ພາສາ ລາວ - La langue lao ບົນ ລາວເເພນ

ຄໍາມູນ

ວັນພຸດ ທີ ໖ ເດືອນ ມິຖຸນາ/juin  ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ລັກສນະ ຂອງ ຄໍາເວົ້າ
ຫມາຍເຖິງ ຈໍາພວກ ຄໍາ ທີ່ ເຮົາ ໃຊ້ ໃນ ພາສາ ລາວ ເເລະ ທີ່ ເຮົາ ມີ ສິດ ຂຽນ ໃສ່ ໃນ ວັຈນານຸກົມ ນັ້ນເອງ ດັ່ງ
  1. ຄໍາມູນ =====> ໄລ່ ເອົາ ຄໍາ ທີ່ ມີ ເເຕ່ ພຍາງ ດຽວ ເທົ່ານັ້ນ
  2. ຄໍາເເຜງ ====> ຄໍາ ທີ່ ຖືກ ດັດເເປງ ຈາກ ຄໍາເຄົ້າ ໃຫ້ ເປັນ ຄໍາໃຫມ່
  3. ຄໍາປະສົມ ===> ເອົາ ຄໍາ ຫລາຍຄໍາ ມາ ປະສົມ ໃຫ້ ເປັນ ຄໍາດຽວ
  4. ຄໍາສມາດ ===> ເອົາ ຄໍາ ຫລາຍຄໍາ ມາ ຫຍໍ້ ໃຫ້ ເປັນ ຄໍາດຽວ
  5. ຄໍາອະໄວຍະຍະ ===> ຄໍາອຸປສັກ ປະສົມ ຄໍາອື່ນ
  6. ຄໍາຕັດທິດ ===> ຄໍາເຄົ້າ ປະສົມ ຄໍາປັດໃຈ
  7. ຄໍາກິດົກ ===> ຄໍາປະສົມ ຣະຫວ່າງ ເຫງົ້າ ທາຕຸ ເເລະ ຄໍາອື່ນ
  8. ຄໍາສົນທິ ===> ຄໍາເເຜງ ໃນ ພາສາ ບາລີ ເເລະ ສັນສະກຣິດ

ຊຶ່ງ ຄໍາ ທັງຫລາຍ ເຫລົ່ານີ້ ທີ່ ໃຊ້ ໃນ ພາສາ ລາວ ສາມາດ ເປັນ ນາມ ສັພນາມ ຄຸນນາມ ກິຣິຍາ ພ້ອມທັງ ສັງຂຍາ ໄດ້ ດ້ວຍເຫດນີ້ ມັນ ຈໍາເປັນ ທີ່ ເຮົາ ຄວນ ສຶກສາ ຫາ ຄວາມເຂົ້າໃຈ ພື້ນຖານ ຂອງ ການປະກອບ ຄໍາລາວ ຕ່າງໆ ກ່ອນ ເຮົາ ຈະ ເວົ້າ ເເລະ ຂຽນ ໃຫ້ ຖືກ ກັບ ຫລັກ ຂອງ ການປາກເວົ້າ ພາສາ ລາວ ຊຶ່ງ ພາສາ ຝຣັ່ງ ຮຽກ La logique de la langue

“ວາຈີວິພາກ” ເປັນ ນາມ ເເລະ ເປັນ ຄໍາປະສົມ ທີ່ ໄດ້ມາ ຈາກ ຄໍາບາລີ “ວາຈີ/ວາຈາ” ທີ່ ເເປວ່າ ຄໍາເວົ້າ ເເລະ “ວິພາກ” ທີ່ ເເປວ່າ ອະທິບາຍ ຢ່າງ ເເຈ່ມເເຈ້ງ ເເລະ ເປັນ ບັ້ນໃຜບັ້ນມັນ ໄປ || ຝຣັ່ງ/ອັງກິດ. Narrer / Narate ( Narrateur / Narrator ) ຊຶ່ງ ວາຈີວິພາກ ຫມາຍເຖິງ ການວິພາກ ຄໍາເວົ້າ ( ໃຫ້ ລະອຽດ ) ນັ້ນເອງ ເພາະວ່າ ການເເປ ຄໍາບາລີ ຕ້ອງ ເລີ້ມ ເເປ ຈາກ ພຍາງທ້າຍ ໄປ ຫາ ພຍາງຫນ້າ ສເມີ

