ພາສາ ລາວ - La langue lao ບົນ ລາວເເພນ

ຖ້ອຍຄໍາ ຫລື ຄໍາເວົ້າ

ວັນອັງຄານ ທີ ໕ ເດືອນ ມິຖຸນາ/juin  ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ລັກສນະ ຂອງ ຄໍາເວົ້າ
ຫມາຍເຖິງ ຈໍາພວກ ຄໍາ ທີ່ ເຮົາ ໃຊ້ ໃນ ພາສາ ລາວ ເເລະ ທີ່ ເຮົາ ມີ ສິດ ຂຽນ ໃສ່ ໃນ ວັຈນານຸກົມ ນັ້ນເອງ ດັ່ງ
  1. ຄໍາມູນ =====> ໄລ່ ເອົາ ຄໍາ ທີ່ ມີ ເເຕ່ ພຍາງ ດຽວ ເທົ່ານັ້ນ
  2. ຄໍາເເຜງ ====> ຄໍາ ທີ່ ຖືກ ດັດເເປງ ຈາກ ຄໍາເຄົ້າ ໃຫ້ ເປັນ ຄໍາໃຫມ່
  3. ຄໍາປະສົມ ===> ເອົາ ຄໍາ ຫລາຍຄໍາ ມາ ປະສົມ ໃຫ້ ເປັນ ຄໍາດຽວ
  4. ຄໍາສມາດ ===> ເອົາ ຄໍາ ຫລາຍຄໍາ ມາ ຫຍໍ້ ໃຫ້ ເປັນ ຄໍາດຽວ
  5. ຄໍາອະໄວຍະຍະ ===> ຄໍາອຸປສັກ ປະສົມ ຄໍາອື່ນ
  6. ຄໍາຕັດທິດ ===> ຄໍາເຄົ້າ ປະສົມ ຄໍາປັດໃຈ
  7. ຄໍາກິດົກ ===> ຄໍາປະສົມ ຣະຫວ່າງ ເຫງົ້າ ທາຕຸ ເເລະ ຄໍາອື່ນ
  8. ຄໍາສົນທິ ===> ຄໍາເເຜງ ໃນ ພາສາ ບາລີ ເເລະ ສັນສະກຣິດ

ຊຶ່ງ ຄໍາ ທັງຫລາຍ ເຫລົ່ານີ້ ທີ່ ໃຊ້ ໃນ ພາສາ ລາວ ສາມາດ ເປັນ ນາມ ສັພນາມ ຄຸນນາມ ກິຣິຍາ ພ້ອມທັງ ສັງຂຍາ ໄດ້ ດ້ວຍເຫດນີ້ ມັນ ຈໍາເປັນ ທີ່ ເຮົາ ຄວນ ສຶກສາ ຫາ ຄວາມເຂົ້າໃຈ ພື້ນຖານ ຂອງ ການປະກອບ ຄໍາລາວ ຕ່າງໆ ກ່ອນ ເຮົາ ຈະ ເວົ້າ ເເລະ ຂຽນ ໃຫ້ ຖືກ ກັບ ຫລັກ ຂອງ ການປາກເວົ້າ ພາສາ ລາວ ຊຶ່ງ ພາສາ ຝຣັ່ງ ຮຽກ La logique de la langue

“ວາຈີວິພາກ” ເປັນ ນາມ ເເລະ ເປັນ ຄໍາປະສົມ ທີ່ ໄດ້ມາ ຈາກ ຄໍາບາລີ “ວາຈີ/ວາຈາ” ທີ່ ເເປວ່າ ຄໍາເວົ້າ ເເລະ “ວິພາກ” ທີ່ ເເປວ່າ ອະທິບາຍ ຢ່າງ ເເຈ່ມເເຈ້ງ ເເລະ ເປັນ ບັ້ນໃຜບັ້ນມັນ ໄປ || ຝຣັ່ງ/ອັງກິດ. Narrer / Narate ( Narrateur / Narrator ) ຊຶ່ງ ວາຈີວິພາກ ຫມາຍເຖິງ ການວິພາກ ຄໍາເວົ້າ ( ໃຫ້ ລະອຽດ ) ນັ້ນເອງ ເພາະວ່າ ການເເປ ຄໍາບາລີ ຕ້ອງ ເລີ້ມ ເເປ ຈາກ ພຍາງທ້າຍ ໄປ ຫາ ພຍາງຫນ້າ ສເມີ

