ພາສາ ລາວ - Phasa Lao - La langue lao - The Lao language

ພາສາ ບອກ ຊາດ ມາຣະຍາດ ບອກ ຕະກຸນ

ທ່ານ ບໍ່ ໄດ້ເກາະກ່າຍ ເຂົ້າ ເທື່ອ /Vous n'êtes pas identifié(e).

#1 2012-04-15 09:23:20

ການໃຊ້ ພຍັນຊນະ ຕົ້ນພຍາງ ໃຫ້ ເຂົ້າ ກັບ ສຽງ ຂອງ ທໍານອງ ກອນ ເເລະ ເພງ

( ຖ້າ ທ່ານ ຢາກ ໃຫ້ ໂຕຫນັງສື ໃຫຍ່ຂຶ້ນ ໃຫ້ເຮັດ ດັ່ງນີ້ ຄື ເນັ້ນ ລູກດານ/Touche/key "Ctrl" ໄວ້ເເລ້ວ ຈຶ່ງ ດີດໃສ່ ລູກດານ "+" )


ສະບາຍດີ ທ່ານ  ທີ່ ເຄົາຣົບ ເເລະ ນັບຖື ທຸກໆ ທ່ານ

ຂພຈ ຈະ ຂໍ ຂຽນ ເປັນ ພຽງ ຕົວຢ່າງ ເທົ່ານັ້ນ ໂດຍ ບໍ່ ກ່າວເຖິງ ວ່າ ຄໍາກອນ ມີ ຄວາມຫມາຍ ຫລືບໍ່ ເເຕ່ ຈະ ກ່າວເຖິງ ການ ທີ່ ເຮົາ ຄວນ ໃຊ້ ພຍາງໃດ ສຽງໃດ ເເລະ ພຍັນຊນະ ສຽງໃດ ເພື່ອ ໃຫ້ ສຽງອ່ານ ຂອງ ກອນ ມີ ສຽງ ອອນຊອນ ເເລະ ສອດຄ່ອງ ກັນດີ ເເລະ ສິ່ງນີ້ ຍັງ ບໍ່ ທັນ ກ່າວເຖິງ ສຽງເພງ ເທື່ອ ເເຕ່ ກ່າວ ສະເພາະ ກອນ ບົດນີ້ ເທົ່ານັ້ນ ທີ່ ຂຽນ ດ້ວຍ ສຣະ ເເລະ ພຍັນຊນະ ຢ່າງດຽວ (ເເມ່ກະກາ)

ເສົາ ວ່າ   ທະນີ ຍໍ ຄໍ ໂພ່ໂວ້           ພາໂລ ຫມູ່ ເເລນາ      ( ຖ້າ ຈະ ຂຽນ ໃຫ້ ຖືກເເທ້ ຕ້ອງ ຂຽນ ໂພ້ໂວ້ ເເຕ່ ໃນທີ່ ເພື່ອຢາກ ໃຫ້ ມັນ ສັມພັດ ໃມ້ເອກ ຢ່າງດຽວ "ເເລະ ເຮົາ ບໍ່ ຄວນ ຂຽນ ຄໍາໃດ ທີ່ ບໍ່ ຖືກ" )
          ເຂົ້າເຫມົ້າ ຊິ ຫນີ ນາ        ເຂົ້າຫມ່າ ຊິ ຫນີ ຫມໍ້
          ຂໍ ໃຫ້ ເຈົ້າ ໄປ ພໍ້            ຮູຄໍາ ຢູ່ ໃຕ້ ກີ່
          ພີ່ ຂໍ ລີ້ ຢູ່ ພີ້                ບໍ່ ຂໍ ມົ້ວ ຊົ່ວນໍາ     

