ພາສາ ລາວ - La langue lao ບົນ ລາວເເພນ

ຄໍາປະສົມ

ວັນພະຫັດ ທີ ໗ ເດືອນ ມິຖຸນາ/juin  ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ລັກສນະ ຂອງ ຄໍາເວົ້າ
“ວາຈີວິພາກ” ເປັນ ນາມ ເເລະ ເປັນ ຄໍາປະສົມ ທີ່ ໄດ້ມາ ຈາກ ຄໍາບາລີ “ວາຈີ/ວາຈາ” ທີ່ ເເປວ່າ ຄໍາເວົ້າ ເເລະ “ວິພາກ” ທີ່ ເເປວ່າ ອະທິບາຍ ຢ່າງ ເເຈ່ມເເຈ້ງ ເເລະ ເປັນ ບັ້ນໃຜບັ້ນມັນ ໄປ || ຝຣັ່ງ/ອັງກິດ. Narrer / Narate ( Narrateur / Narrator ) ຊຶ່ງ ວາຈີວິພາກ ຫມາຍເຖິງ ການວິພາກ ຄໍາເວົ້າ ( ໃຫ້ ລະອຽດ ) ນັ້ນເອງ ເພາະວ່າ ການເເປ ຄໍາບາລີ ຕ້ອງ ເລີ້ມ ເເປ ຈາກ ພຍາງທ້າຍ ໄປ ຫາ ພຍາງຫນ້າ ສເມີ

ທາຕຸສາດ || Etymologie / Etymology

  • “ຄໍາ” ເປັນ ນາມ ເເລະ ເປັນ ຄໍາລາວ ເເທ້ໆ ມາ ເເຕ່ ດັ້ງເດີມ ຫມາຍຄວາມວ່າ ມາ ເເຕ່ ໃດໆ ເເລ້ວ ຈົນ ເຮົາ ນໍາ ຮອຍ ບໍ່ ເຖິງ ຫລື ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ມີ ມາ ເເຕ່ ມື້ ກໍາເນີດ ຂອງ ຄົນລາວຊາວໄທ ກໍ ວ່າ ໄດ້ ເຫມືອນກັນ
  • “ປະສົມ” ຄົງ ເປັນ ຄໍາລາວ ເເທ້ ເເຕ່ ໃນ ປັດຈຸບັນນີ້ ຂ້າພະເຈົ້າ ຍັງ ບໍ່ ມີ ຄວາມຮູ້ ອັນ ຫນັກເເຫນ້ນ ເທື່ອ ກ່ຽວກັບ ຄວາມເປັນມາ ຂອງ ຄໍານີ້

    ຜິວ່າ ຄໍາ “ປະສົມ” ເປັນ ຄໍາລາວ ເເທ້ ຄໍານີ້ ຄົງ ຖືກ ເເຜງ ຈາກ ເຄົ້າ “ຜະສົມ” ທັງນີ້ ກໍ ເນື່ອງຈາກວ່າ ສຽງ ທ້ອງຖິ່ນ ຂອງ ຄົນລາວ ມັກ ອ່ານ ຕົວຜໍ ( ◌ຜ◌ ) ເເລະ ຕົວພໍ ( ◌ພ◌ ) ເປັນ ຕົວປໍ ( ◌ປ◌ ) ຄືດັ່ງ ອາໃພ້ ເປັນ ອາເປີ້ ອີ່ພໍ່ ເປັນ ອີ່ປໍ່ ເປັນຕົ້ນ