ທາຕຸສາດ || Etymologie / Etymology

  • “ຖ້ອຍຄໍາ” ເປັນ ຄໍາປະສົມ ທີ່ ໄດ້ມາ ຈາກ ການປະສົມ ຣະຫວ່າງ ຄໍາ “ຖ້ອຍ” ທີ່ ເປັນ ນາມ ເເລະ ຄໍາ “ຄໍາ” ທີ່ ເປັນ ນາມ ເຫມືອນກັນ ຊຶ່ງ ຄໍາ ທັງສອງນີ້ ເປັນ ຄໍາມູນ
  • “ຄໍາເວົ້າ” ເປັນ ຄໍາປະສົມ ທີ່ ໄດ້ມາ ຈາກ ຄໍາ “ຄໍາ” ທີ່ ເປັນ ນາມ ເເລະ ຄໍາ “ເວົ້າ” ທີ່ ເປັນ ກິຣິຍາ ຊຶ່ງ ຄໍາ ທັງສອງ ນີ້ ເປັນ ຄໍາມູນ ທັງນັ້ນ ອີກປະການນຶ່ງ ຄໍາປະສົມ ຄໍານີ້ ບັນຈຸ ຢູ່ ໃນ ຈໍາພວກ ຄໍາປະສົມ ທີ່ ສາມາດ ຮັກສາ ຄວາມຫມາຍ ເຄົ້າ ໄວ້ ໄດ້ ດັ່ງດຽວ ກັບ ຈໍາພວກ ຄໍາ ອິນດູຢູໂຣປະກະ ( ຝຣັ່ງ. Langues indo-européennes ) ນັ້ນເອງ

ໂຄສະຖານ || Phonétique / Phonetics
ການກົດ ສຽງ ຂອງ ຄໍາ ເຫລົ່ານີ້ ຂ້າພະເຈົ້າ ກົດ ດ້ວຍ ຫນັງສື ລາວ ເເລະ ກໍ ຍັງ ບໍ່ ທັນ ໄດ້ໃຊ້ ຣະບົບ ສາກົນ ເທື່ອ ໂດຍ ໃຊ້ ຕົວຫນັງສື ລາຕິນ ຫລື ລາເເຕັງ ຂຽນ ຖ້າ ຂ້າພະເຈົ້າ ມີ ເວລາ ພຽງພໍ ຈຶ່ງ ຈະ ໄດ້ ສຶກສາ ຕື່ມ ອີກ ເພື່ອ ນໍາ ມາ ໃຊ້ ໃນ ທີ່ນີ້ ຈຶ່ງ ຂໍ ບອກ ໃຫ້ ຊາບ

  • “ຖ້ອຍ” ມີ ສຽງຕໍ່າ ດັ່ງດຽວ ກັບ ພຍາງ ທີ່ ມີ ສຽງຫອງ ທຸກໆ ພຍາງ ( ຖອຍ ຫມອຍ ສຽງ ) ເມື່ອ ມັນ ປະກອບ ວັນນະຍຸດ ໂທ ສຽງຫອງ ຂອງ ມັນ ກໍ ຈະ ກາຍ ມາ ເປັນ ສຽງຕໍ່າ
  • “ຄໍາ” ມີ ສຽງສູງຢ່ອນ ຊຶ່ງ ຫມາຍຄວາມວ່າ ເລີ້ມ ຈາກ ສຽງສູງ ເເລະ ກໍ ດັກ ລົງ ມາ ຈົບ ຢູ່ ສຽງກາງ
  • “ເວົ້າ” ມີ ສຽງກາງຢ່ອນ ຊຶ່ງ ຫມາຍຄວາມວ່າ ສຽງ ຂອງ ມັນ ເລີ້ມ ຈາກ ສຽງກາງ ເເລະ ກໍ ດັກ ລົງ ມາ ຈົບ ຢູ່ ສຽງຕໍ່າ ນັ້ນເອງ

