ພາສາ ລາວ - La langue lao ບົນ ລາວເເພນ

ຕົວສະກົດ ພິເສດ - Consonnes finales spéciales lao

ວັນຈັນ ທີ ໒໔ ເດືອນ ຕຸລາ/octobre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ກຸ່ມ ອັກຂຣະ ຫລື ກຸ່ມ ອັກສອນ || Ensembles des alphabets lao / Sets of the Lao alphabets
ຂ້າພະເຈົ້າ ໄດ້ ຈັດ ອັກຂຣະ ລາວ ຂ້າງລຸ່ມ ນີ້ ( ຣູປຕາ ໒ ) ເປັນ ກຸ່ມໃຜ ກຸ່ມລາວ ທັງນີ້ ກໍ ເພື່ອ ອໍານວຍ ຄວາມສະດວກ ໃນ ການລຽນ ລໍາດັບ ນຶ່ງ ເເລະ ເພື່ອ ເເຍກ ອັກຂຣະ ທັງຫມົດ ນີ້ ໃຫ້ ເຂົ້າ ກັບ ຫນ້າທີ່ ຂອງ ມັນ ນັ້ນເອງ ນຶ່ງ

  • ກຸ່ມ ໑ ຫມາຍເຖິງ ກຸ່ມ ພຍັນຊນະ[ພະ-ຍັນ-ຊະ-ນະ] ລາວ ທັງຫມົດ ຊາວເຈັດ ຕົວ ທີ່ ເພິ່ນ ໃຊ້ ເປັນ ທາງການ ຄື ກ ຂ ຄ ງ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ຣ ລ ວ ຫ ອ ຮ
  • ກຸ່ມ ໒ ຫມາຍເຖິງ ກຸ່ມ ຂອງ ຈໍາພວກ ພຍັນຊນະ[ພະ-ຍັນ-ຊະ-ນະ] ເຟື້ອງ ສີ່ ຕົວ ຄື ຕົວຍໍ ເຟື້ອງ ( ◌ຽ ) ຕົວຫນໍ ເຟື້ອງ ( ໜ ) ຕົວຫມໍ ເຟື້ອງ ( ໝ ) ເເລະ ຕົວລໍ ເຟື້ອງ ( ◌ຼ ) ທີ່ ເພິ່ນ ເຊົາ ໃຊ້ ເເລ້ວ ເເລະ ຍັງ ເຫລືອ ພຽງເເຕ່ ຕົວຍໍ ເຟື້ອງ ຕົວ ດຽວ ( ◌ຽ ) ທີ່ ເພິ່ນ ໃຊ້ ປະສົມ ກັບ ສຣະ ປ່ຽວ ເພື່ອ ໃຫ້ ໄດ້ ສຽງ ຂອງ ສຣະ ຕາມ ຄວາມຕ້ອງການ ໃນ ພາສາ ລາວ ສ່ວນ ຕົວເຟື້ອງ ທັງ ສາມ ທີ່ ເຫລືອ ຢູ່ ນັ້ນ ເພິ່ນ ໃຊ້ ປະ ໄວ້ ເພື່ອ ລອກກ່າຍ ເອກສານ[ເອກ-ກະ-ສານ] ອັນ ເກົ່າ ທີ່ ຂຽນ ດ້ວຍ ຈໍາພວກ ຕົວເຟື້ອງ ເຫລົ່ານີ້

    ການຂຽນ ຕົວເຟື້ອງ ປົນ ກັບ ຕົວ ພຍັນຊນະ[ພະ-ຍັນ-ຊະ-ນະ] ຊາວເຈັດ ຕົວ ນີ້ ພາ ໃຫ້ ການລຽນ ລໍາດັບ ສໍ້ສົນ ກັນ ຂຶ້ນ ຕື່ມ ເປັນ ຮ້ອຍ ເທົ່າ ດັ່ງ ຕົວຢ່າງ ວ່າ ເຮົາ ຈະ ລຽນ “ຫນານຜັກ” ກັບ “ໜານຜັກ” ໃນ ວັຈນານຸກົມ[ວັດ-ຈະ-ນະ-ນຸ-ກົມ] ຢ່າງໃດ ກັນ ເເທ້ ( ເບິ່ງ ການອະທິບາຍ ໃນ ບົດຄວາມ ພຍັນຊນະ ປະສົມ )
  • ກຸ່ມ ໓ ຫມາຍເຖິງ ຈໍາພວກ ສຣະ ປ່ຽວ ສິບເອັດ ຕົວ ຄື ◌ະ ◌າ ◌ິ ◌ີ ◌ຸ ◌ູ ເ◌ ໂ◌ ◌ໍ ໄ◌ ໃ◌ ທີ່ ເພິ່ນ ໃຊ້ ປະສົມ ກັບ ອັດທະສຣະ ເພື່ອ ໃຫ້ ໄດ້ ຈໍານວນ ສຽງ ຂອງ ສຣະ ຕາມ ຄວາມຕ້ອງການ
  • ກຸ່ມ ໔ ຫມາຍເຖິງ ກຸ່ມ ຂອງ ຈໍາພວກ ໄມ້ຍຸດ ທັງ ສອງ ຄື ໄມ້ກັນ ( ◌ັ ) ກັບ ໄມ້ກົງ ( ◌ົ ) ຊຶ່ງ ຄໍາ ຍຸດ ມາ ຈາກ ເຄົ້າ ບາລີ ຍຸຕຕະ[Yutta] ນັ້ນເອງ ທີ່ ເເປວ່າ ຜູກ ຫລື ມັດ ໃສ່ ກໍ້າເທິງ ຂອງ ພຍັນຊນະ[ພະ-ຍັນ-ຊະ-ນະ] ເຫມືອນ ດັ່ງ ດຽວ ກັບ ວັນນະຍຸດ ນັ້ນເອງ

    ເພິ່ນ ໄດ້ ຕື່ມ ໄມ້ ທັງ ສອງ ນີ້ ເຂົ້າ ໃຫມ່ ໃສ່ ຈໍາພວກ ອັກຂຣະ ລາວ ທັງຫມົດ ເພື່ອ ໃຊ້ ປະສົມ ກັບ ຈໍາພວກ ສຣະ ປ່ຽວ ດັ່ງ ທີ່ ທ່ານ ຈະ ເຫັນ ໃນ ບັ້ນ ສຣະ ດ້ວຍເຫດນີ້ ຂ້າພະເຈົ້າ ຈຶ່ງ ໄດ້ ຕັ້ງ ຊື່ ກຸ່ມ ໃຫ້ ມັນ ທີ່ ຮຽກ ວ່າ ກຸ່ມ ໄມ້ຍຸດ ເພາະວ່າ ທາງ ກົມ ວັນນະຄະດີ ລາວ ບໍ່ ໄດ້ ໃສ່ ຊື່ ກຸ່ມ ໃຫ້ ໄມ້ ທັງ ສອງ ນີ້ ປະການໃດ ທັງສິ້ນ ທັງນີ້ ກໍ ເພືື່ອ ເເນ ໃສ່ ການຈັດ ລໍາດັບ ອັກຂຣະ ລາວ ຕ່າງ ໆ ນັ້ນເອງ
  • ກຸ່ມ ໕ ເປັນ ກຸ່ມ ຂອງ ວັນນະຍຸດ ທັງ ສີ່ ຄື ◌່ ◌້ ◌໊ ◌໋ ສ່ວນ ໄມ້ທັນທະຄາດ ນັ້ນ ( ◌໌ ) ຊຶ່ງ ຄົນລາວ ມັກ ຮຽກ ໄມ້ກາຣັນ ( ສັນສ. ກາຣັນຕະ ) ເພິ່ນ ໃຊ້ ໄວ້ ລອກກ່າຍ ເອກສານ[ເອກ-ກະ-ສານ] ອັນ ເກົ່າເເກ່ ຢ່າງ ດຽວ ຍ້ອນວ່າ ເຮົາ ບໍ່ ສາມາດ ອ່ານ ພຍັນຊນະ[ພະ-ຍັນ-ຊະ-ນະ] ລາວ ໂດຍ ລໍາພັງ ດ້ວຍເຫດນີ້ ຈຶ່ງ ບໍ່ ຈໍາເປັນ ທີ່ ຈະ ໃຊ້ ໄມ້ທັນທະຄາດ ໃນ ການຂີດຂຽນ ພາສາ ລາວ ອີກ ຕໍ່ໄປ ອີກປະການນຶ່ງ ໄມ້ທັນທະຄາດ ບໍ່ ມີ ໃນ ຫລັກ ໄວຍາກອນ ຂອງ ກົມ ວັນນະຄະດີ ລາວ