ໂຄສະຖານ || Phonétique / Phonetics

  • “ຄໍາ” ມີ ສຽງສັ້ນ ເເລະ ມີ ສຽງສູງຢ່ອນ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ດັກ ລົງ ໄປ ຫາ ສຽງກາງ ເເລະ ກໍ ສິ້ນສຸດ ລົງ ຢູ່ ທີ່ນັ້ນ
  • “ປະ” ມີ ສຽງສັ້ນ ເເລະ ສຽງກາງຢ່ອນ ຊຶ່ງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງກາງ ເເລະ ດັກ ລົງ ໄປ ຫາ ສຽງຕໍ່າ ເເລະ ກໍ ສິ້ນສຸດ ລົງ ຢູ່ ທີ່ນັ້ນ
  • “ສົມ” ມີ ສຽງສັ້ນ ເເລະ ສຽງຫອງ ຊຶ່ງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງຕໍ່າ ( ສຸດ ) ເເລະ ເຈີດ ຂຶ້ນ ໄປ ຫາ ສຽງສູງ ( ສຸດ ) ເເລະ ກໍ ສິ້ນສຸດ ລົງ ຢູ່ ທີ່ນັ້ນ
  • “ຄໍາປະສົມ” ສຽງ ພຍາງ ທັງສາມນີ້ ຈະ ເລີ້ມ ຈາກ ສຽງສູງ ເເລະ ດັກ ລົງ ໄປ ຫາ ສຽງຕໍ່າ ເເລະ ກໍ ເຈີດ ຂຶ້ນ ໄປ ຫາ ສຽງສູງ ຄືນ ອີກ

ສຽງສັ້ນ ເເລະ ສຽງຍາວ ມີ ລວງຍາວ ເທົ່າທຽມກັນ ເເຕ່ ເພິ່ນ ຈະ ອ່ານ ຄໍາ ທີ່ ມີ ສຽງສັ້ນ ໄວ ກວ່າ ຄໍາ ທີ່ ມີ ສຽງຍາວ

ຄວາມຫມາຍ || Définition / Definition
ຄໍາປະສົມ ຫມາຍເຖິງ ຄໍານຶ່ງ ຄໍາດຽວ ທີ່ ໄດ້ມາ ຈາກ ການເອົາ ຄໍາ ສອງ ຄໍາ ມາ ຈຸ ເຂົ້າກັນ ເພື່ອ ປະກອບ ເປັນ ຄໍາ ໃຫມ່ ຄື ຄໍາ ທີສາມ

ເມື່ອ ຄໍາໃຫມ່ ກາຍມາ ເປັນ ຄໍາປະສົມ ເເລ້ວ ເຮົາ ກໍ ສາມາດ ຂຽນ ຄໍາປະສົມ ເຂົ້າ ໃສ່ ໃນ ວັຈນານຸກົມ ໄດ້

  • “ເເຂ້ວ” ປະສົມ ກັບ “ໄກ້” ເປັນ “ເເຂ້ວໄກ້”
    ຊຶ່ງ ຫມາຍເຖິງ ປາ ຊນິດນຶ່ງ ທີ່ ຊື່ ເເຂ້ວໄກ້ ເເລະ ທີ່ ເພິ່ນ ຮຽກ ປາເເຂ້ວໄກ້ ( ເຖິງເເມ່ນວ່າ ເເຂ້ວ ຂອງ ປາ ຈະ ໃກ້ກັນ ຫລືບໍ່ ກໍຕາມ ມັນ ກໍ ຍັງ ຫມາຍເຖິງ ຊື່ ຂອງ ປາ ເເລະ ກໍ ບໍ່ ໄດ້ ຫມາຍເຖິງ ເເຂ້ວ ຂອງ ປາ ຊຶ່ງ ຫມາຍຄວາມວ່າ ຄວາມຫມາຍ ເຄົ້າ ຂອງ ຄໍາມູນ ທັງສອງ ນັ້ນ ໄດ້ປ່ຽນ ໄປ ເປັນ ເເນວໃຫມ່ )
  • “ຫູ” ຜະສົມ ກັບ “ກວາງ” ເປັນ “ຫູກວາງ”
    ຊຶ່ງ ເປັນ ຊື່ ຂອງ ຕົ້ນໄມ້ ຊນິດນຶ່ງ ເເລະ ບາງ ທ້ອງຖິ່ນ ເພິ່ນ ກໍ ຮຽກ ຕົ້ນຫູກວາງ ຫລື ຕົ້ນຫາງກວາງ ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ຄວາມຫມາຍ ເຄົ້າ ຂອງ ຄໍາມູນ ປ່ຽນ ໄປ ເປັນ ເເນວໃຫມ່
  • “ມ້າ” ປະສົມ ກັບ “ໃຊ້” ເປັນ “ມ້າໃຊ້”
    ດັ່ງ ຄໍາ ຂ້ອຍຂ້າມ້າໃຊ້ ຊຶ່ງ “ມ້າໃຊ້” ຫມາຍເຖິງ ຄົນ ທີ່ ຮັບໃຊ້ ໂດຍ ໃຊ້ ມ້າ ໃນ ການໄປມາ ເພື່ອ ໃຫ້ ໄປ ໄວ ທັນໃຈ ໄດ້ ນັ້ນເອງ ( ມ້າຄວບ ຊຶ່ງ “ຄວບ” ຫມາຍເຖິງ ຄວາມໄວ )