“ຄໍາເວົ້າ” ມີ ທັງ ສຽງສູງຢ່ອນ ເເລະ ສຽງກາງຢ່ອນ ເເຕ່ ເຖິງຢ່າງໃດ ກໍດີ ພຍາງ ທັງສອງນີ້ ມີ ສຽງ ດັກລົງ ຫມົດ ທັງສອງ ພຍາງ ອັນນີ້ ຄື ຈຸດດີ ໃນ ການຣ້ອງລໍາທໍາເພງ ສໍາລັບ ທໍານອງ ທີ່ ມີ ສຽງສູງ ຢູ່ ເເລ້ວ ເເລະ ກໍ ຈະ ອວ່າຍ ລົງ ດັ່ງ “ຫມາຍ(ຫອງ) ຄໍາເວົ້າ(ດັກລົງ)”

ຄວາມຫມາຍ || Définition / Definition

  • ຖ້ອຍ ນາມ.
    • ຫມາຍເຖິງ ຄໍາເວົ້າ ຄໍານຶ່ງ ຄໍາດຽວ ທີ່ ດັງ ອອກ ມາ ຈາກ ປາກ ຊຶ່ງ ຄໍາເວົ້າ ລາງຄໍາ ກໍ ມີ ຈໍານວນ ພຍາງ ຫລາຍພຍາງ ເເລະ ລາງຄໍາ ກໍ ມີ ເເຕ່ ພຍາງດຽວ || ຝຣັ່ງ. Le mot
  • ຄໍາ ນາມ.
    ຫມາຍເຖິງ
    • ໂລຫະ ອ່ອນ ຊນິດ ນຶ່ງ ທີ່ ມີ ຄ່າ ສູງ ເເລະ ທີ່ ມີ ສີເຫລືອງ
    • ກ້ອນເຂົ້າ ທີ່ ເພິ່ນ ຈະ ໂມ່ມ ( ດັ່ງ ຄໍາເຂົ້າ ເປັນຕົ້ນ )
    • ສຽງ ທີ່ ດັງ ອອກ ມາ ຈາກ ປາກ ເເລະ ເປັນ ສິ່ງ ທີ່ ຜູ້ຟັງ ສາມາດ ເຂົ້າໃຈ ໄດ້
    • ສິ່ງ ທີ່ ປະກອບ ດ້ວຍ ຕົວຫນັງສື ເເລະ ທີ່ ສາມາດ ອ່ານ ໄດ້
      || ຝຣັ່ງ. Métal précieux, un mot, une bouchée, un vocabulaire
  • ຄໍາ ກິຣິຍາ.
    ຫມາຍເຖິງ
    • ອາການ ທີ່ ເອົາ ມື ໄປ ທັງ
      • ລູບໆ ເບິ່ງ ນ້ອຍນຶ່ງ ( ລູບ ອີ່ຫລີ ຫມາຍເຖິງ ການເອົາ ມື ໄປ ຖູ ຫນ້າເນື້ອ ເເຫ່ງ ນຶ່ງ ເເລະ ຖູ ໃຫ້ ການ ຫນ້າເນື້ອ ເເຫ່ງນັ້ນ ໄປ ເລີຍ )
      • ບາຍໆ ເບິ່ງ ນ້ອຍນຶ່ງ
      • ຈັບ ເເລະ ກໍາໆ ເບິ່ງ ນ້ອຍນຶ່ງ
        ຫລືວ່າ ການ ທີ່ ເອົາ ໂອບມື ໄປ ເເຕະ ຫລື ໄປ ຫມຸບ ຢູ່ ບ່ອນໃດ ບ່ອນນຶ່ງ
        ຊຶ່ງ ການຄໍາ ຫມາຍເຖິງ ຄວາມຢາກ ຄວາມອອນຊອນ ເເລະ ຄວາມຮັກ ເພິ່ນ ຈຶ່ງ ເອົາ ມື ໄປ ຄໍາ ເບິ່ງ ( ເພິ່ນ ບໍ່ ເວົ້າ “ເອົາ ມື ໄປ ຄໍາ” ລ້າໆ ເເຕ່ ເພິ່ນ ມັກ ເວົ້າ “ເອົາ ມື ໄປ ຄໍາ ເບິ່ງ” ຊຶ່ງ ຫມາຍຄວາມວ່າ “ຄໍາ” ຈະ ຕ້ອງ ຕິດຕາມ ດ້ວຍ “ເບິ່ງ” ນັ້ນເອງ )
  • ເວົ້າ ກິຣິຍາ.
    • ອາການ ທີ່ ເພິ່ນ ເຮັດ ໃຫ້ ມີ ສຽງ ດັງ ອອກ ມາ ຈາກ ປາກ ເເລະ ສິ່ງ ດັ່ງກ່າວ ສາມາດ ເຮັດ ໃຫ້ ຜູ້ຟັງ ເຂົ້າໃຈ ໄດ້ || ຝຣັ່ງ. Parler, dire, exprimer, verbaliser

