ວ່າດ້ວຍ ບົດຄວາມ :
໑໖ ເດືອນ ສິງຫາ/août ຄສ. 2013, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທາຕຸສາດ || Etymologie / Etymology
“ກະເເລັມ” ເປັນ ນາມ ເເລະ ເປັນ ຄໍາລາວ ທີ່ ຖືກ ເເຜງ ມາ ຈາກ ຄໍາຝຣັ່ງ crème[ເເກຣມເມິ] ເເລະ ອີກ ລາງຄົນ ກໍ ວ່າ ມາ ຈາກ ພາສາ ອັງກິດ
ເຮົາ ລອງ ຫັນ ມາ ສຶກສາ ພາສາ ທັງສອງ ນີ້ ເສັຽກ່ອນ ຄື ຝຣັ່ງ ຮຽກ ກະເເລັມ ວ່າ crème glacée [ເເກຣມເມິ ກລາເຊ] ຫລື glace [ກລາເຊິ] ລ້າໆ ກໍ ໄດ້ ເຫມືອນກັນ ເເລະ ອັງກິດ ວ່າ ice cream [ໄອສກຣີມ] ຊຶ່ງ glace (d’où le mot glacée) ເເລະ ice ຫມາຍເຖິງ ນໍ້າເເຂງ ຫລື ນໍ້າກ້ອນ ນັ້ນເອງ
ໄທຍ ອ່ານ cream ເປັນ ຄຣີມ ເເຕ່ ສ່ວນຫລາຍ ຈະ ອອກ ສຽງ “ຄີມ” ລ້າໆ ເເຕ່ ບໍ່ ເເມ່ນ ຄີມ ທີ່ ເປັນ ຄໍາມູນ ເເລະ ທີ່ ເປັນ ເຄື່ອງມື ສໍາລັບ ໃຊ້ ງັດ (...)