ພາສາ ລາວ - La langue lao ບົນ ລາວເເພນ

໒໑- ລັກສນະ ຂອງ ຄໍາເວົ້າ

ຂຽນລົງ ເມື່ອ ວັນທີ : ໑໙ ເດືອນ ມິຖຸນາ/juin  ຄສ. 2014.

ຫມາຍເຖິງ ຈໍາພວກ ຄໍາ ທີ່ ເຮົາ ມີ ສິດ ຂຽນ ໃສ່ ໃນ ວັຈນານຸກົມ ນັ້ນເອງ ດັ່ງ
  1. ຄໍາມູນ =====> ຄໍາ ທີ່ ເປັນ ພາສາ ລາວ ເເທ້ ເເລະ ທີ່ ໄດ້ເກີດ ໃນ ພາສາ ລາວ ມາ ເເຕ່ ດັ້ງເດີມ ( ໄລ່ ເອົາ ຄໍາ ທີ່ ມີ ເເຕ່ ພຍາງ ດຽວ ເທົ່ານັ້ນ ສະເພາະ ການຂຽນ ວັຈນານຸກົມ )
  2. ຄໍາເເຜງ ===> ຄໍາ ທີ່ ຖືກ ດັດເເປງ ຈາກ ຄໍາເຄົ້າ ໃຫ້ ເປັນ ຄໍາໃຫມ່
  3. ຄໍາປະສົມ ===> ເອົາ ຄໍາ ຫລາຍຄໍາ ມາ ຫຍໍ້ ຫລື ມາ ປະສົມ ໃຫ້ ເປັນ ຄໍາດຽວ
  4. ຄໍາສມາດ ====> ຄໍາປະສົມ ຣະຫວ່າງ ຄໍາເຄົ້າ ທັງຫລາຍ ໃຫ້ ເປັນ ຄໍາດຽວກັນ
  5. ຄໍາອະໄວຍະຍະ ===> ຄໍາປະສົມ ຣະຫວ່າງ ຄໍາເຄົ້າ ເເລະ ຄໍາອຸປສັກ ( ຝຣັ່ງ. Préfixe )
  6. ຄໍາຕັດທິດ ===> ຄໍາປະສົມ ຣະຫວ່າງ ຄໍາເຄົ້າ ເເລະ ຄໍາວິພັດ ຫລື ຄໍາປັດໄຈ ( ຝຣັ່ງ. Suffixe )
  7. ຄໍາກີດົກ ===> ຄໍາປະສົມ ຣະຫວ່າງ ເຫງົ້າ ທາຕຸ ຂອງ ກິຣິຍາ ເເລະ ວິພັດ ຫລື ປັດໄຈ ( ຝຣັ່ງ. Suffixe )
  8. ຄໍາສົນທິ ===> ການເເຜງ ອັກຂຣະ ບາລີ ເເລະ ສັນສະກຣິດ

ຊຶ່ງ ຄໍາ ທັງຫລາຍ ເຫລົ່ານີ້ ສາມາດ ເປັນ ນາມ ສັພນາມ ຄຸນນາມ ກິຣິຍາ ພ້ອມທັງ ສັງຂຍາ ໄດ້ ດ້ວຍເຫດນີ້ ມັນ ຈໍາເປັນ ທີ່ ເຮົາ ຄວນ ສຶກສາ ຫາ ຄວາມເຂົ້າໃຈ ພື້ນຖານ ຂອງ ການປະກອບ ຄໍາລາວ ຕ່າງໆ ກ່ອນ ເຮົາ ຈະ ເວົ້າ ເເລະ ຂຽນ ໃຫ້ ຖືກ ກັບ ຫລັກ ຂອງ ການປາກເວົ້າ ພາສາ ລາວ ຊຶ່ງ ພາສາ ຝຣັ່ງ ຮຽກ La logique de la langue

ກ່ອນ ຄໍາສມາດ ຄໍາອະໄວຍະຍະ ຄໍາຕັດທິດ ຄໍາກີດົກ ເເລະ ຄໍາສົນທິ ຈະ ກາຍ ເປັນ ພາສາ ລາວ ໄດ້ ມັນ ກໍ ຕ້ອງ ຖືກ ຜ່ານ ການເເຜງ ອັກຂຣະ ເສັຽກ່ອນ ມັນ ຈຶ່ງ ຈະ ຖືກ ບັນທຶກ ເຂົ້າ ໄວ້ ໃນ ວັຈນານຸກົມ ໄດ້

ອີກປະການນຶ່ງ ເຮົາ ຄວນ ຂຽນ ຈໍາພວກ ຄໍາ ເຫລົ່ານີ້ ໄວ້ ທ້າຍ ປຶ້ມ ຂອງ ວາຈີວິພາກ ມັນ ຈຶ່ງ ຈະ ເຫມາະສົມ ດີ ເເຕ່ວ່າ ເມື່ອ ເຫັນ ເພິ່ນ ເຮັດ ດັ່ງນີ້ ຂ້າພະເຈົ້າ ກໍ ຂໍ ນໍາ ຮອຍເພິ່ນ ໄປ ເສັຽກ່ອນ ຫລັງຈາກນີ້ ຈຶ່ງ ຈະ ຈັດ ໃຫມ່ ເພື່ອ ໃຫ້ ເປັນ ຣະບຽບ ດີກວ່າ ນີ້

ຂໍ້ ສັງເກດ ອັນ ສໍາຄັນ ທີ່ສຸດ ກໍ ຄື

  • ຄໍາສມາດ ກັບ ຄໍາເເຜງ ເເມ່ນ ອັນດຽວ ກັນ
  • ຄໍາສົນທິ ເເລະ ຄໍາປະສົມ ກໍ ສາມາດ ຈັດ ເປັນ ບົດດຽວ ກັນ ໄດ້

ຜິວ່າ ຕົກ ຢູ່ ໃນ ກໍຣະນີ ນີ້ ຈໍານວນ ບົດ ເຫລົ່ານີ້ ຈະ ມີ ພຽງເເຕ່ ໖ ບົດ ຄື

  1. ຄໍາມູນ
  2. ສົນທິ ( ການເເຜງ ອັກສອນ ເເລະ ການເເຜງ ຄໍາເວົ້າ )
  3. ສມາດ ( ວິທີປະສົມ ຄໍາສັບ ຫລື ຄໍາປະສົມ )
  4. ອະໄວຍະຍະ ( ອຸປສັກ + ຄໍາສັບ )
  5. ຕັດທິດ ( ນາມ + ວິພັດ )
  6. ກິດົກ ( ກິຣິຍາ + ວິພັດ )
SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0