ພາສາ ລາວ - Phasa Lao - La langue lao - The Lao language

ພາສາ ບອກ ຊາດ ມາຣະຍາດ ບອກ ຕະກຸນ

ທ່ານ ບໍ່ ໄດ້ເກາະກ່າຍ ເຂົ້າ ເທື່ອ /Vous n'êtes pas identifié(e).

#1 2012-04-24 07:02:17

ພາສາ ລາວ ພາ ໃຫ້ ມີ ມັນສມອງ

( ຖ້າ ທ່ານ ຢາກ ໃຫ້ ໂຕຫນັງສື ໃຫຍ່ຂຶ້ນ ໃຫ້ ເນັ້ນ ລູກດານ/Touche/key "Ctrl" ໄວ້ເເລ້ວ ຈຶ່ງ ດີດໃສ່ ລູກດານ "+" )


ສະບາຍດີ ທ່ານ ທີ່ ຮັກເເພງ ເເລະ ນັບຖື ທຸກໆ ທ່ານ

ຈະ ຢູ່ ເເຫ່ງຫົນ ຕໍາບົນໃດ ກໍດີ ເຊັ່ນ ຝຣັ່ງ ສະຫະຣັດ ອະເມຣິກາ ອົສຕຣາລີ ອັງກິດ ເເລະ ເຢັຽຣະມັນ ເປັນຕົ້ນ ຕາມ ຄວາມເປັນຈິງ ລູກ ຂອງ ຄົນລາວ ເມືອງນອກ ຮຽນ ເກັ່ງ ເກືອບ ທຸກໆ ຄົນ ໂດຍ ທີ່ ພໍ່ເເມ່ ບໍ່ ໄດ້ຄຸມ ບໍ່ ໄດ້ກໍາກັບ ເດັກ ເຫລົ່ານີ້ ເລີຍ ຊຶ່ງ ເເຕກຕ່າງ ກັບ ລູກ ຂອງ ເຈັກ ຂອງ ເເກວ ເມືອງນອກ ທີ່ ຖືກ ພໍ່ເເມ່ ຄຸມ ຢູ່ ຕລອດ ເເລະ ລູູກ ພວກນີ້ ກໍ ຮຽນ ໄປ ໄກ ໄດ້ ເເຕ່ວ່າ ບັນຫາ ຈະ ເກີດ ຂຶ້ນ ກັບ ລູກ ຂອງ ຄົນລາວ ເມື່ອ ເດັກ ຊຸມນີ້ ຮຽນ ຈົບ ຂັ້ນ ອຸດົມ ( Lycée /High school /ມັທຍົມປາຍ ຫລື ວິທຍາໄລ ) ເສົາ ຮຽນ ໄປ ບໍ່ ໄກ ! ( ລູກ ທີ່ ຖືກ ກໍາກັບ ມັນ ກໍ ຮຽນ ໄປ ໄກ ຊຶ່ງ ມັນ ເປັນ ຂອງ ທັມມະດາ ຢູ່ເເລ້ວ )

ເປັນ ດ້ວຍເຫດໃດ ? ກະຣຸນາ ຊອກຫາ ຄວາມເຂົ້າໃຈ ຊ່ອຍກັນ
ຂພຈ ຂໍ ຍົກເວັ້ນ ເຣື່ອງ ການກໍາກັບ ລູກ ດີ ຫລື ບໍ່ດີ ເເລະ ຈະ ບໍ່ ກ່າວ ເຖິງ ມັນ ອີກ ໃນ ທີ່ນີ້ ເພາະ ມັນ ຈະ ຍາວ ເກີນ ໄປ ເເຕ່ ຢາກ ຂໍ ຍົກ ຕົວຢ່າງ ການປາກເວົ້າ ຂອງ ຄົນລາວ ທັງຫລາຍ ຂຶ້ນ ມາ ເປັນ ຂໍ້ ສັງເກດ ເພື່ອ ສຶກສາ ຮ່ວມກັນ ດັ່ງ ຕໍ່ໄປນີ້

ພາສາ ລາວ ມີ ສຽງ ທັງຫມົດ ຂອງ
- ສຣະ     ໒໘ ສຽງ   (◌ະ ◌າ ິ ີ ... ົວະ ົວ ເຶອ ເືອ  ເເລະ  ໄ◌ ໃ◌ ເົາ ໍາ)
- ເເມ່ກັກ  ໒໔ ສຽງ
- ເເມ່ກັງ   ໒໔ ສຽງ
- ເເມ່ກາຍ ໑໕ ສຽງ    ( ເພິ່ນ ຮຽກ ເເມ່ກາຍ ຍ້ອນ ເເມ່ນີ້ ບໍ່ ມີ ໄມ້ອັຍ (ັຍ) ຖ້າ ເເມ່ນີ້ ມີ ໄມ້ອັຍ ເພິ່ນ ຈະ ຮຽກ ມັັນ ວ່າ ເເມ່ກັຍ ນັ້ນເອງ )
- ເເມ່ກັດ  ໒໔ ສຽງ
- ເເມ່ກັນ  ໒໔ ສຽງ
- ເເມ່ກັບ  ໒໔ ສຽງ
- ເເມ່ກັມ  ໒໔ ສຽງ
- ເເມ່ກາວ ໑໑ ສຽງ