ເເຕ່ຫາກວ່າ ເຮົາ ຈະ ເຮັດ ຢ່າງໃດ ຈຶ່ງ ຈະ ຮູ້ຈັກ ດ້ວຍ ຄວາມເເນ່ນອນ ວ່າ ຄໍາໃດ ເປັນ ຄໍາປະສົມ ເເລະ ຄໍາໃດ ບໍ່ ເປັນ ດັ່ງ ຕົວຢ່າງ ຂອງ ຖ້ອຍຄໍາ ມ້າໃຊ້ ກັບ ຖ້ອຍຄໍາ ມ້າດໍາ

  • “ມ້າ” ປະສົມ ກັບ “ດໍາ” ເປັນ “ມ້າດໍາ”
    ເເຕ່ວ່າ ຄໍານີ້ ບໍ່ ເປັນ ຄໍາປະສົມ ເນື່ອງຈາກວ່າ ສີດໍາ ເປັນ ສີ ຂອງ ມ້າ ເເລະ ຕາມ ຫລັກ ໄວຍາກອນ ເພິ່ນ ປຽບ ສີ ດັ່ງກ່າວນີ້ ເປັນ ຄຸນນາມ ( ຫລື ຄໍາວິເສດ ) ດັ່ງນັ້ນ ເຮົາ ບໍ່ ມີ ສິດ ທີ່ ຈະ ຂຽນ ຄໍາ “ມ້າດໍາ” ໃສ່ ໃນ ວັຈນານຸກົມ ( ໄດ້ )

ລັກສນະ ຂອງ ຄໍາປະສົມ
ລັກສນະ ຂອງ ຄໍາປະສົມ ມີ ຢູ່ ດ້ວຍກັນ ດັ່ງນີ້

  • ຄໍາ ທີ່ ເພິ່ນ ເອົາ ມາ ຈຸ ເຂົ້າກັນ ສາມາດ ເປັນ ນາມ ສັພນາມ ຄຸນນາມ ກິຣິຍາ ເເລະ ບຸພບົດ
  • ຄໍາ ທີ່ ເພິ່ນ ເອົາ ມາ ຈຸ ເຂົ້າກັນ ສາມາດ ເປັນ ຄໍາ ທີ່ ມາ ຈາກ ພາສາ ຕ່າງດ້າວ
  • ຄໍາ ທີ່ ເພິ່ນ ເອົາ ມາ ຈຸ ເຂົ້າກັນ ເພິ່ນ ຈະ ຕັ້ງ ຄໍາ ທີ່ ມີ ຄວາມຫມາຍ ສໍາຄັນ ເປັນ ພຍາງຫນ້າ ເເລະ ຄໍາຂຍາຍ ຢູ່ ທ້າຍພຍາງ
  • ຄໍາປະສົມ ຄໍາໃຫມ່ ທີ່ ໄດ້ກາຍ ເປັນ ຖ້ອຍຄໍາ ເເລ້ວ ສາມາດ ກາຍ ເປັນ ນາມ ສັພນາມ ຄຸນນາມ ເເລະ ກິຣິຍາ

