ພາສາ ລາວ - La langue lao ບົນ ລາວເເພນ

ພຍັນຊນະ ຄວບ

ວັນສຸກ ທີ ໙ ເດືອນ ກັນຍາ/septembre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ພຍັນຊນະ ຄວບ [ພະ-ຍັນ-ຊະ-ນະ] [ຄວບ] ນາມວະລີ. [ນາມ-ມະ-ວະ-ລີ]


ທາຕຸສາດ || Etymologie / Etymology

- ເບິ່ງ ບົດຄວາມ ກ່ຽວກັບ ພຍັນຊນະ ຢູ່ ເເຫ່ງນີ້

- “ຄວບ” ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ຄໍາລາວ ເເທ້ ເເລະ ຄໍາ ທີ່ ເປັນ ມູນ ມໍຣະດົກ ຂອງ ລາວ ມາ ເເຕ່ ດັ້ງເດີມ ນັ້ນເອງ ນອກຈາກນີ້ ຕົວຕົ້ນ ຫລື ພຍັນຊນະ ຕົ້ນພຍາງ ບັນຈຸ ຢູ່ ໃນ ຫມວດສາມ ເເລະ ສະກົດ ດ້ວຍ ຕົວບໍ ( ບ ) ພ້ອມທັງ ປະກອບ ດ້ວຍ “ອັດທະສຣະ” ຕົວວໍ ( ວ ) ເເຕ່ຫາກວ່າ ຫມວດສາມ ມີ ສອງຫມຸນ ຫລື ສອງຈຸ ຄື ຈຸ ທີ່ ມີ ຄູ່ ເເລະ ຈຸ ທີ່ ບໍ່ ມີ ຄູ່ ນໍາຫມູ່ ເເລະ ຈຸ ທ້າຍນີ້ ເປັນ ຈຸ ຂອງ ພຍັນຊນະຄໍ ( ເບິ່ງ ຣູປຕາ ໕ ໖ ໗ ໘ ໙ ໑໐ )

ໂຄງຮ່າງ ຂອງ ພຍາງ
ຣູປຕາ ໑
( ການລຽນ ລໍາດັບ ຄໍາລາວ ຕ່າງໆ ກໍ ຕ້ອງ ຖືເອົາ ຕົວຕົ້ນ ເປັນ ຫລັກ )
ເຂືອ ຂວນ ຂວບ ຂວໍ້າ ຂວັນ

ຕອນ ໄປທ່ຽວ ຄົງເຊໂດນ ອັຕປື ຂີ້ນາກ ( ເມືອງໂຂງ ) ຕາມ ຊົນບົດ ລາງບ່ອນ ທີ່ ທາງໃຕ້ ເເລະ ເເຖວ ເຂື່ອນ ນໍ້າມູນ ຢູ່ ອຸບົນ ຄາວ ຍັງນ້ອຍ ຂ້າພະເຈົ້າ ໄດ້ເຫັນ ພວກເພິ່ນ ເວົ້າ ພຍາງຄວບ ທຸກໆ ພຍາງ ອອກ ຕາມ ການຂຽນ ໂດຍ ບໍ່ ມີ ຫຍັງ ຜິດ ຈັກດີ້ ຄືດັ່ງ “ຄວາມ” ເພິ່ນ ກໍ ເວົ້າ “ຄະວາມ” ໄວໆ ທີ່ ເຮັດ ໃຫ້ ເຮົາ ໄດ້ຍິນ ພຍັນຊນະ ຕົວຕົ້ນ ທັງສອງ ຄື ທັງ ພຍັນຊນະຄໍ ( ຄ ) ພ້ອມທັງ ພຍັນຊນະວໍ ( ວ ) ຊຶ່ງ ທຸກວັນນີ້ ເຮົາ ຈະ ໄດ້ຍິນ ເພິ່ນ ເວົ້າ “ຄວມ” ຮວດດຽວ ເຫມືອນ ກັບ ບໍ່ ມີ ຕົວວໍ ( ວ ) ປະການໃດ ທັງສິ້ນ

