ພາສາ ລາວ - La langue lao ບົນ ລາວເເພນ

ການຜັນສຽງ - Modulation des tons

ວັນອັງຄານ ທີ ໔ ເດືອນ ຕຸລາ/octobre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology
“ການຜັນສຽງ” ເປັນ ນາມວະລີ
“ຜັນ” ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ຈໍາພວກ ຄໍາ ທີ່ ເປັນ ຄໍາລາວ ເເທ້ໆ ມາ ເເຕ່ດັ້ງ ເເຕ່ເດີມ ນັ້ນເອງ ເເລະ ຄໍານີ້ ຄົນລາວ ມັກ ໃຊ້ ໃນ ການປາກເວົ້າ ເຊັ່ນ ຜັນຜ້າເເພ ຜັນນໍ້າ ເເລະ ຜັນເເປ ເປັນຕົ້ນ ສ່ວນ ຄໍາ ຜັນສຽງ ນີ້ ນ້ອຍຫນັກນ້ອຍຫນາ ຈຶ່ງ ເຫັນ ຄົນລາວ ໃຊ້ກັນ ຍ້ອນ ສາຍເຫດ ທີ່ ວ່າ ຄົນລາວ ເອງ ບໍ່ ຄ່ອຍ ສົນໃຈ ຮຽນ ພາສາ ລາວ ຂອງ ຕົນເອງ ຖ້າ ການເວົ້າ ພາສາ ລາວ ຄົງ ມີ ຢູ່ ໃນ ປັດຈຸບັນ ກໍ ເປັນ ພຽງເເຕ່ ການເເປ ຈາກ ພາສາ ອື່ນ ເຊັ່ນ ພາສາ ຝຣັ່ງ ເເລະ ພາສາ ອັງກິດ ເປັນ ສ່ວນໃຫຍ່ ເທົ່ານັ້ນເອງ

ການຜັນສຽງ ໂດຍ ສັງເຂບ ຫມາຍເຖິງ ການ ທີ່ ເພິ່ນ ກົດ ວັນນະຍຸດ ໃສ່ ພຍາງໃດພຍາງນຶ່ງ ເເຕ່ ວັນນະຍຸດ ດັ່ງກ່າວ ນີ້ ເຮົາ ບໍ່ ສາມາດ ຈະ ຮູ້ ໄດ້ ວ່າ ເພິ່ນ ເອົາ ມັນ ເຂົ້າໃສ່ ໃນ ການຂີດຂຽນ ພາສາ ລາວ ມາ ໄດ້ ດົນນານ ເທົ່າໃດ ເເລ້ວ ເເລະ ອີງຕາມ ການຂີດຂຽນ ຂອງ ພຣະເຈົ້າ ສັກກະຣິນ ເພິ່ນ ໄດ້ໃຊ້ ວັນນະຍຸດ ເເລ້ວ ພາຍໃຕ້ ຣັຊການ ຂອງ ເພິ່ນ

ຣູປຕາ ໑


ໂຄສະຖານ || Phonétique / Phonetics
ພຍາງ “ການ” ມີ ສຽງຍາວ ເເລະ ເປັນ ພຍາງ ສາມັນ ຂອງ ເເມ່ທັງເເປດ ທີ່ ສະກົດ ດ້ວຍ ຕົວນໍ ( ນ ) ປາສຈາກ ການຜັນສຽງ ພ້ອມທັງ ມີ ສຽງດຽວ ກັບ ສຽງ ຂອງ ບັນດາ ພຍັນຊນະ ຫມວດກໍ ຫລື ຫມວດນຶ່ງ ( ດິກເບິ່ງ ການທຽບ ສຽງ ທີ່ນີ້ ) ຊຶ່ງ ພຍາງໃດ ທີ່ ຂຽນ ດ້ວຍ ພຍັນຊນະ ຕົ້ນພຍາງ ໃນ ຫມວດນີ້ ເພິ່ນ ສາມາດ ຫລິ້ນ ສຽງ ໄດ້ ຫ້າສຽງ ດ້ວຍກັນ ຄື ສຽງສາມັນ ສຽງເອກ ສຽງໂທ ສຽງຕຣີ ເເລະ ສຽງຈັຕວາ[ຈັດ-ຕະ-ວາ] ສ່ວນ ສຽງ ທັງສີ່ ສຸດທ້າຍນັ້ນ ເພິ່ນ ຮຽກ ການຜັນສຽງ ກໍ ເພາະວ່າ ພຍາງ ສາມັນ ດັ່ງກ່າວ ສາມາດ ປະກອບ ວັນນະຍຸດ ໄດ້ ທຸກ ຮູບ ນັ້ນເອງ

