ພາສາ ລາວ - La langue lao ບົນ ລາວເເພນ

ການເເຕ່ງເພງ ຕາມ ທໍານອງ

ວັນພະຫັດ ທີ ໓ ເດືອນ ພຶສພາ/mai  ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ຜາຣົບ
ການເເຕ່ງເພງ ກໍ ມີ ຢູ່ ດ້ວຍກັນ ຫລາຍເເບບ ເເຕ່ວ່າ ຂ້າພະເຈົ້າ ຈະ ບໍ່ ກ່າວ ເຖິງ ການເເຕ່ງເພງ ໂດຍ ສະເພາະເຈາະຈົງ ໃນ ບົດຄວາມ ບົດນີ້ ຊຶ່ງ ມັນ ເປັນ ພຽງເເຕ່ ວິທີ ຊອກຫາ ຖ້ອຍຄໍາ ອີກ ເເບບນຶ່ງ ເພື່ອ ໃຫ້ ມັນ ຖືກ ກັບ ທໍານອງ ຂອງ ເພງ ເຊັ່ນ ສຽງສູງ ສຽງກາງ ສຽງຕໍ່າ ເປັນຕົ້ນ

ສະນັ້ນ ຂ້າພະເຈົ້າ ຈຶ່ງ ໄດ້ເລືອກ ເອົາ ເນື້ອຄວາມ ເເຖວ ທີນຶ່ງ ຂອງ ເພງ “ໄທດໍາ ຣໍາພັນ” ມາ ເປັນ ກໍຣະນີ ການສຶກສາ ກ່ຽວກັບ ເຣື່ອງນີ້

ເຖິງຢ່າງໃດກໍດີ ການເເຕ່ງເພງ ກໍ ສລັບສັບຊ້ອນ ກັນໄປ ສເມີ ຣະຫວ່າງ ເນື້ອເພງ ເເລະ ທໍານອງ ຂອງ ມັນ ເເຕ່ ເຣື່ອງ ດັ່ງກ່າວ ຈະ ບໍ່ ຖືກ ກ່າວ ເຖິງ ໃນ ທີ່ນີ້

http://laophaen.free.fr/phasalao/vi...

ເເບບ /Méthodologie /Methodology
ຂ້າພະເຈົ້າ ໃຊ້ ຄໍາ ສຽງສູງ ສຽງກາງ ສຽງຕໍ່າ ເທົ່ານັ້ນ ສໍາລັບ ຫມາຍ ທໍານອງ ຂອງ ເພງ ເເລະ ໃຊ້ ຄໍາ ສຽງຫອງ ສຽງສູງຢ່ອນ ສຽງກາງ ສຽງກາງຢ່ອນ ເເລະ ສຽງຕໍ່າ ສໍາລັບ ສຽງອ່ານ ຕາມ ອັກຂຣະວິທີ ຊຶ່ງ “ສຽງຫອງ” ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງຕໍ່າ ໄປ ຈົບ ຢູ່ ສຽງສູງ ເເລະ “ຫອງ” ຫມາຍເຖິງ “ນັບມື້ ນັບສູງຂຶ້ນ”

ກ່ອນ ອື່ນ ຫມົດ ເຮົາ ຕ້ອງ ເລີ້ມ ສຶກສາ ສຽງ ເເຕ່ລະສຽງ ຂອງ ທໍານອງ ທີ່ ກົງກັບ ຄໍາ ເເຕ່ລະຄໍາ ຂອງ ເນື້ອເພງ ວ່າ ສຽງໃດ ເປັນ ສຽງຂຶ້ນ ເເລະ ສຽງໃດ ເປັນ ສຽງລົງ ຫລື ເປັນ ສຽງຕໍ່າ ສຽງສູງ ( ໃນ ຂນະ ນັ້ນ ສຽງເພງ ມີ ສຽງໃດ ກັນເເທ້ ! ສຽງສູງ ສຽງກາງ ຫລື ສຽງຕໍ່າ ? )

ເມື່ອ ເຮົາ ຮູ້ຈັກ ຣາຍລະອຽດ ກ່ຽວກັບ “ສຽງ ຂອງ” ທໍານອງ ( ຝຣັ່ງ. Mélodie ) ດີ ເເລ້ວ ເຮົາ ຈຶ່ງ ຊອກຫາ ຄໍາ ທີ່ ມີ ສຽງດຽວກັນ ກັບ ທໍານອງ ຫລື ກັບ ສຽງ ດົນຕຣີ ຫລື ກັບ ສຽງເພງ ມາ ກອງ ປະ ໄວ້ ທາງຂ້າງ ( ຜິວ່າ ໃນ ຂນະນັ້ນ ທໍານອງ ມີ ສຽງສູງ ເຮົາ ກໍ ຕ້ອງ ຊອກ ເອົາ ຈໍາພວກ ຖ້ອຍຄໍາ ທີ່ ມີ ສຽງຫອງ ) ເມື່ອ ໄດ້ ມາ ເເລ້ວ ເຮົາ ກໍ ເອົາ ມາ ຂຽນ ເປັນ ເນື້ອເພງ ຂອງ ເຮົາ ດັ່ງ ວັກ ສຸດທ້າຍ ຂອງ ບົດຄວາມ ບົດນີ້ ເເລະ ເເບບເຮັດ ເເບບນີ້ ເເມ່ນ ຖື ເອົາ ທໍານອງ ( ຝຣັ່ງ. Mélodie ) ເປັນ ຫລັກ ໃນ ການເເຕ່ງເພງ

