ພາສາ ລາວ - La langue lao ບົນ ລາວເເພນ

ຄໍາເເຜງ

ວັນພະຫັດ ທີ ໗ ເດືອນ ມິຖຸນາ/juin  ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ຄໍາເເຜງ

ລັກສນະ ຂອງ ຄໍາເວົ້າ
“ວາຈີວິພາກ” ເປັນ ນາມ ເເລະ ເປັນ ຄໍາປະສົມ ທີ່ ໄດ້ມາ ຈາກ ຄໍາບາລີ “ວາຈີ/ວາຈາ” ທີ່ ເເປວ່າ ຄໍາເວົ້າ ເເລະ “ວິພາກ” ທີ່ ເເປວ່າ ອະທິບາຍ ຢ່າງ ເເຈ່ມເເຈ້ງ ເເລະ ເປັນ ບັ້ນໃຜບັ້ນມັນ ໄປ || ຝຣັ່ງ/ອັງກິດ. Narrer / Narate ( Narrateur / Narrator ) ຊຶ່ງ ວາຈີວິພາກ ຫມາຍເຖິງ ການວິພາກ ຄໍາເວົ້າ ( ໃຫ້ ລະອຽດ ) ນັ້ນເອງ ເພາະວ່າ ການເເປ ຄໍາບາລີ ຕ້ອງ ເລີ້ມ ເເປ ຈາກ ພຍາງທ້າຍ ໄປ ຫາ ພຍາງຫນ້າ ສເມີ

ທາຕຸສາດ || Etymologie / Etymology

  • “ຄໍາ” ເປັນ ນາມ ເເລະ ເປັນ ຄໍາລາວ ເເທ້ໆ ມາ ເເຕ່ ດັ້ງເດີມ ຫມາຍຄວາມວ່າ ມາ ເເຕ່ ໃດໆ ເເລ້ວ ຈົນ ເຮົາ ນໍາ ຮອຍ ບໍ່ ເຖິງ ຫລື ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ມີ ມາ ເເຕ່ ມື້ ກໍາເນີດ ຂອງ ຄົນລາວຊາວໄທ ກໍ ວ່າ ໄດ້ ເຫມືອນກັນ
  • “ເເຜງ” ເປັນ ຄໍາລາວ ເເລະ ເເປວ່າ ເເປງ ຫລື ດັດເເປງ

ໂຄສະຖານ || Phonétique / Phonetics

  • “ຄໍາ” ມີ ສຽງສັ້ນ ເເລະ ມີ ສຽງສູງຢ່ອນ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ດັກ ລົງ ໄປ ຫາ ສຽງກາງ ເເລະ ກໍ ສິ້ນສຸດ ລົງ ຢູ່ ທີ່ນັ້ນ
  • “ເເຜງ” ມີ ທັງ ສຽງຍາວ ເເລະ ສຽງຫອງ ( ຖ້າ ມັນ ປະກອບ ໄມ້ໂທ ມັນ ຈະ ມີ ສຽງຕໍ່າ ) ຊຶ່ງ ຫມາຍຄວາມວ່າ ສຽງ ທີ່ ເລີ້ມ ຈາກ ສຽງຕໍ່າ ສຸດ ເເລະ ທີ່ ເຈີດ ຂຶ້ນ ໄປ ຫາ ສຽງສູງ ສຸດ )

ຄວາມຫມາຍ || Définition / Definition
ຄໍາເເຜງ ຫມາຍເຖິງ ຄໍາໃດ ຄໍານຶ່ງ ທີ່ ເພິ່ນ ເອົາ ມັນ ມາ ເເປງ ໃຫ້ ເປັນ ຄໍາໃຫມ່ ໄປ ເລີຍ ເພື່ອ ໃຫ້ ເຫມາະສົມ ກັບ ການໃຊ້ ໃນ ພາສາ ລາວ ສະນັ້ນ ຄໍາເເຜງ ຫມາຍເຖິງ ຄໍາລາວ ຕາຍໂຕ ເມື່ອ ມັນ ກາຍເປັນ ຄໍາລາວ ຄໍານຶ່ງ ເເລ້ວ ເຮົາ ກໍ ມີ ສິດ ຂຽນ ມັນ ໃສ່ ໃນ ວັຈນານຸກົມ ເຫມືອນ ດັ່ງ ຄໍາມູນ ຄໍາປະສົມ ເເລະ ຄໍາສມາດ ນັ້ນເອງ

ວິທີ ເເຜງ ອັກສອນ ຫລື ອັກຂຣະ
ຄໍາ ທີ່ ເພິ່ນ ມີ ສິດ ນໍາ ເອົາ ມາ ເເຜງ ນັ້ນ ມີ ຢູ່ ດ້ວຍກັນ ຫລາຍ ຢ່າງ ຄື

  • ຄໍາລາວ ນຶ່ງ
  • ຄໍາບາລີ ນຶ່ງ
  • ຄໍາສັນສະກຣິດ ນຶ່ງ

ສ່ວນ ການເເຜງ ຄໍາຝຣັ່ງ ເເລະ ຄໍາອັງກິດ ນັ້ນ ເພິ່ນ ບໍ່ ໄດ້ບັນຍັດ ໄວ້ ຢ່າງໃດ ເລີຍ ສະນັ້ນ ຂ້າພະເຈົ້າ ຈະ ຂໍ ຍົກ ມັນ ຂຶ້ນ ມາ ເປັນ ຕົວຢ່າງ ຂອງ ການສຶກສາ ພາຍຫລັງ