ພຍາງ “ຜັນ” ມີ ສຽງສັ້ນ ເເລະ ເປັນ ພຍາງ ສາມັນ ຂອງ ເເມ່ທັງເເປດ ທີ່ ສະກົດ ດ້ວຍ ຕົວນໍ ( ນ ) ປາສຈາກ ການຜັນສຽງ ພ້ອມທັງ ມີ ສຽງດຽວ ກັບ ສຽງ ຂອງ ບັນດາ ພຍັນຊນະ ຫມວດຂໍ ຫລື ຫມວດສອງ

ພຍາງ “ສຽງ” ມີ ສຽງຍາວ ເເລະ ເປັນ ພຍາງ ສາມັນ ຂອງ ເເມ່ທັງເເປດ ທີ່ ສະກົດ ດ້ວຍ ຕົວງໍ ( ງ ) ປາສຈາກ ການຜັນສຽງ ພ້ອມທັງ ມີ ສຽງດຽວ ກັບ ສຽງ ຂອງ ບັນດາ ພຍັນຊນະ ຫມວດຂໍ ຫລື ຫມວດສອງ

ຄໍາ “ການຜັນສຽງ” ເປັນ ຄໍາປະສົມ ອັນ ມີ ຈໍານວນ ພຍາງ ສາມ ພຍາງ ເເລະ ຍັງ ເປັນ ຄໍາ ທີ່ ຫລິ້ນ ສຽງ ໄດ້ ຍາກ ທັງນີ້ ກໍ ເນື່ອງ ມາ ຈາກ ເຫດຜົນ ທີ່ ວ່າ ຄໍາໃດ ມີ ຈໍານວນ ພຍາງ ສາມ ພຍາງ ຂຶ້ນໄປ ຄໍານັ້ນ ຈະ ເປັນ ຄໍາຕາຍ

ຄໍາອະທິບາຍ || Explication / Explanation
ຜັນ ເເປວ່າ ຫມຸນວຽນ ປ່ຽນເເປງ ໄປ ຕລອດ ເເລະ ຜັນສຽງ ຫມາຍຄວາມວ່າ ເຮັດ ໃຫ້ ສຽງ ປ່ຽນ ໄປ ຕາມ ຮູບ ວັນນະຍຸດ || “ຜັນ ສຽງ” ຝຣັ່ງ ເວົ້າວ່າ Moduler des sons

  1. “ຜັນ” ນາມ.
    1. ພືດ ຊນິດນຶ່ງ ທີ່ ເກີດ ຢູ່ ໃນ ນໍ້າ ເເລະ ທີ່ ຊື່ວ່າ ບົວຜັນ ຊຶ່ງ ພືດ ຊນິດນີ້ ມັກ ເກີດ ຢູ່ ໃນ ຫນອງດຽວກັນ ກັບ ບົວເຜື່ອນ
    2. ເດີ່ນກວ້າງ ໃນ ເເຫ່ງໃດເເຫ່ງນຶ່ງ ຫລື ໃນ ຫມູ່ບ້ານ ( ບໍ່ ເເມ່ນ ຜັ່ນ “ນາ” )