ຄໍາອະທິບາຍ
ດັ່ງ ທີ່ ໄດ້ກ່າວ ມາເເລ້ວ ໃນ ບົດຄວາມ ວ່າດ້ວຍ ສຽງ ຂອງ ພຍັນຊນະ ຕົ້ນພຍາງ ເເລະ ສຽງ ຂອງ ຄໍາເວົ້າ ຕ່າງໆ ໃນ ພາສາ ລາວ ພ້ອມດຽວກັນນີ້ ຂ້າພະເຈົ້າ ກໍ ເຄີຍ ໄດ້ກ່າວ ເຖິງ ສຽງ ຖ້ອຍຄໍາ ໃນ ການປະພັນ ຫລື ການເເຕ່ງເພງ ລາວ ມາເເລ້ວ ໃນ ບົດຄວາມ ບົດອື່ນ ຈົນ ເປັນ ເຫດ ໃຫ້ ນັກປະພັນ ທັງຫລາຍ ເກີດ ມີ ຄວາມບໍ່ພໍໃຈ

ເຖິງຢ່າງໃດກໍດີ ຂ້າພະເຈົ້າ ກໍ ມີ ຫົວດື້ ຢູ່ ຄືເກົ່າ ຈຶ່ງ ໄດ້ໂງ ມາ ຂຽນ ເຣື່ອງນີ້ ອີກ ພຽງ ເລັກນ້ອຍ ເພື່ອ ໃຫ້ ຜູ້ສົນໃຈ ສາມາດ ພິສູດ ໄດ້ວ່າ ການເເຕ່ງເພງ ຊຶ່ງ ນອກຈາກ ເນື້ອຫາສາຣະ ເເລ້ວ ບໍ່ ຫມາຍເຖິງ ພຽງເເຕ່ ການລຽງ ຄໍາເວົ້າ ໃຫ້ ສັມຜັດກັນ ເທົ່ານັ້ນ ນັກປະພັນ ຕ້ອງ ຮູ້ຈັກ ສຽງ ພື້ນຖານ ຂອງ ຖ້ອຍຄໍາ ລາວ ໃຫ້ ຖນັດ ເນື້ອເພງ ຂອງ ເພິ່ນ ຈຶ່ງ ຈະ ບໍ່ ມີ ສຽງໂຫນ້ງ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້ ທີ່ ຂ້າພະເຈົ້າ ຍົກ ເອົາ ເພງ “ໄທດໍາ ຣໍາພັນ” ຂຶ້ນ ມາ ເປັນ ຕົວຢ່າງ ເພາະວ່າ ຄົນລາວ ສ່ວນຫລາຍ ຮູ້ຈັກ ເພງນີ້ ດີ

ຣູປຕາ ໑
ເນື້ອ ຂອງ ເພງ ດັ່ງກ່າວ ຈະ ຖືກ ກ່າວ ໃນ ທີ່ນີ້ ພຽງ ເເຖວດຽວ ເທົ່ານັ້ນ ທັງນີ້ ກໍ ເພື່ອ ເວັ້ນ ການຝອຍ ໃຫ້ ສັ້ນ ເຂົ້າ ນັ້ນເອງ ເເລະ ຣູປຕາ ໑ ຫມາຍເຖິງ ການສຶກສາ ສຽງ ຂອງ ຄໍາ ເເຕ່ລະຄໍາ ໂດຍ ຖື ເອົາ ສຽງອ່ານ ເປັນ ຫລັກ

ຣູປຕາ ໑ - ການກົດ ເເບບ ອັກຂຣະວິທີ

  • ເເຖວນຶ່ງ ຂອງ ຣູປຕາ ໑ ສະເເດງ ເຖິງ ອັກຂຣະວິທີ ຊຶ່ງ ຫມາຍເຖິງ ວິທີ ຂຽນ ເເລະ ວິທີ ອ່ານ ໃຫ້ ຖືກ ຕາມ ຫລັກ ໄວຍາກອນ ນັ້ນເອງ
  • ເເຖວສອງ ຫມາຍເຖິງ ຄື້ນສຽງ ຂອງ ພຍາງ ຕ່າງໆ ໃນ ພາສາ ລາວ ທີ່ ຂ້າພະເຈົ້າ ໄດ້ອະທິບາຍ ໄວ້ ໃນ ບົດຄວາມ ທີ ໓໗ ເມື່ອ ເຮົາ ເຮັດ ເປັນ ຮູບຮອຍ ຂຶ້ນ ມາ ສຽງ ຂອງ ພຍາງ ຕ່າງໆ ໃນ ເນື້ອເພງ “ໄທດໍາ ຣໍາພັນ” ເເຖວ ທີນຶ່ງ ຈະ ຖືກ ກົດ ເປັນ ຮູບຮອຍ ເເບບ ຂ້າງເທິງນີ້
  • ເເຖວສາມ ຫມາຍເຖິງ ການບອກ ວ່າ ພຍາງ ທີ່ ໃຊ້ ຢູ່ນັ້ນ ມີ ສຽງໃດ ກັນເເທ້ ໂດຍ ຖື ເອົາ ຮູບຮອຍ ໃນ ບົດຄວາມ ໓໗ ເປັນ ຫລັກ ເເລະ ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ສຽງ ຂອງ ຄໍາ ເເຕ່ລະຄໍາ ໂດຍ ອີງ ເອົາ ຕາມ ອັກຂຣະວິທີ ພາຍໃນ ຈໍາພວກ ຄໍາ ທີ່ ມີ ສຽງຫອງ ສຽງສູງຢ່ອນ ສຽງກາງ ສຽງກາງຢ່ອນ ເເລະ ສຽງຕໍ່າ