ທາຕຸສາດ || Etymologie / Etymology

  • “ຄໍາ” ເປັນ ນາມ ເເລະ ເປັນ ຄໍາລາວ ເເທ້ໆ ມາ ເເຕ່ ດັ້ງເດີມ ຫມາຍຄວາມວ່າ ມາ ເເຕ່ ໃດໆ ເເລ້ວ ຈົນ ເຮົາ ນໍາ ຮອຍ ບໍ່ ເຖິງ ຫລື ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ມີ ມາ ເເຕ່ ມື້ ກໍາເນີດ ຂອງ ຄົນລາວຊາວໄທ ກໍ ວ່າ ໄດ້ ເຫມືອນກັນ
  • “ມູນ” ເປັນ ນາມ ເເລະ ເປັນ ຄໍາລາວ ທີ່ ສະກົດ ດ້ວຍ ຕົວນໍ ( ◌ນ◌ ) ເເຕ່ ເປັນ ຄໍາເເຜງ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ມູລະ[Mūla] ຊຶ່ງ ເເປ ຕາມໂຕ ວ່າ ກົກເຄົ້າເຫງົ້າກໍ ຮາກ ເງິນຄໍາກໍາເເກ້ວ ຕົ້ນຕໍ ພື້ນຖານ || ຝຣັ່ງ. Patrimoine
  • “ມໍຣະດົກ” ( ຍັງ ຫາ ຄໍາເຄົ້າ ບໍ່ ໄດ້ ເທື່ອ )|| ຝຣັ່ງ. Héritage

ໂຄສະຖານ || Phonétique / Phonetics

  • “ມູນ” ມີ ສຽງຍາວ ເເລະ ສຽງສູງຢ່ອນ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ດັກ ລົງ ໄປ ຫາ ສຽງກາງ ເເລະ ກໍ ຢຸດ ຢູ່ ທີ່ນັ້ນ
  • “ຄໍາ” ມີ ສຽງສັ້ນ ເເລະ ມີ ສຽງສູງຢ່ອນ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ດັກ ລົງ ໄປ ຫາ ສຽງກາງ ເເລະ ກໍ ສິ້ນສຸດ ລົງ ຢູ່ ທີ່ນັ້ນ ສ່ວນ ລວງຍາວ ຂອງ ສຽງສັ້ນ ຈະ ບໍ່ ເເຕກຕ່າງ ຫຍັງ ກັບ ລວງຍາວ ຂອງ ສຽງຍາວ ເເລະ ສິ່ງ ທີ່ ເເຕກຕ່າງ ກໍ ຄື ຄວາມໄວ ໃນ ການອ່ານ ຢ່າງດຽວ ເພາະ ເຮົາ ຕ້ອງ ອ່ານ ສຽງສັ້ນ ໄວກວ່າ ສຽຍາວ ເທົ່ານັ້ນເອງ
  • “ຄໍາມູນ” ພຍາງ ທັງສອງ ຂອງ ຄໍານີ້ ມີ ສຽງດຽວກັນ ເເຕ່ວ່າ ພຍາງນຶ່ງ ມີ ສຽງສັ້ນ ເເລະ ອີກ ພຍາງນຶ່ງ ມີ ສຽງຍາວ ເທົ່ານັ້ນ ຜິວ່າ ເຮົາ ເອົາ ໄປ ຂຽນ ເປັນ ເນື້ອເພງ ກໍ ໄດ້ ເຫມືອກັນ ເເຕ່ ຕ້ອງ ໃຫ້ ຣ້ອງ ເປັນ ສຽງດຽວກັນ ທີ່ ບໍ່ ເຫນັງຕີງ ເເລະ ຜິວ່າ ເຮົາ ເອົາ ຄໍານີ້ ຣ້ອງ ພຍາງນຶ່ງ ເປັນ ສຽງນຶ່ງ ຂຶ້ນ ເເລະ ອີກ ພຍາງນຶ່ງ ເປັນ ສຽງໃຫມ່ ອີກ ຕອນນີ້ ມັນ ຈະ ມີ ບັນຫາ ສໍາລັບ ນັກຣ້ອງ ທີ່ ບໍ່ ຮູ້ຈັກ ປັບ ສຽງ ການຣ້ອງ ໃຫ້ ເຂົ້າ ກັບ ສຽງ ເເລະ ສໍານຽງ ຂອງ ພາສາ ລາວ