ຣວມ ທັງຫມົດ ມີ ໑໙໘ ສຽງ ປາສຈາກ ການຜັນສຽງ ( http://laophaen.free.fr/Dico/spip.php?article37 )

ການຜັນສຽງ ຫມາຍເຖິງ ພຍາງ ສາມັນ ທີ່ ປະກອບ ດ້ວຍ ວັນນະຍຸດ ທັງສີ່ ເຊັ່ນ ໄມ້ເອກ (່) ໄມ້ໂທ (້) ໄມ້ຕຣີ (໊) ໄມ້ຈັຕວາ (໋) ເເລະ ເມື່ອໃດ ພຍາງ ສາມັນ ປະກອບ ກັບ ວັນນະຍຸດ ເມື່ອນັ້ນ ສຽງ ຂອງ ພຍາງ ດັ່ງກ່າວ ຈະ ປ່ຽນ ໄປ ເປັນ ສຽງ ໃຫມ່ ອີກ

ເພິ່ນ ຈັດ ພຍັນຊນະ ໒໗ ຕົວ ອອກ ເປັນ ສາມ ຫມວດ ຄື
໑- ຫມວດກໍ ທີ່ ຄົນລາວ ມັກ ຮຽກ ຫມວດກາງ ເຊັ່ນ ກ ຈ ດ ຕ ບ ປ ຢ ອ ( ຕາມ ທັມມະດາ ພຍັນຊນະ ຫມວດນີ້ ມີ ສຽງກາງຕົກ ຫລື ສຽງກາງ ຕໍ່າລົງ ຊຶ່ງ ຂພຈ ຮຽກ ສຽງກາງຢ່ອນ )
໒- ຫມວດຂໍ ທີ່ ຄົນລາວ ມັກ ຮຽກ ຫມວດສູງ ເຊັ່ນ ຂ ສ ຖ ຜ ຝ ຫ ( ພຍັນຊນະ ຫມວດນີ້ ມີ ສຽງຫອງ ຊຶ່ງ ສຽງຫອງ ເເມ່ນ ສຽງ ທີ່ ນັບມື້ນັບສູງຂຶ້ນ ເເລະ ສຽງ ຂອງມັນ ຈະ ເຍືອ ກວ່າ ສຽງ ຕົວ ອື່ນໆ )
໓- ຫມວດຄໍ ທີ່ ຄົນລາວ ມັກ ຮຽກ ຫມວດຕໍ່າ ເຊັ່ນ ຄ ງ ຊ ຍ ທ ນ ພ ຟ ມ ຣ ລ ວ ຮ ( ຕາມທີ່ຈິງ ສຽງ ຂອງ ພຍັນຊນະ ເຫລົ່ານີ້ ມີ ສຽງສູງຕົກ ຫລື ສຽງສູງ ຕໍ່າລົງ ຊຶ່ງ ຂພຈ ຮຽກ ສຽງສູງຢ່ອນ )

ສໍາລັບ ການຜັນສຽງ ເເລ້ວ ຫມວດຂໍ ກັບ ຫມວດຄໍ ບໍ່ ສາມາດ ຈະ ມີ ສຽງຕຣີ ເເລະ ສຽງຈັຕວາ ໄດ້ ຊຶ່ງ ຫມາຍຄວາມວ່າ ບໍ່ ມີ ສິດ ປະກອບ ກັບ ວັນນະຍຸດ ຕຣີ ເເລະ ວັນນະຍຸດ ຈັຕວາ ນັ້ນເອງ ມີ ເເຕ່ ຫມວດກໍ ຢ່າງດຽວ ທີ່ ສາມາດ ປະກອບ ວັນນະຍຸດ ທັງສີ່ ໄດ້ ສະເພາະ ສຽງ ທີ່ ເປັນ ຄໍາລາວ ເທົ່ານັ້ນ ( http://laophaen.free.fr/Dico/spip.php?article45 )