    ໂດຍ ລໍາພັງ ຫມາຍຄວາມວ່າ ເຮົາ ຈະ ອ່ານ ພຍັນຊນະ[ພະ-ຍັນ-ຊະ-ນະ] ລາວ ພຽງ ຕົວ ດຽວ ເເບບ ໄຮ້ ສຣະ ຫລື ໄມ້ສະກົດ ຂອງ ເເມ່ທັງເເປດ ມັນ ຈະ ບໍ່ ມີ ສຽງໃດ ທັງສິ້ນ ເຫມືອນ ດັ່ງ ດຽວ ກັບ ການອ່ານ ສຣະ ໂດຍ ລໍາພັງ ກໍ ຈະ ບໍ່ ເປັນ ຖ້ອຍຄໍາ ໄດ້ ດັ່ງ ຕົວຢ່າງ ປໂຍກ[ປະ-ໂຫຍກ] “ເຂືອ ໄປ ໃສ” ຖ້າ ຂຽນ ຄໍາ ເຫລົ່ານີ້ ໄຮ້ ສຣະ ກໍ ຈະ ມີ ພຽງ ພຍັນຊນະ[ພະ-ຍັນ-ຊະ-ນະ] “ຂ ປ ສ” ດັ່ງ ດຽວ ກັນ ກັບ ສຣະ ປາສຈາກ ພຍັນຊນະ[ພະ-ຍັນ-ຊະ-ນະ] ກໍ ຈະ ມີ ພຽງເເຕ່ ສຣະ ເ◌ືອ ໄ◌ ໃ◌

    ດ້ວຍເຫດນີ້ ຂ້າພະເຈົ້າ ຈິ່ງ ຂຽນ “ຕົວຍໍ ຕົວຂໍ” ດັ່ງນີ້ ຕໍ່ ໆ ໄປ ເເທນທີ່ ຈະ ຂຽນ “ຕົວ ຍ” ທີ່ ໄຮ້ ສຣະອໍ ທັງນີ້ ກໍ ເພື່ອ ໃຫ້ ສອດຄ່ອງ ກັບ ສິ່ງ ທີ່ ໄດ້ ກ່າວ ມາ ເເລ້ວ ນັ້ນເອງ
  • ກຸ່ມ ໖ ບັນຈຸ ຈໍາພວກ ຕົວເລກ ທີ່ ມີ ຢູ່ ສິບ ຕົວ ຄື ໐ ໑ ໒ ໓ ໔ ໕ ໖ ໗ ໘ ໙ ເເປວ່າ ຄົນລາວ ໃຊ້ ເລກ ຖານສິບ (fr. base décimale) ມາ ເເຕ່ ໃດ ໆ ເເລ້ວ

    ຂເມນ[ຂະ-ເຫມນ] ໃຊ້ ເລກ ຖານຫົກ ເພາະວ່າ ເຂົາ ນັບ ເລກຫົກ ວ່າ ຫ້ານຶ່ງ ເລກເຈັດ ວ່າ ຫ້າສອງ ເເປດ ວ່າ ຫ້າສາມ ເກົ້າ ວ່າ ຫ້າສີ່ ດັ່ງນີ້ ເເລະ ພວກຂ້າ ດົງ ບໍຣິເວນ ກໍ ນັບ ເເບບ ດຽວ ກັນ ກັບ ພວກ ຂເມນ
ຫມາຍຄວາມວ່າ ຣະບົບ ສັງຂຍາ[ສັງ-ຂະ-ຫຍາ] ຂອງ ຂເມນ ບໍ່ ສົມບູນເເບບ ເຫມືອນດັ່ງ ຣະບົບ ສັງຂຍາ ຂອງ ລາວ ຊຶ່ງ ເປັນ ຫນ້າ ເສັຽດາຍ ທີ່ ເພິ່ນ ບໍ່ ສົ່ງເສີມ ການຮຽນ ເເລະ ການຂີດຂຽນ ພາສາ ລາວ ໃຫ້ ດີ ຂຶ້ນ ເເລະ ສິ່ງ ທີ່ ເຮົາ ເຫັນ ເພິ່ນ ເຮັດ ກັນ ຄູ່ ມື້ນີ້ ກໍ ມີ ເເຕ່ ການຜ່ອນ ການລົດ ຈໍານວນ ເເລະ ຄຸນພາບ[ຄຸນ-ນະ-ພາບ] ຂອງ ຫນັງສື ລາວ ເເຕ່ ຢ່າງ ດຽວ ( ເເທນທີ່ ຈະ ພັທນາ[ພັດ-ທະ-ນາ] ມັນ ຂຶ້ນ ) ຍິ່ງ ໄປ ກວ່າ ນັ້ນ ເພິ່ນ ກັບ ຫັນ ມາ ສົ່ງເສີມ ການຮຽນ ພາສາ ເເກວ ໃຫ້ ຫລາຍ ຂຶ້ນ ໃນ ປະເທດ ລາວ ເເລະ ດ້ວຍ ຈຸດປະສົງ ອັນໃດ ກັນ ເເທ້ ?

ສັງຂຍາ ຫມາຍເຖິງ ການໃຊ້ ເເລະ ການຂຽນ ເລກ ໃຫ້ ເປັນ ຈໍານວນ ເເລະ ເປັນ ລໍາດັບ ໃນ ຖານໃດ ຖານນຶ່ງ ຊຶ່ງ ຖານ ດັ່ງກ່າວ ນັ້ນ ຕາມ ທີ່ຈິງ ເເລ້ວ ຈະ ເປັນ ຖານສິບ ສເມີ[ສະ-ເຫມີ] ( ຝຣັ່ງ. Base 10 )

  • ກຸ່ມ ໗ ເປັນ ກຸ່ມ ຂອງ ຈໍາພວກ ເຄື່ອງຫມາຍ ຕ່າງ ໆ ທີ່ ຄົນລາວ ໃຊ້ ໃນ ການຂີດຂຽນ ເເຕ່ ຂ້າພະເຈົ້າ ຈະ ບໍ່ ກ່າວ ຢ່າງ ລະອຽດ ໃນ ບັ້ນ ນີ້
  • ກຸ່ມ ໘ ຫມາຍເຖິງ ກຸ່ມ ຂອງ ຈໍາພວກ ອັກຂຣະ[ອັກ-ຂະ-ຫຣະ] ທີ່ ບັນຈຸ ໃນ ກຸ່ມໃດ ກຸ່ມນຶ່ງ ຢູ່ ເເລ້ວ ເເລະ ກຸ່ມ ນີ້ ຂ້າພະເຈົ້າ ຮຽກ ວ່າ ກຸ່ມ ອັດທະສຣະ ທີ່ ມີ ຢູ່ ຫົກ ຕົວ ຄື ຕົວວໍ ( ວ ) ຕົວອໍ ( ອ ) ຍໍ ເຟື້ອງ ( ຽ ) ລໍ ເຟື້ອງ ( ◌ຼ ) ໄມ້ກັນ ( ◌ັ ) ເເລະ ໄມ້ກົງ ( ◌ົ ) ຊຶ່ງ ຄໍາ ອັດທະ ມາ ຈາກ ພາສາ ບາລີ ອັທທະ[aḍḍha] ເເລະ ເເປວ່າ ເຄິ່ງນຶ່ງ ຫມາຍຄວາມວ່າ ເປັນ ທັງ ສຣະ ເເລະ ເປັນ ທັງ ພຍັນຊນະ[ພະ-ຍັນ-ຊະ-ນະ] ນັ້ນເອງ ( ເບິ່ງ ຄວາມຫມາຍ ຂອງ ຄໍາ ອັດທະສຣະ || Semi-voyelles / Semivowels )

ຣູປຕາ ໑
ຍ* : ຕົວຍໍ ບໍ່ ສາມາດ ຈະ ໃຊ້ ເເທນ ສຽງ ໄອ ໄດ້ ຍ້ອນ ໄມ້ໄອ ( ◌ັຍ ) ບໍ່ ມີ
ຫລື ຈະ ໃຊ້ ເປັນ ຕົວສະກົດ ພິເສດ ເເທນ ສຽງໄອ ກໍ ບໍ່ ໄດ້ ເຫມືອນ ກັນ
ດັ່ງ ສີວິລັຍ ເເລະ ອະພັຍໂທດ[ອະ-ໄພ-ຍະ-ໂທດ] ເປັນຕົ້ນ