ຄວາມຫມາຍ || Définition / Definition
“ຄໍາມູນ” ຫມາຍເຖິງ ຄໍາເວົ້າ ທີ່ ມີ ມາ ເເຕ່ ດັ້ງເດີມ ໃນ ພາສາ ລາວ ເເລະ ມີ ມາ ກ່ອນ ກໍາເນີດ ຂອງ ພວກເຮົາ ນຶ່ງ ທີ່ ໄດ້ເກີດ ໃນ ຕະກຸນ ພາສາ ລາວ ເເລະ ກໍ ບໍ່ ໄດ້ເປັນ ຄໍາ ທີ່ ຖືກ ເເຕ່ງ ຂຶ້ນ ໃຫມ່ ນຶ່ງ

  • ຫມາຍຄວາມວ່າ ຄໍາ ຕ່າງໆ ເຫລົ່ານັ້ນ ເເມ່ນ ຄົນລາວ ເປັນ ຜູ້ ຜລິດຄິດເເຕ່ງ ຂຶ້ນ ເອງ ດ້ວຍເຫດນີ້ ເພິ່ນ ຈຶ່ງ ຮຽກ ມູນ ເພາະວ່າ ຄໍາລາວ ຕ່າງໆ ເຫລົ່ານັ້ນ ໄດ້ກາຍ ເປັນ ມູນ ເເລະ ເປັນ ມໍຣະດົກ ອັນ ເເທ້ຈິງ ຂອງ ຄົນລາວ ທັງຫມົດ ທັງປວງ ທີ່ ໄດ້ຕົກທອດ ຈາກ ບັນພະບຸຣຸດ ເປັນ ຕົ້ນ ມາ ຈົນ ເຖິງ ເທົ່າ ທຸກ ວັນ ນີ້ເອງ

ມັນ ອາດ ຈະ ເປັນ ຄໍາ ທີ່ ຢືມ ມາ ຈາກ ພາສາ ອື່ນ ເເຕ່ຫາກວ່າ ຄໍາເຫລົ່ານັ້ນ ໄດ້ກາຍມາ ເປັນ ພາສາ ລາວ ຢ່າງ ສົມບູນ ເເບບ ເເລ້ວ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້

  • ຂັນ ===> ທີ່ ມາ ຈາກ ຂັນທະ
  • ບາດ ===> ບາທະ
  • ບຸດ ===> ປຸຕຕະ
  • ບິດາ ===> ປິຕາ
  • ດາຣາ ===> ຕາຣາ
  • ສົງ ===> ສັງຄະ
  • ຈີວອນ ===> ຈີວະຣະ
  • ປາຖນາ
  • ວາສນາ
  • ຯລຯ

ຊຶ່ງ ສັບ ທັງຫລາຍ ດັ່ງກ່າວນີ້ ຂ້າພະເຈົ້າ ຈະ ບໍ່ ນໍາ ມາ ກ່າວ ໃນ ທີ່ນີ້ ມີ ເເຕ່ ໃຫ້ ຮູ້ຈັກ ວ່າ ຄໍາ ຊນິດໃດ ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ຄໍາລາວ ເເທ້ ທີ່ ເພິ່ນ ໃຊ້ ໃນ ພາສາ ລາວ ມາ ໄດ້ ດົນ ເເລ້ວ

ຄໍາອະທິບາຍ || Explication / Explanation
ຄໍາມູນ ທີ່ ເປັນ ຄໍາລາວ ເເທ້ໆ ສ່ວນຫລາຍ ມັກ ຈະ ມີ ພຽງເເຕ່ ພຍາງດຽວ ເເລະ ຄໍາມູນ ທີ່ ເປັນ ຄໍາລາວ ເເທ້ ເຫມືອນກັນ ເເລະ ທີ່ ມີ ສອງ ພຍາງ ຈະ ມີ ສ່ວນນ້ອຍ ສ່ວນ ຄໍາມູນ ທີ່ ໄດ້ເເຕ່ງ ຂຶ້ນ ຈາກ ພາສາ ບາລີ ເເລະ ສັນສະກຣິດ ຈະ ມີ ສອງ ພຍາງ ຂຶ້ນໄປ ຢ່າງຕໍ່າສຸດ ເເຕ່ ບາງຄັ້ງ ບາງຄາວ ເຮົາ ກໍ ອາດ ຈະ ງົງ ໄປ ວ່າ ຄໍາໃດ ເເທ້ ເປັນ ຄໍາມູນ ເເລະ ຄໍາໃດ ທີ່ ບໍ່ ເປັນ ຄໍາມູນ ຍ້ອນ ສາຍເຫດ ການຂຽນ ທີ່ ບໍ່ ເປັນ ຣະບຽບ ຂອງ ຄົນລາວ ໃນ ປັດຈຸບັນ ນັ້ນເອງ ເເລະ ບໍ່ ຢູ່ ໃນ ຣະດັບ ມາຕຖານ ອີກດ້ວຍ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້ ຄື