  2. “ຜັນ” ກິຣິຍາ. ເຮັດໃຫ້ເປັນ ສະພາບ ເເບບໃຫມ່ ຫລື ປ່ຽນ ບ່ອນ ປ່ຽນ ສະພາບ
    1. “ຜັນຜ້າເເພ” ຫມຸນຜ້າ ບິດຜ້າເເພ ຫລືວ່າ ຫມຸນ ຜ້າເເພ ໄປ ທາງ ກົງກັນຂ້າມ
    2. “ຜັນເເປ” ປ່ຽນ ຈາກ ສະພາບເດີມ ຈົນ ເເປ ລົງ ຈາຮີດ ນີ້ເເລ ( ຄັນ ມັນ ເເປ ຫລາຍ ກໍ ໃສ່ ຫຍັງ ບໍ່ ໄດ້ )
    3. “ຜັນສຽງ” ປ່ຽນສຽງ ຫມຸນສຽງ ໄປທາງໃຫມ່
    4. “ຜັນຜານ” ມຸ້ງຫນ້າ ໄປສູ່ ເເຫ່ງໃດເເຫ່ງນຶ່ງ
    5. “ຜັນຜາດ” ຍ່າງ ໄວໆ
    6. “ຜັນລວາ” ຂີ່ລວາ ຂີ່ມ້າ ໄປ ເເຫ່ງອື່ນ ( ເຄື່ອນທີ່ ໂດຍ ຂີ່ ລວາ )

ຣູປຕາ ໒

ສໍາລັບ ການຂີດຂຽນ ເເລ້ວ ການຜັນສຽງ ຫມາຍເຖິງ ການ ທີ່ ເພິ່ນ ເອົາ ວັນນະຍຸດ ຕົວໃດຕົວນຶ່ງ ຫມາຍໃສ່ ເທິງ ຫົວ ພຍັນຊນະ ຕົ້ນພຍາງ ສາມັນ ຫລື ຂອງ ພຍາງ ສາມັນ ນັ້ນເອງ ເເຕ່ຫາກວ່າ ເມື່ອ ພຍາງໃດ ຜັນສຽງ ບໍ່ ໄດ້ ຫມາຍຄວາມວ່າ ພຍາງນັ້ນ ບໍ່ ສາມາດ ຈະ ປະກອບ ວັນນະຍຸດ ໄດ້ ທຸກ ຮູບ ເເລະ ເພິ່ນ ຮຽກ ພຍາງນັ້ນ ວ່າ ພຍາງຕາຍ

ຕາມ ປົກຕິ[ປົກ-ກະ-ຕິ] ພຍັນຊນະ ຫມວດກໍ ຜັນ ໄດ້ ຫມົດ ທັງສີ່ ສຽງ ຄື ເອກ ໂທ ຕຣີ ຈັຕວາ ເເລະ ພຍັນຊນະ ຫມວດຂໍ ກັບ ຫມວດຄໍ ຜັນ ໄດ້ ພຽງເເຕ່ ສອງ ສຽງ ເທົ່ານັ້ນ ຄື ເອກ ເເລະ ໂທ ສ່ວນ ໄມ້ຕຣີ ກັບ ໄມ້ຈັຕວາ ນັ້ນ ເພິ່ນ ເອົາ ໄວ້ ຂຽນ ຄໍາ ອຸທານ ຄື ຄໍາທັກທາຍ ຄໍາອັສຈັນ ດັ່ງນີ້ ເປັນຕົ້ນ ທີ່ ເຮົາ ບໍ່ ສາມາດ ຈະ ຂຽນ ໃຫ້ ຖືກ ສຽງ ຂອງ ຄໍາເວົ້າ ຢ່າງ ເເນ່ນອນ ໄດ້ ນັ້ນເອງ

ຣູປຕາ ໓
  • ຄໍາ ປະຕິນາມ ຫລື ຄໍາ ກົງກັນຂ້າມ ຂອງ ຄໍາ ຜັນ ມີ ຄື ຄົງທີ່ ຫມັ້ນຄົງ ຍືນຍົງ