໑- ການເເຜງ ອັກສອນ ຫລື ອັກຂຣະ
ການເເຜງ ອັກຂຣະ ຕ່າງໆ ໃນ ພາສາ ລາວ ກໍ ເພື່ອ ດັດເເປງ ພຍັນຊນະ ຫລື ສຣະ ຕົວໃດ ຕົວນຶ່ງ ໃຫ້ ຄ່ອງເເຂ້ວ ເເລະ ໃຫ້ ເຫມາະສົມ ກັບ ປະເພນີ ການປາກເວົ້າ ຂອງ ຄົນລາວ ໂດຍ ທົ່ວໄປ ນຶ່ງ ເເລະ ເພື່ອ ບໍ່ ໃຫ້ ຄໍາ ທີ່ ຖືກ ເເຜງ ນັ້ນ ສັບສົນ ກັບ ຄໍາມູນ ທີ່ ມີ ຢູ່ ເເລ້ວ ໃນ ພາສາ ລາວ

ການເເຜງ ສຣະ ເປັນ ໄມ້ສະກົດ

  • ການເເຜງ ສຣະ ໃນ ບັ້ນນີ້ ມີ ສາມ ຢ່າງ ດ້ວຍກັນ ຄື
  • ການລຶບ ສຣະອະ ( ◌ະ ) ອອກ ເເລ້ວ ຈຶ່ງ ເອົາ ໄມ້ກັນ ( ັ ) ມາ ເເທນ ນຶ່ງ
  • ການລຶບ ສຣະອະ ອອກ ເເລ້ວ ຈຶ່ງ ເອົາ ໄມ້ກົງ ( ົ ) ມາ ເເທນ ນຶ່ງ
  • ການລຶບ ສຣະໂອະ ( ໂ◌ະ ) ອອກ ເເລ້ວ ຈຶ່ງ ເອົາ ໄມ້ກົງ ມາ ເເທນ ນຶ່ງ
  • ການລຶບ ສຣະເອາະ ( ເ◌າະ ) ອອກ ເເລ້ວ ຈຶ່ງ ເອົາ ໄມ້ກັນ ( ັ ) ເເລະ ຕົວອໍ ( ◌ອ◌) ມາ ເເທນ
  • ການລຶບ ສຣະເອ ( ເ◌ ) ເເລະ ສຣະອະ ( ◌ະ ) ອອກ ເເລະ ກໍ ບໍ່ ມີ ຕົວເເທນ

ຫລັງຈາກນັ້ນ ເພິ່ນ ຈຶ່ງ ເອົາ ພຍັນຊນະ ຕົວໃດ ຕົວນຶ່ງ ມາ ປະກອບ ເປັນ ຕົວກໍ້າ ຫລື ຕົວສະກົດ ດັ່ງນີ້

ເເຜງ ເປັນ ດັ່ງ ເປັນ ຕົວຢ່າງ
◌ະ ◌ະ + ກ ັກ ( ກັກ )
ເ◌ະ ເັ ເັ + ນ ເັກ ( ເຂັນ )
ເເ◌ະ ເເັ ເເັ + ບ ເເັບ ( ເເກັບ )
ໂ◌ະ ໂ◌ະ + ຍ ົກ ( ກົກ )
ໂ◌ະ ໂັ ໂ◌ະ + ຍ ໂັຍ ( ໂຄັຍ )
ໂ◌ະ ໂັ ໂ◌ະ + ວ ໂັວ ( ໂຢັວ )
ເ◌າະ ັອ ເ◌າະ + ກ ັອກ ( ກັອກ )
◌ອ◌ ໍ + ກ ◌ອກ ( ກອກ )
ເັຽະ ັຽ ເັຽະ + ກ ັຽກ ( ລຶບ ສຣະເອ ເ◌ )
ົວ ◌ວ◌ ົວ + ນ ◌ວນ ( ກວນ )
ເເຜງ ໑

ການ ທີ່ ເພິ່ນ ລຶບ ອັກຂຣະ ຕົວໃດ ຕົວນຶ່ງ ອອກ ເເລ້ວ ເພິ່ນ ຈຶ່ງ ເອົາ ອັກຂຣະ ຕົວໃດ ຕົວນຶ່ງ ສັບ ໃສ່ ເພື່ອ ໃຫ້ ມັນ ກາຍ ເປັນ ໄມ້ ຕ່າງໆ ຂອງ ເເມ່ທັງເເປດ ນັ້ນ ໃຫ້ ທ່ານ ເປັນ ຜູ້ ພຍາຍາມ ເຂົ້າໃຈ ດີໆ ( ເບິ່ງ ບົດຄວາມ ວ່າດ້ວຍ ເເມ່ທັງເເປດ )

ການເເຜງ ໄມ້ສະກົດ
ເພິ່ນ ໃຊ້ ການເເຜງ ເເນວນີ້ ໃນ ກາບກອນ ຕ່າງໆ

ເເຜງ ົວ ເປັນ ໂ◌ ( ກອນ ປູ່ ສອນ ຫລານ )
ນໍ້າເຕັມໄຫ .................... ມອດໄຟບໍ່ໄດ້
ເພິ່ນນັ່ງ ໄຫ້ ................. ໂຕຢ່ານັ່ງຫົວ ( ົວ ເປັນ ໂ◌ )
ການຈໍາໂຕ .................... ຫາໃຜບໍ່ໄດ້
ຝູງຫມູ່ໄກ້ ..................... ເຂົາບໍ່ມີກົວ

ເເຜງ ◌ວງ ເປັນ ໂ◌ນ ( ກອນ ປູ່ ສອນ ຫລານ )
ເພິ່ນທຽວຫາ ................ ຢ່າໄດ້ຂຽວຄໍ່າ
ໄປທາງຕໍ່າ .................. ໃນປ່າດົງຫລວງ ( ◌ວງ ເປັນ ໂ◌ນ? ພິສູດຍັງ ບໍ່ທັນໄດ້ )
ເຂົາຄວາຍໂທນ ............. ຢ່າເຮັດດ້າມພ້າ
ທັງສາດຄລ້າ ............... ຢ່າໄດ້ປູເຮືອນ