  1. “ຂັນ” ທີ່ ເປັນ ກິຣິຍາ ເປັນ ຄໍາມູນ ດັ່ງ ໄກ່ ຂັນ ເເລະ ນໍ້າ ຂັນ ເປັນຕົ້ນ

  2. “ຂັນ” ທີ່ ເປັນ ນາມ ຫມາຍເຖິງ ພາຊນະ ຫລື ເຄື່ອງໃຊ້ ເເນວນຶ່ງ ດັ່ງ ຂັນເງິນ ຂັນຄໍາ ເປັນຕົ້ນ

  3. “ຂັນ” ທີ່ ເປັນ ນາມ ດັ່ງ ດັບ ຂັນ ຊຶ່ງ ຂັນ ຄໍານີ້ ເປັນ ຄໍາ ທີ່ ໄດ້ຢືມ ຈາກ ພາສາ ບາລີ ຂັນທະ ເເຕ່ ເມື່ອ ເພິ່ນ ເເຜງ ມາ ເປັນ ຄໍາລາວ ເພິ່ນ ພັດ ຂຽນ ພຽງເເຕ່ ຂັນ ທີ່ ສະກົດ ດ້ວຍ ຕົວນໍ ( ◌ນ◌ ) ຢ່າງດຽວ ຂອງ ເເມ່ກັນ ອັນ ເປັນ ເຫດ ທີ່ ພາ ໃຫ້ ເດັກເລັກ ເດັກນ້ອຍ ເຂົ້າໃຈ ຍາກ ຖ້າ ເຮົາ ຂາດ ນາຍຄຣູ ເເລະ ຜູ້ຂຽນ ປຶ້ມ ທີ່ ມີ ຄວາມສາມາດ ອັນ ເເທ້ຈິງ

ຕົວຢ່າງ ຄໍາມູນ ທີ່ ມີ ເເຕ່ ພຍາງດຽວ
ອີງ ຕາມ ກົດ ຂອງ ການຂຽນ ວັຈນານຸກົມ ເເລ້ວ ເຮົາ ມີ ສິດ ຂຽນ ຄໍາມູນ ທີ່ ມີ ເເຕ່ ພຍາງດຽວ ເຂົ້າໃສ່ ໃນ ວັຈນານຸກົມ ສ່ວນ ຄໍາ ທີ່ ມີ ຈໍານວນ ພຍາງ ຫລາຍ ພຍາງ ນັ້ນ ຈະ ຕົກ ຢູ່ ໃນ ກໍຣະນີ ຄໍາປະສົມ ຄໍາສມາດ ຄໍາເເຜງ ເເລະ ຄໍາສົນທິ ເຮົາ ຈຶ່ງ ມີ ສິດ ຂຽນ ເຂົ້າໃສ່ ໃນ ວັຈນານຸກົມ ໄດ້

