ພາສາ ລາວ - La langue lao ບົນ ລາວເເພນ

ສຽງ ພຍັນຊນະ ເເລະ ພຍາງ ຕ່າງໆ

ວັນຈັນ ທີ ໒໙ ເດືອນ ສິງຫາ/août  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ພຍັນຊນະ ລາວ [ພະ-ຍັນ-ຊະ-ນະ] - ນາມວະລີ.

ທາຕຸສາດ || Etymologie / Etymology
ພຍັນຊນະ ໃຫ້ ດິກ ເບິ່ງ ທີ່ນີ້

“ລາວ” ເປັນ ຄໍາມູນ ຄໍາມູນ ຫມາຍເຖິງ ຄໍາ ທີ່ ເປັນ ມູນ ຂອງ ລາວ ເເລະ ທີ່ ເປັນ ຄໍາລາວ ເເທ້ ມາ ເເຕ່ ດັ້ງເດີມ ຊຶ່ງ ຕໍານານ ຈີນ ໄດ້ ບັນທຶກ ໄວ້ ຫລາຍ ສັຕວັດ ກ່ອນ ກຣິຕສັກຣາດ ເເລະ ກ່ອນ ປວັດສາດ ລາວ ປັດຈຸບັນນີ້ ວ່າ ລ້ຽວ ( Liao ) ເເລະ ອື່ນໆ ອີກ ຍ້ອນ ສຽງ ຄໍາເວົ້າ ຂອງ ເຈັກ ຫລື ຈີນ ບໍ່ ສາມາດ ຈະ ເວົ້າ ໃຫ້ ຕຣົງ ກັບ ສຽງ ຄໍາເວົ້າ ຂອງ ຄົນລາວຊາວໄທ ໂດຍ ທົ່ວໄປ ນັ້ນເອງ [1]

ຕໍານານ ລາງອັນ ກໍ ກ່າວວ່າ ລາວ ມາ ຈາກ ເຜົ່າ ລະວະ ເເຕ່ຫາກວ່າ ການຂຽນ “ລາວ” ດ້ວຍ ຫນັງສື ບາລີ ຈະ ຕ້ອງ ຂຽນ “ລາວະ” ຫລື “ລະວະ” ຍ້ອນວ່າ ຕົວສະກົດ ຕົວວໍ ( ວ ) ບໍ່ ມີ ໃນ ຫນັງສື ບາລີ ຊຶ່ງ ຄໍາ ລາວະ ເເລະ ລະວະ ໄດ້ສະເເດງ ເຖິງ ການນັບຖື ພຸທສາສນາ ໂດຍ ຄົນລາວ ມີ ມາ ກ່ອນ ປະເທດ ລ້ານຊ້າງ ໄດ້ຕັ້ງຂຶ້ນ ຫລາຍ ສັຕວັດ ນັ້ນເອງ

  • ໄທເຫນືອ ກໍ ເວົ້າ ຕົວລໍ ( ລ ) ເປັນ ຕົວດໍ ( ດ ) ເຫມືອນ ກັບ ໄທໃຕ້ ເເຕ່ ເວົ້າ ໃນ ຄື້ນ ສຽງ ຂອງ ຕົວລໍ ດັ່ງ ລາວ ເປັນ ດ໊າວ ເເລະ ຄົນລາວ ເປັນ ຄົນດ໊າວ ເເລະ ລາງຄົນ ຂຽນ “ດາວ” ລ້າໆ ເເຕ່ ໃຫ້ ເຂົ້າໃຈ ວ່າ ບໍ່ ເເມ່ນ ດາວ ທີ່ ຢູ່ ທ້ອງຟ້າ ປະການໃດ
  • “ລາວ” ທີ່ ເພິ່ນ ອ່ານ “ຣາວ” ເປັນ “ລາວ” ເເລະ ທີ່ ຄົນລາວ ປ່ຽນມາ ເປັນ “ຮາວ” ເພາະ ຄົນລາວ ບໍ່ ມັກ ຫັນລີ້ນ ເມື່ອ ເວລາ ອ່ານ ຕົວຣໍ ( ຣ ) ເເລະ ສ່ວນມາກ ຈະ ເເມ່ນ ໄທອິສານ ມັກ ເວົ້າ “ລາວ ລາວ” ຈົນ ພາໃຫ້ ມີ ນິທານ ກ້ອມ ກ່ຽວກັບ ເຣື່ອງນີ້ ດັ່ງ “ຈັບ ລາວ ຈັບ ລາວ” ເປັນຕົ້ນ ຍ້ອນ ເຂົາ ບອກ ໃຫ້ ຄົນ ໂດຍສານ ຈັບ ເພາະ ຢ້ານ ຕົກຣົດ ຕອນ ຣົດ ເເລ່ນ

    ອີກປະການນຶ່ງ ຄົນລາວເອງ ກໍ ມັກ ເວົ້າ “ສູ້ໄປສົນນໍາຫົວມັນເທາະ ຈັກຫນ່ອຍຊິມີເລື້ອງມີລາວ” ຊຶ່ງ ຂຽນ ເເບບນຶ່ງ ເຊັ່ນ ເຣື່ອງຣາວ ເເລະ ອ່ານ ເເບບນຶ່ງ ຄື ເລື້ອງລາວ ດ້ວຍເຫດນີ້ ໄວຍາກອນ ຕ້ອງ ມີ ຫລັກ ການຂຽນ ເເລະ ຫລັກ ການອ່ານ ເປັນ ຄູ່ກັນ ໄປ ສເມີ

ໂຄສະຖານ || Phonétique / Phonetics
“ລາວ” ມີ ສຽງຍາວ ເເລະ ສຽງດຽວ ກັບ ຈໍາພວກ ພຍັນຊນະ ຫມວດສາມ ຄື ຄ ຊ ທ ພ ຟ ຮ ງ ຍ ນ ມ ຣ ລ ວ” ຊຶ່ງ ສຽງ ຂອງ ພຍັນຊນະ ຫມວດສາມນີ້ ທາງ ກົມ ວັນນະຄະດີ ລາວ ໄດ້ຈັດ ເປັນ ຫມວດ ທີ່ ມີ ສຽງຕໍ່າ ຊຶ່ງ ຂ້າພະເຈົ້າ ໄດ້ພິສູດ ເຫັນວ່າ ສຽງ ຂອງ ຄໍາ “ລາວ” ບໍ່ ເປັນ ສຽງຕໍ່າ ເຫມືອນດັ່ງ ທີ່ ກົມ ວັນນະຄະດີ ລາວ ໄດ້ບັນຍັດ ໄວ້

ຄວາມຫມາຍ || Définition / Definition
“ລາວ” ຫມາຍເຖິງ ສັພນາມ ທີ່ ໃຊ້ ເປັນ ບຸຣຸດ ຜູ້ ທີສາມ ຫລືວ່າ ອຸດົມ ບຸຣຸດ ເພື່ອ ໃຊ້ ຕາງ ຄົນໃດຄົນນຶ່ງ ເຊັ່ນ ລາວ ກິນເຂົ້າ ເເລ້ວ ບໍ ? ທ້າວກິ ໄປ ນາ ລາວ ເລີຍ ເຫັນ ຄົນເຂົ້າເມືອງເຖື່ອນ ກຸມ ເເມ່ຍິງ ລາວ ເເຕ່ ຂັ້ນສູງ ບໍ່ ເຮັດ ຫຍັງ ( ລາວ “ເຫັນ” ເປັນ ບຸຣຸດ ສັພນາມ ເພາະ ໃຊ້ ເເທນ ທ້າວກິ ) ດັ່ງນີ້ ເປັນຕົ້ນ

“ລາວ” ຫມາຍເຖິງ ຊື່ ຊົນເຜົ່າ ທີ່ ມີ “ເຊື້ອສາຍ” ເເລະ ການປາກເວົ້າ ເເບບດຽວກັນ ຫລື ຄ້າຍ ຄືກັນ ກັບ ຄົນລາວ ໃນ ປັດຈຸບັນ ນີ້ເອງ ຊຶ່ງ ຊົນເຜົ່າ ທີ່ ມີ ການປາກເວົ້າ ເເບບນີ້ ນັກຊ່ຽວຊານ ຮຽກວ່າ ໄທ[Taï] ໃນ ເຫງົ້າ ໄທກະໄດ ຫລື ໄທກຣະໄດ[Tai-kadai]/[Tai-kradai]/[Thaï-kadai] ເເຕ່ ຄໍາ “ໄທ” ບໍ່ ໄດ້ ຫມາຍເຖິງ ຊື່ ຊົນເຜົ່າ ປະການໃດ ທັງສິ້ນ ໃນ ເບື້ອງຕົ້ນ ເຫມືອນດັ່ງ ທຸກວັນນີ້ ທັງນີ້ ກໍ ເນື່ອງມາຈາກ ນັກຊ່ຽວຊານ ຊາວຕາເວັນຕົກ ເປັນ ຜູ້ ຕັ້ງຂຶ້ນ ນັ້ນເອງ