ເວລາ ອ່ານ  "ຊົ່ວນໍາ" ສຽງ ຕົກ ເເລະ ຄັນ ເປັນ  "ຕໍ່ໄປ"  ຫລື  "ຊົ່ວກໍາ" ສຽງ ຈະ ບໍ່ ຕົກ (ພຍັນຊນະ ຫມວດກໍ ກ ຈ ດ ຕ ບ ປ ຢ ອ ສະເພາະ ກອນນີ້ ເເຕ່ ຕ້ອງ ເປັນ ສຽງ ສາມັນ ຄື ປາສຈາກ ວັນນະຍຸດ) ເເຕ່ວ່າ  "ຕໍ່ໄປ" ມີ ຄວາມຫມາຍ ຫນ້ອຍ ເເລະ "ກໍາ" ຕ້ອງ ຂຽນ ດ້ວຍ ຕົວສະກົດ ຕົວມໍ "ກັມ" ບໍ່ ເຂົ້າກັນ

 
( ເບິ່ງ ການອະທິບາຍ ກ່ຽວກັບ ສຽງ ຂອງ ພຍັນຊນະ ເເລະ ສຽງ ຂອງ ຖ້ອຍຄໍາ ບົນ ເວັບໄຊ ຕານີ້ http://laophaen.free.fr/Dico/spip.php?article37 )


          ຂໍ ເເຕ່  ໄດ້ ສໍ່າ ເວົ້າ          ເລົ້າເກົ່າ ເຂົ້າສູ ເຫລືອ
          ໃຫ້ ເອົາ ເມືອ ເຜື່ອເເຜ່       ເເກ່ ໄທເຮົາ ເຫລົ່ານີ້      ("ເຜື່ອເເຜ່" ສຽງ ກໍ ບໍ່ ສອດຄ່ອງກັນ ເເລະ ເຮົາ ຄວນ ໃຫ້ ມີ ສຽງຫອງ ເເທນ ພຍາງ ເຜື່ອ ຊຶ່ງ "ເຜື່ອ" ມີ ສຽງກາງ "ຖ້າ ເປັນ ສອງ ຄໍາ ຕ້ອງ ຂຽນ ເພື່ອ ເເຜ່")
          ບໍ່ ໃຫ້ ມີ ຜູ່ຖ້າ              ຄາ ເຄືອ ຢູ່ ຄື ເເກົ່າ
          ບໍ່ ໃຫ້ ເນົາ ຢູ່ ລ້າ           ໃຫ້ ຕີ ຂ້າ ຫມູ່ ເສືອ

          ເພື່ອ ໄທເຮົາ ຫມູ່ເຊື້ອ      ຈະ ເຍືອ  ໄດ້ ຊູ່ ໄວ ເເທ້ນາ

ອັນນີ້ ເປັນ ພຽງ ຕົວຢ່າງ ການໃຊ້ ພຍັນຊນະ ເພື່ອ ໃຫ້ ສຽງ ຂອງ ພຍາງ ຕ່າງໆ ສອດຄ່ອງກັນດີ ຫມາຍຄວາມວ່າ ບໍ່ ໃຫ້ ສຽງຕົກ ຫລືວ່າ ຖ້າ ເປັນ ສຽງເພງ ກໍ ບໍ່ ໃຫ້ ມີ ສຽງໂຫນ້ງ ຫລື ເພື່ອ ເວັ້ນ ສຽງໂຫນ້ງ ນັ້ນເອງ

ໃຫ້ ອ່ານ ເບິ່ງ ຕື່ມ ທີ່ນີ້ http://laophaen.free.fr/Dico/spip.php?article64

ຢ່າ ຊຸ ຖື ວ່າ ສອນ ເເຂ້ ລອຍນໍ້າ

ດ້ວຍ ຄວາມນັບຖື

ປົດເເອກ
http://laocom.free.fr
http://laophaen.free.fr/Dico
http://laophaen.free.fr/phasalao

