ງກ່າວ ຈະ ມີ ສຽງສູງ ສເມີ ເເລະ ການອ່ານ ພຍາງຫນ້າ ຈະ ຕ້ອງ ອ່ານ ໄວໆ ເພື່ອ ບໍ່ ໃຫ້ ສຽງ ຂອງມັນ ອອກ ເຕັມຄໍາ ດັ່ງ “ສເນີ” ທີ່ ເຮົາ ຈະ ຕ້ອງ ອ່ານ ພຍາງ ສ(ະ) ໄວໆ ຈຶ່ງ ຄ່ອຍ ອ່ານ ພຍາງ ເຫນີ ທັມມະດາ ດັ່ງນັ້ນ ຄໍາ ທີ່ ຂຽນ ດ້ວຍ ພຍັນຊນະ ຈູງ ຕ້ອງ ມີ ສອງ ພຍາງ ຢ່າງ ສິ້ນເຊີງ


ຣູປຕາ ໓
( ບັນດາ ພຍັນຊນະ ຫມວດສອງ ຈູງ ບັນດາ ພຍັນຊນະ ຫມວດສາມ )

ເມື່ອໃດ ພຍັນຊນະ ຫມວດຂໍ ຫລື ຫມວດສອງ ( ຣູປຕາ ໓ ) ຈູງ ພຍັນຊນະ ຫມວດຄໍ ຫລື ຫມວດສາມ ເມື່ອນັ້ນ ສຽງ ຂອງ ພຍາງຫລັງ ຕ້ອງ ມີ ສຽງສູງ ສເມີ ເເລະ ການອ່ານ ພຍາງຫນ້າ ດັ່ງ ຂນົມ[ຂະ-ຫນົມ] ຄື ຕ້ອງ ອ່ານ ພຍາງ ຂ(ະ) ໄວໆ ເພື່ອ ບໍ່ ໃຫ້ ສຽງ ຂອງມັນ ອອກ ເຕັມ ຄໍາ ອີກປະການນຶ່ງ ຄໍາໃດ ທີ່ ປະກອບ ດ້ວຍ ພຍັນຊນະ ຈູງ ໂດຍ ທົ່ວໄປ ຈໍານວນ ພຍາງ ຂອງ ຄໍານັ້ນ ຕ້ອງ ມີ ສອງ ພຍາງ ສເມີ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້