    ຄໍາຂຍາຍ ໃນ ທີ່ນີ້ ຫມາຍເຖິງ ຄໍາອະທິບາຍ ທີ່ ບອກ ໃຫ້ ເຮົາ ຮູ້ຈັກ ສະພາບ ເເລະ ບ່ອນ ຫລື ບອກ ລັກສນະ ຂອງ ຄໍາປະສົມ ນັ້ນເອງ

ຄໍາປະສົມ ທີ່ ປະກອບ ດ້ວຍ ນາມ
  • ຫລັງຄາ ===> ນາມ ( Nom / Name )
  • ດອກໄມ້ ===> ນາມ
  • ຂ້ອຍຂ້າ ( ຂ້າໃຊ້ ) ===> ນາມ
  • ນໍ້າປາ ນໍ້າເຄັມ ===> ນາມ
  • ຫົວໃຈ ===> ນາມ
  • ເຈົ້າຟ້າ ===> ນາມ
  • ຯລຯ


ຄໍາປະສົມ ທີ່ ປະກອບ ດ້ວຍ ສັພນາມ
  • ຂ້າພະເຈົ້າ ===> ສັພນາມ


ຄໍາປະສົມ ທີ່ ປະກອບ ດ້ວຍ ຄຸນນາມ
  • ນໍ້າເເຂງ ===> ນາມ
  • ນໍ້າກ້ອນ ===> ນາມ
  • ຕູ້ເຢັນ ===> ນາມ
  • ຫນ້າໃບ້ ( ຫລັງຫລອກ ) ===> ຄຸນນາມ ( Adjectif / Adjective )
  • ໃຈນ້ອຍ ===> ຄຸນນາມ
  • ຫູເບົາ ===> ຄຸນນາມ
  • ໃຈງ່າຍ ===> ຄຸນນາມ
  • ຄີງບາງ ===> ຄຸນນາມ
  • ຮ່າງນ້ອຍ ===> ຄຸນນາມ
  • ຂີ້ໄຮ້ ===> ຄຸນນາມ
  • ຂາເຄ ===> ຄຸນນາມ
ຜິວ່າ ເຮົາ ຂຽນ ຂາ ເເລະ ເຄ ເປັນ ຄໍາໃຜ ຄໍາມັນ ມັນ ຈະ ມີ ຄວາມເເນ່ນອນ ໃນ ເຫດຜົນ ທີ່ ວ່າ ເມື່ອ ມັນ ມີ ໃນ ວັຈນານຸກົມ ເປັນ ຄໍາໃຜ ຄໍາມັນ ເເລ້ວ ເເລະ ເມື່ອ ເຮົາ ຢາກ ຂຽນ ຄໍາ ຕ່າງໆ ທີ່ ບົ່ງບອກ ອາການ ດັ່ງກ່າວ ເຮົາ ກໍ ພຽງເເຕ່ ຂຽນ ຄຸນນາມ ນັ້ນ ຕ່າງຫາກ ຕື່ມ ໃສ່ ກັບ ນາມ ດັ່ງນີ້
  • ຂາ ເຄ
  • ຂາ ຫັກ
  • ຂາ ຂົ່ນ
  • ຂາ ສັ້ນ ດັ່ງນີ້ ຕໍ່ໆ ໄປ

ເຮົາ ກໍ ບໍ່ ຈໍາເປັນ ທີ່ ຈະ ຂຽນ ຄໍາ

  • ຂາເຄ
  • ຂາຫັກ

ເປັນ ຄໍາໃຜ ຄໍາມັນ ໃນ ວັຈນານຸກົມ ຊຶ່ງ ຫມາຍຄວາມວ່າ ຈໍານວນ ຄໍາລາວ ໃນ ວັຈນານຸກົມ ຈະ ມີ ນ້ອຍ ເເຕ່ ມັນ ຈະ ມີ ຄວາມເເນ່ນອນ ໃນ ການໃຊ້ ຫລາຍ ກວ່າເກົ່າ