  • ກຸ່ມ ໙ ຫມາຍເຖິງ ກຸ່ມ ຂອງ ຈໍາພວກ ອັກຂຣະ ທີ່ ບັນຈຸ ໃນ ກຸ່ມໃດ ກຸ່ມນຶ່ງ ຢູ່ ເເລ້ວ ເເລະ ກຸ່ມ ນີ້ ຫມາຍເຖິງ ກຸ່ມ ຂອງ ຈໍາພວກ ພຍັນຊນະ[ພະ-ຍັນ-ຊະ-ນະ] ທີ່ ໃຊ້ ເປັນ ຕົວສະກົດ ຊຶ່ງ ຄົນລາວ ນິຍົມ ກັນ ຮຽກ ວ່າ ຕົວສະກົດ ທັງ ເເປດ ຄື ກ ງ ຍ ດ ນ ບ ມ ວ ທີ່ ປະກອບ ເປັນ ເເມ່ທັງເເປດ ນັ້ນເອງ ຄື ເເມ່ກັກ ເເມ່ກັງ ເເມ່ກາຍ ເເມ່ກັດ ເເມ່ກັນ ເເມ່ກັບ ເເມ່ກັມ ເເລະ ເເມ່ກາວ
  • ກຸ່ມ ໑໐ ຫມາຍເຖິງ ກຸ່ມ ຂອງ ຈໍາພວກ ອັກຂຣະ ທີ່ ບັນຈຸ ໃນ ກຸ່ມໃດ ກຸ່ມນຶ່ງ ຢູ່ ເເລ້ວ ເເລະ ກຸ່ມ ນີ້ ຫມາຍເຖິງ ກຸ່ມ ຂອງ ຈໍາພວກ ພຍັນຊນະ[ພະ-ຍັນ-ຊະ-ນະ] ທີ່ ໃຊ້ ເປັນ ຕົວສະກົດ ກາງ ຄໍາ ເທົ່ານັ້ນ ຄື ກ ຂ ຄ ສ ຊ ຍ ຕ ຖ ທ ນ ບ ປ ພ ຟ ມ ຣ ລ ຊຶ່ງ ມີ ຢູ່ ດ້ວຍກັນ ສິບເຈັດ ຕົວ ເເລະ ພາຍໃນ ພຍັນຊນະ[ພະ-ຍັນ-ຊະ-ນະ] ຈໍາພວກ ນີ້ ກໍ ມີ ພຍັນຊນະ ທີ່ ເປັນ ຕົວສະກົດ ມາຕຖານ[ມາດ-ຕະ-ຖານ] ຢູ່ ເເລ້ວ ຄື ກ ຍ ນ ບ ມ
    • ກຸ່ມ ໑໐ ນີ້ ເພິ່ນ ຮຽກ “ຕົວສະກົດ ພິເສດ” ທັງນີ້ ກໍ ເນື່ອງ ຈາກ ການ ທີ່ ຕົວສະກົດ ເຫລົ່ານີ້ ສາມາດ ເປັນ ທັງ ຕົວສະກົດ ເເລະ ເປັນ ທັງ ພຍາງຕົ້ນ ຂອງ ພຍາງ ຕໍ່ໄປ ອີກດ້ວຍ

ສ່ວນ ທີ່ ຍັງ ບໍ່ ເເຈ່ມເເຈ້ງ ດີ ນັ້ນ ກໍ ຍັງ ເຫລືອ ພຽງ ການອະທິບາຍ ກ່ຽວກັບ ຈໍາພວກ ສຣະ ປະສົມ ເທົ່ານັ້ນ ເອງ ຈຶ່ງ ຂໍ ໃຫ້ ທ່ານ ຊອມ ເບິ່ງ ບົດຄວາມ ກ່ຽວກັບ ເຣື່ອງ ນີ້ ພາຍຫລັງ

ຕາມ ທີ່ຈິງ ເເລ້ວ ກຸ່ມ ອັກຂຣະ ລາວ ທັງຫມົດ ມີ ພຽງ ເຈັດ ກຸ່ມ ເທົ່ານັ້ນ ເພາະວ່າ ກຸ່ມ ທັງ ສາມ ສຸດທ້າຍ ເປັນ ກຸ່ມ ທີ່ ເພິ່ນ ໄດ້ ເລືອກ ເອົາ ຈໍາພວກ ອັກຂຣະ ຫລື ອັກສອນ ຈາກ ກຸ່ມ ອື່ນ ທີ່ ມີ ຢູ່ ເເລ້ວ ມາ ທ້ອນ ໃສ່ ກັນ ໃຫມ່

ຄໍາອະທິບາຍ || Explication / Explanation
ເພິ່ນ ຮຽກ ຕົວສະກົດ ພິເສດ ກໍ ເນື່ອງ ຈາກ ວ່າ ຕົວສະກົດ ຈໍາພວກ ນີ້ ກໍ ເປັນ ຕົວສະກົດ ເຊັ່ນ ດຽວ ກັນ ກັບ ຕົວສະກົດ ໃນ ເເມ່ທັງເເປດ ນັ້ນເອງ ເເຕ່ ຫນ້າທີ່ ຂອງ ມັນ ຈະ ມີ ຄວາມເເຕກຕ່າງ ກັບ ຫນ້າທີ່ ຂອງ ຕົວສະກົດ ຂອງ ເເມ່ທັງເເປດ ທີ່ ເຮົາ ສາມາດ ກົດ ໃສ່ ທ້າຍ ພຍາງ ທີ່ ຢູ່ ກາງ ຄໍາ ນຶ່ງ ເເລະ ສາມາດ ກົດ ໃສ່ ທ້າຍ ພຍາງ ທີ່ ຢູ່ ທ້າຍ ຄໍາ ອີກ ນຶ່ງ ສ່ວນ ຕົວສະກົດ ພິເສດ ນີ້ ເຮົາ ສາມາດ ກົດ ໃສ່ ພຽງເເຕ່ ທ້າຍ ພຍາງ ທີ່ ຢູ່ ກາງ ຄໍາ ຢ່າງ ດຽວ ເເລະ ພ້ອມ ໆ ດຽວ ກັນ ນັ້ນ ຕົວສະກົດ ພິເສດ ເຫລົ່ານີ້ ຍັງ ຈະ ເປັນ ອີກ ພຍາງ ນຶ່ງ ຕ່າງຫາກ ຂອງ ພຍາງ ທີ່ ຕໍ່ ຈາກ ຕົວສະກົດ ພິເສດ ນີ້ເອງ ສລຸບ ເເລ້ວ ຕົວສະກົດ ພິເສດ ເປັນ ທັງ ຕົວສະກົດ ( ກາງ ຄໍາ ) ເເລະ ເປັນ ທັງ ພຍາງຫນ້າ ຂອງ ພຍາງ ຕໍ່ໄປ ( ທີ່ ຕິດ ກັບ ຕົວ ມັນເອງ ຄື ຕົວສະກົດ ພິເສດ ກ່ຽວຂ້ອງ )

  • ຕົວສະກົດ ພິເສດ ເປັນ ທັງ
    • ຕົວສະກົດ ກາງ ຄໍາ ຂອງ ຄໍາ ທີ່ ມີ ພຍາງ ສອງ ພຍາງ ຂຶ້ນ ໄປ
    • ພຍາງຫນ້າ ຂອງ ພຍາງ ທີ່ ຕໍ່ ຈາກ ຕົວ ຂອງ ມັນເອງ

      ເເລະ ການອ່ານ ພຍາງ ທີ່ ເປັນ ຕົວສະກົດ ພິເສດ ຈະ ຕ້ອງ ອ່ານ ອອກ ສຽງ ໄວ ໆ ຄື ອ່ານ ບໍ່ ໃຫ້ ເຕັມ ຄໍາປາກ ປານໃດ