“ລາວ” ຫມາຍເຖິງ ປະເທດນຶ່ງ ທີ່ ບໍ່ ມີ ທາງອອກ ໄປ ຫາ ທະເລ ເເລະ ທີ່ ຕັ້ງ ຢູ່ ອາຊີ ຕາເວັນອອກ ສ່ຽງໃຕ້ ຫລື ອາຊີ ອາຄະເນ ຊຶ່ງ

  • ທາງຕາເວັນຕົກ ຕຕ. ( ປັດສິມ ) ຕິດ ກັບ ປະເທດ ໄທຍ
  • ທາງຕາເວັນຕົກ ສ່ຽງເຫນືອ ( ພາຍັບ ) ຕິດ ກັບ ປະເທດ ພະມ້າ
  • ທາງເຫນືອ ຫນ. ( ອຸດອນ ) ຕິດ ກັບ ປະເທດ ຈີນ ຫລື ເຈັກ ( “ເຈັກ” ມາ ຈາກ ຄໍາ ເເຕ້ຈິ໋ວ ທີ່ ເເປວ່າ ນຶ່ງ ທີນຶ່ງ ເເລະ ເຈັກ ຫມາຍເຖິງ ຄົນເກັ່ງ ລໍາດັບ ນຶ່ງ )
  • ທາງຕາເວັນອອກ ຕອ. ( ບົວຣະພາ ) ຕິດ ກັບ ປະເທດ ເເກວ ຫລື ວຽດນາມ
  • ຫົນໃຕ້ ຫຕ. ( ທັກຂິນ ) ຕິດ ກັບ ປະເທດ ຂເມນ
    ຮູບ ໑ : www.indochinamedals.com/laos...


    ເມື່ອ ຄ.ສ. ໑໙໔໕ ປະເທດ ລາວ ທີ່ ມີ ຊື່ ເປັນ ພາສາ ຝຣັ່ງ ວ່າ Le Laos ບໍ່ ໄດ້ຖືກ ກໍານົດ ໄວ້ ຢ່າງ ເປັນ ທາງການ ໃນ ກົມ ພູມີສາດ ຂອງ ຝຣັ່ງ ປະການໃດ ທັງສິ້ນ ( ຝຣັ່ງ. Service géographique de l’Armée (SGA) ທີ່ ກາຍ ເປັນ (IGN) Institut Géographique Nationale ) ຊຶ່ງ ຫມາຍຄວາມວ່າ ປະເທດ ລາວ ບໍ່ ໄດ້ມີ ຕົນຕົວ ຢ່າງໃດ ເລີຍ ພາຍໃຕ້ ການປົກຄອງ ຝຣັ່ງ ( En 1945, le Laos n’avait aucun statut juridique ຝຣັ່ງ. ) ສະນັ້ນ ເຮົາ ຈະ ເຫັນໄດ້ ວ່າ

    • ຝຣັ່ງ ໄດ້ຈັດ ເມືອງ ຫລວງພຣະບາງ ຂຶ້ນ ເປັນ Protectorat ເເລະ ຝຣັ່ງ ໄດ້ຈັດ ດິນເເດນ ເເຫ່ງ ອື່ນໆ ຂອງ ລາວ ເປັນ Colonie ຊຶ່ງ ກ່ອນນີ້ ປະເທດ ລາວ ບໍ່ ໄດ້ມີ Statut ເປັນ Colonie ເເລະ ກໍ ບໍ່ ໄດ້ເປັນ Protectorat ອັນໃດ ທັງສິ້ນ ຍ້ອນ ເຫດຜົນ ທີ່ ໄດ້ກ່າວ ມາເເລ້ວ ຂ້າງເທິງນີ້ ອີກປະການນຶ່ງ ອານາຈັກ ຈໍາປາສັກ ຍັງ ເປັນ ອານາຈັກ ທີ່ ກວ້າງຂວາງ ໃນ ຄາວນັ້ນ

      ກ່ອນນີ້ ປະມານ ສາມປີ ເຈົ້າ ຈໍາປາສັກ ອົງນຶ່ງ ນະ ອຸບົນ ຣາຊທານີ ໄດ້ມອບ ດິນ ອັນ ກວ້າງໃຫຍ່ ຂອງ ພຣະອົງ ໃຫ້ ເເກ່ ຣັຖບານ ໄທຍ ຊຶ່ງ ດິນ ຕ່ອນນັ້ນ ເເມ່ນ ຢູ່ ອຸບົນ ຣາຊທານີ ເເລະ ຢ່າ ລືມ ວ່າ ເມືອງຫລວງ ຂອງ ອານາຈັກ ຈໍາປາສັກ ໃນ ຄາວນັ້ນ ເເມ່ນ ເມືອງ ອຸບົນ ນີ້ເອງ ຊຶ່ງ ຄໍາ ຣາຊທານີ ຈະ ເເປ ຕາມໂຕ ເປັນ
      • ຄວາມລາວ ວ່າ ຣາຊອານາຈັກ [ຣາດ-ຊະ-ອາ-ນາ-ຈັກ] ( ທານີ )
      • ຄວາມຝຣັ່ງ ວ່າ Royaume
      • ຄວາມອັງກິດ ວ່າ Kingdoom

    • ຝຣັ່ງ ໄດ້ເອົາ ໄຊຍະບູຣີ ເເລະ ຈໍາປາສັກ ໃຫ້ ລາວ ເເລະ ພ້ອມດຽວກັນນັ້ນ ຝຣັ່ງ ໄດ້ເອົາ ຊຽງເເຕງ[Strung Teng] ເເລະ ກະເເຈະ[Kratié] ໃຫ້ ຂເມນ ( ຄົນລາວ ທີ່ ຊຽງເເຕງ ພາກັນ ຍ້າຍ ຄອບຄົວ ມາ ຕັ້ງ ຢູ່ ປາກເຊ ຫລາຍ ທີ່ສຸດ ໃນ ຄາວນັ້ນ ສ່ວນ ພວກ ຢູ່ ກະເເຈະ ກໍ ຍັງ ຢູ່ກັນ ທຸກວັນນີ້ )

    • ຝຣັ່ງ ໄດ້ເອົາ ກອນຕູມ ໃຫ້ ວຽດນາມ ພ້ອມດ້ວຍ Darlac ຢ່າງ ເປັນ ທາງການ ເເລະ ເເກວ ໄດ້ຍຶດເອົາ ເມືອງເເຖ່ງ (Dien Bien Phu ) ໄປເລີຍ ຫລັງຈາກ ໄດ້ເເພ້ ທະຫານ ຝຣັ່ງ ນະ ເເຫ່ງນີ້ ( Navarre ກໍ ໄດ້ຂຽນໄວ້ ໃນ ວາຣະສານ ກ່ຽວກັບ ປວັດສາດ Historia ຫລື Historama ເເລະ ຂ້າພະເຈົ້າ ກໍ ບໍ່ ຈື່ ປານໃດ ເພາະ ໄດ້ອ່ານ ເມື່ອ ຄ.ສ. ໑໙໘໑ )

    • ຝຣັ່ງ ໄດ້ເອົາ ເມືອງ ດ່ານຊ້າຍ ໄຊຍະບູຣີ ພ້ອມດ້ວຍ ຫົງສາວະດີ ມາຂຶ້ນ ກັບ ນະຄອນ ຫລວງພຣະບາງ ( ດ້ວຍເຫດນີ້ ຈຶ່ງ ບໍ່ ມີ ເຈົ້າເເຂວງ ຫລວງພຣະບາງ ໃນ ຍຸກນັ້ນ ເພາະວ່າ ເປັນ ເມືອງ ທີ່ ຂຶ້ນ ກັບ ເຈົ້າ ຊີວິດ ນັ້ນເອງ )

    • ຝຣັ່ງ ໄດ້ສົ່ງ ຜົ້ງສາລີ ຫົວພັນ ທັງຫ້າ ທັງຫົກ ຈາກ ການປົກຄອງ ພາກສີ່ ຄືນ ໃຫ້ລາວ ( ຝຣັ່ງ. Quatrième zone militaire ) ໂດຍ ຈຸດປະສົງ ເອົາ ດິນເເດນ ເຫລົ່ານີ້ ມາຂຶ້ນ ກັບ Protectorat ຫລວງພຣະບາງ ເພື່ອ ຕອບ ສນອງ Services rendus ຄື ການຮັບໃຊ້ ຝຣັ່ງ ໂດຍ ເຈົ້າ ຊີວິດ ຫລວງພຣະບາງ

ຮູບ ໒ : www.indochinamedals.com/laos...