໑- ຖ້ອຍຄໍາ ນາມ. ( ຖອຍ ຖ່ອຍ ຖ້ອຍ )

  • ຫມາຍເຖິງ ຄໍາ ນຶ່ງໆ ຫລື ຄໍານຶ່ງ ຄໍາດຽວ ທີ່ ດັງ ອອກ ມາ ຈາກ ປາກ ເຖິງເເມ່ນວ່າ ຄໍາ ດັ່ງກ່າວ ຈະ ມີ ພຍາງດຽວ ຫລື ຫລາຍ ພຍາງ ກໍຕາມ ເພິ່ນ ຮຽກ ຖ້ອຍຄໍາ ທັງນັ້ນ ເຊັ່ນ ກໍໄຜ່ ໄມ້ເເສ້ ເເພຂາວ ເຂົ້າຈ້າວ ກິນ ໄລ່ ໂຈນ ຫນີ ຈາກ ອຶກກະທຶກ ບ້ານ ເປັນຕົ້ນ ຊຶ່ງ ຖ້ອຍຄໍາ ເຫລົ່ານີ້ ກໍ ມີ ຄວາມຫມາຍ ຂອງໃຜ ຂອງມັນ ເເຕ່ ເມື່ອ ເຮົາ ຟັງ ຖ້ອຍຄໍາ ເຫລົ່ານີ້ ຣວດດຽວ ເຮົາ ຈະ ບໍ່ ເຂົ້າໃຈ ວ່າ ຜູ້ເວົ້າ ຢາກ ເວົ້າ ຫຍັງ ເເທ້ໆ ເຫມືອນ ດັ່ງ ເເອນ້ອຍ ທີ່ ກໍາລັງ ຮຽນ ປາກ ໃຫມ່ ນັ້ນເອງ ( ຫລື ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ເປັນ ພຽງ ຄໍາເວົ້າ ຄໍານຶ່ງ ຄໍາດຽວ ເທົ່ານັ້ນ ) || ຝຣັ່ງ. Un mot

    • ເວົ້າ ຫຍັງ ກໍ ບໍ່ ເປັນ ຖ້ອຍ ເປັນ ຄວາມ ນໍາ ຫມູ່
    • ຄື ບໍ່ ຮູ້ຈັກ ຖ້ອຍ ບໍ່ ຮູ້ຈັກ ຄວາມ ເເທ້ ເດ ລູກ ເອີຍ !

໒- ຄໍາເວົ້າ ນາມ.