ຕົວຢ່າງ ການຂຽນ ເເລະ ການອ່ານ || Exemples / Samples
ການຂຽນ ຕົວສະກົດ ພິເສດ ຈະ ຂຽນ ເຫມືອນ ຕົວສະກົດ ທັມມະດາ ປາສຈາກ ສຣະອະ ( ◌ະ ) ເເຕ່ວ່າ ການອ່ານ ຈະ ຕ້ອງ ອ່ານ ເປັນ ທັງ ຕົວສະກົດ ເເລະ ເປັນ ທັງ ພຍາງ ທີ່ ສົມມຸດ ປະກອບ ດ້ວຍ ສຣະອະ ເເຕ່ ບໍ່ ມີ ສຣະອະ ດັ່ງ “ສາສນາ” ຕ້ອງ ອ່ານ “ສາດ-ສະ-ຫນາ” ຊຶ່ງ “ສາສນາ” ສະກົດ ດ້ວຍ ຕົວສໍ ຢູ່ ກາງ ຄໍາ ເເລະ ຕົວສໍ ນີ້ ກໍ ເປັນ ພຍາງ ນຶ່ງ ອີກ ທີ່ ອ່ານ ເປັນ “ສະ” ເເລະ ທີ່ ເພິ່ນ ບໍ່ ກົດ ສຣະອະ ໃສ່ ທ້າຍ ຕົວສໍ ຢ່າງ ເດັດຂາດ

ຣູປຕາ ໓

ຈໍາພວກ ພຍາງ ທີ່ ສະກົດ ດ້ວຍ ຕົວສະກົດ ພິເສດ ຈະ ຖືກ ຂຽນ ເປັນ ຕົວຢ່າງ ໄວ້ ໂດຍ ສັງເຂບ ດັ່ງ ຂ້າງລຸ່ມ ນີ້ ( ປາສຈາກ ສຣະອະ ) ຄື

  • ຕົວ ທີ່ ຂຽນ ເເລະ ອ່ານ ເຫມືອນ ຕົວກໍ ( ກ ) ສະກົດ
    • ກ ດັ່ງ ປົກຕິ[ປົກ-ກະ-ຕິ] ເອກພາບ[ເອກ-ກະ-ພາບ] ເອກຣາດ[ເອກ-ກະ-ຣາດ]
    • ຂ ດັ່ງ ສຸຂພາບ[ສຸກ-ຂະ-ພາບ] ທຸຂເວທນາ[ທຸກ-ຂະ-ເວດ-ທະ-ນາ]
    • ຄ ດັ່ງ ອັຄມະເຫສີ[ອັກ-ຄະ-ມະ-ເຫ-ສີ] ອັຄຣາຊທູດ[ອັກ-ຄະ-ຣາດ-ຊະ-ທູດ]
  • ຕົວ ທີ່ ຂຽນ ເເລະ ອ່ານ ເຫມືອນ ຕົວຍໍ ( ຍ ) ສະກົດ
    • ກ ດັ່ງ ກາຍກັມ[ກາຍ-ຍະ-ກໍາ]
    • ຫ ດັ່ງ ຫາຍນະ[ຫາຍ-ຍະ-ນະ]
      • ເເຕ່ ເພິ່ນ ຈະ ບໍ່ ຂຽນ ອະພັຍໂທດ[ອະ-ໄພ-ຍະ-ໂທດ] ອະວັຍວະ[ອະ-ໄວ-ຍະ-ວະ] ຫລື ອັຍການ[ໄອ-ຍະ-ການ] ດັ່ງນີ້ ເປັນຕົ້ນ ເພາະວ່າ ໄມ້ໄອ ( ◌ັຍ ) ບໍ່ ມີ ໃນ ໄວຍາກອນ ຫລັກນີ້ ດ້ວຍເຫດນີ້ ເພິ່ນ ຈຶ່ງ ຮຽກ ເເມ່ກາຍ ເເລະ ກໍ ບໍ່ ເເມ່ນ ເເມ່ກັຍ ( ສີວິລັຍ ກໍ ບໍ່ ຂຽນ ເຫມືອນກັນ )
  • ຕົວ ທີ່ ຂຽນ ເເລະ ທີ່ ອ່ານ ເຫມືອນ ຕົວດໍ ( ດ ) ສະກົດ
    • ຈ ດັ່ງ ກິຈການ[ກິດ-ຈະ-ການ] ວັຈນານຸກົມ[ວັດ-ຈະ-ນາ-ນຸ-ກົມ]
    • ສ ດັ່ງ ສິລທັມ[ສິນ-ລະ-ທໍາ] ( ຖ້າ ຂຽນ ສິນທັມ ກໍ ໃຫ້ ອ່ານ “ສິນ-ທໍາ” ລ້າ ໆ ) ທັສນະ[ທັດ-ສະ-ນະ] ປະເທສຣາດ[ປະ-ເທດ-ສະ-ຣາດ] ວາສນາ[ວາດ-ສະ-ຫນາ]
    • ຊ ດັ່ງ ຣາຊການ[ຣາດ-ຊະ-ການ] ຣາຊໂອງການ[ຣາດ-ຊະ-ໂອງ-ການ]
    • ຕ ດັ່ງ ຈິຕສາດ[ຈິດ-ຕະ-ສາດ] ຈິຕວິທຍາ[ຈິດ-ຕະ-ວິດ-ທະ-ຍາ] ອະດີຕການ[ອະ-ດີດ-ຕະ-ການ] ສຣີສັຕນາກ[ສຣີ-ສັດ-ຕະ-ນາກ] ຊຶ່ງ ຄໍາ ນີ້ ມາ ຈາກ ຄໍາ ບາລີ ສະຕະ ທີ່ ເເປ ວ່າ 100 (ຣ້ອຍ) ຄັນ ເຮົາ ຂຽນ ສຣີສັດຕະນາກ ກໍ ຫມາຍຄວາມວ່າ ສັດຕະ ຄໍາ ນີ້ ມາ ຈາກ ຄໍາ ບາລີ ສັຕຕະ ທີ່ ເເປ ວ່າ ເຈັດ ດ້ວຍເຫດນີ້ ການຂຽນ ຕາມ ສຽງ ຈະ ພາ ໃຫ້ ຄົນ ເຮົາ ເຂົ້າໃຈ ຜິດຜ້ຽນ ໄປ ຫມົດ ຈົນ ໄປ ເຖິງ ການທໍາລາຍ ພາສາ ຊາດ ຂອງ ຕົນ ນັ້ນເອງ
    • ຖ ດັ່ງ ຣັຖສາດ[ຣັດ-ຖະ-ສາດ] ຣັຖບານ[ຣັດ-ຖະ-ບານ]
    • ທ ດັ່ງ ມັທຍົມ[ມັດ-ທະ-ຍົມ] ພຸທສາສນາ[ພຸດ-ທະ-ສາດ-ສະ-ຫນາ] ວິທຍາສາດ[ວິດ-ທະ-ຍາ-ສາດ] ວິທຍາໄລ[ວິດ-ທະ-ຍາ-ໄລ]
  • ຕົວ ທີ່ ຂຽນ ເເລະ ທີ່ ອ່ານ ເຫມືອນ ຕົວນໍ ( ນ ) ສະກົດ
    • ຣ ດັ່ງ ສັຣເສີນ[ສັນ-ຣະ-ເສີນ] ສວັຣຄົດ[ສະ-ຫວັນ-ຣະ-ຄົດ] ພັຣຍາ[ພັນ-ຣະ-ຍາ] ຕາມ ທີ່ຈິງ ເເລ້ວ ເຮົາ ຄວນ ຂຽນ ຄໍາ ນີ້ ຕາມ ເຄົ້າ ບາລີ ຄື ພະຣິຍາ
    • ລ ດັ່ງ ສິລປະ[ສິນ-ລະ-ປະ] ພົລເມືອງ[ພົນ-ລະ-ເມືອງ] ພົລເຮືອນ[ພົນ-ລະ-ເຮືອນ]
  • ຕົວ ທີ່ ຂຽນ ເເລະ ທີ່ ອ່ານ ເຫມືອນ ຕົວບໍ ( ບ ) ສະກົດ
    • ປ ດັ່ງ ບາປກັມ[ບາບ-ປະ-ກັມ] ອັປໂຍດ[ອັບ-ປະ-ໂຫຍດ] ອຸປນິໄສ[ອຸບ-ປະ-ນິ-ໄສ]
    • ພ ດັ່ງ ສັພນາມ[ສັບ-ພະ-ນາມ] ທິພສົມບັດ[ທິບ-ພະ-ສົມ-ບັດ] ເທພເຈົ້າ[ເທບ-ພະ-ເຈົ້າ] ບຸພບົດ[ບຸບ-ພະ-ບົດ] ພາພຍົນ[ພາບ-ພະ-ຍົນ]
    • ຟ ດັ່ງ ອັຟຄານິສະຕານ[ອັບ-ຟະ-ຄາ-ນິ-ສະ-ຕານ]
  • ຕົວ ທີ່ ຂຽນ ເເລະ ທີ່ ອ່ານ ເຫມືອນ ຕົວມໍ ( ມ ) ສະກົດ
    • ຕົວມໍ ເອງ ດັ່ງ ຄົມນາຄົມ[ຄົມ-ມະ-ນາ-ຄົມ] ສັມເນນ[ສໍາ-ມະ-ເນນ] ນາມຍົດ[ນາມ-ມະ-ຍົດ]
  • ຕົວ ທີ່ ຂຽນ ເເລະ ທີ່ ອ່ານ ເຫມືອນ ຕົວນໍ ( ນ ) ສະກົດ
    • ຕົວນໍ ເອງ ດັ່ງ ຊົນບົດ[ຊົນ-ນະ-ບົດ] ປັດຈຸບັນການ[ປັດ-ຈຸ-ບັນ-ນະ-ການ]
ຫມາຍເຫດ || Nota bene ຕົວຍໍ ຫລື ພຍັນຊນະ ຍໍ ( ຍ ) ບໍ່ ເປັນ ຕົວສະກົດ ພິເສດ ເເລະ ກໍ ບໍ່ ເປັນ ຕົວສະກົດ ທັມມະດາ ສະເພາະ ໄມ້ໄອ ( ◌ັຍ ) ປະການໃດ ທັງສິ້ນ ເນື່ອງຈາກວ່າ ເເມ່ກາຍ ບໍ່ ມີ ໄມ້ໄອ ( ັຍ ) ນັ້ນເອງ ເພິ່ນ ຈິ່ງ ຮຽກ ເເມ່ກາຍ ຊຶ່ງ ຫມາຍເຖິງ ໄມ້ ທໍາອິດ ຂອງ ເເມ່ ນີ້ ປະກອບ ກັບ ຕົວກໍ ( ກ ) ເພື່ອ ຕັ້ງ ເປັນ ຊື່ ໃນ ຄໍາ ວ່າ ເເມ່ກາຍ ( ◌ກ◌+◌າຍ ) ດ້ວຍເຫດນີ້ ເພິ່ນ ຈຶ່ງ ບໍ່ ຂຽນ ວິທຍາລັຍ ອະວັຍວະ ເປັນຕົ້ນ ທັງນີ້ ກໍ ເນື່ອງ ຈາກ ເຫດຜົນ ທີ່ ໄດ້ ກ່າວ ມາ ນີ້ເອງ ຈຶ່ງ ຂໍ ໃຫ້ ເຂົ້າໃຈ ໄປ ໃນ ທໍານອງ ນີ້