ຣູປຕາ ໒
ຮູບຮອຍ ຂ້າງລຸ່ມນີ້ ໄດ້ຖືກ ກົດ ໂດຍ ອີງ ເອົາ ຕາມ ທໍານອງ ຂອງ ເພງ ຊຶ່ງ ຝຣັ່ງ ຮຽກ “ທໍານອງ” ວ່າ Mélodie ນັ້ນເອງ

ຣູປຕາ ໒ - ການກົດ ຕາມ ສຽງເພງ ຫລື ທໍານອງ ຂອງ ເພງ ໄທດໍາ ຣໍາພັນ

  • ເເຖວສີ່ - ຖ້າ ເຮົາ ຫລິ້ນ piano ຫລື ກີຕາ ທໍານອງ ອັນ ເເທ້ຈິງ ຂອງ ເພງ ຈະ ເປັນ ໄປ ຕາມ ຮູບຮອຍ ເເນວນີ້ ເເລະ ຮູບຮອຍ ອັນນີ້ ຂ້າພະເຈົ້າ ກົດ ໃສ່ ເເບບນີ້ ກໍ ເພື່ອ ໃຫ້ ເຮົາ ເຫັນ ວ່າ ຄໍາໃດ ຢູ່ ສູງ ຫລື ຢູ່ ຕໍ່າ ເທົ່ານັ້ນ ເເລະ ເພື່ອ ອໍານວຍ ຄວາມສະດວກ ໃນ ການຊອກຫາ ຈໍາພວກ ຖ້ອຍຄໍາ ທີ່ ມີ ສຽງດຽວກັນ ກັບ ທໍານອງ
  • ເເຖວຫ້າ - ຫມາຍເຖິງ ສຽງສູງ ຫລື ສຽງຕໍ່າ ຂອງ ສຽງ ດົນຕຣີ ( ກີຕາ ຫລື piano ) ຫລື ສຽງ Mélodie ນັ້ນເອງ
  • ເເຖວຫົກ - ບັດນີ້ ຖ້າ ເຮົາ ຣ້ອງ ເພງ ໂດຍ ໃຫ້ ສຽງ ຖ້ອຍຄໍາ ຕ່າງໆ ເຫລົ່ານີ້ ຖືກ ຕາມ ທໍານອງ ຂອງ ເພງ ດັ່ງ ໃຈ ມັກ ການຂຽນ ຫລື ການສະກົດ ໃຫ້ ຖືກ ຕາມ ສຽງ ຂອງ ທໍານອງ ເເທ້ໆ ເຮົາ ຄວນ ຂຽນ ດັ່ງ ເເຖວຫົກ ນີ້ ມັນ ຈຶ່ງ ຈະ ເຫມາະສົມ ເເລະ ການຂຽນ ເເບບນີ້ ຖືກ ກັບ ການ ທີ່ ຄົນລາວ ຣ້ອງ ເພງນີ້ ຕລອດ ມາ

    • ຫມາຍເຫດ ສຽງ ເພງຊາດ
      *** ສາດ ລ່າວ ຕັ່ງ ເເຕ່ ເດີ່ມ ມ່າ ຂຶ້ນ ສື້ ຫລື້ ຊ່າ ຢຸ ໄຫນ້ ອ່າ ຊີ່ ... ( ເເທນ ທີ່ ຈະ ເເມ່ນ “ຊາດລາວ ຕັ້ງເເຕ່ ເດີມມາ ຂຶ້ນ ຊື່ ລືຊາ ຢູ່ ໃນ ອາຊີ ...” )
  • ເລກເຈັດ - ການ ທີ່ ຄົນລາວ ຣ້ອງ ຄໍາ “ເເດນ” ຈະ ມົ້ວ ໄປ ຫນ້ອຍນຶ່ງ ເເລະ ລາງເທື່ອ ຄໍານີ້ ກໍ ອອກ ສຽງ “ເເດ້ນ” ພຽງ ບຶດດຽວ ເທົ່ານັ້ນ ສະນັ້ນ ຄໍານີ້ ອາດ ຈະ ເປັນ ສຽງສູງ ຫລື ສຽງຕໍ່າ ຕາມ ການອອກສຽງ ນັ້ນເອງ

ຣູປຕາ ໓
ຫມາຍເຖິງ ການປັບປຸງ ການເເຕ່ງເພງ ຫລື ການດັດເເປງ ຖ້ອຍຄໍາ ( ພຍາງ ຫລື ຄໍາ ຕ່າງໆ ) ໃຫ້ ຖືກ ກັບ ທໍານອງ ຂອງ ເພງ ນັ້ນເອງ