  • ພໍ່ ເເມ່ ອ້າຍ ເອື້ອຍ ນ້ອງ ລູງ ປ້າ ອາວ ອາ ນ້າ ລູກ ຫລານ ເຫລນ ຫລ້ອນ
  • ກູ ມຶງ ມັນ ຕູ ສູ ເສົາ ເຜືອ ເຂືອ ຂາ ຂ້ອຍ ເຈົ້າ ເພິ່ນ ລາວ ເຮົາ ກັນ ເຕງ ຮຽມ ຯລຯ
  • ນົກ ຫນູ ເປັດ ໄກ່ ຊ້າງ ມ້າ ງົວ ຄວາຍ ຫມາ ເເມວ ຫມັດ ເມັນ ເເລນ ເເຂ້ ຯລຯ
  • ເຮືອ ເຮືອນ ຊານ ຕ່າ ເເຫ ຂຽງ ຄົກ ມີດ ພ້າ ບ່ວງ ສ້ອມ ໂອ ບວຍ ສຽມ ຫລົ້ວ ຫລາວ ງ້າວ ໂຊ້ ຝອຍ ຯລຯ
  • ດິນ ນໍ້າ ລົມ ໄຟ ຝົນ ຟ້າ ຫ້ວຍ ຮ່ອງ ພູ ຜາ ຫຍ້າ ເຫລັກ ເງິນ ຄໍາ ຂາງ ກົ່ວ ຊືນ ຊີ ຯລຯ
  • ມ່ວງ ຜັກ ກ້ວຍ ອ້ອຍ ຯລຯ
  • ໄສ້ ພຸງ ມ້າມ ກ້າມ ຊີ້ນ ໄຂ ມັນ ຍ່ຽວ ຂີ້ ຜົມ ດູກ ເຂົາ ງາ ເລັບ ຯລຯ
  • ປ້າງ ໂປງ ເປະ ເຄ ໂລ້ ເລ່ວ ບອດ ຟາງ ຢັດ ຯລຯ
  • ເກັ່ງ ໄວ ຊ້າ ມ່ວນ ເຢັນ ຫນາວ ຮ້ອນ ຯລຯ
  • ໂທນ ເຄິ່ງ ດຽວ ປ່ຽວ ສູນ ( ທີ່ ໄດ້ ມາ ຈາກ ພາສາ ບາລີ ເເລະ ພາສາ ສັນສະກຣິດ ) ນຶ່ງ ສອງ ສາມ ສີ່ ຫ້າ ຫົກ ເຈັດ ເເປດ ເກົ້າ ສິບ ສິບເອັດ ຣ້ອຍ/ຮ້ອຍ ພັນ ຫມື່ນ ເເສນ ລ້ານ ໂກດ ( ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ໂກຕິ ຊຶ່ງ ເເປວ່າ ສິບລ້ານ ) ກື້ ຕື້ ຕິ່ວ ຕົງ ຕັງ
  • ລົບ ບວກ ຄູນ ຫານ ສົມ ທົບ ຣວມ ( ຄໍາ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ກໍ ມີ ໃນ ທີ່ນີ້ ເເຕ່ ເພິ່ນ ໄດ້ປຽບ ເປັນ ພາສາ ລາວ ຢ່າງ ສົມບູນ ເເລ້ວ )
  • ຯລຯ

ຕົວຢ່າງ ຄໍາມູນ ທີ່ ມີ ສອງ ພຍາງ

  • ພໍ່ທວດ ເເມ່ທວດ ພໍ່ເຖົ້າ ພໍ່ຕູ້ ເເມ່ເຖົ້າ ເເມ່ຕູ້ ພໍ່ລູງ ເເມ່ປ້າ ພໍ່ອາວ ເເມ່ອາ ພໍ່ຕາ ເເມ່ນາຍ ນ້າບ່າວ ນ້າສາວ
  • ພວກກູ ພວກມຶງ ພວກມັນ ພວກສູ ເຜືອຂ້າ ເຂືອເຈົ້າ ຂາເຈົ້າ ພວກຂ້ອຍ ພວກເຈົ້າ ພວກເພິ່ນ ພວກເຮົາ ຯລຯ
  • ກະຮອກ ກະເເຕ ກະຕ່າຍ ກະເລັນ ກະຈິບ ກັບເເກ້ ຂີ້ກ້ຽມ ຕັກເເຕນ ( ອ່ານ ເປັນ ຕັກກະເເຕນ ກໍ ໄດ້ ເຫມືອນກັນ ) ຯລຯ
  • ກະຕ່າ ກະບຸງ ກະໂຊ້ ກະໂປະ ກະໂລ່ງ ກະປັ໊ອງ ຕະກຽງ ຂັ້ນໄດ ຫລັງຄາ ພາໂຕກ ຂີ້ຝອຍ ຯລຯ
  • ຂີ້ຕົມ ຂີ້ກົ່ວ ຂີ້ຊີ ຯລຯ
  • ຂີ້ກາກ ຂີ້ຫິດ ຂີ້ເຮື້ອນ ຂີ້ທູດ ຯລຯ
  • ຂີ້ຄຸຍ ຂີ້ອວດ ຂີ້ໂອ່ງ ຂີ້ໂມ້ ຫລິ້ນໂຕ ຖືໂຕ ຂີ້ເຫລົ້າ ຂີ້ເມົາ ຂີ້ລົ້ວ ຊູຊີ ຂີ້ສໍ້ ຂີ້ລັກ ຫີຄຽວ ໂຄັຍຄຽວ ຯລຯ
  • ຯລຯ