  • ຫລາຍໃຈ ( ຄົນຫລາຍໃຈ ) ===> ນາມ
  • ສອງຫົວ ( ນົກສອງຫົວ ຄື ຄົນ ທີ່ ເປັນ ໄສ້ ໃຫ້ ທັງ ສອງ ກໍ້າ ສອງ ຝ່າຍ )
  • ສຸກຂຸມ ===> ຄຸນນາມ ( ຂ້າພະເຈົ້າ ຫມັ້ນໃຈ ວ່າ ຄໍານີ້ ມາ ຈາກ ພາສາ ບາລີ )
  • ສຸກດິບ ===> ຄຸນນາມ
  • ດໍາເເດງ ===> ຄຸນນາມ
  • ດໍາຂໍາ ===> ຄຸນນາມ
  • ຂາວເຫລືອງ ===> ຄຸນນາມ
  • ຕໍ່າເຕັ້ຽ ===> ຄຸນນາມ
  • ເຢັ່ງເຢ໊ະ ===> ຄຸນນາມ
  • ງ່າງງະ ===> ຄຸນນາມ
  • ຈ່າງປ່າງ ===> ຄຸນນາມ
  • ຯລຯ


ຄໍາປະສົມ ທີ່ ປະກອບ ດ້ວຍ ກິຣິຍາ
  • ພັດລົມ ===> ນາມ
  • ໄວ້ໃຈ ===> ກິຣິຍາ
  • ເຊື່ອໃຈ ===> ກິຣິຍາ ( Verbe / Verbe )
  • ຫລັກໃຈ ===> ກິຣິຍາ ( ຫມາຍເຖິງ ການກະທໍາ ນິໄສໃຈຄໍ )
  • ຈັບໃຈ ===> ກິຣິຍາ
  • ປົກຄອງ ===> ກິຣິຍາ
  • ຂາຍຊາດ ===> ຄຸນນາມ
  • ຣາຍຈ່າຍ ===> ນາມ
  • ຣາຍໄດ້ ===> ນາມ ( “ຣາຍ” ຄົງ ເເມ່ນ ເຄົ້າດຽວ ກັບ “ລ່າຍ” ດັ່ງ ລ່າຍ ຫນັງສື ເປັນຕົ້ນ ຍ້ອນ ໄທເຫນືອ ມັກ ອ່ານ ສຽງ ສາມັນ ເປັນ ສຽງເອກ )
  • ຕາບອດ ===> ນາມ
  • ຂາຫັກ ===> ນາມ
  • ຫລັງຫລອກ ( ຫນ້າໃບ້ຫລັງຫລອກ ເປັນ ອີກ ຄໍານຶ່ງ ຕ່າງຫາກ ເເລະ ຕ້ອງ ຂຽນ ຕິດກັນ )
  • ເຮືອຊ່ວງ ===> ນາມ
  • ຂ້າໃຊ້ ===> ນາມ
  • ມ້າໃຊ້ ===> ນາມ ( ຂ້ອຍຂ້າມ້າໃຊ້ ເປັນ ຄໍາດຽວ ເເຕ່ “ຂ້ອຍຂ້າ” ເເລະ “ມ້າໃຊ້” ກໍ ເປັນ ຄໍາໃຜ ຄໍາມັນ ຕ່າງກັນ ເເລະ ເມື່ອ ມັນ ເປັນ ຄໍາໃຜ ຄໍາມັນ ຄວາມຫມາຍ ຂອງ ເເຕ່ລະຄໍາ ກໍ ເເຕກ ຈາກ “ຂ້ອຍຂ້າມ້າໃຊ້” ທີ່ ເປັນ ຄໍາດຽວ ຊຶ່ງ ຄວາມຫມາຍ ຂອງ “ຂ້ອຍຂ້າມ້າໃຊ້” ຫມາຍເຖິງ ຂ້ອຍ ທີ່ ຖືກ ໃຊ້ ໃຫ້ ເຮັດ ຫຍັງ ກໍ ເຮັດ ເເລະ ມ້າ ທີ່ ເພິ່ນ ໃຊ້ວຽກ )
  • ຂາອອກ ===> ນາມ
  • ຂາເຂົ້າ ===> ນາມ
  • ຯລຯ