Hors ligne

#2 2012-04-18 16:27:03

Re : ການໃຊ້ ພຍັນຊນະ ຕົ້ນພຍາງ ໃຫ້ ເຂົ້າ ກັບ ສຽງ ຂອງ ທໍານອງ ກອນ ເເລະ ເພງ

ສະບາຍດີ ປົດແອກ

ເຮົາວ່າ ໃຊ້ແມ່ພີມ ມານີເດດ ນີ້ ຈະມີບັນຫາ ກັບ ສຣະ ທີ່ຢູ່ເບື້ອງເທີງ  ຕົວຢ່າງ ໄມ້ເອກ ທີ່ຢູ່ເທີງ ຕົວ  ຢ ໄມ້ເອກ ມັນຈະຢູ່ ຫາງຕົວ  ຢ ແລະຖ້າ ມີ ສອງສຣະ ຕົວຢ່າງ ສຣະ  ື ແລະ ໄມ້ ໂທ  ສອງສຣະນີ້ ຈະຕິດຢູ່ນໍາກັນ  ອັນນີ້ບໍຮູ້ເປັນນໍາ interligne ຂອງ ຄອມ ເຮົາ ຫລື ຢ່າງໃດ  ຖ້າໃຊ້ ແມ່ພີມ ໂຕອື່ນ ເຊັ່ນ ໄຊເສດຖາ ຊິບໍດີ ກວ່າ ບໍ?
ໃຫ້ ອະທິບາຍ ວັກນີ້ "  ຈະ ເຍືອ  ໄດ້ ຊູ່ ໄວ ເເທ້ນາ " ໃຫ້ເຂົ້າໃຈຕື່ມແດ່   ນອກນີ້ ດີຫມົດ
ຮັກແພງ
ກາເລົາເນດ

Hors ligne

#3 2012-04-18 18:27:24

Re : ການໃຊ້ ພຍັນຊນະ ຕົ້ນພຍາງ ໃຫ້ ເຂົ້າ ກັບ ສຽງ ຂອງ ທໍານອງ ກອນ ເເລະ ເພງ

ສະບາຍດີີ ກາເລົາເນດ

ການຂຽນ ພຍາງ ທີ່ ປະກອບ ກັບ ສຣະ ຕ້ອງ ເລີ້ມ ຂຽນ ສຣະຈົມ ເສັຽກ່ອນ (ຕົວ ຢູ່ ລຸ່ມ ດັ່ງ ອຸ ອູ ເປັນຕົ້ນ) ຈະ ເປັນ ເເມ່ພິມ ໄຊເສດຖາ ຫລື ມະນີເດດ ກໍດີ ດັ່ງ ຕົວຢ່າງ "ຢູ່" ເຮົາ ຕ້ອງ ຂຽນ ຕາມ ລໍາດັບ ດັ່ງນີ້
1- ຕົວຢໍ
2- ສຣະອູ
3- ໄມ້ເອກ     ຊຶ່ງ ທ່ານ ຄໍາເເພວ ໄດ້ອະທິບາຍ ທີ່ ບົນ ເວັບໄຊ http://laocom.free.fr/02_Menu/Suematic/index.html  ຂ້າງລຸ່ມ

"ເພື່ອ ໄທເຮົາ ຫມູ່ເຊື້ອ      ຈະ ເຍືອ  ໄດ້ ຊູ່ ໄວ ເເທ້ນາ"