  • ຂຍາ[ຂະ-ຫຍາ] ດັ່ງ ສັງຂຍາ( ເລກ ) ເຂົ້າສັງຂຍາ( ຂອງຫວານ )
  • ຂຍອງ[ຂະ-ຫຍອງ] ດັ່ງ ຂຍັນຂຍອງ
  • ຂນະ[ຂະນະ] ( ຕາມປົກຕິ ຄໍານີ້ ຈະ ຕ້ອງ ອ່ານ “ຂະຫນະ” ຖ້າ ຢາກ ໃຫ້ ຖືກ ກັບ ການອ່ານ ພຍັນຊນະຈູງ ທັງຫມົດ ທັງປວງ ເເຕ່ວ່າ ຄົນລາວ ສ່ວນຫລາຍ ຈະ ອ່ານ ອອກສຽງ ພຽງ “ຂະນະ” ເທົ່ານັ້ນ ອີກປະການນຶ່ງ ການ ທີ່ ອ່ານ ເປັນ “ຂະຫນະ” ຈະ ພາ ໃຫ້ ການອອກສຽງ ຫຍຸ້ງ ເຂົ້າ ກວ່າເກົ່າ ດ້ວຍເຫດນີ້ ຂ້າພະເຈົ້າ ຄິດວ່າ ເພິ່ນ ຈິ່ງ ຈັດ ຄໍາ ທີ່ ມີ ພຍາງ ທ້າຍ ທີ່ ປະກອບ ດ້ວຍ ຣັດສະສຣະ ເຂົ້າ ໃນ ກໍຣະນີ ພິເສດ ເຫມືອນ ດັ່ງດຽວ ກັບ ຄໍາ ລັກສນະ ເເຕ່ ຍົກເວັ້ນ ຄໍາ ສຣະ ສລະ ອັກຂຣະ ເປັນຕົ້ນ )
  • ຂນານ[ຂະ-ຫນານ] ດັ່ງ ເສັ້ນຂນານ
  • ຂນົມ[ຂະ-ຫນົມ] ດັ່ງ ຂນົມປັງ ( ຝຣັ່ງ. Du pain ຫລື ເຂົ້າຈີ່ )
  • ຂເເນງ[ຂະ-ເເຫນງ] ດັ່ງ ຂເເນງ ເລກ ເເລະ ຂເເນງ ພາສາສາດ ເປັນຕົ້ນ
  • ຂນ່ອງ[ຂະ-ຫນອງ] ດັ່ງ ສົ້ນຂນ່ອງ
  • ຂເມັ່ນ[ຂະ-ເຫມັ່ນ] ດັ່ງ ຕາຂເມັ່ນ ( ເບິ່ງ ສເມັ່ນ )
  • ຂເມນ[ຂະ-ເຫມນ] ດັ່ງ ປະເທດ ຂເມນ
  • ຂມອງ[ຂະ-ຫມອງ] ດັ່ງ ຂມອງ ທີ່ ຢູ່ ໃນ ກະໂຫລກ ຫົວ
  • -ຂຣະ[ອັກ-ຂະ-ຫລະ] ( ຫລື ອັກ-ຂະ-ຫຣະ ??? ) ດັ່ງ ອັກຂຣະ ລໍາດັບ
  • ສງວນ[ສະ-ຫງວນ] ເເຕ່ ໃຫ້ ອ່ານ ພຍາງ ສ(ະ) ໄວ ຂຶ້ນ ກວ່າເກົ່າ
  • ສຍອງ[ສະ-ຫຍອງ]
  • ສຍາມ[ສະ-ຫຍາມ]
  • ສເນ[ສະ-ເຫນ]
  • ສເນ່[ສະ-ເຫນ່]
  • ສເນີ[ສະ-ເຫນີ]
  • ສນອງ[ສະ-ຫນອງ]
  • ສນິດ[ສະ-ຫນິດ] ດັ່ງ ສນິດສນົມ ( ໃກ້ຊິດ )
  • ສນາມ[ສະ-ຫນາມ]
  • ສນົມ[ສະ-ຫນົມ] ດັ່ງ ສນິດສນົມ
  • ສເມີ[ສະ-ເຫມີ]
  • ສເມັ່ນ[ສະ-ເຫມັ່ນ] ( ເບິ່ງ ຂເມັ່ນ )
  • ສມອງ[ສະ-ຫມອງ] ຫມາຍເຖິງ ມັນສມອງ ຄວາມຄິດ
  • ສຣະ[ສະ-ຫຣະ] ( ຫລື ສະ-ຫລະ ເເຕ່ ບໍ່ ເເມ່ນ ການເສັຽສລະ )
  • ສລະ[ສະ-ຫລະ] “ເສັຽສລະ” ຫລື “ສລະ ເວລາ”
  • ສວາມີພັກ[ສະ-ຫວາ-]
  • ສເເວງ[ສະ-ເເຫວງ]
  • ລັກສນະ ອ່ານ “ລັກ-ສະ-ນະ” ເເລະ ຖ້າ ຈະ ໃຫ້ຖືກ ຕາມ ສຽງ ຂອງ ພຍັນຊນະ ຈູງ ຕ້ອງ ອ່ານ “ລັກ-ສະ-ຫນະ” ເເຕ່ ເພິ່ນ ຈັດ ການອ່ານ ຂອງ ຄໍານີ້ ເຂົ້າ ໃນ ກໍຣະນີ ພິເສດ ເເຕ່ ຍົກເວັ້ນ ຄໍາ ສຣະ ສລະ ອັກຂຣະ ເປັນຕົ້ນ
  • ຖນອງ[ຖະ-ຫນອງ] ເເຕ່ ໃຫ້ ອ່ານ ພຍາງ ຖ(ະ) ໄວ ຂຶ້ນ ກວ່າເກົ່າ
  • ຖນອມ[ຖະ-ຫນອມ]
  • ຖລໍາ[ຖະ-ຫລໍາ]
  • ຖເລັຽ[ຖະ-ເຫລັຽ]
  • ຖເລິງ[ຖະ-ເຫລິງ] ດັ່ງ ຖເລິງສົກ ຄື ມື້ ຕັ້ງຕົ້ນ ປີໃຫມ່ ນັ້ນເອງ
  • ຖວາ[ຖະ-ຫວາ] ( ດອກ ອິນຖວາ ??? )
  • ຖວາຍ[ຖະ-ຫວາຍ] ຊຶ່ງ ບໍ່ ເເມ່ນ ພຍັນຊນະ ຄວບ
  • ຜຍາ[ຜະ-ຫຍາ] ເເຕ່ ໃຫ້ ອ່ານ ພຍາງ ຜ(ະ) ໄວ ຂຶ້ນ ກວ່າເກົ່າ
  • ຜຍົມ[ຜະ-ຫຍົມ] ດັ່ງ ຜຍົມຜຍາ
  • ຜນວດ[ຜະ-ຫນວດ]
  • ຜລິດ[ຜະ-ຫລິດ]
  • ຜວາ[ຜະ-ຫວາ]
  • ຝຣັ່ງ[ຝະ-ຫລັ່ງ] ຊຶ່ງ ຄໍານີ້ ປະກອບ ດ້ວຍ ພຍັນຊນະ ຈູງ ຊຶ່ງ ມີ ສອງ ພຍາງ ເເລະ ກໍ ບໍ່ ເເມ່ນ ດ້ວຍ ພຍັນຊນະ ຄວບ ເເລະ ຖ້າ ເປັນ ພຍັນຊນະ ຄວບ ມັນ ຈະ ອ່ານ “ຝຣັ່ງ” ໂດຍ ອ່ານ ຕົວຝໍ ເເລະ ຕົວຣໍ ພ້ອມກັນ ຊຶ່ງ ມີ ພຽງ ພຍາງດຽວ ເທົ່ານັ້ນ ສະນັ້ນ ເຮົາ ຕ້ອງ ຮູ້ ດ້ວຍ ຄວາມເເນ່ນອນ ວ່າ ພຍາງໃດ ປະກອບ ດ້ວຍ ພຍັນຊນະ ຄວບ ເເລະ ພຍາງໃດ ປະກອບ ດ້ວຍ ພຍັນຊນະ ຈູງ