  • ກ່ອນອື່ນ ຫມົດ “ຄໍາເວົ້າ” ຫມາຍເຖິງ ຈໍານວນ ຖ້ອຍຄໍາ ຕ່າງໆ ທີ່ ດັງ ອອກ ມາ ຈາກ ປາກ ເເລະ ທີ່ ເຮັດ ໃຫ້ ຜູ້ຟັງ ສາມາດ ເຂົ້າໃຈ ຄວາມຫມາຍ ໃນ ສິ່ງ ທີ່ ຜູ້ເວົ້າ ຢາກ ເວົ້າ ຫຍັງ ເເທ້ໆ ໄດ້ ບໍ່ດັ່ງນັ້ນ ເຮົາ ຈະ ຮຽກ ຄໍາເວົ້າ ບໍ່ ໄດ້ ( ສຽງປາກ ) ດັ່ງ ຕົວຢ່າງ ຂອງ ຄໍາເວົ້າ ທີ່ ມີ ຄວາມຫມາຍ ອັນ ເເນ່ນອນ ຄືດັ່ງ ບ້ານນີ້ ເປັນ ບ້ານ ທີ່ ກູ ໄດ້ຝັງ ສາຍເເຮ່ ເເລະ ໄດ້ເເພ່ ສາຍບື ເເລະ ກູ ກໍ ເປັນ ລູກຄົນລາວ ຄືກັນ ກັບ ມຶງ ສະນັ້ນ ບ້ານນີ້ ກໍ ເປັນ ບ້ານມຶງ ເເລະ ມັນ ກໍ ເປັນ ບ້ານກູ ເຫມືອນກັນ ດັ່ງນັ້ນ ພວກເຮົາ ຄວນ ພ້ອມກັນ ປົກປ້ອງ ຮັກສາ ເເລະ ພັທນາ ມັນ ຊ່ວຍກັນ ເພື່ອ ບໍ່ ໃຫ້ ໂຈນ ຫ້າຮ້ອຍ ມາ ປຸ້ນ ກິນ ຊາດ || ຝຣັ່ງ. Élocution

    • ຄໍາເວົ້າ ຂອງ ເຈົ້າ ບໍ່ ເປັນ ຕາ ຟັງ
    • ໂອຍ ນ້ອງ ເອີຍ ! ຄໍາເວົ້າ ຂອງ ນ້ອງ ຄື ມາ ຫວານ ເຫມືອນ ນໍ້າຕານ ເດືອນຫ້າ ເເທ້ ເດ ( ມົດ ຕາຍ ຍ້ອນ ນໍ້າອ້ອຍ ນໍ້າຕານ )
    • “ໄວ ປາກ ເສັຽ ສິນ ໄວ ຕີນ ຕົກ ກົກໄມ້” ພາສິດ ກ່ຽວ ກັບ ຄໍາເວົ້າ

      ເເຕ່ຫາກວ່າ ຖ້າ ເປັນ ຄວາມເວົ້າ ເພິ່ນ ຫມາຍເຖິງ ຄວາມຫມາຍ ເເລະ ການປາກເວົ້າ ຫລື ວາດຊົງ ໃນ ການປາກເວົ້າ ຂອງ ຜູ້ໃດ ຜູ້ນຶ່ງ ຫລາຍກວ່າ || ຝຣັ່ງ. Locution ( groupe de mots prononcés de vive voix ) ດັ່ງ ຕົວຢ່າງ ຂ້າງລຸ່ມນີ້
      • ຄົນ ຜູ້ນີ້ ບໍ່ ຮູ້ຈັກ ຄວາມ
      • ເວົ້າ ບໍ່ ເຂົ້າ ຄວາມກັນ
      • ເດັກນ້ອຍ ທີ່ ບໍ່ ຮູ້ຈັກ ຄວາມ ( ຫມາຍເຖິງ ເດັກນ້ອຍ ຂີ້ດື້ )
      • ເຈົ້າ ປາກ ຄວາມລາວ ເປັນ ບໍ ? ຫລືວ່າ ເຈົ້າ ຮູ້ຈັກ ປາກ ຝຣັ່ງ ບໍ ? ຊຶ່ງ ເປັນ ປໂຍກ ທີ່ ຄົນລາວ ມັກ ເວົ້າ ເພື່ອ ຢອກກັນ ຫລິ້ນ ( ອັນ ປາກ ຝຣັ່ງ ໃຜ ຊິ ບໍ່ ຮູ້ຈັກ ເດ “ເພາະວ່າ ບໍ່ ເເມ່ນ ຄວາມຝຣັ່ງ” )

ເຖິງຢ່າງໃດ ກໍດີ ຖ້າ ທ່ານ ສົນໃຈ ພາສາ ລາວ ທ່ານ ຕ້ອງ ພຍາຍາມ ເຂົ້າໃຈ ຄໍາ ເຫລົ່ານີ້ ໃຫ້ ຖນັດ ເສັຽກ່ອນ ຄື ຖ້ອຍ ເວົ້າ ປາກ ຄໍາ ຄວາມ ຈາ ຄໍາເວົ້າ ຄວາມເວົ້າ ຄໍາປາກ ຖ້ອຍຄໍາ ບໍ່ດັ່ງນັ້ນ ການປາກເວົ້າ ຂອງ ທ່ານ ຈະ ບໍ່ ມີ ຄວາມເເນ່ນອນ ຢ່າງໃດ ທັງສິ້ນ