- "ຫມູ່ເຊື້ອ ໄທເຮົາ" ຄື ໄທລາວ ຫລື ຄົນລາວ ນັ້ນເອງ
- "ເຍືອ" ທ່ານ ຄົງ ຈະ ເຂົ້າໃຈ ຄໍານີ້ ໄດ້ ດີ ຊຶ່ງ ພາສາ ຝຣັ່ງ ເວົ້າວ່າ qui dure (dans le temps) "ມຸດ ນໍ້າ ເຍືອດີ"
- "ໄວ" ເເຜງ ຈາກ ຄໍາບາລີ ວະຍະ[Vaya] ດັ່ງ ເຍົາໄວ ໄວຣຸ່ນ ເປັນຕົ້ນ ຕາມ ທັມມະດາ ຄົນລາວ ນິຍົມ ຂຽນ ຄໍານີ້ ເເບບນີ້ "ວັຍ" ດ້ວຍ ຕົວສະກົດ ຕົວມໍ ເເຕ່ວ່າ ອີງ ຕາມ ຫລັກ ໄວຍາກອນ ຂອງ ກົມ ວັນນະຄະດີ ລາວ ໄມ້ອັຍ ບໍ່ ມີ ດ້ວຍເຫດນີ້ ຂພຈ ຈຶ່ງ ຂຽນ "ໄວ" ເເທນ "ວັຍ" ເພື່ອ ໃຫ້ ກົງກັບ ຫລັກ ໄວຍາກອນ ນັ້ນເອງ
- ຖ້າ ຢາກ ຂຽນ "ຊູ່ ໄທ" ກໍໄດ້ ຊຶ່ງ ຫມາຍຄວາມວ່າ "ຊູ່ ຄົນ" ດັ່ງ "ໄທ ບ້ານຂ້ອຍ" ຊຶ່ງ ເເປວ່າ "ຄົນ ບ້ານຂ້ອຍ"

ທ່ານ ສາມາດ ເບິ່ງ ຄວາມຫມາຍ ເປັນ ພາສາ ອັງກິດ ຕາມ ດິ່ງ ຂ້າງລຸ່ມນີ້
http://dsal.uchicago.edu/cgi-bin/philol … splay=utf8

ສລຸບເເລ້ວ ໃຫ້ ຄົນລາວ ພ້ອມກັນ ປາບເສືອ ເພື່ອ ບໍ່ ໃຫ້ ມັັນ ມາ ລັດ ກັດ ລັດ ຂ້າ ຄົນລາວ ບໍ່ດັ່ງນັ້ນ ເຊືື້ອສາຍ ລາຍລ່ອງ ຂອງລາວ ກໍ ຈະ ສິ້ນສຸດ ລົງ ຄື ຍືນ ບໍ່ ໄດ້ ຫລື ເຍືອ ບໍ່ ໄດ້ ນັ້ນເອງ ຊຶ່ງ ກອນ ບົດນີ້ ຂຽນ ດ້ວຍ ພຍັນຊນະ ກັບ ສຣະ ຢ່າງດຽວ

ຮັກເເເພງ

ຈາກ ປົດເເອກ

Hors ligne

#4 2012-04-18 21:21:17

Re : ການໃຊ້ ພຍັນຊນະ ຕົ້ນພຍາງ ໃຫ້ ເຂົ້າ ກັບ ສຽງ ຂອງ ທໍານອງ ກອນ ເເລະ ເພງ

ສະບາຍດີ ປົດແອກ
ຂອບໃຈ ທີ່ຕອບໄວທັນໃຈ  ແທ້ຈີງ ເຮົາກໍຂຽນຕາມ ປົດແອກ ແນະນໍາມາ ຫັ້ນແລ້ວ  ແຕ່ບັນຫານີ້ຄົງ ເປັນນໍາ ຄອມ ຂອງເຮົາຕ່າງຫາກ ເຮົາໃຊ້ Mac Apple  ແຕ່ຖ້າເຮົາຂຽນຕາມ ແມ່ພີມ ໄຊເສດຖາ ບໍມີບັນຫາ
ກຽ່ວກັບ "  ຈະ ເຍືອ  ໄດ້ ຊູ່ ໄວ ເເທ້ນາ " ເຍືອ ນັ້ນ ເຮົາ ເຂົ້າໃຈແລ້ວ  ສ່ວນ  ໄວ ເຮົາ ກໍເດົາ ຢູ່ ແຕ່ບໍແນ່ໃຈ ຂອບໃຈ ທີ່ໃຫ້ ຄວາມແຈ່ມແຈ້ງ  ແຕ່ ຖ້າເຮົາ ຂຽນວ່າ  " ຍ່າງໄວໆ ໃຫ້ມັນທັນໄວຣຸ່ນ ເຂົາຍ່າງໄວ ເພາະ ອະວັຍວະ ( ຮ່າງກາຍ ) ເຂົາແຂງແຮງ " "ນາງໄວ ໄວສາວ ຍ່າງໄວ ຄື ໄວ ທຸກວັນນີ້ " 
ອີກບັນຫານື່ງ ທີ່ເຮົາ ເຫັນໃນການ ຂຽນຄໍາຕອບນີ້  ຖ້າເຮົາຢາກ ໃສ່ສີ ໂຕຫນັງສື ຫລື ຂຽນເປັນໂຕ ໃຫຍ່ ຖ້າເຮົາ ດີກໃສ່ Balise ຂ້າງຫລຸ່ມນີ້  ບົດຂຽນເຮົາ ມັນລຶບຫມົດ  ເພາະ navigateur ມັນປຽ່ນ onglet ໃຫມ່  ມີວິທີໃດ ?
ຮັກແພງ
ກາເລົາເນດ