ພຍັນຊນະ ຫມວດຂໍ ຫລື ຫມວດສອງ ສາມາດ ຈູງ ບັນດາ ພຍັນຊນະ ຫມວດຄໍ ໄດ້ ເກືອບ ທຸກຕົວ ນອກຈາກ ຕົວຫໍ ( ຫ) ຕົວດຽວ ທີ່ ໃຊ້ໄວ້ ປະກອບ ເປັນ ພຍັນຊນະ ປະສົມ


ຣູປຕາ ໔
( ບັນດາ ພຍັນຊນະ ຫມວດສາມ ຈູງ ບັນດາ ພຍັນຊນະ ຫມວດສາມ )

ພຍັນຊນະ ຫມວດສາມ ຖືກ ເເບ່ງ ເປັນ ສອງ ຈຸ ຊຶ່ງ ຈຸສອງ ເປັນ ຈຸ ທີ່ ເພິ່ນ ໃຊ້ ເປັນ ພຍັນຊນະ ຕົ້ນພຍາງ ຕົວຫລັງ ຫມາຍຄວາມວ່າ ເປັນ ພວກ ທີ່ ຍອມ ໃຫ້ ພວກອື່ນ ຈູງດັງ ( ເພາະ ຕາມກົ້ນ ພວກອື່ນ ຕລອດ ປາສຈາກ ຄວາມຄິດ ເປັນ ຂອງ ຕົນເອງ ເເລະ ການປົກຄອງ ປະເທດ ກໍ ຕົກ ໃນ ກໍຣະນີ ດຽວກັນ ສັ້ນນັ້ນ ) ເເຕ່ ມີ ກໍຣະນີ ຍົກເວັ້ນ ຄື ກໍຣະນີ ພຍັນຊນະ ຄວບ ຊຶ່ງ ຕົວງໍ ( ງ ) ທີ່ ຖືກ ຫມູ່ ຈູງດັງ ຢູ່ ເເລ້ວ ຫັນ ມາ ຈັບມືຖືເເຂນ ກັບ ຕົວວໍ ( ວ ) ທີ່ ຖືກ ພວກອື່ນ ຈູງດັງ ເຫມືນກັນ ເພື່ອ ຮ່ວມມືກັນ ຕໍ່ສູ້ ຈົນ ໄດ້ ຜົນສໍາເຣັດ ຄືດັ່ງ “ເເມງງວ້າງ ງວາກຫນ້າ” ເປັນຕົ້ນ