ເມື່ອ ຄ.ສ. ໑໙໔໖ ສະເດັດ ເຈົ້າ ບຸນອູ້ມ ໄດ້ສລະ ບັນລັງ ເພື່ອ ທ້ອນໂຮມ ລາວ ເເລະ ເພື່ອ ໃຫ້ ມີ ເຈົ້າ ເເຜ່ນດິນ ພຽງ ພຣະອົງດຽວ ຄື ເຈົ້າ ນະຄອນ ຫລວງພຣະບາງ ນັ້ນເອງ ເເລະ ເເມ່ນ ດິນເເດນ ດັ່ງກ່າວນີ້ ຈະ ໄດ້ກາຍ ມາ ເປັນ ຫນ້າພຽງ ຫລື ເນື້ອດິນ ຂອງ ປະເທດ ລາວ ໃນ ປັດຈຸບັນ ທີ່ ຂຽນ ເປັນ ພາສາ ຝຣັ່ງ ວ່າ Le Laos ( ບໍ່ ເເມ່ນ ຊື່ ກໍາປັ່ນ ເດີ ເພາະ ໄດ້ ມີ ກໍາປັ່ນ ຝຣັ່ງ ຄາວນັ້ນ ຊື່ວ່າ Le Laos )

ຫລັງຈາກນັ້ນ ເມືອງລາວ ໄດ້ຮັບ ເອກຣາດ ຈາກ ຝຣັ່ງ ຢ່າງ ສົມບູນເເບບ ເມື່ອ ຄ.ສ. ໑໙໕໔ ຈົນ ເຖິງ ຄ.ສ. ໑໙໗໕ ພາຍໃຕ້ ຄວາມຫມາຍ ໃນ ຄໍາ ທີ່ ວ່າ “ໄທ” ເເລະ ກໍ ໄດ້ເສັຽ ດິນເເດນ ລ້ານຊ້າງ ໄປ ເກືອບ ຫມົດສ້ຽງ ພ້ອມທັງ ໄດ້ເສັຽ ຊັພຍາກອນ ມະນຸດ ທີ່ ເປັນ ຄົນລາວ ທີ່ ເປັນ ກໍາລັງ ເເລະ ທີ່ ເປັນ ອິດທິພົນ ຢ່າງ ຫລວງຫລາຍ ເເທ້ເເລ

( ຮູ້ເເຕ່ຜູກ ບໍ່ຮູ້ເເກ້ ເເມ່ນຫຍັງ ? )
ຫນ : ຫົນເຫນືອ / ຫຕ : ຫົນໃຕ້ / ຕອ : ຕາເວັນອອກ / ຕຕ : ຕາເວັນຕົກ

( ຖ້າ ຜູ້ໃດ ຢາກເຫັນ ຮູບ ກໍາປັ່ນ ທີ່ ມີ ຊື່ວ່າ Laos ໃຫ້ດິກ ເບິ່ງ ຂ້າງລຸ່ມນີ້ )
www.messageries-maritimes.or...
( ຂໍ ຂອບໃຈ ມາຍັງ ທ່ານ ອະຣິຍະ ປັນຍາ ຄື ຜູ້ ຊອກຫາ ດິ່ງ ເເລະ ຮູບຫຣຽນ ຂ້າງເທິງນີ້ ມາໃຫ້ )


ພຍັນຊນະ ທັງຫມົດ || Consonnes / Consonants
ພຍັນຊນະ ລາວ ມີ ຢູ່ ດ້ວຍກັນ ທັງຫມົດ ຊາວເຈັດ ຕົວ ຄື ກ ຂ ຄ ງ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ຣ ລ ວ ຫ ອ ຮ

ສ່ວນ ພຍັນຊນະ ປະສົມ ທີ່ ໃຊ້ ຫນັງສື ເຟື້ອງ ສີ່ຕົວນີ້ ( ຫຽ ໜ ໝ ຫຼ ) ເພິ່ນ ເອົາໄວ້ ຂຽນ ເພື່ອ ລອກກ່າຍ ເອກສານ ອັນ ເກົ່າເເກ່ ທີ່ ຂຽນ ດ້ວຍ ມື ໂດຍ ຈຸດປະສົງ ພິມ ເອກສານ ດັ່ງກ່າວ ເພື່ອ ເຜີຍເເຜ່ ເເດ່ ນັກຮຽນຮູ້ ນັ້ນເອງ ເເລະ ຂ້າພະເຈົ້າ ຈະ ບໍ່ ກ່າວເຖິງ ມັນ ອີກ ຕໍ່ໄປ

ພາຍໃນ ພຍັນຊນະ ຈໍານວນ ຊາວເຈັດ ຕົວນີ້ ເພິ່ນ ໄດ້ຄັດເອົາ ພຍັນຊນະ ສອງຕົວ ຄື ຕົວວໍ ( ວ ) ເເລະ ຕົວອໍ ( ອໍ ) ອອກໄປ ເພື່ອ ຈັດເຂົ້າ ໃນ ຈໍາພວກ “ອັດທະສຣະ” ຫ້າຕົວ (◌ັ ◌ົ ◌ຽ ◌ວ◌ ◌ອ◌ ) ໂດຍ ຈຸດປະສົງ ເພື່ອ ປະກອບ ເປັນ ສຣະ ເເລະ ຂ້າພະເຈົ້າ ຈະ ບໍ່ ໄດ້ກ່າວເຖິງ ມັນ ໃນ ບັ້ນນີ້

ອທທ[ອັດ-ທະ/addha] ເປັນ ຄໍາບາລີ ທີ່ ເເປວ່າ ເຄິ່ງນຶ່ງ ນັ້ນເອງ ເເລະ ຂ້າພະເຈົ້າ ໄດ້ອະທິບາຍ ຄໍານີ້ ຢ່າງ ເເຈ່ມເເຈ້ງ ຢູ່ ບົດຄວາມ ກ່ຽວກັບ ຫນັງສືທັມ

ເພິ່ນ ຈັດ ພຍັນຊນະ ລາວ ທັງຫມົດນີ້ ອອກປັນ ສາມຫມວດ ດ້ວຍກັນ ຊຶ່ງ ເເຕ່ລະຫມວດ ນັ້ນ ເພິ່ນ ຈະ ຈັດ ພຍັນຊນະ ຕົວໃດ ທີ່ ມີ ຄື້ນສຽງ ຄື້ນດຽວກັນ ເຂົ້າ ບັນຈຸ ໃນ ຫມວດ ດຽວກັນ ດັ່ງນີ້

  • ຫມວດນຶ່ງ ບັນຈຸ ບັນດາ ພຍັນຊນະ ທັງເເປດ ຄື ກ ຈ ດ ຕ ບ ປ ຢ ອ
  • ຫມວດສອງ ບັນຈຸ ບັນດາ ພຍັນຊນະ ທັງຫົກ ຄື ຂ ສ ຖ ຜ ຝ ຫ
    ( ສຽງ ຂອງ ພຍັນຊນະ ປະສົມ ທັງເຈັດ ພ້ອມດ້ວຍ ສຽງ ພຍາງທ້າຍ ຂອງ ພຍັນຊນະຈູງ ທີ່ ຈູງ ດ້ວຍ ພຍັນຊນະ ຫມວດກໍ ເເລະ ຫມວດຂໍ ກໍ ມີ ສຽງດຽວກັນ ກັບ ສຽງ ພຍັນຊນະ ຫມວດສອງ )
  • ຫມວດສາມ ບັນຈຸ ບັນດາ ພຍັນຊນະ ທັງສິບສາມ ຄື ຄ ງ ຊ ຍ ທ ນ ພ ຟ ມ ຣ ລ ວ ຮ

ຄໍາອະທິບາຍ || Explication / Explanation
ກົມວັນນະຄະດີ ລາວ ໄດ້ບັນຍັດ ສຽງ ຂອງ ບັນດາ ພຍັນຊນະ ລາວ ທັງສາມ ຫມວດ ດັ່ງນີ້

  • ຫມວດນຶ່ງ ເປັນ ຫມວດ ທີ່ ມີ ສຽງກາງ ( ສຽງ ທີ່ ຢູ່ ຣະຫວ່າງ ສຽງ ຂອງ ຫມວດ ທັງສອງ )
  • ຫມວດສອງ ເປັນ ຫມວດທີ່ ມີ ສຽງສູງ ເເລະ
  • ຫມວດສາມ ເປັນ ຫມວດ ທີ່ ມີ ສຽງຕໍ່າ