Hors ligne

#5 2012-04-19 05:40:49

Re : ການໃຊ້ ພຍັນຊນະ ຕົ້ນພຍາງ ໃຫ້ ເຂົ້າ ກັບ ສຽງ ຂອງ ທໍານອງ ກອນ ເເລະ ເພງ

(ໃຊ້ ໄດ້ ສໍາລັບ ຫົວຂໍ້ ຢ່າງດຽວ ຄື Balise BBCode h   /h)

ສະບາຍດີ ກາເລົາເນດ

" ຍ່າງໄວໆ ໃຫ້ມັນທັນໄວຣຸ່ນ ເຂົາຍ່າງໄວ ເພາະ ອະວັຍວະ ( ຮ່າງກາຍ ) ເຂົາແຂງແຮງ " "ນາງໄວ ໄວສາວ ຍ່າງໄວ ຄື ໄວ ທຸກວັນນີ້ "
1- ຍ່າງໄວໆ ເພື່ອ ໃຫ້ ມັນ ໄປ ທັນ ໄວຣຸ່ນ ຍ້ອນ ເຂົາ ຍ່າງໄວ ເພາະ ອະໄວຍະວະ ຂອງເຂົາ ແຂງແຮງ (ປໂຍກນີ້ ຄົນລາວ ສາມາດ ເຂົ້າໃຈ ໄດ້) ເເຕ່ວ່າ ຄໍາ ອະໄວຍະວະ ຈໍາເປັນ ຕ້ອງ ຂຽນ ເເນວນີ້ ຍ້ອນ ໄມ້ອັຍ ບໍ່ ມີ ໃນ ໄວຍາກອນ ຫລັກນີ້

2- ນາງໄວ ຊຶ່ງ ເປັນ ໄວສາວ ຍ່າງໄວ ຄື ໄວ ທຸກວັນນີ້
ປໂຍກນີ້ ຄົນລາວ ຕ້ອງ ໃຊ້ ສມອງ ຫລາຍເຕີບ ເພື່ອ ຊອກຫາ ຄວາມເຂົ້າໃຈ ວ່າ "ໄວ" ໂຕໃດ ມີ ເຄົ້າ ຈາກ ພາສາ ບາລີ ຊຶ່ງ ມັນ ສະເເເດງ ໃຫ້ ເຫັນ ເຖິງ ຜົນ ທີ່ ຂາດ ຄວາມສອດຄ່ອງ ໃນ ຫລັກ ໄວຍາກອນ ຂອງ ກົມ ວັນນະຄະດີ ລາວ ເເລະ ມັນ ກໍ ຍັງ ບໍ່ ມີ ເເຕ່ ພຽງ ເທົ່ານີ້ ຍັງ ມີີ ຄໍາອື່ນ ອີກ ຫລາຍໆ ຄໍາ ທີ່ ຍັງ ຂາດ ຄວາມສອດຄ່ອງ ໃນ ການສະກົດ ເເຕ່ວ່າ ເຮົາ ຕ້ອງ ເຂົ້າໃຈ ຫລັກ ຂອງ ໄວຍາກອນ ຫລັກນີ້ ໃຫ້ ຖນັດດີ ເສັຽກ່ອນ ເຮົາ ຈຶ່ງ ຈະ ເວົ້າກັນ ໄດ້ ວ່າ ອັນໃດ ຜິດ ຫລື ອັນໃດ ທີ່ ເຮົາ ຄວນ ປັບປຸງ ເເລະ ເຮົາ ກໍ ຕ້ອງ ຂຽນ ໄປ ຕາມ ຫລັກນີ້ ເສັຽກ່ອນ ເຖິງເເມ່ນວ່າ ເຮົາ ບໍ່ ມັກ ມັນ ກໍຈິງ ເເຕ່ ເມື່ອ ມັນ ມີ ຫລັກ ຂຶ້ນ ມາ ເຮົາ ກໍ ຕ້ອງ ນໍາ ມາ ໃຊ້ ຊາມຊາ ລໍຖ້າ ຫລັກ ທີ່ ເພິ່ນ ຄວນ ຈະ ປັບປຸງ ຂຶ້ນ ໃຫມ່