ການເລົ່າ ຂ້າງເທິງນີ້ ຫມາຍເຖິງ ຄວາມເປັນມາ ຂອງ ການຂຽນ ພຍັນຊນະ ຄວບ ດ້ວຍ ພຍັນຊນະຫລັງ ຕົວວໍ ( ວ ) ເເລະ ປາສຈາກ ການນັບຖື ຄວາມເປັນມາ ອັນນີ້ເເລ ມັນ ຈຶ່ງ ພາໃຫ້ ການຂຽນ ພຍັນຊນະ ຄວບ ດ້ວຍ ພຍັນຊນະຫລັງ ຕົວຣໍ ( ຣ ) ເເລະ ດ້ວຍ ຕົວລໍ ( ລ ) ຫາຍສາບສູນໄປ ໃນ ສັງຄົມລາວ ເເລະ ສິ່ງນີ້ ຄົງ ບໍ່ ຕ່າງຫຍັງ ກັບ ສິ່ງ ທີ່ ກໍາລັງ ດັບລົງ ໃນ ສັງຄົມລາວ ຄາວນີ້

ໂຄສະຖານ || Phonétique / Phonetics
ຄໍາ “ຄວບ” ປະກອບ ດ້ວຍ ພຍັນຊນະ ຕົ້ນພຍາງ ໃນ ຫມວດສາມ ຫລື ຫມວດຄໍ ( ຄ ) ທີ່ ມີ ສຽງສູງຢ່ອນ ຫລື ສຽງສູງ ດັກລົງ ເເລະ ສະກົດ ດ້ວຍ ຕົວທ້າຍ ຫລື ຕົວກໍ້າ ຊຶ່ງ ເປັນ ພຍັນຊນະບໍ ( ບ ) ສະນັ້ນ ເພິ່ນ ຖື ຄໍາ ດັ່ງກ່າວ ເປັນ ຄໍາຕາຍນຶ່ງ ເເລະ ປຽບ ສເມືອນ ຄໍາ ທີ່ ປະກອບ ວັນນະຍຸດ ເອກ ຫລື ຄໍາເອກນຶ່ງ ສະເພາະ ການຂຽນ ກອນ ເທົ່ານັ້ນ

ຮູບ ໑
ໄດ້ມາ ຈາກ ປຶ້ມ ຂອງ ທ່ານ  [1]


ຄວາມຫມາຍ || Définition / Definition
ຕາມ ຄວາມຈິງ ເເລ້ວ “ຄວບ” ເເປ ວ່າ “ໄວ” ຫລື “ຄວາມໄວ” ດັ່ງ ມ້າຄວບ ເປັນຕົ້ນ ເເຕ່ວ່າ ໃນ ທີ່ນີ້ ເພິ່ນ ເເປວ່າ “ພ້ອມກັນ” ທັງນີ້ ກໍ ເພື່ອ ຢາກ ໃຫ້ ນັກຮຽນຮູ້ ທຸກຄົນ ເຂົ້າໃຈ ໄວ ໄດ້