໓- ຄໍາເວົ້າ ພິເສດ

໓໑- ຄໍາອຸປສັກ || Péfixe / Prefix x?x.
ຫມາຍເຖິງ ຄໍາ ທີ່ ເພິ່ນ ວາງ ຢູ່ ຕໍ່ ຫນ້າ ຄໍາໃດ ຄໍານຶ່ງ ເພື່ອ ປະກອບ ເປັນ ຄໍາໃຫມ່ ຊຶ່ງ ຄໍາໃຫມ່ ນີ້ ຈະ ມີ ຄວາມຫມາຍ ຕ່າງ ອອກ ໄປ ຈາກ ຄໍາເຄົ້າ

ອຸປສັກ ມີ ເຄົ້າ ມາ ຈາກ ພາສາ ບາລີ ອຸປະສັຄຄະ[Upasagga] ທີ່ ຫມາຍເຖິງ ຄໍາບຸພບົດ ໃນ ພາສາ ລາວ ເເລະ ທີ່ ຝຣັ່ງ ຮຽກ Préposition ນັ້ນເອງ

ຄໍາອຸປສັກ ອາດ ຈະ ເປັນ ຄໍາ ທາຕຸ ເເລະ ຄໍາເຄົ້າ ຫລື ເຫງົ້າ ກໍ ເປັນ ໄດ້ ເເລະ ຄໍາອຸປສັກ ທີ່ ເປັນ ຄໍາມູນ ກໍ ມີ ຈໍານວນ ຫລາຍ ເຫມືອນກັນ

໓໒- ຄໍາປັດໄຈ ຫລື ຄໍາວິພັດ || Suffixe / Suffix x?x.
ຫມາຍເຖິງ ຄໍາ ທີ່ ເພິ່ນ ວາງ ຢູ່ ທ້າຍ ຂອງ ຄໍາໃດ ຄໍານຶ່ງ ເພື່ອ ປະກອບ ເປັນ ຄໍາໃຫມ່ ຊຶ່ງ ຈະ ມີ ຄວາມຫມາຍ ຕ່າງ ອອກ ໄປ ຈາກ ຄໍາເຄົ້າ

ຄໍາປັດໄຈ ອາດ ຈະ ເປັນ ຄໍາ ທາຕຸ ເເລະ ຄໍາເຄົ້າ ຫລື ເຫງົ້າ ກໍ ເປັນ ໄດ້ ເເລະ ຄໍາປັດໄຈ ທີ່ ເປັນ ຄໍາມູນ ກໍ ມີ ຈໍານວນ ຫລາຍ ເຫມືອນກັນ

  • ຄໍາປັດໄຈ[Paccaya] ຊຶ່ງ ເປັນ ຄໍາບາລີ ທີ່ ເເປວ່າ ຕິດກັບ ເເລະ ທີ່ ຂ້າພະເຈົ້າ ບໍ່ ຮູ້ ວ່າ ເປັນ ຄໍາດຽວ ກັບ ປັດໄຈ ໃນ ສັດທາ ຂອງ ຄົນ ນັ້ນ ຫລືບໍ່