ເມື່ອ ເຮົາ ຮູ້ຈັກ ວ່າ ພຍາງໃດ ມີ ສຽງໃດ ໂດຍ ຖື ເອົາ ທໍານອງ ເປັນ ຫລັກ ໃນ ການເເຕ່ງເພງ ເຮົາ ກໍ ຕ້ອງ ຊອກ ຫາ ຄໍາ ທີ່ ມີ ສຽງ ດຽວກັນ ກັບ ທໍານອງ ນັ້ນ ເສັຽກ່ອນ ເມື່ອ ໄດ້ ເເລ້ວ ເຮົາ ກໍ ຂຽນ ມັນ ລົງ ໄປ ເເລະ ຖ້າວ່າ ສຽງ ຂອງ ມັນ ຖືກ ກັບ ຄວາມຕ້ອງການ ເເລ້ວ ເຮົາ ຈຶ່ງ ຄ່ອຍ ຊອກຫາ ຄໍາໃຫມ່ ທີ່ ບັນຈຸ ຢູ່ ໃນ ຄື້ນສຽງ ອັນດຽວກັນນັ້ນ ມາ ເເທນ ໃສ່ ບ່ອນ ດັ່ງກ່າວ ເພື່ອ ໃຫ້ ໄດ້ ຄວາມຫມາຍ ດັ່ງ ໃຈຊອບ ນັ້ນເອງ ອັນນີ້ ຄື ພື້ນຖານ ໃນ ການເເຕ່ງເພງ ເເລະ ການຣ້ອງເພງ ໂດຍ ຖື ເອົາ ທໍານອງ ເປັນ ຫລັກ ( ຍ້ອນ ວ່າ ການເຕ່ງເພງ ບໍ່ ມີ ພຽງ ຫລັກດຽວ ເເລະ ການຣ້ອງເພງ ກໍ ເປັນ ເຊັ່ນ ດຽວກັນ )

ຣູປຕາ ໓ - ການປັບ ເນື້ອເພງ ໃຫ້ ເຂົ້າ ກັບ ທໍານອງ

  • ເເຖວເເປດ - ຫມາຍເຖິງ ການຂຽນ ເນື້ອເພງ ໃຫ້ ເຂົ້າ ກັບ ທໍານອງ ເເລະ ໃຫ້ ເຂົ້າ ກັບ ສຽງສູງ ສຽງຕໍ່າ ທີ່ ບັນຈຸ ຢູ່ ໃນ ເນື້ອ ເພງ ເເຖວນີ້
    • “ທ່າງ” ຄໍາ ທີ່ ປະກອບ ວັນນະຍຸດ ເອກ ທຸກໆ ຄໍາ ຕ້ອງ ມີ ສຽງກາງ ສເມີ

    • ເລກເກົ້າ - “ຫນຸ” ກັບ “ເຂົາ” ມີ ສຽງຫອງ ເເລະ ສຽງສັ້ນ ພ້ອມໆ ກັນ ( “ກະ ດະ ບະ ... ກຸ ດຸ ບຸ ... ກົວະ ດົວະ ບົວະ” ເເລະ “ກັກ ດັດ ບັບ ... ໂກກ ໂດດ ໂບບ” ມີ ສຽງດຽວ ກັບ “ຫລຸ” ຫລື “ຫນຸ” ຊຶ່ງ ຫມາຍເຖິງ ສຽງຫອງ ເເຕ່ວ່າ ຄໍາ ທີ່ ສະກົດ ດ້ວຍ “ກ ດ ບ” ເປັນ ຄໍາຕາຍ ພ້ອມທັງ ເປັນ ຄໍາເອກ ອີກດ້ວຍ ( ຖ້າວ່າ ມີ ສຽງຍາວ ) ສໍາລັບ ການຂຽນ ກອນ ຕ່າງໆ )

    • ເລກສິບ - “ຫນາ” ມີ ສຽງຫອງ ຊຶ່ງ ຫມາຍຄວາມວ່າ ນັບມື້ ນັບສູງຂຶ້ນ ເເຕ່ ເມື່ອ ມັນ ປະກອບ ໄມ້ໂທ ຫລື ວັນນະຍຸດ ໂທ ( ຫນ້າ ) ພຍາງນີ້ ຈະ ມີ ສຽງຕໍ່າ ເເລະ ດັ່ງ ທີ່ ໄດ້ກ່າວ ມາເເລ້ວ ໃນ ຂໍ້ “ເລກເຈັດ” ຂ້າງເທິງນີ້ ພຍາງ ທີ່ ຕົກ ຢູ່ ໃນ ຕອນນີ້ ສາມາດ ມີ ສຽງສູງ ໄດ້ ສະນັ້ນ ຂ້າພະເຈົ້າ ຈຶ່ງ ໄດ້ຂຽນ “ປາກ” ໃສ່ ບ່ອນນີ້ ເພື່ອ ເປັນ ເເບບຢ່າງ ເທົ່ານັ້ນເອງ ເພາະວ່າ “ປາກ” ບັນຈຸ ຢູ່ ໃນ ຈໍາພວກ ສຽງຫອງ
      • ເປັນຫຍັງ ເຮົາ ຈຶ່ງ ສາມາດ ໃສ່ ຄໍາ ເເຫ່ງນີ້ ເປັນ ສຽງຫອງ ( ສີເເດງ ) ເເລະ ສຽງຕໍ່າ ໄດ້ ? ອາດ ຈະ ເປັນ ເພາະ ຍ້ອນ ຄໍາ ຂ້າງຫນ້າ ຂອງມັນ ທີ່ ມີ ສຽງກາງ ນັ້ນເອງ ຄື ເມື່ອ ມັນ ຢູ່ ເຄິ່ງກາງ ເຮົາ ຈະ ເອົາຂຶ້ນ ຫລື ເອົາລົງ ກໍ ມີ ຄວາມສະດວກ - ໃຫ້ ທ່ານ ພິສູດ ເອົາເອງ ເພາະ ຂ້າພະເຈົ້າ ຍັງ ບໍ່ ທັນ ໄດ້ ພິສູດ ມັນ ເທື່ອ ພຽງເເຕ່ ເດົາ ເອົາ ເທົ່ານັ້ນ