ເເຕ່ວ່າ ເຣື່ອງ ສຽງຕໍ່າ ສຽງສູງ ສຽງກາງ ທີ່ ເພິ່ນ ໄດ້ກ່າວມານີ້ ມັນ ບໍ່ ກົງ ກັບ ສຽງເເທ້ ຂອງ ພຍັນຊນະ ລາວ ສະນັ້ນ ກ່ອນ ຈະ ດໍາເນີນ ການອະທິບາຍ ໄວຍາກອນ ລາວ ໃຫ້ ໄປ ໄກ ກວ່ານີ້ ເຮົາ ຕ້ອງ ພິສູດ ສຽງ ຂອງ ພຍັນຊນະ ທັງສາມ ຫມວດນີ້ ເສັຽກ່ອນ ເຮົາ ຈຶ່ງ ຈະ ເວົ້າ ໃຫ້ ສອດຄ່ອງ ໄດ້ ດັ່ງ ການພິສູດ ຂ້າງລຸ່ມນີ້ ( ສອດຄ່ອງ : ຝຣັ່ງ/ອັງກິດ. Cohérence / Coherence ເເລະ ອັນນີ້ເເລ ເຂົາ ເວົ້າວ່າ “ຮຽນ ນໍາ ເພິ່ນ ເເຕ່ ບໍ່ ເຮັດ ຄື ເພິ່ນ” )

ອີງຕາມ ຣູປຕາ ໑ ສຽງ ຂອງ ພຍັນຊນະ ທີ່ ພິສູດ ດ້ວຍ ກີຕາ[ຝຣັ່ງ. Guitare] ມີ ຜົນຮັບ ອອກມາ ເເບບໃຫມ່ ເເຕ່ວ່າ ກ່ອນ ຈະ ກ້າວໄປ ເຖິງ ການອະທິບາຍ ກ່ຽວກັບ ສຽງ ຂ້າພະເຈົ້າ ຂໍ ອະທິບາຍ ( ຝຣັ່ງ. Méthode ) ວິທີ ການພິສູດ ອັນນີ້ ເສັຽກ່ອນ ດັ່ງນີ້

໑- ຂ້າງຊ້າຍ ເເມ່ນ ກີຕາ[ຝຣັ່ງ. Guitare]

໒- ພຍັນຊນະກໍ ( ກ) ຫມາຍເຖິງ ບັນດາ ພຍັນຊນະ ຫມວດນຶ່ງ

໓- ພຍັນຊນະຂໍ ( ຂ) ຫມາຍເຖິງ ບັນດາ ພຍັນຊນະ ຫມວດສອງ

໔- ພຍັນຊນະຄໍ ( ຄ) ຫມາຍເຖິງ ບັນດາ ພຍັນຊນະ ຫມວດສາມ

໕- “ເອກ” ຫມາຍເຖິງ ພຍາງ ທີ່ ປະກອບ ວັນນະຍຸດ ເອກ ທຸກໆ ພຍາງ

໖- “ໂທລົງ” ຫລື “ໂທຕໍ່າ” ( ລູກສອນ ປິ່ນ ຫົວ ລົງ ) ຫມາຍເຖິງ ພຍາງ ທີ່ ປະກອບ ວັນນະຍຸດ ໂທ ຊຶ່ງ ພຍັນຊນະ ຕົ້ນພຍາງ ຈະ ຕ້ອງ ບັນຈຸ ຢູ່ ໃນ ຫມວດສອງ ເເລະ ໃນ ບັນດາ ພຍັນຊນະ ປະສົມ ທັງເຈັດ

໗- “ໂທຂຶ້ນ” ຫລື “ໂທຕໍ່າກາງ” ( ລູກສອນ ປິ່ນ ຫົວ ຂຶ້ນ ) ຫມາຍເຖິງ ພຍາງ ທີ່ ປະກອບ ວັນນະຍຸດ ໂທ ຊຶ່ງ ພຍັນຊນະ ຕົ້ນພຍາງ ຈະ ຕ້ອງ ບັນຈຸ ຢູ່ ໃນ ຫມວດນຶ່ງ ເເລະ ຫມວດສາມ

໘- “ຕຣີ” ຫມາຍເຖິງ ພຍາງ ທີ່ ປະກອບ ວັນນະຍຸດ ຕຣີ ທຸກໆ ພຍາງ ເເຕ່ວ່າ ມີ ພຽງ ບັນດາ ພຍັນຊນະ ຫມວດນຶ່ງ ເທົ່ານັ້ນ ທີ່ ສາມາດ ປະກອບ ດ້ວຍ ວັນນະຍຸດ ຕຣີ

໙- “ຈັຕວາ” ຫມາຍເຖິງ ພຍາງ ທີ່ ປະກອບ ວັນນະຍຸດ ຈັຕວາ ທຸກໆ ພຍາງ ຊຶ່ງ ພຍາງ ຕຣີ ເເລະ ພຍາງ ຈັຕວາ ໃຊ້ໄວ້ ເພື່ອ ຂຽນ ຄໍາ ທີ່ ເຮົາ ບໍ່ ສາມາດ ຈະ ຂຽນ ໃຫ້ ເເນ່ນອນ ຕາມ ຄວາມຕ້ອງການ ໄດ້ ເເລະ ເພິ່ນ ຮຽກ ຄໍາ ເເບບນີ້ ວ່າ ຄໍາອຸທານ ອີກປະການນຶ່ງ ບັນດາ ພຍັນຊນະ ຫມວດນຶ່ງ ເທົ່ານັ້ນ ທີ່ ສາມາດ ປະກອບ ດ້ວຍ ວັນນະຍຸດ ຈັຕວາ

ສ່ວນ ການຫລິ້ນ ກີຕານັ້ນ ຂ້າພະເຈົ້າ ໄດ້ກໍານົດ ຫລິ້ນ ສາຍຫ້າ ຫລື ສາຍ ລາ[A/La] ພຽງ ສາຍດຽວ ເທົ່ານັ້ນ ( ນັບ ຈາກ ສາຍນ້ອຍ ຫາ ສາຍໃຫຍ່ ຫມາຍຄວາມວ່າ ນັບ ເເຕ່ ລຸ່ມ ຂຶ້ນ ເທິງ ) ເເລະ ກໍ ໄດ້ກໍານົດ ວິທີ ຫລິ້ນ ຫລື ວິທີ ຊອກ ສຽງ ດັ່ງນີ້

໑- “ເມັດດໍາ” ຫມາຍເຖິງ ຫ້ອງ ທີ່ ຂ້າພະເຈົ້າ ເອົາ ປາຍນິ້ວມື ບີບ ບ່ອນນັ້ນ ກ່ອນຫມູ່

໒- “ລູກສອນ” ຫມາຍເຖິງ ການຮູດ ປາຍນິ້ວມື ໄປ ຕາມ ສາຍ ກີຕາ ສາຍຫ້າ ນັ້ນເອງ ເເຕ່ຫາກວ່າ ເມື່ອ ຮອດ ປາຍລູກສອນ ເເລ້ວ ຂ້າພະເຈົ້າ ວາງ ມື ( ຮູດ ເເລ້ວ ວາງ )

໓- “ເມັດຫມົ່ນ ຢູ່ ປາຍລູກສອນ” ຫມາຍເຖິງ ຫ້ອງ ທີ່ ຂ້າພະເຈົ້າ ເນັ້ນ ນິ້ວມື ໄວ້ ເພື່ອ ໃຫ້ ໄດ້ ສຽງ ຕາມ ຄວາມຕ້ອງການ ( ບໍ່ ວາງ ມື )

໔- “ເມັດຫມົ່ນ ຢູ່ ທ້າຍລູກສອນ” ຫມາຍເຖິງ ຫ້ອງ ທີ່ ຂ້າພະເຈົ້າ ດີດ ສາຍ ໂດຍ ບໍ່ ຕ້ອງ ຮູດ ສ່ວນ ລູກສອນ ນັ້ນ ບອກວ່າ ຢາກ ດຶງ ສາຍ ຂຶ້ນ ( ຍູ້ຂຶ້ນ ) ກໍ ລອງ ຕາມໃຈ ເບິ່ງ ຕາມ ຄວາມຈິງ ເຮົາ ບໍ່ ຍູ້ສາຍ ກໍ ໄດ້ ສະເພາະ ພຍາງ ສຽງເອກ ເເລະ ສຽງໂທຕໍ່າ

໕- ສ່ວນ ລູກສອນ ທີ່ ເປັນ ເມັດລະ ( ເມັດ ຕໍ່ໆ ກັນ ) ເຮົາ ຢາກ ຮູດ ພຽງ ໄລຍະ ສີດໍາ ຫລື ຈະ ຮູດ ຈົນ ຈົບ ໄລຍະ ສີຫມົ່ນ ກໍ ໄດ້ ໃຫ້ ທ່ານ ທົດລອງ ຊ່ວຍກັນ ເພາະ ຂ້າພະເຈົ້າ ມີ ບັນຫາ ກັບ ພຍາງ ປະກອບ ວັນນະຍຸດ ໂທ ຊຶ່ງ ພຍັນຊນະຕົ້ນ ບັນຈຸ ໃນ ຫມວດນຶ່ງ ເເລະ ຫມວດສາມ

໖- ພຍາງ ທີ່ ປະກອບ ວັນນະຍຸດ ຕຣີ ເເລະ ພຍາງ ທີ່ ປະກອບ ວັນນະຍຸດ ຈັຕວາ ມີ ສອງ ຢ່າງ ດ້ວຍກັນ ຄື