ວັນນະຍຸດ || Accents tonals / Tonal accents
ວັນນະຍຸດ ເປັນ ຄໍາປະສົມ ທີ່ ມີ ເຄົ້າ ມາ ຈາກ ຄໍາ ບາລີ “ວັນນະ” ເເລະ “ຍຸຕຕະ” ຊຶ່ງ ວັນນະ ເເປວ່າ ຫນັງສື ເເລະ ຍຸຕຕະ ເເປວ່າ ສິ່ງ ທີ່ ຢູ່ ທາງ ເທິງ “ຫົວ”

ວັນນະຍຸດ ມີ ຢູ່ ດ້ວຍກັນ ສີ່ ຮູບ ຄື ໄມ້ເອກ ໄມ້ໂທ ໄມ້ຕຣີ ເເລະ ໄມ້ຈັຕວາ ( ຣູປຕາ ໑ ) ສ່ວນ ໄມ້ກາຣັນ ນັ້ນ ເພິ່ນ ໄດ້ຕັດອອກ ດົນເເລ້ວ ທັງນີ້ ກໍ ເນື່ອງຈາກວ່າ ເຮົາ ບໍ່ ສາມາດ ຈະ ອ່ານ ພຍັນຊນະ ລາວ ໂດຍ ລໍາພັງ ໄດ້ ນັ້ນເອງ ເເຕ່ ເພິ່ນ ບໍ່ ໄດ້ຫ້າມ ໃຊ້ ໃນ ການຂຽນ ວິສາມັນນາມ ທີ່ ເປັນ ຊື່ ຄົນ ເປັນຕົ້ນ ຄືດັ່ງ ພູເພັຊຣ໌ລິນທອງ ຊຶ່ງ ຄໍາ ເພັຊຣ໌ ມາ ຈາກ ຄໍາ ສັນສະກຣິດ ວັຊຣ[ວັດ-ຊະ-ຣະ / vajra=vajira] ທີ່ ເເປວ່າ ເພັດ ອັນ ມີ ຕົວຊໍ ( ຊ ) ເປັນ ຕົວສະກົດ ເເລະ ຫ້ອຍ ດ້ວຍ ພຍັນຊນະຣໍ ( ຣ ) ທີ່ ບໍ່ ມີ ຫນ້າທີ່ ໃດໆ ( ຖ້າ ຕົວຣໍ ( ຣ ) ມີ ຫນ້າທີ່ ເຮົາ ຕ້ອງ ອ່ານ ຕົວຣໍ ເປັນ “ຣະ” ) ສະນັ້ນ ເພິ່ນ ຈຶ່ງ ເຊົາໃຊ້ ໄມ້ ກາຣັນ

ກາຣັນ ມີ ເຄົ້າ ມາ ຈາກ “ກາຣັນຕະ” ທີ່ ຫມາຍເຖິງ ການເກັບສຽງ ການເຮັດບໍ່ໃຫ້ມີສຽງ ເເລະ ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ບໍ່ ໃຫ້ ອ່ານ ຕົວ ທີ່ ກົດ ກາຣັນ ໃສ່ ເທິງ ຫົວ ນັ້ນ ( ປືນເກັບສຽງ ຈະ ເວົ້າ ປືນກາຣັນ ໄດ້ ບໍ ? ເເລະ ໂທຣະສັບ ກາຣັນ ??? )

ຕາມທີ່ຈິງ ເເລ້ວ ຊື່ ຂອງ ສິ່ງ ທີ່ ຄົນລາວ ມັກ ຮຽກ ໄມ້ກາຣັນ ນີ້ ຊື່ ວ່າ ໄມ້ທັນທະຄາດ ( ໌ )

