ພາສາ ລາວ - La langue lao ບົນ ລາວເເພນ
ຫນ້າທໍາອິດ > ປະເພນີ > ເເບບຢ່າງ ໃບເເຈ້ງຂ່າວ ການຕາຍ - Lettre du faire-part de décès

ເເບບຢ່າງ ໃບເເຈ້ງຂ່າວ ການຕາຍ - Lettre du faire-part de décès

ວັນສຸກ ທີ ໒໑ ເດືອນ ຕຸລາ/octobre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ຜາຣົບ || Introduction
ເນື່ອງຈາກ ຄົນລາວ ເມືອງນອກ ຕາຍຫລາຍ ໃນ ປັດຈຸບັນ ນີ້ ຍ້ອນ ສາຍເຫດ ທີ່ ລາງ ຄົນ ກໍ ໄດ້ ເມືອ ຢາມ ບ້ານເກີດ ເມືອງນອນ ຂອງ ຕົນ ຈຶ່ງ ໄດ້ ຖືກ ຢາເບື່ອ ເມື່ອ ກັບ ມາ ບໍ່ ພໍ ເທົ່າໃດ ກໍ ຕາຍ ໂລດ ອີກປະການນຶ່ງ ຄົນລາວ ສ່ວນຫລາຍ ທີ່ ໄດ້ ອົພຍົບ ຫລົບຫນີ ມາ ກໍ ໄດ້ ເກືອບ ໔໐ ປີ ເເລ້ວ ພວກເພິ່ນ ຈຶ່ງ ມີ ອາຍຸ ສັງຂານ ເຖົ້າເເກ່ ຫລາຍ

ຄົນລາວ ອົພຍົບ ລາງຄົນ ກໍ ໄດ້ ເອົາ ຄົນ ອື່ນ ມາ ເປັນ ພໍ່ ເປັນ ເເມ່ ຫລື ເປັນ ອ້າຍ ເປັນ ນ້ອງ ຍ້ອນ ບໍ່ ມີ ໃຜ ເເລະ ພໍ່ເເມ່ ລາງ ຄົນ ກໍ ຖືກ ຂ້າ ຕາຍ ຢູ່ ສູນສັມນາ ຈົນ ຫມົດ ເມື່ອ ຕົນ ເມືອ ຢາມ ອ້າຍ ຢາມ ນ້ອງ ທີ່ ບ້ານເກີດ ເມືອງນອນ ຂອງ ຕົນ ບ່ອນ ຝັງ ສາຍເເຮ່ ບ່ອນ ເເພ່ ສາຍບື ຄົນ ໃນ ທ້ອງ ດຽວ ກັນ ທີ່ ຢັນ ຫົວ ກັນ ອອກ ມາ ກໍ ຍັງ ສາມາດ ເປັນ ເເນວ ໃຫມ່ ໄປ ໄດ້ ເເລະ ດ້ວຍເຫດໃດ ? ຍິ່ງໄປກວ່ານັ້ນ ລາງຄົນ ກໍ ໄປ ຖື ເອົາ ເຈັກ ເອົາ ເເກວ ມາ ເປັນ ອ້າຍ ເປັນ ນ້ອງ ທັງໆ ທີ່ ອ້າຍນ້ອງ ຄີງໆ ຂອງ ຕົນ ກັບ ເມືອ ຢາມ ເເມ້ ເເຕ່ ຄວາມສໍາຄັນ ພຽງ ເມັດງາ ດຽວ ກໍ ຍັງ ບໍ່ ມີ ໃນ ສາຍຕາ ຂອງ ລູກ ພໍ່ເເມ່ ດຽວ ກັນ

ເມື່ອ ມອງ ເຫັນ ການຈາກກັນ ຢ່າງ ກະທັນຫັນ ດັ່ງນີ້ ຜູ້ ທີ່ ເປັນ ກໍາພ້າພໍ່ ກໍາພ້າເເມ່ ເເລະ ຜູ້ ທີ່ ຂາດ ຊັພຍາກອນ ຕ່າງໆ ທີ່ ບໍ່ ມີ ບ່ອນ ເພິ່ງພາ ອາໄສ ກໍ ບໍ່ ສາມາດ ທີ່ ຈະ ເເຕ່ງ ຂ່າວຄາວ ພາຍໃນ ເວລາ ອັນ ດ່ວນ ເພື່ອ ສົ່ງ ໃຫ້ ຄົນອື່ນ ຊາບ ນໍາ ດ້ວຍເຫດນີ້ ຂ້າພະເຈົ້າ ຈຶ່ງ ໄດ້ ຕັດສິນໃຈ ຂຽນ ເເບບຢ່າງ ໃບຂ່າວ ຫລື ບັດຂ່າວ ອັນ ນີ້ ເພື່ອ ໃຫ້ ຄົນລາວ ທີ່ ຕົກ ຢູ່ ໃນ ກໍຣະນີ ດັ່ງ ທີ່ ໄດ້ ກ່າວ ມາ ຂ້າງເທິງ ນີ້ ສາມາດ ກ່າຍ ເອົາ ເເບບຢ່າງ ອັນ ນີ້ ເເລະ ນໍາ ໄປ ຂຽນ ຫລື ໄປ ດັດເເປງ ເພື່ອ ໃຫ້ ເຂົ້າ ກັບ ຄວາມຕ້ອງການ ຂອງ ທ່ານ

ກັດຕຸ ຜູ້ເເຕ່ງ ຂ່າວ ສໍາລັບ ເຣື່ອງ ນີ້ ຄວນ ຈະ ເນັ້ນຫນັກ ໃສ່ ສື່ ອັນ ສໍາຄັນ ສີ່ ຢ່າງ ຄື ຊື່ ຜີຕາຍ ນຶ່ງ ວັນ ເເລະ ເວລາ ສົ່ງສະການ ນຶ່ງ ຊື່ ປ່າຊ້າ ນຶ່ງ ເເລະ ບ່ອນຢູ່ ຢ່າງ ຄົບຖ້ວນ ຂອງ ສະຖານທີ່ ເເຫ່ງ ການຄົບງັນ ຫລື ບ່ອນຢູ່ ເຮືອນດີ ນຶ່ງ ອັນ ສື່ ໔ ຢ່າງ ນີ້ ຕ້ອງ ໃຫ້ ຜູ້ອ່ານ ເເນມ ເຫັນ ຢ່າງ ເເຈ່ມເເຈ້ງ ຊຶ່ງ ຄໍາ ວ່າ ເເຈ່ມເເຈ້ງ ກໍ ເພາະວ່າ ເຮົາ ຢູ່ ປະເທດ ທີ່ ຂຽນ ດ້ວຍ ຫນັງສື ລາຕິນ ສະນັ້ນ ກັດຕຸ ຜູ້ເເຕ່ງ ຫນັງສື ລາວ ປົນ ກັບ ຫນັງສື ລາຕິນ ນີ້ ຕ້ອງ ສຶກສາ ການອໍານວຍ ຄວາມສະດວກ ໃຫ້ ເເກ່ ຜູ້ອ່ານ ສເມີ ເເລະ ຫວັງວ່າ ເເບບຢ່າງ ອັນ ເລັກນ້ອຍ ຂ້າງລຸ່ມ ນີ້ ຄົງ ຈະ ເປັນ ປໂຍດ ໃຫ້ ເເກ່ ສັງຄົມ ລາວ

ກັດຕຸ ເເປ ພາສາ ຝຣັ່ງ ວ່າ Auteur ເເລະ ກາຣົກ ທີ່ ມີ ເຄົ້າ ຈາກ ຄໍາ ກາຣະ+ກະ ກໍ ເເປວ່າ Acteur ຊຶ່ງ “ກະຣະ” ເເປວ່າ ເຮັດ ກະທໍາ ເເລະ “ກະ” ເເປວ່າ ຈໍາພວກ ຫລື ຜູ້ກ່ຽວຂ້ອງ ດັ່ງ ນາວິກະ ເປັນຕົ້ນ

ຈຽງ – ຕ້ອງ ຂຽນ ຫົວຂໍ້ ວ່າ “ຂ່າວ” (ມໍຣະນະກັມ) - Le titre
“ມະຣະ” ເເປ ວ່າ ຕາຍ ເເລະ “ມະຣະນະ” ເເປ ວ່າ ການຕາຍ ເເລະ ໄດ້ ເເຜງ ມາ ເປັນ ຄໍາລາວ “ມໍຣະນະ” ບັດນີ້ ຖ້າ ທ່ານ ຢາກ ໃຊ້ ວະລີ “ຂ່າວ ມໍຣະນະ” ຫລື “ຂ່າວ ມໍຣະນະກັມ” ຕາມ ຄວາມລຶ້ງເຄີຍ ກໍ ສຸດເເລ້ວ ເເຕ່ ທ່ານ ເພາະວ່າ ວະລີ ສຸດທ້າຍ ນີ້ ມັນ ເຂົ້າ ຢູ່ ໃນ ປະເພນີ ຂອງ ຄົນລາວ ໄປ ເເລ້ວ

ຕາມທີ່ຈິງ ເພິ່ນ ຈະ ໃຊ້ ຄໍາ ສະເພາະເຈາະຈົງ ສໍາລັບ ຜູ້ຕາຍ ເເລະ ຄໍາ ດັ່ງກ່າວ ນັ້ນ ຈະ ອີງ ເອົາ ຕາມ ຖານະ ເເລະ ຫນ້າທີ່ ຂອງ ເເຕ່ ລະ ຄົນ ເມື່ອ ຄາວ ເພິ່ນ ຍັງ ມີ ຊີວິດ ຢູ່ ເຖິງຢ່າງໃດ ກໍດີ ຄົນລາວ ເມືອງນອກ ນິຍົມ ກັນ ໃຊ້ ຄໍາ “ຂ່າວ ມໍຣະນະກັມ” ໃນ “ບັດ” ຫລື “ໃບເເຈ້ງຂ່າວ” ຊຶ່ງ ຄໍາ “ຂ່າວ” ຈະ ບອກ ໃຫ້ ຜູ້ ທີ່ ໄດ້ ຮັບ ບັດ ດັ່ງກ່າວ ນັ້ນ ເຂົ້າໃຈ ວ່າ ບໍ່ ມີ ການຈໍາເປັນ ທີ່ ທ່ານ ຈະ ປະຕິບັດ ຕາມ ຂ່າວ ດັ່ງກ່າວ ນັ້ນ ເເລະ ກໍ ບໍ່ ໄດ້ ຫມາຍເຖິງ ການເຊີນ ປະການ ໃດ ທັງສິ້ນ ເພາະ ຄໍາ ຂ່າວ ຫມາຍເຖິງ ການບອກ ໃຫ້ ຄົນໃດ ຄົນນຶ່ງ ຊາບ ເຣື່ອງຣາວ ເທົ່ານັ້ນ