“ຄວບ” ທີ່ ເປັນ ກິຣິຍາ ເເປວ່າ

  • ພ້ອມກັນ || ຝຣັ່ງ/ອັງກິດ. En même temps, à la fois, en une seule fois / At the same time, at once
    • ເຮັດວຽກ ຄວບກັນ ໄປ ຫມາຍເຖິງ ການເຮັດວຽກ ພ້ອມໆ ກັນ ໄປ
    • ເອົາ ເຂົາ ມາຄວບກັນ ເເປວ່າ ເອົາ ເຂົາ ມາເປັນ ຄູ່ກັນ ເເລະ ຖ້າ ຈະ ເວົ້າ ເຮິ ກໍ ວ່າ ເອົາ ເຂົາ ມາໂຄມກັນ ນັ້ນເເລ ( ເອົາ ເເກວ ມາຄວບ ກັບ ລາວ )
  • ປົນຢູ່ ບ່ອນດຽວກັນ ດັ່ງ “ຫົນທາງ ເສັ້ນນີ້ ໄປຄວບກັນ ກັບ ຖນົນ ຈັກພັດ ເເຜ່ນເເຜ້ວ” ຫລື ເສັ້ນ ສອງເສັ້ນນີ້ ຄວບກັນ ຫມາຍຄວາມວ່າ ມັນໂຄມກັນ ຫລືວ່າ ເສັ້ນຄວບ ຫມາຍເຖິງ ເສັ້ນ ທີ່ ຢູ່ ເເບບດຽວກັນ ຢູ່ ບ່ອນດຽວກັນ ຢູ່ ຢອງກັນ [2] ເເລະ ທີ່ ມີ ລວງກວ້າງລວງຍາວ ສໍ່າກັນ || ຝຣັ່ງ/ອັງກິດ. Parallèle, confondu(e) / Parallel, “confused together” ( ຣະບົບ ຄວບ ຝຣັ່ງ ຮຽກວ່າ Système parallèle )
  • ອາການ ມ້າເເລ່ນ ດັ່ງ ມ້າຄວບ ຫມາຍເຖິງ ມ້າ ທີ່ ເເລ່ນ ຫັນໆ ກະລຸບໆ ໄປນັ້ນ || ຝຣັ່ງ/ອັງກິດ. Galopper / To gallop ( ລາງເທື່ອ ເພິ່ນ ຈະ ວ່າ ມ້າຄວບ ມ້າຫໍ້ )
  • ເເລ່ນຫັນ ເເບບມ້າ ດັ່ງ “ຄືກັບມາໄວເເທ້ ? ກະຮ້າຍກ່ອນ ມ້າຄວບ !” ( ເເລ່ນໄວ “ທີ່ ມີ ຄວາມໄວ ໃນນັ້ນ” ດັ່ງ ອ່ານຄວບ ເເປວ່າ ອ່ານ ໄວໆ ສິ່ງ ທີ່ ເພິ່ນ ຮຽກ ພ້ອມກັນ ຕາມທີ່ຈິງ ເເມ່ນ ໄວ ເພາະວ່າ ອ່ານ ພຍັນຊນະ ສອງຕົວ ພ້ອມກັນ ມັນ ເປັນ ໄປບໍ່ໄດ້ ຖ້າວ່າ “ຄວບຄຸມ” ກໍ ເເປວ່າ ເຂົາ ມາ ຄຸມ ເຈົ້າ ໄດ້ ຕາມ ຄວາມຄາດຫມາຍ ຂອງ ເຂົາ ຢ່າງ ວ່ອງໄວ ດັ່ງ ເເກວ ຄວບຄຸມ ລາວ ທຸກມື້ນີ້ )

“ຄວບ” ທີ່ ເປັນ ນາມ
- ຫມາຍເຖິງ ການ ທີ່ ເພິ່ນ ເອົາ ຝ້າຍ ສອງເສັ້ນ ມາຜຸນ ເຂົ້າກັນ ເສັດເເລ້ວ ຈຶ່ງ ເອົາມາຕໍ່າ ເປັນ ຜ້າ ທີ່ ຮຽກວ່າ ຜ້າຄວບ ເເລະ ເພິ່ນ ມັກ ຮຽກ ຜ້າຄວບ ຜ້າຄຸມ ເເລະ ຖ້າ ເປັນ ໄຫມ ເພິ່ນ ກໍ ຮຽກ ຜ້າໄຫມຄວບ ເເຕ່ ສ່ວນຫລາຍ ຜ້າ ປະເພດນີ້ ຈະ ມີ ເເຕ່ ເຈົ້າຫມຸນຂຸນນາງ ນຸ່ງ ( ພວກ ຂຸນນາງ ຫມາຍເຖິງ ພວກ ທີ່ ມີ ນາມຍົດ[ນາມ-ມະ-ຍົດ] ເເລະ ທີ່ ມີ ຕໍາເເຫນ່ງ ໃນ ການປົກຄອງ ຄາວກ່ອນ ຄາວ ມີ ພຣະເຈົ້າເເຜ່ນດິນ ທີ່ ໃຊ້ ອໍານາດ ເດັດຂາດ ເປັນ ຜະເດັດການ ຜູ້ດຽວ ໂດຍ ມີ ພຽງເເຕ່ ພັກໂທນ ພັກດຽວ )

( ໃຜ ມີ ຮູບ “ຜ້າຄວບ ຜ້າຄຸມ” ຂໍ ເເບ່ງປັນ ດ້ວຍ ເພື່ອ ເອົາ ມາລົງ ນະ ທີ່ນີ້ ເເລະ ເພື່ອ ເເບ່ງປັນ ໃຫ້ ຄົນອື່ນ ຮູ້ເຫັນ ນໍາກັນ ຈຶ່ງ ຈະ ເປັນ ມະຫາ ກະຣຸນາ ຢ່າງຍິ່ງ ບໍ່ດັ່ງນັ້ນ ເຊັ່ນລູກ ເຊັ່ນຫລານ ກໍ ຈະ ຜິດຖຽງກັນ ຍ້ອນ ໃຜກະວ່າ ໃຜຮູ້ )