ສິ່ງ ສໍາຄັນ ທີ່ ເຮົາ ຄວນ ຮູ້ ກໍ ຄື ການຂຽນ ເເບບ ພຍາ[ພະ-ຍາ] ພູມີ ວົງວິຈິດ ພາ ໃຫ້ ຕົວສະກົດ ພິເສດ ສິ້ນສຸດ ລົງ ສະນັ້ນ ເມື່ອ ທ່ານ ຂຽນ ຫນັງສື ໃນ ເມືອງລາວ ທ່ານ ຕ້ອງ ຂຽນ ເເບບ ການອ່ານ ຫລື ໂຕ ທີ່ ຢູ່ ໃນ ເຄື່ອງຫມາຍ ອັນນີ້ ຄື [x] ເເຕ່ ປາສຈາກ ເຄື່ອງຫມາຍ “-” ເເຕ່ຫາກວ່າ ທ່ານ ຈະ ຂຽນ ຄໍາ ທັງ ສອງ ນີ້ ເເນວໃດ ? ຄັນ ບໍ່ ໃຊ້ ຕົວສະກົດ ພິເສດ

  • ສຣີສັຕນາກ[ສຣີ-ສັດ-ຕະ-ນາກ] ທີ່ ຂຽນ ດ້ວຍ ຕົວສະກົດ ພິເສດ ຕົວຕໍ (ສະຕະ+ນາຄະ ເເປ ວ່າ ນາກ ໑໐໐ ໂຕ)
  • ສຣີສັດຕະນາກ (ສັຕຕະ+ນາຄະ ເເປ ວ່າ ນາກ ໗ ໂຕ)

ດ້ວຍເຫດນີ້ ຖ້າ ເຮົາ ຮູ້ຈັກ ຂຽນ ຕາມ ຫລັກ ຂອງ ກົມ ວັນນະຄະດີ ລາວ ເຮົາ ກໍ ຈະ ຮູ້ຈັກ ຂຽນ ຕາມ ສຽງ ເເລະ ຕາມໃຈ ໄດ້ ງ່າຍດາຍ ນັ້ນ ເເລ

“ຕາມໃຈ” ຫມາຍເຖິງ ການຂີດຂຽນ ທີ່ ບໍ່ ມີ ໄວຍາກອນ ຕັ້ງ ເປັນ ຫລັກ ຢ່າງ ລະອຽດ ດັ່ງນັ້ນ ການຂຽນ ດັ່ງກ່າວ ກໍ ຈະ ຮຽກ ວ່າ ການຂຽນ ຕາມໃຈ ທັງນັ້ນ ເເລະ ຢ່າລືມ ວ່າ ໄວຍາກອນ ບໍ່ ມີ ພຽງເເຕ່ ອັກຂຣະວິທີ ຢ່າງ ດຽວ


ຫລັກ ການອ່ານ || Règle de lecture / Lecture rule
ການອ່ານ ຄໍາ ທີ່ ປະກອບ ດ້ວຍ ຕົວສະກົດ ພິເສດ ກໍ ເເຕກຕ່າງ ກັນ ພຽງ ເລັກນ້ອຍ ກັບ ການອ່ານ ຄໍາ ທີ່ ປະກອບ ດ້ວຍ ພຍັນຊນະ ຈູງ ດັ່ງ ຕໍ່ໄປ ນີ້ ຄື ຕົວ ທີ່ ອ່ານ ເເບບ ທັມມະດາ ເເລະ ຕົວ ທີ່ ອ່ານ ເເບບ ພຍັນຊນະ ຈູງ

ຕົວ ທີ່ ອ່ານ ເເບບ ທັມມະດາ
ຫມາຍເຖິງ ພຍາງ ຫລັງ ຂອງ ຕົວສະກົດ ພິເສດ ທີ່ ຈະ ຕ້ອງ ອອກ ສຽງ ເດີມ ຕາມ ການ ທີ່ ໄດ້ ຂຽນ ໄວ້ ດັ່ງນີ້ ຄື
  • “ອຸປຣາດ” ຕ້ອງ ອ່ານ [ອຸບ-ປະ-ຣາດ] ເເລະ ກໍ ບໍ່ ອ່ານ ອອກສຽງ [ອຸບ-ປະ-ຫລາດ] ເຫມືອນດັ່ງ ພຍັນຊນະ ຈູງ ຊຶ່ງ ຄໍາ ອຸປຣາດ ມີ ສາມ ພຍາງ ( ຈະ ບໍ່ ອ່ານ ເປັນ [ອຸ-ປຣາດ] ເດັດຂາດ )
  • “ອິສຣະ” ຕ້ອງ ອ່ານ [ອິດ-ສະ-ຫຣະ] ເເລະ ກໍ ບໍ່ ອ່ານ ອອກສຽງ [ອິດ-ສະ-ຫລະ] ເຫມືອນດັ່ງ ພຍັນຊນະ ຈູງ “ສຣະ[ສະ-ຫລະ]” ຊຶ່ງ ຄໍາ ອິສຣະ ມີ ສາມ ພຍາງ

ຕົວ ທີ່ ອ່ານ ເເບບ ພຍັນຊນະ ຈູງ ໃນ ກຸ່ມ ຫມວດຂໍ
ຫມາຍເຖິງ ພຍາງຫລັງ ຂອງ ຕົວສະກົດ ພິເສດ ທີ່ ຈະ ຕ້ອງ ອອກສຽງ ໃຫ້ ເປັນ ສຽງສູງ ດັ່ງນີ້ ຄື