ດັ່ງ ທີ່ ໄດ້ ກ່າວ ມາ ເເລ້ວ ຂ້າງເທິງ ນີ້ ຄໍາ ທີ່ ເຫມາະສົມ ອັນ ເເທ້ຈິງ ສໍາລັບ ຫົວຂໍ້ ກໍ ຄື “ຂ່າວ ມໍຣະນະ” ປາສຈາກ ຄໍາ “ກັມ” ເພາະວ່າ

  • “ມະຣະ” ເເປວ່າ ຕາຍ
  • “ມະຣະນະ” ກໍ ເເປວ່າ “ການຕາຍ” ຊຶ່ງ “ມໍຣະນະ” ຖືກ ເເຜງ ມາ ເປັນ ພາສາ ລາວ ເເລະ ທີ່ ໃຊ້ ໃນ ພາສາ ລາວ ໂດຍ ທົ່ວໄປ ນັ້ນເອງ
  • “ຂ່າວ ມໍຣະນະ” ກໍ ເເປວ່າ “ຂ່າວ ການຕາຍ” ເເຕ່ວ່າ ເເມ່ນ ການຕາຍ ຂອງ ຄົນ ເເລະ ກໍ ບໍ່ ເເມ່ນ ການຕາຍ ຂອງ ກັມ ເພາະ ກັມ ຍັງ ດໍາເນີນ ຫນ້າທີ່ ຂອງ ມັນ ຕໍ່ໄປ ດັ່ງ ຕົວຢ່າງ ຜູ້ ທີ່ ໄດ້ ເຮັດ ກັມ ດີ ກໍ ຫມາຍເຖິງ ບຸນ ຫລັງຈາກ ກາຍຕາຍ ເເລ້ວ ກັມ ດີ ອັນ ນັ້ນ ຈະ ພາ ດວງ ວິນຍານ ໄປ ເຖິງ ສຸຄະຕິ ( ເພື່ອ ເວັ້ນ ທຸຄະຕິ )

“ຂ່າວ ມໍຣະນະ” ຫລື “ຂ່າວ ມໍຣະນະກັມ”
Faire-part de décès

ຂ່າວ ມໍຣະນະ – Faire-part de décès

ມັນ ບໍ່ ມີ ຣະບຽບ ເເລະ ກະຕິກາ ຕາຍຕົວ ກ່ຽວກັບ ເຣື່ອງນີ້ ມີ ເເຕ່ວ່າ ເຮັດ ໃຫ້ ການລົງ ເນື້ອຄວາມ ໃນ ຫນ້າເຈັ້ຽ ງາມ ເພື່ອ ໃຫ້ ຄົນອ່ານ ສາມາດ ຊອກຫາ ສື່ ອັນ ສໍາຄັນ ໄດ້ ງ່າຍດາຍ

ຖ້າ ຂຽນ ໃບເເຈ້ງຂ່າວ ເປັນ ພາສາ ລາວ ເເລະ ພາສາ ຝຣັ່ງ ບ່ອນໃຜ ບ່ອນມັນ ຫລື ຫນ້າໃຜ ຫນ້າມັນ ບັນຫາ ຈະ ມີ ຫນ້ອຍ ເເລະ ຖ້າ ເຮົາ ຂຽນ ພາສາ ທັງ ສອງ ນີ້ ປົນ ກັນ ມັນ ຈະ ຫຍຸ້ງ ຫລາຍ ເຕີບ

Tableau 1 / ເເຜງ ໑

ເເຕ່ ເຖິງຢ່າງໃດ ກໍດີ ຄົນລາວ ຍັງ ມັກ ຂຽນ “ຂ່າວ ມໍຣະນະກັມ” ສເມີ ຊຶ່ງ ເຣື່ອງ ນີ້ ເຮົາ ຈະ ເຊົາ ນັບຖື ຄວາມລຶ້ງເຄີຍ ຂອງ ຄົນ ໄດ້ ຍາກ ເເທ້ ເເລ ເເລະ ຄໍາ “ຂ່າວ ມໍຣະນະກັມ” ນີ້ ກໍ ກາຍ ມາ ເປັນ ປະເພນີ ໄປ ເເລ້ວ

ຍີ່ – ເຈົ້າພາບ Les proches du ou de la défunt(e)

  1. ຊື່ ເເລະ ນາມສະກຸນ ຂອງ ຜູ້ ເປັນພໍ່ ເປັນເເມ່ ຂອງ ຜູ້ຕາຍ ( ເອົາ ຂຶ້ນ ກ່ອນ ) ຫລື
  2. ຊື່ ເເລະ ນາມສະກຸນ ຂອງ ຜູ້ ເປັນ ຫມ້າຍ ( ເອົາ ຂຶ້ນ ກ່ອນ ) ພ້ອມດ້ວຍ ລູກເຕົ້າ ທຸກ ຄົນ ຕາມ ດ້ວຍ ຂໍ້ 1.
    1. ຝຣັ່ງ ນິຍົມ ຂຽນ ຣາຍຊື່ ພວກ ທີ່ ຍັງ ເປັນ ໂສດ ຕາມຫລັງ ພວກ ທີ່ ມີ ຄອບຄົວ ສ່ວນ ຄົນລາວ ພັດ ນິຍົມ ຂຽນ ຣາຍຊື່ ຜູ້ ທີ່ ມີ ອາຍຸ ສູງ ຂຶ້ນ ກ່ອນ ຫມູ່ ເເຕ່ຫາກວ່າ ທ່ານ ສາມາດ ຕັດ ບັນຫາ ຄວາມສໍາຄັນ ອັນນີ້ ອອກ ໄດ້ ຄື ໃຫ້ ທ່ານ ຂຽນ ຣາຍຊື່ ຕາມ ອັກຂຣະ ລໍາດັບ
  3. ຊື່ ເເລະ ນາມສະກຸນ ຂອງ « ຜູ້ ເປັນ ອ້າຍເອື້ອຍນ້ອງ » ຍາດຕິພີ່ນ້ອງ ເເລະ ເພື່ອນມິດ ທີ່ ໃກ້ ຊິດ

ຣະວັງ : ສໍາລັບ ຂ້າພະເຈົ້າ ເເລ້ວ ເຮົາ ບໍ່ ຄວນ ໃຊ້ ຄໍາ “ຄອບຄົວ” ( ຄອບຄົວ ປະກອບ ດ້ວຍ ສິ່ງໃດ ເເນ່ ? ) ເເຕ່ ໃນ ກໍຣະນີ ທີ່ ມີ ເຈົ້າພາບ ຫລາຍ ຄົນ ກໍ ໃຫ້ ຂຽນ ຣາຍຊື່ ຕໍ່ໆ ກັນ ໄປ ໃນ ເເຖວ ດຽວ ກັນ ດັ່ງນີ້ ເເລະ ຖ້າ ຂຽນ ເເຖວໃຜ ເເຖວມັນ ເນື້ອຄວາມ ຈະ ເກີນ ຫນ້າ ນຶ່ງ ເພາະ ຍັງ ຈະ ມີ ພາສາ ຝຣັ່ງ ເພີ່ມເຕີມ ຊຶ່ງ ການໃຊ້ ຖ້ອຍຄໍາ ກໍ ມີ ຢູ່ ດ້ວຍກັນ ຫລາຍ ຢ່າງ ຄື

  • ຍານາງ ຫມ້າຍ ລອດຕາຍ ອີ່ຫລີ ພ້ອມດ້ວຍ ລູກເຕົ້າ ຊຶ່ງ ລູກ ທັງຫລາຍ ມາ ເຕົ້າ ມາ ໂຮມ ກັບ ຜູ້ ເປັນ ເເມ່
  • ທ່ານ ລູກນ້ອຍ ຕົກນໍ້າຂອງ ພ້ອມດ້ວຍ ພະຣິຍາ ( ບາລີ. ພະຣິຍາ ) ເເທນທີ່ ຈະ ວ່າ ຄອບຄົວ ຂອງ ທ່ານກໍ ທ່ານຂໍ ( ເພື່ອ ຢາກ ສະເເດງ ໃຫ້ ຜູ້ອື່ນ ເຫັນວ່າ ເດັກນ້ອຍ ອາຍຸ ສອງ ປີ ກໍ ໄດ້ຕົກລົງປົງໃຈ ຈະ ໄປຮ່ວມ “ຄ້າຍ ກັບ ວ່າ ຊື່ບັກໃຫຍ່ ຄວາມເຫລື້ອມໃສ ພັດນ້ອຍ” … ຄໍາ ວ່າ ຄອບຄົວ ສໍາລັບ ທ່ານ ມີ ຄວາມຫມາຍ ຢ່າງໃດ ເເທ້ໆ ? )
  • M. Louknoy Toknamkhong et son épouse ເເທນທີ່ ຈະ ວ່າ Monsieur et Madame Louknoy Toknamkhong ເຖິງຢ່າງໃດກໍດີ ຜູ້ ເປັນ ພະຣິຍາ ບໍ່ ໄດ້ຊື່ ລູກນ້ອຍ ເເຕ່ ຖື ນາມສະກຸນ ຜົວ ຂອງ ເພິ່ນ ຢ່າງດຽວ ເເຕ່ຫາກວ່າ ຄົນລາວ ລາງຄົນ ກໍ ນິຍົມ ເອົາ ຊື່ ຜູ້ ເປັນ ເມັຽ ຂຶ້ນ ກ່ອນ ຊື່ ຂອງ ຕົນ ທັງນີ້ ກໍ ເພາະວ່າ ຜູ້ ເປັນ ເມັຽ ມີ ຖານະ ສູງ ກວ່າ ເເລະ ຄົນ ທັງຫລາຍ ກໍ ຮູ້ ເມັຽ ຂອງ ເພິ່ນ ດີ ສ່ວນ ພວກຝຣັ່ງ ເເລ້ວ ເຂົາ ຈະ ເອົາ ຊື່ ຜູ້ຊາຍ ຂຶ້ນ ຫນ້າ ສເມີ
  • ທ່ານ ລອຍນໍ້າຂອງ ລູກຖືກຍິງຕາຍ ພ້ອມດ້ວຍ ພະຣິຍາ ຜູ້ ເປັນ ອ້າຍ ເເລະ ເອື້ອຍໃພ້ ( ບໍ່ ຄ່ອຍ ໃຊ້ )