ການເເຜງ ອັກຂຣະ ບາລີ ເເລະ ສັນສະກຣິດ
ຈຸດປະສົງ ໃນ ການເເຜງ ອັກຂຣະ ບາລີ ເເລະ ສັນສະກຣິດ ກໍ ເພື່ອ ເຮັດ ໃຫ້ ອັກຂຣະ ດັ່ງກ່າວ ມີ ຄວາມສະດວກ ໃນ ການອ່ານ ເເລະ ໃຫ້ ຄໍາ ທີ່ ຖືກ ເເຜງ ກາຍ ມາ ເປັນ ຄໍາລາວ ພ້ອມທັງ ໃຫ້ ມັນ ເຂົ້າ ກັບ ປະເພນີ ການປາກເວົ້າ ຂອງ ຄົນລາວ ອີກດ້ວຍ ດັ່ງນີ້

ຄໍາ ທີ່ ໃຊ້ ໄດ້ ໃນ ພາສາ ລາວ ເເລະ ທີ່ ປຽບ ເປັນ ຄໍາເເຜງ ເເມ່ນ ຄໍາ ສຸດທ້າຍ ຂອງ ເເຕ່ລະເເຖວ ໃນ ເເຜງ ຕ່າງໆ ຂ້າງລຸ່ມນີ້

ກ- ການເເຜງ ສຣະອະ ( ◌ະ ) ເປັນ ສຣະ ຕົວອື່ນ
ຢ່າ ລືມ ວ່າ ຄໍາ ເຫລົ່ານີ້ ໄດ້ສະກົດ ເປັນ ຄໍາລາວ ເເລ້ວ ເພິ່ນ ຈຶ່ງ ເອົາ ມາ ເເຜງ ໃຫມ່ ອີກ ຕໍ່ນຶ່ງ

ເເຜງ ສຣະ ເປັນ ດັ່ງ ເປັນ ຊຶ່ງ ເເຜງ ເປັນ
◌ະ ວະຊິຣະ ວິຊິຣະ ວິຊຽນ
◌ະ ມັງຄະລະ ມຸງຄຸລ ມຸງຄຸນ
◌ະ ຊະນະ ຊົນ
◌ະ ເ◌າະ ສັງຄະຫະ ສົງເຄາະຫະ ສົງເຄາະ
◌ະ ເົາ ສະວະນີ ເສົາວະນີ
◌ະ ໍາ ອະມາດ ອໍາມາດ
◌ະ ◌ອ ຈິວະຣະ ຈີວຣ ຈີວອນ
◌ະ ◌ອ ນະຄະຣະ ນະຄຣ ນະຄອນ
◌ະ ◌ອ ວະຣະ ວຣ ພຣ ພອນ ພຣະ
ເເຜງ ໒

ຂ- ສຣະອິ ( ິ ) ໃນ ໄມ້ສະກົດ ເປັນ ສຣະ
ຈຸດປະສົງ ໃນ ການເເຜງ ອັກຂຣະ ກໍ ເພື່ອ ໃຫ້ ຄໍາເເຜງ ກາຍ ມາ ເປັນ ຄໍາລາວ ຢ່າງ ສົມບູນ ເເບບ

ເເຜງ ສຣະ ເປັນ ດັ່ງ ເປັນ ເເຜງ ຕໍ່ ເເຜງ ຕໍ່
ສິລາ ສີລາ
ຶ◌ ສິກສາ ສຶກສາ
ຫິງສາ ຫຶງສາ
ເ◌ ສິລາ ເສລາ
ພິດານ ເພດານ
ເັຽ ທິຣະຄາ ເທັຽຣະຄາ
◌ຽ◌ ສິຣະ ສຽຣ ສຽນ
◌ຽນ ວະຊິຣະ ວິຊິຣະ ວິຊຽນ
ໄ◌ ຕິປິຕະກະ ໄຕປິຕະກະ ໄຕປີດະກະ ໄຕປີດົກ
ພິທຸຣະ ໄພທຸຣະ ໄພທູຣ ໄພທູນ
ພິປຸລະ ໄພປຸລະ ໄພປູລ ໄພບູນ
ື◌ ພີຊະ ພືຊະ ພືຊ ພືດ
ເເຜງ ໓

ຄ- ສຣະ ໂດຍ ທົ່ວໄປ ເປັນ ອັກຂຣະ ຕົວອື່ນ

ປຸຣະນະ ປູຣານ ບຸຣານ ບູຮານ
ໂ◌ ປຸຣະນະ ໂປຣະນະ ໂບຣານ ໂບຮານ
ສຸພາ ໂສພາ
ສຸພາບ ໂສພາບ
ມຸຫະ ໂມຫະ
ົວ ຍຸວະຣາດ ເຍົາວະຣາດ
ເົາ ສຸວະຄົນ ເສົາວະຄົນ
ຍຸວະຊົນ ເຍົາວະຊົນ
ົວ ບູຣະພາ ບົວຣະພາ
ບໍຣິບູນ ບໍຣະບວນ
ເ◌ ໄ◌ ເວຍຍາກະຣະນະ ໄວຍາກຣນ ໄວຍາກຣ ໄວຍາກອນ
ໂ◌ ◌ວ◌ ໂອສານ ອະວະສານ
ົວ ໂຕ ຕົວ
ໂ◌ ເົາ ໂມລີ ເມົາລີ
ເເຜງ ໔