ພາຍໃນ ບັນດາ ພຍັນຊນະ ຫມວດສາມ ດ້ວຍກັນ ຍັງ ມີ ຈຸ ທີນຶ່ງ ທີ່ ສາມາດ ຈູງ ຈຸສອງ ໄດ້ ເຫມືອນ ກັບ ການຈູງ ຂອງ ພຍັນຊນະ ຫມວດນຶ່ງ ເເລະ ຫມວດສອງ ເເຕ່ຫາກວ່າ ການຈູງ ຂອງ ຈຸ ພຍັນຊນະ ດັ່ງກ່າວນີ້ ບໍ່ ສາມາດ ຈະ ພາໃຫ້ ພຍາງທ້າຍ ປ່ຽນ ສຽງ ໄດ້ ເເລະ ມີ ພຽງເເຕ່ ເຮັດໃຫ້ ສຽງ ຂອງ ພຍາງຫນ້າ ໄວ ຂຶ້ນ ກວ່າເກົ່າ ເທົ່ານັ້ນເອງ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້

  • ຄນະ [ຄະ-ນະ] ເເຕ່ ໃຫ້ ອ່ານ ພຍາງ ຄ(ະ) ໄວ ຂຶ້ນ ກວ່າເກົ່າ
  • ຊນະ [ຊະ-ນະ]
  • ຊນິດ [ຊະ-ນິດ] ( ປະເພດ )
  • ພຍາ[ພະ-ຍາ] ເເລະ ໃຫ້ ອ່ານ ພຍາງ ພ(ະ) ໄວ ຂຶ້ນ ກວ່າເກົ່າ
  • ພຍາຍາມ[ພະ-ຍາ-ຍາມ]
  • ພຍາບາດ[ພະ-ຍາ-ບາດ]
  • ພຍາບານ[ພະ-ຍາ-ບານ]
  • ພຍາງ[ພະ-ຍາງ]
  • ພຍາດ[ພະ-ຍາດ]
  • ພຍານ[ພະ-ຍານ]
  • ພນະ[ພະ-ນະ] ດັ່ງ ພນະທ່ານ

ຫມາຍເຫດ || Nota Bene
ໃນ ຣະດັບ ນີ້ ຂ້າພະເຈົ້າ ບໍ່ ສາມາດ ຈະ ຕັດສິນໃຈ ຄົນດຽວ ກ່ຽວກັບ ການຮັບຮູ້ ເອົາ ການສະກົດ ເເລະ ການຂຍາຍ ຄໍາ ທີ່ ຂຽນ ດ້ວຍ ພຍັນຊນະ ຈູງ ເຂົ້າ ໃນ ຫລັກ ໄວຍາກອນ ຂອງ ກົມ ວັນນະຄະດີ ລາວ ໄດ້ ຊຶ່ງ