        ຖ້າ ຜູ້ໃດ ຮູ້ ຫລັກຖົ່ວງອກ ( ຝຣັ່ງ.Solfège ) ເເລະ ຫລິ້ນ ດົນຕຣີ ດ້ວຍ ຖົ່ວງອກ ໃນ ຂັ້ນ ຣະດັບ ສູງເຕີບ ຜູ້ນັ້ນ ຈະ ເຂົ້າໃຈ ເຫດຜົນ ທີ່ ວ່າ ເປັນຫຍັງ ເຮົາ ຈຶ່ງ ສາມາດ ໃສ່ ສຽງສູງ ເເລະ ສຽງຕໍ່າ ໄດ້ ເພາະວ່າ ລູກ ຂອງ ຂ້າພະເຈົ້າ ໄດ້ເວົ້າ ໃຫ້ ຟັງ ເເລະ ຂ້າພະເຈົ້າ ກໍ ໄດ້ໄປ ຖາມ ພວກ ອາຈານ ຝຣັ່ງ ທີ່ ສອນ ຢູ່ ໂຮງຮຽນ ດຸຣິຍາງ ( ຝຣັ່ງ. Conservatoire ) ເຂົາ ກໍ ໄດ້ອະທິບາຍ ໃຫ້ ຂ້າພະເຈົ້າ ຟັງ ດັ່ງດຽວກັນ ເເຕ່ ຂ້າພະເຈົ້າ ປ່ອຍ ໃຫ້ ທ່ານ ເປັນ ຜູ້ ຊອກຫາ ຄວາມເຂົ້າໃຈ ເອົາເອງ ( ໃນ ຕອນນີ້ ຖ້າ ເຮົາ ຣ້ອງ ເປັນ ສຽງຫອງ ໃຫ້ ເຮັດ ດົນຕຣີ ເປັນ ສຽງທຸ້ມ ຫລື ປີ້ນກັນ ເພາະ ມັນ ອາດ ຈະ ປະສານກັນ ມ່ວນດີ )

        ( ວັກ ຂ້າງເທິງນີ້ ໄດ້ຖືກ ຕື່ມ ໃສ່ ເມື່ອ ວັນເສົາ ທີ ໒໖/໐໕/໒໐໑໒ ເດືອນ ພຶສພາ ພສ. ໒໕໕໕ )

    • ເລກສິບເອັດ - ທ່ານ ຈໍາເປັນ ຕ້ອງ ຊອກ ເອົາ ເເຕ່ ຄໍາ ທີ່ ມີ ສຽງຫອງ ຢ່າງດຽວ ຂຽນ ໃສ່ ບ່ອນນີ້ ບໍ່ດັ່ງນັ້ນ ການຣ້ອງເພງ ຈະ ມີ ສຽງໂຫນ້ງ ສ່ວນ “ສຽງຫອງ” ນັ້ນ ຫມາຍເຖິງ ພຍາງ ໄຮ້ ວັນນະຍຸດ ທີ່ ບັນຈຸ ໃນ ຈໍາພວກ ສຽງຫອງ ເຊັ່ນ ຫມີ ຂວາງ ສູງ ໃສ ເເຂງ ເປັນຕົ້ນ ເເຕ່ ຄໍາ ໃສ ມີ ສຽງຫອງ ເເລະ ມີ ສຽງສັ້ນ ເພີ່ມເຕີມ ສະນັ້ນ ເຮົາ ຄວນ ຊອກ ຫາ ເເຕ່ ສຽງຫອງ ທີ່ ມີ ສຽງຍາວ ຢ່າງດຽວ ເພາະ ຕອນນີ້ ສຽງ ຂອງ ມັນ ເຍືອ

ເເລະ ຄໍາ ສຸດທ້າຍ ຂອງ ວັກນຶ່ງໆ ສໍາລັບ ເພງລາວ ມັກ ຈະ ມີ ສຽງສູງ ຊຶ່ງ ຂ້າພະເຈົ້າ ຍັງ ບໍ່ ທັນ ໄດ້ກ່າວ ເຖິງ ຫລັກ ການເເຕ່ງເພງ ເທື່ອ ພຽງເເຕ່ ກ່າວ ເຖິງ ເພງ “ໄທດໍາ ຣໍາພັນ” ເເຖວດຽວ ເທົ່ານັ້ນ