ງ- ການເເຜງ ພຍັນຊນະ ບາລີ ເເລະ ສັນສະກຣິດ
ຈຸດປະສົງ ໃນ ການເເຜງ ພຍັນຊນະ ບາລີ ເເລະ ພຍັນຊນະ ສັນສະກຣິດ ໃນ ພຍາງໃດ ພຍາງນຶ່ງ ກໍ ເພື່ອ ໃຫ້ ພຍາງ ດັ່ງກ່າວ ເເຕກຕ່າງ ຈາກ ຄໍາມູນ ທັງນີ້ ກໍ ເພື່ອ ເວັ້ນ ການສັບສົນ ກັບ ຄໍາມູນ ນັ້ນເອງ

ເເຜງ ຕົວ ເປັນ ຕົວ ດັ່ງ ເປັນ ເເຜງ ຕໍ່ ເເຜງ ຕໍ່ ເເຜ ຕໍ່
◌ຕ◌ ◌ດ◌ ຕາຣາ ດາຣາ
ຕິປິຕະກະ ໄຕປິຕະກະ ໄຕປີດະກະ ໄຕປີດົກ
ມາຕາ ມາດາ
◌ປ◌ ◌ບ◌ ປາຣະມີ ບາຣະມີ
ປິຕາ ບິຕາ ບິດາ
ປັນດິຕະ ບັນດິຕ ບັນດິດ
◌ຜ◌ ປາສາທະ ຜາສາທະ ຜາສາທ ຜາສາດ
◌ປ◌ ◌ວ◌ ປະວະຣະ ປະວຣ ປໍວຣ ບໍວຣ ບໍວອນ
◌ຣ◌ ◌ຮ◌ ປຸຣະນະ ປູຣະນະ ບູຣະນະ ບູຣານະ ບູຮານ
◌ວ◌ ◌ພ◌ ປະເວນີ ປະເພນີ
ເທວີ ເທພີ
ວະຊະຣະ ວັຊຣະ ເວັຊຣ ເພັຊຣ ເພັດ
ວານິຊະ ພານິຊະ ພານິຊ ພານິດ
ວິທີ ພິທີ
ວິສະ ວິສ ພິສ ພິດ
ວະຣະ ວຣ ພຣ ພອນ ພຣະ
◌ຕ◌ ◌ກ◌ ຕຶກຕອງ ກຶກກອງ
ເເຜງ ໕

ເເຕ່ວ່າ ຍັງ ມີ ກໍຣະນີ ພິເສດ ທີ່ ເພິ່ນ ເເຜງ ພຍັນຊນະ ລາວ ເປັນ ຮູບ ໃຫມ່ ທັງນີ້ ກໍ ເນື່ອງ ຈາກ ວ່າ ເພິ່ນ ໄດ້ບັນທຶກ ສຽງ ທ້ອງຖິ່ນ ປະ ໄວ້ ເເລະ ເມື່ອ ເປັນ ດັ່ງນີ້ ຄົນ ທັງຫລາຍ ກໍ ໄດ້ນໍາ ມາ ໃຊ້ ເປັນ ທາງການ ນັ້ນເເລ ດັ່ງ ຜະສົມ ເປັນ ປະສົມ ຍ້ອນ ໄທເຫນືອ ອ່ານ ຕົວຜໍ ( ◌ຜ◌ ) ເເລະ ຕົວພໍ ( ◌ພ◌ ) ອອກ ເປັນ ສຽງ ຕົວປໍ ( ◌ປ◌ ) ດັ່ງ ອີ່ພໍ່ ເປັນ ອີ່ປໍ່ ອາໃພ້ ເປັນ ອາເປີ້ ເເລະ ຜີຫລອກ ເປັນ ປີ໋ຫລອກ ເປັນຕົ້ນ

໒- ການເເຜງ ຄໍາເວົ້າ
ຄໍາເຄົ້າ ທີ່ ເພິ່ນ ນໍາ ເອົາ ມາ ເເຜງ ນັ້ນ ສ່ວນຫລາຍ ຈະ ເປັນ ຄໍາມູນ ຜິວ່າ ຄໍາເຄົ້າ ເປັນ ຄໍາບາລີ ຫລື ຄໍາສັນສະກຣິດ ເພິ່ນ ກໍ ຕ້ອງ ເອົາ ມັນ ມາ ເເຜງ ໃຫ້ ມັນ ເປັນ ຄໍາລາວ ເສັຽກ່ອນ ຫລັງຈາກນັ້ນ ເພິ່ນ ຈຶ່ງ ເອົາ ມັນ ມາ ເເປງ ເປັນ ຄໍາເເຜງ ອີກ ຕໍ່ນຶ່ງ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້

  • ຊັນຍະ ===> ຊານ ===> ຊໍານານ
    ຊານ ມີ ເຄົ້າ ມາ ຈາກ ພາສາ ບາລີ “ຊັນຍະ” ຊຶ່ງ ເພິ່ນ ເອົາ ມັນ ມາ ເເຜງ ເປັນ ຄໍາລາວ ຄື ເປັນ “ຊານ” ເພື່ອ ໃຫ້ ມັນ ເຂົ້າ ກັບ ການປາກເວົ້າ ຂອງ ພາສາ ລາວ ເສັຽກ່ອນ ຫລັງຈາກນັ້ນ ເພິ່ນ ຈຶ່ງ ເອົາ ຄໍາ “ຊານ” ມາ ເເຜງ ໃຫມ່ ອີກ ເທື່ອນຶ່ງ ເພື່ອ ໃຫ້ ມັນ ກາຍເປັນ ຄໍາ ຊໍານານ ທີ່ ເເປວ່າ ຮູ້ ຢ່າງ ຄັກເເນ່ ຫມາຍຄວາມວ່າ ມີ ການເເຜງ ເຖິງ ສອງ ເທື່ອ ອັນນີ້ ຄື ຫລັກ ຂອງ ການເເຜງ ຄໍາ ທີ່ ມາ ຈາກ ພາສາ ບາລີ ເເລະ ພາສາ ສັນສະກຣິດ