  • “ສັກຣາດ” ຕ້ອງ ອ່ານ ພຍາງ ທ້າຍ ໃຫ້ ເປັນ ສຽງສູງ ຄື [ສັກ-ກະ-ຫຣາດ]
  • “ສາສນາ” ຕ້ອງ ອ່ານ ພຍາງ ທ້າຍ ໃຫ້ ເປັນ ສຽງສູງ ຄື [ສາດ-ສະ-ຫນາ]
  • “ປາຖນາ” ຕ້ອງ ອ່ານ ພຍາງ ທ້າຍ ໃຫ້ ເປັນ ສຽງສູງ ຄື [ປາດ-ຖະ-ຫນາ]
  • “ວາສນາ” ຕ້ອງ ອ່ານ ເປັນ [ວາດ-ສະ-ຫນາ] ຊຶ່ງ ສະກົດ ດ້ວຍ ຕົວສໍ ( ສ ) ເເລະ ທີ່ ກາຍ ເປັນ ພຍາງ “ສ(ະ)” ປາສຈາກ ສຣະອະ ( ◌ະ ) ສລຸບ ເເລ້ວ ຄໍາ ວາສນາ ມີ ສາມ ພຍາງ
  • “ອັປໂຍດ” ຕ້ອງ ອ່ານ ພຍາງ ທ້າຍ ໃຫ້ ເປັນ ສຽງສູງ ຄື [ອັບ-ປະ-ໂຫຍດ]

- ການອ່ານ ຄໍາ ຕໍາຣວດ ຄົນລາວ ຈະ ອ່ານ ວ່າ ຕໍາ-ຫຣວດ ຫລື ຕໍາ-ຫລວດ
- ການອ່ານ ຄໍາ ວຽດ ເພິ່ນ ຈະ ອ່ານ ຫວຽດ ( ຂຽນ “ວຽດ” ເເຕ່ ອ່ານ “ຫວຽດ” )
- ເເຕ່ຫາກວ່າ ດ້ວຍເຫດໃດ ເພິ່ນ ຈຶ່ງ ຂຽນ ດ້ວຍ ຕົວສະກົດ ພິເສດ ເຊັ່ນ ຄໍາ ນາມຍົດ[ນາມ-ມະ-ຍົດ] ຄົມນາຄົມ[ຄົມ-ມະ-ນາ-ຄົມ] ເພາະວ່າ ເຄົ້າ ຂອງ ຄໍາ ເຫລົ່ານີ້ ບໍ່ ມີ ຕົວສະກົດ ໃດ ໆ ທັງສິ້ນ ເເຕ່ ເພິ່ນ ເເຜງ ເປັນ ຄໍາ ລາວ ເເບບນີ້ ຊຶ່ງ ຄໍາ ( ກໍຣະນີ ໑ )

  • ນາມຍົດ ກໍ ມາ ຈາກ ເຄົ້າ ບາລີ “ນາມະ”
  • ສັມເນນ ກໍ ມາ ຈາກ ເຄົ້າ ບາລີ “ສະມະ” ດັ່ງ ສະມະເນຣະ ສະມະເນຣີ ຫລື ສະມະນະ ເປັນຕົ້ນ
  • ຄົມນາ ກໍ ມາ ຈາກ ເຄົ້າ ຄະມະ+ນາ
  • ພົລເຮືອນ ກໍ ມາ ຈາກ ເຄົ້າ ພະລະ ທີ່ ເເປ ວ່າ ກໍາລັງ ( ດັ່ງນີ້ ຕໍ່ ໆ ໄປ )

( ກໍຣະນີ ໒ ) ເເລະ ເພິ່ນ ໄດ້ ຕັດ ຕົວສະກົດ ທີ່ ຢູ່ ໃນ ຄໍາ ເຄົ້າ ອອກ ຈາກ ຄໍາ ເຫລົ່ານີ້ ຈຶ່ງ ຍັງ ເຫລືອ ພຽງເເຕ່ ຕົວຕາມ ທີ່ ກາຍ ມາ ເປັນ ຕົວສະກົດ ພິເສດ ເຊັ່ນ

  • “ອະວິຊາ ກໍ ມາ ຈາກ ເຄົ້າ ບາລີ ອະວິຊຊາ ຊຶ່ງ ເພິ່ນ ຕັດ ຕົວສະກົດ ຕົວຊໍ ອອກ”
  • ອັຄຕິ ກໍ ມາ ຈາກ ເຄົ້າ ບາລີ ອັຄຄະຕິ ຊຶ່ງ ເພິ່ນ ຕັດ ຕົວສະກົດ ຕົວຄໍ ອອກ ຯລຯ

( ກໍຣະນີ ໓ ) ເເຕ່ຫາກວ່າ ເພິ່ນ ບໍ່ ຕັດ ຕົວສະກົດ ອອກ ຈາກ ຄໍາ ຂ້າງລຸ່ມ ນີ້ ກໍ ເພື່ອ ເວັ້ນ ການເຂົ້າໃຈ ຜິດ ນຶ່ງ ເເລະ ເພື່ອ ໃຫ້ ສອດຄ່ອງ ກັບ ຫລັກການ ທີ່ ເພິ່ນ ໄດ້ ຕັ້ງ ໄວ້ ເເລ້ວ ນຶ່ງ ຄື ບໍ່ ໃຫ້ ສົນ ກັບ ກໍຣະນີ ໑ ຂ້າງເທິງ ນີ້ ເຊັ່ນ

  • ທັມມະດາ ທີ່ ມາ ຈາກ ເຄົ້າ ບາລີ ທັມມະ+ຕາ ຊຶ່ງ ເພິ່ນ ບໍ່ ຕັດ ຕົວສະກົດ ຕົວມໍ ອອກ
  • ວັນນະຄະດີ ທີ່ ມາ ຈາກ ເຄົ້າ ບາລີ ວັນນະ+ຄະຕິ ຊຶ່ງ ເພິ່ນ ບໍ່ ຕັດ ຕົວສະກົດ ຕົວນໍ ອອກ ຯລຯ

ຣູປຕາ ໔ - ຕົວສະກົດ ພິເສດ ມີ ຫນ້າທີ່ ສາມ ຢ່າງ

ຄໍາຖາມ ( ປຸດສາພຍາກອນ ເເປວ່າ ຖາມຕອບ || FAQ )

  1. ເພິ່ນ ອ່ານ ຄໍາ ສັກຣາດ ຢ່າງໃດ ?
  2. ຕົວກໍ ( ກ ) ເປັນ ຕົວສະກົດ ພິເສດ ຫລື ເປັນ ພຍັນຊນະ ຈູງ ໃນ ຄໍາ “ສັກຣາດ” ?
  3. ກາຣັນ ຫລື ໄມ້ກາຣັນ ມີ ຄວາມຫມາຍ ຢ່າງໃດ ເເດ່ ?
  4. ຕົວສະກົດ ພິເສດ ຫມາຍເຖິງ ອັນໃດ ກັນເເທ້ ?
  5. ຕົວສະກົດ ພິເສດ ມີ ທັງຫມົດ ຈັກ ຕົວ ເເລະ ມີ ຕົວໃດ ເເດ່ ?
  6. ດ້ວຍເຫດໃດ ເພິ່ນ ຈິ່ງ ຮຽກ ພຍັນຊນະ ກ ນ ບ ມ ເປັນ ຕົວສະກົດ ພິເສດ ?
  7. ພຍັນຊນະ ຕົວໃດ ເເດ່ ທີ່ ເປັນ ທັງ ຕົວສະກົດ ທັມມະດາ ເເລະ ທັງ ຕົວສະກົດ ພິເສດ ?
  8. ເປັນຫຍັງ ເພິ່ນ ຈິ່ງ ກ່າວວ່າ ຕົວສະກົດ ພິເສດ ເປັນ ພຍາງ ນຶ່ງ ຕ່າງຫາກ ?
  9. ການອ່ານ ພຍາງ ຂອງ ຕົວສະກົດ ພິເສດ ຈະ ຄວນ ອ່ານ ຢ່າງໃດ ?
  10. ການອ່ານ ພຍາງຫລັງ ຂອງ ຕົວສະກົດ ພິເສດ ມີ ຈັກ ເເບບ ຫລື ຈັກ ປະເພດ ?
  11. ເພິ່ນ ໃຊ້ ຕົວສະກົດ ພິເສດ ກົດ ໃສ່ ພຍາງໃດ ກັນ ເເທ້ ?
  12. “ຕົວສະກົດ” ມີ ເຄົ້າ ມາຈາກ ພາສາ ບາລີ ເເລະ ຄໍາ ທີ່ ເປັນ ຄໍາລາວ ເພິ່ນ ຮຽກ ຢ່າງໃດ ?
  13. ເປັນຫຍັງ ເພິ່ນ ຈຶ່ງ ບໍ່ ຂຽນ ຄໍາ ອະວັຍວະ[ອະ-ໄວ-ຍະ-ວະ] ເເລະ ອະພັຍໂທດ[ອະ-ໄພ-ຍະ-ໂທດ] ຕາມ ເເບບ ດັ່ງກ່າວນີ້ ?
  14. ເພິ່ນ ຂຽນ ສຣະອະ ໃສ່ ທ້າຍ ຕົວສະກົດ ພິເສດ ບໍ ?