  • ຫມວດຄໍ ຈູງ ຫມວດຄໍ ດັ່ງ
    • ພລາດ[ພະ-ລາດ] ເເຕ່ວ່າ “ພລັນ” ປະກອບ ດ້ວຍ ພຍັນຊນະ ຄວບ ຊຶ່ງ ມາ ຈາກ “ພັນກັນ” ‘ພນັນກັນ’
  • ຫມວດຂໍ ຈູງ ຫມວດຂໍ ດັ່ງ
    • ສຖານ[ສະ-ຖານ] ຊຶ່ງ ປົກຕິ ເພິ່ນ ຂຽນ ສະຖານ ຊຶ່ງ ເປັນ ຄໍາ ສັນສະກຣິດ ( “ຖານະ” ເປັນ ຄໍາ ບາລີ ເເລະ “ຖານ ຖ່ານ ຖ້ານ” ເປັນ ຄໍາມູນ )
    • ສຫາຍ[ສະ-ຫາຍ] ຊຶ່ງ ປົກຕິ ເພິ່ນ ຂຽນ ສະຫາຍ ເປັນຕົ້ນ
  • ຫມວດຂໍ ຈູງ ຫມວດກໍ ດັ່ງ
    • ສບາຍດີ[ສະ-ບາຍ-ດີ] ຊຶ່ງ ປົກຕິ ເພິ່ນ ຂຽນ ສະບາຍດີ
    • ສດວກ[ສະ-ດວກ] ຊຶ່ງ ປົກຕິ ເພິ່ນ ຂຽນ ສະດວກ
    • ສເເດງ[ສະ-ເເດງ] ຊຶ່ງ ປົກຕິ ເພິ່ນ ຂຽນ ສະເເດງ ເປັນຕົ້ນ
  • ຫມວດກໍ ຈູງ ຫມວດຄໍ ດັ່ງ
    • ຕລາດ[ຕະ-ລາດ] ຊຶ່ງ ປົກຕິ ເພິ່ນ ອ່ານ “ຕະ-ຫລາດ” ໂດຍ ອ່ານ ພຍາງຫນ້າ ບໍ່ ໃຫ້ ເຕັມ ຄໍາ ເເລະ ພຍາງຫລັງ ມີ ສຽງສູງ
    • ໂກລດ[Claude] ຊຶ່ງ ເປັນ ວິສາມັນນາມ ຄື ເປັນ ຊື່ ສະເພາະ ຂອງ ຄົນ ສັດ ເເລະ ສິ່ງຂອງ

ເຖິງຢ່າງໃດກໍດີ ກໍຣະນີ ທີ່ ເປັນ ຊື່ ຫລື ເປັນ ວິສາມັນນາມ ເຮົາ ມີ ສິດ ທີ່ ຈະ ຂຽນ “ຕາມໃຈ” ໄດ້ ຂໍ ພຽງເເຕ່ ໃຫ້ ອ່ານອອກ ກໍ ໄດ້ ເຣື່ອງ

ການຕັດສິນໃຈ ເເບບນີ້ ຕ້ອງ ເເມ່ນ ການຕັດສິນໃຈ ຂອງກຸ່ມ ຂອງຄນະ ເເລະ ກໍ ບໍ່ ເເມ່ນ ການຕັດສິນໃຈ ສ່ວນ ບຸກຄົນ ເເລະ ຂ້າພະເຈົ້າ ມີ ຫນ້າທີ່ ອະທິບາຍ ຫລື ຈະ ເນັ້ນຫນັກ ໃສ່ ການອະທິບາຍ ໄວຍາກອນ ລາວ ໃຫ້ ເເຈ່ມເເຈ້ງ ເເລະ ໃຫ້ ດີ ຂຶ້ນ ກວ່າເກົ່າ ເທົ່ານັ້ນເເລ ( ພ້ອມດ້ວຍ ຂໍ້ສັງເກດ )

ການຂຽນ ຫລື ການສະກົດ ເເບບນີ້ ເເມ່ນ ທ່ານ ພູວັງ ອິນທິຣາດ ຊຶ່ງ ຂ້າພະເຈົ້າ ນັບຖື ເປັນ ຜູ້ສເນີ ກ່ອນຫມູ່ ເພື່ອ ໃຫ້ ຮັບຮູ້ ເອົາ ການຂຽນ ເເບບນີ້ ທ່ານເອງ ກໍ ເປັນ ຜູ້ຮູ້ ໄວຍາກອນ ລາວ ໄດ້ດີ ອີກ ຜູ້ນຶ່ງ ທີ່ ບໍ່ ນ້ອຍຫນ້າ ຄົນອື່ນ