    ຕາມ ຄວາມຄິດ ສ່ວນຕົວ ເເລ້ວ ເຮົາ ຄວນ ໃຊ້ ພຽງ ຄໍາດຽວ ທີ່ ຊີ້ ບອກ ຫນ້າທີ່ ດຽວ ຊຶ່ງ ຄົນຝຣັ່ງ ຮຽກ Suffixe ເນື່ອງຈາກວ່າ ມັນ ຖືກ ໃຊ້ ໃນ ທາງ ອື່ນ ຢູ່ ເເລ້ວ ອີກປະການນຶ່ງ ຄໍາ ທີ່ ຄົນຝຣັ່ງ ຮຽກ Suffixe ນີ້ ກໍ ຖືກ ຄົນລາວ ພາກັນ ຮຽກ ເຖິງ ສອງ ຢ່າງ ຄື ຄໍາປັດໄຈ ນຶ່ງ ເເລະ ຄໍາ ວິພັດ ນຶ່ງ
  • ຄໍາວິພັດ ກໍ ເປັນ ຄໍານຶ່ງ ອີກ ທີ່ ຄົນລາວ ໃຊ້ ເປັນ ຄໍາ ທີ່ ຝຣັ່ງ ຮຽກ Suffixe ຊຶ່ງ ຄໍາວິພັດ ມາ ຈາກ ເຄົ້າ ບາລີ ວິພັຕຕິ[Vibhatti] ເເລະ ທີ່ ເເປວ່າ ຫມວດ ກອງ ( division ) ຫລື ທີ່ ເເປວ່າ ຄວາມຕ່າງ ( distinction ) ກໍ ໄດ້ ເຫມືອນກັນ

    ຄົນໄທຍ ເເປ ຄໍາຝຣັ່ງ Suffixe ເປັນ ວິພັຕຕິ[Vibhatti] ຄື ຄໍາວິພັດ ນັ້ນເອງ

໔- ສັບ ນາມ.
ສັບ ເປັນ ຄໍາເເຜງ ທີ່ ອີງ ເອົາ ຕາມ ການຂຽນ ຫນັງສື ໄທຍ “ສັພທ” ເເລະ ທີ່ ເຮົາ ໃຊ້ກັນ ເພື່ອ ໃຫ້ ຮູ້ຈັກ ຄໍາໃດ ເເທ້ ທີ່ ຈະ ມີ ຄວາມຫມາຍ ຕາມ ຄວາມຕ້ອງການ ຂອງ ເຮົາ ຫລື ຫມວດ ຄໍາເວົ້າ ກໍ ວ່າ ໄດ້ || ຝຣັ່ງ/ອັງກິດ. Vocabulaire / Vocabulary

ຄໍາ ທີ່ ເພິ່ນ ຂຽນ ໄວ້ ໃນ ວັຈນານຸກົມ ຮຽກ ສັບ ຊຶ່ງ “ສັບ” ຫມາຍເຖິງ ຄໍາ ທີ່ ມີ ຄວາມຫມາຍ ສະເພາະເຈາະຈົງ ໃນ ດ້ານໃດ ດ້ານນຶ່ງ ຕ່າງຫາກ

ສ່ວນ ຄໍາເຄົ້າ ນັ້ນ ຂ້າພະເຈົ້າ ຍັງ ຊອກຫາ ບໍ່ ທັນ ໄດ້ ເທື່ອ

ເເຕ່ ເຮົາ ຕ້ອງ ຣະວັງ ເພາະວ່າ ຖ້າ ຄໍານີ້ ເປັນ ກິຣິຍາ ຄໍານີ້ ຕ້ອງ ເປັນ ຄໍາມູນ ຕາຍຕົວ ເເລະ ຈະ ມີ ຄວາມຫມາຍ ວ່າ ເອົາ ເເນວໃດ ເເນວນຶ່ງ ມາ ຟັນ ສິ່ງໃດ ສິ່ງນຶ່ງ ຫລື ມາ ຖັ່ງ ສິ່ງໃດ ສິ່ງນຶ່ງ ລົງ ເເຮງໆ ເເຕ່ ສິ່ງນັ້ນ ບໍ່ ຂາດ ອອກ ຈາກ ກັນ ( ເເລະ ສ່ວນຫລາຍ ຈະ ເເມ່ນ ສິ່ງ ທີ່ ມີ ຄົມ ດັ່ງ ສຽມ ເເລະ ພ້າ ເປັນຕົ້ນ )

໕- ພຍາງ ນາມ.
ພຍາງ ຫມາຍເຖິງ ສຽງ ນຶ່ງໆ ຂອງ ຖ້ອຍຄໍາ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້ ຄື ( ໃຫ້ ດິກ ເບິ່ງ ຫນ້ານີ້ )

