ພາສາ ລາວ - La langue lao ບົນ ລາວເເພນ

ຄວາຍ

ວັນເສົາ ທີ ໖ ເດືອນ ພຶສຈິກາ/ພະຈິກ/novembre  ຄສ. 2010, ໂດຍ ກັດຕຸ ລາວເເພນ

ຄວາຍ [ຄະ-ວາຍ] ນາມ. ສຽງຍາວ. ຄໍາມູນ. || ຝຣ. Buffle || ອັງ. Buffalo

ດິກຟັງ | ສຽງເມືອງຫລວງ | ສຽງວຽງຈັນ | ສຽງທ່າເເຂກ | ສຽງສວັນ | ສຽງປາກເຊ |

  • ພຍັນຊນະຄວບ ຄວ ປະກອບ ດ້ວຍ ໄມ້ທີນຶ່ງ ຂອງ ເເມ່ກາຍ ຄື ໄມ້ «◌າຍ» [ໄມ້ອາຍ] ຈຶ່ງອ່ານເປັນ ຄ(ະ)-ວາຍ ເເລະ ກໍບໍ່ເເມ່ນ ຄຸ-ວາຍ ເເຕ່ຕ້ອງອ່ານ ພຍັນຊນະຄວບ « ຄວ» ໃຫ້ໄວໆ ຜິວ່າ ທ່ານ ອ່ານ «ຄວຍ» ຄໍານີ້ ຫມາຍເຖິງ ການທີ່ ເອົາມື ໄປຈັບ ເເນວໃດ ເເນວນຶ່ງ ເເລະ ກໍດຶງໄປດຶງມາ ອີກປະການນຶ່ງ ຄໍາ « ຄວຍ » ເປັນ ຄໍາ « ກິຣິຍາ » ຊຶ່ງ ຄໍາຄວາຍ ເປັນ ຄໍານາມ
- ສັດສີ່ຕີນ ຄ້ຽວເອື້ອງ ທີ່ມີຂົນ ເເລະ ມີເຂົາ ເເລະ ສັງກັດ ຢູ່ ໃນ ຈໍາພວກ ສັດ ທີ່ ສາມາດ ປ້ອນນົມລູກ ຂອງ ມັນ ໄດ້ ເພິ່ນ ຮຽກ ຄວາຍ ທີ່ມີ ເພດຊາຍນັ້ນ ຄວາຍເຖິກ ເເລະ ຄວາຍເພດຍິງ ຄວາຍເເມ່ ສ່ວນ ການສົມເພດ ຂອງ ສັດ ດັ່ງກ່າວນີ້ ເພິ່ນເວົ້າວ່າ ຄວາຍເຖິກ ເຊີງ ຄວາຍເເມ່ ເເຕ່ຫາກວ່າ ຄວາຍເເມ່ ບໍ່ສາມາດ ຈະເຊີງ ຄວາຍເຖິກ ໄດ້ ດັ່ງ ພາສິດ « ໃຜກະວ່າໃຜເກັ່ງ ຜົນສຸດທ້າຍ ກໍຍໍກົ້ນ ໃຫ້ຜູ້ອື່ນເຊີງ » ...

- ເເມ່ຍິງລາວ ມັກໃຊ້ ຫວີ ທີ່ເຮັດດ້ວຍ ເຂົາຄວາຍ / ຄວາຍ ໂຕນີ້ ລ້ຽງໄວ້ ໄຖນາ / ຂ້ອຍມີຄວາຍ ສາມໂຕ

- ບັກຄວາຍ / ຫນັງຄວາຍ / ຊີ້ນຄວາຍ / ຄວາຍເຖົ້າມັກກິນຫຍ້າອ່ອນ / ຄວາຍບໍ່ກິນຫຍ້າ ເຖິງຈະຂົ່ມ ກໍຄໍຫັກ ...

ຮູບ ໑ - ຄວາຍຕູ້ນ້ອຍ


ຮູບ ໒ - ຄວາຍຕາກ


ຮູບ ໓ - ຄວາຍຕາກ


ຮູບ ໔ - ຄວາຍໂຕນີ້ ຄື ຄວາຍຕາກ


ຮູບ ໕ - ຄວາຍໂຕນີ້ ຄື ຄວາຍ???


- ໃຫ້ເວົ້າສໍານວນນີ້ໄວໆ ເເລະ ໃຫ້ເວົ້າຈັກຊາວເທື່ອ ລຽນກັນ ລອງເບິ່ງ « ເຊືອກຜູກຄວາຍພໍ່ກູ»

  • ຕອນຫລິ້ນໄພ້ ສາຣະວັນ ຄາວຍັງນ້ອຍ ນັກຫລິ້ນ ນໍາກັນ ຕ້ອງໄດ້ເລືອກ ຄໍາຂວັນ ປະຈໍາຕົວ ຂອງຕົນ ເສັຽກ່ອນ ຈຶ່ງ ຄ່ອຍຫລິ້ນໄດ້ ເມື່ອນັກຫລິ້ນ ຄົນໃດ ມີໄພ້ ທີ່ມີ ຈໍານວນ ດຽວກັນ ຖ້າຜູ້ໃດ ທ້ວງ ຫມູ່ກ່ອນ ຄື ທ້ວງ ຜູ້ມີໄພ້ ໃບດຽວກັນ ຜູ້ນັ້ນ ໄດ້ກິນ ໃຜເວົ້າ ບໍ່ໄວ ຜູ້ນັ້ນເສັຽ ເເລະ ຕ້ອງ ຖືກໃຫມ ເເຕ່ວ່າ ການທ້ວງນັ້ນ ຕ້ອງໃຫ້ເວົ້າ ຄໍາຂວັນ ຂອງ ຜູ້ມີໄພ້ ເເບບດຽວກັນ ສ່ວນ ຂ້າພະເຈົ້າເເລ້ວ ພວກຜູ່ໃຫຍ່ ບອກໃຫ້ເລືອກ ຄໍາ ເຊືອກຜູກຄວາຍພໍ່ກູ

( ເບິ່ງ ຄວາຍດ່ອນ ຄວາຍຕາກ ຄວາຍຕູ້ ຄວາຍເຖິກ ຄວາຍເເມ່ ຄວາຍນໍ້າ ບວກຄວາຍ « ຄວຍ »)

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0