ລາງຄົນ ກໍ ຈະ ຂຽນ ຊື່ ຕາມດ້ວຍ ນາມສະກຸນ ຕາມດ້ວຍ ຄໍາ “ຜູ້ ເປັນ ນ້ອງ” ຫລື “ຜູ້ ເປັນ ລູງ” ອີງ ຕາມ ເຊັ່ນ ຂອງ ເພິ່ນ ພາຍໃຕ້ ເຫງົ້າ ຕະກຸນ ອັນ ດຽວ ກັນ ສ່ວນ ຫມູ່ເພື່ອນ ທີ່ ຖື ເປັນ ຍາດຕິພີ່ນ້ອງ ນັ້ນ ເພິ່ນ ຈະ ຂຽນ ຢ່າງ ດຽວກັນ ເເຕ່ ຕາມ ດ້ວຍ ຄໍາ “ສ່ຽວ” ຫລື “ນ້າບ່າວ ນ້າສາວ” ຊຶ່ງ ອີງ ຕາມ ຄວາມນັບຖື ທີ່ ມີ ເເລະ ໄດ້ ມີ ຢູ່ ຮ່ວມ ກັນ ກັບ ຜູ້ຕາຍ ເເລະ/ຫລື ກັບ ຄົນ ໃນ ຄອບຄົວ ຂອງ ຜູ້ຕາຍ

ສາມ – ເນື້ອຄວາມ ການປ່າວ ຂ່າວ || Annonce de décès

  1. Ont la douleur de vous faire part du décès de
  2. Ont la profonde douleur de vous faire part du décès de
  3. Ont la tristesse et la douleur de vous annoncer le décès de
  4. Ont la douleur de vous faire part de la perte cruelle qu’ils viennent d’éprouver en la personne de ( ໃນ ກໍຣະນີ ທີ່ ຕາຍ ໃນ ສນາມຣົບ ຫລື ຕາຍ ເເບບ ຮຸນເເຮງ ປ່າເຖື່ອນ ຕາຍຫູງ )
  5. Ont l’honneur de vous faire part de la perte douleureuse qu’ils viennent d’éprouver en la personne de ( ໃຫ້ ຊອກ ກໍຣະນີ ທີ່ ເຫມາະສົມ ສໍາລັບ ຄົນລາວ )
  • ຂໍ ເເຈ້ງ ຂ່າວ ດ້ວຍ ຄວາມເສົ້າສລົດໃຈ ມາ ຍັງ ທ່ານ ຜູ້ ມີ ກຽດ ຍາດຕິພີ່ນ້ອງ ເເລະ ເພື່ອນມິດ ທັງຫລາຍ ທີ່ ຢູ່ ໃກ້ ເເລະ ຢູ່ ໄກ ໃຫ້ ຊາບ ທົ່ວເຖິງ ກັນ ວ່າ
    ( ໃຫ້ ເບິ່ງ ຂ້າງລຸ່ມ ກ່ຽວກັບ ຄໍາສັບ ທີ່ ຄວນ ໃຊ້ ເເທນ ຄໍາ ຕາຍ ເເຕ່ ສ່ວນຫລາຍ ຄົນລາວ ມັກ ໃຊ້ “ໄດ້ ລ່ວງລັບ ໄປ ເເລ້ວ” ຜິວ່າ ເຮົາ ໃຊ້ “ໄດ້ ລ່ວງລັບ ດັບ ຂັນ ໄປ ເເລ້ວ” ເຮົາ ຕ້ອງ ເຂົ້າໃຈ ວ່າ ເພິ່ນ ໃຊ້ “ດັບຂັນ” ສະເພາະ ພຣະ ອໍຣະຫັນ )
  • ຂໍ ເເຈ້ງ ຂ່າວ ດ້ວຍ ຄວາມເສົ້າສລົດໃຈ ມາ ຍັງ ທ່ານ ຜູ້ ມີ ກຽດ ຍາດຕິພີ່ນ້ອງ ເເລະ ເພື່ອນມິດ ໃຫ້ ຊາບ ທົ່ວເຖິງ ກັນ ວ່າ
  • ຂໍ ເເຈ້ງຂ່າວ ດ້ວຍ ຄວາມເສົ້າສລົດໃຈ ມາ ຍັງ ທ່ານ ຜູ້ ມີກຽດ ຍາດຕິພີ່ນ້ອງ ເເລະ ເພື່ອນມິດ ທັງຫລາຍ ໃຫ້ ຊາບ ວ່າ
    ( ຄວາມໂສກເສົ້າສລົດໃຈ ເເປ ພາສາ ຝຣັ່ງ ວ່າ La tristesse et la profonde douleur ຖ້າ ຂ້າພະເຈົ້າ ມີ ເວລາ ຂ້າພະເຈົ້າ ຈະ ຊອກຫາ ວະລີ [1] ອັນໃຫມ່ ເພື່ອ ໃຫ້ ມີ ວະລີ ດັ່ງກ່າວ ຫລາຍຂຶ້ນ ເເລະ ຖ້າ ທ່ານ ເຮັດ ໄດ້ ກ່ອນ ຂ້າພະເຈົ້າ ກໍ ຍິ່ງ ເປັນ ການດີ )

ໃຫ້ ເລືອກ ເອົາ ປໂຍກ ໃດ ປໂຍກ ນຶ່ງ ຂ້າງເທິງ ນີ້ ທີ່ ເປັນ ພາສາ ຝຣັ່ງ ເເຕ່ວ່າ ຕ້ອງ ຂຽນ ຕົວໂອ[O] ເປັນ ໂຕໃຫຍ່ ດັ່ງ Ont ຢ່າງນີ້ ເເລະ ເພິ່ນ ຈະ ບໍ່ ຈໍ້າ ເມັດ ຫລື ສອງເມັດ ໃສ່ ທ້າຍ ປໂຍກ ນີ້ ຫລັງຈາກ ຄໍາ de ສ່ວນ ປໂຍກ ທີ່ ເປັນ ພາສາ ລາວ ນັ້ນ ໃຫ້ ທ່ານ ເລືອກ ເອົາ ຕາມ ໃຈຊອບ ເພາະ ເກືອບ ຈະ ບໍ່ ມີ ທາງ ເລືອກ ຍ້ອນວ່າ ຄໍາ ທີ່ ເພິ່ນ ໃຊ້ ນັ້ນ ມີ ຄໍາດຽວ ຄື ຄໍາ ເສົ້າສລົດໃຈ ນອກຈາກນັ້ນ ກໍ ບໍ່ ມີ ຄໍາອື່ນ ເເລະ ຖ້າ ມີ ໂອກາດ ຂ້າພະເຈົ້າ ພຶ່ງ ຈະ ລອງ ເເຕ່ງ ປໂຍກ ໃຫມ່ ທີ່ ເຫມາະສົມ ຂຶ້ນ ມາ ໃຊ້

ສີ່ – ຊື່ ຂອງ ຜູ້ຕາຍ/ຜີຕາຍ L’identité du ou de la défunt(e)
ເມື່ອ ຄົນ ພວມ ຕາຍ ທໍາອິດ ( ຕາຍ ໃຫມ່ໆ ) ເພິ່ນ ຮຽກ ຄົນຕາຍ ເມື່ອ ຕາຍເເທ້ຕາຍວ່າ ຫມາຍຄວາມວ່າ ຕາຍ ໄປ ເປັນ ຜີ ເເລ້ວ ເພິ່ນ ຮຽກ ຮ່າງກາຍ ຂອງ ຄົນຕາຍນັ້ນ ວ່າ “ສົບ” ຫລື “ຊາກ” ເເລະ ລາງເທື່ອ ເພິ່ນ ກໍ ເວົ້າ ສອງຢ່າງ ພ້ອມກັນ ວ່າ “ຊາກສົບ” ຊຶ່ງ “ຊາກ” ເປັນ ຄໍາມູນ ເເລະ “ສົບ” ມີ ເຄົ້າ ຈາກ ພາສາ ບາລີ ສະນັ້ນ ໄທບ້ານນອກຂອກຄາເມ ເພິ່ນ ມັກ ເວົ້າວ່າ ຜີຕາຍ ເເຕ່ ຄໍາ ຜີຕາຍ ຈະ ບໍ່ ຄ່ອຍ ໄດ້ຍິນ ຢູ່ ບ່ອນໃດ ທີ່ ໃກ້ ຄວາມຈະເຣີນ

ການຂຽນ ເເນວນີ້ ບໍ່ ຫມາຍຄວາມວ່າ ອັນໃດ ຜິດ ເເລະ ອັນໃດ ຖືກ ມີ ພຽງເເຕ່ ວ່າ ໄດ້ຍິນ ມາ ດັ່ງນີ້ ເເລະ ຂ້າພະເຈົ້າ ເຄີຍ ສົນໃຈ ໃນ ຄໍາ ຜີຕາຍ ຕລອດ ມາ ເເລະ ຂ້າພະເຈົ້າ ຍັງ ໄດ້ຍິນ ຄົນລາວ ອົພຍົບ ຢູ່ ເມືອງຝຣັ່ງ ຖົກຖຽງກັນ ເລື້ອຍໆ ວ່າ “ເຮົາ ບໍ່ ຄວນ ເວົ້າ ຜີຕາຍ ເເລະ ເປັນຫຍັງ ຄົນ ທັງຫລາຍ ຈຶ່ງ ມັກ ເວົ້າ ວ່າ ຜີຕາຍ” ເເລະ ເມື່ອ ເເປດ ປີ ກ່ອນນີ້ ກໍ ມີ ໄທປາກຊັນ ໄດ້ຖົກຖຽງກັນ ກ່ຽວກັບ ເຣື່ອງນີ້ ເຊັ່ນດຽວກັນ

ດັ່ງນັ້ນ ຂ້າພະເຈົ້າ ກໍ ບໍ່ ສາມາດ ຈະ ເວົ້າ ໄດ້ ເຫມືອນກັນ ວ່າ ອັນໃດ ຜິດ ເເລະ ອັນໃດ ຖືກ ຍ້ອນ ຂາດ ການບັນທຶກ ມີ ພຽງເເຕ່ ວ່າ ສິ່ງນີ້ ມີ ເເທ້ ກໍ ເເລ້ວກັນ