ພຍັນຊນະ ຄວບ [ພະ-ຍັນ-ຊະ-ນະ-ຄວບ] ນາມວະລີ.
- ຫມາຍເຖິງ ພຍັນຊນະ ຕົ້ນພຍາງ ສອງຕົວ ທີ່ ເພິ່ນ ຕ້ອງ ອ່ານ ພ້ອມກັນ ຕົວຫນ້າ ຈະ ຕ້ອງ ເປັນ ພຍັນຊນະ ຕົວໃດຕົວນຶ່ງ ພາຍໃນ ຫມວດ ພຍັນຊນະ ທັງສາມ ເເລະ ຕົວຫລັງ ບັນຈຸ ຢູ່ ໃນ ຈໍາພວກ ພຍັນຊນະ ຫມວດສາມ ສເມີ ຊຶ່ງ ມີ ຈໍານວນ ທີ່ ອີງຕາມ ຫລັກ ຂອງ ກົມ ວັນນະຄະດີ ລາວ ພຽງເເຕ່ ສາມຕົວ ເທົ່ານັ້ນ ຄື ຣ ລ ວ ( ສ່ວນ ພຍັນຊນະ ຄວບ ທີ່ ໃຊ້ກັນ ຢູ່ ເມືອງລາວ ຄາວນີ້ ໃຫ້ດິກໃສ່ ເລກ ທາງຂ້າງນີ້ ) [3]

ສລຸບເເລ້ວ ຄວບ ຫມາຍເຖິງ ສອງຢ່າງ ດ້ວຍກັນ ຄື ຜູ້ຄຸມນຶ່ງ ເເລະ ຜູ້ ຖືກຄຸມນຶ່ງ ( ຝຣັ່ງ. Le rapport de force entre dominant et dominé ) ເຊັ່ນ ການຄວບຄຸມ ຜ້າຄວບຜ້າຄຸມ ເປັນຕົ້ນ ຫມາຍເຖິງ ການ ທີ່ ຢູ່ ພາຍໃຕ້ ການຄວບງໍາ ຂອງ ຜູ້ຄຸມ ຊຶ່ງ ເປັນ ສິ່ງ ທີ່ ຄວບງໍາ ເຮົາ ໄວ້ ເເລະ ຕລອດ ຊົ່ວ ໄລຍະ ເວລາ ດັ່ງກ່າວນີ້ ເຮົາ ບໍ່ ສາມາດ ຈະ ອອກຈາກ ກໍາມື ຂອງ ມັນໄດ້ ຖ້າ ອອກໄດ້ ກໍ ຈະ ມີ ເເຕ່ ສົ້ງຊ້ອນ ຄາ ຄີງ ເທົ່ານັ້ນ ເເລ ທ່ານ ເອີຍ

ການຄວບຄຸມ ຈາກ ຕ່າງ ປະເທດ ກໍ ເປັນ ເຊັ່ນດຽວກັນ ນັ້ນເເລ ເເລະ ການ ທີ່ ຖືກ ຄວບຄຸມ ໂດຍ ປະເທດ ເພື່ອນບ້ານນັ້ນ ກໍ ຍິ່ງ ເຕັກ ກວ່າເກົ່າ ເພາະ ເຮົາ ຈະ ຫາ ໂອກາດ ອອກຈາກ ກໍາມື ຂອງ ມັນ ໄດ້ຍາກ ເເລະ ສິ່ງ ສໍາຄັນ ທີ່ສຸດ ກໍ ເປັນ ຍ້ອນ ການຄວບຄຸມ ຂອງ ປະເທດ ເພື່ອນບ້ານ ນີ້ເອງ ປະເທດ ໃກ້ຄຽງ ໃນ ອະດີດ ດັ່ງ ປະເທດ ຈາມ ເປັນຕົ້ນ ຈຶ່ງ ໄດ້ສູນເສັຽໄປ