  • ພຍາງ ຕຣີ ມີ ສຽງດຽວ ກັບ ບັນດາ ພຍັນຊນະ ໃນ ຖັນສາມ ທີ່ ຂ້າພະເຈົ້າ ຄິດວ່າ ຖືກຕ້ອງ ດີ
    • ພຍາງ ຕຣີ ທີ່ ເປັນ ສີນັ້ນ ຂ້າພະເຈົ້າ ທົດລອງເບິ່ງ ເພື່ອ ໃຫ້ ມີ ສຽງໃຫມ່
  • ພຍາງ ຈັຕວາ ( ສັນເເປດ ) ມີ ສຽງດຽວ ກັບ ບັນດາ ພຍັນຊນະ ໃນ ສັນສອງ ທີ່ ຂ້າພະເຈົ້າ ຄິດວ່າ ເຫມາະສົມ ດີ ( ສັນ ຫມາຍເຖິງ ເເຖວຕັ້ງ ຊຶ່ງ ເເປ ຝຣັ່ງ ວ່າ Colonne ເເລະ ເເປ ອັງກິດ ວ່າ Column )
    • ພຍາງ ຈັຕວາ ທີ່ ເປັນ ສີນັ້ນ ຂ້າພະເຈົ້າ ທົດລອງເບິ່ງ ເພື່ອ ໃຫ້ ມີ ສຽງໃຫມ່

ຫມາຍເຫດ || Nota Bene
ມາເຖິງ ຂັ້ນນີ້ ຂ້າພະເຈົ້າ ຂໍ ຮ້ອງ ຄວາມຊ່ວຍເຫລືອ ຈາກ ຜູ້ໃຈບຸນ ທັງຫລາຍ ທີ່ ຮູ້ຈັກ ຫລິ້ນ ກີຕາ ທີ່ ມີ Oscilloscope ຫລື ທີ່ ມີ ວິທີ ເເບບອື່ນ ຊຶ່ງ ທ່ານ ສາມາດ ອັດ ສຽງ ຂອງ

- ຕົວກໍ ຕົວຂໍ ຕົວຄໍ
- ພຍາງເອກ ເຊັ່ນ ກ່າ ຂ່າ ຄ່າ ກ່ານ ຂ່າຍ ເນົ່າ ຫມົ່ນ ຕໍ່ໆໄປ ດັ່ງນີ້ ( ດ້ວຍ ພຍັນຊນະ ຫມວດໃດ ກໍ ໄດ້ )
- ພຍາງໂທຂຶ້ນ ( ໂທສູງຢ່ອນ ) ດັ່ງ ຄ້າ ກ້າ ຊັ້ນ ຄ້າຍ ກົ້ມ ກໍ້າ ປັ້ນ ຊ້າຍ ( ຫມວດນຶ່ງ ເເລະ ຫມວດສາມ )
- ພຍາງໂທລົງ ( ໂທຕໍ່າ ) ດັ່ງ ຂ້າ ສ້າງ ຫມ້ຽງ ຫນ້ຽງ ຂ້າວ ຖ້ານ ຫວ້ານ ( ຫມວດສອງ ເເລະ ພຍັນຊນະ ປະສົມ )

ເເຕ່ວ່າ ທ່ານ ຕ້ອງ ພຍາຍາມ ໃຊ້ ໄລຍະ ເວລາ ສຽງອ່ານ ທີ່ ໃຊ້ ອັດ ໃຫ້ ສເມີກັນ ເເລະ ໄລຍະ ເວລາ ສຽງອ່ານ ເເບບ ຕ່າງກັນ ( ເເນວໃຫມ່ ) ເພື່ອ ອັດ ສຽງອ່ານ ໃຫ້ ໄດ້ ສອງເເບບ ຕ່າງກັນ ເມື່ອ ທ່ານ ອັດ ເສັດ ເເລ້ວ ທ່ານ ສາມາດ ນໍາ ເອົາ ສຽງອ່ານ ທີ່ ໄດ້ອັດເເລ້ວ ໄປ ເເທກ ດ້ວຍ ເຄື່ອງ Electronique ທີ່ ທ່ານ ສາມາດ ເເທກໄດ້ ຢູ່ ບ່ອນໃດບ່ອນນຶ່ງ ນັ້ນ ( ພາຍໃຕ້ ກົດຣະບຽບ ເເລະ ກົດຫມາຍ )

ຫລັງຈາກນັ້ນ ທ່ານ ສາມາດ ຂຽນ ຜົນຮັບ ໃສ່ ຂ້າງທ້າຍ ຂອງ ບົດຄວາມ ເເຕ່ລະບົດຄວາມ ທີ່ ຫນ້າ ເວັບໄຊ ຕານີ້ ປາສຈາກ ນາມຈໍ ໃດໆ ທັງສິ້ນ ຖ້າ ທ່ານ ບໍ່ ຢາກ ໃຫ້ ຄົນອື່ນ ຮູ້ ທ່ານ ( ຜົນຮັບ ຫລື ຜົນຣັບ[ຜົນລັບ] ຝຣັ່ງ ວ່າ Résultat ເເລະ ອັງກິດ ວ່າ Result )

ວ່າດ້ວຍ ສຽງ || A propos du ton / About the tone
ການ ທີ່ ໄດ້ກ່າວມາ ທັງຫມົດ ບໍ່ ສາມາດ ທີ່ ຈະ ເຮັດ ໃຫ້ ຄົນ ທັງຫລາຍ ເຂົ້າໃຈ ໄດ້ ບາດດຽວ ເເລະ ການ ທີ່ ເຮົາ ສາມາດ ເຮັດ ເປັນ Représentation graphique ( ຝຣັ່ງ ) ຮູບຮອຍ ໄດ້ ເພື່ອ ໃຫ້ ຄົນ ທີ່ ມີ ອາຊີບໃດ ກໍຕາມ ເຂົ້າໃຈ ໄດ້ ງ່າຍດາຍ ສະເເດງ ເຖິງ ຄວາມສາມາດ ອັນ ເເທ້ຈິງ ຂອງ ຜູ້ ອະທິບາຍ ເເຕ່ວ່າ ໃນ ຣະດັບ ນີ້ ຂ້າພະເຈົ້າ ກໍ ຍັງ ບໍ່ ສາມາດ ທີ່ ຈະ ເຮັດ ເປັນ ຮູບຮອຍ ຢ່າງ ເເຈ່ມເເຈ້ງ ໄດ້ເທື່ອ ຈຶ່ງ ຂໍ ສເນີ ທ່ານ ເປັນ ຮູບຮອຍ ດັ່ງ ຣູປຕາ ໒ ຂ້າງລຸ່ມນີ້

ຮູບຮອຍ ດັ່ງກ່າວ ຂ້າພະເຈົ້າ ມີ ພຽງເເຕ່ ປີ້ນ ຮູບ ຂຶ້ນ ເພື່ອ ອໍານວຍ ຄວາມສະດວກ ໃນ ການຊອກຫາ ຄວາມເຂົ້າໃຈ ເພາະວ່າ ສຽງຕໍ່າ ໃນ ຣູປຕາ ໑ ປະທັບ ຢູ່ ຂ້າງເທິງ ຊຶ່ງ ຂ້າພະເຈົ້າ ໄດ້ເອົາ ມັນ ລົງ ມາ ຂ້າງລຸ່ມ ເເລະ ໄດ້ເອົາ ສຽງສູງ ຂຶ້ນເທິງ ໃນ ຣູປຕາ ໒ ນອກຈາກນັ້ນ ກໍ ບໍ່ ມີ ຫຍັງ ປ່ຽນເເປງ ດັ່ງນັ້ນ ເຮົາ ຈະ ພໍ ສັງເກດ ເຫັນໄດ້ ວ່າ ສຽງ ຂອງ ບັນດາ ພຍັນຊນະ ຫມວດນຶ່ງ ຫມວດສອງ ຫມວດສາມ ເເລະ ສຽງ ຂອງ ພຍາງ ຕ່າງໆ ໃນ ພາສາ ລາວ ຈະ ຖືກ ບັນຍັດ ໃນ ຖ້າມສຽງ ອັນໃດ ກັນເເທ້ ພາຍໃນ ຖ້າມສຽງ ຫ້າຖ້າມ ຫລື ຄື້ນສຽງ ທັງຫ້າ ພ້ອມດຽວກັນນັ້ນ