Tableau 2 - ເເຜງ ໒
  • Civilité ຫມາຍເຖິງ ທ້າວ ທ່ານ ນາງ ຍານາງ ຍາເເມ່ ຍາພໍ່າ ຍາພໍ່ເຖົ້າ ຊຽງ ທິດ ຈານ ຈານຊາ ຈານຄຣູ ຈານທ່ານ ພຍາ ພນະທ່ານ ຕໍ່ໆ ໄປ ດັ່ງນີ້ ເເຕ່ວ່າ ພາສາ ຝຣັ່ງ ຈະ ມີ ພຽງ ຄໍາ Monsieur Madame Mademoiselle ເເລະ ຈະ ເເຕກຕ່າງ ກັບ ພາສາ ລາວ
  • Prénoms ຫມາຍເຖິງ ຊື່ເເທ້ ຊື່ເຕັມ ຊື່ຫລິ້ນ ພ້ອມດ້ວຍ ຊື່ ທີ່ ຄົນ ທັງຫລາຍ ຮູ້ຈັກ ເເລະ ຢ່າ ລືມ ຊື່ ຂອງ ຜູ້ ທີ່ ມີ ຊື່ລາວ ເເລະ ຊື່ຝຣັ່ງ
  • Nom ຫມາຍເຖິງ ນາມສະກຸນ ເເຕ່ວ່າ ຖ້າ ເເມ່ນ ເເມ່ຍິງ ທີ່ ໄດ້ໃຊ້ ນາມສະກຸນ ຂອງ ຜົວ ຕອນນັ້ນ ຜູ້ຂຽນ ບັດຂ່າວ ຕ້ອງ ຕື່ມ ນາມສະກຸນ ຂອງ ຜູ້ລ່ວງລັບ ໄປ ເເລ້ວ ໃສ່ ຂ້າງ ນາມສະກຸນ ຜົວ
  • Quelques … ຫມາຍເຖິງ ຫຣຽນ ຄໍາຊອບ ເເລະ ນາມຍົດ[ນາມ-ມະ-ຍົດ] ຕ່າງໆ ຖ້າ ຍັງ ບໍ່ ທັນ ໄດ້ ກ່າວ ເທື່ອ ໃນ ບັ້ນ Civilité ເເຕ່ ສົມບັດ ດັ່ງກ່າວ ນີ້ ຕ້ອງ ຂຽນ ໃສ່ ກໍ້າ ລຸ່ມ ຂອງ ຊື່ ຜູ້ຕາຍ ເຊັ່ນ Médecin chef, Officier de la Légion d’honneur, Croix de guerre ດັ່ງ ຕົວຢ່າງ ຂ້າງລຸ່ມນີ້ ( ການຣຽບຣຽງ ພາສາ ຝຣັ່ງ ຈະ ເເຕກຕ່າງ ກັບ ພາສາ ລາວ )
ພຣະຫລັກຄໍາ ສຸວັນນະບຸຣີສີຄະນາຈານ ( ຝັ້ນ ຕິດສະວັງໂສ )
ມະຫາ ເກົ້າ
ອະດີດ ເລຂາ ຂອງ ອົງສົມເດັດ ພຣະສັງຄະຣາດ

M. Chao Sacksy Nachampassak
Médecin Chef
Officier de la Légion d’honneur
Croix de guerre

------ oOo ------
( ຣູປຕາ ໓ )
------ oOo ------

ຫ້າ – ຄວາມສັມພັນ || Le lien ou la relation
ຄວາມສັມພັນ ຫມາຍເຖິງ ຄວາມຮັກເເພງ ເເລະ ການ ທີ່ ເປັນ ພີ່ນ້ອງກັນ ກັບ ຄອບຄົວ ຂອງ ຜູ້ ທີ່ ໄດ້ ລ່ວງລັບ ໄປ ເເລ້ວ ຫລື ກັບ ຜູ້ກ່ຽວເອງ ວ່າ ພວກ ເຈົ້າພາບ ເປັນ ໃຜກັນເເທ້

  • ຜູ້ ເປັນສາມີ ເປັນພໍ່ ເປັນອ້າຍ ເເລະ ເປັນເພື່ອນ ຂອງ ພວກ ຂ້າພະເຈົ້າ ໄດ້ເຖິງ ເເກ່ ກັມ* ໄປ ເເລ້ວ ໃນ ວັນ ອັງຄານ ທີ ໑໑ ຕຸລາ ໒໐໑໑ ຢູ່ ບ້ານພັກ ຂອງ ທ່ານເອງ ທີ່ ປາຣີສ ຄຸ້ມ ໑໘ ຮວມ ອາຍຸ ໄດ້ ໔໘ ປີ
  • leur époux, père, frère, ami, professeur, décédé subitement le mardi 11 octobre 2011 au camp samana, à Attapue, Laos, dans sa 84ème année.
  • leur époux, père, frère, ami, professeur, survenu le mardi 11 octobre 2011 en son domicile, 77 rue Laos, 7515 Paris, à l’âge de 84 ans. ( l [ເເອລ] ນ້ອຍ )

“ມໍຣະນະ” ມາ ຈາກ ເຄົ້າ ບາລີ ມະຣະ[Mara(to die) + ana = Maraṇana (dead, dying)] ທີ່ ເເປວ່າ ຄວາມຕາຍ ໃນ ພາສາ ລາວ ເເລະ “ໄດ້ເຖິງ ເເກ່ ມໍຣະນະກັມ” ເເປວ່າ ກັມ ໄດ້ຕາຍເເລ້ວ ເເຕ່ວ່າ “ກັມ” ກໍ ເເປວ່າ ການເຮັດ ການກະທໍາ ( action ) ສະນັ້ນ ໃນ ເເບບຢ່າງ ຄໍາສັບ ຂ້າງລຸ່ມ ທີ່ ຢູ່ ທ້າຍຫນ້ານີ້ ເພິ່ນ ຈຶ່ງ ບໍ່ ໃຊ້ ຄໍາ ມໍຣະນະກັມ ຍ້ອນວ່າ ບໍ່ ເເມ່ນ ກັມ ຕາຍ ເເຕ່ ເເມ່ນ ຜີຕາຍ

“ໄດ້ເຖິງ ເເກ່ ກັມ” ເເປວ່າ ໄດ້ສິ້ນ ກັມ ສິ້ນ ເວນ ໄປເເລ້ວ ( ເບິ່ງ ຄໍາອະທິບາຍ ຂ້າງລຸ່ມ ທ້າຍຫນ້າ )


ຫົກ – ເຮືອນດີ ( ຫລື ເຮືອນຜີຕາຍ ) || Les veillées funèbres traditionnelles
ຕ້ອງ ບອກ ບ່ອນຢູ່ ຢ່າງ ຄົບຖ້ວນ ຂອງ ເຮືອນດີ ທີ່ ຈະ ມີ ການຄົບງັນກັນ ຊຶ່ງ ເປັນ ບ່ອນ ທີ່ ຄົນ ທັງຫລາຍ ໄປພົບໄປງັນກັນ ໄປກິນທານນໍາເພິ່ນ ເເລະ ອື່ນໆ ອີກ ເເຕ່ ການຄົບງັນນີ້ ຈະ ບໍ່ ເເມ່ນ ໂຮງເຢັນ ເພາະ ສ່ວນຫລາຍ ເພິ່ນ ງັນກັນ ຢູ່ວັດ ຫລື ຢູ່ບ້ານ ( ຢູ່ ເຮືອນ ) ດັ່ງ ຕົວຢ່າງ ຂ້າງລຸ່ມນີ້

ການຄົບງັນ ຕາມ ຮີດຄອງປະເພນີ ໄດ້ຈັດຂຶ້ນ ຢູ່ ທີ່ ວັດ …
Les veillées funèbres traditionnelles lao auront lieu ( ou se dérouleront ) à la Pagode …

ເຈັດ – (ຜີ)ປ່າຊ້າ ( ປ່າເເຫ່ວ ) ເເລະ ບ່ອນ ເຜົາສົບ Crématorium
ຜູ້ ຂຽນ ບັດຂ່າວ ຫລື ໃບຂ່າວ ຕ້ອງ ຫມາຍ ບ່ອນຢູ່ ຄົບຖ້ວນ ເປັນ ທັງ ພາສາ ລາວ ເເລະ ທັງ ພາສາ ຝຣັ່ງ ສ່ວນ ພາສາ ລາວ ນັ້ນ ເພິ່ນ ຈະ ກ່າວ ເຖິງ ຄໍາ ຊາປະນະກິດສົບ ຊຶ່ງ ຫມາຍເຖິງ ການເຜົາສົບ ຫລື ການເເຫ່ສົບ ໄປ ເຜົາ ທີ່ ປ່າຊ້າ ນັ້ນເອງ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້

ພິທີ ຊາປະນະກິດສົບ ຈະ ໄດ້ ຈັດຂຶ້ນ ວັນ ຈັນ ທີ ໓໑ ຕຸລາ ( ເດືອນ ໑໐ ) ໒໐໑໑
Les obsèques auront lieu
Les cérémonies d’incinération auront lieu

le lundi 31 octobre 2011
de 14 h 00 à 15 h 00
Cimetière des Joncherolles
95 rue Marcel Sembat - 93430 Villetaneuse


ສລຸບຄວາມ || Conclusion
ການຂຽນ ຂ່າວ ກ່ຽວກັບ ເຣື່ອງນີ້ ເປັນ ພາສາ ລາວ ເເລະ ພາສາ ຝຣັ່ງ ຮ່ວມກັນ ຈະ ຂຶ້ນ ກັບ ຄວາມສະດວກ ເເລະ ຄວາມຕ້ອງການ ຂອງ ໃຜລາວ ຫລື ຂອງ ເຈົ້າພາບ ນອກຈາກນີ້ເເລ້ວ ສິ່ງ ສໍາຄັນ ຢ່າງນຶ່ງ ກໍ ຄື ການເຂົ້າຫນ້າ ຊຶ່ງ ພາສາ ຝຣັ່ງ ວ່າ La mise en page ເພື່ອ ໃຫ້ ການຂຽນ ທັງຫມົດ ງາມຕາ ເເລະ ອ່ານອອກ ໄດ້ ສະດວກດີ ເຊັ່ນວ່າ ເຮົາ ຄວນ ຂຽນ ພາສາ ລາວ ເເລະ ພາສາ ຝຣັ່ງ ປະປົນ ກັນ ບໍ ? ຂຽນ ຫນ້າໃຜ ຫນ້າມັນ ບໍ ? ຫລື ຂຽນ ພາສາ ລາວ ກັບ ພາສາ ຝຣັ່ງ ໃສ່ ຫນ້າດຽວກັນ ເເຕ່ ຄຽງຂ້າງກັນ ໄປ ດັ່ງນີ້ ເປັນຕົ້ນ