ອີກປະການນຶ່ງ ເມື່ອ ເຮົາ ຮັບຮູ້ ການຂຽນ ຫລື ‘ການສະກົດ’ ຂ້າງເທິງນີ້ ເຮົາ ຈໍາເປັນ ຕ້ອງ ອະທິບາຍ ກ່ຽວກັບ ພຍັນຊນະ ຈູງ ໃຫມ່ຫມົດເລີຍ ຖ້າ ອີງຕາມ ຄວາມສອດຄ່ອງ ທີ່ ກົມວັນນະຄະດີ ລາວ ໄດ້ຂຽນ ໄວ້ ເເລະ ຢ່າ ລືມ ວ່າ ໃນ ປຶ້ມ ໄວຍາກອນ ຂອງ ກົມວັນນະຄະດີ ລາວ ນັ້ນ ມັນ ຈະ ມີ ຄວາມຜິດພາດ ຫລາຍສິ່ງ ນານາ ປະການ ຊຶ່ງ ລາງຄົນ ກໍ ອາດ ຈະ ບໍ່ ສາມາດ ທີ່ ຈະ ເເກະ ກຸນເເຈ ດັ່ງກ່າວ ໄດ້ ຕາມ ຈຸດປະສົງ ຂອງຕົນ

ຫລັກ ການລຶບ ສຣະອະ ( ◌ະ )
ເພິ່ນ ລຶບ ສຣະອະ ອອກ ຈາກ ພຍາງຫນ້າ ຫາກ ເມື່ອໃດ ພຍາງຫນ້າ ປະກອບ ສຣະອະ ພ້ອມດ້ວຍ ພຍາງຫລັງ ກໍ ປະກອບ ສຣະອະ ເຫມືອນກັນ ເມື່ອນັ້ນ ເພິ່ນ ຈຶ່ງ ລຶບ ສຣະອະ ອອກ ຈາກ ພຍາງຫນ້າ ຄືດັ່ງ

  • ຂະນະ ເປັນ ຂນະ
  • ຄະນະ ເປັນ ຄນະ
  • ສະລະ ເປັນ ສລະ
  • ຊະນະ ເປັນ ຊນະ
  • ພະນະ ເປັນ ພນະ(ທ່ານ)

ເເຕ່ຫາກວ່າ ( ຝຣັ່ງ. En revanche ) ເພິ່ນ ຂຽນ

  • ກະຣະ ເປັນ “ກຣ” ກໍ ເລີຍ ກາຍ ເປັນ “ກອນ” ໃນ ພາສາ ລາວ
  • ປະກະຕິ ເປັນ ປົກຕິ[ປົກ-ກະ-ຕິ]
  • ພະລະ ເປັນ “ພລ” ເເລະ ຖືກ ເເຜງ ເປັນ “ພົລ” ຫລື “ພົນ” ດັ່ງ ພົລເມືອງ ເປັນຕົ້ນ

ຕໍ່ມາ ເພິ່ນ ຈຶ່ງ ໃຊ້ ຫລັກ ດັ່ງ ທີ່ ຂ້າພະເຈົ້າ ໄດ້ກ່າວມາ ຂ້າງເທິງນີ້

ສລຸບຄວາມ || Conclusion
ໄວຍາກອນ ລາວ ເເລະ ໂດຍ ສະເພາະ ເເມ່ນ ອັກຂຣະວິທີ ຄື ການຂຽນ ຖ້ອຍຄໍາ ໄດ້ອີງເອົາ ຕາມ ໄວຍາກອນ ບາລີ ທັງນັ້ນ ຊຶ່ງ ເເຕກຕ່າງ ກັບ ອັກຂຣະວິທີ ຂອງ ໄທຍ ເພາະວ່າ ໄທຍ ອີງໃສ່ ທັງ ບາລີ ເເລະ ທັງ ສັນສະກຣິດ ດັ່ງ “ປະຊາທິປະໄຕຍ” ເເທນທີ່ ຈະ ຂຽນ “ປະຊາທິປະຕັຍ” ເຫມືອນດັ່ງ ຄົນລາວ ສ່ວນຫລາຍ ຄິດ ທັງນີ້ ກໍ ເນື່ອງ ມາ ຈາກ ຄໍາ ປະຊາທິປະໄຕຍ ເປັນ ຄໍາ ທີ່ ມີ ເຄົ້າ ມາ ຈາກ ຄໍາ ບາລີ ເເລະ ຖ້າ ຄໍາໃດ ມີ ເຄົ້າ ຈາກ ສັນສະກຣິດ ໄທຍ ກໍ “ສະກົດ” ຕາມ ພາສາ ສັນສະກຣິດ ອີກປະການນຶ່ງ “ການສະກົດ” ຫນັງສື ໄທຍ ກໍ ຂຽນ ປາສຈາກ ສຣະອະ ( ◌ະ ) ເປັນ ສ່ວນຫລາຍ ( ສະນັ້ນ ຄົນລາວ ທີ່ ຄິດ ວ່າ ຕົນ ຂຽນ ຕາມເຄົ້າ ຈຶ່ງ ເປັນ ພຽງ ການລອກກ່າຍ ຈາກ ຄໍາໄທຍ ເທົ້ານັ້ນເອງ ເເລະ ເຮົາ ກໍ ບໍ່ ຮູ້ວ່າ ຜູ້ກ່ຽວ ມີ ຄວາມເຂົ້າໃຈ ພື້ນຖານ ເຖິງ ຂນາດໃດ ກັນເເທ້ ກ່ຽວກັບ ເຄົ້າ ບາລີ ເເລະ/ຫລື ເຄົ້າ ສັນສະກຣິດ )

