ວ່າດ້ວຍ ບົດຄວາມ :
໔ ເດືອນ ທັນວາ/décembre ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ເເບບເເຜນ | Méthodologie /Methodology
ຄໍາເເຜງ ທັງຫລາຍ ທີ່ ຖືກ ນໍາ ເອົາ ມາ ອະທິບາຍ ໃນ ບົດຄວາມ ຕ່າງ ໆ ນີ້ ເເມ່ນ ຄໍາ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ເເລະ ຂ້າພະເຈົ້າ ຈະ ບໍ່ ສົນໃຈ ວ່າ ຄໍາ ກ່ຽວຂ້ອງ ມີ ເຄົ້າ ດຽວ ກັນ ຫລືບໍ່ ກັບ ພາສາ ສັນສະກຣິດ ສະນັ້ນ ຜິວ່າ ທ່ານ ຢາກ ຮູ້ຈັກ ຕື່ມ ອີກ ໃຫ້ ທ່ານ ໄປ ກວດກາ ເອົາ ເອງ ເເຕ່ຫາກວ່າ ເມື່ອ ຂ້າພະເຈົ້າ ບອກ ວ່າ ຄໍາເເຜງ ຄໍາໃດ ມີ ເຄົ້າ ມາ ຈາກ ພາສາ ສັນສະກຣິດ ໂດຍ ທີ່ ບໍ່ ໄດ້ ກ່າວ ເຖິງ ຄໍາ ບາລີ ໃດ ໆ ນັ້ນ ຫມາຍຄວາມວ່າ ຄໍານັ້ນ ບໍ່ ມີ ໃນ ພາສາ ບາລີ
ທາຕຸສາດ | Etymologie / Etymology / ພາສາ (...)