ວ່າດ້ວຍ ບົດຄວາມ :
໑໗ ເດືອນ ສິງຫາ/août ຄສ. 2013, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທາຕຸສາດ || Etymologie / Etymology
“ກະເເລັມ” ເປັນ ນາມ ເເລະ ເປັນ ຄໍາລາວ ທີ່ ຖືກ ເເຜງ ມາ ຈາກ ຄໍາຝຣັ່ງ crème[ເເກຣມເມິ] ເເລະ ອີກ ລາງຄົນ ກໍ ວ່າ ມາ ຈາກ ພາສາ ອັງກິດ
ເຮົາ ລອງ ຫັນ ມາ ສຶກສາ ຄໍາເວົ້າ ດັ່ງກ່າວ ໃນ ພາສາ ທັງສອງ ນີ້ ເສັຽກ່ອນ ຄື ຝຣັ່ງ ຮຽກ ກະເເລັມ ວ່າ crème glacée [ເເກຣມເມິ ກລາເຊ] ຫລື glace [ກລາເຊິ] ລ້າໆ ກໍ ໄດ້ ເຫມືອນກັນ ເເລະ ອັງກິດ ວ່າ ice cream [ໄອສກຣີມ] ຊຶ່ງ glace (d’où le mot glacée) ເເລະ ice ຫມາຍເຖິງ ນໍ້າເເຂງ ຫລື ນໍ້າກ້ອນ ເເລະ ຖ້າ ຈະ ເເປ ຕາມໂຕ ເເລ້ວ crème glacée [ເເກຣມເມິ ກລາເຊ] ເເລະ ice cream [ໄອສກຣີມ] ກໍ ເເປ ວ່າ ເນີຍກ້າມ ເເທ້ ເເລ
ໄທຍ ອ່ານ (...)