  • ຖ້າ ເຮົາ ຖື ເອົາ ປາຍລູກສອນ ເປັນ ຫລັກ ສຽງ ຂອງ ຕົວຫນັງສື ເເລະ ຂອງ ພຍາງ ຕ່າງໆ ເຮົາ ຈະ ສັງເກດ ເຫັນ ຢ່າງ ຊັດເຈນ ວ່າ
  1. ຫມວດນຶ່ງ ( ຫມວດກໍ ) ຈະ ມີ ສຽງ ດັກລົງ ເເລະ ຕໍ່າ ກວ່າ ສຽງ ຂອງ ພຍັນຊນະ ຫມວດສອງ ເເລະ ຫມວດສາມ ເເລະ ກໍ ສູງ ກວ່າ ສຽງ ຂອງ “ພຍາງ ໂທຕໍ່າ” ( ຫມວດກໍ ສຽງຕໍ່າ ດັກລົງ)

  2. ຫມວດສອງ ( ຫມວດຂໍ ) “ພ້ອມດ້ວຍ ພຍັນຊນະ ປະສົມ ທັງເຈັດ ເເລະ ພຍາງທ້າຍ ຂອງ ພຍັນຊນະຈູງ ທີ່ ຈູງ ດ້ວຍ ພຍັນຊນະ ຫມວດກໍ ເເລະ ຫມວດຂໍ ກໍ ມີ ສຽງດຽວກັນ ກັບ ສຽງ ພຍັນຊນະ ຫມວດສອງ” ຄື ມີ ສຽງ ເຈີດຂຶ້ນ ເເລະ ສູງ ກວ່າ ສຽງ ຂອງ ພຍັນຊນະ ທີ່ ຢູ່ ໃນ ຫມວດນຶ່ງ ເເລະ ຫມວດສາມ ( ຫມວດຂໍ ສຽງສູງ ເຈີດຂຶ້ນ)

  3. ຫມວດສາມ ( ຫມວດຄໍ ) ມີ ສຽງສູງ ດັກລົງ ( ສຽງສູງ ເກິ່ງກາງ ດັກລົງ )

  4. ພຍາງ ເອກ ມີ ສຽງຮາມ ສມໍ່າສເມີ ທີ່ ບໍ່ ດັກລົງ ເເລະ ກໍ ບໍ່ ເຈີດຂຶ້ນ ເເລະ ມີ ສຽງດຽວກັນ ຫມົດເລີຍ

  5. ສຽງ “ໂທລົງ” ຫລື “ໂທຕໍ່າ” ຊຶ່ງ ຫມາຍເຖິງ ພຍາງ ທີ່ ຕັ້ງຕົ້ນ ດ້ວຍ ພຍັນຊນະ ຫມວດສອງ ເເລະ ພຍັນຊນະ ປະສົມ ຊຶ່ງ ມີ ສຽງສູງ ຕອນຕົ້ນ ຄືດັ່ງ “ສຽງ” ເມື່ອ ປະກອບ ວັນນະຍຸດ ໂທ ຄືດັ່ງ “ສ້ຽງ” ສຽງ ຂອງ “ສ້ຽງ” ຈະ ຕົກ ລົງມາ ເປັນ ສຽງຕໍ່າ ເເທ້ໆ ເເລະ ຕໍ່າ ກວ່າ ສຽງ ອື່ນໆ

    ( ວັນນະຍຸດໂທ ຫລື ວັນນະຍຸດສອງ ກໍ ບໍ່ ຕ່າງ ຫຍັງ ກັບ ສອງ ຂອງ ນາສອງເຫມືອງ ເມືອງສອງເຈົ້າ ທີ່ ພາໃຫ້ ສິ່ງ ທີ່ ຢູ່ ຮ່ວມກັນ ທັງຫມົດ ຕົກຕໍ່າ )

  6. ສຽງ “ໂທຂຶ້ນ” ຫລື “ໂທສູງຢ່ອນ” ຊຶ່ງ ຫມາຍເຖິງ ພຍາງ ໂທ ທີ່ ປະກອບ ດ້ວຍ ພຍັນຊນະ ຕົ້ນພຍາງ ຫລື ຕົວຕົ້ນ ທີ່ ຢູ່ ໃນ ຫມວດນຶ່ງ ເເລະ ຫມວດສາມ ເມື່ອ ພຍາງ ເຫລົ່ານີ້ ປະກອບ ວັນນະຍຸດ ໂທ ສຽງ ຂອງມັນ ຈະ ຕໍ່າລົງ ມາ ເປັນ ສຽງກາງ ຂັ້ນຕໍ່າ ( ສຽງກາງຕໍ່າ ດັກລົງ ຫລື ກາງຢ່ອນ ) ຖ້າ ເຮົາ ຮູດ ຈົນຫມົດ ສຽງ ຂອງ ມັນ ຈະ ຕົກ ຢູ່ ໃນ ຖ້າມສຽງ ອັນດຽວກັນ ກັບ ຖ້າມສຽງ ຂອງ ຫມວດກໍ ນັ້ນເອງ ( ເເຕ່ວ່າ ຂ້າພະເຈົ້າ ມີ ບັນຫາ ທີ່ ຈະ ຜລິດ ສຽງ ພຍາງ ໂທຢ່ອນ ນີ້ )

  7. ພຍາງ ຕຣີ ມີ ສຽງດຽວ ກັບ ພຍັນຊນະ ຫມວດສາມ

  8. ພຍາງ ຈັຕວາ ມີ ສຽງດຽວ ກັບ ພຍັນຊນະ ຫມວດສອງ

ສລຸບເເລ້ວ ພຍາງເອກ ເເລະ ພຍາງໂທລົງ ຫລື ໂທຕໍ່າ ມີ ສຽງ ທີ່ ເຮົາ ສາມາດ ຂີດ ເປັນ ເສັ້ນດຽວ ໄປເລີຍ ໂດຍ ບໍ່ ຕ້ອງ ສົງໄສ ເເຕ່ວ່າ ສຽງ ອື່ນໆ ຂ້າພະເຈົ້າ ຍັງ ບໍ່ ສາມາດ ທີ່ ຈະ ຂີດ ເປັນ ຮູບຮອຍ ໄດ້ ໃນ ຣະດັບນີ້ ອີກປະການນຶ່ງ ສຽງ ທັງເເປດ ທີ່ ຂ້າພະເຈົ້າ ໄດ້ສເນີ ຂຶ້ນມາ ນີ້ ຈະ ມີ ຈໍານວນ ຫລຸດລົງ ເເລະ ຈະ ມີ ຈໍານວນ ສຽງ ທັງຫມົດ ພຽງ ຫົກ ສຽງ ເທົ່ານັ້ນ ຊຶ່ງ ມີ ສຽງ ຂອງ ພຍັນຊນະ ສາມສຽງ ເເລະ ສຽງ ຂອງ ພຍາງ ອີກ ສາມ ສຽງ ເເຕ່ ໃນ ກໍຣະນີ ທີ່ ເຮົາ ຮູດ ສຽງ ຂອງ ພຍາງ ໂທຢ່ອນ ເຕັມຢຽດ ເພື່ອ ໃຫ້ ເປັນ ເເບບດຽວກັນ ກັບ ສຽງ ຂອງ ຕົວກໍ ຈໍານວນ ສຽງ ທັງຫມົດ ຈະ ຕົກເປັນ ຫ້າ ສຽງ ເທົ່ານັ້ນ

  • ຖ້າ ເຮົາ ຖື ເອົາ ຕົ້ນ ຫາ ປາຍ ຂອງ ລູກສອນ ເປັນ ຫລັກ ເຮົາ ຈະ ຕີ ຄວາມຫມາຍ ຫລື ຈະ ສະເເດງ ຮູບຮອຍ ໄດ້ ດ້ວຍ ວິທີໃດ ກັນ ເເທ້ ( ຝຣັ່ງ. Comment représenter graphiquement ces tons ) ? ຊຶ່ງ ໃນ ບັ້ນນີ້ ຂ້າພະເຈົ້າ ປ່ອຍ ໃຫ້ ຜູ້ອ່ານ ເປັນ ຜູ້ຄິດ ຊ່ວຍກັນ ເພາະວ່າ ມັນ ຕ້ອງ ມີ ຜູ້ໃດຜູ້ນຶ່ງ ທີ່ ມີ ຄວາມສາມາດ ຫລາຍ ກວ່າ ຂ້າພະເຈົ້າ ພາຍໃນ ຈໍານວນ ນັກຮຽນຮູ້ ທັງຫລາຍ

ການທຽບ ສຽງ || Comparaison / Comparison

  1. ເເບບນຶ່ງ ໂດຍ ອາຈານ ລໍາວຽງ ອິນທະຫມອນ ( Professeur Lamvieng Inthamone )
  2. ເເບບສອງ ໂດຍ Tatsuo Hoshino & Russell Marcus
  3. ເເບບສາມ ໂດຍ ອາຈານ Marc Reinhorn