ຄໍາປະສົມ ທີ່ ປະກອບ ດ້ວຍ ບຸພບົດ
  • ເຄື່ອງໃນ ===> ນາມ
  • ບ້ານນອກ ===> ນາມ
  • ໃນເມືອງ ===> ນາມ
  • ນອກໃຈ ===> ນາມ
  • ກາງບ້ານ ກາງທົ່ງ ກາງວັງ ===> ນາມ
  • ກາງຫາວ ===> ນາມ
  • ຯລຯ


ຄໍາປະສົມ ທີ່ ຍັງ ຮັກສາ ຄວາມຫມາຍ ເຄົ້າ
ສ່ວນຫລາຍ ຄໍາປະສົມ ໃນ ພາສາ ລາວ ບໍ່ ສາມາດ ຈະ ຮັກສາ ຄວາມຫມາຍເຄົ້າ ໄວ້ ໄດ້ ເເລະ ກໍ ບໍ່ ເປັນ ຄື ຄໍາປະສົມ ຂອງ ເຫລົ່າ ພາສາ ອິນດູຢູໂຣປະກະ ( ຝຣັ່ງ. Langues indo-européennes ) ທີ່ ສາມາດ ຮັກສາ ຄວາມຫມາຍ ເຄົ້າ ໄວ້ ໄດ້ ທຸກໆ ຄໍາ ດ້ວຍເຫດນີ້ ເພິ່ນ ຈຶ່ງ ບໍ່ ຈັດ ພາສາ ລາວ ເຂົ້າ ຢູ່ ໃນ ຈໍາພວກ ພາສາ ອິນດູຢູໂຣປະກະ

ຄໍາປະສົມ ຕ່າງໆ ຂ້າງລຸ່ມນີ້ ເປັນ ພຽງ ຕົວຢ່າງ ຄໍາປະສົມ ທີ່ ສາມາດ ຮັກສາ ຄວາມຫມາຍ ເຄົ້າ ຂອງ ຄໍາ ທີ່ ເອົາ ມາ ປະສົມກັນນັ້ນ ໄວ້ ໄດ້ ເຊັ່ນ

  1. ກືນກິນ(???) ກົມກຽວ
  2. ເເຂ່ງຂັນ ເຂັນຂ້າ ຂົ່ມເຫັງ
  3. ຄັນຄາຍ ຄົ້ນຄວ້າ ຄັບເເຄບ ຄອບຄອງ
  4. ເງາະເເງະ
  5. ຈ່າງເເຈ້ງ ຈ່າງປ່າງ
  6. ສະສົມ ສັ່ງສອນ ສຽດສີ ສອດຄ່ອງ ສອດເເນມ ສົມສູ່
  7. ເຊື້ອສາຍ ຊັ່ງຊາ(???) ຊົດຊ່ວຍ(???) ເຊີດຊູ
  8. ຍຸເເຍ່ ຍາດຊີງ
  9. ດຸຫມັ່ນ(???) ດັດເເປງ
  10. ຕັດຂາດ(???) ຕິດຕໍ່
  11. ເຖົ້າເເກ່(???) ຖ່າຍທອດ
  12. ທັກທາຍ ທົດສອບ ທົດລອງ
  13. ນົບນ້ອມ
  14. ບາກບັ່ນ ບັງບຽດ ບຽດບຽນ
  15. ປົກປ້ອງ ປອງດອງ ປ້ອງກັນ
  16. ເຜີຝັນ ຜູກພັນ
  17. ໃຝ່ຝັນ ຝຶກຝົນ ຝຶກຫັດ
  18. ພີ່ນ້ອງ ພົວພັນ
  19. ຟັນຟືມ ຟ້າວຟັ່ງ
  20. ມົວເມົາ
  21. ເຢັ່ງເຢະ
  22. ລະໄລ ເລັ່ງລັດ ລັນເເທງ
  23. ວ່າງເປົ່າ ວ່ອງໄວ
  24. ເຫີນຫ່າງ ຫ້າວຫັນ ຫລົ້ມເຫລວ
  25. ເອື້ອເຟື້ອ ອຸດຫນູນ ອອນຊອນ ອ້າຍນ້ອງ
  26. ຮໍ່າຮຽນ ຮິ່ນຕອງ
  • ຯລຯ