ເເຕ່ ກ່ອນ ຈະ ກ້າວ ໄປ ໄກ ເຮົາ ຄວນ ສຶກສາ ໂຄງຮ່າງ ຂອງ ພຍາງນຶ່ງໆ ໃນ ພາສາ ລາວ ໃຫ້ ດີໆ ຄື ພຍັນຊນະ ຕົ້ນພຍາງ ສາມາດ ມີ ສອງຕົວ ( ຣູປຕາ ໔ )

ຣູປຕາ ໔

ພຍັນຊນະ ນໍາ ເປັນ ພຍັນຊນະ ຕົ້ນ ພຍາງ ທີ່ ມີ ສອງຕົວ ສເມີ ສ່ວນ ພຍາງ ອື່ນໆ ຈະ ຂຽນ ດ້ວຍ ພຍັນຊນະ ຕົ້ນພຍາງ ພຽງ ຕົວດຽວ ເທົ່ານັ້ນ

ຣະບຽບ || Règles / Rules

  • ຖ້າ ພຍັນຊນະ ຕົ້ນພຍາງ ເປັນ ພຍັນຊນະ ນໍາ ການກົດ ວັນນະຍຸດ ຈະ ຕ້ອງ ກົດ ໃສ່ ເທິງ ຫົວ ຂອງ ພຍັນຊນະ ຕົ້ນພຍາງ ຕົວທີສອງ ສເມີ ນອກຈາກນີ້ ຕ້ອງ ກົດ ວັນນະຍຸດ ໃສ່ ເທິງຫົວ ຂອງ ພຍັນຊນະ ຕົ້ນພຍາງ ໂລດ ( ຊຶ່ງ ມີ ພຽງເເຕ່ ຕົວດຽວຕົວນັ້ນ ) ອັນນີ້ ຄື ຫລັກ ອັນ ສໍາຄັນ ໃນ ການຂີດຂຽນ ພາສາ ລາວ
  • ເຮົາ ມີ ສິດ ຂຽນ ວັນນະຍຸດ ໃສ່ ຢູ່ ເທິງ ຫົວ ຂອງ ສຣະ ເເລະ ໄມ້ກັນ ໄມ້ກົງ ດັ່ງ ກີ້ ດີ້ ຕື້ ຫມື້ ສໍ່ ຊົ້ນ ເປັນຕົ້ນ
  • ເຮົາ ບໍ່ ມີ ສິດ ທີ່ ຈະ ຂຽນ ອັກຂຣະ ຕົວໃດ ຫລື ອັກສອນ ຕົວໃດ ໃສ່ ຢູ່ ເທິງ ຫົວ ຂອງ ວັນນະຍຸດ ໄດ້ ຢ່າງ ເດັດຂາດ
  • ເຮົາ ບໍ່ ມີ ສິດ ທີ່ ຈະ ກົດ ວັນນະຍຸດ ໃສ່ ເທິງ ຫົວ ຂອງ ພຍາງໃດ ທີ່ ປະກອບ ດ້ວຍ ຣັດສະສຣະ ຄື ສຣະ ສຽງສັ້ນ ເຊັ່ນ ປ້ະ ໂຕ່ະ ດັ່ງນີ້ ເປັນຕົ້ນ ນອກຈາກ ພຍາງ ທີ່ ປະກອບ ດ້ວຍ ສຣະ ພິເສດ ຄື ໄ◌ ໃ◌ ເົາ ໍາ ເຊັ່ນ ໄທໃຕ້ ເວົ້າ ພໍ່າໆ
  • ພຍາງໃດ ສະກົດ ດ້ວຍ ກ ດ ບ ບໍ່ ສາມາດ ຈະ ຜັນ ສຽງ ໄດ້ ທຸກຕົວ ເເລະ ໃຫ້ ຖື ພຍາງນັ້ນ ເປັນ ພຍາງຕາຍນຶ່ງ ເເລະ ໃຫ້ ປຽບ ພຍາງນັ້ນ ເຫມືອນ ພຍາງ ທີ່ ຖືກ ກົດ ໄມ້ເອກ ໃສ່ ນຶ່ງ ( “ສຽງເອກ” ) ສະເພາະ ການຂຽນ ກອນ ( ຊຶ່ງ ລາງຕົວ ກໍ ສະກົດ ໄດ້ ພຽງເເຕ່ ໄມ້ໂທ ຢ່າງ ດຽວ ເຊັ່ນ ໄຫ້ ກ້າກໆ ຮ້ອງ ກ້າບໆ ດັ່ງນີ້ ເປັນຕົ້ນ )