ເເຕ່ວ່າ ຕ້ອງ ໃຫ້ ທ່ານ ໄປ ສຶກສາ ຕາມ ປຶ້ມ ຂອງ ທ່ານ ທັງສາມ ເພາະວ່າ ຂ້າພະເຈົ້າ ບໍ່ ໄດ້ຂໍ ອະນຸຍາດ ຈາກ ເພິ່ນ ເພື່ອ ເອົາມາ ລົງ ບົນ ເວັບໄຊ ຕານີ້ ເເລະ ກໍ ຂໍ ໃຫ້ ທ່ານ ເປັນ ຜູ້ຕັດສິນ ດ້ວຍ ຕົນເອງ ວ່າ ອັນໃດ ເຫມາະສົມ

ເພື່ອ ຢາກ ໃຫ້ ການສຶກສາ ສຽງ ຂອງ ພຍັນຊນະ ລາວ ເເລະ ພຍາງ ໃນ ພາສາ ລາວ ຖນັດ ຂຶ້ນ ກວ່າເກົ່າ ເຮົາ ຕ້ອງ ມີ ການພິສູດ ຄືນ ທຸກຢ່າງ ບໍ່ດັ່ງນັ້ນ ການອະທິບາຍ ຂອງ ເຮົາ ກໍ ຈະ ບໍ່ ມີ ຄວາມເເນ່ນອນ ພ້ອມທັງ ຂາດ ພື້ນຖານ ເເທ້ເເລ

ເຊີນຟັງ ວິທີ ເຮັດ ເຫລົ້າ ສາໂທ ເເລະ ເຂົ້າປຽກ

IMG/mp3/20091030_Lao_Satho_01b.mp3
ເຫລົ້າ ສາໂທ
IMG/mp3/20091030_Khao_Piak_01.mp3
ເຂົ້າປຽກ


ຂໍ ຂອບໃຈ ມາ ຍັງ ຍານາງ ທັງສອງ ເເລະ ຂໍ ໃຫ້ ພວກ ຍານາງ ຈົງ ໄດ້ພົບ ເເຕ່ ຄວາມສຸກ
ປາສຈາກ ພຍາດ ໂຣຄາ ອັນໃດ ທັງສິ້ນ


ຄື້ນ ສຽງ || Hauteur du ton / Tone pitch
ການຂີດ ຮູບຮອຍ ຂ້າງລຸ່ມນີ້ ອາດ ຈະ ບໍ່ ຕຣົງ ກັບ ຫລັກ ວິທຍາການ ຂອງ ນັກຊ່ຽວຊານ ເເຕ່ ກ່ອນ ເຮົາ ຈະ ດໍາເນີນ ການກະຈາຍ ຂໍ້ມູນ ຕໍ່ໄປ ໄດ້ ເຮົາ ຈໍາເປັນ ຕ້ອງ ຖືເອົາ ຫລັກໃດຫລັກນຶ່ງ ໄປກ່ອນ ເຮົາ ຈຶ່ງ ສາມາດ ດໍາເນີນ ອ້າງ ເຫດຜົນ ຕໍ່ໄປ ໄດ້ ເເລະ ຮູບຮອຍ ດັ່ງກ່າວ ເປັນ ຜົນສລຸບ ຈາກ ສຽງ ທັງຫ້າ ທີ່ ໄດ້ຍຶດຖືເອົາ ປາຍລູກສອນ ເປັນ ພື້ນຖານ ຊຶ່ງ ຂ້າພະເຈົ້າ ຂໍ ສເນີ ດັ່ງນີ້ ( ຣູປຕາ ໓ )


  • ຄື້ນຫ້າ ( ໕ ) - ຫມວດ ສຽງຫອງ ຊຶ່ງ ພຍາງ ສາມັນ ທີ່ ປະກອບ ດ້ວຍ ພຍັນຊນະ ຕົ້ນພຍາງ ເຫລົ່ານີ້ ຈະ ມີ ສຽງຫອງ ສເມີ ເເລະ ສຽງຫອງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງຕໍ່າສຸດ ເເລະ ເຈີດ ຂຶ້ນ ໄປ ຈົບ ຢູ່ ສຽງສູງສຸດ ( ຣູປຕາ ໔ )
    • ພຍັນຊນະ ຫມວດສອງ ຫລື ຫມວດຂໍ ຄື ຂ ສ ຖ ຜ ຝ ຫ
    • ພຍັນຊນະ ປະສົມ ຄື ຫງ ຫຍ ຫນ ຫມ ຫຣ ຫລ ຫວ
    • ພຍັນຊນະ ຈູງ ດ້ວຍ ຕົວຕົ້ນ ທີ່ ບັນຈຸ ໃນ ຫມວດນຶ່ງ ເເລະ ຫມວດສອງ ຢ່າງດຽວ ດັ່ງ ຕລາດ ປມາດ ສລາດ ຖນອມ ເປັນຕົ້ນ
    • ພຍາງ ທີ່ ປະກອບ ດ້ວຍ ວັນນະຍຸດ ຈັຕວາ ຊຶ່ງ ມີ ພຽງ ພຍັນຊນະ ຫມວດນຶ່ງ ເທົ່ານັ້ນ ທີ່ ສາມາດ ປະກອບ ວັນນະຍຸດ ໄດ້ ທຸກໆ ວັນນະຍຸດ
    • ພຍາງ ຫມວດກໍ ທີ່ ປະກອບ ດ້ວຍ ຣັດສະສຣະ
    • ພຍາງ ຫມວດກໍ ທີ່ ສະກົດ ດ້ວຍ ກ ດ ບ
  • ຄື້ນສີ່ ( ໔ ) - ສຽງສູງຢ່ອນ ເພາະ ສຽງ ຂອງມັນ ຕໍ່າລົງ ຫລື ສຽງ ຂອງມັນ ຕົກ ຊຶ່ງ ສຽງສູງຢ່ອນ ຫມາຍເຖິງ ສຽງ ທີ່ ເລີ້ມ ຢູ່ ສຽງສູງ ເເລະ ໄປ ສິ້ນສຸດ ຢູ່ ສຽງກາງ
    • ພຍັນຊນະ ຫມວດສາມ ຄື ຄ ງ ຊ ຍ ທ ນ ພ ຟ ມ ຣ ລ ວ ຮ
    • ພຍາງ ສາມັນ ຊຶ່ງ ພຍັນຊນະ ຕົວຕົ້ນ ໃນ ຫມວດສາມ
    • ພຍາງ ຈັຕວາ ຊຶ່ງ ພຍັນຊນະ ຕົວຕົ້ນ ຫມວດນຶ່ງ ເທົ່ານັ້ນ ທີ່ ສາມາດ ປະກອບ ວັນນະຍຸດ ຈັຕວາ ໄດ້
  • ຄື້ນສາມ ( ໓ ) - ສຽງກາງ ຫມາຍເຖິງ ສຽງ ຂອງ ພຍາງ ທີ່ ປະກອບ ວັນນະຍຸດ ເອກ ຢ່າງດຽວ ເຖິງເເມ່ນວ່າ ພຍັນຊນະ ຕົວຕົ້ນ ຂອງ ພຍາງ ສາມັນ ກ່ຽວຂ້ອງ ຈະ ຢູ່ ໃນ ກຸ່ມໃດກຸ່ມນຶ່ງ ກໍຕາມ ເມື່ອ ພຍາງ ດັ່ງກ່າວ ປະກອບ ວັນນະຍຸດ ເອກ ພຍາງ ທັງຫລາຍ ເຫລົ່ານັ້ນ ຈະ ມີ ສຽງ ດຽວກັນ ທັງນັ້ນ ເເລະ ສຽງ ດັ່ງກ່າວນີ້ ຈະ ບໍ່ ເຫນັງຕີງ ເເລະ ມີ ສຽງ ສເມີ ກັນ ຊຶ່ງ ເຮົາ ສາມາດ ຂີດ ເປັນ ເສັ້ນ ສມໍ່າ ສເມີ ກັນ ໄປ ເລີຍ ໄດ້
  • ຄື້ນສອງ ( ໒ ) - ສຽງກາງຢ່ອນ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງກາງ ເເລະ ດັກ ລົງ ມາ ຢຸດ ຢູ່ ສຽງຕໍ່າ
    • ພຍັນຊນະ ຫມວດນຶ່ງ ຫລື ຫມວດກໍ ຄື ກ ຈ ດ ຕ ບ ປ ຢ ອ
    • ພຍາງ ທີ່ ປະກອບ ວັນນະຍຸດ ໂທ ຊຶ່ງ ພຍັນຊນະ ຕົວຕົ້ນ ຈະ ຕ້ອງ ບັນຈຸ ຢູ່ ໃນ ຫມວດນຶ່ງ ຫລື ຫມວດສາມ ເທົ່ານັ້ນ
  • ຄື້ນນຶ່ງ ( ໑) - ສຽງຕໍ່າ ທີ່ ຂີດ ເປັນ ເສັ້ນ ໄດ້ ເເລະ ທີ່ ຂ້າພະເຈົ້າ ຮຽກວ່າ ສຽງໂທລົງ ຫລື ສຽງໂທຕໍ່າ ດັ່ງ ທີ່ ໄດ້ກ່າວມາ ເເລ້ວ ຂ້າງເທິງນີ້ ຊຶ່ງ ສຽງຕໍ່າ ຫມາຍເຖິງ ສຽງ ທີ່ ບໍ່ ເຫນັງຕີງ ເເລະ ທີ່ ເລີ້ມ ຢູ່ ຕໍ່າ ເເລະ ກໍ ສິ້ນສຸດ ຢູ່ ຕໍ່າ ເຫມືອນກັນ ສະນັ້ນ ເຮົາ ສາມາດ ຂີດ ເປັນ ເສັ້ນດຽວ ສມໍ່າ ສເມີ ໄດ້
    • ຕົວຕົ້ນ ຂອງ ພຍາງ ເຫລົ່ານີ້ ຈະ ປະກອບ ດ້ວຍ ບັນດາ ພຍັນຊນະ ຫມວດສອງ ຫລື ບັນດາ ພຍັນຊນະ ປະສົມ ເເລະ ວັນນະຍຸດໂທ