ວ່າດ້ວຍ ສີ ຄົນລາວ ຄາວນີ້ ທີ່ ບໍ່ຮູ້ເທົ່າເຖິງການ ນິຍົມກັນ ເຮັດ ເເບບ ພວກ ທີ່ ຖື ພຣະເຍຊູ ຈິວ ເເລະ ມູສລິມ ເປັນຕົ້ນ ເພາະ ພວກເຂົາ ຈະ ຕ້ອງ ໃສ່ ເເລະ ນຸ່ງຮົ່ມ ສີດໍາ ເພື່ອ Dramatiser ການຕາຍ ສ່ວນ ພວກເຈັກ ລາງຄົນ ກໍ ຈ້າງ ຄົນ ມາຮ້ອງ ມາໃຫ້ ຢູ່ ຕໍ່ຫນ້າ ສົບ ເເລະ ມີ ຫຍັງ ເຂົາ ກໍ ຂົນໃຫ້ ເເຕ່ວ່າ ຕອນ ທີ່ ເພິ່ນ ຍັງ ມີ ຊີວິດ ຢູ່ ຮອດ ບໍ່ ໄດ້ຫມັ່ນ ໄປຢ້ຽມໄປຢາມ ເພິ່ນ ຊໍ້າ ເເຕ່ ກົງກັນຂ້າມ ກັບ ຄົນລາວ ເພາະ ເພິ່ນ ຮຽກ ເຮືອນດີ ຢູ່ເເລ້ວ “ເຮືອນດີ” ກໍ ເພາະວ່າ ຜູ້ກ່ຽວ ຈະ ຫາຍ ຫລື ຈະ ພົ້ນ ຈາກ ກັມ ຈາກ ເວນ ຊຶ່ງ “ກັມ” ເເປວ່າ ເເລະ ຫມາຍເຖິງ ການກະທໍາ ຄື “ເຮັດດີ ໄດ້ດີ ( ໄດ້ ບຸນ ) ເເລະ ເຮັດຊົ່ວ ໄດ້ຊົ່ວ ( ບາບ )” ເເລະ ໃນ ພິທີສົບ ການຕາຍນີ້ ຍາດຕິພີ່ນ້ອງ ເເລະ ຜູ້ ໃກ້ ຊິດ ສນິດສນົມ ຈະ ພາກັນ ນຸ່ງ ຂາວ ທັງນັ້ນ “ຂາວ” ກໍ ຫມາຍເຖິງ ຄວາມບໍຣິສຸດ ນັ້ນເອງ ຄື “ໃຫ້ ເຈົ້າ ໄປ ດີ ເເລະ ໄປ ເຖິງ ສຸຄະຕິ ເນີ ພວກ ຂ້າພະເຈົ້າ ທັງຫລາຍ ເຫລົ່ານີ້ ກໍ ພາກັນ ເຮັດ ດ້ວຍ ຄວາມບໍຣິສຸດເເລ້ວ ຂໍ ຢ່າ ໃຫ້ ເຈົ້າ ເປັນ ຫ່ວງ ເປັນ ໃຍ ຈົງ ໃຫ້ ເຈົ້າ ໄປ ເກີດ ຢູ່ ບ່ອນດັບບ່ອນດີ ດ້ວຍເຖີດ” ອັນນີ້ ຄື ຄວາມຫມາຍ ໃນ ການນຸ່ງ ຂາວ ຫລື ຄວາມຫມາຍ ຂອງ ສີຂາວ ( ຂາວຫມົດ ເເລະ ຢ່າ ໃຫ້ ມີ ເເນວອື່ນ <---> ບໍຣິສຸດ ຜຸດຜ່ອງ ທີ່ ໄຮ້ ຄວາມຫມົ່ນຫມອງ )

ສະນັ້ນ ຜູ້ໃດ ທີ່ ມີ ພໍ່ເເມ່ ເຖົ້າເເກ່ ຫລາຍເເລ້ວ ເຫມືອນ ກັບ ພໍ່ ຂອງ ຂ້າພະເຈົ້າ ເອງ ( ໘໘ ປີ ) ໃຫ້ ພາກັນ ຫມັ່ນ ໄປຢາມ ເພິ່ນ ເລື້ອຍໆ ພາກັນ ຫມາຍຄວາມວ່າ ພາລູກ ພາຫລານ ຂອງຕົນ ໄປ ( ບໍ່ ເເມ່ນ ມີ ພຽງ ເເຕ່ ໂທຣະສັບ ຫາ ເພິ່ນ ວ່າ ເພິ່ນ ຕາຍ ຫລື ຍັງ ຖ້າ ຍັງ ບໍ່ ຕາຍ ກໍ ສົ່ງ ເງິນ ໃຫ້ ເພິ່ນ ເເຕ່ ຢ່າງດຽວ ເເລະ ເພິ່ນ ກໍ ຈະ ຢູ່ ນໍາ ພວກເຮົາ ບໍ່ ດົນ ດອກ ເນີ ) ຈົງ ພຍາຍາມ ປ່າວ ຂ່າວ ໃຫ້ ທົ່ວເຖິງກັນ ດ້ວຍ ໃນ ສັງຄົມ ລາວເຮົາ

------ oOo ------

ເເບບ ໑ - Modèle 1

ຂ່າວ ມໍຣະນະ Faire-part de décès
( ຫລື ຂ່າວ ມໍຣະນະກັມ || Faire-part de décès )
ຍານາງ ຫມ້າຍ ພັດຖິ່ນ ອີ່ຫລີ ພ້ອມດ້ວຍ ລູກເຕົ້າ Mme veuve Phatthinh Ylhie et ses enfants
ທ່ານ ອົພຍົບ ລອດຕາຍ M. Oppha-Gnop Lottay
ທ່ານ ລູກນ້ອຍ ຕົກນໍ້າຂອງ ພ້ອມດ້ວຍ ພະຣິຍາ M. Louknoy Toknamkhong et son épouse
ທ່ານ ສີພາຍ ກອງຫລອນຍິງ ພ້ອມດ້ວຍ ພະຣິຍາ M. Siphay Konglone-Gning et son épouse
ທ່ານ ກໍາພ້າ ເເຜ່ນດິນ ພ້ອມດ້ວຍ ພະຣິຍາ M. Kampha Phaendinh et son épouse
ທ່ານ ໂກ໋ຍ ສັມປະທານ ພ້ອມດ້ວຍ ພະຣິຍາ M. Koy Sampathane et son épouse

ມີ ຄວາມເສົ້າສລົດໃຈ ຈຶ່ງ ຂໍ ເເຈ້ງຂ່າວ ມາຍັງ ທ່ານຜູ້ມີກຽດ ຍາດຕິພີ່ນ້ອງ ເເລະ ເພື່ອນມິດ ທີ່ ຢູ່ ໃກ້ ເເລະ ຢູ່ ໄກ ທັງຫລາຍ ໃຫ້ ຊາບ ທົ່ວເຖິງກັນ ວ່າ

ພຣະຫລັກຄໍາ ສຸວັນນະບຸຣີສີຄະນາຈານ ( ຝັ້ນ ຕິດສະວັງໂສ )
ມະຫາ ເກົ້າ
ອະດີດ ເລຂາ ຂອງ ອົງສົມເດັດ ພຣະສັງຄະຣາດ

ຜູ້ ເປັນສາມີ ເປັນພໍ່ ເປັນອ້າຍ ເປັນເພື່ອນ ເເລະ ເປັນຄຣູອາຈານ ຂອງ ພວກ ຂ້າພະເຈົ້າ ໄດ້ເຖິງ ເເກ່ ມໍຣະນະພາບ ໄປ ເເລ້ວ ໃນ ວັນ ອັງຄານ ທີ ໑໑ ຕຸລາ ໒໐໑໑ ຢູ່ ສູນສັມນາ ເເຫ່ງ ເມືອງ ອັຕປື ຮວມ ອາຍຸ ໄດ້ ໘໔ ພັນສາ

ປະເພນີ ການຄົບງັນ ຈະ ໄດ້ ຈັດຂຶ້ນ ຢູ່ ທີ່ ວັດ
ໂສກປ່າຫລວງ ເເຫ່ງ ເມືອງ ປາຣີສ

ພິທີ ຊາປະນະກິດສົບ ຈະ ໄດ້ ຈັດຂຶ້ນ ໃນ ມື້ ວັນສຸກ ທີ ໒໘/໑໐/໒໐໑໑ ເດືອນ ຕຸລາ ພສ. ໒໕໕໓
ເລີ້ມ ເເຕ່ ໑໔ ໂມງ ຮອດ ໑໕ ໂມງ ທີ່ ປ່າຊ້າ Des Joncherolles ເເຫ່ງ ເມືອງ Villetaneuse

------ oOo ------

Ont l’honneur de vous faire part de la perte douleureuse qu’ils viennent d’éprouver en la personne du

Vénérable Khamfanh Titsavangso
Docteur en bouddhisme
Secrétaire Général du Sangha du Royaume du Laos

leur époux, père, frère, ami, professeur, décédé subitement le mardi 11 octobre 2011 au camp samana, à Attapue, Laos, dans sa 84ème année.

Les veillées traditionnelles lao auront lieu à la Pagode Sok Palouang - 77 rue Laos – 75015 Paris.

Les obsèques auront lieu

le vendredi 28 octobre 2011
de 14 h 00 à 15 h 00

Cimetière des Joncherolles
95 rue Marcel Sembat - 93430 Villetaneuse


ເເບບ ໒ - Modèle 2

ຂ່າວ ມໍຣະນະກັມ

ທ່ານ ເເກະ ພູເພັຊຣລິນທອງ
ທ່ານ ກ໊ອກ ເເລະ ຍນ ມາຣີ-ໂກລດ ຊານ ພ້ອມດ້ວຍ ລູກ
ທ່ານ ເຈັຽຣີ ເເລະ ຍນ ໂຮມ ມູເຣ ພ້ອມດ້ວຍ ລູກ ເເລະ ຫລານ
ທ່ານ ສິນ ເເລະ ຍນ ເເອ່ນຄໍາ ບຸສບາ ພ້ອມດ້ວຍ ລູກ ເເລະ ຫລານ
ທ່ານ ດາໄນ (ລະ) ເເລະ ຍນ ອໍຣະໄທ ພູເພັຊຣລິນທອງ ພ້ອມດ້ວຍ ລູກ
ທ່ານ ຄໍາເເພວ ເເລະ ຍນ ເເກ້ວມະນີ ພູເພັຊຣລິນທອງ ພ້ອມດ້ວຍ ລູກເຕົ້າ
ທ່ານ ສີຊນະ ເເລະ ຍນ ຄອນສວັນ (ເເອ) ສວ່າງສີ ພ້ອມດ້ວຍ ລູກ ເເລະ ຫລານ
ທ່ານ ບຸນເເຖວ ເເລະ ຍນ ຂັນທະລີ ພູເພັຊຣລິນທອງ ພ້ອມດ້ວຍ ລູກ ເເລະ ຫລານ
ທ່ານ ປຣະສານສັກ (ເມືອງ) ເເລະ ຍນ ສຸດສມອນ ສວ່າງສີ ພ້ອມດ້ວຍ ລູກ ທຸກ ຄົນ
ຍນ ອ່ອນເເກ້ວ ພູເພັຊຣລິນທອງ ເເລະ ຟຣັງຊວາ ພ້ອມດ້ວຍ ລູກ ເເລະ ຫລານ
ຍນ ບຸນມີ ພູເພັຊຣລິນທອງ ເເລະ ຊັງລຸຍ ບອນເນ ພ້ອມດ້ວຍ ລູກ ທຸກໆ ຄົນ
ທ່ານ ປຣາຕຣິກ ເເລະ ຍນ ອຸທຸມພອນ ຟູເເຕລ ພ້ອມດ້ວຍ ລູກ ທຸກໆ ຄົນ
ທ່ານ ວິໄລສັກ ເເລະ ຍນ ຮິ້ນ ບຸດສັມພັນ ພ້ອມດ້ວຍ ລູກ
ຍນ ຫມຸ່ຍ ພິມມະສອນ ພ້ອມດ້ວຍ ລູກ
ທ່ານ ເພັດພຣະໄທ ເເລະ ຍນ ຈ່ອຍ ສວ່າງສີ