ຣູປຕາ ໕

ຈົງ ຣະວັງ ໃນ ການກົດ ວັນນະຍຸດ ໃສ່ ເທິງ ຫົວ ພຍັນຊນະ ນັ້ນ ຕ້ອງ ກົດ ໃສ່ ພຍັນຊນະ ຕົ້ນພຍາງ ສເມີ ເເລະ ຢ່າ ກົດ ວັນນະຍຸດ ໃສ່ ເທິງ ຫົວ ຂອງ ພຍັນຊນະ ທີ່ ເປັນ ອັດທະສຣະ ຫລື ຕົວສະກົດ ພິເສດ ເເລະ ທີ່ ເປັນ ຕົວປະກອບ ໃນ ເເມ່ ທັງເເປດ ເດັດຂາດ ດັ່ງ

  • “ບວຍ” ກົດ ໄມ້ໂທ ຈະ ກາຍເປັນ “ບ້ວຍ” ເພາະ ຕົວບໍ ( ບ ) ເປັນ ພຍັນຊນະ ຕົ້ນພຍາງ
    • ເເຕ່ ຢ່າ ກົດ ໃສ່ ເທິງ ຕົວວໍ ( ວ ) ເດັດຂາດ ເພາະ ຕົວວໍ ປະກອບ ເປັນ ໄມ້ອວຍ ( ◌ວຍ ) ຂອງ ເເມ່ກາຍ
  • “ກອຍ” ກົດ ໄມ້ໂທ ຈະ ກາຍເປັນ “ກ້ອຍ” ເພາະ ຕົວກໍ ( ກ ) ເປັນ ພຍັນຊນະ ຕົ້ນພຍາງ
    • ເເຕ່ ຢ່າ ກົດ ໃສ່ ເທິງ ຕົວອໍ ( ອ ) ເດັດຂາດ ເພາະ ຕົວອໍ ເປັນ ໄມ້ອວຍ ( ◌ອຍ ) ຂອງ ເເມ່ກາຍ
  • “ດານ” ກົດ ໄມ້ໂທ ຈະ ກາຍເປັນ “ດ້ານ” ເພາະ ຕົວດໍ ( ດ ) ເປັນ ພຍັນຊນະ ຕົ້ນພຍາງ
    • ເເຕ່ ຢ່າ ກົດ ໃສ່ ເທິງ ສຣະອາ ( ◌າ ) ເດັດຂາດ ເພາະ ສຣະອາ ປະກອບ ເປັນ ໄມ້ອານ ( ◌ານ ) ຂອງ ເເມ່ກັນ

ເມື່ອໃດ ພຍາງ ສາມັນ ຖືກ ຜັນສຽງ ຄື ຖືກ ກົດ ວັນນະຍຸດ ໃສ່ ເມື່ອນັ້ນ ສຽງ ຂອງມັນ ຕ້ອງປ່ຽນ ໄປເປັນ ສຽງໃຫມ່ ( ເບິ່ງ ບົດຄວາມ ກ່ຽວກັບ ສຽງ ພຍັນຊນະ ເເລະ ພຍາງ ຕ່າງໆ )

ຣູປຕາ ໖


ຫມາຍເຫດ || Nota Bene
ທາງ ກົມ ວັນນະຄະດີ ລາວ ໄດ້ບັນຍັດ ກົດ ຣະບຽບ ວ່າດ້ວຍ ການກົດ ວັນນະຍຸດ ເເລະ ການກົດ ສຣະ ຢ່າງ ເຄັ່ງຄັດ ດັ່ງນີ້ ຄື