ຈຸດປະສົງ ຂອງ ການເເຜງ ຄໍາລາວ ດ້ວຍກັນ ກໍ ເພື່ອ ເຮັດ ໃຫ້ ຄໍາ ທີ່ ຖືກ ເເຜງ ກາຍ ມາ ເປັນ ຄໍາ ໃຫມ່ ທີ່ ມີ ຄວາມອອນຊອນ ຫລາຍ ຂຶ້ນ ກວ່າ ເກົ່າ ຊຶ່ງ ຄາວກ່ອນ ເພິ່ນ ໃຊ້ ຄໍາເເຜງ ນີ້ ສໍາລັບ ການປະພັນ ເເລະ ກາບກອນ ຕ່າງໆ ເເຕ່ວ່າ ຫລັກ ຂອງ ການເເຜງ ຄໍາລາວ ດ້ວຍກັນ ເພິ່ນ ຈະ ຮັກສາ ພຍັນຊນະ ຕົ້ນພຍາງ ຕົວເຄົ້າ ໄວ້ ເຫມືອນເດີມ ເເຕ່ ເພິ່ນ ຈະ ຍ້າຍ ໄມ້ສະກົດ ຂອງ ຕົວເຄົ້າ ໄປ ປະກອບ ກັບ ພຍາງ ທ້າຍ ຂອງ ຄໍາໃຫມ່ ທີ່ ກາຍ ມາ ເປັນ ຄໍາເເຜງ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້

  • “ກົດ” ເເຜງ ເປັນ “ກໍານົດ” ທີ່ ອ່ານວ່າ ກໍາ-ນົດ
    “ກົດ” ເເປວ່າ ຂໍ້ບັງຄັບ ເຮັດໃຫ້ມັນເປັນຮອຍ ອີກປະການນຶ່ງ ເພິ່ນ ຍັງ ຮັກສາ ພຍັນຊນະ ຕົ້ນພຍາງ ຕົວກໍ ( ◌ກ◌ ) ໄວ້ ບ່ອນເກົ່າ ເເລະ ຍ້າຍ ໄມ້ອົດ ( ົດ ) ໃນ ເເມ່ກັດ ໄປ ປະກອບ ກັບ ພຍັນຊນະ ທ້າຍພຍາງ ຂອງ ຄໍາເເຜງ “ກໍານົດ” ຊຶ່ງ ເເປວ່າ ຈໍາກັດ ສິ່ງໃດ ສິ່ງນຶ່ງ
  • “ເກີດ” ເເຜງ ເປັນ “ກໍາເນີດ” ອ່ານວ່າ ກໍາ-ເນີດ ເເລະ ໄມ້ເອີດ ( ເີດ ) ຂອງ ເເມ່ກັດ ຍັງ ຖືກ ຮັກສາ ໄວ້ ເຫມືອນເດີມ ໃນ ຄໍາ ກໍາເນີດ ຊຶ່ງ ເເມ່ກັດ ເປັນ ເເມ່ ທີສີ່ ຂອງ ເເມ່ທັງເເປດ ເຊັ່ນ ເເມ່ກັກ ເເມ່ກັງ ເເມ່ກາຍ ເເມ່ກັດ ເເມ່ກັນ ເເມ່ກັບ ເເມ່ກັມ ເເມ່ກາວ