ໃຫ້ ພຍາຍາມ ຕອບ ດ້ວຍ ຕົນເອງ ເສັຽກ່ອນ ຈຶ່ງ ຄ່ອຍ ເບິ່ງ ປຸດສາພຍາກອນ ຂ້າງລຸ່ມ ນີ້

ປຸດສາພຍາກອນ ( ເເປວ່າ ຖາມຕອບ || FAQ )

  1. ຖາມວ່າ ເພິ່ນ ອ່ານ ຄໍາ ສັກຣາດ ຢ່າງໃດ ?
    1. ຕອບວ່າ ເພິ່ນ ອ່ານ ຄໍາ ສັກຣາດ ຢ່າງນີ້ ຄື ສັກ-ກະ-ຫຣາດ ເເຕ່ ໃຫ້ ອ່ານ ພຍາງ ກະ ໄວ ກວ່າເກົ່າ
  2. ຖາມວ່າ ຕົວກໍ ( ກ ) ເປັນ ຕົວສະກົດ ພິເສດ ຫລື ເປັນ ພຍັນຊນະ ຈູງ ໃນ ຄໍາ “ສັກຣາດ” ?
    1. ຕອບວ່າ ຕົວກໍ ໃນ ຄໍາ ສັກຣາດ ເປັນ ຕົວສະກົດ ພິເສດ ເເຕ່ ຕ້ອງ ອ່ານ ພຍາງທ້າຍ ເປັນ ສຽງສູງ
  3. ກາຣັນ ຫລື ໄມ້ກາຣັນ ມີ ຄວາມຫມາຍ ຢ່າງໃດ ເເດ່ ?
    1. “ກາຣັນ” ມາ ຈາກ ຄໍາ ສັນສະກຣິດ “ກາຣັນຕະ” ຫມາຍເຖິງ ການເກັບສຽງ ເເລະ ໃນ ທີ່ນີ້ ເພິ່ນ ບອກ ວ່າ ບໍ່ ໃຫ້ ອ່ານ ພຍັນຊນະ ຕົວ ທີ່ ຖືກ ກົດ ດ້ວຍ ໄມ້ກາຣັນ ຢູ່ ເທິງ ຫົວ ຂອງ ມັນ ນັ້ນ
  4. ຕົວສະກົດ ພິເສດ ຫມາຍເຖິງ ອັນໃດ ກັນ ເເທ້ ?
    1. ຕົວສະກົດ ພິເສດ ຫມາຍເຖິງ ຕົວສະກົດ ກາງ ຄໍາ ຊຶ່ງ ຕົວສະກົດ ພິເສດ ເອງ ກໍ ເປັນ ພຍາງ ນຶ່ງ ຕ່າງຫາກ ທີ່ ອ່ານ ເຫມືອນ ກັບ ວ່າ ມັນ ປະກອບ ກັບ ສຣະອະ ເເຕ່ ຄວາມຈິງ ເເລ້ວ ຈະ ບໍ່ ມີ ສຣະອະ ປະການໃດ ທັງສິ້ນ ເເລະ ສິ່ງ ທີ່ ເຮົາ ຄວນ ເຂົ້າໃຈ ກໍ ຄື ການ ທີ່ ເຮົາ ສາມາດ ອ່ານ ຕົວ ຂອງ ມັນ ອອກ ສຽງ ຂອງ ມັນເອງ ເປັນ ພຍາງ ນຶ່ງ ນັ້ນ ຄັນ ອີງ ຕາມ ໄວຍາກອນ ບາລີ ເເລ້ວ ເພິ່ນ ຈະ ຮຽກ ພຍັນຊນະ[ພະ-ຍັນ-ຊະ-ນະ] ເເບບ ນີ້ ວ່າ ອັດທະສຣະ ເເຕ່ວ່າ ໃນ ໄວຍາກອນ ລາວ ເພິ່ນ ຮຽກ ວ່າ ຕົວສະກົດ ພິເສດ
  5. ຕົວສະກົດ ພິເສດ ມີ ທັງຫມົດ ຈັກ ຕົວ ເເລະ ມີ ຕົວໃດ ເເດ່ ?
    1. ( ໃຫ້ ທ່ານ ຊອກ ເອົາ ເອງ )
  6. ດ້ວຍເຫດໃດ ເພິ່ນ ຈິ່ງ ຮຽກ ພຍັນຊນະ ກ ນ ບ ມ ເປັນ ຕົວສະກົດ ພິເສດ ?
    1. ເພາະວ່າ ເຮົາ ສາມາດ ອ່ານ ຕົວ ຂອງ ມັນເອງ ອອກ ເປັນ ພຍາງ ນຶ່ງ ຕ່າງຫາກ ໄດ້ ປາສຈາກ ສຣະອະ
  7. ພຍັນຊນະ ຕົວໃດ ເເດ່ ທີ່ ເປັນ ທັງ ຕົວສະກົດ ທັມມະດາ ເເລະ ທັງ ຕົວສະກົດ ພິເສດ ?
    1. ຫມາຍເຖິງ ຕົວສະກົດ ເຫລົ່ານີ້ ຄື ກ “ຍ” ນ ມ ຊຶ່ງ ຕົວສະກົດ ເຫລົ່ານີ້ ສາມາດ ກົດ ໃສ່ ທັງ ກາງ ຄໍາ ໄດ້ ເເລະ ທັງ ທ້າຍ ຄໍາ ກໍ ໄດ້ ເຫມືອນກັນ
  8. ເປັນຫຍັງ ເພິ່ນ ຈິ່ງ ກ່າວ ວ່າ ຕົວສະກົດ ພິເສດ ເປັນ ພຍາງ ນຶ່ງ ຕ່າງຫາກ ?
    1. ເພາະວ່າ ເຮົາ ສາມາດ ອ່ານ ຕົວ ຂອງ ມັນເອງ ອອກ ເປັນ ສຽງ ນຶ່ງ ໄດ້ ເຫມືອນ ກັບ ມີ ສຣະອະ ປະກອບ ຢູ່ ນໍາ
  9. ການອ່ານ ພຍາງ ຂອງ ຕົວສະກົດ ພິເສດ ຈະ ຄວນ ອ່ານ ຢ່າງໃດ ?
    1. ຕ້ອງ ອ່ານ ໄວ ຂຶ້ນ ຫລື ສັ້ນ ເຂົ້າ ກວ່າເກົ່າ
  10. ການອ່ານ ພຍາງຫລັງ ຂອງ ຕົວສະກົດ ພິເສດ ມີ ຈັກ ເເບບ ຫລື ຈັກ ປະເພດ ?
    1. ມີ ຢູ່ ດ້ວຍກັນ ສອງ ປະເພດ ດັ່ງນີ້ ຄື ປະເພດ ທີ່ ອ່ານ ພຍາງທ້າຍ ຂອງ ຕົວສະກົດ ພິເສດ ຕາມ ສຽງເດີມ ຫລື ຕາມ ການຂຽນ ເຊັ່ນ ອຸປຣາດ[ອຸບ-ປະ-ຣາດ] ປະເທສຣາດ[ປະ-ເທດ-ສະ-ຣາດ] ເເລະ ເອກຣາດ[ເອກ-ກະ-ຣາດ] ເປັນຕົ້ນ ເເລະ ປະເພດ ທີ່ ອ່ານ ພຍາງຫລັງ ຂອງ ມັນ ເປັນ ສຽງສູງ ເຊັ່ນ ສັກຣາດ[ສັກ-ກະ-ຫຣາດ] ເເລະ ປາຖນາ[ປາດ-ຖະ-ຫນາ] ເປັນຕົ້ນ