ເພື່ອ ຄວາມສະດວກ ໃນ ການໄລ່ ເເລະ ການເຂົ້າໃຈ ຂພຈ ຈະ ນັບ ເອົາ ເເຕ່ ສຽງເອກ ເເລະ ສຽງໂທ ເທົ່ານັ້ນ ຂອງ ການຜັນສຽງ ຊຶ່ງ ຫມາຍເຖິງ ຈໍານວນ ສຽງ ພື້ນຖານ ໃນ ການປາກເວົ້າ ຂອງ ຄົນລາວ ມີ ທັັງຫມົດ ( ໑໙໘(ສຽງສາມັນ)+໑໙໘(ສຽຽງເອກ)+໑໙໘(ສຽຽໂທ) ) = ໕໙໔ ສຽງ ຊຶ່ງ ຫມາຍຄວາມວ່າ ສຽງ ພື້ນຖານ ຂອງ ການປາກເວົ້າ ໃນ ພາສາ ລາວ ມີ ຕໍ່າສຸດ ໖໐໐ ສຽງ ນັ້ນເອງ ເເລະ ສຽງ ເຫລົ່ານີ້ ເຮົາ ຍັງ ບໍ່ ທັນ ໄດ້ກໍານົດ ມັນ ວ່າ ພຍາງໃດ ມີ ສຽງໃດ ພາຍໃນ ສຽງ ທັງຫ້າ ທັງຫົກ ດັ່ງກ່າວນີີ້ ຄືດັ່ງ ສຽງກາງ ສຽງກາງຢ່ອນ ສຽງກາງຕົກ ສຽງຫອງ ສຽງສູງຢ່ອນ ເເລະ ສຽງຕໍ່າ ຊຶ່ງ ສຽງ ທັງຫ້າ ທັງຫົກ ດັ່ງກ່າວນີີ້ ພາ ໃຫ້ ເກີດ ຄວາມຫຍຸ້ງຍາກ ໃນ ສມອງ ຂອງ ພວກ ທີ່ ບໍ່ ເຄີຍ ໄດ້ຍິນໄດ້ຟັງ ເເລະ ພວກ ທີ່ ສຽງ ທັງຫລາຍ ເຫລົ່ານີ້ ບໍ່ ມີ ໃນ ພາສາ ຂອງ ເຂົາເຈົ້າ ເເຕ່ ສໍາລັບ ຄົນລາວ ທີ່ ໃຊ້ສອຍ ສຽງ ເຫລົ່ານີ້ ຢູ່ເເລ້ວ ຄົນລາວ ຈຶ່ງ ມີ ຄວາມສະດວກ ໃນ ການຮຽນ ເເລະ ການເຂົ້າໃຈ ພາສາອື່ນ ໄດ້ ໄວ ເເລະ ຫົວ ກໍ ດີ ເເຕ່ ຂາດ ຄວາມພຍາຍາມ ຍ້ອນ ບໍ່ ຮູ້ຈັກ ຄວາມສໍາຄັນ ບໍ່ ຮູ້ຈັກ ຣາຄາ ບໍ່ ຮູ້ຈັກ ປໂຍດ ເເລະ ບໍ່ ຮູ້ຈັກ ຄ່າ ອັນ ເເທ້ຈິງ ໃນ ສິ່ງ ທີ່ ຕົນ ມີີ ຢູ່ນັ້ນ ພວກເຂົາ ຈຶ່ງ ປ່ອຍປະລະໄລ ມັນ ໄປ

ຍີ່ປຸ່ນ ເຈັກ ເເກວ ຝຣັ່ງ ອັງກິດ ທີ່ ບໍ່ ມີ ສຽງ ພື້ນຖານ ຢ່າງ ຫລວງຫລາຍ ເເບບ ສຽຽ ຂອງ ພາສາ ລາວ ຈຶ່ງ ມີ ບັນຫາ ໃນ ການຮຽນ ພາສາ ອື່ນ ສເມີ ມາ ເເລະ ໃນ ຊີວິດ ສ່ວນຕົວ ເເລ້ວ ຂພຈ ໄດ້ສັງເກດ ເຫັນ ນັກຮຽນ ທີ່ ຮຽນ ເກັ່ງ ເເລະ ມີ ມັນສມອງ ຫລາຍກວ່າ ນັກຮຽນ ຄົນອື່ນ ເເມ່ນ ພວກ ທີ່ ຮູ້ຈັກ ພາສາ ຕ່າງດ້າວ ອັນ ມີ ໂຄງຮ່າງ ຢ່າງ ເເຫນ້ນຫນໍາ ຫລາຍ ພາສາ ນັ້ນເອງ ( ຝຣັ່ງ. Des langues structurées ເຊັ່ນ ຝຣັ່ງ ເກຣັກ ລາເເຕັງ ບາລີ ເປັນຕັ້ນ ) ເເລະ ເຂົາ ກໍ ເຂົ້າໃຈ ພາສາ ຂອງ ເຂົາເອງ ໄດ້ ດີ ອີກດ້ວຍ ສະນັ້ນ ຂພຈ ຈຶ່ງ ກ້າ ເວົ້າ ໄດ້ ວ່າ ພາສາ ລາວ ເປັນ ພາສາ ທີ່ ເຮັດ ໃຫ້ ເດັກ ທີ່ ໃຊ້ສອຍ ພາສາ ອັນນີ້ ມີ ຫົວດີ ກວ່າ ເດັກ ຄົນອື່ນ ເເຕ່ ຄົນລາວ ທັງຫລາຍ ຕ້ອງ ພຍາຍາມ ດໍາເນີນ ການປາກເວົ້າ ເເລະ ການສຶກສາ ພາສາ ອັນນີ້ ຂອງ ເສົາ ໄວ້ ( ການພັທນາ ) ເພື່ອ ໃຫ້ ເສົາ ມີ ຫົວດີ ກວ່າ ຄົນ ອື່ນໆ ເເລະ ເພື່ອ ບໍ່ ໃຫ້ ມັນສມອງ ອັນນີ້ ຫາຍສາບສູນ ຈາກ ຕົວ ຂອງ ເສົາ ໄປ (Il faut la cultiver) ຊຶ່ງ ສິ່ງນີ້ ເປັນ ມູນ ທີ່ ຖືກ ຖ່າຍທອດ ມາ ຈາກ ຄວາມເປັນລາວ ນັບ ຕັ້ງເເຕ່ ມື້ ທີ່ ຄົນລາວ ທຸກຄົນ ໄດ້ປລຸດ ຈາກ ທ້ອງເເມ່ ຂອງ ເຂົາ ອອກ ມາ ນັ້ນເອງ