ການຄວບ ໃນ ປັດຈຸບັນ ຈະ ມາ ໃນ ໂສມຫນ້າ ເເບບໃຫມ່ ຄື ການເເຊກຊຶມ ເທື່ອລະເລັກ ເທື່ອລະນ້ອຍ ເຊັ່ນ ການປະສານງານ ດ້ານ ວັທນະທັມ ດ້ານ ການປູກຝັງ ດ້ານ ສິລປະ ເເລະ ຈະ ຕໍ່ ລົງເລິກ ໄປໃສ່ ດ້ານ ການສຶກສາ ດ້ານ ການຄົມນາຄົມ ຈົນ ຮອດ ບັ້ນ ສໍາຄັນ ຄື ບັ້ນສຸດທ້າຍ ມັນ ຈຶ່ງ ຈະ ໂງ ມາໃສ່ ດ້ານ ການຕັດສິນໃຈ ຣະດັບ ປະເທດ ພາຍໃຕ້ ຣັຖບານດຽວ ນັ້ນເເລ

ຕົວຢ່າງ ການໃຊ້ || Exemples / Examples
ຕົວຢ່າງ ການໃຊ້ ພຍັນຊນະ ຄວບ ໂດຍ ສັງເຂບ ຂ້າງລຸ່ມນີ້ ( ຣູປຕາ ໒ )

ຣູປຕາ ໒

ປູ່ສອນຫລານ
ເພິ່ນທຽວຫາ ............... ຢ່າໄດ້ຂຽວຄໍ່າ
ໄປທາງຕໍ່າ .................. ໃນປ່າດົງຫລວງ ( ◌ວງ ເປັນ ໂ◌ນ? ພິສູດຍັງບໍ່ທັນໄດ້ )
ເຂົາຄວາຍໂທນ ............. ຢ່າເຮັດດ້າມພ້າ
ທັງສາດຄລ້າ ............... ຢ່າໄດ້ປູເຮືອນ

ຄົນໃຈເບືອນ .............. ຢ່າເອົາເປັນມິດ

“ລວາ” ຫມາຍເຖິງ ສັດ ປະເພດ ມ້າ ຊຶ່ງ ໃນ ກໍຣະນີ ພິເສດ ຄໍານີ້ ຂຽນ ດ້ວຍ ພຍັນຊນະ ຕົ້ນພຍາງ ຫມວດຄໍ ຈຸສອງ ຄື ຕົວລໍ ( ລ ) ຄວບ ກັບ ຕົວວໍ ( ວ )


ຕາມ ທັມມະດາ ເຮົາ ສາມາດ ໃຊ້ ພຍັນຊນະ ຄວບ ຊຶ່ງ ຕົວຫລັງ ເປັນ ຕົວຣໍ ( ຣ ) ເພື່ອ ຂຽນ ວິສາມັນນາມ ເກືອບ ໄດ້ ທຸກຕົວ ສ່ວນ ຕົວຫລັງ ທີ່ ເປັນ ຕົວລໍ ( ລ ) ຄົນລາວ ໄດ້ລະໄລ ໄປເລີຍເເລ້ວ ເເລະ ຈະ ຫວນ ກັບຄືນ ກໍ ຄົງ ເປັນໄປໄດ້ຍາກ ເວັ້ນເສັຽເເຕ່ ຈະ ກ່າຍ ຈາກ ໄທຍ ຢ່າງດຽວ ເເລະ ການສູນເສັຽ “ຄໍາມູນ” ຍັງ ຈະ ດໍາເນີນ ອີກ ຕໍ່ໄປ ຢູ່ ຍ້ອນ ຄົນລາວ ຜູ້ ມີ ຄວາມຮູ້ສູງ ບໍ່ ສົນໃຈ ຂຽນ ເປັນ ພາສາລາວ ເພື່ອ ນໍາເອົາ ຄວາມຄິດໃຫມ່ ຄໍາໃຫມ່ ເຂົ້າຕື່ມໃສ່ ເເຕ່ຫາກ ຕີ ຕົນ ສເມີ ວ່າ ຕົນ ກໍ ສົນໃຈ ເຣື່ອງ ລາວ