ຂໍ ເເຈ້ງ ຂ່າວ ດ້ວຍ ຄວາມເສົ້າສລົດໃຈ ມາ ຍັງ ທ່ານ ຜູ້ ມີ ກຽດ ເເລະ ຍາດຕິພີ່ນ້ອງ ພ້ອມດ້ວຍ ເພື່ອນມິດ ທັງຫລາຍ ໃຫ້ ຊາບ ທົ່ວເຖິງ ກັນ ວ່າ

ຍາພໍ່ ພາວ ພູເພັຊຣລິນທອງ
ອະດີດ ທະຫານ ກອງທັບ ເເຫ່ງ ຊາດ ລາວ
ອະດີດ ຄຣູສອນ ວິຊາ ທະຫານ ໃຫ້ ເເກ່ ບັນດາ ຂ້າຣາຊການ ພາກໃຕ້ - ຫລັກສີ່ ເມືອງ ປາກເຊ
ອະດີດ ຄຣູສອນ ທະຫານ ທີ່ ສູນກາງ ຝຶກຫັດ ຄ້າຍ ນະຄອນສິງ ເມືອງ ປາກເຊ
ອະດີດ ຄຣູສອນ ປືນໃຫຍ່ ທີ່ ຄ້າຍ ດົງດໍາດວນ ເມືອງ ສວັນນະເຂດ
ອະດີດ ຄຣູສອນ ໂຮງຮຽນ ນາຍສິບ ນາຍຈ່າ - ຫລັກສີ່ ເມືອງ ປາກເຊ
ອະດີດ ຜູ້ບັງຄັບ ກອງຮ້ອຍ ນັກຣົບ ພິເສດ ກອມມັງໂດ ເມືອງປາກເຊ
ອະດີດ ຜູ້ບັງຄັບ ກໍາລັງ ສວາມີພັກ ເເນວລາວຮັກຊາດ ທີ່ ວັດພູ ຈໍາປາສັກ
ອະດີດ ຜູ້ບັງຄັບ ກອງພັນ ຊັ້ນ ພັນໂທ
Croix de guerre

ຜູ້ ເປັນ ພໍ່ ພໍ່ເຖົ້າ ພໍ່ປູ່ ພໍ່ລູງ ພໍ່ຕາ ພໍ່ເຖົ້າທວດ ພໍ່ປູ່ທວດ ຂອງ ພວກ ຂ້າພະເຈົ້າ ໄດ້ ເຖິງ ເເກ່ ກັມ ໄປ ເເລ້ວ ໃນ ວັນ ເສົາ ທີ ໑໔/໑໒/໒໐໑໓ ເດືອນ ທັນວາ ພສ. ໒໕໕໖ ຢູ່ ທີ່ ປະເທດ ຝຣັ່ງ ຊຶ່ງ ຮວມ ອາຍຸ ໄດ້ ໙໐ ປີ

ພວກ ຂ້າພະເຈົ້າ ຈັດ ປະເພນີ ງັນ ສົບ/ເຮືອນດີ ຂຶ້ນ ຢູ່ ທີ່

3 allée des Avenues - 77500 Chelles - Tel.: 01 3333 5050

ພິທີ ຊາປະນະກິດສົບ ຈະ ໄດ້ ຈັດ ຂຶ້ນ ໃນ ວັນສຸກ ທີ ໒໐/໑໒/໒໐໑໓ ເດືອນ ທັນວາ ພສ. ໒໕໕໖
ເລີ່ມ ເເຕ່ ໑໓ ໂມງ ເປັນຕົ້ນ ໄປ ທີ່ ປ່າຊ້າ
Cimetière intercommunal
13 avenue de la Fontaine Saint-Martin - 94460 Valenton

Faire-part de décès

Kae Phouphetlinthong
Sysana et Khonesavanh Savangsy ainsi que leurs enfants et petits-enfants
Bounthèo et Khanthaly Phouphetlinthong avec leurs enfants et petits-enfants
Onekèo Phouphetlinthong avec ses enfants et petits-enfants et François
Bounmy Phouphetlinthong et ses enfants avec Jean-Louis Bonnet
Sinh et Enekham Bousba ainsi que leurs enfants et petits-enfants
Thierry et Home Mourey ainsi que leurs enfants et petits-enfants
Danay (La) et Orathay Phouphetlinthong ainsi que leurs enfants
Prasanesack (Meuang) et Soutsamone ainsi que leurs enfants
Patrick et Outhoumphone Foutel ainsi que leurs enfants
Vilaysack et Hinh Boudsamphanh avec leurs enfants
Kok et Marie-Claude Chan et leurs enfants
Mouy Phimmasone et ses enfants
Phetphrathay et Choy Savangsy
Khamphéo et Kèomany Phouphetlinthong et leurs enfants

Ont la tristesse et la profonde douleur de vous faire part du décès de leur père, grand-père, arrière grand-père et oncle

Monsieur Phao Phouphetlinthong
Ancien officier supérieur de l’Armée Nationale du Royaume du Laos
Ancien instructeur de combat militaire aux fonctionnaires lao du Sud - 4ème zone militaire
Ancien instructeur de combat à l’école militaire des sous-officiers - 4ème zone militaire
Ancien commandant des troupes armées Neolaohakxath qui se sont rendues - Vat Phou
Ancien instructeur de combat militaire à l’école secrète américaine - Nakhone Sing
Ancien chef de compagnie spéciale de commando - 4ème zone militaire
Ancien instructeur en artillerie à Dong Damdouane - Savannakhet
Lieutenant-colonel et chef de bataillon
Croix de guerre

Survenu le 14 décembre 2013 à Courtry, à l’âge de 90 ans

Les veillées funèbres traditionnelles lao se déroulent au
3 allée des Avenues - 77500 Chelles - Tel.: 01 3333 5050

Les cérémonies d’incinération auront lieu
le vendredi 20 décembre 2013
de 13h00 à 15h30
Cimetière intercommunal
13 avenue de la Fontaine Saint-Martin
94460 Valenton


ຜູ້ໃຫຍ່ ຕາຍ ຫລືວ່າ ຜູ້ນ້ອຍ ຕາຍ [2]
ຕາມ ຫລັກການ ເເລະ ຫລັກເກນ ເເລ້ວ ສັງຄົມ ລາວ ເປັນ ສັງຄົມ ທີ່ ມີ ການຈັດຕັ້ງ ຢ່າງ ເປັນ ຣະບຽບ ດັ່ງ ການໃຊ້ ຄໍາໃດ ຈຶ່ງ ຈະ ເຫມາະສົມ ກັບ ຄົນ ໃນ ຖານະນຶ່ງໆ ທີ່ ຕາຍ ຫລື ທີ່ ໄດ້ ລ່ວງລັບ ໄປ ເເລ້ວ ບໍ່ ເເມ່ນວ່າ ຢາກ ໃຊ້ ຄໍາໃດ ກໍ ໃຊ້ ໄປ ໂລດ ສ່ວນ ຄໍາ ຂ້າງລຸ່ມນີ້ ເປັນ ຄໍາ ທີ່ ເພິ່ນ ໃຊ້ ເປັນ ທາງການ ນຶ່ງ ເເລະ ເປັນ ຮີດຄອງ ປະເພນີ ມາໄດ້ ຫລາຍ ສັຕວັດ ເເລ້ວ ນຶ່ງ ເເຕ່ ຄົນລາວ ຄາວກ່ອນ ບໍ່ ຄ່ອຍ ຈະ ຮູ້ ຍ້ອນ ສັງຄົມ ລາວ ເປັນ ສັງຄົມ ຊົນບົດ[ຊົນ-ນະ-ບົດ] ຢູ່ ຕລອດ ເເມ້ ເເຕ່ ກະທັ້ງ ປັດຈຸບັນ ກໍ ຍັງ ເປັນ ສັງຄົມ ຊົນບົດ ສະນັ້ນ ຖ້າ ທ່ານ ຄິດວ່າ ຄໍາ ເຫລົ່ານີ້ ຍັງ ຈະ ເປັນ ປໂຍດ ໃຫ້ ເເກ່ ທ່ານ ທ່ານ ກໍ ສາມາດ ນໍາເອົາ ຄໍາ ໃນ ເເບບຢ່າງ ຂ້າງລຸ່ມນີ້ ໄປ ໃຊ້

  1. ປະຣິນິບພານ ຫລື ນິບພານ ໃຊ້ ສໍາລັບ ພຣະພຸທເຈົ້າ ພຣະປັດເຈກ ເເລະ ພຣະອໍຣະຫັນ
  2. ສວັນນະຄົດ ໃຊ້ ສໍາລັບ ພຣະເຈົ້າ ເເຜ່ນດິນ
  3. ທິວົງຄົດ ໃຊ້ ສໍາລັບ ວັງຫນ້າ ມະເຫສີ ບຸດສົມເດັດພຣະເຈົ້າ
  4. ສວັນນະຄາໄລ ໃຊ້ ສໍາລັບ ວັງຫລັງ ເເລະ ພຣະວັງ ສາມ ພຣະວັງ ຄື ຣາຊບຸດ ຣາຊສັມພັນທະວົງ ເເລະ ຣາຊພາຄີໄນ
  5. ສິ້ນ ພຣະຊົນ ໃຊ້ ສໍາລັບ ເຈົ້ານາຍ ຝ່າຍ ເຈົ້າກົມ ( ຫລື ເຈົ້າກຣົມ )
  6. ສິ້ນ ຊີບຕັກໄສ ໃຊ້ ສໍາລັບ ຫມ່ອມເຈົ້າ
  7. ເຖິງ ເເກ່ ພິລາໄລ ໃຊ້ ສໍາລັບ ສົມເດັດ ເຈົ້າພຍາ ເເລະ ເຈົ້າ ເເຫ່ງ ປະເທສຣາດ ( ຫົວເມືອງຂຶ້ນ )
  8. ເຖິງ ເເກ່ ອະສັນຍະກັມ ໃຊ້ ສໍາລັບ ເຈົ້າພຍາ ເເລະ ເຊື້ອ ພຣະວົງ
  9. ເຖິງ ເເກ່ ກັມ ໃຊ້ ສໍາລັບ ພຍາ ເເລະ ເພັຽ
  10. ເຖິງ ເເກ່ ມໍຣະນະພາບ ໃຊ້ ສໍາລັບ ພຣະ ກັບ ສັມເນນ
  11. ເຖິງ ເເກ່ ອະນິດຈະກັມ ໃຊ້ ສໍາລັບ ຂ້າຣາຊການ ຜູ້ນ້ອຍ
  12. ຕາຍ ໃຊ້ ສໍາລັບ ຣາສດອນ
  13. ລົ້ມ ໃຊ້ ສໍາລັບ ສັດ ເດັຽຣະສານ ຂອງ ຫລວງ ລ້ຽງ
  14. ຕາຍ ໃຊ້ ສໍາລັບ ສັດ ເດັຽຣະສານ ຂອງ ຣາສດອນ