  • ເຮົາ ຕ້ອງ ກົດ ວັນນະຍຸດ ເເລະ ສຣະ ໃສ່ ທ້າຍ ພຍັນຊນະ ຕົ້ນພຍາງ ສເມີ

ເມື່ອ ມີ ຣະບຽບ ເຄັ່ງຄັດ ດັ່ງນີ້ ມັນ ກໍ ເປັນ ສິ່ງ ທີ່ດີ ເເທ້ເເລ ເເຕ່ ໃນ ກໍຣະນີ ນີ້ ຂ້າພະເຈົ້າ ເຫັນວ່າ ເຮົາ ຄວນ ລົບລ້າງ ກົດ ອັນນີ້ ຖິ້ມເສັຽ ດ້ວຍ ເຫດຜົນ ທີ່ ວ່າ

  • ຖ້າ ເຮົາ ຂຽນ ຕາມ ການບັນຍັດ ອັນນີ້ ເຮົາ ກໍ ເຫັນວ່າ ສຣະ ເເລະ ວັນນະຍຸດ ຈະ ໂຄມກັນ ຢູ່ ດັ່ງນີ້ ຕລອດ ໄປ ອັນ ເປັນ ສິ່ງ ທີ່ ບໍ່ ເປັນຕາເບິ່ງ ປະການໃດ ທັງສິ້ນ ( ຣູປຕາ ໖ ) ເເລະ ຣະບຽບ ທີ່ ເຮົາ ຄວນ ຖື ນັ້ນ ກໍ ຄື ໃຫ້ ພຽງເເຕ່ ກົດ ສຣະ ເເລະ ວັນນະຍຸດ ໃສ່ ເທິງ ຫົວ ເເລະ/ຫລື ກົດ ສຣະ ໃສ່ ກ້ອງ ພຍັນຊນະ ຕົ້ນພຍາງ ກໍ ຈົບງາມດີ ເພື່ອ ຫລີກເວັ້ນ ການໂຄມກັນ ນັ້ນເເລ

ໃນ ພາກປະຕິບັດ ເເລ້ວ ເຮົາ ຈະ ຂືນໃຈ ເຮັດ ມັນ ກໍ ເປັນໄປ ໄດ້ ຍາກ ອີກປະການນຶ່ງ ຂ້າພະເຈົ້າ ກໍ ບໍ່ ເຄີຍ ໄດ້ເຫັນ ຄົນໃດ ທີ່ ໄດ້ປະຕິບັດ ກົດ ຣະບຽບ ດັ່ງກ່າວ ນີ້ ຢ່າງ ເຂັ້ມງວດ

ຣູປຕາ ໗

ສລຸບຄວາມ || Conclusion
ພາຍໃນ ຈໍາພວກ ພຍາງຕາຍ ຈະ ມີ ຈໍາພວກ ທີ່ ໃສ່ ວັນນະຍຸດ ໄດ້ ຄື ພຍາງໃດ ຊຶ່ງ ພຍັນຊນະ ຕົ້ນພາງ ບັນຈຸ ໃນ

  • ຫມວດກໍ ຊຶ່ງ ເປັນ ພຍາງ ສຽງສັ້ນ ສາມາດ ໃສ່ ວັນນະຍຸດ ໄດ້ ພຽງເເຕ່ ໄມ້ຕຣີ ເທົ່ານັ້ນ ເຊັ່ນ ໂຕ໊ະ ກັ໊ກ ເກ໊າະ
  • ຫມວດກໍ ຊຶ່ງ ເປັນ ພຍາງ ສຽງຍາວ ສາມາດ ປະກອບ ວັນນະຍຸດ ໄດ້ ພຽງເເຕ່ ໄມ້ໂທ ເຊັ່ນ ກ້າກ ກ້າດ ກ້າບ
  • ຫມວດຂໍ ເເລະ ຫມວດຄໍ ຊຶ່ງ ເປັນ ພຍາງ ສຽງສັ້ນ ຫລື ສຽງຍາວ ກໍຕາມ ບໍ່ ສາມາດ ຈະ ປະກອນ ວັນນະຍຸດ ໄດ້ ຈັກ ຕົວ ເລີຍ ເຊັ່ນ ສັກ ສັດ ສັບ ສາກ ສາດ ສາບ ຄັກ ຄັດ ຄັບ ຄາກ ຄາດ ຄາບ