    ຄວາມຫມາຍ ຂອງ ຄໍາເຄົ້າ ເເລະ ຂອງ ຄໍາເເຜງ ຈະ ຕ່າງກັນ ພຽງ ເລັກນ້ອຍ ຄື
    • “ເກີດ” ຫມາຍເຖິງ ການເກີດ ສາມັນ ເຖິງ ຈະ ໄດ້ເກີດ ຢູ່ ບ່ອນໃດ ກໍຕາມ
    • “ກໍາເນີດ” ຫມາຍເຖິງ ຄວາມເປັນມາ ຂອງ “ບ່ອນ ຕົ້ນຕໍ” ຫລື “ບໍ່ ຂອງ ການເກີດ” ຫລາຍກວ່າ
  • “ເເຈກ” ເເຜງ ເປັນ “ຈໍາເເນກ” ທີ່ ອ່ານວ່າ ຈໍາ-ເເນກ
    “ເເຈກ” ເເປວ່າ ຢາຍ ປັນ ເອົາ ໃຫ້ ລ້າ ພ້ອມດຽວກັນນີ້ ໄມ້ເເອກ ( ເເ◌ກ ) ຂອງ ເເມ່ກັກ ກໍ ຍັງ ຖືກ ຮັກສາ ໄວ້ ເຫມືອນເດີມ ໃນ ຄໍາ ຈໍາເເນກ ຊຶ່ງ ເເປວ່າ ໄຈ້ ເເຍກ
  • ຈົງ” ( ທີ່ ອ່ານ ຈົ່ງ ກໍ ໄດ້ ) ===> “ຈໍານົງ” ===> ທີ່ ອ່ານວ່າ ຈໍາ-ນົງ
    “ຈົງ” ເເປວ່າ ຕັ້ງໃຈ ຕັ້ງຫນ້າ ຕັ້ງຫນ້າຕັ້ງຕາ ( ຊຶ່ງ ໃນ ຫົວ ຂອງ ເຮົາ ເຮົາ ຄິດວ່າ ຈໍາເປັນ ຕ້ອງ ເຮັດ ) ດ້ວຍເຫດນີ້ ເພິ່ນ ຈຶ່ງ ບໍ່ ຂຽນ ວັນນະຍຸດ ເອກ ໃສ່ ເທິງ ຕົວຈໍ ( ◌ຈ◌ ) ໃນ ຄໍາ ຈົງ ອີກປະການນຶ່ງ ໄມ້ອົງ ( ົງ ) ຂອງ ເເມ່ກັງ ກໍ ຍັງ ຖືກ ຮັກສາ ໄວ້ ເຫມືອນເດີມ ໃນ ຄໍາ ຈໍານົງ ຊຶ່ງ ເເປວ່າ ຄິດ ໃຝ່ ປະສົງ ດັ່ງ ເຈດຈໍານົງ ( ຈິນຕະນາ“ການ” ) ເປັນຕົ້ນ
  • ຈອງ” ( ທີ່ ອ່ານ ຈ່ອງ ກໍ ໄດ້ ) ===> “ຈໍານອງ” ===> ທີ່ ອ່ານວ່າ ຈໍາ-ນອງ
    “ຈອງ” ເເປວ່າ ຈັບ ຜູກ ຫມາຍ ດ້ວຍເຫດນີ້ ເພິ່ນ ຈຶ່ງ ບໍ່ ຂຽນ ວັນນະຍຸດ ເອກ ໃສ່ ເທິງ ພຍັນຊນະຈໍ ( ◌ຈ◌ ) ໃນ ຄໍາ ຈໍານອງ ອີກປະການນຶ່ງ ໄມ້ອົງ ( ◌ອງ ) ຂອງ ເເມ່ກັງ ກໍ ຍັງ ຖືກ ຮັກສາ ໄວ້ ເຫມືອນເດີມ ໃນ ຄໍາ ຈໍານອງ ຊຶ່ງ ເເປວ່າ ເຈືອດ ( ຈໍາ ຊົ່ວຄາວ ) ຈໍາ ຊຶ່ງ ໄທອິສານ ມັກ ເວົ້າ ຈໍານໍາ ນັ້ນເອງ ( ຈໍານອງ ເເປວ່າ ເອົາ ເເນວໃດ ເເນວນຶ່ງ ຈໍາ ໄວ້ )
  • “ຈ່າຍ” ===> “ຈໍາຫນ່າຍ” ===> ທີ່ ອ່ານວ່າ ຈໍາ-ຫນ່າຍ
    “ຈ່າຍ” ເເປວ່າ ເອົາ ສິ່ງໃດ ສິ່ງນຶ່ງ ໃຫ້ ຕາມ ຄ່າ ທີ່ ໄດ້ຕົກລົງ ດ້ວຍເຫດນີ້ ເພິ່ນ ຈຶ່ງ ຮັກສາ ໄມ້ອາຍ ( ◌າຍ ) ຂອງ ເເມ່ກາຍ ທີ່ ປະກອບ ວັນນະຍຸດ ເອກ ເປັນ ອ່າຍ ( ່າຍ ) ໄວ້ ເຫມືອນເດີມ ໃນ ຄໍາ ຈໍາຫນ່າຍ ຊຶ່ງ ເເປວ່າ ເເຈກ ໃນ ທ້ອງ ຕລາດ ເພື່ອ ຂາຍ ຊຶ່ງ ຫມາຍເຖິງ ຂອງຂາຍ ຫລາຍກວ່າ
  • “ສະເເດງ” ===> “ສໍາເເດງ” ===> ທີ່ ອ່ານວ່າ ສໍາ-ເເດງ
    “ສະເເດງ” ເເປວ່າ ອ້າງ ອວດ ( ບໍ່ ເເມ່ນ ຂອງ ເເທ້ ເພາະວ່າ ເຮັດ ເອົາ ຊື່ໆ ດັ່ງ ຕົວຢ່າງ “ສະເເດງ ເປັນ ຂຸນລູ” ) ເຮັດ ສິ່ງ ທີ່ ຕົນ ຢາກ ໃຫ້ ຄົນ ອື່ນ ເຫັນ ອີກປະການນຶ່ງ ໄມ້ເເອງ ( ເເ◌ງ ) ຂອງ ເເມ່ກັງ ກໍ ຍັງ ຖືກ ຮັກສາ ໄວ້ ເຫມືອນເດີມ ໃນ ຄໍາ ສໍາເເດງ ຊຶ່ງ “ສໍາເເດງ” ເເປວ່າ ເຫັນ ເກີດ ຂຶ້ນ
  • “ສຽງ” ===> “ສໍານຽງ” ===> ທີ່ ອ່ານວ່າ ສໍາ-ນຽງ
    “ສຽງ” ເເປວ່າ ຄວາມດັງ ( ໂດຍ ທົ່ວໄປ ) ຫລື ສິ່ງ ທີ່ ເຮົາ ໄດ້ຍິນ ອີກປະການນຶ່ງ ໄມ້ອຽງ ( ◌ຽງ ) ຂອງ ເເມ່ກັງ ກໍ ຍັງ ຖືກ ຮັກສາ ໄວ້ ເຫມືອນເດີມ ໃນ ຄໍາ ສໍານຽງ ຊຶ່ງ “ສໍານຽງ” ເເປວ່າ ສຽງ ຂອງ ຄໍາເວົ້າ
  • “ສວດ” ===> “ສໍານວດ” ===> ທີ່ ອ່ານວ່າ ສໍາ-ນວດ
  • “ເສັດ” ===> “ສໍາເຣັດ” ===> ທີ່ ອ່ານວ່າ ສໍາ-ເຣັດ
    “ເສັດ” ເເປວ່າ ຫມົດ ສ້ຽງ ອີກປະການນຶ່ງ ໄມ້ເອັດ ( ເັດ ) ຂອງ ເເມ່ກັດ ກໍ ຍັງ ຖືກ ຮັກສາ ໄວ້ ເຫມືອນເດີມ ໃນ ຄໍາ ສໍາເຣັດ ຊຶ່ງ “ສໍາເຣັດ” ເເປວ່າ ເສັດສິ້ນ ຫລື ເຮັດ ເເລ້ວ ຫລື ໄດ້ ເເລ້ວ
  • “ຊຸດ” ===> “ຊໍາລຸດ” ===> ທີ່ ອ່ານວ່າ ຊໍາ-ລຸດ
    “ຊຸດ” ເເປວ່າ ເພ ໂປດ ໂປດເປ່ ຫລຸດ ໂຫລ່ ເເຕ່ວ່າ ຄໍານີ້ ຕ້ອງ ໃຊ້ ກັບ ຄໍາອື່ນ ດັ່ງ ຊຸດໂຊມ ເປັນຕົ້ນ ມັນ ຈຶ່ງ ຈະ ເຂົ້າໃຈ ເເຈ້ງ ດີ ອີກປະການນຶ່ງ ໄມ້ອຸດ ( ຸດ ) ຂອງ ເເມ່ກັດ ກໍ ຍັງ ຖືກ ຮັກສາ ໄວ້ ໃນ ຄໍາ ຊໍາລຸດ ຊຶ່ງ ຫມາຍເຖິງ ເເນວ ບໍ່ ດີ ຄື ຈົບ ເເລ້ວ ກໍ ຍັງ ເກີດ ຂຶ້ນ ອີກ ຫລື ບໍ່ ເເລ້ວ ຈັກເທື່ອ
  • “ຊານ” ( ບ. ຊັນຍະ ) ===> “ຊໍານານ” ===> ທີ່ ອ່ານວ່າ ຊໍາ-ນານ
    “ຊານ” ເເປວ່າ ຜູ້ຮູ້ ຄັກເເນ່ ອີກປະການນຶ່ງ ໄມ້ອານ ( ◌ານ ) ຂອງ ເເມ່ກັນ ກໍ ຍັງ ຖືກ ຮັກສາ ໄວ້ ໃນ ຄໍາ ຊໍານານ ຊຶ່ງ ເເປວ່າ ຮູ້ ຄັກເເນ່ ຫລື ຮູ້ ຄັກ ຮູ້ ເເນ່
  • “ເດີນ” ===> “ດໍາເນີນ” ===> ທີ່ ອ່ານວ່າ ດໍາ-ເນີນ
    “ເດີນ” ເເປວ່າ ບໍ່ ຢຸດ ບໍ່ ເຊົາ ຫລືວ່າ ຍ່າງ ( ຢ່າງ ບໍ່ ຢຸດ ບໍ່ ຢັ້ງ ) ເເລ່ນ ດັ່ງ ຣົດ ເດີນ ໄດ້ ຫມາຍເຖິງ ຣົດ ບໍ່ ຕາຍ ເພາະ ມັນ ເເລ່ນ ໄປມາ ໄດ້ ຢູ່ ອີກປະການນຶ່ງ ໄມ້ເອີນ ( ເີນ ) ຂອງ ເເມ່ກັນ ຍັງ ຖືກ ຮັກສາ ໄວ້ ໃນ ຄໍາ ດໍາເນີນ ຊຶ່ງ ເເປວ່າ ຍັງ ເຮັດ ຕໍ່“ໄປ” ຢູ່
  • “ເເຕ່ງ” ===> “ຕໍາເເຫນ່ງ” ===> ທີ່ ອ່ານວ່າ ຕໍາ-ເເຫນ່ງ
    “ເເຕ່ງ” ເເປວ່າ ຕັ້ງ ( ເເຕ່ງ ຕັ້ງ ) ຈັດ ໃຫ້ ງາມ ( ຕົບ ເເຕ່ງ ) ອີກປະການນຶ່ງ ໄມ້ເເອງ ( ເເ◌ງ ) ຂອງ ເເມ່ກັງ ກໍ ຍັງ ຖືກ ຮັກສາ ໄວ້ ໃນ ຄໍາ ຕໍາເເຫນ່ງ ຊຶ່ງ ເເປວ່າ ຫນ້າທີ່
  • “ຕຣັບ” ===> “ຕໍາຣັບ” ===> ທີ່ ອ່ານວ່າ ຕໍາ-ຫຣັບ ດັ່ງ ຕໍາຣັບ ຕໍາຣາ ເປັນຕົ້ນ
  • “ຕຣິ” ===> “ດໍາຣິ” ===> ທີ່ ອ່ານວ່າ ດໍາ-ຫຣິ
  • “ອາດ” ===> “ອໍານາດ” ===> ທີ່ ອ່ານວ່າ ອໍາ-ນາດ
    “ອາດ” ເເປວ່າ ກ້າ ( ອາດ ຫານ / ອົງ ອາດ ) ອີກປະການນຶ່ງ ໄມ້ອາດ ( ◌າດ ) ຂອງ ເເມ່ກັດ ກໍ ຍັງ ຖືກ ຮັກສາ ໄວ້ ໃນ ຄໍາ ອໍານາດ ຊຶ່ງ ເເປວ່າ ສິດ ການໃຊ້ ສິດ ຫລື ການຄອບຄອງ
  • ອວຍ” ( ທີ່ ອ່ານ ອ່ວຍ ກໍ ໄດ້ ) ===> “ອໍານວຍ” ===> ທີ່ ອ່ານວ່າ ອໍາ-ນວຍ
    “ອວຍ” ເເປວ່າ ໃຫ້ ດັ່ງ ອວຍ ພອນ ທີ່ ອ່ານວ່າ ອ່ວຍ-ພອນ ເເລະ ທີ່ ເເປວ່າ ໃຫ້ ພອນ ເປັນຕົ້ນ ອີກປະການນຶ່ງ ໄມ້ອວຍ ( ◌ວຍ ) ຂອງ ເເມ່ກາຍ ກໍ ຍັງ ຖືກ ຮັກສາ ໄວ້ ໃນ ຄໍາ ອໍານວຍ ( ອວຍ ) ຊຶ່ງ ຫມາຍເຖິງ ໂອກາດ ເຫມາະສົມ ( ໂຊກ ອໍານວຍ ) ເເນວ ປະກອບ ຫລື ເເນວ ທີ່ ມາ ພ້ອມ ໃຫ້ ຕົກ ຖືກ ຫມົດ