  • ເເຖວສິບສອງ - ບັດນີ້ ໃຫ້ ເຮົາ ສັງເກດ ຖົ່ວງອກ ຂອງ ເພງ “ໄທດໍາ ຣໍາພັນ” ລອງ ເບິ່ງ ເຮົາ ຈະ ມອງ ເຫັນ ຫມາກຖົ່ວງອກ ຕົວໃດ ຂຶ້ນ ເເລະ ຫມາກຖົ່ວງອກ ຕົວໃດ ລົງ ເເລະ ກໍ ໃຫ້ ເບິ່ງ ເເບບ ງ່າຍໆ ກໍ ເເລ້ວກັນ ( ຝຣັ່ງ. Solfège /ຖົ່ວງອກ )

ຫມາຍເຫດ
ຜິວ່າ ຖົ່ວງອກ ຢູ່ ເເຕ່ ໃນ ເສັ້ນ ໃນ ເເຖວ ຫມາຍຄວາມວ່າ ເພງ ຈະ ບໍ່ ມີ ສຽງ ສູງໂພດ ຫລື ຕໍ່າໂພດ ເເລະ ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ສຽງເພງ ຫລື ທໍານອງ ຢູ່ ສມໍ່າສເມີ ຊຶ່ງ ພາສາ ຝຣັ່ງ ຮຽກ Monotonie [ໂມໂນໂຕນີ] ເເລະ ຊຶ່ງ ເຮົາ ສາມາດ ຕີ ຄວາມຫມາຍ ໄດ້ ອີກ ວ່າ ເປັນ ເພງ ທີ່ ບໍ່ ໃຫ້ ຄວາມໂສກເສົ້າເຫງົາໃຈ ຫລື ຄວາມຕື່ນເຕັ້ນ ພິລຶກ ພິລໍ້າ ເເລະ ພາ ໃຫ້ ຜູ້ຟັງ “ເບື່ອໄວ” ຫລື ບໍ່ ຕິດອົກຕິດໃຈ ໄດ້ ດົນ ນັ້ນເອງ ຍ້ອນ ຂາດ “ຄວາມເຫນັງຕີງ ຂອງ ຖົ່ວງອກ”

ເຫດຜົນ
ເເງ່ດີ ກໍ ມີ ຢູ່ ດ້ວຍກັນ ຫລາຍຢ່າງ ເເຕ່ ຂ້າພະເຈົ້າ ຂໍ ເລົ່າ ພຽງ ສາມ ຢ່າງ ເທົ່ານັ້ນ ດັ່ງນີ້

  • ເຫດ ທີ່ ນັກປະພັນ ຂຽນ ເນື້ອເພງ ໃຫ້ ເຂົ້າ ກັບ ທໍານອງ ຈະ ສະທ້ອນ ເຖິງ ຜົນດີ ທີ່ ວ່າ ຄໍາລາວ ຈະ ຖືກ ອ່ານ ເເລະ ຖືກ ຣ້ອງ ເປັນ ສຽງ ເເລະ ສໍານຽງ ຂອງ ຄົນລາວ ເຫມືອນເດີມ ເຖິງເເມ່ນວ່າ ຈະ ເປັນ ສຽງ ທ້ອງຖິ່ນ ຫລືບໍ່ ກໍຕາມ ຫມາຍຄວາມວ່າ ສຽງ ຂອງ ພາສາ ລາວ ຂອງ ຄໍາລາວ ຂອງ ຄວາມລາວ ບໍ່ ຕາຍ ເເລະ ກໍ ຈະ ຫລີກລ້ຽງ ສຽງໂຫນ້ງ ໄດ້ ໃນ ການຣ້ອງເພງ
  • ເມື່ອ ນັກປະພັນ ໃຊ້ ສມອງ ເພື່ອ ຊອກຫາ ຄໍາ ທີ່ ມີ ສຽງ ຕຣົງ ກັບ ທໍານອງ ການຊອກຄົ້ນ ດັ່ງກ່າວ ຈະ ພາ ໃຫ້ ສມອງ ຂອງ ນັກປະພັນ ໃສ ຂຶ້ນ ກວ່າເກົ່າ ເເລະ ຍັງ ຈະ ພາ ໃຫ້ ເພິ່ນ ຮູ້ຈັກ ສຽງ ຂອງ ຄໍາລາວ ໄດ້ ດີ ອີກດ້ວຍ ພ້ອມດຽວກັນນີ້ ນັກຣ້ອງ ເເລະ ຜູ້ ທີ່ ສົນໃຈ ໃນ ເນື້ອເພງ ກໍ ຈະ ໄດ້ ຮຽນຮູ້ ດ້ວຍ ຕົນເອງ ນໍາ ນັກປະພັນ ກ່ຽວຂ້ອງ ຈາກ ການສັງເກດ ດ້ວຍ ຕົນເອງ
  • ສ່ວນ ເເງ່ດີ ທາງ ອື່ນ ກໍ ຄື ທ່ານ ເປັນ ຜູ້ນຶ່ງ ທີ່ ປະກອບສ່ວນ ໃນ ການພັທນາ ພາສາ ລາວ ເພື່ອ ບໍ່ ໃຫ້ ມັນ ກາຍ ໄປ ເປັນ ພາສາ ຕາຍ ອັນນີ້ ຄື ຜົນບວກ