ນອກຈາກນີ້ ກົດຣະບຽບ ຕ່າງໆ ກ່ຽວກັບ ພຍາງເປັນ ກໍ ໄດ້ກ່າວ ມາ ເເລ້ວ ຂ້າງ ເທິງນີ້ ( ຣູປຕາ ໓ )


ເຣື່ອງຕລົກ || Blague / Joke

ຂໍ ຂອບໃຈ ມາ ຍັງ ທ່ານ MoonMon[ຫນູນຫມອນ] ຈາກ ສະຫະຣັດ ທ່ານ Generous man[ເຈເນຣັສ ເເມນ]??? ເເລະ ພິເສດສຸດ ມາ ຍັງ ນາຍາງ ສາວຈາຍນາ[Saochina_2] ເເລະ ທ່ານ ທະຫານລາວບອຍ[TAHANLAOBOY] ຊຶ່ງ ເປັນ ຫົວຫນ້າ ຫ້ອງ Laos Fact of the day ພ້ອມດ້ວຍ ຄນະ ຈັດ ຣາຍການ ປະກວດ ເຣື່ອງ ຕລົກ ຈາກ ທົ່ວໂລກ ທີ່ ຫ້ອງ ອິນເທີເເນັດ ຫ້ອງນີ້ ເມື່ອ ຄສ. ໒໐໐໙

ຂ້າພະເຈົ້າ ຂໍ ວິ່ງວອນ ເອົາ ສິ່ງ ສັກສິດ ຈົງ ມາ ບັນດົນ ບັນດານ ໃຫ້ ພວກທ່ານ ທັງຫລາຍ ມີ ເເຕ່ ຄວາມສຸກ ປາສຈາກ ພຍາດໂຣຄາ ນານາ ປະການ ດ້ວຍເຖີ້ນ ສາທຸ
IMG/mp3/Talok_16_Thammaxath_Reduced.mp3
IMG/mp3/Talok_21_2of3_20091107_Samourai_Reduced.mp3
ຣະວັງ! ຫ້າມ ເດັກນ້ອຍ ຟັງ
IMG/mp3/Talok_44_3of3_20091107_Po_Tine_te_sadouth.mp3

ຮູບ ໑
Photo © 2011 Noey Yvonet. All rights reserved. Tous droits réservés.

ຊາດນີ້ ຂ້າພະເຈົ້າ ບໍ່ ໄດ້ສ້າງຫຍັງ ເປັນ ປໂຍດ ປະໄວ້ ໃຫ້ ເເກ່ ລູກໆ ຫລານໆ ຈຶ່ງ
ຂໍ ອຸທິດ ຜົນງານ ອັນ ເລັກນ້ອຍ ອັນນີ້ ເເດ່ ຜູ້ຂຽນ ຫນັງສື ເປັນ ພາສາ ລາວ ຜູ້ປັບປຸງ ພາສາ ລາວ ເເລະ ນັກຮຽນ ພາສາ ລາວ ຫມົດທຸກຄົນ ພ້ອມດ້ວຍ ຄົນລາວ ທຸກຖ້ວນຫນ້າ ເເລະ ພິເສດສຸດ ເເດ່ ລູກ ທຸກຄົນ
ສາທຸ

Khamphéo Phouphetlinthong

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0