ພາສາ ລາວ - La langue lao ບົນ ລາວເເພນ

໒໐- ວາຈີວິພາກ

ຂຽນລົງ ເມື່ອ ວັນທີ : ໒໖ ເດືອນ ຕຸລາ/octobre  ຄສ. 2016.

“ວາຈີວິພາກ” ເປັນ ນາມ ເເລະ ເປັນ ຄໍາປະສົມ ທີ່ ໄດ້ມາ ຈາກ ຄໍາບາລີ “ວາຈີ/ວາຈາ” ທີ່ ເເປວ່າ ຄໍາເວົ້າ ເເລະ “ວິພາກ” ທີ່ ເເປວ່າ ອະທິບາຍ ຢ່າງ ເເຈ່ມເເຈ້ງ ເເລະ ເປັນ ບັ້ນໃຜບັ້ນມັນ ໄປ || ຝຣັ່ງ/ອັງກິດ. Narrer / Narate ( Narrateur / Narrator ) ຊຶ່ງ ວາຈີວິພາກ ຫມາຍເຖິງ ການວິພາກ ຄໍາເວົ້າ ( ໃຫ້ ລະອຽດ ) ນັ້ນເອງ ( ການເເປ ຄໍາບາລີ ຕ້ອງ ເລີ້ມ ເເປ ຈາກ ພຍາງທ້າຍ ໄປ ຫາ ພຍາງຫນ້າ ສເມີ ) ຄື ໃຫ້ ຮູ້ ຢ່າງ ລະອຽດ ວ່າ ຄໍາໃດ ເປັນ ນາມ ສັພນາມ ຄຸນນາມ ກິຣິຍາ ສັນທານ ບຸພບົດ ດັ່ງນີ້ ເປັນຕົ້ນ ພ້ອມດ້ວຍ ຫນ້າທີ່ ການໃຊ້ ຄໍາເວົ້າ ເຫລົ່ານີ້ ວ່າ ເຮົາ ຄວນ ໃຊ້ ຄໍາ ເຫລົ່ານີ້ ຢ່າງໃດ ກັນເເທ້ ມັນ ຈຶ່ງ ຈະ ເຂົ້າ ກັບ ຫລັກ ຂອງ ພາສາ ລາວ

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0