      ຕາມ ທີ່ຈິງ ເເລ້ວ ເພິ່ນ ໃຫ້ ອ່ານ ຕາມ ສຽງ ຂອງ ພຍາງ ທີ່ ຖືກ ສະກົດ ດ້ວຍ ຕົວສະກົດ ພິເສດ ນັ້ນເອງ ດັ່ງ ຕົວຢ່າງ

      “ສັກຣາດ” ຊຶ່ງ ຕົວສໍ “ສັກ” ມີ ສຽງຫອງ ສະນັ້ນ ພຍາງຫລັງ ຕ້ອງ ມີ ສຽງຫອງ ເປັນ ຫຣາດ

      “ອຸປຣາດ” ຊຶ່ງ ຕົວອໍ “ອຸປ” ມີ ສຽງສູງ ຢ່ອນ ສະນັ້ນ ພຍາງຫລັງ ຕ້ອງ ມີ ສຽງສູງ ຢ່ອນ ເປັນ ຣາດ ເເຕ່ຫາກວ່າ ຄັນ ເຮົາ ອ່ານ ຕົວອະ ເເທນ ຕົວອໍ ພຍາງຫລັງ ຕ້ອງ ມີ ສຽງຫອງ ເປັນ ຫຣາດ

  11. ເພິ່ນ ໃຊ້ ຕົວສະກົດ ພິເສດ ກົດ ໃສ່ ພຍາງໃດ ກັນ ເເທ້ ?
    1. ຕົວສະກົດ ພິເສດ ໃຊ້ ໄວ້ ກົດ ໃສ່ ຄໍາ ທີ່ ມີ ພຍາງ ສອງ ພຍາງ ຂຶ້ນ ໄປ ເເລະ ກົດ ໃສ່ ຄໍາປະສົມ ກັບ ຄໍາເຄົ້າ ບາລີ ດັ່ງ ພົລເມືອງ ເເລະ ເອກຣາດ ເປັນຕົ້ນ
  12. “ຕົວສະກົດ” ມີ ເຄົ້າ ມາຈາກ ພາສາ ບາລີ ເເລະ ຄໍາ ທີ່ ເປັນ ຄໍາລາວ ເພິ່ນ ຮຽກ ຢ່າງໃດ ?
    1. ຕົວສະກົດ ທີ່ ເປັນ ຄໍາມູນ ລາວ ເພິ່ນ ຮຽກ ຕົວກໍ້າ
  13. ເປັນຫຍັງ ເພິ່ນ ຈຶ່ງ ບໍ່ ຂຽນ ຄໍາ ອະວັຍວະ[ອະ-ໄວ-ຍະ-ວະ] ເເລະ ອະພັຍໂທດ[ອະ-ໄພ-ຍະ-ໂທດ] ຕາມ ເເບບ ດັ່ງກ່າວ ນີ້ ?
    1. ເພາະວ່າ ໄວຍາກອນ ສະບັບ ນີ້ ບໍ່ ມີ ເເມ່ກັຍ ເເລະ ມີ ເເຕ່ ເເມ່ກາຍ ຊຶ່ງ ຫມາຍຄວາມວ່າ ໄມ້ ທໍາອິດ ຂອງ ເເມ່ ນີ້ ຕ້ອງ ເປັນ ໄມ້ອາຍ ( ◌າຍ ) ນັ້ນ ເເລ

      ເເຕ່ວ່າ ຍັງ ມີ ເຫດຜົນ ສໍາຄັນ ອີກ ອັນ ນຶ່ງ ຄື ເມື່ອ ເພິ່ນ ຮັກສາ ຈໍານວນ ພຍັນຊນະ ລາວ ພຽງ ໒໗ ຕົວ ເທົ່ານີ້ ຊຶ່ງ ເປັນ ຈໍານວນ ທີ່ ຕໍ່າ ສຸດ ເເລ້ວ ເພິ່ນ ບໍ່ ໃຫ້ ມີ ໄມ້ໄອ ( ◌ັຍ ) ທັງນີ້ ກໍ ເພາະວ່າ ຖ້າ ມີ ໄມ້ໄກ ( ກັຍ ) ຕົວຍໍ ກໍ ສາມາດ ເປັນ ຕົວສະກົດ ໄດ້ ສອງຢ່າງ ຄື ເປັນ ຕົວສະກົດ ທັມມະດາ ນຶ່ງ ເປັນ ຕົວສະກົດ ພິເສດ ນຶ່ງ ເເລະ ຍັງ ເປັນ ຕົວສະກົດ ທີ່ ສາມາດ ໃຊ້ ເເທນ ຕົວສະກົດ ຕົວນໍ ( ນ ) ອີກດ້ວຍ ນຶ່ງ ຢ່າງ ຄໍາ ສາມັຍ̣ຍ̣ະນາມ[ສາ-ມັນ-ຍະ-ນາມ] (ທີ່ ກາຍ ມາ ເປັນ ສາມັນ ນາມ) ເປັນຕົ້ນ ດ້ວຍເຫດນີ້ ເພິ່ນ ຈຶ່ງ ບໍ່ ໃຊ້ ຕົວຍໍ ເປັນ ໄມ້ໄອ ( ◌ັຍ ) ເເລະ ເພິ່ນ ຈຶ່ງ ບໍ່ ຮຽກ ເເມ່ກັຍ ເຫມືອນ ກັນ ເພື່ອ ເວັ້ນ ການສັບສົນປົນເຈືອກັນ ນັ້ນ ເເລ
  14. ເພິ່ນ ຂຽນ ສຣະອະ ໃສ່ ທ້າຍ ຕົວສະກົດ ພິເສດ ບໍ ?
    1. ເພິ່ນ ບໍ່ ຂຽນ ສຣະ ຕົວໃດ ທັງສິ້ນ ໃສ່ ທ້າຍ ຕົວສະກົດ ພິເສດ

------ oOo ------

ຄໍາອຸທິດ

ອິມິນາ ກຸສະລະ ເຕເຊນະ
ດ້ວຍ ອໍານາດ ກຸສົນ ສ່ວນ ນີ້
ຂ້າພະເຈົ້າ ຂໍ ອຸທິດ ຍັງ ບຸນກຸສົນ ສ່ວນ ນີ້
ໃຫ້ ເເກ່ ສັພສັດ ທັງຫລາຍ ທຸກ ໆ ຈໍາພວກ ຄື
ເບື້ອງຕໍ່າ ເເຕ່ ອະເວຈີ ຂຶ້ນ ມາ ເບື້ອງເທິງ ເເຕ່ ພົມໂລກ ລົງ ມາ
ທັງ ລວງຂວາງ ຕລອດ ເຖິງ ອະນັນຕະຈັກວານ ເປັນ ຂອບ
ຜູ້ ປະກອບ ດ້ວຍ ໃຈ ທີ່ ເປັນ ສັມມາທິດຖີ ທັງຫລາຍ
ມີ ພຣະ ອຸປັດຊາອາຈານ ເປັນຕົ້ນ
ພ້ອມດ້ວຍ ບິດາ ມານດາ ວົງສາຄະນາຍາດ
ຕລອດ ເຖິງ ຍາດມິດ ເເລະ ຜູ້ ມີ ພຣະ ຄຸນ ທັງຫລາຍ
ຕລອດ ເຖິງ ສັພສັດ ທຸກ ຖ້ວນ ຫນ້າ
ຂໍ ໃຫ້ ໄດ້ ຮັບ ເອົາ ຍັງ ບຸນກຸສົນ ສ່ວນ ນີ້
ເເລ້ວ ໃຫ້ ມີ ເເຕ່ ຄວາມສຸກ ຄວາມຈະເຣີນ ຕາບ ຕໍ່ ເທົ່າ
ຂໍ ໃຫ້ ຂ້າພະເຈົ້າ ໄດ້ ເຂົ້າ ສູ່ ພຣະ ນິພານ
ໃນ ອະນາຄົຕການ ພາຍຫນ້າ ພຸ້ນ ເທີ້ນ
ພຸດໂທ ໂຫຕິ ອະນາຄະເຕກາເລ

ກ່າຍ ຈາກ ຄໍາອຸທິດ ຂອງ ພຣະ ມະຫາ ເມທາຈານ (ຄໍາຜຸນ ພິລາວົງສ໌)
ເເກ້ປັນຫາ ສຽວສວາດ – ເມື່ອ ວັນທີ ໙/໑໐/໑໙໗໔ ພສ. ໒໕໑໗ ທີ່ ວຽງຈັນ

Par Phouphetlinthong


ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0