ສ່ວນ ການສະກົດ ຄໍາລາວ ໂດຍ ທົ່ວໄປ ເພິ່ນ ຈະ ມີ ຣະບຽບ ເເບບ “ຕາຍໂຕ” ເເນ່ ນ້ອຍນຶ່ງ ເຫມືອນດັ່ງ ໄວຍາກອນ ຝຣັ່ງ ເພາະ ຄົນລາວ ຄາວນັ້ນ ໄດ້ສຶກສາ ຈາກ ຝຣັ່ງ ຫລາຍ ທີ່ສຸດ ເເລະ ໄວຍາກອນ ຝຣັ່ງ ກໍ ມີ ຫລັກ ເເນ່ນອນ ຫລາຍກວ່າ ຫລັກ ຂອງ ພາສາ ອື່ນໆ ໃນ ໂລກ

ນອກຈາກນີ້ ອັກຂຣະວິທີ ບາລີ ກໍ ມີ ຫລັກ ເເນ່ນອນ ເເລະ ຕາຍໂຕ ເເລະ ບໍ່ ເປັນ ເຫມືອນ ອັກຂຣະວິທີ ສັນສະກຣິດ ທີ່ ບໍ່ ມີ ຫລັກ ຕາຍໂຕ ອັນນີ້ ຄື ຄວາມເເຕກຕ່າງ ຣະຫວ່າງ ອັກຂຣະວິທີ ບາລີ ເເລະ ອັກຂຣະວິທີ ສັນສະກຣິດ ( ເບິ່ງ ຫລັກ ການຂຽນ ຕາມ ເຄົ້າ ບາລີ ຂອງ ລາວ )

ການເຂົ້າໃຈ ຫລັກ ຂອງ ພຍັນຊນະນໍາ ຈະ ເປັນ ພື້ນຖານ ອັນ ເເຫນ້ນຫນໍາ ໃນ ການຂີດຂຽນ ພາສາ ລາວ ເຖິງເເມ່ນວ່າ ເຮົາ ຈະ ຂຽນ ຕາມໃຈ ກໍດີ ຄວາມຮູ້ ດັ່ງກ່າວ ຈະ ຊ່ວຍ ໃຫ້ ເຮົາ ສາມາດ ຮຽນ ຂຽນ ຫນັງສື ໄທຍ ໄດ້ດີ ເເລະ ໄດ້ໄວ ອີກດ້ວຍ ( ຊຶ່ງ ມີ ການປາກເວົ້າ ຢ່າງດຽວກັນ ກັບ ຄົນລາວ ) ໂດຍ ບໍ່ ຈໍາເປັນ ຈະ ຕ້ອງ ເຂົ້າໃຈ ການຜັນສຽງ ເເລະ ການເເຜງ ອັກສອນ ເພີ່ມເຕີມ ກໍ ພຽງພໍ ກັບ ຄວາມຕ້ອງການ ໄດ້ ເເນ່ນອນ ວ່າ ຖ້າ ທ່ານ ຢາກ ເຂົ້າໃຈ ເລິກ ກວ່ານີ້ ທ່ານ ຄວນ ສຶກສາ ການຜັນສຽງ ເເລະ ການເເຜງ ອັກສອນ ເເຕ່ຫາກວ່າ ສິ່ງ ທີ່ ກ່າວມາ ນີ້ ເປັນ ພຽງ ການຂຽນ ໃຫ້ຖືກ ຫລັກ ຢ່າງດຽວ ເທົ່ານັ້ນ ເເລະ ສິ່ງ ສໍາຄັນ ທີ່ ເຮົາ ຈໍາເປັນ ຈະ ຕ້ອງ ເຂົ້າໃຈ ຕື່ມອີກ ກໍ ຄື ລັກສນະນາມ ເພື່ອ ໃຊ້ ຖ້ອຍຄໍາ ໃຫ້ ສອດຄ່ອງ ກັບ ພາສາ ລາວ ນັ້ນເອງ ຄືດັ່ງ “ສ່ຽວ ສາມຄົນ” ເເລະ ກໍ ບໍ່ ເເມ່ນ “ສາມສ່ຽວ” ເປັນຕົ້ນ ພ້ອມທັງ ການໃຊ້ ຖ້ອຍຄໍາ ໃນ ປໂຍກ ນຶ່ງໆ ໃຫ້ ຖືກຕ້ອງ ອີກດ້ວຍ ເພິ່ນ ຈິ່ງ ຮຽກ ໄວຍາກອນ ໄດ້