ຄົນລາວ ສ່ວນຫລາຍ ມັກ ໃຊ້ ຄໍາ ວ່າ “ໄດ້ ລ່ວງລັບ ໄປ ເເລ້ວ”

ຊື່ ສັມນະສັກ ຂອງ ພຣະສົງ ລາວ [3]
ນາມຍົດ[ນາມ-ມະ-ຍົດ] ຂ້າງລຸ່ມນີ້ ເປັນ ນາມຍົດ ທາງ ຝ່າຍ ຄນະ ສົງ ຊຶ່ງ ເພິ່ນ ຮຽກ ສັມນະສັກ [ສໍາ-ມະ-ນະ-ສັກ] ເເລະ ຍັງ ມີ ນາມຍົດ ອີກ ສອງ ຢ່າງ ຄື ນາມຍົດ ທາງການ ທີ່ ເພິ່ນ ໃຊ້ກັນ ເປັນ ທາງການ ພາຍໃຕ້ ຣັຖບານນຶ່ງໆ ດັ່ງ ສົມເດັດ ພນະທ່ານ ເປັນຕົ້ນ ເເລະ ນາມຍົດ ທາງ ຝ່າຍ ຂຸນນາງ ຊຶ່ງ ເພິ່ນ ໄດ້ໃຊ້ ເປັນ ທາງການ ເຫມືອນກັນ ເເຕ່ ເເມ່ນ ການຈັດຕັ້ງ ທາງ ຝ່າຍ ຫໍສນາມ ຫລວງ ( Conseil “d’Etat” ) ຂອງ ກະສັດ ເປັນ ຜູ້ ອອກ ນາມຍົດ[ນາມ-ມະ-ຍົດ] ເເບບນີ້ ໃຫ້ ເຊັ່ນ ພຍາ ເພັຽ ເເສນ ຫມື່ນ ດັ່ງນີ້ ເປັນຕົ້ນ

  1. ໃຜ ບວດ ເປັນ “ສັມເນນ”[ສໍາ-ມະ-ເນນ] ເພິ່ນ ຮຽກ “ຈົວ” ເມື່ອ ສິກ ອອກ ມາ ເພິ່ນ ຮຽກ “ຊຽງ”
  2. ໃຜ ບວດ ເປັນ “ພຣະ” ( ຄຣູບາ[ຄູ-ບາ] ) ເພິ່ນ ຮຽກ “ເຈົ້າຫົວ” ເມື່ອ ສິກ ເເລ້ວ ເພິ່ນ ຮຽກ “ທິດ”
  3. ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ເທື່ອນຶ່ງ ເພິ່ນ ຮຽກ “ສໍາເດັດ” ເມື່ອ ສິກ ອອກ ມາ ເພິ່ນ ຮຽກ “ຈານ”
  4. ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ສອງເທື່ອ ເພິ່ນ ຮຽກ “ຊາ” ເມື່ອ ສິກ ອອກ ມາ ເພິ່ນ ຮຽກ “ຈານຊາ”
  5. ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ສາມເທື່ອ ເພິ່ນ ຮຽກ “ຄຣູ” ເມື່ອ ສິກ ອອກ ມາ ເພິ່ນ ຮຽກ “ຈານຄຣູ”
  6. ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ສີ່ເທື່ອ ເພິ່ນ ຮຽກ “ທ່ານ” ເມື່ອ ສິກ ອອກ ມາ ເພິ່ນ ຮຽກ “ຈານທ່ານ”
  7. ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ຫ້າເທື່ອ ເພິ່ນ ຮຽກ “ພຣະຫລັກຄໍາ” ເມື່ອ ສິກ ອອກ ມາ ເພິ່ນ ຄົງ ຈະ ຮຽກ ຈານທ່ານ ເຊັ່ນດຽວກັນ
  8. ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ຫົກເທື່ອ ເພິ່ນ ຮຽກ “ພຣະລູກເເກ້ວ” ເມື່ອ ສິກ ອອກ ມາ ເພິ່ນ ຄົງ ຈະ ຮຽກ ຈານທ່ານ ເຊັ່ນດຽວກັນ
  9. ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ເຈັດເທື່ອ ເພິ່ນ ຮຽກ “ພຣະຍອດເເກ້ວ” ເມື່ອ ສິກ ອອກ ມາ ເພິ່ນ ຄົງ ຈະ ຮຽກ ຈານທ່ານ ເຊັ່ນດຽວກັນ ພ້ອມດຽວກັນນັ້ນ ເພິ່ນ ກໍ ຄົງ ຈະ ຮຽກ ຕາມ ລໍາດັບ ຄວາມສໍາຄັນ ຂອງ ຕໍາເເຫນ່ງ ໃນ ຫນ້າທີ່ ທາງ ຄນະ ສົງ

ຊື່ ບັນດາ ສັກ ຫລື ນາມຍົດ ເເຫ່ງ ພຣະຣາຊອານາຈັກ ລາວ
ສິ່ງ ສໍາຄັນ ທີ່ ທ່ານ ຄວນ ຮູ້ ກໍ ຄື ຍົດຖາ ບັນດາ ສັກ ສູງສຸດ ຂອງ ຂ້າຣາຊການ ເເຫ່ງ ນະຄອນ ຈໍາປາສັກ ມີ ພຽງ ນາມຍົດ ພຍາ ເທົ່ານັ້ນ ຈະ ເປັນ ເຊື້ອເຈົ້າ ຫລື ເຊື້ອໄພ່ ກໍດີ ອັນນີ້ ຄື ຄວາມເເຕກຕ່າງ ກັບ ນະຄອນ ຫລວງພຣະບາງ ເພາະວ່າ ທາງ ເມືອງຫລວງ ເພິ່ນ ໄດ້ຕື່ມ ຂຶ້ນອີກ ດັ່ງ ທີ່ ທ່ານ ຈະ ເຫັນ ຂ້າງລຸ່ມນີ້

  • ນາມຍົດ ຂອງ ຂຸນນາງ
    1. ເຈົ້າພຍາ ຫລວງ
    2. ພຍາ ຫລວງ
    3. ພຍາ
    4. ເພັຽ
    5. ເເສນ
    6. ຫມື່ນ
    7. ທ້າວ

ນາມຍົດ ຂ້າງເທິງນີ້ ເປັນ ພຽງເເຕ່ ຊື່ ຂອງ ຊັ້ນ ຂຸນນາງ ຢ່າງດຽວ ເເລະ ຍັງ ມີ ຊື່ ຫນ້າທີ່ ຂອງ ຂຸນນາງ ອີກດ້ວຍ ເຊັ່ນ ພຍາ ເມືອງເເສນ ພຍາ ເມືອງຈັນ ເປັນຕົ້ນ ຊຶ່ງ ເມືອງເເສນ ເເລະ ເມືອງຈັນ ຫມາຍບອກ ຫນ້າທີ່ ຂອງ ຂຸນນາງ ທັງສອງ ເເຕ່ ຢ່າ ເຂົ້າໃຈ ວ່າ ຊື່ ເຫລົ່ານີ້ ເປັນ ຊື່ ຂອງ ຄົນ ຫລື ຂອງ ບຸກຄົນ

  • ນາມຍົດ ຂອງ ຂ້າຣາຊການ ເເຫ່ງ ພຣະຣາຊອານາຈັກ ລາວ
    1. ພນະທ່ານ ( ນອກຈາກນັ້ນ ກໍ ເເມ່ນ ຫນ້າທີ່ ຂອງ ຜູ້ກ່ຽວ ເຊັ່ນ ເຈົ້າເເຂວງ ຣັຖມົນຕຣີ ອຸປຮາດ[ອຸບ-ປະ-ຮາດ/upa-hath] ເປັນຕົ້ນ ເເຕ່ ຄໍາ ອຸປຮາດ ຫມາຍເຖິງ ຜູ້ ເປັນ ຣອງເຈົ້າເມືອງ[ລອງ-] ຊຶ່ງ ພຍາງຫລັງ ຂຽນ ດ້ວຍ ພຍັນຊນະ ຕົວສຸດທ້າຍ ( ຮ ) ເເຕ່ ເຮົາ ຕ້ອງ ຮູ້ວ່າ ອຸປຣາຊາ[ອຸບ-ປະ-ຣາ-ຊາ/uparājā] ທີ່ ເເຜງ ເປັນ ຄໍາລາວ ອຸປຣາດ ຫມາຍເຖິງ ຜູ້ ເປັນ ເຊື້ອ ກະສັດ ຫລື ເຊື້ອເຈົ້າ ທີ່ ມີ ຫນ້າທີ່ ເປັນ ຜູ້ຣອງ[ຜູ້-ລອງ] ພຣະເຈົ້າເເຜ່ນດິນ ຫລື ພຣະ ມະຫາ ກະສັດ ຫລື ພຣະເຈົ້າຊີວິດ ຫລື ເຈົ້າຊີວິດ ຜູ້ທີສອງ ກໍ ວ່າ ໄດ້ ເຫມືອນກັນ )