ເຖິງຢ່າງໃດ ກໍດີ ກົດເກນ ຂອງ ການປະກອບ ຄໍາສົນທິ ຫລື ຄໍາ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ເເລະ ພາສາ ສັນສະກຣິດ ກໍ ຕ້ອງ ຜ່ານ ການເເຜງ ຄໍາເວົ້າ ເເລະ ການເເຜງ ອັກຂຣະ ສເມີ ( ສັນສະ. ອັກສອນ ) ທັງນີ້ ກໍ ເພື່ອ ໃຫ້ ຄໍາ ຕ່າງໆ ທີ່ ຈະ ເອົາ ມາ ໃຊ້ ໃນ ພາສາ ລາວ ເຫມາະສົມ ເເລະ ເຂົ້າ ກັບ ປະເພນີ ການປາກເວົ້າ ຂອງ ຄົນລາວ ເເຕ່ຫາກວ່າ ກ່ອນ ເພິ່ນ ຈະ ເຮັດ ໄດ້ ເພິ່ນ ກໍ ຕ້ອງ ເຂົ້າໃຈ ຫລັກ ໄວຍາກອນ ຂອງ ພາສາ ບາລີ ເເລະ ສັນສະກຣິດ ເສັຽກ່ອນ ເພິ່ນ ຈຶ່ງ ຈະ ເຮັດ ໄດ້ ອີກປະການນຶ່ງ ຜິວ່າ ເພິ່ນ ເຂົ້າໃຈ ເເທ້ ເພິ່ນ ກໍ ມີ ຄວາມສາມາດ ອະທິບາຍ ( ຂຽນ ) ໃຫ້ ຜູ້ອື່ນ ເຫັນ ໄດ້ ເເລະ ຟັງ ໄດ້ ຢ່າງ ເເຈ່ມເເຈ້ງ ເເທ້ເເລ