ເຣື່ອງຕລົກ || Blague / Joke

ຂໍ ຂອບໃຈ ມາ ຍັງ ທ່ານ Nicolas[ນິໂກລາສ] ຈາກ ສະຫະຣັດ ທ່ານ ເດິລາວ[The_Lao] ຈາກ ສະຫະຣັດ ທ່ານ Taxi laoder[ຕັກຊີ ລາວເດີ] ຈາກ ອົສຕຣາລີ ທ່ານ ບັກຄວາຍ[Buk Khouay] ຈາກ ຝຣັ່ງ ເເລະ ພິເສດສຸດ ມາ ຍັງ ນາຍາງ ສາວຈາຍນາ[Saochina_2] ເເລະ ທ່ານ ທະຫານລາວບອຍ[TAHANLAOBOY] ຊຶ່ງ ເປັນ ຫົວຫນ້າ ຫ້ອງ Laos Fact of the day ພ້ອມດ້ວຍ ຄນະ ຈັດ ຣາຍການ ປະກວດ ເຣື່ອງ ຕລົກ ຈາກ ທົ່ວໂລກ ທີ່ ຫ້ອງນີ້ ເມື່ອ ຄສ. ໒໐໐໙

ຂ້າພະເຈົ້າ ຂໍ ວິ່ງວອນ ເອົາ ສິ່ງ ສັກສິດ ຈົງ ມາ ບັນດົນ ບັນດານ ໃຫ້ ພວກທ່ານ ທັງຫລາຍ ມີ ເເຕ່ ຄວາມສຸກ ປາສຈາກ ພຍາດໂຣຄາ ນານາ ປະການ ດ້ວຍເຖີ້ນ ສາທຸ
IMG/mp3/Talok_56_Viet_Driver_2009.mp3
IMG/mp3/Talok_02_2of3_2009_Lao_Gnipoun_Keo.mp3
ຣະວັງ! ຫ້າມ ເດັກນ້ອຍ ຟັງ
IMG/mp3/Talok_35_Lamok_Bak_Khouay_20091207.mp3
IMG/mp3/Talok_12_1of2_Taxi_Laoder.mp3

ຊາດນີ້ ຂ້າພະເຈົ້າ ບໍ່ ໄດ້ສ້າງຫຍັງ ເປັນ ປໂຍດ ປະໄວ້ ໃຫ້ ເເກ່ ລູກຫລານ ຈຶ່ງ
ຂໍ ອຸທິດ ຜົນງານ ອັນເລັກນ້ອຍ ອັນນີ້ ເເດ່ ຜູ້ຂຽນ ຫນັງສື ເປັນ ພາສາລາວ ຜູ້ປັບປຸງ ພາສາລາວ ເເລະ ນັກຮຽນ ພາສາລາວ ຫມົດທຸກຄົນ ພ້ອມດ້ວຍ ຄົນລາວ ທຸກຖ້ວນຫນ້າ ເເລະ ພິເສດສຸດ ເເດ່ ລູກ ທຸກຄົນ
ສາທຸ

Khamphéo Phouphetlinthong

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0