ສ່ວນ ຜົນລົບ ຈະ ມີ ຫລາຍ ດັ່ງ

  • ຕົວຢ່າງ ຂອງ ການໄຫວ້ ພຣະ ຂອງ ພວກ ທີ່ ເຊື່ອຖື ພຣະເຍຊູເຈົ້າ ເພິ່ນ ເເປ ຄໍາໄຫວ້ພຣະ ເປັນ ພາສາ ລາວ ບາດ ເພິ່ນ ພາກັນ ສູດ ເພິ່ນ ພັດ ສູດ ຕາມ ສຽງ ລາຕິນ ຫມາຍຄວາມວ່າ ພາສາ ລາວ ຖືກ ກືນກິນ ໄປ ຫມົດ ກ້ຽງ ( ຖືກ ທໍາຣາຍ ອ້ອຍຕ້ອຍ ) ເເລະ ສຽງ ຂອງ ຄໍາສູດນັ້ນ ກໍ ບໍ່ ຕ່າງຫຍັງ ກັບ ຂ້າ ເວົ້າ ລາວ ກໍ ເເລ້ວ ກັນ ດ້ວຍເຫດໃດ ? ເພາະວ່າ ຄໍາຂ້າ ບັນຈຸ ເເຕ່ ພຍາງ ຕາຍ ທັງນັ້ນ
  • ເເລະ ຕົວຢ່າງ ອັນ ທີສອງ ຊຶ່ງ ພວກ ທີ່ ນັບຖື ພຸທສາສນາ ພາກັນ ສູດ ເປັນ ພາສາ ລາວ ຊຶ່ງ ເເປ ຈາກ ພາສາ ບາລີ ພວກນີ້ ກໍ ຄົງ ຖື ພາສາ ລາວ ເປັນ ເຄົ້າ ເປັນ ຫລັກ ສເມີ ໃນ ສາສນະພິທີ ຕ່າງໆ ດັ່ງ “ພວກຂ້ານ້ອຍ ທັງຫລາຍ ຂໍ ນ້ອມ ຖວາຍ ...” ຫມາຍຄວາມວ່າ ສໍາລັບ ຄໍາສູດ ທີ່ ເເປ ເປັນ ພາສາ ລາວ ເເລ້ວ ພວກນີ້ ບໍ່ ເວົ້າ ເເລະ ບໍ່ ສູດ ຕາມ ສຽງ ບາລີ ທີ່ ເປັນ ສຽງຕາຍ ເຫມືອນດັ່ງ ດຽວກັນ ກັບ ພາສາ ລາຕິນ ເເຕ່ວ່າ ເມື່ອ ພວກເພິ່ນ ພາກັນ ສູດ ເປັນ ພາສາ ບາລີ ພວກເພິ່ນ ຈຶ່ງ ຫລິ້ນ ສຽງ ເເບບ ພາສາ ບາລີ ດັ່ງ “ນະໂມ ຕັດສະ ພາຄະວະໂຕ ອາຣະຫະໂຕ ...” ເປັນຕົ້ນ
  • ຜົນລົບ ກໍ ຍັງ ມີ ອີກ ຫລາຍຢ່າງ ເເລະ ກໍ ຍັງ ຈະ ດໍາເນີນ ອີກ ຕໍ່ໄປ ຖ້າ ຄົນລາວ ບໍ່ ໃຫ້ ຄວາມສໍາຄັນ ເເກ່ ສຽງ ຂອງ ການປາກເວົ້າ ໃນ ພາສາ ລາວ ເເລະ ຖ້າ ຄົນລາວ ບໍ່ ສົນໃຈ ໃນ ການຂີດຂຽນ ພາສາ ຊາດ ຂອງ ເຂົາ ( ມັນ ຄົງ ຈະ ເປັນ “ການສົມຮູ້ຮ່ວມຄິດ ໃນ” ການທໍາຣາຍ ພາສາ ລາວ ໂດຍ ທ້າງອ້ອມ ຫລື ໂດຍ ທາງຕຣົງ ກໍເປັນໄດ້ )

ສລຸບຄວາມ
ການຂຽນ ກ່ຽວກັບ ການຊອກຫາ ຄໍາເວົ້າ ເພື່ອ ໃຫ້ ເຂົ້າ ກັບ ທໍານອງ ຂອງ ສຽງເພງ ຂ້າງເທິງນີ້ ເຮັດ ໃຫ້ ເຮົາ ເຫັນ ວ່າ ສຽງ ຂອງ ຖ້ອຍຄໍາ ຕ່າງໆ ຂອງ ພາສາ ລາວ ມີ ຄວາມສໍາຄັນ ຫລາຍ ທີ່ສຸດ ສໍາລັບ ການເເຕ່ງເພງ ເເລະ ກໍ ບໍ່ ເຫມືອນ ກັບ ພາສາ ຂອງ ຊາວ ຕາເວັນຕົກ ຊຶ່ງ ສ່ວນມາກ ຈະ ມີ ເເຕ່ ຄໍາຕາຍ ( ພຍາງ ຕາຍ ) ທັງນັ້ນ ຫມາຍຄວາມວ່າ ຫລິ້ນ ສຽງ ບໍ່ ໄດ້