* "ທຸກ ໄວ" / "ຊູ່່ ໄວ" ຫມາຍຄວາມວ່າ ຄົນ ທຸກໆ ຄົນ ທີ່ ມີ ອາຍຸ ຊໍ່າໃດ ກໍຕາມ ຊຶ່ງ ຝຣັ່ງ ເວົ້າວ່າ tout âge ຫລື toute génération ສ່ວນ "ໄວ" ທີ່ ເປັນ ຄຸນນາມ (adjectif) ເເລະ ເເປ ກົງກັນຂ້າມ ກັບ "ຊ້າ" ເປັນ ຄໍາມູນ (ສູ່ ຄໍານີ້ ເປັນ ກິຣິຍາ ດັ່ງ ສູ່ຂວັນ ໄປ ສູ່ ເປັນຕົ້ນ)

3- ຖ້າ ເຮົາ ຢາກ ໃສ່ ສີ ໂຕຫນັງສື ຫລື ຂຽນ ເປັນ ໂຕໃຫຍ່ - ມັນ ບໍ່ ມີ Editeur ດ້ວຍເຫດນີ້ ຂພຈ ອາດ ຈະ ໂງ ໄປ ສຶກສາ phpBB ທີ່ ມີ ຄົບ ຄູ່ເເນວ ທີ່ ໃຊ້ ສໍາລັບ flux intenses ເເລະ ຍາກ ກວ່າ ໂຕນີ້ ຫລາຍເທົ່າ ເເຕ່ ເວລາ ມີ ຫນ້ອຍເທ້ ຫນ້ອຍວ່າ ຫັ້ນຕິ ລະ ເມື່ອ ເຫັນ ໂຕນີ້ ງ່າຍ ກໍ ລອງ ໃສ່ ໂຕນີ້ ລອງເບິ່ງ ກໍ ເລີຍ ເຈິ ຄໍາ ທີ່ ເຖົ້້າເເກ່ ບູຮານ ກ່າວວ່າ ມັກ ງ່າຍ ໄດ້ ຍາກ ລໍາບາກ ໄດ້ ດີ ຊັ້ນຫນາາາາ

ເອີ ! ສ່ວນ ເຣື່ອງ ການຂຽນ ດ້ວຍ ເເມ່ພິມ ໄຊເສດຖາ ຫລື ເເມ່ພິມ ມະນີເດດ ຈະ ມີ ຄວາມສໍາຄັນ ຫນ້ອຍ ເເຕ່ ຖ້້າ ຢາກ ອ່ານ ສະດວກ ໃຫ້ ຕິດຕັ້ງ ເເມ່ພິມ ມະນີເດດ ໃສ່ ພາຍໃຕ້ ຄອມພິວເຕີ ຂອງ ທ່ານ

ຮັກເເພງ ເເລະ ນັບຖື

ຈາກ ປົດເເອກ
http://laocom.free.fr
http://laophaen.free.fr/Dico
http://laophaen.free.fr/phasalao

Hors ligne

Pied de page des forums