ສ່ວນ “ສະເດັດ” ເເລະ “ສົມເດັດ” ເພິ່ນ ໃຊ້ໄວ້ ສໍາລັບ ຂັ້ນ ກະສັດ

  • “ຄໍາ” ນໍາຫນ້າ ຊື່ ຂອງ ຄົນໃດຄົນນຶ່ງ ຈະ ບອກ ໃຫ້ ຮູ້ ວ່າ ຄົນນັ້ນ ເປັນ ລູກ ຂອງ ພຍາ ດັ່ງ ຕົວຢ່າງ ຄົນນຶ່ງ ຊື່ ເເພງ ລ້າໆ ເເລະ ຖ້າ ຄົນ ທັງຫລາຍ ເອີ້ນ ເພິ່ນ ວ່າ
    • ຄໍາເເພງ ກໍ ຫມາຍຄວາມວ່າ ເພິ່ນ ເປັນ ລູກ ຂອງ ພຍາ
    • ເຈົ້າ ຄໍາເເພງ ກໍ ຫມາຍຄວາມວ່າ ພໍ່ ຂອງ ເພິ່ນ ເປັນ ທັງ ເຈົ້າ ເປັນ ທັງ ພຍາ
  • ບັນດາ ສັກ ຂອງ ເຫລົ່າ ທະຫານ ລາວ
    1. ຈອມພົນ ( ໗ ດາວ )
    2. ພົນເອກ ຫລື ນາຍພົນເອກ ( ໕ ດາວ )
    3. ພົນໂທ ຫລື ນາຍພົນໂທ ( ໔ ດາວ )
    4. ພົນຕຣີ ຫລື ນາຍພົນຕຣີ ( ໓ ດາວ )
    5. ພົນຈັຕວາ ຫລື ນາຍພົນ ( ໒ ດາວ )
    6. ພັນເອກ ຫລື ນາຍພັນເອກ ຫລື ສັກຫ້າ
    7. ພັນໂທ ຫລື ນາຍພັນໂທ
    8. ພັນຕຣີ ຫລື ນາຍພັນຕຣີ ຫລື ສັກສີ່
    9. ຮ້ອຍເອກ ຣ້ອຍເອກ ຫລື ນາຍຣ້ອຍເອກ ( ອ່ານ ລ້ອຍເອກ ຫລື ນາຍຮ້ອຍ ຫລື ນາຍລ້ອຍ ຊຶ່ງ ຄໍາ ນາຍຣ້ອຍ ຫລື ນາຍຮ້ອຍ ກໍ ຫມາຍເຖິງ ພໍ່ຄ້າ ເຫມືອນກັນ ທີ່ ພວກເພິ່ນ ພາກັນ ເດີນ ເປັນຝູງເປັນຫມູ່ ໄປນໍາກັນ ເພື່ອ ໄປ ຄ້າຂາຍ ຈາກ ເມືອງນຶ່ງ ຫາ ອີກ ເມືອງນຶ່ງ ຫລື ປະເທດນຶ່ງ ຖ້າ ນາຍຮ້ອຍ ທີ່ ຄ້າ ຄວາຍ ( ພໍ່ຄ້າ ຄວາຍ ) ກໍ ນໍາ ເອົາ ຝູງຄວາຍ ເປັນ ຕັ້ງ ໓໐-໔໐ ໂຕ ຂຶ້ນໄປ “ຢ່າງຕໍ່າສຸດ” ໄປຂາຍ ເເຫ່ງຫົນ ທີ່ ໄກ ຈາກ ບ້ານ ຂອງຕົນ ) ຫລື ສັກສາມ
    10. ຮ້ອຍໂທ ຣ້ອຍໂທ ຫລື ນາຍຣ້ອຍໂທ ຫລື ສັກສອງ
    11. ຮ້ອຍຕຣີ ຣ້ອຍຕຣີ ຫລື ນາຍຣ້ອຍຕຣີ ຫລື ສັກນຶ່ງ
      1. ວາທີຣ້ອຍຕຣີ ( ນາຍຮ້ອຍ ສໍາລອງ ມີ ຫນ້າທີ່ ຮອງ ຜູ້ບັງຄັບ ກອງຮ້ອຍ )
        Sous-officiers supérieurs
    12. ຈ່າເອກ
    13. ຈ່າໂທ
    14. ຈ່າຕຣີ
    15. ສິບເອກ
      Sous-officiers subalternes
    16. ສິບໂທ
    17. ສິບຕຣີ
    18. ຊັ້ນນຶ່ງ ຫລື ທະຫານ ຊັ້ນນຶ່ງ
    19. ຊັ້ນສອງ ຫລື ທະຫານ ຊັ້ນສອງ

  • ບັນດາ ສັກ ຂອງ ຕໍາຣວດ ລາວ ຊຶ່ງ ຄົນ ສ່ວນຫລາຍ ອ່ານ ວ່າ ຕໍາຫຣວດ ເເລະ ຕໍາຫລວດ ເເຕ່ວ່າ ໃນ ເອກສານ ທີ່ ໄດ້ບັນທຶກ ໄວ້ ພາຍໃຕ້ ຣັຊການ ຂອງ ພຣະເຈົ້າ ສຣີ ສວ່າງ ວົງ ເພິ່ນ ຮຽກ ຕໍາຫນວດ
    1. “ຂຸນ ພິທັກ” ບໍ່ ເເມ່ນ ນາຍພົນ ຕໍາຣວດ ເພາະ ເມືອງລາວ ຍັງ ບໍ່ ໄດ້ມີ ນາຍພົນ ຕໍາຣວດ ເທື່ອ ໃນ ຄາວນັ້ນ ເເຕ່ ເພິ່ນ ເປັນ ຜູ້ບັງຄັບ ຕໍາຣວດ ໃນ ເຂດໃດເຂດນຶ່ງ ເທົ່ານັ້ນ
    2. “ອະທິການ ຕໍາຣວດເອກ” ເເມ່ນ ພັນເອກ ຕໍາຣວດ
    3. “ອະທິການ ຕໍາຣວດໂທ” ເເມ່ນ ພັນໂທ ຕໍາຣວດ
    4. “ອະທິການ ຕໍາຣວດຕຣີ” ເເມ່ນ ພັນຕຣີ ຕໍາຣວດ


ຫມາຍເຫດ
ການໃຊ້ ຖ້ອຍຄໍາ ອັນ ເເປກປລາດ ຂ້າງເທິງ ກໍ ເພື່ອ ເຮັດ ໃຫ້ ຄົນລາວ ຫັນ ມາ ສົນໃຈ ການອ່ານ ພາສາ ລາວ ຫລາຍ ຂຶ້ນ ກວ່າເກົ່າ ທັງນີ້ ກໍ ເພາະວ່າ ຄົນລາວ ມັກ ຟັງ ເຣື່ອງ ເເປກປລາດ ເທົ່ານັ້ນເອງ ເເລະ ວິສາມັນນາມ ຕ່າງໆ ຂ້າງເທິງນີ້ ເປັນ ພຽງ ການຜລິດຄິດເເຕ່ງ ຂຶ້ນມາເອງ ຈຶ່ງ ຂໍ ໃຫ້ ເຂົ້າໃຈ ໄປ ໃນ ທາງນີ້ ( ທ້າວ ລາວເເທ້ ທ່ານ ລູກນ້ອຍ ຕົກນໍ້າຂອງ ພ້ອມດ້ວຍ ພະຣິຍາ ຯລຯ )

( PDF ) Modèle du faire-part de décès en lao ເເບບຢ່າງ ການຂຽນ ເເຈ້ງ ຂ່າວ ການຕາຍ

ຄໍາອຸທິດ
ຂ້າພະເຈົ້າ ຂໍ ອຸທິດ ຜົນງານ ເລັກນ້ອຍ ອັນນີ້ ເປັນ ປັດໃຈ ກິນທານ ນໍາ ຄົນລາວ ທີ່ ໄດ້ ລ່ວງລັບ ໄປ ເເລ້ວ ເເລະ ຂໍ ອຸທິດ ໃຫ້ ເເກ່ ຄົນ ໃນ ຄອບຄົວ ຂອງ ເພິ່ນ ເເລະ ພ້ອມດຽວກັນນີ້ ຂ້າພະເຈົ້າ ຂໍ ວິ່ງວອນ ເອົາ ສິ່ງ ສັກສິດ ຈົງ ມາ ບັນດົນ ບັນດານ ໃຫ້ ດວງວິນຍານ ຂອງ ເພິ່ນ ໄປ ສູ່ ສຸຄະຕິ [4] ດ້ວຍເຖີ້ນ ສາທຸ

Par K. Phouphetlinthong


ບັນທຶກ /Notes

[1] ວະລີ ຫມາຍເຖິງ ຈໍາພວກ ຄໍາເວົ້າ ທີ່ ຍັງ ບໍ່ ເປັນ ປໂຍກ ເທື່ອ ດັ່ງ “ຄວາມເສົ້າສລົດໃຈ” ເເລະ “ທ້າວສີ ຫົວຫນ້າ ໂຮງຮຽນ ບ້ານທົ່ງ” ເປັນຕົ້ນ

[2] Document manuscrit en lao recueilli par le professeur Paul LEVY vers 1937, photocopié offert par Jacques Népote et édité par Khamphéo Phouphetlinthong en 1987, 122 pages.

[3] 1. ປະເພນີ ລາວ ພ້ອມ ຕໍາຣາ ຢາ ບູຮານ ລາວ ຂອງ ອົງສົມເດັດ ພຣະສັງຄະຣາຊ ຮີບໂຮມ ເເລະ ຣຽບຣຽງ ໂດຍ ພຣະອາຈານ ມະຫາ ປາລ ອານັນໂມ – ຈັດພິດ ເພື່ອ ຫາ ທຶນ ສົມທົບ ສ້າງ ວັດ ມິຄະທາຍະວັນອະໄພຽຄິຣີ ມະຫາ ວິຫາຣ ( ບ້ານ ຫນອງພະຍາ ວຽງຈັນ ) – ພຸທສົກ ໒໕໑໗ – ໑໑໐ ຫນ້າ – ຫນ້າ ໗໖

2. ສາສນາວັທນະທັມລາວ - Religion Cultural Lao - ເພື່ອຊ່ວຍເຫລືອລາວອົພຍົບ - ຮີບໂຮມ ໂດຍ ພຣະ ຫລັກຄໍາ ສຸວັນນະບຸຣິສີຄະນາຈານ ( ຝັ້ນ ຕິດສະວັງໂສ ) - ອະດີດ ເລຂາ ຂອງ ອົງ ສົມເດັດ ພຣະສັງຄະຣາດ ເເຫ່ງພຣະຣາຊອານາຈັກລາວ - ພິມເທື່ອທີນຶ່ງ ໕໐໐໐ ເຫລັ້ມ - ໑ ພຣຶສພາ ໒໕໒໑ (໑໙໗໘) - ຫນ້າ ໖໕

[4] ບໍ່ ເເມ່ນ “ສຸຂຕິ” ເຫມືອນ ດັ່ງ ຄົນ ທັງຫລາຍ ຄິດ ເເຕ່ ເເມ່ນ ສຸຄະຕິ[Sugati] ທີ່ ເເປ ເປັນ ພາສາ ອັງກິດ ວ່າ Happy state ຊຶ່ງ “ສຸ” ເປັນ ຄຸນນາມ ( ຝຣັ່ງ. Adjectif ) ບາລີ ເເລະ ຄໍາອຸປສັກ ( ຝຣັ່ງ. Préfixe ) ທີ່ ເເປວ່າ ດີ ສ່ວນ “ຄະຕິ” ນັ້ນ ເເປວ່າ ການເຄື່ອນທີ່ ( ຝຣັ່ງ. Transition ) ການຍ້າຍ ເເລະ “ສຸຄະຕິ” ກໍ ເເປວ່າ ຍ້າຍ ໄປ ສູ່ ເເຫ່ງຫົນດີ ( ຄໍາປະຕິນາມ ເເມ່ນ ທຸຄະຕິ[Duggati] ທີ່ ເເປ ເປັນ ພາສາ ອັງກິດ ວ່າ Evil state )

1 ສານ /Message

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0