ບັດນີ້ ໃຫ້ ທ່ານ ລອງ ໄປ ຣ້ອງ ເນື້ອເພງ ຂ້າງລຸ່ມນີ້ ຕາມ ທໍານອງ ເບິ່ງ ວ່າ ເພງ ທີ່ ໄດ້ຖືກ ດັດເເປງ ພຽງ ເເຖວດຽວ ຈະ ມີ ສຽງໂຫນ້ງ ຫລື ບໍ່ ( ສໍາລັບ ນັກຣ້ອງ ຄົນເກັ່ງ ຊຶ່ງ ຫມາຍຄວາມວ່າ ຜູ້ ທີ່ ຮູ້ຈັກ ວິທີ ຣ້ອງ ເພື່ອ ເວັ້ນ ສຽງໂຫນ້ງ ເເລະ ສໍາລັບ ນັກຣ້ອງ ທີ່ ຣ້ອງ ບໍ່ ເກັ່ງ ສຽງ ຂອງ ເພງ ກໍ ຈະ ບໍ່ ມີ ສຽງໂຫນ້ງ )

  • ຫນຸ ທ່າງ ດ່າ ໃຫ້ ເຂົາ ວ່າ ອີ່ / ປາກ ເເຂງ
  • ຫນຸ ທ່າງ ດ່າ ໃຫ້ ເຂົາ ວ່າ ອີ່ / ຫນ້າ ເສືອ
    • ຖ້າ ໄປ ໃສ່ “ຫົວໃສ” ຈະ ໄປກັນໃຫຍ່ ອີກຢ່າງນຶ່ງ ເມື່ອ ທໍານອງ ຂອງ ເພງ ມີ ສຽງ ເຍືອ ນັກປະພັນ ຄວນ ຊອກ ເອົາ ຄໍາ ທີ່ ມີ ສຽງຍາວ ມາ ໃສ່ ເພື່ອ ເວັ້ນ ສຽງສັ້ນ ຖ້າ ເປັນໄປໄດ້

ສະນັ້ນ ກ່ອນ ທ່ານ ຈະ ເປັນ ນັກປະພັນ ອັນ ສົມບູນເເບບ ໄດ້ ທ່ານ ກໍ ຕ້ອງ ຮູ້ຈັກ ສຽງ ພື້ນຖານ ຂອງ ພຍັນຊນະ ຕົ້ນພຍາງ ເເລະ ສຽງ ຂອງ ຖ້ອຍຄໍາ ໃນ ພາສາ ລາວ ເສັຽກ່ອນ

ກ່ອນ ທ່ານ ຈະ ຮຽນຮູ້ ພື້ນຖານ ຂອງ ສຽງ ດັ່ງກ່າວ ໄດ້ ດີ ທ່ານ ກໍ ຕ້ອງ ໂງ ໄປ ຮຽນ ປຶ້ມ ປໍປາ ຫລື ປຶ້ມ ປໍນຶ່ງ ຄືນໃຫມ່

ຖ້າ ມີ ຄົນ ຈໍານວນນຶ່ງ ຊຶ່ງ ມີ ຄົນລາວ ຫລາຍ ຄົນ ຄິດ ຮ່ວມກັນ ເຮົາ ກໍ ສາມາດ ເເກ້ ຂໍ້ ຂ້ອງໃຈ ຂອງເຮົາ ໄດ້ ໄວ ເເລະ ກໍ ບໍ່ ໄດ້ຫມາຍຄວາມວ່າ ຄົນ ກຸ່ມນີ້ ຈະ ຮູ້ ທຸກເເນວ ຫລື ຈະ ມີ ການສຶກສາ ສູງ ຈຶ່ງ ຈະ ເຮັດ ໄດ້

ຄໍາຂອບໃຈ ຫລື ບຸນຄຸນ
ຂໍ ຂອບໃຈ ລູກ ທັງສອງ ຄື ມະນີເດດ ເເລະ ເສດຖາ ( Manideth & Settha ) ທີ່ ໄດ້ຊ່ວຍ ພໍ່ ໃນ ການພິສູດ ຖົ່ວງອກ ຂອງ ເພງ ( ຝຣັ່ງ. Note musicale ) ຂໍ ຂອບໃຈ ອາຈານ ຫມີດໍາ ສນອງອຸ່ນວົງ ທີ່ ເປັນ ເຈົ້າຂອງ ຂອງ ເພງ ນີ້ ຊຶ່ງ ຂ້າພະເຈົ້າ ບໍ່ ໄດ້ຂໍ ອະນຸຍາດ ຈາກ ເພິ່ນ ຫລື ຈາກ ລູກຫລານ ຂອງ ເພິ່ນ ໃນ ການເອົາ ເພງ ຂອງ ເພິ່ນ ມາ ກ່າວ ໃນ ທີ່ນີ້ ເເລະ ຂໍ ຂອບໃຈ ຄນະ ດົນຕຣີ ທະຫານ ຮາບອາກາດ ວັງວຽງ ທຸກໆ ຄົນ ພ້ອມດ້ວຍ ທ່ານ ກ. ວິເສດ ຊຶ່ງ ເປັນ ນັກຣ້ອງ


ຣູປຕາ ໔

------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ນັກປະພັນ ນັກດົນຕຣີ ເເລະ ນັກຣ້ອງ ລາວ ທຸກໆ ຄົນ

Par K. Phouphetlinthong

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0