ເມື່ອ ເຮົາ ຮູ້ ສຽງ ຕ່າງໆ ທີ່ ມີ ຢູ່ ພາຍໃນ ຖ້ອຍຄໍາ ລາວ ມັນ ກໍ ອໍານວຍ ຄວາມສະດວກ ໃຫ້ ເເກ່ ການຂຽນ ເນື້ອເພງ ນຶ່ງ ການເສບ ດົນຕຣີ ປະກອບ ນຶ່ງ ເເລະ ການຂຽນ ເນື້ອເພງ ເພື່ອ ຕອບ ເພງໃດເພງນຶ່ງນັ້ນ ນຶ່ງ ສລຸບເເລ້ວ ມັນ ຈະ ມີ ປໂຍດ ໃຫ້ ເເກ່ ການປະພັນ ເເລະ ການອ່ານ ທຸກຢ່າງ ນັ້ນເອງ


ການສູດ ສັງໂຍກ ໃນ ພຣະພຸທສາສນາ ກໍ ເປັນ ເຊັ່ນດຽວກັນ ຖ້າ ຄຣູບາ ອົງໃດ ບໍ່ ຮູ້ ສຽງ ຂອງ ຫນັງສືທັມ ເພິ່ນ ກໍ ບໍ່ ມີ ຄວາມສາມາດ ທີ່ ຈະ ສູດ ສັງໂຍກ ໃຫ້ ມ່ວນ ເເລະ ໃຫ້ ອອນຊອນ ໄດ້ ຫມາຍຄວາມວ່າ ເພິ່ນ ຈະ ສູດ ເເບບ ການອ່ານ ທັມມະດາ ເທົ່ານັ້ນ ຜິວ່າ ຄຣູບາ ອົງໃດ ຮູ້ຈັກ ອ່ານ ເເລະ ເຂົ້າໃຈ ຫນັງສືທັມ ການສູດ ສັງໂຍກ ກໍ ບໍ່ ຕ່າງຫຍັງ ກັບ ສຽງເພງ ທີ່ ມີ ຫນ້າອອນຊອນ ພ້ອມ ທັງ ການຫລິ້ນສຽງ ເພື່ອ ໃຫ້ ມີ ສຽງ ຫລາຍຢ່າງ ເກີດຂຶ້ນ ພ້ອມໆ ກັນ ຊຶ່ງ ມັນ ເປັນໄປໄດ້ຍາກ ທີ່ສຸດ ສໍາລັບ ຄຣູບາ ຣຸ່ນໃຫມ່

ນອກຈາກ ພຍັນຊນະ ຫມວດຂໍ ເເລ້ວ ຍັງ ມີ ກໍຣະນີ ທີ່ ພຍາງ ສາມັນ ສາມາດ ມີ ສຽງຫອງ ໄດ້ ເມື່ອ ພຍາງໃດ ປະກອບ ດ້ວຍ ພຍັນຊນະ ຕົ້ນພຍາງ ຂອງ ຫມວດກໍ ເເລະ ສະກົດ ດ້ວຍ ຕົວ ກ ດ ບ ຄືດັ່ງ ໂດກ ໂກດ ໂອບ

ຂໍ ຂອບໃຈ ມາຍັງ ນັກປະພັນ ເເລະ ນັກດົນຕຣີ ທັງຫລາຍ ຈາກ Canada, USA, Belgique, France ທີ່ ໄດ້ໂທຣະສັບ ເເລະ ທີ່ ໄດ້ສົ່ງ ຄວາມເເນະນໍາ ຂອງ ທ່ານ ຫາ ຂ້າພະເຈົ້າ ກ່ຽວກັບ ສຽງເພງ ເເລະ ສຽງ ພຍາງ ຕ່າງໆ


ເເລະ ອີກ ເເບບ ນຶ່ງ


ສາກ ເອົາ ເອກສານ PDF ກົງກັບ ຣູປຕາ ໕ & ຣູປຕາ ໖

----ooOoo----
ຂໍ ອຸທິດ ຜົນງານ ອັນເລັກນ້ອຍ ອັນນີ້ ເເດ່ ນັກຣ້ອງ ນັກປະພັນ ເເລະ ນັກດົນຕຣີ ລາວ ທຸກໆ ຄົນ ພ້ອມດ້ວຍ ມິດເພງລາວ ທຸກຄົນ ອີກດ້ວຍ ເເລະ
ພິເສດສຸດ ເເດ່ ດວງວິນຍານ ຂອງ ອາຈານ ພົມມາ ສົມສຸທິ
ສາທຸ


Khamphéo Phouphetlinthong


ບັນທຶກ /Notes

[1] ຄັນ ຄົນລາວ ຮັບຮູ້ ວ່າ ເເກວ ມາຈາກ ເເກວກີ[Giao ky] ມັນ ກໍ ມີ ບັນຫາ ເພາະວ່າ ປວັດ ຂອງ ປະເທດ ວຽດນາມ ຄູ່ມື້ນີ້ ກໍ ອ້າງວ່າ ເເກວກີ ໄດ້ເປັນ ເມືອງນຶ່ງ ຂອງ ພວກເຂົາ ໃນ ຄາວກ່ອນ ເເຕ່ຫາກວ່າ ເເຄວ້ນ ດັ່ງກ່າວນີ້ ໄດ້ເກີດຂຶ້ນ ເມື່ອ ຕອນຕົ້ນ ກຣິຕສັກຣາດ ຖ້າ ອີງຕາມ ຂໍ້ມູນ ຂ້າງເທິງນີ້ ກໍ ຫມາຍຄວາມວ່າ ລາວ ກັບ ເເກວ ໄດ້ຢູ່ ຮ່ວມກັນ ມາ ຫລາຍໆ ພັນປີເເລ້ວ ເເລະ ຄົນລາວ ກໍ ຮູ້ ນິໄສໃຈຄໍ ຂອງ ເເກວ ອາດ ຈະ ດີ ກວ່າ ເຈັກ ກໍ ເປັນໄດ້ ເພາະວ່າ ມີ ຮອດ ສຸພາສິດ ທີ່ ກ່າວວ່າ “ຟັງ ຄວາມເເກວ ເສັຽ ເເນວ ເຂົ້າປູກ” ຊຶ່ງ ເເປ ໂດຍ ສັງເຂບ ວ່າ ຖ້າ ພວກເຈົ້າ ຂືນ ຟັງ ພວກມັນ ເຊື້ອເເນວ ເເຖວພັນ ຂອງ ພວກເຈົ້າ ຕ້ອງ ສູນເສັຽ ໄປ ເເລະ ຕ້ອງ ດັບ

ຄົນລາວ ໃນ ປະເທດ ຖືກ ເບື່ອ ດ້ວຍ ລໍານໍ້າ ເເລະ ອາຫານ ການກິນ ຕ່າງໆ ຊຶ່ງ ບໍ່ ຕ່າງ ຫຍັງ ກັບ ການ ທີ່ ພວກຜິວຂາວ ໄດ້ໄປ ປົກຄອງ ອະເມຣະກາ ຕອນຕົ້ນ ພວກເຂົາ ກໍ ໄດ້ຂ້າ ພວກ ອິນເຢັຽເເດງ ດ້ວຍ ການເບື່ອ ເຊັ່ນດຽວກັນ ເພື່ອ ຍາດເອົາ ດິນດອນ ຕ່ອນຫຍ້າ ຂອງເຂົາ ເເລະ ດ້ວຍ ວິທີ ອື່ນໆ ອີກ ( ເມືອງລາວ ໄດ້ຕົກ ຖືກ ບັ້ນ La Ruée vers l’Ouest ເເລະ ຂໍ ໃຫ້ ທ່ານ ເເປ ສູ່ກັນ ຟັງ ຕໍ່ໆ ໄປ ເນີ )

1 ສານ /Message

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0