ວ່າດ້ວຍ ບົດຄວາມ :
໖ ເດືອນ ພຶສຈິກາ/ພະຈິກ/novembre ຄສ. 2010, ໂດຍ ກັດຕຸ ລາວເເພນ
ຄວາຍ [ຄະ-ວາຍ] ນາມ. ສຽງຍາວ. ຄໍາມູນ. || ຝຣ. Buffle || ອັງ. Buffalo
ດິກຟັງ | ສຽງເມືອງຫລວງ | ສຽງວຽງຈັນ | ສຽງທ່າເເຂກ | ສຽງສວັນ | ສຽງປາກເຊ |
ພຍັນຊນະຄວບ ຄວ ປະກອບ ດ້ວຍ ໄມ້ທີນຶ່ງ ຂອງ ເເມ່ກາຍ ຄື ໄມ້ «◌າຍ» [ໄມ້ອາຍ] ຈຶ່ງອ່ານເປັນ ຄ(ະ)-ວາຍ ເເລະ ກໍບໍ່ເເມ່ນ ຄຸ-ວາຍ ເເຕ່ຕ້ອງອ່ານ ພຍັນຊນະຄວບ « ຄວ» ໃຫ້ໄວໆ ຜິວ່າ ທ່ານ ອ່ານ «ຄວຍ» ຄໍານີ້ ຫມາຍເຖິງ ການທີ່ ເອົາມື ໄປຈັບ ເເນວໃດ ເເນວນຶ່ງ ເເລະ ກໍດຶງໄປດຶງມາ ອີກປະການນຶ່ງ ຄໍາ « ຄວຍ » ເປັນ ຄໍາ « ກິຣິຍາ » ຊຶ່ງ ຄໍາຄວາຍ ເປັນ ຄໍານາມ
ສັດສີ່ຕີນ ຄ້ຽວເອື້ອງ ທີ່ມີຂົນ ເເລະ ມີເຂົາ ເເລະ ສັງກັດ ຢູ່ (...)