ການເເຜງ ຄໍາຝຣັ່ງ ຄໍາອັງກິດ ເເລະ ຄໍາອື່ນ
ເພິ່ນ ບໍ່ ໄດ້ບົ່ງບອກ ວ່າ ຄວນ ມີ ຫລັກ ເເນວໃດ ກັນເເທ້ ໃນ ການເເຜງ ຄໍາ ທີ່ ມາ ຈາກ ພາສາ ຂອງ ຊາວຕາເວັນຕົກ ເເລະ ພາສາ ອື່ນ ພຽງເເຕ່ ສັງເກດ ເຫັນ ເພິ່ນ ຂຽນ ໃຫ້ ມັນ ເຂົ້າ ກັບ ສຽງ ການປາກເວົ້າ ຂອງ ຄົນລາວ ຢ່າງດຽວ ເເລະ ຄໍາ ຂ້າງລຸ່ມນີ້ ຂ້າພະເຈົ້າ ຊອກຫາ ຄວາມເຂົ້າໃຈ ເອົາ ເອງ ເເຕ່ ເຖິງຢ່າງໃດ ກໍດີ ການເເຜງ ທຸກຢ່າງ ຈະ ຕ້ອງ ຜ່ານ ການເເຜງ ອັກຂຣະ ສເມີ

ເເຜງ ເປັນ ຝຣັ່ງ ອັງກິດ ເເຜງ ເປັນ ເເຜງ ເປັນ ເເຜງ ເປັນ
Corée ? Korea ? ກໍລີຢາ ເກົາລີອາ ເກົາຫລີ
Giao Viet. ກຽວ ເເກວ
Tank ຣົດຖັງ
Rouleau ຣົດຣູໂຣ ຣົດໂຣ ຣົດໂລ
ເີ ເັຽ German ເຢີຣະມານ ເຢີຣະມັນ ເຢັຽຣະມັນ
Civilized ສິວິໄລເຊິເດິ ສີວິໄລຊດ ສີວິໄລ
ເເຜງ ໖

ສລຸບຄວາມ
ຄໍາເເຜງ ຍັງ ມີ ອີກ ຫລາຍ ຄໍາ ທີ່ ເຮົາ ຍັງ ບໍ່ ທັນ ໄດ້ຮຽນຮູ້ ເທື່ອ ເເຕ່ວ່າ ເຮົາ ມີ ສິດ ບັນທຶກ ຄໍາເເຜງ ເຫລົ່ານີ້ ປະ ໄວ້ ໃນ ວັຈນານຸກົມ

ຄໍາໃດ ທີ່ ຖືກ ປ່ຽນເເປງ ອອກ ຈາກ ຄໍາເຄົ້າ ຄໍານັ້ນ ເປັນ ຄໍາເເຜງ ຊຶ່ງ ຄວາມຫມາຍ ຂອງ ຄໍາໃດ ທີ່ ເປັນ ຄໍາລາວ ຈະ ຜ້ຽນ ອອກ ຈາກ ຄວາມຫມາຍ ຂອງ ຄໍາເຄົ້າ ສເມີ ສ່ວນ ຄໍາເເຜງ ທີ່ ມີ ເຄົ້າ ບາລີ ມັນ ຈະ ຮັກສາ ຄວາມຫມາຍ ເຄົ້າ ຂອງ ມັນ ໄວ້ ດັ່ງເດີມ


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ຖ້າ ທ່ານ ມີ ຄວາມຄິດ ເເນວໃດ ຫລື ຢາກ ຕື່ມ ເເນວໃດ ກະຣຸນາ ໃຫ້ ທ່ານ ດິກ ໃສ່ “ອອກ ຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້” ກ່ອນ ທ່ານ ຈະ ສາມາດ ຂຽນ ເນື້ອຫາສາຣະ ໄດ້


ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0