ຕົວຢ່າງ ຄໍາມູນ ທີ່ ມີ ສາມ ພຍາງ ຂຶ້ນ ໄປ

  • ສັມມະປິ ( ເຄົ້າບາລີ )
    • ສັມປິ ( ເຄົ້າບາລີ )
    • ສໍາມະປິ ( ເຄົ້າລາວ ເເລະ ຖ້າ ເປັນ ຄໍາລາວ ເເທ້ ມັນ ຕ້ອງ ຂຽນ ເເນວນີ້ )
  • ສລອກກອກ
  • ມະລົກຊົກເຊັກ
  • ມະໂລ່ງໂຄ່ງເຄ່ງ ( ໂຂ່ງເຂ່ງ ??? )
  • ອຶກກະທຶກ
  • ຯລຯ

ສລຸບຄວາມ || Conclusion
ເຖິງຢ່າງໃດ ກໍດີ ເຮົາ ບໍ່ ຮູ້ຈັກ ວ່າ ຄໍາໃດ ເເທ້ ທີ່ ໄດ້ຖືກ ປະສົມ ກັບ ຄໍາບາລີ ເເລະ ຄໍາສັນສະກຣິດ ຊຶ່ງ ປຽບ ເປັນ ຄໍາມູນ ໄດ້ ໃນ ພາສາ ລາວ ເນື່ອງຈາກ ວ່າ ການເເນະນໍາ ຂອງ ເພິ່ນ ຂາດ ຄວາມເເນ່ນອນ ນັ້ນເອງ

ເມື່ອ ເປັນ ດັ່ງນີ້ ເຮົາ ຈໍາເປັນ ຕ້ອງ ໄປ ພິສູດ ນໍາ ພາສາ ອື່ນ ເເລະ ຫລັງຈາກນັ້ນ ຜິວ່າ ເຮົາ ເອົາ ມາ ຂຽນ ເປັນ ຕົວຢ່າງ ໃນ ພາສາ ລາວ ມັນ ອາດ ຈະ ບໍ່ ເຫມາະສົມ ເເລະ ບໍ່ ສອດຄ່ອງ ໃນ ສິ່ງ ເພິ່ນ ໄດ້ຕີ ຄວາມຫມາຍ ໄປ ເເລ້ວ ສໍາລັບ ຄໍາມູນ ໃນ ພາສາ ລາວ

ກ່ຽວກັບ ເຣື່ອງນີ້ ໄວຍາກອນ ໄທຍ ກໍ ຂາດ ຄວາມເເນ່ນອນ ເຫມືອນກັນ ຫາກເເຕ່ວ່າ ເຂົາ ໃຊ້ ກົດເກນ ເເນວນຶ່ງ ຄື ຄໍາໃດ ທີ່ ສົມມຸດ ເປັນ ຄໍາມູນ ພຍາງຫນ້າ ຂອງ ຄໍານັ້ນ ຈະ ບໍ່ ມີ ຄວາມຫມາຍ ດັ່ງຕົວຢ່າງ ຂ້າງລຸ່ມນີ້ ຄື

  • ຕະກຽງ ຊຶ່ງ ພຍາງ ຕະ ບໍ່ ມີ ຄວາມຫມາຍ
  • ກະໂພກ ກະໂປະ ຊຶ່ງ ພຍາງ ກະ ບໍ່ ມີ ຄວາມຫມາຍ

ເເຕ່ວ່າ ກົດເກນ ອັນນີ້ ຈະ ສນອງ ຄວາມຕ້ອງການ ໄດ້ ຫລື ບໍ່ ເເລະ ຈະ ໃຫ້ ຄວາມພໍໃຈ ໄດ້ ຫລື ບໍ່ ໃນ ພາສາ ລາວ ອັນນີ້ ຄື ຄໍາຖາມ ທີ່ ເຮົາ ຄວນ ຖາມ ຕົນເອງ ສເມີ ເເລະ ມັນ ຍັງ ຈະ ເປັນ ສິ່ງ ທີ່ ເຮົາ ຄວນ ຊອກຫາ ຄໍາຕອບ ໃຫ້ ໄດ້ ເເທ້ ເເລນາ

ສະນັ້ນ ການຂຽນ ອັນໃດ ເຮົາ ຄວນ ເຮັດ ເປັນ ຕົວຢ່າງ ອັນ ເເນ່ນອນ ເເລະ ເເຈ່ມເເຈ້ງ ປະ ໄວ້ ທັງນີ້ ກໍ ເພື່ອ ເວັ້ນ ຄວາມເຂົ້າໃຈ ຜິດ ເເທ້ ເເລ


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0