ເປັນຕາຫນ້າຄິດ
ຄົນລາວ ຢູ່ ຝຣັ່ງ ລາງຄົນ ໄດ້ໄປ ປະຊຸມ ຢູ່ ສະຫະຣັດ ອະເມຣິກາ ເເລະ ໄດ້ອ່ານ ຄໍາຖເເລງ ຂອງ ຕົນ ເປັນ ພາສາ ຝຣັ່ງ ຕໍ່ຫນ້າ ຄົນລາວ ດ້ວຍກັນ ເເລະ ຄົນລາວ ບາງຄົນ ຢູ່ ອັງກິດ ກໍ ມາອ່ານ ຖເເລງການ ຂອງ ເພິ່ນ ເປັນ ພາສາ ອັງກິດ ຕໍ່ຫນ້າ ຄົນລາວ ດ້ວຍກັນ ທີ່ ປະເທດ ຝຣັ່ງ ສ່ວນ ການໂຄ່ນລົ້ມ ປະເທດຊາດ ເເກວ ໄດ້ເເຕ່ງ ຖເເລງການ ເປັນ ພາສາລາວ ໃຫ້ ພວກ ກໍາລັງ ເເນວລາວຮັກຊາດ ເເລະ ພວກ ເເນວລາວຮັກຊາດ ໄດ້ເອົາ ມາອ່ານ ໃຫ້ ຄົນລາວ ຟັງ ຜົນສຸດທ້າຍ ພວກ ເເນວລາວຮັກຊາດ ກໍ ໂຄ່ນລົ້ມ ຣັຖບານ ໄດ້ ເເລະ ເປັນດ້ວຍເຫດໃດ ? ( ຖ້າ ເວົ້າໄປ ກໍ ເເມ່ນ ຄົນລາວ ເຮົາເອງ ຜິດກັນ ລ້າໆ )

ຫມາຍເຫດ ຄວາມເເຕກຕ່າງ ຣະຫວ່າງ ພຍັນຊນະຄວບ ກັບ ພຍັນຊນະຈູງ ມີຢູ່ ດັ່ງນີ້ ຄື

ຫຍັນຊນະຫໍ ( ຫ ) ຄວບ ພຍັນຊນະວໍ ( ວ ) ບໍ່ ມີ ໃນ ພາສາ ລາວ ຍ້ອນວ່າ ພຍັນຊນະ ຕົ້ນພຍາງ ຕົວນີ້ ເປັນ ພຍັນຊນະ ປະສົມ ຖ້າ ທ່ານ ຢາກ ຂຽນ ຊຶ່ ຂອງ ເມືອງນຶ່ງ ໃນ ວຽດນາມ “Hué” ໃຫ້ ທ່ານ ຂຽນ “ເວ້” ເເຕ່ ອ່ານ ເຫວ້ ຊຶ່ງ ມາ ຈາກ ພຍັນຊນະ ປະສົມ

ພຍາງ ທີ່ ຂຽນ ດ້ວຍ ພຍັນຊນະຄວບ ມີ ພຽງເເຕ່ ພຍາງດຽວ ເທົ່ານັ້ນ ເເລະ ຕ້ອງ ອ່ານ ພຍັນຊນະ ກ່ຽວຂ້ອງ ສອງຕົວ ພ້ອມກັນ ເຊັ່ນ ຄວາຍ ຂວາ ພຣະ ຄຣູ ພລັນ ໄຄວ່(ຂາ) ຂວໍ້າ(ນອນ-) ດັ່ງນີ້ ເປັນຕົ້ນ

ພຍາງໃດ ຂຽນ ດ້ວຍ ພຍັນຊນະ ຄວບ ເຮົາ ຕ້ອງ ໄລ່ ພຍາງນັ້ນ ເປັນ ພຍາງດຽວ ເເຕ່ວ່າ ພຍາງໃດ ທີ່ ຂຽນ ດ້ວຍ ພຍັນຊນະ ຈູງ ຈໍານວນ ພຍາງນັ້ນ ຕ້ອງ ນັບ ເປັນ ສອງພຍາງ ອັນນີ້ ຄື ຄວາມເເຕກຕ່າງ ຣະຫວ່າງ ພຍັນຊນະ ຄວບ ເເລະ ພຍັນຊນະ ຈູງ ນັ້ນເອງ

ຮູບ ໑ : ເງິນຕຣາ ທີ່ ເປັນ ຫຣຽນ

( ຄຸນຄ່າ ຂອງ ຄົນ ມັນ ຢູ່ ຜົນ ຂອງ ງານ )