ພາສາ ລາວ ອາດ ຈະ ເປັນ ພາສາດຽວ ໃນ ໂລກ ທີ່ ມີ ຈໍານວນ ສຽງ ຫລາຍກວ່າ ຈໍານວນ ສຽງ ຂອງ ພາສາ ອື່ນໆ ກໍເປັນໄດ້ ຊຶ່ງ ກ່ຽວກັບ ເຣື່ອງນີ້ ພາສາ ລາວ ເປັນ ພາສາ ທີ່ ຮັ່ງມີ ທີ່ສຸດ ໃນ ໂລກ ( ເຖິງເເມ່ນ ຈະ ເວົ້າ ປາສຈາກ ກາານພິສູດ ໃດໆ ມັນ ກໍ ປະຈັກ ໃນ ສາຍຕາ ຂອງເຮົາ ຢູ່ເເລ້ວ )

ຍັງ ເຫລືອ ພຽງ ການພິສູດ ດ້ວຍ ຫລັກ ວິທຍາການ ຢ່າງດຽວ ກ່ອນ ການສຶກສາ ກ່ຽວກັບ ເຣື່ອງນີ້ ຈະ ມີ ຄວາມສັກສິດ ຂຶ້ນ ມາ ໄດ້ ເເລະ ຂພຈ ກໍໍ ເເນ່່ນອນໃຈ ວ່າ ເດັກນ້ອຍ ລາວ ຮຽນ ເກັ່ງ ຍ້ອນ ພາສາ ລາວ ເຮັດ ໃຫ້ ຫົວ ຂອງເຂົາ ວ່ອງໄວ ກວ່າ ເດັກ ຄົນອື່ນ ນອກຈາກ ຄວາມຫມັ້ນໃຈ ອັນນີ້ ເເລ້ວ ຂພຈ ບໍ່ ມອງ ເຫັນ ຄໍາຕອບ ເເນວອື່ນ ທີ່ ພໍ ຈະ ນໍາ ມາ ອະທິບາຍ ສາຍເຫດ ຂອງ ການ ທີ່ ເດັກນ້ອຍ ລາວ ຮຽນ ເກັ່ງ ຕາມ ໂຮງຮຽນ ຕ່າງໆ ເຖິງຢ່າງໃດ ກໍດີ ເດັກນ້ອຍ ລາວ ສ່ວນຫລາຍ ກໍ ບໍ່ ໄດ້ ຖືກ ພໍ່ເເມ່ ຄຸມ ຢູ່ເເລ້ວ ເມື່ອ ເຂົາ ໃຫຍ່ ຂຶ້ນມາ ເຂົາ ຈຶ່ງ ເຊົາ ໃຊ້ ພາສາ ລາວ ຊຶ່ງ ເປັນ ສາຍເຫດ ອັນນຶ່ງ ທີ່ ພາ ໃຫ້ ຫົວດີ  ຂອງເຂົາ ລົດ(ລົງ)

ດ້ວຍ ຄວາມນັບຖື

ໂດຍ ປົດເເອກ


http://laocom.free.fr
http://laophaen.free.fr/Dico
http://laophaen.free.fr/phasalao

Hors ligne

Pied de page des forums