ຫມາຍເຫດ ເມື່ອ ເຮົາ ຈັດ ເຂົ້າກັນ ເເບບນີ້ ເຮົາ ຈຶ່ງ ເຫັນ ໄດ້ ວ່າ ຄໍາ ທີ່ ສາມາດ ຮັກສາ ຄວາມຫມາຍ ເຄົ້າ ໄວ້ ໄດ້ ເເມ່ນ ຄໍາ ທີ່ ປະກອບ ດ້ວຍ ພຍັນຊນະ ຕົ້ນພຍາງ ຕົວດຽວກັນ ເປັນ ສ່ວນມາກ ຊຶ່ງ ຄວາມຫມາຍ ຂອງ ຄໍາ ສ່ວນມາກ ຈະ ມີ ຄວາມສໍາຄັນ ກວ່າ ( ຈໍານວນ ໃຫຍ່ ກວ່າ ຫລື ຫລາຍ ກວ່າ ຈໍານວນ ຂອງ ) ຄໍາ ສ່ວນຫລາຍ ນັ້ນເເລ || ຝຣັ່ງ. ສ່ວນຫລາຍ = la plupart, ສ່ວນມາກ = la majorité



ຄໍາປະສົມ ທີ່ ມີ ຄວາມຫມາຍ ຊໍ້າກັນ
  • ຂາວຂາວ ຂຽວຂຽວ ດໍາດໍາ ເເດງເເດງ ເຫລືອງເຫລືອງ ຫມຸ່ຍຫມຸ່ຍ
  • ກິ່ວກິ່ວ ບາງບາງ ຫນາຫນາ ເເຫລມເເຫລມ
  • ເກົ່າເກົ່າ ໃຫມ່ໃຫມ່
  • ເຖົ້າເຖົ້າ ຫນຸ່ມຫນຸ່ມ
  • ສົ້ມສົ້ມ ຫວານຫວານ
  • ຯລຯ


ຄໍາປະສົມ ທີ່ ປະກອບ ຄໍາບາລີ ເເລະ ສັນສະກຣິດ
  • ເອກຣາດ
  • ອະທິປະໄຕ
  • ປະຊາຊົນ
  • ປະຊາທິປະໄຕ
  • ທໍຣະຍົດ
  • ຣາຊການ
  • ຣັຊການ
  • ຣັຖການ
  • ຣັຖບານ
  • ຂາຍຊາດ
  • ຂ້າຣາຊການ
  • ສັກດິນາ
  • ພົລເມືອງ
  • ຯລຯ


ສລຸບຄວາມ
ເຮົາ ຕ້ອງ ຕີ ຄໍາປະສົມ ທຸກໆ ຄໍາ ເປັນ ຄໍານຶ່ງ ຄໍາດຽວ ເເລະ ສາມາດ ຂຽນ ມັນ ໃສ່ ປະ ໄວ້ ໃນ ວັຈນານຸກົມ ໄດ້ ອັນນີ້ ຄື ຂໍ້ ສໍາຄັນ ທີ່ສຸດ ອີກປະການນຶ່ງ ເພິ່ນ ບໍ່ ໄດ້ຂຽນ ຫລັກ ອັນ ເເນ່ນອນ ວ່າດ້ວຍ ການປະສົມ ຄໍາ ຕ່າງໆ ດັ່ງກ່າວນີ້ ວ່າ ອັນໃດ ທີ່ ເຮົາ ມີ ສິດ ເຮັດ ໄດ້ ເເລະ ອັນໃດ ທີ່ ເຮົາ ບໍ່ ມີ ສິດ ເຮັດ ພ້ອມດຽວກັນນີ້ ມັນ ກໍ ຍັງ ມີ ຈຸດ ສໍາຄັນ ຫລາຍໆ ຈຸດ ທີ່ ເພິ່ນ ບໍ່ ໄດ້ກ່າວເຖິງ

