ພາສາ ລາວ - La langue lao ບົນ ລາວເເພນ

ຈຸ (ຫມູ່ ຫມວດ)

ວັນສຸກ ທີ ໕ ເດືອນ ພຶສຈິກາ/ພະຈິກ/novembre  ຄສ. 2010, ໂດຍ ກັດຕຸ ລາວເເພນ

ຈຸ [] ນາມ. ສຽງສັ້ນ. ຄໍາມູນ || Équipe

ດິກຟັງ | ສຽງເມືອງຫລວງ | ສຽງວຽງຈັນ | ສຽງທ່າເເຂກ | ສຽງສວັນ | ສຽງປາກເຊ |

- ກຸ່ມ ທີ່ມີ ໂຄງຮ່າງ ການຈັດຕັ້ງ ບໍ່ຫລາຍກໍນ້ອຍ ເພື່ອ ເຮັດ ເເນວໃດເເນວນຶ່ງ ຮ່ວມກັນ

- ກຸ່ມຂອງຄົນ ຈໍາພວກນຶ່ງ ທີ່ເຕົ້າໂຮມກັນ ເພື່ອ ປະຕິບັດ ຫນ້າທີ່ດຽວກັນ

  • ກຸ່ມ ທີ່ ປະກອບ ດ້ວຍ ຄົນຈໍາພວກນຶ່ງ ທີ່ເພິ່ນ ໄດ້ກໍານົດ ຈໍານວນຄົນ ໄວ້ເເລ້ວ ດັ່ງ ການຈັດຕັ້ງ ທະຫານ ພາຍໃຕ້ ຣັຖບານ ພຣະຣາຊອານາຈັກ ລາວ ຊຶ່ງ ເລີ້ມ ຈາກ ນ້ອຍ ໄປຫາ ໃຫຍ່ ຄື ຈຸ ຫມູ່ ຫມວດ ກອງຮ້ອຍ ກອງພັນ ກອງພົນ ກອງທັບ ສ່ວນ ການກໍານົດ ຈໍານວນຄົນ ນັ້ນ ຈະມີ ຄວາມເເຕກຕ່າງ ກັນ ພຽງ ເລັກນ້ອຍ ຣະຫວ່າງ ພວກຍານເກາະ ທະຫານຣາບ ທະຫານອາກາດ ເເລະ ອື່ນໆ ອີກ ເເຕ່ ຂ້າພະເຈົ້າ ຈະກ່າວ ເຖິງ ໃນ ສິ່ງ ທີ່ ຂ້າພະເຈົ້າ ຮູ້ ເເລະ ທີ່ ເຄີຍເປັນມາ ດັ່ງຕໍ່ໄປນີ້
  • ຈຸນຶ່ງ ມີ ທະຫານ ສາມຄົນ ພ້ອມດ້ວຍ ຫົວຫນ້າຈຸ ອີກ ຄົນນຶ່ງ ຮວມເປັນ ສີ່ຄົນ ເພິ່ນຮຽກ ຫົວຫນ້າຈຸ ນັ້ນວ່າ (ຈະເວົ້າ ໃຫ້ລະອຽດ ເທື່ອຫນ້າ ເທື່ອນີ້ ຂໍເວົ້າໂລເລ ໄປກ່ອນ ເພື່ອ ຢ່ອນຄາຍ ອາຣົມ ໄປນໍາ ໕໕໕໕)

ຈຸ [] ກິຣິຍາ. ສຽງສັ້ນ. ຄໍາມູນ || ຝຣ. Joindre, adjoindre, faire une jonction bout à bout

- ເຮັດໃຫ້ເເປະກັນ ເຮັດໃຫ້ຊູນກັນ


ທະຫານ ຈຸນຶ່ງ (໕໕໕໕)


( ເບິ່ງ ຈູ ຈຸ້ມ ເຈື້ອ ຫມູ່ ຫມວດ ກອງ ຝູງ ເຈິ )

  • ສໍານວນຄໍາເວົ້າ ເເລະ ຄໍາທີ່ມີພຍາງ ຈຸ
    • ຈຸດຈີ່
    • ຈຸລສັກຣາດ [ຈຸນ-ລະ-ສັກ-ກຣາດ / ຈຸນ-ລະ-ສັກ-ກະ-ຫຣາດ/ຫລາດ]
    • ບັນຈຸ

  • ຝຣ. Synonyme ( ສະ+ນາມ=ສະນາມ/ສະນາເມຕິ/ສະນາມະຕິ/ສະນາໂມ ສັງນາມ ສັມນາມ ??? )
    • ນາມ. ຫມູ່ ກອງ (ຫມູ່ກອງ) ຝູງ
    • ກິຣິຍາ. ເເປະໃສ່ ເຈິ ຕໍ່ໃສ່ (ເອົາສົ້ນ ເອົາຂ້າງ ຫລື ເອົາເບື້ອງ ຂອງສອງເເນວ ມາຕໍ່ກັນ)
    • ວິເສດ. ເເປະ ຕິດ ໃກ້ໆ ຄຽງຂ້າງ

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0