ວ່າດ້ວຍ ບົດຄວາມ :
໒໘ ເດືອນ ທັນວາ/décembre ຄສ. 2012 11:56
ໂອຍ! ຂໍຂອບໃຈຫລາຍໆເດີ ທ່ານຄໍາເເພວ ພູເພັຊຣລິນທອງ ທີ່ໄດ້ສ້າງບ່ອນ ຄວາມຮູ້ ໃຫ້ຄົນລາວ ມາຮຽນຮູ້ນໍາກັນ ເພື່ອໃຫ້ຄົນລາວຂຽນເເບບດຽວກັນ ທ່ານເປັນຄົນທີ່ມີສາຍຕາກວ້າງໄກ ເເນມເຫັນອະນາຄົດ ຂອງລູກລາວຫລານລາວເຮົາ ຊຶ່ງຕ່າງກັບຄົນລາວຄົນອື່ນ ທີ່ຂຽນເພື່ອຂາຍ ເເຕ່ເມື່ອຊື້ມາອ່ານເເລ້ວ ມັນທຽບຮອດເຄິ່ງນຶ່ງຂອງທ່ານກະບໍ່ໄດ້ ທັ້ງໆທີ່ເພິ່ນເອງ ກໍເປັນດັອກເຕີຢູ່ເເລ້ວ
ຂ້າພະເຈົ້າມີອາຍຸ ໖໐ ກວ່າປີເເລ້ວ ເເລະ ເມືອຢາມບ້ານຢູ່ເລື້ອຍໆ ຢູ່ປະເທດລາວ ເເກວກໍບັງຄັບໃຫ້ຄົນລາວໃຊ້ຄໍາເເກວນັບມື້ນັບຫລາຍຂຶ້ນ ຢູ່ຕ່າງປະເທດ ຄົນລາວກໍບໍ່ຍອມຂຽນເເບບດຽວກັນ ຍ້ອນໃຜກະວ່າໃຜເກັ່ງ ເເລະ ຄົນທັງສອງຈໍາພວກນີ້ ເປັນຜູ້ທໍາລາຍປະເທດຊາ