  • ບ້ານ ເປັນ ຄໍານຶ່ງ ທີ່ ມີ ພຍາງດຽວ
  • ເມືອງ ເປັນ ຄໍານຶ່ງ ທີ່ ມີ ພຍາງດຽວ
  • ປະເທດ[ປະ-ເທດ] ເປັນ ຄໍານຶ່ງ ທີ່ ມີ ສອງ ພຍາງ
  • ປະຊາຊົນ[ປະ-ຊາ-ຊົນ] ເປັນ ຄໍານຶ່ງ ທີ່ ມີ ສາມ ພຍາງ
  • ພົລເມືອງ[ພົນ-ລະ-ເມືອງ] ເປັນ ຄໍານຶ່ງ ທີ່ ມີ ສາມ ພຍາງ
  • ເອກຣາດ[ເອກ-ກະ-ຣາດ] ເປັນ ຄໍານຶ່ງ ທີ່ ມີ ສາມ ພຍາງ
  • ອະທິປະໄຕ[ປະ-ຊາ-ທິ-ປະ-ໄຕ] ເປັນ ຄໍານຶ່ງ ທີ່ ມີ ສີ່ ພຍາງ
  • ເເນວລາວຮັກຊາດ[ເເນວ-ລາວ-ຮັກ-ຊາດ] ເປັນ ຄໍານຶ່ງ ທີ່ ມີ ສີ່ ພຍາງ
  • ຯລຯ


ສລຸບຄວາມ
ເຮົາ ຕ້ອງ ຮູ້ຈັກ ດ້ວຍ ຄວາມເເນ່ນອນ ວ່າ

  • ອັນໃດ ເປັນ ຄໍາເວົ້າ ( ຫລື ຄໍາ ລ້າໆ ກໍ ໄດ້ ເຫມືອນກັນ )
  • ອັນໃດ ເປັນ ຖ້ອຍຄໍາ ( ຫລື ຖ້ອຍ ລ້າໆ ກໍ ໄດ້ ເຫມືອນກັນ )

ຖ້ອຍຄໍາ ເເລະ ຄໍາເວົ້າ ຕ່າງໆ ນັ້ນ ( ຫລື ຄໍາ ເເລະ ຖ້ອຍ ຕ່າງໆ ) ມີ ຈັກ ພຍາງ ເເທ້ ເເລະ ສິ່ງ ສໍາຄັນ ອີກຢ່າງນຶ່ງ ກໍ ຄື ເຮົາ ຄວນ ຮູ້ຈັກ ວ່າ ຄໍາໃດ ເປັນ

  • ຄໍາມູນ
  • ຄໍາເເຜງ
  • ຄໍາປະສົມ
  • ຄໍາສມາດ
  • ຄໍາອະໄວຍະຍະ
  • ຄໍາຕັດທິດ
  • ຄໍາກິດົກ
  • ຄໍາສົນທິ

ຊຶ່ງ ຄໍາ ຕ່າງໆ ເຫລົ່ານີ້ ເເລ ທີ່ ເພິ່ນ ຂຽນ ປະ ໄວ້ ໃນ ວັຈນານຸກົມ ເເລະ ຄໍາ ເຫລົ່ານີ້ ສາມາດ ເປັນ ນາມ ສັພນາມ ຄຸນນາມ ກິຣິຍາ ພ້ອມທັງ ສັງຂຍາ ອີກດ້ວຍ

ສະນັ້ນ ຖ້າ ເຮົາ ບໍ່ ເຂົ້າໃຈ ສັບ ພື້ນຖານ ຕ່າງໆ ເຫລົ່ານີ້ ມັນ ຈະ ພາ ໃຫ້ ເຮົາ ເຂົ້າໃຈ ຄວາມຄຶດ ຂອງ ເຮົາເອງ ໄດ້ ຍາກ


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ເອກສານ ບົດນີ້ ໃນ ຣະບົບ PDF
ເອກສານ ບົດນີ້ ໃນ ຣະບົບ EPUB


( ຖ້າ ຜູ້ໃດ ເຫັນ ຄວາມຜິດ ເເນວໃດ ຫລື ຢາກ ໃຫ້ ຄວາມຄິດ ເເນວໃດ ກະຣຸນາ ຂຽນ ໄວ້ ຂ້າງລຸ່ມນີ້ ເເລະ ຂໍ ຂອບໃຈ ລ່ວງຫນ້າ )

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0