ສຽງ ເເມ່ຍິງ ລາວ || La voix d’une femme / The voice of a woman

IMG/mp3/20091011_Lao_Lanxang_Lo_Hit_01.mp3
IMG/mp3/Talok_Houkhi_penh_nay_11.mp3
IMG/mp3/Talok_44_2of3_20091107__Houkhi_penh_nay_Reduced-2.mp3
IMG/mp3/Talok_01_Chorn_poun_talad.mp3
ຂໍ ຂອບໃຈ ມາ ຍັງ ຍານາງ ທັງສາມ ພ້ອມດ້ວຍ ຄນະ ຈັດ ຣາຍການ ຕລົກ ຂອງ ຫ້ອງ
Laos Fact ເເລະ ຄນະ ຈັດ ຣາຍການ Lao Lanxang International ບົນ ອິນເທີເເນັດ
ເເລະ ຂໍ ໃຫ້ ພວກ ທ່ານ ທັງຫລາຍ ຈົງ ໄດ້ພົບ ເເຕ່ ຄວາມສຸກ
ປາສຈາກ ພຍາດ ໂຣຄາ ອັນໃດ ທັງສິ້ນ


ຜິວ່າ ກຸສົນ ຜົນບຸນ ອັນນີ້ ມີ ຈິງ ກໍ ຂໍ ອຸທິດ ກຸສົນ ຜົນບຸນ ຈາກ ຜົນງານ ອັນເລັກໆ ນ້ອຍໆ ອັນນີ້ ເເດ່ ພຣະເຖຣະນຸເຖຣະ

ຜິວ່າ ກຸສົນນີ້ ມີ ຈິງເເທ້ ກໍ ຂໍ ອຸທິດ ກຸສົນ ຜົນບຸນ ຈາກ ຜົນງານ ອັນເລັກໆ ນ້ອຍໆ ອັນນີ້ ເເດ່
- ພໍ່ ເເລະ ບຸນຄຸນ ຂອງ ເເມ່ ຜູ້ ທີ່ ໄດ້ລ່ວງລັບ ໄປເເລ້ວ
- ເມັຽ ພ້ອມດ້ວຍ ລູກ ທຸກຄົນ
- ຫລານ ພ້ອມດ້ວຍ ເດັກນ້ອຍ ລາວ ທຸກຄົນ
- ພີ່ນ້ອງ ເເລະ ຫມູ່ເພື່ອນ ພ້ອມດ້ວຍ ຄົນລາວ ທຸກຖ້ວນຫນ້າ
- ສັດ ພ້ອມດ້ວຍ ເຜດ ເເລະ ຜີ ທັງຫລາຍ ຈົງ ໄດ້ ໄປ ເກີດ ໃນ ສຸຄະຕິ ດ້ວຍເຖີດ


ຮູບ ໒
ສົມເດັດ ພຣະເຈົ້າ ສັກກະຣິນ
ພຣະເຈົ້າ ລ້ານຊ້າງ ຮົ່ມຂາວ ເເຫ່ງ ນະຄອນ ຫລື ອານາຈັກ ຫລວງພຣະບາງ
9 décembre 1901


Khamphéo Phouphetlinthong.


ບັນທຶກ /Notes

[1] A. RAQUEZ - Pages laotiennes - F.-H. SCHNEIDER, Imprimeur-Editeur - 1902, Hanoi - page 347

[2] ຢູ່ ຢອງກັນ ຫມາຍຄວາມວ່າ ມັນ ບໍ່ ໄດ້ຕິດກັນ ເເລະ ມັນ ສາມາດ ຕົກໄດ້ ຫລື ເເຍກກັນ ໄດ້

[3] ຄນະ ປະຕິວັດ ລາວ ໄດ້ຕັດ ພຍັນຊນະຣໍ ( ຣ ) ເເລະ ພຍັນຊນະລໍ ( ລ ) ອອກ ຈາກ ພຍັນຊນະ ຄວບ ຫມາຍຄວາມວ່າ ຄໍາລາວ ທີ່ ຂຽນ ດ້ວຍ ພຍັນຊນະ ຄວບ ເຫລືອ ພຽງ ຕົວວໍ ( ວ ) ຢ່າງດຽວ ທີ່ ເປັນ ຕົວຫລັງ ( ໃນ ປະເທດ ລາວ )

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0