ກ່ອນ ຈະ ຮູ້ຈັກ ວ່າ ຄໍາໃດ ເປັນ ຄໍານຶ່ງ ຄໍາດຽວ ເຮົາ ຄວນ ຕັ້ງ ຄໍາຖາມ ດັ່ງນີ້ ຄໍານີ້ ເປັນ ຄໍາປະສົມ ບໍ ຫລືວ່າ ມັນ ເປັນ ຄໍາປ່ຽວ ? ດັ່ງ ຕົວຢ່າງ ຂ້າງລຸ່ມນີ້

  • “ຄໍານຶ່ງ” ເປັນ ຄໍາປະສົມ ໄດ້ ຫລື ບໍ່ ?
  • “ຄໍາດຽວ” ເປັນ ຄໍາປະສົມ ຫລືບໍ່ ?
  • “... ສາມຄໍາ” ບໍ່ ເປັນ ຄໍາປະສົມ ສະນັ້ນ ເຮົາ ຂຽນ ເປັນ ສອງ ຄໍາ ໄດ້ ດັ່ງນີ້ “... ສາມ ຄໍາ”
  • “ທີນຶ່ງ” ຖ້າ ເປັນ ຄໍາປະສົມ ມັນ ຕ້ອງ ເປັນ ຄໍານຶ່ງຄໍາດຽວ ບໍ່ດັ່ງນັ້ນ ເຮົາ ຕ້ອງ ຂຽນ ທີ ນຶ່ງ ດ້ວຍ ການຍະວ່າງ
    ຕາມ ທັມມະດາ ທີນຶ່ງ ທີສອງ ທີສາມ ... ທີອະສົງໄຂ ຕ້ອງ ເປັນ ຄໍານຶ່ງ ຄໍາດຽວ ເເລະ ເຮົາ ສາມາດ ຂຽນ ໄວ້ ໃນ ວັຈນານຸກົມ ສ່ວນ ຄໍາ ຂ້າງລຸ່ມນີ້ ບໍ່ ເປັນ ຄໍາປະສົມ ໄດ້ ຄື
    - ສາມ ອັນ
    - ສີ່ ອັນ
    - ອັນ ນຶ່ງ
    - ອັນ ດຽວ
    - ເຄິ່ງ ອັນ ຯລຯ
  • ຯລຯ

ນອກຈາກ ຄໍາ ທີ່ ມີ ເເຕ່ ພຍາງ ດຽວ ທີ່ ເພິ່ນ ຂຽນ ໄວ້ ໃນ ວັຈນານຸກົມ ເເລ້ວ ຍັງ ມີ ຄໍາ ອື່ນ ທີ່ ມີ ສອງ ພຍາງ ຂຶ້ນ ໄປ ເເລະ ຄໍານັ້ນ ຕ້ອງ ເປັນ ຄໍາປະສົມ ເຮົາ ຈຶ່ງ ມີ ສິດ ຂຽນ ມັນ ໃສ່ ໃນ ວັຈນານຸກົມ

ຄໍາປະສົມ ກໍ ມີ ຫລາຍ ເເບບ ດ້ວຍກັນ ຄື ຄໍາສມາດ ຄໍາອະໄວຍະຍະ ຄໍາຕັດທິດ ຄໍາກິດົກ ຄໍາສົນທິ ດັ່ງ ທີ່ ເຮົາ ຈະ ເຫັນ ໄດ້ ໃນ ບົດ ຕໍ່ໆ ໄປ


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ຖ້າ ທ່ານ ມີ ຄວາມຄິດ ເເນວໃດ ຫລື ຢາກ ຕື່ມ ເເນວໃດ ກະຣຸນາ ໃຫ້ ທ່ານ ດິກ ໃສ່ “ອອກ ຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້” ກ່ອນ ທ່ານ ຈະ ສາມາດ ຂຽນ ເນື້ອຫາສາຣະ ໄດ້


ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0